Print Sermon

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 215 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 36 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄໍາອະທິຖານຂອງພຣະຄຣິດໃນສວນເກັດເສມາເນ

CHRIST’S PRAYER IN GETHSEMANE
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 29/3/2015
A sermon preached at the Baptist Tabernacle of Los Angeles
Lord’s Day Evening, March 29, 2015


ພຣະເຢຊູຊົງກິນສິນມະຫາສະໜິດກັບພວກສາວົກຂອງພຣະອົງແລ້ວ,ຫຼັງຈາກນັ້ນພຣະອົງກໍພາພວກເຂົາໄປສວນເກັດເສມາເນ,ພຣະເຢຊູຊົງປະພວກເຂົາໄວ້ຂອບສວນແລະ ຍ່າງໄປຂ້າງໜ້າສູ່ບ່ອນມືດເພື່ອອະທິຖານ, ພຣະອົງຊົງຢູ່ໃນອາການທຸກທໍລະມານສຸດໆ, ພຣະອົງຊົງຮ້ອງອອກໄປເພື່ອໃຫ້ພຣະເຈົ້າຊ່ວຍພຣະອົງໃຫ້ພົ້ນ,ໃນຂະນະທີ່ພຣະອົງຊົງອະທິຖານດ້ວຍຄວາມທຸກທໍລະມານນັ້ນ,ເຫື່ອຂອງພຣະອົງກໍໄຫຼອອກ“ເປັນເໝືອນເລືອດໄຫລຢອດລົງເຖິງດິນເປັນເມັດໃຫຍ່” (ລູກາ 22:44),ແລະມັນໄດ້ນໍາພວກເຮົາເຂົ້າສູ່ຂໍ້ພຣະຄໍາພີ ຂອງເຮົາທີ່ບອກເຮົາຫຼາຍຂື້ນກ່ຽວກັບຄໍາອະທິຖານຂອງພຣະຄຣິດໃນສວນເກັດເສມາເນ.

“ຝ່າຍພຣະເຢຊູ ຂະນະເມື່ອພຣະອົງດຳລົງຢູ່ໃນເນື້ອໜັງນັ້ນ ພຣະອົງໄດ້ຖະວາຍຄຳອະທິຖານ ແລະທູນອ້ອນວອນດ້ວຍຊົງກັນແສງຫລວງຫລາຍແລະນ້ຳພຣະເນດໄຫລ ຕໍ່ພຣະເຈົ້າຜູ້ຊົງສາມາດຊ່ວຍພຣະອົງໃຫ້ພົ້ນຈາກຄວາມຕາຍໄດ້ ແລະພຣະເຈົ້າໄດ້ຊົງສະດັບເພາະພຣະອົງນັ້ນໄດ້ຢໍາເກງ” (ເຮັບເລີ 5:7)

ມັນເປັນສິ່ງທີ່ອັດສະຈັນທີ່ມີນັກອະທິບາຍພຣະຄໍາພີຫຼາຍຄົນເວົ້າກ່ຽວກັບເລື່ອງນີ້, ສ່ວນຫຼາຍເວົ້າວ່າມັນເລັ່ງເຖິງຄໍາອະທິຖານຂອງພຣະຄຣິດໃນສວນເກັດເສມາເນ,ແຕ່ມີຫຼາຍຄົນຄິດວ່າພຣະອົງຊົງອະທິຖານຂໍໃຫ້ພຣະເຈົ້າຊ່ວຍພຣະອົງໃຫ້ພົ້ນຈາກຄວາມຕາຍເທິງໄມ້ກາງແຂນໃນມື້ຕໍ່ມາ, ດຣ.ເລັນສະກີ ໄດ້ຕອບຄໍາຖາມຫຼາຍຂໍ້ຂອງເລື່ອງທີ່ສັບສົນແລະ ທິດ ສະດີທີ່ຂັດກັນເຫຼົ່ານີ້ທີ່ເຊື່ອກັນວ່າໄດ້ຮັບຈາກເຮັບເລີ 5:7 (R. C. H. Lenski, Ph.D., The Interpretation of the Epistle to the Hebrews and the Epistle of James, Augsburg Publishing House, 1966 edition, p. 162-165; note on Hebrews 5:7).

ຂໍໃຫ້ເຮົາກວດສອບຂໍ້ພຣະຄໍາພີເປັນຕອນເປັນຕອນ, ເພາະມັນເປີດເຜີຍຄວາມຈິງ ອັນຍິ່ງໃຫຍ່ກ່ຽວກັບຄໍາອະທິຖານອັນໂດດດ່ຽວຂອງພຣະຄຣິດໃນສວນເກັດເສມາເນ,ຄໍ່າຄືນກ່ອນທີ່ພຣະອົງຈະຖືກຄຶງເທິງໄມ້ກາງແຂນ.

“ຝ່າຍພຣະເຢຊູ ຂະນະເມື່ອພຣະອົງດຳລົງຢູ່ໃນເນື້ອໜັງນັ້ນ ພຣະອົງໄດ້ຖະວາຍຄຳອະທິຖານ ແລະທູນອ້ອນວອນດ້ວຍຊົງກັນແສງຫລວງຫລາຍແລະນ້ຳພຣະເນດໄຫລ ຕໍ່ພຣະເຈົ້າຜູ້ຊົງສາມາດຊ່ວຍພຣະອົງໃຫ້ພົ້ນຈາກຄວາມຕາຍໄດ້ ແລະພຣະເຈົ້າໄດ້ຊົງສະດັບເພາະພຣະອົງນັ້ນໄດ້ຢໍາ ເກງ” (ເຮັບເລີ 5:7)

I. ໜື່ງ ຂໍ້ພຣະຄໍາພີເວົ້າເຖິງພຣະຄຣິດ“ຂະນະເມື່ອພຣະອົງດຳລົງຢູ່ໃນເນື້ອໜັງນັ້ນ”

ປະໂຫຍກນີ້ສະແດງໃຫ້ເຮົາເຫັນວ່າຂໍ້ພຣະຄໍາພີບໍ່ໄດ້ເລັ່ງໃສ່ທຸກສິ່ງທີ່ເກີດຂື້ນກັບ ພຣະເຢຊູກ່ອນການມາຮັບສະພາບເນື້ອໜັງຂອງພຣະອົງກ່ອນທີ່ພຣະອົງຈະລົງມາຈາກສະຫວັນ,ມັນຍັງໄດ້ສະແດງໃຫ້ເຫັນວ່າຂໍ້ພຣະຄໍາພີບໍ່ໄດ້ເລັ່ງໃສ່ທຸກສິ່ງທີ່ພຣະຄຣິດຊົງປະສົບ ພົບພໍ້ຫຼັງຈາກທີ່ພຣະອົງກັບໄປສະຫວັນຕອນການສະເດັດຂື້ນຂອງພຣະອົງ,ຂໍ້ພຣະຄໍາພີແນ່ໃສ່ໃນຊ່ວງເວລາທີ່ພຣະເຢຊູຊົງອະທິຖານ“ດ້ວຍຊົງກັນແສງຫລວງຫລາຍ” ໃນ“ຂະນະເມື່ອພຣະອົງດຳລົງຢູ່ໃນເນື້ອໜັງ”ເທິງໂລກນີ້.

ພຣະຄໍາພີໃໝ່ບອກພວກເຮົາເຖິງສາມໂອກາດທີ່ພຣະເຢຊູຊົງຮ້ອງໄຫ້,ໜື່ງໃນນັ້ນຄືຢູ່ອຸບໂມງຝັງສົບຂອງລາຊາລັສ,ພຣະຄໍາພີກ່າວວ່າ“ພຣະເຢຊູຊົງຮ້ອງໄຫ້”(ໂຢຮັນ 11:35) ຄັ້ງທີ່ສອງພຣະອົງຊົງຮ້ອງໄຫ້ເໜືອງກຸງເຢລູຊາເລັມ.

“ຄັ້ນພຣະອົງສະເດັດມາໃກ້ທອດພຣະເນດເຫັນເມືອງແລ້ວກໍກັນແສງສົງສານເມືອງນັ້ນ” (ລູກາ 19:41)

ດຣ.ເຈ.ເວີນັນແມັກກີ້ໄດ້ກ່າວວ່າ“ຄັ້ງທີ່ສາມທີ່ພຣະອົງຊົງຮ້ອງໄຫ້ແມ່ນຢູ່ໃນສວນເກັດເສມາເນ” (J. Vernon McGee, Th.D., Thru the Bible, Thomas Nelson Publishers, 1983, volume V, p. 540; note on Hebrews 5:7)ມັນຊັດເຈນທີ່ວ່າຂໍ້ພຣະຄໍາພີຂອງເຮົາບໍ່ໄດ້ເລັ່ງໃສ່ການ ຮ້ອງໄຫ້ຂອງພຣະອົງຢູ່ທີ່ອຸບໂມງຂອງລາຊາລັສ, ແລະມັນກໍບໍ່ໄດ້ເລັ່ງໃສ່ນໍ້າຕາຂອງພຣະ ອົງທີ່ຫຼັ່ງໄຫຼຕອນທີ່ພຣະອົງຊົງສົງສານກຸງເຢລູຊາເລັມ, ແຕ່ຢູ່ຫົວຂໍ້ພຣະຄໍາພີຂອງເຮົາໄດ້ ເລັ່ງໃສ່ຊ່ວງເວລາແຫ່ງຄວາມທຸກຂອງພຣະອົງຢູ່ໃນສວນເກັດເສມາເນຄໍ່າຄືນກ່ອນທີ່ພຣະອົງຈະຖືກຄຶງເທິງໄມ້ກາງແຂນ.

ພໍທ່ຽງຄືນເທິງຍອດໂນນຕົ້ນໝາກກອກ
ດວງດາວສ່ອງແສງມືດມົວໃນໄວໆນີ້
ພໍທ່ຽງຄືນໃນສວນຕອນນີ້
ພຣະຜູ້ຊ່ວຍຊົງອ້ອນວອນຜູ້ດຽວດ້ວຍຄວາມທຸກ

ພໍທ່ຽງຄືນສໍາຫຼັບຄວາມຜິດຂອງຄົນອື່ນ
ບຸກຄົນແຫ່ງຄວາມໂສກເສົ້າຮ້ອງໄຫ້ເປັນເລືອດ
ພຣະອົງຜູ້ຊົງລະທົມທຸກຊົງຄຸເຂົ່າ
ຈະບໍ່ຖືກຖີ້ມໂດຍພຣະເຈົ້າຂອງພຣະອົງ
(“‘Tis Midnight; and on Olive’s Brow” by William B. Tappan, 1794-1849).

“ຝ່າຍພຣະເຢຊູ ຂະນະເມື່ອພຣະອົງດຳລົງຢູ່ໃນເນື້ອໜັງນັ້ນ ພຣະອົງໄດ້ຖະວາຍຄຳອະທິຖານ ແລະທູນອ້ອນວອນດ້ວຍຊົງກັນແສງຫລວງຫລາຍແລະນ້ຳພຣະເນດໄຫລ ຕໍ່ພຣະເຈົ້າຜູ້ຊົງສາມາດຊ່ວຍພຣະອົງໃຫ້ພົ້ນຈາກຄວາມຕາຍໄດ້ ແລະພຣະເຈົ້າໄດ້ຊົງສະດັບເພາະພຣະອົງນັ້ນໄດ້ຢໍາເກງ” (ເຮັບເລີ 5:7)

II. ສອງ ຂໍ້ພຣະຄໍາພີບອກເຮົາວ່າພຣະຄຣິດຊົງອ້ອນວອນຕໍ່ພຣະເຈົ້າ,ຜູ້ຊື່ງ ສາມາດຊ່ວຍພຣະອົງໃຫ້ພົ້ນຈາກຄວາມຕາຍໃນສວນເກັດເສມາເນໄດ້.

ຈົ່ງຟັງດ້ວຍຄວາມລະມັດລະວັງໃນມັດທາຍ 26:36-38

“ແລ້ວພຣະເຢຊູຊົງພາສາວົກມາຍັງທີ່ແຫ່ງໜຶ່ງເອີ້ນວ່າ ເກດເສມະນີ ແລ້ວຕັດກັບສາວົກວ່າ "ຈົ່ງນັ່ງຢູ່ບ່ອນນີ້ຂະນະເມື່ອເຮົາຈະໄປອະທິຖານທີ່ນັ້ນ" ພຣະອົງກໍພາເປໂຕກັບລູກຊາຍທັງສອງຂອງເສເບດີໄປດ້ວຍ ພຣະອົງຊົງເລີ່ມໂສກເສົ້າແລະໜັກພຣະໄທຫຼາຍ ພຣະອົງຈຶ່ງຕັດກັບເຂົາວ່າ "ໃຈຂອງເຮົາເປັນທຸກແທບຈະຕາຍ...” [“ຈົນຮອດຈຸດຂອງຄວາມຕາຍ”ສະບັບເອັນ ໄອວີ] (ມັດທາຍ 26:36-38)

ດຣ.ຈອນແມັກອາເທີມີບາງສິ່ງບາງຢ່າງທີ່ດີທີ່ຈະເວົ້າກ່ຽວກັບເຮັບເລີ 5:7,ແຕ່ລາວ ເວົ້າຜິດໃນປະໂຫຍກສຸດທ້າຍຂອງພຣະຄໍາພີຂໍ້ນັ້ນ, ລາວກ່າວວ່າ“ພຣະເຢຊູຊົງຂໍໃຫ້ພົ້ນ ຈາກການຍັງຢູ່ໃນສະພາບຕາຍ, [ນັ້ນຄື]ເພື່ອຈະຟື້ນຂື້ນມາໃໝ່” (John MacArthur, D.D., The MacArthur Study Bible, Word Bibles, 1997, p. 1904; note on Hebrews 5:7)

ພຣະເຢຊູບໍ່ໄດ້ກໍາລັງອະທິຖານເພື່ອທີ່ຈະ“ພົ້ນຈາກສືບຕໍ່ຢູ່ໃນການຕາຍ”ໂດຍການຟື້ນຄືນມາໃໝ່! ບໍ່ແມ່ນ ມັດທາຍ 26:38 ບອກເຮົາຢ່າງຊັດເຈນວ່າພຣະເຢຊູ“ເປັນທຸກແທບຈະຕາຍ” - ສູ່ຈຸດຂອງຄວາມຕາຍ - ຢູ່ໃນສວນເກັດເສມາເນນັ້ນ - ພຣະເຢຊູກໍາລັງຈະຕາຍ! ພຣະອົງຊົງກໍາລັງອະທິຖານເພື່ອໃຫ້ພົ້ນຈາກຄວາມຕາຍໃນສວນເກັດເສມາເນ ນັ້ນ! ຂ່າວປະເສີດຂອງລູກາບອກເຮົາວ່າ“ເຫື່ອຂອງພຣະອົງເປັນເໝືອນເລືອດໄຫລຢອດລົງເຖິງດິນເປັນເມັດໃຫຍ່”(ລູກາ 22:44),ພຣະເຢຊູຊົງຢູ່ໃນສະພາບຄວາມທຸກທີ່ເປັນຕາ ຢ້ານຊື່ງພຣະອົງຊົງເຫື່ອໄຫຼເປັນເລືອດແລະຊົງຢູ່ໃນຈຸດຂອງຄວາມຕາຍໃນຄືນນັ້ນຢູ່ສວນ ເກັດເສມາເນ,ຄໍ່າຄືນກ່ອນທີ່ພຣະອົງຈະຖືກຄຶງ, ໂຢເຊບຮາດທ໌ໄດ້ກ່າວວ່າ:

ຈົ່ງເບິ່ງຄວາມທຸກພຣະບຸດຂອງພຣະເຈົ້າ
ຫອບ,ສົ່ງສຽງພື່ມພໍາ,ເຫື່ອອອກເປັນເລືອດ
ພຣະຄຸນອັນເລິກເຊີງທີ່ໄຮ້ຂອບເຂດຂອງພຣະອົງ
ພຣະເຢຊູ,ພຣະອົງຊົງເປັນທີ່ຮັກ
   (“Thine Unknown Sufferings” by Joseph Hart, 1712-1768;
      to the tune of “‘Tis Midnight, and on Olive’s Brow”).

ຈົ່ງຟັງມັດທາຍ 26:38-39

“ພຣະອົງຈຶ່ງຕັດກັບເຂົາວ່າ "ໃຈຂອງເຮົາເປັນທຸກແທບຈະຕາຍ ຈົ່ງເຝົ້າຢູ່ກັບເຮົາບ່ອນນີ້ເຖີດ ແລ້ວພຣະອົງສະເດັດດຳເນີນໄປອີກໜ່ອຍໜຶ່ງ ກໍຊົບໜ້າລົງເຖິງດິນ ອະທິຖານວ່າ "ໂອ ພຣະບິດາຂອງຂ້າພຣະອົງ ຖ້າເປັນໄດ້ຂໍໃຫ້ຈອກນີ້ເລື່ອນພົ້ນໄປຈາກຂ້າພຣະອົງເຖີດ ແຕ່ຢ່າງໃດກໍດີ ຢ່າໃຫ້ເປັນຕາມໃຈປາດຖະຫນາຂອງຂ້າພຣະອົງ ແຕ່ໃຫ້ເປັນໄປຕາມພຣະໄທຂອງພຣະອົງ” (ມັດທາຍ 26:38-39)

ການແປທີ່ມີຄວາມຄ້າຍຄືກັນຂອງຄໍາອະທິຖານນີ້ກໍຄືທີ່ພຣະຄຣິດຊົງຂໍໃຫ້ພຣະເຈົ້າຊ່ວຍພຣະອົງໃຫ້ພົ້ນຈາກການໄປເຖິງໄມ້ກາງແຂນ,ແຕ່ຂ້າພະເຈົ້າແນ່ໃຈວ່າມັນບໍ່ແມ່ນສິ່ງທີ່ພຣະຄໍາພີສອນ, ດຣ.ເຈ.ເວີນັນແມັກກີ້,ຄູສອນພຣະຄໍາພີທີ່ມີຊື່ສຽງຂອງອາເມລິກາໄດ້ ກ່າວວ່າ:

ທີ່ຈະເວົ້າວ່າພຣະເຈົ້າຂອງເຮົາກໍາລັງພະຍາຍາມຫຼີກບໍ່ໄປທີ່ໄມ້ກາງແຂນບໍ່ແມ່ນ...ຄວາມຈິງ,ໃນຄວາມເປັນມະນຸດຂອງພຣະອົງພຣະອົງຊົງຮູ້ສຶກກຽດຊັງ ແລະ ເປັນຕາລັງກຽດຫຼາຍທີ່ມີຄວາມບາບຂອງທັງໂລກວາງລົງເທິງ ພຣະອົງ... (J. Vernon McGee, Th.D., Thru the Bible, 1983, Thomas Nelson Publishers, volume IV, p. 141; note on Matthew 26:36-39).

ດຣ.ເຈ.ໂອລີເວີບັສເວວນັກສາສະໜາສາດທີ່ເປັນທີ່ຮູ້ຈັກກັນດີໄດ້ກ່າວວ່າ:

ເຫື່ອຫຼັ່ງໄຫຼອອກຫຼາຍດັ່ງກັບທີ່ລູກາໄດ້ອະທິບາຍເປັນລັກສະນະຂອງສະ ພາບຂອງຄວາມຕົກໃຈຊື່ງຜູ້ທຸກທໍລະມານແມ່ນຢູ່ໃກ້ອັນຕະລາຍຂອງ ການລົ້ມສະລາຍແລະເສຍຊີວິດ...ພຣະເຢຊູຄຣິດເຈົ້າຂອງເຮົາຊົງພົບພຣະອົງເອງໃນສະພາບເນື້ອໜັງຂອງຄວາມຕົກໃຈຫຼາຍ, ຈື່ງຊົງອະທິຖານຂໍ ການຊ່ວຍໃຫ້ພົ້ນຈາກຄວາມຕາຍໃນສວນເພື່ອທີ່ພຣະອົງຈະບັນລຸຈຸດປະ ສົງຂອງພຣະອົງໃນການຕາຍເທິງໄມ້ກາງແຂນ(ໃນມື້ຕໍ່ມາ)ໄດ້ (J. Oliver Buswell, Ph.D., A Systematic Theology of the Christian Religion, Zondervan Publishing House, 1962, part III, p. 62).

“ພຣະອົງກໍພາເປໂຕກັບລູກຊາຍທັງສອງຂອງເສເບດີໄປດ້ວຍ ພຣະອົງຊົງເລີ່ມໂສກເສົ້າແລະໜັກພຣະໄທຫຼາຍ ພຣະອົງຈຶ່ງຕັດກັບເຂົາວ່າ "ໃຈຂອງເຮົາເປັນທຸກແທບຈະຕາຍ...” [“ຈົນຮອດຈຸດແຫ່ງຄວາມຕາຍ”ສະບັບເອັນ ໄອວີ](ມັດທາຍ 26:37-38)

ມີການສຶກສາຂໍ້ພຣະຄໍາພີສອງຂໍ້ດ້ວຍຄວາມລະມັດລະວັງຫຼາຍ,ດຣ.ຈອນອາ.ໄຣສ໌ ໄດ້ຂະຫຍາຍຄວາມໃນສິ່ງດຣ.ເຈ.ເວີນັນແມັກກີ້ແລະດຣ.ເຈ.ໂອລີເວີບັສເວວໃຫ້ເຮົາ, ດຣ. ໄຣສ໌ກ່າວວ່າ:

         ຖ້າທ່ານບໍ່ສັງເກດຂໍ້ 37 ແລະ 38(ຂອງມັດທາຍ 26)ຄວາມໝາຍ ຂອງຄໍາອະທິຖານໃນສວນເກັດເສມາເນກໍຈະຜິດພາດ, ພຣະເຢຊູຊົງໂສກ ເສົ້າແລະໜັກໃຈແລະໃຈຂອງພຣະອົງ “ກໍເປັນທຸກແບບຈະຕາຍ”, ນັ້ນຄື (ພຣະອົງ)ກໍາລັງຈະຕາຍເພາະຄວາມໂສກເສົ້າ...ພຣະເຢຊູເກືອບຈະຕາຍ ໃນສວນ,ຈອກທີ່ກ່າວເຖິງໃນຂໍ້ 39 ແລະ 42 ຄືຈອກແຫ່ງຄວາມຕາຍ, ຄວາມຕາຍໃນຄືນນັ້ນຢູ່ໃນສວນເກັດເສມາເນ,ເລື່ອງນີ້ໄດ້ເຮັດໃຫ້ຊັດເຈນ ໂດຍສະເພາະໃນເຮັບເລີ 5:7 ບ່ອນທີ່ພວກເຮົາຖືກບອກວ່າ“ຖະວາຍຄຳອະທິຖານ ແລະທູນອ້ອນວອນດ້ວຍຊົງກັນແສງຫລວງຫລາຍແລະນ້ຳພຣະເນດໄຫລ ຕໍ່ພຣະເຈົ້າຜູ້ຊົງສາມາດຊ່ວຍພຣະອົງໃຫ້ພົ້ນຈາກຄວາມຕາຍໄດ້ ແລະ ພຣະເຈົ້າໄດ້ຊົງສະດັບເພາະພຣະອົງນັ້ນໄດ້ຢ້ານຢໍາ”ແທບຈະຕາຍຢູ່ ໃນສວນເກັດເສມາເນ, ພຣະເຢຊູຊົງອະທິຖານຂໍໃຫ້ຈອກແຫ່ງຄວາມຕາຍ ຜ່ານໄປຈາກພຣະອົງໃນຄືນນັ້ນເພື່ອທີ່ພຣະອົງຈະຈະມີຊີວິດແລະຕາຍເທິງໄມ້ກາງແຂນໃນມື້ຕໍ່ມາໄດ້,ພຣະຄໍາພີກ່າວວ່າ“ພຣະເຈົ້າຊົງໄດ້ຍິນ” ພຣະ ເຈົ້າຊົງຕອບຄໍາອະທິຖານຂອງພຣະອົງ... ຖ້າພຣະເຢຊູຫາກຕາຍໃນສວນ ເກັດເສມາເນພວກເຮົາກໍຈະບໍ່ມີຂ່າວປະເສີດແຫ່ງຄວາມລອດ, ເພາະຂ່າວ ປະເສີດຄື “ວ່າພຣະຄຣິດໄດ້ຊົງວາຍພຣະຊົນເພາະບາບຂອງເຮົາທັງຫຼາຍ ຕາມທີ່ຂຽນໄວ້ໃນພຣະຄໍາພີ”(1 ໂກລິນໂທ 15:3),ບໍ່ແມ່ນການຕາຍແບບ ທໍາມະດາທີ່ພຣະອົງຈະເຮັດ,ຄວາມຕາຍຂອງພຣະຄຣິດຈະຕ້ອງຖືກບັນທຶກຕາມພຣະຄໍາພີ...ພຣະເຢຊູຈະຕ້ອງຖືກດຶງໜວກເຄົາອອກ (ອິດສະຢາ 53:5),ພຣະອົງຈະຕ້ອງຢູ່ລະຫວ່າງກາງໂຈນສອງຄົນ(ອິດສະຢາ 53:12; ເສຄາຣິຢາ 12:10;ເສຄາຣຢາ 13:6),ພວກເຂົາຈະຕ້ອງຕອກແຂນແລະ ຕີນຂອງພຣະອົງ(ເພງສັນລະເສີນ 22:16)...ແມ່ນແຕ່ຕອນທີ່ພຣະອົງຊົງ ຮ້ອງສຽງດັງຢູ່(ຈາກໄມ້ກາງແຂນ) “ພຣະເຈົ້າຂອງຂ້າພະອົງໆເປັນຫຍັງ ພຣະອົງຈື່ງປະຖີ້ມຂ້າພະອົງເສຍ”...ກໍຖືກກ່າວລ່ວງໜ້າໄວ້ໃນພຣະຄໍາພີ (ເພງສັນລະເສີນ 22:1),ການເຍາະເຍີ້ຍຂອງພວກປະໂລຫິດໃຫຍ່ແລະປະ ຊາຊົນ(ຕອນທີ່ພຣະອົງຢູ່ເທິງກາງແຂນ) ຈະຕ້ອງສໍາເລັດຕາມທີ່ໄດ້ກ່າວ ລ່ວງໜ້າໄວ້(ເພງສັນລະເສີນ22:7-8)[ພວກທະຫານ]ຈະຕ້ອງຈັບສະລາກ ເສື້ອຂອງພຣະອົງ(ເພງສັນລະເສີນ 22:18)
         ຖ້າພຣະເຢຊູບໍ່ຕາຍແທ້“ຕາມທີ່ຂຽນໄວ້ໃນພຣະຄໍາພີ”ພຣະອົງກໍຈະບໍ່ສາມາດເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາໄດ້,ຂອບຄຸນພຣະເຈົ້າທີ່ຄໍາອະທິຖານຂອງພຣະອົງໃນສວນເກັດເສມາເນໄດ້ຮັບຄໍາຕອບ! ຈອກແຫ່ງ ຄວາມຕາຍ...ໃນຄືນນັ້ນໄດ້ເລື່ອນໄປຈາກພຣະອົງ[ເພື່ອທີ່ພຣະອົງຈະສາ ມາດໄປ]ເຖິງກາງແຂນເພື່ອໃຫ້ເຮົາສາມາດລອດໄດ້...ລູກາ 22:43 ບອກ ເຮົາວ່າ“ທູດສະຫວັນອົງໜຶ່ງຈາກສະຫວັນມາປາກົດແກ່ພຣະອົງຊ່ວຍຊູກຳລັງພຣະອົງ”ຖ້າປາສະຈາກການຊູກໍາລັງທີ່ອັດສະຈັນນີ້ຂອງຮ່າງກາຍພຣະ ອົງ,ແນ່ນອນພຣະຄຣິດກໍອາດຈະຕາຍຢູ່ໃນສວນແຫ່ງນັ້ນໃນຄືນນັ້ນໄດ້ (John R. Rice, D.D., The Gospel According to Matthew, Sword of the Lord Publishers, 1980 edition, pp. 441-442; notes on Matthew 26:36-46).

ພວກເຮົາບໍ່ສາມາດພົ້ນຈາກຄວາມບາບຂອງເຮົາໄດ້ ຖ້າພຣະເຢຊູຫາກຕາຍໃນ ສວນເກັດເສມາເນກ່ອນທີ່ພຣະອົງຈະໄປເທິງໄມ້ກາງແຂນ, ເປັນຫຍັງ? ກໍເພາະວ່າພຣະ ຄຣິດຈະບໍ່ຕາຍ”ກາຕາຕາສກຣາຟາສ” ພຣະອົງບໍ່ສາມາດຊ່ວຍເຮົາໃຫ້ພົ້ນໄດ້ເພາະພຣະ ອົງບໍ່ໄດ້ຕາຍ“ຕາມທີ່ຂຽນໄວ້ໃນພຣະຄໍາພີ”

“ຝ່າຍພຣະເຢຊູ ຂະນະເມື່ອພຣະອົງດຳລົງຢູ່ໃນເນື້ອໜັງນັ້ນ ພຣະອົງໄດ້ຖວາຍຄຳອະທິຖານ ແລະທູນອ້ອນວອນດ້ວຍຊົງກັນແສງຫລວງຫລາຍແລະນ້ຳພຣະເນດໄຫລ ຕໍ່ພຣະເຈົ້າຜູ້ຊົງສາມາດຊ່ວຍພຣະອົງໃຫ້ພົ້ນຈາກຄວາມຕາຍໄດ້ ແລະພຣະເຈົ້າໄດ້ຊົງສະດັບເພາະພຣະອົງນັ້ນໄດ້ຢ້ານຢໍາ” (ເຮັບເລີ 5:7)

III. ສາມ ຂໍ້ພຣະຄໍາພີບອກເຮົາວ່າພຣະເຈົ້າຊົງຕອບພຣະອົງ.

ຖ້າພຣະອົງກໍາລັງອະທິຖານເພື່ອຫຼີກຈາກໄມ້ກາງແຂນ, ພຣະເຈົ້າກໍຈະບໍ່ໄດ້ຍິນ ພຣະອົງຫຼືຊ່ວຍພຣະອົງໃຫ້ພົ້ນ! ບໍ່ເລີຍ,ພຣະເຈົ້າຊົງຟັງແລະຕອບຄໍາອະທິຖານຂອງພຣະ ອົງ,ພຣະອົງບໍ່ໄດ້ຕາຍໃນສວນເກັດເສມາເນ! ພຣະເຈົ້າຊົງຊ່ວຍພຣະອົງເພື່ອທີ່ພຣະອົງຈະ ສາມາດຕາຍຢູ່ເທິງໄມ້ກາງແຂນເພື່ອຄວາມບາບຂອງເຮົາໄດ້“ກາຕາຕາມກຣາປາສ”-ຕາມ ທີ່ຂຽນໄວ້ໃນພຣະຄໍາພີ”! ພຣະເຢຊູຖືກ“ຊົງຕອບເພາະພຣະອົງນັ້ນຊົງຢ້ານຢໍາ”(ເຮັບເລີ 5:7), ຂ້າພະເຈົ້າຄິດວ່າອັນນີ້ໝາຍຄວາມວ່າພຣະອົງຊົງມີຄວາມຢໍາເກງແບບພຣະເຈົ້າ “ເພາະເຫັນແກ່ຄວາມຍິນດີທີ່ມີຢູ່ທາງໜ້ານັ້ນ ພຣະອົງໄດ້ຊົງທົນເອົາກາງແຂນ”(ເຮັບເລີ 12:2),ພຣະເຢຊູບໍ່ຕາຍໂດຍບັງເອີນ,ບໍ່ເລີຍ ພຣະອົງຊົງຕັ້ງໃຈແລະພ້ອມທີ່ຈະໄປເທິງໄມ້ ກາງແຂນເພື່ອຈ່າຍການລົງໂທດເພື່ອບາບຂອງເຮົາຢ່າງຄົບຖ້ວນ.

ແມ່ນຫຍັງຄືເຫດຜົນສໍາຫຼັບຄວາມເຈັບປວດແລະທຸກທໍລະມານຂອງພຣະອົງ“ແທບຈະຕາຍ” (“ຈົນຮອດຈຸດຂອງຄວາມຕາຍ”ເອັນໄອວີ)ໃນສວນເກັດເສມາເນ (ມັດທາຍ 26:38)? ເປັນຫຍັງເປັນພຣະອົງທີ່“ໂສກເສົ້າ”ແລະ“ໜັກພຣະໄທຫຼາຍ”ຈື່ງຢູ່ທີ່ນັ້ນ? ເປັນ ຫຍັງພຣະອົງຈື່ງ“ຕົກຕະລຶງຫຼາຍ”(ມາລະໂກ 14:33)? ເປັນຫຍັງຈື່ງເປັນພຣະອົງ“ຊົງເປັນ ທຸກ”(ລູກາ 22:44)? ເປັນຫຍັງພຣະອົງຈື່ງເຫື່ອໄຫຼ“ເປັນເໝືອນເລືອດໄຫຼຢອດລົງເຖິງດິນ ເປັນເມັດໃຫຍ່”ໃນເກັດເສມາເນ(ລູກາ 22:44)?

ຂ້າພະເຈົ້າເຊື່ອວ່າມັນຢູ່ໃນສວນເກັດເສມາເນໃນຄືນນັ້ນທີ່ພຣະເຈົ້າໄດ້ຊົງວາງ ຄວາມຜິດບາບຂອງຄົນຂອງພຣະອົງລົງເທິງພຣະເຢຊູ,ລູກແກະຂອງພຣະເຈົ້າ,ພຣະຄໍາພີ ກ່າວວ່າ “ພຣະເຈົ້າໄດ້ຊົງວາງລົງເທິງພຣະອົງຄວາມຊົ່ວຊ້າຂອງເຮົາທັງຫຼາຍ” (ເອຊາຢາ 53:6),ຂ້າພະເຈົ້າເຊື່ອວ່າມັນເກີດຂື້ນໃນສວນເກັດເສມາເນ,ຄວາມບາບຂອງທ່ານຖືກວາງ ລົງ“ໃນພຣະກາຍຂອງພຣະອົງເອງ”ໃນຄືນນັ້ນແລະພຣະອົງຊົງແບກພວກມັນໄປທີ່ໄມ້ກາງແຂນ,ເພື່ອຈ່າຍສໍາຫຼັບຄວາມບາບຂອງທ່ານໃນເຊົ້າມື້ຕໍ່ມາ, ນີ້ຄືພຣະເຢຊູ“ພຣະອົງເອງໄດ້ ຊົງຮັບແບກບາບຂອງເຮົາໄວ້ໃນພຣະກາຍຂອງພຣະອົງທີ່ຕົ້ນໄມ້ນັ້ນ” - ເທິງໄມ້ກາງແຂນ (1 ເປໂຕ 2:24),ເຫັນພຣະອົງຊົງເປັນທຸກຫຼາຍ,ເຫື່ອໄຫຼເປັນເລືອດຢູ່ຫັ້ນໃນເກັດເສມາເນ ເມື່ອພຣະເຈົ້າ“ຊົງວາງລົງເທິງພຣະອົງຄວາມຊົ່ວຊ້າຂອງເຮົາທັງຫຼາຍ” ທ່ານຈະປະຕິເສດ ພຣະຜູ້ຊ່ວຍທີ່ຍິ່ງໃຫຍ່ແບບນີ້ບໍ? ຫຼືທ່ານຈະມາຫາພຣະອົງຜູ້ຊື່ງທຸກທໍລະມານແລະຕາຍໃນ ບ່ອນຂອງທ່ານ,ເພື່ອທ່ານຈະໄດ້ຮັບການອະໄພ ແລະພົ້ນຈາກການພິພາກສາຂອງຄວາມ ບາບໄດ້ບໍ?

ນັກແຕ່ງເພງຊີວິດຄຣິສຕຽນທີ່ຍິ່ງໃຫຍ່ໂຢເຊບຮາດທ໌(1712-1768)ໄດ້ເຫັນໃນສິ່ງ ທີ່ເກີດຂື້ນກັບພຣະເຢຊູໃນສວນເກັດເສມາເນ.

ຈົ່ງເບິ່ງຄວາມທຸກພຣະບຸດຂອງພຣະເຈົ້າ
ຫອບ,ສົ່ງສຽງພື່ມພໍາ,ເຫື່ອອອກເປັນເລືອດ
ພຣະຄຸນອັນເລິກເຊີງທີ່ໄຮ້ຂອບເຂດຂອງພຣະອົງ
ພຣະເຢຊູ,ພຣະອົງຊົງເປັນທີ່ຮັກ
   (“Thine Unknown Sufferings” by Joseph Hart, 1712-1768;
      to the tune of “‘Tis Midnight, and on Olive’s Brow”).

ຂໍເຊີນຢືນຂື້ນແລະຮ້ອງອີກເພງໜື່ງຂອງໂຢເຊບຮາດທ໌,ມັນຢູ່ໃນເພງບົດທີ່ 5 ຢູ່ໃນປື້ມເພງ ຂອງທ່ານ.

ຄໍາສາບຫຼາຍຢ່າງພຣະອົງທົນເອົາ,ການທົດລອງຫຼາຍຢ່າງຊົງພົບພໍ້
ຄົນເຈັບແລະຄວາມເຈັບປວດທີ່ທົນເອົາ,ແຕ່ການທົດສອບທີ່ເຈັບຍັງມີ
ຈະຖືກນໍາມາໄວ້ໃນພຣະອົງ,ໃນເກັດເສມາເນທີ່ເສົ້າໝອງແລະໝົດຫວັງ
ຈະຖືກນໍາມາໄວ້ໃນພຣະອົງ,ໃນເກັດເສມາເນທີ່ເສົ້າໝອງແລະໝົດຫວັງ

ມາໃນຄືນສຸດທ້າຍທີ່ໜ້າຢ້ານ,ການແກ້ແຄ້ນດ້ວຍກະບອງເຫຼັກ
ຢືນຢູ່ດ້ວຍການຊົງເລືອກອາດເຮັດໃຫ້ລູກແກະທີ່ບໍ່ມີໄພຂອງພຣະເຈົ້າເຈັບ
ເຫັນໃຈຂອງເຮົາ,ພຣະຜູ້ຊ່ວຍເຫັນ,ຊົງໝອບລົງໃນເກັດເສມາເນ
ເຫັນໃຈຂອງເຮົາ,ພຣະຜູ້ຊ່ວຍເຫັນ,ຊົງໝອບລົງໃນເກັດເສມາເນ

ຢູ່ຫັ້ນພຣະບຸດພຣະເຈົ້າຊົງແບກຄວາມຊົ່ວທຸກຢ່າງ,ຜ່ານພຣະຄຸນທີ່ເຊື່ອໄດ້
ແຕ່ຄວາມໜ້າຢ້ານທີ່ພຣະອົງຮູ້ສຶກມີຫຼາຍເກີນກວ່າທີ່ຈະຖືກໂນ້ມນ້າວ
ບໍ່ມີຈັກຢ່າງທີ່ເຈາະຜ່ານພຣະອົງໄດ້,ຫົດຫູ່,ເກັດເສມາເນທີ່ມືມົວ
ບໍ່ມີຈັກຢ່າງທີ່ເຈາະຜ່ານພຣະອົງໄດ້,ຫົດຫູ່,ເກັດເສມາເນທີ່ມືມົວ

ຄວາມບາບຕໍ່ສູ້ພຣະເຈົ້າຜູ້ບໍລິສຸດ,ຕໍ່ສູ້ບັນຍັດອັນຊອບທໍາຂອງພຣະອົງ
ຄວາມບາບຕໍ່ສູ້ຄວາມຮັກພຣະອົງ,ຕໍ່ສູ້ພຣະນາມແລະເຫດຂອງພຣະອົງ
ຄວາມບາບໃຫຍ່ຫຼາຍຄືກັບທະເລ-ເຊື່ອງຂ້າ ໂອເກັດເສມາເນ!
ຄວາມບາບໃຫຍ່ຫຼາຍຄືກັບທະເລ-ເຊື່ອງຂ້າ ໂອເກັດເສມາເນ!

ນີ້ຄືຂໍ້ຮຽກຮ້ອງຢ່າງດຽວຂອງຂ້າ,ບໍ່ມີພຣະຜູ້ຊ່ວຍໃດທີ່ຕ້ອງການອີກ
ບໍ່ມີການກະທໍາທີ່ຊອບທໍາຈັກຢ່າງຂອງຂ້າ,ບໍ່ມີການດີໃດທີ່ຊົງພໍພຣະໄທ
ບໍ່ເຫັນມີຄວາມຫວັງໃດສໍາຫຼັບຂ້າ,ມີພຽງໃນເກັດເສມາເນເທົ່ານັ້ນ
ບໍ່ເຫັນມີຄວາມຫວັງໃດສໍາຫຼັບຂ້າ,ມີພຽງໃນເກັດເສມາເນເທົ່ານັ້ນ
(“Many Woes He Had Endured” by Joseph Hart, 1712-1768;
      altered by the Pastor; to the tune of “Come, Ye Sinners”).

ພຣະເຢຊູຊົງແບກບາບຂອງທ່ານເທິງໄມ້ກາງແຂນເພາະພຣະອົງຊົງຮັກທ່ານ,ພຣະເຢຊູຊົງຫຼັ່ງໂລຫິດຂອງພຣະອົງເພື່ອຊໍາລະລ້າງທ່ານອອກຈາກບາບທຸກຢ່າງເພາະພຣະອົງຊົງຮັກ ທ່ານ,ມັນເປັນຄໍາອະທິຖານຂອງຂ້າພະເຈົ້າທີ່ວ່າທ່ານຈະວາງໃຈໃນພຣະຜູ້ຊ່ວຍໃຫ້ພົ້ນຜູ້ ຊື່ງຮັກທ່ານດ້ວຍຄວາມຮັກອັນຕະຫຼອດໄປເປັນນິດ!.

ບໍ່ມີໃຜຮັກທ່ານຄືກັບພຣະເຢຊູຮັກ
ບໍ່ມີເປັນຫ່ວງທ່ານຄືກັບພຣະເຢຊູ
ທ່ານຈະບໍ່ມີວັນມີເພື່ອແທ້ໄດ້
ຈົ່ງວາງໃຈພຣະອົງແລະທ່ານຈະມີຊີວິດອີກ
ຈົ່ງເຮັດໃຫ້ພຣະເຢຊູເປັນຂອງທ່ານ!

ຂໍເຊີນ ດຣ.ແຊນມານໍາພວກເຮົາອະທິຖານແດ່ ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວພຣຸດໂຮມ: ມັດທາຍ 26:36-39,
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ:
“Gethsemane, the Olive-Press!” (by Joseph Hart, 1712-1768).

ໂຄງຮ່າງບົດເທດສະໜາ

ຄໍາອະທິຖານຂອງພຣະຄຣິດໃນສວນເກັດເສມານີ

CHRIST’S PRAYER IN GETHSEMANE

ໂດຍ: ດຣ. ອາ.ແອວ.ໄຮເມີ ຈູເນຍ

“ຝ່າຍພຣະເຢຊູ ຂະນະເມື່ອພຣະອົງດຳລົງຢູ່ໃນເນື້ອໜັງນັ້ນ ພຣະອົງໄດ້ຖວາຍຄຳອະທິຖານ ແລະທູນອ້ອນວອນດ້ວຍຊົງກັນແສງຫລວງຫລາຍແລະນ້ຳພຣະເນດໄຫລ ຕໍ່ພຣະເຈົ້າຜູ້ຊົງສາມາດຊ່ວຍພຣະອົງໃຫ້ພົ້ນຈາກຄວາມຕາຍໄດ້ ແລະພຣະເຈົ້າໄດ້ຊົງສະດັບເພາະພຣະອົງນັ້ນໄດ້ຢ້ານຢໍາ”(ເຮັບເລີ 5:7)

(ລູກາ 22:44)

I. ໜື່ງ ຂໍ້ພຣະຄໍາພີເວົ້າເຖິງພຣະຄຣິດ“ຂະນະເມື່ອພຣະອົງດຳລົງຢູ່ໃນເນື້ອໜັງ ນັ້ນ” ໂຢຮັນ 11:35; ລູກາ 19:41.

II. ສອງ ຂໍ້ພຣະຄໍາພີບອກເຮົາວ່າພຣະຄຣິດຊົງອ້ອນວອນຕໍ່ພຣະເຈົ້າ,
ຜູ້ຊື່ງສາມາດຊ່ວຍພຣະອົງໃຫ້ພົ້ນຈາກຄວາມຕາຍໃນສວນເກັດເສ
ມາເນໄດ້. ມັດທາຍ 26:36-39;ລູກາ 22:44; 1 ໂກລິນໂທ
15:3; ເອຊາຢາ 50:6; 53:5,12; ເສຄາຣິຢາ 12:10; 13:6;
ເພງສັນລະເສີນ 22:16, 1, 7-8, 18; ລູກາ 22:43.

III. ສາມ ຂໍ້ພຣະຄໍາພີບອກເຮົາວ່າພຣະເຈົ້າຊົງຕອບພຣະອົງ. ເຮັບເລີ 12:2
ມັດທາຍ 26:38; ມາລະໂກ 14:33; ລູກາ 22:44; ເອຊາຢາ 53:6; 1 ເປໂຕ 2:24.