Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ພວກສະມາຊິກຄຣິສຕະຈັກທີ່ຍັງບໍ່ໄດ້ກັບໃຈໃໝ່ຢູ່ໃນຍຸກສຸດທ້າຍ

(ບົດເທດສະໜາຕອນທີ່ 5 ໃນໜັງສື 2 ເປໂຕ)
UNCONVERTED CHURCH MEMBERS IN THE LAST DAYS
(SERMON #5 ON II PETER)
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 31/5/2015
A sermon preached at the Baptist Tabernacle of Los Angeles
Lord’s Day Evening, May 31, 2015

“ຈະມີຄູສອນປອມຖ້າມກາງທ່ານທັງຫລາຍ ຜູ້ຊຶ່ງຈະ[ແອບເອົາ]ລັດທິທີ່ອອກນອກລູ່ນອກທາງອັນຈະນຳໄປສູ່ຄວາມຫາຍະນະເຂົ້າມາດ້ວຍ ແລະຈະປະຕິເສດອົງພຣະຜູ້ເປັນເຈົ້າຜູ້ໄດ້ຊົງໄຖ່ເຂົາໄວ້ ແລະຈະນຳຄວາມພິນາດຢ່າງສັບພັນມາເຖິງຕົນເອງ” (2 ເປໂຕ 2:1)


ອັກຄະສາວົກກ່າວວ່າຄູສອນປອມຈະຢູ່ “ຖ້າມກາງທ່ານທັງຫຼາຍ” ໃນຄຣິສຕະຈັກ ຕ່າງໆ, ນັ້ນຄືຄວາມຈິງທີ່ເພີ່ມຂື້ນໃນປະຈຸບັນນີ້.

“ເພາະຈະເຖິງເວລາທີ່ຄົນຈະທົນຕໍ່ຄຳສອນອັນຖືກຕ້ອງບໍ່ໄດ້ ແຕ່ເຂົາຈະຮວບຮວມຄູໄວ້ໃຫ້ສອນໃນສິ່ງທີ່ເຂົາມັກຟັງ ຕາມຄວາມປາດຖະຫນາຂອງຕົນເອງ” (2 ຕີໂມທຽວ 4:3)

ຜູ້ຄົນຕ້ອງການໄດ້ຍິນບາງຢ່າງທີ່ຄັນຫູຂອງພວກເຂົາ, ດັ່ງນັ້ນພວກຄູສອນປອມຈື່ງມີຊື່ສຽງ ໂດ່ງດັງໃນປະຈຸບັນນີ້, ພວກຄູທີ່ຂ້າພະເຈົ້າເຫັນຢູ່ໃນໂທລະພາບໃນມື້ນີ້ເປັນຈໍາພວກນີ້ທຸກ ຢ່າງ, ພວກເຂົາຈະແອບເອົາລັດທິທີ່ອອກນອກລູ່ນອກທາງອັນຈະນຳໄປສູ່ຄວາມຫາຍະນະເຂົ້າມາ.

2 ເປໂຕບົດທີ່ສອງເປໂຕໄດ້ອະທິບາຍເຖິງຄູສອນປອມເຫຼົ່ານີ້, ອັກຄະສາວົກໄດ້ ກ່າວວ່າພວກເຂົາຈະສອນ“ລັດທິທີ່ອອກນອກລູ່ນອກທາງທີ່ນໍາໄປສູ່ຄວາມຫາຍະນະ”ແມ່ນ ກະທັ່ງປະຕິເສດພຣະຄຣິດ, ພວກເຂົາປະຕິເສດພຣະຄຣິດໂດຍການບໍ່ເທດສະໜາຂ່າວປະ ເສີດ, ລາວເວົ້າວ່າພວກເຂົາຈະເປັນພວກແອນທິນໍມຽນ, ພວກເຂົາຈະສອນຜູ້ຄົນວ່າພວກ ເຂົາສາມາດມີຊີວິດໃນຄວາມບາບແລະຍັງເປັນຄຣິສຕຽນຢູ່ໄດ້, ພວກເຂົາຈະເຮັດວຽກເພື່ອ ເງີນຫຼາຍກວ່າພຣະເຈົ້າ,ການພິພາກສາຂອງເຂົາຈະເຂັ້ມງວດ, ພວກເຂົາຈະຖືກພິພາກສາຄື ກັບພວກທູດສະຫວັນທີ່ກະບົດທີ່ຖືກ“ໂຍນຖິ້ມລົງສູ່ນາລົກ” ພວກເຂົາຈະຖືກຕັດສິນລົງໂທດ ຄືກັບຜູ້ຄົນໃນສະໄໝຂອງໂນອາທີ່ຖືກຕັດສິນລົງໂທດໃນນໍ້າຖ້ວມໃຫຍ່, ພວກເຂົາຈະຖືກ ຕັດສິນລົງໂທດຄືກັບເມືອງໂສໂດມແລະໂກໂມຣາທີ່ຖືກລົງໂທດໂດຍໄຟຈາກສະຫວັນ.

ໂດຍສາມຕົວຢ່າງເຫຼົ່ານັ້ນເປໂຕໄດ້ສະແດງໃຫ້ເຫັນວ່າພວກຄູສອນປອມແລະຄົນທີ່ຕິດຕາມພວກເຂົາຈະຖືກຕັດສິນລົງໂທດ, ພວກຄູສອນປອມເວົ້າວ່າພວກຄຣິສຕຽນສາມາດ ມີຊີວິດໃນຄວາມບາບແລະຍັງລອດໄດ້, ພວກເຂົາເປັນຄົນເວົ້າຫຼາຍອວດດີ, ພວກເຂົາເວົ້າ ຊົ່ວຕໍ່ສູ້ພວກຜູ້ນໍາຄຣິສຕຽນແທ້,ພວກເຂົາປະຕິເສດທີ່ຈະເຊື່ອຟັງສິດທິອໍານາດຂອງພຣະຄໍາ ພີ,ພວກຄູສອນປອມເຫຼົ່ານີ້ບໍ່ເຂົ້າໃຈແມ່ນແຕ່ສິ່ງທີ່ພວກເຂົາເວົ້າຕໍ່ສູ້,ພວກເຂົາເປັນທາດຂອງບາບ, ແລະພວກເຂົາຈະພິນາດໃນຄວາມຜິດບາບຂອງເຂົາ, ຄົນເຫຼົ່ານີ້ເປັນ“ຮອຍດ່າງ” ແລະ“ມົນທິນ”ຢູ່ໃນຄຣິສຕະຈັກຕ່າງໆ, ຕາຂອງພວກເຂົາເຕັມໄປດ້ວຍການລ່ວງປະເວນີ, ພວກເຂົາຢຸດເຮັດບາບບໍ່ໄດ້, ພວກເຂົາເກ່ຍກ່ອມຄົນທີ່ບໍ່ໝັ້ນຄົງ, ພວກເຂົາຖືກສາບແຊ່ງ, ພວກເຂົາເປັນຄືກັບບາລາອໍາຜູ້ທໍານາຍປອມທີ່ເທດສະໜາເພື່ອເງີນ.

ຄຣິສຕຽນປອມພວກນີ້ເປັນຄືກັບນໍ້າສ້າງແຫ້ງ,ນໍ້າສ້າງທີ່ບໍ່ມີນໍ້າ, ພວກເຂົາເວົ້າມ່ວນ ແຕ່ພວກເຂົາລໍ້ລວງຜູ້ຕິດຕາມຂອງເຂົາ, ພວກເຂົາສັນຍາວ່າຈະໃຫ້ຜູ້ຕິດຕາມຂອງເຂົາເປັນ ອິດສະຫຼະ,ແຕ່ພວກເຂົາເອງພັດເປັນທາດຂອງຕັນຫາບາບ, ພວກເຂົາເປັນທາດຂອງຄວາມ ເສື່ອມຊາມ,ພວກເຂົານໍາຄົນເຊື່ອໃໝ່ໄປໃນທາງຜິດ, ພວກເຂົາຈະຖືກຕັດສິນລົງໂທດຢ່າງ ເຂັ້ມງວດເພາະການຈົງໃຈປ່ຽນແປງບັນຍັດຂອງພຣະຄໍາພີ, ພວກເຂົາເປັນຄືກັບໝາ ແລະ ໝູ,ພວກເຂົາທໍາທ່າເປັນຄຣິສຕຽນດີແຕ່ດຽວນີ້ເຂົາພັດກັບໄປຫາບາບເກົ່າຂອງເຂົາຄືກັບໝາແລະໝູ,ທໍາມະຊາດຂອງເຂົາບໍ່ໄດ້ຮັບການປ່ຽນໃໝ່ໂດຍພຣະຄຣິດ,ນັ້ນແລະຄືສິ່ງທີ່ສອງເປໂຕບົດທີ່ສອງບອກພວກເຮົາ.

ເປັນຫຍັງເປໂຕຈື່ງໃຊ້ເວລາໝົດບົດທີ່ສອງເວົ້າກ່ຽວກັບພວກຄຣິສຕຽນປອມເຫຼົ່ານີ້, ອັນທີ່ໜື່ງ ພວກເຂົາໄດ້ມີຢູ່ແລ້ວຜ່ານທາງປະຫວັດສາດຂອງຊາວຄຣິສຕຽນ,ແລະພວກເຮົາ ຈໍາເປັນຕ້ອງຖືກເຕືອນ, ສອງພວກເຂົາມີຈໍານວນເພີ່ມຂື້ນແລະແຂັ້ມແຂງໃນຍຸກສຸດທ້າຍ, ເບິ່ງ 2 ເປໂຕ 3:3 ເຊີນຢືນຂື້ນແລ້ວອ່ານດັງໆ.

“ຈົ່ງຮູ້ຂໍ້ນີ້ກ່ອນ ຄືໃນວັນສຸດທ້າຍຄົົນທີ່ມັກເຍາະເຍີ້ຍຈະເກີດຂຶ້ນແລະດຳເນີນຕາມໃຈປາດຖະຫນາຊົ່ວຂອງຕົນ”(2 ເປໂຕ 3:3)

ຂໍເຊີນນັ່ງລົງ, ສັງເກດຄໍາວ່າ“ໃນວັນສຸດທ້າຍ” ພວກເຍາະເຍີ້ຍເຫຼົ່ານີ້ເປັນຄືກັນກັບພວກ ຄຣິສຕຽນປອມທີ່ພວກເຮົາອ່ານເຖິງໃນບົດທີ່ສອງ, ພຣະຄໍາພີມີຫຼາຍເລື່ອງທີ່ຈະເວົ້າເຖິງ ກ່ຽວກັບພວກຄຣິສຕຽນປອມທີ່ມີຈໍານວນຫຼາຍໃນຍຸກສຸດທ້າຍ, ພວກເຂົາມີສະພາບທາງ ຂອງພຣະເຈົ້າພາຍນອກແຕ່ບໍ່ມິລິດອໍານາດຈາກພຣະເຈົ້າໃນເຂົາເລີຍ(2 ຕີໂມທຽວ 3:5) “ໃນເວລາຕໍ່ມາ...(ພວກເຂົາ)ເຊື່ອຟັງວິນຍານທີ່ລໍ້ລວງ ແລະຟັງຄຳສອນຂອງ(ພວກຜີປີສາດ)“ (1 ຕີໂມທຽວ 4:1), ໃນເວລາທີ່ໂລກເຂົ້າສູ່ຍຸກແຫ່ງຄວາມທຸກລໍາບາກໃຫຍ່ຄຣິສຕະຈັກຕ່າງໆຖືກອະທິບາຍໃນຖານະເປັນ“ເປັນທີ່ອາໄສຂອງຜີປີສາດ ເປັນທີ່ຄຸມຂັງຂອງຜີໂສໂຄກທຸກຢ່າງ ແລະເປັນກົງຂອງນົກທຸກຢ່າງທີ່ບໍ່ສະອາດແລະໜ້າກຽດຊັງ”(ພະນິມິດ 18:2)ໃນຈຸດນີ້ຄຣິສຕະຈັກຈະຖືກເອີ້ນວ່າ“ຜູ້ຍິງແພດສະຍາ”(ພະນິມິດ 17:1;19:2),ດຣ.ເຈ.ເວີນັນແມັກກີ້ໄດ້ກ່າວວ່າ“ຍິງແພດສະຍາ” “ຈະປະກອບໄປດ້ວຍຄົນທີ່ບໍ່ເຄີຍວາງໃຈໃນພຣະຜູ້ ຊ່ວຍໃຫ້ພົ້ນ” (J. Vernon McGee, Th.D., Thru the Bible, volume 5, Thomas Nelson Publishers, 1983, p. 1030; note on Revelation 17:1).

ດຣ.ຈອນເອັຟວັລວູດ ປະທານໂຮງຮຽນສາສະໜາສາດແຫ່ງດາລັສເປັນເວລາດົນນານໄດ້ກ່າວວ່າ “ບຸກຄົນທີ່ປະຕິເສດພຣະບຸກຄົນແລະພຣະລາຊະກິດຂອງພຣະເຢຊູຄຣິດໃນຄວາມໝາຍຕາມພຣະຄໍາພີກໍບໍ່ແມ່ນຄຣິສຕຽນອີກຕໍ່ໄປ, ເຂົາເປັນຜູ້ຕໍ່ຕ້ານຄຣິສຕຽນ,ເຂົາກໍເປັນຄົນຂັດຂວາງຂ່າວປະເສີດ,ເປັນຄົນນອກລູ່ນອກທາງ,ເປັນຄົນທີ່ຍັງບໍ່ລອດ,ເຂົາເປັນຄົນ ໜື່ງທີ່ຍັງບໍ່ເຄີຍຖືກແຕະຕ້ອງໂດຍພຣະຄຸນຂອງພຣະເຈົ້າ,”ເລື່ອງທີ່ໜ້າເສົ້າສະລົດຄືສິ່ງທີ່ເປໂຕໄດ້ທໍານາຍໄວ້ຄືທັງໝົດເຫັນໄດ້ຊັດເຈນຫຼາຍຢູ່ໃນຄຣິສຕະຈັກທີ່ຍອມຮັບໃນປະຈຸບັນນີ້...ຄຣິສຕຽນຫຼາຍຄົນບໍ່ເຂົ້າໃຈຄວາມກວ້າງແລະຄວາມເລິກຂອງຄວາມບໍ່ເຊື່ອຊື່ງໄດ້ແຊກຊຶມເຂົ້າໃນຄຣິສຕະຈັກ...ເປໂຕໄດ້ຄາດລ່ວງໜ້າເລື່ອງນີ້ມາດົນແລ້ວ, ບໍ່ຈໍາເປັນຕ້ອງລໍຖ້າໃຫ້ມັນຖືກຕື່ມເຕັມ, ມັນໄດ້ສໍາເລັດລົງແລ້ວ” (John F. Walvoord, Th.D., “Where is the Modern Church Going?” in Prophecy and the Seventies, Charles L. Feinberg, Th.D., Ph.D., editor, Moody Press, 1971, pp. 113, 114).

ຂ້າພະເຈົ້າສາມາດບອກທ່ານໄດ້ໃນຖານະເປັນພະຍານດ້ວຍຕາວ່ານັກປະກາດ ຂ່າວປະເສີດໃໝ່ຈໍານວນຫຼາຍຍັງ“ບໍ່ເຄີຍຖືກແຕະຕ້ອງໂດຍພຣະຄຸນຂອງພຣະເຈົ້າ” ແລະ ເປັນ“ຄົນທີ່ຍັງບໍ່ລອດ” - ຄືກັບທີ່ດຣ.ວັລວູດໄດ້ກ່າວວ່ານີ້ແມ່ນຄວາມຈິງໃນໂຮງຮຽນສາສະ ໜາສາດແລະໃນການເປັນສະມາຊິກຂອງຄຣິສຕະຈັກຕ່າງໆ“ຄຣິສຕຽນສ່ວນຫຼາຍບໍ່ເຂົ້າໃຈຄວາມກ້ວາງແລະຄວາມເລິກຂອງຄວາມບໍ່ເຊື່ອຊື່ງໄດ້ແຊກຊຶມເຂົ້າມາໃນຄຣິສຕະຈັກ”

ຄໍາຖາມຂອງຂ້າພະເຈົ້າຄື - ສະພາບການທີ່ຮ້າຍແຮງນີ້ເກີດຂື້ນໄດ້ແນວໃດ?ສິ່ງທີ່ ພວກເຮົາຕ້ອງເຮັດເພື່ອຄົ້ນຫາຄໍາຕອບກໍຄືການແນມຍ້ອນກັບໄປໃນສິ່ງທີ່ເກີດຂື້ນ, ເລີ່ມຕົ້ນ ໃນສະຕະວັດທີ່ສິບເກົ້າປະມານປີ 1824 ຊາລຈີ.ຟີນນີ່ໄດ້ປ່ຽນການກັບໃຈໃໝ່ມາເປັນແບບ ໄວວາແລະ“ການຕັດສິນໃຈ”ທີ່ບໍ່ມີຄວາມໝາຍ.

ສິ່ງທີ່ຂາດຫາຍໃນ“ການຕັດສິນໃຈ”ສະໄໝໃໝ່ຄືການສໍານຶກເລື່ອງຄວາມບາບ! ດຣ.ມາຕິນລອຍ-ໂຈນໄດ້ກ່າວວ່າ“ຈອນບັນຢັນບອກພວກເຮົາຢູ່ໃນ ພຣະຄຸນອັນເຫຼືອລົ້ນ ວ່າລາວ (ຢູ່ໃຕ້ການສໍານຶກຜິດເລື່ອງຄວາມບາບ)ແລະໃນຄວາມເຈັບປວດຂອງຈິດໃຈເປັນເວລາສິບແປດເດືອນ,ອົງປະກອບເວລາບໍ່ສໍາຄັນແຕ່ຄົນທີ່ຕື່ນຂື້ນມາແລະສໍານຶກເລື່ອງບາບຈະຕ້ອງມີບັນຫາກ່ຽວກັບເລື່ອງນີ້,ເຂົາຈະຕາຍແລະປະເຊີນໜ້າກັບພຣະເຈົ້າໄດ້ແນວໃດ?” (Martyn Lloyd-Jones, M.D., Assurance (Romans 5), The Banner of Truth Trust, 1971, p. 18).

ວັນສຸກແລ້ວນີ້ຂ້າພະເຈົ້າໄດ້ອ່ານໜັງສືຂອງຈອນບັນຢັນທີ່ຊື່ວ່າຄວາມຄືບໜ້າຂອງ ຜູ້ສະແຫວງບຸນ ສິ່ງທີ່ລາວເວົ້າກ່ຽວກັບການສໍານຶກເລື່ອງບາບແລະການກັບໃຈໃໝ່ແທ້ເປັນ ເລື່ອງທີ່ຄຸ້ນເຄີຍກັນຫຼາຍກ່ອນຟີນນີ່ວ່າມັນເປັນຄວາມເຊື່ອທົ່ວໄປຂອງນັກປະກາດຂ່າວປະ ເສີດເກືອບທຸກຄົນ,ຄວາມຄືບໜ້າຂອງຜູ້ສະແຫວງບຸນ ຖືກພິມໃຫ້ຈອຊວິດຟິວແລະຂາຍ ຢູ່ທີ່ໂບດເມໂຕດິສຄາລວານິສຕິກຕ່າງໆທົ່ວປະເທດອັງກິດແລະອາເມລິກາ, ການພິມຄັ້ງທີ່ ເຈັດຈອງໜັງສືຄວາມຄືບໜ້າຂອງຜູ້ສະແຫວງບຸນ ຖືກພີມໃຫ້ຈອນເວສລີແລະຖືກອ່ານ ໂດຍພວກເວສລີຢັນເມໂຕດິສທົ່ວໂລກທີ່ເວົ້າພາສາອັງກິດ,ໜັງສືຄວາມຄືບໜ້າຂອງຜູ້ສະ ແຫວງບຸນຖືກອ່ານແລະຮັກໂດຍຄົນເປັນໝື່ນໆຄົນຢູ່ໃນນິກາຍໂປແຕສແຕນທຸກແຫ່ງ, ບັນ ຢັນເອງຄືນັກຂຽນແບັບຕິດທີ່ຄົນສ່ວນຫຼາຍອ່ານຢ່າງກວ້າງຂວາງຕະຫຼອດການ, ພິມຄັ້ງທີ່ ໜື່ງໃນປີ 1678, ໜັງສືຂອງບັນຢັນໄດ້ຖືກພິມອີກຫຼາຍສະບັບແລະໄດ້ຂາຍຊຸດກັອບປີ້ຫຼາຍ ກວ່າໜັງສືເຫຼັ້ມອື່ນໆທີ່ຢູ່ໃນພາສາອັງກິດຍົກເວັ້ນພຣະຄໍາພີສະບັບຄິງເຈມ, ສະເປີໂຈນຜູ້ ຍິ່ງໃຫຍ່ໄດ້ອ່ານ ຄວາມຄືບໜ້າຂອງຜູ້ສະແຫວງບຸນ ຫຼາຍກວ່າ 75 ເທື່ອ, ອ້າງອີງແລະ ຍົກພາບປະກອບຈາກມັນຍົກແລ້ວຍົກອີກໃນຄໍາເທດສະໜາຂອງສະເປີໂຈນ, ມັນຄືໜັງສື ເຫຼັ້ມໜື່ງທີ່ກ່ຽວກັບການກັບໃຈໃໝ່,-ແລະນີ້ເປັນສິ່ງທີ່ພວກໂປແຕສແຕນແລະພວກແບັບຕິດ ທຸກຄົນເຊື່ອກ່ຽວກັບການກັບໃຈໃໝ່ຈົນເຖິງທີ່ຟີນນີ່ໄດ້ປ່ຽນການກັບໃຈໃໝ່ໃຫ້ເປັນການຕັດສິນໃຈຕ່າງໆໃນສະຕະວັດທີ່ສິບເກົ້າ.

ໃນສ່ວນທີ່ເອີ້ນວ່າ“ຄວາມຫວັງບອກເຖິງການກັບໃຈໃໝ່ຂອງເຂົາ”ພວກເຮົາຮຽນຮູ້ ຫຼາຍສິ່ງກ່ຽວກັບຄວາມລອດທີ່ໄດ້ລົງລືມໄປແລ້ວເປັນຜົນມາຈາກ “ລັດທິການຕັດສິນໃຈນິ ຍົມ”ຂອງຟີນນີ່.

ສ່ວນນີ້ໄດ້ເລີ່ມຂື້ນພ້ອມກັບການຖົກຖຽງກັນລະຫວ່າງຄວາມສັດຊື່ກັບຄວາມຫວັງ, ຄວາມຫວັງບອກວ່າທໍາອິດລາວເລີ່ມຄິດເຖິງຄວາມລອດຂອງລາວຕອນທີ່ລາວຖືກສະແດງ ໃຫ້ເຫັນເຖິງຄວາມວ່າງເປົ່າຂອງໂລກ - ການຂາດໂບດ,ການຂີ້ຕົວະ,ການປະຕິຍານ,ການ ມີເພດສໍາພັນກັນເຊັ່ນການໄປລາສເວກັສ, ແຕ່ລາວໄດ້ກ່າວວ່າ “ຕອນທໍາອິດຂ້າພະເຈົ້າ ໄດ້ປິດຕາຂອງຕົນຕໍ່ສູ້ຄວາມສະຫວ່າງ(ຂອງພຣະຄໍາພີ)”ຈາກນັ້ນລາວກໍເວົ້າວ່າ

“ທໍາອິດ - ຂ້າພະເຈົ້າເປັນຄົນບໍ່ຮູ້ວ່ານີ້ແມ່ນວຽກຂອງພຣະເຈົ້າທີ່ມີຕໍ່ຂ້າພະເຈົ້າ, ຂ້າພະເຈົ້າບໍ່ເຄີຍຄິດວ່າພຣະເຈົ້າຊົງເລີ່ມການກັບໃຈຂອງຄົນບາບໂດຍການປຸກເຂົາ ໃຫ້ຕື່ນຕໍ່ຄວາມບາບ, ສອງ - ຄວາມບາບຍັງຄົງຫວານຫຼາຍຕໍ່ທໍາມະຊາດບາບ ຂອງຂ້າພະເຈົ້າແລະຂ້າພະເຈົ້າຊັງທີ່ຈະຖີ້ມມັນໄປ, ສາມ - ຂ້າພະເຈົ້າບໍ່ຮູ້ວ່າຈະ ຖີ້ມພວກໝູ່ທີ່ບໍ່ລອດໄດ້ແນວໃດ,ເພາະການປາກົດຂອງເຂົາເຈົ້າເປັນຄວາມປາດຖະໜາຂອງຂ້າພະເຈົ້າ, ສີ່ - ເວລາທີ່ຂ້າພະເຈົ້າຮູ້ສຶກສໍານຶກກໍມີບັນຫາແລະຊົ່ວໂມງ ທີ່ໃຈເກີດຄວາມຢ້ານຊື່ງຂ້າພະເຈົ້າບໍ່ສາມາດແບກຮັບມັນໄດ້”

ຄຣິສຕຽນເວົ້າວ່າ“ມັນເບິ່ງຄືວ່າບາງເທື່ອເຈົ້າຕ້ອງກໍາຈັດບັນຫາຂອງເຈົ້າຖີ້ມ”

ຄວາມຫວັງເວົ້າວ່າ “ແມ່ນ”“ແຕ່ການທົດລອງຈະເຂົ້າມາໃນຄວາມຄິດອີກເທື່ອໜື່ງ ແລະຈາກນັ້ນຂ້າພະເຈົ້າກໍເປັນຄົນທີ່ຮ້າຍກວ່າທີ່ເຄີຍເປັນມາກ່ອນ”

ຄວາມຫວັງເວົ້າວ່າການສໍານຶກຜິດຈະກັບມາຫາເຂົາອີກແລະທໍລະມານເຂົາ.

ຄຣິສຕຽນກ່າວວ່າ“ເຈົ້າໄດ້ເຮັດຫຍັງແລ້ວລະ?”

ຄວາມຫວັງເວົ້າວ່າ “ຂ້ອຍໄດ້ພະຍາຍາມປັບປຸງຊີວິດຂອງຂ້ອຍແລ້ວ”ຂ້ອຍໄດ້ພະ ຍາຍາມບໍ່ເຮັດບາບ, ຂ້ອຍໄດ້ໜີຈາກຄວາມບາບຂອງຂ້ອຍແລະຈາກໝູ່ເພື່ອນທີ່ຫຼົງ ຫາຍຂອງຂ້ອຍແລ້ວ, ຂ້ອຍເລີ່ມອະທິຖານ,ອ່ານພຣະຄໍາພີແລະເຮັດສິ່ງດີໆອື່ນໆ.

ຄຣິສຕຽນຖາມວ່າ “ມັນຊ່ວຍເຈົ້າໄດ້ຢູ່ບໍ?”

ຄວາມຫວັງຕອບວ່າ“ໄດ້ໄລຍະໜື່ງ,ແຕ່ບໍ່ຊ້າຂ້ອຍກໍມີບັນຫາອີກ,ເຖິງແມ່ນວ່າຂ້ອຍ ໄດ້ປ່ຽນແປງຊີວິດ ຂອງຕົນເອງແລ້ວກໍຕາມ”

ຄຣິສຕຽນຖາມວ່າ “ເລື່ອງນັ້ນມັນເກີດຂື້ນໄດ້ແນວໃດ?”

ຄວາມຫວັງຕອບວ່າ“ເມື່ອຂ້ອຍຈື່ໄດ້ວ່າຄວາມຊອບທໍາທຸກຢ່າງຂອງຂ້ອຍເປັນຄືກັບເສື້ອຜ້າທີ່ສົກກະປົກ,ແລະເມື່ອຂ້ອຍຈື່ໄດ້ວ່າໂດຍການຮັກສາບັນຍັດບໍ່ມີຈັກຄົນທີ່ຈະເປັນຄົນຊອບທໍາໄດ້,ຈາກນັ້ນຂ້ອຍກໍຮູ້ວ່າຂ້ອຍເປັນຄົນໂງ່ທີ່ວ່າຂ້ອຍສາມາດໄປສະ ຫວັນໄດ້ໂດຍການເປັນຄົນດີແລະເຊື່ອຟັງບັນຍັດ, ຂ້ອຍຍັງຄິດເຊັ່ນກັນວ່າ,ເຖິງ ແມ່ນຖ້າຂ້ອຍສາມາດເປັນຄົນທີ່ສົມບູນແບບດຽວນີ້ໄດ້,ບາບເກົ່າຂອງຂ້ອຍກໍຍັງຄົງຖືກບັນທຶກໄວ້ໃນທະບຽນຂອງພຣະເຈົ້າ, ຄວາມບາບເກົ່າຕ່າງໆຈະຕໍານິຂ້ອຍຖ້າ ພວກມັນຍັງບໍ່ຖືກເອົາອອກໄປເທື່ອ - ແລະຂ້ອຍບໍ່ສາມາດເອົາມັນອອກໄປໄດ້! ຂ້ອຍແຮງເຈີບັນຫາຫຼາຍຂື້ນ,ແຕ່ຂ້ອຍກໍຍັງບໍ່ມີສັນຕິສຸກ, ຂ້ອຍເຂົ້າໃຈຫົວໃຈຂອງ ຕົນເອງວ່າມັນບາບຫຼາຍໂພດສໍາຫຼັບຂ້ອຍທີ່ຈະປ່ຽນແປງ, ຄວາມສັດຊື່ຕໍ່ມາກໍບອກ ຂ້ອຍວ່າຢ່າງໜ້ອຍຂ້ອຍກໍສາມາດມີຄວາມຊອບທໍາຂອງຊາຍຄົນໜື່ງຜູ້ທີ່ບໍ່ເຄີຍເຮັດບາບ,ຂ້ອຍບໍ່ສາມາດລອດໄດ້,ລາວບອກຂ້ອຍວ່າຜູ້ຊາຍຄົນນີ້ຄືພຣະເຢຊູຊື່ງນັ່ງຢູ່ທີ່ເບື້ອງຂວາມືຂອງພຣະເຈົ້າ, ຄວາມສັດຊື່ບອກວ່າ“ເຈົ້າຈະຕ້ອງເປັນຄົນຊອບທໍາ ໂດຍພຣະອົງ-ຜູ້ທີ່ທຸກທໍລະມານເພື່ອຄວາມບາບຂອງເຈົ້າເທິງໄມ້ກາງແຂນ.

ຄຣິສຕຽນຖາມວ່າ“ແລ້ວເຈົ້າໄດ້ເຮັດຫຍັງລະ?”

ຄວາມຫວັງຕອບວ່າ“ຂ້ອຍບໍ່ຍອມເຮັດມັນ,ຂ້ອຍຄິດວ່າພຣະເຢຊູຈະບໍ່ເຕັມໃຈທີ່ຈະ ຊ່ວຍຂ້ອຍໃຫ້ລອດໄດ້”

“ຈາກນັ້ນຄວາມສັດຊື່ບອກເຈົ້າຫຍັງແດ່?”

“ລາວບອກຂ້ອຍໃຫ້ມາຫາພຣະເຢຊູ”

“ເຈົ້າໄດ້ເຮັດຕາມທີ່ຖືກບອກບໍ?”

“ຂ້ອຍໄດ້ພະຍາຍາມແລ້ວພະຍາຍາມອີກ”

“ພຣະບິດາໄດ້ເປີດເຜີຍພຣະບຸດແກ່ເຈົ້າບໍ?”

“ບໍ່ແມ່ນຕອນເທື່ອທໍາອິດ,ຫຼືເທື່ອທີ່ສອງຫຼືສາມຫຼືສີ່,ຫຼືຫ້າ,ຫຼືເທື່ອທີ່ຫົກເລີຍ”

“ເຈົ້າມີຄວາມຄິດທີ່ຈະຢຸດບໍ?”

“ແມ່ນແລ້ວເປັນຮ້ອຍໆເທື່ອ”

“ແລະເປັນຫຍັງເຈົ້າຈື່ງບໍ່ຢຸດລະ?”

“ຂ້ອຍເຊື່ອວ່າສິ່ງທີ່ໄດ້ຖືກບອກກັບຂ້ອຍແມ່ນຄວາມຈິງ,ວ່າຖ້າປາສະຈາກຄວາມ ຊອບທໍາຂອງພຣະຄຣິດ,ໝົດທັງໂລກກໍຊ່ວຍຂ້ອຍໃຫ້ລອດບໍ່ໄດ້, ສະນັ້ນຂ້ອຍຈື່ງ ຄິດກັບຕົນເອງວ່າ ‘ຖ້າຂ້ອຍຢຸດຂ້ອຍກໍຈະຕາຍ,ແລະຂ້ອຍຕາຍບໍ່ໄດ້ນອກຈາກທີ່ ບັນລັງແຫ່ງພຣະຄຸນ’ ດັ່ງນັ້ນຂ້ອຍຈື່ງສືບຕໍ່ຈົນພຣະບິດາໄດ້ເປີດເຜີຍພຣະບຸດແກ່ ຂ້ອຍ”

“ແລະພຣະເຢຊູໄດ້ເປີດເຜີຍແກ່ເຈົ້າແນວໃດແດ່?”

“ຂ້ອບບໍ່ເຫັນພຣະອົງດ້ວຍຕາຂອງຂ້ອຍແຕ່ດ້ວຍຕາໃຈຂອງຂ້ອຍ,ນີ້ຄືຫົນທາງທີ່ມັນເກີດຂື້ນ: ມື້ໜື່ງຂ້ອຍເສົ້າໃຈຫຼາຍ, ແລະຄວາມເສົ້ານີ້ເປັນເພາະສາຍຕາໃໝ່ແຫ່ງ ຄວາມໃຫຍ່ແລະຄວາມຊົ່ວຊ້າແຫ່ງບາບຂອງຂ້ອຍ,ຂ້ອຍບໍ່ໄດ້ແນມໄປຂ້າງໜ້າເພື່ອອັນໃດນອກຈາກນາລົກແລະການລົງໂທດຊົ່ວນິດນິລັນແຫ່ງໃຈຂອງຂ້ອຍ, ທັນໃດ ນັ້ນຂ້ອຍກໍຮູ້ວ່າພຣະເຢຊູເຈົ້າກໍາລັງແນມລົງມາຈາກສະຫວັນຫາຂ້ອຍແລ້ວກ່າວວ່າ ‘ຈົ່ງເຊື່ອໃນພຣະເຢຊູເຈົ້າແລະເຈົ້າຈະລອດ’ຂ້ອຍຕອບວ່າ ‘ພຣະເຈົ້າຂ້າ ຂ້ານ້ອຍ ເປັນຄົນບາບໜາຫຼາຍຄົນໜື່ງ’ແລະພຣະອົງຕອບວ່າ‘ພຣະຄຸນຂອງເຮົາກໍພຽງພໍສໍາຫຼັບເຈົ້າ’ ຫຼັງຈາກນັ້ນຂ້ອຍກໍຖາມວ່າ ‘ແຕ່ພຣະອົງເຈົ້າຂ້າຄວາມເຊື່ອແມ່ນຫຍັງ?’ ຫຼັງຈາກນັ້ນຂ້ອຍກໍໄດ້ຍິນພຣະອົງກ່າວວ່າ“ຜູ້ທີ່ມາຫາເຮົາຈະບໍ່ຫິວອີກເລີຍແລະຜູ້ທີ່ ເຊື່ອໃນເຮົາຈະບໍ່ກະຫາຍອີກເລີຍ’ ການເຊື່ອແລະການມາເປັນສິ່ງດຽວກັນ, ແລະ ຜູ້ທີ່ມາ-ນັ້ນຄືແລ່ນເຂົ້າມາໃນຫົວໃຈຂອງເຂົາຫຼັງຈາກຄວາມລອດໃນພຣະຄຣິດ - ແນ່ນອນເຊື່ອໃນພຣະຄຣິດ,ຫຼັງຈາກນັ້ນນໍ້າຕາຂ້ອຍກໍຫຼັ່ງລົງມາແລະຂ້ອຍບອກວ່າ ‘ແຕ່ພຣະເຢຊູຄົນບາບໜາຄືກັບຂ້ານ້ອຍຈະເປັນທີ່ຍອມຮັບໂດຍພຣະອົງແລະລອດໂດຍພຣະອົງບໍ?’ ແລະຂ້ອຍກໍໄດ້ຍິນພຣະອົງກ່າວວ່າ“ຜູ້ທີ່ມາຫາເຮົາເຮົາຈະບໍ່ຖີ້ມ ເຂົາໄປຈັກເທື່ອ” ຈາກນັ້ນພຣະອົງຊົງກ່າວວ່າ ‘ພຣະເຢຊູຄຣິດໄດ້ສະເດັດເຂົ້າມາ ໃນໂລກເພື່ອຊ່ວຍຄົນບາບໃຫ້ລອດ’ ‘ພຣະອົງຊົງຮັກເຮົາແລະຊໍາລະລ້າງເຮົາໂດຍ ພຣະໂລຫິດຂອງພຣະອົງ’ ຕັ້ງແຕ່ນັ້ນຂ້ອຍກໍຮູ້ດີວ່າຂ້ອຍຕ້ອງສະແຫວງຫາຄວາມ ຊອບທໍາໃນພຣະອົງ, ແລະສໍາຫຼັບການອະໄພບາບຂອງຂ້ອຍຂ້ອຍຕ້ອງສະແຫວງ ຫາພຣະໂລຫິດຂອງພຣະອົງທີ່ພຣະອົງຊົງຫຼັ່ງລົງມາເທິງໄມ້ກາງແຂນເພື່ອຈ່າຍຄ່າຄວາມຜີດບາບຂອງຂ້ອຍ,ຂ້ອຍຈື່ງມາຫາພຣະເຢຊູ,ຕາຂອງຂ້ອຍເຕັມໄປດ້ວຍນໍ້າ ຕາແລະຫົວໃຈຂອງຂ້ອຍເຕັມໄປດ້ວຍຄວາມຮັກຕໍ່ພຣະເຢຊູຄຣິດ,ຄົນຂອງພຣະອົງ ແລະທາງຂອງພຣະອົງ.

ຄຣິສຕຽນຖາມວ່າ“ເລື່ອງນີ້ມີຜົນກະທົບຕໍ່ເຈົ້າແນວໃດແດ່?”

ຄວາມຫວັງກ່າວວ່າ “ມັນເຮັດໃຫ້ຂ້ອຍເຫັນວ່າໝົດທັງໂລກນີ້ບາບ ແລະຖືກ ກ່າວໂທດ,ມັນເຮັດໃຫ້ຂ້ອຍເຫັນວ່າພຣະເຈົ້າພຣະບິດາຊົງສາມາດເຮັດໃຫ້ຄົນບາບ ທີ່ມາຫາພຣະເຢຊູພຣະບຸດຂອງພຣະອົງເປັນຜູ້ຊອບທໍາໄດ້, ມັນເຮັດໃຫ້ຂ້ອຍອາຍ ຕໍ່ຄວາມໂງ່ຂອງຂ້ອຍເອງ,ທີ່ເມື່ອກ່ອນບໍ່ເຄີຍມີຄວາມຄິດໃນໃຈຂອງຂ້ອຍເລີຍກ່ຽວກັບຄວາມງາມແລະຄວາມຮັກຂອງພຣະເຢຊູຄຣິດ, ມັນເຮັດໃຫ້ຂ້ອຍຮັກຊີວິດທີ່ບໍລິ ສຸດແລະປາດຖະໜາທີ່ຈະເຮັດສິ່ງທີ່ຖະວາຍກຽດ ແລະສະຫງ່າລາສີແກ່ພຣະເຢຊູ ເຈົ້າ, ແມ່ນຂ້ອຍຄິດວ່າຖ້າຂ້ອຍມີເລືອດເປັນພັນແກນລັອນຢູ່ໃນຮ່າງກາຍຂອງຂ້ອຍ ຂ້ອຍກໍຢາກຈະໃຫ້ມັນລົ້ນອອກໝົດເພື່ອເຫັນແກ່ພຣະເຢຊູເຈົ້າ” (Simplified by Dr. Hymers, from The Pilgrim’s Progress in Modern English, updated by L. Edward Hazelbaker, Bridge-Logos Publishers, 1998, pp. 180-186).

ເພື່ອນທີ່ຮັກທັງຫຼາຍ, ຄໍາຂອງຈອນບັນຢັນເຫຼົ່ານີ້ຄືພຣະພອນຕໍ່ຫົວໃຈເປັນໝື່ນໆ ດວງ, ຈົນຂີ້ຝຸ້ນແລະຄວາມສົກກະປົກຂອງ“ລັດທິຕັດສິນໃຈນິຍົມ”ໄດ້ປ່ຽນຄວາມລອດເປັນ ບາງສິ່ງທີ່ເກືອບເປັນຄືກັບກົນລວງ,ຂ້າພະເຈົ້າຂໍອະທິຖານວ່າທ່ານຈະອ່ານຄໍາພວກນີ້ອ່ານ ແລ້ວອ່ານອີກ,ສູ່ການສໍານຶກເລື່ອງຄວາມບາບແລະມາຫາພຣະເຢຊູເຈົ້າໂດຍຄວາມເຊື່ອ.

ນີ້ແມ່ນຫົນທາງຄວາມຈິງ,ນີ້ແມ່ນຫົນທາງທີ່ຖືກຕ້ອງ,ນີ້ແມ່ນຫົນທາງມາຫາພຣະເຢຊູຄຣິດ,ມັນຄືຫົນທາງທີ່ຂ້າພະເຈົ້າລອດ,ມັນຄືຫົນທາງທີ່ທ້າວກຣິຟຟິດລອດ,ມັນຄືຫົນທາງທີ່ ດຣ.ເຄແກນແລະດຣ.ແຊນໄດ້ຮັບຄວາມລອດ, ມັນຄືຫົນທາງທີ່ຄົນຂອງເຮົາທຸກຄົນໄດ້ຮັບ ຄວາມລອດ,ແລະມັນຄືຫົນທາງທີ່ທ່ານຕ້ອງຮັບເອົາຄວາມລອດ.

“ເພາະວ່າປະຕູຊຶ່ງນຳໄປເຖິງຊີວິດນັ້ນກໍຄັບແລະທາງກໍແຄບ ຜູ້ທີ່ຫາພົບກໍມີນ້ອຍ”(ມັດທາຍ 7:14)

ພຣະບິດາຂ້າພະອົງຂໍອະທິຖານຂໍພຣະອົງຊົງໂນ້ມນ້າວບາງຄົນທີ່ຈະໄດ້ຍິນຫຼືອ່ານຄໍາເທດສະໜານີ້,ແລະຂ້າພະອົງຂໍພຣະອົງຊົງຊັກນໍາເຂົາໃຫ້ມາຫາພຣະບຸດຂອງພຣະອົງຄືພຣະເຢຊູຄຣິດຜູ້ຊົງສິ້ນພຣະຊົນເທິງໄມ້ກາງແຂນ ເພື່ອຈ່າຍຄ່າຄວາມຜິດບາບຂອງເຂົາ ແລະຊົງຟື້ນຂື້ນຈາກຄວາມຕາຍເພື່ອປະທານຊີວິດໃຫ້ແກ່ເຂົາ,ໃນພຣະນາມພຣະເຢຊູ, ເອ ແມນ.

ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປຫາ ດຣ.ໄຮເມີ ແລະບອກເພີ່ນທີ່- rlhymersjr@sbcglobal.net (ກົດທີ່ນີ້),ທ່ານສາມາດຂຽນໄປ ຫາດຣ.ໄຮເມີພາສາໃດກໍໄດ້ແຕ່ຈົ່ງຂຽນເປັນພາສາອັງກິດຖ້າທ່ານໄດ້.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວອາເບວ ພຣຸດໂຮມ: 2 ເປໂຕ 2:15-22.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ:
“Rock of Ages” (by Augustus M. Toplady, 1740-1778).