Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຂອງຂວັນຂອງພວກນັກປາດ

THE GIFTS OF THE WISE MEN
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 14/12/2014
A sermon preached at the Baptist Tabernacle of Los Angeles
Lord's Day Morning, December 14, 2014

“ຄັ້ນພວກເຂົາເຂົ້າໄປໃນເຮືອນກໍພົບກຸມານກັບນາງມາລີແມ່ ຈຶ່ງກາບຖວາຍນະມັດການກຸມານນັ້ນ ແລ້ວເປີດຫີບຈັບເອົາຊັບສົມບັດຂອງພວກເຂົາອອກມາຖວາຍແກ່ກຸມານເປັນເຄື່ອງບັນນາການ ຄື ຄຳ ກຳຍານ ແລະຢາງໄມ້ຫອມ” (ມັດທາຍ 2:11)


ຕອນທີ່ຂ້າພະເຈົ້າຮຽນຢູ່ປໍຫ້າຂ້າພະເຈົ້າຫຼີ້ນເປັນໜື່ງໃນນັກປາດສາມຄົນນັ້ນໃນວັນຄຣິສມາດ,ຫຼີ້ນຢູ່ໃນໂຮງຮຽນຝ່າຍໂລກທີ່ຢູ່ໃນເມືອງລອສແອງເຈີລິສນີ້ແລະ,ແນ່ນອນຕອນ ນັ້ນຢູ່ຊ່ວງຕົ້ນປີ 1950, ຫຼັງຈາກນັ້ນເອຊີແອລຢູກັບຕົວແທນຂອງຊາຕານພວກອື່ນໆກໍໄດ້ ຫ້າມບໍ່ໃຫ້ເອີຍເຖິງເລື່ອງລາວຂອງຄຣິສມາດຢູ່ໃນໂຮງຮຽນອີກ,ພວກເຂົາຫ້າມແມ່ນແຕ່ຄໍາ ວ່າ“ຄຣິສມາດ”ພວກເຮົາສາມາດເວົ້າໄດ້ວ່າພວກເຂົາເປັນສະມຸນຊາຕານເພາະພວກເຂົາໄດ້ໂປໂມດວັນ“ຮາໂລວີນ”ຕ່າງໆແຕ່ພວກເຂົາພັດເຮັດທຸກສິ່ງທຸກຢ່າງເພື່ອປ້ອງກັນລູກຫຼານ ຂອງເຂົາຈາກການຄິດເຖິງເລື່ອງພຣະຄຣິດໃນວັນຄຣິສມາດແລະວັນອິສເຕີ,ພວກເຂົາເຄີຍ ເອີ້ນມັນວ່າ“ວັນພັກການອິສເຕີ” - ແຕ່ດຽວນີ້ເຂົາເອີ້ນມັນວ່າ“ວັນພັກການລະດູໃບໄມ້ປົ່ງ”

ແຕ່ຂ້າພະເຈົ້າເປັນໜື່ງໃນພວກນັກປາດຕອນທີ່ສະແດງລະຄອນ, ພວກເຮົາຕ້ອງ ຮ້ອງເພງທີ່ທ້າວກຣິຟຟິດຫາກໍຮ້ອງໄປມື້ກີ່ວ່າ“ພວກເຮົາທັງສາມຄືພວກໂຫຣາຈານ”ໜື່ງໃນ ເດັກນ້ອຍຄົນໜື່ງຕອນທີ່ພວກເຮົາຢູ່ຕ່າງຫາກຕື່ມຄໍາເວົ້າເຂົ້າໄປວ່າ, “ພວກເຮົາທັງສາມ ຄືພວກໂຫຣາຈານສູບຢາຢູ່ໃນເຕັ້ນ”ພວກທ່ານຮູ້ຈັກເພງນີ້,ຂ້າພະເຈົ້າບໍ່ເຄີຍໄດ້ຍິນເພງນັ້ນ ໂດຍບໍ່ຄິດເຖິງຄົນທີ່ຮ້ອງເພງນັ້ນ!ແລະລາວມີສຽງທີ່ພິລຶກຫຼາຍ,ຂ້າພະເຈົ້າໝາຍເຖິງວ່າສຸດຍອດຫຼາຍ!ສຸດທ້າຍຂ້າພະເຈົ້າກໍໃຫ້ລາວຮ້ອງດ້ວຍຄວາມນຸ່ມນວນຊື່ງມັນດີກວ່າເກົ່າໜ້ອຍໜື່ງ,ແຕ່ຂ້າພະເຈົ້າສົງໄສວ່ານັກປາດທັງສາມຄົນນີ້ແມ່ນໃຜແລະເປັນຫຍັງພວກເຂົາຈື່ງເດີນທາງໄກເພື່ອມາເບິ່ງພຣະກຸມມານເຢຊູ.

ທ້າວພຣຸດໂຮມຫາກໍອ່ານເລື່ອງລາວຂອງພວກນັກປາດແລະພຣະກຸມມານເຢຊູໃນ ມັດທາຍບົດທີ່ສອງ,ເລື່ອງລາວງ່າຍໆ, ພວກນັກປາດມາຈາກທິດຕາເວັນອອກຕິດຕາມດາວ ດວງໜື່ງ, ພວກເຮົາບໍ່ໄດ້ຖືກບອກວ່າມີພວກນັກປາດຈັກຄົນ, ພາບຕ່າງໆທີ່ພວກເຮົາເຫັນ ຢູ່ໃນໃບອວຍພອນວັນຄຣິສມາດສະແດງໃຫ້ເຫັນວ່າມີສາມຄົນ,ແຕ່ພຣະຄໍາພີບໍ່ໄດ້ບອກວ່າມີສາມຄົນ,ຄວາມຄິດທີ່ວ່າມີສາມຄົນມາຈາກຄວາມຈິງທີ່ວ່າພວກເຂົາໄດ້ມອບຂອງຂວັນໃຫ້ ແກ່ພຣະກຸມມານເຢຊູສາມຢ່າງຄືຄໍາ,ກໍາຍານແລະຢາງໄມ້ຫອມ, ແຕ່ດຣ.ແມັກກີ້ກ່າວວ່າຈະ ຕ້ອງມີຫຼາຍກວ່າສາມຄົນ, ລາວເວົ້າວ່ານັກປາດສາມຄົນໜ້າຈະບໍ່ເຮັດໃຫ້“ເຮໂຣດວຸ້ນວາຍພຣະໄທ ທັງຊາວກຸງເຢລູຊາເລັມກໍພອຍວຸ້ນວາຍໃຈດ້ວຍ”(Thru the Bible; note on Matthew 2:1) ດຣ.ແມັກກີກ່າວວ່າຈະຕ້ອງມີພວກນັກປາດເປັນຈໍານວນຫຼາຍ.

ນັກປາດພວກນີ້ມາຈາກບາບິໂລນ, ດານຽນ 2:27 ເວົ້າເຖິງ“ພວກນັກປາດແລະ ນັກດາລາສາດ”ໃນຖານະເປັນຄົນໜຸ່ມຄົນໜື່ງດານຽນໄດ້ຖືກອົບຮົ່ມຖ້າມກາງພວກ“ນັກປາດ”ນັກຫຼີ້ນກົນຂອງບາບິໂລນ,ໃນຕອນນັ້ນດານຽນໄດ້ກາຍເປັນຫົວໜ້າຂອງພວກນັກປາດເຫຼົ່ານີ້,ຕອນທີ່ພຣະຄຣິດເກີດມາກໍຍັງຄົງມີພວກນັກປາດຢູ່ບ່ອນນັ້ນ, ພວກເຂົາໜ້າຈະມີພຣະ ຄໍາພີຂອງດານຽນທີ່ໄດ້ຈົດໄວ້ຢູ່, ໃນຂະນະທີ່ພວກເຂົາສຶກສາດານຽນ 9:24-26 ພວກເຂົາ ໜ້າຈະໄດ້ຮຽນຮູ້ເຖິງການສະເດັດມາຂອງພຣະເມຊີອາ, ຫຼັງຈາກນັ້ນພວກເຂົາກໍເຫັນດາວ ດວງໜື່ງຊື່ງເຂົາບໍ່ເຄີຍເຫັນມາກ່ອນ,ເປັນດາວທີ່ເໜືອທໍາມະຊາດ, ພວກເຂົາເຊື່ອວ່ານີ້ຄື ເຄື່ອງໝາຍທີ່ມາຈາກສະຫວັນຢ່າງໜື່ງທີ່ວ່າພຣະເມຊີອາກະສັດຂອງພວກຢິວໄດ້ສະເດັດ ມາແລ້ວ, ພວກເຂົາໄດ້ເດີນທາງໄປເຢຣູຊາເລັມເພື່ອນໍາເອົາຂອງຂວັນໄປມອບໃຫ້ແກ່ພຣະ ອົງ,ເມື່ອພວກເຂົາມາເຖິງເຢຣູຊາເລັມແລ້ວພວກນັກທໍາກໍອ່ານໜັງສືມີຄາ 5:2 ໃຫ້ເຂົາຟັງ ວ່າພຣະເມຊີອາຈະມາເກີດທີ່ເບັດເລເຮມຊື່ງເປັນໄລຍະທາງໃກ້ໆກັບເຢຣູຊາເລັມ,ຫຼັງຈາກ ນັ້ນດາວກໍປາກົດອີກເທື່ອໜື່ງແລ້ວເຄື່ອນທີ່ໄປຂ້າງໜ້າເຂົາ “ຈົນມາຢຸດຢູ່ເໜືອສະຖານທີ່ ພຣະກຸມມານຢູ່ນັ້ນ”(ມັດທາຍ 2:9),ພວກເຮົາຮູ້ວ່າມັນເປັນດາວທີ່ເໜືອທໍາມະຊາດເພາະ ມັນໄດ້ເຄື່ອນທີ່ແລະນໍາເຂົາມາຫາພຣະເຢຊູ, ຕອນນີ້ຂໍໃຫ້ເຮົາເປີດພຣະຄໍາພີໄປໃນໜັງສື ມັດທາຍ 2:11 ໜ້າ 995 ຂອງພຣະຄໍາພີສະກໍຟິວ,ຂໍເຊີນຢືນຂື້ນໃນເວລາທີ່ຂ້າພະເຈົ້າ ອ່ານຂໍ້ພຣະຄໍາພີນັ້ນ.

“ຄັ້ນພວກພວກເຂົາເຂົ້າໄປໃນເຮືອນກໍພົບກຸມານກັບນາງມາລີແມ່ ຈຶ່ງກາບຖວາຍນະມັດການກຸມານນັ້ນ ແລ້ວເປີດຫີບຈັບຊັບສົມບັດຂອງພວກເຂົາອອກມາຖວາຍແກ່ກຸມານເປັນເຄື່ອງບັນນາການ ຄື ຄຳ ກຳຍານ ແລະຢາງໄມ້ຫອມ”(ມັດທາຍ 2:11)

ຂໍເຊີນນັ່ງລົງ.

ມີບົດຮຽນສອງສາມຢ່າງທີ່ພວກເຮົາສາມາດຮຽນຮູ້ຈາກມັດທາຍບົດນີ້,ຕົວຢ່າງພວກເຮົາສາມາດປຽບທຽບເພື່ອໃຫ້ເຫັນຄວາມແຕກຕ່າງລະຫວ່າງກະສັດເຮໂຣດຜູ້ຊົ່ວຮ້າຍກັບ ພວກນັກປາດໄດ້, ເຮໂຣດເປັນຄົນທີ່ມັກອິດສາແລະຢ້ານສູນເສຍມົງກຸດຂອງຕົນ, ເຮໂຣດ ບໍ່ແມ່ນຄົນຢິວ,ລາວເປັນຄົນອິດູມຊື່ງໄດ້ຊື້ຕໍາແໜ່ງຂອງຕົນຈາກກະສັດໂຣມັນ,ນັ້ນແລະຄື ເຫດຜົນທີ່ລາວຢາກຂ້າເດັກນ້ອຍຜູ້ຊື່ງພວກນັກປາດເອີ້ນວ່າ “ກະສັດຂອງພວກຢິວ” (ມັດ ທາຍ 2:9),ແຕ່ລາວບໍ່ໄດ້ຕ້ອງການທີ່ຈະນະມັດສະການພຣະເຢຊູ,ລາວຢາກຂ້າພຣະອົງຖີ້ມ ເພື່ອບໍ່ໃຫ້ພຣະອົງມາຍາດຊີງບັນລັງຂອງລາວ,ພວກນັກປາດຕ້ອງການທີ່ຈະນະມັດສະການພຣະເຢຊູ,ແຕ່ກະສັດເຮໂຣດຕ້ອງການທີ່ຈະຂ້າພຣະອົງ.

ຂ້າພະເຈົ້າສາມາດເອົາບົດເທດສະໜາໜື່ງທີ່ສະແດງໃຫ້ເຫັນເຖິງຫົນທາງທີ່ໂລກມີປະຕິກິລິຍາຕໍ່ພຣະເຢຊູ,ໃນປະຈຸບັນມີຄຣິສຕຽນທີ່ດີຫຼາຍຄົນຕ້ອງການທີ່ຈະນະມັດສະການພຣະເຢຊູ, ແຕ່ຄົນຊົ່ວຄືກັບພວກທີ່ຢູ່ໃນເອຊີແອວຢູຕ້ອງການທີ່ຈະເອົາພຣະເຢຊູອອກໄປ, ພວກເຂົາຫ້າມຮ້ອງເພງຄຣິສມາດຢູ່ໃນໂຮງຮຽນແລະແມ່ນແຕ່ສະຖານທີ່ສາທາລະນະໃນ ປະຈຸບັນນີ້,ພວກເຂົາໄດ້ຫ້າມເຫດການເລື່ອງການເກີດ,ພວກເຂົາຫ້າມແມ່ນແຕ່ຄໍາວ່າ“ຄຣິສມາດ”ເພາະຄໍານີ້ມີຄໍາວ່າພຣະຄຣິດຢູ່ນໍາ, ຂ້າພະເຈົ້າສາມາດເທດສະໜາປຽບທຽບຄວາມ ຕ່າງລະຫວ່າງຄົນທີ່ຄືກັບເຮໂຣດແລະຄົນທີ່ຄືກັບພວກນັກປາດຜູ້ຊື່ງຮັກພຣະເຢຊູແລະຢາກຈະນະມັດສະການພຣະອົງໄດ້.

ຫຼືຂ້າພະເຈົ້າສາມາດປຽບທຽບຄວາມແຕກຕ່າງລະຫວ່າງພວກນັກປາດກັບພວກນັກທໍາ, ພວກນັກທໍາຮູ້ດີວ່າພຣະເຢຊູຈະມາບັງເກີດທີ່ບ້ານເບັດເລເຮມແຕ່ພວກເຂົາບໍ່ໄດ້ໄປ ບ່ອນນັ້ນເພື່ອພົບພຣະອົງ,ພວກເຂົາຮູ້ຈັກກ່ຽວກັບພຣະເຢຊູແຕ່ພວກເຂົາບໍ່ໄດ້ຍ່າງໄປບ້ານ ເບັດເລເຮມເພື່ອມານະມັດສະການພຣະອົງ,ພວກນັກປາດໄດ້ເດີນທາງເປັນໄລຍະທາງຍາວໄກເພື່ອໄປຫາບ່ອນທີ່ພຣະເຢຊູຊົງຢູ່, ຈື່ໄດ້ບໍ່ວ່າພວກເຂົາໄດ້ເດີນທາງໄກ,ຍາກລໍາບາກຢູ່ ເທິງຫຼັງອູດ,ມັນບໍ່ແມ່ນເລື່ອງງ່າຍຫຼືສະບາຍທີ່ຈະຂີ່ຫຼັງໂຕອູດ,ຂ້າພະເຈົ້າຮູ້ດີ, ຂ້າພະເຈົ້າ ກັບເອລີນາໄດ້ຂີ່ໂຕອູດຕອນທີ່ພວກເຮົາໄປປະເທດອີຢິບ,ຂ້າພະເຈົ້າຂີ່ລັງອູດອ້ອມປິຣາມິດ ໃຫຍ່ຢູ່ໃກ້ໆເມືອງສະຟິນຊ໌, ມັນເປັນປະສົບການທີ່ບໍ່ຄ່ອຍດີປານໃດທີ່ຈະເວົ້າເຖິງ! ຂ້າພະ ເຈົ້າສາມາດເທດສະໜາເລື່ອງແບບນັ້ນໄດ້ - ປຽບທຽບພວກນັກທໍາຜູ້ທີ່ຮູ້ຈັກວ່າພຣະເຢຊູຢູ່ ໃສແຕ່ບໍ່ໄດ້ໄປຊອກຫາກັບພວກນັກປາດຊື່ງໄດ້ເດີນທາງໄກ,ລໍາບາກເພື່ອຕາມຫາພຣະເຢຊູ ຂ້າພະເຈົ້າສາມາດເອົາພວກນັກທໍາມາປະຍຸກໃຊ້ກັບ“ຄຣິສຕະຈັກເດັກ”ທີ່ຮູ້ຈັກພຣະຄໍາພີແຕ່ບໍ່ໄດ້ເຊື່ອວາງໃຈໃນພຣະເຢຊູ - ທຽບກັບພວກຄົນໜຸ່ມທີ່ອອກມາຈາກໂລກແລະມີຄວາມ ຍາກລໍາບາກທີ່ຈະມາຫາພຣະເຢຊູ.

ຫຼືຂ້າພະເຈົ້າສາມາດເທດບົດເທດທີ່ສາມ-ໃນເລື່ອງຄົນຢິວທີ່ປະຕິເສດພຣະອົງໃນ ແບບທີ່ພວກນັກບັນທຶກແລະພວກນັກທໍາເຮັດ - ຕໍ່ພວກຕ່າງຊາດຊາວບາບິໂລນທີ່ມາໂດຍ ການຜ່ານຊ່ວງຍາກລໍາບາກເພື່ອພົບພຣະອົງ,ຂ້າພະເຈົ້າສາມາດປຽບທຽບພວກນັກປາດຕໍ່ ຜູ້ຄົນທີ່ຢູ່ໃນໂລກທີ່ສາມ(ໃນປະເທດຈີນ,ໃນໂລກມູສະລິມ, ໃນປ່າຂອງປະເທດກໍາປູເຈຍ ແລະຫວຽດນາມ) - ຊື່ງພົບບັນຫາການຕໍ່ສູ້ອັນຍິ່ງໃຫຍ່ເພື່ອສະແຫວງພຣະເຢຊູແລະນະ ມັດສະການພຣະອົງ,ຂ້າພະເຈົ້າສາມາດເທດວ່າພວກອາເມລິກາກັບພວກຕາເວັນຕົກທົ່ວໄປມີຄຣິສຕະຈັກຢູ່ທຸກໆແຈມຸມແຕ່ຫັນຫຼັງໃສ່ແລ້ວຍ່າງໜີ,ນັ້ນຄືຫຼັກຖານທີ່ຢູ່ໃນຊ່ວງຄຣິສມາດ.

ພວກເຮົາເຄີຍມີຄົນທີ່ຕໍ່ສູ້ພວກເຮົາແລະເວົ້າຮ້າຍໆໃສ່ຂ້າພະເຈົ້າເພາະການບອກ ໃຫ້ພວກຄົນໜຸ່ມຢູ່ໃນຄຣິສຕະຈັກໃນວັນຄຣິສມາດແລະປີໃໝ່ສາກົນ!ມີຜູ້ຍິງຄົນໜື່ງພະຍາ ຍາມເຮັດທຸກສິ່ງທຸກຢ່າງທີ່ລາວເຮັດໄດ້ເພື່ອດຶງລູກຊາຍຂອງລາວອອກໄປຈາກໂບດ,ເມື່ອ ລາວອອກໄປຈາກໂບດລາວກໍໄປເຂົ້າແກັງນັກເລງແລ້ວກໍຖືກຂ້າຕາຍ,ຫຼັງຈາກນັ້ນຜູ້ຍິງຄົນດຽວກັນທີ່ໄດ້ດຶງລູກຊາຍອອກໄປຈາກໂບດກໍມາຂໍຮ້ອງໃຫ້ຂ້າພະເຈົ້າຈັດງານສົບໃຫ້ລູກ ຊາຍຂອງຕົນ-ເມື່ອມັນສວາຍເກີນໄປທີ່ຈະຊ່ວຍຊີວິດຂອງລາວໄດ້! ແນ່ນອນຂ້າພະເຈົ້າ ໄດ້ໄປຈັດພິທີສົບໃຫ້ແຕ່ມັນຊ້າເກີນໄປທີ່ຈະຊ່ວຍຊີວິດຂອງລູກຊາຍຂອງລາວໄດ້!ຄົນພວກນີ້ຈັ່ງແມ່ນໂງ່!ພວກເຂົາຢາກໃຫ້ລູກຂອງພວກເຂົາໄປງານລ້ຽງແບບໂລກຫຼາຍກວ່າທີ່ຈະໃຫ້ລູກຂອງເຂົາຢູ່ໃນຄຣິສຕະຈັກໃນວັນຄຣິສມາດແລະປີໃໝ່,ໃນໜັງສືເລື່ອງ“ຄວາມຝັນຂອງ ຄືນກາງລະດູແລ້ງອັນໜື່ງ”ເຊັກສະເປຍມີຕົວລະຄອນ“ພັກ”ທີ່ເວົ້າວ່າ“ຄົນພວກນີ້ເປັນໂງ່ທີ່ບໍ່ມີສິນລະທໍາ” ຊ່າງເປັນຄວາມຈິງທີ່ໜ້າເສົ້າ! ພວກເຂົາເປັນຄົນຕາບອດຄືກັບພວກນັກທໍາ - ແລະບາງຄົນໃນພວກເຂົາຊົ່ວຄືກັບກະສັດເຮໂຣດ!ທ່ານຢ່າປ່ອຍໃຫ້ຜູ້ໃດມາຂັດຂວາງ ທ່ານບໍ່ໃຫ້ຢູ່ໃນຄຣິສຕະຈັກໃນວັນຄຣິສມາດແລະປີໃຫມ່!ຢ່າປ່ອຍໃຫ້ເຂົາດຶງພວກທ່ານອອກໄປຈາກຄຣິສຕະຈັກເພື່ອໄປກິນດື່ມໃນງານລ້ຽງຫຼືງານທີ່ເປັນຂອງໂລກ!ຢ່າປ່ອຍໃຫ້ເຂົາເຮັດແບບນັ້ນຕໍ່ທ່ານ!ຢ່າປ່ອຍໃຫ້ເຂົາເຮັດແບບນັ້ນຕໍ່ທ່ານ!ຈົ່ງຢືນຢັດແລະໝັ້ນຄົງຄືກັບພວກນັກ ປາດ! ຢ່າຂາດໂບດຄືກັບພວກນັກທໍາແລະເຮໂຣດທີ່ບໍ່ເຊື່ອເຮັດ! ພຣະຄໍາພີກ່າວວ່າ:

“ອົງພຣະຜູ້ເປັນເຈົ້າຕັດວ່າ `ເຫດສະນັ້ນເຈົ້າຈົ່ງອອກຈາກໝູ່ພວກເຂົາເຫລົ່ານັ້ນ ແລະຈົ່ງແຍກຕົວອອກຈາກເຂົາທັງຫລາຍ ຢ່າແຕະຕ້ອງສິ່ງຊຶ່ງບໍ່ສະອາດ ແລ້ວເຮົາຈຶ່ງຈະຮັບພວກເຈົ້າທັງຫລາຍ ເຮົາຈະເປັນພໍ່ຂອງພວກເຈົ້າແລະພວກເຈົ້າຈະເປັນລູກຊາຍລູກສາວຂອງເຮົາ' ອົງພຣະຜູ້ເປັນເຈົ້າຜູ້ຊົງລິດທານຸພາບທັງສິ້ນໄດ້ຕັດດັ່ງນັ້ນ”(2 ໂກລິນໂທ 6:17, 18)

“ຈົ່ງອອກມາຈາກຖ້າມກາງເຂົາເຫຼົ່ານັ້ນ”ແລະຢູ່ກັບຄົນຂອງພຣະເຈົ້າໃນວັນຄຣິສມາດແລະປີໃຫມ່! ຈົ່ງຢູ່ກັບພວກຄຣິສຕຽນ,ນະມັດສະການພຣະຄຣິດ - ບໍ່ແມ່ນຢູ່ກັບຄົນທີ່ບໍ່ເຊື່ອໃນ ງານລ້ຽງພະຂອງໂລກ,ໃນການກິນເບຍຫຼືໃນການກິນເຫຼົ້າທີ່ຄົນບໍ່ມີພຣະຄຣິດພາກັນເຮັດ! ຈົ່ງມາແລະນະມັດສະການພຣະຄຣິດໃນວັນປີໃໝ່ແລະວັນຄຣິສມາດ!ເຊີນມາຄືກັບພວກນັກ ປາດແລະນະມັດສະການພຣະຄຣິດພຽງຜູ້ດຽວ!

ຈົ່ງມາກາບໄຫວ້ພຣະເຢຊູ
ຈົ່ງມາກາບໄຫວ້ພຣະເຢຊູ
ນະມັດສະການກາບໄຫວ້
ອົງພຣະເຢຊູຄຣິດເຈົ້າ

ຂໍເຊີນຢືນຂື້ນແລ້ຮ້ອງກັບຂ້າພະເຈົ້າ

ຈົ່ງມາກາບໄຫວ້ພຣະເຢຊູ
ຈົ່ງມາກາບໄຫວ້ພຣະເຢຊູ
ນະມັດສະການກາບໄຫວ້
ອົງພຣະເຢຊູຄຣິດເຈົ້າ
(“O Come, All Ye Faithful,” translated by Frederick Oakeley, 1802-1880).

ເອແມນ! ເຊີນນັ່ງລົງໄດ້

ແຕ່ແທນທີ່ຈະເທດສະໜາໃນຫົວຂໍ້ພວກນັ້ນ,ຂ້າພະເຈົ້າຈະຂໍເທດໃນເລື່ອງຈໍ້ພຣະ ຄໍາພີຂອງເຮົາໃນມັດທາຍ 2:11

“ຄັ້ນພວກເຂົາເຂົ້າໄປໃນເຮືອນກໍພົບກຸມານກັບນາງມາລີແມ່ ຈຶ່ງກາບຖະວາຍນະມັດການກຸມານນັ້ນ ແລ້ວເປີດຫີບຈັບຊັບສົມບັດຂອງພວກເຂົາອອກມາຖວາຍແກ່ກຸມານເປັນເຄື່ອງບັນນາການ ຄື ຄຳ ກຳຍານ ແລະຢາງໄມ້ຫອມ”(ມັດທາຍ 2:11)

I. ໜື່ງ ພວກເຂົາໄດ້ເຂົ້າມາຂ້າງໃນເຮືອນ.

ຂໍ້ພຣະຄໍາພີຂອງເຮົາກ່າວວ່າ“ຄັ້ນພວກເຂົາເຂົ້າໄປໃນເຮືອນ” “ແຕ່” ພວກທ່ານ ອາດຈະເວົ້າວ່າ “ພຣະຄຣິດບໍ່ໄດ້ເກີດໃນຄອກງົວແລະຖືກວາງໄວ້ໃນນຮາງຫຍ້າບໍ່ແມ່ນ ບໍ?” ແມ່ນແລ້ວໜັງສືຂ່າວປະເສີດຂອງລູກາໄດ້ກ່າວວ່າ:

“ນາງຈຶ່ງປະສູດບຸດຊາຍຫົວປີ ເອົາຜ້າອ້ອມພັນແລະວາງໄວ້ໃນຮາງຫຍ້າ ເພາະວ່າບໍ່ມີບ່ອນວ່າງສໍາຫຼັບເຂົາໃນໂຮງແຮມ”(ລູກາ 2:7)

ແຕ່ພວກນັກປາດບໍ່ໄດ້ເຂົ້າໄປທີ່ຄອກສັດແລະພົບພຣະກຸມມານເຢຊູໃນຮາງຫຍ້າ, ບໍ່ແມ່ນ ພວກເຂົາ“ເຂົ້າໄປໃນເຮືອນ”(ມັດທາຍ 2:11), ພວກນັກປາດບໍ່ໄດ້ມາໃນເວລາດຽວກັນກັບ ພວກລ້ຽງແກະ, ພວກລ້ຽງແກະພົບພຣະກຸມມານເຢຊູໃນຄອກສັດຢູ່ໃນຮາງຫຍ້າ,ຮາງທີ່ ໃສ່ຫຍ້າສໍາຫຼັບເກືອສັດ, ພວກລ້ຽງແກະມາໃນຕອນທີ່ພຣະເຢຊູຫາກໍ່ເກີດ, ແຕ່ພວກນັກ ປາດພາກັນມາຫຼັງຈາກນັ້ນ, ພວກເຂົາມາຫຼັງຈາກທີ່ມາລີ,ໂຢເຊບແລະພຣະກຸມມານເຢຊູໄດ້ ຍ້າຍເຂົ້າໄປໃນເຮືອນຫຼັງນ້ອຍໆແລ້ວ,ເພາະເຮືອນທຸກຫຼັງນ້ອຍໝົດ,ແຕ່ຕອນນີ້ພວກເຂົາຢູ່ ໃນເຮືອນນ້ອຍຫຼັງໜື່ງ.

ດຣ.ແມັກກີກ່າວວ່າໜ້າຈະເປັນສອງສາມເດືອນຫຼັງຈາກທີ່ພຣະເຢຊູເກີດພວກນັກ ປາດຈື່ງພາກັນເອົາຂອງຂວັນມາໃຫ້, ພວກທ່ານເຫັນບໍພວກເຂົາໜ້າຈະເຫັນດາວໃນ ຕອນທີ່ພຣະເຢຊູເກີດ, ຫຼັງຈາກນັ້ນພວກເຂົາກໍຕັດສິນໃຈທີ່ຈະໄປຫາພຣະອົງແລະພວກ ເຂົາຕ້ອງໃຊ້ເວລາສອງສາມເດືອນຈື່ງໄປເຖິງບ່ອນນັ້ນ, ເລື່ອງນີ້ຖືກສະໜັບສະໜູນໂດຍ ຄວາມຈິງທີ່ວ່າພຣະເຢຊູໜ້າຈະຮັບພິທີຕັດແລ້ວ,ແລະນົກເຂົາຄູ່ໜື່ງຖືກຖະວາຍໃນພຣະວິ ຫານແລ້ວ(ລູກາ 2:24),ຄວາມຈິງທີ່ວ່າພວກເຂົາບໍ່ໄດ້ຖະວາຍລູກແກະໂຕໜື່ງຊື່ງສະແດງ ໃຫ້ເຫັນວ່າພວກເຂົາທຸກຍາກຫຼາຍ, ຖ້າພວກນັກປາດໄດ້ມາພ້ອມກັບຂອງຂວັນລາຄາແພງ ແລ້ວພວກເຂົາກໍໜ້າຈະຖະວາຍລູກແກະໂຕໜື່ງໄປແລ້ວ,ເຫດການເຫຼົ່ານີ້ສະແດງໃຫ້ເຫັນ ວ່າພວກນັກປາດໄດ້ພາກັນມາສອງສາມເດືອນຕໍ່ມາຫຼັງຈາກທີ່ພຣະເຢຊູເກີດມາແລ້ວ.

ຂ້າພະເຈົ້າຄວນບອກພວກທ່ານວ່າດາວທີ່ປາກົດເປັນເລື່ອງເໜືອທໍາມະຊາດຊື່ງວັດຈະນານຸກົມໄດ້ກ່າວວ່າເປັນ“ດາວດວງໜື່ງທີ່ໃນທັນໃດນັ້ນກໍມີແສງສະຫວ່າງເພີ່ມຂື້ນຫຼາຍ ແລ້ວແສງກໍຄ່ອຍໆຫາຍໄປເປັນແບບເກົ່າໃນຊ່ວງເວລາສອງສາມເດືອນ” (ວັດຈະນານຸກົມ Merriam-Webster’s) ພວກເຂົາເຫັນດາວດວງໜື່ງທາງທິດຕາເວັນອອກ,ຫຼັງຈາກນັ້ນເບິ່ງຄື ວ່າມັນຫາຍໄປ, ແຕ່ເມື່ອພວກນັກປາດມາຮອດເຢລູຊາເລັມດາວກໍປາກົດຂື້ນອີກເທື່ອໜື່ງ ເມື່ອພວກເຂົາເຫັນດາວອີກເທື່ອໜື່ງ“ພວກເຂົາກໍມີຄວາມຊື່ນຊົມຍິນດີຫຼາຍ”(ມັດທາຍ 2: 10),ແຕ່ດາວດວງນີ້ບໍ່ແມ່ນດາວທໍາມະດາ, ມັນເຄື່ອນທີ່ “ຈົນມາຢຸດຢູ່ເໜືອສະຖານທີ່ທີ່ກຸມມານຢູ່ນັ້ນ”(ມັດທາຍ 2:9), ນັກອະທິບາຍບາງຄົນປຽບທຽບດາວນີ້ກັບ“ເຊຄິນາ”ແສງສະ ຫວ່າງຂອງພຣະຄໍາພີເດີມແລະເສົາໄຟທີ່ນໍາລູກຫຼານອິດສະຣາເອວໃນຖີ່ນທຸລະກັນດານໃນຕອນກາງຄືນຊື່ງ“ໄປກ່ອນໜ້າພວກເຂົາ…ນໍາພາເຂົາ…ໃນຕອນກາງຄືນເປັນເສົາໄຟ”(ອົບພະຍົບ 13:21)

ພວກນັກປາດໄດ້ເດີນທາງເປັນໄລຍະທາງໄກ, ພວກເຂົາໄດ້ເສຍສະຫຼະອັນໃຫຍ່ ຫຼວງ ແລະຜ່ານການທົດສອບກັບຄວາມຍາກລໍາບາກຫຼາຍຢ່າງເພື່ອມາຫາພຣະເຢຊູໃນ ເຮືອນຫຼັງນ້ອຍໆໃນບ້ານເບັດເລເຮມ, ຂໍໃຫ້ພວກເຮົາທຸກຄົນຕິດຕາມແບບຢ່າງຂອງພວກ ເຂົາແລະຢູ່ໃນຄຣິສຕະຈັກໃນວັນຄຣິສມາດ - ແທນທີ່ຈະແລ່ນໄປງານລ້ຽງແບບຊາວໂລກ! ໃຫ້ເຮົາຮ້ອງຂໍ້ຊ້ຳອີກເທື່ອໜື່ງຂໍເຊີນຢືນຂື້ນແລ້ວຮ້ອງມັນ!

ຈົ່ງມາກາບໄຫວ້ພຣະເຢຊູ
ຈົ່ງມາກາບໄຫວ້ພຣະເຢຊູ
ນະມັດສະການກາບໄຫວ້
ອົງພຣະເຢຊູຄຣິດເຈົ້າ

II. ສອງ ພວກເຂົາໄດ້ກາບລົງແລະນະມັດສະການພຣະອົງ.

“ຄັ້ນພວກພວກເຂົາເຂົ້າໄປໃນເຮືອນກໍພົບກຸມານກັບນາງມາລີແມ່ ຈຶ່ງກາບຖວາຍນະມັດການກຸມານນັ້ນ”(ມັດທາຍ 2:11)

ພວກທີ່ບໍ່ເຊື່ອບາງຄົນທີ່ເອີ້ນວ່າ“ພວກນັກສຶກສາ”ແລະລັດທິທຽມເທັດໄດ້ກ່າວວ່າ ມັນຜິດທີ່ຈະນະມັດສະການພຣະເຢຊູ,ພວກເຂົາເວົ້າວ່າພວກເຮົາຄວນນະມັດສະການພຣະ ເຈົ້າພຽງແຕ່ອົງດຽວ, ຊື່ງສະແດງໃຫ້ເຫັນວ່າພວກເຂົາປະຕິເສດພຣະຄໍາພີເພາະພຣະເຢຊູ ເປັນຜູ້ຮັບສະພາບເນື້ອໜັງຂອງພຣະເຈົ້າ-ພຣະເຈົ້າໃນສະພາບຂອງເນື້ອໜັງມະນຸດ! ອັກ ຄະສາວົກໂຢຮັນເອີ້ນພຣະເຢຊູວ່າ“ພຣະທໍາ”ໃນໂຢຮັນບົດທີ່ໜື່ງ, ອັກຄະສາວົກກ່າວວ່າ:

“ພຣະວາທະໄດ້ຊົງສະພາບຂອງເນື້ອໜັງ ແລະຊົງຢູ່ຖ້າມກາງເຮົາ (ແລະເຮົາທັງຫລາຍໄດ້ເຫັນສະຫງ່າລາສີຂອງພຣະອົງ ຄືສະຫງ່າລາສີອັນສົມກັບພຣະບຸດອົງດຽວທີ່ບັງເກີດຈາກພຣະບິດາ) ບໍລິບູນດ້ວຍພຣະຄຸນແລະຄວາມຈິງ”

ໃນບົດເພງອັນຍິ່ງໃຫຍ່ຂອງຊາລ໌ເວສລີໄດ້ກ່າວວ່າ:

ພຣະຜູ້ເປັນເຈົ້າຍິ່ງໃຫຍ່ສູງສຸດ
ຊົງຮັບກາຍາຮ່ວມຊາດມະນຸດ
ຈົ່ງສາທຸຜູ້ຊົງເກີດເປັນ
ພຣະເຢຊູເອັມມານູເອນ
ຈົ່ງຟັງເພງຂອງຝູງເທວະດາ
ວ່າສາທຸກະສັດເກີດມາ
(“ຈົ່ງຟັງເພງຂອງຝູງເທວະດາ” ໂດຍຊາລເວສລີ 1707-1788)

ຈາກນັ້ນໃຫ້ສັງເກດວ່າພວກນັກປາດ“ພົບກຸມານກັບນາງມາລີແມ່ ຈຶ່ງກາບຖະວາຍນະມັດສະການກຸມມານນັ້ນ”(ມັດທາຍ 2:11),ດຣ.ເຈ.ເວີນັນແມັກກີ້ໄດ້ກ່າວວ່າ“ຖ້າຫາກ ເຄີຍມີຊ່ວງເວລາໜື່ງເມື່ອມາລີຄວນໄດ້ຮັບການນະມັດສະການກໍຈະເປັນເວລານີ້ແລະ,ແຕ່ ພວກເຂົາບໍ່ໄດ້ນະມັດສະການນາງ - ພວກນັກປາດ! ພວກເຂົາໄດ້ນະມັດສະການພຣະອົງ …”(ເຫຼັ້ມດຽວກັນບັກທຶກໃນມັດທາຍ 2:11)ພຣະຄໍາພີບໍ່ເຄີຍບອກເຮົາໃຫ້ນະມັດສະການ ນາງມາລີຍິງພົມມະຈັນຫຼືອະທິຖານຕໍ່ນາງ!ນາງຄວນໄດ້ຮັບກຽດໃນຖານະແມ່ຂອງພຣະເຢຊູ ແຕ່ພວກເຮົາບໍ່ຕ້ອງນະມັດສະການນາງຫຼືອະທິຖານຕໍ່ນາງເປັນເດັດຂາດ.

ຈົ່ງມາກາບໄຫວ້ພຣະເຢຊູ
ຈົ່ງມາກາບໄຫວ້ພຣະເຢຊູ
ນະມັດສະການກາບໄຫວ້
ອົງພຣະເຢຊູຄຣິດເຈົ້າ

ເມື່ອພວກສາວົກເຫັນພຣະຄຣິດຜູ້ຊົງຟື້ນຈາກຕາຍໃນແຂວງກາລິລີພວກເຮົາຖືກບອກວ່າ

“ເມື່ອເຂົາເຫັນພຣະອົງຈຶ່ງກາບລົງນະມັດສະການພຣະອົງ” (ມັດທາຍ 28:17; ລູກາ 24:52)

ເອແມນ! ຂໍໃຫ້ພວກເຮົານະມັດສະການພຣະອົງຢູ່ໃນຄຣິສຕະຈັກໃນວັນຄຣິສມາດ,ເພາະ ພຣະອົງພຽງຜູ້ດຽວຊົງສົມຄວນໄດ້ຮັບການນະມັດສະການໃນວັນຄຣິສມາດແລະຕະຫຼອດປີ

III. ສາມ ພວກເຂົາໄດ້ເອົາເຄື່ອງບັນນາການມາຖະວາຍໃຫ້ແກ່ພຣະອົງ.

“ຄັ້ນພວກພວກເຂົາເຂົ້າໄປໃນເຮືອນກໍພົບກຸມານກັບນາງມາລີແມ່ ຈຶ່ງກາບຖວາຍນະມັດການກຸມານນັ້ນ ແລ້ວເປີດຫີບຈັບຊັບສົມບັດຂອງພວກເຂົາອອກມາຖວາຍແກ່ກຸມານເປັນເຄື່ອງບັນນາການ ຄື ຄຳ ກຳຍານ ແລະຢາງໄມ້ຫອມ”(ມັດທາຍ 2:11)

“ພວກເຂົາຖວາຍແກ່ກຸມານເປັນເຄື່ອງບັນນາການ…”ດຣ.ຈອນອາ.ໄຣສ໌ກ່າວວ່າ:

ພວກເຂົາກົ້ມໜ້າລົງແລະນະມັດສະການພຣະອົງ! ຫຼັງຈາກນັ້ນດ້ວຍນໍ້າຕາ ແຫ່ງຄວາມດີໃຈພ້ອມກັບປາກສັ່ນ ແລະຫົວໃຈເຕັ້ນເປັນຈັ່ງຫວະດ້ວຍ ຄວາມຍິນດີ,ນິ້ວມືທີ່ປະມ່າຂອງເຂົາໄດ້ເປີດຫີບທີ່ໃສ່ເຄື່ອງ ຫຼືເຈ້ຍຫໍ່ເກີບ ແຕະທີ່ມັດຊັບສົມບັດຂອງເຂົາແລະເປີດມັນອອກ,ພວກເຂົາໄດ້ມອບຂອງດີທຸກຢ່າງທີ່ເຂົາມີແດ່ພຣະເຢຊູຄຣິດເຈົ້າ! (John R. Rice, D.D., “Gifts of the Wise Men,” I Love Christmas, Sword of the Lord Publishers, 1955, p. 47).

ຫຼັງຈາກນັ້ນດຣ.ໄຣສ໌ກ່າວວ່າ:

ພວກເຂົາເປີດຊັບສົມບັດຂອງເຂົາອອກແລ້ວມອບຖະວາຍແດ່ພຣະເຢຊູ ເຈົ້າ,ຂ້າພະເຈົ້າຂໍຮ້ອງພວກທ່ານໃນມື້ນີ້… ຈົ່ງເອົາພຣະເຢຊູເຂົ້າມາໃນ ສ່ວນລຶກລັບເລິກສຸດຂອງໃຈທ່ານ,ເປີດສົມບັດຂອງທ່ານອອກມາແລ້ວຖະ ວາຍຊັ້ນຍອດແລະທຸກຢ່າງທີ່ດີທີ່ສຸດແດ່ພຣະອົງ,ມອບທຸກສິ່ງແດ່ພຣະອົງ ແລະຍິນດີທີ່ພຣະອົງຍອມຫຼຸດກຽດ(ຍອມຮັບເຮັດສິ່ງທີ່ໂຕຖືວ່າຕໍ່າກວ່າຖາ ນະຂອງຕົນ)ເພື່ອທີ່ຈະໄດ້ພວກມັນມາ(ເຫຼັ້ມດຽວກັນໜ້າ 48)

ຂ້າພະເຈົ້າມັກເພງເກົ່າໆທີ່ຮ້ອງໂດຍຟຣານເຊສແຮບເວີກັລສະເໝີ“ຊີວິດຂ້າຂໍມອບຖວາຍ”

ຊີວິດຂ້າຂໍມອບຖະວາຍສຸດແຕ່ພຣະເຈົ້າຊົງນໍາໄປ
ມືຂອງຂ້າຂໍມອບໄວ້ໃຫ້
ດ້ວຍແຮງດັນແຫ່ງຄວາມຮັກພຣະອົງດ້ວຍແຮງດັນແຫ່ງຄວາມຮັກພຣະອົງ

ໃຫ້ປາກຂ້າຮັບພຣະດໍາລັດກ້າປະກາດເລື່ອງຄວາມລອດບາບ
ເງີນແລະທອງສິ່ງຂອງທີ່ມີ
ຂໍຖະວາຍດ້ວຍຄວາມຍິນດີ ຂໍຖະວາຍດ້ວຍຄວາມຍິນດີ

ຄວາມຮັກຂ້າຂໍມອບຖະວາຍ ຂ້າຢາກຕາມແຕ່ນໍ້າພຣະໄທ
ຂ້າຖະວາຍຈິດວິນຍານກາຍ
ຂໍມອບໄວ້ຈົນຊີບວາງວາຍ ຂໍມອບໄວ້ຈົນຊີບວາງວາຍ
(“Take My Life, and Let it Be” by Frances R. Havergal, 1836-1879).

ທຸກສິ່ງເພື່ອພຣະເຢຊູທຸກສິ່ງເພື່ອພຣະເຢຊູ
ທຸກສິ່ງຂອງຂ້າຖືກໄຖ່ດ້ວຍລິດອໍານາດ
ທຸກສິ່ງເພື່ອພຣະເຢຊູທຸກສິ່ງເພື່ອພຣະເຢຊູ
ທຸກມື້ແລະທຸກຊົ່ວໂມງຂອງຂ້າ
(“All For Jesus” by Mary D. James, 1810-1883).

ຖ້າບົດເພງເຫຼົ່ານັ້ນໝາຍເຖິງທຸກສິ່ງແລ້ວ,ມັນກໍສອນພວກເຮົາໃຫ້ຢູ່ໃນຄຣິສຕະຈັກ,ນະມັດສະການພຣະຄຣິດໃນວັນຄຣິສມາດ - ຫຼາຍກວ່າທີ່ຈະໄປງານລ້ຽງແບບຊາວໂລກ!

ເມື່ອພວກນັກປາດນະມັດສະການພຣະເຢຊູເຈົ້າ,ພວກເຂົາໄດ້ເອົາຄໍາ,ກໍາຍານແລະຢາງໄມ້ຫອມມາຖະວາຍ, ທັງສາມຢ່າງນີ້ເປັນຂອງຂວັນທີ່ແພງຫຼາຍຊື່ງເປັນສິ່ງທີ່ດີທີ່ສຸດທີ່ ພວກນັກປາດມີ, ຄໍາເປັນພາບຂອງຂວັນທີ່ມອບແກ່ກະສັດ,ກໍາຍານເປັນເຄື່ອງຫອມທີ່ຫາ ຄ່າບໍ່ໄດ້,ບັນພະບຸລຸດແຫ່ງຄຣິສຕະຈັກອໍຣິຈິນ(185-254)ໄດ້ກ່າວວ່າມັນເປັນເຄື່ອງຫອມ ແຫ່ງຄວາມເປັນພຣະເຈົ້າ, ອໍຣິຈິນເວົ້າຜິດໃນບາງເລື່ອງແຕ່ລາວພັດເວົ້າຖືກກ່ຽວກັບເລື່ອງ ນີ້, ກໍາຍານສື່ເຖິງພຣະອົງໃນຖານະເປັນພຣະເຈົ້າທີ່ເກີດມາເປັນມະນຸດ, ຢາງໄມ້ຫອມເປັນ ເຄື່ອງເທດອັນໜື່ງທີ່ຖືກໃຊ້ໂດຍຄົນຢິວຕອນທີ່ພວກເຂົາຝັງສົບຄົນຕາຍ, ໃນຢອນ 19:39 ພວກເຮົາຖືກບອກວ່ານິໂຄເດມັສໄດ້ນໍາເອົາຢາງໄມ້ຫອມແລ້ວໃສ່ລົງໄປໃນພຣະສົບຂອງ ພຣະເຢຊູ“ຕາມທຳນຽມຝັງສົບຂອງພວກຢິວ” ຄໍາສໍາຫຼັບກະສັດ,ກໍາຍານສໍາຫຼັບພຣະເຈົ້າ ຜູ້ຊົງຮັບສະພາບຂອງມະນຸດ,ຢາງໄມ້ຫອມສໍາຫຼັບພຣະອົງຜູ້ຊື່ງທຸກທໍລະມານແລະຕາຍເທິງໄມ້ກາງແຂນເພື່ອຈ່າຍໜີ້ບາບໃຫ້ກັບພວກເຮົາ, ຂໍເຊີນຢືນຂື້ນແລ້ວຮ້ອງເພງບົດທີ່ຫ້າຢູ່ໃນ ປື້ມເພງຂອງທ່ານ

ຂໍເຊີນທ່ານຜູ້ວາງໃຈ ຊື່ນໃຈຍິນດີມີໄຊ
ເຊີນມາ ເຊີນມາໄວສູ່ໝູ່ບ້ານເບັດເລເຮມ
ມາເຝົ້າພຣະກຸມມານຣາຊາແຫ່ງທູດສະຫວັນ
ຈົ່ງມາກາບໄຫວ້ພຣະເຢຊູ ຈົ່ງມາກາບໄຫວ້ພຣະເຢຊູ
ນະມັດສະການກາບໄຫວ້ ອົງພຣະເຢຊູຄຣິດເຈົ້າ

ບັນດາເທວະດາຈົ່ງຮ້ອງເປັນຄວາມຊື່ນໃຈຂື້ນ
ບັນດາຊາວສະຫວັນທັງເທິງອັນຮຸ່ງເຮືອງແລະເສາະໃສ
ລັດສະໝີຈົ່ງຖະວາຍແກ່ພຣະອົງສູງສຸດ
ຈົ່ງມາກາບໄຫວ້ພຣະເຢຊູ ຈົ່ງມາກາບໄຫວ້ພຣະເຢຊູ
ນະມັດສະການກາບໄຫວ້ ອົງພຣະເຢຊູຄຣິດເຈົ້າ

ຈົ່ງພາກັນນົບນ້ອມສະຫຼອງວັນເກີດຂອງພຣະອົງ
ໂອ້ ຂໍຊົງໂຜດຮັບລັດສະໝີທີ່ທູນຖະວາຍ
ພຣະທໍາພຣະບິດາປາກົດຮ່ວມຊາດມະນຸດ
ຈົ່ງມາກາບໄຫວ້ພຣະເຢຊູ ຈົ່ງມາກາບໄຫວ້ພຣະເຢຊູ
ນະມັດສະການກາບໄຫວ້ ອົງພຣະເຢຊູຄຣິດເຈົ້າ
(“O Come, All Ye Faithful,” translated by Frederick Oakeley, 1802-1880).

ແລະຖ້າພວກທ່ານຍັງບໍ່ທັນໄດ້ຮັບຄວາມລອດເທື່ອຈົ່ງມາຫາພຣະອົງ! ວາງໃຈໃນພຣະອົງ ແລະພຣະອົງຈະຊົງອະໄພບາບຂອງທ່ານ,ຊໍາລະທ່ານໃຫ້ສະອາດດ້ວຍພຣະໂລຫິດອັນປະ ເສີດຂອງພຣະອົງ! ເອແມນ, ຂໍເຊີນ ດຣ.ແຊນ ມານໍາພວກເຮົາອະທິຖານແດ່.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ: ມັດທາຍ 2:1-10.
ບັນເລງເພງກ່ອນຄໍາເທດສະໜາໂດຍ ທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“We Three Kings” (by John H. Hopkins, Jr., 1820-1891).

ໂຄງຮ່າງບົດເທດສະໜາ

ຂອງຂວັນຂອງພວກນັກປາດ

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ

“ຄັ້ນພວກພວກເຂົາເຂົ້າໄປໃນເຮືອນກໍພົບກຸມານກັບນາງມາລີແມ່ ຈຶ່ງກາບຖວາຍນະມັດການກຸມານນັ້ນ ແລ້ວເປີດຫີບຈັບຊັບສົມບັດຂອງພວກເຂົາອອກມາຖວາຍແກ່ກຸມານເປັນເຄື່ອງບັນນາການ ຄື ຄຳ ກຳຍານ ແລະຢາງໄມ້ຫອມ”(ມັດທາຍ 2:11)

(ດານຽນ 2:27; ມັດທາຍ 2:9, 2; 2 ໂກລິນໂທ 6:17, 18)

I. ໜື່ງ ພວກເຂົາໄດ້ເຂົ້າມາຂ້າງໃນເຮືອນ. ລູກາ 2:7, 24; ມັດທາຍ 2:10,9;
ອົບພະຍົບ 13:21.

II. ສອງ ພວກເຂົາໄດ້ກາບລົງແລະນະມັດສະການພຣະອົງ. ໂຢຮັນ 1:14; ມັດທາຍ 28:17; ລູກາ 24:52.

III. ສາມ ພວກເຂົາໄດ້ເອົາເຄື່ອງບັນນາການມາຖະວາຍໃຫ້ແກ່ພຣະອົງ.
ໂຢຮັນ 19:39.