Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ອາເລັກຊາເມນອສກັບພຣະເຈົ້າຂອງລາວ

ALEXAMENOS AND HIS GOD
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 7/6/2015
A sermon preached at the Baptist Tabernacle of Los Angeles
Lord’s Day Morning, June 7, 2015

“ໃຫ້ຜູ້ໂອ້ອວດ ອວດອົງພຣະຜູ້ເປັນເຈົ້າ”
(1 ໂກລິນໂທ 1:31)


ແມ່ນຫຍັງຄືສິ່ງທີ່ເຮົາສາມາດຮຽນຮູ້ໄດ້ຈາກສອງບົດທໍາອິດຂອງໜັງສື 1 ໂກລິນ ໂທ? ໜື່ງໃນສິ່ງທີ່ໜ້າສົນໃຈທີ່ສຸດຄືສິ່ງທີ່ພວກເຮົາຮຽນຮູ້ກ່ຽວກັບຄຣິສຕຽນຍຸກຕົ້ນໆ,ພວກ ທ່ານບໍ່ສາມາດອ່ານສອງບົດນີ້ໂດຍທີ່ບໍ່ເຫັນວ່າພຣະຄຣິດຊົງເປັນຈຸດສູນກາງຂອງພວກເຂົາ ແນວໃດແດ່, ຄົນເຫຼົ່ານັ້ນຄິດວ່າເຂົາສະຫຼາດທີ່ປະຕິເສດພຣະຄຣິດ“ຄົນທັງຫລາຍທີ່ກຳລັງຈະພິນາດກໍເຫັນວ່າການປະກາດເລື່ອງກາງແຂນເປັນເລື່ອງໂງ່ ແຕ່ພວກເຮົາທີ່ລອດເຫັນວ່າເປັນລິດເດດຂອງພຣະເຈົ້າ”(1:18) “ແຕ່ພວກເຮົາປະກາດເລື່ອງພຣະຄຣິດຜູ້ຊົງຖືກຄຶງທີ່ກາງແຂນນັ້ນ”(1:23) “ພຣະຄຣິດຊົງເປັນລິດທານຸພາບແລະພຣະປັນຍາຂອງພຣະເຈົ້າ” (1:24)ພຣະເຢຊູຄຣິດ “ເພາະພຣະເຈົ້າຊົງຕັ້ງພຣະອົງໃຫ້ເປັນປັນຍາ, ຄວາມຊອບທຳ, ການແຍກຕັ້ງໄວ້ແລະການໄຖ່ໂທດສຳລັບເຮົາທັງຫລາຍ”(1:30)ເພາະຂ້າພະເຈົ້າຕັ້ງໃຈວ່າຈະບໍ່ສະແດງຄວາມຮູ້ເລື່ອງໃດໆໃນຖ້າມກາງພວກທ່ານເລີຍເວັ້ນແຕ່ເລື່ອງພຣະເຢຊູຄຣິດ ແລະການທີ່ພຣະອົງຊົງຖືກຄຶງທີ່ກາງແຂນ”(2:2), ດຣ.ເຈ.ເວີນັ້ນແມັກກີ້ໄດ້ກ່າວວ່າ:

ເປົາໂລບໍ່ໄດ້ເຂົ້າສູ່ການຖົກຖຽງເລື່ອງຫຼັກປັດຊະຍາໃດໆ...ລາວໄດ້ເນັ້ນເຖິງ ການເທດສະໜາເລື່ອງກາງແຂນຂອງພຣະຄຣິດ, ລາວໄດ້ເທດສະໜາເຖິງ ພຣະຜູ້ຊ່ວຍທີ່ຖືກຄຶງທີ່ໄມ້ກາງແຂນ, ນັ້ນແລະຄືປະເພດຂອງການຮັບໃຊ້ ຊື່ງເປັນສິ່ງທີ່ຕ້ອງການຫຼາຍໃນປະຈຸບັນນີ້(J. Vernon McGee, Th.D., Thru the Bible, volume 5, Thomas Nelson Publishers, 1983, p. 13; note on I Corinthians 2:2).

“ໃຫ້ຜູ້ໂອ້ອວດ ອວດອົງພຣະຜູ້ເປັນເຈົ້າ”(1 ໂກລິນໂທ 1:31)

ພາສາກຣີກແປຄໍາວ່າ“ໂອ້ອວດ”ໝາຍເຖິງ “ອວດຕົວ” - ຂະຫຍາຍໃຫ້ໃຫຍ່ຂື້ນ, ພາກພູມໃຈ,ທ່ານອັກຄະສາວົກກໍາລັງບອກພວກເຮົາໃຫ້ສະແດງພຣະຄຣິດ - ໃຫ້ພາກພູມ ໃຈພຣະຄຣິດ-ໃຫ້ອວດເລື່ອງພຣະຄຣິດ - “ອວດອົງພຣະຜູ້ເປັນເຈົ້າ”, ຄຣິສຕຽນຍຸກຕົ້ນໆ ພາກັນເວົ້າເຖິງພຣະຄຣິດຫຼາຍຈົນພວກຄົນບໍ່ເຊື່ອເວົ້າວ່າພວກເຂົານະມັດສະການຄົນຢິວທີ່ຕາຍແລ້ວ! ດຣ.ໄມໂຄກຣີນໄດ້ກ່າວວ່າ“ມີຕົວຢ່າງທີ່ສໍາພັດຂອງການກໍານົດນີ້[ທີ່ຈະເວົ້າ ເຖິງພຣະຄຣິດ]ຢູ່ໃນສີ່ສ່ວນຂອງໜ້າກ່ຽວກັບຈັກກະພັດນ້ອຍໃນວັງປາເລໄທຮິລຢູ່ກຸງໂຣມ, ຢູ່ນີ້ມີຮູບຂອງຍຸກຕົ້ນສະຕະວັດທີ່ສາມທີ່ແຕ້ມ(ໂດຍມືຂອງເດັກນ້ອຍຄົນໜື່ງ), ເລື່ອງຂອງ ເດັກຜູ້ຊາຍຄົນໜື່ງທີ່ຢືນຢູ່ໃນທ່າທາງຂອງການນະມັດສະການດ້ວຍການຍົກມືຂ້າງໜື່ງ,ເປົ້າໝາຍຂອງການອຸທິດຂອງລາວແມ່ນຢູ່ເທິງໄມ້ກາງແຂນ,ຜູ້ຊາຍຄົນໜື່ງກັບຫົວໂຕລາ,ຢູ່ກ້ອງມີຄໍາຂຽນຄືໂຕໜັງສືໄກ່ເຂ່ຍວ່າ“ອາເລັກຊາເມນອສນະມັດສະການພຣະເຈົ້າຂອງລາວ”ແນ່ ນອນໜື່ງໃນຫຼາຍໜ້າແມ່ນຄຣິສຕຽນຄົນໜື່ງແລະບໍ່ມີຄວາມອາຍ, ໝູ່ນັກຮຽນຂອງລາວໄດ້ ພາກັນເຍາະເຍີ້ຍລາວເພາະການຢືນຢັດຂອງລາວ,ແຕ່ລາວກໍບໍ່ໄດ້ອາຍ...ຄໍາຈາລຶກໃນມືອີກຄົນໜື່ງ(ກ່າວວ່າ) ‘ອາເລັກຊາເມນອສເປັນຄົນທີ່ສັດຊື່’ ບາງເທື່ອນີ້ອາດຈະແມ່ນຄໍາຕອບ ຂອງລາວເອງທີ່ມີຕໍ່ການຕູນທີ່ໂຫດຮ້າຍ,ຂ້າພະເຈົ້າຄິດວ່າແມ່ນ” ” (Michael Green, D.D., Evangelism in the Early Church, William B. Eerdmans Publishing Company, 1970, pp. 174, 175).

ຂ້າພະເຈົ້າໄດ້ກັອບປີ້ສ່ວນຂອງຮູບນັ້ນໂດຍກົງຈາກຕົ້ນສະບັບ, ນີ້ແມ່ນຮູບພາບທີ່ ແຕ້ມຢ່າງແນ່ນອນ, ແຕ້ມຈາກຝາຫ້ອງສໍາຫຼັບໜ້າເດັກນ້ອຍຢູ່ທີ່ວັງປາເລໄທຮິລໃນໂຣມບູ ຮານໃນຊ່ວງທ້າຍຂອງສະຕະວັດທີ່ສອງ.

Alexamenos and his God

ເມື່ອຂ້າພະເຈົ້າໄດ້ແນມເບິ່ງການຕູນບູຮານນັ້ນນໍ້າຕາກໍໄຫຼລົງຈາກຕາຂອງຂ້າພະ ເຈົ້າ,ໃນນີ້ມີເດັກນ້ອຍຄົນໜື່ງອາຍຸ 10 ຫຼື 12 ປີທີ່ຢືນຢັດເພື່ອພຣະເຢຊູ! ແລະມີເດັກນ້ອຍ ທີ່ບໍ່ດີໄດ້ແຕ້ມຮູບຂອງລາວກໍາລັງນະມັດສະການພຣະເຢຊູ - ພ້ອມກັບຫົວໂຕລາ! ຂ້າພະ ເຈົ້າຄິດວ່າ“ຂອບຄຸນພຣະເຈົ້າສໍາຫຼັບເດັກນ້ອຍຄົນໜື່ງຄືກັບອາເລັກຊາເມນອສ!” ເດັກນ້ອຍ ທັງຊາຍແລະຍິງແບບນັ້ນທີ່ໄດ້ເຜີຍແພ່ເລື່ອງລາວຂອງພຣະຄຣິດໄປທົ່ວໂລກໂຣມັນ! ຂ້າ ພະເຈົ້າແນມໄປຂ້າງໜ້າທີ່ຈະພົບກັບເຈົ້າໃນເມືອງສະຫວັນອາເລັກຊາເມນອສ! ຂ້າພະເຈົ້າ ຂໍອະທິຖານເພື່ອທີ່ພວກເຮົາຈະມີຄົນໜຸ່ມແບບລາວຢູ່ໃນໂບດຂອງພວກເຮົາ-ຄົນໜຸ່ມຊາຍ ແລະຍິງຜູ້ທີ່ອວດເລື່ອງຂອງພຣະຄຣິດ - ບໍ່ວ່າພວກເຂົາຈະຖືກເຍາະເຍີ້ຍແລະດູຖູກຫຼາຍ ໂດຍພວກທີ່ພຣະເຈົ້າຖີ້ມນີ້ກໍຕາມ.

ຄອບຄົວດັກກາໄດ້ຮັບການເປີະເປື້ອນແລະປັກຂົນນົກໃສ່ແລະລຸມປະຊາທັນໂດຍ ການພິຈາລະນາຄະດີ,ພວກເຂົາມີລູກສິບເກົ້າຄົນ, ສິບສອງປີກ່ອນຊາຍໜຸ່ມຄົນໜື່ງໄດ້ແຕະ ຕ້ອງເອື້ອຍນ້ອງຂອງຕົນແບບບໍ່ເໝາະສົມ, ພໍ່ແມ່ຂອງລາວຈື່ງພາລາວໄປຫາຕໍາຫຼວດ,ລາວ ຫາກໍອາຍຸໄດ້ 15 ປີ,ດັ່ງນັ້ນຈື່ງໄດ້ບັນທຶກປະທັບກາໄວ້,ສອງສາມອາທິດທີ່ຜ່ານມາຫົວໜ້າ ຕໍາຫຼວດສະມອງຕາຍຂອງເມືອງນ້ອຍໆອາຄັນຊາສໄດ້ເປີດບັນທືກນັ້ນແລະເອົາໄປໃຫ້ພວກສື່,ພວກເຂົາໄດ້ທໍາລາຍຄອບຄົວນີ້,ເອີ້ນເຮືອນຂອງເຂົາວ່າ “ເຮືອນແຫ່ງຄວາມຮ້າຍກາດ” ເປັນຫຍັງພວກເຂົາຈື່ງເຮັດແບບນີ້? ເພາະຄອບຄົວດັກກາເປັນສະມາຊິກຂອງຄຣິສຕະຈັກ ແບັບຕິດ - ເພາະພວກເຂົາເປັນຄຣິສຕຽນ! ເອື້ອຍນ້ອງສອງຄົນໄດ້ໄປສໍານັກຂ່າວຟັອກຊ໌ ເພາະເຂົາຮູ້ດີວ່າມັນເປັນສະຖານທີ່ແຫ່ງດຽວເທົ່ານັ້ນທີ່ທຸກຄົນຈະໃຫ້ຄວາມຍຸດຕິທໍາກັບເຂົາ ສາວສອງຄົນນີ້ໄດ້ໄປຫາຂ່າວຟັອກຊ໌ເພື່ອປົກປ້ອງຄອບຄົວຂອງພວກເຂົາ,ຈາກນັ້ນຂ້າພະ ເຈົ້າກໍເຫັນຄວາມໜ້າລັງກຽດຂອງໃບໜ້າປິສາດວູປີໂກເບີກຮ້ອງໃສ່ເຂົາວ່າ “ຢ່າເອົາພຣະ ເຈົ້າເຂົ້າມາໃນນີ້ເດັດຂາດ” “ຈັບພວກຄຣິສຕຽນ! ຈັບພວກມັນ! ຈັບມັນ!- ບໍ່ມີອັນໃດປ່ຽນ ແປງນັບຕັ້ງແຕ່ທີ່ພວກເຂົາໄດ້ເອົາຜູ້ສາວຄຣິສຕຽນຖີ້ມລົງໃນໂຮງລະຄອນເພື່ອໃຫ້ໂຕສິງ ຈີກເປັນຕ່ອນໆໃນສະໄໝໂຣມບູຮານ! ວູປີໂກເບີກເບິ່ງຄືກັບເນໂຣຫຼືຄາລິກູລາ! “ຂ້າພວກ ຄຣິສຕຽນ! ຈັບພວກມັນ! ຈັບພວກມັນ! ຈັບພວກມັນ!” ຂໍພຣະເຈົ້າຊ່ວຍເຮົາແດ່-ກັບຄົນ ແບບນັ້ນທີ່ຄວບຄຸມສື່! ໃນສະໄໝທີ່ຊົ່ວຊ້າແລະໂຫດຮ້າຍນີ້,ຂໍໃຫ້ຄົນໜຸ່ມສາວແຕ່ລະຄົນ ທີ່ຢູ່ນີ້ເວົ້າວ່າ “ອາເລັກຊາເມນອສເປັນຄົນທີ່ສັດຊື່”.

“ໃຫ້ຜູ້ໂອ້ອວດ ອວດອົງພຣະຜູ້ເປັນເຈົ້າ”(1 ໂກລິນໂທ 1:31)

ບໍ່ມີສິນລະທໍາທີ່ປຽບທຽບພຣະອົງໄດ້
ໃນຖ້າມກາງລູກມະນຸດທັງຫຼາຍ
ພຣະອົງຊົງຍຸດຕິທໍາກວ່າຄວາມຍຸດຕິທໍາໃດໆ
ທີ່ເຕັມສະຫວັນຊັ້ນຟ້າ
ທີ່ເຕັມສະຫວັນຊັ້ນຟ້າ

ຂ້າເປັນໜີ້ພຣະອົງທັງລົມຫາຍໃຈ
ແລະຄວາມຍິນດີທຸກຢ່າງທີ່ມີຢູ່
ພຣະອົງຊົງເຮັດໃຫ້ຂ້າມີໄຊເໜືອຄວາມບາບ
ແລະຊ່ວຍໃຫ້ຂ້າພົ້ນຈາກຫຼຸມສົບ
ແລະຊ່ວຍໃຫ້ຂ້າພົ້ນຈາກຫຼຸມສົບ

ພວກທ່ານສາມາດມີສື່ປີກຊ້າຍໄດ້!ທ່ານສາມາດມີວູປີໂກເບີກ,ແລະພວກຮໍລີວູດເສລີພາບທີ່ກຽດຊັງພຣະເຈົ້າໄດ້!ທ່ານສາມາດມີພວກເຂົາໄດ້! ພວກເຂົາບໍ່ມີຫຍັງທີ່ຈະຍື່ນໃຫ້! ບໍ່ມີຫຍັງ! ບໍ່ມີຫຍັງ! ບໍ່ມີຫຍັງ! – “ອາເລັກຊາເມນອສເປັນຄົນທີ່ສັດຊື່” “ອາເລັກ ຊາເມນອສເປັນຄົນທີ່ສັດຊື່”“ອາເລັກຊາເມນອສເປັນຄົນທີ່ສັດຊື່”ຂໍໃຫ້ເປັນແບບນັ້ນພຣະອົງ ເຈົ້າຂ້າ! ຂໍໃຫ້ເປັນແບບນັ້ນ!

“ໃຫ້ຜູ້ໂອ້ອວດ ອວດອົງພຣະຜູ້ເປັນເຈົ້າ”(1 ໂກລິນໂທ 1:31)

ພວກເຮົາບໍ່ໄດ້ໄປໂບດເພື່ອຄວາມບັນເທີງ,ພວກເຮົາບໍ່ໄດ້ໄປໂບດເພື່ອຟັງ “ທີມນະ ມັດສະການ”ຮ້ອງຄືກັບນັກສະແດງຢູ່ໃນເທັກເມືອງລາສເວກັສ, ພວກເຮົາບໍ່ໄດ້ໄປໂບດເພື່ອ ຟັງເລື່ອງຕະຫຼົກຫຼືເລື່ອງລາວກ່ຽວກັບການປັບປຸງຕົນເອງໃຫ້ດີຂື້ນ, ພວກເຮົາສາມາດຟັງ ຕະຫຼົກທີ່ດີກວ່າຈາກຈິມມີ່ຟັລຄອນໄດ້,ພວກເຮົາສາມາດອ່ານເລື່ອງລາວການປັບປຸງຕົນເອງໃຫ້ດີຂື້ນຢູ່ໃນຣີດເດີໄດເຈັສໄດ້, ພວກເຮົາບໍ່ໄດ້ໄປໂບດເພື່ອເຮັດໃຫ້ເກີດຄວາມນິຍົມຊົມ ຊອບໂດຍດົນດີເພງຣັອກ“ຄຣິສຕຽນ”,ມັນວ່າງເປົ່າ,ມັນບໍ່ໄດ້ແຕະຕ້ອງໃຈຂອງເຮົາ,ມັນເຮັດໃຫ້ເຮົາມີລົດຊາດຂອງຂີ້ເລື່ອຍຢູ່ໃນປາກຂອງພວກເຮົາ,ມັນວ່າງເປົ່າ,ບໍ່ມີຄວາມໝາຍ,ແລະ ເສຍເວລາໄປລ້າໆ!

ຂ້າພະເຈົ້າກັບພັນລະຍາໄດ້ພາກັນໄປນະມັດສະການຄືນວັນເສົາຢູ່ທີ່ໂບດໃຫຍ່ເລິກເຂົ້າໄປໃນອໍເຣັນຄາວຕີ້ໃກ້ຊານດິເອໂກ, ສຽງເພງອຶກກະທຶກນຶກນອງ,ມັນຄືກັບຖືກສະກົດ ຈິດ,ມັນເປັນເພງຣັອກຢ່າງສົມບູນແບບ,ມັນຈົບລົງໃນຈຸດສຸດຍອດສຸດໆ,ມັນທະລຸທຸກຢ່າງທີ່ຂ້າພະເຈົ້າເຄີຍໄດ້ຍິນທຸກໆບ່ອນ.

ຈາກນັ້ນຜູ້ຄົນກໍຍ່າງອອກໄປ,ພວກເຂົາເບິ່ງຄືກັບງົງ,ມຶນງົງ, ສັບສົນຄືກັບຊອມບີ້ ຈາກໜັງ“ຄືນແຫ່ງຄວາມຕາຍທີ່ມີຊີວິດ” ບໍ່ມີໃຜຍິ້ມ, ບໍ່ມີໃຜເວົ້າຫຍັງ,ບໍ່ມີໃຜທັກທາຍໃຜ, ພວກເຂົາເຂົ້າມາໃນຄວາມໂດດດ່ຽວ-ເພື່ອຄວາມບັນເທີງ,ແລະພວກເຂົາກໍຍ່າງອອກໄປໃນ ຄວາມໂດດດ່ຽວ, ດຣ.ເດວິດແວວໄດ້ກ່າວວ່າ “ຄວາມໂດດດ່ຽວຄືໄພພິບັດສະໄໝໃໝ່,ນີ້ຄື ໄພພິບັດຂອງການຂາດການເຊື່ອມຕໍ່, ຂອງການບໍ່ມີຮາກ, ຂອງການບໍ່ເປັນຂອງສະຖານທີ່ ໃດໆທີ່ສະເພາະເຈາະຈົງແຕ່ເປັນຂອງທຸກສີ່ງຢູ່ໃນທົ່ວໄປ,ມັນຄືຄວາມເຈັບປວດຂອງການຢູ່ ໂດດດ່ຽວ,ຂອງການບໍ່ສັງເກດ,ຂອງການດໍາເນີນການໄປກັບຈັກກະວານທີ່ບໍ່ໃຍດີ” (David F. Wells, Ph.D., The Courage to be Protestant, Eerdmans, 2008, p. 33).

ດຣ.ແວວຄືນັກສາສະໜາຜູ້ຍິ່ງໃຫຍ່ແລະທ່ານກໍເວົ້າຖືກວ່າ“ຄວາມໂດດດ່ຽວຄືໄພພິບັດສະໄໝໃໝ່” ແຕ່ໂບດໃຫຍ່ນັ້ນບໍ່ມີຄໍາຕອບສໍາຫຼັບຄວາມໂດດດ່ຽວ, ສິ່ງທີ່ມັນມີຄືວົງດົນ ຕີຣັອກ-ແລະທຸກໆຄົນກໍສະດຸດອອກໄປຢ່າງໂດດດ່ຽວ - ຄືກັບທີ່ພວກເຂົາເຮັດຫຼັງຈາກຈົບ ເກມຢູ່ໃນສະໜາມດັອດເຈີ! ແມ່ນຫຍັງຄືຄໍາຕອບ? ຄໍາຕອບກໍຄືຄຣິສຕະຈັກມີຈຸດສູນກາງຢູ່ ທີ່ພຣະເຢຊູຄຣິດ, ພຣະຄຣິດຄືຄໍາຕອບ - ບໍ່ແມ່ນເພງຣັອກ, ພຣະຄຣິດຄືຄໍາຕອບ - ບໍ່ ແມ່ນຝູງຊົນໃຫຍ່ທີ່ໂດດດ່ຽວ! ໂບດໃຫຍ່ໆທັນສະໄໝທັງຫຼາຍບໍ່ມີຈັກອັນທີ່ຈະຍື່ນໃຫ້! ບໍ່ມີ ຈັກຢ່າງ! ບໍ່ມີຈັກຢ່າງ! ບໍ່ມີຈັກຢ່າງ! ມີພຽງຄຣິສຕະຈັກທີ່ພຣະຄຣິດເປັນຈຸດສູນກາງ, ທີ່ອ້າງເຖິງພຣະຄຣິດ, ຖະວາຍກຽດພຣະຄຣິດເທົ່ານັ້ນມີຄໍາຕອບ! ຄໍາຕອບຢູ່ທີ່ແລະຢູ່ໃນ ພຣະເຢຊູຄຣິດເອງສະເໝີ, ຊາຍໜຸ່ມຄົນນັ້ນທີ່ມີຊີວິດຢູ່ໃນຊ່ວງທ້າຍຂອງສະຕະວັດທີ່ ສອງຮູ້ຈັກເລື່ອງນັ້ນດີ, ນັ້ນແລະເປັນເຫດຜົນທີ່“ອາເລັກຊາເມນອສນະມັດສະການພຣະເຈົ້າ ຂອງຕົນ” ນັ້ນແລະຄືເຫດຜົນທີ່“ອາເລັກຊາເມນອສເປັນຄົນທີ່ສັດຊື່”

“ໃຫ້ຜູ້ໂອ້ອວດ ອວດອົງພຣະຜູ້ເປັນເຈົ້າ”(1 ໂກລິນໂທ 1:31)

ແລ້ວຄວາມລອດເດ່ເປັນແນວໃດແດ່? ພວກທ່ານໄດ້ຍິນພວກນັກເທດ“ໃຫຍ່”ເຫຼົ່າ ນັ້ນເວົ້າກ່ຽວກັບວ່າຈະລອດໄດ້ແນວໃດແດ່ບໍ? ໂອພຣະເຈົ້າເອີຍ ຂ້ານ້ອຍໄດ້ຍິນພວກເຂົາ ເວົ້າເຖິງເລື່ອງອື່ນ! ພວກເຂົາເວົ້າເຖິງພຣະວິນຍານບໍລິສຸດ,ພວກເຂົາເວົ້າເຖິງກ່ຽວກັບຈະຮູ້ ສຶກດີໄດ້ແນວໃດ, ພວກເຂົາເວົ້າກ່ຽວກັບຈະປະສົບຜົນສໍາເລັດໄດ້ແນວໃດແດ່, ມີຜູ້ຊາຍຄົນ ໜື່ງຊື່ວ່າໂຈເຊບພຣິນຊ໌ທີ່ເວົ້າເຖິງພຣະຄຸນ, ແຕ່ໃຜລະທີ່ເວົ້າເຖິງວ່າຈະລອດໄດ້ແນວໃດ ແດ່?ຂ້າພະເຈົ້າບໍ່ໄດ້ຍິນມັນເລີຍ! ແມ່ນໃຜລະທີ່ເວົ້າເຖິງໄມ້ກາງແຂນ? ຂ້າພະເຈົ້າບໍ່ໄດ້ ຍິນມັນເລີຍ! ແມ່ນໃຜທີ່ເວົ້າເຖິງພຣະໂລຫິດ? ຂ້າພະເຈົ້າບໍ່ໄດ້ຍິນມັນເລີຍ! ແມ່ນໃຜລະທີ່ ເທດສະໜາທັງເລື່ອງເວົ້າເຖິງເລື່ອງພຣະເຢຊູ? ຂ້າພະເຈົ້າບໍ່ໄດ້ຍິນມັນເລີຍ!.

ໜື່ງໃນເພື່ອນທີ່ຢູ່ໃນປະເທດຄິວບາໄດ້ຂຽນອີເມລມາຫາຂ້າພະເຈົ້າຫຼາຍມື້ກ່ອນ,ບົດເທດສະໜານີ້ໄປຮອດທົ່ວທຸກມຸມໂລກ - ຫຼາຍກວ່າ 200 ປະເທດ,32 ພາສາ, ດັ່ງນັ້ນ ຊາຍໜຸ່ມຊາວຄິວບາຄົນນີ້ຈື່ງຂຽນຈົດໝາຍມາ,ລາວບອກວ່າລາວໄດ້ອຸທິດຊີວິດໃຫ້ກັບພຣະຄຣິດແລະຮັບບັບຕິດສະມາ, ແຕ່ຈາກນັ້ນໜື່ງໃນໝູ່ຂອງລາວກໍບອກລາວກ່ຽວກັບການຊົງ ເລືອກ,ລາວເວົ້າວ່າມັນລົບກວນລາວ,ລາວເວົ້າວ່າການໄດ້ຍິນກ່ຽວກັບການຊົງເລືອກໄດ້ເຮັດໃຫ້ລາວສົງໄສໃນຄວາມລອດຂອງລາວ,ຂ້າພະເຈົ້າບໍ່ເຂົ້າໃຈມັນ!ສໍາຫຼັບຂ້າພະເຈົ້າເບິ່ງຄືວ່າການຊົງເລືອກຄວນເຮັດໃຫ້ທ່ານແນ່ໃຈຫຼາຍຂື້ນໃນເລື່ອງຄວາມລອດຂອງທ່ານ, ມັນບໍ່ໄດ້ ຂື້ນຢູ່ກັບທ່ານ, ມັນຂື້ນຢູ່ກັບພຣະຄຣິດຢ່າງດຽວ! ເອແມນ! ແຕ່ລາວເລີ່ມເບິ່ງພອລ ວອຊເຊີແລະອ່ານໜັງສືຂອງຈອນແມັກອາເທີ, ລາວຍັງໄດ້ອ່ານບົດເທດສະໜາຂອງເຣ ຄອມຟອດຊື່ວ່າ, “ຄວາມລັບທີ່ຮັກສາດີທີ່ສຸດຂອງນາລົກ” ຈາກນັ້ນລາວກໍເບິ່ງວິດີໂອເລື່ອງ ລັດທິຄາວິນິສຊຶມທີ່ເອີ້ນວ່າ “ພຣະຄຸນປະຫຼາດ” ສິ່ງທັງໝົດນີ້ໄດ້ເຮັດໃຫ້ລາວສັບສົນ, ດັ່ງ ນັ້ນລາວຈື່ງຂຽນມາຫາພວກເຮົາແລະເວົ້າວ່າ “ຂ້ອຍເຊື່ອວ່າຂ້ອຍຕ້ອງໃຫ້ອາຈານແນະນໍາ ໜັງສືຕ່າງໆກ່ຽວກັບບັນຍັດ,ການຄິດແລະການຕຽມຕົວທີ່ຈະສໍານຶກໃນເລື່ອງບາບ” ລາວ ເວົ້າວ່າ “ຂ້ອຍຕ້ອງການທີ່ຈະເຂົ້າໃຈບັນຍັດໃຫ້ເລິກເຊີ່ງ” ນີ້ຄືຄໍາຕອບທີ່ມີຕໍ່ລາວ.

ສັງເກດເບິ່ງວ່າເຈົ້າບໍ່ເຄີຍເອີຍເຖິງຊື່ພຣະຄຣິດຈັກເທື່ອເລີຍ! ເຈົ້າຂຽນຈົດ ໝາຍຍາວໆມາຫາຂ້ອຍກ່ຽວກັບການສໍານຶກ ແລະພະບັນຍັດໂດຍປາສະ ຈາກແມ່ນແຕ່ຄັ້ງດຽວເອີຍເຖິງພຣະນາມຂອງພຣະເຢຊູ, ພຣະລາຊະກິດ ຂອງພຣະອົງເທິງໄມ້ກາງແຂນຫຼືພຣະໂລຫິດທີ່ລ້າງບາບຂອງພຣະອົງ!ນີ້ຄືກັບດັກຂອງຄາວານິຊຶມສະໄໝໃໝ່, ສັງເກດວ່າເຈົ້າສາມາດອ່ານບົດເທດ ພອລວອຊເຊີແລະຈອນແມັກອາເທີເປັນເວລາຫຼາຍຊົ່ວໂມງ ແລະມີຄວາມ ຄິດອອກມາກ່ຽວກັບພະບັນຍັດ, ແທນທີ່ຈະຄິດເຖິງເລື່ອງພຣະເຢຊູຄຣິດ! ນັ້ນແລະຄືຄໍາຕໍານິຂອງຂ້າພະເຈົ້າກ່ຽວກັບຜູ້ຊາຍແບບວອຊເຊີ,ແມັກອາເທີ ແລະເຣຄອມຟອດ, ພວກເຂົາເປັນນັກເທດທີ່ດີເລື່ອງພຣະບັນຍັດຫຼາຍກວ່າ ເລື່ອງຂ່າວປະເສີດ!( ກົດທີ່ນີ້ເພື່ອອ່ານບົດເທດຂອງຂ້າພະເຈົ້າທີ່ຊື່ວ່າ “An Even More Shocking Youth Message! – My Answer to Paul Washer!”).

ຫຼັງຈາກນັ້ນຂ້າພະເຈົ້າກໍໄດ້ສົ່ງບົດເທດຂອງຕົນສອງເລື່ອງໃຫ້ລາວ: “ພຣະເຢຊູ ຄຣິດເອງ” ແລະ “ທ່ານຄິດແນວໃດເລື່ອງພຣະຄຣິດ?” ອັນນັ້ນແລະຄືສິ່ງທີ່ລາວຕ້ອງ ການ - ພຣະເຢຊູຄຣິດເອງ! ນັ້ນຄືສິ່ງທີ່ພວກທ່ານຕ້ອງການ-ພຣະເຢຊູຄຣິດເອງ!

“ໃຫ້ຜູ້ໂອ້ອວດ ອວດອົງພຣະຜູ້ເປັນເຈົ້າ”(1 ໂກລິນໂທ 1:31)

ບໍ່ມີສິນລະທໍາທີ່ປຽບທຽບພຣະອົງໄດ້
ໃນຖ້າມກາງລູກມະນຸດທັງຫຼາຍ
ພຣະອົງຊົງຍຸດຕິທໍາກວ່າຄວາມຍຸດຕິທໍາໃດໆ
ທີ່ເຕັມສະຫວັນຊັ້ນຟ້າ
ທີ່ເຕັມສະຫວັນຊັ້ນຟ້າ

ພຣະອົງເຫັນຂ້າໂດດລົງໃນຄວາມທຸກເລິກ
ແລະບິນໄປບັນເທົາທຸກຂອງຂ້າ
ເພື່ອຂ້າ ພຣະອົງຊົງໄມ້ກາງແຂນແຫ່ງຄວາມອາຍ
ແລະແບກຄວາມໂສກເສົ້າທຸກຢ່າງຂອງຂ້າ
ແລະແບກຄວາມໂສກເສົ້າທຸກຢ່າງຂອງຂ້າ

ຕັ້ງແຕ່ຈາກຄວາມໃຈບຸນຂອງພຣະອົງທີ່ຂ້າໄດ້ຮັບ
ໄດ້ພິສູດເຖິງຄວາມຮັກຂອງພຣະເຈົ້າ
ຖ້າຂ້າມີຫົວໃຈເປັນພັນດວງທີ່ຈະມອບໃຫ້
ພຣະເຈົ້າຂ້າ ມັນຈະເປັນຂອງພຣະອົງທັງໝົດ
ພຣະເຈົ້າຂ້າ ມັນຈະເປັນຂອງພຣະອົງທັງໝົດ

ມັນງ່າຍຫຼາຍທີ່ຈະມາຫາພຣະເຢຊູ, ຊາຍໜຸ່ມຄົນນັ້ນທີ່ຢູ່ໃນໂຣມບູຮານໄດ້ມາຫາ ພຣະອົງ - ແລະທ່ານກໍສາມາດມາໄດ້ເຊັ່ນກັນ.

ອາເລັກຊາເມນອສໄດ້ນະມັດສະການພຣະເຈົ້າຂອງລາວ!ພຣະເຈົ້າຂອງລາວຖືກຄຶງໃສ່ໄມ້ກາງແຂນ,ທຸກທໍລະມານເພື່ອຈ່າຍຄ່າຄວາມບາບຂອງອາເລັກຊາເມນອສ.

ໂຣເບີດໄຮເມີໄດ້ນະມັດສະການພຣະເຈົ້າຂອງລາວ,ພຣະເຈົ້າຂອງລາວຖືກຄຶງໃສ່ ໄມ້ກາງແຂນ,ທຸກທໍລະມານເພື່ອຈ່າຍຄ່າຄວາມບາບຂອງໂຣເບີດໄຮເມີ.

ອາເລັກຊາເມນອສໄດ້ນະມັດສະການພຣະເຈົ້າຂອງລາວ! ພຣະເຈົ້າຂອງລາວຄື ພຣະເຢຊູຊາວນາຊາເຣັດ, ພຣະເຈົ້າຂອງລາວໄດ້ລົງມາຈາກສະຫວັນເພື່ອຕາຍເທິງໄມ້ ກາງແຂນ,ເພື່ອຈ່າຍສໍາຫຼັບຄວາມບາບຂອງອາເລັກຊາເມນອສແລະຂອງທ່ານ, ພຣະເຈົ້າ ຂອງລາວຄືພຣະເຢຊູຜູ້ຊົງຟື້ນຂື້ນຈາກຕາຍທັງຮ່າງກາຍແລະດຽວນີ້ຊົງຢູ່ໃນສະຫວັນ - ທີ່ ພຣະຫັດຂວາຂອງພຣະບິດາ.

ອາເລັກຊາເມນອສໄດ້ນະມັດສະການພຣະເຈົ້າຂອງລາວ! ໂລກເວົ້າວ່າພຣະເຈົ້າ ຂອງລາວມີຫົວເປັນຫົວໂຕລາ! ໂລກໄດ້ເຍາະເຍີ້ຍແລະດູຖູກອາເລັກຊາເມນອສທີ່ນະມັດ ສະການພຣະເຢຊູ,ແຕ່ລາວໄດ້ຂຽນຢູ່ໃນຝາບ່ອນອື່ນວ່າ“ອາເລັກຊາເມນອສເປັນຄົນທີ່ສັດຊື່”ເປັນຫຍັງລາວຈື່ງເປັນຄົນທີ່ສັດຊື່? ກໍເພາະວ່າພຣະເຈົ້າຂອງລາວຄືພຣະເຢຊູກ່າວວ່າ“ບໍ່ມີຜູ້ ໃດມາເຖິງພຣະບິດາໄດ້ນອກຈາກມາທາງເຮົາ”(ໂຢຮັນ 14:6)

ອາເລັກຊາເມນອສນະມັດສະການພຣະເຈົ້າຂອງລາວ! ແລະໂລກໂຣມັນທັງມວນ ໄດ້ພັງທະລາຍແລະລົ້ມຈົ່ມ, ແລະຮູບປັ້ນທຸກຢ່າງກໍລົ້ມເຫຼວ, ແລະຄວາມຫລູຫຼາທຸກຢ່າງໄດ້ ລະລາຍໄປ, ແຕ່ພຣະຄຣິດຊົງຢູ່ເໜືອຫາຍະນະຂອງໂຄເລຊຽມແລະວິຫານພາເທນອນ.

“ໃຫ້ຜູ້ໂອ້ອວດ ອວດອົງພຣະຜູ້ເປັນເຈົ້າ”(1 ໂກລິນໂທ 1:31)

ອາເລັກຊາເມນອສນະມັດສະການພຣະເຈົ້າຂອງລາວ, ແລະໃນພຣະຄໍາພີໄດ້ທໍາ ນາຍໄວ້ວ່າຈະເກີດຄື້ນຄະນອງ,ແຜ່ນດິນໄຫວ,ເດືອນຈະກາຍເປັນສີເລືອດ,ຕຶກອາຄານຕ່າງໆ,ກ້ອນຫີນຕ່າງໆແລະພູຕ່າງໆຈະສັ້ນສະເທືອນແລະລົ້ມລົງໄປ,ອານາຈັກຕ່າງໆຂອງໂລກຈະລົ້ມລະລາຍໄປ, ມະນຸດຈະພາກັນລີ້ຢູ່ຕາມຮູຂອງຫີນໃຫຍ່ຕ່າງໆເພາະຄວາມຢ້ານ, ແລະພວກເຂົາຜິດໝົດທຸກຄົນ, ແຕ່ເດັກຄົນນີ້ເວົ້າຖືກ “ອາເລັກຊາເມນອສເປັນຄົນທີ່ສັດຊື່” ພວກທ່ານຈະວາງໃຈໃນພຣະເຈົ້າຂອງລາວບໍ? ທ່ານຈະວາງໃຈໃນພຣະເຢຊູແລະຖືກຊໍາ ລະລ້າງຈາກຄວາມຜິດບາບທຸກຢ່າງໂດຍພຣະໂລຫິດອັນປະເສີດຂອງພຣະອົງບໍ? ຂ້າພະ ເຈົ້າຫວັງວ່າທ່ານຈະເຮັດແບບນັ້ນ,ໃນພຣະນາມຂອງພຣະເຢຊູ, ເອແມນ.

ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປຫາ ດຣ.ໄຮເມີ ແລະບອກເພີ່ນທີ່- rlhymersjr@sbcglobal.net (ກົດທີ່ນີ້),ທ່ານສາມາດຂຽນໄປ ຫາດຣ.ໄຮເມີພາສາໃດກໍໄດ້ແຕ່ຈົ່ງຂຽນເປັນພາສາອັງກິດຖ້າທ່ານໄດ້.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວອາເບວ ພຣຸດໂຮມ: 1 ໂກລິນໂທ 1:26-31.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ:
“Majestic Sweetness Sits Enthroned” (by Samuel Stennett, 1727-1795) .