Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ແມ່ຂອງປະທານາທິບໍດີເຣແກນ -
ບົດເທດສະໜາໃນວັນແມ່

PRESIDENT REAGAN’S MOTHER –
A MOTHER’S DAY SERMON
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 10/5/2015
A sermon preached at the Baptist Tabernacle of Los Angeles
Lord’s Day Morning, May 10, 2015


ກະລຸນາເປີດພຣະຄໍາພີຂອງທ່ານໄປກັບຂ້າພະເຈົ້າໃນໜັງສືອົບພະຍົບ 2:2, ຢູ່ໃນ ໜ້າທີ່ 72 ຂອງພຣະພີສະກໍຟິວສຶກສາ,ຂໍໃຫ້ເຮົາຢືນຂື້ນແລ້ວອ່ານຂໍ້ນີ້ດັ່ງໆນໍາກັນ

“ຜູ້ຍິງນັ້ນກໍຖືພາແລະຄອດລູກຊາຍ ແລະເມື່ອນາງເຫັນວ່າເດັກນັ້ນເປັນເດັກທີ່ມີຮູບງາມ ນາງຈຶ່ງເຊື່ອງເດັກໄວ້ເຖິງສາມເດືອນ” (ອົບພະຍົບ 2:2)

ຂໍເຊີນນັ່ງລົງ.

ນີ້ແມ່ນເລື່ອງລາວການເກີດຂອງໂມເສດ,ແມ່ຂອງໂມເສດເປັນຜູ້ຍິງຄົນຮິບຣູຊື່ວ່າ ໂຢຄາເບດ,ເມື່ອຟາໂຣແຫ່ງອີຢິບຮັບສັ່ງວ່າເດັກຜູ້ຊາຍຊາວຮິບຣູທຸກຄົນຈະຕ້ອງເອົາໄປຖີ້ມລົງໃນນໍ້າ,ໂຢຄາເບດແມ່ຂອງໂມເສດກໍເຊື່ອງລາວໄວ້ເປັນເວລາສາມເດືອນ,ເມື່ອນາງບໍ່ສາ ມາດເຊື່ອງລາວໄວ້ອີກຕໍ່ໄປແລ້ວ,ນາງຈື່ງສານເຮືອນ້ອຍຄືກັບກະຕ່າແລ້ວເອົາລູກຊາຍວາງໄວ້ໃນນັ້ນ,ແລ້ວກໍປ່ອຍໃຫ້ມັນລອຍໄປຕາມແມ່ນໍ້າບ່ອນທີ່ລູກສາວຂອງຟາໂຣມາອາບນໍ້າ, ໂຢຄາເບດຮູ້ດີວ່າຄວາມຫວັງດຽວທີ່ລູກຂອງລາວມີຢູ່ໃນຄວາມເປັນໄປໄດ້ວ່າລູກສາວຂອງຟາໂຣຈະຊ່ວຍລາວໃຫ້ພົ້ນ, ລາວຕ້ອງອະທິຖານໜັກໃນຂະນະທີ່ລາວລີ້ຢູ່ໃນພຸ່ມຕົ້ນອໍແລ້ວ ເບິ່ງເຮືອນ້ອຍກັບລູກຂອງລາວລອຍໄປຕາມນໍ້າສູ່ບ່ອນທີ່ລູກສາວຂອງຟາໂຣກໍາລັງອາບນໍ້າຢູ່, ພຣະເຈົ້າຊົງຕອບຄໍາອະທິຖານຂອງນາງ ແລະລູກສາວຂອງຟາໂຣກໍໄດ້ເອົາເດັກແລະ “ມີຄວາມກະລຸນາຕໍ່ເດັກນັ້ນ”(ອົບພະຍົບ 2:6)

ໃນການຊົງຈັດຕຽມຂອງພຣະເຈົ້າ, ລູກສາວຂອງກະສັດຟາໂຣໄດ້ບອກໃຫ້ຄົນໃຊ້ ຂອງນາງຫາຜູ້ຍິງຊາວຮິບຣູມາລ້ຽງເດັກໃຫ້, ພວກເຂົາກໍໄປພາໂຢຄາເບດມາ,ແມ່ແທ້ໆ ຂອງໂມເສດເພື່ອໃຫ້ເປັນເອື້ອຍລ້ຽງເດັກ,ໂຢຄາເບດກໍລ້ຽງດູໂມເສດຈົນລາວອາຍຸໄດ້ສິບຫຼື ສິບສອງປີ, ຫຼັງຈາກນັ້ນລາວກໍຖືກລ້ຽງຢູ່ໃນສໍານັກຂອງຊາວອີຢິບໃນຖານະເປັນລູກຊາຍ ຂອງລູກສາວກະສັດຟາໂຣ.

“ແລະໂມເສດຈຶ່ງໄດ້ຮຽນຮູ້ໃນວິຊາການທຸກຢ່າງຂອງຊາວອີຢິບ” (ກິດຈະການ 7:22)

ໂມເສດຖືກລ້ຽງໃຫ້ໃຫຍ່ມາຢູ່ໃນລາຊະສໍານັກຂອງຟາໂຣ,ລາວໄດ້ຮຽນຮູ້ສາສະໜານອກຮີດທຸກຢ່າງຂອງຊາວອີຢິບນັກກາບໄຫວ້ຮູບເຄົາລົບ, ທຸກຄົນຄິດວ່າລາວເປັນຄົນອີຢິບ ແນ່ນອນໃນໃຈໂມເສດຮູ້ຈັກກ່ຽວກັບພຣະເຈົ້າ,ເພາະໂຢຄາເບດແມ່ແທ້ໆຂອງລາວໄດ້ບອກລາວກ່ຽວກັບພຣະເຈົ້າແລະຄວາມເປັນມໍລະດົກຮິບຣູຂອງລາວຕອນທີ່ນາງເປັນເອື້ອຍລ້ຽງ ຕອນທີ່ໂມເສດຍັງນ້ອຍໆ.

ອິດທິພົນຂອງໂຢຄາເບດທີ່ມີຕໍ່ລູກຊາຍຂອງນາງຍິ່ງໃຫຍ່ຫຼາຍກວ່າທີ່ຟາໂຣແຫ່ງ ປະເທດອີຢິບມີ, ອິດທິພົນຂອງນາງທີ່ມີຕໍ່ລາວແມ່ນຍິ່ງໃຫຍ່ກວ່າ“ວິຊາການທຸກຢ່າງຂອງຊາວອີຢິບ”(ກິດຈະການ 7:22),ເມື່ອໂມເສດເປັນຜູ້ໃຫຍ່ແລ້ວພຣະຄໍາພີບອກພວກເຮົາວ່າ ລາວໄດ້ປະຕິເສດສາສະໜາຂອງປະເທດອີຢິບເພື່ອຕິດຕາມພຣະເຈົ້າແມ່ຂອງລາວ,ພຣະຄໍາພີກ່າວວ່າ:

“ໂດຍຄວາມເຊື່ອ ເມື່ອໂມເສດໃຫຍ່ຂຶ້ນແລ້ວ ບໍ່ຍອມໃຫ້ເອີ້ນວ່າເປັນລູກຊາຍຂອງທິດາກະສັດຟາໂຣ ທ່ານເລືອກການຮ່ວມທຸກກັບຊົນຊາດຂອງພຣະເຈົ້າ ແທນການເລີງສຳລານໃນຄວາມບາບຊົ່ວເວລາໜຶ່ງ...ໂດຍຄວາມເຊື່ອ ທ່ານໄດ້ອອກຈາກປະເທດອີຢິບ ໂດຍບໍ່ໄດ້ຢ້ານຢ້ຳຄວາມຢາກຮ້າຍຂອງກະສັດ ເພາະທ່ານຍອມທົນຢູ່ເໝືອນກັບວ່າໄດ້ເຫັນພຣະອົງຜູ້ບໍ່ຊົງປາກົດແກ່ຕາ” (ເຮັບເລີ 11:24, 25, 27)

ໂມເສດໄດ້ຮັບອິດທິພົນຢ່າງໃຫຍ່ຫຼວງໂດຍຄວາມເຊື່ອແມ່ຂອງລາວຊື່ງຄວາມຮັ່ງມີ,ອໍານາດແລະ ການຮຽນຮູ້ຂອງປະເທດອີຢິບບໍ່ສາມາດຢຸດຢັ້ງລາວຈາກການຕິດຕາມພຣະເຈົ້າແມ່ ຂອງລາວໄດ້.

ພວກແມ່ທີ່ເປັນຕາມແບບພຣະເຈົ້າຜ່ານທາງປະຫວັດສາດມີອິດທິພົນຕໍ່ລູກຂອງ ພວກເຂົາຫຼາຍ, ປະທານາທິບໍດີທີໂອດໍຣູສແວວໄດ້ກ່າວວ່າ:

ແມ່ທີ່ດີ,ແມ່ທີ່ສະຫຼາດແມ່ນມີຄວາມສໍາຄັນຫຼາຍຕໍ່ຊຸມຊົນຫຼາຍກວ່າແມ່ນກະ ທັ່ງຄົນທີ່ມີຝີມື,ອາຊີບຂອງນາງມີຄຸນຄ່າແຫ່ງກຽດຫຼາຍຂື້ນ ແລະເປັນປະ ໂຫຍດຫຼາຍຂື້ນຕໍ່ຊຸມຊົນຫຼາຍກວ່າອາຊີບຂອງບຸກຄົນໃດໆບໍ່ວ່າມັນຈະສໍາ ເລັດປານໃດກໍຕາມ.

ປະທານາທິບໍດີທີໂອດໍຣູສແວວເວົ້າຖືກບໍ? ຂ້າພະເຈົ້າຄິດວ່າຖືກ, ຊີວິດຂອງໂຢຄາ ເບດໄດ້ສະແດງໃຫ້ເຫັນໃນເລື່ອງນັ້ນແລ້ວ, ໂມເສດລູກຊາຍຂອງນາງສືບຕໍ່ກາຍເປັນໜື່ງ ໃນຜູ້ຊາຍທີ່ຍິ່ງໃຫຍ່ທີ່ສຸດແລະເປັນຕາມແບບພຣະເຈົ້າທີ່ສຸດໃນປະຫວັດສາດ, ລາວໄດ້ນໍາ ພາຄົນຮິບຣູອອກຈາກການເປັນຂ້າທາດໃນປະເທດອີຢິບ, ແມ່ນແຕ່ຢູ່ຖ້າມກາງການນັບຖື ຮູບເຄົາລົບຂອງພວກນອກສາສະໜາ,ໃນສໍານັກວັງຂອງປະເທດອີຢິບ,ໂມເສດບໍ່ສາມາດລືມສິ່ງທີ່ລາວໄດ້ຮຽນຮູ້ຈາກແມ່ທີ່ເປັນຕາມແບບພຣະເຈົ້າຂອງລາວໄດ້.

ເລື່ອງນັ້ນຖືວ່າແມ່ນຄວາມຈິງໃນສະໄໝຂອງເຮົາບໍ?ແມ່ນແລ້ວ, ຂ້າພະເຈົ້າບໍ່ສາ ມາດຄິດເຖິງພາບປະກອບທີ່ຍິ່ງໃຫຍ່ກວ່ານີ້ຫຼາຍກວ່າເລື່ອງຂອງນີລເຣແກນ-ແລະລູກຊາຍ ຂອງນາງໄດ້,ໂຣນໍວິລສັນເຣແກນປະທານາທິບໍດີຄົນທີ່ສີ່ສິບແຫ່ງສະຫະລັດອາເມລິກາ.

ໂຣນໍເຣແກນເກີດໃນປີ 1911 ໃນເມືອງນ້ອຍໆແຫ່ງແທມພິໂກລັດອີລີນອຍ,ເປັນ ລູກຊາຍຄົນທີ່ສອງຂອງແຈັກກັບນີລເຣແກນ,ໂຣນໍເຣແກນຖືກຕັ້ງຊື່ຫຼີ້ນວ່າ“ດັຊ”ໂດຍພໍ່ຂອງ ລາວ,ຊື່ຕິດທີ່ຢູ່ແລະເພື່ອນສະໜິດມັກຈະເອີ້ນອະດີດປະທານາທິບໍດີວ່າ“ດັຊ”ຈົນຮອດທຸກມື້ນີ້, ແຕ່ພໍ່ຂອງດັຊເປັນຄາທໍລິກຕາມຊື່ແລະເປັນຄົນດື່ມໜັກ, ນີລແມ່ຂອງລາວເປັນໂປແຕສ ແຕນຊື່ງຈິງຈັງໃນເລື່ອງຄວາມເຊື່ອຂອງນາງ.

ແຈັກເຣແກນພາຄອບຄົວຂອງຕົນຍ້າຍໄປໆມາໆໃນຂະນະທີ່ລາວຊອກຫາວຽກທີ່ດີກວ່າ, ສຸດທ້າຍພວກເຂົາກໍຍ້າຍຈາກເມືອງນ້ອຍໆແຫ່ງແທມພິໂຄສູ່ເມືອງດິກຊ໌ຊອນລັດອີລີ ນອຍບ່ອນທີ່ພວກເຂົາຢູ່ໃນເຮືອນເຊົ່າຫ້າຫຼັງທີ່ແຕກຕ່າງກັນ, ເພື່ອນບ້ານຄົນໜື່ງເວົ້າວ່າ “ພວກເຂົາເປັນຄົນຈົນທີ່ໜ້າເກງຂາມ”

ການຍ້າຍໄປຫຼາຍບ່ອນເປັນເຫດໃຫ້“ດັຊ”ກາຍເປັນຄົນມິດ,ຂີ້ອາຍ ແລະໂດດດ່ຽວ, ໃນຕອນເປັນເດັກດັຊໄດ້ເວົ້າວ່າລາວເປັນຄົນ “ຊ້າໃນການເຮັດໝູ່ກັບຄົນອື່ນ, ໃນບາງວິທີ ຂ້ອຍຄິດວ່າຄວາມບໍ່ເຕັມໃຈທີ່ຈະເຂົ້າໃກ້ຜູ້ຄົນບໍ່ເຄີຍຖີ້ມຂ້ອຍຢ່າງສິ້ນເຊີງ” ຕອນທີ່ຂ້າພະ ເຈົ້າພົບລາວກັບຄອບຄົວຂອງຂ້າພະເຈົ້າຢູ່ຫ້ອງການຂອງລາວ, ຂ້າພະເຈົ້າກໍຮູ້ສຶກປະມ່າ ກ່ຽວກັບລາວ, ແຕ່ລາວກໍປົກປິດມັນໄວ້ເປັນຢ່າງດີໃນຖານະເປັນປະທານາທິບໍດີ, ພວກ ທ່ານສາມາດເຫັນຮູບພວກລູກຊາຍ,ເມຍແລະຂ້າພະເຈົ້າທີ່ຖ່າຍກັບປະທານາທິບໍດີເຣແກນ ຕິດຢູ່ເທິງຝາຂອງຄຣິສຕະຈັກຂອງເຮົາໄດ້ຢູ່ໃນຊັ້ນສອງ.

ຕອນນີ້ຂ້າພະເຈົ້າກໍາລັງຈະອ້າງອີງຈາກໜັງສືເລື່ອງພຣະເຈົ້າແລະໂຣນໍເຣແກນ ໂດຍດຣ.ພໍເຄັນກໍ,(Harper Collins Publishers, 2004). ຂ້າພະເຈົ້າຈະຂໍອ້າງອີງຫຼາຍຕອນ.

[ໂຣນໍເຣແກນ] ທໍາອິດສະແຫວງຫາແລະຕິດຕໍ່ກັບພຣະເຈົ້າໃນຖານະເປັນເດັກທີ່ ໂດດດ່ຽວ...ຄວາມລົ້ມເຫຼວອີກອັນໜື່ງ[ຂອງພໍ່ຂອງລາວ]ອາດຈະສະໜັບສະໜູນຕໍ່ໄປຕໍ່ການ ຫັນກັບມາຫາພຣະເຈົ້າຂອງດັຊ...ບໍ່ດົນຫຼັງຈາກວັນເກີດຄົບສິບເອັດປີຂອງເຣແກນ... ລາວ ຖືກຄາດຫວັງວ່າຈະກັບມາບ້ານຫາເຮືອນທີ່ວ່າງເປົ່າ,ແທນທີ່ລາວຖືກສັ່ນໂດຍສາຍຕາຂອງ [ພໍ່ຂອງລາວ]ນອນຢຽດອອກໄປຫາຫິມະດ້ານໜ້າລະບຽງ, ສະຫຼົບ, ນອນຫງາຍຫຼັງຂອງ ຕົນ,ໜາວຈົນໂຕແຂງ,ເມົາເກີນໄປທີ່ຈະຄານໄປຮອດປະຕູໄດ້,“ລາວເປັນຄົນເມົາ” ລູກຊາຍ ຂອງລາວຈື່ໄດ້ວ່າ “ຕາຍຕໍ່ໂລກແລ້ວ”

ດັຊຄວ້າກໍາມືຂອງ(ພໍ່ຂອງລາວ)ເອົາເສື້ອກັນໜາວປົກແລ້ວດຶງພໍ່ໄປທີ່ປະຕູ, ລາວ ລາກພໍ່ເຂົ້າໄປໃນເຮືອນແລ້ວລາກເຂົ້າຫ້ອງນອນ...ມັນເປັນຊ່ວງເວລາທີ່ໜ້າເສົ້າ, ດັຊບໍ່ໄດ້ ຮູ້ສຶກໃຈຮ້າຍ,ບໍ່ມີຄວາມບໍພໍໃຈ,ພຽງແຕ່ເສົ້າ...ໂລກຂອງລາວຢູ່ໃນຄວາມສັບສົນວຸ້ນວາຍ -ອີກເທື່ອໜື່ງ...ລາວອາຍຸພຽງ 11 ປີເທົ່ານັ້ນ.

ເຫດການເກີດຂື້ນໃນຊ່ວງເວລາທີ່ສໍາຄັນໃນການພັດທະນາຝ່າຍວິນຍານຂອງຄົນ ໜຸ່ມເຣແກນ,ສີ່ເດືອນຕໍ່ມາລາວຈະຮັບບັບຕິດສະມາ,ເລີ່ມຕົ້ນຊີວິດໃນຖານະເປັນສະມາຊິກ ຂອງຄຣິສຕະຈັກ, ຄວາມຄິດຂອງພໍ່ຂອງລາວຢຽດຍາວນອນຢູ່ໃນຫິມະອາດຈະອ້ອຍອິ່ງຢູ່ ໃນຄວາມຄິດຂອງເຣແກນໃນວັນນັ້ນຄືກັບສ່ວນທີ່ເຫຼືອຂອງຊີວິດຂອງລາວ.

(ໃນຈຸດນັ້ນແມ່ຂອງລາວ)ກາຍເປັນຮ່າງກໍ່ສ້າງໃນການນໍາໂຣນໍເຣແກນໃຫ້ມາເປັນ ຄຣິສຕຽນ.

ຊີຫວະປະວັດມັກຈະເລີ່ມຕົ້ນເລື່ອງລາວຂອງຄວາມເຊື່ອຂອງນີລເອງໃນເມືອງດິກຊ໌ຊອນ, ແຕ່ບົດບາດຂອງນາງກ່ອນໜ້ານີ້ໃນຄຣິສຕະຈັກຢູ່ເມືອງແທມປິໂຄສົມຄວນໄດ້ຮັບ ຄວາມສົນໃຈ,ໃນເດືອນສຸດທ້າຍກ່ອນທີ່(ພໍ່ຂອງລາວ)ຈະຍ້າຍຄອບຄົວອີກເທື່ອໜື່ງ, ນີລມີ ບົດບາດຫຼາຍໃນຄຣິສຕະຈັກ...ໂດຍປີ 1910 ການຟື້ນຟູໄດ້ຈັດຂື້ນຢູ່ຫັ້ນ,ມີແຫຼ່ງຂ່າວໜື່ງ ອ້າງວ່ານີລນໍາຄຣິສຕະຈັກທີ່ບໍ່ມີສິດຍາພິບານແຕ່ພຽງຜູ້ດຽວ,ຂຽນໃບແຈ້ງຂ່າວຕ່າງໆ, ກຽມ ລາຍການວັນອາທິດ,ກະຕຸ້ນພີ່ນ້ອງໃຫ້ສະໜັບສະໜູນຄຣິສຕະຈັກທີ່ມີບັນຫາໃຫ້ດີກວ່າເກົ່າ,ແລະແມ່ນກະທັ່ງການເຮັດປະລິມານວຽກຂອງການເທດສະໜາ... ແມ່ນແຕ່ຫຼັງຈາກທີ່ຍ້າຍ ໄປດິກຊອນ, ນີລກໍໄດ້ເດີນທາງເປັນປະຈໍາກັບໄປແທມພິໂຄເພື່ອຊ່ວຍໂບດເກົ່າຂອງລາວ ພ້ອມກັບດຶງດັຊໄປນໍາ.

(ຫຼັງຈາກນັ້ນແມ່ຂອງເຣແກນກໍເຂົ້າຮ່ວມຄຣິສຕະຈັກໃນເມືອງດິກຊ໌ຊອນ, (ຄຣິສ ຕະຈັກປະຊຸມຄັ້ງທໍາອິດໃນຊັ້ນໃຕ້ດິນຂອງເມືອງວາຍເອັມຊີເອຈົນສາມາດຫາທຶນເຊົ່າຕຶກໄດ້ ຄຣິສຕະຈັກໃໝ່ເປີດໃນວັນທີ 18 ເດືອນ 6 ປີ 1922.

ນີລ(ເຣແກນ)ກາຍເປັນຜູ້ນໍາ, ໃນທີ່ສຸດກໍເປັນເສົາຕົ້ນໜື່ງໃນຄຣິສຕະຈັກທ້ອງຖີ່ນ, ນອກເໜືອຈາກຜູ້ຮັບໃຊ້ນາງເປັນໃບໜ້າທີ່ເຫັນໄດ້ຫຼາຍທີ່ສຸດ... ຫ້ອງ(ໂຮງຮຽນວັນອາທິດ) ຂອງນີລເປັນຫ້ອງທີ່ໃຫຍ່ທີ່ສຸດ,ໜັງສືຄຣິສຕະຈັກປີ 1922 ນັກຮຽນທີ່ລົງທະບຽນມີສາມສິບ ເອັດຄົນຢູ່ໃນຫ້ອງຂອງນາງ, ຫ້ອງສິດຍາພິບານມີແຕ່ຫ້າຄົນ,ເມຍຂອງລາວມີເກົ້າຄົນ.

ນີລຖືກໃຫ້ອ່ານທາງສາສະໜາທັງພາຍໃນແລະນອກຄຣິສຕະຈັກ - ການນະມັດ ສະການຊື່ງນາງເປັນທີ່ຮຽກຮ້ອງຕ້ອງການຢ່າງໃຫຍ່, ພຣະພອນກັບສຽງທີ່ມີສ່ວນຮ່ວມແລະ ຄວາມໝັ້ນໃຈຂອງທໍາມະຊາດນັກສະແດງ - ຄຸນນະພາບທີ່ນາງສົ່ງຕໍ່ໃຫ້ລູກຊາຍຂອງນາງ - ນາງຍັງເຮັດໜ້າທີ່ໃນຫຼາຍໆເລື່ອງອີກນໍາ...ໃນເດືອນ 6 ປີ 1926 ນາງໄດ້ພາຄອບຄົວ ລົງໄປທີ່ຄຣິສຕະຈັກແບັບຕິດພ້ອມກັບການອ່ານເລື່ອງ“ເຮືອແຫ່ງຄວາມເຊື່ອ”

...ນີລຕີພິມ“ເສິກວັນກະວີ”ໃນປີ 1926 ຊື່ງນາງບອກວ່າ “ພຣະເຈົ້າຊົງຫ້າມບໍ່ໃຫ້ ເຮົາລືມ”ທະຫານເຫຼົ່ານັ້ນທີ່ເສຍສະຫຼະຊີວິດຂອງເຂົາ(ໃນສົງຄາມໂລກຄັ້ງທີ່ I),ຊາຍທີ່ກ້າ ຫານເຫຼົ່ານັ້ນນີລຂຽນວ່າ“ໄດ້ຊະນະລາງວັນປະຊາທິປະໄຕໂລກແລະຄວາມພິນາດຕະຫຼອດໄປແລະສະເໝີຂອງລະບອບພະເດັດການທີ່ໂຫດຮ້າຍ”...ໃນປີ 1927 ນີລໄດ້ປາກົດຕົວຢູ່ ໃນກອງທັບອາເມລິກາເພື່ອໃຫ້ໃນສິ່ງທີ່ຖືກອະທິບາຍໃນຖານະເປັນ“ການໂອ້ລົມທີ່ສວຍງາມ”ໃນໄວເດັກຂອງຈອຊວໍຊີງຕັນ - ແນ່ນອນເລື່ອງນັ້ນຈະຕ້ອງຖືກເຮັດໃຫ້ປະທັບໃຈຕໍ່ (ລູກ ຊາຍຂອງນາງ).

ເປັນຄົນໜື່ງທີ່ເຊື່ອໝັັ້ນໃນລິດອໍານາດຂອງຄໍາອະທິຖານ,ນາງນໍາການປະຊຸມອະທິ ຖານໃນຄຣິສຕະຈັກ,ເມື່ອຜູ້ຮັບໃຊ້ໄປພັກຮ້ອນ...ນາງກໍຖືກມອບໜ້າທີ່ໃຫ້ນໍາອະທິຖານຊ່ວງກາງອາທິດແລະນາງກໍນໍາການປຶກສາຫາລືໃນເລື່ອງການອະທິຖານ...ນີລ(ຍັງ)ເຮັດໜ້າທີ່ໃນຖານະ“ຜູ້ນໍາ”ຄົນໜື່ງ,ໃນການຈັດຕຽມ“ການອະທິຖານຕາມບ້ານ”.

(ນີ້ຄືຄໍາພະຍານຂອງນາງມິລເດຣດເນຍ,ທີ່ກ່ຽວຂ້ອງກັບຄໍາອະທິຖານຂອງນີລເຣ ແກນເພື່ອລູກສາວຂອງນາງ,ລູກສາວປ່ວຍໜັກຫຼາຍຊື່ງເຮັດໃຫ້ລາວບໍ່ສາມາດກິນຫຼືດື່ມໄດ້,ແມ່ຈື່ງໄປໂບດ, ນີ້ຄືສິ່ງທີ່ນາງເວົ້າ):

         ເມື່ອການນະມັດສະການຈົບລົງແລ້ວ,ຂ້ອຍບໍ່ສາມາດອອກໄປຈາກຕັ່ງຂອງຂ້ອຍໄດ້,ຢ່າງໜ້ອຍທຸກຄົນກໍກັບໄປຍົກເວັ້ນນາງນີລ...
         ຂ້ອຍຄິດວ່າ“ຖ້າພຽງແຕ່ຂ້ອຍສາມາດລົມກັບນີລເຣແກນໄດ້”ແລະໄປຫາລາວ...ຂ້ອຍບອກລາວກ່ຽວກັບລູກສາວຂອງພວກເຮົາ,ແລະລາວເວົ້າວ່າ“ໃຫ້ເຮົາໄປຫ້ອງທາງຫຼັງ” ພວກເຮົາກໍໄປ,ຈາກນັ້ນນີລເຣແກນກໍເວົ້າວ່າ “ຂໍໃຫ້ເຮົາຄຸກເຂົ່າລົງແລ້ວອະທິຖານກ່ຽວກັບເລື່ອງນີ້” ລາວໄດ້ອະທິຖານ ດ້ວຍຄໍາອະທິຖານທີ່ພິເສດ,ແລະເມື່ອ(ພວກເຮົາຢືນ)ຂ້ອຍກໍຮູ້ສຶກວ່າຄໍາອະທິຖານໄດ້ຮັບຄໍາຕອບແລ້ວ, ຂ້ອບກໍກັບບ້ານ,ໃນບໍ່ດົນກໍມີສຽງເຄາະປະຕູ, ແມ່ນນີລເຣແກນ.ລາວໃຊ້ເວລາໝົດທັງບ່າຍ(ໃນການອະທິຖານ)ກັບພວກ ເຮົາ,ລາວກັບໄປປະມານຫົກໂມງຕົງ,ບໍ່ດົນຕໍ່ມາຝີ(ທີ່ຢູ່ໃນລູກສາວ)ກໍແຕກ ອອກມາ, ເຊົ້າມື້ຕໍ່ມາທ່ານໝໍບອກວ່າ “ຂ້ອຍບໍ່ຈໍາເປັນຕ້ອງກີດອັນນີ້” ພຣະເຈົ້າຊົງໄດ້ຍິນຄໍາອະທິຖານຂອງນີລເຣແກນແລະຕອບມັນແລ້ວ.

ສະມາຊິກຂອງຄຣິສຕະຈັກອີກຄົນໜື່ງເລົ່າອີກວ່າ:

...ນາງບໍ່ເຄີຍວາງມືຫຼືເຮັດອັນໃດແບບນັ້ນ, ຫົນທາງທີ່ນາງອະທິຖານຄືຄຸ ເຂົ່າລົງ,ຕາແຫງນຂື້ນແລະເວົ້າຄືກັບລາວຮູ້ຈັກພຣະເຈົ້າເປັນການສ່ວນຕົວ,ຄືກັບວ່ານາງໄດ້ຈັດການກັບພຣະອົງມາກ່ອນ, ຖ້າຜູ້ໃດມີບັນຫາແທ້ຫຼືເປັນ ໄຂ້, ນີລກໍຈະມາທີ່ບ້ານຂອງພວກເຂົາແລະຄຸເຂົ່າລົງແລ້ວອະທິຖານ... ພີ່ ນ້ອງສາມາດແບກຫຼາຍສິ່ງທີ່ດີຂື້ນຫຼັງຈາກທີ່ນາງໄປແລ້ວ.

...ກໍແທບຈະໜ້າບໍ່ແປກໃຈທີ່ແມ່ນແຕ່ໃນຖານະເປັນລູກຊາຍຜູ້ໃຫຍ່ຂອງນີລເຊື່ອຢ່າງແຮງ ກ້າໃນພະລັງແຫ່ງການອະທິຖານ.

ນີລເຣແກນອຸທິດຊີວິດຂອງນາງຢ່າງຊື່ຕົງຕໍ່“ຄົນຈົນແລະບໍ່ມີທີ່ເພີ່ງ”ມັນຄືຄໍາສັນຍາ ໜື່ງທີ່ນາງເວົ້າວ່າຈະຕ້ອງເຮັດກັບແມ່ຂອງນາງເອງຢູ່ເທິງຕຽງມໍລະນາແມ່ຂອງນາງ,...ນາງໃຫ້ຄວາມສົນໃຈເປັນພິເສດກັບຜູ້ທີ່ຢູ່ຫຼັງຄຸກ...ນາງ(ມັກ)ມຸ່ງໜ້າໄປຫາຄຸກເພື່ອຈະອ່ານພຣະຄໍາພີຕໍ່ຄົນທີ່ຖືກຂັງຄຸກ...ແມ່ນກະທັ່ງຈໍານວນຂອງພວກອາຊະຍາກອນກໍໄດ້ປ່ຽນແປງພຶດຕິກໍາຂອງເຂົາຊື່ງເປັນຜົນໂດຍກົງຂອງການຮັບໃຊ້ຂອງນາງ - ໜື່ງໃນຖ້າມກາງການເຮັດ ຜິດທາງອາຊະຍາກໍາ.

(ອັນຕະພານໜຸ່ມຄົນໜື່ງໄດ້ລົມກັບນີລຢູ່ໃນຄຸກ,ຫຼັງຈາກນັ້ນເມື່ອລາວຖືກປ່ອຍອອກມາແລ້ວລາວກໍໂບກມືຂໍຂີ່ລົດໄປນໍາ ແລະກໍາລັງວາງແຜນທີ່ຈະປຸ້ນຄົນຂັບລົດຢູ່ທີ່ປາກກະ ບອກປືນ,ເມື່ອລາວອອກຈາກລົດລາວກໍເວົ້າວ່າ)“ລາກ່ອນ,ຂອບໃຈທີ່ໃຫ້ຂີ່”... “ເຈົ້າຈະພົບ ປືນລໍາໜື່ງຢູ່ທາງເບາະຫຼັງ,ຂ້ອຍກໍາລັງຈະໃຊ້ມັນ,ແຕ່ຂ້ອຍໄດ້ລົມກັບຜູ້ຍິງຄົນໜື່ງໃນຄຸກ”...ນີລເຣແກນໄດ້ເກ້ຍກ່ອມໃຫ້ລາວປະຖີ້ມຊີວິດອາຊະຍາກໍາຂອງຕົນ.

ໃນລະດູແລງຂອງປີ 1924 ນາງໄດ້ຊ່ວຍຫາເງີນເພື່ອສ້າງວິຫານສໍາຫຼັບໂບດຄົນ ຣັດເຊຍໃນເມືອງນິວຢອກ,ສັນຍາລັກການກະທໍາທີ່ສະແດງໃຫ້ເຫັນເຖິງຄວາມເປັນນໍ້າໜື່ງ ໃຈດຽວກັນກັບຄຣິສຕຽນຊາວຣັດເຊຍ(ພາຍໃຕ້ລັດທິຄອມມູນິດ).

ໃນເດືອນເມສາ 1927...ນາງໄດ້ຈັດການສົນທະນາເລື່ອງປະເທດຍີ່ປຸ່ນແລະສະຖາ ນະພາບຂອງຊາວຄຣິສຕຽນທີ່ນັ້ນ.

ນີລເຣແກນມີຫົວໃຈເພື່ອພຣະເຈົ້າ ແລະນາງໄດ້ເຮັດໃຫ້ດີທີ່ສຸດເພື່ອຖ່າຍທອດ ຄວາມເຊື່ອນັ້ນໃຫ້ລູກຊາຍຂອງນາງໂຣນໍ, ມັນເປັນຄໍາອະທິຖານຂອງນາງທີ່ມື້ໜື່ງລາວຈະ ເອົາຄວາມເຊື່ອນັ້ນໄປສູ່ໂລກ.

ໃນວັນທີ 21 ເດືອນ 7 ປີ 1922,ສາມວັນຫຼັງຈາກທີ່ຄຣິສຕະຈັກເປີດຂື້ນ...ດັຊ ນ້ອງຊາຍຂອງລາວເນວ ແລະອີກຊາວສາມຄົນເປັນຄົນທໍາອິດທີ່ຈະຮັບບັບຕິດສະມາຢູ່ໃນ ໂບດໃໝ່, ມັນເປັນຄວາມຄິດຂອງໂຣນໍເຣແກນເອງທີ່ຈະຮັບບັບຕິດສະມາ, ລາວບອກວ່າ ລາວມີ“ປະສົບການສ່ວນຕົວກັບພຣະຄຣິດແລ້ວ”

ໃນຖານະເປັນຜູ້ໃຫຍ່ຄົນໜື່ງ(ປະທານາທິບໍດີ)ເຣແກນຈະອ້າງອີງພຣະຄໍາພີໃນຖາ ນະເປັນໜັງສືທີ່ລາວມັກທີ່ສຸດແລະເປັນ“ຂໍ້ຄວາມທີ່ຍິ່ງໃຫຍ່ທີ່ສຸດທີ່ເຄີຍຖືກຂຽນມາ” ວ່າຄໍາ ຂອງມັນຄືຈຸດເລີ່ມຕົ້ນຂອງພຣະເຈົ້າແລະການດົນໃຈລາວເວົ້າວ່າລາວ “ບໍ່ເຄີຍມີຄວາມສົງ ໄສໃດໆເລີຍ”

ຫຼັງຈາກຮັບບັບຕິດສະມາ(ໂຣນໍ)ເຣແກນກໍກາຍເປັນສະມາຊິກທີ່ມີບົດບາດ (ຂອງ ຄຣິສຕະຈັກ), (ແມ່ຂອງເຣແກນ,ກັບອ້າຍຂອງລາວເຮັດສິ່ງດຽວກັນທຸກໆວັນອາທິດ, ອ້າຍ ຂອງລາວຈະອ່ານຄືນຕາຕະລາງ) “ໂຮງຮຽນວັນອາທິດເຊົ້າວັນອາທິດ,ໄປໂບດເຊົ້າວັນອາ ທິດ,ຄວາມພະຍາຍາມຄຣິສຕຽນແລງວັນອາທິດ, ຄຣິສຕະຈັກຫຼັງຈາກຄວາມພະຍາຍາມ ຄຣິສຕຽນແລະການປະຊຸມອະທິຖານວັນພຸດ”...ຕອນອາຍຸສິບຫ້າດັຊເລີ່ມສອນຫ້ອງຮຽນວັນອາທິດຂອງຕົນເອງ...“ລາວກາຍເປັນຜູ້ນໍາຖ້າມກາງພວກໄວ້ລຸ້ນ” ເອີ້ນຊື່ໝູ່ໃນໄວເດັກ ສາວິລາພາມເມີ “ພວກເຂົາແນມເບິ່ງລາວ”

ໂຣນໍເຣແກນສືບຕໍ່ເຂົ້າຮ່ວມວິທະຍາໄລຄຣິສຕຽນ, ໃນປີ 1981 ລາວກາຍມາເປັນ ປະທານາທິບໍດີແຫ່ງສະຫະລັດອາເມລິກາ,ລາວໄດ້ກ່າວຄໍາປະຕິຍານໃນຖານະເປັນປະທາ ນາທິບໍດີພ້ອມກັບມືຂອງຕົນວາງເທິງພຣະຄໍາພີແມ່ຂອງຕົນແລະກ່າວວ່າ“ຂໍພຣະເຈົ້າຊ່ວຍ ຂ້ານ້ອຍແດ່ທ້ອນ”

ໃນຖານະເປັນປະທານາທິບໍດີໂຣນໍເຣແກນໄດ້ຂັດຂວາງການເອົາລູກອອກເທິງຮາກຖານຕາມພຣະຄໍາພີ,ລາວກ່າວວ່າ:

ຂ້າພະເຈົ້າເຊື່ອວ່າບໍ່ມີຄວາມທ້າທາຍທີ່ເປັນສິ່ງສໍາຄັນຫຼາຍຂື້ນຕໍ່ບຸກຄະລິກຂອງອາເມລິກາຫຼາຍກວ່າການຮື້ຟື້ນສິດທິຊີວິດຂອງມະນຸດທຸກຄົນ, ຖ້າປາ ສະຈາກສິດທິນັ້ນ,ກໍບໍ່ມີສິດທິໃດທີ່ມີຄວາມໝາຍ, “ຈົ່ງຍອມໃຫ້ເດັກໆເຂົ້າ ມາຫາເຮົາຢ່າຫ້າມເຂົາເລີຍ ເພາະວ່າອານາຈັກຂອງພຣະເຈົ້າເປັນຂອງ ເຂົາ”

ໃນປີ 1986 ຂອງການດໍາລົງຕໍາແໜ່ງລັດແຫ່ງສະຫະພາບທີ່ຢູ່,ລາວໄກ້ກ່າວວ່າ:

ປະຈຸບັນນີ້ມີບາດແຜຢູ່ໃນຈິດສໍານຶກຊົນຊາດຂອງພວກເຮົາ,ອາເມລິກາຈະບໍ່ເປັນປະເທດຕາບໃດທີ່ສິດທິໃນຊີວິດທີ່ໄດ້ຮັບຈາກຜູ້ສ້າງຖືກປະຕິເສດແຕ່ຍັງບໍ່ຄອດອອກມາ.

ການເອົາລູກອອກເປັນບັນຫາທາງສິນລະທໍາທີ່ລາວປະຕິເສດທີ່ຈະປານີປະນອມໃນຖານະ ເປັນປະທານາທິບໍດີ.

ປະທານາທິບໍດີເຣແກນຍັງໄດ້ຂັດຂວາງຄອມມູນິດທີ່ບໍ່ມີພຣະເຈົ້າຕະຫຼອດການເປັນປະທານາທິບໍດີຂອງຕົນ, ລາວເອີ້ນສະຫະພາບໂຊວຽດວ່າເປັນ“ຈັກກະວັດຜູ້ຊົ່ວຮ້າຍ” ລາວ ເວົ້າໃນກ່າວປາໄຊອັນຍິ່ງໃຫຍ່ຂອງຕົນຢູ່ກໍາແພງເບີລິນວ່າ “ທ້າວກໍບາເຊຟ ຈົ່ງທໍາລາຍ ກໍາແພງນີ້ລົງ” ລາວເຊື່ອວ່າຄວາມຕໍ່າຊ້າຂອງລັດທິຄອມມູນິດຊົ່ວຮ້າຍໂດຍສັນດານ,ລາວ ສ້າງທະຫານອາເມລິກາທີ່ອາດຈະຮູ້ວ່າສະຫະພາບໂຊວຽດຈະກົງກັບມັນແລະຜົນສຸດທ້າຍ ຈະສະລາຍໄປ, ມັນລົ້ມສະລາຍແລ້ວ,ຄວາມຈິງແລ້ວລາວຮູ້ວ່າມັນຈະລົ້ມສະລາຍ, ຫຼາຍ ກວ່າບຸກຄົນທີ່ສະເພາະເຈາະຈົງໃດໆ, ໂຣນໍເຣແກນເປັນຜູ້ຮັບຜິດຊອບສໍາຫຼັບການສິ້ນສຸດ ຂອງ“ຈັກກະວັດຊົ່ວຮ້າຍ”ແລະການສິ້ນສຸດການແຜ່ຂະຫຍາຍທົ່ວໂລກຂອງລະບອບຄອມມູນິດ, ໃນຊີຫວະປະຫວັດຂອງລາວເອັດມັນມໍຣິສໄດ້ກ່າວວ່າ “ລາວຢາກໃຫ້ມີຄຣິສຕຽນຢູ່ໃນ ມອສໂຄ ງ່າຍໆແບບນັ້ນ” ແລະໂຣນໍເຣແກນມີຊີວິດຢູ່ເພື່ອເຫັນຄໍາອະທິຖານຂອງຕົນເປັນ ຄວາມຈິງ.

ວັນແມ່ນີ້,ຂ້າພະເຈົ້າຢາກໃຫ້ພວກແມ່ທັງຫຼາຍອອກໄປຈາກຄຣິສຕະຈັກນີ້ດ້ວຍແຮງບັນດານໃຈທີ່ມາຈາກໂຢຄາເບດແມ່ຂອງໂມເສດ - ແລະຈາກນີລເຣແກນແມ່ຂອງປະທາ ນາທິບໍດີຄົນທີ່ສີ່ສິບຂອງພວກເຮົາ, ຂ້າພະເຈົ້າຢາກໃຫ້ພວກທ່ານຮູ້ວ່າພຣະເຢຊູຄຣິດຊົງ ຕາຍໃນບ່ອນຂອງທ່ານເພື່ອຈ່າຍຄ່າບາບຂອງທ່ານເທິງໄມ້ກາງແຂນ, ຂ້າພະເຈົ້າຢາກໃຫ້ ພວກທ່ານຮູ້ວ່າພຣະເຢຊູຊົງຟື້ນພ້ອມຮ່າງກາຍຈາກຄວາມຕາຍແລະຊົງມີຊີວິດຢູ່ໃນຕອນນີ້ທີ່ເບື້ອງຂວາມື້ຂອງພຣະເຈົ້າ,ຂ້າພະເຈົ້າຢາກໃຫ້ພວກທ່ານມາຫາພຣະເຢຊູແລະວາງໃຈໃນພຣະອົງຢ່າງເຕັມລົ້ນ,ແລະຫຼັງຈາກນັ້ນກໍໃຫ້ແນ່ໃຈວ່າທ່ານຢູ່ໃນຄຣິສຕະຈັກທຸກວັນອາທິດ, ຈົ່ງແນ່ໃຈວ່າທ່ານໄດ້ເຮັດໃຫ້ລູກຂອງທ່ານປະທັບໃຈຝ່າຍວິນຍານເພື່ອທີ່ລູກຂອງທ່ານຈະມີຊີວິດຢູ່ເພື່ອພຣະເຢຊູຄຣິດ, ຂໍພຣະເຈົ້າອວຍພອນ, ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວອາເບວ ພຣຸດໂຮມ: ເຮັບເລີ 11:23-27.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ:
“I Will Praise Him” (by Margaret J. Harris, 1865-1919).