Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການອົດອາຫານແລະອະທິຖານໃນຍຸກແຫ່ງການປະຖີ້ມຄວາມເຊື່ອ.

FASTING AND PRAYER IN A TIME OF APOSTASY
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 26/7/2015
A sermon preached at the Baptist Tabernacle of Los Angeles
Lord's Day Evening, July 26, 2015


ຕອນນີ້ຂ້າພະເຈົ້າຢາກໃຫ້ພວກທ່ານເປີດໄປໃນໜັງສືລູກາບົດທີ່ 4:18-21,ຂ້າພະ ເຈົ້າກໍາລັງຈະອ່ານຄືນຂໍ້ພຣະຄໍາພີທີ່ທ້າວພຣຸດໂຮມຫາກໍອ່ານມື້ກີ້ນີ້,ລູກາ 4:18-21 ຢູ່ໃນ ໜ້າ 1077 ຂອງພຣະຄໍາພີສະກໍຟິວສຶກສາ.

“`ພຣະວິນຍານແຫ່ງອົງພຣະຜູ້ເປັນເຈົ້າສະຖິດຢູ່ເທິງຂ້າພະເຈົ້າເພາະວ່າພຣະອົງໄດ້ຊົງເຈີມຕັ້ງຂ້າພະເຈົ້າໄວ້ໃຫ້ປະກາດຂ່າວປະເສີດແກ່ຄົນຍາກຈົນ ພຣະອົງໄດ້ຊົງໃຊ້ຂ້າພະເຈົ້າໃຫ້ຮັກສາຄົົນທີ່ຊອກຊ້ຳລະກຳໃຈ,ໃຫ້ຮ້ອງປະກາດອິດສະຫລະພາບແກ່ບັນດາຊະເລີຍເສິກ, ໃຫ້ປະກາດແກ່ຄົນຕາບອດວ່າຈະໄດ້ເຫັນອີກ,ໃຫ້ປ່ອຍຜູ້ຟົກຊ້ຳເປັນດສະຫລະ ແລະໃຫ້ປະກາດປີແຫ່ງຄວາມພໍພຣະໄທຂອງອົງພຣະຜູ້ເປັນເຈົ້າ' ແລ້ວພຣະອົງຊົງມ້ວນຫນັງສືສົ່ງຄືນໃຫ້ແກ່ເຈົ້າຫນ້າທີ່ແລ້ວຊົງນັ່ງລົງ ແລະຕາຂອງຄົນທັງປວງໃນທຳມະສາລາກໍແນມເບິ່ງພຣະອົງ ພຣະອົງຈຶ່ງເລີ່ມຕັດແກ່ເຂົາວ່າ"ຄຳພີຕອນນີ້ທີ່ທ່ານໄດ້ຍິນກັບຫູຂອງທ່ານກໍສຳເລັດໃນວັນນີ້ແລ້ວ” (ລູກາ 4:18-21)

ຂໍເຊີນນັ່ງລົງ.

ພຣະເຢຊູຊົງອ່ານຂໍ້ພຣະຄໍາພີນີ້ຈາກໜັງສືອິດສະຢາ 61:1-2, ເມື່ອພຣະອົງຊົງ ອ່ານຂໍ້ພຣະຄໍາພີນັ້ນແລ້ວພຣະອົງກໍກ່າວວ່າມັນໄດ້ສໍາເລັດແລ້ວໃນພຣະອົງ, ພຣະອົງຊົງ ເປັນຜູ້ນັ້ນທີ່ໄດ້ຮັບການເຈີມຕັ້ງໃຫ້ປະກາດຂ່າວປະເສີດ, ພຣະອົງຊົງເປັນຄົນນັ້ນທີ່ພຣະ ເຈົ້າໄດ້ສົ່ງມາເພື່ອໃຫ້ປິ່ນປົວຮັກສາຄົນທີ່ຈິດໃຈຟົກຊ້ຳ, ພຣະອົງຊົງເປັນຜູ້ນັ້ນທີ່ພຣະເຈົ້າ ຊົງໃຊ້ມາເພື່ອປະກາດການຊ່ວຍໃຫ້ພົ້ນແກ່ຄົນທີ່ເປັນຊະເລີຍແລະແກ່ຄົນຕາບອດວ່າຈະໄດ້ເຫັນອີກ, ພຣະອົງຄືຜູ້ນັ້ນທີ່ພຣະເຈົ້າໄດ້ສົ່ງມາເພື່ອປົດປ່ອຍຜູ້ທີ່ບາດເຈັບແລະຖືກກົດຂີ່ໃຫ້ ເປັນອິດສະຫຼະ.

ພວກເຂົາຊັງພຣະອົງເພາະຄໍາເວົ້າທີ່ວ່າພຣະອົງຊົງເປັນຜູ້ນັ້ນ,ພວກເຂົາເປັນເພື່ອນ ບ້ານແລະໝູ່ເພື່ອນຂອງພຣະອົງທີ່ຢູ່ໃນເມືອງຂອງພຣະອົງເອງຊື່ນາຊາເຣັດ,ພວກເຂົາພາ ກັນເວົ້າວ່າ “ຜູ້ນີ້ບໍ່ແມ່ນລູກຊາຍຂອງໂຢເຊບບໍ?”(ລູກາ 4:22)“ເມື່ອຄົນທັງປວງໃນທຳມະສາລາໄດ້ຍິນດັ່ງນັ້ນກໍເກີດຄວາມຄຽດແຄ້ນ” - ເຕັມໄປດ້ວຍຄວາມໃຈຮ້າຍ(ລູກາ 4:28),ພວກເຂົາພາກັນລຸກຂື້ນຈາກຕັ່ງແລ້ວຂັບໄລ່ພຣະອົງອອກໄປນອກເມືອງ,ຝູງຊົນໄດ້ຍູ້ພຣະອົງອອກໄປຊັນຜາຂອງເຫວ-ແລະໝາຍຈະຍູ້ພຣະອົງໃຫ້ຕົກເຫວຕາຍ,“ແຕ່ພຣະອົງຊົງດຳເນີນຜ່ານຖ້າມກາງເຂົາພົ້ນໄປ”(ລູກາ 4:30),ມັດທິວເຮັ່ນຣີ່ໄດ້ເວົ້າວ່າພຣະອົງອາດຈະເຮັດໃຫ້ເຂົາຕາບອດຫຼືບໍກໍໃຫ້ເຂົາເກີດຄວາມສັບສົນ “ເພາະວຽກຂອງພຣະອົງຍັງບໍ່ສໍາເລັດເທື່ອ ມັນຫາກໍເລີ່ມຕົ້ນ”

ພຣະອົງຈື່ງອອກຈາກນາຊາເຣັດແລ້ວລົງໄປເມືອງຄາເປີນາອູມ, ຢູ່ໃນທໍາມະສາລາ ມີຜູ້ຊາຍຄົນໜື່ງທີ່ມີຜິສິງຢູ່,ເອລີນາກັບຂ້າພະເຈົ້າໄປໄດ້ໄປບ່ອນນັ້ນ,ພວກເຮົາເຫັນແຕ່ສາກຫັກພັງຂອງທໍາມະສາລາບູຮານນັ້ນ, ຊາຍທີ່ມີຜີສິງໄດ້ຮ້ອງອອກມາດ້ວຍສຽງດັງວ່າ:

“ພຣະເຢຊູຊາວນາຊາເລັດ ເຮົາກ່ຽວຂ້ອງອັນໃດກັບທ່ານລະ? ທ່ານມາເພື່ອຈະທຳລາຍພວກເຮົາຫລືຂ້າຮູ້ວ່າທ່ານເປັນຜູ້ໃດທ່ານຄືອົງບໍລິສຸດຂອງພຣະເຈົ້າ”(ລູກາ 4:34)

ພຣະເຢຊູຊົງກ່າວວ່າ“ຈົ່ງງຽບອອກມາຈາກລາວສາ” ຜີໄດ້ເຮັດໃຫ້ຊາຍຄົນນັ້ນລົ້ມລົງແລ້ວກໍອອກໄປຈາກລາວ,ຜູ້ຄົນທີ່ເຫັນກໍພາກັນປະຫຼາດໃຈ, ພວກເຂົາກ່າວວ່າ “ນີ້ແມ່ນຄໍາສອນແບບໃດໜໍ ເພາະວ່າທ່ານໄດ້ສັ່ງຜີດ້ວຍສິດທິອຳນາດແລະດ້ວຍລິດເດດມັນກໍອອກມາ” “ຊື່ສຽງຂອງພຣະອົງຈຶ່ງໄດ້ເລື່ອງລືໄປທຸກຕາແສງທີ່ຢູ່ອ້ອມຮອບນັ້ນ”(ລູກາ 4:37)

ຫຼັງຈາກນັ້ນພຣະອົງກໍອອກໄປຈາກທໍາມະສາລາແລ້ວຍ່າງຂ້າມທາງໄປຫາເຮືອນ ຂອງເປໂຕ,ຕອນທີ່ຂ້າພະເຈົ້າກັບເມຍໄປບ່ອນນັ້ນ,ຂ້າພະເຈົ້າກໍຕົກໃຈທີ່ເຫັນວ່າເຮືອນຂອງເປໂຕຢູ່ໃກ້ກັບທໍາມະສາລາ-ພຽງບໍ່ເທົ່າໃດກ້າວຢູ່ອີກຝາກໜື່ງຂອງຖະໜົນ, ພວກເຂົາພາ ກັນຂຸດເຮືອນຂອງເປໂຕແລະພວກທ່ານກໍສາມາດເຫັນຮາກຖານຂອງມັນຈົນເຖິງປະຈຸບັນນີ້ໄດ້,ແມ່ເຖົ້າຂອງເປໂຕເປັນໄຂ້ສູງນອນຢູ່ໃນບ້ານ,ພຣະເຢຊູຊົງຫ້າມໄຂ້ແລ້ວນາງກໍເຊົາທັນທີ,ໃນຂະນະທີ່ຕາເວັນຕົກດິນແລງມື້ນັ້ນປະຊາຊົນກໍພາຄົນທີ່ຖືກຜີສິງ,ແລະມີພະຍາດຕ່າງໆມາ,ພຣະອົງຊົງວາງມື້ເທິງພວກເຂົາທຸກຄົນ, ພວກເຂົາທຸກຄົນໄດ້ຮັບການປົວໃຫ້ດີໝົດ, ພວກຜີກໍອອກມາແລ້ວຮ້ອງສຽງດັງວ່າ“ທ່ານເປັນພຣະຄຣິດພຣະບຸດຂອງພຣະເຈົ້າ” ແລະເລື່ອງລາວອັດໜ້າສະຈັນກໍສືບຕໍ່ເກີດຂື້ນເລື່ອຍໆ! ຂ້າພະເຈົ້າມັກອ່ານມັນ!

ບອກຂ້າເຖິງເລື່ອງຂອງພຣະເຢຊູ
   ຂຽນທຸກຄໍາໃສ່ໃນໃຈຂອງຂ້າ
ຈົ່ງບອກຂ້າເຖິງເລື່ອງອັນປະເສີດ
   ເລື່ອງອ່ອນຫວານສຸດທີ່ຂ້າເຄີຍໄດ້ຍິນ
(“ບອກຂ້າເຖິງເລື່ອງຂອງພຣະເຢຊູ” by Fanny J. Crosby, 1820-1915).

ແລະເລື່ອງລາວກໍດໍາເນີນຕໍ່ໄປຫຼັງຈາກທີ່ພຣະຄຣິດຊົງສະເດັດກັບສະຫວັນ,ພວກ ເຮົາເຫັນລິດອໍານາດດຽວກັນຂອງພຣະຄຣິດທີ່ລົງມາຈາກພຣະເຈົ້າ, ແລະດໍາເນີນຕໍ່ໄປຢູ່ໃນ ຄຣິສຕະຈັກທັງຫຼາຍໃນສະຕະວັດທີ່ໜື່ງ,ສອງແລະສາມ - ແລະມັນຍັງດໍາເນີນຕໍ່ໄປຢູ່ໃນ ຫຼາຍສ່ວນຂອງ“ໂລກທີ່ສາມ”ທຸກມື້ນີ້, ພວກຄຣິສຕຽນໃໝ່ໄດ້ເກີດຂື້ນເປັນຝູງໆຕາມຄຣິສ ຕະຈັກຫຼາຍແຫ່ງທີ່“ບໍ່ໄດ້ລົງທະບຽນ”ຢູ່ໃນປະເທດຈີນແລະສ່ວນອື່ນຂອງໂລກທີ່ກໍາລັງພັດ ທະນາ.

ແຕ່ມີບາງສິ່ງບາງຢ່າງໄດ້ເກີດຂື້ນຕໍ່ຄຣິສຕະຈັກຂອງເຮົາຫຼາຍແຫ່ງໃນປະເທດອາ ເມລິກາ,ໃນຢູໂລບແລະໃນຕາເວັນຕົກ, ບາງສິ່ງທີ່ເປັນຕາຢ້ານເລີ່ມຕົ້ນຂື້ນຊ່ວງກາງຂອງ ສະຕະວັດທີ່ 19 ຢູ່ໃນໂລກຕາເວັນຕົກ, ເລີ່ມແຕ່ປີ 1830 ຫຼາຍສິ່ງຫຼາຍຢ່າງໄດ້ເລີ່ມປ່ຽນ ແປງ, ດຣ.ມາຕິນລອຍ-ໂຈນໄດ້ກ່າວວ່າບັນຫາເກືອບທຸກຢ່າງໃນຄຣິສຕະຈັກປະຈຸບັນນີ້ສາ ມາດສືບຄົ້ນຫາຍ້ອນກັບໄປກາງສະຕະວັດທີ່ 19 ໄດ້- ການວິຈານພຣະຄໍາພີ,ການຄົ້ນພົບ ມົນລະພິດຢອສຕິກຂອງສະບັບຊີນາຍທີຄັສແລະສະບັບວາຕິກັນນັສ,“ການຕັດສິນໃຈນິຍົມ”ຂອງຟີ່ນນີ່,ລັດທິມໍມອນ, ທິດສະດີດາວິນ - ທຸກສິ່ງເຫຼົ່ານີ້ໄດ້ເກີດຂື້ນພາຍໃນ 50 ປີຕ່າງ ກັນ!ມັນເປັນສັນຍາລັກຄວາມສັບສົນແລະຜີປີສາດ,ແລະຫຼັງຈາກນັ້ນກໍມີສົງຄາມໂລກຄັ້ງທີ່ໜື່ງຊື່ງໄດ້ທໍາລາຍຢູໂລບ,ແລະຄຣິສຕະຈັກຫຼາຍແຫ່ງເອງກໍຖືກທໍາລາຍໄປ,ພວກເຮົາບໍ່ເຄີຍຢຸດມັນເລີຍ,ພວກນັກເສລີກໍາລັງບອກກັບຄຣິສຕຈັກຫຼາຍແຫ່ງວ່າມະນຸດເຮົານີ້ໂດຍພື້ນຖານແລ້ວເປັນຄົນດີ-ວ່າມະນຸດກໍາລັງດີຂື້ນ,ກໍາລັງພັດທະນາສູ່ໂລກທີ່ອັດສະຈັນ,ສົງຄາມໂລກ ຄັ້ງທີ່ I ໄດ້ພັດຄວາມຄິດທີ່ຊັດເຈນອອກມາຈາກນໍ້າ! ຜູ້ຄົນບໍ່ຮູ້ສິ່ງທີ່ພຣະຄໍາພີກ່າວວ່າມະ ນຸດນີ້ຊົ່ວ, ຜູ້ຄົນທົ່ວໄປບໍ່ຮູ້ວ່າພວກນັກເສລີໄດ້ເຮັດໃຫ້ເຂົາເຂົ້າໃຈຜິດ,ພວກເຂົາຄິດວ່າພວກ ຄຣິສຕຽນເຫຼວໄຫຼ, ມັນເປັນພຽງແຕ່ນິຍາຍເທົ່ານັ້ນ,ພວກເຮົາບໍ່ມີວັນເຂົ້າໃຈຫຼາຍກວ່ານັ້ນ ດອກ, ຈາກນັ້ນກໍສົງຄາມໂລກຄັ້ງທີ່ II, ຈົ່ງເບິ່ງວ່າມີຈັກຄົນໃນຍຸກນັ້ນທີ່ປະຕິເສດພຣະ ເຈົ້າ, ພວກເຂົາເວົ້າວ່າ “ຂ້ອຍເຊື່ອພຣະເຈົ້າບໍ່ໄດ້ຍ້ອນອອສວິດຊ໌ - ຫຼືຍ້ອນເລື່ອງຮິໂຣຊິ ມາ” ພວກເຂົາບໍ່ໄດ້ຖືກສອນໃນສິ່ງທີ່ພຣະຄໍາພີກ່າວເຖິງກ່ຽວກັບຄວາມຊົ່ວຊ້າຂອງມະນຸດ ພໍ່ຕູ້ແມ່ຕູ້ທວດຂອງເຮົາໄດ້ໜີໄປຈາກໂບດທັງຫຼາຍ, ພວກເຂົາກາຍເປັນຍຸກຂອງພວກທີ່ບໍ່ ເຊື່ອວ່າມີພຣະເຈົ້າແລະເປັນພວກບໍ່ເຊື່ອ,ແລະຕອນນີ້ເຮົາຕ້ອງປະເຊີນກັບພວກທ່ານ-ລູກ ຫຼານຂອງພວກເຂົາ.

ພວກເນັ້ນຮາກຖານກໍາລັງຕໍ່ສູ້ເພື່ອຊີວິດຂອງພວກເຂົາຕໍ່ພວກເສລີນິຍົມ,ພວກເຂົາ ເປັນຄົນດີ, ຂ້າພະເຈົ້າຍອມຮັບພວກເຂົາ, ແຕ່ພວກເຂົາບໍ່ເຂົ້າໃຈວ່າ“ການຕັດສິນໃຈນິຍົມ” ກໍາລັງນໍາຜູ້ຄົນທີ່ຍັງບໍ່ກັບໃຈໃໝ່ເປັນໝື່ນໆຄົນເຂົ້າມາໃນຄຣິສຕະຈັກຂອງພວກເຂົາ, ມັນ ໄດ້ປ່ຽນເປັນຜົນຜະລິດການປະກາດຂ່າວປະເສີດແບບໃໝ່ຊື່ງສ້າງຄົນອອກມາຈາກໂຮງ ຮຽນສາສະໜາສາດຟູເລີເຊັ່ນ:ຣອບເບວ, (Love Wins – universalism). ຄົນທີ່ທໍາທ່າເໝືອນ ເປັນສິ່ງໃໝ່,ແຕ່ມັນບໍ່ໃໝ່ອີກຕໍ່ໄປ, ຄົນຄືກັບເບວແມ່ນພືດຜົນໃໝ່ຂອງພວກຢູນິທາຣຽນ, ເບວຄວາມຈິງແລ້ວລາວເປັນຢູນິທາຣຽນຄົນໜື່ງ-ດັ່ງນັ້ນໂຮງຮຽນຄໍາພີຟູເລີເປັນແຕ່ຊື່ເທົ່າ ນັ້ນ,ດັ່ງນັ້ນພວກທ່ານຈື່ງມີພວກຄົນບໍ່ເຊື່ອຢູນິທາຣຽນໃໝ່ແລ່ນອ້ອມໄປມາເອີ້ນໂຕເອງວ່າ“ນັກປະກາດຂ່າວປະເສີດ”ມັນເປັນເລື່ອງໂສກເສົ້າ!ປີກາຍນີ້ພວກຄະນະແບັບຕິດໃຕ້ສູນເສຍ ຄົນເຫຼົ່ານີ້ໄປ 200,000 ຄົນໃນສິບສອງເດືອນ! ຄິດເບິ່ງດູ-ເກືອບໜື່ງໃນສີ່ຂອງລ້ານໜື່ງ ໄດ້ອອກໄປຈາກຄຣິສຕະຈັກແບັບຕິດໃຕ້ຫຼາຍແຫ່ງໃນເວລາ 12 ເດືອນ! ມັນເຫຼືອເຊື່ອ ໂພດ! ພວກເຂົາຢ້ານພວກໄອຊິສ, ພວກເຂົາເຫັນພວກຄຣິສຕຽນຖືກຕັດຄໍຢູ່ຕາມຂ່າວ ຕ່າງໆແລະພວກເຂົາກໍຢ້ານ,ພວກເຂົາຢ້ານເລື່ອງວິວັດທະນາການຂອງການຮ່ວມເພດດຽວກັນ,ພວກເຂົາຢ້ານໂອບາມາ,ພວກເຂົາຢ້ານທຸກສິ່ງທຸກຢ່າງ- ດັ່ງນັ້ນພວກເຂົາຈື່ງແລ່ນໜີ ຈາກຄຣິສຕະຈັກໄປລີ້!ມັນເຊື່ອຖືໄດ້ 200,000 ຄົນອອກໄປຈາກໂບດຫຼາຍແຫ່ງໃນຊ່ວງ ໄລຍະເວລາ 12 ເດືອນເທົ່ານັ້ນ!

ດັ່ງນັ້ນນັ້ນແລະຄືບ່ອນທີ່ເຮົາເຂົ້າມາ,ທີ່ນີ້ພວກເຮົາຢູ່ໃນໃຈກາງເມືອງລອສແອງເຈີ ລິສສິບຫ້ານາທີຈາກຮໍລິວູດ-ຂີ້ແຮ້ຂອງໂລກຕາເວັນຕົກ, ແລະພວກເຮົາກໍຄາດຫວັງທີ່ຈະມີ ຄຣິສຕະຈັກແຫ່ງໜື່ງທີ່ສ້າງຈາກພວກຄົນທີ່ບໍ່ເຊື່ອ! ພວກທ່ານຄິດວ່າກຸ່ມຂອງພວກເດັກວິ ທະຍາໄລຈາກບ້ານທີ່ບໍ່ແມ່ນຄຣິສຕຽນສາມາດສ້າງຄຣິສຕະຈັກແຫ່ງໜື່ງໄດ້ບໍ? ເປັນໄປບໍ່ ໄດ້! ແຕ່ຫຼາຍກວ່ານັ້ນອີກພວກເຮົາກໍາລັງອະທິຖານເພື່ອການຟື້ນຟູ! ຮາຮາຮາ! ມັນເປັນ ຄວາມຝັນທີ່ເປັນໄປບໍ່ໄດ້! ຫຼືເປັນໄປໄດ້? ເວົ້າຕາມພາສາມະນຸດກໍເປັນໄປບໍ່ໄດ້, ແຕ່ນັ້ນ ແລະຄືບ່ອນທີ່ພຣະເຈົ້າເຂົ້າມາ,ພຣະເຢຊູຊົງກ່າວວ່າ:

“ຝ່າຍມະນຸດຍອມເປັນໄປບໍ່ໄດ້ ແຕ່ບໍ່ເປັນແບບນັ້ນກັບພຣະເຈົ້າ ເພາະວ່າພຣະເຈົ້າຊົງກະທຳໃຫ້ເປັນໄປໄດ້ທຸກສິ່ງ”(ມາລະໂກ 10:27)

ບໍ່ມີອັນໃດທີ່ສໍາຄັນແທ້ປ່ຽນແປງນັບຕັ້ງແຕ່ສະຕະວັດທີ່ໜື່ງ, ພຣະເຢຊູຊົງອ້າງອີງ ອິດສະຢາແລະກ່າວວ່າ“ຄຳພີຕອນນີ້ທີ່ທ່ານໄດ້ຍິນກັບຫູຂອງທ່ານກໍສຳເລັດແລ້ວໃນວັນນີ້” (ລູກາ 4:21),ພວກເຂົາຄິດວ່າພຣະອົງເປັນຄົນບ້າ,ພວກເຂົາພະຍາຍາມທີ່ຈະຂ້າພຣະອົງ ຫຼັງຈາກນັ້ນ“ແຕ່ພຣະອົງຊົງດຳເນີນຜ່ານຖ້າມກາງເຂົາພົ້ນໄປ”(ລູກາ 4:30).

ພຣະອົງຍ່າງອອກໄປຈາກທໍາມະສາລານັ້ນເພື່ອເຮັດການອັດສະຈັນອັນໜື່ງຫຼັງຈາກເຮັດອັນອື່ນ, ພາຍໃນບໍ່ເທົ່າໃດປີຄົນທີ່ຕິດຕາມພຣະອົງມີຢູ່ທົ່ວທຸກບ່ອນໃນອານາຈັກໂຣມັນ ເມື່ອພວກເຂົາມາເຖິງເມືອງເທສະໂລນິກາພວກຜູ້ນໍາຂອງເມືອງນັ້ນໄດ້ຮ້ອງຂື້ນວ່າ“ຄົນເຫຼົ່ານັ້ນເປັນພວກຄວໍ່າແຜ່ນດິນໄດ້ມາບ່ອນນີ້ນໍາ”(ກິດຈະການ 17:6).

ບໍ່ມີອັນໃດທີ່ສິ່ງຄັນແທ້ໆປ່ຽນແປງໄປ, ມະນຸດຍັງເປັນຄືເກົ່າ - ເຕັມດ້ວຍການກະ ບົດແລະຄວາມບໍ່ເຊື່ອ, ພຣະເຈົ້າກໍຍັງເປັນຄືເກົ່າ,ຍັງຢູ່ເທິງບັນລັງຂອງພຣະອົງ,ຍັງຄົງລິດ ອໍານາດທຸກຢ່າງ,ຍັງຄົງຄວບຄຸມໄດ້, ພຣະຄຣິດຍັງຊົງເໝືອນເດີມ,ພຣະອົງຊົງເປັນຂື້ນມາ ຈາກຄວາມຕາຍແລະພຣະອົງຊົງເປັນພຣະເຈົ້າ!

ພຣະອົງຄືພຣະເຈົ້າ ພຣະອົງຄືພຣະເຈົ້າ
   ພຣະອົງຊົງຟື້ນຄືນຈາກຕາຍ
ແລະພຣະອົງຄືພຣະເຈົ້າ
   ທຸກຫົວເຂົ່າຈະຕ້ອງຄຸລົງ
ລີ້ນທຸກລີ້ນຈະຕ້ອງຍັມຮັບ
   ວ່າພຣະເຢຊູຄຣິດຄືພຣະເຈົ້າ!
(“ພຣະອົງເປັນພຣະເຈົ້າ”ໂດຍມາວິນວີ.ເຟຣ 1918-1992)

“ພຣະອົງຄືພຣະເຈົ້າ” ເຊີນຮ້ອງ!

ພຣະອົງຄືພຣະເຈົ້າ ພຣະອົງຄືພຣະເຈົ້າ
   ພຣະອົງຊົງຟື້ນຄືນຈາກຕາຍ
ແລະພຣະອົງຄືພຣະເຈົ້າ
   ທຸກຫົວເຂົ່າຈະຕ້ອງຄຸລົງ
ລີ້ນທຸກລີ້ນຈະຕ້ອງຍັມຮັບ
   ວ່າພຣະເຢຊູຄຣິດຄືພຣະເຈົ້າ!

ພຣະເຈົ້າກັບພຣະຄຣິດແລະພຣະວິນຍານບໍລິສຸດເປັນລິດອໍານາດທີ່ຍິ່ງໃຫຍ່ທີ່ສຸດ ໃນຈັກກະວານ! ຂ້າພະເຈົ້າຖືກໂນ້ມນ້າວວ່າພຣະເຈົ້າໄດ້ສະເດັດລົງມາດ້ວຍລິດອໍານາດ ຂອງພຣະວິນຍານບໍລິສຸດໃນປະຈຸບັນນີ້-ຫຼາຍເທົ່າກັບທີ່ພຣະອົງຊົງເຮັດໃນອະດີດ! ພວກ ເຮົາບໍ່ສາມາດເຮັດໄດ້, ພວກເຮົາບໍ່ມີລິດຫຍັງ, ແຕ່ພຣະຄໍາພີກ່າວວ່າ “ລິດອໍານາດເປັນ ຂອງພຣະເຈົ້າ”(ເພງສັນລະເສີນ 62:11), ເມື່ອພຣະເຈົ້າຖອກເທພຣະວິນຍານຂອງພຣະ ອົງສິ່ງທີ່ຍິ່ງໃຫຍ່ແລະມີອໍານາດກໍເກີດຂື້ນ, ຈອນນັອກຊ໌ນັກປະຕິຮູບຄົນສະກັອດແລນໄດ້ ກ່າວວ່າປະເທດສະກັອດແລນໄດ້ພົ້ນຈາກດາບຂອງມາຣີຈອມກະຫາຍເລືອດເພາະ“ພຣະ ເຈົ້າຊົງປະທານພຣະວິນຍານບໍລິສຸດຂອງພຣະອົງໃຫ້ຄົນທໍາມະດາໃນຄວາມອຸດົມສົມບູນ” (The Works of John Knox, volume 1, 1946 edition, p. 101).

ເມື່ອທ່ານອະທິຖານເພື່ອຄຣິສຕະຈັກຂອງເຮົາ,ຈົ່ງອະທິຖານເພື່ອການຖອກເທລົງ ມາຂອງພຣະວິນຍານຂອງພຣະເຈົ້າຖ້າມກາງເຮົາ,ເມື່ອອອກໄປປະກາດຂ່າວປະເສີດຈົ່ງອະທິຖານຂໍການຖອກເທລົງມາຂອງພຣະວິນຍານຂອງພຣະເຈົ້າເທິງວຽກຂອງເຮົາ, ເມື່ອທ່ານ ກໍາລັງຂັບລົດຂອງທ່ານຈົ່ງອະທິຖານຂໍພຣະວິນຍານບໍລິສຸດໃຫ້ຖອກເທລົງມາເທິງວຽກຂອງເຮົາ,ນັກເທດຜູ້ຍິ່ງໃຫຍ່ຊາລສ໌ຊີເມໂອນໄດ້ກ່າວວ່າ“ວຽກແຫ່ງການກັບໃຈໃໝ່ຈະຕ້ອງຄ່ອຍໆກ້າວໄປນອກຈາກວ່າພຣະເຈົ້າຊົງຖອກເທພຣະວິນຍານຂອງພຣະອົງໃນທາງພິເສດສຸດ ເໜືອທ່ານ” (W. Carus, Memoirs of Charles Simeon, 2nd edition, 1847, p. 373).

ຈົ່ງຈື່ໄວ້ວ່າພວກເຮົາບໍ່ສາມາດເຮັດໃຫ້ພຣະເຈົ້າຖອກພຣະວິນຍານຂອງພຣະອົງລົງມາໄດ້, ຂ້າພະເຈົ້າໄດ້ອະທິຖານເປັນເວລາສີ່ສິບປີເພື່ອຂໍໃຫ້ພຣະເຈົ້າຖອກພຣະວິນຍານ ຂອງພຣະອົງລົງມາໃນຄຣິສຕະຈັກນີ້, ພຣະອົງກໍຍັງບໍ່ທັນຕອບເທື່ອ, ຕອນນີ້ແນມຍ້ອນກັບ ໄປຂ້າພະເຈົ້າສາມາດເຫັນ,ຄິດ,ຫາເຫດຜົນທີ່ພຣະອົງຍັງບໍ່ຕອບ, ແຕ່ດຽວນີ້ພວກເຮົາມີ ຄຣິສຕະຈັກທີ່ດີກວ່າ, ດຽວນີ້ຜູ້ນໍາໄດ້ກັບໃຈໃໝ່ແລ້ວ, ດຽວນີ້ຄົນໜຸ່ມຂອງເຮົາຫຼາຍຄົນໄດ້ ກັບໃຈໃໝ່ແລ້ວ, ບາງເທື່ອຕອນນີ້ພຣະເຈົ້າອາດຈະຕອບຄໍາອະທິຖານຂອງເຮົາ-ແລະຢ່າງ ໜ້ອຍຂໍສົ່ງພຣະວິນຍານຂອງພຣະອົງເພື່ອຊັກນໍາຄົນໜຸ່ມສິບຄົນຫຼືສິບສອງຄົນໃຫ້ເຂົ້າມາ ໃນຄຣິສຕະຈັກຂອງເຮົາຊ່ວງລະດູແລງນີ້, ຂໍໃຫ້ເຮົາເປີດຂໍ້ທ່ອງຈໍາໃນເລື່ອງການອົດອາ ຫານຂອງເຮົາໄປໃນອິດສະຢາ 58:6, ຢູ່ໜ້າ 763 ຂອງສະບັບສະກໍຟິວສຶກສາ,ຂໍເຊີນຢືນ ຂື້ນແລ້ວອ່ານດັງໆ.

“ການອົດອາຫານແບບນີ້ບໍ່ແມ່ນບໍທີ່ເຮົາຕ້ອງການ? ຄືການແກ້ພັນທະຂອງ ຄວາມຊົ່ວ,ການປົດພາລະໜັກລົງ ແລະການປ່ອຍໃຫ້ໃຫ້ຜູ້ຖືກບີບບັງຄັບ ເປັນອິດສະຫຼະແລະການຫັກແອກທຸກອັນ?”(ອິດສະຢາ 58:6)

ຂໍເຊີນນັ່ງລົງ, ກະລຸນາທ່ອງຂໍ້ພຣະຄໍາພີນີ້, ກະລຸນາເປີດແລ້ວອ່ານໃຫ້ໄວທີ່ສຸດເທົ່າທີ່ເຮັດ ໄດ້ແລະອະທິຖານເພື່ອວັນເສົາໜ້າ, ໃຫ້ສັງເກດວ່າອິດສະຢາ 58:6 ໃຫ້ຄຽງກັບອິດສະຢາ 61:1-2 ແນວໃດແດ່ເມື່ອປຽບທຽບກັນ.

“ພຣະວິນຍານຂອງອົງພຣະຜູ້ເປັນເຈົ້າພຣະເຈົ້າສະຖິດຢູ່ເທິງຂ້າພະເຈົ້າ ເພາະວ່າພຣະເຢໂຮວາໄດ້ຊົງເຈີມຕັ້ງຂ້າພະເຈົ້າໄວ້ໃຫ້ປະກາດຂ່າວປະເສີດມາຍັງຜູ້ທີ່ຖ່ອມໃຈ ພຣະອົງໄດ້ຊົງໃຊ້ໃຫ້ຂ້າພະເຈົ້າໃຫ້ຮັກສາຄົນທີ່ຊອກ ຊ້ຳລະກໍາໃຈ ໃຫ້ຮ້ອງປະກາດອິດສະຫຼະພາບແກ່ບັນດາຊະເລີຍ ແລະ ການເປີດຄຸກໃຫ້ແກ່ຜູ້ທີ່ຖືກຈອງຈໍາຢູ່ ເພື່ອປະກາດປີແຫ່ງຄວາມພໍພຣະໄທ ຂອງພຣະເຈົ້າ ແລະວັນແຫ່ງການແກ້ແຄ້ນຂອງພຣະເຈົ້າຂອງເຮົາ ເພື່ອ ເລົ້າໂລມບັນດາຜູ້ທີ່ໄວ້ທຸກ” (ອິດສະຢາ 61:1-2)

ພວກເຮົາເຫັນໄດ້ໂດຍການປຽບທຽບຂໍ້ພຣະຄໍາພີສອງຂໍ້ນັ້ນທີ່ວ່າວຽກຂອງພຣະຄຣິດຈະສືບຕໍ່ຢູ່ເທິງໂລກໃນປະຈຸບັນນີ້,ໂດຍການທີ່ພຣະເຈົ້າຊົງຕອບຄໍາອະທິຖານຂອງເຮົາແລະໂດຍ ການອົດອາຫານ.

ດຣ.ຈອນອາໄຣສ໌ (1895-1980)ໄດ້ກ່າວວ່າ“ຂ້າພະເຈົ້າຮູ້ດີວ່າການອົດອາຫານ ແທ້ແລະຄວາມອັບອາຍຂອງຈິດໃຈໃນຂະນະທີ່ເຮົາລໍຖ້າພຣະເຈົ້າຈະໄດ້ຮັບພອນທີ່ພຣະ ເຈົ້າຢາກໃຫ້ເຮົາ!...ອົດອາຫານແລະອະທິຖານຈົນພຣະເຈົ້າປະທານພອນໃຫ້” (Prayer: Asking and Receiving, Sword of the Lord, 1997 edition, pp. 230, 231).

ໂຈນາທານເອັດເວີດ (1703-1758) ໄດ້ອົດອາຫານແລະອະທິຖານເປັນເວລາສາມມື້ ໃນຂະນະທີ່ລາວກຽມທີ່ຈະເທດສະໜາເລື່ອງ ພວກຄົນບາບຢູ່ໃນພຣະຫັດຂອງພຣະເຈົ້າຜູ້ ຊົງພຣະພິໂລດ...ການຟື້ນຕື່ນຂື້ນຄັ້ງທີ່ໜື່ງໄດ້ເລີ່ມຕົ້ນພ້ອມກັບບົດເທດບົດນັ້ນ (Elmer Towns, D.Min., The Beginner’s Guide to Fasting, Regal Publications, 2001, pp. 123, 124).

ດຣ.ມາຕິນລອຍໂຈນ (1899-1981)ໄດ້ກ່າວວ່າ “ຂ້າພະເຈົ້າສົງໄສວ່າມັນເຄີຍປາ ກົດກັບເຮົາບໍວ່າພວກເຮົາຄວນຈະພິຈາລະນາຄໍາຖາມເລື່ອງການອົດອາຫານ? ຄວາມຈິງກໍ ຄືມັນເປັນເລື່ອງທີ່ເບິ່ງຄືວ່າໄດ້ຖືກເອົາອອກໄປຈາກ...ຄວາມຄິດຂອງຄຣິສຕຽນຂອງເຮົາ ແລ້ວ”(Studies in the Sermon on the Mount, part 2, Eerdmans, p. 34).

ສິດຍາພິບານໃນສະຕະວັດທີ່ສອງຊື່ໂພລີຄາບ(80-167)ໄດ້ກ່າວວ່າ“ຂໍໃຫ້ເຮົາກັບ ໄປຫາຄໍາຊື່ງຖືກມອບໃຫ້ແກ່ເຮົາຕັ້ງແຕ່ເລີ່ມຕົ້ນ ‘ຈົ່ງເຝົ້າລະວັງດ້ວຍການອະທິຖານ’ ແລະ ‘ໝັ່ນໃນການອົດອາຫານ’”(ຈົດໝາຍເຖິງຊາວປີລິບປອຍ)

ສະເປີໂຈນ (1834-1892)ໄດ້ກ່າວວ່າ “ພວກເຮົາໄດ້ສູນເສຍພຣະພອນອັນຍິ່ງ ໃຫຍ່ຢູ່ໃນຄຣິສຕະຈັກຂອງຄຣິສຕຽນໂດຍການເຊົາອົດອາຫານ” (C. H. Spurgeon, “A Desperate Case – How to Meet It,” January 10, 1864).

ດຣ.ອາ.ເອ.ທໍຣີ່ (1856-1928)ໄດ້ກ່າວວ່າ “ຖ້າພວກເຮົາຢາກອະທິຖານກັບລິດ ເດດພວກເຮົາຄວນຈະອະທິຖານພ້ອມກັບການອົດອາຫານ” (How to Pray, 2007 edition, p. 37).

ຈອນເວສລີຜູ້ໜ້ານັບຖື (1703-1791) ໄດ້ກ່າວວ່າ “ທ່ານມີມື້ໃດໆຂອງການອົດອາ ຫານແລະອະທິຖານບໍ?ພາຍຸບັນລັງແຫ່ງພຣະຄຸນ, ຄວາມພະຍາຍາມໃນນັ້ນແລ້ວຄວາມ ເມດຕາຈະລົງມາ” (The Works of John Wesley, volume 10, 1827 edition, p. 340).

ນັກປະກາດຂ່າວປະເສີດຊາວຈີນຜູ້ຍິ່ງໃຫຍ່ດຣ.ຈອນຊວງ (1901-1944)ໄດ້ກ່າວ ວ່າ “ມີຄົນໜຸ່ມຫຼາຍຄົນໄດ້ຈັດໃຫ້ມີຊ່ວງການອົດອາຫານແລະອະທິຖານ, ຄວາມຮັກຂອງ ນັກຮຽນທີ່ມີຕໍ່ພຣະເຈົ້າໄດ້ຖືກສໍາພັດ” (The Diary of John Sung, compiled by Levi, Genesis Books, 2012, p. 298).

ມິດຊັນນາລີຜູ້ບຸກເບີກປະເທດຈີນ ດຣ.ເຈທສ໌ຮັດສັນເທເລີ (1832-1905)ໄດ້ກ່າວ ວ່າ“ໃນຊານຊີຂ້າພະເຈົ້າໄດ້ພົບພວກຄຣິສຕຽນຊາວຈີນຜູ້ຊື່ງລື້ງເຄີຍທີ່ຈະໃຊ້ເວລາໃນການອົດອາຫານແລະອະທິຖານ...ພຣະເຈົ້າຊົງເຈີມຕັ້ງພິທີແຫ່ງພຣະຄຸນ, ບາງທີອຸປະສັກທີ່ ໃຫຍ່ທີ່ສຸດທີ່ກີດຂວາງວຽກຂອງເຮົາຄືຈິນຕະນາການແຂງຂອງເຮົາເອງແລະໃນການອົດອາຫານພວກເຮົາໄດ້ຮຽນຮູ້ສິ່ງຊົງສ້າງທີ່ມີຈຸດອ່ອນ, ອ່ອນແອທີ່ເຮົາເປັນ-ຂື້ນກັບອາຫານແຂງ ທີ່ໃຫ້ກໍາລັງໜ້ອຍໜື່ງຊື່ງພວກເຮົາມັກຈະອາໄສມັນຫຼາຍ” (The New Encyclopedia of Christian Quotations, Baker Books, 2000, p. 360).

ດຣ.ທິໂມທີລິນ (1911-2009)ໄດ້ກ່າວວ່າ “ຄວາມຮູ້ສຶກຕົວຝ່າຍວິນຍານຂອງເຮົາ ຖືກເປີດອອກສະເໝີໃນບໍ່ຊ້າທີ່ເຮົາເລີ່ມອົດອາຫານແລະອະທິຖານ... ນີ້ແມ່ນຄໍາເວົ້າຈາກ ປະສົບການຂອງຂ້າພະເຈົ້າເອງ” (The Secret of Church Growth, First Chinese Baptist Church, 1992, p. 23).

ພວກເຮົາຈະມີອີກມື້ໜື່ງຂອງການອົດອາຫານຢູ່ໃນຄຣິສຕະຈັກຂອງພວກເຮົາໃນ ວັນເສົາທີ່ຈະເຖິງນີ້,ຂ້າພະເຈົ້າຢາກຂໍເອົາບາງປະເດັ່ນໃຫ້ທ່ານວ່າຄວນຈະເຮັດແນວໃດແດ່.


1.      ຈົ່ງເຮັດໃຫ້ການອົດອາຫານເປັນຄວາມລັບ(ເທົ່າທີ່ຈະເປັນໄປໄດ້),ຢ່າໄປໆ ມາໆບອກຜູ້ຄົນວ່າເຮົາກໍາລັງອົດອາຫານຢູ່.

2.      ຈົ່ງໃຊ້ເວລາອ່ານພຣະຄໍາພີ,ອ່ານບາງສ່ວນຂອງໜັງສືກິດຈະການ(ດີແທ້ ແມ່ນບົດທໍາອິດ).

3.      ທ່ອງຈໍາ ອິດສະຢາ 58:6 ໃນຊ່ວງການອົດອາຫານໃນມື້ວັນເສົາ.

4.      ອະທິຖານຂໍພຣະເຈົ້າໃຫ້ມີຄົນໃຫມ່ສິບຄົນຫຼືຫຼາຍກວ່ານັ້ນທີ່ຈະຢູ່ກັບເຮົາ.

5.      ອະທິຖານເພື່ອການສໍານຶກຂອງຄົນໜຸ່ມທີ່ບໍ່ເຊື່ອ, ອະທິຖານຂໍໃຫ້ພຣະເຈົ້າ ເຮັດກັບເຂົາໃນສິ່ງທີ່ພຣະອົງກ່າວໄວ້ໃນອິດສະຢາ 58:6.

6.      ອະທິຖານເພື່ອໃຫ້ຜູ້ມາຢ້ຽມຄັ້ງທໍາອິດໃນມື້ນີ້(ວັນອາທິດ)ທີ່ຈະຖືກຊັກນໍາ ໃຫ້ມາອີກໃນອາທິດໜ້າ,ອະທິຖານລະບຸຊື່ຖ້າເປັນໄປໄດ້.

7.      ຈົ່ງອະທິຖານເພື່ອຂໍໃຫ້ພຣະເຈົ້າສໍາແດງໃຫ້ຂ້າພະເຈົ້າເຫັນວ່າຈະເທດສະ ໜາແນວໃດແດ່ອາທິດໜ້ານີ້-ທັງຕອນເຊົ້າແລະຕອນແລງ.

8.      ຈົ່ງດື່ມນໍ້າຫຼາຍໆ,ປະມານຈອກໜື່ງທຸກໆຊົ່ວໂມງ,ທ່ານສາມາດດື່ມກາແຟ ຈອກໃຫຍ່ໆໄດ້ໃນຕອນຕົ້ນຖ້າຫາກທ່ານລື້ງກິນມັນທຸກມື້,ຢ່າດື່ມນໍ້າຫວານ ນໍ້າຊູກໍາລັງແລະອື່ນໆ.

9.      ຈົ່ງໄປຫາໝໍກ່ອນອົດອາຫານຖ້າຫາກທ່ານມີຄໍາຖາມອັນໃດກ່ຽວກັບສຸຂະ ພາບ(ໃຫ້ໄປຫາດຣ.ໄຄຣ້ທັນແຊນຫຼື ດຣ.ຈູດິດເຄແກນຢູ່ຄຣິສຕະຈັກຂອງ ເຮົາ) ຢ່າອົດອາຫານຖ້າທ່ານຫາກມີພະຍາດຮ້າຍແຮງເຊັ່ນເບົາຫວານ ຫຼື ຄວາມດັນເລືອດສູງ,ຈົ່ງໃຊ້ວັນເສົາເພື່ອອະທິຖານຕາມຂໍ້ພວກນີ້ກໍພໍ.

10.    ເລີ່ມຕົ້ນການອົດອາຫານຂອງທ່ານຫຼັງຈາກອາຫານແລງໃນມື້ວັນສຸກ,ຢ່າ ກິນຫຍັງອີກຫຼັງຈາກອາຫານແລງວັນສຸກຈົນກວ່າທີ່ພວກເຮົາຈະກິນເຂົ້ານໍາ ກັນຢູ່ໂບດເວລາ 5:30 ໃນຕອນແລງວັນເສົາ.

11.    ຈົ່ງຈື່ໄວ້ວ່າສິ່ງທີ່ສໍາຄັນທີ່ສຸດທີ່ຈະອະທິຖານເພື່ອຄືຄົນໜຸ່ມທີ່ຍັງບໍ່ເຊື່ອຢູ່ ໃນໂບດຂອງເຮົາໃຫ້ຮັບເຊື່ອ-ແລະເຊັ່ນກັນເພື່ອຄົນໜຸ່ມໃໝ່ທີ່ກໍາລັງມາໃນ ຊ່ວງເວລານີ້ໃຫ້ຢູ່ກັບພວກເຮົາຕະຫຼອດໄປ.


ຕອນນີ້ຂ້າພະເຈົ້າຈະຂໍເອົາຄໍາເວົ້າໜ້ອຍໜື່ງໃຫ້ພວກທ່ານຜູ້ທີ່ຍັງບໍ່ທັນກັບໃຈໃໝ່,ພຣະເຢຊູຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າການລົງໂທດອັນສູງສຸດເພາະບາບຂອງ ທ່ານ,ເພື່ອທ່ານຈະບໍ່ຖືກຕັດສິນລົງໂທດເພາະຄວາມບາບຂອງຕົນ, ພຣະເຢຊູຊົງຟື້ນຂື້ນ ຈາກຕາຍພ້ອມດ້ວຍຮ່າງກາຍເພື່ອມອບຊີວິດນິລັນດອນໃຫ້ແກ່ທ່ານ, ພຣະເຢຊູໄດ້ສະເດັດ ກັບໄປທີ່ພຣະຫັດຂວາຂອງພຣະເຈົ້າໃນສະຫວັນທີ່ສາມແລ້ວ, ພວກທ່ານສາມາດມາຫາ ພຣະອົງໄດ້ໂດຍຄວາມເຊື່ອແລະພຣະອົງຈະຊົງຊ່ວຍທ່ານໃຫ້ພົ້ນຈາກຄວາມບາບແລະການຕັດສິນລົງໂທດ! ຂໍພຣະເຈົ້າອວຍພອນທ່ານ, ເອແມນ. ຂໍເຊີນດຣ.ແຊນມານໍາພວກເຮົາ ອະທິຖານແດ່.

ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາບອກເພີ່ນນຳວ່າເຮົາຂຽນມາຈາກປະເທດໃດ,ອີເມວຂອງດຣ. ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາ ດຣ. ໄຮເມີ ເປັນພາສາໃດກໍໄດ້, ແຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ລູກາ 4:16-21.
ບັນເລງເພງກ່ອນເທດສະໜາໂດຍ ທ້າວເບັນຈາມິນຄິນເຄດກຣິຟຟິດ:
“Come, My Soul, Thy Suit Prepare” (by John Newton, 1725-1807).