Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ເຮົາພໍໃຈແລ້ວ - ເຈົ້າຈົ່ງສະອາດເຖີດ

I WILL – BE THOU CLEAN!
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
By Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 1/3/2015
A sermon preached at the Baptist Tabernacle of Los Angeles
Lord’s Day Morning, March 1, 2015

“ແລະມີຄົນພະຍາດຂີ້ທູດຄົນໜຶ່ງມາຫາພຣະອົງ ຄຸເຂົ່າລົງຕໍ່ພຣະອົງ ແລະທູນອ້ອນວອນພຣະອົວ່າ "ພຽງແຕ່ພຣະອົງຈະໂຜດ ພຣະອົງກໍຈະຊົງບັນດານໃຫ້ຂ້າພະອົງສະອາດໄດ້ " ແລະພຣະເຢຊູຊົງສົງສານເຂົາຈຶ່ງຊົງຍື່ນພຣະຫັດຖືກຕ້ອງຄົນນັ້ນ ຕັດແກ່ເຂົາວ່າ "ເຮົາພໍໃຈແລ້ວ ເຈົ້າຈົ່ງສະອາດເຖີດ" ແລະພໍພຣະອົງຕັດແລ້ວ ໃນທັນໃດນັ້ນພະຍາດຂີ້ທູດກໍຫາຍ ແລະຄົນນັ້ນກໍສະອາດ”(ມາລະໂກ 1:40-42)


ຂ້າພະເຈົ້າມັກທີ່ຈະອ່ານໜັງສືຂ່າວປະເສີດມາລະໂກ,ຊື່ພາສາຮິບຣູຂອງລາວແມ່ນໂຢຮັນ,ມາລະໂກເປັນຊື່ພາສາລາຕິນທີ່ເອີ້ນວ່າ“ມາຄັສ”ໃນພາສາລາຕິນ, ໂຢຮັນມາລະໂກເປັນລູກຝ່າຍວິນຍານຂອງອັກຄະສາວົກເປໂຕ,ເປໂຕເອີ້ນລາວວ່າ “ມາຄັສລູກຊາຍຂອງຂ້າພະເຈົ້າ” (1 ເປໂຕ 5:13), ໜື່ງໃນບັນພະບຸລຸດຂອງຄຣິສຕະຈັກຊື່ປາປິອັສ(ຄ.ສ.70-163)ປາປິອັສໄດ້ກ່າວວ່າມາລະໂກໄດ້ຮັບຂ່າວປະເສີດຂອງຕົນຈາກເປໂຕ,ປາປິອັສກ່າວວ່າ “ມາລະໂກ(ເລຂາ)ຂອງເປໂຕໄດ້ຂຽນທຸກສິ່ງລົງໄປດ້ວຍຄວາມລະມັດລະວັງຕາມທີ່(ເປໂຕ)ໄດ້ຄັດສັນມາໃຫ້” ຈັສຕິນມາເທຍ(100-165)ເຊັ່ນກັນໄດ້ກ່າວວ່າມາລະໂກໄດ້ຮັບຂ່າວປະເສີດນີ້ຈາກຄໍາບອກເລົ່າຂອງເປໂຕ, ບັນພະບຸລຸດຄຣິສຕະຈັກອີກຄົນໜື່ງຊື່ຢູເຊບຽສ(263-339)ກ່າວວ່າພວກຄຣິສຕຽນຍຸກທໍາອິດ“ໄດ້ຂໍຮ້ອງໃຫ້ມາລະໂກຂຽນຫຼັກຄໍາສອນໃຫ້ເຂົາຊື່ງເຂົາໄດ້ຮັບ(ມາຈາກເປໂຕ)”

ມາລະໂກຄືຂ່າວປະເສີດແຫ່ງການກະທໍາເພາະເປໂຕເປັນຄົນແຫ່ງການກະທໍາ,ຂ່າວປະເສີດນີ້ຖືກຂຽນພິເສດເພື່ອຄົນໂລມັນຊື່ງຮູ້ຈັກດີໃນຖານະເປັນຄົນແຫ່ງການກະທໍາ ຄໍາວ່າ“ແລະ”ປາກົດຂື້ນ 1 ເທື່ອໃນຂ່າວປະເສີດຂອງມາລະໂກ,ຄໍາວ່າ“ທັນທີ” ຫຼື“ທັນໃດນັ້ນ”ປາກົດແລ້ວປາກົດອີກໃນຂ່າວປະເສີດຂອງມາລະໂກ, ຄໍາວ່າ“ແລະ”ມັກນໍາໄປສູ່ການກະທໍາຕໍ່ໄປສະເໝີ,ໃຫ້ສັງເກດວ່າຂໍ້ພຣະຄໍາພີຫ້າຂໍ້ທີ່ນໍາໄປສູ່ຂໍ້ພຣະຄໍາພີຂອງເຮົາລ້ວນແຕ່ເລີ່ມຕົ້ນດ້ວຍຄໍາວ່າ“ແລະ” ແລະຂໍ້ພຣະຄໍາພີທັງສາມຂໍ້ຂອງຫົວຂໍ້ຂອງເຮົາເລີ່ມຕົ້ນດ້ວຍຄໍາວ່າ “ແລະ”

ແລະມີຄົນພະຍາດຂີ້ທູດຄົນໜຶ່ງມາຫາພຣະອົງ” (ຂໍ້ 40)

ແລະພຣະເຢຊູຊົງສົງສານ”(ຂໍ້ 41)

ແລະພໍພຣະອົງຕັດແລ້ວ ໃນທັນໃດນັ້ນພະຍາດຂີ້ທູດກໍຫາຍ ແລະຄົນນັ້ນກໍສະອາດ”(ຂໍ້ 42)

ພວກໂຣມັນເຊື່ອໃນເລື່ອງລິດອໍານາດແລະການກະທໍາ,ຂ່າວປະເສີດຂອງມາລະໂກມີແຕ່ 16 ບົດເທົ່ານັ້ນແລະມັນປະກອບໄປດ້ວຍລິດອໍານາດ ແລະການກະທໍາຂອງພຣະເຢຊູຄຣິສເຈົ້າຂອງເຮົາ, ພຣະຄຣິດແລະວຽກຂອງພຣະອົງບໍ່ໄດ້ອະທິບາຍດ້ວຍຂໍ້ພຣະຄໍາພີຍາວໆຫຼາຍຂໍ້ແລະຄໍາອ້າງອີງຕ່າງໆຈາກພຣະຄໍາພີເດີມ,ເລື່ອງນີ້ຖືກລະເລີຍໂດຍມາລະໂກໃນຂະນະທີ່ລາວໄດ້ສະແດງໃຫ້ເຮົາເຫັນເຖິງລິດອໍານາດແລະການກະທໍາຂອງພຣະເຢຊູຊື່ງເປັນທີ່ດຶງດູດໃຈຕໍ່ຜູ້ຟັງຊາວໂລມັນຂອງມາລະໂກ.

ໃຫ້ສັງເກດວ່າມີການກະທໍາຫຼາຍປານໃດຖືກບັນຈຸເຂົ້າໃນບົດທໍາອິດຂອງໜັງສືມາລະໂກ

ການຮັບໃຊ້ຂອງໂຢຮັນຜູ້ໃຫ້ບັບຕິດສະມາ
ການຮັບບັບຕິດສະມາຂອງພຣະເຢຊູ
ການທົດລອງຂອງພຣະເຢຊູໃນປ່າຖີ່ນທຸລະກັນດານ
ການຮັບໃຊ້ແຖວກາລິລີຊ່ວງຕົ້ນໆຂອງພຣະເຢຊູ
ການເອີ້ນເປໂຕກັບອັນດຣູ
ການໄລ່ຜີອອກໃນເມືອງຄາເປີນາອູມ
ການປົວແມ່ເຖົ້າຂອງຊີໂມນເປໂຕ
ການເລາະໄປເທດສະໜາຂອງພຣະເຢຊູໃນແຂວງກາລິລີ
ການປີ່ນປົວຄົນຂີ້ທູດຢູ່ໃນຂໍ້ພຣະຄໍາພີຂອງເຮົາ

ພຣະຄຣິດຊົງສະແດງພຣະອົງໃນຖານະຂອງການກະທໍາແລະລິດອໍານາດ,ແລະລິດອໍານາດແລະການກະທໍາຂອງພຣະອົງສາມາດຊ່ວຍທ່ານໃຫ້ພົ້ນໃນເຊົ້ານີ້ໄດ້.

ພຣະເຢຊູ ຊື່ທີ່ຍັນຄວາມຢ້ານຂອງເຮົາ
ທີ່ສັ່ງໃຫ້ຄວາມໂສກເສົ້າຂອງເຮົາຢຸດລົງ
ເປັນບົດເພງໃນຫູຂອງຄົນບາບ
ເປັນຊີວິດ,ສຸຂະພາບແລະສັນຕິສຸກ
(“O For a Thousand Tongues” by Charles Wesley, 1707-1788).

ເຫດການໃຫຍ່ໆເກົ້າຢ່າງຖືກບັນຈຸໄວ້ໃນມາລະໂກບົດທີ່ໜື່ງ! ດຣ.ແມັກກີ້ກ່າວວ່າ “ມາລະໂກບົດທີ່ໜື່ງໜ້າຈະເປັນບົດທີ່ບັນຈຸຫຼາຍກວ່າບົດອື່ນໆໃນພຣະຄໍາພີ,ຍົກເວັ້ນປະຖົມ ມະການບົດທີ່ 1” (J. Vernon McGee, Th.D., Thru the Bible, volume IV, Thomas Nelson, 1983, p. 161).

ຊື່ງໄດ້ນໍາເຮົາມາສູ່ຂໍ້ພຣະຄໍາພີຂອງເຮົາຕອນນີ້ເຖິງການປິ່ນປົວຜູ້ຊາຍຄົນໜື່ງທີ່ ເປັນໂລກຂີ້ທູດ.

“ແລະມີຄົນພະຍາດຂີ້ທູດຄົນໜຶ່ງມາຫາພຣະອົງ ຄຸເຂົ່າລົງຕໍ່ພຣະອົງ ແລະທູນອ້ອນວອນພຣະອົງວ່າ "ພຽງແຕ່ພຣະອົງຈະໂຜດ ພຣະອົງກໍຈະຊົງບັນດານໃຫ້ຂ້າພະອົງສະອາດໄດ້ " ແລະພຣະເຢຊູຊົງສົງສານເຂົາຈຶ່ງຊົງຍື່ນພຣະຫັດຖືກຕ້ອງຄົນນັ້ນ ຕັດແກ່ເຂົາວ່າ "ເຮົາພໍໃຈແລ້ວ ເຈົ້າຈົ່ງສະອາດເຖີດ" ແລະພໍພຣະອົງຕັດແລ້ວ ໃນທັນໃດນັ້ນພະຍາດຂີ້ທູດກໍຫາຍ ແລະຄົນນັ້ນກໍສະອາດ”(ມາລະໂກ 1:40-42)

ໃຫ້ເຮົາມາຮຽນຮູ້ຄວາມຈິງສາມຢ່າງທີ່ສໍາຄັນຈາກຂໍ້ພຣະຄໍາພີຂໍ້ນີ້.

I. ໜື່ງ ຜູ້ຊາຍຄົນໜື່ງມີໂລກຂີ້ທູດ.

ໜັງສືເລວີນິຕິບົດທີ່ສິບສາມແລະສິບສີ່ໄດ້ອະທິບາຍເຖິງຄວາມຮ້າຍແຮງຂອງພະ ຍາດຂີ້ທູດ, ອະທິບາຍເຖິງໂລກຜິວໜັງຕ່າງໆລວມເຖິງໂລກຂີ້ທູດສະໄໝໃໝ່(ຫຼືພະຍາດ ຂີ້ທູດ) ນັກອະທິບາຍພຣະຄໍາພີຄົນໜື່ງກ່າວວ່າຜູ້ຊາຍຄົນນີ້ໜ້າຈະມີຂີ້ທູດແທ້ ຫຼືການປິ່ນ ປົວບໍ່ໄດ້ສ້າງໃຫ້ເກີດຄວາມຮູ້ສຶກດັ່ງກ່າວດັ່ງທີ່ເຫັນໃນຂໍ້ທີ່ສີ່ສິບຫ້າ,ວັດຈະນານຸກົມເດິະນິວອັງເກີໄບໂບກ່າວວ່າ “ມີຂໍ້ສົງໄສໜ້ອຍໜື່ງທີ່ບຸກຄົນໃນພັນທະສັນຍາໃໝ່ສ່ວນຫຼາຍອະທິ ບາຍຄົນຂີ້ທູດໃນຖານະຄວາມຈິງທີ່ວ່າມີ(ແຮນເສັນ)ພະຍາດຂີ້ທູດຢູ່” (The New Unger’s Bible Dictionary, Moody Press, 1988, p. 307).

ຮູບແບບຄວາມຮ້າຍແຮງຂອງພະຍາດຂີ້ທູດທີ່ຊາຍຄົນນີ້ມີໄດ້ເຮັດໃຫ້ເກີດເປັນຜືນສີຂາວແລະບໍ່ມີຄວາມຮູ້ສຶກ, ອາການບວມໄດ້ເກີດຂື້ນຕາມບ່ອນຕ່າງໆທົ່ວຮ່າງກາຍຂອງ ລາວ, ແລະພວກມັນກໍກາຍເປັນແຜແລະມີຂອງແຫຼວໄຫຼອອກມາຈາກບາດແຜນັ້ນ,ໃນຂະ ນະທີ່ພະຍາດໄດ້ລ່າມໄປຮອດມືແລະຕີນມັນກໍໄດ້ເຮັດໃຫ້ເກີດການບິດບຽວແລະບວມ, ພະ ຍາດອາດຈະກໍ່ໃຫ້ເກີດການເປື່ອຍເນົ່າຢູ່ຂ້າງໃນແລ້ວພ້ອມກັບສ່ວນອື່ນໆຂອງຮ່າງກາຍ ຂອງລາວໄດ້ຜຸພັງລົງ,ແຜຕິດເຊື້ອໜ້າຈະເກີດຂື້ນຢູ່ເທິງໃບໜ້າຂອງລາວແລ້ວ,ມັນໄດ້ເຮັດ ໃຫ້ເກີດເໝືອນໜ້າກາກທີ່ໜ້າຢ້ານ-ທີ່ຄືກັບ“ມະນຸດຊ້າງ”ໃນເມືອງວິກຕໍຣຽນປະເທດອັງກິດ ຜູ້ທີ່ໄດ້ປິດບັງໃບໜ້າຊື່ງເຮັດໃຫ້ລາວຕ້ອງໃສ່ຜ້າຄຸມທັງໃບໜ້າຂອງຕົນ, ຜິວໜັງຂອງຄົນຂີ້ ທູດແຮງໜາແລະແດງຫຼາຍ, ນີ້ແມ່ນພະຍາດຂີ້ທູດແທ້ປະຈຸບັນນີ້ຮູ້ຈັກໃນຊື່ໂລກ(ແຮນ ເສັນ)ຂີ້ທູດ,ມັນ ເປັນຕາຢ້ານຫຼາຍ! (ເບິ່ງ The New Unger’s Bible Dictionary ເຫຼັ້ມດຽວກັນ)

ດຣ.ວໍເຕີແອວ.ວິລສັນໄດ້ກ່າວວ່າພະຍາດນີ້ຄືປະເພດໜື່ງ(ຫຼືພາບໜື່ງ)ຂອງຄວາມບາບມັນເປັນພະຍາດທີ່ປີ່ນປົວບໍ່ໄດ້ແລະສົກກະປົກ,ໃນພຣະຄໍາພີຄົນຂີ້ທູດຈະຕ້ອງດີ“ສະ ອາດ”ເພາະມັນຄືພະຍາດຕິດຕໍ່, ຄົນຂີ້ທູດຈະຕ້ອງຢູ່ຄົນດຽວ, ເຂົາຈະຕ້ອງໃສ່ຜ້າປິດປາກ ຂອງຕົນແລະຮ້ອງວ່າ“ມົນທິນ! ມົນທິນ!” ເຂົາຈະຕ້ອງຖືກກັ້ນບໍ່ໃຫ້ເຂົ້າໄປໃນຄ້າຍຫຼື ເຂົ້າໄປໃນເມືອງ.

ທັງໝົດນີ້ເປັນຄວາມຈິງຂອງບຸກຄົນທີ່ຍັງບໍ່ໄດ້ກັບໃຈໃໝ່, ເຂົາບໍ່ສາມາດເປັນສະ ມາຊິກຂອງຄຣິສຕະຈັກແຫ່ງໜື່ງໄດ້, ເຂົາບໍ່ສາມາດເຂົ້າໄປໃນເມືອງສະຫວັນໄດ້ເພາະພະ ຍາດບາບຂອງເຂົາ(ເບິ່ງ Walter L. Wilson, M.D., A Dictionary of Bible Types, Hendrickson Publishers, 1999 reprint, p. 257) ໜັງສືເລວີນິຕິ 13:45,46 ກ່າວວ່າ:

“ແລະໃຫ້ຄົນຂີ້ທູດໃສ່ເສື້ອຜ້າທີ່ຂາດ ແລະໃຫ້ປ່ອຍຜົມ ແລະໃຫ້ເຂົາປິດຮິມ ຝີປາກເທິງໄວ້ ແລ້ວຮ້ອງໄປວ່າ ມົນທິນ ມົນທິນ ເຂົາຈະເປັນມົນທິນຢູ່ ຕະຫຼອດເວລາທີ່ເຂົາເປັນພະຍາດ ເຂົາເປັນມົນທິນ ເຂົາຈະຕ້ອງຢູ່ແຕ່ລໍາ ພັງພາຍນອກຄ້າຍ” (ເລວີນິຕິ 13:45-46)

ສະກໍຟິວໄດ້ໝາຍເຫດເລວີນິຕິ 13:1 ວ່າ “ໂລກຂີ້ທູດເວົ້າເຖິງຄວາມບາບໃນແບບ (1) ຢູ່ໃນເລືອດ (2) ກາຍເປັນທີ່ຊັດເຈນໃນຮູບແບບທີ່ເປັນຕາກຽດຊັງ (3) ປິ່ນປົວບໍ່ໄດ້ໂດຍ ວິທີການຂອງມະນຸດ” (The Scofield Study Bible, Oxford University Press, 1917, p. 141; note on Leviticus 13:1).

ພະຍາດຂີ້ທູດຄືປະເພດໜື່ງຫຼືພາບໜື່ງຂອງຄວາມຊົ່ວຊ້າຢ່າງສິ້ນເຊີງຂອງມະນຸດ, ຄວາມຊົ່ວຊ້າແມ່ນຢູ່ໃນສາຍເລືອດຂອງເຮົາທີ່ມາຈາກອາດາມ,ມັນເລີ່ມຕົ້ນດ້ວຍການກະບົດເລັກນ້ອຍແລະໃນທີ່ສຸດມັນກໍກາຍເປັນຕາລັງກຽດແລະເບື່ອໜ່າຍ.

“ເພາະວ່າໃຈຊຶ່ງປັກຢູ່ກັບເນື້ອໜັງນັ້ນກໍເປັນສັດຕູຕໍ່ພຣະເຈົ້າ”(ໂລມ 8:7)

ແລະພຣະຄໍາພີກ່າວວ່າ:

“ບໍ່ມີຄົົນທີ່ເຂົ້າໃຈ ບໍ່ມີຄົົນທີ່ສະແຫວຫາພຣະເຈົ້າ ເຂົາທຸກຄົນຫລົງທາງໄປຫມົດ ເຂົາທັງປວງເປັນຄົນບໍ່ມີຄ່າຄືກັນທັງສິ້ນ ບໍ່ມີຈັກຄົນດຽວທີ່ເຮັດດີ ບໍ່ມີເລີຍ” (ໂລມ 3:11-12)

ຈອນເວສລີ(1703-1791)ບໍ່ແມ່ນພວກຄາວິນິສແຕ່ລາວໄດ້ເວົ້າເຖິງຂໍ້ພຣະຄໍາພີຂໍ້ ນີ້ວ່າຄົນທີ່ຍັງບໍ່ກັບໃຈເສຍໃໝ່ເປັນຄົນທີ່“ບໍ່ມີທີ່ເພີ່ງ,ບໍ່ມີກໍາລັງ,ບໍ່ມີຄວາມສາມາດທີ່ຈະຊ່ວຍຕົນເອງຫຼືຜູ້ອື່ນໄດ້…[ມະນຸດທຸກຄົນແມ່ນ]ຢູ່ພາຍໃຕ້ຄວາມຊົ່ວຮ້າຍແລະລິດຂອງ[ບາບ]” ບັນທຶກໃນໂລມ 3:12,9(John Wesley, M.A., Explanatory Notes Upon the New Testament, volume II, Baker Book House, 1983 reprint, pp. 33, 34; notes on Romans 3:12, 9).

ດຣ.ມາຕິນລອຍ-ໂຈນ(1899-1981)ກ່າວວ່າ“ມະນຸດທີ່ຢູ່ໃນຄວາມບາບ…ຖືກປົກ ຄອງ,ຄຸມຄອງແລະຄວບຄຸມໂດຍຄວາມບາບ” (Martyn Lloyd-Jones, M.D., Assurance, Romans 5, The Banner of Truth Trust, 1971, p. 306).

ດຣ.ໄອແຊັກວັດໄດ້ໃສ່ເລື່ອງນີ້ໃນບົດເພງຂອງລາວວ່າ:

ພຣະເຈົ້າ ຂ້າພະອົງຊົ່ວຊ້າ,ຖືກຫລອກຢູ່ໃນບາບແລະເກີດມາໃນຄວາມບໍ່ ບໍລິສຸດແລະບໍ່ສະອາດ,ເກີດຈາກມະນຸດຊື່ງເປັນເສື້ອສາຍທີ່ເສື່ອມຊາມລົງ
ແລະເຮັດໃຫ້ເຮົາທຸກຄົນເປັນມົນທິນ.

ເບິ່ງແມ້ ຂ້າລົ້ມລົງຕໍ່ໜ້າພຣະພັກພຣະອົງ,ບ່ອນເພີ່ງດຽວຂອງຂ້າຄືພຣະ ຄຸນພຣະອົງ,ບໍ່ມີຮູບແບບພາຍນອກໃດສາມາດເຮັດໃຫ້ຂ້າສະອາດໄດ້, ໂລກຂີ້ທູດຕັ້ງຢູ່ເລິກພາຍໃນ
(ເພງສັນລະເສີນ 51 ໂດຍ Isaac Watts, D.D., 1674-1748).

ຄວາມບາບໄດ້ຕັນຈິດໃຈຢູ່ໃນຄວາມມືດ,ມັນເຮັດໃຫ້ທ່ານຄິດວ່າ“ຕ້ອງເສຍສະຫຼະ ຫຼາຍເກີນໄປ,ຖ້າຂ້ອຍຫາກມາເປັນຄຣິສຕຽນ,ຂ້ອຍຈະຕ້ອງເສຍສະຫຼະຫຼາຍສິ່ງຫຼາຍຢ່າງ” ສະນັ້ນທ່ານຈຶ່ງຍັງສືບຕໍ່ຢູ່ໃນການເປັນທາດຂອງບາບ,ຖືກສາບປາສະຈາກຄວາມຫວັງຕະ ຫຼອດເວລາແລະຕະຫຼອດການ,ຫຼືຄວາມບາບເຮັດໃຫ້ທ່ານຄິດວ່າ“ຂ້ອຍຢູ່ໃນຄຣິສຕະຈັກທຸກ ວັນອາທິດ,ຂ້ອຍຖືກຕະຫຼອດ” ສະນັ້ນທ່ານຈື່ງສືບຕໍ່ຢູ່ໃນພະຍາດຂີ້ທູດຂອງຄວາມບາບ ໂດຍປາສະຈາກຄວາມຫວັງໃດທັງສິ້ນ, ຫຼືຄວາມບາບເຮັດໃຫ້ທ່ານຄິດວ່າ “ຂ້ອຍຈະຕ້ອງມີ ຄວາມຮູ້ສຶກເພື່ອທີ່ຈະພິສູດວ່າຂ້ອຍລອດແລ້ວ” ແຕ່ພຣະຄໍາພີບໍ່ເຄີຍບອກພວກເຮົາວ່າເຮົາ ລອດໂດຍຄວາມຮູ້ສຶກໃດໜື່ງ, ພວກເຮົາໄດ້ຄວາມລອດໂດຍການວາງໃຈໃນພຣະຄຣິດ, ບາງຄົນສືບຕໍ່ເປັນເວລາຫຼາຍເດືອນ,ບາງຄົນໃຊ້ເວລາຫຼາຍປີສະແຫວງຫາຄວາມຮູ້ສຶກອັນໜື່ງແທນທີ່ຂອງການເຊື່ອວາງໃຈໃນພຣະເຢຊູ, ມັນບໍ່ແມ່ນຫຍັງນອກຈາກໃຈທີ່ພັງທະລາຍ ໂດຍໂລກຂີ້ທູດແຫ່ງຄວາມບາບ! ອໍກັສຕັສໂທແພລັດດີ້ໄດ້ກ່າວໄວ້ຢູ່ໜື່ງໃນບົດເພງຂອງ ລາວວ່າ:

ດ້ວຍຄວາມປະຫຼາດໃຈແລະໂສກເສົ້າ
ຂ້າຫັນຕາຂອງຂ້າກາຍໃນ
ໃຈຂອງຂ້າໜັກເພາະບາບກົດຂີ່
ບ່ອນນັ່ງຂອງບາບທຸກຢ່າງ

ເປັນຈໍານວນຂອງຄວາມຄິດທີ່ຊົ່ວຮ້າຍ
ຄວາມຊົ່ວຊ້າກະທົບທີ່ນັ້ນ!
ບໍ່ໄວ້ໃຈ,ການຖືສິດ,ເລ່ຫຼຽມທີ່ຊໍານານ
ຄວາມຫຍິ່ງ,ອິດສາ,ທາດຄວາມຢ້ານ
   (“The Heart” by Augustus Toplady, 1740-1778).

ອີກເທື່ອໜື່ງດຣ.ວັດກ່າວວ່າ:

ມີຮູບແບບພາຍນອກໃດສາມາດເຮັດໃຫ້ຂ້າສະອາດໄດ້ ໂລກຂີ້ທູດຕັ້ງຢູ່ເລິກພາຍໃນ

ມັນຈະບໍ່ຊ່ວຍທ່ານເລີຍທີ່ຈະເວົ້າຄໍາເວົ້າທີ່ເອີ້ນວ່າ“ຄໍາອະທິຖານຂອງຄົນບາບ” ມີຄົນໜຸ່ມ ຄົນໜື່ງບອກພວກເຮົາວ່າ“ຂ້ອຍພຽງແຕ່ເວົ້າຕາມຄໍາອະທິຖານເພື່ອທີ່ຂ້ອຍຈະສາມາດອອກ ໄປຫລິ້ນໄດ້” ບາງສິ່ງບາງຢ່າງແບບນັ້ນຈະບໍ່ຊ່ວຍຄົນໃດໃຫ້ລອດໄດ້! ຄົນອື່ນໆ“ອອກໄປ ຂ້າງໜ້າ”ໃນຕອນທ້າຍການນະມັດສະການເພື່ອ“ອຸທິດຕົວ”ເອງ,ອັນນັ້ນກໍບໍ່ໄດ້ຊ່ວຍອັນໃດ ເຊັ່ນກັນ,ສິ່ງເຫຼົ່ານີ້ເປັນພຽງແຕ່“ຮູບແບບພາຍນອກ”ທີ່ຜິດແລະບໍ່ມີປະໂຫຍດຫຍັງ.

ມີຮູບແບບພາຍນອກໃດສາມາດເຮັດໃຫ້ຂ້າສະອາດໄດ້ ໂລກຂີ້ທູດຕັ້ງຢູ່ເລິກພາຍໃນ

ນັ້ນຄືສາເຫດຂອງຄົນຂີ້ທູດຈົນໆທີ່ຢູ່ໃນຂໍ້ພຣະຄໍາພີຂອງເຮົາ,ຜູ້ຊາຍຄົນໜື່ງມີພະຍາດຂີ້ທູດລາວຮູ້ດີວ່າລາວບໍ່ສາມາດເຮັດຫຍັງໄດ້ເລີຍຫຼືຄໍາເວົ້າຈະບໍ່ຊ່ວຍໃຫ້ລາວດີສະອາດໄດ້ເລີຍ.

II. ສອງ ຊາຍຄົນໜື່ງໄດ້ມາຫາພຣະເຢຊູ.

“ແລະມີຄົນພະຍາດຂີ້ທູດຄົນໜຶ່ງມາຫາພຣະອົງ ຄຸເຂົ່າລົງຕໍ່ພຣະອົງ ແລະທູນອ້ອນວອນພຣະອົວ່າ "ພຽງແຕ່ພຣະອົງຈະໂຜດ ພຣະອົງກໍຈະຊົງບັນດານໃຫ້ຂ້າພະອົງສະອາດໄດ້” (ມາລະໂກ 1:40)

ຄົນຂີ້ທູດທຸກຍາກຄົນນີ້ບໍ່ໄດ້ສົງໄສທີ່ໄດ້ຍິນກ່ຽວກັບພຣະເຢຊູ,ຈອນເວສລີເວົ້າວ່າລາວໜ້າ ຈະໄດ້ຍິນແມ່ນກະທັ່ງພຣະເຢຊູເທດ,ເວສລີໄດ້ກ່າວວ່າ“ໜ້າຈະແມ່ນຄົນຂີ້ທູດຄົນນີ້,ຄິດວ່າລາວບໍ່[ສາມາດ]ປະສົມກັບຜູ້ຄົນໄດ້,ໄດ້ຍິນເຖິງເລື່ອງພຣະເຈົ້າຂອງເຮົາໃນລະຫວ່າງທາງ”(ເຫຼັ້ມດຽວກັນ),ເວສລີໜ້າຈະຮູ້ຈັກເລື່ອງນັ້ນນັບຕັ້ງແຕ່ທີ່ມີຜູ້ຄົນຫຼາຍພັນຄົນມາຟັງລາວເທດສະໜາຈາກໄລຍະທາງໄກ - ແລະຮັບຄວາມລອດ! ນີ້ຄືສ່ວນຂອງຈົດໝາຍທີ່ຂຽນເຖິງ ເວສລີໃນປີ 1745

ຂ້ອຍໄດ້ຍິນນ້ອງຊາຍຂອງເຈົ້[ຊາລສ໌]ແລະເຈົ້າ, ຂ້ອຍບໍ່ໄດ້ຮູ້ຈັກຕົນເອງ, ຫຼັງຈາກນັ້ນຂ້ອຍກໍພົບວ່າຂ້ອຍເປັນຄົນບໍ່ເຊື່ອຊື່ງບໍ່ມີໃຜຊ່ວຍຂ້ອຍໃຫ້ພົ້ນ ໄດ້ນອກຈາກພຣະຄຣິດ, ຂ້ອຍໄດ້ຮ້ອງຫາພຣະອົງແລະພຣະອົງຊົງຟັງ ຂ້ອຍແລະເວົ້າຄໍາພວກນັ້ນດ້ວຍລິດອໍານາດຕໍ່ໃຈຂອງຂ້ອຍວ່າ “ຈົ່ງໄປ ເປັນສຸກເຖີດ,ຄວາມບາບຂອງເຈົ້າໄດ້ຮັບການອະໄພແລ້ວ” (John Wesley, M.A., The Works of John Wesley, volume I, Baker Book House, 1979 reprint, page 527).

ນັ້ນແລະຄືຄວາມຈິງທີ່ພຣະເຢຊູເຮັດຕໍ່ຄົນຂີ້ທູດທຸກຍາກຄົນນີ້,ແລະພຣະອົງຈະເຮັດແບບ ດຽວກັນນີ້ຕໍ່ທ່ານເຊັ່ນກັນເມື່ອທ່ານຖ່ອມໃຈລົງແລະວາງໃຈໃນພຣະອົງຄືກັບຄົນຂີ້ທູດເຮັດ

III. ສາມ ຊາຍຄົນນັ້ນຖືກປົວໃຫ້ດີສະອາດ.

ຂ້າພະເຈົ້າຕ້ອງເວົ້າໜ້ອຍໜື່ງກ່ຽວກັບ“ໝໍປົວ”ເພັນຕາຄອສແລະຄາຣິສມາຕິກເມື່ອການເນັ້ນໜັກຫຼັກໆຄືການປິ່ນປົວຝ່າຍເນື້ອໜັງ,ລິດອໍານາດແຫ່ງຂ່າວປະເສີດຖືກປິດບັງໄວ້ແລະມັກປະໄວ້ຢ່າງສິ້ນເຊີງ, ພວກເຮົາຕ້ອງບໍ່ເນັ້ນເລື່ອງການປິ່ນປົວຮ່າງກາຍຂອງມະນຸດ, ພຣະເຢຊູໄດ້ຕາຍເທິງໄມ້ກາງແຂນເພື່ອຊ່ວຍເຮົາໃຫ້ພົ້ນຈາກໂລກຂີ້ທູດຂອງຄວາມບາບ,ບໍ່ແມ່ນເພື່ອປິ່ນປົວເຮົາຈາກການເຈັບຫູຫຼືໂຣກຕ່ອມຄໍອັກເສບ! ເວົ້າເຖິງ“ໝໍປົວ” ດຣ.ເອ.ດັບໂບຢູ.ໂທເຊີ(1897-1963)ໄດ້ກ່າວວ່າ:

ມັນມີຜົນຂອງການສະແດງອອກຢ່າງບໍ່ມີຄວາມອາຍຫຼາຍ,ມີແນວໂນ້ມທີ່ ຈະອີງໃສ່ປະສົບການຫຼາຍກວ່າອີງໃສ່ພຣະຄຣິດແລະມັກຈະຂາດຄວາມ ສາມາດໃນການແຍກແຍະວຽກຂອງເນື້ອໜັງຈາກການດໍາເນີນງານຂອງ ພຣະວິນຍານ(A. W. Tozer, D.D., Keys to the Deeper Life, Zondervan Publishing House, n.d., pp. 41, 42).

ແມ່ນຂ້າພະເຈົ້າເຊື່ອວ່າພຣະເຈົ້າສາມາດປົວຮ່າງກາຍຂອງເຮົາໄດ້,ຂ້າພະເຈົ້າເຊື່ອໝັ່ນວ່າພຣະອົງຊົງສາມາດ! ແຕ່ຈະເປັນແນວໃດຖ້າພວກເຮົາຕ້ອງເລືອກລະຫວ່າງການ ປີ່ນປົວຮ່າງກາຍຂອງເຮົາກັບການປິ່ນປົວຈິດວິນຍານທີ່ບາບຂອງເຮົາ? ສໍາຫຼັບຂ້າພະເຈົ້າ ແລ້ວໂຕເລືອກງ່າຍໆເລີຍ, ຮ່າງກາຍຂອງເຮົາໃນບໍ່ດົນກໍຈະຜ່ານພົ້ນໄປ,ແຕ່ຈິດວິນຍານ ຂອງເຮົາຈະຢູ່ໂດຍບໍ່ມີມື້ສິ້ນສຸດ, ມັນງ່າຍທີ່ຈະເຫັນວ່າອັນໃດສໍາຄັນທີ່ສຸດ!

ໃນເລື່ອງລາວສັ້ນໆຂອງການປິ່ນປົວຄົນຂີ້ທູດນີ້ພວກເຮົາບໍ່ພຽງແຕ່ເຫັນການປີ່ນ ປົວຝ່າຍຮ່າງກາຍເທົ່ານັ້ນແຕ່ຍັງໄດ້ເຫັນເຖິງການປີ່ນປົວຝ່າຍວິນຍານອີກດ້ວຍ,ພວກເຮົາ ແປຄວາມໝາຍຄໍາສອນຂອງພຣະເຢຊູໃຫ້ແຈ້ງຂື້ນໄດ້ວ່າ:

“ເພາະຖ້າຜູ້ໃດຈະໄດ້ສິ່ງຂອງສິ້ນທັງໂລກ ແຕ່ຕ້ອງສູນເສຍຈິດວິນຍານ ຂອງຕົນ ຜູ້ນັ້ນຈະໄດ້ປະໂຫຍດອັນໃດ” (ມາລະໂກ 8:36)

ບໍ່,ຊາຍຄົນນີ້ຮູ້ດີວ່າພະຍາດຂີ້ທູດຂອງລາວເປັນເຄື່ອງໝາຍຂອງບາງສິ່ງບາງຢ່າງທີ່ເລິກເຊີງກວ່າ,ລາວບໍ່ໄດ້ຂໍໃຫ້ພຣະເຢຊູປົວລາວ, ລາວເວົ້າວ່າ “ພຣະອົງເຈົ້າຂ້າ ພຽງແຕ່ພຣະອົງຈະໂຜດ ພຣະອົງກໍຈະຊົງບັນດານໃຫ້ຂ້າພະອົງສະອາດໄດ້” ລາວບໍ່ໄດ້ສະ“ແຫວງຫາສິ່ງທີ່ຍ່ອມເສື່ອມສູນໄປ”ພຽງຢ່າງດຽວ, “ໂລກຂີ້ທູດໄດ້ກິນເລິກເຂົ້າໄປຂ້າງໃນ”ແລະນັ້ນແລະທີ່ວ່າເປັນຫຍັງພຣະເຢຊູຈື່ງຊ່ວຍລາວໃຫ້ພົ້ນຢ່າງໄວວາແລະໜ້າອັດສະຈັນ,

“ພຽງແຕ່ພຣະອົງຈະໂຜດ ພຣະອົງກໍຈະຊົງບັນດານໃຫ້ຂ້າພະອົງສະອາດໄດ້” (ມາລະໂກ 1:40)

“ແລະພຣະເຢຊູຊົງສົງສານເຂົາຈຶ່ງຊົງຍື່ນພຣະຫັດຖືກຕ້ອງຄົນນັ້ນ ຕັດແກ່ເຂົາວ່າ "ເຮົາພໍໃຈແລ້ວ ເຈົ້າຈົ່ງສະອາດເຖີດ"”(ມາລະໂກ 1:41)

ແລະໃນທັນໃດນັ້ນ“ລາວກໍດີສະອາດ” (ມາລະໂກ 1:42)

ສິ່ງນັ້ນໄດ້ສະແດງໃຫ້ເຫັນເຖິງລິດອໍານາດຂອງຂ່າວປະເສີດ,ພຣະເຢຊູຊົງຫຼັ່ງພຣະໂລຫິດຂອງພຣະອົງເທິງໄມ້ກາງແຂນເພື່ອລ້າງທ່ານໃຫ້ສະອາດຈາກຄວາມບາບທຸກຢ່າງ ພຣະເຢຊູຊົງຟື້ນຂື້ນຈາກຄວາມຕາຍເພື່ອມອບຊີວິດໃຫ້ແກ່ທ່ານ, ເມື່ອທ່ານມາຫາພຣະເຢຊູໃນຄວາມເຊື່ອງ່າຍໆຄືກັບຜູ້ຊາຍຄົນນີ້, ພຣະເຢຊູກໍຈະຊ່ວຍທ່ານໃຫ້ພົ້ນ“ທັນທີ”ຢ່າງແນ່ ນອນ! ສໍາຫຼັບຂ້າພະເຈົ້າອັນນັ້ນແມ່ນຂໍ້ຄວາມທີ່ຍິ່ງໃຫຍ່ທີ່ສຸດຂອງພຣະຄໍາພີ! “ພຽງແຕ່ພຣະອົງຈະໂຜດ ພຣະອົງກໍຈະຊົງບັນດານໃຫ້ຂ້າພະອົງສະອາດໄດ້” “ເຮົາພໍໃຈແລ້ວ ເຈົ້າຈົ່ງສະອາດເຖີດ” - ແລະລາວກໍດີສະອາດ! ນັ້ນຄືຂ່າວປະເສີດ! ນັ້ນຄືຂ່າວດີຂອງຄວາມລອດ! ນັ້ນຄືຄວາມຫວັງດຽວຂອງທ່ານ, “ພຣະເຢຊູ ພຽງແຕ່ພຣະອົງຈະໂຜດ ພຣະອົງກໍຈະຊົງບັນດານໃຫ້ຂ້າພະອົງສະອາດໄດ້” “ເຮົາພໍໃຈແລ້ວ ເຈົ້າຈົ່ງສະອາດເຖີດ” ຈົ່ງວາງໃຈພຣະອົງ, ຈົ່ງມາຫາພຣະເຢຊູ,ວາງໃຈໃນພຣະອົງ,ມັນເປັນເລື່ອງງ່າຍທີ່ຈະວາງໃຈໃນພຣະເຢຊູ,ພຣະອົງຈະເຮັດໃຫ້ທ່ານສະອາດໃນຊົ່ວວິນາທີ! -ຄືກັບທີ່ພຣະອົງຊົງເຮັດກັບຜູ້ຊາຍຄົນນີ້! ບໍ່ຈໍາເປັນທີ່ຈະຕ້ອງລໍຖ້າອີກຕໍ່ໄປ! ຈົ່ງວາງໃຈພຣະເຢຊູແລະສະອາດ! ພຣະບິດາຂ້າພະອົງຂໍອະທິຖານເພື່ອບາງຄົນທີ່ຈະວາງໃຈໃນພຣະເຢຊູໃນເຊົ້ານີ້ ແລະໄດ້ຮັບການຊໍາລະໃຫ້ສະອາດໂດຍພຣະໂລຫິດຂອງພຣະອົງ! ເອແມນ

ແລະຂ້າຮູ້, ແມ່ນ ຂ້າຮູ້
ພຣະໂລຫິດພຣະເຢຊູສາມາດເຮັດໃຫ້ຄົນບາບສະອາດໄດ້
ແລະຂ້າຮູ້, ແມ່ນ ຂ້າຮູ້
ພຣະໂລຫິດພຣະເຢຊູສາມາດເຮັດໃຫ້ຄົນບາບສະອາດໄດ້
   (“Yes, I Know!” by Anna W. Waterman, 1920).

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວພຣຸດໂຮມ: ມາລະໂກ 1:40-42,
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ:
“Yes, I Know!” (by Anna W. Waterman, 1920).

ໂຄງຮ່າງບົດເທດສະໜາ

ເຮົາພໍໃຈແລ້ວ - ເຈົ້າຈົ່ງສະອາດເຖີດ

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ແລະມີຄົນພະຍາດຂີ້ທູດຄົນໜຶ່ງມາຫາພຣະອົງ ຄຸເຂົ່າລົງຕໍ່ພຣະອົງ ແລະທູນອ້ອນວອນພຣະອົວ່າ "ພຽງແຕ່ພຣະອົງຈະໂຜດ ພຣະອົງກໍຈະຊົງບັນດານໃຫ້ຂ້າພະອົງສະອາດໄດ້ " ແລະພຣະເຢຊູຊົງສົງສານເຂົາຈຶ່ງຊົງຍື່ນພຣະຫັດຖືກຕ້ອງຄົນນັ້ນ ຕັດແກ່ເຂົາວ່າ "ເຮົາພໍໃຈແລ້ວ ເຈົ້າຈົ່ງສະອາດເຖີດ" ແລະພໍພຣະອົງຕັດແລ້ວ ໃນທັນໃດນັ້ນພະຍາດຂີ້ທູດກໍຫາຍ ແລະຄົນນັ້ນກໍສະອາດ”(ມາລະໂກ 1:40-42)

(1 ເປໂຕ 5:13)

I. ໜື່ງ ຜູ້ຊາຍຄົນໜື່ງມີໂລກຂີ້ທູດ.ເລວີນິຕິ 13:45,46; ໂລມ 8:7;3:11-12.

II. ສອງ ຊາຍຄົນໜື່ງໄດ້ມາຫາພຣະເຢຊູ. ມາລະໂກ 1:40.

III. ສາມ ຊາຍຄົນນັ້ນຖືກປົວໃຫ້ດີສະອາດ. ມາລະໂກ 8:36; 1:40, 41, 42.