Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຊີວິດ-ປະທານໂດຍພຣະຜູ້ຊ່ວຍ

THE LIFE-GIVING SAVIOUR!
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 19/4/2015
A sermon preached at the Baptist Tabernacle of Los Angeles
Lord’s Day Morning, April 19, 2015

“ແຕ່ທ່ານທັງຫຼາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:40)


ຄໍາວ່າ“ຊີວິດ”ຖືກແປມາຈາກຄໍາພາສາກຣີກ“ໂຊອິ” ມັນຄືຊີວິດຂອງພຣະເຈົ້າພຣະ ບິດາແລະພຣະບຸດ, ຄືກັບທີ່ພຣະຄຣິດຕັດວ່າ:

“ພຣະບິດາຊົງມີຊີວິດ(ໂຊອິ)ໃນພຣະອົງເອງສັນໃດ ພຣະອົງກໍຊົງປະທານ ໃຫ້ພຣະບຸດມີຊີວິດ(ໂຊອິ)ໃນພຣະອົງສັນນັ້ນ” (ຢຮັນ 5:26)

ພຣະເຢຊູໄດ້ສະເດັດເຂົ້າມາໃນໂລກນີ້ເພື່ອປະທານຊີວິດໃຫ້ແກ່ເຮົາ,ເພື່ອເຮົາຈະສາມາດມີຊີວິດຢູ່ໄດ້,ພຣະເຢຊູກ່າວວ່າ “ເຮົາໄດ້ມາເພື່ອເຂົາຈະໄດ້ຊີວິດ(ໂຊອິ)”(ໂຢຮັນ 10:10).

ພຣະເຢຊູຊົງຕາຍເທິງໄມ້ກາງແຂນເພື່ອທີ່ພວກເຮົາຈະສາມາດມີຊີວິດຢູ່ໄດ້,ພຣະ ເຢຊູຊົງຫຼັ່ງພຣະໂລຫິດອັນປະເສີດຂອງພຣະອົງເພື່ອທີ່ພວກເຮົາຈະສາມາດມີຊີວິດຢູ່ໄດ້, ແລະຄົນເຫຼົ່ານັ້ນທີ່ໄດ້ກັບໃຈໃໝ່ແລ້ວກໍມີ“ຊີວິດ“ນີ້, ພຣະຄຣິດຕັດວ່າ“ຜູ້ທີ່ເຊື່ອໃນພຣະບຸດ ກໍມີຊີວິດ(ໂຊເອັນໄອໂອນຽນ)ອັນຕະຫຼອດໄປເປັນນິດ” ໂຢຮັນ 3:36, ດຣ.ເອ.ທີ.ຣໍເບີດ ສັນໄດ້ກ່າວວ່າຜູ້ທີ່ເຊື່ອໃນພຣະເຢຊູ“ມີຊີວິດຢູ່ນີ້ແລະດຽວນີ້” (Word Pictures; note on John 3:36).

ເຮັນຣີ່ສະກັຟກັລ(1650-1678)ອາຍຸໄດ້ພຽງແຕ່ 27 ປີຕອນທີ່ລາວຕາຍ,ດັ່ງນັ້ນ ລາວຈື່ງບໍ່ສາມາດແກ່ກວ່າ 26 ຫຼື 27 ປີເມື່ອລາວຂຽນໜັງສືເຫຼັ້ມນ້ອຍໆເຫຼັ້ມໜື່ງທີ່ເອີ້ນວ່າ ຊີວິດຂອງພຣະເຈົ້າໃນຈິດວິນຍານຂອງມະນຸດ (Martino Publishing, 2010 edition).

ຊີວິດຂອງພຣະເຈົ້າໃນຈິດວິນຍານຂອງມະນຸດ ຖືກມອບໃຫ້ຈອຊວິດຟິວໂດຍ ຊາລ໌ເວສລີ, ວິດຟິວໄດ້ກັບໃຈໃໝ່ຜ່ານທາງການອ່ານໜັງສືເຫຼັ້ມນີ້ແລະກາຍມາເປັນໜື່ງໃນ ນັກເທດຂ່າວປະເສີດທີ່ຍິ່ງໃຫຍ່ທີ່ສຸດຕະຫຼອດເວລາ, ໃນຂະນະທີ່ວິດຟິວອ່ານມັນລາວກໍ ເວົ້າວ່າ “ໂອຊ່າງເປັນແສງຊີວິດຂອງພຣະເຈົ້າທີ່ທະລຸເຂົ້າມາເທິງຈິດວິນຍານຂອງຂ້າພະ ເຈົ້າ” ວິດຟິວກ່າວວ່າ“ພຣະເຢຊູຄຣິດ...ຊົງເປີດເຜີຍພຣະອົງເອງຕໍ່ຂ້າພະເຈົ້າແລະມອບ ການບັງເກີດໃໝ່ໃຫ້ຂ້າພະເຈົ້າ”ໜັງສືເຫຼັ້ມນັ້ນມີບົດບາດອັນໃຫຍ່ຫຼວງໃນການຟື້ນຕື່ນຂື້ນຄັ້ງທີ່ໜື່ງແລະສອງ, ຈອນເວສລີໄດ້ຕີພິມມັນອອກມາເປັນເວລາສິບສີ່ເທື່ອ, ມັນຖືກຕີພິມໃນ ປະເທດອາເມລິກາໂດຍວິລລ່ຽມສະຕັອບຕັນສິດຍາພິບານຂອງຄຣິສຕະຈັກເຟິສແບັບຕິດ ແຫ່ງເມືອງຟິລາເດລເຟຍ,ແມ່ນແຕ່ເບັນຈາມິນແຟຣັງກລິນກໍຕີພິມມັນເທື່ອໜື່ງ.

ໃນຊີວິດຂອງພຣະເຈົ້າໃນຈິດວິນຍານຂອງມະນຸດ ເຮັນຣີ່ສະກັຟກັລກ່າວວ່າພວກ ເຮົາຈະຕ້ອງບໍ່ຜິດພາດຮູບແບບພາຍນອກຂອງສາສະໜາສໍາຫຼັບຄຣິສຕຽນແທ້, ເຮັນຣີ່ສະ ກັຟກັລກ່າວວ່າຄຣິສຕຽນແທ້ແມ່ນ “ການຮ່ວມກັນຂອງຈິດວິນຍານກັບພຣະເຈົ້າ,ການເຂົ້າ ຮ່ວມແທ້ໆຂອງທໍາມະຊາດຂອງພຣະເຈົ້າ”(ເຫຼັ້ມດຽວກັນໜ້າ 30), ໃນປະໂຫຍກອື່ນ ຊີວິດ ຂອງພຣະເຈົ້າໃນຈິດວິນຍານຂອງມະນຸດ ຊີວິດຂອງພຣະເຈົ້າສາມາດເຂົ້າມາສູ່ຈິດໃຈ ຂອງເຮົາເມື່ອພວກເຮົາມາຫາພຣະເຢຊູເທົ່ານັ້ນ,ແຕ່ພຣະຄຣິດຕັດວ່າ:

“ແຕ່ທ່ານທັງຫຼາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:40)

ຫຼືຄືກັບການແປສະໄໝທີ່ໃສ່ລົງໄປວ່າ:

“ເຈົ້າປະຕິເສດທີ່ຈະມາຫາເຮົາເພື່ອຈະມີຊີວິດ” (ສະບັບເອັນໄອວີ).

ພຣະຄຣິດຊົງກ່າວແບບນີ້ຕໍ່ຄົນທີ່ເຊື່ອໃນພຣະເຈົ້າ,ພຣະອົງຊົງກ່າວແບບນີ້ຕໍ່ຄົນທີ່ ເຊື່ອທຸກຖ້ອຍຄໍາຂອງພຣະຄໍາພີ,ພຣະອົງຊົງກ່າວແບບນີ້ຕໍ່ຄົນທີ່ອົດອາຫານຢ່າງໜ້ອຍອາ ທິດລະສອງມື້, ພຣະອົງຊົງກ່າວແບບນີ້ຕໍ່ຄົນທີ່ພະຍາຍາມຢ່າງໜັກທີ່ຈະເປັນຄົນທີ່ຕາມ ທາງພຣະເຈົ້າ,ແລະເຊັ່ນກັນພຣະອົງຊົງກ່າວແບບນີ້ຕໍ່ພວກທ່ານທີ່ຍັງບໍ່ກັບໃຈໃໝ່ເທື່ອໃນ ເຊົ້ານີ້.

“ແຕ່ທ່ານທັງຫຼາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:40)

ຫົນທາງດຽວທີ່ຈະເປັນຄຣິສຕຽນແທ້ຄືການມີຊີວິດຂອງພຣະເຈົ້າໃນຈິດວິນຍານຂອງທ່ານ,ແລະ ຫົນທາງທີ່ຈະຮັບເອົາຊີວິດນັ້ນເຂົ້າມາສູ່ຈິດວິນຍານຂອງທ່ານກໍຄືມາຫາພຣະເຢຊູ, ພຣະຜູ້ຊ່ວຍກ່າວວ່າ“ແຕ່ທ່ານທັງຫຼາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” ຂ້າພະເຈົ້າຈະ ຂໍປະຍຸກໃຊ້ຂໍ້ພຣະຄໍາພີຂໍ້ນີ້ໃນສອງສາມຫົນທາງ.

I. ໜື່ງ ເປັນຫຍັງທ່ານຈື່ງບໍ່ມາຫາພຣະເຢຊູ.

“ພວກຕັດສິນໃຈນິຍົມ”ຄິດວ່າທຸກຄົນສາມາດມາຫາພຣະຄຣິດໄດ້ທຸກເວລາ, ສິ່ງທີ່ ເຂົາຕ້ອງເຮັດກໍຄືຍົກມືຂອງເຂົາຂື້ນຫຼື “ກ້າວອອກມາຂ້າງໜ້າ”ໃນຕອນຈົບຂອງຄໍາເທດສະ ໜາ,ສິ່ງທີ່ພວກເຂົາຕ້ອງເຮັດກໍຄືເວົ້າຄໍາເວົ້າຂອງ“ຄໍາອະທິຖານຂອງຄົນບາບ”,ສິ່ງເຫຼົ່ານີ້ຄື ປະຕິກິລິຍາຂອງມະນຸດທັງໝົດທີ່ທຸກຄົນສາມາດເຮັດທຸກເວລາໄດ້, ແຕ່ບໍ່ມີ“ການຕັດສິນ ໃຈ”ເຫຼົ່ານີ້ຈັກຢ່າງທີ່ຈະຊ່ວຍຈິດວິນຍານຂອງທ່ານໃຫ້ທ່ານພົ້ນໄດ້,ດຣ.ໄອແຊັກວັດກ່າວວ່າ

ບໍ່ມີຮູບແບບພາຍນອກທີ່ສາມາດເຮັດໃຫ້ຂ້າສະອາດໄດ້
ໂລກຂີ້ທູດຢູ່ເລິກລົງໄປຂ້າງໃນ

“ແຕ່ທ່ານທັງຫຼາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ”ນີ້ໝາຍຄວາມວ່າພວກທ່ານຜູ້ທີ່ຍັງບໍ່ກັບໃຈບໍ່ມີຊີວິດໃນຕອນນີ້,ພຣະຄໍາພີກ່າວວ່າທ່ານ“ຕາມສັນດານເປັນລູກແຫ່ງພຣະ ອາຊະຍາ”(ເອເຟໂຊ 2:3), ພຣະຄໍາພີກ່າວວ່າທ່ານ“ຕາຍແລ້ວໃນການບາບ”(ເອເຟໂຊ 2:5), ພຣະຄໍາພີກ່າວວ່າທ່ານ“ຢູໃຕ້ບາບ”(ໂລມ 3:9).

“ຢູ່ໃຕ້ບາບ”-ເປັນຄໍາເວົ້າທີ່ເປັນຕາຢ້ານແຕ່ກໍເປັນຄວາມຈິງຢ່າງໜື່ງ, ດຣ.ລອຍ-ໂຈນກ່າວວ່າມັນໝາຍເຖິງ“ມະນຸດທຸກຄົນໂດຍສັນດານແລ້ວແມ່ນຢູ່ໃຕ້ຄວາມຊົ່ວຂອງບາບຢູ່ໃຕ້ອໍານາດຂອງບາບແລະຢູ່ໃຕ້ມົນລະພິດຂອງຄວາມບາບ... ພວກເຮົາເກີດມາເປັນຄົນ ບາບ“ທຸກຄົນຢູ່ໃຕ້ບາບ” ແລະຮູບແບບ ‘ຢູ່ໃຕ້’ ຂ້າພະເຈົ້າຄິດວ່າມັນໃຫ້ເຮົານຶກຄິດວ່າ ພວກເຮົາຢູ່ໃຕ້ສິດອໍານາດ, ນັ້ນຄືຂອບເຂດທັງໝົດທີ່ເຮົາຂື້ນກັບ...ເພາະພວກເຮົາທຸກຄົນ ເປັນລູກຫຼານຂອງອາດາມ,ພວກເຮົາທຸກຄົນເກີດມາຢູ່ໃຕ້ຄວາມບາບ...(ບາບຂອງອາດາມ) ຄືຄວາມພິນາດແລະຄືສິ່ງທີ່ທໍາລາຍລ້າງທີ່ສຸດທີ່ເຄີຍເກີດຂື້ນໃນໂລກ” (Romans, Chapters 2:1-3:20, The Banner of Truth Trust, 1989, pp. 190-191

ລາວສືບຕໍ່ເວົ້າວ່າ“ຖ້າທ່ານບໍ່ຍອມຮັບຄໍາອະທິບາຍຂອງຕົວເອງນີ້...ຈາກນັ້ນກໍບໍ່ຈໍາ ເປັນຕ້ອງໂຕ້ແຍ້ງກ່ຽວກັບມັນ,ທ່ານກໍບໍ່ແມ່ນຄຣິສຕຽນຄົນໜື່ງ...ທ່ານກໍຍັງບໍ່ຖືກໂນ້ມນ້າວ ແລະສໍານຶກເລື່ອງບາບຂອງທ່ານ,ແລະທ່ານກໍບໍ່ແມ່ນຜູ້ທີ່ເຊື່ອໃນພຣະຄຣິດ, ເຖິງແມ່ນວ່າ ທ່ານອາດຈະມີຄວາມຄິດທີ່ທ່ານມີກໍຕາມ, ຖ້າທ່ານຢູ່ໃນຈຸດມຸ້ງໝາຍນີ້ໃດໆທ່ານກໍວາງໂຕ ເອງລົງອັດຕະໂນມັດຂ້າງນອກ...ຄວາມເຊື່ອຂອງຄຣິສຕຽນ,ການອະທິບາຍຂອງຄົນທີ່ຢູ່ໃນຄວາມບາບນີ້ຄືຄວາມຈິງທີ່ລຽບງ່າຍ,ເປັນຄວາມຈິງທີ່ໜ້າຢ້ານ”(ເຫຼັ້ມດຽວກັນໜ້າ 214)

ອາເທີດັບໂບຢູ.ພິ້ງໄດ້ກ່າວວ່າ“ຫ່າງໄກຫຼາຍຈາກການເປັນພຽງ ‘ຄວາມອ່ອນແອ’ຢູ່ ໃນບາບຄືພະຍາດທີ່ເປັນຕາລັງກຽດ”, (Man’s Total Depravity, Moody Press, 1981). ພະ ຍາດຂອງບາບມັນຢຸດຢັ້ງທ່ານໄວ້ຊື່ງທ່ານບໍ່ຕ້ອງການມາຫາພຣະຄຣິດ, ທ່ານບໍ່ມາຫາພຣະ ອົງເພາະທ່ານບໍ່ຕ້ອງການພຣະອົງ, ທ່ານເປັນຄືກັບທາດຄວາມບາບຊື່ງທ່ານບໍ່ຕ້ອງການ ເຮັດອັນໃດກັບພຣະຄຣິດເລີຍ.

ພວກທ່ານອາດຈະເວົ້າວ່າ“ແຕ່ຂ້ອຍມາໂບດ,ບໍ່ໄດ້ສະແດງໃຫ້ເຫັນວ່າຂ້ອຍຖືກຕະ ຫຼອດບໍ?” ບໍ່ມັນບໍ່ແມ່ນ! ມັນຊີ້ໃຫ້ເຫັນວ່າທ່ານກໍາລັງອອກໄປຈາກເຈດຕະນາທີ່ເຫັນແກ່ຕົວ ບາງຢ່າງ, ຈົ່ງປະເຊີນມັນ, ທ່ານບໍ່ໄດ້ມາທີ່ນີ້ເພາະທ່ານຕ້ອງການພຣະຄຣິດ,ທ່ານມາທີ່ນີ້ ເພາະທ່ານມັກເປັນຄົນຢູ່ໃນຝູງຊົນຂອງຄົນໜຸ່ມທີ່ມີຄວາມສຸກ, ທ່ານມັກຜູ້ຄົນທີ່ຢູ່ທີ່ນີ້,ແຕ່ ທ່ານບໍ່ໄດ້ຕ້ອງການພຣະຄຣິດ! ຕອນນີ້ຂ້າພະເຈົ້າກໍາລັງຖາມທ່ານໃຫ້ສັດຊື່ຕໍ່ຕົນເອງ,ວ່າ ມັນເປັນຄວາມຈິງແມ່ນບໍ? ບາງຄົນອາດຈະເວົ້າວ່າ“ແມ່ນມັນເປັນຄວາມຈິງ,ດັ່ງນັ້ນຂ້ອຍບໍ່ ຕ້ອງການມາອີກຕໍ່ໄປ! ຂ້ອຍຈະຂໍເວົ້າຕົງໆແລະບໍ່ມາອີກຕໍ່ໄປ” ອັນນັ້ນເປັນພຽງແຕ່ຂໍ້ພິ ສູດສິ່ງທີ່ຂ້າພະເຈົ້າເວົ້າຫຼາຍຂື້ນເທົ່ານັ້ນ! ມັນພິສູດຫຼາຍຂື້ນວ່າທ່ານບໍ່ຕ້ອງການພຣະຄຣິດ! ມັນພິສູດໃຫ້ເຫັນຫຼາຍຂື້ນວ່າທ່ານຖືກຜູກມັດແລະໃສ່ກະແຈໂດຍຄວາມບາບ- ຊື່ງຄວາມ ບາບໄດ້ປົກຄອງເໜືອທ່ານຢ່າງສິ້ນເຊີງ, ທ່ານຖືກປົກຄອງໂດຍຄວາມບາບ,ຄືກັບທີ່ອັກຄະ ສາວົກເປົາໂລໄດ້ກ່າວວ່າທ່ານ“ຢູ່ໃຕ້ບາບ”,ບໍ່ແປກໃຈເລີຍທີ່ທ່ານຍັງບໍ່ມາຫາພຣະຄຣິດ! ບໍ່ ສົງໄສເລີຍທີ່ພຣະຄຣິດເວົ້າກັບທ່ານວ່າ “ແຕ່ທ່ານທັງຫຼາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີ ວິດ” ທ່ານບໍ່ຕ້ອງການພຣະຄຣິດ,ທ່ານບໍ່ຕ້ອງການຊີວິດ,ທ່ານຕ້ອງການບາບ,ພຣະເຢຊູຊົງ ກ່າວວ່າ“ມະນຸດໄດ້ຮັກຄວາມມືດຫຼາຍກວ່າຄວາມສະຫວ່າງເພາະກິດຈະການຂອງເຂົາຊົ່ວ” (ໂຢຮັນ 3:19),ຈົນກວ່າທ່ານຍອມຮັບຕໍ່ຕົນເອງວ່າຄວາມຈິງແລ້ວບໍ່ມີຄວາມຫວັງໃດໆສໍາ ຫຼັບທ່ານເລີຍ,ທ່ານຈະຕ້ອງຄິດເຖິງມັນ,ທ່ານຈະຕ້ອງເວົ້າກັບຕົນເອງວ່າ “ແມ່ນ ມັນເປັນ ຄວາມຈິງ,ຂ້ອຍຮັກຄວາມມືດຫຼາຍກວ່າຄວາມສະຫວ່າງ,ຂ້ອຍຮັກໃນແບບທີ່ຂ້ອຍເປັນແລະຂ້ອຍບໍ່ຕ້ອງການຄວາມລອດໂດຍພຣະເຢຊູ, ເຖິງແມ່ນວ່າຂ້ອຍສາມາດປ່ຽນໄດ້ຂ້ອຍກໍບໍ່ ຕ້ອງການປ່ຽນ! ຂ້ອຍມັກເປັນໃນສິ່ງທີ່ຂ້ອຍເປັນ” ບໍ່ສົງໄສເລີຍທີ່ທ່ານຈະບໍ່ມາຫາພຣະເຢຊູ ບໍ່ສົງໄສເລີຍທີ່ພຣະຄຣິດຊົງກ່າວວ່າ:

“ແຕ່ທ່ານທັງຫຼາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:40)

II. ສອງ ແມ່ນຫຍັງເກີດຂື້ນຕໍ່ຄົນເຫຼົ່ານັ້ນທີ່ບໍ່ມາຫາພຣະເຢຊູ.

ຂ້າພະເຈົ້າຈື່ໄດ້ດີໃນສິ່ງທີ່ເກີດຂື້ນກັບຕົນເອງ,ຂ້າພະເຈົ້າໄດ້ຂຽນຊີວະປະຫວັດຂອງຕົນເອງດັ່ງນັ້ນເລື່ອງນີ້ຈື່ງໄດ້ຢູ່ໃນຄວາມຄິດຂອງຂ້າພະເຈົ້າແລ້ວໃນມໍ່ໆນີ້.

ຕອນທໍາອິດຂ້າພະເຈົ້າຄິດວ່າການມາໂບດເປັນສິ່ງທີ່ຂ້າພະເຈົ້າຕ້ອງການ,ຄົນຂ້າງບ້ານໄດ້ພາຂ້າພະເຈົ້າໄປຄຣິສຕະຈັກເຟິສແບັບຕິດແຫ່ງເມືອງຮັນຕິງຕັນພາກລັດຄາລິຟໍ ເນຍພ້ອມກັບລູກຂອງພວກເຂົາ, ຂ້າພະເຈົ້າສືບຕໍ່ໄປໂບດເພາະຂ້າພະເຈົ້າມັກຢູ່ກັບຄົນທີ່ ເປັນມິດດີ,ບໍ່ມີເຫດຜົນອື່ນເລີຍ,ຂ້າພະເຈົ້າມັກມັນເທົ່ານັ້ນແລະ.

ຂ້າພະເຈົ້າສົງໄສຖ້າຫາກວ່າມັນບໍ່ແມ່ນເຫດຜົນທີ່ພວກທ່ານມາໂບດ,ພວກທ່ານຍິນດີກັບປະສົບການ-ບໍ່ມີຫຍັງຫຼາຍກວ່ານີ້,ຊື່ງສາມາດໃຊ້ເວລາດົນນານ,ແຕ່ໃນບໍ່ຊ້າຫຼືຕໍ່ມາສິ່ງ ນັ້ນຈະບໍ່ພຽງພໍ, ຖ້າທ່ານບໍ່ມາຫາພຣະເຢຊູພາຍຫຼັງໄລຍະໜື່ງທ່ານກໍຈະບໍ່ພໍໃຈໂດຍຄວາມ ສຸກພາຍນອກທີ່ທ່ານພົບໂດຍການມາໂບດ, ບາງສິ່ງຈະເກີດຂື້ນທີ່ເຮັດໃຫ້ທ່ານບໍ່ພໍໃຈກັບ ການພຽງແຕ່ມາໂບດ.

ບາງສິ່ງທີ່ບໍ່ດີຈະເກີດຂື້ນໃນຄຣິສຕະຈັກ,ນັບຕັ້ງແຕ່ບໍ່ມີຄຣິສຕະຈັກທີ່ສົມບູນແບບ, ທ່ານກໍຈະເຫັນຫຼືໄດ້ຍິນບາງສິ່ງບາງຢ່າງທີ່ມາລົບກວນທ່ານ, ຂ້າພະເຈົ້າເລີ່ມທີ່ຈະເວົ້າວ່າ “ທ່ານອາດຈະເຫັນຫຼືໄດ້ຍິນບາງສິ່ງບາງຢ່າງທີ່ມາລົບກວນທ່ານ” ແຕ່ຂ້າພະເຈົ້າປ່ຽນມັນ ເປັນ “ທ່ານຈະເຫັນຫຼືໄດ້ຍິນບາງສິ່ງບາງຢ່າງທີ່ມາລົບກວນທ່ານ”ມັນຈະຕ້ອງເກີດຂື້ນ,ມັນ ເກີດຂື້ນສະເໝີ, ບໍ່ມີຜູ້ຊາຍຈັກຄົນໜື່ງທີ່ຢູ່ເທິງເວທີນີ້ກັບຂ້າພະເຈົ້າທີ່ບໍ່ເຄີຍມີບັນຫາໂດຍ ບາງສິ່ງບາງຢ່າງທີ່ພວກເຂົາເຫັນໃນຄຣິສຕະຈັກນີ້, ແຕ່ພວກເຂົາກໍຍັງຢູ່ທີ່ນີ້,ຄົນອື່ນໆທີ່ ເຫັນສິ່ງດຽວກັນກໍອອກໄປແລະຢຸດມາໂບດ,ພວກເຂົາຖືກອະທິບາຍຢູ່ໃນຄໍາອຸບປະມາເລື່ອງຜູ້ຫວ່ານພືດວ່າ:

“ແຕ່ບໍ່ມີຮາກ ເຊື່ອໄດ້ແຕ່ຊົ່ວຄາວ ເມື່ອຖືກທົດລອງເຂົາກໍລົງເສຍໄປ” (ລູກາ 8:13)

ດຣ.ອາ.ຊີ.ເອັຊ.ເລັນສະກີໄດ້ກ່າວວ່າ “ການທົດລອງໃນບາງຮູບແບບຈະຕ້ອງມາເຖິງຜູ້ທີ່ ເຊື່ອທຸກໆຄົນ”(ບັນທຶກໃນລູກາ 8:13),ແຕ່ຄົນທີ່ມີຮາກໃນພຣະຄຣິດຈະບໍ່ລົ້ມລົງໄປ,ຄົນທີ່ບໍ່ ມີຮາກໃນພຣະຄຣິດຈະລົ້ມລົງໄປເມື່ອພວກເຂົາຖືກທົດສອບໂດຍສິ່ງຍາກໆ, ເປັນຫຍັງ ພວກເຂົາຈື່ງລົ້ມລົງໄປຈາກຄຣິສຕະຈັກລະ? ກໍເພາະວ່າພວກເຂົາບໍ່ມີ“ຊີວິດ”ຂອງພຣະ ຄຣິດຢູ່ພາຍໃນຈິດໃຈຂອງພວກເຂົາ!

“ແຕ່ທ່ານທັງຫຼາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:40)

ຖືກພິສູດໂດຍຄວາມຈິງທີ່ວ່າພວກເຂົາອອກໄປຈາກຄຣິສຕະຈັກພາຍຫຼັງໄລຍະໜື່ງ.

ຂ້າພະເຈົ້າໄດ້ຮູ້ຈັກຄົນທີ່ໄປໂບດໜື່ງຫຼັງຈາກທີ່ໄປໂບດອື່ນມາ, ແຕ່ພວກເຂົາກໍບໍ່ ເຄີຍພໍໃຈ,ພວກເຂົາມັກພົບກັບຄວາມຜິດບາງຢ່າງຕະຫຼອດ,ແຕ່ພວກເຂົາບໍ່ເຄີຍເຂົ້າໃຈວ່າ ຄວາມຜິດຫຼັກໆແມ່ນຢູ່ໃນໂຕເຂົາເອງ, ຕໍ່ຄົນພວກນີ້ພຣະຄຣິດຕັດວ່າ:

“ແຕ່ທ່ານທັງຫຼາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:40)

III. ສາມ ຄົນເຫຼົ່ານັ້ນທີ່ມາຫາພຣະເຢຊູ.

ຄົນເຫຼົ່ານັ້ນທີ່ມາຫາພຣະເຢຊູຄືຄົນທີ່ຖືກຊັກນໍາໃຫ້ມາຫາພຣະອົງໂດຍພຣະຄຸນ ຂອງພຣະເຈົ້າ,ໃນຂະນະທີ່ເປັນໄວລຸ້ນຄົນໜື່ງຂ້າພະເຈົ້າໄດ້ຜ່ານຄຣິສຕະຈັກທີ່“ແຕກແຍກ”ບໍ່ດີຫຼາຍແທ້ຢູ່ຄຣິສຕະຈັກເຟີສແບັບຕິດແຫ່ງເມືອງຮັນຕິງຕັນພາກ, ຂ້າພະເຈົ້າບໍ່ສາມາດ ອະທິບາຍທຸກຢ່າງໝົດໃນບົດເທດສັ້ນໆນີ້ໄດ້, ມັນພຽງພໍທີ່ຈະເວົ້າວ່າມັນຂີ້ຮ້າຍຫຼາຍ,ຜູ້ຄົນ ຍາດຊີງກັນແລະກັນແລະສູ້ກັນຄືກັບສັດໃນຕອນນະມັດສະການເຊົ້າວັນອາທິດ, ພວກເຂົາ ດຶກປື້ມເພງໃສ່ກັນແລະກັນ,ພວກເຂົາເວົ້າແລະເຮັດສິ່ງທີ່ຂີ້ຮ້າຍໂພດທີ່ເອີຍເຖິງໃນເວລານະມັດສະການ,ຂ້າພະເຈົ້າເຫັນເລື່ອງລາວເຫຼົ່ານີ້ທຸກຢ່າງໃນຖານະເປັນໄວລຸ້ນທີ່ຍັງບໍ່ລອດຄົນໜື່ງ,ແມ່ນຂ້າພະເຈົ້າຢູ່ນີ້ເທດສະໜາໃຫ້ທ່ານຟັງຫຼາຍກວ່າຫ້າສິບປີຕໍ່ມາ,ຂ້າພະເຈົ້າຄິດວ່າ ພວກໄວ້ລຸ້ນທຸກຄົນໜີໄປແລ້ວ,ເປັນຫຍັງຂ້ອຍຈື່ງຍັງຢູ່ນີ້?ຂ້າພະເຈົ້າບໍ່ໄດ້ມາຈາກແມ່ນແຕ່ ຄອບຄົວຄຣິສຕຽນ,ເປັນຫຍັງຂ້ອຍຈື່ງຢູ່ນີ້ລະ?ມີທາງດຽວທີ່ຂ້າພະເຈົ້າສາມາດອະທິບາຍໄດ້ກໍຄືໂດຍການອ້າງຈາກເອເຟໂຊ 1:4 “ພຣະອົງຊົງເລືອກເຮົາໄວ້ຕັ້ງແຕ່ກ່ອນວາງຮາກຖານ ຂອງໂລກ” ມັນບໍ່ມີຫຍັງດີໃນໂຕຂ້າພະເຈົ້າທີ່ຊ່ວຍຂ້າພະເຈົ້າໃຫ້ພົ້ນໄດ້,ເປັນພຣະເຈົ້າທີ່ຊົງ ເລືອກຂ້າພະເຈົ້າ! ທຸກຢ່າງເປັນໂດຍພຣະຄຸນຂອງພຣະເຈົ້າ!

ພຣະຄຸນພຣະເຈົ້າ! ນັ້ນແສນຊື່ນໃຈ
ຊ່ວຍໄດ້ຄົນຊົ່ວຢ່າງຂ້າ
ຄັ້ງໜື່ງຂ້າຫຼົງພຣະອົງຕາມຫາ
ຕາບອດ ແຕ່ຂ້າເຫັນແລ້ວ

ບວງມານວາງໄວ້ທຸກໄພຫຼາຍຢ່າງ
ຕາມທາງຂ້າພົ້ນມາແລ້ວ
ແຕ່ເພາະພຣະຄຸນຂ້າຈື່ງຄາດແຄ້ວ
ພຣະອົງນໍາຂ້າກັບບ້ານ
(“ພຣະຄຸນພຣະເຈົ້າ”ໂດຍ ຈອນນິວຕັນ 1725-1807)

ຂ້າພະເຈົ້າເລີ່ມທີ່ຈະຮັກພຣະເຢຊູກ່ອນທີ່ຈະເຊື່ອວາງໃຈໃນພຣະອົງ,ຄົນອື່ນໆເປັນຄົນໂງ່ທີ່ຢູ່ອ້ອມຮອບຄຣິສຕະຈັກສ່ວນຂ້າພະເຈົ້າເປັນເດັກທີ່ບໍ່ມີບ້ານ, ເປັນເດັກກໍາພ້າ, ຕອນທໍາອິດຂ້າພະເຈົ້າຄິດວ່າຂ້າພະເຈົ້າສາມາດຊ່ວຍຕົນເອງໃຫ້ພົ້ນໄດ້ໂດຍການເປັນຄົນດີ ແຕ່ຂ້າພະເຈົ້າບໍ່ສາມາດເປັນຄົນດີພໍ, ສຸດທ້າຍໃນຊ່ວງເວລາໜື່ງຂ້າພະເຈົ້າກໍໄດ້ມາຫາ ພຣະເຢຊູຄຣິດເອງ-ຫຼືພຣະອົງຊົງມາຫາຂ້າພະເຈົ້າຫຼາຍກວ່າ, ພຣະອົງຊົງຊ່ວຍຂ້າພະເຈົ້າ ແລະຊໍາລະລ້າງຂ້າພະເຈົ້າຈາກຄວາມບາບທຸກຢ່າງໂດຍພຣະໂລຫິດອັນປະເສີດຂອງພຣະອົງ!

ຂ້າໄດ້ພົບເພື່ອນ ພົບເພື່ອນຄົນໜື່ງ
ພຣະອົງຊົງຮັກຂ້າ ຂ້າຮູ້ຈັກພຣະອົງ
ພຣະອົງຊັກນໍາຂ້າດ້ວຍຄວາມຮັກ
ແລະຊົງຜູກພັນຂ້າກັບພຣະອົງ
ຊົງມັດໃຈຂ້າໃຫ້ໃກ້ຊິດດັ່ງເຊືອກຖັກ
ການມັດນັ້ນບໍ່ມີໃຜສາມາດຕັດໄດ້
ເພາະຂ້າເປັນຂອງພຣະອົງຊົງເປັນຂອງຂ້າ
ຕະຫຼອດໄປແລະຕະຫຼອດໄປ

ຂ້າໄດ້ພົບເພື່ອນ ພົບເພື່ອນຄົນໜື່ງ
ຊົງຫຼັ່ງເລືອດຊົງຕາຍເພື່ອຊ່ວຍຂ້າ
ແລະບໍ່ແມ່ນຂອງຂວັນແຫ່ງຊີວິດຢ່າງດຽວ
ແຕ່ຊົງມອບພຣະອົງເອງແກ່ຂ້າ
ບໍ່ມີຫຍັງທີ່ຂ້າມີຢູ່
ຂ້າຖືມັນໄວ້ສໍາຫຼັບຜູ້ທີ່ມອບໃຫ້
ຫົວໃຈ,ກໍາລັງ,ຊີວິດແລະທຸກຢ່າງຂອງຂ້າ
ເປັນຂອງພຣະອົງແລະຂອງພຣະອົງຕະຫຼອດໄປ
(“I’ve Found a Friend” by James G. Small, 1817-1888).

ຂ້າຮັກພຣະອົງເພາະພຣະອົງຊົງຮັກຂ້າກ່ອນ
ແລະຊື່ການໃຫ້ອະໄພຂອງຂ້າເທິງໄມ້ກາງແຂນ
ຂ້າຮັກພຣະອົງເພາະສວມມົງກຸດເທິງໜ້າຜາກພຣະອົງ
ຂ້າຮັກພຣະອົງທຸກຍາມແຕ່ແຮງຮັກຫຼາຍດຽວນີ້

ຈະຮັກພຣະອົງຊົ່ວອາຍຸ ຈະຮັກພຣະອົງຈົນຕາຍ
ຍ້ອງຍໍພຣະອົງຕາບໃດທີ່ຊົງໃຫ້ມີລົມຫາຍໃຈ
ເມື່ອຄວາມຕາຍຄ້າງຢູ່ເຢັນເທິງໜ້າຜາກຂອງຂ້າ
ຂ້າຮັກພຣະອົງທຸກຍາມແຕ່ແຮງຮັກຫຼາຍດຽວນີ້
(“My Jesus, I Love Thee” by William R. Featherstone, 1842-1878).

ໂອເຖິງຄົນໜຸ່ມທີ່ຮັກ,ຂ້າພະເຈົ້າຂໍຮ້ອງພວກທ່ານໃຫ້ຮັກພຣະເຢຊູພຣະຜູ້ຊ່ວຍໃຫ້ ລອດຂອງຂ້າພະເຈົ້າ! ພຣະອົງຊົງເລືອດໄຫຼເພື່ອທ່ານເທິງໄມ້ກາງແຂນເພື່ອເຮັດໃຫ້ທ່ານ ສະອາດແລະເໝາະສໍາຫຼັບສະຫວັນ, ຈົ່ງມາຫາພຣະເຢຊູແລະຮັກພຣະອົງ,ວາງໃຈໃນພຣະ ອົງ, ຈົ່ງມາຫາພຣະເຢຊູແລະພຣະອົງຈະມອບຊີວິດເປັນນິດນິລັນແລະຄວາມຍິນດີຕະຫຼອດ ໄປເປັນນິດໃຫ້ແກ່ທ່ານ! ພຣະອົງຊົງມີຊີວິດ! ພຣະອົງຊົງມີຊີວິດ! ພຣະອົງຊົງຢູ່ໃນສະ ຫວັນຊັ້ນທີ່ສາມ,ນັ່ງໃກ້ພຣະເຈົ້າພຣະບິດາ, ພຣະອົງຊົງມີຊີວິດ! ຈົ່ງມາຫາພຣະອົງ,ວາງໃຈ ພຣະອົງ! ພຣະອົງຊົງຮັກທ່ານ!

ພຣະອົງຊົງຮັກຍາວນານ,ຊົງຮັກດີຫຼາຍ
ພຣະອົງຊົງຮັກທ່ານຫຼາຍກວ່າທີ່ຈະບອກໄດ້
ພຣະອົງຊົງຮັກຍາວນານ ຊົງຮັກດີຫຼາຍ
ພຣະອົງຕາຍເພື່ອຂ່ວຍວິນຍານທ່ານໃຫ້ພົ້ນຈາກນາຮົກ
(“ພຣະອົງຍັງຊົງຮັກທ່ານ”ໂດຍ ຈອນອາໄຣສ໌ 1895-1980)

ພຣະບິດາຂ້າພຣະອົງຂໍອະທິຖານເພື່ອບາງຄົນທີ່ຢູ່ທີ່ນີ້ໃນເຊົ້ານີ້ທີ່ຈະມາຫາພຣະ ບຸດຂອງພຣະອົງຄືພຣະເຢຊູແລະໄດ້ຮັບຄວາມລອດພົ້ນຕະຫຼອດໄປເປັນນິດ ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍທ້າວ ອາເບວພຣຸດໂຮມ: ໂຢຮັນ 5:33-40.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ:
“More Love to Thee” (by Elizabeth P. Prentiss, 1818-1878).

ໂຄງຮ່າງບົດເທດສະໜາ

ຊີວິດ-ປະທານໂດຍພຣະຜູ້ຊ່ວຍ

THE LIFE-GIVING SAVIOUR!

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ແຕ່ທ່ານທັງຫຼາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:40)/

(ໂຢຮັນ 5:26; 10:10; 3:36)

I.   ໜື່ງ ເປັນຫຍັງທ່ານຈື່ງບໍ່ມາຫາພຣະເຢຊູ. ເອເຟໂຊ 2:3,5;
ໂລມ 3:9; ໂຢຮັນ 3:19.

II.  ສອງ ແມ່ນຫຍັງເກີດຂື້ນຕໍ່ຄົນເຫຼົ່ານັ້ນທີ່ບໍ່ມາຫາພຣະເຢຊູ. ລູກາ 8:13.

III. ສາມ ຄົນເຫຼົ່ານັ້ນທີ່ມາຫາພຣະເຢຊູ. ເອເຟໂຊ 1:4.