Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ນັກຮົບອະທິຖານເພື່ອການສູ້ຮົບຂອງປະຈຸບັນນີ້

PRAYER WARRIORS FOR TODAY’S BATTLE!
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 9/8/2015
A sermon preached at the Baptist Tabernacle of Los Angeles
Lord’s Day Evening, August 9, 2015


ແມ່ນຫຍັງຄືສິ່ງທີ່ສໍາຄັນທີ່ສຸດທີ່ຂ້າພະເຈົ້າເຄີຍຮຽນມາ? ຂ້າພະເຈົ້າຈະຂໍບອກວ່າ ມັນຄືຕອນທີ່ຂ້າພະເຈົ້າໄດ້ຮຽນຮູ້ວ່າຄຣິສຕຽນມີຈິງ! ຂ້າພະເຈົ້າໄດ້ຮຽນຮູ້ວ່າຄຣິສຕຽນມີຈິງ ຢູ່ທີ່ຄຣິສຕະຈັກເຟິສແບັບຕິດໄຊນິສແຫ່ງເມືອງລອສແອງເຈີລິສຈາກດຣ.ທິໂມທີລິນ,ເພີ່ນຄືນັກເທດທີ່ຫາຍາກຄົນໜື່ງ,ເປັນຄົນທີ່ເຊື່ອໃນພຣະເຈົ້າແທ້, ເມື່ອຄົນຜູ້ໜື່ງເຊື່ອໃນພຣະເຈົ້າ ແທ້ມັນກໍຈະແຍກເຂົາໄວ້ຕ່າງຫາກ, ມັນຈະເຮັດໃຫ້ເຂົາເປັນຄົນແຕກຕ່າງຈາກນັກເທດຄົນ ອື່ນໆແລະຫ່າງໄກຫຼາຍ.

ດຣ.ທິໂມທີລິນຄືສິດຍາພິບານຈາກປະເທດຈີນ, ລາວບໍ່ໄດ້ມາທີ່ປະເທດອາເມລິກາ ຈົນລາວເປັນຜູ້ໃຫຍ່, ສິ່ງທີ່ລາວເຊື່ອແລະເທດຄືສິ່ງທີ່ຂ້າພະເຈົ້າເອີ້ນວ່າ“ການມີຊີວິດຄຣິສ ຕຽນ”ລາວບໍ່ແມ່ນສິ່ງທີ່ຜູ້ຄົນເອີ້ນວ່າເປັນເພັນຕາຄອສຫຼືຄາຣິສເມຕິກ - ແມ່ນລາວເຊື່ອໃນ ເລື່ອງການຕື່ມເຕັມຂອງພຣະວິນຍານ,ໃນເລື່ອງພວກຜີປີສາດ,ໃນເລື່ອງພວກທູດສະຫວັນ, ໃນ“ຂໍ້ຄວາມຕ່າງໆ”ຈາກພຣະເຈົ້າ,ໃນເລື່ອງຄໍາຕອບແທ້ຕໍ່ຄໍາອະທິຖານແທ້,ໃນການຖອກ ເທຂອງພຣະວິນຍານບໍລິສຸດໃນການຟື້ນຟູ,ໃນໄລຍະສັ້ນລາວເຊື່ອໃນ“ການມີຊີວິດ”ຄຣິສ ຕຽນ,ລາວໄດ້ຮຽນຮູ້ວ່າໃນຖານະເປັນຄົນໜຸ່ມຄົນໜື່ງຢູ່ໃນປະເທດຈີນ,ພໍ່ຂອງລາວເອງໄດ້ ໃຊ້ທັງຊີວິດຂອງຕົນໃນຖານະເປັນສິດຍາພິບານທີ່ນັ້ນ.

ມີຫຼາຍຄົນບອກຂ້າພະເຈົ້າວ່າ “ເຈົ້າເປັນຄືກັບດຣ.ລິນຫຼາຍກວ່າພວກນັກເທດຄົນ ຈີນທີ່ອອກມາຈາກຄຣິສຕະຈັກຂອງລາວ” ດຣ.ເຄແກນບອກຂ້າພະເຈົ້າອີກເທື່ອໜື່ງໃນມື້ ວັນພະຫັດແລ້ວນີ້,ຂ້າພະເຈົ້າຄິດວ່າມັນຄືຄໍາຍ້ອງອັນໜື່ງເພາະດຣ.ລິນເຊື່ອໃນ“ການມີຊີ ວິດ”ຄຣິສຕຽນ.

ມັນຍາກຫຼາຍສໍາຫຼັບຂ້າພະເຈົ້າທີ່ຢູ່ບ່ອນນັ້ນເປັນເວລາຫຼາຍປີເພາະສ່ວນຫຼາຍແລ້ວຂ້າພະເຈົ້າເປັນພຽງເດັກນ້ອຍຄົນຂາວພຽງຄົນດຽວ, ແຕ່ຂ້າພະເຈົ້າຮູ້ດີວ່າຂ້າພະເຈົ້າຕ້ອງຢູ່ ເພາະມັນຄືນໍ້າພຣະໄທຂອງພຣະເຈົ້າທີ່ຈະໃຫ້ຂ້າພະເຈົ້າຢູ່, ແລະຢູ່ບ່ອນນັ້ນເອງທີ່ຂ້າພະ ເຈົ້າໄດ້ຮຽນຮູ້ຫຼາຍສິ່ງຫຼາຍຢ່າງຈາກດຣ.ທິໂມທີລິນ, ຂ້າພະເຈົ້າບໍ່ເຫັນດ້ວຍກັບເພິ່ນໃນ ທຸກໆເລື່ອງແຕ່ຂ້າພະເຈົ້າຄິດຄືກັບເພີ່ນ,ຂ້າພະເຈົ້າເຊື່ອໃນການມີຊີວິດຄຣິສຕຽນ!

ພວກທ່ານຕ້ອງຄິດຄືກັບດຣ.ລິນແທ້ຖ້າພວກທ່ານຕ້ອງການທີ່ຈະເຂົ້າໃຈສ່ວນທີ່ ສອງຂອງເອເຟໂຊບົດທີ່ຫົກ,ຂ້າພະເຈົ້າເຄີຍອ່ານໜັງສືພວກອະທິບາຍພຣະຄໍາພີຫຼາຍຄົນ ຊື່ງສັບສົນຂໍ້ພຣະຄໍາພີນີ້,ຂ້າພະເຈົ້າຈະພະຍາຍາມອະທິບາຍໃຫ້ພວກທ່ານຟັງຕໍ່ໄປນີ້,ຂໍເຊີນ ເປີດໄປໃນເອເຟໂຊ 6:10 ຢູ່ໜ້າທີ່ 1255 ໃນພຣະຄໍາພີສະບັບສະກໍຟິວສຶກສາ,ຂໍເຊີນຢືນ ຂື້ນໃນເວລາທີ່ຂ້າພະເຈົ້າອ່ານບົດທີ່ 6 ຂໍ້ 10 ເຖິງ 12.

ນີ້ແມ່ນຄໍາເວົ້າສຸດທ້າຍຂອງອັກຄະສາວົກເປົາໂລຕໍ່ພວກຄຣິສຕຽນຊາວເມືອງເອເຟຊັດ, ສິ່ງທີ່ລາວເວົ້່າຕໍ່ພວກຄຣິສຕຽນຍຸກຕົ້ນຄືສິ່ງທີ່ຈໍາເປັນສໍາຫຼັບພວກເຮົາທຸກຄົນໃນປະຈຸ ບັນນີ້.

I. ໜື່ງ ອັກຄະສາວົກເວົ້າເຖິງເລື່ອງການຕໍ່ສູ້ຝ່າຍວິນຍານ.

“ພີ່ນ້ອງທັງຫລາຍຂອງຂ້າພະເຈົ້າ ສຸດທ້າຍນີ້ຂໍທ່ານຈົ່ງມີກຳລັງຂຶ້ນໃນອົງພຣະຜູ້ເປັນເຈົ້າ ແລະໃນລິດເດດອັນຊົງລິດຂອງພຣະອົງ ຈົ່ງສວມອາວຸດທັງຊຸດຂອງພຣະເຈົ້າເພື່ອຈະຕໍ່ຕ້ານອຸບາຍຂອງພະຍາມານໄດ້ ເພາະວ່າເຮົາບໍ່ໄດ້ຕໍ່ສູ້ກັບເນື້ອໜັງແລະເລືອດແຕ່ຕໍ່ສູ້ກັບເທບຜູ້ຄອບຄອງ ອໍາ ນາດຕ່າງໆ ຜູ້ຄອງໂລກແຫ່ງຄວາມມືດຂອງໂລກນີ້ ຕໍ່ສູ້ກັບພວກວິນຍານທີ່ຊົ່ວໃນສະຖານຟ້າອາກາດ”(ເອເຟໂຊ 6:10-12)

ຂໍເຊີນນັ່ງລົງ, ອັກຄະສາວົກບອກເຮົາວ່າພວກເຮົາອາໄສຢູ່ໃນສະໜາມຮົບ,ຊີວິດຄຣິສຕຽນ ເປັນຊີວິດແຫ່ງການຕໍ່ສູ້, ພວກເຮົາກໍາລັງຕໍ່ສູ້ກັບຊາຕານແລະຜີປີສາດ, ດຣ.ເອດັບໂບຢູໂທ ເຊີໄດ້ຂຽນເລື່ອງສັ້ນໆເອີ້ນວ່າ ໂລກນີ້: ເດີນຫຼີ້ນຫຼືສະໜາມຮົບ? (Christian Publications, 1988, pp. 1-4). ດຣ.ໂທເຊີກ່າວວ່າ:

     ໃນຍຸກຕົ້ນ...ພວກຜູ້ຊາຍຄິດຂື້ນວ່າໂລກເປັນສະໜາມຮົບ,ພວກບັນພະບຸດຂອງເຮົາເຊື່ອໃນເລື່ອງຄວາມບາບ, ພະຍາມານແລະນາລົກໃນຖານະ ເປັນການກໍຕັ້ງກໍາລັງອັນໜື່ງ,ພວກເຂົາເຊື່ອໃນເລື່ອງພຣະເຈົ້າ,ຄວາມຊອບ ທໍາແລະສະຫວັນຄືກັບຄົນອື່ນໆ,ໂດຍທາງທໍາມະຊາດຂອງເຂົາກໍາລັງເຫຼົ່ານີ້ກົງກັນຂ້າມກັບອັນອື່ນຢ່າງສິ້ນເຊີງໃນຄວາມເລິກ,ຫລຸມຝັງສົບ,ປໍລະປັກທີ່ ເຂົ້າກັນບໍ່ໄດ້,ຜູ້ຊາຍບັນພະບຸລຸດຂອງເຮົາຕ້ອງເລືອກຂ້າງໃດໜື່ງ-ເຂົາບໍ່ສາ ມາດເປັນກາງໄດ້, ສໍາຫຼັບເຂົາມັນຈະຕ້ອງເປັນຊີວິດຫຼືຄວາມຕາຍ,ສະຫວັນ ຫຼືນາລົກ, ແລະຖ້າເຂົາເລືອກທີ່ຈະອອກມາຢູ່ຂ້າງພຣະເຈົ້າ,ເຂົາກໍຄາດ ຫວັງທີ່ຈະເປີດສົງຄາມກັບພວກສັດຕູຂອງພຣະເຈົ້າ,ການຕໍ່ສູ້ຈະເປັນເລື່ອງຈິງແລະຄວາມຕາຍແລະຈະຍາວນານຕາບໃດທີ່ຊີວິດຍັງຄົງຢູ່(ໃນໂລກ) ເຫຼັ້ມດຽວກັນໜ້າ 2.

ແຕ່ດຣ.ໂທເຊີໄດ້ກ່າວວ່າມັນປ່ຽນໄປແລ້ວໃນຍຸກຂອງເຮົາ, ລາວບອກວ່າ“ຄວາມຄິດທີ່ວ່າ ໂລກນີ້ແມ່ນເດີ່ນຫຼີ້ນແທນທີ່ຂອງສະໜາມຮົບຕອນນີ້ໄດ້ຖືກຍອມຮັບແລ້ວໃນທາງປະຕິບັດ ໂດຍພວກຄຣິສຕຽນທີ່ເນັ້ນຮາກຖານສ່ວນຫຼາຍ”(ເຫຼັ້ມດຽວກັນໜ້າ 4.)

ຂ້າພະເຈົ້າຄິດວ່າພວກເຮົາຕ້ອງຍອມຮັບວ່າດຣ.ໂທເຊີເວົ້າຖືກ, ປະຈຸບັນນີ້ພວກ ຄຣິສຕຽນຂ່າວປະເສີດບໍ່ຕ້ອງການທີ່ຈະໄດ້ຍິນກ່ຽວກັບພວກຜີປີສາດແລະຊາຕານ, ພວກ ເຂົາບໍ່ຕ້ອງການທີ່ຈະຄິດວ່າພວກເຂົາຄືພວກທະຫານທີ່ຢູ່ໃນຈັກກະວານທີ່ສູ້ຮົບກັບກໍາລັງ ຂອງພວກພະຍາມານ,ຂ້າພະເຈົ້າຄິດວ່າເຫດຜົນຫຼັກໆກໍຄືພວກເຂົາຫຼາຍຄົນບໍ່ໄດ້ກັບໃຈ ເສຍໃໝ່,ຕາຂອງພວກເຂົາບອດຕໍ່ການສູ້ຮົບຝ່າຍຈິດວິນຍານ, ເມື່ອພວກເຂົາໄດ້ຍິນອັກຄະ ສາວົກເວົ້າວ່າ“ຈົ່ງເຂັ້ມແຂງໃນພຣະເຈົ້າ”ພວກເຂົາບໍ່ເຂົ້າໃຈວ່າລາວໝາຍເຖິງຫຍັງ, ເປັນ ຫຍັງພວກເຂົາຈື່ງບໍ່ຮູ້ລະ?ກໍເພາະວ່າພວກເຂົາບໍ່ໄດ້“ຢູ່ໃນພຣະເຈົ້າ”-ແລະນັບຕັ້ງແຕ່ທີ່ເຂົາ ບໍ່“ຢູ່ໃນ”ພຣະເຢຊູເຈົ້າ,ພວກເຂົາບໍ່ອາດດຶງພະລັງຈາກພຣະອົງໄດ້! ດຣ.ເອສດີເອັຟຊັລ ມອນໄດ້ກ່າວວ່າກໍາລັງ“ສາມາດເກີດຜົນຢູ່ໃນການເປັນໜື່ງດຽວກັບພຣະຄຣິດເທົ່ານັ້ນ” (“The Epistle to the Ephesians,” The Expositor’s Greek New Testament, volume III, Eerdmans, n.d., p. 382).

ດຣ.ເຈ.ເວີນັນແມັກກີ້ໄດ້ກ່າວວ່າ“ທ່ານບໍ່ສາມາດເອົາຊະນະພະຍາມານໂດຍກໍາລັງຂອງຕົນເອງແລະດ້ວຍຕົນເອງໄດ້, ເປົາໂລແນ່ນອນກໍາລັງຫຼີ້ນຄໍາພາສາກຣີກຢູ່ສອງຄໍາ: panoplian[ອາວຸດ]ຂອງພຣະເຈົ້າເປັນສິ່ງຈໍາເປັນແລະພ້ອມທີ່ຈະປະເຊີນກັບ methodias [ຍຸດທະສາດຕ່າງໆ,ກົນອຸບາຍຕ່າງໆຫຼືວິທີຕ່າງໆ]ຂອງພະຍາມານ, ‘ຈົ່ງເຂັ້ມແຂງໃນພຣະ ເຈົ້າ’-ນັ້ນຄືບ່ອນດຽວເທົ່ານັ້ນທີ່ພວກທ່ານກັບຂ້າພະເຈົ້າໄດ້ລິດອໍານາດ” (J. Vernon McGee, Th.D., Thru the Bible, volume 5, Thomas Nelson Publishers, 1983, pp. 278, 279; note on Ephesians 6:10, 11).

ພວກທ່ານຈະຕ້ອງມາຫາພຣະຄຣິດໂດຍຄວາມເຊື່ອເພື່ອທີ່ຈະລອດໃນບ່ອນທໍາອິດແລະທ່ານຈະຕ້ອງມາຫາພຣະອົງໃນການອະທິຖານອີກເທື່ອໜື່ງໆເພື່ອທີ່ຈະມີ“ລິດເດດອັນ ຊົງລິດຂອງພຣະອົງ”ໃນຖານະເປັນທະຫານແຫ່ງໄມ້ກາງແຂນຄົນໜື່ງ!

II. ສອງອັກຄະສາວົກເວົ້າເຖິງສັດຕູຕ່າງໆຂອງພວກເຮົາ.

ຂໍເຊີນລຸກຂື້ນໃນຂະນະທີ່ຂ້າພະເຈົ້າອ່ານເອເຟໂຊ 6:12.

“ເພາະວ່າເຮົາບໍ່ໄດ້ຕໍ່ສູ້ກັບເນື້ອໜັງແລະເລືອດແຕ່ຕໍ່ສູ້ກັບເທບຜູ້ຄອບຄອງ ອໍານາດຕ່າງໆ ຜູ້ຄອງໂລກແຫ່ງຄວາມມືດຂອງໂລກນີ້ ຕໍ່ສູ້ກັບພວກວິນຍານທີ່ຊົ່ວໃນສະຖານຟ້າອາກາດ”(ເອເຟໂຊ 6:12)

ຂໍເຊີນນັ່ງລົງ.

ພວກຄຣິສຕຽນແຫ່ງສະຕະວັດທີ່ໜື່ງແລະສອງມີຄວາມຮູ້ເລື່ອງຂອງພວກຜີປີສາດ ທີ່ເປົາໂລເວົ້າເຖິງຢູ່ໃນຂໍ້ນີ້,ໃນໜັງສືເລື່ອງການປະກາດຂ່າວປະເສີດຢູ່ໃນຄຣິສຕະຈັກຍຸກ ຕົ້ນໆ ດຣ.ໄມໂຄກຣີນໄດ້ເວົ້າວ່າພວກຄຣິສຕຽນຍຸກແລກໆທີ່ເຊື່ອວ່າ:

ທັງໂລກແລະບັນຍາກາດການພັດທະນາຂອງມັນເຕັມໄປດ້ວຍພະຍາມານ,ບໍ່ພຽງແຕ່ຮູບປັ້ນແຕ່ທຸກຂັ້ນຕອນແລະຮູບແບບຂອງຊີວິດຖືກປົກຄອງໂດຍພວກມັນ, ພວກມັນນັ່ງຢູ່ເທິງບັນລັງຕ່າງໆ,ພວກມັນວົນວຽນຢູ່ອ້ອມອູ່,ໂລກ ຄືນາລົກຢ່າງແທ້ຈິງ,ເຖິງແມ່ນມັນຈະຍັງຄົງເປັນການຊົງສ້າງຂອງພຣະເຈົ້າທີ່ຈະປະເຊີນໜ້າກັບນາລົກນີ້ແລະພວກພະຍາມານຂອງມັນພວກຄຣິສຕຽນມີຄໍາສັ່ງເລື່ອງອາວຸດວ່າເປັນສິ່ງທີ່ທໍາລາຍບໍ່ໄດ້...ພວກຄຣິສຕຽນໄດ້ອອກ ໄປຫາໂລກໃນຖານະຜູ້ຂັບໄລ່...ຊື່ງສະໜັບສະໜູນຄໍາອ້າງຄຣິສຕຽນທີ່ວ່າ ພຣະເຢຊູໄດ້ຊົງປາບກໍາລັງຕ່າງຂອງຜີປີສາດຢູ່ເທິງໄມ້ກາງແຂນແລ້ວ,ທີ່ ວ່າພຣະອົງໄດ້ມາເພື່ອນໍາຄວາມລອດມາໃຫ້(Michael Green, Ph.D., Evangelism in the Early Church, Eerdmans, 2003, pp. 263, 264).

ໃນຍຸກຂອງພວກເຮົາ,ດຣ.ເຈ.ເວີນັນແມັກກີ້ໄດ້ກ່າວວ່າ:

ສັດຕູເປັນວິນຍານ, ມັນຄືຊາຕານຊື່ງເປັນຜູ້ນໍາກອງກໍາລັງຜີປີສາດຂອງມັນ ດຽວນີ້ພວກເຮົາຕ້ອງເຂົ້າໃຈວ່າການຕໍ່ສູ້ຢູ່ໃສ,ຂ້າພະເຈົ້າຄິດວ່າຄຣິສຕະຈັກໄດ້ສູນເສຍສາຍຕາແຫ່ງການຕໍ່ສູ້ຝ່າຍວິນຍານແລ້ວ(ເຫຼັ້ມດຽວກັນໜ້າ 280 ບັນທຶກໃນເອເຟໂຊ 6:12)

ດຣ.ມາຕິນລອຍໂຈນກໍເວົ້າຄືກັນ, ລາວກ່າວວ່າ“ໜື່ງໃນສາເຫດຫຼັກຂອງຄວາມປ່ວຍ(ບໍ່ດີ) ສະຖານະຂອງຄຣິສຕະຈັກປະຈຸບັນນີ້ຄືຄວາມຈິງທີ່ວ່າພະຍາມານຖືກລືມແລ້ວ...ຄຣິສຕະ ຈັກແມ່ນມືນເມົາແລະລົມໆແລງໆ,ນາງບໍ່ຮູ້ເຖິງຄວາມຂັດແຍ້ງທັງໝົດອີກຕໍ່ໄປ” (The Christian Warfare, The Banner of Truth Trust, 1976, pp. 292, 106).

ບໍ່ສົງໄສເລີຍທີ່ພວກແບັບຕິດໃຕ້ສູນເສຍ 200,000 ຄົນປີກາຍນີ້,ແລະປີນີ້ພວກ ເຂົາຈະເສຍຫຼາຍກວ່ານີ້ອີກ, ພວກທີ່ເອີ້ນວ່າພວກຂ່າວປະເສີດກໍາລັງແລ່ນໜີຈາກຄຣິສຕະ ຈັກຕ່າງໆໃນການຫຼັ່ງໄຫຼ,ພວກເຂົາຢ້ານພວກໄອຊິສ,ພວກເຂົາຢ້ານເລື່ອງວິວັດທະນາການ ເລື່ອງເພດສໍາພັນ,ພວກເຂົາຢ້ານປະເທດອີຣານ,ພວກເຂົາຢ້ານໂອບາມາ,ພວກເຂົາຢ້ານທຸກສິ່ງທຸກຢ່າງ! ແຕ່ພວກເຮົາບໍ່ຈໍາເປັນຕ້ອງຢ້ານຖ້າພວກເຮົາສວມເສື້ອໃນລິດອໍານາດຂອງ ພຣະຄຣິດ!

III. ສາມ ອັກຄະສາວົກເວົ້າເຖິງອາວຸດຂອງພວກເຮົາ.

ຂໍເຊີນຢືນຂື້ນໃນເວລາທີ່ຂ້າພະເຈົ້າອ່ານຂໍ້ 13-17

“ເຫດສະນັ້ນຈົ່ງຮັບອາວຸດທັງຊຸດຂອງພຣະເຈົ້າໄວ້ ເພື່ອທ່ານຈະໄດ້ຕໍ່ຕ້ານໃນວັນອັນຊົ່ວຮ້າຍນັ້ນແລະເມື່ອສຳເລັດແລ້ວຈະຢືນໝັ້ນໄດ້ ເຫດສະນັ້ນທ່ານຈົ່ງຢືນໝັ້ນ ເອົາຄວາມຈິງຮັດແອວ ເອົາຄວາມຊອບທຳເປັນເສື້ອ ປ້ອງກັນເອິກ ແລະເອົາຂ່າວປະເສີດແຫ່ງສັນຕິສຸກ ຊຶ່ງເປັນເຫດໃຫ້ເກີດຄວາມພ້ອມມາສວມເປັນເກີບ ແລະພ້ອມກັບສິ່ງທັງໝົດນີ້ ຈົ່ງເອົາຄວາມເຊື່ອເປັນໂລ້ ດ້ວຍໂລ້ນັ້ນທ່ານຈະໄດ້ດັບລູກສອນໄຟຂອງຜູ້ຊົ່ວຮ້າຍນັ້ນໄດ້ ຈົ່ງເອົາຄວາມລອດພົ້ນເປັນໝວກເຫລັກປ້ອງກັນຫົວແລະຈົ່ງຖືດາບຂອງພຣະວິນຍານ ຄືພຣະຄໍາຂອງພຣະເຈົ້າ”(ເອເຟໂຊ 6:13-17)

ຂໍເຊີນນັ່ງລົງ.

ສັງເກດທີ່ອັກຄະສາວົກເວົ້າວ່າ“ຈົ່ງສວມອາວຸດທັງຊຸດຂອງພຣະເຈົ້າ”-ບໍ່ແມ່ນຈົ່ງ ເຮັດແຕ່ແມ່ນຈົ່ງສວມ,ອາວຸດທຸກຢ່າງແມ່ນເອົາລ້າໆໄດ້, ດຣ.ແມັກກີ້ໄດ້ກ່າວວ່າ“ອາວຸດທຸກ ຢ່າງແມ່ນເວົ້າເຖິງພຣະຄຣິດ” ພຣະອົງຊົງເປັນຄວາມຈິງ(ຂໍ້ 14ກ),ພຣະອົງຊົງເປັນຄວາມ ຊອບທໍາຂອງເຮົາ(ຂໍ້ 14ຂ),ພຣະອົງຊົງນໍາບາດກ້າວຂອງເຮົາໃນທາງແຫ່ງຄວາມຊອບທໍາ (ຂໍ້ 15),ພຣະອົງເປັນໂລ້ຂອງເຮົາ,ພຣະອົງຊົງເປັນໝວກແຫ່ງຄວາມລອດຂອງເຮົາ(ຂໍ້ 16) ສິ່ງເຫຼົ່ານີ້ທັງໝົດຄືການປ້ອງກັນ, ເລື່ອງນີ້ບອກເຮົາວ່າພຣະຄຣິດຊົງເປັນເກາະປ້ອງກັນ ຂອງເຮົາ,ເມື່ອທ່ານວາງໃຈໃນພຣະອົງທ່ານກໍໄດ້ຮັບຄວາມລອດ, ພຣະຄຣິດຊົງສວມທ່ານ ດ້ວຍການປ້ອງກັນເຫຼົ່ານີ້ແລະພຣະຄຣິດຊົງສວມເສື້ອໃຫ້ທ່ານດ້ວຍການປ້ອງກັນເຫຼົ່ານີ້ໃນ ຂະນະທີ່ທ່ານອາໄສຢູ່ໃນພຣະພັກຂອງພຣະອົງ.

ຫຼັງຈາກນັ້ນອັກຄະສາວົກກ່າວວ່າຈົ່ງຖື“ດາບຂອງພຣະວິນຍານຊື່ງຄືພຣະຄໍາຂອງ ພຣະເຈົ້າ”(ຂໍ້ 17),ນີ້ແລະຄືເຫດຜົນທີ່ວ່າເປັນຫຍັງພວກທ່ານຈື່ງຕ້ອງສຶກສາພຣະຄໍາພີແລະ ທ່ອງຈໍາໃຫ້ຫຼາຍເທົ່າທີ່ຈະເຮັດໄດ້, ເຄີຍມີຊ່ວງເວລາຕ່າງໆໃນຊີວິດຂອງຂ້າພະເຈົ້າເມື່ອຂໍ້ທີ່ ຂ້າພະເຈົ້າທ່ອງຈໍາດົນມາແລ້ວໄດ້ກັບມາຫາຂ້າພະເຈົ້າແລະຊ່ວຍໃຫ້ຂ້າພະເຈົ້າເອົາຊະນະຊາຕານໄດ້, ຂ້າພະເຈົ້າຈະບໍ່ມີວັນລືມຄໍ່າຄືນເມື່ອປະໂຫຍກຄໍາວ່າ“ພຣະອົງຊົງບັນດານໃຫ້ເຮົາເປັນທີ່ພໍພຣະໄທ ໃນຜູ້ຊົງເປັນທີ່ຮັກຂອງພຣະອົງ”(ເອເຟໂຊ 1:6),ໄດ້ມາຫາຂ້າພະເຈົ້າ ແລະຊ່ວຍຂ້າພະເຈົ້າໃຫ້ພົ້ນຈາກຄວາມໝົດຫວັງຢ່າງສິ້ນເຊີງ,ແຮງເຮົາທ່ອງຈໍາຂໍ້ພຣະຄໍາພີຫຼາຍເທົ່າໃດພວກທ່ານກໍຈະຮູ້ວ່າດາບຂອງພຣະວິນຍານຄືພຣະຄໍາຂອງພຣະເຈົ້າ,ຂໍ້ພຣະ ຄໍາພີທີ່ເປັນຊີວິດຂອງຂ້າພະເຈົ້າຄືຟີລິບປອຍ 4:13

“ຂ້າພະເຈົ້າກະທໍາທຸກສິ່ງໄດ້ໂດຍພຣະຄຣິດຜູ້ຊົງເສີມກໍາລັງຂ້າພະເຈົ້າ”

ຫຼາຍກວ່າຫ້າສິບປີທີ່ຂໍ້ນັ້ນເປັນດາບຂອງຂ້າພະເຈົ້າຕໍ່ສູ້ກັບຄວາມຢ້ານແລະຄວາມອ່ອນແອ,ເພງສັນລະເສີນບົດທີ່ຊາວເຈັດກໍເປັນດາບຂອງຂ້າພະເຈົ້າຫຼາຍຕໍ່ຫຼາຍເທື່ອເມື່ອຂ້າພະເຈົ້າຢູ່ໃນສະຖານະການທີ່ໝົດຫວັງ,ໂດຍສະເພາະແມ່ນສອງຂໍ້ສຸດທ້າຍ, ພວກທ່ານຄວນທ່ອງຈໍາ ມັນ,ມັນຈະຊ່ວຍທ່ານໃນການຕໍ່ສູ້ເລື່ອງຄວາມເຊື່ອ.

IV. ສີ່ ອັກຄະສາວົກເວົ້າເຖິງຄັ້ງສຸດທ້າຍຂອງການຕໍ່ສູ້ຂອງນັກຮົບ.

ຂໍເຊີນຢືນຂື້ນໃນຂະນະທີ່ຂ້າພະເຈົ້າອ່ານຂໍ້ 18 ແລະ 19:

“ຈົ່ງອະທິຖານອ້ອນວອນທຸກຢ່າງແລະຈົ່ງຂໍໂດຍພຣະວິນຍານທຸກເວລາ ທັງນີ້ຈົ່ງລະວັງຕົວດ້ວຍຄວາມພຽນທຸກຢ່າງ ຈົ່ງອະທິຖານເພື່ອສິດທິຊົນທຸກຄົນ ແລະອະທິຖານເພື່ອຂ້າພະເຈົ້າດ້ວຍ ເພື່ອຈະຊົງປະທານໃຫ້ຂ້າພະເຈົ້າມີຄຳເວົ້າແລະເກີດໃຈກ້າປະກາດເຖິງຂໍ້ເລິກລັບແຫ່ງຂ່າວປະເສີດໄດ້” (ເອເຟໂຊ 6:18-19)

ຂໍເຊີນນັ່ງລົງ.

ຂ້າພະເຈົ້າຈື່ບາງສິ່ງບາງຢ່າງທີ່ລີໂອນາດເຣແວນຮິວໄດ້ກ່າວໄວ້,ຂ້າພະເຈົ້າບໍ່ຈື່ວ່າລາວເວົ້າມັນຢູ່ໃສແຕ່ມັນຍັງຢູ່ໃນໃຈຂອງຂ້າພະເຈົ້າຢູ່,ເຣແວນຮິວເວົ້າວ່າ “ການອະທິຖານ ຄືການສູ້ຮົບ”ມັນບໍ່ແມ່ນວ່າການອະທິຖານກຽມເຮົາເພື່ອການສູ້ຮົບ,ບໍ່ແມ່ນ! ການອະທິຖານ ຄືການສູ້ຮົບ! ດຣ.ເມີຣິລເອັຟອັງເກີເປັນສາສະດາຈານທີ່ຍາວນານຢູ່ໃນໂຮງຮຽນພຣະຄໍາພີດາລັສລາວຂຽນໜັງສືເດັ່ນອັນໜື່ງທີ່ເອີ້ນວ່າການສຶກສາກ່ຽວກັບຜີປີສາດທາງພຣະຄໍາພີ (Kregel Publications, 1994 reprint),ຂ້າພະເຈົ້າໄດ້ຍິນນັກເທດເນື້ອໜັງບາງຄົນເວົ້າວ່າມັນເປັນໜັງສື ທີ່ອັນຕະລາຍ,ຂ້າພະເຈົ້າຄິດວ່ານັກເທດພວກນັ້ນທີ່ເປັນຄົນອັນຕະລາຍ! ພວກເຂົາເທດສະ ໜາໄດ້ແນວໃດໂດຍປາສະຈາກການຮູ້ຈັກເລື່ອງຜີປີສາດ,ພຣະວິນຍານບໍລິສຸດແລະລິດອໍາ ນາດຂອງການອະທິຖານ? ບໍ່ສົງໄສເລີຍທີ່ 200,000 ຄົນແລ່ນອອກຈາກໂບດພວກແບັບ ຕິດໃຕ້ປີກາຍນີ້! ບໍ່ສົງໄສເລີຍທີ່ຄຣິສຕະຈັກແບັບຕິດອິດສະຫຼະຫຼາຍແຫ່ງກໍາລັງປິດການ ນະມັດສະການວັນອາທິດຕອນແລງລົງ! ບໍ່ສົງໄສເລີຍທີ່ຄຣິສຕະຈັກແບັບຕິດຂອງເຮົາຫຼາຍ ແຫ່ງສູນເສຍຄົນໜຸ່ມຂອງເຂົາໄປເຖິງ 88% ໄປຫາໂລກ! ນັກເທດຫຼາຍຄົນທີ່ບໍ່ຄິດກ່ຽວ ກັບພວກຜີປີສາດແລະລິດອໍານາດແຫ່ງການອະທິຖານ,ຄວາມຈິງແລ້ວບໍ່ສາມາດເຮັດຫຍັງ ຈັກຢ່າງເພື່ອຢຸດຢັ້ງພຶດຕິກໍາການປະຖີ້ມຄວາມເຊື່ອໃນຄຣິສຕະຈັກທັງຫຼາຍຂອງພວກເຮົາ,ແຕ່ນັກຄົ້ນຄວ້າພຣະຄໍາພີທີ່ມີຊື່ສຽງດຣ.ວິລເບີເອັມ.ສະມິດຕີລາຄາສູງໜັງສືຂອງອັງເກີໃນ ເລື່ອງການສຶກສາກ່ຽວກັບຜີປີສາດ, ດຣ.ສມິດໄດ້ກ່າວວ່າ“ຂ້າພະເຈົ້າຮູ້ສຶກ(ມັນ)ຄວນຈະຢູ່ ໃນມືຂອງຜູ້ຮັບໃຊ້ທຸກຄົນທີ່ປະກາດຂ່າວປະເສີດໃນປະຈຸບັນນີ້” (Introduction to Dr. Unger’s book, p. xi). ຂ້າພະເຈົ້າຄິດວ່າດຣ.ວິລເບີເອັມສມິດເວົ້າຖືກຢ່າງແນ່ນອນ, ຖ້າພວກ ທ່ານກໍາລັງອ່ານເລື່ອງນີ້ຫຼືກໍາລັງເບິ່ງຢູ່ເທິງເວັບໄຊຂອງເຮົາຂ້າພະເຈົ້າຂໍໜຸນໃຈໃຫ້ພວກ ທ່ານຊື້ໜັງສືຂອງອັງເກີແລະເອົາໃຫ້ສິດຍາພິບານທີ່ບໍ່ມີໜັງສືນີ້ສາ.

ດຣ.ອັງເກີເວົ້າຖືກວ່າ“ການຈັດຕຽມຂອງການອະທິຖານ(ໃນເອເຟໂຊ 6:18,19)ບໍ່ ໄດ້ຖືວ່າເປັນສ່ວນຂອງແຫຼ່ງຕ່າງໆຂອງນັກຮົບ...ຫຼືອາວຸດອື່ນໆ...ການອະທິຖານໃນເອເຟ ໂຊ 6 ເປັນຄວາມຂັດແຍ້ງທີ່ເກີດຂື້ນແທ້ຊື່ງສັດຕູ(ຊາຕານ)ຈະໝົດລິດ(ປາໄຊ)ແລະໄຊຊະ ນະບໍ່ພຽງແຕ່ໂຕເຮົາເອງເທົ່ານັ້ນແຕ່ຍັງໂດຍການຂໍຮ້ອງເພື່ອຄົນອື່ນເຊັ່ນກັນ” (ibid., p. 223; comments on Ephesians 6:19, 20; emphasis mine).

ນັກເທດຊາວອັງກິດຄົນໜື່ງທີ່ຊື່ວ່າພອລຄຸກໄດ້ຂຽນໄຟຈາກສະຫວັນ (Evangelical Press Books, 2009)ທຸກຄົນຄວນຈະອ່ານ,ລາວເວົ້າວ່າ“ພວກເຮົາຕ້ອງອະທິຖານແລ້ວອະທິ ຖານອີກເພື່ອການຕອບສະໜອງສົດໆຂອງພຣະວິນຍານບໍລິສຸດ...ໝາຍຄວາມວ່າພວກເຮົາຕ້ອງສືບຕໍ່ການອະທິຖານແລະການຮ້ອງຂໍ, ຄຣິສຕະຈັກຍຸກຕົ້ນພາກັນເຮັດແບບນີ້ແລະ ພວກເຮົາຕ້ອງເຮັດຄືກັນ, ວຽກທັງໝົດຂອງພຣະເຈົ້າຂື້ນກັບມັນ...ການເຈີມສົດໆ(ລິດອໍາ ນາດ)ຈາກພຣະວິນຍານບໍລິສຸດ...(ພວກເຮົາຕ້ອງ)ຮັກສາການສະແຫວງຫາການຕອບສະ ໜອງສົດແຫ່ງລິດອໍານາດຂອງພຣະວິນຍານບໍລິສຸດ” (Rev. Paul E. Cook, Fire From Heaven: Times of Extraordinary Revival, ibid., pp. 120, 121).

ນັ້ນແລະຄືສິ່ງຫຼັກໆທີ່ພວກທ່ານຄວນອະທິຖານເພື່ອທຸກໆມື້- ໂດຍສະເພາະແມ່ນ ເລື່ອງອົດອາຫານຂອງເຮົາໃນວັນເສົາ, ດຣ.ຈອນອາໄຣສ໌ໄດ້ກ່າວວ່າ“ລິດອໍານາດພຣະ ວິນຍານບໍລິສຸດໄດ້ມາຢູ່ໃນຄໍາຕອບຕໍ່ການອະທິຖານແລະອົດອາຫານ” (John R. Rice, D.D., Prayer: Asking and Receiving, Sword of the Lord Publishers, 1970, p. 225).

“ຈົ່ງອະທິຖານອ້ອນວອນທຸກຢ່າງແລະຈົ່ງຂໍໂດຍພຣະວິນຍານທຸກເວລາ ທັງນີ້ຈົ່ງລະວັງຕົວດ້ວຍຄວາມພຽນທຸກຢ່າງ ຈົ່ງອະທິຖານເພື່ອສິດທິຊົນທຸກຄົນ”(ເອເຟໂຊ 6:18)

ທ່ານເຫັນບໍວ່າການອະທິຖານຄືການສູ້ຮົບ, ຂ້າພະເຈົ້າຢາກໃຫ້ພວກທ່ານອະທິຖານຕາມ ລາຍລະອຽດແລະຕາມລາຍຊື່(ຖ້າເປັນໄປໄດ້)ສໍາຫຼັບຄົນທີ່ຍັງຫຼົງຫາຍຢູ່, ຂ້າພະເຈົ້າຢາກ ໃຫ້ພວກທ່ານອະທິຖານຂໍໃຫ້ພຣະວິນຍານບໍລິສຸດຊັກນໍາພວກເຂົາໃຫ້ເຂົ້າມາໃນຄຣິສຕະ ຈັກຂອງພວກເຮົາ,ເຮັດໃຫ້ຈິດໃຈເຂົາແຈ້ງຂື້ນເພື່ອທີ່ເຂົາຈະວາງໃຈໃນຂ່າວປະເສີດ,ເພື່ອສໍານຶກເຂົາເລື່ອງຄວາມບາບ, ເພື່ອຊັກນໍາເຂົາເຂົ້າຫາພຣະຄຣິດເພື່ອຊໍາລະລ້າງອອກຈາກ ຄວາມຜິດບາບໂດຍພຣະໂລຫິດອັນປະເສີດຂອງພຣະອົງ, ການອະທິຖານຄືການສູ້ຮົບ, ຂ້າພະເຈົ້າຍັງຢາກໃຫ້ພວກທ່ານອະທິຖານຂໍໃຫ້ພຣະເຈົ້າສະແດງໃຫ້ຂ້າພະເຈົ້າເຫັນວ່າຈະ ເທດສະໜາຫຍັງແດ່,ເພື່ອໃຫ້ພຣະເຈົ້າໃຊ້ຄໍາເທດສະໜາໃນໃຈຂອງຄົນທີ່ບໍ່ເຊື່ອ,ເພື່ອປະ ທານລິດອໍານາດໃນເວລາແຫ່ງການສາມັກຄີທໍາ, ໃນຄໍາອະທິຖານສາທາລະນະໃຫ້ແນ່ໃຈ ວ່າທ່ານໄດ້ເພີ່ມນໍ້າໜັກຂອງທ່ານຕອນທີ່ບາງຄົນກໍາລັງນໍາຢູ່, ໃຫ້ແນ່ໃຈທີ່ຈະຮັກສາໃຈ ຂອງທ່ານໃນສິ່ງຄົນກໍາລັງອະທິຖານ-ແລະເວົ້າວ່າ“ເອແມນ”ໃນຕອນຈົບຂອງການຂໍຮ້ອງ ແຕ່ລະເທື່ອ, ເຊັ່ນດຽວກັນໃຫ້ແນ່ໃຈທີ່ຈະອະທິຖານຫຼາຍໆເທື່ອໃນຊ່ວງຂອງການອົດອາ ຫານໃນມື້ວັນເສົາ, ຢູ່ນີ້ຂ້າພະເຈົ້າກໍາລັງຈະເອົາຄໍາອະທິຖານພື້ນຖານໃຫ້ທ່ານອີກສໍາຫຼັບ ມື້ວັນເສົາໃນເວລາທີ່ທ່ານກໍາລັງອົດອາຫານຢູ່, ເອແມນ ພວກທ່ານຄືນັກຮົບອະທິຖານໃນ ການສູ້ຮົບກັບຊາຕານ! ພວກທ່ານຄືຜູ້ຍິ່ງໃຫຍ່! ຂໍພຣະເຈົ້າອວຍພອນ!

ຂ້າພະເຈົ້າບໍ່ສາມາດຈົບໂດຍປາສະຈາການເວົ້າສອງສາມຄໍາຕໍ່ຜູ້ທີ່ຍັງບໍ່ຫຼົງຫາຍຢູ່ ວ່າພຣະເຢຊູຊົງຕາຍເທິງໄມ້ກາງແຂນເພື່ອຊ່ວຍຄົນບາບໃຫ້ພົ້ນຈາກພຣະພິໂລດຂອງພຣະເຈົ້າ, ພຣະເຢຊູຊົງຟື້ນຂື້ນຈາກຕາຍເພື່ອມອບການເກີດໃໝ່ແລະຊີວິດຕະຫຼອດໄປເປັນ ນິດໃຫ້ແກ່ຄົນບາບ, ແຕ່ສິ່ງເຫຼົ່ານີ້ຈະບໍ່ເກີດເປັນຈິງແກ່ພວກທ່ານຖ້າປາສະຈາກວຽກຂອງ ພຣະວິນຍານບໍລິສຸດ.

ເຫດສັນນັ້ນທັງອາທິດເມື່ອເຮົາອະທິຖານ,ຈົ່ງອະທິຖານຂໍເຂົ້າຈີ່ເພື່ອຄົນບາບ,ຈົ່ງອະທິຖານຂໍໃຫ້ພຣະເຈົ້າສົ່ງພຣະວິນຍານບໍລິສຸດລົງມາໃນການນະມັດສະການຂອງພວກເຮົາ ເພື່ອສ່ອງແສງຈິດໃຈທີ່ມືດມົວຂອງເຂົາແລະເພື່ອເຮັດໃຫ້ເຂົາຮູ້ສຶກອາຍເຖິງເລື່ອງຄວາມ ບາບຂອງເຂົາ,ແລະເພື່ອໃຫ້ເຂົາເຂົ້າໃຈເຖິງຄວາມຕ້ອງການພຣະເຢຊູຄຣິດເຈົ້າ! ຕອນນີ້ຂໍ ໃຫ້ເຮົາເບິ່ງໃນລູກາ 11:13 ມັນຢູ່ໃນໜ້າທີ່ 1090 ຂອງພຣະຄໍາພີສະກໍຟິວສຶກສາ,ຂໍເຊີນ ຢືນຂື້ນໃນຂະນະທີ່ຂ້າພະເຈົ້າກໍາລັງອ່ານ:

“ເພາະສະນັ້ນຖ້າທ່ານທັງຫລາຍເອງຜູ້ເປັນຄົນຊົ່ວຍັງຮູ້ຈັກໃຫ້ຂອງດີແກ່ລູກຂອງຕົນ ຫຼາຍກວ່ານັ້ນເທົ່າໃດພຣະບິດາຂອງທ່ານຜູ້ຊົງສະຖິດໃນສະຫວັນຈະຊົງປະທານພຣະວິນຍານບໍລິສຸດແກ່ຜູ້ທີ່ຂໍຕໍ່ພຣະອົງ” (ລູກາ 11:13)

ນີ້ແມ່ນລາຍການສິ່ງຕ່າງໆທີ່ຈະອະທິຖານສໍາຫຼັບອາທິດນີ້,ໂດຍສະເພາະແມ່ນມື້ວັນເສົາ


1.   ຈົ່ງເຮັດໃຫ້ການອົດອາຫານເປັນຄວາມລັບ(ເທົ່າທີ່ຈະເປັນໄປໄດ້),ຢ່າໄປໆ ມາໆບອກຜູ້ຄົນວ່າເຮົາກໍາລັງອົດອາຫານຢູ່.

2.   ຈົ່ງໃຊ້ເວລາອ່ານພຣະຄໍາພີ,ອ່ານບາງສ່ວນຂອງໜັງສືກິດຈະການ(ດີແທ້ ແມ່ນບົດທໍາອິດ).

3.   ທ່ອງຈໍາ ອິດສະຢາ 58:6 ໃນຊ່ວງການອົດອາຫານໃນມື້ວັນເສົາ.

4.   ອະທິຖານຂໍພຣະເຈົ້າໃຫ້ມີຄົນໃຫມ່ສິບຄົນຫຼືຫຼາຍກວ່ານັ້ນທີ່ຈະຢູ່ກັບເຮົາ.

5.   ອະທິຖານເພື່ອການສໍານຶກຂອງຄົນໜຸ່ມທີ່ບໍ່ເຊື່ອ, ອະທິຖານຂໍໃຫ້ພຣະເຈົ້າ ເຮັດກັບເຂົາໃນສິ່ງທີ່ພຣະອົງກ່າວໄວ້ໃນອິດສະຢາ 58:6.

6.   ອະທິຖານເພື່ອໃຫ້ຜູ້ມາຢ້ຽມຄັ້ງທໍາອິດໃນມື້ນີ້(ວັນອາທິດ)ທີ່ຈະຖືກຊັກນໍາ ໃຫ້ມາອີກໃນອາທິດໜ້າ,ອະທິຖານລະບຸຊື່ຖ້າເປັນໄປໄດ້.

7.   ຈົ່ງອະທິຖານເພື່ອຂໍໃຫ້ພຣະເຈົ້າສໍາແດງໃຫ້ຂ້າພະເຈົ້າເຫັນວ່າຈະເທດສະ ໜາແນວໃດແດ່ອາທິດໜ້ານີ້-ທັງຕອນເຊົ້າແລະຕອນແລງ.

8.   ຈົ່ງດື່ມນໍ້າຫຼາຍໆ,ປະມານຈອກໜື່ງທຸກໆຊົ່ວໂມງ,ທ່ານສາມາດດື່ມກາແຟ ຈອກໃຫຍ່ໆໄດ້ໃນຕອນຕົ້ນຖ້າຫາກທ່ານລື້ງກິນມັນທຸກມື້,ຢ່າດື່ມນໍ້າຫວານ ນໍ້າຊູກໍາລັງແລະນໍ້າອື່ນໆ.

9.   ຈົ່ງໄປຫາໝໍກ່ອນອົດອາຫານຖ້າຫາກທ່ານມີຄໍາຖາມອັນໃດກ່ຽວກັບສຸຂະ ພາບ(ໃຫ້ໄປຫາດຣ.ໄຄຣ້ທັນແຊນຫຼື ດຣ.ຈູດິດເຄແກນຢູ່ຄຣິສຕະຈັກຂອງ ເຮົາ) ຢ່າອົດອາຫານຖ້າທ່ານຫາກມີພະຍາດຮ້າຍແຮງເຊັ່ນເບົາຫວານ ຫຼື ຄວາມດັນເລືອດສູງ,ຈົ່ງໃຊ້ວັນເສົາເພື່ອອະທິຖານຕາມຂໍ້ພວກນີ້ກໍພໍ.

10. ເລີ່ມຕົ້ນການອົດອາຫານຂອງທ່ານຫຼັງຈາກອາຫານແລງໃນມື້ວັນສຸກ,ຢ່າ ກິນຫຍັງອີກຫຼັງຈາກອາຫານແລງວັນສຸກຈົນກວ່າທີ່ພວກເຮົາຈະກິນເຂົ້ານໍາ ກັນຢູ່ໂບດເວລາ 5:30 ໃນຕອນແລງວັນເສົາ.

11. ຈົ່ງຈື່ໄວ້ວ່າສິ່ງທີ່ສໍາຄັນທີ່ສຸດທີ່ຈະອະທິຖານເພື່ອຄືຄົນໜຸ່ມທີ່ຍັງບໍ່ເຊື່ອຢູ່ ໃນໂບດຂອງເຮົາໃຫ້ຮັບເຊື່ອ-ແລະເຊັ່ນກັນເພື່ອຄົນໜຸ່ມໃໝ່ທີ່ກໍາລັງມາໃນ ຊ່ວງເວລານີ້ໃຫ້ຢູ່ກັບພວກເຮົາຕະຫຼອດໄປ.

ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາບອກເພີ່ນນຳວ່າເຮົາຂຽນມາຈາກປະເທດໃດ,ອີເມວຂອງດຣ. ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາ ດຣ. ໄຮເມີ ເປັນພາສາໃດກໍໄດ້, ແຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ເອເຟໂຊ 6:10-19
ບັນເລງເພງກ່ອນເທດສະໜາໂດຍ ທ້າວເບັນຈາມິນຄິນເຄດກຣິຟຟິດ:
“I Am Praying For You” (S. O’Malley Clough, 1837-1910).

ໂຄງຮ່າງບົດເທດສະໜາ

ນັກຮົບອະທິຖານເພື່ອການສູ້ຮົບຂອງປະຈຸບັນນີ້

PRAYER WARRIORS FOR TODAY’S BATTLE!

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.

“ພີ່ນ້ອງທັງຫລາຍຂອງຂ້າພະເຈົ້າ ສຸດທ້າຍນີ້ຂໍທ່ານຈົ່ງມີກຳລັງຂຶ້ນໃນອົງພຣະຜູ້ເປັນເຈົ້າ ແລະໃນລິດເດດອັນຊົງລິດຂອງພຣະອົງ ຈົ່ງສວມຍຸດທະພັນທັງຊຸດຂອງພຣະເຈົ້າເພື່ອຈະຕໍ່ຕ້ານອຸບາຍຂອງພະຍາມານໄດ້ ເພາະວ່າເຮົາບໍ່ໄດ້ຕໍ່ສູ້ກັບເນື້ອໜັງແລະເລືອດແຕ່ຕໍ່ສູ້ກັບເທບຜູ້ຄອບຄອງ ອໍານາດຕ່າງໆ ຜູ້ຄອງໂລກແຫ່ງຄວາມມືດຂອງໂລກນີ້ ຕໍ່ສູ້ກັບເຫລົ່າວິນຍານທີ່ຊົ່ວໃນສະຖານຟ້າອາກາດ”(ເອເຟໂຊ 6:10-12)

I.    ໜື່ງ ອັກຄະສາວົກເວົ້າເຖິງເລື່ອງການຕໍ່ສູ້ຝ່າຍວິນຍານ ເອເຟໂຊ 6:10.

II.   ສອງອັກຄະສາວົກເວົ້າເຖິງສັດຕູຕ່າງໆຂອງພວກເຮົາ ເອເຟໂຊ 6:12.

III.  ສາມ ອັກຄະສາວົກເວົ້າເຖິງອາວຸດຂອງພວກເຮົາ ເອເຟໂຊ 6:13-17; 1:6; ຟີລິບປອຍ 4:13.

IV.  ສີ່ ອັກຄະສາວົກເວົ້າເຖິງຄັ້ງສຸດທ້າຍຂອງການຕໍ່ສູ້ຂອງນັກຮົບ
ເອເຟໂຊ 6:18,19; ລູກາ 11:13.