Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ພຣະເຢຊູຄຣິດເອງ

JESUS CHRIST HIMSELF
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 12/4/2015
A sermon preached at the Baptist Tabernacle of Los Angeles
Lord’s Day Morning, April 12, 2015


ມື້ນີ້ແມ່ນມື້ທີ່ຍິ່ງໃຫຍ່ສໍາຫຼັບຂ້າພະເຈົ້າແລະເອລີນາເມຍຂອງຂ້າພະເຈົ້າ, ວັນເກີດ ຂອງພວກເຮົາທັງສອງແມ່ນຖືກຈັດໃນມື້ນີ້,ມື້ນີ້ວັນທີ່ 12 ເດືອນ 4 ເປັນວັນເກີດຄົບຮອບ 74 ປີຂອງຂ້າພະເຈົ້າ,ເຊັ່ນກັນມື້ນີ້ແມ່ນວັນຄົບຮອບ 57 ປີຂອງການຊົງເອີ້ນໃຫ້ມາຮັບ ຂອງຂ້າພະເຈົ້າໃນປີ1958, ແຕ່ເໜືອສິ່ງອື່ນໃດໝົດມື້ນີ້ແມ່ນມື້ທີ່ຍິ່ງໃຫຍ່ສໍາຫຼັບຄຣິສຕະຈັກ ຂອງພວກເຮົາ, ຄວາມຈິງແລ້ວສີ່ສິບປີກ່ອນຂ້າພະເຈົ້າໄດ້ເລີ້ມຄຣິສຕະຈັກນີ້ໂດຍມີພຽງແຕ່ ຄົນໜຸ່ມຫົກຫຼືເຈັດຄົນຢູ່ໃນອາພາດເມັນຂອງຂ້າພະເຈົ້າຢູ່ຫົວມຸມຂອງຖະໜົນໃຫຍ່ຂອງເວສວູດ ແລະວິລຊາຍຫ່າງຈາກມະຫາໄລຄາລິຟໍເນຍມະຫາໄລໃຫຍ່ໃນລອສແອງເຈີລິສຕາເວັນ ຕົກບໍ່ໄກປານໃດ, ມີພຽງສອງຄົນເທົ່ານັ້ນທີ່ຍັງຢູ່ນີ້ຄືທ້າວຈອນຄຸກກັບຂ້າພະເຈົ້າເອງ, ໂດຍ ພຣະຄຸນຂອງພຣະເຈົ້າຈອນກັບຂ້າພະເຈົ້າຈື່ງໄດ້ມາຢູ່ນີ້ໃນເຊົ້ານີ້ - ສີ່ສິບປີຕໍ່ມາ,ຂໍໃຫ້ພຣະ ເຢຊູໄດ້ຮັບຄໍາສັນລະເສີນ!

ຄຣິສຕະຈັກນີ້ໄດ້ຜ່ານຊ່ວງເວລາແຫ່ງການທົດສອບໄດ້ສີ່ສິບປີມາແລ້ວ,ຄືກັບທີ່ລູກຫຼານຂອງອິດສະຣາເອນໃຊ້ເວລາສີ່ສິບປີຢູ່ໃນປ່າກັນດານ, ເຊັ່ນກັນຄຣິສຕະຈັກນີ້ກໍໄດ້ຜ່ານ ຄວາມຫຍຸ້ງຍາກຫຼາຍຢ່າງ,ບັນຫາຫຼາຍຢ່າງແລະຄວາມລໍາບາກຍາກແຄ້ນຫຼາຍຢ່າງ,ຂ້າພະເຈົ້າຈະເວົ້າເຖິງຫຼາຍກວ່ານັ້ນໃນຄໍ່າຄືນນີ້, ແຕ່ພວກເຮົາຢູ່ທີ່ນີ້ໃນຄຣິສຕະຈັກທີ່ີເທດສະໜາ ຂ່າວປະເສີດໃຫຍ່ອັນໜື່ງຢູ່ໃຈກາງເມືອງສີວິໄລແຫ່ງນະຄອນລອສແອງເຈີລິສ, ແລະພວກ ເຮົາຮູ້ດີວ່າຜ່ານທາງຄວາມທຸກລໍາບາກທຸກຢ່າງຂອງເຮົາ,ພຣະເຈົ້າຊົງຢູ່ກັບເຮົາແລະຊົງປະທານໃຫ້ເຮົາມີໄຊຊະນະອັນຍິ່ງໃຫຍ່ເພື່ອທີ່ຈະໄດ້ສະເຫຼີມສະຫຼອງໃນມື້ນີ້ໃນວັນຄົບຮອບສີ່ ສິບປີຂອງຄຣິສຕະຈັກຂອງເຮົາ! ຂໍໃຫ້ພຣະເຢຊູໄດ້ຮັບຄໍາສັນລະເສີນ!

ອາຈານໂຣເຈີຮອຟແມນໄດ້ເທດສະໜາໃນການນະມັດສະການອະທິຖານຂອງເຮົາມື້ຄືນນີ້, ເພີ່ນຈະເທດອີກເທື່ອໜື່ງຕອນແລງໃນການສະເຫຼີມສະຫຼອງວັນຄົບຮອບຂອງຄຣິສ ຕະຈັກຂອງພວກເຮົາ, ແຕ່ອາຈານຮອຟແມນໄດ້ປະຕິເສດຕອນທີ່ຂ້າພະເຈົ້າຂໍໃຫ້ເພີ່ນເທດ ສະໜາໃນເຊົ້ານີ້, ລາວບອກວ່າ “ດຣ.ໄຮເມີຊ໌ ຂ້ອຍຢາກຈະຟັງຄໍາເທດສະໜາຂອງເຈົ້າ ໃນເຊົ້າວັນອາທິດ” ຫຼັງຈາກນັ້ນໃນຂະນະທີ່ກໍາລັງອະທິຖານກ່ຽວກັບສິ່ງທີ່ຂ້າພະເຈົ້າຄວນ ຈະເທດ, ຂ້າພະເຈົ້າກໍຖືກຊົງນໍາໃຫ້ເທດຊໍ້າຄືນບົດເທດຊື່ງຂ້າພະເຈົ້າໄດ້ເທດສະໜາຢູ່ໃນ ຄຣິສຕະຈັກແບັບຕິດແຫ່ງໜື່ງໃນເດືອນແປດປີ 2010, ຂໍເຊີນເປີດໄປໜັງສືເອເຟໂຊບົດທີ່ ສອງກັບຂ້າພະເຈົ້າ,ມັນຢູ່ໃນໜ້າ 1251 ຢູ່ໃນພຣະຄໍາພີສະກໍຟິວສຶກສາ,ຂໍເຊີນຢືນຂື້ນແລ້ວ ອ່ານເອເຟໂຊ 2:19,20.

“ເຫດສະນັ້ນບັດນີ້ທ່ານຈຶ່ງບໍ່ແມ່ນຄົນຕ່າງດ້າວຕ່າງແດນອີກຕໍ່ໄປ ແຕ່ວ່າເປັນພົນລະເມືອງດຽວກັນກັບວິສິດທິຊົນ ແລະເປັນຄອບຄົວຂອງພຣະເຈົ້າ ທ່ານໄດ້ຖືກປະດິດສະຖານຂຶ້ນເທິງຮາກແຫ່ງພວກອັກຄະສາວົກແລະພວກຜູ້ທໍານວາຍ ພຣະເຢຊູຄຣິດເອງຊົງເປັນສິລາມຸມເອກ” (ເອເຟໂຊ 2:19, 20)

ຂໍເຊີນນັ່ງລົງໄດ້.

ໃນຂໍ້ພຣະຄໍາພີພວກນີ້ອັກຄະສາວົກເປົາໂລໄດ້ບອກເຮົາວ່າຄຣິສຕະຈັກຄືຄອບຄົວຂອງພຣະເຈົ້າ, ຫຼັງຈາກນັ້ນລາວກໍບອກເຮົາວ່າຄຣິສຕະຈັກຖືກສ້າງຂື້ນເຖິງຮາກຖານຂອງ ພວກອັກຄະສາວົກແລະພວກຜູ້ທໍານວາຍ,ແຕ່ພຣະເຢຊູຄຣິດເອງຊົງ“ສີລາມຸມເອກ” ດຣ.ເຈ ເວີນັນແມັກກີ້ໄດ້ກ່າວວ່ານີ້ໝາຍຄວາມ “ວ່າພຣະຄຣິດຊົງເປັນກ້ອນຫີນຊື່ງຄຣິສຕະຈັກຖືກ ສ້າງຂື້ນ” ” (Thru the Bible, Volume V, Thomas Nelson, p. 241; note on Ephesians 2:20) ດຣ.ເອ.ທີ.ຣໍເບີດສັນໄດ້ກ່າວວ່າ“ອະໂຄຣໂກນິໄອສ...ກ້ອນຫີນຮາກຖານດັ່ງເດີມ” (Word Pictures, Broadman, 1931; note on Ephesians 2:20) ພຣະເຢຊູຄຣິດເອງຄືຮາກຖານຂອງ ວຽກງານທຸກຢ່າງຂອງເຮົາແລະຊີວິດທຸກຢ່າງຂອງເຮົາ,“ພຣະເຢຊູຄຣິດເອງ” ຊົງເປັນຮາກ ຖານຂອງຄຣິສຕະຈັກຂອງເຮົາ, ຂ້າພະເຈົ້າໄດ້ຍົກຄໍາເວົ້າເຫຼົ່ານັ້ນຈາກທ້າຍໆຂອງເອເຟໂຊ 2:20 ເປັນຫົວຂໍ້ພຣະຄໍາພີຂອງເຮົາໃນເຊົ້ານີ້.

“ພຣະເຢຊູຄຣິດເອງ” (ເອເຟໂຊ 2:20)

ພຣະເຢຊູຄຣິດເອງຄືຫົວເລື່ອງຂອງຄໍາເທດສະໜານີ້,ຄວາມເຊື່ອຂອງຄຣິສຕຽນບໍ່ ໄດ້ປະກອບດ້ວຍອັນໃດທີ່ໜ້າອັດສະຈັນຫຼາຍໄປກວ່າພຣະເຢຊູຄຣິດເອງ,ບໍ່ເຄີຍມີແລະຈະບໍ່ມີວັນມີຜູ້ໃດອື່ນເໝືອນພຣະເຢຊູຄຣິດ, ພຣະອົງຊົງມີລັກສະນະສະເພາະທີ່ສົມບູນແບບໃນ ປະຫວັດສາດຂອງມະນຸດ,ພຣະເຢຊູຄຣິດເອງຊົງເປັນພຣະເຈົ້າແລະມະນຸດ,ພຣະເຢຊູຄຣິດ ເອງໄດ້ສະເດັດລົງມາຈາກສະຫວັນແລະມີຊີວິດຖ້າມກາງມະນຸດ, ພຣະເຢຊູຄຣິດເອງຊົງທໍ ລະມານ,ເລືອດໄຫຼແລະຕາຍເພື່ອຄວາມຜິດບາບຂອງເຮົາ, ພຣະເຢຊູຄຣິດເອງຊົງຟື້ນຂື້ນ ຈາກຕາຍພ້ອມດ້ວຍຮ່າງກາຍເພື່ອຄວາມຊອບທໍາຂອງເຮົາ,ພຣະເຢຊູຄຣິດເອງໄດ້ສະເດັດກັບໄປຢູ່ພຣະຫັດເບື້ອງຂວາຂອງພຣະເຈົ້າຂໍຮ້ອງເພື່ອເຮົາໃນຄໍາອະທິຖານ, ແລະພຣະເຢຊູ ເອງຈະສະເດັດກັບມາອີກເທື່ອໜື່ງເພື່ອຕັ້ງອານາຈັກຂອງພຣະອົງໃນໂລກນີ້ເປັນເວລາໜື່ງ ພັນປີ, ນັ້ນແລະຄືພຣະເຢຊູຄຣິດເອງ! ຂໍໃຫ້ເຮົາຢືນແລ້ວຮ້ອງຂໍ້ຊໍ້ານັ້ນນໍາກັນ!

ພຣະເຢຊູເທົ່ານັ້ນ ຂໍໃຫ້ຂ້າເຫັນ
   ພຣະເຢຊູເທົ່ານັ້ນ ທີ່ຊ່ວຍໃຫ້ພົ້ນ
ຈາກນັ້ນຂ້າຈະຮ້ອງສັນລະເສີນ
   ພຣະເຢຊູ ພຣະເຢຊູເທົ່ານັ້ນ
(“Jesus Only, Let Me See” by Dr. Oswald J. Smith, 1889-1986)

ຂໍເຊີນນັ່ງລົງ.

ຫົວເລື່ອງພຣະເຢຊູຄຣິດເອງເປັນເລື່ອງທີ່ເລິກຫຼາຍ,ກວ້າງໃຫຍ່ແລະສໍາຄັນຫຼາຍຊື່ງພວກເຮົາບໍ່ສາມາດອະທິບາຍມັນທັງໝົດໃນບົດເທດໜື່ງໄດ້, ພວກເຮົາສາມາດພຽງແຕ່ຈັບ ໄດ້ສອງສາມຈຸດໃນເຊົ້ານີ້ທີ່ກ່ຽວຂ້ອງກັບພຣະເຢຊູຄຣິດເອງ.

I. ໜື່ງ ພຣະເຢຊູຄຣິດເອງຊົງຖືກດູໝີ່ນແລະຖືກປະຕິເສດໂດຍເຊື້ອຊາດມະນຸດ.

ຜູ້ທໍານວາຍຂ່າວປະເສີດອິດສະຢາໄດ້ເຮັດໃຫ້ມັນຊັດເຈນຫຼາຍຕອນທີ່ລາວເວົ້າວ່າ:

“ທ່ານໄດ້ຖືກມະນຸດດູໝີ່ນແລະປະຕິເສດ,ເປັນຄົນແຫ່ງຄວາມໂສກເສົ້າແລະຄຸ້ນເຄີຍກັບຄວາມທຸກ ແລະເຮົາກໍລີ້ໜ້າຂອງເຮົາຈາກພຣະອົງ ທ່ານຖືກດູ ໝີ່ນແລະເຮົາບໍ່ໄດ້ນັບຖືທ່ານ”(ອິດສະຢາ 53:3)

ດຣ.ທໍຣີ່ກ່າວວ່າ“ຄວາມລົ້ມເຫຼວທີ່ຈະ [ມີ] ຄວາມເຊື່ອໃນພຣະເຢຊູຄຣິດບໍ່ແມ່ນຄວາມໂຊກ ຮ້າຍ,ມັນເປັນບາບຢ່າງໜື່ງ,ບາບທີ່ສາຫັດອັນໜື່ງ,ຄວາມບາບທີ່ໜ້າຢ້ານ, ບາບສາບແຊ່ງ” (R. A. Torrey, D.D., How to Work for Christ, Fleming H. Revell Company, n.d., p. 431) ຜູ້ທໍານວາຍອິດສະຢາໄດ້ອະທິບາຍເຖິງຄວາມບາບຂອງການດູໝີ່ນ ແລະການປະຕິເສດ ພຣະຄຣິດເປັນຄວາມຊົ່ວຊ້າພາຍໃນທີ່ເປັນສາເຫດໃຫ້ຄົນຫຼົງຫາຍລີ້ໜ້າຂອງເຂົາຈາກພຣະຄຣິດ, ຂໍ້ພິສູດທີ່ໃຫຍ່ທີ່ສຸດແຫ່ງຄວາມຊົ່ວຊ້າຂອງມະນຸດຄືການທີ່ພວກເຂົາຄິດໜ້ອຍໂພດ ກ່ຽວກັບພຣະເຢຊູຄຣິດເອງ,ຂໍ້ພິສູດທີ່ໃຫຍ່ທີ່ສຸດທີ່ວ່າມະນຸດທີ່ຫຼົງຫາຍສົມຄວນຖືກລົງໂທດຕະຫຼອດເປັນນິດໃນບຶງໄຟຄືການທີ່ພວກເຂົາຈົງໃຈແລະມີນິໄສລີ້ໜ້າຂອງເຂົາຈາກພຣະອົງ

ໃນສະພາບທີ່ຍັງບໍ່ກັບໃຈໃໝ່ມະນຸດໄດ້ດູໝີ່ນພຣະເຢຊູຄຣິດເອງ,ໃນສະພາບຂອງຄວາມເສື່ອມຊາມຢ່າງສິ້ນເຊີງຂອງເຂົາ ພວກເຂົາບໍ່ໄດ້ເຄົາລົບນັບຖືພຣະເຢຊູຄຣິດເອງ, ຈົນກວ່າທ່ານຈະຖືກແທງໃນຈິດສໍານຶກຂອງທ່ານ, ຈົນກວ່າທ່ານຈະຮູ້ສຶກໂນ້ມນ້າວເລື່ອງ ບາບຂອງທ່ານ,ຈົນກວ່າທ່ານຈະຮູ້ສຶກວ່າໃຈຂອງທ່ານຕາຍແລ້ວຕໍ່ພຣະເຈົ້າ,ທ່ານກໍຈະສືບຕໍ່ດູໝີ່ນແລະປະຕິເສດພຣະເຢຊູຄຣິດເອງ.

ໃນຄຣິສຕະຈັກຂອງພວກເຮົາເຮົາເຫັນວ່າມັນເກີດຂື້ນໃນຫ້ອງນໍາວິນຍານຫຼັງຈາກ ຄໍາເທດສະໜາ, ພວກເຮົາໄດ້ຍິນຜູ້ຄົນເວົ້າກ່ຽວກັບຫຼາຍສິ່ງຫຼາຍຢ່າງ, ພວກເຂົາເວົ້າເຖິງຂໍ້ ພຣະຄໍາພີຕ່າງໆ,ພວກເຂົາເວົ້າກ່ຽກັບ“ຄວາມເຂົ້າໃຈ”ສິ່ງນີ້ຫຼືສິ່ງນັ້ນ, ພວກເຂົາບອກເຮົາ ກ່ຽວກັບສິ່ງທີ່ພວກເຂົາຮູ້ສຶກແລະສິ່ງທີ່ເຂົາເຮັດ,ພວກເຂົາມັກຈົບໂດຍການເວົ້າວ່າ“ຫຼັງຈາກນັ້ນຂ້ອຍກໍມາຫາພຣະເຢຊູ” ເທົ່ານັ້ນ! ເຂົາບໍ່ສາມາດເວົ້າຫຍັງຫຼາຍກ່ຽວກັບພຣະເຢຊູໄດ້! ພວກເຂົາບໍ່ມີຫຍັງເວົ້າກ່ຽວກັບພຣະເຢຊູເອງ! ແລ້ວພວກເຂົາຈະລອດໄດ້ແນວໃດລະ?

ສະເປີໂຈນຜູ້ຍິ່ງໃຫຍ່ກ່າວວ່າ“ມີແນວໂນ້ມທີ່ຊົ່ວຮ້າຍຖ້າມກາງມະນຸດທີ່ຈະເອົາພຣະຄຣິດເອງອອກໄປຈາກຂ່າວປະເສີດ(C. H. Spurgeon, Around the Wicket Gate, Pilgrim Publications, 1992 reprint, p. 24).”

ການຮູ້ຈັກແຜນການແຫ່ງຄວາມລອດບໍ່ສາມາດຊ່ວຍທ່ານໃຫ້ພົ້ນໄດ້! ການຮຽນຮູ້ ເລື່ອງພຣະຄໍາພີເພີ່ມຂື້ນກໍບໍ່ສາມາດຊ່ວຍທ່ານໃຫ້ພົ້ນໄດ້! ການຟັງຄໍາເທດສະໜາຫຼາຍຂື້ນ ກໍບໍ່ສາມາດຊ່ວຍທ່ານໃຫ້ພົ້ນໄດ້! ການຮູ້ສຶກໂສກເສົ້າເລື່ອງຄວາມບາບຂອງທ່ານກໍບໍ່ສາ ມາດຊ່ວຍທ່ານໃຫ້ພົ້ນໄດ້! ມັນບໍ່ໄດ້ຊ່ວຍຢູດາສໃຫ້ພົ້ນໄດ້ແມ່ນບໍ? ການອຸທິດຕົນເອງກໍບໍ່ ສາມາດຊ່ວຍທ່ານໃຫ້ພົ້ນໄດ້! ນໍ້າຕາຂອງທ່ານບໍ່ສາມາດຊ່ວຍທ່ານໃຫ້ພົ້ນໄດ້! ບໍ່ມີອັນໃດ ຊ່ວຍທ່ານໄດ້ນອກຈາກທ່ານຈະຖືກນໍາໃຫ້ຢຸດດູໝີ່ນແລະປະຕິເສດພຣະເຢຊູຄຣິດ - ນອກ ຈາກທ່ານຈະຖືກຂັບເຄື່ອນໃຫ້ຢຸດລີ້ໜ້າຂອງທ່ານຈາກພຣະອົງ - ນອກຈາກທ່ານຈະຖືກ ຊັກນໍາໃຫ້ມາຫາພຣະເຢຊູຄຣິດເອງ! ເຊີນຮ້ອງອີກເທື່ອໜື່ງ!

ພຣະເຢຊູເທົ່ານັ້ນ ຂໍໃຫ້ຂ້າເຫັນ
   ພຣະເຢຊູເທົ່ານັ້ນ ທີ່ຊ່ວຍໃຫ້ພົ້ນ
ຈາກນັ້ນຂ້າຈະຮ້ອງສັນລະເສີນ
   ພຣະເຢຊູ ພຣະເຢຊູເທົ່ານັ້ນ

ຂໍເຊີນນັ່ງລົງ.

II. ສອງ ພຣະເຢຊູຄຣິດເອງຊົງເປັນໃຈກາງຂອງພຣະຄໍາພີທັງໝົດ.

ມັນເໝາະສົມບໍສໍາຫຼັບພວກເຮົາທີ່ຈະບອກທ່ານວ່າພຣະເຢຊູຄຣິດເອງຈະຕ້ອງເປັນຈຸດໃຈກາງໃນຄວາມຄິດຂອງທ່ານ? ບໍ່ ມັນບໍ່ເໝາະສົມເລີຍ,ເປັນຫຍັງລະຈົ່ງຄິດເຖິງມັນ, ພຣະເຢຊູຄຣິດເອງຊົງເປັນຮູບແບບທີ່ຍິ່ງໃຫຍ່ຂອງພຣະຄໍາພີທັງໝົດ-ຈາກປະຖົມມະການ ສູ່ພະນິມິດ! ຫຼັງຈາກພຣະຄຣິດຊົງຟື້ນຂື້ນມາຈາກຄວາມຕາຍແລ້ວພຣະອົງຊົງພົບກັບສາ ວົກສອງຄົນກໍາລັງຍ່າງໄປບ້ານເອມມາອູດ, ສິ່ງທີ່ພຣະອົງເວົ້າກັບພວກເຂົາສາມາດນໍາມາ ປະຍຸກໃຊ້ໃນປະຈຸບັນນີ້ໄດ້ເຊັ່ນກັນ.

“ພຣະອົງຕັດແກ່ສອງຄົນນັ້ນວ່າ "ໂອຄົນໂງ່ແລະມີໃຈເສີຍຊາໃນການເຊື່ອບັນດາຄຳຊຶ່ງພວກຜູ້ທໍານວາຍໄດ້ກ່າວໄວ້ນັ້ນ ຈຳເປັນຊຶ່ງພຣະຄຣິດຈະຕ້ອງທົນທຸກທໍລະມານຢ່າງນັ້ນ ແລ້ວເຂົ້າໃນສະຫງ່າລາສີຂອງພຣະອົງບໍ່ ແມ່ນຫລື" ແລະພຣະອົງຈຶ່ງຊົງເລີ່ມອະທິບາຍພຣະຄຳພີທີ່ເລັ່ງເຖິງພຣະອົງທຸກຂໍ້ໃຫ້ເຂົາຟັງເລີ່ມຕົ້ນຕັ້ງແຕ່ໂມເສດແລະບັນດາພວກຜູ້ທໍານວາຍ” (ລູກາ 24:25-27)

ຈາກໜັງສືຫ້າເຫຼັ້ມຂອງໂມເສດແລະຜ່ານທາງພຣະຄໍາພີທັງໝົດ,ພຣະຄຣິດໄດ້ອະທິບາຍໃຫ້ເຂົາຟັງ“ພຣະຄຳພີທີ່ເລັ່ງເຖິງພຣະອົງທຸກຂໍ້” ມີອັນໃດທີ່ຈະຊັດເຈນຫຼາຍໄປກວ່າ ນີ້ອີກ?ຮູບແບບຫຼັກຂອງພຣະຄໍາພີທັງໝົດຄືພຣະເຢຊູຄຣິດເອງ! ນັບຕັ້ງແຕ່ພຣະເຢຊູຄຣິດ ເອງຊົງເປັນຫົວຂໍ້ຫຼັກຂອງພຣະຄໍາພີ,ມັນເໝາະສົມບໍສໍາຫຼັບພວກທ່ານທີ່ຈະເຮັດໃຫ້ພຣະເຢຊູຄຣິດເອງເປັນຫົວຂໍ້ຫຼັກຂອງຄວາມຄິດຕ່າງໆຂອງທ່ານແລະຊີວິດຂອງທ່ານ? ຂ້າພະເຈົ້າ ຂໍເວົ້າກັບທ່ານໃຫ້ຄິດເລິກໆໃນເຊົ້ານີ້ກ່ຽວກັບພຣະເຢຊູຄຣິດເອງ! ຂໍເຊີນຮ້ອງເພງ!

ພຣະເຢຊູເທົ່ານັ້ນ ຂໍໃຫ້ຂ້າເຫັນ
   ພຣະເຢຊູເທົ່ານັ້ນ ທີ່ຊ່ວຍໃຫ້ພົ້ນ
ຈາກນັ້ນຂ້າຈະຮ້ອງສັນລະເສີນ
   ພຣະເຢຊູ ພຣະເຢຊູເທົ່ານັ້ນ

ຂ້າພະເຈົ້າເຊື່ອວ່າການຮູ້ຈັກພຣະເຢຊູຄຣິດເອງໃນການກັບໃຈໃໝ່ແທ້ຄືສິ່ງທີ່ສໍາ ຄັນທີ່ສຸດທີ່ສາມາດເກີດຂື້ນກັບທ່ານໄດ້,ຖ້າທ່ານຫາກວາງໃຈເຊື່ອໃນພຣະເຢຊູຄຣິດເອງແທ້ ທ່ານກໍຈະຕ້ອງການຄໍາປຶກສາໜ້ອຍໜື່ງ, ຂ້າພະເຈົ້າເຊື່ອວ່າຄວາມຮູ້ແທ້ເລື່ອງພຣະເຢຊູ ຄຣິດຈະກໍາຈັດຄວາມຕ້ອງການ 90% ຂອງຄໍາປຶກສາຄຣິສຕຽນທຸກຢ່າງ! ເມື່ອບຸກຄົນ ໜື່ງຮູ້ຈັກພຣະຄຣິດໃນການກັບໃຈໃໝ່ແທ້,ເຂົາກໍຈະພົບວ່າພຣະຄຣິດ

“...ຊົງຕັ້ງ[ພຣະອົງ]ໃຫ້ເປັນປັນຍາ ຄວາມຊອບທຳ ການແຍກຕັ້ງໄວ້ ແລະການໄຖ່ໂທດ”(1 ໂກລິນໂທ 1:30)

ຖ້າພວກເຮົາຫາກກໍາຈັດ“ການຕັດສິນໃຈນິຍົມ” ອອກໄປໃນຄຣິສຕະຈັກທັງຫຼາຍຂອງເຮົາ, ຖ້າພວກເຮົາຫາກເຮັດໃຫ້ແນ່ໃຈວ່າຜູ້ຄົນທີ່ກັບໃຈເຊື່ອໃນພຣະຄຣິດແທ້ແລ້ວ, ມັນກໍຈະກໍາ ຈັດຄວາມຕ້ອງການ 90% ຂອງຄໍາປຶກສາທີ່ພາກັນເຮັດໃນຄຣິສຕະຈັກຫຼາຍແຫ່ງໃນປະຈຸ ບັນນີ້! ຂໍໃຫ້ພຣະເຢຊູຄຣິດເອງເປັນຜູ້ປຶກສາ! ຈົ່ງຮ້ອງມັນ!

ພຣະເຢຊູເທົ່ານັ້ນ ຂໍໃຫ້ຂ້າເຫັນ
   ພຣະເຢຊູເທົ່ານັ້ນ ທີ່ຊ່ວຍໃຫ້ພົ້ນ
ຈາກນັ້ນຂ້າຈະຮ້ອງສັນລະເສີນ
   ພຣະເຢຊູ ພຣະເຢຊູເທົ່ານັ້ນ

III. ສາມ ພຣະເຢຊູຄຣິດເອງຄືສາລະສໍາຄັນ,ອົງປະກອບກາງຫົວໃຈຂອງຂ່າວ ປະສີດ.

ຜູ້ທໍານວາຍອິດສະຢາໄດ້ເວົ້າເຖິງພຣະເຢຊູຄຣິດເອງໃນຖານະເປັນຫົວໃຈຂອງ ຂ່າວປະເສີດ.

“ເຮົາທຸກຄົນລົງເຈີ່ນໄປເໝືອນແກະ ເຮົາທຸກຄົນຕ່າງຫັນໄປຕາມທາງຂອງ ຕົນເອງ ແລະພຣະເຢໂຮວາຊົງວາງລົງເທິງທ່ານຊື່ງຄວາມຊົ່ວຊ້າຂອງເຮົາ ທຸກຄົນ” (ອິດສະຢາ 53:6)

“ພຣະເຢໂຮວາຊົງວາງລົງເທິງທ່ານຊື່ງຄວາມຊົ່ວຊ້າຂອງເຮົາທຸກຄົນ” ການຕາຍແທນ,ໄຖ່ ບາບຂອງພຣະຄຣິດໃນບ່ອນຂອງທ່ານ, ຊົງຈ່າຍຄ່າແລະທຸກທໍລະມານພຣະພິໂລດຂອງ ພຣະເຈົ້າໃນບ່ອນຂອງທ່ານ-ນັ້ນແລະຄືຫົວໃຈຂອງຂ່າວປະເສີດ! ຄືພຣະເຢຊູຄຣິດເອງຊົງ ຮັບເອົາຄວາມບາບຂອງທ່ານລົງເທິງພຣະອົງເອງໃນຄວາມມືດຂອງເກັດເສມາເນ,ຄືພຣະເຢຊູຄຣິດເອງຢູ່ໃນສວນແຫ່ງນັ້ນຜູ້ຊື່ງກ່າວວ່າ:

“ໃຈຂອງເຮົາເປັນທຸກຈົນຈະຕາຍ”(ມາລະໂກ 14:34)

ຄືພຣະຄຣິດເອງຜູ້ຊື່ງ

“ເປັນທຸກຫຼາຍ...ເຫື່ອໄຫຼ...ເປັນເໝືອນເລືອດເມັດໃຫຍ່ຢອດລົງເທິງດິນ” (ລູກາ 22:44)

ຄືພຣະເຢຊູຄຣິດເອງຜູ້ຊື່ງຖືກຈັບຢູ່ໃນສວນເກັດເສມາເນ, ຄືພຣະເຢຊູຄຣິດເອງຜູ້ຊື່ງຖືກ ລາກຕໍ່ໜ້າສານເຮດຣິນ,ຖືກຕົບໜ້າ,ເຍາະເຍີ້ຍແລະອັບອາຍ, ພວກເຂົາຖົ່ມນໍ້າລາຍໃສ່ໜ້າ ຂອງພຣະເຢຊູຄຣິດເອງ! ພວກເຂົາດຶງເອົາໜວດເຄົາຂອງພຣະເຢຊູຄຣິດເອງ,ຄືພຣະເຢຊູ ຄຣິດເອງຜູ້ຊື່ງຖືກພາໄປຫາປອນທິອັດປີລາດ,ຖືກຕີຫຼັງດ້ວຍແສ້ຂອງຊາວໂຣມັນ, ສວມມົງ ກຸດໜາມ,ເລືອດຢອດລົງເທິງໜ້າພາກຂອງພຣະອົງໄຫຼລົງສູ່ໃບໜ້າຂອງພຣະເຢຊູຄຣິດເອງໃບໜ້າຂອງພຣະອົງຖືກຕີຈົນຈື່ບໍ່ໄດ້,

“ໜ້າຕາຂອງທ່ານ...ເສຍໂຊມຫຼາຍກວ່າມະນຸດຄົນໃດ ແລະຮູບຮ່າງຂອງ ພຣະອົງກໍເສຍໂຊມຫຼາຍກວ່າລູກທັງຫຼາຍຂອງມະນຸດ”(ອິດສະຢາ 52:14) “ແລະດ້ວຍຮອຍຕີຂອງພຣະອົງເຮົາຈື່ງໄດ້ຮັບການປົວໃຫ້ດີ” (ອິດສະຢາ 53:5)

ຄືພຣະເຢຊູຄຣິດເອງຊື່ງຖືກນໍາໄປຈາກສານຂອງປີລາດ, ແບກໄມ້ກາງແຂນຂອງ ພຣະອົງໄປສະຖານທີ່ແຫ່ງການປະຫານຊີວິດ, ຄືພຣະເຢຊູຄຣິດເອງຜູ້ຊື່ງຖືກຕອກໃສ່ໄມ້ທີ່ ຖືກສາບແຊ່ງ,ຄືພຣະເຢຊູຄຣິດເອງຜູ້ຊື່ງທຸກທໍລະມານບໍ່ພຽງແຕ່ເຈັບປວດເພາະຖືກຕອກມືແລະຕີນຂອງພຣະອົງເທົ່ານັ້ນ - ແຕ່ແມ່ນຜູ້ຊື່ງທໍລະມານຄວາມເຈັບປວດທີ່ໃຫຍ່ກວ່າເມື່ອ ພຣະເຈົ້າ“ຊົງວາງຄວາມຊົ່ວຊ້າຂອງເຮົາທັງຫຼາຍເທິງພຣະອົງ”(ອິດສະຢາ 53:6),ພຣະເຢ ຊູຄຣິດເອງ “ຊົງຮັບແບກບາບຂອງເຮົາໄວ້ໃນພຣະກາຍຂອງພຣະອົງເທິງຕົ້ນໄມ້ນັ້ນ” (1 ເປໂຕ 2:24), ດຣ.ວັດໄດ້ກ່າວວ່າ:

ເມື່ອເບິ່ງຈາກພຣະສຽນ,ພຣະຫັດແລະພຣະບາດ
   ຄວາມທຸກແລະຄວາມຮັກທີ່ໄຫຼຫຼັ່ງລົງມາ
ໃຜເຄີຍຮັກແລະໂສກເສົ້າແບບນີ້
   ຫຼືສາວມໜາມແທນມົງກຸດອັນໂສພາ
(“ເມື່ອຂ້າແນມເບິ່ງກາງແຂນປະຫຼາດ” by Isaac Watts, D.D., 1674-1748).

ຂໍເຊີນຢືນຂື້ນແລ້ວຮ້ອງເພງຢູ່ໃນຂໍ້ຊໍ້າຂອງເຮົາ!

ພຣະເຢຊູເທົ່ານັ້ນ ຂໍໃຫ້ຂ້າເຫັນ
   ພຣະເຢຊູເທົ່ານັ້ນ ທີ່ຊ່ວຍໃຫ້ພົ້ນ
ຈາກນັ້ນຂ້າຈະຮ້ອງສັນລະເສີນ
   ພຣະເຢຊູ ພຣະເຢຊູເທົ່ານັ້ນ

ຂໍເຊີນນັ່ງລົງ.

IV. ສີ່ ພຣະເຢຊູຄຣິດເອງຊົງເປັນແຫຼ່ງແຫ່ງຄວາມຍິນດີຕະຫຼອດໄປເປັນນິດ.

ພວກເຂົາໄດ້ເອົາພຣະສົບຂອງພຣະເຢຊູຈາກໄມ້ກາງແຂນແລະຝັງໄວ້ໃນອຸບໂມງທີ່ຖືກຈໍາກາ, ແຕ່ໃນວັນທີ່ສາມພຣະອົງຊົງຟື້ນຂື້ນມາຈາກຄວາມຕາຍພ້ອມທັງຮ່າງກາຍ! ຫຼັງ ຈາກນັ້ນພຣະອົງກໍມາຫາພວກສາວົກແລະກ່າວວ່າ“ສັນຕິສຸກຈົ່ງມີແກ່ທ່ານທັງຫຼາຍ”(ໂຢຮັນ 20:19)

“ແລະເມື່ອພຣະອົງກ່າວຢ່າງນັ້ນແລ້ວ ພຣະອົງຊົງໃຫ້ເຂົາເບິ່ງພຣະຫັດ ແລະພຣະບາດຂອງພຣະອົງແລະສີຂ້າງຂອງພຣະອົງ ເມື່ອພວກສາວົກ ເຫັນອົງພຣະຜູ້ເປັນເຈົ້າແລ້ວ ພວກເຂົາກໍມີຄວາມຊື່ນຊົມຍິນດີ” (ໂຢຮັນ 20:20)

ເມື່ອພວກສາວົກເຫັນອົງພຣະຜູ້ເປັນເຈົ້າແລ້ວ ພວກເຂົາກໍມີຄວາມຊື່ນຊົມຍິນດີ”(ໂຢຮັນ 20:20), ພຣະເຢຊູຄຣິດເອງຊົງປະທານໃຫ້ເຂົາມີຄວາມຍິນດີ“ເມື່ອເຂົາເຫັນອົງພຣະຜູ້ເປັນ ເຈົ້າ” ພວກທ່ານບໍ່ສາມາດຮູ້ຈັກສັນຕິສຸດທີ່ເລິກເຊີງ ແລະຄວາມຍິນດີຂອງພຣະເຈົ້າໄດ້ຈົນ ກວ່າທ່ານຈະຮູ້ຈັກພຣະເຢຊູຄຣິດເອງ!

ໂອ ຂ້າພະເຈົ້າຂໍບອກທ່ານໃນເຊົ້ານີ້ວ່າ- ຂ້າພະເຈົ້າຈື່ໄດ້ວ່າໃນຊົ່ວວິນາທີເມື່ອຂ້າ ພະເຈົ້າໄດ້ວາງໃຈເຊື່ອໃນພຣະເຢຊູຄຣິດເອງ! ມັນຊ່າງເປັນປະສົບການທີ່ບໍລິສຸດ! ຂ້າພະ ເຈົ້າໄດ້ແລ່ນໄປຫາພຣະອົງ! ຫຼືຮູ້ສຶກວ່າ ມັນຄືວ່າພຣະອົງຊົງແລ່ນມາຫາຂ້າພະເຈົ້າ,ຂ້າພະ ເຈົ້າໄດ້ຖືກຊໍາລະລ້າງໃຫ້ສະອາດຈາກຄວາມຜິດບາບໂດຍພຣະໂລຫິດອັນປະເສີດຂອງ ພຣະອົງ! ຂ້າພະເຈົ້າຖືກເຮັດໃຫ້ມີຊີວິດໂດຍພຣະບຸດຂອງພຣະເຈົ້າ! ຈົ່ງຮ້ອງຂໍ້ຊໍ້າ!

ພຣະເຢຊູເທົ່ານັ້ນ ຂໍໃຫ້ຂ້າເຫັນ
   ພຣະເຢຊູເທົ່ານັ້ນ ທີ່ຊ່ວຍໃຫ້ພົ້ນ
ຈາກນັ້ນຂ້າຈະຮ້ອງສັນລະເສີນ
   ພຣະເຢຊູ ພຣະເຢຊູເທົ່ານັ້ນ

ຂໍເຊີນນັ່ງລົງ.

ຈົ່ງມາຫາພຣະເຢຊູຄຣິດເອງ! ຢ່າປ່ອຍພຣະຜູ້ຊ່ວຍອອກໄປຈາກຊີວິດຂອງທ່ານ, ຢ່າປ່ອຍພຣະອົງໄປຈາກຄໍາພະຍານຂອງທ່ານ, ຢ່າຍອມເຮັດໃນສິ່ງທີ່ສະເປີໂຈນເອີ້ນວ່າ “ແນວໂນ້ມທີ່ຊົ່ວຮ້າຍ...ທີ່ຈະເອົາພຣະຄຣິດເອງອອກໄປຈາກຂ່າວປະເສີດ” ບໍ່! ບໍ່! ຈົ່ງມາ ຫາພຣະເຢຊູຄຣິດເອງດຽວນີ້, ຈົ່ງຟັງດ້ວຍຄວາມລະມັດລະວັງຕໍ່ຖ້ອຍຄໍາໃນຂະນະທີ່ຂ້າພະ ເຈົ້າຮ້ອງເພງຕໍ່ໄປນີ້.

ໃຈຊົ່ວເທົ່າໃດຂ້າກໍເຊື່ອວ່າ
   ໂລຫິດພຣະອົງໄດ້ໄຫຼເພື່ອຂ້າ
ແລະພຣະອົງຕັດວ່າເຊີນມາຢ່າຊ້າ
   ໂອລູກແກະຂອງພຣະເຈົ້າ ຂ້າມາ ຂ້າມາ
(“Just As I Am” by Charlotte Elliott, 1789-1871).

ພຣະເຢຊູຄຣິດຊົງສິ້ນພຣະຊົນເທິງໄມ້ກາງແຂນເພື່ອຈ່າຍຄ່າລົງໂທດສໍາຫຼັບບາບ ຂອງທ່ານ, ພຣະເຢຊູຊົງຫຼັ່ງໂລຫິດອັນບໍລິສຸດຂອງພຣະອົງເພື່ອລ້າງທ່ານອອກຈາກຄວາມ ບາບ, ຈົ່ງມາຫາພຣະເຢຊູ, ວາງໃຈໃນພຣະອົງແລະພຣະອົງຈະຊົງຊ່ວຍທ່ານໃຫ້ພົ້ນຈາກ ຄວາມບາບທຸກຢ່າງ. ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍທ້າວ ອາເບວພຣຸດໂຮມ: ອິດສະຢາ 53:1-6.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ:
“When Morning Gilds the Skies” (translated from the German by Edward Caswall, 1814-1878).

ໂຄງຮ່າງບົດເທດສະໜາ

ພຣະເຢຊູຄຣິດເອງ

JESUS CHRIST HIMSELF

ໂດຍ: ດຣ. ອາ.ແອວ.ໄຮເມີ ຈູເນຍ

“ພຣະເຢຊູຄຣິດເອງ” (ເອເຟຊັດ 2:20)

I.         ໜື່ງ ພຣະເຢຊູຄຣິດເອງຊົງຖືກດູໝີ່ນແລະຖືກປະຕິເສດໂດຍເຊື້ອຊາດມະນຸດ. ອິດສະຢາ 53:3

II.        ສອງ ພຣະເຢຊູຄຣິດເອງຊົງເປັນໃຈກາງຂອງພຣະຄໍາພີທັງໝົດ. ລູກາ 24:25- 27; 1 ໂກລິນໂທ 1:30.

III.       ສາມ ພຣະເຢຊູຄຣິດເອງຄືສາລະສໍາຄັນ,ອົງປະກອບກາງຫົວໃຈຂອງຂ່າວ ປະສີດ. ອິດສະຢາ 53:6; ມາລະໂກ 14:34; ລູກາ 22:44; ອິດສະຢາ 52:14; 53:5;
1 ເປໂຕ 2:24.

IV.      ສີ່ ພຣະເຢຊູຄຣິດເອງຊົງເປັນແຫຼ່ງແຫ່ງຄວາມຍິນດີຕະຫຼອດໄປເປັນນິດ.
ໂຢຮັນ 20:19,20.