Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ງູແລະພຣະຜູ້ຊ່ວຍໃຫ້ພົ້ນ

THE SERPENTS AND THE SAVIOUR
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 8/3/2015
A sermon preached at the Baptist Tabernacle of Los Angeles
Lord’s Day Morning, March 8, 2015

“ແລະພຣະເຈົ້າກ່າວກັບໂມເສດວ່າ ຈົ່ງເຮັດງູທອງເຫຼືອງໂຕໜື່ງແລະ ຕິດໄວ້ກັບເສົາ ແລະຕໍ່ມາທຸກຄົນທີ່ຖືກງູຕອດເມື່ອເຂົາແນມເບິ່ງ ເຂົາກໍຍັງຈະມີຊີວິດຢູ່ໄດ້, ດັ່ງນັ້ນໂມເສດຈື່ງເຮັດງູທອງເຫຼືອງໂຕ ໜື່ງ ແລະຕິດໄວ້ຢູ່ເສົາແລ້ວຕໍ່ມາຖ້າງູຕອດຄົນໃດ ຖ້າເຂົາແນມ ເບິ່ງງູທອງເຫຼືອງນັ້ນ ເຂົາກໍມີຊີວິດຢູ່ໄດ້”(ຈັດເຊັນບັນຊີ 21:8-9)


ຄົນອິດສະຣາເອນເກີດຄວາມທໍ້ແທ້ໃຈໃນຂະນະທີ່ພວກເຂົາເດີນທາງຜ່ານຖີ່ນທຸລະກັນດານ,ແລະປະຊາຊົນກໍເວົ້າຕໍ່ສູ້ພຣະເຈົ້າແລະຕໍ່ສູ້ຜູ້ນໍາຂອງເຂົາຄືໂມເສດ,ພວກເຂົາເວົ້າວ່າ“ເປັນຫຍັງຈື່ງພາພວກເຮົາອອກຈາກອີຢິບໃຫ້ມາຕາຍໃນຖີ່ນທຸລະກັນດານເພາະບໍ່ມີອາຫານແລະບໍ່ມີນໍ້າ,ເຮົາເບື່ອອາຫານອັນໄຮ້ຄ່ານີ້”ພຣະເຈົ້າໄດ້ສົ່ງມານາມາຈາກສະຫວັນເພື່ອລ້ຽງພວກເຂົາແຕ່ພວກເຂົາຊັງມັນ,ພວກເຂົາເອີ້ນວ່າ“ອາຫານເບົາບາງອັນນີ້”ອາຫານອັນໄຮ້ຄ່ານີ້,ນັກແຕ່ງເພງສັນລະເສີນເອີ້ນມານາວ່າ “ອາຫານຂອງທູດສະຫວັນ” (ເພງສັນລະເສີນ 78:25),ແຕ່ປະຊາຊົນອິດສະຣາເອນຈົ່ມແລະຕິຕຽນພຣະເຈົ້າແລະໂມເສດ, ພວກເຂົາເວົ້າ ວ່າ“ຈິດໃຈຂອງເຮົາເບື່ອມານານີ້” - ພວກເຮົາຊັງມັນ.

ນີ້ຄືການວິຈານຂອງທໍາມະຊາດມະນຸດ,ມັນໄດ້ສະແດງໃຫ້ເຫັນເຖິງຄວາມຊົ່ວແລະໃຈບາບຂອງມະນຸດ.

“ເຫດວ່າໃຈຊຶ່ງປັກຢູ່ກັບເນື້ອໜັງນັ້ນກໍເປັນສັດຕູຕໍ່ພຣະເຈົ້າ”(ໂລມ 8:7)

ພຣະຄໍາພີກ່າວວ່າ:

“ພວກເຂົາຕ່າງກໍຢູ່ໃຕ້ອຳນາດຂອງບາບທຸກຄົນ ຕາມທີ່ມີຂຽນໄວ້ແລ້ວວ່າ `ບໍ່ມີຜູ້ໃດເປັນຄົນມັກທຳສັກຄົນດຽວ ບໍ່ມີເລີຍ”(ໂລມ 3:9-10)

ໃຈຂອງມະນຸດຖືກຕັ້ງຂື້ນຕໍ່ສູ້ພຣະເຈົ້າ,ອັນນັ້ນແລະທີ່ວ່າເປັນຫຍັງພວກເຮົາຈື່ງຕັ້ງໃຈທີ່ຈະຕໍານິແລະຈົ່ມໃສ່ພຣະເຈົ້າ,ມະນຸດທີ່ຢູ່ໃນຄວາມບາບບໍ່ໄດ້ດີໄປກວ່າ ແລະບໍ່ແຕກຕ່າງຫຍັງ ກັບຄົນອິດສະຣາເອນໃນຖີ່ນທຸລະກັນດານ.

“ແລະພຣະເຈົ້າກໍຊົງໃຫ້ງູພິດມາຖ້າມກາງປະຊາຊົນ ແລະງູກໍຕອດປະຊາ ຊົນ ແລະຄົນອິດສະຣາເອນຕາຍຫຼາຍ”(ຈົດເຊັນບັນຊີ 21:6)

ພຣະຄໍາພີກ່າວວ່າ“ຄ່າຈ້າງຂອງຄວາມບາບຄືຄວາມຕາຍ”(ໂລມ 6:23),ພຣະຄໍາພີກ່າວວ່າ “ຊີວິດໃດທີ່ເຮັດບາບຈະຕ້ອງຕາຍ”(ເອເສກຽນ 18:4, 20).

ແຕ່ຄົນທີ່ເຫຼືອໄດ້ມາຫາໂມເສດແລະກ່າວວ່າ “ພວກເຮົາໄດ້ເຮັດບາບແລ້ວ...ຂໍຈົ່ງ ອະທິຖານຕໍ່ພຣະເຈົ້າ ຂໍພຣະອົງຊົງນໍາງູໄປຈາກເຮົາແດ່,ດັ່ງນັ້ນໂມເສດຈື່ງອະທິຖານເພື່ອ ປະຊາຊົນ”(ຈົດເຊັນບັນຊີ 21:7)

ເຮົາຕ້ອງຈື່ໄວ້ວ່າພຣະເຈົ້າໄດ້ສະແດງພຣະເມດຕາອັນຍິ່ງໃຫຍ່ແກ່ພວກເຂົາ,ພຣະ ເຈົ້າໄດ້ປົດປ່ອຍເຂົາອອກຈາກການເປັນທາດໃນອີຢິບ, ພຣະເຈົ້າຊົງນໍາເຂົາໄປຜ່ານທະເລ ແດງ - ເທິງດິນແຫ້ງລະຫວ່າງກໍາແພງນໍ້າທີ່ຕັ້ງຢູ່, ພວກເຂົາໄດ້ພາກັນຮ້ອງເພງກ່ຽວກັບ ການຊົງຊ່ວຍອັນຍິ່ງໃຫຍ່ນີ້ຜ່ານທາງພຣະຄໍາພີເດີມ, ແລະພຣະເຈົ້າກໍຊົງລ້ຽງເຂົາດ້ວຍມາ ນາທຸກໆມື, ມີນໍ້າໄຫຼອອກມາຈາກກ້ອນຫີນພຽງພໍສໍາຫຼັບຄົນທັງຊາດພ້ອມດ້ວຍສັດລ້ຽງ ຂອງພວກເຂົາ,ພຣະເຈົ້າໄດ້ຊົງຊ່ວຍເຂົາໃຫ້ພົ້ນຈາກສັດຕູຕ່າງໆຂອງເຂົາດ້ວຍລິດອໍານາດອັນໃຫຍ່ຫຼວງ, ພຣະເຈົ້າໄດ້ຊົງນໍາພວກເຂົາດວຍເສົາໄຟໃນເວລາກາງຄືນແລະດ້ວຍເສົາ ເມກໃນເວລາກາງເວັນ,ສະຫງ່າລາສີຂອງພຣະເຈົ້າສືບຕໍ່ຢູ່ກັບພວກເຂົາ.

ແຕ່ພວກເຂົາບໍ່ໄດ້ສັນລະເສີນພຣະເຈົ້າ,ພວກເຂົາຍັງຄົງບໍ່ເຊື່ອຄືເກົ່າ,ພວກເຂົາໄດ້ກະບົດ,ໄດ້ຈົ່ມແລະຕໍານິໂມເສດແລະພຣະເຈົ້າ, ດຣ.ຈອນອາ.ໄຣສ໌ໄດ້ກ່າວວ່າ:

ໃນທັນໃດນັ້ນຢູ່ຖ້າມກາງປະຊາຊົນ,ມີສຽງເລື້ອຍໃນສະໜາມຫຍ້າ,ຄືບຄານເຂົ້າມາໃນເຕັ້ນ,ມີງູພິດຫຼາຍໂຕ,ສິ່ງຊົ່ວຮ້າຍຕ່າງໆລາກສີ“ແລະຄົນອິດສະ ຣາເອນຕາຍຫຼາຍ” ຢູ່ນີ້ມີທັງການລົງໂທດຂອງພຣະເຈົ້າແລະພຣະເມດຕາ ຂອງພຣະອົງທີ່ຖືກສະແດງໃຫ້ເຫັນໃນເຫດການດຽວກັນ, ຢູ່ນີ້ມີທັງພຣະພິ ໂລດແລະພຣະຄຸນ, ທີ່ນີ້ທັງບາບແລະພຣະຜູ້ຊ່ວຍໃຫ້ພົ້ນໄດ້ປາກົດໃນຖີ່ນ ທຸລະກັນດານ(John R. Rice, D.D., “Snakes in the Camp,” Blood and Tears on the Stairway, Sword of the Lord Publishers, 1970, pp. 34, 35).

ພວກເຮົາຈະບໍ່ຄິດກ່ຽວກັບເຫດການນີ້ຫຼາຍຖ້າພຣະເຢຊູຫາກບໍ່ໄດ້ກ່າວຊໍ້າໃນພຣະຄໍາພີໃໝ່ໃນໂຢຮັນບົດທີ່ສາມ.

ມີຜູ້ຊາຍຄົນໜື່ງຊື່ນິໂຄເດມັສມາຫາພຣະເຢຊູໃນຕອນກາງຄືນ, ລາວເປັນຄູຫຼັກໆ ຂອງປະເທດອິດສະຣາເອນ,ລາວເປັນຟາຣິສີແລະເປັນສະມາຊິກຂອງຊານເຮດຣິນສະພາ ຂອງພວກຢິວ, ລາວເຊື່ອວ່າພຣະເຢຊູເປັນ“ຄູຄົນໜື່ງທີ່ມາຈາກພຣະເຈົ້າ,ເພາະບໍ່ມີຜູ້ໃດ ເຮັດການອັດສະຈັນນັ້ນໄດ້ນອກຈາກວ່າ ພຣະເຈົ້າຊົງສະຖິດຢູ່ກັບເຂົາ”(ໂຢຮັນ 3:2).

ແຕ່ນິໂຄເດມັສບໍ່ຮູ້ຈັກວ່າຈະເກີດໃໝ່ອີກໄດ້ແນວໃດ, ພຣະເຢຊູບອກລາວວ່າ “ທ່ານຈະຕ້ອງບັງເກີດໃໝ່”(ໂຢຮັນ 3:7), ນິໂຄເດມັສກ່າວວ່າ “ສິ່ງເຫຼົ່ານີ້ຈະເປັນໄປໄດ້ ແນວໃດ?”(ໂຢຮັນ 3:9), ລາວບໍ່ມີຄວາມຄິດວ່າຈະເກີດໃໝ່ອີກໄດ້ແນວໃດ, ຈະລອດໄດ້ ແນວໃດ, ພຣະເຢຊູໄດ້ເຕືອນສະຕິລາວເຖິງເລື່ອງງູໃນຖີ່ນທຸລະກັນດານ, ເພື່ອຊີ້ໃຫ້ລາວ ເຫັນວ່າການເກີດໃໝ່ເກີດຂື້ນໄດ້ແນວໃດແດ່.

ການເກີດໃໝ່ຖືກເອີ້ນວ່າ“ການບັງເກີດໃໝ່”ໂດຍນັກສາສະໜາສາດ, ເດິະຣິໂຟເມ ເຊີ່ນສະຕາດີໄບໂບ ກ່າວວ່າ:

ພຣະເຢຊູຊົງແປກໃຈທີ່ນິໂຄເດມັສງົງໂດຍການຮຽກຮ້ອງໃຫ້ມີບັງເກີດໃໝ່,ນິໂຄເດມັສຄວນຈະເຂົ້າໃຈຈາກພຣະຄໍາພີເດີມວ່າລາວເປັນຄົນບາບ,ແລະ ຕ້ອງການຊີວິດໃໝ່...ການບັງເກີດໃໝ່[ການເກີດໃໝ່]ຄືຂອງປະທານແຫ່ງພຣະຄຸນຂອງພຣະເຈົ້າ,ມັນເກີດຂື້ນທັນທີ,ວຽກທີ່ອັດສະຈັນຂອງພຣະວິນ ຍານບໍລິສຸດໃນໂຕເຮົາ,ຜົນກະທົບຂອງມັນຄືການເລັ່ງເຮົາ[ເຮັດໃຫ້ເຮົາມີຊີວິດ] ໃຫ້ມີຊີວິດຝ່າຍວິນຍານຈາກການຕາຍຝ່າຍຈິດວິນຍານ... (The Reformation Study Bible, Ligonier Ministries, 2005, p. 1514; note on John 3)

ຕອນນີ້ໃຫ້ເຮົາເປີດໄປໂຢຮັນ 3:14,15, ມັນຢູ່ໃນໜ້າ 1117 ໃນພຣະຄໍາພີສະກໍ ຟິວສຶກສາ, ຢູ່ໃນນີ້ຄືການທີ່ພຣະເຢຊູອະທິບາຍໃຫ້ນິໂຄເດມັສຟັງວ່າການເກີດໃໝ່ເປັນ ແນວໃດ.ນິໂຄເດມັສຮູ້ຈັກເພັນທະທູກດ້ວຍໃຈຄືໜັງສືຫ້າເຫຼັ້ມທໍາອິດຂອງພຣະຄໍາພີ, ຈົດ ເຊັນບັນຊີຄືໜັງສືເຫຼັ້ມທີ່ສີ່ຂອງພຣະຄໍາພີ, ນິໂຄເດມັສຮູ້ຈັກມັນດີເພາະລາວໄດ້ທ່ອງຈໍາມັນ ໜ້າຈະທັງໝົດດ້ວຍຫົວໃຈມາແລ້ວ,ດັ່ງນັ້ນພຣະເຢຊູຈື່ງໃຊ້ເລື່ອງລາວຂອງງູພິດເພື່ອອະທິບາຍໃຫ້ລາວຟັງວ່າຈະລອດໄດ້ແນວໃດແດ່, ຈະບັງເກີດໃໝ່ໄດ້ແນວໃດ, ກະລຸນາຢືນຂື້ນ ແລ້ວເປີດໄປໃນໂຢຮັນ 3:14 ແລະ 15, ພຣະເຢຊູຊົງກ່າວຕໍ່ນິໂຄເດມັສວ່າ:

“ໂມເສດໄດ້ຍົກງູຂຶ້ນໃນຖິ່ນທຸຣະກັນດານສັນໃດ ບຸດມະນຸດຈະຕ້ອງຖືກຍົກຂຶ້ນສັນນັ້ນ ເພື່ອຜູ້ໃດທີ່ເຊື່ອໃນພຣະອົງຈະບໍ່ຈິບຫາຍ ແຕ່ມີຊີວິດອັນຕະຫຼອດໄປເປັນນິດ”(ໂຢຮັນ 3:14-15)

ເຊີນນັ່ງລົງໄດ້,ຈົ່ງເບິ່ງແລະມີຊີວິດຢູ່,ຈົ່ງເຊື່ອໃນພຣະເຢຊູແລະລອດ, ມັນຄືຫົວໃຈຫຼັກຂອງ ຂ່າວປະເສີດຂອງພຣະຄຣິດ, ໃຫ້ສັງເກດສາມສິ່ງໃນຂໍ້ພຣະຄໍາພີ.

I. ໜື່ງ ການຕອດແລະການຕາຍຂອງບາບ.

ຖ້າຄົນໃດເຂົ້າໄປໃນເຕັ້ນຂອງຕົນ,ພວກງູກໍຢູ່ຂ້າງໃນນັ້ນ, ຖ້າຫາກເຂົານັ່ງລົງກິນ ເຂົ້າພວກມັນຢູ່ຫັ້ນ,ເມື່ອເຂົາບໍ່ປົກຕຽງຂອງຕົນງູພວກນັ້ນກໍຢູ່ທີ່ນັ້ນບິດບ້ຽວໄປມາພ້ອມທີ່ຈະຕອດເຂົາ, ແລະເມື່ອງູເຫຼົ່ານັ້ນຕອດຜູ້ໃດ,ມັນກໍມີພິດແລະຮ້ອນຄືກັບໄຟ,ຂ້າງໃນຮ່າງກາຍ ກໍມີໄຂ້ຂື້ນ,ຫຼັງຈາກນັ້ນກໍມີອາການຊັກດີ້ນແລ້ວກໍຕາຍ! ທຸກຄົນທີ່ຖືກງູຕອດຕາຍແບບເປັນ ຕາຢ້ານ.

ຕອນນີ້ຈົ່ງຟັງດຣ.ດັບໂບຢູ.ເອ.ຄຣິສແວວສິດຍາພິບານທີ່ມີຊື່ສຽງຂອງຄຣິສຕະຈັກ ເຟິສແບັບຕິດແຫ່ງເມືອງດາລັສລັດເທັກຊັສ, ດຣ.ຄຣິສແວວເວົ້າເຖິງງູເຫຼົ່ານັ້ນວ່າ:

ນີ້ແມ່ນປະເພດໜື່ງ(ຫຼືພາບອະທິບາຍ) ທີ່ໃຊ້ໂດຍພຣະເຈົ້າຂອງເຮົາເຖິງ ຈັກກະວານທີ່ຊົ່ວຊ້າແຫ່ງໃຈມະນຸດ,ການປາກົດຕົວຂອງຈັກກະວານທີ່ບາບໃນຊີວິດຂອງມະນຸດ, ຄວາມຊົ່ວຊ້ານີ້ແມ່ນຢູ່ໃນໃຈຂອງພວກເຮົາ, ຢູ່ໃນ ເຮືອນຂອງເຮົາ,ໃນບ້ານຂອງເຮົາ,ການລຸກຂື້ນແລະການນັ່ງລົງຂອງເຮົາ... ການຫຼີກລ້ຽງບໍ່ໄດ້ຄືຈັກກະວານທີ່ມີຢູ່ຂອງຄວາມບາບ ແລະຄວາມຕາຍ, ມະນຸດຊາດເປັນເຊື້ອຊາດທີ່ເສື່ອມຊາມແລະຫຼຸມຫຼົງ, ເຖິງຢ່າງໃດກໍຕາມ ພວກເຮົາກໍບໍ່ດີ້ນຮົນ, ຄວາມເປັນຈິງທີ່ຮ້າຍທີ່ສຸດໃນຊີວິດຂອງມະນຸດແລະ ໃນປະຫວັດສາດຂອງມະນຸດກໍຄື: ມະນຸດເປັນຄົນທີ່ຫຼົງຫາຍໃນການບາບ ແລະການລະເມີດ,ພວກເຮົາຕາຍແລ້ວໃນຄວາມບາບຂອງເຮົາ...ງູເຫຼົ່ານີ້ຄືປະເພດຂອງລິດອໍານາດທີ່ທໍາລາຍຂອງຄວາມບາບ...ການສູນເສຍ,ລິດອໍາ ນາດແຫ່ງທໍາລາຍລ້າງຂອງຄວາມບາບ.
         ງູພິດເຫຼົ່ານີ້ຢູ່ທຸກແຫ່ງຫົນ,ແລະປະຊາຊົນກໍກໍາລັງຕາຍໃນຄວາມຕາຍ ຝ່າຍຮ່າງກາຍ,ໃນການຕາຍຝ່າຍວິນຍານ,ໃນການຕາຍທາງສິນລະທໍາ,ໃນການຕາຍຄັ້ງທີ່ສອງແລະໃນການຕາຍຕະຫຼອດໄປເປັນນິດ...
         ມະນຸດຊາດໄດ້ຍົກຕົນເອງອອກຈາກຄວາມບໍ່ຮູ້,ຄວາມເຊື່ອງົມງວາຍ ແລະຄວາມມືດອື່ນໆອີກເປັນພັນ,ແຕ່ໃນໃຈຂອງເຮົາພວກເຮົາກໍຍັງເປັນຄື ເກົ່າ...ພວກເຮົາຍັງຄົງຢູ່ໃນສິນລະທໍາດຽວກັນ,ລະດັບຝ່າຍວິນຍານກັບອາດາມແລະເອວາ,ພວກເຮົາບໍ່ເຄີບພົບທາງອອກຈາກຈັກກະວານທີ່ເຈັບປວດ ສູນເສຍ,ທໍາລາຍລ້າງແລະການພິພາກສາຂອງບາບໄດ້ເລີຍ(W. A. Criswell, Ph.D., “The Brazen Serpent,” What a Savior!, Broadman Press, 1978, pp. 49-51).

ອັກຄະສາວົກເປົາໂລໄດ້ປຽບທຽບຄວາມບາບຂອງອິດສະຣາເອນກັບຄວາມບາບຂອງເຮົາ ໃນຖານະເປັນຄໍາເຕືອນວ່າ:

“ຢ່າໃຫ້ເຮົາລອງດີພຣະຄຣິດເໝືອນຢ່າງທີ່ບາງຄົນໃນພວກເຂົາໄດ້ກະທຳ ແລ້ວກໍຕ້ອງພິນາດດ້ວຍງູຮ້າຍ ທ່ານທັງຫລາຍຢ່າຈົ່ມເໝືອນຢ່າງທີ່ບາງຄົນໃນພວກເຂົາໄດ້ຈົ່ມ ແລ້ວກໍຕ້ອງພິນາດດ້ວຍອົງເພັດຊະຄາດ ແຕ່ບັນດາເຫດການເຫລົ່ານີ້ຈຶ່ງໄດ້ບັງເກີດແກ່ເຂົາເພື່ອເປັນຕົວຢ່າງ ແລະໄດ້ບັນທຶກໄວ້ເພື່ອເຕືອນສະຕິເຮົາທັງຫລາຍ ຜູ້ຊຶ່ງກຳລັງຢູ່ໃນການສຸດປາຍຂອງແຜ່ນດິນໂລກ”(1 ໂກລິນໂທ 10:9-11)

ຄວາມບາບໄດ້ນໍາການພິພາກສາມາສູ່ພວກເຂົາ- ແລະຄວາມບາບຈະນໍາການການພິພາກ ສາມາໃນປະຈຸບັນນີ້ “ບັນດາເຫດການເຫລົ່ານີ້ຈຶ່ງໄດ້ບັງເກີດແກ່ເຂົາເພື່ອເປັນ[ຕົວຢ່າງ] ແລະໄດ້ບັນທຶກໄວ້ເພື່ອເຕືອນສະຕິເຮົາທັງຫລາຍ[ສໍາຫຼັບການທໍາລາຍລ້າງຂອງເຮົາ]”(1 ໂກລິນໂທ 10:11) - ຊື່ງໄດ້ນໍາເຮົາໄປສູ່ປະການທີ່ສອງ,

II. ສອງ ການປີ່ນປົວຄວາມບາບແລະຄວາມຕາຍ.

ໂມເສດໄດ້ຍິນສຽງຮ້ອງຂອງປະຊາຊົນ,ພວກເຂົາຖືກງູຕອດ, ພວກເຂົາກໍາລັງຮ້ອງ ແລະກໍາລັງຕາຍ,ພວກງູມີຢູ່ທົ່ວທຸກບ່ອນ.

“ແລະພຣະເຈົ້າກ່າວກັບໂມເສດວ່າ ຈົ່ງເຮັດງູທອງເຫຼືອງໂຕໜື່ງແລະຕິດໄວ້ ກັບເສົາ ແລະຕໍ່ມາທຸກຄົນທີ່ຖືກງູຕອດເມື່ອເຂົາແນມເບິ່ງເຂົາກໍຍັງຈະມີ ຊີວິດຢູ່ໄດ້, ດັ່ງນັ້ນໂມເສດຈື່ງເຮັດງູທອງເຫຼືອງໂຕໜື່ງ ແລະຕິດໄວ້ຢູ່ເສົາ ແລ້ວຕໍ່ມາຖ້າງູຕອດຄົນໃດ ຖ້າເຂົາແນມເບິ່ງງູທອງເຫຼືອງນັ້ນເຂົາກໍມີຊີ ວິດຢູ່ໄດ້”(ຈັດເຊັນບັນຊີ 21:8-9)

ເມື່ອທ່ານໄປໂຮງໝໍມັກຈະມີເຄື່ອງໝາຍໜື່ງຕະຫຼອດ,ມີເສົາຕົນໜື່ງກັບງູສອງໂຕ ກ້ຽວອ້ອມເສົາ,ພວກທ່ານອາດຈະເຫັນຢູ່ໃນຫ້ອງການຂອງທ່ານໝໍ ຫຼືຢູ່ໃນເຄື່ອງຂຽນຂອງ ລາວ, ມັນເປັນເຄື່ອງໝາຍຂອງບຸກຄົນໜື່ງຢູ່ໃນອາຊີບການປິ່ນປົວໜື່ງ, ມັນແປກສໍາໃດ ທີ່ເຄື່ອງໝາຍແຫ່ງສຸຂະພາບ,ການປີ່ນປົວແລະຄວາມລອດເປັນງູທີ່ຖືກຫ້ອຍຢູ່ເທິງເສົາຕົ້ນໜື່ງ! ມັນບໍ່ແມ່ນງູແທ້,ມັນເປັນງູທີ່ສ້າງຈາກທອງເຫຼືອງແລະຕັ້ງໃສ່ເທິງເສົາອັນໜື່ງ.

ສະບັບສະກໍຟິວໄດ້ອະທິບາຍຖືກຕ້ອງເມື່ອເວົ້າວ່າ“ງູທອງເຫຼືອງຄືປະເພດໜື່ງຂອງ ພຣະຄຣິດ ເຮັດໃຫ້ເປັນຄົນບາບເພື່ອເຮົາ ໃນການແບກການພິພາກສາຂອງເຮົາ”(ບັນທຶກ ໃນຈົດເຊັນບັນຊີ 21:9) ຄວາມບາບທຸກຢ່າງຂອງເຮົາຖືກວາງລົງເທິງພຣະຄຣິດຢູ່ເທິງໄມ້ ກາງແຂນ,

“ພຣະອົງເອງໄດ້ຊົງຮັບແບກບາບຂອງເຮົາໄວ້ໃນພຣະກາຍຂອງພຣະອົງທີ່ຕົ້ນໄມ້ນັ້ນ... ດ້ວຍຮອຍຂ້ຽນຂອງພຣະອົງ ທ່ານທັງຫລາຍຈຶ່ງໄດ້ຮັບການຮັກສາໃຫ້ຫາຍດີ”(1 ເປໂຕ 2:24)

ພຣະເຢຊູເອງກໍກ່າວກັບນິໂກເດມັສວ່າ:

“ໂມເສດໄດ້ຍົກງູຂຶ້ນໃນຖິ່ນທຸຣະກັນດານສັນໃດ ບຸດມະນຸດຈະຕ້ອງຖືກຍົກຂຶ້ນ...”(ໂຢຮັນ 3:14)

“ບຸດມະນຸດ”ຄືພຣະເຢຊູເປັນຊື່ທີ່ພຣະອົງມັກທີ່ສຸດ,ພຣະອົງກ່າວວ່າ“ເຮົາກໍາລັງຈະຖືກຍົກຂື້ນ(ເທິງໄມ້ກາງແຂນ)ຄືກັບງູທອງເຫຼືອງຖືກຍົກຂື້ນໂດຍໂມເສດ” ມັນຄືພາບຂອງ ພຣະຜູ້ຊ່ວຍໃຫ້ພົ້ນ!

ແບກຄວາມອາຍແລະເຍີ້ຍຫຍາບຄາຍ
ໃນບ່ອນລົງໂທດຂ້າພຣະອົງຊົງຢືນຢູ່
ຈໍາກາໃຫ້ອະໄພຂ້າໂດຍພຣະໂລຫິດ
ຮາເລລູຢາ! ພຣະຜູ້ຊ່ວຍໃຫ້ພົ້ນ

ພຣະອົງຖືກຍົກຂື້ນເພື່ອຕາຍ
ພຣະອົງຮ້ອງວ່າ“ສໍາເລັດແລ້ວ”
ດຽວນີ້ໃນສະຫວັນຊົງຖືກຍົກສູງສຸດ
ຮາເລລູຢາ! ພຣະຜູ້ຊ່ວຍໃຫ້ພົ້ນ
(ຮາເລລູຢາ! ພຣະຜູ້ຊ່ວຍໃຫ້ພົ້ນ” ໂດຍຟີລິບ.ພີບລິສ1838-1876)

“ໂມເສດໄດ້ຍົກງູຂຶ້ນໃນຖິ່ນທຸຣະກັນດານສັນໃດ ບຸດມະນຸດຈະຕ້ອງຖືກຍົກຂຶ້ນ...”(ໂຢຮັນ 3:14)

ແລະມັນໄດ້ນໍາເຮົາໄປສູ່ປະການທີ່ສາມ.

III. ສາມ ຫົນທາງທີ່ຈະຮັບການປີ່ນປົວສໍາຫຼັບຄວາມບາບແລະຄວາມຕາຍ.

“ໂມເສດໄດ້ຍົກງູຂຶ້ນໃນຖິ່ນທຸຣະກັນດານສັນໃດ ບຸດມະນຸດຈະຕ້ອງຖືກຍົກຂຶ້ນສັນນັ້ນ ເພື່ອຜູ້ໃດທີ່ເຊື່ອໃນພຣະອົງຈະບໍ່ຈິບຫາຍ ແຕ່ມີຊີວິດອັນຕະ ຫຼອດໄປເປັນນິດ”(ໂຢຮັນ 3:14-15)

ການເຊື່ອໃນພຣະເຢຊູກໍຄືການແນມເບິ່ງພຣະອົງ, ການແນມເບິ່ງຄືການມີຊີວິດ, ຈົ່ງເຊື່ອ ແລະລອດ,ຈົ່ງລ້າງແລະຈະສະອາດ! ບໍ່ມີອັນໃດຍາກຈັກຢ່າງ! ຈົ່ງແນມເບິ່ງພຣະເຢຊູໂດຍ ຄວາມເຊື່ອ, ສະມາຊິກຂອງຄຣິສຕະຈັກຂອງເຮົາທຸກຄົນໄດ້ພາກັນເຮັດແບບນັ້ນແລ້ວ,ມັນ ບໍ່ໄດ້ຍາກຫຍັງ ຫຼື ເມຍຂອງຂ້າພະເຈົ້າກໍບໍ່ສາມາດເຮັດໄດ້ໃນຕອນທໍາອິດທີ່ລາວໄດ້ຍິນ ຂ້າພະເຈົ້າເທດສະໜາຂ່າວປະເສີດ!

“ດັ່ງນັ້ນໂມເສດຈື່ງເຮັດງູທອງເຫຼືອງໂຕໜື່ງ ແລະຕິດໄວ້ຢູ່ເສົາ ແລ້ວຕໍ່ມາ ຖ້າງູຕອດຄົນໃດ ຖ້າເຂົາແນມເບິ່ງງູທອງເຫຼືອງນັ້ນ ເຂົາກໍມີຊີວິດຢູ່ໄດ້” (ຈັດເຊັນບັນຊີ 21:8-9)

ເມື່ອມີຄົນໜື່ງແນມເບິ່ງງູທອງເຫຼືອງໂຕນັ້ນ,ເຂົາກໍມີຊີວິດ! ຄົນທີ່ຖືກງູຕອດແລ້ວສາມາດ ແນມເບິ່ງໄດ້! ຄົນໃດທີ່ເກືອບຕາຍສາມາດແນມເບິ່ງໄດ້! ພວກເຂົາໄດ້ຮັບຄວາມພົ້ນໄດ້ ໂດຍການແນມເບິ່ງງູທອງເຫຼືອງນັ້ນ! ແລະພວກເຮົາກໍໄດ້ຮັບຄວາມພົ້ນໂດຍການແນມເບິ່ງ ພຣະເຢຊູ!

“ໝາຍເອົາພຣະເຢຊູເປັນຜູ້ລິເລີ່ມຄວາມເຊື່ອ ແລະຜູ້ຊົງເຮັດໃຫ້ຄວາມເຊື່ອຂອງເຮົາສຳເລັດ ເພາະເຫັນແກ່ຄວາມຍິນດີທີ່ມີຢູ່ທາງໜ້ານັ້ນ ພຣະອົງໄດ້ຊົງທົນເອົາກາງແຂນ ຊົງຖືວ່າຄວາມອາຍບໍ່ເປັນສິ່ງສຳຄັນອັນໃດ ແລະໄດ້ສະເດັດປະທັບເບື້ອງຂວາພຣະທີ່ນັ່ງຂອງພຣະເຈົ້າແລ້ວ”(ເຮັບເລີ 12:2)

ມັນບໍ່ແມ່ນເລື່ອງຍາກ! ຄົນເປັນລ້ານຄົນໄດ້ພາກັນແນມເບິ່ງພຣະເຢຊູ! ຈົ່ງແນມເບິ່ງພຣະ ເຢຊູ! ຈົ່ງແນມເບິ່ງພຣະເຢຊູ! ຈົ່ງແນມເບິ່ງພຣະເຢຊູ! ນັ້ນແລະຄືຫົນທາງທີ່ຈະບັງເກີດ ໃໝ່!ຈົ່ງແນມເບິ່ງພຣະເຢຊູ!ນັ້ນແລະຄືຫົນທາງທີ່ຈະໄດ້ຮັບການບັງເກີດໃໝ່! ຈົ່ງແນມເບິ່ງ ພຣະເຢຊູ! ນັ້ນແລະຄືຫົນທາງທີ່ຈະໄດ້ຮັບການອະໄພແລະການລ້າງຈາກຄວາມຜິດບາບ! ຈົ່ງແນມເບິ່ງພຣະເຢຊູ! ນັ້ນແລະຄືຫົນທາງທີ່ຈະໄດ້ຮັບຄວາມລອດພົ້ນ - ຕະຫຼອດເວລາ ແລະຕະຫຼອດໄປເປັນນິດ!

ຈົ່ງແນມເບິ່ງພຣະເຢຊູຈົນລາສີພຣະອົງສ່ອງມາ
ທຸກຊ່ວງເວລາໂອພຣະເຈົ້າຂ້າຂ້າເປັນຂອງພຣະອົງ
(“Moment by Moment” by Daniel W. Whittle, 1840-1901)

ຖ້າທ່ານມາຈາກບາບຕ້ອງການທີ່ຈະພົ້ນບາບ
ຈົ່ງແນມເບິ່ງລູກແກະຂອງພຣະເຈົ້າ
ພຣະອົງຊົງໄຖ່ທ່ານ,ໂດຍຕາຍເທິງໄມ້ກາງແຂນ
ຈົ່ງແນມເບິ່ງລູກແກະຂອງພຣະເຈົ້າ
ຈົ່ງແນມເບິ່ງລູກແກະຂອງພຣະເຈົ້າ ຈົ່ງແນມເບິ່ງລູກແກະຂອງພຣະເຈົ້າ
ເພາະພຣະອົງຜູ້ດຽວສາມາດຊ່ວຍທ່ານໄດ້
ຈົ່ງແນມເບິ່ງລູກແກະຂອງພຣະເຈົ້າ
(“Look to the Lamb of God” by Henry G. Jackson, 1838-1914).

ຈົ່ງເບິ່ງແລະມີຊີວິດ,ພີ່ນ້ອງເອີຍຈົ່ງມີຊີວິດ
ຈົ່ງເບິ່ງພຣະເຢຊູດຽວນີ້ແລະມີຊີວິດ
ທີບັນທຶກໃນພຣະທໍາພຣະອົງ,ຮາເລລູຢາ
ພຽງແຕ່ທ່ານແນມເບິ່ງແລະມີຊີວິດ
(“Look and Live” by William A. Ogden, 1841-1897).

“ແລ້ວຕໍ່ມາ ຖ້າງູຕອດຄົນໃດ ຖ້າເຂົາແນມເບິ່ງງູທອງເຫຼືອງນັ້ນ ເຂົາກໍມີ ຊີວິດຢູ່ໄດ້” (ຈັດເຊັນບັນຊີ 21:9)

ຈົ່ງເບິ່ງແລະມີຊີວິດ,ພີ່ນ້ອງເອີຍຈົ່ງມີຊີວິດ
ຈົ່ງເບິ່ງພຣະເຢຊູດຽວນີ້ແລະມີຊີວິດ
ທີບັນທຶກໃນພຣະທໍາພຣະອົງ,ຮາເລລູຢາ
ພຽງແຕ່ທ່ານແນມເບິ່ງແລະມີຊີວິດ

ຕອນທີ່ສະເປີໂຈນອາຍຸສິບຫ້າປີລາວກໍໄດ້ອອກຈາກພາຍຸຫິມະເຂົ້າໄປໃນວິຫານ ຫຼັງນ້ອຍໆຂອງເມໂຕດິສດັ່ງເດີມ, ພວກອາຈານບໍ່ໄດ້ຢູ່ບ່ອນນັ້ນ,ມີພຽງແຕ່ສິບຫ້າຄົນເທົ່າ ນັ້ນທີ່ຢູ່ບ່ອນນັ້ນ,ມີຄົນຈ່ອຍໆທໍາມະດາຄົນໜື່ງຢືນຂື້ນເທດສະໜາດ້ວຍສຽງທີ່ດັງກ້ອງ,ລາວໄດ້ຍົກຂໍ້ພຣະຄໍາພີຂື້ນມາວ່າ:

“ມວນມະນຸດທົ່ວແຜ່ນດິນໂລກເອີຍຈົ່ງແນມເບິ່ງເຮົາ ແລະຮັບການຊ່ວຍໃຫ້ ພົ້ນ”(ເອຊະຢາ 45:22)

ລາວຊີ້ຊື່ມາທາງສະເປີໂຈນແລະເວົ້າວ່າ “ອ້າຍບ່າວ ເຈົ້າເບິ່ງຄືມີຄວາມທຸກລໍາບາກ,ເຈົ້າ ຈະມີຄວາມທຸກທໍລະມານຕະຫຼອດຖ້າເຈົ້າຫາກບໍ່ເຊື່ອຟັງຂໍ້ພຣະຄໍາພີທີ່ຂ້ອຍຍົກມາ,ຈົ່ງເບິ່ງ ຈົ່ງເບິ່ງ! ຈົ່ງເບິ່ງພຣະເຢຊູ” ສະເປີໂຈນຕອບວ່າ “ຂ້ອຍເບິ່ງແລ້ວແລະພຣະເຢຊູໄດ້ຊ່ວຍ ຂ້ອຍໃຫ້ພົ້ນແລ້ວຕອນທີ່ຂ້ອຍແນມເບິ່ງພຣະອົງໂດຍຄວາມເຊື່ອ.

ຈົ່ງເບິ່ງແລະມີຊີວິດ,ພີ່ນ້ອງເອີຍຈົ່ງມີຊີວິດ
ຈົ່ງເບິ່ງພຣະເຢຊູດຽວນີ້ແລະມີຊີວິດ
ທີບັນທຶກໃນພຣະທໍາພຣະອົງ,ຮາເລລູຢາ
ພຽງແຕ່ທ່ານແນມເບິ່ງແລະມີຊີວິດ

ຂ້າພະເຈົ້າບໍ່ສົນໃຈໃນສິ່ງທີ່ພອລວອສເຊີເວົ້າວ່າ “ພຽງແຕ່ທ່ານແນມເບິ່ງເທົ່ານັ້ນ ກໍມີຊີວິດ” ຂ້າພະເຈົ້າບໍ່ສົນໃຈໃນສິ່ງທີ່ດຣ.ແມັກອາເທີເວົ້າວ່າ “ພຽງແຕ່ທ່ານແນມເບິ່ງ ເທົ່ານັ້ນແລະກໍມີຊີວິດ” ທັງສອງຄົນນີ້ເປັນຄົນດີແຕ່“ພຽງແຕ່ທ່ານແນມເບິ່ງແລະມີຊີວິດ”

ໂຈນຄົນໜື່ງເທິງໄມ້ກາງແຂນຂ້າງໆພຣະເຢຊູບໍ່ມີເວລາທີ່ໃຫ້ພຣະເຈົ້າເປັນພຣະ ເຈົ້າຕະຫຼອດຊີວິດຂອງລາວ! ລາວກໍາລັງຈະຕາຍ! ລາວບໍ່ມີເວລາທີ່ຈະໃຫ້ພຣະຄຣິດ ເຈົ້າເປັນພຣະເຈົ້າໃນທຸກພື້ນທີ່ໃນຊີວິດຂອງລາວ,ລາວກໍາລັງຈະຕາຍ,ບໍ່ມີເວລາ! ບໍ່ມີເວລາ ບໍ່ມີເວລາ! ລາວມີເວລາພຽງແຕ່ເຮັດສິ່ງດຽວ, ລາວໄດ້ແນມເບິ່ງພຣະເຢຊູໂດຍຄວາມເຊື່ອ! “ພຽງແຕ່ທ່ານແນມເບິ່ງແລະມີຊີວິດ” ນັ້ນແລະຄືທັງໝົດທີ່ສະເປີໂຈນເຮັດ! ນັ້ນແລະຄືສິ່ງ ທັງໝົດທີ່ພວກທ່ານຈໍາເປັນຕ້ອງເຮັດ!

ຮາເລລູຢາ! ຄົນທີ່ຢູ່ເທິງໄມ້ກາງແຂນຄົນນັ້ນໄດ້ຮັບຄວາມລອດ!ພຣະເຢຊູຊົງກ່າວ ວ່າ“ວັນນີ້ເຈົ້າຈະຢູ່ກັບເຮົາໃນເມືອງສຸກກະເສີມ”(ລູກາ 23:43)

ຈົ່ງເບິ່ງແລະມີຊີວິດ,ພີ່ນ້ອງເອີຍຈົ່ງມີຊີວິດ
ຈົ່ງເບິ່ງພຣະເຢຊູດຽວນີ້ແລະມີຊີວິດ
ທີບັນທຶກໃນພຣະທໍາພຣະອົງ,ຮາເລລູຢາ
ພຽງແຕ່ທ່ານແນມເບິ່ງແລະມີຊີວິດ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວພຣຸດໂຮມ: ຈົດເຊັນບັນຊີ 21:5-9,
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ:
“Look and Live” (by William A. Ogden, 1841-1897).

ໂຄງຮ່າງບົດເທດສະໜາ

ງູແລະພຣະຜູ້ຊ່ວຍໃຫ້ພົ້ນ

THE SERPENTS AND THE SAVIOUR

ໂດຍ: ດຣ. ອາ.ແອວ.ໄຮເມີ ຈູເນຍ

“ແລະພຣະເຈົ້າກ່າວກັບໂມເສດວ່າ ຈົ່ງເຮັດງູທອງເຫຼືອງໂຕໜື່ງແລະ ຕິດໄວ້ກັບເສົາ ແລະຕໍ່ມາທຸກຄົນທີ່ຖືກງູຕອດເມື່ອເຂົາແນມເບິ່ງ ເຂົາກໍຍັງຈະມີຊີວິດຢູ່ໄດ້, ດັ່ງນັ້ນໂມເສດຈື່ງເຮັດງູທອງເຫຼືອງໂຕ ໜື່ງ ແລະຕິດໄວ້ຢູ່ເສົາແລ້ວຕໍ່ມາຖ້າງູຕອດຄົນໃດ ຖ້າເຂົາແນມ ເບິ່ງງູທອງເຫຼືອງນັ້ນ ເຂົາກໍມີຊີວິດຢູ່ໄດ້”(ຈັດເຊັນບັນຊີ 21:8-9)

(ເພງສັນລະເສີນ 78:25; ໂລມ 8:7;3:9-10; ຈົດເຊັນບັນຊີ 21:6;
ໂລມ 6:23;ເອເສກຽນ 18:4,20; ຈົດເຊັນບັນຊີ 21:7;
ໂຢຮັນ 3:2, 7, 9; 14-15)

I.    ໜື່ງ ການຕອດແລະການຕາຍຂອງບາບ. 1 ໂກລິນໂທ 10:9-11.

II.   ສອງ ການປີ່ນປົວຄວາມບາບແລະຄວາມຕາຍ. 1 ເປໂຕ 2:24; ໂຢຮັນ 3:14.

III.  ສາມ ຫົນທາງທີ່ຈະຮັບການປີ່ນປົວຄວາມບາບແລະຄວາມຕາຍ. ໂຢຮັນ 3:14,15;ເຮັບເລີ 12:2; ອິດສະຢາ 45:22; ລູກາ 23:43.