Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການຊ່ວຍໃຫ້ພົ້ນຫຼືການລົງໂທດ

DELIVERANCE OR DAMNATION
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 3/5/2015
A sermon preached at the Baptist Tabernacle of Los Angeles
Lord’s Day Morning, May 3, 2015

“ອົງພຣະຜູ້ເປັນເຈົ້າຊົງຮູ້ວິທີທີ່ຈະຊ່ວຍຄົົນທີ່ຕາມທາງຂອງພຣະເຈົ້າໃຫ້ລອດພົ້ນຈາກການທົດລອງຕ່າງໆ ແລະຊົງຮູ້ວິທີທີ່ຈະຮັກສາຄົນອະທຳໄວ້ຈົນເຖິງວັນພິພາກສາ ເພື່ອຈະໄດ້ລົງໂທດເຂົາ”(2 ເປໂຕ 2:9)


ຈັກກະພັດເນໂຣໄດ້ເຜົານະຄອນໂຣມດ້ວຍໄຟໃນປີຄ.ສ. 64, ເນໂຣ(ຄ.ສ.54-68) ເປັນຄົນໂຫດຮ້າຍແລະກະຫາຍເລືອດ, ລາວໄດ້ຂ້າສະມາຊິກຄອບຄົວຂອງຕົນເອງຫຼາຍ ຄົນ,ເມື່ອໂຣມຖືກເຜົາຜູ້ຄົນພາກັນສົງໄສວ່າລາວເປັນຜູ້ວາງເພີງ, ລາວຈື່ງຕ້ອງຊອກຫາຄົນ ທີ່ລາວຈະກ່າວຫາເຂົາໄດ້, ລາວໄດ້ກ່າວຫາວ່າພວກຄຣິສຕຽນເປັນຜູ້ວາງເພີງ! ໃນຕອນ ຕົ້ນສະຕະວັດທີ່ສອງທາຊິທັສ(56-117)ໄດ້ກ່າວວ່າ“ຄົນທີ່ຍອມຮັບວ່າຕົນເປັນຄຣິສຕຽນກໍ ຖືກຈັບ...ໃນຄວາມຕາຍຂອງເຂົາພວກເຂົາຖືກ...ປົກຄຸມດ້ວຍໜັງສັດປ່າ,ຖືກໝາກັດສີກຈົນຕາຍ,ຖືກຕອກໃສ່ໄມ້ຫຼືຖືກເຜົາໄຟ - ດັ່ງນັ້ນເມື່ອມືດລົງພວກເຂົາກໍຖືກເຜົາຄືກັບໂຄມໄຟໃນ ເວລາກາງຄືນ”ຈາກນັ້ນສອງສາມເດືອນຕໍ່ມາອັກຄະສາວົກເປໂຕຈື່ງໄດ້ຂຽນຈົດໝາຍສະບັບ ທີ່ສອງນີ້ຂື້ນມາ,ຫຼັງຈາກນັ້ນເຮົາກໍຖືກບອກຕໍ່ກັນວ່າເປໂຕຖືກຄຶງໃສ່ໄມ້ກາງແຂນເອົາຫົວລົງ ລຸ່ມຕາມຄໍາຮ້ອງຂໍຂອງລາວ - ເພາະລາວຮູ້ສຶກວ່າບໍ່ສົມຄວນທີ່ຈະຕາຍແບບດຽວກັນກັບ ທີ່ພຣະເຢຊູຕາຍ.

ໃນການຂົ່ມເຫງທີ່ປ່າເຖື່ອນແລະໜ້າຢ້ານ,ຄຣິສຕຽນເປັນຮ້ອຍໆຄົນໄດ້ຕາຍລົງ,ເນ ໂຣໄດ້ມັດພວກຄຣິສຕຽນຕິດກັບເສົາແລ້ວກໍຈຸດໄຟເພື່ອໃຫ້ສວນຂອງລາວຮຸ່ງແຈ້ງ! ກ່ອນ ທີ່ເປໂຕຈະຖືກຈັບແລະຖືກຄຶງໃສ່ໄມ້ກາງແຂນລາວກໍໄດ້ຂຽນໜັງສື 2 ເປໂຕນີ້.

ໃນ 2 ເປໂຕ ອັກຄະສາວົກໄດ້ເວົ້າເຖິງການດົນໃຈແລະສິດທິອໍານາດຂອງພຣະ ຄໍາພີ(2 ເປໂຕ 1:19-21), ລາວໄດ້ເຕືອນພວກເຮົາວ່າ“ຈະມີຄູສອນປອມຖ້າມກາງທ່ານ ທັງຫຼາຍ”(2 ເປໂຕ 2:1-3),ລາວໄດ້ເຕືອນສະຕິພວກເຮົາວ່າພຣະເຈົ້າໄດ້ຕັດສິນລົງໂທດ “ພວກທູດສະຫວັນທີ່ເຮັດບາບ”(2:4). ວ່າພຣະເຈົ້າຊົງເຜົາ“ເມືອງໂສໂດມແລະໂກໂມຣາ ໃຫ້ເປັນເຖົ້າຖ່ານ”(2:6), ແຕ່ພຣະອົງໄດ້ຊົງຊ່ວຍ“ໂລດຜູ້ຊອບທໍາໃຫ້ລອດຜູ້ມີຄວາມທຸກ ໃຫຍ່ຫຼວງເພາະການປະພຶດຂອງຄົນຊົ່ວ”(2:7),ແລະຫຼັງຈາກນັ້ນເປໂຕກໍໄດ້ໃຫ້ຂໍ້ພຣະຄໍາພີຂອງເຮົາວ່າ:

“ອົງພຣະຜູ້ເປັນເຈົ້າຊົງຮູ້ວິທີທີ່ຈະຊ່ວຍຄົົນທີ່ຕາມທາງຂອງພຣະເຈົ້າໃຫ້ລອດພົ້ນຈາກການທົດລອງຕ່າງໆ ແລະຊົງຮູ້ວິທີທີ່ຈະຮັກສາຄົນອະທຳໄວ້ຈົນເຖິງວັນພິພາກສາ ເພື່ອຈະໄດ້ລົງໂທດເຂົາ”(2 ເປໂຕ 2:9)

ກ່ອນທີ່ຂ້າພະເຈົ້າຈະເທດຂໍ້ພຣະຄໍາພີຂໍ້ນີ້ຂ້າພະເຈົ້າຢາກໃຫ້ພວກທ່ານຮູ້ວ່າຊາ ຕານຊັງ 2 ເປໂຕແນວໃດແດ່, ພະຍາມານມັນຊັງປື້ມນ້ອຍເຫຼັ້ມນີ້ຫຼາຍກວ່າເກືອບທຸກເຫຼັ້ມ ໃນພຣະຄໍາພີໃໝ່,ພວກທ່ານບໍ່ຈໍາເປັນຕ້ອງໄປຮໍລິວູດຫຼືລາສເວກັສເພື່ອເບິ່ງພະຍາມານເຮັດວຽກ,ສິ່ງທີ່ພວກທ່ານຈະຕ້ອງເຮັດກໍຄືຂັບລົດໄປວິທະຍາໄລພຣະຄໍາພີຟູເລີໃນເປຊາເດນາ ຄາລິຟໍເນຍ, ໂຮງຮຽນພຣະຄໍາພີໃຫຍ່ເກືອບທຸກແຫ່ງໃນອາເມລິກາກໍາລັງຕໍ່ສູ້ພຣະຄໍາພີໃນ ປະຈຸບັນນີ້, ແລະພວກເຂົາຊັງ 2ເປໂຕໜ້າຈະຫຼາຍກວ່າໜັງສືເຫຼັ້ມອື່ນໆໃນພຣະຄໍາພີໃໝ່, ຕອນທີ່ຂ້າພະເຈົ້າກໍາລັງສຶກສາຢູ່ໂຮງຮຽນພຣະຄໍາພີແບັບຕິດໃຕ້ທາງເໜືອຂອງເມືອງຊານຟຣານຊິສໂກ,ພວກຄູຢູ່ຫັ້ນເອີ້ນ 2 ເປໂຕວ່າ“ຂອງປອມແປງ” ພວກຄູເສລີນິຍົມທີ່ປະຕິ ເສດພຣະຄໍາພີໄດ້ພາກັນເວົ້າແບບນັ້ນເປັນເວລາຫຼາຍປີ, ແຕ່ດຣ.ເອ.ທີ.ຣໍເບີດສັນ ນັກສຶກ ສາພຣະຄໍາພີໃໝ່ພາສາກຣີກຜູ້ຍິ່ງໃຫຍ່ໄດ້ປ້ອງກັນ 2 ເປໂຕໄວ້, ລາວໄດ້ຊີ້ໃຫ້ເຫັນວ່າມີ ຄໍາທີ່ອ້າງ ແລະການອ້າງອີງເຖິງໃນອະຣິສໄທ(ຕາຍປີຄ.ສ. 134),ຢູ່ໃນຈັສຕິນຜູ້ພີຊີບ (ຕາຍປີຄ.ສ.165),ໃນໄອເນອັສ(130-202),ໃນອິກນາທຽສ(35-107),ເຄລເມັນແຫ່ງໂຣມ (ຕາຍປີຄ.ສ.99), ອາທານາຊຽສ(296-373),ອໍກັສຕິນ(354-430)ແລະນັກປະຕິຮູບຜູ້ຍິ່ງ ໃຫຍ່ມາຕິນລູເທີ(1483-1546) (A. T. Robertson, D.D., Litt.D., Word Pictures in the New Testament, volume VI, Broadman Press, 1933, pp. 139-146 – Dr. Robertson’s defence of II Peter).

ດຣ.ຣໍເບີດສັນໄດ້ຊີ້ໃຫ້ເຫັນວ່າ“ຢູ່ໃນຈົດໝາຍສະບັບນີ້ບໍ່ມີຄວາມຄິດໃໝ່ທີ່ໜ້າຕົກ ໃຈ...ມັນຄ່ອນຂ້າງເຕັມຮູບແບບຂອງການຮຽນການສອນແລະການສອນແບບດັ່ງເດີມ”(ເຫຼັ້ມດຽວກັນໜ້າ 140), ດຣ.ເຈ.ເວີນັນແມັກກີ້ຄູທີ່ອາເມລິກາຮູ້ຈັກດີແລະຮັກພຣະຄໍາພີໄດ້ກ່າວ ວ່າ”ປະຈຸບັນນີ້ເປັນທີ່ຍອມຮັບກັນດີວ່າເປໂຕຂຽນຈົດໝາຍສະບັບນີ້” 2 ເປໂຕ (J. Vernon McGee, Th.D., Thru the Bible, volume V, Thomas Nelson Publishers, 1983, p. 714).

ແຕ່ພວກເສລີນິຍົມຢູ່ໃນໂຮງຮຽນເຊັ່ນໂຮງຮຽນພຣະຄໍາພີຟູເລີຍັງສືບຕໍ່ຈີກມັນອອກ ເປັນສ່ວນໆ! ດຣ.ເຮັນຣີ່ເອັມ.ມໍຣິສກ່າວວ່າ “ການຕໍ່ຕ້ານນີ້(ເປັນ)ເພາະວ່າ(2 ເປໂຕ)ໄດ້ ກ່າວໂທດຢ່າງແຂງແຮງຕໍ່ພວກຄູສອນປອມໃນຄຣິສຕະຈັກ...(2)ເປໂຕເຕືອນໃຫ້ຕໍ່ຕ້ານ ‘ນິ ຍາຍທີ່ເຂົາຄິດແຕ່ງໄວ້ດ້ວຍຄວາມສະຫຼຽວສະຫຼາດ’(2 ເປໂຕ 1:16), ຄວາມໜ້າຊື່ໃຈຄົດ, ພວກຄູທີ່ປະຕິເສດພຣະຄຣິດ(2 ເປໂຕ 2:1)ນັກເທດທີ່ຫາກໍາໄລ(ການຮັກເງີນ)(2 ເປໂຕ 2:3,15)ພວກຄູແອນທໍນໍມຽນ(2 ເປໂຕ 2:13,19) ແລະໂດຍສະເພາະລັດທິວິວັດທະນາ ການແລະ ລັດທິຮູບແບບໃໝ່(2 ເປໂຕ 3:3-6)” (Henry M. Morris, Ph.D., The Defender’s Study Bible, World Publishing, 1995, p. 1401).

ບໍ່ຕ້ອງສົງໄສເລີຍທີ່ຊາຕານແລະພວກຄູສອນປອມຂອງມັນຕໍ່ສູ້ 2ເປໂຕ,ເຫດຜົນ ອື່ນໆທີ່ຊາຕານຊັງ 2 ເປໂຕຄືເພາະມັນໄດ້ໃຫ້ໜື່ງໃນຄໍາເວົ້າທີ່ເຂັ້ມແຂງທີ່ສຸດກ່ຽວກັບການ ດົນໃຈແລະຄວາມບໍ່ຜິດພາດຂອງພຣະຄໍາພີໃນ 2 ເປໂຕ 1:19-21(ອີກອັນໜື່ງຄື 2 ຕີໂມທຽວ 3:15-17) ບໍ່ຕ້ອງສົງໄສເລີຍທີ່ພະຍາມານຊັງ 2 ເປໂຕ!

2 ເປໂຕປະກອບດ້ວຍອາຫານແຂງ! ຍ້ອນກັບໄປໃນເດືອນ 9 ປີ 1961 ຂ້າພະ ເຈົ້າໄດ້ສະມັກຮຽນຢູ່ວິທະຍາໄລໄບໂອລາ(ດຽວນີ້ແມ່ນມະຫາວິທະຍາໄລ),ໃນຊ່ວງເທີມລະດູໃບໄມ້ລົ່ນນັ້ນທາງວິທະຍາໄລໄດ້ມີຊົ່ວໂມງເທດສະໜາເປັນເລື່ອງລາວຍາວທຸກໆເຊົ້າ, ນັກເທດພິເສດໃນປີນັ້ນຄືດຣ.ຊາລສ໌ເຈ.ວູດບຣິດ,ດຣ.ວູດບຣິດເປັນໜື່ງໃນສະມາຊິກຜູ້ກໍ່ຕັ້ງ ໂຮງຮຽນພຣະຄໍາພີຟູເລີ, ລາວໄດ້ລາອອກຈາກຕໍາແໜ່ງສອງປີກ່ອນໜ້ານັ້ນເພາະລາວ ສາມາດບອກໄດ້ວ່າໂຮງຮຽນຟູເລີກໍາລັງມຸ່ງໄປສູ່ເສລີນິຍົມ, ປະຕິເສດສິດທິອໍານາດຂອງ ພຣະຄໍາພີ, ແນ່ນອນພວກຜູ້ບໍລິຫານຂອງຟູເລີປະຕິເສດມັນ, ພວກເຂົາເອີ້ນດຣ.ວູດບຣິດ ວ່າເປັນຄົນສ້າງບັນຫາແລະແນວບໍ່ດີອີກຫຼາຍຢ່າງ, ແຕ່ບໍ່ເຄີຍມີໃຜຖອຍກັບແລະຂໍໂທດ - ຢ່າງໜ້ອຍກໍບໍ່ແມ່ນຖ້າມກາງພວກນັກປະກາດຂ່າວປະເສີດໃໝ່, ມັນຜ່ານມາເປັນເວລາຫ້າ ສິບປີມາແລ້ວແລະສິ່ງທີ່ດຣ.ວູດບຣິດທໍານາຍກໍກາຍມາເປັນຈິງ, ປະຈຸບັນໂຮງຮຽນຟູເລີໄດ້ ສ້າງພວກນັກເທດຢ່າງຣັອບແບວ, ລາວຂຽນໜັງສືເຫຼັ້ມໜື່ງເວົ້າວ່າທຸກຄົນ(ແມ່ນແຕ່ຮິດເລີ) ຈະໄດ້ໄປສະຫວັນ, ເມື່ອບໍ່ດົນມານີ້ລາວກໍໄດ້ຂຽນໜັງສືອີກເຫຼັ້ມໜື່ງຊື່ງລາວໄດ້ສະໜັບສະ ໜູນການເຮັດຄວາມຊົ່ວແລະລາມົກອະນາຈານ, ດຣ.ວູດບຣິດເຫັນມັນກໍາລັງມາຍ້ອນກັບ ໄປໃນທ້າຍປີ 1950, ຈົ່ງຕົບມືໃຫ້ດຣ.ຊາລສ໌ເຈ.ວູດບຣິດ!(ຕົບມື).

ດຣ.ວູດບຣິດມາທີ່ໄບໂອລາແລະເທດສະໜາໃຫ້ພວກເຮົາຟັງໃນຕອນນະມັດສະ ການຕອນເຊົ້າທຸກມື້ເປັນເວລາອາທິດໜື່ງ, ລາວໄດ້ເທດສະໜາຢ່າງກົງໄປກົງມາຜ່ານທາງ 2 ເປໂຕ! ຊື່ງເປັນຄັ້ງທໍາອິດທີ່ຂ້າພະເຈົ້າໄດ້ຍິນຄໍາເທດສະໜາແບບນັ້ນ! ຂ້າພະເຈົ້າ ເຄີຍແຕ່ໄດ້ຍິນຄໍາເທດສະໜາເປັນເລື່ອງໂດຍບໍ່ມີ“ອາຫານ”ໃນນັ້ນເລີຍ, ດຣ.ວູດບຣິດໄດ້ ດຶງເອົາຄວາມສົນໃຈຂອງພະເຈົ້າໄປໝົດໃນເວລາທີ່ລາວຍົກຜ່ານທາງ 2 ເປໂຕ - ຄວາມ ບໍ່ຜິດພາດຂອງພຣະຄໍາພີໃນບົດທີ່ໜື່ງ;ຜູ້ທໍານາຍປອມໃນບົດທີ່ສອງ; ພວກທູດສະຫວັນທີ່ ເຮັດບາບທີ່ຖືກໂຍນຖີ້ມ; ນໍ້າຖ້ວມໃຫຍ່ແລະການເຜົາເມືອງໂສໂດມແລະເມືອງໂກໂມຣາ! ລາວໄດ້ອະທິບາຍຢ່າງຊັດເຈນແລະເທດທັງເລື່ອງດ້ວຍລິດອໍານາດອັນຍິ່ງໃຫຍ່, ຂ້າພະ ເຈົ້າໄດ້ກັບໃຈໃໝ່ໃນມື້ວັນພະຫັດຂອງອາທິດນັ້ນ - ໃນວັນທີ 28 ເດືອນ 9 ປີ 1961 - ສັນລະເສີນພຣະນາມຂອງພຣະເຢຊູ! ເທີມຮຽນຂອງຂ້າພະເຈົ້າເລີ່ມຈາກມື້ນັ້ນເປັນຕົ້ນໄປ! ຈາກມື້ທໍາອິດທີ່ຂ້າພະເຈົ້າໄດ້ກັບໃຈເສຍໃໝ່ຂ້າພະເຈົ້າກໍຮູ້ເລີຍວ່າຂ້າພະເຈົ້າຈະເທດສະ ໜາຕໍ່ຕ້ານພວກເສລີທີ່ໂຈມຕີພຣະຄໍາພີ,ເລື່ອງຄວາມລອດແລະເລື່ອງຄວາມບາບ! ຂ້າພະ ເຈົ້າຮູ້ຈັກດີແລະຮູ້ຈັກດີໃນເຊົ້ານີ້! ສັນລະເສີນພຣະນາມຂອງພຣະເຢຊູ!

ເປໂຕກ່າວວ່າພຣະຄໍາພີຄື“ຄໍາທໍານາຍທີ່ແນ່ນອນກວ່ານັ້ນອີກ”(2 ເປໂຕ 1:19), ເປໂຕໄດ້ກ່າວວ່າພວກຄູສອນປອມຈະເກີດຂື້ນໃນຄຣິສຕະຈັກຫຼາຍແຫ່ງແລະນໍາເອົາການ ປະຖີ້ມຄວາມເຊື່ອແລະການທໍາລາຍເຂົ້າມາ(2 ເປໂຕ 2:1-3),ເປໂຕໄດ້ກ່າວວ່າພຣະເຈົ້າ ໄດ້ຕັດສິນລົງໂທດໂລກທັງໜ່ວຍໃນນໍ້າຖ້ວມໃຫຍ່ແລ້ວ“ແຕ່ຊົງຊ່ວຍໂນອາກັບອີກເຈັດຄົນ ໃຫ້ລອດ”(2 ເປໂຕ 2:5).ເປໂຕໄດ້ກ່າວວ່າພຣະເຈົ້າໄດ້ສົ່ງໄຟລົງມາ“ເຜົາເມືອງໂສໂດມ ແລະເມືອງໂກໂມຣາໃຫ້ເປັນເຖົ້າຖ່ານ”(2 ເປໂຕ 2:6), ເປໂຕກ່າວວ່າພຣະເຈົ້າຊົງ“ຊ່ວຍ ໂລດຜູ້ຊອບທໍາໃຫ້ລອດ”ຈາກການເຜົາຂອງເມືອງໂສໂດມ(2 ເປໂຕ 2:7), ແລະຕອນນີ້ເປ ໂຕໄດ້ໃຫ້ຂໍ້ພຣະຄໍາພີຂອງເຮົາວ່າ:

“ອົງພຣະຜູ້ເປັນເຈົ້າຊົງຮູ້ວິທີທີ່ຈະຊ່ວຍຄົົນທີ່ຕາມທາງຂອງພຣະເຈົ້າໃຫ້ລອດພົ້ນຈາກການທົດລອງຕ່າງໆ ແລະຊົງຮູ້ວິທີທີ່ຈະຮັກສາຄົນອະທຳໄວ້ຈົນເຖິງວັນພິພາກສາ ເພື່ອຈະໄດ້ລົງໂທດເຂົາ”(2 ເປໂຕ 2:9)

ແມ່ນແລ້ວ!ເປໂຕໄດ້ພິສູດສິ່ງທີ່ລາວຊີ້ໃຫ້ເຫັນ! ພຣະເຈົ້າຊົງຮູ້ຈັກວ່າຈະຊ່ວຍໂນອາແລະ ໃຫ້ໂລກທີ່ຫຼົງຫາຍຈົ່ມລົງໄປໃນນໍ້າຖ້ວມໄດ້ແນວໃດແດ່, ພຣະເຈົ້າຮູ້ດີວ່າຈະຊ່ວຍໂລດຜູ້ ຊອບທໍາໃຫ້ພົ້ນແລະເຜົາເມືອງໂສໂດມໃຫ້ເປັນເຖົ້າຖ່ານໄດ້ແນວໃດແດ່! ດັ່ງນັ້ນ

“ອົງພຣະຜູ້ເປັນເຈົ້າຊົງຮູ້ວິທີທີ່ຈະຊ່ວຍຄົົນທີ່ຕາມທາງຂອງພຣະເຈົ້າໃຫ້ລອດພົ້ນຈາກການທົດລອງຕ່າງໆ ແລະຊົງຮູ້ວິທີທີ່ຈະຮັກສາຄົນອະທຳໄວ້ຈົນເຖິງວັນພິພາກສາ ເພື່ອຈະໄດ້ລົງໂທດເຂົາ”(2 ເປໂຕ 2:9)

ໃນຄໍາອື່ນໆ,ພຣະເຈົ້າຊົງມີລິດອໍານາດແບບດຽວກັນໃນປະຈຸບັນນີ້ເຊັ່ນກັບທີ່ພຣະອົງຊົງມີ ໃນສະໄໝກ່ອນ!

I. ໜື່ງ ພຣະເຈົ້າຊົງມີລິດອໍານາດທີ່ຈະຊ່ວຍຜູ້ທີ່ຕາມທາງຂອງພຣະເຈົ້າໃຫ້ພົ້ນຈາກ ການທົດລອງ.

“ອົງພຣະຜູ້ເປັນເຈົ້າຊົງຮູ້ວິທີທີ່ຈະຊ່ວຍຄົົນທີ່ຕາມທາງຂອງພຣະເຈົ້າໃຫ້ລອດພົ້ນຈາກການທົດລອງຕ່າງໆ...”

ພຣະເຈົ້າຊົງຮູ້ດີວ່າພຣະອົງກໍາລັງເຮັດຫຍັງ - ແລະພຣະອົງຊົງສາມາດເຮັດມັນໄດ້ ຕອນທີ່ຂ້າພະເຈົ້າຍັງນ້ອຍຂ້າພະເຈົ້າມັກທີ່ຈະໄດ້ຍິນສຽງຂອງຈອຊເບເວີລີເຊ່ຮ້ອງຄໍາເຫຼົ່ານີ້ອອກມາວ່າ:

ຂ້າສັນເສີນພຣະເຈົ້າຜູ້ໂພດໃຫ້ພົ້ນ
ພຣະເຈົ້າຍິ່ງໃຫຍ່ ພຣະເຈົ້າຍິ່ງໃຫຍ່
ຂ້າສັນເສີນພຣະເຈົ້າຜູ້ໂພດໃຫ້ພົ້ນ
ພຣະເຈົ້າຍິ່ງໃຫຍ່ ພຣະເຈົ້າຍິ່ງໃຫຍ່

ພຣະເຈົ້າຊົງລິດອໍານາດ, ພຣະເຈົ້າຊົງຄວບຄຸມໄດ້, ແມ່ນມີຄວາມຊົ່ວໃຫຍ່ຢູ່ໃນໂລກ,ແຕ່ ຄວາມຊົ່ວຮ້າຍຢູ່ນີ້ໄດ້ກໍເພາະພຣະເຈົ້າຊົງອະນຸດຍາດ, ເປັນຫຍັງພຣະເຈົ້າຈື່ງຊົງອະນຸຍາດ ລະ? ຂ້າພະເຈົ້າບໍ່ຮູ້,ມັນງ່າຍໆແບບນັ້ນເລີຍຄືຂ້າພະເຈົ້າບໍ່ຮູ້, ແຕ່ໃນຄວາມທີ່ບໍ່ສາມາດ ເຂົ້າໃຈໄດ້,ຢັ່ງຮູ້ໄດ້ຂອງພຣະເຈົ້າພຣະອົງຊົງອະນຸຍາດໃຫ້ຄວາມຊົ່ວເຂົ້າມາ

“ຄຳຕັດສິນຂອງພຣະອົງນັ້ນເຫລືອທີ່ຈະຢັ່ງຮູ້ໄດ້ ແລະທາງຂອງພຣະອົງກໍເຫລືອທີ່ຈະສືບຊອກໄດ້”(ໂລມ 11:33)

“ພຣະເຈົ້າຊົງຮູ້ວິທີທີ່ຈະຊ່ວຍຄົົນທີ່ຕາມທາງຂອງພຣະເຈົ້າໃຫ້ລອດພົ້ນຈາກການທົດລອງຕ່າງໆ” ພວກຄຣິສຕຽນພວກທໍາອິດທີ່ຢູ່ໃນນະຄອນໂລມໄດ້ພົບຜ່ານກັບການທົດລອງແລະທົດສອບໃຫຍ່ແລະເປັນຕາຢ້ານ, ຄືກັບທີ່ຂ້າພະເຈົ້າໄດ້ເວົ້າໄປແລ້ວວ່າເນໂຣໄດ້ເຜົາເຂົາທັງເປັນ,ມັດພວກເຂົາໃສ່ຍອດເສົາຕ່າງໆ, ລາວເປີດໄຟໃນສວນຂອງຕົນດ້ວຍການເຜົາພວກຄຣິສຕຽນທຸກໆຄືນ.

ບາງຄົນເວົ້າວ່າ“ອັນນັ້ນມັນແຕກຕ່າງ,ພຣະອົງບໍ່ໄດ້ຊ່ວຍເຂົາໃຫ້ພົ້ນເລີຍ” ທ່ານເວົ້າຜິດ, ພຣະອົງຊົງຊ່ວຍເຂົາໃຫ້ພົ້ນ“ຈາກການທົດລອງ” ພຣະອົງຊົງປະທານກໍາລັງໃຫ້ແກ່ເຂົາເພື່ອທີ່ຈະໄປສູ່ການທົດສອບແລະລິດອໍານາດທີ່ຈະໄປສູ່ແປວໄຟ! ບົດເພງເກົ່າໄດ້ເວົ້າເຖິງທັງໝົດວ່າ

ເມື່ອຖືກທົດສອບໃນໄຟທາງພຣະອົງຈະວາງລົງ
ພຣະຄຸນຂອງຂ້າພຽງພໍທຸກຢ່າງຈະເປັນການສະໜອງພຣະອົງ
ແປວໄຟຈະທໍາຮ້າຍພຣະອົງບໍ່ໄດ້,ຂ້າພຽງແຕ່ອອກແບບ
ຂີເຫຍື່ອຂອງພຣະອົງຈະເຜົາແລະຄໍາຂອງພຣະອົງຈະຫຼອມ
(“How Firm a Foundation” George Keith, 1638-1716,
      “K” in Rippon’s Selection of Hymns, 1787).

ມັນເປັນສິດທິພິເສດສ່ວນຕົວຂອງຂ້າພະເຈົ້າທີ່ຮູ້ຈັກຊາຍຄົນໜື່ງທີ່ຍອມພີຊີບ, ຊື່ ຂອງລາວແມ່ນຣິຊາດວູມແບຣນ,ລາວເປັນຄຣິສຕຽນທີ່ຍິ່ງໃຫຍ່ທີ່ສຸດທີ່ຂ້າພະເຈົ້າເຄີຍຮູ້ຈັກມາກ່ອນແລະຂ້າພະເຈົ້າຮູ້ຈັກລາວຄ່ອນຂ້າງດີພໍສົມຄວນ,ອາຈານວູມແບຣນຖືກຂັງຢູ່ໃນຄຸກ ຄອມມູນິສແຫ່ງໜື່ງເປັນເວລາສິບສີ່ປີເພາະການປະກາດຂ່າວປະເສີດ, ພວກທະຫານຄອມ ມູນິສໄດ້ເຮັດໃຫ້ລາວຜ່ານການທໍລະມານໃນຍຸກກາງ, ຮ່າງກາຍຂອງລາວມີຮອຍແຜສິບ ແປດບ່ອນທີ່ຖືກເອົາເຫຼັກແດງນາບ, ຜ່ານຊ່ວງຫຼາຍປີແຫ່ງການທໍລະມານຂອງລາວ,ລາວ ກໍໄດ້ປະກາດຂ່າວປະເສີດໃຫ້ກັບນັກໂທດທີ່ຖືກທໍລະມານຄົນອື່ນໆ,ແລະຫຼາຍຄົນກໍໄດ້ຮັບ ຄວາມລອດ, ເປັນເວລາສອງປີທີ່ລາວຖືກຂັງດຽວ, ລາວບໍ່ເຄີຍໄດ້ຍິນສຽງຜູ້ຄົນ,ລາວເກືອບ ຈະເປັນບ້າຈາກຢາເສບຕິດທີ່ພວກເຂົາເອົາໃສ່ໃນອາຫານຂອງລາວ, ສຸດທ້າຍລາວກໍເລີ່ມ ປະກາດຂ່າວປະເສີດໃຫ້ກັບຄົນອື່ນໆທີ່ຖືກໃສ່ໂຊ້ຢູ່ຂ້າງໆລາວ, ລາວເຄາະຂໍ້ພຣະຄໍາພີຕ່າງ ໆຂື້ນມາແລະອະທິຖານກັບພວກເຂົາໃນລະຫັດມອສ.

ສຸດທ້າຍລາວກໍຖືກຂັງຢູ່ໃນ“ຫ້ອງສີ່” – “ຫ້ອງຄວາມຕາຍ” ພວກເຂົາປ່ອຍໃຫ້ລາວ ຢູ່ຫັ້ນ, ຕາຍຈາກວັນນະໂລກ, ບໍ່ເຄີຍມີໃຜອອກຈາກ“ຫ້ອງສີ່”ໂດຍທີ່ຍັງມີຊີວິດຢູ່, ພວກ ເຂົາຖືກສົ່ງໄປບ່ອນນັ້ນເພື່ອໃຫ້ຕາຍ, ແຕ່ອາຈານວູມແບຣນຍັງຄົງມີຊີວິດຢູ່, ໃນ“ຫ້ອງ ຄວາມຕາຍ”ນັ້ນລາວກໍໄດ້ນໍານັກໂທດທີ່ກໍາລັງຈະຕາຍຄົນໜື່ງໃຫ້ມາຫາພຣະເຢຊູຄຣິດຫຼັງ ຈາກນໍາຄົນອື່ນ,ລາວເວົ້າວ່າ “ມັນເປັນຄືກັບວ່າໂຊ້ຄືຄວາມສະຫວ່າງພ້ອມກັບຈິດວິນຍານ ຂອງການເສຍສະຫຼະຕົນເອງແລະຄວາມເຊື່ອໄດ້ເລີ່ມໃໝ່,ໃນຊ່ວງເວລາດັ່ງກ່າວເບິ່ງຄືວ່າ ພວກທູດສະຫວັນຢູ່ອ້ອມຮອບເຮົາ”

ເມື່ອຂ້າພະເຈົ້າຮູ້ສຶກໂສກເສົ້າຫຼືເສຍໃຈຂ້າພະເຈົ້າກໍມັກຈະຈັບປື້ມຂອງຣິຊາດວູມ ແບຣນເລື່ອງ ທໍລະມານເພື່ອພຣະຄຣິດ ແລ້ວອ່ານມັນຈັກສອງສາມໜ້າ, ອາທິດແລ້ວນີ້ ຂ້າພະເຈົ້າໄດ້ອ່ານປື້ມເຫຼັ້ມອື່ນຂອງລາວອີກທີ່ຊື່ວ່າ ຢູ່ໃນໃຕ້ດິນຂອງພຣະເຈົ້າ, (Living Sacrifice Book Company, 2004). ໜັງສືເຫຼົ່ານີ້ເປັນຕາຢ້ານຫຼາຍ, ພວກມັນໄດ້ເວົ້າເຖິງລາຍ ລະອຽດກ່ຽວກັບການທໍລະມານຂອງພວກຄຣິສຕຽນ,ແຕ່ພວກມັນໜຸນໃຈຂ້າພະເຈົ້າສະເໝີ, ຂ້າພະເຈົ້າໄດ້ຮັບການໜຸນໃຈໂດຍການຮູ້ຈັກຜູ້ຊາຍຄົນນີ້: ຣິຊາດວູມແບຣນຜູ້ຊື່ງມີປະສົບ ການໃນຂໍ້ພຣະຄໍາພີຂອງເຮົາ,ນີ້ແມ່ນຂໍ້ພຣະຄໍາພີທີ່ໃຫ້ຄໍາໜຸນໃຈອັນຍິ່ງໃຫຍ່ “ອົງພຣະຜູ້ ເປັນເຈົ້າຊົງ ຮູ້ຈັກວິທີທີ່ຈະຊ່ວຍຄົນທີ່ຕາມທາງຂອງພຣະເຈົ້າໃຫ້ລອດພົ້ນຈາກການທົດລອງຕ່າງໆ...”(2 ເປໂຕ 2:9)

ພວກຄຣິສຕຽນເປັນໝື່ນໆຄົນກໍາລັງຖືກທໍລະມານ ແລະຂ້າໂດຍພວກມູສະລິມໃນ ຕອນນີ້ໃນສະໄໝຂອງເຮົາ, ສິ່ງພວກເຂົາຕ້ອງເຮັດເພື່ອໜີຈາກຄວາມຕາຍກໍຄືຕ້ອງເວົ້າຄໍາ ພວກນີ້ວ່າ“ບໍ່ມີພຣະເຈົ້າໃດນອກຈາກອັລເລາະແລະໂມຮໍາໝັດຄືຜູ້ທໍານາຍຂອງເພີ່ນ” ແຕ່ ພວກເຂົາປະຕິເສດທີ່ຈະເວົ້າແບບນັ້ນແລະກາຍມາເປັນມູສະລິມ, ໂບດຂອງພວກເຂົາຖືກ ເຜົາ, ບ້ານຂອງພວກເຂົາກໍຖືກເຜົາ, ມີຫຼາຍຄົນຖືກຕັດຄໍ, ມີຫຼາຍຄົນຖືກເຜົາທັງເປັນ, ແຕ່ ພວກເຂົາກໍປະຕິເສດທີ່ຈະຖີ້ມຄວາມເຊື່ອທີ່ມີໃນພຣະເຢຊູຂອງເຂົາ,ແລະໃນໂລກມູສະລິມ ຄົນເປັນພັນໆກໍາລັງຫັນກັບມາຫາພຣະຄຣິດ,ເຖິງແມ່ນວ່າມັນຈະອັນຕະລາຍສໍາຫຼັບເຂົາກໍ ຕາມ, ພວກທ່ານສາມາດອ່ານເລື່ອງລາວຂອງພວກເຂົາບາງເລື່ອງໄດ້ໂດຍການໃຊ້ຄອມ ພິວເຕີຂອງທ່ານໄປທີ່ເວັບໄຊ www.persecution.comພວກເຂົາຮູ້ຈັກໂດຍປະສົບການໃນສິ່ງ ທີ່ສະມາຊິກຂອງຄຣິສຕະຈັກໃນໂລກຕາເວັນຕົກສ່ວນຫຼາຍບໍ່ຮູ້ - “ອົງພຣະຜູ້ເປັນເຈົ້າຊົງ ຮູ້ຈັກວິທີທີ່ຈະຊ່ວຍຄົນທີ່ຕາມທາງຂອງພຣະເຈົ້າໃຫ້ລອດພົ້ນຈາກການທົດລອງຕ່າງໆ...”

ເມື່ອຜ່ານນໍ້າເລິກຂ້າຂໍພຣະອົງຊົງໄປ
ແມ່ນໍ້າແຫ່ງຄວາມໂສກເສົ້າຈະບໍ່ຖ້ວມ
ເພາະເຮົາຢູ່ກັບເຈົ້າ,ອວຍພອນການທົດສອບຂອງເຈົ້າ
ແລະຊໍາລະຄວາມທຸກທີ່ສຸດຂອງເຈົ້າ

ພວກເຮົາໄດ້ພາກັນສະຫຼອງຄົບຮອບ 40 ປີຂອງຄຣິສຕະຈັກນີ້ສາມອາທິດກ່ອນ, ພວກເຮົາມີການສັນເສີນອັນຍິ່ງໃຫຍ່ແລະແມ່ນແຕ່ສຽງຫົວ! ຜູ້ຄົນທີ່ເບິ່ງວິດີໂອໄດ້ບອກຂ້າ ພະເຈົ້າວ່າພວກເຮົາມີຄຣິສຕະຈັກທີ່ຍິ່ງໃຫຍ່! ແຕ່ພວກເຂົາບໍ່ຮູ້ຈັກຄວາມທຸກທໍລະມານທີ່ ພວກເຮົາປະສົບພົບພໍ້ເພື່ອໃຫ້ຄຣິສຕະຈັກນີ້ເກີດຂື້ນ, ພວກເຂົາບໍ່ຮູ້ຈັກວ່າ “39”ຄົນທີ່ຈ່າຍ ຄ່າຕຶກຄຣິສຕະຈັກມັກຈະຜ່ານຄວາມເຈັບປວດໃຈແລະບັນຫາໃນເວລາທີ່ 400 ຄົນປະຖີ້ມ ພວກເຮົາໄປ,“ສາມສິບເກົ້າຄົນ”ຈ່າຍຄ່າຕຶກນີ້ສອງລ້ານໂດລາເຄິ່ງ,ຕອນນີ້ການທົດສອບນັ້ນ ໄດ້ໝົດໄປແລ້ວ, ພຣະເຈົ້າຊົງນໍາພວກເຮົາຜ່ານມັນ, ແຕ່ກໍຈະມີການທົດສອບອື່ນໆໃນອະ ນາຄົດ,ບາງອັນອາດຈະຮ້າຍແຮງ, ແຕ່ພວກເຮົາບໍ່ຢ້ານເພາະ“ອົງພຣະຜູ້ເປັນເຈົ້າຊົງຮູ້ຈັກ ວິທີທີ່ຈະຊ່ວຍຄົນທີ່ຕາມທາງຂອງພຣະເຈົ້າໃຫ້ລອດພົ້ນຈາກການທົດລອງຕ່າງໆ...” (2 ເປໂຕ 2:9)

II. ສອງ ພຣະເຈົ້າຊົງເກັບຮັກສາຄົນອະທໍາໄວ້ຈົນເຖິງວັນພິພາກສາ.

“ອົງພຣະຜູ້ເປັນເຈົ້າຊົງຮູ້ວິທີທີ່ຈະຊ່ວຍຄົົນທີ່ຕາມທາງຂອງພຣະເຈົ້າໃຫ້ລອດພົ້ນຈາກການທົດລອງຕ່າງໆ ແລະຊົງຮູ້ວິທີທີ່ຈະຮັກສາຄົນອະທຳໄວ້ຈົນເຖິງວັນພິພາກສາ ເພື່ອຈະໄດ້ລົງໂທດເຂົາ”(2 ເປໂຕ 2:9)

ໃນໜັງສືຄລາສສິກແຫ່ງການຂໍໂທດຂອງລາວທີ່ຊື່ວ່າ ເຫດສະນັ້ນຈົ່ງຢືນ ດຣ. ວິວເບີ ເອັມ.ສະມິດຜູ້ຍິ່ງໃຫຍ່ໄດ້ກ່າວເຖິງການຕັດສິນລົງໂທດທີ່ຈະມາເຖິງວ່າ:

ພຣະຄໍາພີແນ່ນອນໄດ້ເວົ້າເຖິງໜື່ງໃນເຫດການໃຫຍ່ຂອງການພິພາກສາ ລົງໂທດທີ່ຈະມາເຖິງ ແລະພວກເຮົາໄດ້ເຮັດບາບໃນການເກືອບປຸ້ນການ ເທດສະໜາສະໄໝຂອງເຮົາຂອງສິ່ງທີ່ໜ້າຢ້ານນີ້, ແຕ່ພຣະເຈົ້າໄດ້ຊົງ ເປີດເຜີຍຄວາມຈິງ...ພວກເຮົາຫຼາຍຄົນ...ຢ້ານທີ່ຈະລຸກຂື້ນແລະໃຊ້ພາສາພຣະຄໍາພີທີ່ກ່ຽວຂ້ອງວັນພິພາກສາລົງໂທດ,ພຣະເຈົ້າຂອງເຮົາຊົງໃຊ້ປະ ໂຫຍກ“ວັນພິພາກສາລົງໂທດ”ຫຼາຍຕໍ່ຫຼາຍເທື່ອ...ອັກຄະສາວົກເປໂຕເວົ້າ ເຖິງ“ວັນແຫ່ງການພິພາກສາ” ແລະ “ວັນແຫ່ງການພິພາກສາແລະການ ທໍາລາຍຂອງຄົນທີ່ບໍ່ຕາມທາງຂອງພຣະເຈົ້າ” ອັກຄະສາວົກໂຢຮັນໄດ້ເວົ້າ ເຖິງ“ວັນແຫ່ງການພິພາກສາ” ແລະ “ເວລາທີ່ຄົນຕາຍຈະຖືກພິພາກສາ” (Wilbur M. Smith, D.D., Therefore Stand, W. A. Wilde Co., 1945, p. 443).

ອັກຄະສາວົກໂຢຮັນໄດ້ເວົ້າເຖິງການພິພາກສາລົງໂທດອັນສຸດທ້າຍວ່າ:

“ຂ້າພະເຈົ້າໄດ້ເຫັນບັນດາຜູ້ທີ່ຕາຍແລ້ວ ທັງຜູ້ໃຫຍ່ແລະຜູ້ນ້ອຍ ຍືນຢູ່ຈຳເພາະພຣະພັກພຣະເຈົ້າ ແລະຫນັງສືຕ່າງໆກໍເປີດອອກ ຫນັງສືອີກມ້ວນໜຶ່ງກໍເປີດອອກດ້ວຍ ຄືຫນັງສືແຫ່ງຊີວິດ ແລະຜູ້ທີ່ຕາຍໄປແລ້ວກໍຖືກພິພາກສາຕາມຂໍ້ຄວາມທີ່ຈາລຶກໄວ້ໃນຫນັງສືເຫລົ່ານັ້ນ ຕາມທີ່ເຂົາໄດ້ກະທຳ ທະເລກໍສົ່ງຄືນຄົນທັງຫລາຍທີ່ຕາຍໃນທະເລ ຄວາມຕາຍແລະນາລົກກໍສົ່ງຄືນຄົນທັງຫລາຍທີ່ຢູ່ໃນທີ່ເຫລົ່ານັ້ນ ແລະຄົນທັງຫລາຍກໍຖືກພິພາກສາຕາມການກະທຳຂອງຕົນໝົດທຸກຄົນ ແລ້ວຄວາມຕາຍແລະນາ ລົກກໍຖືກໂຍນຖິ້ມລົງໄປໃນບຶງໄຟ ນີ້ແລະເປັນຄວາມຕາຍຄັ້ງທີ່ສອງ ແລະຜູ້ໃດທີ່ບໍ່ມີຊື່ຈົດໄວ້ໃນຫນັງສືແຫ່ງຊີວິດ ຜູ້ນັ້ນກໍຖືກຖິ້ມລົງໄປໃນບຶງໄຟ”(ພະນິມິດ 20:12-15)

ຫົນທາງດຽວທີ່ຈະໜີຈາກການລົງໂທດໃນ“ບຶງໄຟນາລົກ”ໄດ້ຄືການກັບໃຈໃໝ່ແລະວາງໃຈ ໃນພຣະເຢຊູຄຣິດເຈົ້າ, ພຣະອົງຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າຄວາມຜິດບາບຂອງ ທ່ານ,ພຣະອົງຊົງຫຼັ່ງພຣະໂລຫິດອັນປະເສີດຂອງພຣະອົງລົງມາເພື່ອລ້າງທ່ານອອກຈາກ ຄວາມບາບທຸກຢ່າງ, ພຣະອົງຊົງຟື້ນຄືນຈາກຄວາມຕາຍທັງເນື້ອໜັງແລະກະດູກເພື່ອມອບ ຊີວິດອັນຕະຫຼອດເປັນນິດໃຫ້ແກ່ທ່ານ,ແຕ່ທ່ານຈະຕ້ອງວາງໃຈໃນພຣະອົງດຽວນີ້,ໃນຊີວິດນີ້, ມັນຈະຊ້າເກີນໄປສໍາຫຼັບທີ່ຈະຮັບເອົາຄວາມລອດຫຼັງຈາກທີ່ທ່ານຕາຍໄປແລ້ວ.

“ອົງພຣະຜູ້ເປັນເຈົ້າຊົງຮູ້ວິທີທີ່ຈະຊ່ວຍຄົົນທີ່ຕາມທາງຂອງພຣະເຈົ້າໃຫ້ລອດພົ້ນຈາກການທົດລອງຕ່າງໆ ແລະຊົງຮູ້ວິທີທີ່ຈະຮັກສາຄົນອະທຳໄວ້ຈົນເຖິງວັນພິພາກສາ ເພື່ອຈະໄດ້ລົງໂທດເຂົາ”(2 ເປໂຕ 2:9)

“ຄົນທີ່ຕາມທາງຂອງພຣະເຈົ້າ” ຄືຄົນທີ່ໄດ້ກັບໃຈໃໝ່ແລະວາງໃຈເຊື່ອໃນພຣະເຢຊູຄຣິດ ເຈົ້າແລ້ວ, “ຄົນອະທໍາ”ຄືຄົນທີ່ປະຕິເສດທີ່ຈະວາງໃຈເຊື່ອໃນພຣະອົງ,ຂ້າພະເຈົ້າຂໍອະທິ ຖານວ່າພວກທ່ານຈະຫັນກັບມາຫາພຣະເຢຊູດຽວນີ້ກ່ອນທີ່ມັນຈະຊ້າເກີນໄປ! ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວອາເບວ ພຣຸດໂຮມ: 2 ເປໂຕ 2:1-9.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ:
“Faith of Our Fathers” (by Frederick W. Faber, 1814-1863).

ໂຄງຮ່າງບົດເທດສະໜາ

ການຊ່ວຍໃຫ້ພົ້ນຫຼືການລົງໂທດ

DELIVERANCE OR DAMNATION

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ອົງພຣະຜູ້ເປັນເຈົ້າຊົງຮູ້ວິທີທີ່ຈະຊ່ວຍຄົົນທີ່ຕາມທາງຂອງພຣະເຈົ້າໃຫ້ລອດພົ້ນຈາກການທົດລອງຕ່າງໆ ແລະຊົງຮູ້ວິທີທີ່ຈະຮັກສາຄົນອະທຳໄວ້ຈົນເຖິງວັນພິພາກສາ ເພື່ອຈະໄດ້ລົງໂທດເຂົາ”(2 ເປໂຕ 2:9)

(2 ເປໂຕ 1:19-21; 2:1-3,4,6,7;1:16;2:1,3,15,13,19; 3:3-6;
2 ເປໂຕ 1:19; 2:1-3,5,6,7)

I. ໜື່ງ ພຣະເຈົ້າຊົງມີລິດອໍານາດທີ່ຈະຊ່ວຍຜູ້ທີ່ຕາມທາງຂອງພຣະເຈົ້າພົ້ນຈາກ
ການທົດລອງ. 2 ເປໂຕ 2:9ກ; ໂລມ 11:33.

II. ສອງ ພຣະເຈົ້າຊົງເກັບຮັກສາຄົນອະທໍາໄວ້ຈົນເຖິງວັນພິພາກສາ.
2 ເປໂຕ2:9ຂ; ພະນິມິດ 20:12-15.