Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ພວກຄົນເຍາະເຍີ້ຍໃນຍຸກສຸດທ້າຍ

(ບົດເທດສະໜາຕອນທີ່ 6 ໃນ 2 ເປໂຕ)
SCOFFERS IN THE LAST DAYS
(SERMON #6 ON II PETER)
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 14/6/2015
A sermon preached at the Baptist Tabernacle of Los Angeles
Lord’s Day Morning, June 14, 2015

“ໃນວັນສຸດທ້າຍຄົົນທີ່ມັກເຍາະເຍີ້ຍຈະເກີດຂຶ້ນແລະດຳເນີນຕາມໃຈປາດຖະຫນາຊົ່ວຂອງຕົນ ແລະຈະຖາມວ່າ "ຄຳທີ່ຊົງສັນຍາໄວ້ວ່າພຣະອົງຈະສະເດັດມານັ້ນຢູ່ໃສ” (2 ເປໂຕ 3:3-4)


ພຣະຄໍາພີສອນວ່າພຣະຄຣິສຈະສະເດັດມາໃນເມກ, ຊື່ງເປັນການສະເດັດກັບມາ ຄັ້ງທີ່ສອງຂອງພຣະຄຣິດ, ແຕ່ພວກຄົນເຍາະເຍີ້ຍປະຕິເສດທີ່ຈະເຊື່ອມັນ.

ບົດທີ່ສາມຂອງ 2 ເປໂຕເປັນບົດທີ່ມີຄວາມສໍາຄັນຫຼາຍຕໍ່ຂ້າພະເຈົ້າ, ຂ້າພະເຈົ້າ ໄດ້ກັບໃຈໃໝ່ຕອນທີ່ໄດ້ຍິນຄໍາເທດສະໜາໃນບົດນີ້, ມັນຄືວັນທີ່ 28 ເດືອນ 9 ປີ 1961, ຂ້າພະເຈົ້າເປັນນັກສຶກສາຢູ່ທີ່ວິທະຍາໄລໄບໂອລາ(ດຽວນີ້ເປັນມະຫາວິທະຍາໄລ),ການປະຊຸມນະມັດສະການທີ່ເທດເປັນເລື່ອງລາວໄດ້ມີຂື້ນໃນອາທິດນັ້ນ, ນັກສຶກສາທຸກຄົນຢູ່ບ່ອນ ນັ້ນ, ມື້ນັ້ນຂ້າພະເຈົ້າໄດ້ນັ່ງຂ້າງໆດຣ.ເມີຟີລໍາ, ລາວກໍາລັງສຶກສາຢູ່ໂຮງຮຽນສາສະໜາ ສາດທັລບອດຊື່ງໄດ້ມາພົບປະກັບວິທະຍາໄລ, ນັກເທດໃນມື້ນັ້ນແມ່ນດຣ.ຊາລວູດບຣິດ, ລາວໄດ້ອອກໄປຈາກໂຮງຮຽນພຣະຄໍາພີຟູເລີເມື່ອສອງສາມເດືອນທີ່ຜ່ານມາ, ລາວເຫັນວ່າ ໂຮງຮຽນຟູເລີກໍາລັງກ້າວໄປສູ່ລັດທິເສລີນິຍົມ - ການປະຕິເສດສິດທິອໍານາດຂອງພຣະຄໍາ ພີ, ໂຮງຮຽນນັ້ນຕັ້ງຊື່ໃຫ້ລາວໃນຖານະເປັນຄົນທີ່ບ້ານໍາສິ່ງໃດສິ່ງໜຶ່ງແຕ່ພວກເຂົາເວົ້າຜິດ, ໃນສອງສາມປີຕໍ່ມາກໍໄດ້ສະແດງໃຫ້ເຫັນແລ້ວວ່າລາວເວົ້າຖືກຕ້ອງ, ມີສະມາຊິກໃນຄະນະ ຢູ່ວິທະຍາໄລໄດ້ປະໂຮງຮຽນຟູເລີແລ້ວໄປຕິດຕາມລາວ, ບຸກຄົນເຫຼົ່ານີ້ລວມທັງດຣ.ກລີສັນ ອາເຊີ,ດຣ.ວິລເບີເອັມ.ສະມິດແລະດຣ.ແຮໂຣລິນເຊວ, ພວກເຂົາທຸກຄົນເປັນນັກສຶກສາທີ່ ໄດ້ອັນດັບໜື່ງໝົດ, ພວກເຂົາຕາມດຣ.ວູດບຣິດເມື່ອມັນຊັດເຈນຫຼາຍຂື້ນວ່າລາວເວົ້າຖືກ, ໂຮງຮຽນພຣະຄໍາພີແຫ່ງນັ້ນປ່ຽນຈາກການເຊື່ອໃນເລື່ອງຄວາມບໍ່ຜິດພາດຂອງພຣະຄໍາພີ ເປັນລັດທິເສລີນິຍົມແລະຄວາມບໍ່ເຊື່ອ.

ເມື່ອຂ້າພະເຈົ້າໄດ້ຍິນດຣ.ວູດບຣິດເທດໃນບົດນີ້,ມັນຄືບັນຫາຊີວິດອັນໜື່ງ,ທຸກຄົນກໍາລັງເວົ້າເຖິງໂຮງຮຽນພຣະຄໍາພີຟູເລີທີ່ປ່ຽນໄປສູ່ການປະຖີ້ມຄວາມເຊື່ອ,ອັກຄະສາວົກເປ ໂຕໄດ້ເວົ້າຊັດເຈນກ່ຽວກັບເລື່ອງນັ້ນ.

ໃນຂໍ້ທີ່ໜື່ງ,ອັກຄະສາວົກໄດ້ກ່າວວ່າທ່ານກໍາລັງຂຽນຈົດໝາຍສະບັບທີ່ສອງ, ມັນຄື ຈົດໝາຍທີ່ຂຽນເຖິງພວກຄຣິສຕຽນຍຸກຕົ້ນໆທີ່ “ກະຈັດກະຈາຍ”ໄປໃນສ່ວນຕ່າງໆຂອງຈັກ ກະວັດໂຣມັນ(1 ເປໂຕ 1:1),ເປໂຕໄດ້ຂຽນຈົດໝາຍສະບັບທີ່ສອງເພື່ອເຕືອນສະຕິພວກ ເຂົາເຖິງບາງສິ່ງບາງຢ່າງທີ່ພວກເຂົາໄດ້ຮູ້ຈັກແລ້ວ, ລາວບອກພວກເຂົາກ່ຽວກັບພວກຄົນ ເຍາະເຍີ້ຍທີ່ຢູ່ໃນຍຸກສຸດທ້າຍ, ລາວບອກເຂົາກ່ຽວກັບຜູ້ຄົນທີ່ບໍ່ເຊື່ອໃນການສະເດັດມາຄັ້ງ ທີ່ສອງຂອງພຣະຄຣິດ,ລາວບອກເຂົາກ່ຽວກັບວັນສິ້ນສຸດຂອງໂລກ-ແລະໂລກໃໝ່ທີ່ຈະມາ.

ຂ້າພະເຈົ້າເປັນບ້ານໍາສິ່ງໜື່ງສິ່ງໃດໂດຍພຣະຄໍາພີຂໍ້ນີ້, ແລະດຣ.ວູດບຣິດໄດ້ເທດ ສະໜາດີຫຼາຍ, ລາວເປັນນັກສຶກສາພຣະຄໍາພີທີ່ຍິ່ງໃຫຍ່,ຈົບຈາກໂຮງຮຽນສາສະໜາສາດ ພຣິນຕັນ, ລາວຍັງເປັນນັກອະທິບາຍພຣະຄໍາພີອີກນໍາ,ຂ້າພະເຈົ້າບໍ່ຄິດວ່າຕົນເອງເຄີຍໄດ້ ຍິນຄົນໃດທີ່ເທດດີກວ່ານັ້ນຫຼືບໍ, ເຖິງແມ່ນວ່າຂ້າພະເຈົ້າໄດ້ຍິນລາວເທດເມື່ອ 55 ປີກ່ອນ, ຂ້າພະເຈົ້າກໍຈື່ໄດ້ຢ່າງແຈ່ມແຈ້ງວ່າບົດເທດໃນອາທິດນັ້ນແຕະຕ້ອງໃຈຂອງຕົນເອງແນວໃດແດ່,ເພື່ອນນັກເທດອີກຄົນໜື່ງກໍຢູ່ຫັ້ນເຊັ່ນກັນຊື່ຂອງເພີ່ນແມ່ນດຣ.ຣັສເຊວກໍດອນສິດຍາພິບານຢູ່ທີ່ຣີເວີໄຊຄາລິຟໍເນຍ,ຂ້າພະເຈົ້າໄດ້ສົນທະນາກັບລາວໃນເລື່ອງນີ້ທາງໂທລະສັບເມື່ອບໍ່ດົນມານີ້,ດຣ.ກໍດອນສາມາດແມ່ນແຕ່ອ້າງຄໍາເວົ້າຂອງດຣ.ວູດບຣິດໄດ້, ມັນເປັນຄໍາເທດ ສະໜາພິເສດທີ່ປ່ຽນແປງຊີວິດ, ແລະຊີວິດທັງໝົດຂອງຂ້າພະເຈົ້າໄດ້ປ່ຽນແປງໃນມື້ນັ້ນ-ເພາະມັນເປັນມື້ທີ່ຂ້າພະເຈົ້າໄດ້ກັບໃຈເສຍໃໝ່.

ເປໂຕໄດ້ບອກພວກຄຣິສຕຽນໃນຍຸກຕົ້ນໆວ່າລາວກໍາລັງເຕືອນສະຕິພວກເຂົາໃນ ສິ່ງທີ່ພວກເຂົາຮູ້ແລ້ວ, ພວກເຮົາທຸກຄົນຕ້ອງການການເຕືອນສະຕິເຖິງເລື່ອງພວກນີ້ອີກ, ເຕືອນແລ້ວເຕືອນອີກ, ອັກຄະສາວົກບອກເຂົາວ່າສິ່ງເຫຼົ່ານີ້ໄດ້ຖືກບອກໄວ້ຕອນຕົ້ນໂດຍ ພວກຜູ້ທໍານາຍໃນພຣະຄໍາພີເດີມ,ລາວບອກວ່າມັນຄືສິ່ງຕ່າງໆທີ່ອັກຄະສາວົກຄົນອື່ນໆໄດ້ບອກໄປແລ້ວ,ສິ່ງເຫຼົ່ານີ້ບໍ່ແມ່ນຄໍາສອນໃໝ່,ພວກມັນເປັນຫຼັກຄໍາສອນເກົ່າທີ່ຈະຕ້ອງໄດ້ຮັບການເຕືອນສະຕິອີກເທື່ອໜື່ງ.

ທໍາອິດເປໂຕບອກເຂົາວ່າ“ໃນວັນສຸດທ້າຍຄົົນທີ່ມັກເຍາະເຍີ້ຍຈະເກີດຂຶ້ນແລະດຳເນີນຕາມໃຈປາດຖະຫນາຊົ່ວຂອງຕົນ”(2 ເປໂຕ 3:3),ຄົນພວກນີ້ຄື“ຄູສອນປອມ” ແລະ ພວກຄຣິສຕຽນປອມທີ່ລາວໄດ້ເວົ້າເຖິງໃນບົດທີ່ສອງ,ຕອນທີ່ລາວເວົ້າວ່າ“ຈະມີຄູສອນປອມຖ້າມກາງທ່ານທັງຫຼາຍ”(2 ເປໂຕ 2:1).ຂ້າພະເຈົ້າຄິດວ່າມັນຜິດທີ່ຈະຄິດວ່າ“ຄູສອນປອມ” ພວກນີ້ເປັນພຽງແຕ່ພວກສາສະດາຈານຢູ່ໃນວິທະຍາໄລແລະໂຮງຮຽນພຣະຄໍາພີຕ່າງໆເທົ່ານັ້ນ,ເຖິງແມ່ນວ່າຈະລວມເຖິງພວກເຂົານໍາກໍຕາມ.

ແຕ່ພວກທ່ານເຄີຍສັງເກດບໍ່ວ່າທຸກຄົນເປັນຜູ້ຊ່ຽວຊານເລື່ອງສາສະໜາ? ທຸກຄົນ ຄິດວ່າເຂົາຮູ້ຈັກທຸກສິ່ງທຸກຢ່າງ, ພວກທ່ານບໍ່ສາມາດບອກເຂົາຈັກຢ່າງ,ພວກທ່ານພົບພວກ ນີ້ຢູ່ຕາມທາງ,ພວກທ່ານພົບເຂົາຢູ່ໃນໂບດ,ພວກເຂົາເປັນຜູ້ຊ່ຽວຊານ! ສາສະໜາເປັນພຽງວິ ຊາດຽວທີ່ທ່ານສາມາດເປັນຜູ້ຊ່ຽວຊານໂດຍປາສະຈາກການຮຽນຮູ້ທຸກຢ່າງໄດ້! ຂໍ້ພຣະຄໍາ ພີຂອງເຮົາບອກເຮົາວ່າຈະມີຜູ້ຄົນແບບນັ້ນເພີ່ມຂື້ນໆໃນ“ຍຸກສຸດທ້າຍ” ພວກເຂົາເປັນພວກ ມັກເຍາະເຍີ້ຍ.

“ໃນວັນສຸດທ້າຍຄົົນທີ່ມັກເຍາະເຍີ້ຍຈະເກີດຂຶ້ນແລະດຳເນີນຕາມໃຈປາດຖະ ຫນາຊົ່ວຂອງຕົນ”(2 ເປໂຕ 3:3)

“ວັນສຸດທ້າຍ”ໝາຍເຖິງຫຍັງ? ດຣ.ເຈ.ເວີນັນແມັກກີ້ໄດ້ກ່າວວ່າ:

“ວັນສຸດທ້າຍ”ເປັນຮູບແບບທາງເທັກນິກຢ່າງໜື່ງທີ່ໃຊ້ໃນພຣະຄໍາພີໃໝ່, ມັນເວົ້າເຖິງຍຸກສຸດທ້າຍຂອງຄຣິສຕະຈັກ church (J. Vernon McGee, Th.D., Thru the Bible, volume 5, Thomas Nelson Publishers, 1983, p. 469; note on II Peter 3:1).

ສ່ວນໜ້ອຍທີ່ມັນແນ່ໃສ່ພວກຄຣິສຕຽນທັງໝົດ,ພວກທ່ານຈະຕ້ອງອ່ານຮູບແບບທີ່ຢູ່ໃນປະ ໂຫຍກນັ້ນ,ໃນ 2 ເປໂຕບົດທີ່ສາມຫົວຂໍ້ຄືການສະເດັດກັບມາຄັ້ງທີ່ສອງແລະ ການສິ້ນສຸດ ຂອງໂລກ, ເຫດສະນັ້ນ “ວັນສຸດທ້າຍ” ຈື່ງແນ່ໃສ່ຈຸດສຸດທ້າຍຂອງຍຸກນີ້ໃນປີຕ່າງໆກ່ອນ ການສະເດັດກັບມາຄັ້ງທີ່ສອງຂອງພຣະຄຣິດ.

ຫຼັງຈາກນັ້ນເປໂຕກໍກ່າວວ່າ“ໃນວັນສຸດທ້າຍຄົົນທີ່ມັກເຍາະເຍີ້ຍຈະເກີດຂຶ້ນ” “ຄົນ ເຍາະເຍີ້ຍ”ໝາຍເຖິງ“ຄົນຫົວຂວັນ” ພວກເຂົາປະຕິເສດການສະເດັດມາຄັ້ງທີ່ສອງຂອງ ພຣະຄຣິດ,ເວົ້າຕະຫຼົກເຖິງເລື່ອງນີ້ແລະດູຖູກມັນ “ຮາ ຮາ! ພວກເຈົ້າຄິດວ່າພຣະຄຣິດກໍາ ລັງຈະສະເດັດມາອີກ! ຕະຫຼົກແທ້” ອັນນັ້ນແລະເປັນຄວາມຄິດ, ຈາກນັ້ນອັກຄະສາວົກ ບອກເຮົາວ່າເປັນຫຍັງພວກເຂົາຈື່ງເຢີ້ຍ,ພວກຄົນເຍາະເຍີ້ຍພວກນີ້ເປັນຄົນທີ່ “ດຳເນີນຕາມໃຈປາດຖະຫນາຊົ່ວຂອງຕົນ”ໝາຍເຖິງ“ການຕາມຄວາມປາດຖະໜາບາບຂອງເຂົາ” ພວກ ເຂົາເຢີ້ຍການສະເດັດກັບມາຄັ້ງທີ່ສອງຂອງພຣະຄຣິດເພາະພວກເຂົາຕ້ອງການທີ່ຈະເກັບຊີວິດທີ່ເຫັນແກ່ຕົວແລະບາບຂອງເຂົາໄວ້,ເປໂຕໄດ້ໃຫ້ການເຍາະເຍີ້ຍຂອງເຂົາເປັນ“ຫຼັກຖານວ່າວັນສຸດທ້າຍຄືປະຈຸບັນນີ້” (The Reformation Study Bible; note on II Peter 3:4).

ແມ່ນຫຍັງເປັນບັນຫາກັບພວກມັກເຍາະເຍີ້ຍນີ້? ໜື່ງ ພວກເຂົາເປັນລັດທິວັດຖຸນິ ຍົມ, ພວກເຂົາມີຄວາມພໍໃຈກັບສິ່ງທີ່ຢູ່ໃນໂລກນີ້,ພວກເຂົາບໍ່ຕ້ອງການທີ່ຈະເຊື່ອວ່າພຣະ ຄຣິດຈະສະເດັດມາຕັດສິນລົງໂທດເຂົາ,ເປໂຕໄດ້ປຽບທຽບພວກເຂົາກັບຜູ້ຄົນທີ່ຢູ່ໃນສະໄໝຂອງໂນອາ(2 ເປໂຕ 2:5),ພຣະເຈົ້າ“ບໍ່ໄດ້ຊົງຍົກເວັ້ນມະນຸດໃນໂລກບູຮານແຕ່ໄດ້ຊ່ວຍ ໂນອາໃຫ້ພົ້ນ... ນັກເທດແຫ່ງຄວາມຊອບທໍາເມື່ອຄາວທີ່ພຣະອົງຊົງໃຫ້ນໍ້າຖ້ວມໂລກຂອງ ຄົນອະທໍາ” ໂນອາໄດ້ເທດສະໜາໃນເລື່ອງການພິພາກສາລົງໂທດທີ່ຈະມາເຖິງ,ແຕ່ຜູ້ຄົນບໍ່ ໄດ້ຟັງ! ພຣະຄຣິດຊົງເວົ້າເຖິງຄົນພວກນີ້ໃນຖານະເປັນລັດທິວັດຖຸນິຍົມ-ສົນໃຈແຕ່ໃນການ ກິນ,ດື່ມແລະໄປງານລ້ຽງເທົ່ານັ້ນ “ຈົນເຖິງວັນທີ່ໂນອາໄດ້ເຂົ້າໄປໃນເຮືອແລະນໍ້າໄດ້ມາ ຖ້ວມລ້າງຜານເຂົາທັງສີ້ນ”(ລູກາ 17:27), ເປໂຕກໍໄດ້ເວົ້າເຖິງການລົງໂທດເມືອງໂສໂດມ ແລະເມືອງໂກໂມຣາເຊັ່ນດຽວກັນ - “ໄດ້ຊົງລົງໂທດເມືອງໂສໂດມແລະເມືອງໂກໂມລາໃຫ້ພິນາດເປັນເຖົ້າຖ່ານ”(2 ເປໂຕ 2:6),ອີກເທື່ອໜື່ງບາບຫຼັກໆຂອງເຂົາຄືວັດຖຸນິຍົມ,ພຣະ ຄຣິດຊົງຕັດວ່າ“ໃນສະໄໝຂອງໂລດກໍຄືກັນເຂົາໄດ້ກິນ,ດື່ມ,ຊື້ຂາຍ,ຫວ່ານປູກກໍ່ສ້າງ ແຕ່ໃນວັນນັ້ນທີ່ໂລດອອກໄປຈາກເມືອງໂສໂດມໄຟແລະກຳມະຖັນໄດ້ຕົກຈາກຟ້າມາເຜົາຜານເຂົາທັງສິ້ນ”(ລູກາ 17:28-29),ແລະຈາກນັ້ນພຣະຄຣິດກໍຕັດວ່າ:

“ໃນວັນທີ່ບຸດມະນຸດຈະມາປາກົດກໍເປັນເໝືອນຢ່າງນັ້ນ”(ລູກາ 17:30)

ໃຫ້ສັງເກດຄວາມບາບທີ່ເຂົາເຮັດ, ທັງສອງກໍລະນີ-ໃນສະໄໝຂອງໂນອາແລະໃນ ສະໄໝຂອງໂລດ-ພຣະຄຣິດບໍ່ໄດ້ສຸມໃສ່ໃນເລື່ອງຄວາມບາບທາງເພດສໍາພັນ, ພຣະອົງບໍ່ ໄດ້ແມ່ນແຕ່ເອີຍເຖິງຄວາມບາບທາງເພດສໍາພັນ! ເປັນຫຍັງ?ກໍເພາະຮາກຂອງຄວາມບາບ ຂອງເຂົາໄດ້ເຊື່ອມຕໍ່ເຂົ້າກັບວັດຖຸນິຍົມ-ມີຊີວິດພຽງແຕ່ໃນໂລກນີ້- ມີຊີວິດພຽງເພື່ອສະໜຸກ ສະໜານເທົ່ານັ້ນ- ມີຊີວິດເພື່ອກິນເທົ່ານັ້ນ!ມີຊີວິດພຽງເພື່ອຄວາມພໍໃຈທາງວັດຖຸສິ່ງຂອງ ເທົ່ານັ້ນ, ມີຄົນຈີນຫຼາຍຄົນເປັນແບບນັ້ນ, ດຣ.ຊາລຊີ.ໄຣຣີ່ໄດ້ກ່າວວ່າກິດຈະກໍາຕ່າງໆທີ່ ໄດ້ເອີຍເຖິງບໍ່ແມ່ນຄວາມບາບໃນໂຕເຂົາເອງ, ແຕ່“ຜູ້ຄົນບໍ່ໄດ້ກຽມພ້ອມ”ເມື່ອພຣະຄຣິດສະ ເດັດກັບມາຫຼາຍຄົນຈະເປັນຄົນ...ໝັ້ນຄົງແລະບໍ່ຕຽມຕົວ (ຄືກັບໃນສະໄໝຂອງໂນອາແລະ ໂລດ)” (Ryrie Study Bible; notes on Luke 17:26-30).

ຄົນໜື່ງທີ່ແລ່ນໄປລາສເວກັສໃນວັນອາທິດ, ລາວຂາດໂບດເພື່ອໄປເບິ່ງແສງສີຢູ່ ບ່ອນນັ້ນ,ເຂົາໜີວັນອາທິດໄປຊານຟຣານຊິສໂກ, ອີກຄົນໜື່ງກໍໃຊ້ເວລາຫຼາຍຊົ່ວໂມງຫຼີ້ນວິ ດີໂອເກມ,ແຕ່ບໍ່ມີເວລາທີ່ຈະອ່ານພຣະຄໍາພີ, ຄົນອື່ນໆກໍເບິ່ງຮູບໂປ້ເປັນຊົ່ວໂມງແຕ່ບໍ່ມີເວ ລາທີ່ຈະອະທິຖານ, ຄົນອື່ນໆສຸມຊີວິດໃສ່ແຕ່ເລື່ອງເງີນ,ແຕ່ບໍ່ໄດ້ຝາກຊັບສົມບັດໄວ້ໃນສະ ຫວັນ,ວັດຖຸນິຍົມທໍາລາຍຊີວິດຝ່າຍວິນຍານ, ພວກທ່ານບໍ່ຮູ້ຈັກພຣະເຈົ້າ, ທ່ານບໍ່ມີພຣະ ຄຣິດ,ສິ່ງທີ່ທ່ານມີກໍຄືເຄື່ອງເອ້ຕ່າງໆຂອງໂລກນີ້,ອັກຄະສາວົກໂຢຮັນໄດ້ກ່າວວ່າ:

“ເພາະວ່າສາລະພັດຊຶ່ງມີຢູ່ໃນໂລກ ຄືຕັນຫາຂອງເນື້ອໜັງ ແລະຕັນຫາຂອງຕາ ແລະຄວາມຈອງຫອງໃນຊີວິດບໍ່ໄດ້ເກີດຈາກພຣະບິດາ ແຕ່ເກີດຈາກໂລກ ແລະໂລກກັບສິ່ງຍົວະເຍົ້າຂອງໂລກກຳລັງຜ່ານພົ້ນໄປ ແຕ່ຜູ້ທີ່ປະພຶດຕາມພຣະໄທຂອງພຣະເຈົ້າກໍດຳລົງຢູ່ເປັນນິດ” (2 ໂຢຮັນ 2:16-17)

ຕອນທີ່ຂ້າພະເຈົ້າເປັນໄວລຸ້ນ,ຂ້າພະເຈົ້າໄດ້ອາໄສຢູ່ກັບລຸງແລະປ້າຢູ່ທີ່ຖະໜົນເອລີຊາເບັດ,ມີພວກຄົນໜຸ່ມຫຼາຍຄົນທີ່ຢູ່ແຖວຖະໜົນດຽວກັນນັ້ນ,ບາງຄົນກໍເອົາເບຍມາກິນຂ້າງ ນອກໂຮງໄວ້ລົດ,ບາງຄົນກໍໃຊ້ເວລາຫຼາຍຊົ່ວໂມງກັບການຫຼີ້ນເຄື່ອງມືນ້ອຍໆແລະແປງລົດ ບາງຄົນກໍລົງໄປທິຈົວນາໄປບ່ອນທີ່ມີການຄ້າປະເວນີ, ພວກເຂົາທຸກຄົນຄິດວ່າຕົນເອງເປັນ ຄົນສະຫຼາດກວ່າຂ້າພະເຈົ້າ,ພວກເຂົາຫັວຂວັນໃສ່ແລະດູຖູກຂ້າພະເຈົ້າ, ພວກເຂົາເວົ້າວ່າ “ໂຣເບີດເປັນຄົນເຄັ່ງສາສະໜາ”-ຄືການເອົາຈິງເອົາຈັງກ່ຽວກັບເລື່ອງພຣະເຈົ້າໂພດ, ຕໍ່ມາ ຂ້າພະເຈົ້າກໍກາຍມາເປັນສິດຍາພິບານ,ພວກເຂົາກໍຕາຍລົງເທື່ອລະຄົນໆ,ພີ່ນ້ອງຂອງພວກ ເຂົາໄດ້ໂທລະສັບຫາຂ້າພະເຈົ້າແລະຂໍໃຫ້ປະກອບພິທີໃຫ້, ແຕ່ຂ້າພະເຈົ້າບໍ່ເຄີຍມີຄໍາເວົ້າ ແຫ່ງຄວາມຫວັງທີ່ຈະເວົ້າຢູ່ໃນງານສົບທີ່ເປັນຕາຢ້ານເຫຼົ່ານັ້ນເລີຍ, ບໍ່ມີຄໍາເວົ້າແຫ່ງຄວາມ ຫວັງຈັກຄໍາເລີຍ! ສິ່ງທີ່ຂ້າພະເຈົ້າເຮັດໄດ້ກໍຄືການອະທິບາຍຂ່າວປະເສີດຕໍ່ຄົນທີ່ຍັງມີຊີວິດ ຢູ່,ທຸກຄົນຮູ້ຈັກດີວ່າບໍ່ມີຄວາມຫວັງສໍາຫຼັບພວກໄວ້ລຸ້ນຊາຍທີ່ມີຊີວິດກິນດື່ມແລະຫຼີ້ນກັບລົດ ແລະໄປເບິ່ງຊ່ອງໂສເພນີ, ທຸກຄົນຮູ້ດີວ່າບໍ່ມີຫວັງກັບເຂົາອີກແລ້ວ! ໂດຍພຣະຄຸນຂອງ ພຣະເຈົ້າຂ້າພະເຈົ້າມີຊີວິດຍືນຍາວກວ່າພວກເຂົາທຸກຄົນ, ໂດຍພຣະຄຸນຂອງພຣະເຈົ້າຂ້າ ພະເຈົ້າມີຄວາມຊື່ນຊົມຍິນດີໃນຊີວິດຫຼາຍກວ່າຄົນພວກນັ້ນ,ຊື່ງເປັນຄົນທີ່ຫຼົງຫາຍທີ່ຂ້າພະ ເຈົ້າໄດ້ຮູ້ຈັກເມື່ອດົນມາແລ້ວ.

“ໂລກກັບສິ່ງຍົວະເຍົ້າຂອງໂລກກຳລັງຜ່ານພົ້ນໄປ ແຕ່ຜູ້ທີ່ປະພຶດຕາມພຣະໄທຂອງພຣະເຈົ້າກໍດຳລົງຢູ່ເປັນນິດ” (2 ໂຢຮັນ 2:17)

ພວກທ່ານມີຊີວິດພຽງແຕ່ຢູ່ໃນໂລກນີ້ເທົ່ານັ້ນບໍ? ພວກທ່ານເຄີຍຄິດກ່ຽວກັບໂລກ ອັນຕະຫຼອດເປັນນິດບໍ? ພວກທ່ານພ້ອມແລ້ວບໍສໍາຫຼັບການຕັດສິນລົງໂທດ?

“ໃນວັນສຸດທ້າຍຄົົນທີ່ມັກເຍາະເຍີ້ຍຈະເກີດຂຶ້ນແລະດຳເນີນຕາມໃຈປາດຖະຫນາຊົ່ວຂອງຕົນ” (2 ເປໂຕ 3:3)

ແມ່ນຫຍັງຄືບັນຫາຂອງພວກເຂົາ? ໜື່ງ ພວກເຂົາເປັນພວກວັດຖຸນິຍົມ, ແຕ່ປະ ການສອງພວກເຂົາເປັນຄົນຕາບອດຝ່າຍວິນຍານ,ອັກຄະສາວົກເປໂຕໄດ້ເວົ້າເຖິງເລື່ອງນັ້ນ ຢູ່ໃນບົດທີ່ສອງ, ລາວໄດ້ກ່າວວ່າ:

“ແຕ່ວ່າຄົນເຫລົ່ານັ້ນເປັນເໝືອນສັດເດຍລະສານ...ກ່າວປະນາມສິ່ງທີ່ເຂົາບໍ່ເຂົ້າໃຈເລີຍ ເຂົາຈະຕ້ອງພິນາດໃນການຊົ່ວຮ້າຍຂອງຕົນເອງ” (2 ເປໂຕ 2:12)

ພວກເຂົາເປັນຄົນຕາບອດຝ່າຍວິນຍານຄືກັບສັດຕ່າງໆ-ພວກເຂົາເປັນຄືກັບ “ສັດເດຍລະ ສານ”ພວກເຂົາເວົ້າຕໍ່ຕ້ານພຣະຄຣິດ,ຕໍ່ການສະເດັດກັບມາຄັ້ງທີ່ສອງຂອງພຣະອົງ, ແມ່ນ ແຕ່ຄວາມຕາຍເທິງໄມ້ກາງແຂນຂອງພຣະອົງ,ພວກເຂົາຫົວຂວັນໃສ່ການຟື້ນຄືນຈາກຕາຍຂອງພຣະອົງ.

ພວກທ່ານເຫັນຄົນໜຸ່ມແບບນັ້ນຕະຫຼອດເວລາ,ພວກເຂົາພຽງແຕ່ໃຊ້ຊື່ຂອງພຣະເຢຊູເປັນຄໍາດ່າຄົນເທົ່ານັ້ນ-“ພຣະເຢຊູຄຣິດ” ເມື່ອພວກທ່ານພະຍາຍາມທີ່ພາເຂົາມາໂບດ ພວກເຂົາກໍບໍ່ສົນໃຈ, ແລະເມື່ອທ່ານມາທີ່ນີ້ທີ່ຄຣິສຕະຈັກນີ້ພວກເຂົາກໍຫົວຂວັນ,ເວົ້າດູຖູກ ແລະເຢີ້ຍໃສ່ທ່ານ,ຂ້າພະເຈົ້າຮູ້ຈັກຊາຍໜຸ່ມຄົນໜື່ງທີ່ຈ່າຍຄ່າເຊົ່າບ້ານໃຫ້ກັບແມ່ແລະນ້ອງ ສາວຂອງຕົນຢູ່,ພວກເຂົາຮ້ອງໃສ່ລາວວ່າ“ເປັນຫຍັງເຈົ້າຈື່ງສືບຕໍ່ໄປໂບດນັ້ນ?” ຄວາມຈິງ ກໍຄືຖ້າລາວຫາກບໍ່ມາທີ່ນີ້ພວກເຂົາໜ້າຈະບໍ່ມີບ້ານຢູ່, ລາວອາດຈະແລ່ນໄປບ່ອນໃດໜື່ງ ແລະອາດຈະຢູ່ຂ້າງນອກຕາມຖະໜົນນັ້ນ! ພວກເຂົາ“ກ່າວປະນາມສິ່ງທີ່ເຂົາບໍ່ເຂົ້າໃຈເລີຍ” ຝ່າຍວິນຍານຂອງເຂົາຕາບອດ.

ພຣະຄໍາພີສອນວ່າພວກເຮົາທຸກຄົນເກີດມາໃນບາບ,ພໍ່ແມ່ຄູ່ທໍາອິດຂອງເຮົາໄດ້ເຮັດບາບ-ແລະພວກເຮົາກໍຮັບມໍລະດົກທໍາມະຊາດບາບນັ້ນ, ພວກເຮົາເປັນຄົນບາບໂດຍທໍາມະ ຊາດມາຈາກພວກເຂົາ,ຈົນເຖິງທີ່ພວກເຮົາໄດ້ກັບໃຈໃໝ່ພວກເຮົາເປັນຜູ້ຊາຍ “ທໍາມະດາ” ແລະຜູ້ຍິງ“ທໍາມະດາ”,ພຣະຄໍາພີກ່າວວ່າ:

“ແຕ່ມະນຸດທຳມະດາຈະຮັບສິ່ງເຫລົ່ານັ້ນຊຶ່ງເປັນຂອງພຣະວິນຍານແຫ່ງພຣະເຈົ້າບໍ່ໄດ້ ເພາະເຂົາເຫັນວ່າເປັນເລື່ອງໂງ່ ແລະເຂົາບໍ່ສາມາດເຂົ້າໃຈໄດ້ ເພາະວ່າຈະເຂົ້າໃຈສິ່ງເຫລົ່ານັ້ນໄດ້ກໍຕ້ອງສັງເກດດ້ວຍຈິດວິນຍານ” (1 ໂກລິນໂທ 2:14)

ພວກທ່ານສາມາດເປັນຄົນທີ່ສະຫຼາດໄດ້ແຕ່ຖ້າພວກທ່ານບໍ່ໄດ້ກັບໃຈໃໝ່ພວກທ່ານກໍເປັນ ພຽງແຕ່ມະນຸດ“ທໍາມະດາ”ເທົ່ານັ້ນ,ພຣະຄໍາພີສະກໍຟິວໄດ້ໝາຍເຫດ 1 ໂກລິນໂທ 2:13-14 ວ່າດັ່ງນີ້,“ສິ່ງທີ່ເບິ່ງບໍ່ເຫັນຂອງພຣະເຈົ້າໄດ້ຖືກຄົ້ນຫາບໍ່ພົບໂດຍມະນຸດທໍາມະດາ”ພວກ ເຂົາງົມຫາອ້ອມຮອບຢູ່ໃນບ່ອນມືດໂດຍບໍ່ສາມາດທີ່ຈະພົບກັບພຣະເຈົ້າໄດ້ເລີຍ.

ທ່ານລອດເບີແທຣນຮັສເຊວຄືນັກຄະນິດສາດແລະນັກປັດຊະຍາຊາວອັງກິດທີ່ມີຊື່ ສຽງແຫ່ງສະຕະວັດທີ່ຊາວ,ເມື່ອຂ້າພະເຈົ້າຍັງໜຸ່ມລາວເປັນໂຕຫຼັກທີ່ບໍ່ເຊື່ອທີ່ເປັນຕາຢ້ານ, ສະຫຼາດໂພດທີ່ຈະຕອບຄໍາຖາມ, ຄໍາສັນລະເສີນແລະກຽດທຸກຢ່າງທີ່ມອບໃຫ້ລາວ, ພວກ ທ່ານອາດຈະຄິດວ່າລາວເປັນຄົນທີ່ມີຄວາມສຸກ,ລາວພັດມີທັດສະນະຄະຕິທີ່ບໍ່ມີຄວາມຫວັງຕໍ່ຊີວິດແທນ, ກ່ອນທີ່ລາວຈະຕາຍເບີແທຣນຣັສເຊວໄດ້ຂຽນໄວ້ວ່າ:

ບໍ່ມີໄຟ,ບໍ່ມີຄວາມເປັນວິລະບຸລຸດ, ຫຼືຄວາມແຮງກ້າຂອງຄວາມຄິດແລະ ຄວາມຮູ້ສຶກທີ່ສາມາດຮັກສາຊີວິດທີ່ເໜືອຫຼຸມສົບໄດ້...(ທຸກຄົນ)ແມ່ນຖືກກໍານົດລ່ວງໜ້າສູ່ການດັບສູນໃນຄວາມຕາຍອັນກວ້າງໃຫຍ່ຂອງລະບົບສຸລິຍະຈັກກະວານ,ແລະທັງຮ່າງກາຍແຫ່ງຄວາມສໍາເລັດຂອງມະນຸດຈະຕ້ອງແນ່ ນອນຖືກຝັງໄວ້ໃຕ້ເສດສິ່ງຂອງທີ່ຖືກທໍາລາຍຂອງຈັກກະວານໃນຄວາມ ຫາຍະນະ (Lord Bertrand Russell, A Free Man’s Worship).

ລາວຄືໜື່ງໃນຄົນທີ່ສະຫຼາດທີ່ສຸດແຫ່ງສະຕະວັດທີ່ຊາວ-ແຕ່ສິ່ງທີ່ລາວແນມໄປຂ້າງ ໜ້າກໍຄື“ຈັກກະວານໃນຄວາມຫາຍະນະ” ນັ້ນແລະຄືບ່ອນທີ່“ມະນຸດທໍາມະດາ”ຈົບຊີວິດລົງ-ໂດຍບໍ່ມີຫວັງ,ບໍ່ມີສັນຕິສຸກ,ບໍ່ມີອະນາຄົດແລະບໍ່ມີພຣະເຈົ້າ,ຄົນພວກນີ້ແມ່ນພວກມັກເຍາະ ເຍີ້ຍຜູ້ທີ່ເຮັດຕາມຕັນຫາເນື້ອໜັງຂອງພວກເຂົາໂດຍເວົ້າວ່າ“ຄຳທີ່ຊົງສັນຍາໄວ້ວ່າພຣະອົງຈະສະເດັດມານັ້ນຢູ່ໃສ”

ຜູ້ຊາຍທີ່ມີຊື່ສຽງອີກຄົນໜື່ງແຫ່ງສະຕະວັດທີ່ຊາວຄືເອັຈ.ຈີ.ແວວ,ລາວໄດ້ຂຽນໜັງສືເລື່ອງ Time Machine, The War of the Worlds, ແລະ The Outline of History ທ້າວ ແວວເປັນນັກປັດຊະຍາ,ນັກປະຫວັດສາດແລະນັກຂຽນນິຍາຍວິທະຍາສາດ, ລາວໃຊ້ເວລາ ທັງຊີວິດຂອງລາວໂຈມຕີຄຣິສຕຽນ,ແຕ່ເມື່ອລາວເຖົ້າຫຼາຍແລ້ວລາວກໍເວົ້າວ່າ“ຕອນນີ້ຂ້ອຍອາຍຸຫົກສິບຫ້າປີແລ້ວກໍຍັງສະແຫວງຫາສັນຕິສຸກ, ສັນຕິສຸກເປັນພຽງແຕ່ຄວາມຫວັງທີ່ ຫວາດຝັນ” ໃນຕອນທ້າຍຊີວິດຂອງລາວທ້າວແວວໄດ້ກ່າວວ່າມະນຸດຊາດໄດ້ຖືກສາບແຊ່ງ “ສູ່ຄວາມເສື່ອມຊາມລົງ,ຄວາມທຸກທໍລະມານແລະຄວາມຕາຍ”

ພວກທ່ານຈະບໍ່ມີວັນໄດ້ພົບພຣະຄຣິດໂດຍການຕາມພວກມັກຫົວຂວັນແລະພວກ ມັກເຍາະເຍີ້ຍຂອງໂລກນີ້, ພວກທ່ານຈະບໍ່ມີວັນພົບພຣະຄຣິດໂດຍການພະຍາຍາມທີ່ຈະ “ຄໍານວນ”ວ່າຈະລອດໄດ້ແນວໃດແດ່, ທ່ານຈະຕ້ອງບໍ່ວາງໃຈຕົນເອງເພາະວ່າ

“ຈິດໃຈກໍເປັນໂຕລໍ້ລວງເໜືອກວ່າສິ່ງໃດທັງໝົດ ມັນເສື່ອມຊາມຢ່າງຊົ່ວ ຮ້າຍ”(ເຢເຣມີ 17:9)

ຖ້າພວກທ່ານຕ້ອງການທີ່ຈະພົ້ນຈາກ “ຄວາມຫາຍະນະໃນໂລກ”ທ່ານຈະຕ້ອງວາງໃຈໃນ ພຣະເຢຊູຄືກັບຄວາມເຊື່ອແບບເດັກນ້ອຍ,ໃນປະໂຫຍກຂອງເພງທີ່ທ້າວກຣີຟຟິດຮ້ອງພວກທ່ານຈະຕ້ອງເວົ້າໃນໃຈຂອງທ່ານວ່າ:

ພຣະເຢຊູເຈົ້າແນມລົງມາຈາກບັນລັງພຣະອົງໃນທ້ອງຟ້າ
ແລະຊ່ວຍຂ້າເປັນການເສຍສະຫຼະທີ່ສົມບູນແບບ
ຂ້າຂໍມອບຊີວິດແລະບໍ່ວ່າຈະຮູ້ຈັກສິ່ງໃດກໍຕາມ
ດຽວນີ້ຂໍຊົງລ້າງຂ້າແລະຂ້າຈະຂາວກວ່າຫິມະ
ຂາວກວ່າຫິມະ, ແມ່ນແລ້ວຂາວກວ່າຫິມະ
ດຽວນີ້ຂໍຊົງລ້າງຂ້າແລະຂ້າຈະຂາວກວ່າຫິມະ
(“ຂາວກວ່າຫິມະ” ໂດຍເຈມສ໌ນິໂຄສັນ1828-1876).

ຫຼັງຈາກນັ້ນທ່ານຈື່ງຈະສາມາດເວົ້າເຖິງເລື່ອງພຣະເຢຊູຜູ້ຊົງ “ຊໍາລະລ້າງເຮົາອອກຈາກ ຄວາມບາບໂດຍພຣະໂລຫິດຂອງພຣະອົງເອງ” ຂ້າພະເຈົ້າຫວັງວ່າພວກທ່ານຈະເຊື່ອວາງ ໃຈໃນພຣະເຢຊູໃນໄວໆນີ້,ເອແມນ.

ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປຫາ ດຣ.ໄຮເມີ ແລະບອກເພີ່ນທີ່- rlhymersjr@sbcglobal.net (ກົດທີ່ນີ້),ທ່ານສາມາດຂຽນໄປ ຫາດຣ.ໄຮເມີພາສາໃດກໍໄດ້ແຕ່ຈົ່ງຂຽນເປັນພາສາອັງກິດຖ້າທ່ານໄດ້.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວອາເບວ ພຣຸດໂຮມ: 2 ເປໂຕ 3:1-4.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ:
“Whiter Than Snow” (by James Nicholson, 1828-1876).