Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການກັບໃຈແທ້ - ສະບັບປີ 2015

REAL CONVERSION – 2015 EDITION
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 4/1/2015
A sermon preached at the Baptist Tabernacle of Los Angeles
Lord's Day Morning, January 4, 2015

“ເຮົາບອກຄວາມຈິງແກ່ທ່ານທັງຫຼາຍວ່າ ຖ້າພວກທ່ານບໍ່ໄດ້ ກັບໃຈເປັນເໝືອນເດັກນ້ອຍໆ ທ່ານຈະເຂົ້າໃນອານາຈັກ ແຫ່ງສະຫວັນບໍ່ໄດ້”(ມັດທາຍ 18:3)


ພຣະເຢຊູກ່າວຢ່າງຊັດເຈນວ່າ“ຖ້າພວກທ່ານບໍ່ໄດ້ກັບໃຈ...ທ່ານຈະເຂົ້າໃນອານາ ຈັກແຫ່ງສະຫວັນບໍ່ໄດ້” ດັ່ງນັ້ນພຣະອົງຈື່ງໄດ້ເຮັດໃຫ້ມັນຈະແຈ້ງທີ່ສຸດວ່າທ່ານຈະຕ້ອງ ປະສົບກັບການກັບໃຈເສຍໃໝ່,ພຣະອົງຕັດວ່າຖ້າພວກທ່ານຫາກບໍ່ປະສົບພົບພໍ້ກັບການກັບໃຈໃໝ່ແລ້ວທ່ານ“ຈະເຂົ້າໃນອານານຈັກແຫ່ງສະຫວັນບໍ່ໄດ້”

ໃນເຊົ້ານີ້ຂ້າພະເຈົ້າຈະຂໍບອກພວກທ່ານວ່າແມ່ນຫຍັງຈະເກີດຂື້ນກັບບຸກຄົນໜື່ງທີ່ປະສົບກັບການກັບໃຈໃໝ່ທີ່ແທ້ຈິງ,ໃຫ້ສັງເກດທີ່ຂ້າພະເຈົ້າເວົ້າວ່າການກັບໃຈໃໝ່ “ແທ້”, ຜ່ານການໃຊ້“ຄໍາອະທິຖານຂອງຄົນບາບ”ແລະຮູບແບບອື່ນໆຂອງພວກນັກຕັດສິນໃຈນິຍົມຜູ້ຄົນເປັນລ້ານໆມີປະສົບການພຽງແຕ່ການກັບໃຈໃໝ່ແບບຈອມປອມເທົ່ານັ້ນ.

ພວກເຮົາມີໜ້ອຍຄົນໃນຄຣິສຕະຈັກຂອງພວກເຮົາລວມທັງເມຍຂອງຂ້າພະເຈົ້າທີ່ ໄດ້ກັບໃຈໃໝ່ໃນຄັ້ງທໍາອິດທີ່ພວກເຂົາໄດ້ຍິນຂ່າວປະເສີດທີ່ປະກາດຢ່າງຈະແຈ້ງ, ແຕ່ຄົນ ເຫຼົ່ານີ້ທຸກຄົນລ້ວນແຕ່ເປັນຜູ້ໃຫຍ່ແລ້ວຊື່ງຖືກກະກຽມເປັນຢ່າງດີໂດຍສະຖານະການຂອງຊີວິດກ່ອນທີ່ພວກເຂົາຈະໄດ້ຍິນຂ່າວປະເສີດ, ບໍ່ມີໃຜຈັກຄົນໃນພວກເຂົາທີ່ເປັນເດັກນ້ອຍໆ, ຄົນທີ່ກັບໃຈໃໝ່ແທ້ສ່ວນຫຼາຍຢູ່ຖ້າມກາງພວກທ່ານທີ່ເປັນຜູ້ໃຫຍ່ຊື່ງໄດ້ມາຫາພຣະຄຣິດຫຼັງຈາກຫຼາຍເດືອນ(ແມ່ນກະທັ່ງເປັນປີ)ຂອງການໄດ້ຍິນຄໍາເທດສະໜາຂ່າວປະເສີດ, ສະເປີ ໂຈນໄດ້ກ່າວວ່າ “ມັນອາດຈະເປັນຄືກັບສິ່ງໜື່ງທີ່ເຊື່ອຕອນທີ່ເຫັນຄັ້ງແລກແຕ່ໂດຍທົ່ວໄປ ແລ້ວພວກເຮົາໄດ້ຄວາມເຊື່ອໂດຍຂັ້ນຕອນຕ່າງໆ” (C. H. Spurgeon, Around the Wicket Gate, Pilgrim Publications, 1992 reprint, p. 57)ນີ້ຄື“ຂັ້ນຕອນຕ່າງໆ”ທີ່ຄົນສ່ວນຫຼາຍພົບພໍ້.

I. ໜື່ງ ພວກທ່ານມາໂບດເພາະເຫດຜົນອື່ນຫຼາຍກວ່າທີ່ຈະເປັນການກັບໃຈໃໝ່.

ເກືອບທຸກຄົນມາໂບດຄັ້ງທໍາອິດເພາະເຫດຜົນທີ່“ຜິດໆ”ຄືກັບຂ້າພະເຈົ້າ, ຂ້າພະ ເຈົ້າໄປໂບດຕອນທີ່ເປັນໄວ້ລຸ້ນກໍເພາະຄົນທີ່ຢູ່ຂ້າງບ້ານໄດ້ຊວນຂ້າພະເຈົ້າໄປໂບດກັບເຂົາ ເຈົ້າ,ດັ່ງນັ້ນຂ້າພະເຈົ້າຈື່ງເລີ່ມໄປໂບດໃນປີ 1954 ເພາະຂ້າພະເຈົ້າໂດດດ່ຽວແລະຄົນທີ່ຢູ່ ຂ້າງບ້ານເຂົາດີຕໍ່ຂ້າພະເຈົ້າ, ອັນນັ້ນມັນບໍ່ແມ່ນເຫດຜົນທີ່“ຖືກຕ້ອງ”ແມ່ນບໍ? ຂ້າພະເຈົ້າ “ອອກໄປຂ້າງໜ້າ”ໃນຕອນຈົບຄໍາເທດສະໜາຄັ້ງທໍາອິດທີ່ໄດ້ຍິນແລະໄດ້ຮັບບັບຕິດສະມາ ໂດຍທີ່ບໍ່ມີການແນະນໍາອັນໃດເລີຍ, ບໍ່ມີແມ່ນແຕ່ຄໍາຖາມວ່າເປັນຫຍັງຂ້າພະເຈົ້າຈື່ງຍ່າງ ອອກໄປໜ້າທໍາມາດ,ນັ້ນແລະທີ່ຂ້າພະເຈົ້າໄດ້ກາຍມາເປັນແບັບຕິດຄົນໜື່ງ, ແຕ່ຂ້າພະເຈົ້າ ບໍ່ໄດ້ກັບໃຈໃໝ່,ຂ້າພະເຈົ້າໄປເພາະຄົນທີ່ຢູ່ຂ້າງບ້ານເຂົາດີຕໍ່ຂ້າພະເຈົ້າ,ບໍ່ແມ່ນເພາະຂ້າພະເຈົ້າຕ້ອງການທີ່ຈະລອດ, ສັນນັ້ນຂ້າພະເຈົ້າຈື່ງປະສົບກັບບັນຫາຍາວນານເປັນເວລາເຈັດປີ ກ່ອນທີ່ສຸດທ້າຍແລ້ວຂ້າພະເຈົ້າກໍໄດ້ຮັບຄວາມລອດໃນວັນທີ່ 28 ເດືອນ 9 ປີ 1961, ຕອນທີ່ຂ້າພະເຈົ້າໄດ້ຍິນດຣ.ຊາລສ໌ເຈ.ວູດບຣິດເທດຢູ່ທີ່ວິທະຍາໄລໄບໂອລາ(ຕອນນີ້ເປັນມະຫາວິທະຍາໄລໄບໂອລາ), ອັນນັ້ນແລະເປັນມື້ທີ່ຂ້າພະເຈົ້າໄດ້ວາງໃຈເຊື່ອໃນພຣະເຢຊູ ແລະພຣະອົງຊົງຊໍາລະລ້າງແລະຊ່ວຍຂ້າພະເຈົ້າໃຫ້ພົ້ນຈາກຄວາມຜິດບາບແລ້ວ.

ແລ້ວພວກທ່ານເດເປັນແນວໃດ? ພວກທ່ານມາໂບດເພາະພວກທ່ານໂດດດ່ຽວບໍ?-ຫຼືເພາະພໍ່ແມ່ຂອງທ່ານພາທ່ານໄປໂບດຕອນທີ່ຍັງນ້ອຍຢູ່? ຖ້າພວກທ່ານທີ່ຢູ່ນີ້ໃນເຊົ້ານີ້ ຫາກເປັນເດັກນ້ອຍຄົນໜື່ງທີ່ໃຫຍ່ມາໃນຄຣິສຕະຈັກ,ມັນບໍ່ໄດ້ໝາຍຄວາມວ່າທ່ານໄດ້ຮັບ ຄວາມລອດແລ້ວ, ຫຼືພວກທ່ານມາຄືກັບຂ້າພະເຈົ້າເພາະທ່ານໂດດດ່ຽວແລະມີບາງຄົນເຊີນ ທ່ານໄປແລະຜູ້ຄົນກໍດີຕໍ່ທ່ານບໍ່? ຖ້າຫາກແມ່ນ,ມັນບໍ່ໄດ້ໝາຍຄວາມວ່າທ່ານໄດ້ຮັບຄວາມ

ລອດແລ້ວ, ຢ່າເຂົ້າໃຈຂ້າພະເຈົ້າຜິດ, ຂ້າພະເຈົ້າດີໃຈທີ່ພວກທ່ານມາຢູ່ທີ່ນີ້-ບໍ່ວ່າຈະມາ ຈາກຄຣິສຕະຈັກເດັກຫຼືຈາກຄວາມໂດດດ່ຽວຄືກັບຂ້າພະເຈົ້າຕອນທີ່ອາຍຸສິບສາມປີກໍຕາມ, ເຫດຜົນພວກນັ້ນສາມາດເຂົ້າໃຈໄດ້ໃນການໄປໂບດ-ແຕ່ພວກມັນບໍ່ສາມາດຊ່ວຍທ່ານໃຫ້ ລອດໄດ້, ພວກທ່ານຈະຕ້ອງມີການກັບໃຈແທ້ເພື່ອທີ່ຈະລອດໄດ້, ພວກທ່ານຈະຕ້ອງ ຢາກທີ່ຈະລອດແທ້ໂດຍພຣະເຢຊູ, ນັ້ນແລະຄືເຫດຜົນທີ່“ຖືກຕ້ອງ”-ມີພຽງຢ່າງດຽວທີ່ຈະ ຊ່ວຍທ່ານໃຫ້ພົ້ນຈາກຊີວິດແຫ່ງຄວາມບາບໄດ້.

ມັນບໍ່ແມ່ນບໍ່ດີທີ່ຈະຢູ່ທີ່ນີ້ເພາະຄວາມເຄີຍຊິນຫຼືເພາະທ່ານໂດດດ່ຽວ,ມັນພຽງແຕ່ບໍ່ ແມ່ນເຫດຜົນທີ່ຖືກຕ້ອງເທົ່ານັ້ນ, ພວກທ່ານຈະຕ້ອງຢາກໄດ້ບາງສິ່ງບາງຢ່າງເພີ່ມຂື້ນ ເພື່ອທີ່ຈະໄດ້ຮັບຄວາມລອດ,ບໍ່ແມ່ນພຽງເພາະມັນເຮັດໃຫ້ທ່ານຮູ້ສຶກດີທີ່ຈະໄປໂບດ.

II. ສອງ,ພວກທ່ານເລີ່ມທີ່ຈະຮູ້ຈັກວ່າມີພຣະເຈົ້າອົງໜື່ງແທ້.

ພວກທ່ານອາດຈະເຂົ້າໃຈວ່າພຣະເຈົ້າຊົງມີຕົວຕົນຢູ່ແທ້ກ່ອນທີ່ທ່ານຈະມາໂບດ, ແຕ່ຜູ້ຄົນສ່ວນຫຼາຍແລ້ວມີພຽງແຕ່ຄວາມບໍ່ຊັດເຈນເທົ່ານັ້ນ,ຄວາມເຊື່ອທີ່ບໍ່ຊັດເຈນໃນພຣະ ເຈົ້າກ່ອນທີ່ພວກເຂົາປະເຊີນໜ້າກັບຂ່າວປະເສີດ,ອັນນັ້ນໜ້າຈະເປັນກໍລະນີຂອງພວກທ່ານເຊັ່ນດຽວກັນຖ້າຫາກມີບາງຄົນພາທ່ານມາບ່ອນນີ້.

ຖ້າພວກທ່ານຫາກເຕີບໂຕມາໃນຄຣິສຕະຈັກ,ພວກທ່ານກໍຮູ້ຫຼາຍຢ່າງກ່ຽວກັບພຣະຄໍາພີ,ພວກທ່ານສາມາດເປີດພຣະຄໍາພີຢ່າງຖືກຕ້ອງໄດ້,ພວກທ່ານຮູ້ຈັກແຜນການແຫ່ງ ຄວາມລອດ,ພວກທ່ານຮູ້ຈັກຂໍ້ພຣະຄໍາພີຫຼາຍຂໍ້ແລະເພງຫຼາຍບົດ,ແຕ່ພຣະເຈົ້າກໍຍັງບໍ່ແມ່ນພຣະເຈົ້າແທ້ແລະຊັດເຈນຕໍ່ທ່ານ.

ຫຼັງຈາກນັ້ນບໍ່ວ່າທ່ານຈະເປັນຄົນມາໃໝ່ຫຼືມາຈາກຄຣິສຕະຈັກເດັກກໍຕາມ,ບາງສິ່ງ ເລີ່ມເກີດຂື້ນ,ພວກທ່ານກໍເລີ່ມເຂົ້າໃຈວ່າມີຄວາມຈິງແລ້ວພຣະເຈົ້າອົງໜື່ງ- ບໍ່ແມ່ນພຽງ ແຕ່ເວົ້າເຖິງພຣະເຈົ້າເທົ່ານັ້ນ, ພຣະເຈົ້າຊົງກາຍເປັນບຸກຄົນທີ່ມີຕົວຕົນແທ້ຕໍ່ທ່ານ.

ຂ້າພະເຈົ້າເຄີຍມືດມົວ,ຄວາມເຊື່ອບໍ່ຊັດເຈນໃນພຣະເຈົ້ານັບຕັ້ງແຕ່ຕອນທີ່ຂ້າພະ ເຈົ້າຍັງນ້ອຍ,ແຕ່ຂ້າພະເຈົ້າບໍ່ໄດ້ຮູ້ຈັກ“ພຣະເຈົ້າຜູ້ຊົງຍິ່ງໃຫຍ່ແລະໜ້າຢ້ານ”(ເນຫະມີ 1:5) ຂອງພຣະຄໍາພີຈົນຂ້າພະເຈົ້າໄດ້ສິບຫ້າປີ - ເປັນເວລາສອງປີຫຼັງຈາກທີ່ຂ້າພະເຈົ້າເລີ່ມ ເຂົ້າຮ່ວມຄຣິສຕະຈັກແບັບຕິດແຫ່ງນັ້ນກັບເພື່ອນບ້ານ,ມື້ທີ່ແມ່ຕູ້ຂອງຂ້າພະເຈົ້າຖືກຝັງຂ້າ ພະເຈົ້າໄດ້ແລ່ນໄປຫາຕົ້ນໄມ້ແຖວປ່າຊ້າ,ຮູ້ສຶກຫັນໃຈຫອບແລະເຫື່ອໄຫຼຢູ່ເທິງພື້ນດິນ,ໃນ ທັນໃດນັ້ນພຣະເຈົ້າກໍໄດ້ສະເດັດລົງມາຫາຂ້າພະເຈົ້າ-ແລະຂ້າພະເຈົ້າກໍຮູ້ດີວ່າພຣະອົງມີ ຕົວຕົນແທ້ແລະພຣະອົງຊົງມີລິດອໍານາດທຸກຢ່າງ,ແມ່ນກະທັ່ງເປັນຕາຢ້ານໃນຄວາມບໍລິສຸດຂອງພຣະອົງແຕ່ຂ້າພະເຈົ້າກໍຍັງບໍ່ໄດ້ຮັບຄວາມລອດເທື່ອ.

ພວກທ່ານເຄີຍມີປະສົບການແບບນັ້ນບໍ? ພຣະເຈົ້າຂອງພຣະຄໍາພີຊົງມີຕົວຕົນແທ້ ສໍາຫຼັບພວກທ່ານບໍ? ນັ້ນແລະຄືສິ່ງສໍາຄັນທີ່ຍິ່ງໃຫຍ່,ພຣະຄໍາພີກ່າວວ່າ:

“ແຕ່ຖ້າບໍ່ມີຄວາມເຊື່ອແລ້ວຈະເປັນທີ່ພໍພຣະໄທຂອງພຣະເຈົ້າກໍບໍ່ໄດ້ເລີຍ ເພາະວ່າຜູ້ທີ່ຈະມາຫາພຣະເຈົ້າໄດ້ນັ້ນຕ້ອງເຊື່ອວ່າພຣະອົງຊົງດໍາລົງພຣະຊົນຢູ່(ພຣະອົງຊົງມີຕົວຕົນ)”(ເຮັບເລີ 11:6)

ຄວາມເຊື່ອໃນພຣະເຈົ້າຮຽກຮ້ອງຈໍານວນຂອງຄວາມເຊື່ອ-ແຕ່ມັນບໍ່ແມ່ນຄວາມ ເຊື່ອທີ່ຊ່ວຍໃຫ້ລອດ,ບໍ່ແມ່ນການກັບໃຈໃໝ່, ແມ່ຂອງຂ້າພະເຈົ້າມັກເວົ້າສະເໝີວ່າ“ຂ້ອຍ ເຊື່ອໃນພຣະເຈົ້າສະເໝີ” ແລະມັນບໍ່ມີຄໍາຖາມໃນຄວາມຄິດຂອງຂ້າພະເຈົ້າເລີຍຕອນທີ່ ລາວເວົ້າແບບນັ້ນ,ລາວເຊື່ອໃນພຣະເຈົ້າຕັ້ງແຕ່ຍັງນ້ອຍໆ,ແຕ່ລາວບໍ່ໄດ້ກັບໃຈໃໝ່ຈົນອາຍຸໄດ້ 80 ປີ,ມັນສໍາຄັນທີ່ລາວເຊື່ອໃນພຣະເຈົ້າແຕ່ມີບາງຢ່າງທີ່ສໍາຄັນກວ່ານັ້ນທີ່ຈະຕ້ອງ ເກີດຂື້ນສໍາຫຼັບບຸກຄົນໜື່ງທີ່ກັບໃຈໃໝ່ແທ້.

ດັ່ງນັ້ນຂ້າພະເຈົ້າຈື່ງເວົ້າວ່າພວກທ່ານໜ້າຈະມາໂບດໃນເຊົ້ານີ້ໂດຍທີ່ບໍ່ຮູ້ຈັກພຣະ ເຈົ້າທີ່ແທ້ຈິງ, ຈາກນັ້ນອາດຈະຊ້າໆ,ອາດຈະໄວຂື້ນ,ພວກທ່ານກໍເຂົ້າໃຈວ່າມີພຣະເຈົ້າອົງ ໜື່ງແທ້, ອັນນັ້ນແມ່ນຂັ້ນຕອນທີ່ສອງແຕ່ມັນກໍຍັງບໍ່ແມ່ນການກັບໃຈໃໝ່ເທື່ອ.

III. ສາມ ພວກທ່ານກໍເຂົ້າໃຈວ່າທ່ານໄດ້ເຮັດໃຫ້ພຣະເຈົ້າບໍພໍໃຈແລະໂມໂຫໂດຍ ຄວາມບາບຂອງທ່ານ.

ພຣະຄໍາພີກ່າວວ່າ“ຄົນທັງຫຼາຍທີ່ຢູ່ຝ່າຍເນື້ອໜັງ[ເຊັ່ນຄົນທີ່ຍັງບໍ່ກັບໃຈໃໝ່]ບໍ່ສາ ມາດເຮັດໃຫ້ພຣະເຈົ້າພໍພຣະໄທໄດ້”(ໂລມ 8:8),ດັ່ງນັ້ນພວກທ່ານກໍເລີ່ມທີ່ຈະເຂົ້າໃຈວ່າໃນ ຖານະເປັນຄົນທີ່ບໍ່ກັບໃຈໃໝ່ທີ່ວ່າບໍ່ມີຈັກຢ່າງທີ່້ເຮົາເຮັດສາມາດເຮັດໃຫ້ພຣະເຈົ້າພໍພຣະໄທໄດ້,ຄວາມຈິງແລ້ວພວກທ່ານເລີ່ມເຂົ້າໃຈວ່າທ່ານເປັນຄົນບາບຄົນໜື່ງ,ທຸກໆວັນ“ໃຈທີ່ບໍ່ ຍອມໃຈຂອງທ່ານ ທ່ານຈື່ງສະສົມພຣະພິໂລດໃຫ້ແກ່ຕົນເອງ”(ໂລມ 2:5)ພຣະຄໍາພີກ່າວ ວ່າ:

“ພຣະເຈົ້າຊົງພຣະພິໂລດກັບຄົນຊົ່ວທຸກວັນ”(ເພງສັນລະເສີນ 7:11)

ຫຼັງຈາກທີ່ພວກທ່ານຄົ້ນພົບວ່າມີພຣະເຈົ້າອົງໜື່ງ,ພວກທ່ານກໍເລີ່ມທີ່ຈະເຂົ້າໃຈວ່າທ່ານໄດ້ເຮັດໃຫ້ພຣະເຈົ້າບໍພໍໃຈໂດຍຄວາມບາບຂອງທ່ານ,ທ່ານຍັງເຮັດໃຫ້ພຣະເຈົ້າບໍພໍໃຈ ໂດຍການບໍ່ຮັກພຣະອົງເຊັ່ນກັນ,ຄວາມບາບທີ່ພວກທ່ານເຮັດໄດ້ຕໍ່ສູ້ພຣະເຈົ້າແລະພຣະບັນຍັດຂອງພຣະອົງ, ຫຼັງຈາກນັ້ນມັນກໍຈະຊັດເຈນຫຼາຍຂື້ນຕໍ່ທ່ານວ່ານີ້ແມ່ນເລື່ອງຈິງ, ການຂາດຄວາມຮັກຕໍ່ພຣະເຈົ້າຂອງພວກທ່ານຈະຖືກເຫັນໂດຍທ່ານໃນຖານະເປັນຄວາມ ບາບໃຫຍ່ໃນເວລານີ້, ຫຼາຍກວ່ານັ້ນອີກພວກທ່ານກໍຈະເລີ່ມເຫັນວ່າສັນດານຂອງທ່ານຄື ຄວາມບາບ,ຊື່ງໃນໂຕທ່ານບໍ່ມີອັນໃດດີເລີຍ,ຊື່ງໃຈຂອງທ່ານກໍຄືຄວາມບາບ.

ຂັ້ນຕອນນີ້ມັກຖືກເອີ້ນວ່າຂັ້ນຕອນຂອງ“ການຕື່ນຂື້ນ”ໂດຍພວກພິວຣິທັນ,ແຕ່ບໍ່ສາມາດມີການຕື່ນຂື້ນໄດ້ໂດຍປາສະຈາກການຄວາມຮູ້ສຶກຂອງບາບທີ່ຊັດເຈນແລະການກ່າວ ໂທດຕົນເອງຢ່າງເລິກເຊິ່ງ,ພວກທ່ານຈະຮູ້ສຶກຄືກັບຈອນນິວຕັນຕອນທີ່ລາວຂຽນວ່າ:

ໂອພຣະອົງເຈົ້າຂ້າຊົ່ວເທົ່າໃດ,ບໍ່ບໍລິສຸດແລະບໍ່ສະອາດ!
ຂ້າຈະກ້າພະຈົນໄພກັບນໍ້າໜັກຂອງບາບໄດ້ແນວໃດ
ນີ້ແມ່ນໃຈສົກກະປົກສໍາຫຼັບພຣະອົງແມ່ນບໍ?
ທຸກບ່ອນ!ໃນທຸກສ່ວນຂ້າເຫັນແຕ່ຄວາມຊົ່ວ
   (“O Lord, How Vile Am I” by John Newton, 1725-1807).

ພວກທ່ານກໍຈະເລີ່ມຄິດຢ່າງເລິກເຊິ່ງ,ຈາກນັ້ນກ່ຽວກັບຄວາມບາບພາຍໃນຂອງ ຄວາມຄິດແລະໃຈຂອງທ່ານ, ພວກທ່ານຈະຄິດວ່າ“ໃຈຂອງຂ້ອຍບາບຫຼາຍອີຫຼີ່ແລະຫ່າງ ໄກຈາກພຣະເຈົ້າ” ຄວາມຄິດນັ້ນມັນຈະລົບກວນທ່ານ, ທ່ານກໍຈະກາຍເປັນຄົນເສຍໃຈ ຫຼາຍແລະຖືກລົບກວນໂດຍຄວາມຄິດບາບຂອງທ່ານເອງແລະການຂາດຄວາມຮັກຕໍ່ພຣະ ເຈົ້າຂອງທ່ານ,ຊີວິດທີ່ເຢັນຊ່າແຫ່ງໃຈຂອງທ່ານຕໍ່ພຣະເຈົ້າຈະສ້າງບັນຫາໃຫ້ແກ່ທ່ານໃນ ຂັ້ນຕອນນີ້, ພວກທ່ານກໍຈະເລີ່ມເຂົ້າໃຈວ່າບຸກຄົນທີ່ມີໃຈບາບຄືກັບທ່ານບໍ່ມີຄວາມຫວັງ ໃດໆ, ທ່ານກໍຈະເຫັນວ່າມັນຈໍາເປັນແລະຖືກຕ້ອງທີ່ພຣະເຈົ້າຈະສົ່ງທ່ານລົງໄປນາຮົກ-ເພາະທ່ານສົມຄວນຕົກນາຮົກ, ນີ້ຄືສິ່ງທີ່ທ່ານຈະຄິດເມື່ອທ່ານຕື່ນຂື້ນມາແທ້ແລະເຂົ້າໃຈວ່າ ພວກທ່ານໄດ້ເຮັດໃຫ້ພຣະເຈົ້າບໍພໍໃຈແລະໂມໂຫເພາະຄວາມບາບຂອງທ່ານ,ຂັ້ນຕອນແຫ່ງການຕື່ນຂື້ນນີ້ເປັນຂັ້ນຕອນທີ່ສໍາຄັນ,ແຕ່ມັນຍັງບໍ່ແມ່ນການກັບໃຈໃໝ່ເທື່ອ,ບຸກຄົນທີ່ເຫັນວ່າຕົນບາບແນວໃດແດ່ນັ້ນໄດ້ຕື່ນຂື້ນ-ແຕ່ຍັງບໍ່ທັນໄດ້ກັບໃຈເສຍໃໝ່,ການກັບໃຈໃໝ່ໄປຂ້າງ ໜ້າຫຼາຍກວ່າການສໍານຶກໃນເລື່ອງບາບ.

ພວກທ່ານອາດຈະເຂົ້າໃຈທັນທີວ່າທ່ານໄດ້ເຮັດໃຫພຣະເຈົ້າບໍພໍພຣະໄທຫຼືຄວາມຮູ້ສຶກຕົວອາດຈະກໍ່ໂຕຂື້ນຈາກຫຼັກຄໍາສອນໄປສູ່ຄວາມເຂົ້າໃຈຢ່າງເຕັມລົ້ນວ່າພຣະເຈົ້າບໍ່ຊົງພໍ ພຣະໄທແລະຊົງບໍພໍພຣະໄທທ່ານຫຼາຍ, ມີພຽງເມື່ອທ່ານຕື່ນຂື້ນຢ່າງເຕັມທີ່ຕໍ່ຄວາມຈິງທີ່ວ່າ ທ່ານເປັນຄົນບາບແລະບໍ່ບໍລິສຸດ,ພວກທ່ານພ້ອມແລ້ວທີ່ຈະໄປຫາ“ຂັ້ນຕອນ”ທີ່ສີ່ແລະທີ່ຫ້າ ແຫ່ງການກັບໃຈໃໝ່ແລ້ວບໍ.

ຊາລສ໌ສະເປີໂຈນຮູ້ຈັກເລື່ອງບາບຂອງຕົນຕອນທີ່ລາວມີອາຍຸ 15 ປີ,ພໍ່ແລະພໍ່ຕູ້ ຂອງລາວທັງສອງຄົນລ້ວນແຕ່ເປັນນັກເທດ,ພວກເຂົາມີຊີວິດໃນສະໄໝເມື່ອ“ລັດທິຕັດສິນ ໃຈນິຍົມ”ຍັງບໍ່ທັນໄດ້ເຮັດໃຫ້ການກັບໃຈໃໝ່ແທ້ເປິະເປື້ອນແລະບໍ່ຊັດເຈນ,ດັ່ງນັ້ນພໍ່ແລະພໍ່ຕູ້ຂອງລາວຈື່ງບໍ່ໄດ້“ຍູ້”ລາວໃຫ້ເຮັດຄ້າຍໆກັນ“ຕັດສິນໃຈຮັບເອົາພຣະຄຣິດ”ພວກເຂົາພັດລໍ ຖ້າໃຫ້ພຣະເຈົ້າເຮັດວຽກແຫ່ງການກັບໃຈໃໝ່ໃນໂຕຂອງລາວແທນ,ຂ້າພະເຈົ້າຄິດວ່າພວກ ເຂົາເຮັດຖືກຕ້ອງແລ້ວ.

ຕອນທີ່ລາວສິບຫ້າປີໃນທີ່ສຸດລາວກໍມາຢູ່ໃຕ້ຈິດສໍານຶກຂອງຄວາມບາບ,ສະເປີໂຈນໄດ້ອະທິບາຍເຖິງການຕື່ນຂື້ນຂອງລາວສູ່ຄວາມບາບຂອງລາວດ້ວຍຖ້ອຍຄໍາຕໍ່ໄປນີ້:

ໃນທີ່ສຸດຂ້ອຍກໍໄດ້ພົບກັບໂມເສດຖືພຣະບັນຍັດຂອງພຣະເຈົ້າໃນມືຂອງ ຕົນ,ແລະເມື່ອລາວແນມເບິ່ງຂ້າພະເຈົ້າ,ເບິ່ງຄືລາວຄົ້ນຫາຂ້າພະເຈົ້າຜ່ານ ທາງແລະຜ່ານທາງສາຍຕາແຫ່ງໄຟຂອງຕົນ, ລາວ(ບອກຂ້າພະເຈົ້າໃຫ້ ອ່ານ)ປະໂຫຍກຂອງພຣະເຈົ້າສິບຂໍ້ - ພຣະບັນຍັດສິບປະການ - ແລະ ໃນຂະທີ່ຂ້າພະເຈົ້າອ່ານພວກມັນເບິ່ງຄືວ່າຮ່ວມກັນໃນການກ່າວຫາແລະ ກ່າວໂທດຂ້າພະເຈົ້າໃນສາຍພຣະເນດຂອງພຣະເຈົ້າຜູ້ບໍລິສຸດ.

ລາວເຫັນໃນປະສົບການນັ້ນວ່າລາວເປັນຄົນບາບໃນສາຍພຣະເນດຂອງພຣະເຈົ້າ,ແລະບໍ່ ມີຈໍານວນຂອງ“ສາສະໜາ”ຫຼື“ຄວາມດີ”ທີ່ສາມາດຊ່ວຍລາວໃຫ້ພົ້ນໄດ້,ສະເປີໂຈນຜູ້ໜຸ່ມໄດ້ຜ່ານຊ່ວງເວລາແຫ່ງການຊຶມເສົ້າອັນໃຫຍ່ຫຼວງ, ລາວໄດ້ລອງຫຼາຍຫົນທາງເພື່ອທີ່ຈະພົບ ສັນຕິສຸກກັບພຣະເຈົ້າໂດຍຄວາມພະຍາຍາມຂອງຕົນເອງ,ແຕ່ຄວາມພະຍາຍາມທຸກຢ່າງ ຂອງລາວທີ່ຈະພົບສັນຕິສຸກກັບພຣະເຈົ້າກໍລົ້ມເຫຼວ, ຊື່ງໄດ້ເຮັດໃຫ້ເຮົາໄປສູ່ຂັ້ນຕອນທີ່ສີ່ໃນ ການກັບໃຈໃໝ່.

IV. ສີ່ ພວກທ່ານພະຍາຍາມທີ່ຈະໄດ້ຄວາມລອດຂອງຕົນຫຼືຮຽນຮູ້ວ່າຈະລອດແນວໃດ ແດ່.

ບຸກຄົນທີ່ຕື່ນຂື້ນຈະຮູ້ສຶກບາບແຕ່ຈະຍັງບໍ່ກັບມາຫາພຣະເຢຊູເທື່ອ,ຜູ້ທໍານວາຍອິດສະຢາໄດ້ອະທິບາຍເຖິງຜູ້ຄົນໃນສະຖານະການນີ້ເມື່ອລາວໄດ້ກ່າວວ່າ“ພວກເຮົາໄດ້ເຊື່ອງໜ້າໄປຈາກພຣະອົງ...ເຮົາທັງຫຼາຍບໍ່ໄດ້ນັບຖືທ່ານ”(ອິດສະຢາ 53:3)ພວກເຮົາເປັນຄືກັບ ອາດາມທີ່ຮູ້ດີວ່າຕົນເປັນຄົນບາບແຕ່ໄປລີ້ຈາກພຣະຜູ້ຊ່ວຍໃຫ້ພົ້ນແລະພະຍາຍາມທີ່ຈະປົກປິດຄວາມບາບຂອງຕົນດ້ວຍໃບໝາກເດື່ອ(ປະຖົມມະການ 3:7,8)

ຄືກັບອາດາມ,ຄົນບາບທີ່ຕື່ນຂື້ນພະຍາຍາມທີ່ຈະເຮັດບາງສິ່ງບາງຢ່າງເພື່ອຊ່ວຍ ຕົນເອງໃຫ້ພົ້ນຈາກບາບ,ລາວພະຍາຍາມ“ຮຽນ”ວ່າຈະລອດໄດ້ແນວໃດ, ແຕ່ລາວກໍພົບວ່າ “ການຮຽນ”ບໍ່ໄດ້ຊ່ວຍລາວຫຍັງເລີຍ,ຊື່ງລາວ“ເຖິງຈະຮຽນກັນຢູ່ສະເໝີແຕ່ບໍ່ອາດຮຽນຮູ້ເຖິງຄວາມຈິງເລີຍ”(2 ຕີໂມທຽວ 3:7),ຫຼືລາວອາດຈະຊອກຫາ“ຄວາມຮູ້ສຶກ”ແທນທີ່ຂອງພຣະ ເຢຊູ, ຄົນບາງຄົນທີ່ສະແຫວງຫາ“ຄວາມຮູ້ສຶກ”ສືບຕໍ່ເປັນແບບນີ້ເປັນເວລາຫຼາຍເດືອນ ເພາະບໍ່ມີຜູ້ໃດລອດໂດຍ“ຄວາມຮູ້ສຶກ”ຈັກຄົນ,ສະເປີໂຈນໄດ້ຕື່ນຂື້ນຕໍ່ຄວາມບາບຂອງຕົນ,ແຕ່ລາວກໍບໍໄດ້ເຊື່ອວ່າລາວສາມາດລອດແບບງ່າຍໆໂດຍການວາງໃຈໃນພຣະເຢຊູ,ລາວ ໄດ້ກ່າວໄວ້ວ່າ:

ກ່ອນທີ່ຂ້າພະເຈົ້າຈະມາຫາພຣະຄຣິດຂ້າພະເຈົ້າກໍເວົ້າກັບຕົນເອງວ່າ“ມັນແນ່ນອນວ່າຈະບໍ່ເປັນແບບນັ້ນ,ຖ້າຂ້າພະເຈົ້າຫາກເຊື່ອໃນພຣະເຢຊູໃນ ແບບທີ່ຂ້າພະເຈົ້າເປັນຂ້າພະເຈົ້າກໍຈະລອດບໍ? ຂ້າພະເຈົ້າຈະຕ້ອງຮູ້ສຶກ ບາງສິ່ງບາງຢ່າງ,ຂ້າພະເຈົ້າຈະຕ້ອງເຮັດບາງສິ່ງບາງຢ່າງ”(ເຫຼັ້ມດຽວກັນ)

ຊື່ງໄດ້ນໍາທ່ານໄປສູ່ຂັ້ນຕອນທີ່ຫ້າ.

V. ຫ້າ ສຸດທ້າຍທ່ານກໍມາຫາພຣະເຢຊູແລະວາງໃຈໃນພຣະອົງພຽງຜູ້ດຽວ.

ຊາຍໜຸ່ມສະເປີໂຈນສຸດທ້າຍກໍໄດ້ຍິນນັກເທດຄົນໜື່ງເວົ້າວ່າ“ຈົ່ງສະແຫວງຫາພຣະຄຣິດ...ບໍ່ມີການສະແຫວງຫາໂຕເຮົາເອງ...ຈົ່ງສະແຫວງຫາພຣະຄຣິດ” ພາຍຫຼັງບັນຫາທຸກ ຢ່າງຂອງລາວ,ຄວາມວຸ້ນວາຍພາຍໃນແລະຄວາມເຈັບປວດ-ສຸດທ້າຍສະເປີໂຈນກໍໄດ້ ແນມເບິ່ງພຣະເຢຊູແລະວາງໃຈໃນພຣະອົງ,ສະເປີໂຈນໄດ້ກ່າວວ່າ “ຂ້າລອດແລ້ວໂດຍ ພຣະໂລຫິດ(ຂອງພຣະເຢຊູ)! ຂ້າພະເຈົ້າສາມາດເຕັ້ນຕະຫຼອດທາງກັບບ້ານໄດ້”

ພາຍຫຼັງບັນຫາແລະຄວາມສົງໄສນັ້ນ,ລາວກໍຢຸດທີ່ຈະສະແຫວງຫາຄວາມຮູ້ສຶກຫຼື ສິ່ງອື່ນອີກໃນໂຕຂອງລາວ, ລາວໄດ້ວາງໃຈເຊື່ອໃນພຣະເຢຊູແບບງ່າຍໆ-ແລະພຣະເຢຊູກໍ ຊົງຊ່ວຍລາວໃຫ້ພົ້ນເລີຍ,ໃນຊ່ວງເວລາທີ່ລາວໄດ້ຖືກລ້າງອອກຈາກບາບໂດຍພຣະໂລຫິດຂອງພຣະເຢຊູຄຣິດ! ມັນງ່າຍໆແລະມັນຄືປະສົບການທີ່ເລິກເຊິ່ງທີ່ສຸດທີ່ມະນຸດຄົນໜື່ງສາ ມາດມີໄດ້, ເພື່ອນຂ້າພະເຈົ້າ ນັ້ນແລະຄືການກັບໃຈໃໝ່ທີ່ແທ້ຈິງ! ພຣະຄໍາພີໄດ້ກ່າວວ່າ “ຈົ່ງເຊື່ອວາງໃຈໃນພຣະເຢຊູຄຣິດເຈົ້າແລະທ່ານຈະລອດ”(ກິດຈະການ 16:31) ໂຈເຊບ ຮາດໄດ້ກ່າວໄວ້ວ່າ:

ໃນວິນາທີທີ່ຄົນບາບເຊື່ອ
ແລະວາງໃຈໃນພຣະເຈົ້າຜູ້ເສຍສະຫຼະ
ພຣະອົງຊົງໃຫ້ອະໄພໃນຕອນທີ່ເຂົາຕ້ອນຮັບ
ການຊົງໄຖ່ເຕັມລົ້ນຜ່ານທາງໂລຫິດພຣະອົງ
   (“The Moment a Sinner Believes” by Joseph Hart, 1712-1768).

ສະຫຼຸບ

ພຣະເຢຊູຊົງຕັດວ່າ:

“ເຮົາບອກຄວາມຈິງແກ່ທ່ານທັງຫຼາຍວ່າ ຖ້າພວກທ່ານບໍ່ໄດ້ກັບໃຈເປັນ ເໝືອນເດັກນ້ອຍໆ ທ່ານຈະເຂົ້າໃນອານາຈັກແຫ່ງສະຫວັນບໍ່ໄດ້” (ມັດທາຍ 18:3)

ຄືກັບໂຕລະຄອນຫຼັກໃນ Pilgrim’s Progress ບໍ່ໄດ້ກໍານົດເພື່ອໃຫ້“ຕັດສິນ”ຕື່ນໆໃດເພື່ອ ພຣະຄຣິດເລີຍ” ບໍ່! ບໍ່! ຕ້ອງແນ່ໃຈວ່າການກັບໃຈໃໝ່ຂອງທ່ານເປັນຂອງແທ້, ເພາະຖ້າ ຫາກທ່ານບໍ່ໄດ້ກັບໃຈໃໝ່ແທ້“ທ່ານຈະເຂົ້າໃນອານາຈັກແຫ່ງສະຫວັນບໍ່ໄດ້”(ມັດທາຍ 18:3)

ເພື່ອທີ່ຈະມີການກັບໃຈໃໝ່ແທ້

1.   ທ່ານຈະຕ້ອງມາເຖິງສະຖານທີ່ແຫ່ງການເຊື່ອແທ້ໆວ່າມີພຣະເຈົ້າອົງໜື່ງ- ພຣະເຈົ້າແທ້ຜູ້ຊື່ງລົງໂທດຄົນບາບໃນນາຮົກ,ແລະພາຄົນທີ່ລອດແລ້ວໄປ ສະຫວັນຫຼັງຈາກທີ່ເຂົາຕາຍໄປແລ້ວ.

2.   ພວກທ່ານຈະຕ້ອງຮູ້ຈັກຫຼັກຄໍາສອນເລິກໆຂ້າງໃນວ່າທ່ານເປັນຄົນບາບຊື່ງ ໄດ້ເຮັດໃຫ້ພຣະເຈົ້າບໍພໍພຣະໄທ, ພວກທ່ານອາດຈະສືບຕໍ່ເປັນແບບນີ້ເປັນ ເວລາດົນນານ(ຫຼືອາດຈະໃຊ້ເວລາສັ້ນກວ່າສໍາຫຼັບບາງຄົນ), ດຣ.ເຄແກນ ຜູ້ຊ່ວຍສິດຍາພິບານຂອງເຮົາໄດ້ກ່າວວ່າ”ຂ້າພະເຈົ້າໄດ້ປ້ຳສູ້ຜ່ານການ ນອນບໍ່ຫລັບໃນຕອນກາງຄືນເປັນເວລາຫຼາຍເດືອນຫຼັງຈາກທີ່ພຣະເຈົ້າໄດ້ ກາຍມາເປັນຈິງຕໍ່ຂ້ອຍ, ຂ້ອຍສາມາດອະທິບາຍໄດ້ແຕ່ພຽງວ່າຈຸດນີ້ໃນຊີ ວິດຂອງຂ້ອຍເປັນເວລາສອງປີແຫ່ງຄວາມທໍລະມານພາຍໃນ” (C. L. Cagan, Ph.D., From Darwin to Design, Whitaker House, 2006, p. 41)

3.   ພວກທ່ານຈະຕ້ອງຮູ້ວ່າທ່ານບໍ່ສາມາດເຮັດດີອັນໃດເພື່ອເຮັດໃຫ້ທ່ານຄືນດີ ກັບພຣະເຈົ້າທີ່ບໍພໍພຣະໄທແລະໂມໂຫໄດ້, ບໍ່ມີຈັກຢ່າງທີ່ທ່ານເວົ້າຫຼືຮຽນຮູ້ ຫຼືເຮັດ,ຫຼືຮູ້ສຶກສາມາດຊ່ວຍທ່ານໄດ້ອີກຕໍ່ໄປ, ອັນນັ້ນມັນຕ້ອງຊັດເຈນໃນ ຄວາມຄິດແລະໃນໃຈຂອງທ່ານ.

4.   ພວກທ່ານຈະຕ້ອງມາຫາພຣະເຢຊູຄຣິດແລະຖືກຊໍາລະລ້າງຈາກຄວາມຜິດ ບາບຂອງທ່ານໂດຍພຣະໂລຫິດຂອງພຣະອົງ, ດຣ.ເຄແກນໄດ້ເວົ້າວ່າ “ຂ້ອຍຈື່ໄດ້ວ່າລົງໄປສູ່ຄວາມແນ່ນອນສອງວິນາທີຕອນທີ່ຂ້ອຍໄດ້ວາງໃຈ ເຊື່ອ(ພຣະເຢຊູ)...ມັນເບິ່ງຄືວ່າຂ້ອຍກໍາລັງປະເຊີນໜ້າກັບພຣະເຢຊູທັນທີ.. .ແນ່ນອນຂ້ອຍກໍາລັງຢູ່ຕໍ່ໜ້າຂອງພຣະເຢຊູຄຣິດແລະແນ່ນອນພຣະອົງຊົງ ພ້ອມເພື່ອຂ້າ, ເປັນເວລາຫຼາຍປີທີ່ຂ້ອຍໄດ້ຫັນຫຼັງໜີພຣະເຢຊູ,ເຖິງແມ່ນ ວ່າພຣະອົງຊົງຢູ່ບ່ອນນັ້ນເພື່ອຂ້າສະເໝີ,ຊົງມອບຄວາມລອດໃຫ້ແກ່ຂ້າ ແຕ່ໃນຄືນນັ້ນຂ້ອຍຮູ້ວ່າມັນເຖິງເວລາທີ່ຂ້ອຍຈະວາງໃຈໃນພຣະອົງ,ຂ້ອຍຮູ້ ດີວ່າຂ້ອຍຈະຕ້ອງມາຫາພຣະອົງຫຼືຫັນຫຼັງໃຫ້ພຣະອົງ,ໃນຊ່ວງເວລານັ້ນ ເອງໃນຊ່ວງບໍເທົ່າໃດວິນາທີ,ຂ້ອຍກໍໄດ້ມາຫາພຣະເຢຊູ,ຂ້ອຍບໍ່ແມ່ນຄົນທີ່ ເຊື່ອໃນຕົນເອງອີກຕໍ່ໄປ,ຂ້ອຍໄດ້ວາງໃຈໃນພຣະເຢຊູຄຣິດແລະເຊື່ອໃນ ພຣະອົງ,ມັນເປັນເລື່ອງທີ່ງ່າຍໆຫຼາຍ...ຂ້ອຍໄດ້ຫັນຫຼັງໜີຕະຫຼອດຊີວິດແຕ່ ໃນຄືນນັ້ນຂ້ອຍໄດ້ຫັນກັບມາແລ້ວຍ່າງມາໂດຍກົງໃນທັນທີທັນໃດຫາພຣະ ເຢຊູຄຣິດ”(ຊີ.ແອວ.ເຄແກນ ເຫຼັ້ມດຽວກັນໜ້າ 19)ນັ້ນແລະຄືການກັບໃຈ ໃໝ່ແທ້,ນັ້ນແລະຄືສິ່ງທີ່ທ່ານຈະຕ້ອງປະສົບກັບການກັບໃຈໃໝ່ຫາພຣະ ເຢຊູຄຣິດ! ຈົ່ງມາຫາພຣະເຢຊູແລະວາງໃຈໃນພຣະອົງ! ພຣະອົງຈະຊ່ວຍ ທ່ານໃຫ້ພົ້ນແລະຊໍາລະທ່ານອອກຈາກຄວາມບາບທຸກຢ່າງດ້ວຍພຣະໂລ ຫິດຊື່ງພຣະຊົງຫຼັ່ງລົງມາເທິງໄມ້ກາງແຂນ ເອແມນ.


(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອະທິຖານກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ:
ບັນເລງເພງກ່ອນຄໍາເທດສະໜາໂດຍ ທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“Amazing Grace” (by John Newton, 1725-1807).

ໂຄງຮ່າງບົດເທດສະໜາ

ການກັບໃຈແທ້ - ສະບັບປີ 2015

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ

“ເຮົາບອກຄວາມຈິງແກ່ທ່ານທັງຫຼາຍວ່າ ຖ້າພວກທ່ານບໍ່ໄດ້ ກັບໃຈເປັນເໝືອນເດັກນ້ອຍໆ ທ່ານຈະເຂົ້າໃນອານາຈັກ ແຫ່ງສະຫວັນບໍ່ໄດ້”(ມັດທາຍ 18:3)

I .   ໜື່ງ ພວກທ່ານມາໂບດເພາະເຫດຜົນອື່ນໆຫຼາຍກວ່າທີ່ຈະເປັນການກັບໃຈໃໝ່.

II.   ສອງ,ພວກທ່ານເລີ່ມທີ່ຈະຮູ້ຈັກວ່າມີພຣະເຈົ້າອົງໜື່ງແທ້. ເນຫະມີ 1:5; ເຮັບເລີ 11:6

III.  ສາມ ພວກທ່ານກໍເຂົ້າໃຈວ່າທ່ານໄດ້ເຮັດໃຫ້ພຣະເຈົ້າບໍພໍໃຈແລະໂມໂຫ ໂດຍຄວາມບາບຂອງທ່ານ. ໂລມ 8:8;2:5; ເພງສັນລະເສີນ 7:11.

IV.  ສີ່ ພວກທ່ານພະຍາຍາມທີ່ຈະໄດຄວາມລອດຂອງຕົນຫຼືຮຽນຮູ້ວ່າຈະລອດ ແນວໃດແດ່. ອິດສະຢາ 53:3; ປະຖົມມະການ 3:7,8; 2 ຕີໂມທຽວ 3:7

V.   ຫ້າ ສຸດທ້າຍທ່ານກໍມາຫາພຣະເຢຊູແລະວາງໃຈໃນພຣະອົງພຽງຜູ້ດຽວ. ກິດຈະການ 16:31.