Print Sermon

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 215 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 36 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ພ້ອມກັນພວກເຮົາເຂັ້ມແຂງ!
ໂດດດ່ຽວພວກເຮົາອ່ອນແອ!

TOGETHER WE ARE STRONG! ALONE WE ARE WEAK!
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 21/6/2015
A sermon preached at the Baptist Tabernacle of Los Angeles
Lord’s Day Morning, June 21, 2015

“ແລະໃຫ້ເຮົາພິຈາລະນາເບິ່ງກັນແລະກັນ ເພື່ອເປັນເຫດໃຫ້ມີຄວາມຮັກແລະກະທຳການດີ ຊຶ່ງເຮົາເຄີຍປະຊຸມກັນນັ້ນຢ່າໃຫ້ຢຸດ ເໝືອນຢ່າງບາງຄົນເຄີຍເຮັດນັ້ນ ແຕ່ຈົ່ງເຕືອນສະຕິກັນແລະກັນ ແລະໃຫ້ຫຼາຍຂຶ້ນອີກເມື່ອທ່ານທັງຫຼາຍເຫັນວັນເວລານັ້ນໃກ້ເຂົ້າມາແລ້ວ”(ເຮັບເລີ 10:24-25)


ຄືກັບບົດເທດຫຼາຍບົດຂອງຂ້າພະເຈົ້າ,ອັນນີ້ເລີ່ມຕົ້ນດ້ວຍຄວາມບໍ່ສະບາຍໃຈທີ່ຄຸມເຄືອ,ຂ້າພະເຈົ້າໄດ້ຍິນມາວ່າສອງສາວໃໝ່ມັກຄົນໜຸ່ມຂອງພວກເຮົາ, ພວກນາງເວົ້າວ່າ “ພວກເຂົາເປັນມິດຫຼາຍ”ແຕ່ພວກເຂົາບໍ່ມັກຂ້າພະເຈົ້າ, ຂ້າພະເຈົ້າກໍາລັງຄິດກ່ຽວກັບເລື່ອງ ນັ້ນຄິດແລ້ວຄິດອີກຢູ່ໃນຫົວຂອງຕົນ, ມັນເປັນເພາະບົດເທດຂອງຂ້າພະເຈົ້າມັນໜ້າເບື່ອບໍ ຂ້າພະເຈົ້າຕ້ອງເຮັດວຽກຢ່າງໜັກເພື່ອເຮັດໃຫ້ມັນໜ້າສົນໃຈ, ຄົນໜຸ່ມມັກຈະນັ່ງຢູ່ພ້ອມກັບ ເປີດປາກໜ້ອຍໜື່ງແລະຕາຂອງເຂົາກໍແນມເບິ່ງຂ້າພະເຈົ້າໃນຂະນະທີ່ກໍາລັງເທດສະໜາຢູ່ ມັນບໍ່ແມ່ນບຸກຄະລິກຂອງຂ້າພະເຈົ້າແຕ່ຢ່າງໃດ,ຂ້າພະເຈົ້າມັກຢູ່ກັບພວກຄົນໜຸ່ມ, ແລະ ພວກເຂົາກໍສາມາດບອກໄດ້ວ່າຂ້າພະເຈົ້າມັກຢູ່ກັບເຂົາ, ຂ້າພະເຈົ້ດຄິດວ່າສິ່ງທີ່ເຮັດໃຫ້ ສອງສາວນັ້ນເສຍໃຈຄືບາງສິ່ງທີ່ຂ້າພະເຈົ້າເວົ້າໃນຕອນຈົບຂອງບົດເທດສະໜາ, ຂ້າພະ ເຈົ້າໄດ້ອະທິຖານສັ້ນໆ,ຫຼັງຈາກນັ້ນຂ້າພະເຈົ້າກໍຍ່າງເຂົ້າໃກ້ກ້ອງທີວີ,ຂ້າພະເຈົ້າກໍາລັງສົນທະນາກັບຜູ້ຟັງຜ່ານທາງຢູທູບແລະເວັບໄຊຂອງພວກເຮົາ,ຂ້າພະເຈົ້າເວົ້າບາງສິ່ງບາງຢ່າງກັບຄົນທີ່ກໍາລັງເບິ່ງແບບນີ້ວ່າ-“ສິ່ງອື່ນອີກທີ່ທ່ານຄວນເຮັດກໍຄືຈົ່ງເຂົ້າໄປໃນຄຣິສຕະຈັກທີ່ ເທດສະໜາພຣະຄໍາພີໂດຍສະເພາະຢ່າງຍິ່ງໄປໂບດທີ່ນະມັດສະການແລງວັນອາທິດ,ຈົ່ງຢູ່ບ່ອນນັ້ນທຸກເທື່ອທີ່ປະຕູເປີດໄວ້” ຂ້າພະເຈົ້າໄດ້ເອົາປະໂຫຍກສັ້ນໆຈາກເຈີຣີ່ຟໍແວວໃນ ຕອນຈົບລາຍການໂທລະພາບຂອງລາວວ່າ “ຈົ່ງຢູ່ບ່ອນນັ້ນທຸກເທື່ອທີ່ປະຕູເປີດ”ຈາກນັ້ນ ຂ້າພະເຈົ້າກໍມັກເວົ້າວ່າ“ຢ່າແລ່ນຈາກໂບດນີ້ໄປຫາໂບດນັ້ນ”ມັນຄືປະໂຫຍກອັນນັ້ນແລະທີ່ຢູ່ໃນຕອນຈົບບົດເທດສະໜາຂອງຂ້າພະເຈົ້າ, ຊື່ງເຮັດໃຫ້ຜູ້ສາວໃໝ່ສອງຄົນນັ້ນບໍ່ມັກ, ຄວາມຈິງແລ້ວພວກເຂົາກໍອອກໄປຈາກຄຣິສຕະຈັກເລີຍ.

ຂ້າພະເຈົ້າຕ້ອງຢຸດເວົ້າແບບນັ້ນບໍ? ບໍ-ຂ້າພະເຈົ້າຈະຍັງຄົງເວົ້າແບບນັ້ນ, ເປັນ ຫຍັງລະ?ກໍເພາະວ່າມັນເປັນສິ່ງທີ່ພວກຄົນໜຸ່ມຈະຕ້ອງເຮັດ-ນັ້ນແລະຄືເຫດຜົນທີ່ຄຣິສຕະ ຈັກຂອງພວກເຮົາເຕີບໃຫຍ່ຂື້ນເກືອບແຫ່ງດຽວໂດຍການເພີ່ມຂື້ນຂອງກຸ່ມຄົນຮັບເຊື່ອໃນ ຊ່ວງອາຍຸສິບແປດຫາຊາວສອງປີ,ຊື່ງມັນຫາຍາກ, ຄຣິສຕະຈັກສ່ວນຫຼາຍສູນເສຍຄົນໜຸ່ມ ຂອງພວກເຂົາເຖິງ 88%,ພວກເຮົາເຕີບໃຫຍ່ຂື້ນໂດຍການເພີ່ມຈໍານວນຄົນໜຸ່ມທີ່ເປັນຂອງ ແຂງຈາກກຸ່ມອາຍຸດຽວກັນທີ່ຄຣິສຕະຈັກສ່ວນຫຼາຍໄດ້ສູນເສຍໄປ,ພວກເຮົາບໍ່ໄດ້ເຮັດໂດຍການດຶງຊົກຕ່ອຍໃດໆ-ຫຼືໂດຍການພະຍາຍາມ“ເວົ້າຫວານ”ໃສ່ເຂົາ, ເດັກໃນປະຈຸບັນນີ້ມີ ໄຫວພິບພໍທີ່ຈະເພີກເສີຍຕໍ່ການເຂົ້າເຖິງແບບນັ້ນ, ຂ້າພະເຈົ້າເວົ້າຕົງໆກັບພວກເຂົາວ່າ “ນີ້ ແມ່ນສິ່ງທີ່ພວກເຈົ້າຕ້ອງການ - ແລະນີ້ຄືເຫດຜົນທີ່ພວກເຈົ້າຕ້ອງການມັນ” ບໍ່ມີການ ຫຼີ້ນເກມ! ສອນຕົງໆ! ເອົາມັນຫຼືຖີ້ມມັນໄປ! ເຖິງແມ່ນວ່າຖ້າພວກເຂົາຖີ້ມໄປພວກເຂົາກໍຈະ ຮູ້ວ່າຂ້າພະເຈົ້າເປັນຄົນສັດຊື່ຕໍ່ພວກເຂົາ! ຂ້າພະເຈົ້າບໍ່ໄດ້ພະຍາຍາມເຮັດໃຫ້ພວກທ່ານມັກ ຕົນເອງ! ຂ້າພະເຈົ້າພະຍາຍາມທີ່ຈະໃຫ້ພວກທ່ານກັບໃຈໃໝ່,ເປົ້າໝາຍຂອງຂ້າພະເຈົ້າຄື ການຊ່ວຍພວກທ່ານໃຫ້ມາເປັນຄຣິສຕຽນແທ້ແລະເປັນສະມາຊິກຄຣິສຕະຈັກທີ່ເຂັ້ມແຂງ!

ພວກທ່ານເວົ້າວ່າ“ເປັນຫຍັງຂ້ອຍຈື່ງຕ້ອງການຄຣິສຕະຈັກນີ້ບໍ່ດີຫຼາຍ?”ຂ້າພະເຈົ້າ ຈະຂໍບອກພວກທ່ານວ່າເປັນຫຍັງ? ເພາະຖ້າບໍ່ມີຄຣິສຕະຈັກພວກທ່ານກໍບໍ່ມີສິ່ງທີ່ຖາວອນ ເລີຍ,ນັ້ນແລະຄືເຫດຜົນ! ອັລວິນທອຟເຟລີໄດ້ຂຽນກ່ຽວກັບເລື່ອງນັ້ນຢູ່ໃນເລື່ອງຊັອກອະ ນາຄົດ ລາວເວົ້າເຖິງ“ຄວາມຕາຍຂອງຄວາມຖາວອນ” “ແນວຄິດແຫ່ງຄວາມບໍ່ຢັ່ງຢືນ” “ມິດຕະພາບໃນອະນາຄົດ” “ການແຕ່ງດອງແບບຕໍ່ເນື່ອງ”ແລະ“ວິທີສູນເສຍເພື່ອນ”ປ່ຽນ ແປງ,ປ່ຽນແປງ,ປ່ຽນແປງ, ການເຄື່ອນໄຫວແລະການປ່ຽນແປງເຮັດໃຫ້ເຮົາບໍ່ມີບ້ານທີ່ຖາ ວອນ,ບໍ່ມີເພື່ອນຝູງທີ່ຖາວອນແລະບໍ່ມີຄວາມສໍາພັນທີ່ຖາວອນ! ທຸກສິ່ງແລະທຸກຄົນທີ່ເຮົາຮູ້ ຈັກລ້ວນແຕ່ຊົ່ວຄາວ! ມັນເຮັດໃຫ້ຄົນໜຸ່ມສາວຊັອກອະນາຄົດ! ທອຟເຟລີໄດ້ຂຽນໃນປິ 1970, ເມື່ອຂ້າພະເຈົ້າໄດ້ອ່ານມັນອີກເທື່ອໜື່ງໃນມື້ວັນພະຫັດແລ້ວນີ້ຂ້າພະເຈົ້າກໍຄິດວ່າ ມັນໜ້າຈະຖືກຂຽນຂື້ນເມື່ອຫົກເດືອນແລ້ວນີ້! ທຸກຄົນເຄື່ອນໄຫວຫຼາຍໂພດແລະປ່ຽນແປງ ສະເໝີ, ຊື່ງພວກຄົນໜຸ່ມອອກມາຄືກັບຄົນຢູ່ຕາມຫົນທາງຜູ້ຊື່ງອາໄສຢູ່ກ້ອງແກັດເຈ້ຍໜາ ແຂງ,ຕາມຖະໜົນຫົນທາງຕ່າງໆທຸກໆຄືນ, ບໍ່ສົງໄສເລີຍທີ່ມີເດັກຫຼາຍຄົນໃຊ້ຮູບແບບຂອງ ຢາ!ໂລກກໍາລັງໝູນວຽນອ້ອມຮອບເຂົາ-ຢ່າງໄວວາທີ່ເຂົາຄິດວ່າພວກເຂົາຕ້ອງການຢາເມັດ ຕ່າງໆເພື່ອທີ່ຈະເຮັດໃຫ້ຊີວິດພໍທົນໄດ້, ມັນເຮັດໃຫ້ຂ້າພະເຈົ້າຕື່ນຕົກໃຈຕະຫຼອດທີ່ໄດ້ຍິນ ພວກເດັກນ້ອຍເວົ້າເຖິງ “ພວກໝູ່ເພື່ອນ”ທີ່ພວກເຂົາຫາກໍຮູ້ຈັກຊົ່ວໂມງໜື່ງຫຼືສອງຊົ່ວໂມງ, ຂ້າພະເຈົ້າບໍ່ໄດ້ກໍາລັງຄົ້ນຫາຄວາມຜິດ,ຂ້າພະເຈົ້າພຽງແຕ່ກໍາລັງສັງເກດເບິ່ງເທົ່ານັ້ນ, ມັນ ເບິ່ງຄືວ່າພວກເດັກໃນປະຈຸບັນນີ້ປ່ຽນ“ໝູ່ເພື່ອນ”ໄວວາເຊັ່ນດຽວກັບທີ່ເຮົາເຄີຍປ່ຽນໂສ້ງຊັ້ນໃນຂອງພວກເຮົາ.

ພອລແມັກຄາທີເປັນຄົນທີ່ໜຸ່ມກວ່າຂ້າພະເຈົ້າປີໜື່ງຢ່າງແນ່ນອນ,ລາວເປັນຄົນໜຸ່ມພໍທີ່ຈະເປັນຮິບປີ້ຄົນໜື່ງໄດ້, ຄືກັບພວກຮິບປີ້ຫຼາຍຄົນ,ພອລແມັກຄາທີແຫ່ງວົງເດິະບີໂທ ຖືກເປັນຫ່ວງເລື່ອງຄວາມໂດດດ່ຽວ, ລາວໄດ້ຂຽນເພງແປກປະຫຼາດທີ່ທ້າວກຣິຟຟິດຫາກໍ ຮ້ອງວ່າງກີ້ນີ້-ຊື່ງກາຍເປັນເພງທີ່ໂດ່ງດັງສໍາຫຼັບວົງເດິະບີໂທຕອນທີ່ລາວຮ້ອງກັບຈອນເລັນ ນອນ, ມັນເວົ້າເຖິງຄົນສອງຄົນຄືເອລີນໍຣິກບີ້(ຜູ້ຍິງໄວກາງຄົນທີ່ບໍ່ແຕ່ງງານ) ກັບຄຸນພໍ່ ແມັກເຄນຊີບາດຫຼວງຄົນໜື່ງຜູ້ທີ່ອາໄສຢູ່ຄົນດຽວ.

ຄຸນພໍ່ແມັກເຄນຊີກໍາລັງຂຽນບົດເທດສະໜາໜື່ງທີ່ບໍ່ມີຈັກຄົນທີ່ຈະໄດ້ຍິນ
ບໍ່ມີໃຜເຂົ້າມາໃກ້
ແນມເບິ່ງລາວເຮັດວຽກ,ກໍາລັງຫຍິບຖົງຕີນຂອງຕົນໃນຍາມຄໍ່າຄືນເມື່ອບໍ່ມີໃຜຢູ່ບ່ອນນັ້ນ, ລາວສົນໃຈຫຍັງ?

ບາດຫຼວງເຖົ້າຄົນໜື່ງກໍາລັງຂຽນບົດເທດທີ່ບໍ່ມີໃຜທີ່ຈະໃຫ້ຄວາມສົນໃຈ, ຫຍິບຮູຢູ່ຖົງຕີນ ຂອງລາວ“ເມື່ອບໍ່ມີໃຜຢູ່ບ່ອນນັ້ນ” “ລາວສົນໃຈຫຍັງ?” ລາວຄຸ້ນເຄີຍກັບຄວາມໂດດດ່ຽວ ມັນບໍ່ໄດ້ສ້າງຄວາມລົບກວນລາວອີກຕໍ່ໄປ.

ເອລີນໍຣິກບີ້ຕາຍຢູ່ໃນໂບດແລະຖືກຝັງພ້ອມກັບຊື່ຂອງນາງ.
ບໍ່ມີໃຜມາ.

ນາງຕາຍໄປໂດຍທີ່ບໍ່ມີລູກຫຼານທີ່ຈະສືບຊື່ຂອງນາງເລີຍ, ບໍ່ມີໃຜມາໃນງານສົບຂອງນາງ ເລີຍ.

ຄຸນພໍ່ແມັກເຄນຊີປັດຂີ້ຝຸ່ນອອກຈາກມືທັງສອງຂ້າງຂອງລາວໃນຂະນະທີ່ ຍ່າງກັບຈາກຫຼຸມຝັງສົບ. ບໍ່ມີໃຜໄດ້ຮັບຄວາມລອດຈັກຄົນ.

ບໍ່ມີໃຜມາໃນງານສົບຂອງນາງ,ບໍ່ມີໃຜໄດ້ຍິນບົດເທດຂອງຄຸນພໍ່, ບໍ່ມີຈັກຄົນໄດ້ຮັບຄວາມ ລອດ,ແລະຫຼັງຈາກນັ້ນຂໍຊ້ຳ.

ທຸກຄົນທີ່ໂດດດ່ຽວ
ພວກເຂົາທຸກຄົນມາຈາກໃສ?
ທຸກຄົນທີ່ໂດດດ່ຽວ
ພວກເຂົາທຸກຄົນມາຈາກໃສ?

ຄວາມຄິດຕ່າງແບບນັ້ນໄດ້ລົບກວນພວກຮິບປີ້,ພວກເຂົາໄປພ້ອມກັນເປັນພັນໆຄົນ-ທີ່ເບີເຄລີໃນໄຮແອສເບີຣິຂອງຊານຟຣານຊິສໂກຢູ່ເທິງພູຮໍລິວູດ,ເທິງຫາດເວນິສ, ພວກ ເຂົາກຸ່ມໜື່ງຈະໄດ້ຮັບບ້ານເກົ່າໆຫຼັງໜື່ງ,ພວກເຂົາທຸກຄົນຈະຢູ່ບ່ອນນັ້ນ, ສ່ວນຄົນອື່ນໆຈະ “ລົ້ມລົງ”ຢູ່ຫັ້ນເປັນເວລາຄືນໜື່ງຫຼືສອງຄືນ, ພວກເຂົາຢາກຢູ່ຮ່ວມກັນ,ພວກເຂົາຕ້ອງການ ຄວາມຮູ້ສຶກເປັນຂອງສວນລວມ,ມັນເປັນເລື່ອງ່າຍທີ່ຈະພາພວກເຂົາມາໂບດໂດຍສະເພາະຖ້າພວກທ່ານຫາກຍອມໃຫ້ພວກເຂົາດຶງກະເປົ່າຜ້າຂົນສັດຫຍາບເຂົ້າມາແລະນັ່ງລົງເທິງພື້ນ ພວກເຂົາຖືກເອີ້ນວ່າ“ພວກພຣະເຢຊູປະຫຼາດ” ຫຼື “ຄົນຂອງພຣະເຢຊູ”

ພວກແບັບຕິດພາດໂອກາດແທ້ໆ,ພວກເຂົາສາມາດມີພວກເດັກເຫຼົ່ານັ້ນເປັນສິບ ພັນຄົນໄດ້ຢ່າງງ່າຍດາຍ,ແຕ່ພວກເຂົາຢ້ານຄົນພວກນັ້ນ,ຕອນນີ້ມັນຊ້າເກີນໄປ-ຊ້າເກີນໄປ ພວກຄາຣິສເມຕິກແລະພວກເພັນຕາຄອສໄດ້ພວກເຂົາໄປໝົດແລ້ວ,ປະຈຸບັນນີ້ພວກແບັບ ຕິດຢ້ານພວກເດັກຕາເວັນອອກແລະລາຕິນອາເມລິກາ,ພວກເຂົາສາມາດມີພວກນີ້ເປັນໝື່ນໆຄົນໄດ້,ແຕ່ເຂົາພັດຢ້ານພວກນີ້ໂພດ,ໃນບໍ່ໍຊ້າມັນກໍຈະສວາຍເກີນໄປ-ຊ້າໄປຕະຫຼອດການ -ອີກເທື່ອໜື່ງ.

ສ່ວນພວກເຈົ້າເດັກນ້ອຍບໍ່ຈໍາເປັນຕ້ອງມີບ້ານຂອງຊຸມຊົນທີ່ຈະ“ລົ້ມລົງ”,ພວກເຈົ້າບໍ່ຈໍາເປັນແມ່ນແຕ່ຮູ້ສຶກຕ້ອງການຊຸມຊົນແບບນັ້ນ, ເມື່ອບໍ່ດົນມານີ້ຂ້າພະເຈົ້າໄດ້ລົມກັບໝູ່ ຄົນໜື່ງທີ່ເຮັດວຽກກັບ“ຄົນຂອງພຣະເຢຊູ” ຂ້າພະເຈົ້າໄດ້ຖາມລາວວ່າເປັນຫຍັງພວກຄົນ ໜຸ່ມໃນປະຈຸບັນນີ້ບໍ່ຮູ້ສຶກຕ້ອງການຊຸມຊົນແບບພວກຮິບປີ້ທີ, ລາວຕອບວ່າ“ຂ້ອຍບໍ່ເຄີຍຄິດ ກ່ຽວກັບເລື່ອງນີ້,ຂ້ອຍບໍ່ຮູ້” ພໍແຕ່ເມື່ອລາວເວົ້າຄໍາຕອບກໍມາຫາຂ້າພະເຈົ້າເລີຍ“ພວກເຂົາບໍ່ ຕ້ອງການສະຖານທີ່ຊຸມຊົນເພາະພວກເຂົາມີໂທລະສັບໄອໂຟນ ແລະສະມາດໂຟນແລ້ວ” ພວກເຂົາບໍ່ຕ້ອງການຊຸມຊົນຄືກັບພວກຮິບປີ້ລຸ້ນເກົ່າ, ດຽວນີ້ເຂົາມີໂທລະສັບໄອໂຟນແລະ ສະມາດໂຟນແລ້ວ,ພວກເຂົາສາມາດຂຽນ,ລົມກັນ-ແລະທໍາທ່າວ່າພວກເຂົາມີເພື່ອນສະໜິດ ຫຼາຍຄົນ,ພວກເຄື່ອງຈັກເຫຼົ່ານັ້ນໄດ້ມາແທນທີ່ເພື່ອນແທ້, ເປັນຫຍັງຈື່ງຕ້ອງມີບັນຫາໃນການ ສ້າງເພື່ອນແທ້ - ໃນເມື່ອມັນງ່າຍຫຼາຍທີ່ຈະມີເພື່ອນເປັນເຄື່ອງໄຟຟ້າລະ? ເອລີນໍຣິກບີ້ແລະ ຄຸນພໍ່ແມັກເຄນຊີຈະບໍ່ຮູ້ສຶກໂດດດ່ຽວຫຼາຍຖ້າພວກເຂົາຫາກເປັນເຈົ້າຂອງເຄື່ອງມືກະຈຸກກະຈິກ, ພວກເຂົາກໍໜ້າຈະມີເພື່ອນ“ໂດຍແທ້”ຄືກັບພວກທ່ານມີ, ແຕ່ເພື່ອນ “ໂດຍແທ້”ບໍ່ແມ່ນ ອັນດຽວກັນກັບເພື່ອນແທ້! ບໍ່ມີທາງ ພວກທ່ານໄດ້ຍິນຂ່າວກ່ຽວກັບຊາຍໜຸ່ມຄົນໜື່ງທີ່ຢູ່ໃນ ລັດເຊົາທ໌ແຄຣໍໄລນາບໍ? ລາວຂ້າເກົ້າຄົນຕາຍໃນອາທິດແລ້ວນີ້, ມີອັນໃດຜິດພາດກັບລາວ ລະ? ແມ່ນລາວມີຊີວິດຢູ່ກັບອິນເຕີເນັດ! ມັນເຮັດໃຫ້ສະໝອງຂອງລາວສັບສົນ, ຈົ່ງປະ ເຄື່ອງຈັກຢ່າງໜ້ອຍກໍເວລາໃດໜື່ງ! ຈົ່ງປະເຄື່ອງຈັກແລະຢູ່ກັບຊີວິດຈິງ! ແລະຢູ່ໃນຄຣິສ ຕະຈັກ! ຊື່ງມັນໄດ້ນໍາຂ້າພະເຈົ້າກັບໄປສູ່ຂໍ້ພຣະຄໍາພີຂອງເຮົາວ່າ:

“ແລະໃຫ້ເຮົາພິຈາລະນາເບິ່ງກັນແລະກັນ ເພື່ອເປັນເຫດໃຫ້ມີຄວາມຮັກແລະກະທຳການດີ ຊຶ່ງເຮົາເຄີຍປະຊຸມກັນນັ້ນຢ່າໃຫ້ຢຸດ ເໝືອນຢ່າງບາງຄົນເຄີຍເຮັດນັ້ນ ແຕ່ຈົ່ງເຕືອນສະຕິກັນແລະກັນ ແລະໃຫ້ຫຼາຍຂຶ້ນອີກເມື່ອທ່ານທັງຫຼາຍເຫັນວັນເວລານັ້ນໃກ້ເຂົ້າມາແລ້ວ”(ເຮັບເລີ 10:24-25)

ຂ້າພະເຈົ້າໄດ້ອ່ານການອະທິບາຍພຣະຄໍາພີເປັນສິບເຫຼັ້ມກ່ຽວກັບພຣະຄໍາພີຂໍ້ນັ້ນ, ພວກເຂົາທຸກຄົນເວົ້າວ່າພຣະຄໍາພີຂໍ້ນີ້ແນ່ໃສ່ຄວາມຈໍາເປັນແຫ່ງການສາມັກຄີທໍາຢູ່ໃນຄຣິສຕະຈັກທ້ອງຖີ່ນ,ດຣ.ດັບໂບຢູ.ເອ.ຄຣິສແວວໄດ້ກ່າວວ່າ“ພຣະຄໍາພີຂໍ້ນີ້ໄດ້ກຽມໜື່ງໃນການ ຢືນຢັນທີ່ເຂັ້ມແຂງທີ່ສຸດໃນພຣະຄໍາພີແຫ່ງຄວາມສໍາຄັນຫຼາຍແທ້ໆຂອງຄຣິສຕະຈັກທ້ອງ ຖີ່ນ...ທີ່ຈະເປັນຄົນສັດຊື່ຕໍ່(ຄຣິສຕະຈັກ)” (The Criswell Study Bible, Thomas Nelson Publishers, 1979 edition, p. 1438; note on Hebrews 10:25).

ຂໍໃຫ້ຂ້າພະເຈົ້າເອົາການແປສະໄໝໃໝ່ໃຫ້ກັບທ່ານແດ່, ຂ້າພະເຈົ້າເທດສະໜາ ໂດຍໃຊ້ແຕ່ສະບັບຄິງເຈມເທົ່ານັ້ນ,ຂ້າພະເຈົ້າບໍ່ໄດ້ແນະນໍາໃຫ້ໃຊ້ການແປເຫຼັ້ມໃດໆ, ແຕ່ ບາງເທື່ອມັນກໍອາດຈະເປັນປະໂຫຍດທີ່ຈະອ່ານການແປສະໄໝໃໝ່ເພື່ອທີ່ຈະ“ຮູ້ສຶກ” ເຖິງ ຜົນກະທົບຂອງຂໍ້ພຣະຄໍາພີນັ້ນ, ນີ້ຄືການແປສະບັບເອັນເອເອສວີແລະເອັນໄອວີທີ່ສານເຂົ້າ ນໍາກັນ

“ໃຫ້ເຮົາພິຈາລະນາກັນເພື່ອໃຫ້ກໍາລັງໃຈກັນແລະກັນທີ່ຈະຮັກ ແລະເຮັດ ການດີຕໍ່ກັນແນວໃດແດ່,ຢ່າໃຫ້ເຮົາເລີກມາປະຊຸມພ້ອມກັນຄືກັບທີ່ບາງຄົນມີນິໄສເຮັດນັ້ນ,ແຕ່ໃຫ້ເຮົາໜຸນໃຈກັນແລະກັນ-ແລະໃຫ້ຫຼາຍຂື້ນເມື່ອທ່ານ ເຫັນວັນເວລານັ້ນໃກ້ເຂົ້າມາແລ້ວ (ເຮັບເລີ 10:24 ເອັນເອເອສວີ; 10:25 ເອັນໄອວີ)

ພວກເຮົາຕ້ອງຢູ່ໃນຄຣິສຕະຈັກເພື່ອທີ່ຈະ“ໃຫ້ກໍາລັງໃຈ”ທີ່ຈະຮັກແລະເຮັດຄວາມດີ, ພວກ ເຮົາຈໍາເປັນຕ້ອງຢູ່ໃນຄຣິສຕະຈັກເພື່ອທີ່ຈະ“ໜຸນໃຈກັນແລະກັນ” ຈາກນັ້ນກໍມີສິ່ງທີ່ຈອນ ແມັກອາເທີເອີ້ນວ່າ“ຫຼັກຄໍາສອນກ່ຽວກັບເລື່ອງວິນຍານສະຫວັນນາລົກທີ່ເລັ່ງດ່ວນ”-ຊື່ງສະ ແດງໃຫ້ເຫັນວ່າມັນເຕີບໃຫຍ່ຂື້ນແລະມີຄວາມສໍາຄັນຫຼາຍທີ່ຈະຢູ່ໃນຄຣິສຕະຈັກ“ເມື່ອທ່ານ ເຫັນວັນເວລານັ້ນໃກ້ເຂົ້າມາແລ້ວ” “ວັນ” ນັ້ນແນ່ໃສ່ວັນແຫ່ງການສະເດັດກັບມາຄັ້ງທີ່ສອງ ຂອງພຣະຄຣິດ,ນີ້ແມ່ນຄໍາທໍານວາຍທີ່ສໍາຄັນ,ໃນຂະນະທີ່ເຮົາເຂົ້າສູ່ຍຸກສຸດທ້າຍຂອງໂລກ ມັນໄດ້ກາຍມາສໍາຄັນຫຼາຍຂື້ນໆທີ່ຈະອຸທິດຕົນຢູ່ໃນຄຣິສຕະຈັກທ້ອງຖີ່ນ, ເປັນຫຍັງລະ? ກໍເພາະວ່າຈະມີຄວາມກົດດັນທາງສັງຄົມໃຫຍ່ຂື້ນໆທີ່ຈະສູນເສຍຄວາມເຊື່ອຢູ່ໃນຍຸກສຸດ ທ້າຍຊື່ງພວກເຮົາອາໄສຢູ່,ໃນສະໄໝກ່ອນຄົນສາມາດເຮັດໄດ້ໂດຍການເຂົ້າຮ່ວມຄຣິສຕະ ຈັກອາທິດລະເທື່ອ,ແຕ່ດຽວນີ້ລົມໃຫຍ່ແຫ່ງການປ່ຽນແປງທາງສັງຄົມ(ຊັອກໃນອະນາຄົດ) ໄດ້ເຮັດໃຫ້ມັນມີຄວາມສໍາຄັນຫຼາຍຂື້ນທີ່ຈະຢູ່ກັບຄຣິສຕຽນຄົນອື່ນໆໃນການສາມັກຄີທໍາ ຂອງຄຣິສຕະຈັກທ້ອງຖີ່ນ,ຈົ່ງຟັງສິ່ງທີ່ໂທມັສເຮວໄດ້ເວົ້າຢູ່ໃນຄໍາອະທິບາຍຂອງລາວ“ຖ້າ ໃຜຫາກເລີ່ມລັງເລໃຈ(ໃນຄວາມເຊື່ອຂອງຕົນ)ຂໍໃຫ້ພວກເຮົາເປັນຄົນໄວທີ່ຈະໜຸນໃຈແລະ ໃຫ້ກໍາລັງແກ່ເຂົາ,ຂໍໃຫ້ເຮົາກະຕຸ້ນ(ໃຫ້ກໍາລັງໃຈ)ກັນແລະກັນເພື່ອໃຫ້ມີຄວາມຮັກແລະເຮັດການດີ,ຂໍໃຫ້ພວກເຮົາເຫັນວ່າບໍ່ມີຈັກຄົນໃນຖ້າມກາງພວກເຮົາລົ້ມລົງ(ສູ່ຄວາມບາບແລະ ກັບໄປຫາໂລກ) ພ້ອມກັນພວກເຮົາເຂັ້ມແຂງ ແຕ່ໂດດດ່ຽວພວກເຮົາອ່ອນແອ” (Thomas Hale, The Applied New Testament Commentary, Kingsway Publications, 1997, pp. 913, 914; comment on Hebrews 10:24; Dr. Hymers’ notes in brackets).

ຄຣິສຕະຈັກທ້ອງຖີ່ນບໍ່ພຽງແຕ່ເປັນບ່ອນທີ່ທ່ານມາສຶກສາພຣະຄໍາພີໄດ້ເທົ່ານັ້ນ, ເຖິງແມ່ນວ່າມັນຈະສໍາຄັນຫຼາຍກໍຕາມ, ການສາມັກຄີທໍາຂອງພວກເຮົາບໍ່ໄດ້ສ້າງຂື້ນອ້ອມ ຮອບອາຫານທີ່ພວກເຮົາມີຫຼັງຈາກການນະມັດສະການແລ້ວເທົ່ານັ້ນ, ເຖິງແມ່ນວ່າສິ່ງນັ້ນ ມັນມີຄວາມສໍາຄັນຫຼາຍກໍຕາມ, ແຕ່ການສາມັກຄີທໍາຂອງພວກເຮົາໄດ້ຖືກສ້າງຂື້ນອ້ອມ ຮອບເປົ້າໝາຍຫຼັກຂອງຄຣິສຕະຈັກ-ຊື່ງເປັນການອອກໄປນໍາຄົນໜຸ່ມຄົນອື່ນໆຊື່ງຍັງບໍ່ເປັນ ຄຣິສຕຽນເທື່ອ, ໂທມັດເຮວໄດ້ອອກຄວາມເຫັນວ່າ “ການປະກາດຂ່າວປະເສີດແມ່ນເປົ້າ ໝາຍທໍາອິດຂອງຄຣິສຕະຈັກ...ຄວາມເປັນຫ່ວງຕົ້ນໆຂອງການນໍາທັງຜູ້ຊາຍແລະຜູ້ຍິງມາຫາພຣະເຢຊູຄຣິດແລະມາສູ່ຄວາມລອດ”(ເຫຼັ້ມດຽວກັນໜ້າ 125)

ດັ່ງນັ້ນພວກເຮົາຈື່ງບອກຄົນໃໝ່ວ່າ“ເຊີນມາກັບພວກເຮົາ! ກິນເຂົ້ານໍາກັນ! ເປັນໝູ່ ກັບພວກເຮົາ! ນະມັດສະການກັບພວກເຮົາ! ອອກໄປປະກາດຂ່າວປະເສີດກັບພວກເຮົາ! ເຊີນເຂົ້າໄປໃນຄຣິສຕະຈັກ! ເຊີນມາໃນການນະມັດສະການຕອນແລງ! ເຊີນມາປະຊຸມນະ ມັດສະການຮ່ວມກັນ! ເຊີນເຂົ້າມາສູ່ຄອບຄົວຂອງພຣະເຈົ້າ!” “ພ້ອມກັນພວກເຮົາເຂັ້ມແຂງ ໂດດດ່ຽວພວກເຮົາອ່ອນແອ”

ບໍ່ແມ່ນທຸກຄົນຈະເຮັດແບບນັ້ນທັນທີທັນໃດ,ພວກເຮົາຈະລໍຖ້າພວກທ່ານ,ພວກເຮົາຈະອະທິບາຍວ່າເປັນຫຍັງເລື່ອງນີ້ຈື່ງເປັນເລື່ອງທີ່ຈໍາເປັນ, ພວກເຮົາຈະເຮັດທຸກຢ່າງເທົ່າທີ່ ເຮັດໄດ້ເພື່ອຊ່ວຍພວກທ່ານ, ນັ້ນຄືສິ່ງທີ່ຄຣິສຕະຈັກຍຸກຕົ້ນໆພາກັນເຮັດ, ດຣ.ໄມໂຄກຣີນ ໄດ້ຂຽນໜັງສືທີ່ອັດສະຈັນເຫຼັ້ມໜື່ງມີຊື່ວ່າການປະກາດຂ່າວປະເສີດຢູ່ໃນຄຣິສຕະຈັກຍຸກ ຕົ້ນ (Eerdmans Publishing Company, 2003 edition). ດຣ.ກຣີນໄດ້ກ່າວວ່າ“..ການສາມັກຄີ ທໍາເປັນສິ່ງທີ່ສໍາຄັນຫຼາຍແທ້ໆຕໍ່ຄວາມກ້າວໜ້າຂອງຄຣິສຕະຈັກ,ຜູ້ຊາຍກໍຈະຖືກດຶງດູດເຂົ້າໃນ(ສູ່ຄຣິສຕະຈັກທັງຫຼາຍ)ໂດຍການສາມັກຄີທໍາຢ່າງອື່ນຊື່ງມີຄ່າກວ່າແລະມີບໍາເໜັດຫຼາຍກວ່າ...(ພວກເຂົາໄດ້ເຫັນ)ວ່າພວກຄຣິສຕຽນມີຄວາມຮັກຊື່ງກັນແລະກັນ” (ໜ້າ 256) “ການສາມັກຄີທໍາທີ່ຄຣິສຕະຈັກຍື່ນໃຫ້,ຢູ່ເໜືອອຸປະສັກຂອງເຊື້ອຊາດ,ເພດສໍາພັນ, ຊົນຊັ້ນ ແລະການສຶກສາເປັນສິ່ງທີ່ດຶງດູດຫຼາຍແທ້ໆ”(253), ດຣ.ກຣີນໄດ້ຊີ້ໃຫ້ເຫັນວ່າບໍ່ມີອັນໃດທີ່ ສໍາເລັດຢູ່ໃນຄວາມລັບ, ຄົນທີ່ບໍ່ເຊື່ອຖືກພາເຂົ້າມາແລະຖືກປະຕິບັດຄືກັບທຸກຄົນ, ນັກຂຽນ ຄຣິສຕຽນບູຮານເທີທູລຽນ(ຄ.ສ.160-220)ໄດ້ເວົ້າເຖິງຄວາມຮັກຂອງຄຣິສຕຽນແລະການ ສາມັກຄີທໍາຢູ່ໃນຄຣິສຕະຈັກຕ່າງໆ, ລາວບອກວ່ານີ້ແມ່ນຂະແໜ່ງການໃຫຍ່ໃນການດຶງດູດ ຄົນບໍ່ເຊື່ອເປັນຈໍານວນຫຼວງຫຼາຍເຂົ້າມາເປັນຄຣິສຕຽນຢູ່ໃນຊ່ວງປີຕົ້ນໆແຫ່ງຄວາມເຊື່ອ ຂອງພວກເຮົາ(ເຫຼັ້ມດຽວກັນ), ເທີທູລຽນໄດ້ກ່າວວ່າມີຄົນບໍ່ເຊື່ອເປັນໝື່ນຄົນໄດ້ເຂົ້າຮ່ວມ ຄຣິສຕະຈັກຕ່າງໆຢູ່ໃນອາຟຣິກກາເໜືອເພາະຄວາມຮັກແລະການສາມັກຄີທໍາທີ່ພວກເຂົາມີ

ຂ້າພະເຈົ້າເປັນເດັກທີ່ໂດດດ່ຽວ,ພໍ່ແມ່ຂອງຂ້າພະເຈົ້າໄດ້ແຍກທາງກັນ, ຂ້າພະເຈົ້າ ຕ້ອງອາໄສຢູ່ກັບພີ່ນ້ອງຜູ້ທີ່ຄວາມຈິງແລ້ວບໍ່ຢາກໃຫ້ຂ້າພະເຈົ້າຢູ່ໃນບ້ານຂອງພວກເຂົາ, ຂ້າພະເຈົ້າຍ່າງຕາມທາງຄົນດຽວ, ຂ້າພະເຈົ້າເປັນໜື່ງໃນຄົນເຫຼົ່ານັ້ນຄືກັບທີ່ຈອນເລັນນອນ ໄດ້ຮ້ອງເພງເຖິງ

“ທຸກຄົນທີ່ໂດດດ່ຽວ
ພວກເຂົາທຸກຄົນສັງກັດຢູ່ໃສ?

ຂ້າພະເຈົ້າຈະຂໍບອກທ່ານວ່າພວກເຂົາສັງກັດຢູ່ໃສ,ພວກເຂົາສັງກັດຢູ່ໃນໂບດແບບນີ້! ອັນ ນັ້ນແລະຄືບ່ອນທີ່ພວກທ່ານສັງກັດຢູ່ເຊັ່ນກັນ! ມັນໜ້າເສົ້າສໍາໃດທີ່ຈອນເລັນນອນຜູ້ໜ້າສົງ ສານບໍ່ເຄີຍວາງໃຈໃນພຣະເຢຊູແລະບໍ່ເຄີຍເຂົ້າມາໃນຄຣິສຕະຈັກທ້ອງຖີ່ນເລີຍ! ໃນຕອນ ສຸດທ້າຍລາວໄດ້ຕິດຢາເສບຕິດແລະຢູ່ແຕ່ໃນຕຽງຕະຫຼອດເວລາ.

ຖ້າຂ້າພະເຈົ້າບໍ່ໄດ້ເຂົ້າໄປໃນຄຣິສຕະຈັກທີ່ເຂັ້ມແຂງແລ້ວຂ້າພະເຈົ້າແນ່ໃຈວ່າຕົນ ເອງຈະບໍ່ໄດ້ຢູ່ທີ່ນີ້ໃນເຊົ້ານີ້, ຂ້າພະເຈົ້າໝັ້ນໃຈວ່າຕົນເອງໜ້າຈະຕາຍດົນມາແລ້ວຄືກັບ ຈອນເລັນນອນ, ໝູ່ຂອງຂ້າພະເຈົ້າໄດ້ຂ້າຕົວຕາຍ, ຂ້າພະເຈົ້າຈະເຮັດແບບນັ້ນບໍ? ຂ້າພະ ເຈົ້າບໍ່ຮູ້, ແຕ່ຂ້າພະເຈົ້າຮູ້ດີວ່າຕົນເອງໄດ້ຮັບຄວາມລອດຈາກຄວາມມືດແລະໂລກທີ່ໂດດ ດ່ຽວໂດຍຄວາມອົບອຸ່ນແລະການສາມັກຄີທໍາທີ່ຂ້າພະເຈົ້າໄດ້ພົບຢູ່ໃນຄຣິສຕະຈັກທ້ອງຖີ່ນ, ຕອນທີ່ຂ້າພະເຈົ້າເປັນໄວລຸຸ້ນຄຣິສຕະຈັກໄດ້ກາຍເປັນບ້ານຫຼັງທີ່ສອງຂອງຂ້າພະເຈົ້າ.

ຂ້າພະເຈົ້າຮູ້ດີວ່າຫຼາຍຄົນໃນພວກທ່ານຈະບໍ່ຟັງຂ້າພະເຈົ້າ,ຂ້າພະເຈົ້າຮູ້ດີວ່າທ່ານຈະບໍ່ເຂົ້າມາກັບພວກເຮົາ,ແຕ່ຈົ່ງຈື່ໄວ້ສະເໝີວ່າພວກເຮົາໄດ້ເຊີນພວກທ່ານເຂົ້າມາ! ຈົ່ງຈື່ ໄວ້ສະເໝີວ່າພວກເຮົາຢາກໃຫ້ພວກທ່ານຢູ່ກັບພວກເຮົາ, ແນ່ນອນມັນຈະເຮັດໃຫ້ທ່ານສູນ ເສຍບາງຢ່າງ! ແນ່ນອນ! ການຜູກມັດຈະເຮັດໃຫ້ທ່ານເສຍບາງສິ່ງບາງຢ່າງ, ພວກທ່ານບໍ່ ສາມາດມີການແຕ່ງງານທີ່ຍາວນານໄດ້ໂດຍປາສະຈາກການຜູກມັດ, ຂ້າພະເຈົ້າຢາກຈະ ເປັນຄົນທີ່ຜູກມັດຕໍ່ພວກທ່ານ, ແລະຂ້າພະເຈົ້າຢາກໃຫ້ພວກທ່ານຜູກມັດຕໍ່ຂ້າພະເຈົ້າເຊັ່ນ ດຽວກັນ,ຄືກັບທີ່ໂທມັສເຮວໄດ້ເວົ້າຢູ່ໃນພຣະທໍາອະທິບາຍຂອງລາວວ່າ “ພ້ອມກັນພວກ ເຮົາເຂັ້ມແຂງ ແຕ່ໂດດດ່ຽວພວກເຮົາອ່ອນແອ”(ເຫຼັ້ມດຽວກັນໜ້າ 914)ບາງຄົນອາດຈະ ເວົ້າວ່າ “ຂ້ອຍເຮັດບໍ່ໄດ້” ຈົ່ງສັດຊື່ຕໍ່ຕົນເອງ, ທ່ານສາມາດເຮັດໄດ້ແຕ່ທ່ານບໍ່ຢາກເຮັດ, ພວກທ່ານຢາກເປັນ“ອິດສະຫຼະ” ບໍ່ດີຫຼາຍ, ໝາຍຄວາມວ່າພວກທ່ານຈະເປັນຄົນໂດດດ່ຽວ ພ້ອມກັນພວກເຮົາເຂັ້ມແຂງ ໂດດດ່ຽວພວກເຮົາອ່ອນແອ.

ພ້ອມກັນພວກເຮົາເຂັ້ມແຂງ ໂດດດ່ຽວພວກເຮົາອ່ອນແອ! ນັ້ນແລະແມ່ນຄໍາເທດ ສະໜາຂອງຂ້າພະເຈົ້າຕໍ່ພວກທ່ານໃນເຊົ້ານີ້! ພຣະເຢຊູຊົງພ້ອມແລ້ວສໍາຫຼັບທ່ານໃນຕອນ ນີ້,ເຊີນມາຫາພຣະອົງ! ພຣະອົງຊົງຕາຍເທິງໄມ້ກາງແຂນເພື່ອຊ່ວຍທ່ານໃຫ້ພົ້ນຈາກການ ຕັດສິນລົງໂທດ, ພຣະອົງຊົງຟື້ນຂື້ນຈາກຕາຍເພື່ອມອບຊີວິດໃຫມ່ໃຫ້ແກ່ທ່ານ, ພຣະອົງ ຊົງມີຊີວິດຢູ່ຕອນນີ້-ເທິງເມືອງສະຫວັນໃນສະຫວັນທີ່ສາມ, ຢ່າຢືນຂ້າງນອກປະຕູຄືກັບ ອ້າຍຂອງລູກຊາຍນ້ອຍຜູ້ຫຼົງຫາຍ, ພຣະຄໍາພີກ່າວວ່າລາວ“ບໍ່ຍອມເຂົ້າໄປ”(ລູກາ 15:28) ຄົນອື່ນໆຢູ່ຂ້າງໃນກໍາລັງມີງານລ້ຽງໃຫຍ່,ມີຄວາມສຸກ ແຕ່ຜູ້ອ້າຍພັດເວົ້າວ່າຂ້ອຍຈະ“ບໍ່ເຂົ້າ ໄປໃນ” ພວກທ່ານບາງຄົນກໍຍັງເຮັດແບບນັ້ນ,ພວກເຮົາເວົ້າວ່າ“ເຊີນເຂົ້າມາຫາພຣະເຢຊູ! ເຊີນມາແລະຮ່ວມງານລ້ຽງກັບພວກເຮົາ!” ແຕ່ທ່ານພັດເວົ້າວ່າ “ຂ້ອຍຈະບໍ່ຍອມເຂົ້າໄປ” ພວກເຮົາຍັງລໍຖ້າທ່ານຢູ່! ເຊີນມາແລະຮ່ວມງານລ້ຽງກັບພວກເຮົາ!

ກັບມາບ້ານ ກັບມາບ້ານ
ທ່ານຜູ້ເມື່ອຍເພຍ ກັບມາບ້ານ
ພຣະເຢຊູຊົງເອີ້ນດ້ວຍຄວາມອ່ອນຫວານ
ຊົງເຊີນຄົນບາບໃຫ້ກັບບ້ານ
("Softly and Tenderly Jesus is Calling" by Will L. Thompson, 1847-1909).

ພຣະບິດາຂ້າພະອົງຂໍອະທິຖານເພື່ອບາງຄົນທີ່ຈະມາຫາພຣະເຢຊູ - ແລະເຂົ້າມາ ສູ່ຄອບຄົວຄຣິສຕະຈັກຂອງເຮົາເຊັ່ນດຽວກັນ,ໃນພຣະນາມຂອງພຣະເຢຊູ,ເອແມນ, “ພ້ອມ ກັນພວກເຮົາເຂັ້ມແຂງ! ໂດດດ່ຽວພວກເຮົາອ່ອນແອ!” ຖ້າພວກທ່ານລືມສິ່ງທີ່ຂ້າພະເຈົ້າ ໄດ້ເວົ້າໃນເຊົ້ານີ້,ຈົ່ງຈື່ໄວ້ວ່າ! ພ້ອມກັນພວກເຮົາເຂັ້ມແຂງ ໂດດດ່ຽວພວກເຮົາອ່ອນແອ ເອແມນ.

ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປຫາ ດຣ.ໄຮເມີ ແລະບອກເພີ່ນທີ່- rlhymersjr@sbcglobal.net (ກົດທີ່ນີ້),ທ່ານສາມາດຂຽນໄປ ຫາດຣ.ໄຮເມີພາສາໃດກໍໄດ້ແຕ່ຈົ່ງຂຽນເປັນພາສາອັງກິດຖ້າທ່ານໄດ້.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ດຣ.ໄຄຣ້ທັນແອວ.ແຊນ: ເຮັບເລີ 10:19-25.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ:
“Eleanor Rigby” (by Paul McCartney, 1942-).