Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄໍາຕອບຂອງຂ້າພະເຈົ້າຕໍ່ໜັງ“ເອັກຊ໌ໂຊດັສ” ແລະການໂຈມຕີພຣະຄໍາພີຂອງມັນ

MY ANSWER TO THE NEW “EXODUS” MOVIE
AND ITS ATTACK ON THE BIBLE!
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 28/12/2014
A sermon preached at the Baptist Tabernacle of Los Angeles
Lord's Day Evening, December 28, 2014

“ຖ້າທ່ານທັງຫຼາຍເຊື່ອໂມເສດ ທ່ານທັງຫຼາຍກໍຈະເຊື່ອເຮົາ ເພາະໂມ ເສດໄດ້ຂຽນກ່າວເຖິງເຮົາ ແຕ່ຖ້າທ່ານທັງຫຼາຍບໍ່ເຊື່ອເລື່ອງທີ່ໂມ ເສດຂຽນແລ້ວ ທ່ານຈະເຊື່ອຖ້ອຍຄໍາຂອງເຮົາໄດ້ຢ່າງໃດ?” (ໂຢຮັນ 5:46-47)


ຕອນທີ່ຂ້າພະເຈົ້າອາຍຸສິບເຈັດປີຂ້າພະເຈົ້າກໍຮູ້ສຶກແນ່ນອນວ່າຖືກເອີ້ນໃຫ້ມາຮັບ ໃຊ້, ຂ້າພະເຈົ້າຍັງບໍ່ທັນລອດເທື່ອແຕ່ຂ້າພະເຈົ້າກໍຮູ້ດີວ່າພຣະເຈົ້າຕ້ອງການໃຫ້ຕົນເອງ ເປັນນັກເທດ, ພວກເຂົາບອກຂ້າພະເຈົ້າວ່າຂ້າພະເຈົ້າຕ້ອງມີໃບປະກາດ,ຂ້າພະເຈົ້າກໍໄດ້ ຄິດເຖິງເລື່ອງນັ້ນເປັນເວລາດົນພໍສົມຄວນ,ຂ້າພະເຈົ້າໄດ້ຢຸດຮຽນຈາກໂຮງຮຽນມໍປາຍ ດັ່ງ ນັ້ນຈື່ງບໍ່ມີວິທະຍາໄລໃດຮັບຂ້າພະເຈົ້າ, ຂ້າພະເຈົ້າຈື່ງກັບໄປຮຽນຕໍ່ມໍປາຍ,ຂ້າພະເຈົ້າເຖົ້າ ເກີນໄປທີ່ຈະກັບໄປຮຽນຢູ່ໂຮງຮຽນທໍາມະດາ, ດັ່ງນັ້ນຂ້າພະເຈົ້າຈື່ງໄປຮຽນຢູ່ໂຮງຮຽນພິ ເສດສໍາຫຼັບ“ຄົນເກເລ” ຂ້າພະເຈົ້າບໍ່ແມ່ນຄົນເກເລແຕ່ໂຮງຮຽນນີ້ເປັນໂຮງຮຽນດຽວເທົ່ານັ້ນ ທີ່ຮັບຂ້າພະເຈົ້າ, ຫຼັງຈາກປີໜື່ງຜ່ານໄປຂ້າພະເຈົ້າກໍຮຽນຈົບແລ້ວເລີ່ມຄິດເລື່ອງການໄປ ຮຽນຕໍ່ຢູ່ວິທະຍາໄລ, ໃນຊ່ວງນີ້ຂ້າພະເຈົ້າໄດ້ອ່ານໜັງສືເຫຼັ້ມໜື່ງກ່ຽວກັບເຈມສ໌ຮັດສັນເທ ເລີຜູ້ເປັນມິດຊັນນາລີຜູ້ບຸກເບີກໄປປະເທດຈີນ,ຂ້າພະເຈົ້າກໍຄິດວ່າ“ອັນນັ້ນຄືສິ່ງທີ່ຂ້ອຍຈະ ເຮັດ,ຂ້ອຍຈະຕ້ອງເປັນມິດຊັນນາລີໄປຫາຄົນຈີນ”

ຂ້າພະເຈົ້າອາຍຸສິບເກົ້າປີຕອນທີ່ຂ້າພະເຈົ້າໄດ້ໄປຮ່ວມຄຣິສຕະຈັກແບັບຕິດເຟີສ ໄຊນິສແຫ່ງເມືອງລອສແອງເຈີລິສ,ນັ້ນຄືປີໜື່ງກ່ອນທີ່ດຣ.ທິໂມທີລິນ ຈະກາຍມາເປັນສິດ ຍາພິບານ,ໃນປີດຽວກັນໃນລະດູໃບໄມ້ລົ່ນຂ້າພະເຈົ້າໄດ້ສະໝັກເຂົ້າຮຽນຢູ່ໃນວິທະຍາໄລ ໄບໂອລາ(ຕອນນີ້ເປັນມະຫາວິທະຍາໄລ),ຂ້າພະເຈົ້າບໍ່ມີເງີນແລະບໍ່ມີຄວາມຊ່ວຍເຫຼືອຈາກຄອບຄົວ, ດັ່ງນັ້ນຂ້າພະເຈົ້າຈື່ງເຮັດວຽກໃນຕອນບ່າຍແລະໄປຮຽນໃນຕອນເຊົ້າ, ຂ້າພະ ເຈົ້າບໍ່ມີລົດຂີ່ດັ່ງນັ້ນຂ້າພະເຈົ້າຈື່ງຂີ່ລົດເມຈາກເມືອງລອສແອງເຈີລິສອອກໄປເມືອງລາມີຣາດາບ່ອນທີ່ວິທະຍາໄລຕັ້ງຢູ່, ຂ້າພະເຈົ້າບໍ່ຮູ້ຈັກທີ່ຈະຮຽນດີປານໃດ, ການເດີນທາງແຕ່ ເຊົ້າໆເປັນເວລາຫຼາຍຊົ່ວໂມງແລະການເຮັດວຽກຫຼາຍຊົ່ວໂມງໃນຕອນບ່າຍມັນຍາກຫຼາຍ ສໍາຫຼັບຂ້າພະເຈົ້າທີ່ຈະຮັບມືໄດ້, ສ່ວນຫຼາຍແລ້ວຂ້າພະເຈົ້າເສັງຕົກຢູ່ໄບໂອລາແລ້ວຢຸດ ການຮຽນຫຼັງຈາກຜ່ານໄປເທີມໜື່ງ, ແຕ່ມີບາງສິ່ງບາງຢ່າງເກີດຂື້ນຢູ່ໄອໂອລາທີ່ໄດ້ປ່ຽນ ແປງຊີວິດຂອງຂ້າພະເຈົ້າຕະຫຼອດໄປ.

ແຕ່ລະເທີມຈະມີນັກເທດພິເສດມາເທດເປັນເລື່ອງປະມານອາທິດໜື່ງທຸກໆເຊົ້າ,ນັກເທດທີ່ມາເທດໃນເທີມນັ້ນຄືດຣ.ຊາລສ໌ເຈ.ວູດບຣິດ (1902-1995),ລາວເປັນໜື່ງໃນຜູ້ກໍ່ຕັ້ງ ໂຮງຮຽນພຣະຄໍາພີຟູເລີຢູ່ໃນປາຊາເດນາລັດຄາລິຟໍເນຍ,ແຕ່ດຣ.ວູດບຣິດໄດ້ລາອອກຈາກ ຄະນະກໍາມະການທີ່ໂຮຽນຮຽນຟູເລີສອງສາມເດືອນກ່ອນໜ້ານີ້ເພາະລາວເຫັນວ່າໂຮງຮຽນພຣະຄໍາພີແຫ່ງໄດ້ກາຍເປັນພວກເສລີນິຍົມໄປແລ້ວ.

ໃນຊ່ວງທີ່ມີການເທດສະໜາຢູ່ໄບໂອລາ,ດຣ.ວູດບຣິດໄດ້ເທດສະໜາເປັນຂໍ້ເປັນຂໍ້ ໃນໜັງສື 2 ເປໂຕ, ລາວເກີດຢູ່ປະເທດຈີນເພາະພໍ່ແມ່ຂອງລາວເປັນມິດຊັນນາລີຢູ່ຫັ້ນ, ນັ້ນແລະຈື່ງເຮັດໃຫ້ລາວເປັນຄົນທີ່ສໍາຄັນສໍາຫຼັບຂ້າພະເຈົ້າ, ຂ້າພະເຈົ້າໄດ້ຟັງລາວເທດ ດ້ວຍຄວາມຕັ້ງໃຈຫຼາຍກວ່າຟັງນັກເທດຄົນອື່ນໆໃນຊີວິດຂອງຂ້າພະເຈົ້າ, ຕອນທີ່ລາວ ເທດ 2 ເປໂຕ 2:1-3 ລາວໄດ້ຕໍ່ສູ້ຢ່າງໜັກເຖິງການກໍ່ຕົວຂື້ນຂອງລັດທິເສລີນິຍົມໃນໂຮງ ຮຽນຟູເລີແລະທີ່ຂະຫຍາຍໄປໂຮງຮຽນພຣະຄໍາພີແຫ່ງອື່ນໆອີກ, ລາວບໍ່ໄດ້ເປັນຄົນໂງ່, ລາວຮຽນຈົບດຣ.ດ້ານປະຫວັດສາດຄຣິສຕະຈັກຈາກມະຫາວິທະຍາໄລພຣິນສ໌ຕັນແລະຮຽນຕໍ່ຢູ່ມະຫາວິທະຍາໄລດຸກ, ດຣ.ເຈ.ເກຣສແຮມແມັກເຮັນ ໄດ້ແຕ່ງຕັ້ງເພີ່ນໃຫ້ເປັນຫົວໜ້າ ຂອງຄະນະກໍາມະການອິດສະຫຼະສໍາຫຼັບການຮັບໃຊ້ວຽກມິດຊັນຕ່າງປະເທດເພຣສໄບທິ ຣຽນ, ຫຼັງຈາກທີ່ໄດ້ຟັງລາວເທດເປັນເວລາອາທິດໜື່ງແລ້ວຂ້າພະເຈົ້າກໍໄດ້ຮັບຄວາມລອດ ບໍ່ພຽງແຕ່ຂ້າພະເຈົ້າໄດ້ຮັບຄວາມລອດເທົ່ານັ້ນ, ຂ້າພະເຈົ້າຍັງເຊື່ອເຖິງການດົນໃຈດ້ານ ຖ້ອຍຄໍາຂອງພຣະຄໍາພີ, ຊື່ງພຣະຄໍາພີເດີມເປັນພາສາຣິບຣູແລະພຣະຄໍາພີໃໝ່ເປັນພາສາ ກຣີກ, ຂ້າພະເຈົ້າໄດ້ເຂົ້າຮຽນຢູ່ໄບໂອລາເທີມໜື່ງເທົ່ານັ້ນ,ແຕ່ຢູ່ບ່ອນນັ້ນແລະທີ່ພຣະເຢຊູ ໄດ້ຊ່ວຍຂ້າພະເຈົ້າໃຫ້ລອດແລະຢູ່ບ່ອນນັ້ນ ແລະ ທີ່ຂ້າພະເຈົ້າໄດ້ຮຽນຮູ້ທີ່ຈະວາງໃຈໃນ ຖ້ອຍຄໍາແຫ່ງພຣະຄໍາພີບໍລິສຸດ,ພວກຟາຣິສີທີ່ຢູ່ໃນສະຕະວັດທີ່ໜື່ງບອກວ່າພວກເຂົາເຊື່ອ ພຣະຄໍາພີເດີມ ແຕ່ຄວາມຈິງແລ້ວພວກເຂົາປະຕິເສດຄໍາທໍານວາຍທີ່ກ່ຽວກັບພຣະຄຣິດ, ພຣະອົງຕັດກັບພວກເຂົາວ່າ:

“ຖ້າທ່ານທັງຫຼາຍເຊື່ອໂມເສດ ທ່ານທັງຫຼາຍກໍຈະເຊື່ອເຮົາ ເພາະໂມ ເສດໄດ້ຂຽນກ່າວເຖິງເຮົາ ແຕ່ຖ້າທ່ານທັງຫຼາຍບໍ່ເຊື່ອເລື່ອງທີ່ໂມເສດຂຽນ ແລ້ວ ທ່ານຈະເຊື່ອຖ້ອຍຄໍາຂອງເຮົາໄດ້ຢ່າງໃດ?”(ໂຢຮັນ 5:46-47)

ດຣ.ດັບໂບຢູ.ເອ.ຄຣິສແວວໄດ້ຊີ້ໃຫ້ເຫັນວ່າ “ຢ່າງນ້ອຍທີ່ສຸດທີ່ສາມາດລົງຄວາມ ເຫັນໄດ້ໃນຄໍາກ່າວຂອງພຣະເຢຊູຄືວ່າໂມເສດໄດ້ຂຽນພຣະຄໍາພີແລະວ່າພວກຢິວຮູ້ຈັກຄົນທີ່ໂມເສດໄດ້ກ່າວເຖິງ” (The Criswell Study Bible; note on John 5:45-47) ດຣ.ອາ.ຊີ. ເອັຊ.ເລັນສະກີໄດ້ກ່າວວ່າ“…ພວກຢິວບໍ່ເຊື່ອໃນສິ່ງທີ່ໂມເສດກ່າວເຖິງສະນັ້ນພວກເຂົາຈື່ງບໍ່ເຊື່ອໃນສິ່ງທີ່ພຣະເຢຊູກ່າວເຊັ່ນກັນ” (The Interpretation of St. John’s Gospel; note on John 5:46) ແລະດຣ.ຊາລສ໌ຈອນເອລີຄອດເວົ້າວ່າ“ພວກເຂົາບໍ່ໄດ້ເຊື່ອໂມເສດເຫດສັນນັ້ນ ພວກເຂົາຈື່ງບໍ່ເຊື່ອໃນພຣະອົງ” (Ellicott’s Commentary on the Whole Bible; note on John 5:46).

“ຖ້າທ່ານທັງຫຼາຍເຊື່ອໂມເສດ ທ່ານທັງຫຼາຍກໍຈະເຊື່ອເຮົາ ເພາະໂມ ເສດໄດ້ຂຽນກ່າວເຖິງເຮົາ ແຕ່ຖ້າທ່ານທັງຫຼາຍບໍ່ເຊື່ອເລື່ອງທີ່ໂມເສດຂຽນ ແລ້ວ ທ່ານຈະເຊື່ອຖ້ອຍຄໍາຂອງເຮົາໄດ້ຢ່າງໃດ?”(ໂຢຮັນ 5:46-47)

ດຣ.ເລັນສະກີໄດ້ກ່າວວ່າຄໍາເວົ້າຂອງພຣະເຢຊູ“…ມີຄ່າຫຼາຍກວ່າທີ່ເອີ້ນວ່າ“ການຄົ້ນຫາ” ທຸກຢ່າງທີ່ເຄີຍມີມາ ແລະ ມັນໄດ້ຢືນຢັດຕໍ່ສູ້ການວິຈານເຫຼົ່ານີ້” (ເລັນສະກີເຫຼັ້ມດຽວກັນ) “ຖ້າທ່ານທັງຫຼາຍເຊື່ອໂມເສດ ທ່ານທັງຫຼາຍກໍຈະເຊື່ອເຮົາ ເພາະໂມເສດໄດ້ຂຽນກ່າວ ເຖິງເຮົາ” (ໂຢຮັນ 5:46)

ຕອນນີ້ພວກເຮົາມີໜັງທີ່ເອີ້ນວ່າ“ເອັກຊ໌ໂຊດັສ:ພຣະເຈົ້າແລະກະສັດ”- ກໍາກັບແລະ ຜະລິດໂດຍຣິດລີສະກັອດ, ອີງຕາມວີກີພີເດຍ “ໃນປີ 2013 ສະຖານະຂອງຣິດລີຄືລາວ ເປັນຄົນທີ່ບໍ່ເຊື່ອ”ສະນັ້ນພວກເຮົາຈື່ງບໍ່ຄວນຕົກໃຈທີ່ດຣ.ອັລເບີດໂມເລີໄດ້ກ່າວໄວ້ວ່າ“ສິ່ງທີ່ ພວກເຮົາເຫັນໃນໜັງກໍຄືໂມເສດບໍ່ມີເລື່ອງເໜືອທໍາມະຊາດ” (www.albertmohler.com). ບໍ່ຕ້ອງສົງໄສ!ທີ່ຜູ້ກໍາກັບແລະຜູ້ສ້າງໜັງຄືຄົນທີ່ບໍ່ເຊື່ອພຣະເຈົ້!!ຄົນທີ່ບໍ່ເຊື່ອໃນພຣະເຈົ້າຈະສາມາດສ້າງໜັງເລື່ອງອົບພະຍົບທີ່ເປັນຄວາມຈິງຕາມພຣະຄໍາພີແລະຄໍາພະຍານທີ່ເປັນຈິງຂອງພຣະເຢຊູເຈົ້າໄດ້ແນວໃດ?ບໍ່ສົງໄສເລີຍທີ່ຣິດລີ່ສະກັອດໄດ້ບັນຍາຍພຣະເຈົ້າໃນຖານະເປັນເດັກນ້ອຍຜູ້ຊາຍອາຍຸສິບເອັດປີ!ບໍ່ສົງໄສທີ່ລາວ “ນໍາສະເໜີໄພພິບັດແລະການອັດສະ ຈັນຕ່າງໆໃນຖານະເປັນເຫດການທີ່ບໍ່ເໜືອທໍາມະຊາດພ້ອມດ້ວຍການອະທິບາຍຕາມທໍາມະດາ”(ໂມເລີເຫຼັ້ມດຽວກັນ),ແຕ່ດຣ.ໂມເລີໄດ້ກ່າວວ່າ“ພຣະຄໍາພີໄດ້ນໍາສະເໜີໜັງສືອົບພະຍົບຢ່າງຈະແຈ້ງໃນຖານະເປັນປະຫວັດສາດແລະປະຫວັດສາດຂອງຊາວຄຣິສຕຽນກໍສ້າງຂື້ນ ບົນພື້ນຖານທາງປະຫວັດສາດ”(ເຫຼັ້ມດຽວກັນ)

ແຕ່ຣິດລີ່ສະກັອດ“…ໄດ້ປາກົດແຈ້ງແລ້ວວ່າລາວບໍ່ເຊື່ອວ່າໂມເສດເຄີຍມີຊີວິດ-ນັ້ນ ແລະເລື່ອງອົບພະຍົບຈື່ງບໍ່ໄດ້ຮັບການເວົ້າໃນຖານະຄວາມຈິງທາງປະຫວັດສາດ, ລາວ ບອກກັບຂ່າວສານທາງສາສະໜາວ່າລາວໄດ້ເບິ່ງໜັງຂອງຕົນຫຼາຍເທົ່າກັບທີ່ລາວໄດ້ເບິ່ງ ໃນເລື່ອງນິຍາຍວິທະຍາສາດ ‘ເພາະຂ້ອຍບໍ່ເຄີຍເຊື່ອໃນມັນເລີຍ…” (ໂມເລີເຫຼັ້ມດຽວກັນ), ດັ່ງນັ້ນທ້າວສະກັອດຈື່ງໄດ້ໃຫ້ຄໍາຕັດສິນຂອງຕົນຕໍ່ສູ້ໃນສິ່ງທີ່ພຣະເຢຊູຄຣິດເຈົ້າກ່າວວ່າ:

“ຖ້າທ່ານທັງຫຼາຍເຊື່ອໂມເສດ ທ່ານທັງຫຼາຍກໍຈະເຊື່ອເຮົາ ເພາະໂມ ເສດໄດ້ຂຽນກ່າວເຖິງເຮົາ ແຕ່ຖ້າທ່ານທັງຫຼາຍບໍ່ເຊື່ອເລື່ອງທີ່ໂມເສດຂຽນ ແລ້ວ ທ່ານຈະເຊື່ອຖ້ອຍຄໍາຂອງເຮົາໄດ້ຢ່າງໃດ?”(ໂຢຮັນ 5:46-47)

ໃນວັນທີ່ 13 ເດືອນ 4 ປີ 2001(ໜ້າ A-1) ໜັງສືພິມລອສແອງເຈິລີສໄທ ມີຫົວ ຂໍ້ຂ່າວທີ່ມີຊື່ວ່າ“ຄວາມສົງໄສເລື່ອງລາວອົບພະຍົບ”ໂດຍເທເຣຊາວັດທະນາເບ ນັກຂຽນສາ ສະໜາຂອງໜັງສືພິມໄທມ໌ ບົດຄວາມໄດ້ຕໍ່ສູ້ເລື່ອງອົບພະຍົບ, ຄ່ອນຂ້າງຈະຄ້າຍຄືກັບ ເນື້ອຫາໃນໜັງ“ເອັກຊ໌ໂຊດັສ:ພຣະເຈົ້າແລະກະສັດ” ຂ້າພະເຈົ້າຈະອ່ານປະເດັ່ນຫຼັກຂອງ ບົດຄວາມໃນໜັງສືພິມໄທມ໌ ແລ້ວຕອບຄໍາຖາມນີ້:

ຄວາມສົງໄສເລື່ອງລາວຂອງໜັງສືອົບພະຍົບ

ພວກນັກສຶກສາພຣະຄໍາພີຫຼາຍຄົນຄ່ອຍໆສະຫຼຸບວ່າເລື່ອງລາວຂອງໂມ ເສດບໍ່ເຄີຍເກີດຂື້ນແລະແມ່ນແຕ່ພວກນັກບວດຢິວກໍມີຄໍາຖາມຕ່າງໆ…

ຊື່ຂອງພວກນັກສຶກສາເຫຼົ່ານີ້ບໍ່ໄດ້ເອີ່ຍເຖິງ,ແຕ່ເຖິງຢ່າງໃດກໍຕາມມີພຽງ“ນັກບວດ” ຢິວຄົນ ດຽວເທົ່ານັ້ນທີ່ຖືກອ້າງເຖິງ,ອາຈານທີ່ໂຮງທໍາໃນເວສວູດໃກ້ເມືອງລອສແອງເຈີລີສ, ແຕ່ໃນ ບົດຄວາມນັ້ນບໍ່ໄດ້ລະບຸວ່ານີ້ບໍ່ແມ່ນໂຮງທໍາອໍທໍດັອກຊ໌ ແລະບົດຄວາມນັ້ນກໍບໍ່ໄດ້ລະບຸວ່າ ອາຈານ(ຣັບບີ)ເປັນພວກເສລີນິຍົມຊື່ງເຄີຍສຶກສາພັນທະສັນຍາເດີມດ້ວຍຄວາມຈິງຈັງແບບດຽວທີ່ອາຈານພວກອໍທໍດັອກຊ໌ເຮັດ,ແລະໃນບົດຄວາມນັ້ນບໍ່ໄດ້ລະບຸວ່າມີນັກສຶກສາພັນທະ ສັນຍາເດີມຫຼາຍຄົນຄືກັບ ດຣ.ກລີສັນອາເຊີແຫ່ງໂຮງຮຽນທຣິນິຕີອີແວນເຈີລິໂຄດີວິນິຕີ, ດຣ.ຊາລສ໌ແອວ.ຟີນເບີກແຫ່ງໂຮງຮຽນສາສະໜາສາດທັລບອດ, ແລະ ດຣ.ທິໂມທີລິນ ຊື່ງເປັນປະທານໂຮງຮຽນພຣະຄໍາພີຂ່າວປະເສີດແຫ່ງປະເທດຈີນໃນໄຕ້ຫວັນ,ຜູ້ຊາຍເຫຼົ່ານີ້ສອນວ່າໜັງສືອົບພະຍົບເປັນເລື່ອງຈິງ, ແຕ່ພວກຜູ້ຊາຍເຫຼົ່ານີ້ພັດບໍ່ຖືກກ່າວເຖິງໃນບົດ ຄວາມໃນໜັງສືພິມໄທມ໌,ມີພຽງພວກນັກສຶກສາສາສະໜາສາດເສລີນິຍົມເທົ່ານັ້ນທີ່ຖືກກ່າວ ເຖິງ, ໃຫ້ຄວາມຮູ້ສຶກທີ່ວ່າບໍ່ມີພວກນັກສຶກສາອານຸລັກນິຍົມປາກົດຂື້ນ, ບົດຄວາມຍັງສືບຕໍ່ ເວົ້າວ່າ:

ນັກບູຮານຄະດີກ່າວວ່າບໍ່ມີຫຼັກຖານທີ່ສະຫຼຸບໄດ້ວ່າພວກອິດສະຣາເອວ ເຄີຍຢູ່ໃນປະເທດອີຢິບ,ເຄີຍເປັນຂ້າທາດ,ເຄີຍວົນວຽນຢູ່ໃນຖີ່ນທຸລະກັນ ດານຊີນາຍເປັນເວລາ 40 ປີ ຫຼື ເຄີຍຍຶດຄອງດິນແດນແຫ່ງຄານາອັນ (ເຫຼັ້ມດຽວກັນ)

ຂ້າພະເຈົ້າໄດ້ອ່ານເລື່ອງນີ້ໃຫ້ເລສລີລູກຊາຍຂອງຕົນຟັງ,ຕອນທີ່ໜັງສືພິມນີ້ອອກ ມາຕອນນັ້ນລາວອາຍຸໄດ້ 17 ປີ,ຫຼັງຈາກທີ່ຂ້າພະເຈົ້າອ່ານແລ້ວລູກຊາຍຂອງຂ້າພະເຈົ້າກໍ ເວົ້າວ່າ“ຖ້າສິ່ງເຫຼົ່ານີ້[ໃນອົບພະຍົບ]ຫາກເກີດຂື້ນໃນສ່ວນປົກກະຕິຂອງໂລກຄືກັບປະເທດຈີນຫຼືປະເທດອັງກິດພວກເຂົາກໍໜ້າຈະພົບຫຼັກຖານດົນມາແລ້ວ, ແຕ່ມັນບໍ່“ປົກກະຕິ”ໃນຕາ ເວັນອອກກາງພວກເຂົາມີສົງຄາມແລະການສຽດສີກັນຢູ່ເລື່ອຍໆ, ນັບຕັ້ງແຕ່ໜັງສືອົບພະ ຍົບຖືກຂຽນຂື້ນພວກຢິວກໍໄດ້ກະຈັດກະຈາຍໄປທົ່ວໂລກສອງເທື່ອມາແລ້ວ,ສະຖານທີ່ຕ່າງໆ ໃນພຣະຄໍາພີ[ໃນໜັງສືອົບພະຍົບ]ຖືກປຸ້ນສະດົມ,ຖືກໂຈມຕີຢ່າງໜັກແລະຖືກທໍາລາຍເປັນ ເວລາພັນກວ່າປີມາແລ້ວ,ພວກເຮົາບໍ່ຄວນຄາດຫວັງທີ່ຈະພົບຫຼັກຖານທີ່ສົມບູນແບບວາງຢູ່ຫຼັງຈາກເລື່ອງລາວທັງໝົດນີ້ເກີດຂື້ນ”ເມື່ອລາວເວົ້າແບບນັ້ນຂ້າພະເຈົ້າກໍຄິດກັບຕົນເອງວ່າ “ໄວລຸ້ນສິບເຈັດປີຄົນນີ້ຍັງມີສະໝອງຫຼາຍກວ່ານັກວິຈານພຣະຄໍາພີສາຍເສລີນິຍົມອີກ”

ອາຈານເດວິດອີລຽສຣີປະທານແຫ່ງ Rabbinical Council of Orange Countyໄດ້ອ້າງ ອີງໃນຊ່ວງທີ່ບົດຄວາມນັ້ນຖືກຕີພິມອອກມາວ່າ:

ບໍ່ເທົ່າໃດປີທີ່ຜ່ານມາ,ພວກນັກບູຮານຄະດີດຽວກັນທີ່ສົງໄສໜັງສືອົບພະຍົບ ບອກພວກເຮົາວ່າກະສັດດາວິດບໍ່ເຄີຍມີຊີວິດຢູ່,ທິດສະດີນີ້ຖືກ[ທໍາລາຍ] ເມື່ອຄໍາຈາລຶກກ່ຽວກັບກະສັດດາວິດຖືກຄົ້ນພົບໃນປະເທດອິດສະຣາເອວ (ອ້າງອີງໃນໜັງສືພິມຄົນຢິວ 20/4/01 ໜ້າ 11)

ໝູ່ຂ້າພະເຈົ້າທີ່ຢູ່ໃນອິດສະຣາເອວໄດ້ຂຽນຈົດໝາຍມາຫາຂ້າພະເຈົ້າເວົ້າເຖິງເລື່ອງນັ້ນສອງສາມປີກ່ອນບົດຄວາມໃນໜັງສືພິມໄທມ໌, ພວກນັກບູຮານໄດ້ຂຸດພໍ້ສິ້ນສ່ວນໜື່ງຂອງເຄື່ອງ ປັ້ນດິນເຜົາຈາກຍຸກສະໄໝຂອງກະສັດດາວິດຊື່ງມີປະໂຫຍກຄໍາວ່າ“ກະສັດດາວິດ”ຊັດເຈນຂຽນຢູ່ໃນນັ້ນ.

ດຣ.ດັບໂບຢູ.ເອ.ຄຣິສແວວຄືນັກສຶກສາພຣະຄໍາພີທີ່ອັດສະລິຍະຄົນໜື່ງ,ລາວຮຽນ ຈົບປະລິນຍາເອກໃນສາຂາພາສາຕ່າງໆຂອງພຣະຄໍາພີຈາກໂຮງຮຽນພຣະຄໍາພີແບັບຕິດ ໃຕ້ຢູ່ເມືອງລຸຍສ໌ວິລລັດເຄັນທັກກີ້, ລາວເປັນຄົນຂຽນໜັງສືຫຼາຍເຫຼັ້ມລວມທັງເປັນຜູ້ຂຽນ ພຣະທໍາອະທິບາຍພຣະຄໍາພີຫຼາຍເຫຼັ້ມ,ລາວຄືສິດຍາພິບານຄຣິສຕະຈັກເຟີສແບັບຕິດແຫ່ງ ເມືອງດາລັສລັດເທັກຊັສເປັນເວລາຫຼາຍກວ່າ 50 ປີ,ລາວຖືກເລືອກສອງເທື່ອໃຫ້ເປັນປະ ທານຄະນະກໍາມະການຂອງແບັບຕິດໃຕ້,ນິກາຍ“ໂປແຕສແຕນ”ທີ່ໃຫຍ່ທີ່ສຸດໃນປະເທດອາ ເມລິກາ,ລາວສາມາດເປັນປະທານຂອງໂຮງຮຽນສາສະໜາສາດແບບງ່າຍໆ! ໃນໜັງສືທີ່ ເປັນເຄື່ອງໝາຍຂອງລາວເປັນຫຍັງຂ້າພະເຈົ້າຈື່ງເທດສະໜາວ່າພຣະຄໍາພີເປັນຄວາມຈິງແທ້ (ໂຮງພິມບຣອດແມນ 1969) ດຣ.ຄຣິສແວວ ໄດ້ກ່າວວ່າ:

         ໃນອະດີດມັນເປັນຄວາມຄິດທີ່ເຫຼືອເຊື່ອທີ່ໂມເສດເປັນຜູ້ຂຽນເພັນທະ ທູດ(ໜັງສືຫ້າເຫຼັ້ມທໍາອິດຂອງພຣະຄໍາພີ)ນັບຕັ້ງແຕ່ທີ່ລາວມີຊີວິດຢູ່ກ່ອນ ການປະດິດແຫ່ງການຂຽນ, ນີ້ຄືໜື່ງໃນຜົນທີ່ແນ່ນອນຂອງການວິຈານ ເສລີນິຍົມ]ສະໄໝໃໝ່,ຢ່າງໃດກໍຕາມຕອນນີ້ພວກເຮົາຮູ້ວ່າການຂຽນໃນຕາເວັນອອກໄກເປັນງານສິນລະປະທີ່ຖືກສະຖາປະນາຂື້ນ2,000ປີກ່ອນຄ.ສ. ແທນທີ່ການຂຽນຈະບໍ່ເປັນທີ່ຮູ້ຈັກໃນສະໄໝຂອງໂມເສດພວກເຮົາກໍໄດ້ຄົ້ນພົບສະຕະວັດນັ້ນແລະສະຕະວັດກ່ອນສະໄໝຂອງໂມເສດການຂຽນຄືສິນ ລະປະທີ່ພັດທະນາໄດ້ດີຫ່າງໄກ(ກ່ອນ)ສະໄໝຂອງໂມເສດ...
         ອີກໜື່ງພະຍານກ່ຽວກັບບູຮານຄະດີທີ່ເປັນຄວາມຈິງຂອງພຣະຄໍາພີ ຖືກພົບໃນຄັງສົມບັດເມືອງພິທົມຊື່ງຖືກສ້າງຂື້ນເພື່ອກະສັດຣາເມສII ໂດຍ ຊາວຮິບຣູໃນຊ່ວງເວລາທີ່ຍາກລໍາບາກໃນການເປັນທາດໃນປະເທດອີຢິບ ຂອງເຂົາເຈົ້າ, ເມືອງນີ້ຫາກໍຖືກຂຸດພໍ້ແລະຝາຂອງເຮືອນຕ່າງໆຖືກພົບວ່າ ເປັນດິນຈີ່ທີ່ເຮັດມາຈາກຄວາມຮ້ອນຂອງແສງຕາເວັນ,ບາງກ້ອນກໍມີເຟືອງແລະບາງກ້ອນກໍບໍ່ມີເຟືອງ,ຄວາມຈິງແລ້ວກົງຕາມອົບພະຍົບ 5:7...ອີກ ເທື່ອໜື່ງປະຫວັດສາດພຣະຄໍາພີໄດ້ພິສູດແລ້ວວ່າຖືກຕ້ອງ, ໃນຂະນະທີ່ ການເຍາະເຍີ້ຍຂອງນັກວິຈານ(ເສລີນິຍົມ) ໄດ້ພິສູດແລ້ວວ່າເປັນຕາຫົວ ຂວັນແລະບໍ່ສົມເຫດສົມຜົນເລີຍ.

ແຕ່ຂ້າພະເຈົ້າຈະໄປຕໍ່,ພວກນັກວິຈານເສລີນິຍົມຊື່ງເປັນສາສະດາຈານຢູ່ໃນມະຫາໄລພຣະຄໍາພີແບັບຕິດໂກເດັນເກດ,ຕອນທີ່ຂ້າພະເຈົ້າໄປຮຽນແລະຮຽນຈົບຢູ່ຫັ້ນບອກພວກ ເຮົາທີ່ເປັນນັກຮຽນວ່າບໍ່ມີບັນທຶກຂອງຄົນຮິບຣູວ່າພວກເຂົາເຄີຍຢູ່ໃນອີຢິບ,ຂ້າພະເຈົ້າຈື່ງ ເອົາຮູບຖ່າຍມາໃຫ້ເຂົາເບິ່ງທີ່ສະແດງໃຫ້ເຫັນຄົນທີ່ມີໜວດກໍາລັງເຮັດດິນຈີ່ຢູ່ແບບດຽວທີ່ ພວກເຮົາຖືກບອກວ່າພວກເຂົາພາກັນເຮັດໃນອົບພະຍົບບົດທີ່ຫ້າ, ຂ້າພະເຈົ້າໄດ້ເອົາຮູບ ຖ່າຍເຫຼົ່ານີ້ໃຫ້ພວກສາສະດາຈານເບິ່ງຊື່ງເອົາມາຈາກຝາຂອງປິຣາມິດ, ແຕ່ພວກເຂົາພັດ ເຍີ້ຍ ແລະ ຫົວຂວັນແລ້ວເວົ້າວ່າຂ້າພະເຈົ້າເປັນຄົນບ້າເພາະຂ້າພະເຈົ້າເຊື່ອພຣະຄໍາພີ, ແຕ່ໜື່ງໃນຮູບຖ່າຍຂອງຜູ້ຊາຍທີ່ມີໜວດເຫຼົ່ານີ້ສາມາດເຫັນໄດ້ໃນປື້ມແຜນທີ່ປະຫວັດສາດ ຂອງຊາວຢິວ (ອ້າງອີງໃນໜັງສືພິມຄົນຢິວ 20/4/01 ໜ້າ 11),ນັບຕັ້ງແຕ່ຊາວອີຢິບທຸກ ຄົນໄດ້ແຖໜວດໃຫ້ສະອາດ,ພວກຜູ້ຊາຍທີ່ມີໜວດເຮັດດິນຈີ່ບົ່ງບອກຈຸດຊັດເຈນເຖິງຄົນຮິ ບຣູໃນແຜ່ນດິນອີຢິບໃນສະໄໝອົບພະຍົບ! ອາຈານນິກາຍອໍທໍດັອກຊ໌ເດວິດອີລຽສຣີ່ໄດ້ເວົ້າ ເຖິງບົດຄວາມໃນໜັງສືພິມໄທມ໌ກ່ຽວກັບພວກນັກວິຈານເສລີໃນໜັງສືອົບພະຍົບວ່າ:

ວີທີການດໍາລົງຊີວິດແລະການສຶກສາຂອງພວກເຂົາຜະລິດຄວາມຄິດທີ່ສ້າງຄວາມເອນອ່ຽງຕໍ່ຂໍ້ພິສູດໃດໆໃນໜັງສືອົບພະຍົບ, ມີພຽງເມື່ອພວກເຂົາບໍ່ ເລືອກທາງທີ່ແນ່ນອນພວກເຂົາຈື່ງຈະຍິນຍອມ[ຍອມຮັບ]ວ່າບາງສິ່ງທີ່ຢູ່ໃນໂທຣາ [ພັນທະສັນຍາເດີມ] ອາດຈະເປັນຄວາມຈິງ (ໜັງສືພິມຄົນຢິວ 20/4/01 ໜ້າ 11)

ອີກເທື່ອໜື່ງບົດຄວາມໃນໜັງສືພິມໄທມ໌ ຖືກຫົວຂວັນ,ບໍ່ສົມເຫດສົມຜົນ, ຜິດພາດ ເມື່ອມັນເວົ້າວ່າ“ເຫດການຕໍ່ສູ້ໜັງສືອົບພະຍົບເລີ່ມຕົ້ນເຮັດໃຫ້ຄວາມຄິດກາຍເປັນຮູບຂື້ນປະມານ 13 ປີກ່ອນ...ສິ່ງທີ່ພວກນັກສຶກສາໄດ້ຮູ້ຈັກເປັນເວລາຫຼາຍກວ່າສິບປີມາແລ້ວ”ນັ້ນຄື ຕົວະຊັດໆ,ພວກວິຈານພຣະຄໍາພີໄດ້ເວົ້າແບບນັ້ນເປັນເວລາ 200 ປີມາແລ້ວ! ໂຈຮັນເຊມ ເລີ(1725-1791)ລິເລີ່ມລັດທິວິຈານພຣະຄໍາພີນີ້ໃນປະເທດເຢຍລະມັນໃນສະຕະວັດທີ່ 18 ດຣ.ແຮໂຣລິນເຊວໄດ້ກ່າວວ່າ:

ໃນປີ 1757 ລາວໄດ້(ກາຍເປັນ)ຫົວໜ້າຂອງຄະນະສາສະໜາສາດທີ່ຮໍ, ລາວຄືໜື່ງໃນຜູ້ພັດທະນາຫຼັກການຂອງຂໍ້ຄວາມວິຈານພຣະຄໍາພີ,ລາວໄດ້ອອກຈາກຮາກດັ່ງເດີມພໍ່ຂອງລາວເມື່ອລາວໄດ້ທ້າທາຍຄວາມຄິດແຫ່ງ ການດົນໃຈດ້ານຖ້ອຍຄໍາຂອງພຣະຄໍາພີ(Harold Lindsell, Ph.D., The Bible in the Balance, Zondervan Publishing House, 1979, p. 280).

ບົດຄວາມໃນໜັງສືພິມໄທມ໌ກ່າວວ່າພວກນັກສຶກສາເສລີນິຍົມໄດ້ຮູ້ຈັກພຽງແຕ່ສິ່ງເຫຼົ່ານີ້ທີ່ ເອີ້ນວ່າ“ຄວາມຜິດພາດ”ໃນໜັງສືອົບພະຍົບເປັນເວລາບໍ່ເທົ່າໃດປີ - 10 ຫາ 13 ປີເມື່ອ ບົດຄວາມຖືກຂຽນຂື້ນໃນປີ 2001,ນີ້ອາດຈະໝາຍຄວາມວ່ານັກວິຈານບໍ່ໄດ້ເລີ່ມໂຕ້ຕອບ ຄວາມຄິດໜັງສືອົບພະຍົບຈົນກະທັ່ງປີ 1988 ຫຼື 1991,ແລ້ວເປັນຫຍັງຂ້າພະເຈົ້າຈື່ງໄດ້ ຍິນເລື່ອງທັງໝົດນີ້ໃນໂຮງຮຽນພຣະຄໍາພີໂກເດັ້ນເກດໃນປີ 1972 ແລະ 1973 - ປະ ມານ 15 ປີກ່ອນໜ້ານີ້ລະ? ແລະເປັນຫຍັງດຣ.ເຮັ່ນຣີ່ເອັມ.ມໍຣິສຈື່ງຖາມຄໍາຖາມຕໍ່ໄປນີ້ໃນ ປີ 1951 ປະມານ 50 ປີກ່ອນທີ່ບົດຄວາມໃນໜັງສືພິມໄທມ໌ຈະພິມອອກມາ? ໃນປີ 1951 ດຣ.ມໍຣິສໄດ້ກ່າວວ່າ:

ເປັນໄປໄດ້ແນວໃດທີ່ບໍ່ມີຈັກຄົນຜ່ານຫຼາຍສະຕະວັດທີ່ຜ່ານມາເບິ່ງຄືວ່າສົງ ໄສນ້ອຍສຸດທີ່ການຂຽນບໍ່ແມ່ນວຽກຂອງແທ້ຂອງໂມເສດຈົນກະທັ່ງພວກ ນັກວິຈານຂັ້ນສູງສະໄໝໃໝ່ໄດ້ເຮັດວຽກກ່ຽວກັບເລື່ອງນີ້(Henry M. Morris, Ph.D., The Bible and Modern Science, Chicago: Moody Press, 1951, p. 102).

ແລະຖ້າການຕໍ່ສູ້ໜັງສືອົບພະຍົບເຫຼົ່ານີ້ຫາກໍເລີ່ມຂື້ນໃນບໍເທົ່າໃດປີທີ່ຜ່ານມາ,ເປັນຫຍັງວິນຊ໌ຕັນເຊີດຊີວຈື່ງຂຽນກ່ຽວກັບເລື່ອງນັ້ນໃນປີ 1932? ກວ່າ 80 ປີທີ່ຜ່ານມາເຊີດຊີວໄດ້ປົກ ປ້ອງໂມເສດແລະໜັງສືອົບພະຍົບ ຕໍ່ສູ້ນັກວິຈານພຣະຄໍາພີເສລີນິຍົມໃນສະໄໝຂອງລາວ, ເຊີດຊີວໄດ້ກ່າວໄວ້ວ່າ:

ພວກເຮົາປະຕິເສດກັບດູຖູກທຸກຄົນທີ່ໄດ້ຮຽນຮູ້ແລະເຮັດເປັນຕໍານານທີ່ໂມ ເສດເປັນແຕ່ຕໍານານຊື່ງນັກບວດກັບຜູ້ຄົນໄດ້ແຂວນສັງຄົມທີ່ສໍາຄັນ,ສິນລະທໍາແລະພິທີທາງສາສະໜາຂອງເຂົາໄວ້, ພວກເຮົາເຊື່ອວ່າມຸມມອງທາງວິ ທະຍາສາດສ່ວນຫຼາຍ, ຄວາມທັນສະໄໝແລະຄວາມຄິດທີ່ຖືເຫດຜົນເປັນ ໃຫຍ່ສ່ວນຫຼາຍຈະໄດ້ພົບກັບຄວາມເພິ່ງພໍໃຈເຕັມທີ່ໃນການຮັບເລື່ອງລາວພຣະຄໍາພີ(ໃນໜັງສືອົບພະຍົບ) ແລະ ໃນການລະບຸຕົວຕົນໜື່ງໃນມະນຸດ ທີ່ຍິ່ງໃຫຍ່ທີ່ສຸດ(ໂມເສດ) ກັບການໂດດໄປຂ້າງໜ້າຢ່າງເດັດດ່ຽວທີ່ເຄີຍ ເຫັນມາໃນເລື່ອງລາວຂອງມະນຸດ,ພວກເຮົາຍັງຄົງບໍ່ຫວັ່ນໄຫວໂດຍ(ການຂຽນ)ຂອງພວກສາສະດາຈານເກຣດກຣິນກັບດຣ.ໄດຣອາດັສ[ນັກວິຈານ ພຣະຄໍາພີເສລີນິຍົມ],ພວກເຮົາອາດຈະແນ່ໃຈວ່າສິ່ງເຫຼົ່ານັ້ນທັງໝົດ(ໃນ ອົບພະຍົບ)ເກີດຂື້ນໃນແບບທີ່ພວກມັນຖືກກໍານົດໄວ້ຕາມພຣະຄໍາພີບໍລິສຸດ...ພວກເຮົາອາໄສຢູ່ກັບຄວາມໝັ່ນໃຈເທິງ ‘ຫີນແຂງແຫ່ງພຣະຄໍາພີອັນບໍລິ ສຸດ’ (Winston S. Churchill, “Moses,” in Amid These Storms, New York, Scribners, 1932, p. 293).

ເຊີດຊີວບໍ່ແມ່ນນັກສຶກສາພຣະຄໍາພີ,ແຕ່ລາວໄດ້ລາງວັນໂນເບວສາຂາປະຫວັດ ສາດ(1953), ໃນຖານະເປັນນັກປະຫວັດສາດຄົນໜື່ງລາວຮູ້ດີວ່າໜັງສືອົບພະຍົບອີງຕາມ ເຫດການທີ່ເກີດຂື້ນແທ້ຫຼາຍກວ່າທີ່ຈະເປັນຕໍານານ, ຄວາມຮູ້ທາງປະຫວັດສາດຂອງ ລາວໄດ້ໃຫ້ຄວາມເຂົ້າໃຈແກ່ລາວໃຫຍ່ກວ່າ“ດຣ.ໄດຣອາສດັສ” ຫຼືນັກວິຈານພຣະຄໍາພີຄົນ ໃດໆ,ມັນຄືຄວາມຄວາມຮູ້ປະເພດດຽວກັນທີ່ເຮັດໃຫ້ລາວເຫັນຮິດເລີໃນຖານະເປັນໂຕອັນ ຕະລາຍຄົນໜື່ງ,ໃນເມື່ອພວກຜູ້ນໍາຂອງປະເທດອັງກິດແລະອາເມລິກາສ່ວນຫຼາຍລວມທັງພໍ່ ຂອງຈອນເອັຟ.ເຄນເນດີເຫັນຮິດເລີໃນຖານະເປັນ“ລັດຖະບຸລຸດ”ຄົນໜື່ງໃນປີ 1930.

ເຫດຜົນທີ່ແທ້ຈິງທີ່ບົດວິຈານແລະຄົນຄືກັບຣິດລີ່ສະກັອດໃນໜັງຂອງລາວເລື່ອງ ເອັກຊ໌ໂຊດັສ ບໍ່ເຊື່ອພຣະຄໍາພີກໍເພາະພວກເຂົາເປັນຄົນຕາບອດຝ່າຍວິນຍານ,ພຣະຄໍາພີ ກ່າວວ່າ:

“ແຕ່ມະນຸດທຳມະດາຈະຮັບສິ່ງເຫລົ່ານັ້ນຊຶ່ງເປັນຂອງພຣະວິນຍານແຫ່ງພຣະເຈົ້າບໍ່ໄດ້ ເພາະເຂົາເຫັນວ່າເປັນສິ່ງໂງ່ເຂົາ ແລະເຂົາບໍ່ສາມາດເຂົ້າໃຈໄດ້ ເພາະວ່າຈະເຂົ້າໃຈສິ່ງເຫລົ່ານັ້ນໄດ້ກໍຕ້ອງສັງເກດດ້ວຍຈິດວິນຍານ”(1 ໂກລິນໂທ 2:14)

ສິ່ງຕ່າງໆຂອງພຣະເຈົ້າໄດ້ຖືກບັງໄວ້ຈາກ“ມະນຸດທໍາມະດາ” ບໍ່ໄດ້ຈົນກວ່າທີ່ຄົນຜູ້ໜື່ງ ຈະຖ່ອມໃຈລົງແລະວາງໃຈໃນພຣະຄຣິດຕາຂອງເຂົາກໍຈະຖືກເປີດອອກເພື່ອໃຫ້ເຫັນຄວາມຈິງຂອງພຣະຄໍາພີ.

“ຖ້າທ່ານທັງຫຼາຍເຊື່ອໂມເສດ ທ່ານທັງຫຼາຍກໍຈະເຊື່ອເຮົາ ເພາະໂມ ເສດໄດ້ຂຽນກ່າວເຖິງເຮົາ ແຕ່ຖ້າທ່ານທັງຫຼາຍບໍ່ເຊື່ອເລື່ອງທີ່ໂມເສດຂຽນ ແລ້ວ ທ່ານຈະເຊື່ອຖ້ອຍຄໍາຂອງເຮົາໄດ້ຢ່າງໃດ?”(ໂຢຮັນ 5:46-47)

ພຣະເຢຊູຄຣິດຊົງສິ້ນພຣະຊົນເທິງໄມ້ກາງແຂນເພື່ອຈ່າຍໜີ້ບາບຂອງທ່ານ, ພຣະ ອົງຊົງຟື້ນຄືນຈາກຕາຍຝ່າຍຮ່າງກາຍເພື່ອມອບຊີວິດໃຫ້ແກ່ທ່ານ, ພຣະເຢຊູກ່າວວ່າ “ທ່ານຕ້ອງບັງເກີດໃຫມ່”(ໂຢຮັນ 3:7),ມີພຽງເມື່ອທ່ານບັງເກີດໃຫມ່ໂດຍລິດອໍານາດຂອງ ພຣະເຈົ້າເທົ່ານັ້ນຈື່ງຈະເຮັດໃຫ້ທ່ານເຂົ້າໃຈຄວາມຈິງອັນຍິ່ງໃຫຍ່ຂອງໜັງສືອົບພະຍົບແລະພຣະຄໍາພີທັງເຫຼັ້ມ, ເອແມນ ຂໍເຊີນດຣ.ແຊນ ມານໍາເຮົາອະທິຖານແດ່.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ: ໂຢຮັນ 5:39-47.
ບັນເລງເພງກ່ອນຄໍາເທດສະໜາໂດຍ ທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“I Know the Bible is True” (by Dr. B. B. McKinney, 1886-1952).