Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຂອງປະທານທີ່ເຫຼືອຈະພັນລະນາໄດ້

THE UNSPEAKABLE GIFT
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນຂອງພຣະເຈົ້າ 25/1/2015
A sermon preached at the Baptist Tabernacle of Los Angeles
Lord’s Day Evening, January 25, 2015

“ຈົ່ງຂອບຄຸນພຣະເຈົ້າເພາະຂອງປະທານຊຶ່ງພຣະອົງຊົງປະທານນັ້ນທີ່ເຫລືອຈະພັນນາໄດ້” (2 ໂກລິນໂທ 9:15)


ໃນປີ 1994 ແຜ່ນດິນໄຫວໄດ້ສັ່ນບ້ານຂອງພວກເຮົາໃນຕອນທ່ຽງຄືນ,ມັນເຮັດ ໃຫ້ຂ້າພະເຈົ້າຄິດເຖິງມູນຄ່າຂອງສິ່ງຕ່າງໆທີ່ຢູ່ໃນບ້ານຂອງພວກເຮົາ, ຂ້າພະເຈົ້າຄິດເຖິງ ເລື່ອງທີ່ເຮືອນຂອງພວກເຮົາຖືກໄຟໄໝ້, ມັນຈະເປັນແນວໃດຖ້າເຮືອນຫາກຖືກໄຟໄໝ້ລົງ ມາ? ມັນຈະເປັນແນວໃດຖ້າຫາກຂ້າພະເຈົ້າມີເວລາພຽງແຕ່ສາມຫຼືສີ່ນາທີທີ່ຈະໜີໄປ? ຂ້ອຍຈະເອົາອັນໃດໄປນໍາແດ່? ຈາກນັ້ນຂ້າພະເຈົ້າກໍຄິດວ່າຂ້ອຍຈະແລ່ນໄປຫ້ອງນອນ ຂອງພວກເຮົາແລ້ວເປີດລິ້ນຊັກຈັບເອົາລັອກຕັດຜົມທີ່ເຄີຍຕັດຜົມລູກຊາຍຕອນທີ່ພວກເຂົາ ຕັດຜົມເປັນຄັ້ງທໍາອິດ,ແລະຈັບເອົາເກີບເດັກນ້ອຍສີທອງທີ່ຢູ່ເທິງຕູ້ເຄື່ອງລົງມາ, ຖ້າຍັງມີ ເວລາກໍຈະຄວ້າເອົາຮູບຂອງແມ່ກັບຮູບຂອງລູກຊາຍໄປນໍາ, ອີກວິນາທີທີ່ເຫຼືອກໍຈະຄົ້ນຫາ ຊຸດແຕ່ງງານເມຍຂອງຂ້າພະເຈົ້າແລ້ວເກັບມັນໄວ້ໃນແກັດແລະຂ້າພະເຈົ້າກໍຈະຈັບເອົາຊີ້ນສ່ວນຂອງເຄື່ອງປັ້ນດິນເຜົາໃນຍຸກເສດຖະກິດຕົກຕໍ່າຊື່ງເປັນຂອງຂວັນວັນແຕ່ງງານແມ່ ຂອງຂ້າພະເຈົ້າໃນປີ 1934.

ສິ່ງຂອງພວກນັ້ນມີລາຄາເທົ່າໃດ? ເກືອບບໍ່ມີຄ່າຫຍັງເລີຍ, ທ່ານອາດຈະຊື້ມັນໃນ ລາຄາ 25 ໂດລາສໍາຫຼັບຊຸດແຕ່ງງານເກົ່າໆອັນນັ້ນ,ສ່ວນທີ່ເຫຼືອກໍຈະບໍ່ມີຄ່າຫຍັງເລີຍໃນ ຮູບແບບຂອງເງີນ,ແຕ່ພວກມັນມີຄ່າຫຼາຍຕໍ່ຂ້າພະເຈົ້າ!ຂອງຂວັນທີ່ໃຫຍ່ທີ່ສຸດຖືກຜູກມັດໄວ້ໃນໃຈຂອງເຮົາແລະໃນຈິດວິນຍານຂອງເຮົາແລ້ວ.

ຫຼັງຈາກທີ່ແມ່ຕູ້ຂອງຂ້າພະເຈົ້າຕາຍໄປແລ້ວພວກເຂົາກໍບອກຂ້າພະເຈົ້າວ່າເຮືອນ ຂອງລາວຈະຖືກທໍາຄວາມສະອາດໃນມື້ຕໍ່ມາ,ຂ້າພະເຈົ້າມີບັນຫາໃນການໄປເຮືອນຫຼັງນັ້ນ, ຂ້າພະເຈົ້າແລ່ນເຂົ້າໄປໃນເຮືອນແລ້ວຄວ້າເອົາແຕ່ພຽງສິ່ງໜື່ງ - ໝໍ້ເກົ່າໆທີ່ມີຕົ້ນອະງຸ່ນ ປູກໄວ້ໃນນັ້ນ, ມັນຄືບາງສິ່ງບາງຢ່າງທີ່ເພີ່ນມັກ ແລະມັນຄືທັງໝົດທີ່ຂ້າພະເຈົ້າເອົາໄປ, ໃນຂະນະທີ່ຂ້າພະເຈົ້າແຕ່ງບົດເທດນີ້ຂ້າພະເຈົ້າກໍແນມໄປເບິ່ງຕົ້ນອະງຸ່ນທີ່ຢູ່ເທິງໂຕະຂອງຕົນ,ຂ້າພະເຈົ້າໄດ້ເກັບຮັກສາຕົ້ນໄມ້ນັ້ນກັບຕົນເອງເປັນເວລາເກືອບຫົກສິບປີມາແລ້ວ, ມັນ ມີຄ່າບໍ່ຮອດສອງໂດລາແຕ່ມັນຄືສິ່ງທີ່ຂ້າພະເຈົ້າເອົາມາຈາກບ້ານຂອງແມ່ຕູ້ໃນຕອນເປັນໄວ້ລຸ້ນສິບຫ້າປີ, ມັນມີຄ່າບໍ່ຮອດ 2 ໂດລາແຕ່ມັນກໍມີຄ່າຫຼາຍສໍາຫຼັບຂ້າພະເຈົ້າ!ຂອງຂວັນທີ່ ໃຫຍ່ທີ່ສຸດໄດ້ຖືກຜູກມັດໄວ້ໃນໃຈຂອງເຮົາແລະໃນຈິດວິນຍານຂອງເຮົາແລ້ວ.

ຕອນທີ່ຫຼານຂອງຂ້າພະເຈົ້າຊື່ຈອນນີ່ກັບເມຍຂອງລາຍຕາຍ,ຂ້າພະເຈົ້າກໍຂັບລົດໄປຫາຢູ່ບ້ານຂອງລາວ,ເຮືອນຂອງລາວຖືກຂາຍແລ້ວແລະມື້ຕໍ່ມາເຂົາກໍຈະມາຂົນເອົາທຸກຢ່າງໄປ,ທຸກສິ່ງທຸກຢ່າງຖືກເອົາມາກອງລວມກັນຢູ່ທາງໜ້າຫ້ອງ,ມີບາງຄົນຖາມຂ້າພະເຈົ້າວ່າ “ເຈົ້າຕ້ອງການອັນໃດບໍ?” ຂ້າພະເຈົ້າກໍຕອບວ່າ “ເຈົ້າຕ້ອງການ ຂ້ອຍຢາກຈະໄດ້ຊີ້ນສ່ວນ ໄມ້ອັດທີ່ແກະສະລັກໂຕເປັດຢູ່ເທິງນັ້ນ” ພວກເຂົາກໍເອົາມັນໃຫ້ແລ້ວຂ້າພະເຈົ້າກໍຂັບລົດ ອອກໄປດ້ວຍຄວາມໂສກເສົ້າ, ມັນຖືກຫ້ອຍໄວ້ຂ້າງຝາຢູ່ໃນຫ້ອງນອນລູກຊາຍຂອງຂ້າ ພະເຈົ້າຈົນຮອດທຸກມື້ນີ້, ມັນມາຈາກເຮືອນທີ່ຂ້າພະເຈົ້າເຄີຍອາໄສຢູ່ໃນຖານະເດັດນ້ອຍ ອາຍຸສິບສາມປີ, ມັນມີຄ່າບໍ່ຮອດ 25 ໂດລາແຕ່ມັນມີຄ່າຫຼາຍສໍາຫຼັບຂ້າພະເຈົ້າ!ຂອງຂວັນ ທີ່ໃຫຍ່ທີ່ສຸດໄດ້ຖືກຜູກມັດໄວ້ໃນໃຈຂອງເຮົາແລະໃນຈິດວິນຍານຂອງເຮົາແລ້ວ.

ຕອນທີ່ບ້ານແມ່ຂອງຂ້າພະເຈົ້າຖືກຂາຍໄປ,ພວກເຂົາກໍໂທມາແລ້ວເວົ້າວ່າ“ຖ້າເຈົ້າຢາກໃດອັນໃດໃຫ້ເຈົ້າມາເອົາໃນມື້ນີ້,ນີ້ແມ່ນເທື່ອສຸດທ້າຍແລ້ວເດີ້” ມັນຜ່ານຕອນທ່ຽງມາ ແລ້ວ, ຂ້າພະເຈົ້າບໍ່ຮູ້ວ່າເປັນຫຍັງພວກເຂົາຈື່ງບໍ່ໂທຫາມື້ໜື່ງຫຼືສອງມື້ກ່ອນໜ້າ! ຂ້າພະ ເຈົ້າຈື່ງແລ່ນໄປເຊົ່າລົດບັນທຸກ, ຂ້າພະເຈົ້າຈື່ງໄປຂົນເອົາເປຍໂນເກົ່າຂອງເພີ່ນ,ຮູບເປັດທີ່ ໂບກໃສ່ຝາຄູ່ໜື່ງແລະຮູບປັ້ນໂບກໃສ່ຝາເກົ່າໆສອງອັນ - ອັນໜື່ງເປັນຂອງຄົນອາເມລິກາ ອິນເດຍແດງແລະອີກອັນໜື່ງແມ່ນຂອງຄາວບອຍຊາວສະເປນ,ທັງໝົດມີລາຄາໜ້ອຍກວ່າ 200 ໂດລາ ແຕ່ພວກທ່ານບໍ່ສາມາດຊື່ພວກມັນໃນລາຄາ 10,000 ໂດລາຈາກຂ້າພະເຈົ້າ ໄດ້ດອກ, ພວກມັນມີຄ່າສໍາຫຼັບຂ້າພະເຈົ້າ, ແມ່ນຂອງຂວັນທີ່ໃຫຍ່ທີ່ສຸດໄດ້ຖືກຜູກມັດໄວ້ ໃນໃຈແລະໃນຈິດວິນຍານຂອງເຮົາແລ້ວ.

ຊຸດແຕ່ງງານເກົ່າ,ເຄື່ອງລັອກຜົມສອງອັນ,ຕົ້ນອະງຸ່ນທີ່ປູກໄວ້ໃນໝໍ້,ຊີ້ນສ່ວນສອງ ອັນຂອງເຄື່ອງຖ້ວຍຊາມ,ເປຍໂນທີ່ເພແລ້ວ,ຮູບປັ້ນສອງອັນທີ່ຖືກຂູດຂີດແລະທໍາລາຍ - ທັງໝົດແມ່ນຂອງເກົ່າທີ່ຖືກຖີ້ມຂອງໂລກ- ແຕ່ສໍາຫຼັບຂ້າພະເຈົ້າມັນມີຄ່າຫຼາຍກວ່າຊັບສິນ ອັນມະຫາສານ! ຂ້າພະເຈົ້າບໍ່ສາມາດພັນລະນາຫຼືອະທິບາຍໃຫ້ພວກທ່ານຟັງເຖິງຄຸນຄ່າ ແລະລາຄາຂອງມັນໄດ້, ພວກທ່ານເຫັນບໍວ່າຂອງຂວັນທີ່ໃຫຍ່ທີ່ສຸດໄດ້ຖືກຜູກມັດໄວ້ໃນ ໃຈແລະໃນຈິດວິນຍານຂອງເຮົາແລ້ວ.

ຂ້າພະເຈົ້າມີໝູ່ຄົນໜື່ງຕອນຢູ່ມັດທະຍົມຊື່ວ່າໄມ,ຫຼັງຈາກຂ້າພະເຈົ້າອອກຈາກໂຮງຮຽນໄປລາວກໍເກີດຄວາມໝົດຫວັງແລ້ວຂ້າຕົວຕາຍ,ຂ້າພະເຈົ້າໄດ້ໄປຫາແມ່ຂອງລາວ,ຂ້າພະເຈົ້າບອກເພີ່ນວ່າລາວເປັນໝູ່ຂອງຕົນ,ເພີ່ນພະຍາຍາມເອົາຈັກພິມດີດລາຄາແພງຂອງ ລາວມາໃຫ້,ເພີ່ນພະຍາຍາມເອົາເສື້ອຜ້າຂອງລາວໃຫ້ກັບຂ້າພະເຈົ້າ,ເພີ່ນຊັອກແລະໂສກ ເສົ້າຈາກການສູນເສຍລູກຊາຍຄົນດຽວຂອງເພີ່ນ, ຖ້າເພີ່ນຫາກເປັນຄົນລວຍຂ້າພະເຈົ້າແນ່ ໃຈວ່າເພີ່ນຕ້ອງເວົ້າແບບນີ້ວ່າ “ຂ້ອຍເປັນເຈົ້າຂອງຄະລຶຫາດຫຼັງໜື່ງຢູ່ໃນເບເວີລີຮິລ,ຂ້ອຍ ມີເງີນຢູ່ໃນທະນາຄານ 10 ລ້ານໂດລາ,ຂ້ອຍມີສ້ອຍເພັດທີ່ຫາຄາບໍ່ໄດ້ອັນໜື່ງ, ຂ້ອຍຂໍ ຍອມແລກພວກມັນຖ້າຫາກຂ້ອຍສາມາດເອົາລູກຊາຍຂ້ອຍຄືນມາໄດ້” ພວກທ່ານເຫັນບໍວ່າ ຂອງຂວັນທີ່ໃຫຍ່ທີ່ສຸດໄດ້ຖືກຜູກມັດໄວ້ໃນໃຈແລະໃນຈິດວິນຍານຂອງເຮົາແລ້ວ.

ຕອນທີ່ຂ້າພະເຈົ້າອ່ານຂໍ້ພຣະຄໍາທີ່ຖືກຂຽນຂື້ນໂດຍອັກຄະສາວົກເປົາໂລ, ຂ້າພະ ເຈົ້າຄິດວ່າຕົນເອງຮູ້ດີວ່າລາວໝາຍເຖິງຫຍັງ

“ຈົ່ງຂອບຄຸນພຣະເຈົ້າເພາະຂອງປະທານຊຶ່ງພຣະອົງຊົງປະທານນັ້ນທີ່ເຫລືອຈະພັນນາໄດ້” (2 ໂກລິນໂທ 9:15)

ພາສາກຣີກແປຄໍາວ່າ“ເຫຼືອທີ່ຈະພັນລະນາໄດ້”ແມ່ນອະເນໄດອິກິໂຕສ,ໝາຍເຖິງ“ທີ່ຊື່ງບໍ່ສາມາດອະທິບາຍຢ່າງສົມບູນໄດ້,ທີ່ຊື່ງບໍ່ສາມາດບັນຍາຍໄດ້”(ເຈມສ໌ສະຕຣອງ), ມັນໝາຍ ຄວາມວ່າຊື່ງ“ບໍ່ສາມາດບັນລະຍາຍໄດ້”(ຈອຊຣິກເກີແບຣີ່),ມັນແນ່ໃສ່ຂອງຂວັນອັນໜື່ງທີ່ ທ່ານບໍ່ສາມາດອະທິບາຍຢ່າງຈະແຈ້ງໄດ້ຫຼືພັນລະນາຫຼືສະແດງອອກເປັນຄໍາເວົ້າໄດ້, ມັນ ເວົ້າເຖິງເລື່ອງຂອງພຣະເຢຊູຄຣິດເຈົ້າ - ຂອງຂວັນແຫ່ງຄວາມຮັກຂອງພຣະເຈົ້າທີ່ມີຕໍ່ຄົນ ບາບ,ໂລກທີ່ຫຼົງຫາຍ! ຄືພຣະເຢຊູຄຣິດພຣະບຸດຂອງພຣະເຈົ້າ! ຈົ່ງຄິດເຖິງພວກມັນໃນຮູບ ແບບ

I. ໜື່ງ ຂອງຂວັນຂອງພຣະເຈົ້າຄືພຣະຄຣິດເຮັດໃຫ້ໂລກເປັນສະຖານທີ່ທີ່ພິເສດ.

ເມື່ອພຣະເຈົ້າສົ່ງພຣະເຢຊູມາຫາເຮົາ,ມັນໄດ້ເຮັດໃຫ້ໂລກນ້ອຍໆຂອງເຮົາເປັນສະຖານທີ່ບໍ່ຄືໃຜ,ບໍ່ມີສະຖານທີ່ໃດໃນຂອບເຂດທີ່ຄົ້ນຫາບໍ່ໄດ້ຂອງຈັກກະວານທີ່ກວ້າງໃຫຍ່ໄພສານນີ້ທີ່ເໝືອນໂລກນີ້, ໂລກນີ້ແມ່ນບໍ່ຄືໃຜ, ຖ້າມກາງດວງດາວແລະດາວເຄາະທີ່ນັບບໍ່ ຖ້ວນກໍບໍ່ມີອັນໃດຄືໜ່ວຍໂລກຂອງເຮົາ,ແຕ່ເປັນຫຍັງໂລກຈື່ງແຕກຕ່າງຈາກດາວເຄາະອື່ນໆໃນລະບົບສຸລິຍະຈັກກະວານລະ?.

ຖ້າພວກທ່ານຫາກເວົ້າວ່າ“ໂລກແຕກຕ່າງເພາະມີສິ່ງທີ່ມີຊີວິດຢູ່” ຄົນທີ່ບໍ່ເຊື່ອກໍຈະ ເວົ້າວ່າ“ບໍ່ແມ່ນ” ເຂົາຈະເວົ້າວ່າມີໂລກໜ່ວຍອື່ນແລະດາວເຄາະອື່ນໆທີ່ມີສິ່ງທີ່ມີຊີວິດອາ ໄສຢູ່,ທ່ານບໍ່ສາມາດຖຽງເລື່ອງນັ້ນໄດ້,ພວກທ່ານສາມາດເວົ້າວ່າມັນຄືຄວາມຈິງແຕ່ທ່ານບໍ່ ສາມາດພິສູດໄດ້, ມັນອາດຈະມີສິ່ງມີຊີວິດຢູ່ໃນດາວເຄາະອື່ນ, ແຕ່ອັນນັ້ນບໍ່ໄດ້ເຮັດໃຫ້ ດາວເຄາະຂອງເຮົາແຕກຕ່າງ,ໃນການວິເຄາະຄັ້ງສຸດທ້າຍສິ່ງທີ່ເຮັດໃຫ້ດາວເຄາະຂອງເຮົາ ເປັນສະຖານທີ່ບໍ່ຄືໃຜແລະພິເສດຄືຄວາມຈິງທີ່ວ່າພຣະເຢຊູໄດ້ສະເດັດມາທີ່ນີ້,ຈາກໂລກທີ່ ແນມບໍ່ເຫັນບ່ອນທີ່ພຣະເຈົ້າສະຖິດຢູ່,ຈາກມິຕິອື່ນໆ,ຈາກສະຫວັນຊັ້ນທີ່ສາມພຣະເຢຊູໄດ້ ສະເດັດລົງແລະສະຖິດຢູ່ຖ້າມກາງພວກເຮົາ,ພຣະຄໍາພີກ່າວວ່າ:

“ແຕ່ເມື່ອຄົບກຳນົດແລ້ວ ພຣະເຈົ້າກໍຊົງໃຊ້ພຣະບຸດຂອງພຣະອົງມາປະສູດຈາກສະຕີເພດ ແລະຊົງຖືກຳເນີດໃຕ້ພຣະລາຊະບັນຍັັດ”(ຄາລາເຕຍ 4:4)

ເມື່ອເວລາມາເຖິງ “ພຣະເຈົ້າກໍຊົງໃຊ້ພຣະບຸດຂອງພຣະອົງມາ” ພຣະອົງຊົງໃຊ້ພຣະເຢຊູ ມາ, ພາສາກຣີກແມ່ນ ອີຊາໂປສເທວໂລ(ສົ່ງໄປ,ສົ່ງມາ,ສົ່ງອອກໄປ), ພຣະເຢຊູຊົງຖືກສົ່ງ ໄປແຕ່ໃສ? ພຣະອົງຖືກສົ່ງມາແຕ່ໃສ? ພຣະອົງຖືກສົ່ງອອກໄປຈາກໃສ? ພຣະອົງຖືກສົ່ງ ໄປ,ສົ່ງມາ,ສົ່ງອອກໄປຈາກເມືອງສະຫວັນ! ພຣະອົງຖືກສົ່ງມາໃນມົດລູກຂອງຜູ້ຍິງພົມ ມະຈັນຄົນໜື່ງຊື່ມາລີ, ພຣະອົງຖືກສົ່ງອອກຈາກສະຫວັນທີ່ສາມເຂົ້າມາໃນໂລກຂອງພວກ ເຮົາ, ນັ້ນແລະຄືເຫດຜົນທີ່ເຮັດໃຫ້ໂລກຂອງພວກເຮົາແຕກຕ່າງ! ນັ້ນແລະທີ່ເຮັດໃຫ້ໂລກ ຂອງເຮົາເປັນສະຖານທີ່ບໍ່ຄືໃຜ! ພຣະເຢຊູຊົງມານີ້ໃນດາວເຄາະດວງນ້ອຍໆນີ້, ສູ່ໂລກ ນ້ອຍໆຂອງພວກເຮົານີ້, ພຣະບຸດຂອງຜູ້ຄອບຄອງທີ່ຍິ່ງໃຫຍ່ແຫ່ງຈັກກະວານ,ດາວຕ່າງໆ ຊື່ງພຣະບຸດຖືກສົ່ງມາໃນດາວເຄາະນີ້ແລະບໍ່ໄດ້ສົ່ງໄປບ່ອນອື່ນ!“ພຣະເຈົ້າກໍຊົງໃຊ້ພຣະບຸດ ຂອງພຣະອົງມາ”ສູ່ດິນແດນນ້ອຍໆແຫ່ງນີ້,ສູ່ດາວເຄາະໂລກໜ່ວຍນີ້ - ແລະບໍ່ໄດ້ສົ່ງໄປ ບ່ອນອື່ນ! ພຣະເຈົ້າຊົງໃຊ້ພຣະບຸດຂອງພຣະອົງມາໃນໂລກນີ້,ອັນນັ້ນແລະທີ່ເຮັດໃຫ້ດາວ ເຄາະຂອງເຮົາແຕກຕ່າງຈາກດາວເຄາະທຸກດວງໃນຈັກກະວານທີ່ຢັ່ງບໍ່ເຖິງແລະບໍ່ມີສິ້ນສຸດຂອງພຣະເຈົ້າ! ພຣະຄຣິດຊົງມາທີ່ນີ້! ອັນນັ້ນແລະທີ່ເຮັດໃຫ້ພວກເຮົາແຕກຕ່າງ! “ພຣະເຈົ້າກໍຊົງໃຊ້ພຣະບຸດຂອງພຣະອົງມາ” ແລະ ພຣະອົງ“ຊົງສະພາບຂອງເນື້ອໜັງແລະສະ ຖິດຢູ່ຖ້າມກາງພວກເຮົາ(ແລະເຮົາທັງຫລາຍໄດ້ເຫັນສະຫງ່າລາສີຂອງພຣະອົງ ຄືສະຫງ່າລາສີອັນສົມກັບພຣະບຸດອົງດຽວທີ່ບັງເກີດຈາກພຣະບິດາ) ບໍລິບູນດ້ວຍພຣະຄຸນແລະຄວາມຈິງ”(ໂຢຮັນ 1:14) ວິລລ່ຽມບູດຄືຜູ້ກໍ່ຕັ້ງທະຫານແຫ່ງຄວາມລອດດັ່ງທີ່ເຄີຍເປັນມາ, ຫຼານຂອງລາວເປັນຜູ້ຂຽນເພງທີ່ສວຍງາມນີ້ວ່າ:

ລົງມາຈາກສະຫງ່າລາສີຂອງພຣະອົງ
ເລື່ອງລາວທີ່ເຄີຍມີຊີວິດຢູ່
ພຣະເຈົ້າແລະຜູ້ຊ່ວຍຂອງຂ້າໄດ້ສະເດັດມາ
ແລະພຣະເຢຊູຄືພຣະນາມພຣະອົງ
ບັງເກີດໃນຮາງຫຍ້າ
ບຸກຄົນແຫ່ງຄວາມໂສກເສົ້າ,ນໍ້າຕາແລະທໍລະມານ
Down From His Glory” by William E. Booth-Clibborn, 1893-1969;
      grandson of William Booth, founder of the Salvation Army).

ເລິກເຂົ້າໄປໃນອໍເຣນຄາວຕີ້ລັດຄາລິຟໍເນຍຢູ່ໃນເມືອງຢໍບາລິນດາມີບ້ານສີຂາວ ນ້ອຍໆຫຼັງໜື່ງ,ມີພຽງແຕ່ສອງຫ້ອງແລະມີຫ້ອງຄົວແຄບໆຫ້ອງໜື່ງຢູ່ຊັ້ນໜື່ງ ແລະມີຫ້ອງ ນ້ອຍໆຫ້ອງໜື່ງຢູ່ໃນຫ້ອງເທິງເພດານ, ມີຄົນເປັນພັນຄົນທີ່ຍ່າງຜ່ານຫ້ອງທາງໜ້າແລະ ຫ້ອງຄົວແຄບໆໃນບ້ານນ້ອຍໆຫຼັງນັ້ນໃນສອງສາມປີທີ່ຜ່ານມາ, ໂຕຂ້າພະເຈົ້າເຄີຍຍ່າງ ຜ່ານໄປມາໃນບ້ານນ້ອຍໆຫຼັງນັ້ນຢ່າງນ້ອຍ 40 ເທື່ອມາແລ້ວໂດຍພາແຂກໄປເບິ່ງມັນ, ເປັນຫຍັງຜູ້ຄົນຫຼາຍຄົນຈື່ງໄປບ່ອນນັ້ນ? ແມ່ນຫຍັງຄືສິ່ງທີ່ເຮັດໃຫ້ເຮືອນນ້ອຍໆຫຼັງນັ້ນເປັນ ທີ່ດຶງດູດຜູ້ຄົນ? ມັນເປັນເພາະຄົນທີ່ເກີດຢູ່ບ່ອນນັ້ນ, ປະທານນາທິບໍດີຄົນທີ່ 37 ຂອງອາ ເມລິກາເກີດບ່ອນນັ້ນໃນຫ້ອງນອນນ້ອຍໆຢູ່ຊັ້ນໜື່ງ, ນັ້ນແລະຄືສິ່ງທີ່ເຮັດໃຫ້ເຮືອນຫຼັງນັ້ນ ພິເສດ! ມັນເປັນເພາະຄົນທີ່ເກີດຢູ່ບ່ອນນັ້ນ, ຕອນທີ່ລາວຕາຍປະທານາທິບໍດີທີ່ຍັງມີຊີວິດຢູ່ ຫ້າຄົນພ້ອມດ້ວຍຜູ້ຄົນຫຼາຍກວ່າສີ່ພັນຄົນໄດ້ພາກັນນັ່ງໃນຂະນະທີ່ບິລລີ່ເກຣແຮມເທດສະໜາຢູ່ໃນງານສົບຂອງລາວຢູ່ທາງໜ້າບ້ານນ້ອຍໆຫຼັງນັ້ນເພາະຄົນທີ່ເກີດຈາກທີ່ນັ້ນ, ມີປະ ທານາທິບໍດີຄົນໜື່ງເກີດທີ່ນັ້ນ, ແລະໂລກກໍຖືກແຍກຕັ້ງໄວ້ບ່ອນສ່ວນທີ່ບໍ່ມີໃຜຄື,ເປັນສະ ຖານທີ່ພິເສດໃນຈັກກະວານເພາະພຣະເຢຊູຄຣິດໄດ້ສະເດັດລົງມາເກີດຢູ່ທີ່ນີ່! ໃນສະຖານ ທີ່ແຫ່ງນີ້! ເທິງດາວເຄາະໜ່ວຍນີ້!

“ຈົ່ງຂອບຄຸນພຣະເຈົ້າເພາະຂອງປະທານຊຶ່ງພຣະອົງຊົງປະທານນັ້ນທີ່ເຫລືອຈະພັນນາໄດ້” (2 ໂກລິນໂທ 9:15)

II. ສອງ ຂອງຂວັນຂອງພຣະເຈົ້າຄືພຣະຄຣິດເຮັດໃຫ້ຊີວິດມະນຸດສັກສິດ.

ຫຼັງຈາກນໍ້າຖ້ວມໃຫຍ່,ພຣະເຈົ້າກໍຊົງກ່າວກັບຫົວໜ້າຄອບຄົວໂນອາວ່າ:

“ຜູ້ໃດເຮັດໃຫ້ເລືອດຂອງມະນຸດໄຫລ ຜູ້ອື່ນຈະເຮັດໃຫ້ຜູ້ນັ້ນເລືອດໄຫລ ເພາະວ່າພຣະເຈົ້າຊົງສ້າງມະນຸດຕາມແບບພຣະສາຍາຂອງພຣະອົງ” (ປະຖົມມະການ 9:6)

ມະນຸດຖືກສ້າງຈາກພຣະສາຍຂອງພຣະເຈົ້າ, ມະນຸດມີຮອຍປະທັບຂອງພຣະເຈົ້າຢູ່,ສະນັ້ນ ພຣະເຈົ້າຈະເປັນຜູ້ດໍາເນີນການໂທດປະຫານຊີວິດແກ່ຄົນທີ່ພາກຊີວິດຂອງຜູ້ອື່ນໂດຍການຂ້າຕະກໍາ, ຊີວິດຂອງມະນຸດຖືກແຍກຕັ້ງໄວ້ຕະຫຼອດໄປໂດຍຂອງປະທານຂອງພຣະຄຣິດ ພຣະບຸດຂອງພຣະເຈົ້າ, ນັ້ນແລະຄືເຫດຜົນທີ່ພວກເຮົາແຍກຕັ້ງໄວ້ວັນອາທິດໜື່ງໃນເດືອນ ມັງກອນຂອງທຸກໆປີເປັນມື້“ວັນອາທິດສິດທິຂອງຊີວິດ” ພວກເຮົາລະນຶກເຖິງມັນໃນອາທິດ ແລ້ວນີ້,ຊື່ງຄົບຮອບສີ່ສິບສອງປີຂອງໂຣວີ.ເວດ, ເມື່ອຊາຍແກ່ສອງສາມຄົນທີ່ໃສ່ເສື້ອຄຸມ ສີດໍາກ່າວວ່າມັນຖືກກົດໝາຍສໍາຫຼັບຜູ້ຍິງທີ່ຈະຂ້າລູກຂອງນາງ, ນັບຕັ້ງແຕ່ນັ້ນເປັນຕົ້ນມາກໍ ມີເດັກນ້ອຍ 57 ລ້ານຄົນຖືກຂ້າໂດຍການເອົາລູກອອກ, ຂໍພຣະເຈົ້າໂຜດຊ່ວຍເຮົາແດ່!

ຂ້າພະເຈົ້າເວົ້າເຖິງເລື່ອງນີ້ທັງໝົດໃນບົດເທດຂອງຂ້າພະເຈົ້າຕອນເຊົ້າວັນອາທິດ ແລ້ວນີ້, ຕອນທີ່ຂ້າພະເຈົ້າເທດມີຜູ້ຍິງຄົນໜື່ງກັບລູກສາວຂອງລາວລຸກຂື້ນຢືນແລ້ວຍ່າງ ອອກໄປຈາກຄຣິສຕະຈັກຂອງເຮົາ, ຂ້າພະເຈົ້າຂໍເດົາວ່ານີ້ແລະເປັນເຫດຜົນທີ່ນັກເທດຫຼາຍ ຄົນບໍ່ເຄີຍເທດສະໜາເລື່ອງການເອົາລູກອອກຈັກເທື່ອ, ແຕ່ມັນເປັນເລື່ອງໜ້າອາຍເພາະວ່າ ຜູ້ຍິງທຸກຄົນທີ່ເຄີຍເອົາລູກອອກຈໍາເປັນຕ້ອງຖືກລ້າງດ້ວຍໂລຫິດຂອງພຣະເຢຊູ, ຂ້າພະ ເຈົ້າປາດຖະໜາໃຫ້ຍິງສາວຄົນນັ້ນຢູ່ຟັງກ່ຽວກັບຄວາມຮັກທີ່ພຣະເຢຊູຊົງມີຕໍ່ນາງ! ຖ້າປາ ສະຈາກການຖືກລ້າງໂດຍໂລຫິດຂອງພຣະເຢຊູຈິດສໍານຶກຂອງຜູ້ຍິງຄົນນັ້ນຈະທໍລະມານ ນາງໄປຕະຫຼອດຊີວິດຂອງນາງແລະນາງຈະຖືກລົບກວນຈິດໃຈໂດຍເລື່ອງນີ້ໄປຕະຫຼອດ ເປັນນິດວ່າ “ຂ້ອຍຂ້າລູກຂອງຂ້ອຍ! ຂ້ອຍຂ້າລູກຂອງຂ້ອຍ! ໂອພຣະເຈົ້າເອີຍ ຂ້ອຍຂ້າ ລູກຂອງຂ້ອຍ!” ຄວາມຄິດນັ້ນຈະລົບກວນຜູ້ຍິງຄົນນັ້ນຕະຫຼອດເວລາແລະຕະຫຼອດເປັນ ນິດ, ພວກສາສະດາຈານຢູ່ວິທະຍາໄລຝ່າຍໂລກຂອງທ່ານຈະບໍ່ບອກທ່ານແບບນັ້ນ! ນັກ ຈິດຕະວິທະຍາທີ່ສະໝອງຕາຍຝ່າຍໂລກຈະບໍ່ບອກພວກທ່ານແບບນັ້ນ, ແຕ່ໃຈຂອງທ່ານ ເອງແລະຈິດສໍານກຂອງທ່ານເອງຈະບອກທ່ານແບບນັ້ນຕະຫຼອດໄປຖ້າຫາກທ່ານເຄີຍເອົາລູກອອກ! “ໂອພຣະເຈົ້າເອີຍ ຂ້ອຍຂ້າລູກຂອງຂ້ອຍ!” ພວກທີ່ປະຕິເສດພຣະເຈົ້າຝ່າຍ ໂລກຈະເວົ້າກ່ຽວກັບຜູ້ຍິງຄົນໜື່ງວ່າ “ມີສິດທີ່ຈະເລືອກ” ແຕ່ພວກເຂົາຈະບໍ່ມີມື້ບອກຍິງ ສາວຄົນໜື່ງເຖິງຝັນຮ້າຍທີ່ຈະເກີດຂື້ນຕະຫຼອດຊີວິດຂອງນາງ! ເປັນຫຍັງ? ກໍເພາະວ່າຊີ ວິດຂອງມະນຸດມັນສັກສິດ, ນັ້ນແລະຄືເຫດຜົນທີ່ມະນຸດຖືກສ້າງຕາມພຣະສາຍຂອງພຣະ ເຈົ້າ! ນັ້ນແລະຄືເຫດຜົນ.

ຂ້າພະເຈົ້າໄດ້ຮຽນຮູ້ໃນມື້ກ່ອນນີ້ວ່າວັກທີ່ສອງຂອງເພງທີ່ໜ້າຮັກທີ່ຊື່ວ່າ “ຄວາມ ຮັກຂອງພຣະເຈົ້າ” ຖືກຂຽນຂື້ນໂດຍຄົນບ້າທີ່ທຸກຍາກຄົນໜື່ງທີ່ຢູ່ໃນໂຮງໝໍໂລກຈິດ, ຫຼັງ ຈາກຜູ້ທີ່ຢູ່ໃນຄຸກໂລກຈິດຕາຍແລ້ວເຂົາກໍຄົ້ນພົບຄໍາເຫຼົ່ານີ້ຂຽນໃສ່ຢູ່ເທິງຝາໃນຫ້ອງຂັງຂອງລາວ

ເມື່ອເວລາເກົ່າໆຈະລ່ວງຜ່ານໄປ,ບັນລັງແລະອານາຈັກຈະລົ້ມລົງ ເມື່ອມະນຸດຊື່ງປະຕິເສດທີ່ຈະອະທິຖານ,ຢູ່ເທິງກ້ອນຫີນ,ຮ່ອມພູແລະພູເຂົາ,ຄວາມຮັກຂອງພຣະເຈົ້າແນ່ນອນ,ຈະຍັງຄົງຢູ່ຢ່າງເຂັ້ມແຂງແລະເຫຼືອພັນລະນາ,ພຣະຄຸນການຊົງໄຖ່ຕໍ່ເຊື້ອສາຍຂອງອາດໍາ-ບົດເພງຂອງສິດທິຊົນ ແລະທູດສະຫວັນ ໂອຄວາມຮັກຂອງພຣະເຈົ້າ,ຊົງມັ່ງຄັ່ງແລະບໍລິສຸດ! ຊົງເຂັ້ມແຂງແລະເຫຼືອພັນລະນາ! ມັນຈະຍັງຄົງຢູ່ຕະຫຼອດໄປ, ບົດເພງ ຂອງສິດທິຊົນແລະທູດສະຫວັນ(“The Love of God” by Frederick M. Lehman, 1868-1953; second stanza anonymous).

ຂອງປະທານຂອງພຣະເຈົ້າໃນພຣະເຢຊູຄຣິດເປັນທີ່ເຄົາລົບບູຊາແລະສັກສິດໃນຊີວິດມະນຸດ, ເຖິງແມ່ນວ່າຊີວິດຂອງຄົນບ້າທຸກຍາກຄົນນັ້ນທີ່ຕາຍຢູ່ໃນກົງຂັງຢູ່ໃນໂຮງໝໍ ໂລກຈິດ, ໃນຄວາມເປັນມະນຸດລາວກໍເປັນຄົນທີ່ປະເສີດໃນສາຍພຣະເນດຂອງພຣະເຈົ້າ, ພຣະເຈົ້າຊົງຮັກລາວແລະໄດ້ສົ່ງພຣະເຢຊູມາຕາຍເພື່ອລາວ ແລະຊ່ວຍຈິດວິນຍານຂອງ ລາວໃຫ້ພົ້ນ! “ຈົ່ງຂອບຄຸນພຣະເຈົ້າເພາະຂອງປະທານຊຶ່ງພຣະອົງຊົງປະທານນັ້ນທີ່ເຫລືອຈະພັນນາໄດ້” (2 ໂກລິນໂທ 9:15)

III. ສາມ ຂັວນຂອງພຣະເຈົ້າຄືພຣະຄຣິດເຮັດໃຫ້ການອະໄພໂທດບາບຂອງ ເຮົາແລະຄວາມລອດຂອງຈິດວິນຍານເປັນໄປໄດ້.

ຈົ່ງຟັງຂໍ້ພຣະຄໍາພີທີ່ຍິ່ງໃຫຍ່ອີກເທື່ອໜື່ງທີ່ທ້າວພຣຸດໂຮມໄດ້ອ່ານໄປກ່ອນຄໍາເທດ ສະໜານີ້

“ຂະນະເມື່ອເຮົາຍັງຂາດກຳລັງ ພຣະຄຣິດກໍໄດ້ຊົງສິ້ນພຣະຊົນເພື່ອຊ່ວຍຄົນອະທຳໃນເວລາທີ່ເໝາະສົມ ບໍ່ຄ່ອຍຈະມີໃຜຕາຍເພື່ອຄົນຊອບທຳ ແຕ່ບາງທີອາດຈະມີຄົນຕາຍເພື່ອຄົນດີກໍໄດ້ ແຕ່ພຣະເຈົ້າຊົງສະແດງຄວາມຮັກຂອງພຣະອົງແກ່ເຮົາທັງຫລາຍ ຄືຂະນະທີ່ເຮົາຍັງເປັນຄົນບາບຢູ່ນັ້ນ ພຣະຄຣິດໄດ້ຊົງສິ້ນພຣະຊົນເພື່ອເຮົາ ບັດນີ້ເຮົາຈຶ່ງເປັນຄົນຊອບທຳແລ້ວໂດຍພຣະໂລຫິດຂອງພຣະອົງ ຍິ່ງກວ່ານັ້ນ ເຮົາຈະພົ້ນຈາກພຣະພິໂລດໂດຍພຣະອົງ”(ໂລມ 5:6-9)

ຕອນທີ່ພຣະເຢຊູຄຣິດຊົງຕາຍເທິງໄມ້ກາງແຂນພຣະອົງຊົງຈ່າຍແທນການລົງໂທດສໍາຫຼັບຄວາມຜີດບາບຂອງເຮົາເຕັມທີ່, “ຂະນະເມື່ອເຮົາຍັງຂາດກຳລັງ ພຣະຄຣິດກໍໄດ້ຊົງສິ້ນພຣະຊົນເພື່ອຊ່ວຍຄົນອະທຳໃນເວລາທີ່ເໝາະສົມ”(ໂລມ 5:6),ພວກເຮົາທຸກຄົນບໍ່ມີກໍາ ລັງພຽງພໍທີ່ຈະເຮັດໃຫ້ພຣະເຈົ້າພໍພຣະໄທແລະຊ່ວຍຕົນເອງໃຫ້ພົ້ນໄດ້, ພວກເຮົາທຸກຄົນ ເປັນຄົນອະທໍາ ແຕ່“ພຣະຄຣິດກໍໄດ້ຊົງສິ້ນພຣະຊົນເພື່ອຊ່ວຍຄົນອະທຳ” ອັນນັ້ນແລະຄື ຂອງປະທານຂອງພຣະເຈົ້າທີ່ເຫຼືອຈະພັນລະນາໄດ້.

ພວກເຮົາທຸກຄົນເປັນຄົນບາບ,ແຕ່ “ຂະນະທີ່ເຮົາຍັງເປັນຄົນບາບຢູ່ນັ້ນ ພຣະຄຣິດໄດ້ຊົງສິ້ນພຣະຊົນເພື່ອເຮົາ”(ໂລມ 5:8),ອັນນັ້ນແລະຄືຂອງປະທານຂອງພຣະເຈົ້າທີ່ເຫຼືອ ຈະພັນລະນາໄດ້.

“ບັດນີ້ເຮົາຈຶ່ງເປັນຄົນຊອບທຳແລ້ວໂດຍພຣະໂລຫິດຂອງພຣະອົງ ຍິ່ງກວ່ານັ້ນ ເຮົາຈະພົ້ນຈາກພຣະພິໂລດໂດຍພຣະອົງ”(ໂລມ 5:9), ຄວາມຕາຍຂອງພຣະອົງໃນບ່ອນ ຂອງເຮົາ - ອັນນັ້ນແລະຄືຂອງປະທານຂອງພຣະເຈົ້າທີ່ເຫຼືອຈະພັນລະນາໄດ້! ຊອບທໍາ ແລະຊົງລ້າງຄວາມບາບທຸກຢ່າງຂອງເຮົາໂດຍພຣະໂລຫິດຂອງພຣະອົງ - ອັນນັ້ນແລະຄື ຂອງປະທານຂອງພຣະເຈົ້າທີ່ເຫຼືອຈະພັນລະນາໄດ້.

ແລະສິ່ງທີ່ພຣະເຈົ້າຂໍໃຫ້ພວກເຮົາເຮັດກໍຄືຫັນຫຼັງໃຫ້ຄວາມບາບຂອງເຮົາແລ້ວວາງໃຈເຊື່ອໃນພຣະພຣະບຸດຂອງພຣະອົງຄືພຣະເຢຊູເຈ້າ, ໃນວິນາທີທີ່ທ່ານວາງໃຈເຊື່ອໃນ ພຣະເຢຊູທ່ານກໍລອດແລ້ວ! ອັນນັ້ນແລະຄືຂອງປະທານຂອງພຣະເຈົ້າທີ່ເຫຼືອຈະພັນລະນາ ໄດ້ຕໍ່ທຸກຄົນທີ່ວາງໃຈເຊື່ອໃນພຣະເຢຊູ!

ລອດແລ້ວ! ລອດແລ້ວ! ບາບຂອງຂ້າໄດ້ຮັບການອະໄພ,ຄວາມຊົ່ວຊ້າ ຂອງຂ້າທຸກຢ່າງຫາຍໄປແລ້ວ! ລອດແລ້ວ! ລອດແລ້ວ! ຂ້າລອດແລ້ວ ໂດຍພຣະໂລຫິດຂອງພຣະອົງຜູ້ຊົງຖືກຄງຕາຍ (“ລອດແລ້ວໂດຍພຣະໂລຫິດ”ໂດຍເອັສ.ເຈ.ເຮັນເດີສັນສະຕະວັດທີ່ 19)

ພຣະເຢຊູຊົງໃຫ້ໂລຫິດໄຫຼເພື່ອໂຜດພຣະພອນອັນດີ
ຮີບມາຊໍາລະໃຫ້ໃຈເສາະໃສໃຫ້ຂາວເໝືອນຢ່າງຫິມະ
ເຊື່ອແຕ່ເທົ່ານັ້ນ ເຊື່ອແຕ່ເທົ່ານັ້ນເຊື່ອພຣະອົງບັດນີ້
ພຣະອົງຊົງໂຜດ ພຣະອົງຊົງໂຜດ ໂຜດໃຫ້ພົ້ນມື້ນີ້
(“ເຊື່ອແຕ່ເທົ່ານັ້ນ”ໂດຍຈອນ.ເອັຊ.ສະຕັອກໂຮມ 1813-1877)

ມັນໝາຍຄວາມວ່າແນວໃດທີ່ຈະ“ວາງໃຈໃນ“ພຣະເຢຊູ? ໝາຍຄວາມວ່າເອົາໂຕ ຂອງເຮົາວາງລົງໃນມືຂອງພຣະອົງຄືກັບເຮົາໄວ້ໃຈທ່ານໝໍທີ່ດີຄົນໜື່ງ, ຕອນທີ່ຂ້າພະເຈົ້າ ອາຍຸໄດ້ເຈັດປີ ດຣ.ແພຣັດໄດ້ບອກແມ່ຂອງຂ້າພະເຈົ້າວ່າອະມິດານຂອງຂ້າພະເຈົ້າຕ້ອງ ເອົາມັນອອກໄປ, ຂ້າພະເຈົ້າໂຕສັ່ນຕອນທີ່ແມ່ບອກຂ້າພະເຈົ້າວ່າຂ້າພະເຈົ້າຕ້ອງຖືກ“ວາງ ຢາສະຫຼົບ” ຂ້າພະເຈົ້າຢ້ານຫຼາຍ, ຂ້າພະເຈົ້າຢ້ານຖືກ“ວາງຢາສະຫຼົບ”ຢ່າງໃດກໍຕາມຂ້າ ພະເຈົ້າຫາກໍໄດ້ເຈັດປີ, ໃນເວລາທີ່ພວກເຮົາໄປຮອດໂຮງໝໍ,ຫົວໃຈຂອງຂ້າພະເຈົ້າກໍເຕັ້ນ ໄວຂື້ນແລະຂ້າພະເຈົ້າກໍສັ່ນ, ຂ້າພະເຈົ້າບໍ່ຮູ້ວ່າຈະມີອັນໃດເກີດຂື້ນກັບຕົນຕອນທີ່ພວກເຂົາ “ວາງຢາສະຫຼົບ” ດ້ວຍຄວາມຢ້ານຫຼາຍແນມໄປເບິ່ງພະຍາບານທີ່ແຕ່ງຕົວສີຂາວທັງໂຕ ເຂົ້າມາແລະກຽມພ້ອມຂ້າພະເຈົ້າ, ຂ້າພະເຈົ້າຢ້ານຫຼາຍຈົນເກືອບໂດດລົງແລ້ວແລ່ນໜີໄປ! ແຕ່ຫຼັງຈາກນັ້ນດຣ.ແພຣັດກໍເຂົ້າມາ, ຂ້າພະເຈົ້າຮູ້ຈັກລາວດີຕະເວລາຕອນທີ່ຍັງໜຸ່ມ,ລາວ ເປັນຄົນທີ່ດຶງຂ້າພະເຈົ້າອອກຕອນເກີດ,ແລະກາຍເປັນທ່ານໝໍຂອງຂ້າພະເຈົ້າຕັ້ງແຕ່ເວລານັ້ນມາ, ລາວເປັນຜູ້ເຖົ້າທີ່ໃຈດີ,ຂ້າພະເຈົ້າຮັກລາວ, ແລະໄວ້ໃຈລາວ, ລາວບອກວ່າ “ໂຣເບີດເອີຍ ບໍ່ຕ້ອງກັງວົນ ມັນຈະແລ້ວໃນບໍ່ເທົ່າໃດນາທີ” ໃຈຂອງຂ້າພະເຈົ້າຢຸດເຕັ້ນ ແຮງເພາະຂ້າພະເຈົ້າໄວ້ໃຈດຣ.ແພຣັດ, ໃນຂະນະທີ່ຂ້າພະເຈົ້າຖືກ“ວາງຢາສະຫຼົບ” ໃນເວ ລາຕໍ່ມາຂ້າພະເຈົ້າກໍຕື່ນຂື້ນເຫັນໃບໜ້າທີ່ຍີ້ມຂອງລາວ, ດຣ.ແພຣັດກ່າວວ່າ “ໂຣເບີດເອີຍ ແລ້ວໆ,ຈັກໜ້ອຍນີ້ເຈົ້າກໍກັບບ້ານໄດ້” ຂ້າພະເຈົ້າໄວ້ໃຈໝໍເຖົ້າຄົນນັ້ນ, ອັນນັ້ນແລະຄືສິ່ງທີ່ ຂ້າພະເຈົ້າຢາກໃຫ້ພວກທ່ານເຮັດກັບພຣະເຢຊູ

ເຊື່ອແຕ່ເທົ່ານັ້ນ ເຊື່ອແຕ່ເທົ່ານັ້ນເຊື່ອພຣະອົງບັດນີ້
ພຣະອົງຊົງໂຜດ ພຣະອົງຊົງໂຜດ ໂຜດໃຫ້ພົ້ນມື້ນີ້

ຂໍເຊີນ ດຣ.ແຊນ ມານໍາພວກເຮົາອະທິຖານແດ່, ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ້າວ ອາເບວ ພຣຸດໂຮມ: ໂລມ 5:6-9.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ:
“The Love of God” (by Frederick M. Lehman, 1868-1953).

ໂຄງຮ່າງບົດເທດສະໜາ

ຂອງປະທານທີ່ເຫຼືອຈະພັນລະນາໄດ້

THE UNSPEAKABLE GIFT

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ຈົ່ງຂອບຄຸນພຣະເຈົ້າເພາະຂອງປະທານຊຶ່ງພຣະອົງຊົງປະທານນັ້ນທີ່ເຫລືອຈະພັນນາໄດ້” (2 ໂກລິນໂທ 9:15)

I. ໜື່ງ ຂອງຂວັນຂອງພຣະເຈົ້າຄືພຣະຄຣິດເຮັດໃຫ້ໂລກເປັນສະຖານທີ່ທີ່ ພິເສດ.
ຄາລາເຕຍ 4:4. ໂຢຮັນ 1:14.

II. ສອງ ຂອງຂວັນຂອງພຣະເຈົ້າຄືພຣະຄຣິດເຮັດໃຫ້ຊີວິດມະນຸດສັກສິດ.
ປະຖົມມະການ 9:6.

III. ສາມ ຂັວນຂອງພຣະເຈົ້າຄືພຣະຄຣິດເຮັດໃຫ້ການອະໄພໂທດບາບ
ຂອງເຮົາແລະຄວາມລອດຂອງຈິດວິນຍານເປັນໄປໄດ້. ໂລມ 5:6-9.