Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການຊີວິດໃນຍຸກແຫ່ງການປະຖີ້ມຄວາມເຊື່ອ

LIVING IN A TIME OF APOSTASY
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 26/4/2015
A sermon preached at the Baptist Tabernacle of Los Angeles
Lord’s Day Evening, April 26, 2015

“[ພຣະເຈົ້າ]ບໍ່ໄດ້ຊົງຍົກເວັ້ນມະນຸດໂລກໃນບູຮານ ແຕ່ໄດ້ຊົງຊ່ວຍໂນອາຜູ້ປະກາດຄວາມຊອບທຳກັບຄົນອື່ນອີກເຈັດຄົນໃຫ້ລອດ ເມື່ອຄາວທີ່ພຣະ ອົງໄດ້ຊົງບັນດານໃຫ້ນ້ຳຖ້ວມໂລກຂອງຄົນອະທຳ ແລະໄດ້ຊົງລົງໂທດເມືອງໂສໂດມ ແລະເມືອງໂກໂມລາໃຫ້ພິນາດເປັນເຖົ້າຖ່ານ ເພື່ອໃຫ້ ເປັນຕົວຢ່າງແກ່ຄົນຕໍ່ໄປທີ່ຈະປະພຶດຊົ່ວ ແລະໄດ້ຊົງຊ່ວຍໂລດຜູ້ຊອບ ທຳໃຫ້ລອດ ຜູ້ມີຄວາມທຸກໃຫຍ່ຫລວງເພາະການປະພຶດລາມົກຂອງຄົນຊົ່ວເຫລົ່ານັ້ນ (ດ້ວຍວ່າຄົນຊອບທຳນັ້ນ ຊຶ່ງໄດ້ອາໄສຢູ່ໃນຖ້າມກາງເຂົາເຫລົ່ານັ້ນ ເມື່ອທ່ານໄດ້ເຫັນແລະໄດ້ຍິນ ຈິດໃຈທີ່ຊອບທຳຂອງທ່ານກໍເປັນທຸກເປັນຮ້ອນທຸກວັນໆເພາະການປະພຶດຊົ່ວຂອງຄົນເຫລົ່ານັ້ນ)”(2 ເປໂຕ 2:5-8)


ອັກຄະສາວົກເປໂຕເວົ້າໃນຖານະເປັນຜູ້ທໍານາຍຄົນໜື່ງໃນບົດນີ້, ໃນຂໍ້ທີ່ 1-3 ລາວໄດ້ບອກເຮົາວ່າຄູສອນປອມຈະມາ ແລະນໍາເອົາຄວາມເຊື່ອນອກຮີດຊົ່ວຕ່າງໆເຂົ້າມາ, ລາວບອກພວກເຮົາວ່າພວກເຂົາຈະປະຕິເສດພຣະເຢຊູຄຣິດເຈົ້າ, ລາວບອກວ່າຈະມີຫຼາຍ ຄົນຕິດຕາມພວກເຂົາໄປ,ຜົນກໍຄືຄວາມຈິງຕາມພຣະຄໍາພີຂອງຄຣິສຕຽນຈະຖືກກ່າວຮ້າຍ, ລາວບອກວ່າພວກຄູສອນປອມເຫຼົ່ານີ້ຈະເຮັດວຽກເພື່ອເງີນ,ບໍ່ແມ່ນເພື່ອພຣະເຈົ້າ, ຊ່າງເປັນ ພາບຂອງຄົນໃນສະໄໝຂອງເຮົາ! ພວກເຮົາອາໄສຢູ່ໃນຍຸກແຫ່ງການປະຖີ້ມຄວາມເຊື່ອທີ່ ເປັນຕາຢ້ານ,ຄໍາສອນປອມ - ແລະການເກີດຂື້ນຂອງລັດທິນອກລູ່ນອກທາງແບບໃໝ່ໆ.

ຂ້າພະເຈົ້າຕ້ອງຂໍຍອມຮັບວ່າຂ້າພະເຈົ້າບໍ່ມັກຊາລເອັຟ.ເອັຊ.ຟີນນີ່(1913-2003), ລາວເປັນນັກສາສະໜາສາດຂ່າວປະເສີດໃໝ່, ແຕ່ສໍາຫຼັບຂ້າພະເຈົ້າເບິ່ງຄືວ່າລາວພະຍາ ຍາມທີ່ຈະພິສູດວ່າລາວເປັນຄົນ“ທີ່ມີຄວາມຮູ້ກວ້າງ”ຫຼາຍສໍ່າໃດ, ລາວບໍ່ໄດ້ປະກາດຄວາມ ຈິງເຂັ້ມແຂງພໍໃນຄວາມຄິດເຫັນຂອງຂ້າພະເຈົ້າ, ຂ້າພະເຈົ້າຍັງບໍ່ເຄີຍອ່ານຄໍາເວົ້າຊັກເຈນ ກວ່າກ່ຽວກັບການປະຖີ້ມຄວາມເຊື່ອໃນປະຈຸບັນນີ້ຫຼາຍກວ່າສິ່ງທີ່ລາວຂຽນຂື້ນ, ດຣ.ເຮັນຣີ່ ໄດ້ກ່າວວ່າ:

         ລຸ້ນຂອງພວກເຮົາແມ່ນຫຼົງຫາຍຕໍ່ຄວາມຈິງຂອງພຣະເຈົ້າ...ສໍາ ຫຼັບການສູນເສຍນີ້ມັນກໍາລັງຈ່າຍແພງໃນການເກີດຂື້ນຂອງເຊື້ອໂລກທີ່ໄວວາຂອງລັດທິທີ່ບໍ່ເຊື່ອພຣະເຈົ້າ,ຄວາມປ່າເຖື່ອນກໍາລັງເຕັ້ນຂື້ນອີກຄັ້ງໜື່ງ, ທ່ານສາມາດໄດ້ຍິນສຽງພວກມັນດັງກ້ອງແລະສຽງກອບແກບໃນຈັງຫວະ ຂອງເວລາຂອງເຮົາ(ໃນຕາເວັນອອກກາງ,ໃນອາເມລິກາເໜືອ,ທົ່ວຢູໂລບ-ພວກມູສະລິມກໍາລັງມາ,ຈາກທໍານຽບຂາວລົງມາຜູ້ນໍາຫຼາຍຄົນຂອງເຮົາກໍາລັງສັບສົນ,ອ່ອນແອແລະບໍ່ມີພຣະເຈົ້າ)...
ຄວາມປ່າເຖື່ອນຈະກວນຝຸ່ນແຫ່ງຄວາມສິວິໄລທີ່ເຊື່ອມໂຊມແລະໄດ້ ຫຼົບໜ້າລີ້ຢູ່ໃນເງົາຂອງຄຣິສຕະຈັກທີ່ພິການແລ້ວ(Carl F. H. Henry, Ph.D., Twilight of a Great Civilization: The Drift Toward Neo-Paganism, Crossway Books, 1988; my comments in brackets).

ຜູ້ສໍາຫຼວດຄວາມຄິດເຫັນຂອງປະຊາຊົນທີ່ມີຊື່ສຽງຈອຊບານາບອກເຮົາໃນຜົນກະ ທົບວ່າບໍ່ມີອະນາຄົດສໍາຫຼັບຄຣິສຕະຈັກຫຼາຍແຫ່ງຂອງເຮົາ, ລາວບອກວ່າກວ່າ 80% ຂອງຄົນໜຸ່ມໃນຄຣິສຕະຈັກຫຼາຍແຫ່ງຂອງເຮົາຈະອອກໄປ”ບໍ່ກັບມາອີກເລີຍ” - ກ່ອນທີ່ ພວກເຂົາຈະອາຍຸຮອດສາມສິບປີ, ແລະຄຣິສຕະຈັກຂອງເຮົາຫຼາຍແຫ່ງກໍເບິ່ງຄືວ່າບໍ່ມີ ຄວາມຄິດທີ່ຈະເຮັດໃຫ້ຄົນໜຸ່ມທີ່ຫຼົງຫາຍກັບໃຈຈາກໂລກ! ສີ່ງທີ່ທຸກຄົນເບິ່ງຄືວ່າສາມາດ ເຮັດໄດ້ກໍຄືພະຍາຍາມທີ່ຈະຊັກຊວນຄົນໃດໜື່ງໃຫ້ອອກຈາກຄຣິສຕະຈັກຂອງຕົນແລ້ວໄປກັບເຂົາ,ນັກເທດຫຼາຍຄົນເຊົາໃຊ້ກາລາວັດແລ້ວນໍາເອົາດົນຕີຣັອກເຂົ້າມາໃນການນະມັດສະການເຊົ້າວັນອາທິດໃນຄວາມພະຍາຍາມທີ່ໄຮ້ສາລະທີ່ຈະເປັນ“ເຢັນຊ່າ” ແລະ “ຊົ່ວຄາວ” ຕອນນີ້ເຂົາຄວນຈະຮູ້ແລ້ວວ່າມັນບໍ່ໄດ້ຜົນ!ໂລກທີ່ຫຼົງຫາຍແນມເບິ່ງເຂົາແລະຫົວຂວັນໃສ່! ມັນເປັນເລື່ອງທີ່ໜ້າເສົ້າ! ພຣະເຈົ້າຮູ້ດີວ່າຂ້າພະເຈົ້າໄດ້ຮ້ອງໄຫ້ເພື່ອຄຣິສຕະຈັກທັງຫຼາຍ ຂອງເຮົາແນວໃດແດ່!

ນັກເທດເຫຼົ່ານີ້ຫຼາຍຄົນຖືກທໍາລາຍໂດຍໂຮງຮຽນເສລີນິຍົມເຊັ່ນວິທະຍາໄລຟູເລີ, ໃນວົງການອະນຸລັກນິຍົມຫຼາຍຂື້ນພວກເຂົາຖືກເຮັດໃຫ້ຂາດລິດອໍານາດໂດຍໂຮງຮຽນທີ່ ສອນເຂົາວ່າຈະແຍກຄໍາພາສາກຣີກແນວໃດແຕ່ບໍ່ເຄີຍດົນໃຈເຂົາໃຫ້ເທດສະໜາ,ດຣ.ໄມ ໂຄຮໍຕັນໄດ້ຂຽນກ່ຽວກັບເລື່ອງຄວາມສະຫຼົດນີ້, ໃນໜັງສືຂອງລາວທີ່ເອີ້ນວ່າ ຄຣິສຕຽນທີ່ ບໍ່ມີພຣະຄຣິດ ຂາວປະເສີດທາງເລືອກຂອງຄຣິສຕະຈັກຊາວອາເມລິກາ (Baker Books, 2008). ໂຮງພິມມູດີໄດ້ຕີພິມໜັງສືເຫຼັ້ມໜື່ງທີ່ເອີ້ນວ່າ ວິກິດການຂ່າວປະເສີດກໍາລັງມາ ໜັງສືເຫຼັ້ມນັ້ນຖືກຂຽນຂື້ນສິບເກົ້າປີກ່ອນ,ຕອນນີ້ວິກິດການຢູ່ນີ້ແລ້ວໃນຕອນນີ້! ຄຣິສຕະ ຈັກຂອງເຮົາຫຼາຍແຫ່ງຢູ່ໃນສະພາບສັບສົນແລະທຸກຄົນກໍຮູ້ດີ໋! ການນະມັດສະການວັນອາ ທິດຕອນແລງຖືກປິດລົງເກືອບທຸກແຫ່ງ, ນັ້ນແລະຄືສັນຍານຂອງຄວາມຕາຍ! ການປະຊຸມ ອະທິຖານຖືກຍົກເລີກໂດຍຄຣິສຕະຈັກສ່ວນຫຼາຍດົນມາແລ້ວ, ນັ້ນແລະຄືສັນຍານຂອງ ຄວາມຕາຍ! ຍາກທີ່ຄຣິສຕະຈັກຫຼາຍແຫ່ງຈະມີລາຍການການຊະນະວິນຍານໃນປະຈຸ ບັນນີ້, ນັ້ນແລະຄືສັນຍານຂອງຄວາມຕາຍ! ອັນທີ່ເອີ້ນວ່າ“ການເທດສະໜາ”ກໍມີພຽງແຕ່ ການສຶກສາພຣະຄໍາເປັນຂໍ້ເປັນຂໍ້ໄປ, ນັ້ນແລະຄືສັນຍານຂອງຄວາມຕາຍ! ເຖິງແມ່ນບໍ່ມີຜູ້ ໃດຈົ່ມຂ້າພະເຈົ້າກໍຈະຈົ່ມ, ເຖິງແມ່ນວ່າບໍ່ມີຜູ້ອື່ນເວົ້າຂ້າພະເຈົ້າກໍຈະເວົ້າ,ມັນຈໍາເປັນຕ້ອງ ໄດ້ເວົ້າໃຫ້ດັງໆແລະຊັດເຈນ! ພວກເຮົາມີຊີວິດໃນຍຸກແຫ່ງການປະຖີ້ມຄວາມເຊື່ອທີ່ເລິກ ເຊີ່ງ! ພວກເຮົາມີຊີວິດໃນຍຸກທີ່ຖືກອະທິບາຍໄວ້ໃນ 2 ເປໂຕ 2:1-3!

ທ່ານອາດຈະຖາມວ່າ“ເປັນຫຍັງອາຈານຈື່ງເວົ້າກ່ຽວກັບເລື່ອງນັ້ນ? ມັນຈະເຮັດໃຫ້ ຄົນໜຸ່ມຂອງເຈົ້າສັບສົນ” ຜິດອີກຄັ້ງ! ການເວົ້າຄວາມຈິງບໍ່ໄດ້ເຮັດໃຫ້ຜູ້ຄົນສັບສົນ! ຄວາມ ຈິງແລ້ວຖ້າຂ້າພະເຈົ້າຫາກບໍ່ບອກພວກເຂົາເຖິງຄວາມຈິງເຫຼົ່ານີ້ພວກເຂົາກໍຈະເກີດຄວາມ ສັບສົນແທ້ - ສັບສົນໂດຍພວກຂ່າວປະເສີດໃໝ່ທີ່ຕາຍແລະກຸ່ມສຶກສາພຣະຄໍາພີ! ພວກ ເຂົາຈະສັບສົນຫຼາຍຖ້າພວກເຂົາບໍ່ຮູ້ວ່າພວກເຮົາກໍາລັງມີຊີວິດຢູ່ໃນຍຸກແຫ່ງຄວາມບໍ່ເຊື່ອ ແລະປະຖີ້ມຄວາມເຊື່ອທີ່ເລິກເຊີ່ງ - ຄຣິສຕະຈັກປະສົບກັບການປະຖີ້ມຄວາມເຊື່ອທີ່ຮ້າຍ ທີ່ສຸດນັບຕັ້ງແຕ່ການປະຕິຮູບ! ການປະຖີ້ມຄວາມເຊື່ອຢ່າງເລິກເຊີ່ງທີ່ສຸດໃນຊ່ວງ 500 ປີທີ່ຜ່ານມາ! ພວກເຮົາມີຊີວິດຢູ່ໃນຍຸກທີ່ອະທິບາຍໂດຍອັກຄະສາວົກເປໂຕໃນ 2 ເປໂຕ 2:1-3 ດັ່ງນັ້ນແມ່ນຫຍັງລະຄືຄໍາຕອບ? ຂໍເຊີວຢືນຂື້ນແລ້ວອ່ານ 2 ເປໂຕ 2:5-8,ມັນຢູ່ ໃນໜ້າ 1318 ຢູ່ໃນພຣະຄໍາພີສະກໍຟິວສຶກສາ

“ແລະບໍ່ໄດ້ຊົງຍົກເວັ້ນມະນຸດໂລກໃນບູຮານ ແຕ່ໄດ້ຊົງຊ່ວຍໂນອາຜູ້ປະກາດຄວາມຊອບທຳກັບຄົນອື່ນອີກເຈັດຄົນໃຫ້ລອດ ເມື່ອຄາວທີ່ພຣະອົງໄດ້ຊົງບັນດານໃຫ້ນ້ຳຖ້ວມໂລກຂອງຄົນອະທຳ ແລະໄດ້ຊົງລົງໂທດເມືອງໂສໂດມແລະເມືອງໂກໂມລາໃຫ້ພິນາດເປັນເຖົ້າຖ່ານ ເພື່ອໃຫ້ ເປັນຕົວຢ່າງແກ່ຄົນຕໍ່ໄປທີ່ຈະປະພຶດຊົ່ວ ແລະໄດ້ຊົງຊ່ວຍແຕ່ໂລດຜູ້ຊອບທຳໃຫ້ລອດ ຜູ້ມີຄວາມທຸກໃຫຍ່ຫລວງເພາະການປະພຶດລາມົກຂອງຄົນຊົ່ວເຫລົ່ານັ້ນ (ດ້ວຍວ່າຄົນຊອບທຳນັ້ນ ຊຶ່ງໄດ້ອາໄສຢູ່ໃນຖ້າມກາງເຂົາເຫລົ່ານັ້ນ ເມື່ອທ່ານໄດ້ເຫັນແລະໄດ້ຍິນ ຈິດໃຈທີ່ຊອບທຳຂອງທ່ານກໍເປັນທຸກເປັນຮ້ອນທຸກວັນໆເພາະການປະພຶດຊົ່ວຂອງຄົນເຫລົ່ານັ້ນ)” (2 ເປໂຕ 2:5-8)

ຂໍເຊີນນັ່ງລົງ.

ຄໍາເວົ້າຕ່າງໆໃນຂໍ້ພຣະຄໍາພີຂອງເຮົາຖືກໃຫ້ໂດຍພຣະເຈົ້າເພື່ອຊີ້ໃຫ້ເຮົາເຫັນວ່າ ຈະດໍາເນີນຊີວິດຢູ່ໃນຍຸກຂອງການປະຖີ້ມຄວາມເຊື່ອ,ບາບແລະຄວາມສັບສົນນີ້ໄດ້ແນວໃດ ນັ້ນແລະຄືຫົວຂໍ້ຂອງພຣະຄໍາພີຂອງເຮົາ, ອາຈານເປໂຕໄດ້ໃຫ້ຕົວຢ່າງແກ່ພວກເຮົາເຖິງ ເລື່ອງຊາຍສອງຄົນນີ້,ໂນອາແລະໂລດ, ໂດຍການບອກເຮົາກ່ຽວກັບຄົນທັງສອງນີ້,ລາວໄດ້ ຊີ້ໃຫ້ເຮົາເຫັນວ່າຈະດໍາເນີນຊີວິດໃນຖານະເປັນຄຣິສຕຽນຄົນໜື່ງໃນຍຸກຂອງການສັບສົນ ຝ່າຍວິນຍານນີ້ໄດ້ແນວໃດ,ມີບົດຮຽນອັນຍິ່ງໃຫຍ່ທີ່ຈະຕ້ອງໄດ້ຮຽນຮູ້ຈາກໂນອາແລະໂລດ.

ຄຣິສຕຽນມັກຖືກທົດສອບໂດຍວິນຍານຂອງໂລກ,ໂດຍສະເພາະໃນຍຸກແຫ່ງການ ປະຖີ້ມຄວາມເຊື່ອແບບນີ້, ພວກເຮົາຖືກທົດສອບໂດຍຄວາມຈິງທີ່ວ່າພວກເຮົາມີຈໍານວນ ໜ້ອຍ,ນັ້ນຄືການທົດສອບທີ່ຍາກອັນໜື່ງ, ຖ້າພວກເຮົາມີຊີວິດໃນສະຕະວັດທີ່ 18 ພວກ ເຮົາກໍຈະເປັນສ່ວນໜື່ງຂອງການຟື້ນຟູໃຫຍ່,ການຟື້ນຟູທີ່ລວມທັງໝົດຂອງເກາະອັງກິດເຊັ່ນດຽວກັບທະວີບອາເມລິກາເໜືອ, ຈະມີຄົນຈໍານວນນັບບໍ່ຖ້ວນອ້ອມຮອບພວກເຮົາຊື່ງເຊື່ອ ໃນການເທດສະໜາແທ້,ການກັບໃຈໃໝ່ແທ້ແລະການອະທິຖານທີ່ແທ້ຈິງ,ມັນອາດຈະຄ່ອນຂ້າງເປັນຈິງແມ່ນແຕ່ໃນສະຕະວັດທີ່ 19 - ແລະໃນລະດັບທີ່ໜ້ອຍກວ່າໃນຕົ້ນປີ 70 ຫຼື 80 ຂອງສະຕະວັດທີ່ 20.

ມັນໜ້າແປກໃຈທີ່ເວລາໄດ້ບິນໜີໄປຢ່າງໄວວາ,ຕອນທີ່ທ່ານອາຍຸໄດ້ 35 ເບິ່ງຄືວ່າ ສັ້ນ, 35 ປີກ່ອນ,ສະຖານະການແມ່ນຄ່ອນຂ້າງຈະແຕກຕ່າງ,ປະທານາທິບໍດີທີ່ຖືກເລືອກ ແມ່ນຣໍໂນເຣແກນ,ບິລລີ່ເກຣແຮມອາຍຸໄດ້ພຽງແຕ່ 60 ປີຕົ້ນໆແລະຍັງມີຝູງຊົນໃຫຍ່ຢູ່, ເຈີຣີ່ຟັລແວວອອກໂທລະພາບທຸກຄືນວັນອາທິດ,ກວາດເງີນເປັນຫຼາຍລ້ານໂດລາຄືຈະນໍາ ໄປສູ່“ສິນລະທໍາໃຫຍ່”ເພື່ອຢຸດຢັ້ງການເອົາລູກອອກ,ໃນລະດູໃບໄມ້ປົ່ງຂອງປີ 1980 ດຣ. ຈອນອາໄຣສ໌ຍັງຄົງເທດສະໜາຢູ່, ດຣ.ມາຕິນລອຍ-ໂຈນຍັງມີຊີວິດຢູ່,ເຊັ່ນກັນດຣ.ຟຣານ ຊິສຊີສເຟີ, ມັນບໍ່ແມ່ນເວລາທີ່ດີທີ່ສຸດໂດຍວິທີໃດໆ,ແຕ່ປຽບທຽບໃສ່ປີ 2015 ມັນດີກວ່າ ຫຼາຍສໍາຫຼັບຄຣິສຕຽນໃນຕອນນີ້,ຕອນນີ້ພວກເຮົາເປັນກຸ່ມນ້ອຍທີ່ຖືກກຽດຊັງ! ຂ້າພະເຈົ້າ ໝາຍເຖິງ-ຄົນເຂົາຊັງພວກເຮົາ! ພວກເຂົາຢ້ານພວກເຮົາແລະຊັງພວກເຮົາ! ແບັບຕິດທຸກ ຄົນ,ຂ່າວປະເສີດທຸກຄົນ,ເພັນຕາຄອສທຸກຄົນ,ແມ່ນແຕ່ພວກໂຣມັນຄາທໍລິກ - ທຸກຄົນທີ່ ພົວພັນກັບຊາວຄຣິສຕຽນຮູ້ສຶກ, ໂລກທີ່ຢູ່ພາຍນອກກຽດຊັງພວກເຮົາ, ມັນເປັນເລື່ອງຍາກ ທີ່ຈະເປັນຄົນທີ່ສັດຊື່ຕໍ່ພຣະເຈົ້າ,ຍາກກວ່າທີ່ເຄີຍເປັນຢູ່ໃນສະຕະວັດອື່ນໆແລະສະໄໝອື່ນໆ

ແນ່ນອນໂນອາຮູ້ສຶກເຖິງການທົດສອບນັ້ນ - ການທົດສອບຂອງການຢືນຢັດຢູ່ຜູ້ ດຽວ,ພວກເຮົາຖືກບອກໄວ້ໃນຂໍ້ພຣະຄໍາພີຂອງເຮົາວ່າພຣະເຈົ້າ“ຊົງຊ່ວຍໂນອາກັບເຈັດຄົນໃຫ້ລອດພົ້ນ”(2 ເປໂຕ 2:5),ໂນອາມີຊີວິດໃນຊ່ວງທີ່ໜ້າຢ້ານຂອງການຫຼຸດລົງທາງສິນລະ ທໍາແລະການຖີ້ມຄວາມເຊື່ອກ່ອນນໍ້າຖ້ວມໃຫຍ່,ມັນເປັນຊ່ວງເວລາຂອງຄວາມຊົ່ວຮ້າຍຫຼາຍແລະກິດຈະກໍາແບບຜີປີສາດໃຫຍ່, ມັນຂີ້ຮ້າຍຫຼາຍຊື່ງມະນຸດ“ລ້ວນແຕ່ສືບຕໍ່ຊົ່ວຮ້າຍ”(ປະ ຖົມມະການ 6:5) ແລະພຣະເຈົ້າຕັດວ່າ:

“ວິນຍານຂອງເຮົາຈະບໍ່ອ້ອນວອນກັບມະນຸດຕະຫຼອດໄປ” (ປະຖົມມະການ 6:3)

ສະພາບການຂອງໂລກໃນສະໄໝນັ້ນຂີ້ຮ້າຍສຸດໆຊື່ງເກືອບບໍ່ມີຈັກຄົນໄດ້ຮັບຄວາມລອດ,ຈື່ໄດ້ບໍ່ວ່າພຣະເຈົ້າ“ຊົງຊ່ວຍໂນອາກັບຄົນອື່ນອີກເຈັດຄົນໃຫ້ລອດ” ນັ້ນໝາຍຄວາມວ່າມີພຽງ ໂນອາ,ເມຍຂອງລາວ - ລູກຊາຍສາມຄົນຂອງລາວແລະເມຍຂອງພວກເຂົາທີ່ລອດ, ມີ ພຽງແປດຄົນທີ່ລອດຢູ່ທົ່ວໂລກ! ມັນເປັນສິ່ງທີ່ສໍາຄັນທີ່ພວກເຮົາຄິດກ່ຽວກັບວ່າຊາຍທີ່ຊື່ໂນ ອາມີຊີວິດທີ່ອ້ອມຮອບໄປດ້ວຍຄວາມຊົ່ວຮ້າຍຊື່ງໄດ້ນໍາໄປສູ່ການພິພາກສາແຫ່ງນໍ້າຖ້ວມ ໃຫຍ່.

ຫຼັງຈາກນັ້ນກໍມີໂລດ, ໃນຂະນະທີ່ທ່ານອ່ານກ່ຽວກັບໂລດໃນໜັງສືປະຖົມມະການ ພວກທ່ານກໍອາດຈະສົງໄສວ່າເປັນຫຍັງເປໂຕຈື່ງເອີ້ນລາວວ່າ“ພຽງແຕ່ໂລດ”ຢູ່ໃນຂໍ້ພຣະຄໍາພີຂອງເຮົາ(2 ເປໂຕ 2:7),ແຕ່ເປໂຕບໍ່ໄດ້ເວົ້າເຖິງຄວາມຜິດພາດຂອງໂລດໃນການຍ້າຍ ອອກໄປຈາກເມືອງໂສໂດມ, ເປໂຕກໍາລັງບອກພວກເຮົາວ່າໂລດຮູ້ສຶກແນວໃດແລະລາວ ເຮັດຫຍັງແດ່ຫຼັງຈາກທີ່ລາວຍ້າຍອອກຈາກເມືອງໂສໂດມ,ຂໍ້ພຣະຄໍາພີຂອງເຮົາເວົ້າວ່າລາວ“ຜູ້ມີຄວາມທຸກໃຫຍ່ຫລວງເພາະການປະພຶດລາມົກຂອງຄົນຊົ່ວເຫລົ່ານັ້ນ”(2:7ຂ) ຖ້າທ່ານ ອ່ານປະຖົມມະການບົດທີ່ 19 ທ່ານກໍຈະເຫັນເມືອງນັ້ນເປັນແນວໃດແດ່ - ເສື່ອມ,ລາມົກ ໜ້າອາຍ, ແລະໃນເມືອງຊົ່ວນີ້ເອງທີ່ໂລດແລະຄອບຄົວໄດ້ອາໄສຢູ່.

ພວກເຂົາຢູ່ໃນສະຖານະການດຽວກັນກັບໂນອາແລະຄອບຄົວຂອງລາວ,ໃນປະຖົມມະການບົດທີ່ 18 ພວກເຮົາໄດ້ອ່ານວ່າພຣະເຈົ້າຈະບໍ່ທໍາລາຍເມືອງໂສໂດມຖ້າມີຄົນຊອບ ທໍາສິບຄົນອາໄສຢູ່ໃນນັ້ນ, ແຕ່ບໍ່ມີຄົນຊອບທໍາຮອດສິບຄົນ - ມີພຽງໂລດແລະລູກຂອງ ລາວ,ພວກເຂົາເປັນພຽງຄົນເທົ່ານັ້ນທີ່ພະຍາຍາມຈະມີຊີວິດຕາມແບບຂອງພຣະເຈົ້າ, ຄົນ ອື່ນໆທີ່ຢູ່ໃນເມືອງໃຫຍ່ນັ້ນເປັນຄົນທີ່ບໍ່ມີພຣະເຈົ້າແລະເຮັດບາບ.

ພວກເຮົາເຫັນຈາກເລື່ອງໂນອາແລະໂລດວ່າມັນເປັນການທົດສອບທີ່ຍາກສຸດໆທີ່ ເປັນສ່ວນໜື່ງຂອງຄຣິສຕຽນຈໍານວນໜ້ອຍ, ມັນແຮງຍາກຫຼາຍສໍາຫຼັບບຸກຄົນໜື່ງໃນຄອບ ຄົວໜື່ງທີ່ຈະມີຊີວິດໃນຖານະເປັນຄຣິສຕຽນ, ຂ້າພະເຈົ້າຈື່ໄດ້ດີວ່າພີ່ນ້ອງຂອງຂ້າພະເຈົ້າ ໄດ້ເຢາະເຢີ້ຍຂ້າພະເຈົ້າ,ດູຖູກຂ້າພະເຈົ້າ ແລະຫົວຂັວນໃສ່ຂ້າພະເຈົ້າສໍາຫຼັບການພະຍາ ຍາມດໍາເນີນຊີວິດໃນຖານະເປັນຄຣິສຕຽນ, ຖ້າທ່ານເປັນພຽງຄຣິສຕຽນຄົນດຽວຢູ່ໃນໂຮງ ຮຽນຂອງທ່ານ,ຢູ່ຫ້ອງການຂອງທ່ານຫຼືຢູ່ໃນວິທະຍາໄລ,ຫຼືຢູ່ບ້ານທ່ານກໍຈະຖືກດູໝີ່ນຢ່າງ ແນ່ນອນ, ທ່ານກໍຈະຖືກຄິດວ່າເປັນຄົນໂງ່ຄົນໜື່ງຖ້າທ່ານຫາກເປັນຄຣິສຕຽນທີ່ດີພໍ, ຍິ່ງ ທ່ານເປັນຄຣິສຕຽນທີ່ດີຂື້ນຫຼາຍເທົ່າໃດທ່ານກໍຈະຖືກໂລກທີ່ຫຼົງຫາຍຕໍ່ຕ້ານຫຼາຍຂື້ນ, ອັນ ນັ້ນຄືການທົດສອບທີ່ຍາກຫຼາຍ, ຄົນໜຸ່ມຫຼາຍຄົນລົ້ມເຫຼວ,ພວກເຂົາຮູ້ສຶກວ່າພວກເຂົາຈະ ຕ້ອງຍອມແພ້“ໝູ່ເພື່ອນ”ຂອງເຂົາເຈົ້າຢູ່ໂຮງຮຽນຫຼືຢູ່ບ່ອນເຮັດວຽກ, ສອງສິ່ງທີ່ເກີດຂື້ນຕໍ່ ຄົນທີ່ “ຍອມແພ້” ຕໍ່ໂລກທີ່ຫຼົງຫາຍ.

1. ຖ້າພວກເຂົາລອດແທ້,ພວກເຂົາກໍສູນເສຍຄວາມຍິນດີຂອງເຂົາໄປ,ທ່ານບໍ່ສາ ມາດເປັນເພື່ອນຂອງໂລກແລະມີຄວາມຊື່ນຊົມຍິນດີຂອງພຣະຄຣິດໄດ້ແລະ ພວກເຂົາໄດ້ສູນເສຍບໍາເໜັດໃນອານາຈັກຂອງພຣະຄຣິດທີ່ຈະມາເຖິງ.

2. ຖ້າພວກເຂົາມີເພື່ອນສະໜິດໃນໂລກທີ່ຫຼົງຫາຍ,ພວກເຂົາກໍຈະບໍ່ກັບໃຈໃໝ່ອີກ ຕໍ່ໄປ,ພຣະຄໍາພີກ່າວວ່າ “ຜູ້ໃດກໍຕາມຢາກເປັນມິດກັບໂລກ ຜູ້ນັ້ນກໍເປັນສັດຕູ ຂອງພຣະເຈົ້າ”(ຢາໂກໂບ 4:4)


ດຣ.ຈອນອາ.ໄຣສ໌ໄດ້ກ່າວໄວ້ວ່າ“ທ່ານເຄີຍເສຍ...ເພື່ອນຄົນໜື່ງເພື່ອພຣະຄຣິດບໍ? ຖ້າ ຄວາມເປັນຄຣິສຕຽນຂອງທ່ານບໍ່ເຄີຍເຮັດໃຫ້ທ່ານເສຍ...ເພື່ອນຄົນໜື່ງ...ຈາກນັ້ນທ່ານສາມາດເວົ້າໄດ້ບໍວ່າທ່ານຮັກພຣະເຈົ້າຫຼາຍ? ການເປັນຄຣິສຕຽນທີ່ດີຄົນໜື່ງຄືຈະເຮັດໃຫ້ທ່ານ ເສຍໝູ່ເພື່ອນໄປ”(John R. Rice, D.D., What It Costs to Be a Good Christian, Sword of the Lord Publishers, 1952, p. 28)ພຣະຄໍາພີກ່າວວ່າ:

“ບຸກຄົນຜູ້ບໍດໍາເນີນຕາມຄໍາແນະນໍາຂອງຄົນອະທໍາ ຫຼືຢືນຢູ່ໃນທາງຂອງຄົນ ບາບ ຫຼືນັ່ງຢູ່ໃນທີ່ນັ່ງຂອງຄົນທີ່ມັກເຍາະເຍີ້ຍ ຜູ້ນັ້ນກໍເປັນສຸກ” (ເພງສັນລະເສີນ 1:1)

ຖ້າທ່ານຫາກເບິ່ງໃນປະຫວັດສາດຂອງຄຣິສຕຽນທ່ານກໍຈະເຫັນວ່າພວກຄຣິສຕຽນທີ່ຍິ່ງໃຫຍ່ແທ້ໆແມ່ນພວກຜູ້ຊາຍແລະຜູ້ຍິງທີ່ແຍກອອກຈາກຊາວໂລກ, ໃຫ້ເອົາຄົນທີ່ຍິ່ງ ໃຫຍ່ຄືກັບເທີທູລຽນເປັນແບບຢ່າງ,ລາວມີຊີວິດຢູ່ປະມານປີຄ.ສ 160 ຫາ 220. ລາວເຫັນພວກຄຣິສຕຽນຖືກປະຫານໂດຍພວກໂຣມັນປ່າເຖື່ອນ, ລາວເຫັນພວກຄຣິສຕຽນ ທຸກທໍລະມານແລະຖືກຕັດຄໍແລະຖືກໂຍນເຂົ້າໄປໃນເວທີເພື່ອໃຫ້ຖືກຈີກເປັນຕອນໆໂດຍ ໂຕສິງຫຼາຍໂຕ,ລາວປະທັບໃຈໂດຍຄວາມກ້າຫານຂອງເຂົາ,ລາວເວົ້າວ່າ“ມັນຈະຕ້ອງມີບາງຢ່າງໃນພວກຄຣິສຕຽນທີ່ເຮັດໃຫ້ຜູ້ຄົນເຮັດແບບນັ້ນ, ພວກເຂົາຖືກກຽມພ້ອມໃຫ້ເສຍສະຫຼະ ທຸກສິ່ງທຸກຢ່າງ,ແມ່ນແຕ່ຊີວິດຂອງເຂົາເອງ” ລາວກໍຍັງປະທັບໃຈຫຼາຍໂດຍຄວາມຮັກທີ່ ເຂົາມີຕໍ່ກັນແລະກັນ, ເມື່ອລາວອາຍຸປະມານ 35 ປີທັນໃດນັ້ນກໍໄດ້ຕັດສິນໃຈ,ພື້ນຖານ ການກັບໃຈມາຫາພຣະຄຣິດ,ລາວກໍປະກາດທີ່ຈະປົກປ້ອງພວກຄຣິສຕຽນທີ່ຖືກດູໝີ່ນແລະ ເປັນເຫຍື່ອ, ລາວໄດ້ຂຽນໜັງສືຫຼາຍເຫຼັ້ມຕໍ່ຕ້ານພວກນອກຮີດຕ່າງໆໃນຊ່ວງຕົ້ນຄຣິສຕະ ຈັກ, ສຸດທ້າຍລາວກໍອອກໄປຈາກໂຣມັນຄາທໍລິກເພາະມັນໄດ້ກາຍມາເປັນແບບຊາວໂລກ, ຕອນທໍາອິດລາວໄດ້ເຂົ້າຮ່ວມກັບພວກມອນເທນິສທີ່ເປັນຄືກັບພວກເພັນຕາຄອສສະໄໝ ໃໝ່, ສຸດທ້າຍລາວກໍອອກໄປຈາກພວກເຂົາແລ້ວເປັນສິດຍາພິບານຂອງຄຣິສຕະຈັກຂອງ ລາວເອງ,ສະນັ້ນລາວຈື່ງກາຍເປັນໂປແຕສແຕນຄົນທໍາອິດ, ຂ້າພະເຈົ້າຮູ້ຈັກຊາຍໜຸ່ມຄົນ ເກົາຫຼີຄົນໜື່ງຊື່ງໄດ້ກັບໃຈໃໝ່ໂດຍການສຶກສາຄໍາເທດສະໜາທີ່ມີລິດອໍານາດຂອງເທີທູ ລຽນ,ຄົນໜຸ່ມຄືກັບເທີທູລຽນ,ລາວເປັນຄືກັບໂນອາແລະໂລດ.

ຫຼັງຈາກນັ້ນກໍຄິດເຖິງເປໂຕວໍໂດຜູ້ຍິ່ງໃຫຍ່,ລາວອາໄສຢູ່ໃນປະເທດຝຣັ່ງປະມານປີຄ.ສ.1140 ຫາ 1205 ລາວເປັນພໍ່ຄ້າທີ່ຮັ່ງມີ, ແຕ່ມີຢູ່ຄືນໜື່ງໝູ່ຄົນໜື່ງຕາຍລົງເທິງ ໂຕະອາຫານແລງຂອງລາວ,ເລື່ອງນີ້ໄດ້ເຮັດໃຫ້ເປໂຕວໍໂດຫວັ່ນໄຫວແລະລາວໄດ້ກາຍ ມາເປັນຄຣິສຕຽນແທ້,ລາວເລີ່ມເທດສະໜາແລະມີຄົນຕິດຕາມຫຼາຍຄົນ, ລາວເນັ້ນໜັກໃນ ການສຶກສາພຣະຄໍາພີແລະການນໍາວິນຍານ, ຜູ້ຄົນທີ່ຕິດຕາມລາວຖືກເອີ້ນວ່າພວກວໍເດນ ຊຽນ,ລາວຖືກໄລ່ອອກຈາກສາສະໜາໂດຍຄຣິສຕະຈັກໂຣມັນຄາທໍລິກແຕ່ໂດຍການອັດສະຈັນ,ລາວຍັງສືບຕໍ່ປະກາດຂ່າວປະເສີດຈົນລາວຕາຍ,ປະມານ 300 ປີຕໍ່ມາຜູ້ຕິດຕາມວໍ ໂດກໍເຂົ້າຮ່ວມກັບພວກໂປແຕສແຕນໃນເມືອງເຈນີວາປະເທດສະວິດເຊີແລນ, ຄົນໜຸ່ມຄື ກັບເປໂຕວໍໂດ! ລາວເປັນຄືກັບໂນອາແລະໂລດ.

ຫຼັງຈາກນັ້ນຈົ່ງຄິດເຖິງນາງລັອດຕີ້ມູນຜູ້ຍິ່ງໃຫຍ່,ລາວມີຊີວິດແຕ່ປີ 1840 ຫາ 1912, ໃນປີ 1873 ລາວໄດ້ໄປປະເທດຈີນໃນຖານະເປັນມິດຊັນນາຣີແບັບຕິດຄົນໜື່ງ, ຍ້ອນກັບໄປໃນຕອນນັ້ນຢູ່ປະເທດຈີນແມ່ນອັນຕະລາຍຫຼາຍ,ລາວລົງຮັກກັບສາສະດາຈານແຫ່ງພຣະຄໍາພີເດີມຊື່ວ່າຄຣໍຟອດທອຍ, ພວກເຂົາໄດ້ໝັ້ນກັນເພື່ອຈະແຕ່ງງານ, ແຕ່ລອດ ຕີ້ມູນຄົ້ນພົບວ່າແຟນຂອງລາວບໍ່ເຊື່ອພຣະຄໍາພີຫຼາຍປານໃດ, ນາງອົກຫັກ,ນາງໄດ້ຍົກເລີກ ການໝັ້ນເພາະລາວເປັນພວກເສລີນິຍົມທີ່ບໍ່ເຊື່ອ, ລອດຕີ້ມູນຢູ່ໃນປະເທດຈີນ, ນາງບໍ່ເຄີຍ ແຕ່ງງານເລີຍ, ໃນປີ 1912 ນາງເຈັບໜັກຍ້ອນການເອົາອາຫານຂອງຕົນໃຫ້ມິດຊັນ ນາຣີຄົນອື່ນແລະຄົນຈີນກິນ, ນໍ້າໜັກຂອງນາງລົງເຫຼືອພຽງ 50 ປອນແລະຖືກສົ່ງກັບອາ ເມລິກາ,ນາງຕາຍລະຫວ່າງທາງ, ຈົນຮອດປະຈຸບັນນີ້ນາງຖືກພິຈາລະນາວ່າເປັນໜື່ງໃນ ມິດຊັນນາລີທີ່ຍິ່ງໃຫຍ່ທີ່ສຸດທີ່ສະຫະພັນແບັບຕິດໃຕ້ເຄີຍມີມາ, ພວກເຂົາຍັງຄົງເວົ້າເຖິງ ນາງໃນຊ່ວງຄຣິສມາດທຸກໆປີ - ເມື່ອພວກເຂົາມີການ“ຖະວາຍຊັບລອດຕີ້ມູນ”ສໍາຫຼັບມິດ ຊັນນາລີຕ່າງປະເທດ, ພວກເຂົາບໍ່ຄ່ອຍກ່າວເຖິງທີ່ລາວເລີກກັບຜູ້ຊາຍທີ່ລາວເຄີຍໝັ້ນໄວ້ ເພາະລາວເປັນຄົນທີ່ບໍ່ເຊື່ອ, ແຕ່ພຣະເຈົ້າຊົງຈື່! ຄົນໜຸ່ມສາວຄືກັບລອດຕີ້ມູນ!ນາງເປັນຄື ກັບໂນອາແລະໂລດ!

“[ພຣະເຈົ້າ]ບໍ່ໄດ້ຊົງຍົກເວັ້ນມະນຸດໂລກໃນບູຮານ ແຕ່ໄດ້ຊົງຊ່ວຍໂນອາຜູ້ປະກາດຄວາມຊອບທຳກັບຄົນອື່ນອີກເຈັດຄົນໃຫ້ລອດ ເມື່ອຄາວທີ່ພຣະ ອົງໄດ້ຊົງບັນດານໃຫ້ນ້ຳຖ້ວມໂລກຂອງຄົນອະທຳ ແລະໄດ້ຊົງລົງໂທດເມືອງໂສໂດມແລະເມືອງໂກໂມລາໃຫ້ພິນາດເປັນເຖົ້າຖ່ານ ເພື່ອໃຫ້ ເປັນຕົວຢ່າງແກ່ຄົນຕໍ່ໄປທີ່ຈະປະພຶດຊົ່ວ ແລະໄດ້ຊົງຊ່ວຍແຕ່ໂລດຜູ້ຊອບທຳໃຫ້ລອດ ຜູ້ມີຄວາມທຸກໃຫຍ່ຫລວງເພາະການປະພຶດລາມົກຂອງຄົນຊົ່ວເຫລົ່ານັ້ນ”(2 ເປໂຕ 2:5-7)

ດຣ.ມາຕິນລອຍ-ໂຈນນັກເທດຊາວອັງກິດຜູ້ຍິ່ງໃຫຍ່ແຫ່ງສະຕະວັດທີ່ຊາວ,ໄດ້ເທດ ສະໜາໃນຂໍ້ພຣະຄໍາພີດຽວກັນໃນ 2 ເປໂຕ, ດຣ.ລອຍ-ໂຈນຈົບຄໍາເທດສະໜາຂອງຕົນ ແບບນີ້ວ່າ:

ຂ້າພະເຈົ້າຈົບດ້ວຍຄໍາຖາມ,ພວກເຮົາເປັນຄືກັບໂນອາແລະໂລດບໍ?ໂລກ ໃນປະຈຸບັນນີ້ເປັນທີ່ໜ້າອັດສະຈັນໃຈຄືກັບໂລກຂອງສະໄໝ(ພວກເຂົາ), ມັນເປັນເລື່ອງງ່າຍບໍສໍາຫຼັບຜູ້ຄົນທີ່ຈະບອກວ່າພວກເຮົາເປັນຄຣິສຕຽນ? ພວກເຮົາແຕກຕ່າງບໍ, ພວກເຮົາໂດດເດັ່ນບໍ?...ພວກເຮົາໂສກເສົ້າຕໍ່ຈິດ ວິນຍານຂອງຄົນທີ່ແກວ່ງຕົນເອງໄປສູ່ການທໍາລາຍບໍ? ພວກເຮົາກໍາລັງ ອະທິຖານເພື່ອເລື່ອງນີ້ແລະກໍາລັງເຮັດສຸດຂີດຂອງເຮົາເພື່ອເລັ່ງການຟື້ນຟູທີ່ແທ້ຈິງທີ່ຈະມາເຖິງບໍ? ນັ້ນແລະຄືຄໍາທ້າທາຍຂອງໂນອາແລະໂລດທີ່ມີຕໍ່ ຄຣິສຕຽນສະໄໝໃໝ່(Martyn Lloyd-Jones, M.D., “The Example of Noah and Lot,” Expository Sermons on 2 Peter, The Banner of Truth Trust, 1983, p. 154).

ຂໍເຊີນຢືນຂື້ນແລະຮ້ອງເພງບົດທີ່ 6 ຢູ່ປື້ມເພງຂອງທ່ານ, ເຊີນຮ້ອງດັງໆ!

ຊີວິດຂ້າ,ຄວາມຮັກຂໍມອບແດ່ພຣະອົງ,ພຣະບຸດພຣະເຈົ້າຜູ້ຕາຍເພື່ອຂ້າ
ຂໍໃຫ້ຂ້າເປັນຄົນສັດຊື່,ພຣະເຈົ້າແລະພຣະຜູ້ຊ່ວຍຂອງຂ້າ
ຂ້າຢູ່ເພື່ອພຣະອົງຜູ້ຕາຍເພື່ອຂ້າ,ຊີວິດຂ້າຄວນພໍໃຈເທົ່າໃດ
ຂ້າຢູ່ເພື່ອພຣະອົງຜູ້ຕາຍເພື່ອຂ້າພຣະເຈົ້າແລະພຣະຜູ້ຊ່ວຍຂອງຂ້າ

ດຽວນີ້ຂ້າເຊື່ອວ່າພຣະອົງຊົງຮັບ,ເພາະຊົງຕາຍເພື່ອຂ້າຈະມີຊີວິດ
ສະນັ້ນດຽວນີ້ຂ້າວາງໃຈໃນພຣະອົງພຣະເຈົ້າແລະພຣະຜູ້ຊ່ວຍຂອງຂ້າ
ຂ້າຢູ່ເພື່ອພຣະອົງຜູ້ຕາຍເພື່ອຂ້າ,ຊີວິດຂ້າຄວນພໍໃຈເທົ່າໃດ
ຂ້າຢູ່ເພື່ອພຣະອົງຜູ້ຕາຍເພື່ອຂ້າພຣະເຈົ້າແລະພຣະຜູ້ຊ່ວຍຂອງຂ້າ

ໂອພຣະອົງຜູ້ຕາຍເທິງກາງແຂນເພື່ອຊ່ວຍວິນຍານຂ້າໃຫ້ພົ້ນ
ຂ້າຂໍອຸທິດຊີວິດໃຫ້ພຣະອົງພຣະເຈົ້າແລະພຣະຜູ້ຊ່ວຍຂອງຂ້າ
ຂ້າຢູ່ເພື່ອພຣະອົງຜູ້ຕາຍເພື່ອຂ້າ,ຊີວິດຂ້າຄວນພໍໃຈເທົ່າໃດ
ຂ້າຢູ່ເພື່ອພຣະອົງຜູ້ຕາຍເພື່ອຂ້າພຣະເຈົ້າແລະພຣະຜູ້ຊ່ວຍຂອງຂ້າ

ພຣະບິດາຜູ້ສະຖິດໃນສະຫວັນ,ພວກເຮົາຂໍອະທິຖານເພື່ອບາງຄົນທີ່ຢູ່ທີ່ນີ້ໃນແລງນີ້ທີ່ຈະໄວ້ວາງໃຈໃນພຣະເຢຊູ,ພຣະບຸດຂອງພຣະອົງ - ແລະ ຖືກຊໍາລະລ້າງຈາກຄວາມບາບທຸກ ຢ່າງໂດຍພຣະໂລຫິດອັນປະເສີດທີ່ພຣະອົງຊົງຫຼັ່ງລົງມາເທິງໄມ້ກາງແຂນ, ໃນພຣະນາມ ຂອງພຣະເຢຊູຄຣິດເຈົ້າ ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍດຣ.ໄຄຣ້ທັນແອວ.ແຊນ: 2 ເປໂຕ 2:4-9.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ:
“In Times Like These” (by Ruth Caye Jones, 1902-1972).