Print Sermon

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 215 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 36 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຈົ່ງຂໍເຂົ້າຈີ່ເພື່ອຄົນບາບ

ASKING BREAD FOR SINNERS
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 2/8/2015
A sermon preached at the Baptist Tabernacle of Los Angeles
Lord's Day Evening, August 2, 2015

“ເພາະສະນັ້ນຖ້າທ່ານທັງຫລາຍເອງຜູ້ເປັນຄົນຊົ່ວຍັງຮູ້ຈັກໃຫ້ຂອງດີແກ່ລູກຂອງຕົນ ຫຼາຍກວ່ານັ້ນເທົ່າໃດພຣະບິດາຂອງທ່ານຜູ້ຊົງສະຖິດໃນສະຫວັນຈະຊົງປະທານພຣະວິນຍານບໍລິສຸດແກ່ຜູ້ທີ່ຂໍຕໍ່ພຣະອົງ” (ລູກາ 11:13)


ຄໍາອຸປະມາຄືເລື່ອງລາວໜື່ງທີ່ອະທິບາຍພາບປະກອບຄວາມຈິງຝ່າຍວິນຍານ,ຄໍາອຸປະມານີ້ແມ່ນເລື່ອງລາວທີ່ທໍາມະດາຫຼາຍ,ໜື່ງໃນພວກສາວົກໄດ້ເວົ້າວ່າ “ພຣະອົງເຈົ້າຂ້າຂໍ ສອນພວກເຮົາໃຫ້ອະທິຖານແດ່”(ລູກາ 11:1),ພຣະເຢຊູຈື່ງເອົາຄໍາອະທິຖານຂອງອົງພຣະ ຜູ້ເປັນເຈົ້າໃຫ້ເຂົາ(ພຣະບິດາຂອງເຮົາ), ມັນເປັນຄໍາອະທິຖານອັນໜື່ງທີ່ຂ້າພະເຈົ້າໄດ້ອະທິ ຖານຢ່າງໜ້ອຍມື້ລະເທື່ອຕະຫຼອດຊີວິດຂອງຕົນ,ຫຼັງຈາກນັ້ນພຣະເຢຊູກໍໄດ້ເອົາຄໍາອຸປະມາເລື່ອງນ້ອຍໆນີ້ໃຫ້ແກ່ເຂົາ.

ພຣະຄຣິດຊົງເວົ້າເຖິງຜູ້ຊາຍຄົນໜື່ງທີ່ໝູ່ຂອງລາວໄດ້ມາຫາລາວຕອນທ່ຽງຄືນ,ແຕ່ຜູ້ຊາຍຄົນນີ້ບໍ່ມີເຂົ້າຈີ່, ດັ່ງນັ້ນລາວຈື່ງໄປຫາເພື່ອນບ້ານຂອງລາວເພື່ອຂໍເຂົ້າຈີ່ສາມກ້ອນ, ລາວບອກກັບເພື່ອນບ້ານຂອງລາວວ່າມີໝູ່ຄົນໜື່ງເດີນທາງຈາກທາງໄກມາຫາລາວຢູ່ເຮືອນ“ແລະຂ້ອຍບໍ່ມີອັນໃດຈະໃຫ້ລາວກິນ”ເພື່ອນບ້ານຄົນນັ້ນກໍບອກໃຫ້ລາວກັບໄປສາ ລາວກັບ ລູກຂອງລາວໄດ້ພາກັນນອນໝົດແລ້ວ, ແຕ່ຊາຍທີ່ຢູ່ຂ້າງນອກກໍຍັງສືບຕໍ່ເຄາະປະຕູ,ສຸດ ທ້າຍເພື່ອນບ້ານຄົນນັ້ນກໍໄດ້ເປີດປະຕູແລ້ວເອົາເຂົ້າຈີ່ໃຫ້ຕາມທີ່ລາວຕ້ອງການ.

ຫຼັງຈາກນັ້ນພຣະເຢຊູກໍໄດ້ໃຫ້ປະເດັ່ນສໍາຄັນຂອງຄໍາອຸປະມານີ້,ສິ່ງທີ່ຜູ້ຄົນເຄີຍເອີ້ນວ່າ“ບົດຮຽນສອນໃຈ”ຂອງເລື່ອງ,ເຫດຜົນທີ່ບອກກໍຄື:

“ເຮົາບອກທ່ານທັງຫລາຍວ່າຈົ່ງຂໍແລ້ວຈະໄດ້ ຈົ່ງຫາແລ້ວຈະພົບຈົ່ງເຄາະແລ້ວຈະເປີດໃຫ້ແກ່ທ່ານ”(ລູກາ 11:9)

ພາສາກຣີກເດີມກ່ຽວຂ້ອງກັບການຂໍຮ້ອງໄປເລື່ອຍໆ,ການສະແຫວງຫາ,ການເຄາະ, ດຣ. ຈອນອາໄຣສ໌ໄດ້ກ່າວວ່າຂໍ້ນີ້ສາມາດແປໄດ້ວ່າ “ຈົ່ງສືບຕໍ່ຂໍ,ແລະຈະຊົງປະທານໃຫ້ແກ່ທ່ານ ຈົ່ງສືບຕໍ່ເຄາະແລະຈະຊົງເປີດໃຫ້ແກ່ທ່ານ” (Prayer: Asking and Receiving, Sword of the Lord Publishers, 1970 edition, p. 94).

ຈາກນັ້ນຄໍາອຸປະມານີ້ກໍມີປະເດັ່ນສໍາຄັນທີ່ສອງ, ຜູ້ຊາຍຄົນນີ້ກໍາລັງຂໍ“ເຂົ້າຈີ່” ຕອນ ທີ່ລາວເຄາະປະຕູຢູ່, ແມ່ນຫຍັງຄື“ເຂົ້າຈີ່”ນີ້? ຂໍ້ສິບສາມຄືຄໍາຕອບ“ຫຼາຍກວ່ານັ້ນເທົ່າໃດ ພຣະບິດາຂອງທ່ານຜູ້ຊົງສະຖິດໃນສະຫວັນຈະຊົງປະທານພຣະວິນຍານບໍລິສຸດແກ່ຜູ້ທີ່ຂໍຕໍ່ພຣະອົງ” ຂ້າພະເຈົ້າຮູ້ດີວ່າມີການປະຍຸກໃຊ້ຫຼາຍຢ່າງ,ແຕ່ຂ້າພະເຈົ້າຖືກໂນ້ມນ້າວທີ່ວ່າປະ ເດັ່ນຫຼັກກໍຄື-ພວກເຮົາຕ້ອງຂໍ, ຊອກແລະເຄາະເພື່ອໃຫ້ພຣະເຈົ້າປະທານພຣະວິນຍານບໍລິ ສຸດໃຫ້ກັບຄົນບາບ,ສ່ອງແສງແກ່ພວກເຂົາ,ເພື່ອໂນ້ມນ້າວເຂົາເລື່ອງບາບ, ເພື່ອຊັກນໍາໃຫ້ ເຂົາມາຫາພຣະຄຣິດ, ສະນັ້ນຂ້າພະເຈົ້າເຊື່ອວ່າ“ເຂົ້າຈີ່”ທີ່ຢູ່ໃນຄໍາອຸປະມາເວົ້າເຖິງພຣະວິນ ຍານ,ໃນຂໍ້ຫົກຜູ້ຊາຍທີ່ຂໍເຂົ້າຈີ່ເວົ້າວ່າ “ເພາະໝູ່ຂອງຂ້ອຍຄົນໜຶ່ງຫາກໍ່ເດີນທາງມາຫາຂ້ອຍແລະຂ້ອຍບໍ່ມີອັນໃດຈະໃຫ້ລາວກິນ” ຖ້າບໍ່ມີການສະຖິດຢູ່ນໍາຂອງພຣະວິນຍານບໍລິ ສຸດພວກເຮົາກໍບໍ່ມີອັນໃດໃຫ້ກັບຄົນບາບທີ່ມານະມັດສະການກັບພວກເຮົາ.

ຂ້າພະເຈົ້າຈື່ໄດ້ວ່າມີຫຼາຍເທື່ອເມື່ອຂ້າພະເຈົ້າໄດ້ກຽມຄໍາເທດສະໜາດ້ວຍຄວາມ ລະມັດລະວັງ, ແຕ່ເມື່ອຂື້ນໄປເທິງທໍາມາດມັນເບິ່ງຄືວ່າຂ້າພະເຈົ້າກໍາລັງເປົ່າລົມອອກຈາກ ປາກຂອງຕົນເອງເທົ່ານັ້ນ! ບົດເທດມີຫຼັກການທີ່ດີ,ແລະສາມາດເປັນຕົວຊ່ວຍຄົນບາບໄດ້, ແຕ່ບໍ່ມີລິດອໍານາດໃນນັ້ນເລີຍ, ບໍ່ມີຜູ້ໃດໄດ້ຮັບພຣະພອນ, ນັກເທດບາງຄົນໃນຍຸກສຸດ ທ້າຍບໍ່ເຂົ້າໃຈວ່າຂ້າພະເຈົ້າກໍາລັງເວົ້າເຖິງຫຍັງ, ພວກເຂົາບໍ່ເຄີຍປະສົບກັບຄວາມແຕກ ຕ່າງໃດໆເລີຍຕອນທີ່ເຂົາເທດ, ນີ້ແມ່ນເລື່ອງທີ່ໜ້າເສົ້່າເພາະມັນໝາຍຄວາມວ່າເຂົາບໍ່ຮູ້ຈັກ ເລື່ອງຂອງພຣະວິນຍານບໍລິສຸດຢ່າງສີ້ນເຊີງ, ພວກເຂົາບໍ່ສາມາດແມ່ນແຕ່ບອກວ່າພຣະວິນ ຍານຂອງພຣະເຈົ້າຊົງສະຖິດຢູ່ຕອນທີ່ເຂົາເທດສະໜາຫຼືບໍ.

ມີຢູ່ຄັ້ງໜື່ງທີ່ຂ້າພະເຈົ້າໄດ້ພາພໍ່ໄປຟັງຄໍາເທດສະໜາຂອງນັກເທດທີ່ມີຊື່ສຽງຄົນ ໜື່ງທີ່ມາຈາກຖະໜົນ Bourbon ຢູ່ໃນນິວອໍລີນ,ຜູ້ຄົນເຄີຍບອກຂ້າພະເຈົ້າວ່າຜູ້ຊາຍຄົນນີ້ສາ ມາດນໍາວິນຍານພໍ່ຂ້າພະເຈົ້າໄດ້ເພາະລາວເວົ້າເລື່ອງຕະຫຼົກຊື່ງເປັນສາເຫດໃຫ້ຜູ້ຊາຍໄວ ກາງຄົນຟັງ-ແລະຕອບຮັບຕໍ່ຂ່າວປະເສີດ, ມັນຄືຄັ້ງດຽວເທົ່ານັ້ນທີ່ຂ້າພະເຈົ້າໄປໂບດກັບພໍ່ ຂອງຕົນ, ນັກເທດທີ່ມາຈາກຖະໜົນ Bourbon ໄດ້ຢືນຂື້ນແລ້ວເລີ່ມເວົ້າເລື່ອງຕະຫຼົກ,ລາວ ເກັ່ງຫຼາຍໃນເລື່ອງພວກນີ້,ດີຫຼາຍແທ້ໆ! ຊ່ວງຕອນຈົບຂອງລາວລາວເວົ້າປະໂຫຍກໜື່ງຫຼື ສອງປະໂຫຍກກ່ຽວກັບຄວາມລອດ, ຫຼັງຈາກນັ້ນລາວກໍມີການເຊື້ອເຊີນ-ເພື່ອໃຫ້ອອກໄປ ຂ້າງໜ້າແລ້ວຮັບຄວາມລອດ,ພໍ່ຂອງຂ້າພະເຈົ້າບໍ່ໄດ້ອອກໄປ, ຫຼັງຈາກນັ້ນເມື່ອພວກເຮົາຢູ່ ໃນລົດຂ້າພະເຈົ້າກໍຖາມລາວວ່າລາວຄິດແນວໃດແດ່,ພໍ່ຂອງຂ້າພະເຈົ້າບອກວ່າ“ລາວບໍ່ເກັ່ງ ເທົ່າກັບບັອບໂຮບ”(ສໍາຫຼັບພວກທ່ານທີ່ຍັງໜຸ່ມ-ບັອບໂຮບຄືນັກຕະຫຼົກທີ່ມີຊື່ສຽງທີ່ມັກເວົ້າ ເລື່ອງຕະຫຼົກ)ພໍ່ພຽງແຕ່ເວົ້າວ່າ“ລາວບໍ່ເກັ່ງເທົ່າກັບບັອບໂຮບ”

ທີ່ປະຊຸມພາກັນຫົວແຕ່ຕົ້ນຈົນຈົບຄໍາເທດສະໜາຂອງນັດເທດທີ່ມາຈາກຖະໜົນເບີບອນ, ຂ້າພະເຈົ້າແນ່ໃຈວ່າລາວຕ້ອງຄິດວ່າມັນຄືຄວາມສໍາເລັດອັນຍິ່ງໃຫຍ່,ແຕ່ພຣະວິນ ຍານບໍລິສຸດບໍ່ໄດ້ຢູ່ຫັນ! ບໍ່ອີກເລີຍ! ຂ້າພະເຈົ້າຮູ້ຈັກໃນຕອນນັ້ນແລະຮູ້ຈັກຕອນນີ້,ພໍ່ຂອງ ຂ້າພະເຈົ້າໄປເພາະຂ້າພະເຈົ້າໄດ້ຂໍຮ້ອງເພີ່ນ,ແມ່ນພໍ່ມານໍາ- ແຕ່ພຣະວິນຍານບໍລິສຸດບໍ່ໄດ້ ມານໍາ!ພໍ່ຂອງຂ້າພະເຈົ້າຄືຄົນໜື່ງທີ່ຫຼົງຫາຍ-ແຕ່ບໍ່ມີ “ເຂົ້າຈີ່” ສໍາຫຼັບລາວຢູ່ຄຣິສຕະຈັກ ນັ້ນຊື່ງຢູ່ໃກ້ໆກັບດາວນີ.

“ເພາະເພື່ອນຂອງຂ້ອຍຄົນໜຶ່ງຫາກໍ່ເດີນທາງມາຫາຂ້ອຍແລະຂ້ອຍບໍ່ມີອັນໃດຈະໃຫ້ລາວກິນ”(ລູກາ 11:6)

ຖ້າຂ້າພະເຈົ້າຢືນເທດສະໜາຢູ່ນີ້ແລະພຣະວິນຍານບໍ່ໄດ້ຢູ່ໃນນີ້, ກໍບໍ່ໄດ້ຊ່ວຍຫຍັງ ໃຜເລີຍ,ຈະບໍ່ມີໃຜໄດ້ຮັບຄວາມລອດເລີຍ,ຈະບໍ່ມີໃຜກາຍມາເປັນສາວົກຂອງພຣະເຢຊູ,ນີ້ຄືເຫດຜົນທີ່ວ່າເປັນຫຍັງຂ້າພະເຈົ້າຈື່ງອະທິຖານເພື່ອທຸກປະໂຫຍກແລະທຸກວັກຕອນໃນຂະ ນະທີ່ກຽມບົດເທດນີ້, ນັ້ນແລະທີ່ວ່າເປັນຫຍັງຂ້າພະເຈົ້າຈື່ງຂໍໃຫ້ພວກທ່ານອະທິຖານເພື່ອ ບົດເທດທັງສາມບົດໃນການປະຊຸມອະທິຖານຂອງພວກເຮົາ,ນັ້ນແລະທີ່ວ່າເປັນຫຍັງພວກ ເຮົາຈື່ງຂໍນັກຮົບອະທິຖານສອງຄົນໃຫ້ອະທິຖານພ້ອມກັນຢູ່ອີກຫ້ອງໜື່ງໃນຂະນະທີ່ຂ້າພະ ເຈົ້າກໍາລັງເທດສະໜາ,ບໍ່ດັ່ງນັ້ນພວກເຮົາກໍບໍ່ມີຫຍັງເອົາໃຫ້ຈາກທໍາມາດ-“ຂ້ອຍບໍ່ມີອັນໃດ ຈະໃຫ້(ພວກເຂົາ)ກິນ” ນັ້ນຄືສະພາບທີ່ໜ້າສະລົດໃຈຢູ່ໃນຄຣິສຕະຈັກຫຼາຍແຫ່ງໃນຍຸກສຸດ ທ້າຍນີ້! ຈົ່ງອະທິຖານເພື່ອສິ່ງນັ້ນຈະບໍ່ເກີດຂື້ນກັບພວກເຮົາເຊັ່ນກັນ!.

ພວກເຮົາຄວນຈະອະທິຖານແນວໃດເພື່ອໃຫ້ພຣະເຈົ້າສົ່ງ “ເຂົ້າຈີ່” ມາໃຫ້ພວກຄົນ ບາບ?ພວກເຮົາຄວນຈະອະທິຖານແນວໃດແດ່ເພື່ອພຣະວິນຍານບໍລິສຸດ!ເບິ່ງຂໍ້ທີ່ 9

“ເພາະເພື່ອນຂອງຂ້ອຍຄົນໜຶ່ງຫາກໍ່ເດີນທາງມາຫາຂ້ອຍແລະຂ້ອຍບໍ່ມີອັນໃດຈະໃຫ້ລາວກິນ”(ລູກາ 11:6)

ຈົ່ງສືບຕໍ່ຂໍ! ຈົ່ງສືບຕໍ່ສະແຫວງຫາ! ຈົ່ງສືບຕໍ່ເຄາະ! ຢ່າຍອມແພ້, ຢ່າເລີກ, ອະທິຖານ ດ້ວຍຄວາມກະຕືລືລົ້ນເພື່ອຂໍໃຫ້ພຣະເຈົ້າສົ່ງຄວາມສະຫວ່າງມາສູ່ວິນຍານຂອງທ່ານດ້ວຍ ໄຟ-ເພື່ອໃຫ້ທ່ານສາມາດຂໍພຣະວິນຍານບໍລິສຸດ - ຂໍເຂົ້າຈີ່ສໍາຫຼັບຄົນບາບທີ່ອຶດຢາກ.

ຈາກນັ້ນເຊັ່ນກັນພວກເຮົາຕ້ອງຂໍໃຫ້ພຣະເຈົ້າໃຊ້ການສາມັກຄີທໍາເພື່ອເອົາເຂົ້າຈີ່ໃຫ້ກັບຄົນບາບ,ພວກເຮົາຈະມີອາຫານແຊບທີ່ເຮັດໂດຍນາງຄຸກ, ນາງລີ, ນາງໂຣເບີດລູອິສ, ທ້າວດິກຊ໌ຊອນແລະຄົນອື່ນໆ, ແຕ່ຖ້າພຣະວິນບໍລິສຸດບໍ່ໄດ້ຢູ່ນໍາ, ອາຫານຄາບເຊົ້າແລະ ແລງຂອງເຮົາຫຼັງຈາກເລີກນະມັດສະການກໍຈະບໍ່ຊ່ວຍຜູ້ຄົນໃດໆ, ຂ້າພະເຈົ້າຮູ້ຈັກຄຣິສຕະ ຈັກແຫ່ງໜື່ງທີ່ເຄີຍມີການລ້ຽງອາຫານຫຼັງຈາກເລີກນະມັດສະການ, ເມຍຂອງສິດຍາພິບານ ມາບອກຂ້າພະເຈົ້າກ່ຽວກັບມັນດ້ວຍຄວາມຕື່ນເຕັ້ນ, ລາວບອກວ່າມີຫຼາຍຄົນເຂົ້າມາໃນ ໂບດຍ້ອນອາຫານພວກນັ້ນ, ແລ້ວຂ້າພະເຈົ້າກໍຖາມລາວວ່າ “ພວກເຈົ້າຍັງມີການກິນເຂົ້າ ນໍາກັນບໍ?” ນາງຕອບວ່າ“ບໍ ມັນເບິ່ງຄືວ່າບໍ່ໄດ້ຊ່ວຍຜູ້ໃດອີກແລ້ວ,ດັ່ງນັ້ນພວກເຮົາຈື່ງຢຸດ ມີ” ຂ້າພະເຈົ້າບໍ່ໄດ້ເວົ້າຫຍັງຕໍ່,ແຕ່ຂ້າພະເຈົ້າຮູ້ຈັກເຫດຜົນ, ມັນບໍ່ແມ່ນວ່າອາຫານພວກ ນັ້ນບໍ່ໄດ້ຊ່ວຍຫຍັງໃຜ, ເຫດຜົນທີ່ແທ້ຈິງເປັນເພາະພວກເຂົາຢຸດການອະທິຖານສໍາຫຼັບອາ ຫານ! ເມື່ອພຣະວິນຍານບໍລິສຸດບໍ່ໄດ້ສະຖິດຢູ່ນໍາເປັນຫຍັງຈື່ງຈະຕ້ອງມີຄົນທີ່ບໍ່ເຊື່ອມາກິນ ລະ? ຖ້າພຣະວິນຍານບໍລິສຸດບໍ່ໄດ້ສະຖິດຢູ່ນໍາມັນກໍເປັນພຽງແຕ່ອາຫານຢ່າງອື່ນ! ເປັນ ຫຍັງຈື່ງເປັນຫ່ວງ? ເປັນຫຍັງຈື່ງບໍ່ກິນບິກແມັກລະ?ເປັນຫຍັງຈື່ງບໍ່ກິນຢູ່ບ້ານລະ?

“ເພາະເພື່ອນຂອງຂ້ອຍຄົນໜຶ່ງຫາກໍ່ເດີນທາງມາຫາຂ້ອຍແລະຂ້ອຍບໍ່ມີອັນໃດຈະໃຫ້ລາວກິນ”(ລູກາ 11:6)

ນັກເທກຄົນໜື່ງບອກວ່າອາຫານຂອງພວກເຮົາແຊບ! ແຕ່ລາວພັດຄິດວ່າລາວຈະ ປ່ຽນມັນໜ້ອຍໜື່ງ-ເພາະມັນຍາກຫຼາຍທີ່ຈະເຮັດກິນຄາບໃຫຍ່ແບບທີ່ພວກເຮົາເຮັດ,ດັ່ງນັ້ນ ລາວຈື່ງປ່ຽນມັນເປັນ“ພຽງຄາບນ້ອຍໆ”ແທນທີ່ລາວຈະເສີບອາຫານລາວອາດຈະໃຫ້ພວກຜູ້ ຍິງຢູ່ໂບດເສີບຂອງແກ້ມແທນ, ຕອນທີ່ອັລເຟຣດຮິດຄັອກຈະເອົາໜັງທີ່ເປັນຕາຢ້ານຂອງ ຕົນຊື່“Psycho”ອອກສາຍລາວໄດ້ຊວນຜູ້ມີອໍານາດທຸກຄົນມາເບິ່ງ, ລາວໄດ້ເອົາ“ອາຫານນິ້ວ ມື”ມາເສີບ”-“ເຮັດຈາກນິ້ວມືແທ້” - ລາວບອກເຂົາ! ມີຜູ້ຍິງຄົນໜື່ງຮ້ອງຂື້ນແລ້ວລົ້ມລົງພື້ນ

ຂອງແກ້ມບໍ່ເປັນຫຍັງໃນການຕ້ອນຮັບ,ແຕ່ພວກມັນບໍ່ໄດ້ຊ່ວຍກຸ່ມຄົນໜຸ່ມທີ່ຫິວກະຫາຍຊື່ງມານັ່ງນະມັດສະການເປັນເວລາດົນນານໄດ້, ຂ້າພະເຈົ້າເຊື່ອວ່າສິດຍາພິບານໜ້າ ຈະເຫັນຄວມຜິດອັນນີ້ຖ້າລາວກັບຄົນຂອງລາວໄດ້ອະທິຖານຢ່າງຈິງຈັງເພື່ອເລື່ອງນີ້, ພວກ ທ່ານເຫັນບໍແມ່ນແຕ່ອາຫານທີ່ພວກເຮົາເສີບກໍຈະບໍ່ເປັນພຣະພອນຕໍ່ຜູ້ຄົນຖ້າຫາກພຣະວິນຍານບໍລິສຸດບໍ່ຢູ່ກັບພວກເຮົາ, ຖ້າພຣະວິນຍານຂອງພຣະເຈົ້າບໍ່ຢູ່ນີ້-ພວກເ ຮົາກໍຈະບໍ່ມີອັນ ໃດໃຫ້ເຂົາກິນ!

“ເພາະເພື່ອນຂອງຂ້ອຍຄົນໜຶ່ງຫາກໍ່ເດີນທາງມາຫາຂ້ອຍແລະຂ້ອຍບໍ່ມີອັນໃດຈະໃຫ້ລາວກິນ”(ລູກາ 11:6)

ມີນັກເທດຄົນໜື່ງຢູ່ທາງຕາເວັນອອກກັບບອກຂ້າພະເຈົ້າວ່າໂບດຂອງລາວເສີບອາຫານຫຼັງຈາກການນະມັດສະການຮອບເຊົ້າ, ຫຼັງຈາກນັ້ນທຸກຄົນກໍກັບໄປຫ້ອງປະຊຸມເພື່ອ ສຶກສາພຣະຄໍາພີສັ້ນໆຕໍ່ອີກ, ສະນັ້ນລາວບອກວ່າພວກເຂົາບໍ່ຕ້ອງການການນະມັດສະການ ຕອນແລງວັນອາທິດ,ລາວບອກວ່າຫຼັງຈາກອາຫານທ່ຽງຕໍ່ດ້ວຍການສຶກສາພຣະຄໍາກໍດີເທົ່າ ກັບການນະມັດສະການຕອນແລງແລ້ວ, ລາວຮ້ອງຂື້ນວ່າ“ພວກເຂົາໄດ້ຮັບພຣະຄໍາພີຫຼາຍ ແລ້ວ”

ຂ້າພະເຈົ້າຄິດວ່າ“ຄົນຍາກຈົນ! ບໍ່ສົງໄສເລີຍທີ່ລາວບໍ່ເຄີຍເປັນສິດຍາພິບານທີ່ປະ ສົບຜົນສໍາເລັດ” ເປົ້າໝາຍຂອງການນະມັດສະການຕອນແລງບໍ່ແມ່ນເພື່ອຍັດຂໍ້ພຣະຄໍາພີ ເຂົ້າໄປໃນສະໝອງຂອງ“ຄຣິສຕະຈັກເດັກ”ຜູ້ກະບົດຫຼາຍຂື້ນ ລາວເຫັນມັນບໍ? ໂດຍການ ໂຍນການນະມັດສະການຕອນແລງອອກໄປ! ລາວເສຍໂອກາດສໍາຫຼັບຄົນຂອງລາວທີ່ຈະ ພາຄົນຫຼົງຫາຍໄປຫາຂ່າວປະເສີດ! ຂໍພຣະເຈົ້າໂຜດຊ່ວຍເຮົາແດ່! ຖ້າສິດຍາພິບານກັບຄົນ ຂອງລາວບໍ່ໄດ້ອະທິຖານຢ່າງຈິງຈັງເພື່ອເລື່ອງນີ້, ຂ້າພະເຈົ້າແນ່ໃຈວ່າພຣະເຈົ້າຈະຊົງສະ ແດງໃຫ້ເຂົາເຫັນຄວາມໂງ່ຂອງສິ່ງທີ່ພວກເຂົາກໍາລັງເຮັດຢູ່, ຄົນຫຼົງຫາຍບໍ່ໄດ້ເຂົ້າມາແລ້ວ ຮັບຄວາມລອດເພາະພຣະວິນຍານບໍລິສຸດບໍ່ໄດ້ຢູ່ຫັນເພື່ອຊົງນໍາສິດຍາພິບານແລະເຮັດໃຫ້ຜູ້ຄົນມີຊີວິດຊີວາ! ຂໍພຣະເຈົ້າໂຜດຊ່ວຍເຮົາໃນວັນຊົ່ວຮ້າຍເຫຼົ່ານີ້ແດ່ທ້ອນ!

“ເພາະເພື່ອນຂອງຂ້ອຍຄົນໜຶ່ງຫາກໍ່ເດີນທາງມາຫາຂ້ອຍແລະຂ້ອຍບໍ່ມີອັນໃດຈະໃຫ້ລາວກິນ”(ລູກາ 11:6)

ໃນຍຸກສຸດທ້າຍ,ນັກເທດຫຼາຍຄົນແລະພວກສະມາຊິກຄຣິສຕະຈັກເບິ່ງຄືວ່າສະດຸດຢູ່ໃນຄວາມມືດ! ທຸກຢ່າງທີ່ເຮົາເຮັດຢູ່ໃນຄຣິສຕະຈັກຈະຕ້ອງອິ່ມຕົວໃນການອະທິຖານ,ບໍ່ ດັ່ງນັ້ນເຮົາກໍຈະຖືກເວົ້າວ່າ “ເຈົ້າໄດ້ຊື່ວ່າມີຊີວິດຢູ່ແຕ່ວ່າເຈົ້າໄດ້ຕາຍແລ້ວ”(ພະນິມິດ 3:1)

“ເພາະເພື່ອນຂອງຂ້ອຍຄົນໜຶ່ງຫາກໍ່ເດີນທາງມາຫາຂ້ອຍແລະຂ້ອຍບໍ່ມີອັນໃດຈະໃຫ້ລາວກິນ”(ລູກາ 11:6)

ຂ້າພະເຈົ້າຢ້ານວ່າມັນຈະເປັນຄວາມຈິງຂອງຄຣິສຕະຈັກຂອງເຮົາທັງຫຼາຍໃນປະຈຸບັນນີ້,ຕອນທີ່ຄົນຂອງເຮົາໄປພັກຜ່ອນ,ເກືອບທຸກຄົນກັບເລົ່າໃຫ້ຂ້າພະເຈົ້າຟັງວ່າພວກເຂົາທໍ້ແທ້ກັບຄຣິສຕະຈັກທີ່ພວກເຂົາເຂົ້າຮ່ວມ, “ການຮ້ອງເພງຕາຍໄປແລ້ວ” “ນັກເທດໜ້າ ເບື່ອ” “ຜູ້ຄົນບໍ່ເປັນມິດກັນ”“ພວກເຂົາບໍ່ມີການນະມັດສະການຕອນແລງວັນອາທິດ” “ພວກ ເຮົາໄປງານປະຊຸມອະທິຖານ,ແຕ່ບໍ່ມີການອະທຖານແທ້ - ມີພຽງແຕ່ການສຶກສາພຣະຄໍາພີ ອີກຢ່າງໜື່ງ” ຖ້າຄົນຂອງເຮົາຄິດແບບນັ້ນ,ຄົນທີ່ບໍ່ເຊື່ອກໍຄິດຄືກັນ! ບໍ່ສົງໄສເລີຍທີ່ຄຣິສຕະ ຈັກຫຼາຍແຫ່ງໃນຍຸກສຸດທ້າຍນີ້ອ່ອນແອຫຼາຍ!

“ເພາະເພື່ອນຂອງຂ້ອຍຄົນໜຶ່ງຫາກໍ່ເດີນທາງມາຫາຂ້ອຍແລະຂ້ອຍບໍ່ມີອັນໃດຈະໃຫ້ລາວກິນ”(ລູກາ 11:6)

ຕອນນີ້ພວກເຮົາຕ້ອງບໍ່ອວດຕົວ,ຈົ່ງຈື່ໄວ້ວ່າພວກເຮົາບໍ່ໄດ້ດີກວ່າ! ພວກເຮົາຕ້ອງ ຍອມຮັບຄວາມອ່ອນແອຂອງເຮົາເອງຫຼືພວກເຮົາບໍ່ສາມາດມີກໍາລັງຂອງພຣະເຈົ້າໄດ້,ພວກ ເຮົາໄດ້ຮຽນຮູ້ທີ່ຈະອະທິຖານແລະອົດອາຫານ- ເພາະການອົດອາຫານຄືໜື່ງໃນເຄື່ອງມືສໍາ ຫຼັບລິດອໍານາດທີ່ເຂັ້ມແຂງເໜືອຊາຕານແລະຜີປີສາດ! (ມາລະໂກ 9:29).ພວກເຮົາໄດ້ອົດ ອາຫານແລະອະທິຖານແລະໄດ້ຮັບພຣະພອນບາງປະກອນແລ້ວ, ແຕ່ພວກເຮົາຕ້ອງສືບຕໍ່ ອົດອາຫານໃນມື້ວັນເສົາໜ້າຈົນຮອດເວລາກິນເຂົ້າພ້ອມກັນເວລາ 5:30 ຢູ່ທີ່ໂບດນີ້.

ຄືນນີ້ຂ້າພະເຈົ້າຂໍໃຫ້ພວກທ່ານອະທິຖານເພື່ອການສະຖິດຢູ່ນໍາຂອງພຣະວິນຍານບໍລິສຸດໃນທຸກໆກິດຈະກໍາຂອງເຮົາ, ປາສະຈາກພຣະພັກຂອງພຣະວິນຍານຂອງພຣະເຈົ້າ ແລ້ວພວກເຮົາ“ກໍບໍ່ມີອັນໃດໃຫ້”ຄົນບາບທີ່ຫຼົງຫາຍກິນ! ສະນັ້ນພວກເຮົາຕ້ອງອະທິຖານ ຕາມລາຍລະອຽດເພື່ອໃຫ້ພຣະວິນຍານບໍລິສຸດລົງມາສູ່ທຸກສິ່ງທີ່ເຮົາເຮັດ, ພຣະວິນຍານ ບໍລິສຸດຄື“ເຂົ້າຈີ່”ທີ່ເຮົາຕ້ອງມີ, ຫຼືບໍ່ດັ່ງນັ້ນພວກຄົນບາບຈະອອກໄປຈາກຄຣິສຕະຈັກຂອງ ເຮົາດ້ວຍຄວາມຫິວ - ແລະບໍ່ໄດ້ຮັບຄວາມລອດພົ້ນເລີຍ.

ແມ່ນ,ພຣະເຢຊູຊົງຕາຍເທິງໄມ້ກາງແຂນເພື່ອຊ່ວຍຄົນບາບໃຫ້ພົ້ນຈາກພຣະພິ ໂລກຂອງພຣະເຈົ້າ,ແມ່ນແລ້ວພຣະເຢຊູຊົງຟື້ນຂື້ນຈາກຕາຍເພື່ອມອບການເກີດໃໝ່ໃຫ້ຄົນບາບ,ເພື່ອມອບຊີວິດຕະຫຼອດໄປເປັນນິດໃຫ້ກັບເຂົາ! ແຕ່ສິ່ງເຫຼົ່ານີ້ຈະບໍ່ເກີດເປັນຈິງຕໍ່ເຂົາ ເຈົ້າຖ້າປາສະຈາກວຽກຂອງພຣະວິນຍານຂອງພຣະເຈົ້າ, ສະນັ້ນທຸກອາທິດເມື່ອພວກທ່ານ ອະທິຖານຈົ່ງອະທິຖານຂໍເຂົ້າຈີ່ເພື່ອຄົນບາບ,ຈົ່ງອະທິຖານຂໍໃຫ້ພຣະເຈົ້າສົ່ງພຣະວິນຍານບໍ ລິສຸດລົງມາສູ່ການນະມັດສະການຂອງພວກເຮົາເພື່ອເຮັດໃຫ້ຈິດໃຈທີ່ມືດມົນຂອງເຂົາແຈ້ງ ສະຫວ່າງ,ແລະເຮັດໃຫ້ເຂົາລະອາຍໃນເລື່ອງຄວາມບາບຂອງເຂົາ, ແລະຄວາມຕ້ອງການ ອັນໃຫຍ່ທີ່ສຸດຂອງເຂົາໃນເລື່ອງພຣະເຢຊູຄຣິດເຈົ້າ! ຕອນນີ້ຂໍໃຫ້ເປີດໄປໃນລູກາ 11:13 ມັນຢູ່ໃນໜ້າ 1090 ຂອງພຣະຄໍາພີສະກໍຟິວສຶກສາ,ຂໍເຊີນຢືນຂື້ນໃນຂະນະທີ່ຂ້າພະເຈົ້າ ອ່ານ.

“ເພາະສະນັ້ນຖ້າທ່ານທັງຫລາຍເອງຜູ້ເປັນຄົນຊົ່ວຍັງຮູ້ຈັກໃຫ້ຂອງດີແກ່ລູກຂອງຕົນ ຫຼາຍກວ່ານັ້ນເທົ່າໃດພຣະບິດາຂອງທ່ານຜູ້ຊົງສະຖິດໃນສະຫວັນຈະຊົງປະທານພຣະວິນຍານບໍລິສຸດແກ່ຜູ້ທີ່ຂໍຕໍ່ພຣະອົງ” (ລູກາ 11:13)

ນີ້ແມ່ນລາຍການສິ່ງຕ່າງໆທີ່ຈະອະທິຖານສໍາຫຼັບອາທິດນີ້,ໂດຍສະເພາະແມ່ນມື້ວັນເສົາ


1.   ຈົ່ງເຮັດໃຫ້ການອົດອາຫານເປັນຄວາມລັບ(ເທົ່າທີ່ຈະເປັນໄປໄດ້),ຢ່າໄປໆ ມາໆບອກຜູ້ຄົນວ່າເຮົາກໍາລັງອົດອາຫານຢູ່.

2.   ຈົ່ງໃຊ້ເວລາອ່ານພຣະຄໍາພີ,ອ່ານບາງສ່ວນຂອງໜັງສືກິດຈະການ(ດີແທ້ ແມ່ນບົດທໍາອິດ).

3.   ທ່ອງຈໍາ ອິດສະຢາ 58:6 ໃນຊ່ວງການອົດອາຫານໃນມື້ວັນເສົາ.

4.   ອະທິຖານຂໍພຣະເຈົ້າໃຫ້ມີຄົນໃຫມ່ສິບຄົນຫຼືຫຼາຍກວ່ານັ້ນທີ່ຈະຢູ່ກັບເຮົາ.

5.   ອະທິຖານເພື່ອການສໍານຶກຂອງຄົນໜຸ່ມທີ່ບໍ່ເຊື່ອ, ອະທິຖານຂໍໃຫ້ພຣະເຈົ້າ ເຮັດກັບເຂົາໃນສິ່ງທີ່ພຣະອົງກ່າວໄວ້ໃນອິດສະຢາ 58:6.

6.   ອະທິຖານເພື່ອໃຫ້ຜູ້ມາຢ້ຽມຄັ້ງທໍາອິດໃນມື້ນີ້(ວັນອາທິດ)ທີ່ຈະຖືກຊັກນໍາ ໃຫ້ມາອີກໃນອາທິດໜ້າ,ອະທິຖານລະບຸຊື່ຖ້າເປັນໄປໄດ້.

7.   ຈົ່ງອະທິຖານເພື່ອຂໍໃຫ້ພຣະເຈົ້າສໍາແດງໃຫ້ຂ້າພະເຈົ້າເຫັນວ່າຈະເທດສະ ໜາແນວໃດແດ່ອາທິດໜ້ານີ້-ທັງຕອນເຊົ້າແລະຕອນແລງ.

8.   ຈົ່ງດື່ມນໍ້າຫຼາຍໆ,ປະມານຈອກໜື່ງທຸກໆຊົ່ວໂມງ,ທ່ານສາມາດດື່ມກາແຟ ຈອກໃຫຍ່ໆໄດ້ໃນຕອນຕົ້ນຖ້າຫາກທ່ານລື້ງກິນມັນທຸກມື້,ຢ່າດື່ມນໍ້າຫວານ ນໍ້າຊູກໍາລັງແລະນໍ້າອື່ນໆ.

9.   ຈົ່ງໄປຫາໝໍກ່ອນອົດອາຫານຖ້າຫາກທ່ານມີຄໍາຖາມອັນໃດກ່ຽວກັບສຸຂະ ພາບ(ໃຫ້ໄປຫາດຣ.ໄຄຣ້ທັນແຊນຫຼື ດຣ.ຈູດິດເຄແກນຢູ່ຄຣິສຕະຈັກຂອງ ເຮົາ) ຢ່າອົດອາຫານຖ້າທ່ານຫາກມີພະຍາດຮ້າຍແຮງເຊັ່ນເບົາຫວານ ຫຼື ຄວາມດັນເລືອດສູງ,ຈົ່ງໃຊ້ວັນເສົາເພື່ອອະທິຖານຕາມຂໍ້ພວກນີ້ກໍພໍ.

10. ເລີ່ມຕົ້ນການອົດອາຫານຂອງທ່ານຫຼັງຈາກອາຫານແລງໃນມື້ວັນສຸກ,ຢ່າ ກິນຫຍັງອີກຫຼັງຈາກອາຫານແລງວັນສຸກຈົນກວ່າທີ່ພວກເຮົາຈະກິນເຂົ້ານໍາ ກັນຢູ່ໂບດເວລາ 5:30 ໃນຕອນແລງວັນເສົາ.

11. ຈົ່ງຈື່ໄວ້ວ່າສິ່ງທີ່ສໍາຄັນທີ່ສຸດທີ່ຈະອະທິຖານເພື່ອຄືຄົນໜຸ່ມທີ່ຍັງບໍ່ເຊື່ອຢູ່ ໃນໂບດຂອງເຮົາໃຫ້ຮັບເຊື່ອ-ແລະເຊັ່ນກັນເພື່ອຄົນໜຸ່ມໃໝ່ທີ່ກໍາລັງມາໃນ ຊ່ວງເວລານີ້ໃຫ້ຢູ່ກັບພວກເຮົາຕະຫຼອດໄປ.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາບອກເພີ່ນນຳວ່າເຮົາຂຽນມາຈາກປະເທດໃດ,ອີເມວຂອງດຣ. ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາ ດຣ. ໄຮເມີ ເປັນພາສາໃດກໍໄດ້, ແຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ລູກາ 11:5-13.
ບັນເລງເພງກ່ອນເທດສະໜາໂດຍ ທ້າວເບັນຈາມິນຄິນເຄດກຣິຟຟິດ:
“I Am Praying For You” (S. O’Malley Clough, 1837-1910).