Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການອະທິຖານແລະການອົດອາຫານໃນສະໄໝຂອງໂອບາມາ

PRAYER AND FASTING IN THE AGE OF OBAMA
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 12/7/2015
A sermon preached at the Baptist Tabernacle of Los Angeles
Lord's Day Evening, July 12, 2015

“ເມື່ອພຣະອົງສະເດັດເຂົ້າໃນເຮືອນແລ້ວ ເຫລົ່າສາວົກຂອງພຣະອົງມາທູນຖາມພຣະອົງເປັນສ່ວນຕົວວ່າ ເປັນຫຍັງພວກຂ້າພະອົງຈື່ງໄລ່ຜີນັ້ນອອກບໍ່ໄດ້ ພຣະອົງຕັດຕອບເຂົາວ່າ ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກຈາກໂດຍການອະທິຖານແລະການອົດອາ ຫານ”(ມາລະໂກ 9:28, 29)


ເລື່ອງນີ້ເປັນເລື່ອງງ່າຍໆພຣະເຢຊູຊົງຂື້ນໄປເທິງພູ, ເມື່ອພຣະອົງລົງມາກໍຊົງເຫັນ ຝູງຊົນໃຫຍ່ຮ່ວມຕົວກັນອ້ອມຮອບພວກສາວົກ, ພຣະເຢຊູຈື່ງຖາມພວກເຂົາວ່າມີຫຍັງເກີດ ຂື້ນ, ມີຜູ້ຊາຍຄົນໜື່ງໄດ້ກ້າວອອກມາຈາກຝູງຊົນນັ້ນແລ້ວບອກພຣະເຢຊູວ່າລູກຊາຍຂອງ ລາວມີຜີສິງຢູ່,ລາວບອກວ່າຜີໄດ້ເຮັດໃຫ້ລູກຊາຍຂອງລາວເກີດຄວາມວຸ້ນວາຍ, ລາວບອກ ວ່າໄດ້ຂໍໃຫ້ພວກສາວົກໄລ່ຜີອອກແຕ່ພວກເຂົາບໍ່ສາມາດເຮັດໄດ້, ພຣະເຢຊູບອກໃຫ້ຜູ້ຊາຍ ຄົນນັ້ນພາລູກຊາຍຂອງຕົນມາຫາພຣະອົງ, ພຣະເຢຊູຊົງຕໍານິຜີນັ້ນແລ້ວກ່າວວ່າ“ຈົ່ງອອກມາຈາກເຂົາ ຢ່າໄດ້ກັບເຂົ້າສິງເຂົາອີກເລີຍ” ຜີຈື່ງຮ້ອງສຽງດັງແລ້ວອອກໄປຈາກເດັກນັ້ນ, ພຣະເຢຊູຈື່ງເອົາມືຈັບເດັກນັ້ນແລ້ວດຶງຂື້ນ,ແລະລາວກໍຫາຍດີ, ສອງສາມນາທີຕໍ່ມາພຣະເຢຊູກໍເຂົ້າໄປໃນເຮືອນຫຼັງໜື່ງ, ພວກສາວົກໄດ້ມາຫາພຣະອົງແລ້ວຖາມວ່າ “ເປັນຫຍັງພວກຂ້າພະອົງຈື່ງໄລ່ຜີນັ້ນອອກບໍ່ໄດ້”(ມາລະໂກ 9:28).

ດຣ.ມາຕິນລອຍ-ໂຈນໄດ້ກ່າວວ່າ “ພວກເຂົາໄດ້ພະຍາຍາມດ້ວຍສຸດຄວາມສາ ມາດຂອງເຂົາແຕ່ກໍລົ້ມເຫຼວ,ພວກເຂົາເຄີຍປະສົບຜົນສໍາເລັດໃນກໍລະນີອື່ນໆມາແລ້ວ, ແຕ່ ຢູ່ບ່ອນນີ້ພວກເຂົາທຸກຄົນຕ່າງກໍລົ້ມເຫຼວ, ແລະໃນວິນາທີນັ້ນພ້ອມກັບຄວາມງ່າຍສຸດໆຂອງ ພຣະເຈົ້າຂອງເຮົາ(ພຣະເຢຊູຄຣິດ) ພຽງແຕ່ເວົ້າຄໍາດຽວແລະເດັກນ້ອຍຄົນນັ້ນກໍຫາຍດີ,ພວກເຂົາຖາມວ່າ“ເປັນຫຍັງພວກຂ້າພະອົງຈື່ງໄລ່ຜີນັ້ນອອກບໍ່ໄດ້?”ແລະ(ພຣະຄຣິດ) ຊົງຕອບວ່າ“ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກຈາກໂດຍການອະທິຖານແລະການອົດອາຫານ” (Martyn Lloyd-Jones, M.D., Revival, Crossway Books, 1994 edition, p. 9; comment on Mark 9:28, 29).

ເລື່ອງລາວຂອງຜີທີ່ບໍ່ສາມາດໄລ່ອອກໄປໄດ້ໂດຍພວກສາວົກແມ່ນມີຄວາມສໍາຄັນຫຼາຍ, ມັນສໍາຄັນຫຼາຍຊື່ງພຣະວິນຍານບໍລິສຸດໄດ້ບັນທຶກມັນໄວ້ສາມເທື່ອໃນພຣະຄໍາພີໃໝ່ - ໃນໜັງສືມັດທາຍ,ໃນມາລະໂກແລະອີກຄັ້ງໜື່ງໃນລູກາ, ດຣ.ລອຍ-ໂຈນໄດ້ກ່າວວ່າມັນ ມີຄວາມສໍາຄັນຫຼາຍສໍາຫຼັບພວກເຮົາໃນປະຈຸບັນນີ້, ຂ້າພະເຈົ້າເຫັນດ້ວຍກັບລາວຢ່າງເຕັມ ທີ່, ແຕ່ກ່ອນທີ່ຂ້າພະເຈົ້າຈະປະຍຸກໃຊ້ຄວາມໝາຍຂອງເລື່ອງນີ້ຕໍ່ຄຣິສຕະຈັກຂອງເຮົາ,ຂ້າ ພະເຈົ້າຈະຂໍຈັດການກັບນັກວິຈານພຣະຄໍາພີຫຼາຍຄົນທີ່ໄດ້ຕັດເອົາຄໍາວ່າ“ແລະອົດອາຫານ”ອອກໄປຢູ່ໃນການແປສະໄໝໃໝ່ທຸກເຫຼັ້ມ.

ດັ່ງນັ້ນ,ກ່ອນທີ່ຂ້າພະເຈົ້າຈະເຂົ້າສູ່ເນື້ອໃນບົດເທດ, ຂ້າພະເຈົ້າຢາກຈະຂໍເວົ້າກັບ ພວກທ່ານກ່ຽວກັບສອງຄໍາສຸດທ້າຍໃນຂໍ້ທີ່ 29 –“ແລະອົດອາຫານ”ສະບັບສະກໍຟິວໄດ້ບັນ ທຶກສູນກາງ“ຢູ”ວ່າ “ສະບັບຄັດລອກສອງເຫຼັ້ມທີ່ດີທີ່ສຸດຕັດອອກ ‘ແລະອົດອາຫານ’” ນີ້ ໝາຍຄວາມວ່າແມ່ນແຕ່ພຣະຄໍາພີທີ່ອານຸລັກນິຍົມຫຼາຍສະບັບສະກໍຟິວສືກສາກໍໄດ້ຮັບອິດທິພົນໂດຍລັດທິວິຈານທີ່ທໍາລາຍພຣະຄໍາພີແຫ່ງຍຸກທ້າຍສະຕະວັດທີ່ 19, ເປັນຫຍັງພຣະຄໍາ ພີສອງສະບັບເກົ່າໆທີ່ຕັດອອກຄໍາວ່າອົດອາຫານເປັນ“ພຣະຄໍາພີທີ່ດີທີ່ສຸດ”?ພຣະຄໍາພີຫຼັກທີ່ພວກວິຈານໃຊ້ແມ່ນພຣະຄໍາພີສະບັບຊີນາຍທິຄັສ,ທິດສະດີຂອງພວກວິຈານແມ່ນເກົ່າແກ່ ທີ່ສຸດຍ່ອມດີທີ່ສຸດ,ແຕ່ເຮົາຈະແນ່ໃຈໃນທິດສະດີນັ້ນໄດ້ແນວໃດ?

ຂ້າພະເຈົ້າກັບເມຍໄດ້ໄປວິຫານເຊັນແຄັດເທີຣີນຢູ່ທີ່ຕີນພູຊີນາຍເມື່ອຫຼາຍປີກ່ອນ, ພວກເຮົາເຫັນບ່ອນທີ່ພຣະຄໍາພີຖືກຄົ້ນພົບ - ຢູ່ໃນເສົາເຂັມຂອງສິ່ງຫັກພັງໃນວິຫານບູຮານ ນີ້, ຢູ່ທີ່ປະຕູຂອງວິຫານແມ່ນເສົາໃຫຍ່ຕົ້ນໜື່ງຂອງກະໂຫຼກຫົວມະນຸດ, ນີ້ແມ່ນກະໂຫຼກ ຫົວຂອງນັກບວດຜູ້ທີ່ອາໄສຢູ່ບ່ອນນັ້ນເປັນເວລາຫຼາຍສະຕະວັດ, ພາຍໃນຄືໜື່ງໃນວິຫານ ສະຖານທີ່ສັກສິດທີ່ມືດແລະຮູ້ສຶກແບບຊາຕານທີ່ສຸດທີ່ຂ້າພະເຈົ້າເຄີຍເຫັນມາກ່ອນ,ໄຂ່ຂອງນົກກະຈອກເທດໂຫຼໜື່ງຫ້ອຍລົງມາຈາກເພດານ, ສະຖານທີ່ແມ່ນມີຄວາມສະຫວ່າງໂດຍ ສ້າງແບບຈໍາລອງທຽນໄຂ, ມັນຄ້າຍຄືກັບສະຖານທີ່ທີ່ທ່ານອາດຈະເຫັນຢູ່ໃນໜັງເລື່ອງ “Raiders of the Lost Ark” ຂ້າພະເຈົ້າບໍ່ຢາກໃຊ້ເວລາໃນຕອນກາງຄືນຢູ່ໃນສະຖານທີ່ທີ່ ເປັນຕາຢ້ານນັ້ນດອກ! ມັນແມ່ນຈາກສະຖານທີ່ມືດມິດແລະໝົດຫວັງນີ້ທີ່ທິສເຊັນດອຟໄດ້ ຄົ້ນພົບພຣະຄໍາພີສະບັບເກົ່າແກ່ຂອງຂ່າວປະເສີດຕ່າງໆ,ຈາກນັ້ນຂ້າພະເຈົ້າກັບເມຍຄວາມຈິງແລ້ວໄດ້ເຫັນພຣະຄໍາພີທີ່ຂຽນດ້ວຍມືນັ້ນຢູ່ໃນພິພິທະພັນບຣິຕິສໃນເມືອງລອນດອນ.

ຂ້າພະເຈົ້າສໍານຶກວ່າພວກນັກບວດບູຮານທີ່ຢູ່ໃນວິຫານນັ້ນໄດ້ຮັບອິດທິພົນຈາກລັດທິຢອສຕິກ, ແນ່ນອນພວກຢອສຕິກບໍ່ຕ້ອງການທີ່ຈະເນັ້ນໜັກເລື່ອງອົດອາຫານ, ນັ້ນແລະ ວ່າເປັນຫຍັງພວກນັກບວດທີ່ໄດ້ຮັບອິດທິພົນຈາກພວກຢອສຕິກຈື່ງຕັດຄໍາວ່າ“ອົດອາຫານ”ອອກໄປໃນຕອນທີ່ພວກເຂົາຄັດລອກຂ່າວປະເສີດຂອງມາລະໂກດ້ວຍມື.

ມີເຫດຜົນອື່ນອີກທີ່ຂ້າພະເຈົ້າຄິດວ່າຄໍາວ່າ“ອົດອາຫານ”ຖືກຂຽນຂື້ນໂດຍມາລະໂກເອງ, ພວກທ່ານເຫັນບໍວ່າປະໂຫຍກບໍ່ເຂົ້າທ່າຖ້າທ່ານຫາກຕັດເອົາຄໍາວ່າ “ອົດອາຫານ” ອອກ, ສະບັບ NIV ກໍຄືກັບສະບັບແປສະໄໝໃໝ່ທຸກສະບັບມີແບບນີ້ວ່າ“ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກຈາກໂດຍການອະທິຖານ” ຈົ່ງໃຊ້ຄວາມຄິດຂອງພວກທ່ານ, ພວກທ່ານຮູ້ບໍວ່າພວກສາວົກໄດ້ອະທິຖານແລ້ວ? ແນ່ນອນພວກເຂົາອະທິຖານແລ້ວ! ແຕ່ “ຜີຊະນິດນີ້”ຕ້ອງການບາງສິ່ງບາງຢ່າງຫຼາຍກວ່າຄໍາອະທິຖານ,ມັນເຂົ້າໃຈໄດ້ງ່າຍບໍ? ຄືກັບທີ່ຊີ.ເອສ.ລູອິສໄດ້ຊີ້ໃຫ້ເຫັນຢູ່ໃນບົດຄວາມສັ້ນຂອງລາວວ່າ,ພວກນັກວິຈານພຣະຄໍາພີເຫຼົ່ານີ້ຄວນຈະສືກສາວັນນະຄະດີພາສາອັງກິດ, ຖ້າພວກເຂົາໄດ້ສຶກສາການແຕ່ງເລື່ອງພວກເຂົາກໍຈະເຂົ້າໃຈບາງສິ່ງບາງຢ່າງທີ່ຂາດຫາຍໄປ,“ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກຈາກໂດຍການອະທິຖານ” ບໍສົມເຫດສົມຜົນ! ແນ່ນອນພວກເຂົາໄດ້ອະທິຖານ,ປະ ໂຫຍກຟັງບໍ່ເຂົ້າທ່ານອກຈາກມັນຈະເວົ້າວ່າ “ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກ ຈາກ ໂດຍການອະທິຖານແລະການອົດອາຫານ”

ຈາກນັ້ນມີເຫດຜົນອັນທີ່ສາມ,ຜ່ານທາງປະຫວັດສາດອັນຍາວນານຂອງຊາວຄຣິສ ຕຽນພວກຄຣິສຕຽນເຊື່ອວ່າມີຄວາມຈໍາເປັນທີ່ຈະອົດອາຫານເຊັ່ນດຽວກັບການອະທິຖານໃນເມື່ອຊາຕານຕໍ່ສູ້ເພື່ອຢຸດຢັ້ງວຽກຂອງພຣະເຈົ້າ, ນັກເທດທຸກຄົນໃນຊ່ວງການຟື້ນຟູ່ຕ່າງໆ ຂອງອະດີດຮູ້ດີວ່າມີຊ່ວງເວລາເມື່ອພວກເຂົາຕ້ອງອົດອາຫານ, ແຕ່ປະຈຸບັນນີ້ພວກເຂົາຖືກ ນໍາອອກໄປຈາກການອົດອາຫານໂດຍການຕັດອອກຄໍາວ່າ“ອະທິຖານແລະການອົດອາຫານ” ພວກທ່ານຮູ້ບໍວ່າຈອນເວສລີໄດ້ອົດອາຫານສອງຫຼືຫຼາຍກວ່ານັ້ນຕໍ່ອາທິດໜື່ງໃນຊ່ວງການຟື້ນຕື່ນຂື້ນໃຫຍ່? ພວກທ່ານຮູ້ບໍວ່າໂຈນາທານເອັດເວີດໄດ້ອົດອາຫານເປັນເວລາສາມມື້ ກ່ອນລາວຈະເທດສະໜາໃນເລື່ອງ“ຄົນບາບຢູ່ໃນພຣະຫັດຂອງພຣະເຈົ້າຜູ້ຊົງພຣະພິໂລດ?ບົດເທດສະໜານີ້ໄດ້ນໍາສູ່ການຟື້ນຟູດີພິເສດຢູ່ໃນຄຣິສຕະຈັກຂອງລາວຊື່ງໄດ້ແຜ່ຂະຫຍາຍໄປທົ່ວນິວອິງແລນ - ຈາກນັ້ນກໍຕໍ່ປະເທດອັງກິດເອງ, ການຟື້ື້ນຟູແບບນັ້ນຈະເກີດຂື້ນບໍ ຖ້າຫາກເອັດເວີດອະທິຖານໂດຍບໍ່ມີການອົດອາຫານ? ນີ້ຄືເລື່ອງທີ່ແນ່ນອນ - ພຣະເຈົ້າ ໄດ້ສົ່ງການຟື້ນຟູມາເມື່ອລາວອົດອາຫານເຊັ່ນດຽວກັນກັບການອະທິຖານ! ການຂາດການ ອົດອາຫານໃນຄຣິສຕະຈັກຂອງພວກເຮົາຫຼາຍແຫ່ງໃນປະຈຸບັນຄືໜື່ງໃນເຫດຜົນທີ່ບໍ່ມີການຟື້ນຟູແມ່ນບໍ? ນີ້ແມ່ນເລື່ອງທີ່ແນ່ນອນ - ການຟື້ນຟູໃນປະຈຸບັນນີ້ມີໜ້ອຍຫຼາຍໃນເວ ລາດຽວກັນກໍມີການອົດອາຫານໜ້ອຍຫຼາຍ! ນີ້ຄືເລື່ອງທີ່ແນ່ນອນ!

ຕໍ່ມາມີເຫດຜົນອັນທີ່ສີ່ທີ່ຈະເກັບຄໍາວ່າ“ແລະການອົດອາຫານ”ໄວ້, ລູເທີໄດ້ເວົ້າເຖິງ “ຄວາມຄ້າຍຄືກັນ”ຂອງພຣະຄໍາພີ, ລາວໝາຍຄວາມວ່າພວກເຮົາຄວນຈະເບິ່ງຄວາມຄ້າຍ ຄືກັນຂອງພຣະຄໍາພີອື່ນໆເພື່ອທີ່ຈະເຫັນໃນສິ່ງທີ່ພຣະຄໍາພີນັ້ນກ່າວເມື່ອພວກເຮົາກໍາລັງແປພຣະຄໍາພີນັ້ນ, ແມ່ນຫຍັງຄືຂໍ້ພຣະຄໍາພີທີ່ຮູ້ຈັກດີທີ່ສຸດໃນພຣະຄໍາພີກ່ຽວກັບການອົດອາ ຫານ? ແນ່ນອນນັກສຶກສາພຣະຄໍາພີຄວນຮູ້ວ່າມັນຢູ່ໃນອິດສະຢາ 58:6:

“ການອົດອາຫານແບບນີ້ບໍ່ແມ່ນບໍທີ່ເຮົາຕ້ອງການ? ຄືການແກ້ພັນທະຂອງ ຄວາມຊົ່ວ,ການປົດພາລະໜັກລົງ ແລະການປ່ອຍໃຫ້ໃຫ້ຜູ້ຖືກບີບບັງຄັບ ເປັນອິດສະຫຼະແລະ...ແອກທຸກອັນ?” (ອິດສະຢາ 58:6)

ພຣະເຢຊູຊົງຮູ້ຈັກອິດສະຢາດີ,ພຣະອົງຊົງຕັດຈາກອິດສະຢາ 61:1,2 ໃນຕອນທີ່ພຣະອົງ ເທດສະໜາຢູ່ໃນທໍາມະສາລາເມືອງນາຊາເຣັດ, ແນ່ນອນພຣະເຢຊູຊົງເວົ້າເຖິງໜ້ອຍໜື່ງຕໍ່ ອິດສະຢາ 58:6 ເມື່ອພຣະອົງຕັດວ່າ “ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກຈາກໂດຍການອະທິຖານແລະການອົດອາຫານ”(ມາລະໂກ 9:29)

“ການອົດອາຫານແບບນີ້ບໍ່ແມ່ນບໍທີ່ເຮົາຕ້ອງການ? ຄືການແກ້ພັນທະຂອງ ຄວາມຊົ່ວ,ການປົດພາລະໜັກລົງ ແລະການປ່ອຍໃຫ້ໃຫ້ຜູ້ຖືກບີບບັງຄັບ ເປັນອິດສະຫຼະແລະ...ແອກທຸກອັນ?”(ອິດສະຢາ 58:6)

ເຊັ່ນດຽວກັບອິດສະຢາ,ພຣະເຢຊູກໍາລັງບອກພວກສາວົກວ່າການອະທິຖານແລະການອົດອາຫານສາມາດ“ປົດປ່ອຍຜູ້ທີ່ຖືກກົດຂີ່ໃຫ້ເປັນອິດສະຫຼະໄດ້” - ແລະຫັກແອກທຸກຢ່າງຂອງຊາຕານໄດ້! ນັ້ນແລະຄື“ຄວາມຄ້າຍຄືກັນ”ຂອງພຣະຄໍາພີ! ນັ້ນຄືການປ່ອຍໃຫ້ພຣະຄໍາພີເອງເປັນຜູ້ອະທິບາຍທີ່ດີທີ່ສຸດໃນຫົວຂໍ້ພຣະຄໍາພີຂອງເຮົາ, ຂ້າພະເຈົ້າຮູ້ສຶກໝັ້ນໃຈວ່າລູເທີຈະເຫັນດ້ວຍກັບຂ້າພະເຈົ້າໃນເລື່ອງນີ້.

ເຫດຜົນອັນທີ່ຫ້າສໍາຫຼັບການຍອມຮັບເອົາ“ການອົດອາຫານ”ມາຈາກຄວາມຈິງທີ່ວ່າຄົນທີ່ໄລ່ຜີອອກສອນສະເໝີວ່າການອົດອາຫານມີປະໂຫຍດໃນກໍລະນີຕ່າງໆທີ່ແນ່ນອນ, ຈອນເວສລີຜູ້ໜ້ານັບຖືໄດ້ເວົ້າເຖິງຄວາມເທົ່າທຽມກັນຂອງຂໍ້ພຣະຄໍາພີໃນມັດທາຍ 17:21 ທີ່ວ່າ “ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກຈາກໂດຍການອະທິຖານແລະການອົດອາຫານ”- ສິ່ງທີ່ເປັນຄໍາພະຍານໃນທີ່ນີ້ຄືປະສິດທິພາບຂອງການອົດອາຫານເມື່ອເພີ່ມຄໍາ ອະທິຖານດ້ວຍຄວາມຈິງໃຈເຂົ້າໄປ, ຜີບາງຊະນິດພວກອັກຄະສາວົກໄດ້ໄລ່ອອກໄປກ່ອນ ໜ້ານີ້ໂດຍບໍ່ໄດ້ອົດອາຫານ”ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກຈາກໂດຍການອະທິ ຖານແລະການອົດອາຫານ (John Wesley, M.A., Wesley’s Notes on the New Testament, Baker Book House, 1983, volume I; note on Matthew 17:21).

ຈອນເວສລີ(1703-1791)ຮູ້ຈັກຈັດການກ່ຽວກັບການຊ່ວຍໃຫ້ພົ້ນຈາກຜີມານໃນ ການຮັບໃຊ້ອັນຍາວນານຂອງລາວໃນຖານະເປັນຜູ້ກໍ່ຕັ້ງນິກາຍເມໂຕດິສເວສລີຢັນ.

ດຣ.ໂທມັສເຮວເປັນມິດຊັນນາຣີການຢາໄປປະເທດໄທ, ໄດ້ປະເຊີນໜ້າກັບຜີມານ ຫຼາຍເທື່ອໃນການຮັບໃຊ້, ດຣ.ເຮວໃນໜັງສືອະທິບາຍຂອງລາວທີ່ສະໜັບສະໜູນການອົດ ອາຫານ,ໄດ້ອະທິບາຍໃນມາລະໂກ 9:29 ດຣ.ເຮວໄດ້ກ່າວວ່າ “ໃນບາງສະຖານະການ ມັນມີຄວາມຈໍາເປັນທີ່ຈະອົດອາຫານໃນການທີ່ຈະໄດ້ຮັບຄໍາຮ້ອງຂໍຂອງເຮົາຈາກພຣະເຈົ້າ... ເມື່ອໂດຍການອົດອາຫານພວກເຮົາໄດ້ສະແດງໃຫ້ພຣະເຈົ້າເຫັນວ່າພວກເຮົາມີຄວາມຈິງ ຈັງ... ພຣະອົງຈະຕອບສະໜອງຕໍ່ຄໍາອະທິຖານຂອງພວກເຮົາໂດຍການໃຫ້ເຮົາມີລິດອໍາ ນາດຍິ່ງໃຫຍ່ເກີນວັດແທກໄດ້,ສະຕິປັນຍາແລະພຣະພອນຝ່າຍວິນຍານ” ຫຼັງຈາກທີ່ໄດ້ປະ ເຊີນກັບຜີມານໃນການຮັບໃຊ້, ດຣ.ເຮວໄດ້ກ່າວວ່າພວກເຮົາຄວນຮັກສາ“ແລະການອົດອາ ຫານ”ໄວ້ໃນຂໍ້ພຣະຄໍາພີ(Thomas Hale, M.D., The Applied New Testament Commentary, Kingsway Publications, 1997, p. 265; note on Mark 9:29).

ຕອນນີ້ຂ້າພະເຈົ້າຈະຂໍໃຫ້ເຫດຜົນອັນທີ່ຫົກແລະສຸດທ້າຍທີ່ຈະເກັບຄໍາວ່າ “ແລະ ການອົດອາຫານ”ໄວ້, ມີພຽງສະບັບຄັດລອກເກົ່າແກ່ສອງສະບັບທີ່ຕັດມັນອອກໄປ,ແຕ່ຍັງມີ ສະບັບຄັດລອກເກົ່າແກ່ເປັນຮ້ອຍສະບັບ,ສະບັບບູຮານຫຼາຍທີ່ມີຄໍານີ້ຢູ່, ພວກນັກວິຈານຕັດ ສິນໃຈທີ່ຈະຕິດຕາມສອງສະບັບທີ່ຕັດມັນອອກແລະລືມກ່ຽວກັບທຸກເຫຼັ້ມທີ່ເກົ່າແກ່ບູຮານທີ່ມີຄໍານີ້ຢູ່, ຂໍພຣະເຈົ້າຊ່ວຍພວກເຮົາແດ່! ຂ້າພະເຈົ້າບໍ່ຄິດວ່າພວກເຮົາຈະມີການຟື້ນຟູນອກ ຈາກພວກເຮົາຈະກັບມາສູ່ການອົດອາຫານໄປພ້ອມກັບການອະທິຖານ!

ຂ້າພະເຈົ້າໄດ້ໃຫ້ຫົກເຫດຜົນເພື່ອປະຕິເສດການແປສະບັບໃໝ່ໃນເລື່ອງພຣະຄໍາພີຂໍ້ນີ້! ຂ້າພະເຈົ້າບໍ່ເຄີຍເທດສະໜາຈາກພວກມັນເລີຍ, ຂ້າພະເຈົ້າບໍ່ໄວ້ໃຈມັນ, ນັ້ນແລະຄື ເຫດຜົນທີ່ວ່າເປັນຫຍັງຂ້າພະເຈົ້າຈື່ງເທດສະໜາພຽງແຕ່ພຣະຄໍາພີສະບັບຄິງເຈມສ໌ເທົ່ານັ້ນ ນັ້ນແລະທີ່ວ່າເປັນຫຍັງຂ້າພະເຈົ້າຈື່ງຕ້ອງການໃຫ້ພວກທ່ານທ່ອງຈໍາຂໍ້ພຣະຄໍາພີຕ່າງໆ ຈາກສະບັບຄິງເຈມສ໌ແລະຈົ່ງອ່ານພຣະຄໍາພີແຕ່ລະວັນຂອງທ່ານໂດຍໃຊ້ພຽງແຕ່ສະບັບຄິງເຈມສ໌ເທົ່ານັ້ນ, ມັນຈະເປັນພຣະພອນແກ່ທ່ານແລະທ່ານສາມາດວາງໃຈໄດ້!

“ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກຈາກໂດຍການອະທິຖານແລະການອົດອາຫານ”(ມາລະໂກ 9:29)

ຕອນນີ້ສໍາຫຼັບຄໍາເທດສະໜາທີ່ເຫຼືອຢູ່ນີ້ຂ້າພະເຈົ້າຈະຂໍຕອບຄໍາຖາມສອງຂໍ້ຄື:

(1) ແມ່ນຫຍັງຄື“ຜີຊະນິດນີ້”?
(2) ເຮົາຈະເອົາຊະນະ“ຜີຊະນິດນີ້”ໄດ້ແນວໃດ?

ຂ້າພະເຈົ້າຈະບໍ່ເສຍເວລາພະຍາຍາມທີ່ຈະພິສູດແກ່ພວກທ່ານວ່າພວກຜີແລະຊາ ຕານມີຕົວຕົນ, ຖ້າພວກທ່ານເປັນຄົນນໍາວິນຍານທ່ານກໍຮູ້ຈັກແລ້ວໂດຍຜ່ານປະສົບການ ການມີແທ້ຂອງພະຍາມານ,ດັ່ງນັ້ນຂ້າພະເຈົ້າກໍາລັງຈະໄປຂ້າງໜ້າໂດຍປາສະຈາກການພະຍາຍາມທີ່ຈະຊັກຊວນທ່ານເລື່ອງການມີຕົວຕົນຂອງພວກມັນ.

“ຜີຊະນິດນີ້”ກ່າວເຖິງພວກພະຍາມານທີ່ກໍາລັງຢຸຸດຢັ້ງພວກເຮົາ,ຊື່ງພວກເຮົາເບິ່ງຄືວ່າບໍ່ມີຄວາມສາມາດທີ່ຈະເອົາຊະນະໂດຍວິທີປົກກະຕິໄດ້, ພຣະຄໍາພີສອນວ່າພວກຜີມານ“ໄດ້ເຮັດໃຫ້ໃຈຂອງເຂົາຊື່ງບໍ່ເຊື່ອມືດໄປ(2 ໂກລິນໂທ 4:4), ແລະມັນຄືຄວາມຈິງຕໍ່ທຸກຄົນໃນໂລກນີ້ກ່ອນການກັບໃຈໃໝ່, ພວກເຮົາເຄີຍຈັດການກັບຊຜີະນິດ“ນັ້ນ”ເປັນເວລາດົນນານ ແລະພວກເຮົາເຮົາມັກຈະເຫັນຜີຊະນິດ“ນັ້ນ”ຖືກປາບໂດຍພຣະຄຣິດໃນການຕອບຄໍາອະທິຖານຂອງພວກເຮົາ.

ພວກເຮົາຍັງຮູ້ເຊັ່ນກັນວ່າຜີຊະນິດ“ນັ້ນ”ໄດ້ຊີງເອົາຄໍາໄປຈາກໃຈຂອງຄົນທີ່ບໍ່ເຊື່ອ-“ແລ້ວພະຍາມານມາຊີງເອົາພຣະວັດຈະນະຈາກໃຈຂອງເຂົາ”(ລູກາ 8:12), ແລະພວກ ເຮົາມັກຈະເຫັນຜີຊະນິດ“ນັ້ນ”ຖືກປາບໂດຍພຣະຄຣິດໃນການຕອບຄໍາອະທິຖານຂອງພວກເຮົາ.

ພະຍາມານໄດ້ສົ່ງພວກຜີໃຫ້ເຮັດສອງສິ່ງເຫຼົ່ານັ້ນນັບຕັ້ງແຕ່ຈຸດເລີ່ມຕົ້ນຂອງເວລາ,ມັນບັງໃຈຂອງອາດາມແລະເອວາຢູ່ໃນສວນເອເດນ, ມັນຍາດເອົາພຣະຄໍາໄປຈາກໃຈຂອງ ເຂົາໃນຊ່ວງເວລາຕອນຕົ້ນນັ້ນ.

ພວກເຮົາສາມາດເວົ້າຫຼາຍຫຼືໜ້ອຍວ່າສິ່ງເຫຼົ່ານັ້ນແມ່ນຫົນທາງຫຼັກຂອງພະຍາມານໃນການເຮັດໃຫ້ຄົນເປັນທາດໃນປະເທດອາເມລິກາແລະຕາເວັນຕົກຈົນເຖິງສະໄໝໃໝ່,ຈົນ ເຖິງສະໄໝໃໝ່ຜູ້ຄົນໂດຍທົ່ວໄປເຊື່ອໃນພຣະເຈົ້າ, ຜູ້ຄົນໃນທົ່ວໄປເຊື່ອວ່າພຣະຄໍາພີເປັນ ພຣະຄໍາຂອງພຣະເຈົ້າ, ຈິດໃຈຂອງພວກເຂົາຖືກບັງໄວ້, ຖ້ອຍຄໍາຖືກຍາດຊີງໄປຈາກໃຈ ຂອງພວກເຂົາ, ແຕ່ພວກເຂົາກໍຍັງເຊື່ອໃນຫົນທາງທົ່ວໄປ,ໃນພຣະເຈົ້າແລະພຣະຄໍາພີ, ພວກເຮົາສາມາດເວົ້າເຖິງເລື່ອງພວກມັນໃນຖານະ“ສະໄໝກ່ອນ”ທັງຊາຍແລະຍິງ, ໃນຖາ ນະສະໄໝກ່ອນພວກເຂົາບໍ່ໄດ້ມາຫາຊາວຄຣິສຕຽນພ້ອມດ້ວຍຄວາມຄິດທີ່ຈັບຜິດ, ພວກ ເຂົາອາດຈະບໍ່ວາງໃຈໃນພຣະຄຣິດ - ແຕ່ພວກເຂົາບໍ່ໄດ້ວິຈານໂດຍການເວົ້າວ່າ“ບໍ່ມີພຣະ ເຈົ້າ” ຫຼື “ພຣະເຈົ້າຕາຍແລ້ວ” -ເປັນຕົ້ນ, ດັ່ງນັ້ນສິ່ງທີ່ພວກທ່ານຕ້ອງເຮັດກັບຄົນສະໄໝ ກ່ອນຄືການເທດສະໜາຂາວປະເສີດແລະອະທິຖານເພື່ອພວກເຂົາ, ມັນຄືເລື່ອງງ່າຍໆເມື່ອ ທຽບກັນ.

ແຕ່ຫຼັງຈາກນັ້ນພວກເຮົາກໍເຂົ້າສູ່ຊ່ວງ“ທັນສະໄໝ”,ຊ່ວງນີ້ໃນທາງເຕັກນິກອາດຈະໂຍງໄປເຖິງທີ່ເອີ້ນວ່າການຮູ້ແຈ້ງເຫັນຈິງຊື່ງເລີ່ມຕົ້ນຂື້ນໃນທ້າຍສະຕະວັດທີ່ 17 ແລະສືບ ຕໍ່ກັບໂວລແຕ(1694-1778),ໃນຈຸດນັ້ນຜູ້ຊາຍເລີ່ມທີ່ຈະກາຍເປັນນັກວັດຖຸນິຍົມແລະພວກ ວິຈານຂອງພຣະເຈົ້າແລະພຣະຄໍາພີ, ແຕ່ຄວາມຄິດການວິຈານນັ້ນບໍ່ໄດ້ຄັດກອງສູ່ບຸກຄົນ ທົ່ວໄປຈົນເຖິງສະຕະວັດທີ່ 19. “ຄວາມຄິດສະໄໝໃໝ່”ຈະຕ້ອງມີທຸຸກສິ່ງ“ພິສູດ”ໂດຍການ ເອີ້ນວ່າ“ວິທີທາງວິທະຍາສາດ” ມັນຄືການຕໍານິເລື່ອງຝ່າຍວິນຍານທຸກຢ່າງ,ໃນບົດເທດ ຂອງລາວໃນໂຢຮັນ 3:16 ນັກປະກາດຂ່າວປະເສີດທີ່ໂດ່ງດັງບິລລີ່ເກຣແຮມໄດ້ກ່າວວ່າ “ທ່ານບໍ່ສາມາດໃສ່ພຣະເຈົ້າໃນຫລອດທົດລອງໄດ້” ລາວກໍາລັງເທດສະໜາຕໍ່ຄົນ“ສະໄໝ ໃໝ່”, ແຕ່ກໍເປັນທີ່ຍອມຮັບກັນໂດຍທົ່ວໄປວ່າ“ສະໄໝໃໝ່”ໄລຍະເວລາການຕາຍອອກມາ ພ້ອມກັບພວກຮິບປີ້ລຸ່ນໃໝ່.

ປະຈຸບັນນີ້ພວກເຮົາອາໄສຢູ່ໃນສິ່ງທີ່ພວກນັກປັດຊະຍາເອີ້ນວ່າຈຸດ“ຫຼັງສະໄໝໃໝ່”-ຊ່ວງເວລາພາຍຫຼັງສະໄໝໃໝ່, ຄວາມຄິດຂອງຄົນໜຸ່ມຫຼັງສະໄໝໃໝ່ປະຈຸບັນນີ້ແມ່ນບໍ່ມີ ສິນທໍາ, ບໍ່ມີສິນລະທໍາ,ມີໜ້ອຍຄວາມຄິດທີ່“ຖືກຕ້ອງທາງການເມືອງ”ແຕ່ບໍ່ມີຖານທາງສິນ ລະທໍາທີ່ແທ້ຈິງ,“ອັນນັ້ນມັນຖືກສໍາຫຼັບເຈົ້າແຕ່ບໍ່ແມ່ນສໍາຫຼັບຂ້ອຍ” ບໍ່ມີມາດຕະຖານທາງ ສິນລະທໍາທີ່ຖືກແລະຜິດ, “ຖ້າຮູ້ສຶກວ່າຖືກມັນກໍຖືກ”ຄືຄໍາຂັວນຄົນຫຼັງສະໄໝໃໝ່, ແທນທີ່ ການເວົ້າວ່າບໍ່ມີພຣະເຈົ້າ”ຄືກັບພວກສະໄໝໃໝ່ເວົ້າ - ພວກເຂົາເວົ້າວ່າ“ຖ້າພຣະເຈົ້າມີແທ້ ຕໍ່ເຈົ້າ,ກໍດີ-ແຕ່ຂໍໃຫ້ຂ້ອຍມີພຣະເຈົ້າຂອງຂ້ອຍເອງ” ໃນຄໍາອື່ນກໍຄືບໍ່ມີມາດຕະຖານ,ອັນໃດ ກໍຕາມທີ່ໄດ້ຜົນກັບເຈົ້າເປັນສິ່ງທີ່ດີ - ສໍາຫຼັບເຈົ້າ.

ນັ້ນແລະຄື“ຜີຊະນິດນີ້”-ນັ້ນແລະຄືສິ່ງທີ່ພວກຄົນໜຸ່ມຄິດໃນປະຈຸບັນນີ້-ໃນຄວາມບໍ່ ຈະແຈ້ງ,ປ່ຽນແປງ,ບໍ່ແນ່ນອນເຫຼົ່ານັ້ນ,ຄວາມຄິດ“ໃນສິ່ງທີ່ຖືກຕ້ອງສໍາຫຼັບທ່ານ”, ນັ້ນຄື“ຜີ ຊະນິດນີ້” ນັ້ນແລະຄືພວກຜີທີ່ພວກເຮົາກໍາລັງຕໍ່ສູ້ໃນຕອນນີ້! ຂ້າພະເຈົ້າໄດ້ຍິນຄົນເຖົ້າ ກວ່າເວົ້າແລະຖືກຕ້ອງວ່ານັບຕັ້ງແຕ່ໂອບາມາເປັນມີແຕ່ຄວາມມືດມົນ, ທຸກສິ່ງທຸກຢ່າງຮູ້ສຶກ ແຕກຕ່າງ,ບໍ່ມີຈັກຢ່າງແນ່ນອນແລະໝັ້ນຄົງ, ແມ່ນທ່ານສາມາດເອີ້ນມັນວ່າວິນຍານ“ໂອບາ ມາ”,ຜີຫຼັງສະໄໝໃໝ່ກໍາລັງຖີ້ມທຸກສິ່ງທຸກຢ່າງທີ່ເກົ່າ- ແລະບໍ່ໄດ້ເອົາອັນໃດມາແທນທີ່ມັນ, ມັນກໍາລັງສົ່ງຜົນຕໍ່ຄຣິສຕະຈັກທັງຫຼາຍຂອງເຮົາບໍ? ແມ່ນແລ້ວ! ພວກແບັບຕິດໃຕ້ສູນເສຍ ຄຣິສຕະຈັກ 2,000 ແຫ່ງໃນປີກາຍນີ້! ບໍ່ເຄີຍໄດ້ຍິນອັນໃດແບບນັ້ນເລີຍ! ດຣ.ລອຍ-ໂຈນໄດ້ກ່າວວ່າ“ພວກເຮົາຕ້ອງເຂົ້າໃຈວ່າພວກເຮົາກໍາລັງຕໍ່ສູ້ເພື່ອຊີວິດຂອງເຮົາຕໍ່ອໍານາດທີ່ຍິ່ງໃຫຍ່ບາງຢ່າງ,ພວກເຮົາກໍາລັງຕໍ່ສູ້ກັບຝ່າຍກົງກັນຂ້າມທີ່ມີປະສິດທິພາບຫຼາຍ.

“ຜີຊະນິດນີ້”ແມ່ນແຂງໂພດສໍາຫຼັບເຮົາ, ມັນບໍ່ສາມາດເອົາຊະນະໂດຍການອະທິ ຖານພຽງຢ່າງດຽວ,ບໍ່ໄດ້-ພວກເຮົາຕ້ອງມີ“ການອະທິຖານແລະການອົດອາຫານ” ຫຼືຄວາມ ພະຍາໃນເລື່ອງຂ່າວປະເສີດຂອງເຮົາທຸກຢ່າງຈະລົ້ມເຫຼວ, ສະນັ້ນຂ້າພະເຈົ້າຂໍໃຫ້ພວກ ທ່ານອົດອາຫານແລະອະທິຖານໃນວັນເສົາໜ້າ, ຢ່າອົດອາຫານຖ້າທ່ານມີບັນຫາທາງການ ຢາ, ໄປກວດກັບທ່ານໝໍຖ້າທ່ານຫາກມີຂໍ້ສົງໄສເລື່ອງຢາ, ຖ້າທ່ານອົດອາຫານກັບພວກ ເຮົາໃຫ້ແນ່ໃຈທີ່ຈະດື່ມນ້ຳຫຼາຍໆປະມານຈອກໜື່ງທຸກໆຊົ່ວໂມງຫຼືຫຼາຍກວ່າ, ແລະພວກ ເຮົາຈະສີ້ນສຸດການອົດອາຫານໃນວັນເສົາເວລາ 5:30 ພ້ອມກັບກິນເຂົ້ານໍາກັນທີ່ໂບດ,ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກຈາກໂດຍການອະທິຖານແລະການອົດອາຫານ”ໃຫ້ແນ່ໃຈວ່າທ່ານຈະອະທິຖານຫຼາຍໆເທື່ອໃນມື້ວັນເສົາເພື່ອໃຫ້ພຣະເຈົ້າພາຄົນບາບມາແລະຮັກສາເຂົາໃຫ້ຢູ່ທີ່ນີ້,ແລະຊັກນໍາເຂົາມາຫາພຣະຄຣິດເພື່ອຮັບຄວາມລອດໂດຍພຣະໂລຫິດແລະຄວາມຊອບທໍາຂອງພຣະອົງ, ພຣະບິດາຜູ້ຢູ່ໃນສະຫວັນຂໍໃຫ້ເປັນດັ່ງນັ້ນເທີ້ນ,ໃນ ພຣະນາມຂອງພຣະເຢຊູ ເອແມນ.

ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາບອກເພີ່ນນຳວ່າເຮົາຂຽນມາຈາກປະເທດໃດ,ອີເມວຂອງດຣ. ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາ ດຣ. ໄຮເມີ ເປັນພາສາໃດກໍໄດ້, ແຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ມາລະໂກ 9:14-29.
ບັນເລງເພງກ່ອນເທດສະໜາໂດຍ ທ້າວເບັນຈາມິນຄິນເຄດກຣິຟຟິດ:
“O For a Thousand Tongues to Sing” (by Charles Wesley, 1707-1788;
to the tune of “O Set Ye Open Unto Me).