Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ໝາຍສໍາຄັນຕ່າງໆແຫ່ງການສະເດັດກັບມາຄັ້ງທີ່ສອງຂອງພຣະຄຣິດ

SIGNS OF CHRIST’S SECOND COMING
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 17/5/2015
A sermon preached at the Baptist Tabernacle of Los Angeles
Lord's Day Morning, May 17, 2015

“ຂໍຊົງໂຜດໃຫ້ຂ້າພຣະອົງທັງຫລາຍຮູ້ວ່າ ເຫດການເຫລົ່ານີ້ຈະບັງເກີດຂຶ້ນເມື່ອໃດ ແມ່ນຫຍັງຈະເປັນໝາຍສຳຄັນວ່າພຣະອົງຈະສະເດັດມາ ແລະວາລະສຸດທ້າຍຂອງໂລກນີ້”(ມັດທາຍ 24:3)


ຂ້າພະເຈົ້າອ່ານໜັງສືພິມສາມສະບັບທຸກໆມື້, ຂ້າພະເຈົ້າຍັງໄດ້ໃຊ້ເວລາໃນການ ເບິ່ງຂ່າວທາງໂທລະພາບໃຊ້ສາຍສອງຊ່ອງ, ທຸກສິ່ງທີ່ພວກເຮົາໄດ້ຍິນໃນຂ່າວສະແດງໃຫ້ ເຫັນວ່າໂລກຂອງພວກເຮົາແມ່ນຢູ່ໃນຄວາມສັບສົນວຸ້ນວາຍ,ລັດທິກໍ່ການຮ້າຍ,ສົງຄາມຕ່າງໆ,ຄົນຖືກຈັບເປັນຕົວປະກັນຕ່າງໆແລະການລະເບີດເກີດຂື້ນທົ່ວໂລກທຸກໆມື້,ຈໍານວນຂອງໂບດທີ່ຖືກເຜົາມີຫຼາຍແຫ່ງແລະຄຣິສຕຽນຖືກຕັດຄໍມີຫຼາຍຮ້ອຍຄົນ, ອີຣານໃນບໍ່ດົນກໍຈະມີ ລະເບີດນິວເຄລຍ,ພວກເຂົາເປັນໄພຄຸກຄາມຕໍ່ການດໍາລົງຊີວິດຂອງພວກເຮົາຫຼາຍ, ພວກ ເຂົາເວົ້າວ່າເຂົາຈະລັກລອບເອົາລະເບີດເຂົ້າມາໃນເມືອງຕ່າງໆຂອງພວກເຮົາ,ລະເບີດພວກມັນແລະທໍາລາຍວິທີຊີວິດຂອງພວກເຮົາ.

ປະທານາທິບໍດີຈອນເອັຟ.ເຄັນເນດີເປັນຄາທໍລິກ, ມື້ໜື່ງລາວກໍາລັງຕີກັອຟກັບ ບິລລີ່ເກຣແຮມ, ລາວບອກກັບເກຣແຮມວ່າຄຣິສຕະຈັກຄາທໍລິກເຊື່ອໃນເລື່ອງການສະເດັດ ກັບມາຄັ້ງທີ່ສອງຂອງພຣະຄຣິດ, ພວກເຂົາທ່ອງຈໍາຄວາມເຊື່ອຊື່ງກ່າວວ່າ“ຈາກນັ້ນພຣະ ອົງກໍຈະສະເດັດມາເພື່ອພິພາກສາທັງຄົນເປັນແລະຄົນຕາຍ” ແຕ່ປະທານາທິບໍດີເຄັນເນດີ ຢາກຈະຮູ້ຫຼາຍຂື້ນກ່ຽວກັບການສະເດັດກັບມາຄັ້ງທີ່ສອງ, ຫົກສິບປີກ່ອນເຊີວິນສະຕັນເຊີດ ຊີວຍັງຄົງເປັນນາຍົກລັດຖະມົນຕີແຫ່ງສະຫະລາຊະອານາຈັກ, ນັກປະກາດຂ່າວປະເສີດ ໜຸ່ມບິລລີ່ເກຣແຮມຖືກພາເຂົ້າໄປໃນຫ້ອງການຂອງເຊີດຊີວຢູ່ໃນຖະໜົນ 10 ດາວນິ່ງໃນ ເມືອງລອນດອນ,ເຊີດຊີວເວົ້າກັບລາວວ່າ “ຂ້ອຍບໍ່ຄິດວ່າໂລກຈະຢູ່ອີກຍາວນານ,ບັນຫາ ຂອງພວກເຮົາຢູ່ນອກເໜືອພວກເຮົາ” ປະຈຸບັນນີ້ເກືອບທຸກຄົນໃນຄວາມເປັນຜູ້ນໍາເບິ່ງຄືວ່າ ຮູ້ສຶກຢ້ານ, ສະໄໝທີ່ເຮົາຢູ່ກໍາລັງຜ່ານພົ້ນໄປຕໍ່ໜ້າຕໍ່ຕາເຮົາ, ເບິ່ງຄືວ່າພວກເຮົາກໍາລັງມຸ່ງ ໜ້າໄປສູ່ຈຸດສຸດຍອດຂອງປະຫວັດສາດແລະຈຸບຈົບຂອງໂລກ.

ພວກສາວົກມີຄວາມສົນໃຈໃນເລື່ອງນັ້ນ,ພວກເຂົາຖາມພຣະເຢຊູວ່າ“ແມ່ນຫຍັງຈະເປັນໝາຍສຳຄັນວ່າພຣະອົງຈະສະເດັດມາ ແລະວາລະສຸດທ້າຍຂອງໂລກນີ້” ພາສາກຣີກ ແປຄໍາວ່າ“ໂລກ” ເປັນ“ອຽນ”aion” ໝາຍເຖິງ“ຍຸກ” - ຍຸກທີ່ພວກເຮົາອາໄສຢູ່ “ຄຣິສຕຽນ ທີ່ກໍາລັງແຜ່ຂະຫຍາຍ, ພຣະຄຣິດບໍ່ໄດ້ຕໍານິພວກເຂົາທີ່ຖາມຄໍາຖາມນັ້ນ-“ແມ່ນຫຍັງຈະເປັນໝາຍສຳຄັນວ່າພຣະອົງຈະສະເດັດມາແລະວາລະສຸດທ້າຍຂອງ(ຍຸກ)ນີ້” ແທນທີ່ພຣະ ອົງຈະຕໍານິພວກເຂົາພຣະອົງພັດໄດ້ໃຫ້“ໝາຍສໍາຄັນຕ່າງໆ”ລາຍຢ່າງ,ພວກເຂົາຖາມໝາຍສໍາຄັນດຽວ,ແຕ່ພຣະຄຣິດຊົງໃຫ້ຂໍ້ພຣະຄໍາພີຫຼາຍຂໍ້ແກ່ເຂົາ,ແລະນອກຈາກນີ້ຍັງໄດ້ບັນທຶກໄວ້ໃນມາລະໂກ 13 ແລະ ລູກາ 21,

ມີຂໍ້ຜິດພາດສາມຢ່າງທີ່ກ່ຽວຂ້ອງກັບໝາຍສໍາຄັນຕ່າງໆທີ່ພຣະເຢຊູໃຫ້, ໜື່ງມີຄົນ ໄດ້ບັງຄັບໃຫ້ໝາຍສໍາຄັນເຫຼົ່ານີ້ທຸກຢ່າງຍ້ອນກັບໄປໃນສະຕະວັດທໍາອິດ,ພວກຄາລວານິສສະໄໝໃໝ່ຫຼາຍຄົນເປັນຄົນທີ່ເຮັດແບບນັ້ນ, ຂ້າພະເຈົ້າຄິດວ່າພວກເຂົາຜິດ, ຍົກຕົວ ຢ່າງມັນຈະໃຊ້ເວລາຢືດທີ່ແທ້ຈິງຂອງຈິນຕະນາການທີ່ຈະເຮັດໃຫ້ຂໍ້ທີ່ 14 ແນ່ໃສ່ສະຕະ ວັດທີ່ໜື່ງແລະຍັງຮັກສາການແປ,ການຕີຄວາມຂອງພຣະຄໍາພີ, ຂໍ້ນັ້ນເວົ້າວ່າ:

“ຂ່າວປະເສີດເລື່ອງອານາຈັກນີ້ຈະປະກາດໄປທົ່ວໂລກໃຫ້ເປັນຄຳພະຍານແກ່ບັນດາປະຊາຊາດ ແລ້ວທີ່ສຸດປາຍຈະມາເຖິງ”(ມັດທາຍ 24:14)

ນັ້ນຄືຄໍາທໍານາຍທີ່ຈະແຈ້ງແລະຊັດເຈນທີ່ມາຈາກພຣະຄຣິດ,ມັນຈະແຈ້ງວ່າບໍ່ໄດ້ເກີດຂື້ນ ຈົນຮອດສະໄໝປະຈຸບັນນີ້.

ພວກເຮົາຮູ້ວ່າພວກສາວົກໄດ້ເຜີຍແຜ່ຂ່າວປະເສີດຕະຫຼອດທົ່ວຈັກກະວັດໂຣມັນ, ແຕ່ພວກເຂົາບໍ່ໄດ້ປະກາດຂ່າວປະເສີດ“ໄປທົ່ວໂລກ” - ແນ່ນອນບໍ່ແມ່ນອາເມລິກາເໜືອ ແລະອາເມລິກາໃຕ້, ຍີ່ປຸ່ນ, ອອສເຕຣເລຍ, ເກາະຕ່າງໆທີ່ຢູ່ໃນທະເລແລະບ່ອນອື່ນໆອີກ, ມັດທາຍ 24:14 ຖືກຕື່ມເຕັມໃຫ້ສໍາເລັດຕອນນີ້ເທົ່ານັ້ນ“ໃນທົ່ວທຸກມຸມໂລກ”

ຈາກນັ້ນຂ້າພະເຈົ້າຄິດວ່າຄວາມຜິດພາດອັນທີ່ສອງທີ່ກ່ຽວຂ້ອງກັບໝາຍສໍາຄັນ ຕ່າງໆກໍຄືການຜັກດັນພວກມັນເຂົ້າໄປໃນອະນາຄົດ,ເຂົ້າສູ່ເຈັດປີແຫ່ງຄວາມທຸກລໍາບາກ, ນັ້ນແລະຄືສິ່ງທີ່ພວກປະກາດຂ່າວປະເສີດສະໄໝໃໝ່ຕັ້ງໃຈທີ່ຈະເຮັດ, ດັ່ງນັ້ນຂ້າພະເຈົ້າ ຄິດວ່າມັນຜິດທີ່ຜັກດັນໝາຍສໍາຄັນທຸກຢ່າງກັບໄປໃນສະຕະວັດທີ່ໜື່ງ-ແລະຄິດວ່າມັນຜິດ ເຊັ່ນກັນທີ່ຈະຜັກດັນໝາຍສໍາຄັນທຸກຢ່າງໄປໃນອະນາຄົດ,ໂດຍສະເພາະຍຸກເຈັດຜີ, ຂ້າພະ ເຈົ້າສໍານຶກຕົນວ່າ“ໝາຍສໍາຄັນຕ່າງໆ”ຖືກມອບໃຫ້ກັບເຮົາປະຈຸບັນນີ້, ໃນຍຸກທີ່ຊົ່ວນີ້.

ມັນແປກທີ່ມີການເທດສະໜາໃນເລື່ອງໝາຍສໍາຄັນຕ່າງໆໜ້ອຍຫຼາຍຢູ່ຕາມຄຣິສ ຕະຈັກຕ່າງໆໃນປະຈຸບັນນີ້, ສໍາຫຼັບຂ້າພະເຈົ້າເບິ່ງຄືວ່າການປະຕິເສດສະໄໝໃໝ່ເລື່ອງ ໝາຍສໍາຄັນຕ່າງໆຄືໝາຍສໍາຄັນຂອງມັນເອງ! ຂ້າພະເຈົ້າຢ້ານວ່າມັນຈະເຮັດໃຫ້ນັກເທດ ບາງຄົນຢູ່ໃນກຸ່ມຂອງ“ຄົນມັກເຍາະເຍີ້ຍ”ຊື່ງເວົ້າວ່າ“ຢູ່ໃສຄືຄໍາສັນຍາແຫ່ງການສະເດັດກັບມາຄັ້ງທີ່ສອງຂອງພຣະອົງ?”(2 ເປໂຕ 3:3-4),ແລະຂ້າພະເຈົ້າຄິດວ່າການປະຕິເສດຂອງ ໝາຍສໍາຄັນຕ່າງໆສະແດງໃຫ້ເຫັນວ່າ“ເມື່ອເຈົ້າບ່າວຍັງຊ້າຢູ່ ພວກນາງທຸກຄົນກໍພາກັນງ່ວງເຫງົາແລະຫລັບໄປ”(ມັດທາຍ 25:5), ຄຣິສຕະຈັກຫຼາຍແຫ່ງທີ່ກໍາລັງຫຼັບຢູ່ບໍ່ຕ້ອງ ການທີ່ຈະໄດ້ຍິນກ່ຽວກັບໝາຍສໍາຄັນຕ່າງໆ,ມັນອາດຈະປຸກເຂົາໃຫ້ຕື່ນ! ດຣ.ເອັມ.ອາ.ດິ ຮານໄດ້ກ່າວວ່າ“ມີອັນຕະລາຍຢູ່ສອງຢ່າງ,ອັນທີ່ໜື່ງຄືຄວາມອັນຕະລາຍແຫ່ງການຕັ້ງວັນ ແລະອັນທີ່ສອງ,ຄວາມຊົ່ວຮ້າຍທີ່ກົງກັນຂ້າມເຊັ່ນກັນກັບການບໍ່ສົນໃຈໝາຍສໍາຄັນຕ່າງໆ...”(M. R. DeHaan, M.D., Signs of the Times, Kregel Publications, 1997 edition, p. 13)ພວກນັກເທດກໍາລັງປະຕິເສດໝາຍສໍາຄັນຕ່າງໆຢູ່ໃນຄຣິສຕະຈັກສ່ວນຫຼາຍໃນປະຈຸບັນນີ້.

ຕໍ່ມາກໍມີຄວາມຜິດພາດອັນທີ່ສາມ,ໃນປີ 2011 ແຮໂຣແຄມປິງກໍບອກວັນແລະຊົ່ວ ໂມງຂອງການສະເດັດກັບມາຂອງພຣະຄຣິດຢູ່ເທິງເມກຊ່ວງການຮັບຂື້ນ, ລາວເວົ້າວ່າມັນ ຈະເກີດຂື້ນໃນວັນທີ 21 ເດືອນ 5 ປີ 2011,ເວລາ 6:00 ໂມງແລງ,ແນ່ນອນລາວເວົ້າ ຜິດ, ພຣະເຢຊູຕັດຢ່າງຊັດເຈນວ່າ“ແຕ່ວັນນັ້ນ ໂມງນັ້ນ ບໍ່ມີໃຜຮູ້”(ມັດທາຍ 24:36),ຖ້າມີ ຄົນໃດບອກພວກທ່ານວ່າເຂົາຮູ້ຈັກເວລາຕອນທີ່ພຣະຄຣິດຈະມາ, ຢ່າໄປຟັງຄົນແບບນັ້ນ ເປັນເດັດຂາດ!

ພວກສາວົກຖາມໝາຍສໍາຄັນດຽວເຖິງການສະເດັດກັບມາຂອງພຣະອົງ“ ແລະຈຸດ ສິ້ນສຸດຂອງ(ຍຸກ)ນີ້”ແຕ່ພຣະຄຣິດໄດ້ໃຫ້ໝາຍສໍາຄັນຫຼາຍຢ່າງແກ່ເຂົາ,ຂ້າພະເຈົ້າຈະຂໍວາງ ລໍາດັບຂອງໝາຍສໍາຄັນຕ່າງໆທີ່ຖືກໃຫ້ໂດຍພຣະຄຣິດແລະອັກຄະສາວົກຂອງພຣະອົງຢູ່ ໃນສາມໝວດໝູ່.

I. ໜື່ງ ມີໝາຍສໍາຄັນຕ່າງໆຢູ່ໃນຄຣິສຕະຈັກທັງຫຼາຍ.

ຄວາມຈິງແລ້ວອັນນັ້ນແມ່ນໝາຍສໍາຄັນທໍາອິດທີ່ພຣະເຢຊູໃຫ້ໃນມັດທາຍ 24:4-5

“ພຣະເຢຊູຕັດຕອບເຂົາວ່າ ລະວັງໃຫ້ດີ ຢ່າໃຫ້ຜູ້ໃດລໍ້ລວງທ່ານໃຫ້ຫລົງ ເພາະວ່າຈະມີຫລາຍຄົນມາຕ່າງອ້າງນາມຂອງເຮົາ ກ່າວວ່າ `ເຮົາເປັນພຣະຄຣິດ' ເຂົາຈະລໍ້ລວງຄົນເປັນຈຳນວນຫລາຍໃຫ້ຫລົງໄປ” (ມັດທາຍ 24:4-5)

ເລື່ອງນີ້ເບິ່ງຄືວ່າແນ່ໃສ່ພວກພະຍາມານຜູ້ທີ່ປອມຕົວເອງເປັນພຣະຄຣິດ,ອັກຄະສາວົກເປົາໂລໄດ້ເຕືອນກ່ຽວກັບ “ພຣະເຢຊູອີກອົງໜຶ່ງ ຊຶ່ງແຕກຕ່າງກັບທີ່ເຮົາໄດ້ເທດສະໜານັ້ນ” (2 ໂກລິນໂທ 11:4) ອັກຄະສາວົກຍັງໄດ້ກ່າວວ່າ:

“ພຣະວິນຍານໄດ້ກ່າວໄວ້ຢ່າງແຈ່ມແຈ້ງວ່າ ໃນເວລາຕໍ່ມາຈະມີບາງຄົນປະຖິ້ມຄວາມເຊື່ອ ໂດຍຫັນໄປເຊື່ອຟັງວິນຍານທີ່ລໍ້ລວງ ແລະຟັງຄຳສອນຂອງພວກຜີປີສາດ”(1 ຕີໂມທຽວ 4:1)

ປະຈຸບັນນີ້ພວກເຮົາເຫັນ “ວິນຍານ-ພຣະຄຣິດ”ຂອງລັດທິຢອສຕິກຖືກເທດຢູ່ໃນ ຄຣິສຕະຈັກຫຼາຍແຫ່ງ,ພຣະຄຣິດຢອສຕິກນີ້ເປັນວິນຍານອັນໜື່ງ, ບໍ່ແມ່ນເນື້ອໜັງແລະກະ ດູກຂອງພຣະຄຣິດແທ້ຂອງພຣະຄໍາພີ,ພຣະຄໍາພີກ່າວວ່າ“ວິນຍານທັງປວງທີ່ບໍ່ຍອມຮັບວ່າພຣະເຢຊູຄຣິດໄດ້ສະເດັດມາເປັນມະນຸດ ວິນຍານນັ້ນກໍບໍ່ໄດ້ມາຈາກພຣະເຈົ້າ”(1 ໂຢຮັນ 4:3), ຖ້າມກາງການແປສະໄໝໃໝ່ທຸກສະບັບ,ມີພຽງສະບັບຄິງເຈມເທົ່ານັ້ນທີ່ແປຂໍ້ນັ້ນຖືກ ຕ້ອງ! ພາສາກຣີກແມ່ນ“ເອເລລູໂທຕາ”ມັນຢູ່ໃນປະໂຫຍກກາລະສົມບູນສະແດງໃຫ້ເຫັນ ສະຖານະປະຈຸບັນຂອງພຣະຄຣິດ(cf. Jamieson, Fausset and Brown). ໃນການແປທີ່ຖືກ ຕ້ອງໂດຍສະບັບຄິງເຈມ,ພຣະຄຣິດ“ຊົງສະເດັດມາໃນເນື້ອໜັງ” ພຣະອົງມາໃນເນື້ອໜັງ ແລະຍັງຄົງຢູ່ໃນເນື້ອໜັງໃນການຟື້ນຄືນຈາກຕາຍພ້ອມດ້ວຍຮ່າງກາຍ ແລະກະດູກຂອງ ພຣະອົງ,ຫຼັງຈາກທີ່ພຣະອົງຟື້ນຂື້ນຈາກຕາຍແລ້ວພຣະເຢຊູຊົງກ່າວວ່າ“ຜີບໍ່ມີກະດູກແລະ ເນື້ອໜັງເໝືອນທີ່ເຮົາມີຢູ່ນີ້”(ລູກາ 24:39), ດັ່ງນັ້ນວິນຍານພຣະຄຣິດຂອງປະຈຸບັນນີ້ ຄວາມຈິງແລ້ວແມ່ນພະຍາມານ!

ອີກເທື່ອໜື່ງໃນມັດທາຍ 24:24 ພຣະຄຣິດຊົງກ່າວວ່າ:

“ດ້ວຍວ່າຈະມີພຣະຄຣິດທຽມເທັດແລະຜູ້ທໍານາຍທຽມເທັດເກີດຂຶ້ນຫລາຍຄົນ ແລະຈະເຮັດໝາຍສຳຄັນອັນໃຫຍ່ແລະການມະຫັດສະຈັນ ຖ້າເປັນໄປໄດ້ຈະລໍ້ລວງແມ່ນຜູ້ທີ່ຊົງເລືອກສັນໃຫ້ຫລົງ”(ມັດທາຍ 24:24)

ພວກເຮົາຈະຕ້ອງບໍ່ຖືກລໍ້ລວງໂດຍ“ໝາຍສໍາຄັນແລະການອັດສະຈັນຕ່າງໆ”ໃນຍຸກທີ່ຊົ່ວ ຮ້າຍເຫຼົ່ານີ້.

“ເພາະຄົນຢ່າງນັ້ນເປັນອັກຄະສາວົກທຽມ ເປັນຄົນງານທີ່ຫລອກລວງ ປອມໂຕເປັນອັກຄະສາວົກຂອງພຣະຄຣິດ ການກະທຳເຊັ່ນນັ້ນບໍ່ແປກປະ ຫລາດເລີຍ ເຖິງຊາຕານເອງກໍຍັງປອມໂຕເປັນທູດສະຫວັນແຫ່ງຄວາມສະຫວ່າງໄດ້ ເຫດສະນັ້ນຈຶ່ງບໍ່ເປັນການແປກອັນໃດທີ່ຜູ້ຮັບໃຊ້ຂອງຊາຕານຈະປອມໂຕເປັນຜູ້ຮັບໃຊ້ຂອງຄວາມຊອບທຳ ທ້າຍທີ່ສຸດຂອງເຂົາຈະເປັນໄປຕາມການກະທຳຂອງເຂົາ”(2 ໂກລິນໂທ 11:13-15)

ອັກຄະສາວົກເປົາໂລໄດ້ເຕືອນວ່າ

“ເພາະຈະເຖິງເວລາທີ່ຄົນຈະທົນຕໍ່ຄຳສອນອັນຖືກຕ້ອງບໍ່ໄດ້ ແຕ່ເຂົາຈະຮວບຮວມຄູໄວ້ໃຫ້ສອນໃນສິ່ງທີ່ເຂົາມັກຟັງ ຕາມຄວາມປາດຖະຫນາຂອງຕົນເອງ ແລະເຂົາຈະບ່າຍຫູຈາກຄວາມຈິງ ຫັນໄປຟັງເລື່ອງນິຍາຍຕ່າງໆ” (2 ຕີໂມທຽວ 4:3-4).

ຂ້າພະເຈົ້າສໍານຶກວ່າພວກເຮົາດຽວນີ້ກໍາລັງຢູ່ໃນຍຸກປະຖີ້ມຄວາມເຊື່ອ,“ການລົ້ມລົງ” ທີ່ອັກ ຄະສາວົກເປົາໂລໄດ້ທໍານາຍໄວ້ໃນ 2 ເທສະໂລນິກາ 2:3:

ຈາກນັ້ນພຣະຄຣິດກໍໄດ້ກ່າວເຊັ່ນກັນວ່າ:

“ຄວາມຮັກຂອງຄົນເປັນຈຳນວນຫລາຍຈະເຢັນຊ່າລົງ ເພາະຄວາມຊົ່ວຊ້າຈະແຜ່ຂະຫຍາຍອອກໄປ”(ມັດທາຍ 24:12)

ພຣະຄຣິດຊົງທໍານາຍວ່າຈະມີຄວາມບໍ່ເປັນລະບຽບຫຼາຍຢ່າງເກີດຂື້ນຢູ່ໃນຄຣິສຕະຈັກທັງ ຫຼາຍຊື່ງຄວາມຮັກແທ້ລະຫວ່າງສະມາຊິກນໍາກັນຈະເຢັນຊ່າລົງ, ຄຣິສຕະຈັກຫຼາຍແຫ່ງໄດ້ ປິດການນະມັດສະການວັນອາທິດຕອນແລງລົງແບບງ່າຍໆເພາະການສາມັກຄີທໍາແທ້ເປັນ ເລື່ອງໃຫຍ່ໃນອະດີດ, ສະມາຊິກຂອງຄຣິສຕະຈັກບໍ່ມີຄວາມຮັກຕໍ່ກັນແລະກັນໃນແບບທີ່ ພວກເຂົາເຄີຍມີໃນຄຣິສຕະຈັກຍຸກຕົ້ນໆ(ເຊັ່ນ ກິດຈະການ 2:46-47), ເຊັ່ນກັນພຣະເຢຊູ ຊົງທໍານາຍວ່າຈະມີການອະທິຖານຢ່າງສະໝໍ່າສະເໝີໜ້ອຍດຽວໃນຍຸກສຸດທ້າຍ (ລູກາ 18:1-8),ບໍ່ສົງໄສເລີຍທີ່ມີການປະຊຸມອະທິຖານໜ້ອຍໃນປະຈຸບັນນີ້, ການນະມັດສະການ ວັນພຸດ(ຖ້າມີອັນໜື່ງ)ໄດ້ຖືກປ່ຽນຈາກການປະຊຸມອະທິຖານເປັນການສຶກສາພຣະຄໍາພີດ້ວຍອາດຈະໜື່ງຫຼືສອງທີ່ເປັນໜ້າທີ່ອະທິຖານປະຈໍາ, ແນ່ນອນນີ້ແມ່ນໝາຍສໍາຄັນແຫ່ງຍຸກສຸດ ທ້າຍ! “ເມື່ອບຸດມະນຸດມາທ່ານຈະພົບຄວາມເຊື່ອ[ຄວາມເຊື່ອທີ່ຈະອະທິຖານ]ໃນແຜ່ນດິນໂລກຫລື”(ລູກາ 18:8), ແຕ່ຈົ່ງຈື່ໄວ້ວ່າພຣະເຢຊູຊົງກ່າວໄວ້ວ່າ:

“ເມື່ອເຫດການທັງປວງນີ້ເລີ່ມຈະບັງເກີດຂຶ້ນນັ້ນຈົ່ງຍືດໂຕແລະໂງກຫົວຂຶ້ນເພາະການໄຖ່ທ່ານໃກ້ຈະເຖິງແລ້ວ”(ລູກາ 21:28)

ຈົ່ງຮ້ອງເພງທີ່ 3 ວັກທີ່ສອງ!

ຄວາມມືດເປັນຍາມຄໍ່າຄືນ,ຄວາມບາບເຮັດສົງຄາມກັບເຮົາ
ນໍ້າໜັກແຫ່ງຄວາມໂສກເສົ້າທີ່ເຮົາແບກ
ແຕ່ດຽວນີ້ເຮົາເຫັນເຄື່ອງໝາຍແຫ່ງການມາຂອງພຣະອົງ
ໃຈຂອງເຮົາເບີກບານຢູ່ພາຍໃນ,ຈອກແຫ່ງຄວາມຍິນດີມາເໜືອເຮົາ
ພຣະອົງກໍາລັງມາອີກເທື່ອ ພຣະອົງກໍາລັງມາອີກເທື່ອ
ພຣະເຢຊູອົງດຽວກັນທີ່ຖືກມະນຸດປະຕິເສດ
ພຣະອົງກໍາລັງມາອີກເທື່ອພຣະອົງກໍາລັງມາອີກເທື່ອ
ດ້ວຍລິດອໍານາດ,ສະຫງ່າລາສີພຣະອົງກໍາລັງມາອີກເທື່ອ
(“ພຣະອົງກໍາລັງມາອີກເທື່ອ” by Mabel Johnston Camp, 1871-1937).

II. ສອງ ມີໝາຍສໍາຄັນຕ່າງໆແຫ່ງການຂົ່ມເຫງ.

ພຣະເຢຊູຊົງກ່າວວ່າ:

“ໃນເວລານັ້ນເຂົາຈະມອບທ່ານທັງຫລາຍໄວ້ໃຫ້ທົນທຸກລຳບາກແລະຈະຂ້າທ່ານເສຍ ແລະປະຊາຊາດຕ່າງໆຈະກຽດຊັງພວກທ່ານເພາະນາມຂອງເຮົາ ຄາວນັ້ນຄົນເປັນຈຳນວນຫລາຍຈະຖົດຖອຍໄປແລະທໍລະຍົດກັນແລະກັນ ທັງຈະກຽດຊັງຊຶ່ງກັນແລະກັນ” (ມັດທາຍ 24:9-10).

“ເຖິງວ່າອ້າຍກໍຈະທໍລະຍົດນ້ອງໃຫ້ເຖິງຄວາມຕາຍ ພໍ່ຕໍ່ລູກຊາຍ ແລະລູກກໍຈະທໍລະຍົດຕໍ່ພໍ່ແມ່ໃຫ້ເຖິງແກ່ຄວາມຕາຍ ທ່ານຈະຖືກຄົນທັງປວງກຽດຊັງເພາະເຫັນແກ່ນາມຂອງເຮົາ ແຕ່ຜູ້ທີ່ທົນໄດ້ຈົນເຖິງທີ່ສຸດ ຜູ້ນັ້ນຈະລອດ” (ມາລະໂກ 13:12-13)

ການຂົ່ມເຫງທີ່ໂຫດຮ້າຍກໍາລັງເກີດຂື້ນໃນປະຈຸບັນຢູ່ໃນຫຼາຍສ່ວນຂອງໂລກ,ກົດທີ່ນີ້ເພື່ອອ່ານກ່ຽວກັບເລື່ອງນີ້ທີ່ www.persecution.com ກຸ່ມໄອຊິສກໍາລັງຂ້າພວກຄຣິສຕຽນ ເປັນພັນໆຄົນ,ເປົ້າໝາຍລັດຂອງເຂົາຄືເພື່ອທໍາລາຍຄຣິສຕຽນທົ່ວມຸມໂລກ! ແຮງກົດດັນທີ່ ຫຼັກແຫຼມກວ່າທີ່ຕໍ່ສູ້ຄຣິສຕຽນແທ້ປະຈຸບັນຖືກພົບແມ່ນແຕ່ຢູ່ທີ່ນີ້ໃນໂລກຕາເວັນຕົກ, ພວກ ສິດຍາພິບານທີ່ສັດຊື່ຖືກໂຈມຕີໂດຍຄົນທີ່ເປັນເຫດໃຫ້ຄຣິສຕະຈັກແຕກແຍກ, ພວກພໍ່ແມ່ ຂົ່ມເຫງລູກຂອງເຂົາເອງເພາະການເປັນຄຣິສຕຽນ, ແລະມັນໜ້າຕົກໃຈທີ່ເຫັນບາງຄົນເຮັດ ກັບພໍ່ແມ່ຂອງເຂົາທີ່ອາຍຸຫຼາຍແລ້ວຊື່ງເປັນຄຣິສຕຽນທີ່ເອົາຈິງເອົາຈັງ,ຕອນນີ້ມີຫຼາຍຄົນຖືກຂັງ ແລະປ່ອຍໃຫ້ຢູ່ໂດດດ່ຽວພວກລູກທີ່ບໍ່ແມ່ນຄຣິສຕຽນຂອງເຂົາບໍ່ເຄີຍແມ່ນແຕ່ມາຢ້ຽມ ເລີຍ,ສິດຍາພິບານຫຼາຍຄົນບອກຂ້າພະເຈົ້າວ່າພວກເຂົາຄິດວ່າພວກຄຣິສຕຽນໃນອາເມລິ ກາໃນບໍ່ດົນຈະປະສົບກັບການຂົ່ມເຫງທີ່ໜັກໜ່ວງກວ່າ,ແຕ່ຈົ່ງຈື່ໄວ້ວ່າພຣະເຢຊູຕັດວ່າ:

“ທ່ານທັງຫລາຍຈະເປັນສຸກເມື່ອຄົນທັງຫລາຍຈະກຽດຊັງທ່ານແລະຈະໄລ່ທ່ານອອກຈາກພວກເຂົາແລະຈະປະໜາມທ່ານແລະຈະຢຽບຊື່ຂອງທ່ານວ່າເປັນຄົນຊົ່ວຊ້າເພາະທ່ານເຫັນແກ່ບຸດມະນຸດ ໃນວັນນັ້ນທ່ານທັງຫລາຍຈົ່ງຊື່ນຊົມແລະເຕັ້ນໂລດດ້ວຍຄວາມຍິນດີ ເພາະເບິ່ງເຖີດບຳເໜັດຂອງທ່ານມີບໍລິບູນໃນສະຫວັນ ເພາະວ່າບັນພະບຸລຸດຂອງເຂົາໄດ້ເຮັດແບບນັ້ນແກ່ພວກຜູ້ທໍານາຍເຊັ່ນກັນ” (ລູກາ 6:22-23)

ຮ້ອງອີກເທື່ອໜື່ງ - ເພງບົດທີ່ 3 - ວັກທີ່ສອງ!

ຄວາມມືດເປັນຍາມຄໍ່າຄືນ,ຄວາມບາບເຮັດສົງຄາມກັບເຮົາ
ນໍ້າໜັກແຫ່ງຄວາມໂສກເສົ້າທີ່ເຮົາແບກ
ແຕ່ດຽວນີ້ເຮົາເຫັນເຄື່ອງໝາຍແຫ່ງການມາຂອງພຣະອົງ
ໃຈຂອງເຮົາເບີກບານຢູ່ພາຍໃນ,ຈອກແຫ່ງຄວາມຍິນດີມາເໜືອເຮົາ
ພຣະອົງກໍາລັງມາອີກເທື່ອ ພຣະອົງກໍາລັງມາອີກເທື່ອ
ພຣະເຢຊູອົງດຽວກັນທີ່ຖືກມະນຸດປະຕິເສດ
ພຣະອົງກໍາລັງມາອີກເທື່ອພຣະອົງກໍາລັງມາອີກເທື່ອ
ດ້ວຍລິດອໍານາດ,ສະຫງ່າລາສີພຣະອົງກໍາລັງມາອີກເທື່ອ

III. ສາມ ມີໝາຍສໍາຄັນແຫ່ງການປະກາດຂ່າວປະເສີດໄປທົ່ວໂລກ.

ຈົ່ງສັງເກດໝາຍສໍາຄັນການໜຸນໃຈທີ່ແປກນີ້ເກີດຂື້ນທັນທີໃນຕອນກາງຂອງໝາຍສໍາຄັນທີ່ເປັນຕາຢ້ານເຫຼົ່ານີ້,ຂໍເຊີນຢືນຂື້ນໃນຂະນະທີ່ຂ້າພະເຈົ້າອ່ານມັດທາຍ 24:9-14.

“ໃນເວລານັ້ນເຂົາຈະມອບທ່ານທັງຫລາຍໄວ້ໃຫ້ທົນທຸກລຳບາກແລະຈະຂ້າທ່ານເສຍ ແລະປະຊາຊາດຕ່າງໆຈະກຽດຊັງພວກທ່ານເພາະນາມຂອງເຮົາ ຄາວນັ້ນຄົນເປັນຈຳນວນຫລາຍຈະຖົດຖອຍໄປແລະທໍລະຍົດກັນແລະກັນທັງຈະກຽດຊັງຊຶ່ງກັນແລະກັນ ຈະມີຜູ້ທໍານາຍທຽມເທັດຫລາຍຄົນເກີດຂຶ້ນແລະລໍ້ລວງຄົນເປັນຈຳນວນຫລາຍໃຫ້ຫລົງໄປ ຄວາມຮັກຂອງຄົນເປັນຈຳນວນຫລາຍຈະເຢັນຊ່າລົງ ເພາະຄວາມຊົ່ວຊ້າຈະແຜ່ຂະຫຍາຍອອກໄປ ແຕ່ຜູ້ທີ່ທົນໄດ້ຈົນເຖິງທີ່ສຸດ ຜູ້ນັ້ນຈະລອດ ຂ່າວປະເສີດເລື່ອງອານາຈັກນີ້ຈະປະກາດໄປທົ່ວໂລກໃຫ້ເປັນຄຳພະຍານແກ່ບັນດາປະຊາຊາດ ແລ້ວທີ່ສຸດປາຍຈະມາເຖິງ” (ມັດທາຍ 24:9-14)

ຂໍເຊີນນັ່ງລົງ.

“ຂ່າວປະເສີດເລື່ອງອານາຈັກ”ຄື“ຂ່າວປະເສີດ”ທີ່ງ່າຍໆໃນມາລະໂກ 13:10 ຊື່ງ ກ່າວວ່າ“ຂ່າວປະເສີດຈະຕ້ອງປະກາດທົ່ວປະຊາຊາດທັງປວງກ່ອນ”ຢູ່ໃນຖ້າມກາງຍຸກແຫ່ງ ການປະຖີ້ມຄວາມເຊື່ອແລະການຂົ່ມເຫງ,ທັນໃດນັ້ນພຣະຄຣິດຕັດວ່າຂ່າວປະເສີດເລື່ອງອານາຈັກນີ້ຈະປະກາດໄປທົ່ວໂລກ “ແລະທີ່ສຸດປາຍຈະມາເຖິງ”(ມັດທາຍ 24:9-14)

ຊ່າງເປັນຄໍາທໍານາຍ! ມີໜ້ອຍບ່ອນທີ່ຂ່າວປະເສີດບໍ່ສາມາດປະກາດໄດ້ໃນຍຸກ ຂອງເຮົາ,ໂດຍອິນເຕີເນັດ,ໂດຍວິທະຍຸ,ໂດຍຄື້ນສັ້ນ,ໂດຍຈານດາວທຽມ,ແລະຜ່ານທາງມິດຊັນນາຣີເປັນພັນໆ - ຂ່າວປະເສີດຖືກເຜີຍແຜ່ທົ່ວໂລກໃນປະຈຸບັນນີ້! ມັດທາຍ 24:11-14 ຖືກເຮັດໃຫ້ສໍາເລັດໃນຍຸກຂອງພວກເຮົາ! ມັນແປກສໍາໃດ,ແມ່ນກະທັ່ງໃນຂະນະທີ່ ຄຣິສຕະຈັກຫຼາຍແຫ່ງໃນຕາເວັນຕົກກໍາລັງປິດປະຕູຂອງເຂົາລົງແລະຢຸດມີການນະມັດສະ ການຕອນແລງຊື່ງຂ່າວປະເສີດກໍາລັງລະເບີດອອກໄປໃນໂລກທີ່ສາມ - ໃນປະເທດຈີນ, ເອເຊຍຕາເວັນອອກສຽງໃຕ້,ຖ້າມກາງຄົນມົ້ງ,ແລະຊາວຮິນດູທີ່ມີຊັ້ນຕໍ່າທີ່ສຸດໃນສັງຄົມຢູ່ ປະເທດອິນເດຍ! ການປະຖີ້ມຄວາມເຊື່ອແລະການຟື້ນຟູ - ສືບຕໍ່ເກີດຂື້ນໃນຊ່ວງດຽວກັນ- ເປັນຄືກັບທີ່ພຣະເຢຊູໄດ້ທໍານາຍໄວ້! ຊ່າງເປັນສິ່ງແປກທີ່ຂັດແຍງກັນ! ແຕ່ນັ້ນຄືຄວາມຈິງ ຂອງສິ່ງທີ່ກໍາລັງເກີດຂື້ນ,ເປັນຄືກັບທີ່ພຣະເຢຊູທໍານາຍໄວ້ວ່າຈະເກີດຂື້ນ!

“ຂ່າວປະເສີດເລື່ອງອານາຈັກນີ້ຈະປະກາດໄປທົ່ວໂລກໃຫ້ເປັນຄຳພະຍານແກ່ບັນດາປະຊາຊາດ ແລ້ວທີ່ສຸດປາຍຈະມາເຖິງ” (ມັດທາຍ 24:9-14)

ຮາເລລູຢາ! ພຣະເຢຊູກໍາລັງສະເດັດມາ! ຈົ່ງຮ້ອງອີກເທື່ອໜື່ງ!

ຄວາມມືດເປັນຍາມຄໍ່າຄືນ,ຄວາມບາບເຮັດສົງຄາມກັບເຮົາ
ນໍ້າໜັກແຫ່ງຄວາມໂສກເສົ້າທີ່ເຮົາແບກ
ແຕ່ດຽວນີ້ເຮົາເຫັນເຄື່ອງໝາຍແຫ່ງການມາຂອງພຣະອົງ
ໃຈຂອງເຮົາເບີກບານຢູ່ພາຍໃນ,ຈອກແຫ່ງຄວາມຍິນດີມາເໜືອເຮົາ
ພຣະອົງກໍາລັງມາອີກເທື່ອ ພຣະອົງກໍາລັງມາອີກເທື່ອ
ພຣະເຢຊູອົງດຽວກັນທີ່ຖືກມະນຸດປະຕິເສດ
ພຣະອົງກໍາລັງມາອີກເທື່ອພຣະອົງກໍາລັງມາອີກເທື່ອ
ດ້ວຍລິດອໍານາດ,ສະຫງ່າລາສີພຣະອົງກໍາລັງມາອີກເທື່ອ

ທ່ານຮູ້ຈັກພຣະຄຣິດບໍ? ທ່ານພ້ອມແລ້ວບໍເມື່ອພຣະອົງສະເດັດມາ? ທ່ານໄດ້ກັບ ໃຈໃໝ່ແລ້ວຫຼືຫຍັງ?“ການອຸທິດຊີວິດໃໝ່”ຈະບໍຊ່ວຍທ່ານຖ້າທ່ານເປັນຄົນຫຼົງຫາຍ,ບາງຄົນເວົ້າວ່າພວກເຂົາກໍາລັງກັບມາຫາພຣະຄຣິດຄືກັບລູກຊາຍນ້ອຍທີ່ຫຼົງຫາຍໄປເຮັດ,ແຕ່ພຣະຄໍາພີບໍ່ເຄີຍເວົ້າວ່າລູກຊາຍນ້ອຍຜູ້ຫຼົງຫາຍເປັນຄົນທີ່ເຄີຍລອດເທື່ອໜື່ງແລ້ວ,ຖອຍຫຼັງແລະຫຼັງຈາກນັ້ນກໍອຸທິດຊີວິດຂອງຕົນໃໝ່,ບໍ່ແມ່ນ ພຣະຄໍາພີເວົ້າຢ່າງຊັດເຈນວ່າລາວເປັນຄົນທີ່ ຫຼົງຫາຍ! ພໍ່ຂອງລາວເອງໄດ້ເວົ້າວ່າ:

“ເພາະວ່າລູກຂອງເຮົາຄົນນີ້ຕາຍແລ້ວແຕ່ກັບເປັນອີກຫາຍໄປແລ້ວແຕ່ໄດ້ພົບກັນອີກ'ເຂົາທັງຫລາຍຕ່າງກໍເລີ່ມມີຄວາມລື່ນເລີງຍິນດີ” (ລູກາ 15:24)

ທ່ານຈະຕ້ອງມາຫາພຣະຄຣິດສໍານຶກຕົນວ່າທ່ານເປັນຄົນຫຼົງຫາຍ! ກົດທີ່ນີ້ເພື່ອອ່ານ“ວິທີ ຂອງພຣະຄຸນ” ໂດຍນັກປະກາດຂ່າວປະເສີດຜູ້ຍິ່ງໃຫຍ່ຈອຊໄວຟິວ(1714-1770) .

ຖ້າທ່ານຍັງບໍ່ສໍານຶກວ່າທ່ານເປັນຄົນຫຼົງຫາຍຢູ່ທ່ານກໍຈະບໍ່ມາຫາພຣະເຢຊູ,ທ່ານກໍຈະບໍ່ວາງໃຈໃນພຣະອົງພຽງຜູ້ດຽວ, ທ່ານຈະບໍ່ປະສົບກັບການກັບໃຈໃໝ່ທີ່ແທ້ຈິງ,ແລະ ທ່ານຈະບໍ່ໄດ້ຮັບການຊໍາລະຈາກຄວາມຜິດບາບໂດຍພຣະໂລຫິດຂອງພຣະຄຣິດຫຼືໄດ້ເກີດໃໝ່ຜ່ານທາງການຟື້ນຄືນພຣະຊົນຂອງພຣະອົງເລີຍ.

ໂອພຣະເຈົ້າ,ພວກເຮົາຂໍອະທິຖານວ່າຈິດວິນຍານທີ່ຫຼົງຫາຍບາງຄົນທີ່ກໍາລັງໄດ້ຍິນຫຼືອ່ານບົດເທດນີ້,ຫຼືກໍາລັງເບິ່ງຂ້າພະເທດຢູ່ໃນຢູທູບຫຼືໃນເວັບໄຊຂອງພວກເຮົາຈະມາພາຍໃຕ້ການສໍານຶກຜິດເລື່ອງຄວາມບາບແລະວາງໃຈເຊື່ອພຣະເຢຊູຄຣິດພຣະບຸດຂອງພຣະອົງ, ເອແມນ.

ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປຫາ ດຣ.ໄຮເມີ ແລະບອກເພີ່ນທີ່- rlhymersjr@sbcglobal.net (ກົດທີ່ນີ້),ທ່ານສາມາດຂຽນໄປ ຫາດຣ.ໄຮເມີພາສາໃດກໍໄດ້ແຕ່ຈົ່ງຂຽນເປັນພາສາອັງກິດຖ້າທ່ານໄດ້.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວອາເບວ ພຣຸດໂຮມ: ມາລະໂກ 13:1-13.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ:
“Jesus is Coming Again” (by John W. Peterson, 1921-2006).

ໂຄງຮ່າງບົດເທດສະໜາ

ໝາຍສໍາຄັນແຫ່ງການສະເດັດກັບມາຄັ້ງທີ່ສອງຂອງພຣະຄຣິດ

SIGNS OF CHRIST’S SECOND COMING

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ຂໍຊົງໂຜດໃຫ້ຂ້າພຣະອົງທັງຫລາຍຮູ້ວ່າ ເຫດການເຫລົ່ານີ້ຈະບັງເກີດຂຶ້ນເມື່ອໃດ ແມ່ນຫຍັງຈະເປັນໝາຍສຳຄັນວ່າພຣະອົງຈະສະເດັດມາ ແລະວາລະສຸດທ້າຍຂອງໂລກນີ້”(ມັດທາຍ 24:3)

(ມັດທາຍ 24:1-2; ລູກາ 21:20-24; ມັດທາຍ 24:14,36)

I. ໜື່ງ ມີໝາຍສໍາຄັນຕ່າງໆຢູ່ໃນຄຣິສຕະຈັກທັງຫຼາຍ. ມັດທາຍ 24:4-5;
1 ຕີໂມທຽວ 4:1; 2 ໂກລິນໂທ 11:4; 1 ໂຢຮັນ 4:3; ລູກາ 24:39;
ມັດທາຍ 24:24; 2 ໂກລິນໂທ 11:13-15; 2 ຕີໂມທຽວ 4:3-4;
2 ເທສະໂລນິກາ 2:3; ມັດທາຍ 24:12; ກິດຈະການ 2:46-47;
ລູກາ 18:1-8; 21:28; 2 ເປໂຕ 3:3-4; ມັດທາຍ 25:5.

II. ສອງ ມີໝາຍສໍາຄັນຕ່າງໆແຫ່ງການຂົ່ມເຫງ. ມັດທາຍ 24:9-10;
ມາລະໂກ 13:12-13; ລູກາ 6:22-23.

III. ສາມ ມີໝາຍສໍາຄັນແຫ່ງການປະກາດຂ່າວປະເສີດໄປທົ່ວໂລກ.
ມັດທາຍ 24:9-14; ມາລະໂກ 13:10; ລູກາ 15:24.