Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຊາຕານເຮັດໃຫ້ຕາບອດ

SATANIC BLINDING
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 22/2/2015
A sermon preached at the Baptist Tabernacle of Los Angeles
Lord’s Day Morning, February 22, 2015

“ແຕ່ຖ້າຂ່າວປະເສີດຂອງເຮົາຖືກບັງໄວ້ຈາກໃຜ ກໍຈາກຄົນເຫລົ່ານັ້ນທີ່ກຳລັງຈະພິນາດ ສ່ວນຄົົນທີ່ບໍ່ເຊື່ອນັ້ນ ພະຂອງຍຸກນີ້ໄດ້ກະທຳໃຈຂອງເຂົາໃຫ້ມືດໄປ ເພື່ອບໍ່ໃຫ້ຄວາມສະຫວ່າງຂອງຂ່າວປະເສີດອັນມີສະຫງ່າລາສີຂອງພຣະຄຣິດ ຜູ້ເປັນພຣະສາຍຂອງພຣະເຈົ້າ ສ່ອງແສງເຖິງພວກເຂົາ” ( 2ໂຄລິນ 4:3-4)


ຂ້າພະເຈົ້າຈະຂໍເວົ້າເຖິງເລື່ອງກ່ຽວກັບຊາຕານໃນເຊົ້ານີ້,ນີ້ຄືໜື່ງໃນບົດເທດທີ່ຍາກທີ່ສຸດເທົ່າທີ່ຂ້າພະເຈົ້າເຄີຍກຽມມາກ່ອນ, ຂ້າພະເຈົ້າແນ່ໃຈວ່າຊາຕານມັນບໍ່ຢາກໃຫ້ຂ້າ ພະເຈົ້າເທດເລື່ອງນີ້ໃຫ້ພວກທ່ານຟັງໃນມື້ນີ້, ຂ້າພະເຈົ້າມີປື້ມເຫຼັ້ມໜື່ງຂອງດຣ.ດັບໂບຢູ. ເອ.ຄຣິສແວວຊື່ງຂ້າພະເຈົ້າຈະຂໍໃຊ້ເປັນແຫຼ່ງຂໍ້ມູນ, ຂ້າພະເຈົ້າໄດ້ສຶກສາບົດເທດຂອງ ເພີ່ນໃນເລື່ອງພະຍາມານແລະຊາຕານ,ສະນັ້ນຂ້າພະເຈົ້າຈື່ງຈະຂໍໃຊ້ບາງຢ່າງທີ່ເພີ່ນເວົ້າ ໃນຄໍານຳຂອງບົດເທດຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ຕັ້ງປື້ມໄວ້ເທິງໂຕະຂອງຕົນ,ແຕ່ເມື່ອ ຮອດເວລາທີ່ຈະກຽມເທດພັດຫາມັນບໍ່ເຫັນ! ມັນເບິ່ງຄືວ່າຫາຍໄປແລ້ວ! ມັນຈະຕ້ອງຢູ່ໃນ ການສຶກສາຂອງຂ້າພະເຈົ້າແລ້ວແຕ່ຂ້າພະເຈົ້າໄດ້ໃຊ້ເວລາເກືອບສາມຊົ່ວໂມງເພື່ອຊອກ ຫາມັນ,ແລະກໍຍັງບໍເຫັນມັນ, ຂ້າພະເຈົ້າແນ່ໃຈວ່າຊາຕານໄດ້ເຮັດບາງສິ່ງບາງຢ່າງກັບ ເລື່ອງນີ້ແລ້ວ.

ຫຼັງຈາກນັ້ນອີລີນາກໍກັບບ້ານ,ຂ້າພະເຈົ້າໄດ້ຢຸດແລະອະທິຖານຂໍໃຫ້ພຣະເຈົ້າຊ່ວຍ ໃຫ້ພົບມັນ,ອີລີນາກໍຄົ້ນຫາປື້ມຕ່າງໆທີ່ຢູ່ເທິງພື້ນອ້ອມຮອບໂຕະຂອງຂ້າພະເຈົ້າ,ໃນຂະນະທີ່ລາວກໍາລັງຊອກຢູ່ນັ້ນຂ້າພະເຈົ້າກໍຄິດວ່າຂ້ອຍຈະລອງຊອກບ່ອນທີ່ຂ້ອຍເຄີຍຊອກມັນ ອີກເທື່ອໜື່ງ,ຂ້າພະເຈົ້າໄດ້ຄົ້ນຫາມາສາມເທື່ອແລ້ວແຕ່ຈະພະຍາຍາມຊອກອີກ, ແລ້ວກໍ ພົບມັນ! ໃຈຂອງຂ້າພະເຈົ້າເຕັ້ນໄປດ້ວຍຄວາມຍິນດີ! ພຣະເຈົ້າໄດ້ຊົງຕອບຄໍາອະທິຖານ ຂອງຂ້າພະເຈົ້າແລ້ວແລະໄດ້ສໍາແດງໃຫ້ຂ້າພະເຈົ້າຮູ້ວ່າປື້ມນັ້ນຢູ່ໃສ!

ບາງຄົນອາດຈະຄິດວ່າມັນເປັນເລື່ອງເລັກນ້ອຍ - ການເຫັນປື້ມເຫຼັ້ມໜື່ງ,ແຕ່ມັນ ມັກເປັນ“ເລື່ອງເລັກນ້ອຍ”ສະເໝີທີ່ພວກເຮົາເຫັນເຖິງການລະວັງແລະຄວາມລະອຽດລະອໍທີ່ຊາຕານເປັນ,“ຊາຕານ”ຄືຊື່ຂອງມັນໃນພາສາຮິບຣູ, “ຊໍຕັນ” - ໝາຍເຖິງ “ຄູ່ຕໍ່ສູ້” ໝາຍ ເຖິງ“ຄູແຂ່ງ”“ສັດຕູ”ແລະ “ຜູ້ຕໍ່ຕ້ານ” “ຊາຕານ”ມາຈາກພາສາຮິບຣູຄໍາອື່ນອີກທີ່ໝາຍເຖິງ “ໂຈມຕີ” ຊາຕານຄືສັດຕູຂອງພຣະເຈົ້າ,ມັນຕໍ່ຕ້ານພຣະເຈົ້າ,ມັນຕໍ່ສູ້ວຽກຂອງພຣະເຈົ້າ ແລະມັນກໍມີລິດເດດຫຼາຍ, ດຣ.ດັບໂບຢູ.ເອ.ຄຣິສແວວຄືສິດຍາພິບານຂອງຄຣິສຕະຈັກ ເຟີສແບັບຕິດແຫ່ງເມືອງດາລັສລັດເທັກຊັສເປັນເວລາເກືອບຫົກສິບປີ,ເພີ່ນຈົບປະລິນຍາ ເອກພຣະຄໍາພີດ້ານພາສາກຣີກແລະສາສະໜາສາດ,ເພີ່ນຄືແຊັມປຽນເລື່ອງພຣະຄໍາພີ,ເພີ່ນຄືນັກເທດທີ່ຍິ່ງໃຫຍ່ຂອງແບັບຕິດໃຕ້,ຄືໜື່ງໃນນັກເທດທີ່ຍິ່ງໃຫຍ່ທີ່ສຸດແຫ່ງສະຕະວັດທີ່ ຊາວ, ດຣ.ຄຣິສແວວໄດ້ກ່າວວ່າ:

         ຊາຕານຢືນຢູ່ໃນຊຸມຊົນໂຮງຮຽນແລະການກ່າວປາໄສຢ່າງສະຫຼາດ ຕ່າງໆ,ມັນຄວບຄຸມເໜືອຂະບວນການທາງດ້ານການສຶກສາແລະມັນຕ້ອງການແນ່ໃຈວ່າພຣະເຈົ້າໄດ້ຖືກເອົາອອກໄປຈາກໂລກນີ້ແລ້ວ.
         ຊາຕານຮັກສາສະໜາ...ເລື່ອງລາວທັງໝົດຂອງໂລກບູຮານຖືກບອກ ໃນຮູບແບບຂອງພະຕ່າງໆຂອງຊາວບາບິໂລນ,ຊາວອີຢິບ,ຊາວກຣີກແລະໂລມັນ,ໃນປະເທດອິນເດຍປະຈຸບັນນີ້ມີການບູຊາພະຕ່າງໆທີ່ຕ່າງກັນເຖິງ 335 ລ້ານແບບ,ຊາຕານມັກແບບນັ້ນ, ບູຊາພະຫຼາຍເທົ່າໃດກໍໄດ້ເທົ່າທີ່ ທ່ານມັກໂດຍປ່ອຍພຣະເຈົ້າແທ້ອອກໄປ,[ຊາຕານ]ຮັກສາສະໜາຕ່າງໆ ຂອງໂລກ,ມັນຮັກຄົນເປັນລ້ານໆຄົນທີ່ບູຊາຢູ່ຕາມວັດຕ່າງໆຂອງພຸດຫຼືຊິນໂຕ,ມັນຮັກພະຕ່າງໆຂອງສາສະໜາຮິນດູແລະມັນຮັກການບູຊາຂອງພະ ອັລເລາະຂອງພວກມູສະລິມ,ຄົນເປັນຫຼາຍລ້ານຄົນບູຊາພະຕ່າງໆເຫຼົ່ານັ້ນແລະມັນກໍພໍໃຈ,ພຽງແຕ່ປ່ອຍໃຫ້ພຣະເຈົ້າແທ້ອອກໄປ...
          [ຊາຕານ]ຄືທູດສະຫວັນແຫ່ງຄວາມສະຫວ່າງ,ມັນລີ້ຢ່າງລະມັດລະວັງຈາກຄົນທີ່ມັນຫລອກ...ມັນປາກົດເປັນຜູ້ຊາຍຄົນໜື່ງແຫ່ງຄວາມໂດດເດັ່ນ,ພວກທ່ານແນມເບິ່ງມັນ,ມັນເປັນຜູ້ບໍລິຫານທີ່ມີຄວາມສາມາດ,ແຕ່ງຕົວບໍ່ມີບ່ອນຕິແລະມີຕໍາແໜ່ງສູງໃນບໍລິສັດແລະໃນສັງຄົມ,ນີ້ແມ່ນຄົນແຫ່ງຄວາມໂດດເດັ່ນພ້ອມດ້ວຍຈອກ[ເຫຼົ້າ]ໃນມືຂອງເຂົາ,ແຕ່[ຊາຕານ]ລີ້ຢູ່ໃນຮາງນໍ້າແລະເມົາຢູ່ໃນຮາກຂອງມັນແລະຄວາມໂສກເສົ້າຂອງບ້ານທີ່ແຕກແຍກ, ຄອບຄົວທີ່ແຕກແຍກແລະເດັກກໍາພ້າ,ມັນເປັນຄົນສະຫຼາດ![ມັນຄືພະຂອງໂລກນີ້].
         ມັນໃຫ້ກຽດຄວາມເຍົ້າຍວນໃຈແລະຄວາມສະໜຸກຂອງບຣອດເວຫຼືຮໍລິວູດຫຼືລາສເວກັສແລະສິ່ງເຍົ້າຍວນທຸກຢ່າງຂອງສື່ລາມົກ,ແຕ່ມັນລີ້ຢູ່ໃນ ກາມມະໂລກ,ໂລກໜອງໃນ,ໂລກຕຸ່ມເປືອຍ,ໂລກເອດ,ການອົກຫັກ,ນໍ້າຕາແລະຄວາມສິ້ນຫວັງທຸກຢ່າງ,ນັ້ນແລະຄືຊາຕານ[ພະຂອງໂລກນີ້].
         ...ມັນປອມແປງຄຣິສຕະຈັກຂອງພຣະເຈົ້າຜູ້ຊົງພຣະຊົນຢູ່ແລະພຣະຜູ້ຊ່ວຍໃຫ້ລອດຄືພຣະເຢຊູຄຣິດ,ອັກຄະສາວົກເປົາໂລໄດ້ອະທິບາຍເຖິງ ຄຣິສຕະຈັກປອມວ່າ...“ມີສະພາບທາງຂອງພຣະເຈົ້າພາຍນອກແຕ່ລິດ ຂອງທາງນັ້ນເຂົາປະຕິເສດເສຍ”(2 ຕີໂມທຽວ 3:5)...ຄຣິສຕະຈັກປອມ ຮູ້ຈັກສິ່ງທີ່ເລິກຂອງຕານແລະການຟື້ນຟູສິ່ງເລິກໆຂອງພຣະເຈົ້າ,ຊາຕານຮັກເລື່ອງນັ້ນ,ມັນຮັກສາສະໜາທີ່ບໍ່ມີຜູ້ໄຖ່...ຢ່ານໍາວິນຍານຄົນທີ່ບໍ່ເຊື່ອ,ຢ່າພະຍາຍາມທີ່ຈະເຮັດໃຫ້ຄົນທີ່ບໍ່ລອດກັບໃຈໃໝ່,ພຽງແຕ່ເຮັດໃຫ້ມັນສວຍ ງາມ,ຕາມພິທີແລະສະຫຼຽວສະຫຼາດແຕ່ປ່ອຍໃຫ້ຜູ້ຊົງໄຖ້ໄປ[ຄືພຣະຄຣິດ] ອອກໄປຈາກເລື່ອງນັ້ນ. ນັ້ນແລະຄືຊາຕານ[ນັ້ນແລະຄືພະຂອງໂລກນີ້].
         ຄວາມສະຫຼຽວສະຫຼາດແບບທີ່ມັນເປັນ,ທູດສະຫວັນແຫ່ງຄວາມສະ ຫວ່າງນັ້ນແລະທີ່ມັນເປັນ, [ຊາຕານ]ລີ້ຢ່າງລະມັດລະວັງຈາກຄົນທີ່ມັນ ຫລອກລວງ(W. A. Criswell, Ph.D., “The Fall of Lucifer,” Great Doctrines of the Bible – Angelology, volume 7, Zondervan Publishing House, 1987, pp. 93-95).

ແຕ່ມັນເຊື່ອງຄວາມຫາຍະນະຂອງຊີວິດທີ່ບໍ່ມີພຣະຄຣິດໄວ້,ມັນເຊື່ອງຄວາມວ່າງເປົ່າແລະຄວາມໂສກເສົ້າ, ມັນເຊື່ອງຄວາມຕາຍທີ່ປາສະຈາກພຣະຄຣິດແລະຫຼຸມສົບທີ່ສິ້ນຫວັງໄວ້, ມັນເຊື່ອງການພິພາກສາຄັ້ງສຸດທ້າຍຂອງຄົນຕາຍທີ່ຍັງບໍ່ລອດ,ມັນເຊື່ອງການທໍລະມານ ອັນຕະຫຼອດເປັນນິດຂອງຈິດວິນຍານໃນແປວໄຟແລະຄວາມທໍລະມານໃນບຶງໄຟນາລົກໄວ້ ນັ້ນແລະຄືຊາຕານ, ນັ້ນແລະຄືພະຂອງໂລກນີ້!

ມັນຄືຕົວຕົນຂອງຊາຕານທີ່ອັກຄະສາວົກເວົ້າເຖິງ

“ແຕ່ຖ້າຂ່າວປະເສີດຂອງເຮົາຖືກບັງໄວ້ຈາກໃຜ ກໍຈາກຄົນເຫລົ່ານັ້ນທີ່ກຳລັງຈະພິນາດ ສ່ວນຄົົນທີ່ບໍ່ເຊື່ອນັ້ນ ພະຂອງຍຸກນີ້ໄດ້ກະທຳໃຈຂອງເຂົາໃຫ້ມືດໄປ ເພື່ອບໍ່ໃຫ້ຄວາມສະຫວ່າງຂອງຂ່າວປະເສີດອັນມີສະຫງ່າລາສີຂອງພຣະຄຣິດ ຜູ້ເປັນພຣະສາຍຂອງພຣະເຈົ້າ ສ່ອງແສງເຖິງພວກເຂົາ” ( 2ໂຄລິນ 4:3-4)

I. ໜື່ງ ແມ່ນຫຍັງຄືສິ່ງທີ່ເຊື່ອງໄວ້ຈາກຄົນເຫຼົ່ານັ້ນທີ່ບໍ່ເຊື່ອ.

ເປັນຫຍັງມັນຈື່ງເປັນຂ່າວປະເສີດ“ຂ່າວປະເສີດອັນມີສະຫງ່າລາສີຂອງພຣະຄຣິດ” ນັ້ນແລະຄືສິ່ງທີ່ຖືກເຊື່ອງໄວ້ຈາກຄົນເຫຼົ່ານັ້ນທີ່ບໍ່ເຊື່ອ,ຂ່າວປະເສີດຂອງພຣະຄຣິດເປັນ ສິ່ງທີ່ງ່າຍຫຼາຍທີ່ຈະຮຽນຮູ້,ພວກທ່ານສາມາດຮຽນຮູ້ຄວາມຈິງພື້ນຖານຂອງຂ່າວປະເສີດໄດ້ ບໍ່ເກີນຫ້ານາທີ, ອັກຄະສາວົກເປົາໂລໄດ້ໃຫ້ຂ່າວປະເສີດຢູ່ໃນຂໍ້ພຣະຄໍາພີທີ່ສັ້ນໆສອງຂໍ້ ໃນພຣະຄໍາພີ,ລາວກ່າວວ່າ:

“ພຣະຄຣິດໄດ້ຊົງວາຍພຣະຊົນເພາະບາບຂອງເຮົາທັງຫລາຍ ຕາມທີ່ຂຽນໄວ້ໃນພຣະຄຳພີ ແລະຊົງຖືກຝັງໄວ້ ແລ້ວວັນທີ່ສາມພຣະອົງຊົງເປັນຂຶ້ນມາໃໝ່ຕາມທີ່ມີຂຽນໄວ້ໃນພຣະຄຳພີນັ້ນ”(1 ໂຄລິນ 15:3-4)

ອັນນັ້ນເປັນພຽງແຕ່ສ່ວນໜື່ງຂອງປະໂຫຍກໜື່ງ,ປະໂຫຍກໜື່ງອະທິບາຍເຖິງຂ່າວປະເສີດ

ປະການທີ່ໜື່ງ“ພຣະຄຣິດຊົງວາຍພຣະຊົຍເພື່ອບາບຂອງເຮົາ” ຊົງເປັນພຣະຄຣິດ ຜູ້ຊົງຕາຍເພື່ອບາບຂອງເຮົາບໍ່ແມ່ນຄົນອື່ນໃດ, ຄືພຣະເຢຊູຄຣິດຊື່ງພຣະເຈົ້າໄດ້ສົ່ງລົງມາ ຈາກສະຫວັນ,ຄືພຣະຄຣິດຜູ້ຊື່ງເກີດຈາກນາງມາລີຍິງພົມມະຈັນ, ຄືພຣະຄຣິດຊື່ງເກີດມາ ໂດຍທີ່ບໍ່ມີບາບ,ຜູ້ມີຊີວິດທີ່ປາສະຈາກບາບ,ຄືພຣະຄຣິດຜູ້ຊື່ງແມ່ນແຕ່ປີລາດເຈົ້າເມືອງ ຊາວໂລມັນກໍກ່າວວ່າ:“ເຮົາບໍ່ເຫັນວ່າຄົນນັ້ນມີຄວາມຜິດຫຍັງເລີຍ”(ໂຢຮັນ18:38), ບໍ່ມີ ຄວາມຜິດຫຍັງເລີຍ!ຊ່າງເປັນຄວາມຈິງແທ້, ແມ່ນແຕ່ສັດຕູຂອງພຣະອົງກໍບໍ່ສາມາດພົບ ຄວາມຜິດຫຼືຄວາມບາບໃນພຣະອົງເລີຍ,ພວກເຂົາຕ້ອງຕົວະເລື່ອງພຣະອົງແລະກ່າວວ່າ ພຣະອົງຊົງກ່າວວ່າພຣະອົງສາມາດສ້າງພຣະວິຫານຂື້ນໃໝ່ພາຍໃນສາມວັນໄດ,ຊື່ງພຣະ ອົງບໍ່ເຄີຍເວົ້າແບບນັ້ນ!ມັນຄືເລື່ອງຕົວະ!ພວກເຂົາຕ້ອງເວົ້າຕົວະເພື່ອເຮັດໃຫ້ເບິ່ງຄືວ່າມີ ເຫດຜົນທີ່ຈະຂ້າພຣະອົງໄດ້,ນີ້ຄືພຣະເຢຊູຄຣິດຜູ້ຊື່ງບໍ່ເຄີຍຕົວະແລະບໍ່ເຄີຍເຮັດຫຍັງຜິດ ເລີຍມີແຕ່ຊ່ວຍເຫຼືອຜູ້ຄົນ,ນີ້ຄືພຣະບຸດຂອງພຣະເຈົ້າທີ່ສົມບູນແບບທີ່ບໍ່ມີບາບເລີຍ.

ອັນທີ່ສອງ“ພຣະຄຣິດຊົງສີ້ນພຣະຊົນເພື່ອບາບຂອງເຮົາ”ພຣະຄຣິດຊົງຕາຍໃນທີ່ ຂອງເຮົາເທິງໄມ້ກາງແຂນເພື່ອຈ່າຍການລົງໂທດເພື່ອບາບຂອງພວກເຮົາ,ອາຈານເປໂຕ ໄດ້ກ່າວວ່າ:

“ພຣະຄຣິດເຊັ່ນກັນກໍໄດ້ທົນທຸກຄັ້ງດຽວເທົ່ານັ້ນເພາະຄວາມຜິດບາບ ຄືພຣະອົງຜູ້ຊອບທໍາເພື່ອຜູ້ບໍ່ຊອບທໍາ”(1 ເປໂຕ 3:18)

ຜູ້ທໍານາຍອິດສະຢາໄດ້ກ່າວເຖິງພຣະຄຣິດວ່າ:

“ພຣະອົງຊົງບາດເຈັບເພາະການລະເມີດຂອງເຮົາທັງຫຼາຍ” (ອິດສຢາ 53:3)

“ພຣະເຈົ້າໄດ້ຊົງເອົາຄວາມຊົ່ວຊ້າຂອງເຮົາທັງຫຼາຍວາງເທິງພຣະອົງ” (ອິດສະຢາ 53:6)

ນີ້ແມ່ນພຣະຄຣິດ,ຜູ້ແທນຂອງພວກເຮົາ, ພຣະອົງຊົງຕາຍໃນທີ່ຂອງພວກເຮົາ - ເພື່ອ ຈ່າຍຄ່າບາບຂອງເຮົາໃນສາຍພຣະເນດຂອງພຣະເຈົ້າ.

ປະການທີ່ສາມ“ພຣະອົງຊົງຖືກຝັງໄວ້ແລະ...ຟື້ນຂື້ນມາອີກໃນວັນທີ່ສາມ”ພຣະອົງຊົງຕາຍເທິງໄມ້ກາງແຂນແທ້, ຮ່າງກາຍທີ່ຕາຍແລ້ວຂອງພຣະອົງຖືກວາງໄວ້ໃນອຸບໂມງ, ພວກເຂົາໄດ້ຈໍາກາອຸບໂມງໄວ້ແລ້ວເອົາພຣະສົບຂອງພຣະອົງໄວ້ບ່ອນນັ້ນ,ແຕ່ໃນວັນຖ້ວນສາມພຣະອົງຊົງຟື້ນມາຈາກຄວາມຕາຍ,ພຣະອົງຊົງຟື້ນຂື້ນຈາກຕາຍຝ່າຍຮ່າງກາຍ-ເພື່ອ ມອບຊີວິດໃຫ້ແກ່ເຮົາ.

“ເພື່ອຜູ້ໃດທີ່ເຊື່ອໃນພຣະອົງຈະບໍ່ພິນາດແຕ່ມີຊີວິດອັນຕະຫຼອດໄປເປັນນິດ” (ໂຢຮັນ 3:15)

ນັ້ນແລະຄືຂ່າວປະເສີດ! ມັນງ່າຍໆແບບນັ້ນແລະ!

“ຂະນະທີ່ເຮົາຍັງເປັນຄົນບາບຢູ່ນັ້ນ ພຣະຄຣິດໄດ້ຊົງສິ້ນພຣະຊົນເພື່ອເຮົາ ບັດນີ້ເຮົາຈຶ່ງເປັນຄົນຊອບທຳແລ້ວໂດຍພຣະໂລຫິດຂອງພຣະອົງ ຍິ່ງກວ່ານັ້ນ ເຮົາຈະພົ້ນຈາກພຣະພິໂລດໂດຍພຣະອົງ...ຍິ່ງກວ່ານັ້ນອີກເມື່ອເຮົາກັບຄືນດີແລ້ວ ເຮົາກໍຈະລອດໂດຍພຣະຊົນຊີບຂອງພຣະອົງແນ່ນອນ” (ໂລມ 5:8-10)

ນັ້ນແລະຄືຂ່າວປະເສີດ,ເດັກນ້ອຍຄົນໜື່ງກໍສາມາດຮຽນຮູ້ເຖິງຄວາມຈິງເຫຼົ່ານີ້ພາຍໃນຫ້າ ນາທີໄດ້! ພວກທ່ານທີ່ໄດ້ມາຄຣິສຕະຈັກຂອງເຮົາສອງເທື່ອຫຼືສາມເທື່ອແລ້ວກໍຮູ້ຈັກຄວາມ ຈິງເຫຼົ່ານີ້, ພວກທ່ານໄດ້ຮຽນຮູ້ຄວາມຈິງເລື່ອງຂ່າວປະເສີດແລ້ວ,ແລະຍັງ...ແລະຍັງ... ແລະຍັງ...ບໍ່ຮັບເຊື່ອ, ພວກທ່ານຮູ້ຈັກຂ່າວປະເສີດແຕ່ທ່ານຍັງບໍ່ໄດ້ຮັບຄວາມລອດ “ຖ້າ ຂ່າວປະເສີດຖືກບັງ ກໍຖືກບັງໄວ້ຈາກຄົນເຫຼົ່ານັ້ນທີ່ກໍາລັງຈະພິນາດ”(2 ໂກລິນໂທ 4:3)

II. ສອງ ເປັນຫຍັງຂ່າວປະເສີດຈື່ງຖືກບັງໄວ້ຈາກຄົນທີ່ບໍ່ເຊື່ອ.

ຄໍາຕອບກໍຢູ່ໃນຫົວຂໍ້ພຣະຄໍາພີຂອງເຮົາ“ສ່ວນຄົນທີ່ບໍ່ເຊື່ອນັ້ນພະຂອງໂລກນີ້ໄດ້ ເຮັດໃຫ້ຈິດໃຈຂອງເຂົາມືດມົວໄປ”(2 ໂກລິນໂທ 4:4) ຊາຕານຖືກເອີ້ນວ່າເປັນ“ພະຂອງ ໂລກນີ້” ໃນໂຢຮັນ 12:31 ຊາຕານຖືກເອີ້ນວ່າ“ເຈົ້າຊາຍຂອງໂລກນີ້” ໃນ 1 ໂຢຮັນ 5:19 ພວກເຮົາຖືກບອກວ່າ:

“ຊາວໂລກທັງສິ້ນຕົກຢູ່ໃຕ້ຂອງຄວາມຊົ່ວຮ້າຍ”(1 ໂຢຮັນ 5:19)

ສູນກາງຂອງພຣະຄໍາພີສະກໍຟິວໝາຍການແປໄວ້ແບບນີ້ວ່າ:

“ຊາວໂລກທັງສິ້ນຕົກຢູ່ໃຕ້ຄວາມຊົ່ວໜື່ງ”

ແລະສະບັບເອັນເອແອັສວີກ່າວວ່າ

“ຊາວໂລກທັງສິ້ນຕົກຢູ່ໃຕ້ອຳນາດຂອງຄວາມຊົ່ວຮ້າຍໜື່ງ”

ຂໍ້ພຣະຄໍາພີເຫຼົ່ານີ້ໄດ້ເຮັດໃຫ້ຊັດເຈນວ່າລະບົບໂລກ(ຈັກກະວານ)ພ້ອມດ້ວຍພະ ທີ່ເປັນຜູ້ປົກຄອງຕ່າງໆ,ສາສະໜາທຽມເທັດຕ່າງໆ,ຄົນຊົ່ວແລະຄວາມຄິດບິດເບືອນຕ່າງໆແມ່ນຖືກຄວບຄຸມໂດຍຊາຕານ,ຄວາມຄິດຕ່າງໆ,ຄວາມຄິດເຫັນນາໆ,ເປົ້າໝາຍຫຼາຍຢ່າງ ແລະມຸມມອງຕ່າງໆຂອງຜູ້ຄົນສ່ວນຫຼາຍແມ່ນຖືກຄວບຄຸມໂດຍວິນຍານຂອງໂລກແຫ່ງຍຸກນີ້, ອີລີອຄດເອີ້ນມັນວ່າ“ວິນຍານແຫ່ງຄວາມກຽດຊັງ,ຫລອກລວງແລະເຫັນແກ່ຕົວ(ຊື່ງ)ໃນ ທາງປະຕິບັດໄດ້ບູຊາພະຍາມານ” (Ellicott’s Commentary on the Whole Bible, volume VII, Zondervan, n.d., p. 375; note on II Corinthians 4:4).

ແລະອີລີຄອດກ່າວວ່າ“ພະຂອງໂລກນີ້ແມ່ນປໍລະປັກໂດຍກົງຕໍ່(ວຽກ)ຂອງພຣະ ເຈົ້າ”(ເຫຼັ້ມດຽວກັນ),ນັ້ນແລະຄືຄວາມໝາຍຂອງຊື່ຂອງ“ຊາຕານ”ໝາຍເຖິງ-ຄູ່ຕໍ່ສູ້,ປໍລະ ປັກ, ສັດຕູ,ຜູ້ຕໍ່ຕ້ານ.

ພວກທ່ານອາດຈະບໍ່ເຂົ້າໃຈເລື່ອງນີ້ແຕ່ທຸກຄົນທີ່ຍັງບໍ່ກັບໃຈໃໝ່ແມ່ນຕໍ່ຕ້ານພຣະ ເຈົ້າ,ທຸກໆຄົນ! ບໍ່ມີການຍົກເວັ້ນ! ຄົນທີ່ເຮັດວຽກຂ່າວປະເສີດທາງດ້ານໂທລະສັບຮູ້ຈັກ ເລື່ອງນີ້ໂດຍປະສົບການ, ພວກເຂົາບໍ່ເຄີຍພົບຈັກຄົນທີ່ເຂົ້າມາໃນຄຣິສຕະຈັກແລະລອດ ໂດຍທີ່ບໍ່ມີບັນຫາ - ສ່ວນຫຼາຍແມ່ນມີບັນຫາໃຫຍ່ຫຼາຍ! ແລະມັນເກີດຂື້ນກັບຄົນທີ່ມາແທ້! ພວກເຂົາພຽງແຕ່ເຂົ້າມາພ້ອມກັບບັນຫາໜື່ງ, ແຕ່ຄົນສ່ວນໃຫຍ່ແລ້ວບໍ່ມາອີກເລີຍ! ນີ້ ແມ່ນຄວາມຈິງໂດຍສະເພາະຄົນອາເມລິກາຜິວຂາວ-ແຕ່ໃນຫົນທາງໜື່ງຫຼືຫົນທາງອື່ນໆ ມັນກໍເປັນຄວາມຈິງກັບທຸກນິກາຍເຊັ່ນດຽວກັນ, ແມ່ນແຕ່ແມ່ຄົນຈີນ“ທີ່ດີ”ຄົນໜື່ງກໍຈະ ເວົ້າວ່າ“ເອີໄດ້ ລາວໄປໄດ້ ແຕ່ຢ່າໃຫ້ລາວຮັບບັບຕິດສະມາ” ພວກເຂົາເວົ້າຄືກັບວ່າສິ່ງທີ່ ຫຼາຍເທື່ອທ່ານກໍເລີ່ມທີ່ຈະເຂົ້າໃຈວ່າພວກເຂົາຕໍ່ສູ້ກັບພຣະເຈົ້າໃນໃຈຂອງເຂົາ,ຄວາມຄິດ ຂອງເຂົາເຈົ້າຖືກຄວບຄຸມໂດຍພະຂອງໂລກນີ້ດັ່ງທີ່ອີລີຄອດໄດ້ກ່າວໄວ້ວ່າ“ວິນຍານແຫ່ງ ຄວາມບໍ່ຈິງແລະເຫັນແກ່ຕົວ”(ເຫຼັ້ມດຽວກັນ).

ຂ້າພະເຈົ້າເລີ່ມຄຣິສຕະຈັກນີ້ໃນເດືອນສີ່ປີ 1975 - ແລະຂ້າພະເຈົ້າໄດ້ຜ່ານບັນ ຫາໃຫຍ່ປານຍັກມາສີ່ສິບປີມາແລ້ວ,ບໍ່ຈົບສີ້ີ້ນ,ປະເຊີນຄວາມເຈັບປວດກັບວິນຍານຂອງ ໂລກກັບຄົນທີ່ຫົວໃຈຂອງເຂົາຖືກຄວບຄຸມໂດຍຊາຕານ,ຄູ່ຕໍ່ສູ້ແລະຜູ້ຂັດຂວາງຂອງພຣະ ເຈົ້າແລະຄົນຂອງພຣະອົງ, ໃນເອເຟໂຊ 2:2 ຊາຕານຖືກເອີ້ນວ່າ“ຜູ້ຄອບຄອງອໍານາດໃນ ຟ້າອາກາດ ຄືວິນຍານທີ່ຄອບຄອງຢູ່ໃນລູກແຫ່ງການບໍ່ເຊື່ອຟັງ” ນັ້ນແລະຄືຊາຕານ! ນັ້ນ ແລະຄືພະຂອງໂລກນີ້! ນັ້ນແລະຄືສັດຕູຂອງພຣະເຈົ້າທ່ຽງແທ້! ມັນເຮັດວຽກຢູ່ໃນໃຈຂອງ ມະນຸດທຸກຄົນເພື່ອປ້ອງກັນພວກເຂົາຈາກການເປັນຄຣິສຕຽນແທ້,ນີ້ບໍ່ແມ່ນແຕ່ຄວາມຄິດ ເຫັນຂອງຂ້າພະເຈົ້າເທົ່ານັ້ນ, ຈົ່ງຟັງດຣ.ມາຕິນລອຍ-ໂຈນນັກເທດແບັບຕິດ,ທີ່ຖືກພິຈາລະ ນາວ່າເປັນນັກເທດທີ່ຍິ່ງໃຫຍ່ທີ່ສຸດຂອງສະຕະວັດທີ່ຊາວ, ດຣ.ລອຍ-ໂຈນໄດ້ກ່າວວ່າ:

ພະຍາມານກໍາລັງລໍຖ້າທີ່ຈະເຮັດໃຫ້ເຮົາສັບສົນສະເໝີ,ມັນຕ້ອງການທີ່ຈະທໍາລາຍວຽກຂອງພຣະເຈົ້າ...ໃນຫົນທາງທີ່ສະຫຼາດຫຼາຍ,ມັນແຊກແຊງ ຄວາມຄິດຂອງມັນເອງເຂົ້າໄປ(Martyn Lloyd-Jones, M.D., Spiritual Blessing, Kingsway Publications, 1999, p. 158).

ໃນບ່ອນອື່ນໆດຣ.ລອຍ-ໂຈນໄດ້ກ່າວເຖິງຊາຕານວ່າ“ຄວາມພະຍາຍາມອັນໃຫຍ່ຂອງມັນ ກໍຄືແບ່ງແຍກຜູ້ຊາຍແລະຜູ້ຍິງອອກຈາກພຣະເຈົ້າ” “(ຊາຕານ)ຄືປໍລະປັກໃຫຍ່ຂອງພຣະ ເຈົ້າ,ມັນກຽດຊັງພຣະເຈົ້າສຸດໆເລີຍ” (Authentic Christianity, volume 4, The Banner of Truth Trust, 1966, p. 42). ຊາຕານ - ມັນຄືຜູ້ທີ່ເຮັດໃຫ້ໃຈຂອງທ່ານບອດແລະປິດບັງຂ່າວ ປະເສີດໄວ້ຈາກພວກທ່ານ.

III. ສາມ ຂ່າວປະເສີດຖືກບັງໄວ້ຈາກຄົນທີ່ບໍ່ເຊື່ອແນວໃດແດ່.

ດຣ.ລອຍ-ໂຈນກ່າວວ່າ“ພະຍາມານກໍາລັງລໍຖ້າທີ່ຈະເຮັດໃຫ້ເຮົາສະສົນສະເໝີ” ຂ່າວປະເສີດເປັນສະຫງ່າລາສີ,ອັດສະຈັນ,ໃຫ້ອິດສະຫຼະແລະຄວາມຫວັງແກ່ເຮົາ, ພະຍາ ມານມັນບໍ່ຢາກໃຫ້ທ່ານມີສິ່ງເຫຼົ່ານັ້ນຈັກຢ່າງເລີຍ! ຂໍ້ພຣະຄໍາພີຂອງເຮົາກ່າວວ່າ“ສ່ວນຄົນ ທີ່ບໍ່ເຊື່ອນັ້ນ...ໄດ້ທໍາໃຫ້ໃຈຂອງເຂົາໃຫ້ມືດໄປ ເພື່ອບໍ່ໃຫ້ຄວາມສະຫວ່າງຂອງຂ່າວປະເສີດອັນມີສະຫງ່າລາສີຂອງພຣະຄຣິດ...ສ່ອງແສງເຖິງພວກເຂົາ” ຊາຕານ“ກໍາລັງລໍຖ້າທີ່ ຈະເຮັດໃຫ້ເຮົາສະສົນສະເໝີ” ຂ້າພະເຈົ້າຈະຂໍເອົາສອງສາມຫົນທາງທີ່ຊາຕານເຮັດໃຫ້ຜູ້ ຄົນສັບສົນ,ຮັກສາເຂົາໄວ້ຈາກການວາງໃຈເຊື່ອໃນພຣະເຢຊູ, ຂ້າພະເຈົ້າບໍ່ຕ້ອງການທີ່ຈະ ເອົາຫຼາຍຫົນທາງໃຫ້ເພາະພະຍາມານບໍ່ໄດ້ໃຊ້ຫຼາຍທາງ, ມັນບໍ່ຈໍາເປັນຕ້ອງໃຊ້ເພາະມັນຮູ້ ດີວ່າມັນສາມາດຈັບທ່ານໄດ້ແລະໃຫ້ທ່ານເປັນທາດພຽງແຕ່ການລໍ້ລວງສອງສາມຢ່າງ, ນີ້ຄື ການລໍ້ລວງສາມຢ່າງຂອງມັນທີ່ມັນໃຊ້ເພື່ອຮັກສາທ່ານບໍ່ໃຫ້ໄດ້ຮັບຄວາມລອດ.

1. ພະຍາມານຊອດແຊກໂຕມັນເອງເຂົ້າໄປໃນຄວາມຄິດຂອງທ່ານແລະເຮັດໃຫ້ ທ່ານຄິດວ່າ“ມັນເສຍສະຫຼະຫຼາຍເກີນໄປໂພດ,ມັນກໍບໍ່ເປັນຫຍັງທີ່ຈະໄປໂບດ ແຕ່ຖ້າຂ້ອຍຫາກມາເປັນຄຣິສຕຽນແທ້ ຂ້ອຍຈະຕ້ອງເສຍສະຫຼະຫຼາຍຢ່າງ” ພຣະເຢຊູຊົງຕອບຄວາມຄິດແບບຊາຕານນັ້ນດ້ວຍຄໍາຖາມຂໍ້ໜື່ງ,ພຣະເຢຊູມັກ ຈະຕອບຄໍາຖາມໂດຍການຖາມຄໍາຖາມອື່ນອີກ,ຖ້າພະຍາມານບອກພວກທ່ານ ວ່າ“ມັນເສຍສະຫຼະຫຼາຍເກີນໄປໂພດ” ພຣະເຢຊູຊົງຕອບວ່າ “ມະນຸດຈະເອົາ ອັນໃດໄປແລກເອົາຈິດວິນຍານຂອງຕົນກັບຄືນມາ?” “ເພາະຖ້າຜູ້ໃດຈະໄດ້ ສິ່ງຂອງໝົດທັງໂລກ ແຕ່ຕ້ອງສູນເສຍຈິດວິນຍານຂອງຕົນ ຜູ້ນັ້ນຈະໄດ້ປະ ໂຫຍດອັນໃດ?”(ມາລະໂກ 8:36,37), ຖ້າພວກທ່ານຫາກໄດ້ທຸກຢ່າງທີ່ໂລກ ຍື່ນມາໃຫ້ແລະສູນເສຍວິນຍານຂອງຕົນ,ທ່ານຈະພົບກັບຄວາມຈິບຫາຍໄປຕະ ຫຼອດເປັນນິດ,ໂດຍບໍ່ມີຄວາມສຸກ,ຄວາມຍິນດີ,ບໍ່ມີຄວາມຫວັງ - ບໍ່ມີຄວາມ ຫວັງຢ່າງສິ້ນເຊີງຕະຫຼອດໄປເປັນນິດ.

2. ພະຍາມານແຊກແຊງເຂົ້າໃນຄວາມຄິດຂອງທ່ານແລະເຮັດໃຫ້ທ່ານຄິດວ່າ “ຂ້ອຍໄປໂບດທຸກວັນອາທິດ,ຂ້ອຍຢູ່ໃນຄຣິສຕະຈັກທຸກເທື່ອທີ່ມີການນະມັດສະ ການ,ຂ້ອຍຄິດວ່າຂ້ອຍຖືກມາຕະຫຼອດ” ສະເປີໂຈນກ່າວວ່າ“ພວກເຂົາຈະບໍ່ຟັງ ພຣະຄຣິດເມື່ອພຣະອົງກ່າວວ່າ‘ຄົນທີ່ບໍ່ເຊື່ອຈະຕ້ອງຖືກພິພາກສາລົງໂທດ’ວ່າ ບຸກຄະລິກທາງສິນລະທໍາຂອງເຂົາຈະເປັນແນວໃດນັ້ນບໍ, ບໍ່ເລີຍ ເຂົາຍັງສືບ ຕໍ່...ສູ່ການທໍາລາຍລ້າງພ້ອມດ້ວຍໃຈເບົາບາງແລະ ລ່າເລີງ, ແນ່ນອນຄົນ ເຫຼົ່ານີ້ຖືກຊາຕານເຮັດໃຫ້ຕາບອດ”

3. ພະຍາມານແຊກແຊງເຂົ້າໄປໃນຄວາມຄິດຂອງທ່ານແລະເຮັດໃຫ້ທ່ານຄິດວ່າ “ຂ້ອຍຕ້ອງມີຄວາມຮູ້ສຶກທີ່ແນ່ນອນ,ຂ້ອຍຮູ້ທີ່ອາຈານເວົ້າວ່າຂ້ອຍບໍ່ຄວນສະ ແຫວງຫາຄວາມຮູ້ສຶກ,ແຕ່ຖ້າຂ້ອຍບໍ່ມີຄວາມຮູ້ສຶກຂ້ອຍກໍບໍ່ມີຫຍັງທີ່ຈະບອກ ກັບດຣ.ເຄແກນຢູ່ໃນຫ້ອງນໍາວິນຍານ, ດຣ.ເຄແກນກໍຈະເວົ້າວ່າ ‘ຈົ່ງບອກ ເລື່ອງນັ້ນກັບຂ້ອຍ’ ຂ້ອຍກໍບໍ່ມີຫຍັງທີ່ຈະບອກລາວຖ້າຫາກຂ້ອຍບໍ່ມີປະສົບ ການກັບຄວາມຮູ້ສຶກຈັກຢ່າງເລີຍ” ຈົ່ງຟັງນັກເທດເກົ່າແກ່ຊາວອັງກິດດຣ.ມາ ຕິນລອຍ-ໂຈນ,ທ່ານກ່າວວ່າ“ຫຼາຍຄັ້ງໃນການຈັດການຜູ້ຮຽກຮ້ອງຫຼັງຈາກ ຄວາມລອດ,ຄົນໜື່ງຕ້ອງຊີ້ໃຫ້ເຫັນວ່າພຣະຄໍາພີໃໝ່ບໍ່ເຄີຍກ່າວວ່າ ‘ເພື່ອຜູ້ໃດ ທີ່ຮູ້ສຶກກໍຈະລອດ’ ແຕ່ ‘ເພື່ອຜູ້ໃດທີ່ເຊື່ອ’...ເທົ່ານັ້ນ(ພໍແລ້ວ) ສໍາຫຼັບທ່ານທີ່ ຈະເວົ້າ ‘ຂ້ອຍຈະຢູ່ແບບນີ້ບໍ່ວ່າຂ້ອຍຈະຮູ້ສຶກຫຼືບໍ່ວ່າຂ້ອຍຈະບໍ່ເຮັດກໍບໍ່ສໍາຄັນ, ພວກເຮົາບໍ່ໄດ້ຮັບຄວາມລອດໂດຍຄວາມຮູ້ສຶກແຕ່ໂດຍການເຊື່ອ’”ໃນພຣະ ເຢຊູ (Life in God, Crossway Books, 1995, p. 105).

ຕອນນີ້ຂ້າພະເຈົ້າຮູ້ດີວ່າບໍ່ມີຈັກຢ່າງທີ່ຕົນໄດ້ເວົ້າຈະຊ່ວຍທ່ານໄດ້ນອກຈາກພຣະ ເຈົ້າຈະຊ່ວຍໃຫ້ທ່ານເຂົ້າໃຈວ່າທ່ານບໍ່ສາມາດມີອິດສະຫຼະຈາກຊາຕານໂດຍໂຕຂອງທ່ານ ເອງໄດ້,ທ່ານຈະຕ້ອງເຫັນວ່າທ່ານບໍ່ສາມາດເລືອກພຣະຄຣິດໄດ້, ດຣ.ລອຍ-ໂຈນກ່າວວ່າ “ພະຂອງໂລກນີ້’ໄດ້ເຮັດໃຫ້ເປັນໄປບໍ່ໄດ້ສໍາຫຼັບ(ທ່ານ)ທີ່ຈະເຮັດໄດ້” (Assurance, Banner of Truth, 1971, p. 310). ຖ້າທ່ານຫາກກາຍເປັນຊື່ຕົງຕໍ່ຕົນເອງກັບພຣະເຈົ້າແທ້,ຫົວໃຈ ຂອງທ່ານກໍຈະຮ້ອງອອກມາວ່າ “ຂ້ອຍເປັນຄົນຫຼົງຫາຍ! ໂອ ພຣະເຢຊູຂໍຊົງຊ່ວຍຂ້າ ນ້ອຍແດ່” ໃນຊົ່ວວິນາທີແບບນັ້ນ,ພຣະເຢຊູກໍຈະມາຫາທ່ານແລະພຣະອົງກໍຈະຊ່ວຍທ່ານ ໃຫ້ພົ້ນ

ຈົ່ງຟັງເບິ່ງວ່າມັນງ່າຍປານໃດສໍາຫຼັບຄົນຂີ້ທູດທີ່ພວກເຮົາອ່ານເຖິງໃນໜັງສືຂ່າວ ປະເສີດລມາລະໂກສອງສາມມື້ທີ່ຜ່ານມາ, ຜູ້ຊາຍຄົນໜື່ງມາຫາພຣະເຢຊູແລະຄຸເຂົ່າລົງ, ລາວເວົ້າກັບພຣະເຢຊູວ່າ“ຖ້າພຣະອົງພໍພຣະໄທພຣະອົງກໍຈະຊົງບັນດານໃຫ້ຂ້າພະອົງດີ ສະອາດໄດ້”

“ແລະພຣະເຢຊູຊົງສົງສານເຂົາຈຶ່ງຊົງຍື່ນພຣະຫັດ...ແລະຕັດແກ່ເຂົາວ່າ ເຮົາພໍໃຈແລ້ວ ເຈົ້າຈົ່ງສະອາດເຖີດ... ແລະຄົນນັ້ນກໍສະອາດ” (ມາລະໂກ 1:41,42)

ໂອ ຂໍໃຫ້ມີບາງຄົນມາຫາພຣະເຢຊູແບບນັ້ນໃນເຊົ້ານີ້“ຖ້າພຣະອົງພໍພຣະໄທພຣະອົງກໍຈະ ຊົງບັນດານໃຫ້ຂ້າພະອົງດີສະອາດໄດ້” “ເຮົາພໍໃຈແລ້ວ ເຈົ້າຈົ່ງສະອາດເຖີດ”- ແລະລາວ ກໍດີສະອາດເປັນປົກກະຕິ,ນັ້ນແລະຄືຂ່າວປະເສີດ! ນັ້ນແລະຄືຂ່າວດີເລື່ອງຄວາມລອດ! ນັ້ນແລະຄືຄວາມຫວັງດຽວຂອງທ່ານ! ຈົ່ງໜີໄປຈາກພະຍາມານແລະຄວາມຂີ້ຕົວະຂອງມັນ “ພຣະເຢຊູຖ້າພຣະອົງພໍພຣະໄທພຣະອົງກໍຈະ ຊົງບັນດານໃຫ້ຂ້າພະອົງດີສະອາດໄດ້” “ເຮົາພໍໃຈແລ້ວ ເຈົ້າຈົ່ງສະອາດເຖີດ” ຖ້າທ່ານຫາກສາມາດເຊື່ອຄໍາເວົ້າໜ້ອຍໜື່ງຂອງ ກາບກອນຈາກສະເປີໂຈນໄດ້ທ່ານກໍຈະລອດໂດຍພຣະເຢຊູຢ່າງແນ່ນອນ.

ຄວາມຊົ່ວ,ອ່ອນແອແລະໄຮ້ຄວາມຊ່ວຍເຫຼືອ
ເທິງແຂນຂອງພຣະຄຣິດຂ້າໄດ້ຕົກລົງໄປ
ພຣະອົງຊົງເປັນກໍາລັງແລະຄວາມຊອບທໍາ
ພຣະເຢຊູຂອງຂ້າແລະເປັນທຸກສິ່ງຂອງຂ້າ.

ແລະສືບຕໍ່ໃນຫົນທາງທີ່ປະຕິເສດພຣະຄຣິດຂອງທ່ານ! ພຣະບິດາຜູ້ສະຖິດໃນສະຫວັນຂ້າ ພະອົງຂໍອະທິຖານເພື່ອບາງຄົນທີ່ຢູ່ທີ່ນີ້ໃນເຊົ້ານີ້ທີ່ຈະຕົກຢູ່ໃຕ້ພຣະຫັດຂອງພຣະເຢຊູແລະໄດ້ຮັບຄວາມລອດ ເອແມນ.

ແລະຂ້າຮູ້, ແມ່ນ ຂ້າຮູ້
ພຣະໂລຫິດພຣະເຢຊູສາມາດເຮັດໃຫ້ຄົນບາບສະອາດໄດ້
ແລະຂ້າຮູ້, ແມ່ນ ຂ້າຮູ້
ພຣະໂລຫິດພຣະເຢຊູສາມາດເຮັດໃຫ້ຄົນບາບສະອາດໄດ້
(“Yes, I Know!” by Anna W. Waterman, 1920).

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວພຣຸດໂຮມ: 2 ໂຄລິນ 4:3-6,
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ:
“Yes, I Know!” (by Anna W. Waterman, 1920).

ໂຄງຮ່າງບົດເທດສະໜາ

ຊາຕານເຮັດໃຫ້ຕາບອດ

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ແຕ່ຖ້າຂ່າວປະເສີດຂອງເຮົາຖືກບັງໄວ້ຈາກໃຜ ກໍຈາກຄົນເຫລົ່ານັ້ນທີ່ກຳລັງຈະພິນາດ ສ່ວນຄົົນທີ່ບໍ່ເຊື່ອນັ້ນ ພະຂອງຍຸກນີ້ໄດ້ກະທຳໃຈຂອງເຂົາໃຫ້ມືດໄປ ເພື່ອບໍ່ໃຫ້ຄວາມສະຫວ່າງຂອງຂ່າວປະເສີດອັນມີສະຫງ່າລາສີຂອງພຣະຄຣິດ ຜູ້ເປັນພຣະສາຍຂອງພຣະເຈົ້າ ສ່ອງແສງເຖິງພວກເຂົາ” ( 2ໂຄລິນ 4:3-4)

(2 ຕີໂມທຽວ 3:5)

I. ໜື່ງ ແມ່ນຫຍັງຄືສິ່ງທີ່ເຊື່ອງໄວ້ຈາກຄົນເຫຼົ່ານັ້ນທີ່ບໍ່ເຊື່ອ. 1 ໂກລິນໂທ 15:3,4
ໂຢຮັນ 18:38; 1 ເປໂຕ 3:18; ອິດສະຢາ 53:5,6; ໂຢຮັນ 3:15; ໂລມ
5:8-10.

II. ສອງ ເປັນຫຍັງຂ່າວປະເສີດຈື່ງຖືກບັງໄວ້ຈາກຄົນທີ່ບໍ່ເຊື່ອ. ໂຢຮັນ12:31
1 ໂຢຮັນ 5:19; ເອເຟໂຊ 2:2.

III. ສາມ ຂ່າວປະເສີດຖືກບັງໄວ້ຈາກຄົນທີ່ບໍ່ເຊື່ອແນວໃດແດ່.ມາລະໂກ 8:36,37
ມາລະໂກ 1:41, 42.