Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ມີຄວາມເຂົ້າໃຈຫຼາຍກວ່າພວກຄູຂອງຂ້າພະອົງ

MORE UNDERSTANDING THAN MY TEACHERS!
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 7/12/2014
A sermon preached at the Baptist Tabernacle of Los Angeles
Lord's Day Morning, December 7, 2014


ກ່ອນທີ່ຂ້າພະເຈົ້າຈະອ່ານຂໍ້ພຣະຄໍາພີ,ຂ້າພະເຈົ້າຈະຂໍອ່ານອີເມວທີ່ສົ່ງມາໃຫ້ຂ້າ ພະເຈົ້າໃນອາທິດແລ້ວນີ້ໂດຍຜູ້ຊາຍຄົນໜື່ງຊື່ງເປັນຜູ້ສະໜັບສະໜູນທາງດ້ານການເງີນແກ່ການຮັບໃຊ້ທາງອິນເຕີເນັດຂອງພວກເຮົາ,ລາວເວົ້າວ່າ:

“ຂ້ອຍມັກຄໍາເທດສະໜາຂອງອາຈານເລື່ອງ‘ໜັງສືຫາຍໃຈຂອງພຣະເຈົ້າ’ ໃນຕອນເຊົ້າວັນອາທິດ, ຂ້ອຍໄດ້ຮັບຄວາມເຂົ້າໃຈຢ່າງເລິກເຊີງອັນຍິ່ງ ໃຫຍ່ກວ່າຫຼາຍເກົ່າ,ຂອບໃຈ…ອາຈານຮູ້ບໍ ຂ້ອຍບໍ່ຄິດວ່າຫຼາຍຄົນເຂົ້າໃຈ ວ່າຄໍາສອນຂອງອາຈານແມ່ນຢູ່ໃນ‘ລະດັບວິທະຍາໄລ’…ຂ້ອຍແນ່ໃຈວ່າ ໃນອານາຈັກຂອງພຣະເຈົ້າພຣະອົງຈະຊົງຖືວ່າອາຈານເປັນ“ສາສະດາຈານກຽດຕິຄຸນ”ຄົນໜື່ງ ຂ້ອຍຮູ້ດີ”

ຂອບໃຈທ່ານສໍາຫຼັບຄໍາດີໆເຫຼົ່ານັ້ນ! ຂ້າພະເຈົ້າບໍ່ເຄີຍຄິດກ່ຽວກັບຕົນເອງໃນຖານະເປັນ ນັກສຶກສາພຣະຄໍາພີຄົນໜື່ງ, ຂ້າພະເຈົ້າຄິດກ່ຽວກັບຕົນເອງໃນຖານະເປັນນັກເທດແລະມິດ ຊັນນາຣີຄົນໜື່ງ,ບໍ່ແມ່ນນັກຄິດທີ່ຍິ່ງໃຫຍ່, ຕອນນີ້ຂໍໃຫ້ພີ່ນ້ອງເປີດພຣະຄໍາພີໄປໃນໜັງສື ເພງສັນລະເສີນ 119

“ຂ້າພະອົງມີຄວາມເຂົ້າໃຈຫຼາຍກວ່າບັນດາຄູຂອງຂ້າພະອົງເພາະບັນດາ ພຣະໂອວາດຂອງພຣະອົງເປັນຄໍາຕຶກຕອງຂອງຂ້າພະອົງ…ພຣະດໍາລັດ ຂອງພຣະອົງຂ້າພະອົງຊີມແລ້ວຫວານແທ້, ຫວານກວ່ານໍ້າເຜີ້ງເມື່ອເຖິງ ປາກຂ້າພະອົງ ຂ້າພະອົງໄດ້ຄວາມເຂົ້າໃຈໂດຍຂໍ້ບັງຄັບຂອງພຣະອົງ ເພາະສະນັ້ນຂ້າພະອົງກຽດຊັງວິທີຈອມປອມທຸກຢ່າງ” (ເພງສັນລະເສີນ 119:99,103-104)

ເພງສັນລະເສີນບົດທີ່ 119 ຄືບົດທີ່ຍາວທີ່ສຸດໃນພຣະຄໍາພີທັງໝົດ, ຫົວຂໍ້ຂອງ ບົດເພງສັນລະເສີນນີ້ກໍຄືພຣະຄໍາພີ,ຊື່ງນັກແຕ່ງງເພງສັນລະເສີນໄດ້ເອີ້ນເປັນຊື່ຕ່າງໆວ່າ “ພຣະດໍາລັດ” “ພຣະບັນຍັດ” “ພຣະໂອວາດ” “ກົດເກນຂອງພຣະອົງ” ແລະອື່ນໆອີກ, ມັນໄດ້ປົກປ້ອງພຣະຄໍາພີ ນັ້ນຄືເປົ້າໝາຍຂອງມັນ.

ດຣ.ດັບໂບຢູ.ເອ.ຄຣິສແວວຄືນັກສຶກສາພຣະຄໍາພີຜູ້ໃຫຍ່ແລະຜູ້ປ້ອງກັນພຣະຄໍາພີທີ່ຍິ່ງໃຫຍ່ຄົນໜື່ງ, ລາວເປັນສິດຍາພິບານຂອງຄຣິສຕະຈັກເຟີສແບັບຕິດແຫ່ງເມືອງດາລັສ ລັດເທັກຊັສເປັນເວລາເກືອບຫົກສິບປີ, ຂ້າພະເຈົ້າຮັກດຣ.ຄຣິສແວວ! ສຽງທີ່ໜັກແໜ້ນກັບ ຄວາມເຊື່ອທີ່ຖ່ອມຂອງລາວໄດ້ດົນໃຈຂ້າພະເຈົ້າເປັນເວລາມາຫ້າສິບປີມາແລ້ວ! ໜັງສື ຂອງລາວເລື່ອງ ເປັນຫຍັງຂ້ອຍຈື່ງເທດສະໜາວ່າພຣະຄໍາພີຄືຄວາມຈິງແທ້ ໄດ້ດົນໃຈ ແລະຊ່ວຍເຫຼືອຂ້າພະເຈົ້າຫຼາຍຢ່າງ.

ແລະຂ້າພະເຈົ້າຮັກພຣະຄໍາພີ,ຂ້າພະເຈົ້າບໍ່ໄດ້ໃຫຍ່ມາໃນຄອບຄົວຄຣິສຕຽນ,ຂ້າ ພະເຈົ້າບໍ່ມີໂອກາດໄດ້ເຕີບໃຫຍ່ມາໃນຄອບຄົວຄຣິສຕຽນ,ຖ້າບໍ່ເປັນເພາະພຣະຄໍາພີຂ້າພະ ເຈົ້າເອງກໍຄົງຈະບໍ່ໄດ້ເປັນຄຣິສຕຽນໃນປະຈຸບັນນີ້ໄດ້.

ຂ້າພະເຈົ້າຖືກບອກໂດຍພວກແບັບຕິດໃຕ້ວ່າຂ້າພະເຈົ້າຈະຕ້ອງມີໃບປະກາດປະ ລິນຍາຕີຈື່ງຈະເປັນນັກເທດໄດ້, ນັ້ນຄືຂໍ້ຮຽກຮ້ອງໃນຖ້າມກາງຂອງພວກແບັບຕິດໃຕ້,ແຕ່ ຂ້າພະເຈົ້າພັດບໍ່ມີເງີນທີ່ຈະໄປຮຽນຢູ່ວິທະຍາໄລຄຣິສຕຽນໄດ້, ຂ້າພະເຈົ້າຕ້ອງເຮັດວຽກ ໝົດມື້ແລະໄປຮຽນຢູ່ວິທະຍາໄລໃນຕອນກາງຄືນ, ຂ້າພະເຈົ້າມີຄວາມສາມາດພຽງແຕ່ຈ່າຍ ເພື່ອເຂົ້າໃນມະຫາໄລທາງໂລກແຫ່ງໜື່ງເທົ່ານັ້ນ,ແລະເຂົ້າຮຽນວິຊາຕ່າງໆພາຍຫຼັງທີ່ເຮັດ ວຽກອັນຍາວນານແປດຊົ່ວໂມງໃນແຕ່ລະມື້.

ໃນຕອນທີ່ຂ້າພະເຈົ້າຮຽນຢູ່ໂຮງຮຽນຝ່າຍໂລກພວກສາສະດາຈານຫຼາຍຄົນກໍພາ ກັນຕໍ່ສູ້ພຣະຄໍາພີໂດຍບໍ່ມີຄວາມເມດຕາ,ໃນຫ້ອງຮຽນຫຼັງຈາກຮຽນພວກເຂົາກໍພາກັນເຍີ້ຍ ພຣະຄໍາພີ,ພວກເຂົາດູຖູກພຣະຄໍາພີ, ພວກເຂົາເຮັດເກືອບທຸກຢ່າງທີ່ເປັນໄປໄດ້ເພື່ອ ສັ່ນຄອນຄວາມເຊື່ອຂອງຂ້າພະເຈົ້າໃນໜັງສືຂອງພຣະເຈົ້າ, ໃນໂຮງຮຽນຝ່າຍໂລກນັ້ນທີ່ ເປັນຄັ້ງທໍາອິດທີ່ຂ້າພະເຈົ້າໄດ້ຮັບການປອບໃຈໃນຖ້ອຍຄໍາຂອງຂໍ້ພຣະຄໍາພີຂອງເຮົາ.

“ຂ້າພະອົງມີຄວາມເຂົ້າໃຈຫຼາຍກວ່າບັນດາຄູຂອງຂ້າພະອົງເພາະບັນດາ ພຣະໂອວາດຂອງພຣະອົງເປັນຄໍາຕຶກຕອງຂອງຂ້າພະອົງ…ພຣະດໍາລັດ ຂອງພຣະອົງຂ້າພະອົງຊີມແລ້ວຫວານແທ້, ຫວານກວ່ານໍ້າເຜີ້ງເມື່ອເຖິງ ປາກຂ້າພະອົງ ຂ້າພະອົງໄດ້ຄວາມເຂົ້າໃຈໂດຍຂໍ້ບັງຄັບຂອງພຣະອົງ ເພາະສະນັ້ນຂ້າພະອົງກຽດຊັງວິທີຈອມປອມທຸກຢ່າງ” (ເພງສັນລະເສີນ 119:99,103-104)

ຂ້າພະເຈົ້າຈົບຈາກວິທະຍາໄລຝ່າຍໂລກນັ້ນ,ຫຼັງຈາກນັ້ນພວກແບັບຕິດໃຕ້ກໍບອກ ຂ້າພະເຈົ້າວ່າ “ເຈົ້າຈະຕ້ອງມີໃບປະກາດປະລິນຍາໂທຈາກໂຮງຮຽນພຣະຄໍາພີເພື່ອເປັນ ສິດຍາພິບານແບັບຕິດໃຕ້ຄົນໜື່ງ” ແຕ່ຂ້າພະເຈົ້າບໍ່ມີເງີນໄປຮຽນຢູ່ໂຮງຮຽນພຣະຄໍາພີອານຸ ລັກນິຍົມທີ່ເຊື່ອພຣະຄໍາພີ, ມັນແພງເກີນໄປສໍາຫຼັບຄົນທຸກຍາກຄືກັບຂ້າພະເຈົ້າ,ນັບຕັ້ງແຕ່ ຂ້າພະເຈົ້າໄດ້ເປັນສະມາຊິກຂອງຄຣິສຕະຈັກແບັບຕິດໃຕ້ຂ້າພະເຈົ້າກໍສາມາດໄປຮຽນ ຢູ່ໂຮງຮຽນພຣະຄໍາພີຂອງພວກເຂົາໂດຍຈ່າຍພຽງແຕ່ສ່ວນນ້ອຍຂອງຄ່າຮຽນຢູ່ໂຮງຮຽນ ພຣະຄໍາພີທັລບອດ, ຫຼືໂຮງຮຽນສາສະໜາສາດທີ່ອານຸລັກນິຍົມແຫ່ງອື່ນໆ, ມັນໃຊ້ເວ ລາສາມປີທີ່ຈະໄດ້ໃບປະກາດປະລິນຍາໂທຢູ່ໃນໂຮງຮຽນພຣະຄໍາພີ,ຂ້າພະເຈົ້າຖາມສິດຍາພິບານຂອງຈ້າພະເຈົ້າວ່າຂ້າພະເຈົ້າຄວນໄປຮຽນຢູ່ໂຮງຮຽນພຣະຄໍາພີແບັບຕິດໂກເດັ້ນ ເກ້ດຂອງພວກແບັບຕິດໃຕ້ສາຍເສລີນິຍົມບໍ, ແລະເພີ່ນຕອບວ່າ “ໄປເລີຍບ໋ອບ ເຈົ້າຮູ້ຈັກ ພຣະຄໍາພີ,ມັນບໍ່ເຮັດໃຫ້ເຈົ້າເຈັບດອກ” ລາວເວົ້າຖືກວ່າ ມັນຈະບໍ່ເຮັດໃຫ້ຂ້າພະເຈົ້າ“ເຈັບ” ແຕ່ມັນເກືອບຈະຂ້າຂ້າພະເຈົ້າຖີ້ມ!

ຖ້າຫາກບໍ່ເປັນເພາະພຣະຄຸນຂອງພຣະເຈົ້າຂ້າພະເຈົ້າຄິດວ່າຕົນເອງຄົງຈະບໍ່ມີຊີ ວິດຢູ່ຮອດປະຈຸບັນນີ້-ແລະຂ້າພະເຈົ້າແນ່ໃຈວ່າຈະບໍ່ໄດ້ຮັບໃຊ້ພຣະເຈົ້າ, ຂ້າພະເຈົ້າກາຍ ເປັນຄົນທີ່ທໍ້ແທ້ໃຈຫຼາຍແລະອົກຫັກຢູ່ໃນໂຮງຮຽນທີ່ຂີ້ຮ້າຍນັ້ນຊື່ງຄວາມຈິງແລ້ວຂ້າພະເຈົ້າໄດ້ເລີກຮັບໃຊ້ເປັນເວລາສອງສາມມື້, ຂ້າພະເຈົ້າໄດ້ໃຊ້ເວລາທີ່ໂຫດຮ້າຍເປັນເວລາສາມປີ ຢູ່ໃນໂຮງຮຽນທີ່ເຢັນຊ່າ,ເຫງົາຫງອຍ,ຂຸຸມນາຮົກຂອງຄວາມບໍ່ເຊື່ອ, ຂ້າພະເຈົ້າອາດຈະບໍ່ມື້ ເຮັດໄດ້ຫຼືຮຽນຈົບຖ້າຫາກບໍ່ເປັນເພາະພຣະຄໍາພີ, ຂ້າພະເຈົ້າກໍຈະໄປນອນຢູ່ໃນຫໍພັກຂອງ ຕົນແລ້ວເປີດພຣະຄໍາພີ,ເກືອບທຸກໆມື້ທີ່ຂ້າພະເຈົ້າໄດ້ອ່ານຈາກຂໍ້ພຣະຄໍາພີຂອງເຮົາ,

“ຂ້າພະອົງມີຄວາມເຂົ້າໃຈຫຼາຍກວ່າບັນດາຄູຂອງຂ້າພະອົງເພາະບັນດາ ພຣະໂອວາດຂອງພຣະອົງເປັນຄໍາຕຶກຕອງຂອງຂ້າພະອົງ…ພຣະດໍາລັດ ຂອງພຣະອົງຂ້າພະອົງຊີມແລ້ວຫວານແທ້, ຫວານກວ່ານໍ້າເຜີ້ງເມື່ອເຖິງ ປາກຂ້າພະອົງ ຂ້າພະອົງໄດ້ຄວາມເຂົ້າໃຈໂດຍຂໍ້ບັງຄັບຂອງພຣະອົງ ເພາະສະນັ້ນຂ້າພະອົງກຽດຊັງວິທີຈອມປອມທຸກຢ່າງ” (ເພງສັນລະເສີນ 119:99,103-104)

ຂ້າພະເຈົ້າຮູ້ສຶກຄືວ່າຕົນໄດ້ຕົກລົງໄປໃນນາຮົກແລ້ວ, ຂ້າພະເຈົ້າຄິດວ່າຕົນເອງ ຈະບໍ່ມີມື້ໄດ້ອອກໄປຈາກໂຮງຮຽນໂດຍທີ່ຍັງມີຊີວິດຢູ່,

“ຂ້າພະອົງຮ້ອງທູນດ້ວຍສີ້ນສຸດໃຈຂອງຂ້າພະອົງ ໂອພຣະເຈົ້າ ຂໍຊົງຟັງ ຂ້າພະອົງ ຂ້າພະອົງຈະຮັກສາກົດເກນຂອງພຣະອົງ ຂ້າພະອົງຮ້ອງທູນ ພຣະອົງຂໍຊົງຊ່ວຍຂ້າພະອົງໃຫ້ລອດ ເພື່ອຂ້າພະອົງຈະຮັກສາບັນດາພຣະ ໂອວາດຂອງພຣະອົງ”(ເພງສັນລະເສີນ 119:145-146)

ແຕ່ມັນຢູ່ບ່ອນນັ້ນໃນໄຟແຫ່ງຄວາມເຈັບປວດ,ຜູ້ດຽວໃນບ່ອນທີ່ມີລົມພັດ,ສະຖານທີ່ເຢັນ ແລະໂດດດ່ຽວຂອງຄວາມບໍ່ເຊື່ອ,ຊື່ງຂ້າພະເຈົ້າໄດ້ຮຽນຮູ້ທີ່ຈະຮັກພຣະຄໍາພີຫຼາຍກວ່າຊີວິດຂອງຕົນເອງ.

ສາສະດາແຫ່ງການເທດສະໜາບອກຂ້າພະເຈົ້າວ່າຂ້າພະເຈົ້າກໍາລັງມີຊື່ສຽງບໍ່ດີ ເພາະການປົກປ້ອງພຣະຄໍາພີໃນຫ້ອງຮຽນ, ລາວບອກຂ້າພະເຈົ້າວ່າຂ້າພະເຈົ້າເປັນນັກ ເທດທີ່ດີແຕ່ຂ້າພະເຈົ້າກໍາລັງມີຊື່ສຽງບໍ່ດີເພາະການປ້ອງກັນພຣະຄໍາພີໃນຫ້ອງຮຽນ,ລາວ ເວົ້າວ່າ“ເຈົ້າຈະບໍ່ມີມື້ມີຄຣິສຕະຈັກຈັກເທື່ອ”ປະທານໂຮງຮຽນພຣະຄໍາພີເອີ້ນຂ້າພະເຈົ້າເຂົ້າໄປໃນຫ້ອງການຂອງລາວແລະເວົ້າແບບດຽວກັນວ່າ-“ເຈົ້າຈະບໍ່ມີມື້ມີຄຣິສຕະຈັກດອກ, ພວກເຂົາຈະຄົ້ນຫາວ່າເຈົ້າສ້າງບັນຫາຫຍັງແດ່ຢູ່ໃນນີ້”ເມື່ອຂ້າພະເຈົ້າໄດ້ອ່ານຖ້ອຍຄໍາຂອງລູເທີຜູ້ຍິ່ງໃຫຍ່ ມັນສາມາດເປັນຄໍາຂອງຂ້າພະເຈົ້າເອງໄດ້ວ່າ:

ຂ້າພະເຈົ້າຢືນຢູ່ບ່ອນນີ້,ຂ້າພະເຈົ້າບໍ່ສາມາດເຮັດຢ່າງອື່ນໄດ້,ນອກຈາກວ່າຂ້າພະເຈົ້າຖືກໂນມນ້າວເລື່ອງຄວາມຜິດພາດໂດຍພຣະຄໍາພີບໍລິສຸດ, ຂ້າ ພະເຈົ້າອາດຈະສາມາດຫຼືບໍ່ກ້າຫົວຫົດທຸກຢ່າງເພາະຈິດສໍານຶກຂອງຂ້າພະ ເຈົ້າຖືກຍຶດໄວ້ໂດຍພຣະຄໍາຂອງພຣະເຈົ້າ.

ຄໍານັ້ນຢູ່ເໜືອອໍານາດຝ່າຍໂລກ,ບໍ່ຂອບໃຈເຂົາ, ໃກ້ຊິດ
ພຣະວິນຍານແລະຂອງປະທານຕ່າງໆເປັນຂອງເຮົາ,ຜ່ານທາງ
ພຣະອົງຜູ້ຊົງຢູ່ຂ້າງເຮົາ, ຈົ່ງປອ່ຍໃຫ້ຄວາມດີອອກມາ,ທັງຊີວິດ
ສິນລະທໍານີ້ເຊັ່ນກັນ, ຮ່າງກາຍອາດຖືກເຂົາຂ້າ,ຄວາມຈິງຂອງ
ພຣະເຈົ້າຍັງຄົງຢູ່,ອານາຈັກຂອງພຣະອົງຄົງຢູ່ຕະຫຼອດເປັນນິດ
(“A Mighty Fortress Is Our God” by Martin Luther, 1483-1546).

“ຂ້າພະອົງມີຄວາມເຂົ້າໃຈຫຼາຍກວ່າບັນດາຄູຂອງຂ້າພະອົງເພາະບັນດາ ພຣະໂອວາດຂອງພຣະອົງເປັນຄໍາຕຶກຕອງຂອງຂ້າພະອົງ”(ເພງສັນລະ ເສີນ 119:99)

ພຣະຄໍາພີບໍ່ພຽງແຕ່ເປັນປື້ມແບບຮຽນເທົ່ານັ້ນ,ແຕ່ມັນຍັງຄືປື້ມແບບຮຽນສາສະໜາ ສາດອີກນໍາ,ເມື່ອພຣະຄໍາພີເວົ້າເຖິງເລື່ອງສາສະໜາສາດສິ່ງທີ່ເວົ້າເຖິງກໍເປັນຄວາມຈິງ, ແລະເມື່ອພຣະຄໍາພີເວົ້າເຖິງວິທະຍາສາດມັນກໍເປັນຄວາມຈິງເຊັ່ນດຽວກັນ.

ໃນປີທີ່ສາມແລະປີສຸດທ້າຍຂອງຂ້າພະເຈົ້າໃນໂຮງຮຽນພຣະຄໍາພີ,ຂ້າພະເຈົ້າຖືກ ເລືອກໂດຍໝູ່ຂອງຂ້າພະເຈົ້າແລະພວກຜູ້ສະໜັບສະໜູນໃຫ້ເປັນບັນນາທິການໜັງສືພິມ ຂອງນັກສຶກສາທີ່ຊື່ວ່າປະຈຸບັນຫຼັງຈາກນັ້ນຂ້າພະເຈົ້າກໍເປີດເລົາປືນທັງສອງຕໍ່ສູ້ພວກສາສະດາຈານເສລີນິຍົມທີ່ປະຕິເສດພຣະຄໍາພີ,ໃນບົດຄວາມຂອງຂ້າພະເຈົ້າໃນໜັງສືພິມນັ້ນ,ຂ້າ ພະເຈົ້າໄດ້ຂຽນຄໍາຕອບຕໍ່ພວກທີ່ຕໍ່ສູ້ພຣະຄໍາພີໃນຫ້ອງຮຽນ,ພວກນັກສຶກສາຫຼາຍຄົນພາກັນແລ່ນອອກໄປເອົາໜັງສືພິມປະຈຸບັນຕອນທີ່ມັນອອກມາ,ຂ້າພະເຈົ້າບັງເອີນໄດ້ຍິນນັກສຶກ ສາຄົນໜື່ງເວົ້າວ່າ“ບໍ່ມີໃຜເຄີຍອ່ານຈັກເທື່ອຈົນໄຮເມີສ໌ມາເປັນບັນນາທິການ” ໜື່ງໃນສິ່ງ ທີ່ຂ້າພະເຈົ້າຂຽນກໍຄືຄວາມແນ່ນອນຂອງວິທະຍາສາດຂອງພຣະຄໍາພີ,ເມື່ອພຣະຄໍາພີກ່າວ ເຖິງຄໍາເວົ້າໜື່ງທີ່ກ່ຽວຂ້ອງກັບວິທະຍາສາດມັນມັກເປັນຄວາມຈິງແລະແນ່ນອນສະເໝີ, ນີ້ຄືຄວາມຈິງທາງວິທະຍາສາດບາງອັນທີ່ເປີດເຜີຍໃນພຣະຄໍາພີຊື່ງບໍ່ມີໃຜຮູ້ເມື່ອພຣະຄໍາພີຖືກຂຽນຂື້ນ

I. ໜື່ງ ພຣະຄໍາພີເວົ້າເຖິງເລືອດມະນຸດວ່າເປັນສິ່ງທີ່ບໍ່ຮູ້ຈັກເມື່ອພຣະຄໍາພີຖືກຂຽນຂື້ນ.

ກະລຸນາເປີດໄປໃນໜັງສືເລວີນິຕິ 17:11, ມັນຢູ່ໃນໜ້າທີ່ 150 ຂອງພຣະຄໍາພີ ສະກໍຟິວ,ເຊີນຢືນຂື້ນແລ້ວອ່ານເກົ້າຄໍາທໍາອິດນັ້ນ

“ເພາະຊີວິດຂອງເນື້ອໜັງຢູ່ໃນເລືອດ”(ເລວີນິຕິ 17:11)

ເຊີນນັ່ງລົງໄດ້, ດຣ.ເຮັນຣີ່ເອັມ.ມໍຣິສໄດ້ກ່າວວ່າ:

ຂໍ້ພຣະຄໍາພີທີ່ສໍາຄັນນີ້ຄ້າຍກັບຂໍ້ອື່ນໆ(ປະຖົມມະການ 9:3-6)ສະແດງໃຫ້ ເຫັນວ່າການໝູນວຽນຂອງເລືອດຄືປັດໃຈຫຼັກໃນຊີວິດຝ່າຍເນື້ອໜັງ (ຖືກ ຄົ້ນພົບໃນປີ 1616 ໂດຍວິລລ່ຽມຮາວີ)…ການປຽບທຽບທາງວິທະຍາ ສາດທີ່ເຂົ້າໃຈແຈ້ງແລະເລິກເຊີງສະໄໝໃໝ່ນີ້ໄດ້ຢືນຢັນໃນສິ່ງທີ່ພຣະເຈົ້າໄດ້ຊົງເປີດເຜີຍມາຫຼາຍພັນປີກ່ອນ Henry M. Morris, Ph.D., The Defender’s Study Bible, World Publishing, 1995, p. 154; note on Leviticus 17:11)

ເຖິງແມ່ນວ່າວິລລ່ຽມຮາວີໄດ້ຄົ້ນພົບວ່າເສັ້ນເລືອດໃຫຍ່ຕ່າງໆປະກອບດ້ວຍເລືອດແທນທີ່ຈະເປັນອາກາດໃນປີ 1616 “ເກືອບບໍ່ມີອັນໃດທີ່ຖືກຮັບຮູ້ເລື່ອງການເຮັດວຽກ ຂອງເລືອດເພື່ອລ້ຽງຊີວິດຈົນຮອດຍຸກສະໄໝໃໝ່” (John R. Rice, D.D., Our God-Breathed Book – The Bible, Sword of the Lord Publishers, 1969, p. 319)ເມື່ອປະທານາ ທິບໍດີຄົນທໍາອິດຂອງເຮົາຈອຊວໍຊິງຕັນເປັນໄຂ້ໝໍໄດ້ເອົາເລືອດຂອງລາວອອກສາມເທື່ອ, ເທື່ອທີ່ສາມໝໍໄດ້ເອົາເລືອດອອກຈາກວໍຊິງຕັນຫຼາຍກວ່າໜື່ງໃນສາມ,ປະທານາທິບໍດີຕາຍ ເພາະໝໍບໍ່ຮູ້ຈັກໃນສິ່ງທີ່ພຣະຄໍາພີໄດ້ເປີດເຜີຍເມື່ອຫຼາຍສະຕະວັດທີ່ຜ່ານມາວ່າ“ຊີວິດຂອງ ເນື້ອໜັງຢູ່ໃນເລືອດ” “ຄວາມຄິດໂງ່ໆຂອງລາວທີ່ວ່າພະຍາດທຸກຊະນິດເກີດຈາກສາເຫດ ຂອງການມີເລືອດຫຼາຍໂພດ”(ໄຣສ໌ເຫຼັ້ມດຽວກັນ)

II. ສອງ ພຣະຄໍາພີເວົ້າກ່ຽວກັບໂລກວ່າເປັນສິ່ງທີ່ບໍ່ຮູ້ຈັກເມື່ອພຣະຄໍາຖືກຂຽນຂື້ນ.

ກະລຸນາເປີດໄປໃນໂຢບ 26:7 ,ມັນຢູ່ໜ້າ 585 ໃນພຣະຄໍາພີສະກໍຟິວ,ຂໍເຊີນຢືນ ຂື້ນແລ້ວອ່ານສຽງດັງໆ.

“ພຣະອົງຊົງຂະຫຍາຍທາງເໜືອອອກຄຸມບ່ອນວ່າງເປົ່າ ແລະຫ້ອຍໂລກ ເໜືອທີ່ວ່າງເປົ່າ”(ໂຢບ 26:7)

ເລື່ອງນີ້ຖືກຂຽນຂື້ນ 1,500 ປີກ່ອນຄ.ສ. ສະບັບແປສະໄໝໃໝ່ໄດ້ໃສ່ລົງໄປແບບນີ້ວ່າ “ພຣະອົງຊົງຂະຫຍາຍທ້ອງຟ້າອອກໄປທາງເໜືອເໜືອທີ່ວ່າງເປົ່າ ພຣະອົງຊົງແຂວນໂລກ ເໜືອທີ່ວ່າງເປົ່າ”(ເອັນໄອວີ)ນັກສຶກສາພຣະຄໍາພີທີ່ມີຊື່ສຽງດຣ.ຊາລສ໌ຈອນເອລິຄອດໄດ້ ເວົ້າເຖິງໂຢບ 26:7 ວ່າ:

…ຕົວຢ່າງທີ່ໂດດເດັ່ນຫຼາຍ(ຄາດລ່ວງໜ້າ)ການຄົ້ນພົບເລື່ອງວິທະຍາສາດ ນີ້ຄືສິ່ງທີ່ເຮົາພົບໃນໜັງສືໂຢບ,ຫຼາຍກວ່າສາມພັນປີມາແລ້ວ,ການອະທິ ບາຍໃນພາສາຂອງວິທະຍາສາດທີ່ແນ່ນອນເຖິງສະພາບໂລກຂອງເຮົາ, ແລະການຫ້ອຍໄວ້ຊື່ງເປັນສິ່ງທີ່ພິສູດເຖິງລິດອໍານາດຂອງພຣະເຈົ້າ (Charles John Ellicott, Ph.D., Ellicott’s Commentary on the Whole Bible, Zondervan Publishing House, n.d., volume IV, p. 46; note on Job 26:7).

“ພຣະອົງຊົງແຂວນໂລກເໜືອທີ່ວ່າງເປົ່າ”(ເອັນໄອວີ)“ແລະຫ້ອຍໂລກເໜືອທີ່ວ່າງເປົ່າ”(ຄິງ ເຈມສ໌),ຄໍາເວົ້າເຫຼົ່ານັ້ນຖືກຂຽນຂື້ນໃນພຣະຄໍາພີກ່ອນຄ.ສ.ຕອນທີ່ພວກໂຣມັນເຊື່ອວ່າໂລກວາງຢູ່ທາງຫຼັງຂອງພະເຈົ້າຜູ້ຍິ່ງໃຫຍ່ທີ່ເອີ້ນວ່າແອັດລາສແລະມີຄັ້ງໜື່ງເມື່ອພວກຮິນດູກ່າວວ່າໂລກຮາບພຽງແລະວາງຢູ່ເທິງຫຼັງຊ້າງໂຕໜື່ງທີ່ຢືນຢູ່ຂ້າງຫຼັງຂອງເຕົ່າໃຫຍ່ໂຕໜື່ງທີ່ ລອຍຂ້າມທະເລຂອງຈັກກະວານ! ດຣ.ເຈ.ເວີນັ້ນແມັກກີໄດ້ກ່າວວ່າ“ຈົ່ງຈື່ໄວ້ວ່າໂຢບຄົນນີ້ ອາໄສຢູ່ໃນຍຸກຂອງຫົວໜ້າເຜົ່າແລະແນ່ນອນຜູ້ຊາຍຄົນນີ້ຮູ້ດີວ່າໂລກນີ້ຫ້ອຍຢູ່ໃນອາວະ ກາດ, ທີ່ວ່າພຣະເຈົ້າຊົງແຂວນໝາກບານໃຫຍ່ຂອງໂລກໄວ້ໃນອາວະກາດໂດຍບໍ່ມີຫຍັງ ມາຄໍ້າຈຸນມັນ…ຄືຄວາມຄິດໜື່ງທີ່ພວກນັກດາລາສາດບໍ່ມີຮູ້ຈັກ” (J. Vernon McGee, Th.D., Thru the Bible, Thomas Nelson Publishers, 1982, volume II, p. 632; note on Job 26:7)ມັນເກີດຂື້ນຫຼັງຈາກສາມພັນກວ່າປີມາແລ້ວ,ຊື່ງໜັງສືໂຢບໄດ້ເວົ້າເຖິງວ່າພຣະເຈົ້າຊົງ“ຫອ້ຍໂລກເໜືອທີ່ີວ່າງເປົ່າ” “ມັນຖືກແຂວນໄວ້ໃນບ່ອນວ່າງເປົ່າໃນອາວະກາດ”ຄືກັບທີ່ ດຣ.ເອ.ອາ.ຟໍເຊັດໄດ້ກ່າວໄວ້(Jamieson, Fausset and Brown’s Commentary, William B. Eerdmans Publishing Company, 1976 edition, volume II, p. 62; note on Job 26:7)

ຕອນນີ້ເປີດໄປໃນໜັງສືອິດສະຢາ 40:22 ຂໍໃຫ້ເຮົາຢືນຂື້ນແລ້ວອ່ານສິບສາມຄໍາ ທໍາອິດດັງໆ,ຈົບດ້ວຍຄໍາວ່າ“ໂລກ”

“ຄືພຣະອົງຜູ້ນັ່ງລົງເໜືອວົງກົມຂອງແຜ່ນດິນໂລກ…”(ອິດສະຢາ 40:22)

ຂໍເຊີນນັ່ງລົງ.

ບັນທຶກໃຈກາງໂຕ“ຈີ”ໃນພຣະຄໍາພີສະກໍຟິວສຶກສາກ່າວວ່າ “ຈຸດເດັ່ນໜື່ງທີ່ອ້າງອີງ ໃສ່ວົງກົມ(ວົງມົນ)ຂອງໂລກ” ດຣ.ດັບໂບຢູເອ.ຄຣິສແວວໄດ້ກ່າວວ່າ “ອິດສະຢາຂຽນ ເຈັດຮ້ອຍປີກ່ອນຄ.ສ.ໄດ້ຮູ້ຈັກແລ້ວກ່ຽວກັບການເປັນວົງກົມຂອງໂລກ,ນີ້ແມ່ນຄວາມເຂົ້າໃຈແຈ້ງແລະເລິກເຊີງທີ່ໂດດເດັ່ນອັນໜື່ງທີ່ຖືກປະທານໃຫ້ໂດຍການດົນໃຈຂອງພຣະເຈົ້າ” (The Criswell Study Bible, Thomas Nelson Publishers; note on Isaiah 40:22). ດຣ.ເຮັ່ນຣີ່ເອັມ.ມໍຣິສໄດ້ກ່າວວ່າພາສາຣິບຣູແປຄໍາວ່າ“ວົງມົນ”ເປັນ“ຄັກ”ແລະ“ແນ່ໃສ່ວົງກົມ(ອ້ອມຮອບ)ຂອງໂລກ” (The Criswell Study Bible, Thomas Nelson Publishers; note on Isaiah 40:22).

ດັ່ງນັ້ນພຣະຄໍາພີຈື່ງສອນວ່າໂລກນີ້ເປັນໜ່ວຍກົມແລະຫ້ອຍຢູ່ໃນອາວະກາດເທິງ ຄວາມວ່າງເປົ່າ!ດຣ.ຈອນອາ.ໄຣສ໌ໄດ້ກ່າວໄວ້ວ່າ“…ເລື່ອງນີ້ຖືກຂຽນເປັນເວລາຫຼາຍພັນປີ ກ່ອນທີ່ກາເລລິໂອ,ໂຄລໍາບັສແລະແມັກເກແລນຈະຮຽນຮູ້ວ່າໂລກນີ້ກົມ”(ໄຣສ໌ເຫຼັ້ມດຽວກັນໜ້າ 320)

III.  ສາມ ສິ່ງທີ່ພຣະເຢຊູຮູ້ຈັກກ່ຽວກັບວົງກົມແລະການໝຸນອ້ອມຮອບຂອງໂລກ ແມ່ນບໍ່ຮູ້ຈັກໂດຍໂລກເມື່ອພຣະຄໍາພີຖືກຂຽນຂື້ນ.

ຊາວກຣີກຕັ້ງທິດສະດີວ່າໂລກນີ້ກົມແຕ່ພວກເຂົາພັດບໍ່ຮູ້ວ່າມັນໝຸນອ້ອມຕົວ,ໂດຍ ສະເລ່ຍແລ້ວມະນຸດຄິດວ່າໂລກນີ້ຮາບພຽງ, ຈົນຮອດທຸກມື້ນີ້ມີກຸ່ມໜື່ງທີ່ປາກົດຂື້ນເອີ້ນວ່າ “ສັງຄົມໂລກຮາບພຽງ” ແຕ່ພຣະເຢຊູຄຣິດເຈົ້າຊົງຮູ້ດີວ່າໂລກນີ້ກົມແລະມັນຍັງສືບຕໍ່ໝຸນຢູ່, ພຣະອົງຊົງຮູ້ເລື່ອງນັ້ນຫຼາຍກວ່າ 1,400 ປີກ່ອນທີ່ແມັກເກແລນຈະຂີ່ເຮືອໃບອ້ອມໂລກ, ຂໍໃຫ້ເຮົາເປີດພຣະທໍາລູກາ 17:34-36 ຂໍເຊີນຢືນຂື້ນແລ້ວອ່ານລູກາ 17:34-36

“ເຮົາບອກທ່ານທັງຫລາຍວ່າ ໃນຄືນວັນນັ້ນຈະມີຊາຍສອງຄົນນອນໃນທີ່ ນອນອັນດຽວກັນ ຈະຊົງຮັບຄົນໜຶ່ງ ຈະຊົງປະຄົນໜຶ່ງ ຜູ້ຍິງສອງຄົນຈະໂມ່ແປ້ງນຳກັນ ຈະຊົງຮັບຄົນໜຶ່ງ ຈະຊົງປະຄົນໜຶ່ງ ຊາຍສອງຄົນຈະຢູ່ໃນທົ່ງນາ ຈະຊົງຮັບຄົນໜຶ່ງ ຈະຊົງປະຄົນໜຶ່ງ”(ລູກາ 17:34-36)

ຂໍເຊີນນັ່ງລົງ, ພຣະເຢຊູຊົງກ່າວວ່າເມື່ອພຣະອົງສະເດັດມາໃນຕອນການຖືກຮັບຂື້ນ,ຜູ້ຊາຍ ສອງຄົນຈະນອນຢູ່ເທິງຕຽງ,ຜູ້ຍິງສອງຄົນຈະອີ້ວແປ້ງຢູ່ແລະຜູ້ຊາຍສອງຄົນຈະຢູ່ໃນທົ່ງນາ, ດຣ.ເຮັນຣີ່ເອັມ.ມໍຣິສໄດ້ກ່າວໄວ້ວ່າ:

ເມື່ອພຣະເຈົ້າສະເດັດມາມັນຈະເປັນຕອນກາງຄືນເມື່ອພວກຜູ້ຊາຍນອນ ຢູ່ເທິງຕຽງ, ແຕ່ມັນຈະເປັນຕອນເຊົ້າໆເຊັ່ນກັນເມື່ອພວກຜູ້ຍິງກໍາລັງອີ້ວ ແປ້ງຢູ່,ແລະເປັນກາງມື້ເມື່ອພວກຜູ້ຊາຍກໍາລັງເຮັດວຽກຢູ່ໃນທົ່ງນາ,ເລື່ອງນີ້ເປັນໄປໄດ້ນັບຕັ້ງແຕ່ໂລກນີ້ກົມແລະໝຸນວຽນທຸກໆມື້ຜ່ານເສັ້ນສູນກາງ ຂອງມັນເອງ(Henry M. Morris, Ph.D., ibid., p. 1116; note on Luke 17:34).

ພຣະຄຣິດຈະສະເດັດມາ“ໃນຊົ່ວພັບຕາດຽວ”(1 ໂກລິນໂທ 15:52),ດັ່ງນັ້ນໃນຊົ່ວວິນາທີ ມັນຈະເປັນຕອນກາງຄືນຢູ່ໃນສ່ວນໜື່ງຂອງໂລກ,ເວລາແຈ້ງຢູ່ໃນອີກສ່ວນອື່ນຂອງໂລກ ແລະເປັນກາງມື້ຢູ່ໃນສະຖານອື່ນໆ, ດຣ.ຈອນອາ.ໄຣສ໌ໄດ້ກ່າວວ່າ “ພຣະເຢຊູເຈົ້າຊົງຮູ້ ຈັກ…ຄວາມຈິງທາງວິທະຍາສາດກ່ຽວກັບວິວັດທະນາການຂອງໂລກນີ້ຊື່ງເຮັດໃຫ້ເກີດເປັນກາງຄືນແລະກາງເວັນທີ່ກົງກັນຂ້າມກັນຂອງໂລກໃນເວລາດຽວກັນ”(ໄຣສ໌ເຫຼັ້ມດຽວກັນໜ້າ 321)

ຂໍ້ພຣະຄໍາພີສີ່ຂໍ້ນີ້ສະແດງໃຫ້ເຫັນຊັດເຈນວ່າເມື່ອພຣະຄໍາພີເວົ້າເຖິງບັນຫາວິທະຍາສາດ,ມັກຈະເວົ້າຖືກສະເໝີ, ແມ່ນກະທັ່ງບໍ່ມີຜູ້ໃດໃນໂລກຮູ້ຈັກຄວາມຈິງເລີຍ,ພຣະຄໍາ ພີເວົ້າຖືກສະເໝີໃນເລື່ອງບັນຫາທາງວິທະຍາສາດເຫຼົ່ານີ້,ພວກເຮົາຈະໄດ້ເຫັນອີກສາມຢ່າງໃນວັນອາທິດໜ້ານີ້.

ຂ້າພະເຈົ້າໄດ້ຂຽນຄວາມຈິງທີ່ງ່າຍໆແບບນີ້ລົງໄປໃນໜັງສືພິມຂອງນັກສຶກສາ ຕອນທີ່ຂ້າພະເຈົ້າເປັນບັນນາທິການຢູ່ໃນໂຮງຮຽນພຣະຄໍາພີແບັບຕິດໃຕ້ທີ່ປະຕິເສດພຣະ ຄໍາພີ,ມີບາງຄົນຮ້ອງໃສ່ຂ້າພະເຈົ້າ,ຄົນອື່ນໆຫົວຂວັນໃສ່ຂ້າພະເຈົ້າ,ປະທານຂອງໂຮງຮຽນພະຍາຍາມທີ່ຈະໄລ່ຂ້າພະເຈົ້າອອກແຕ່ລາວກໍເຮັດບໍ່ໄດ້ນັບຕັ້ງແຕ່ທີ່ຂ້າພະເຈົ້າເປັນນັກສຶກສາມາໄດ້ຫຼາຍກວ່າສອງປີແລ້ວ,ພວກເຂົາເວົ້າວ່າຂ້າພະເຈົ້າຈະບໍ່ມີມື້ມີຄຣິສຕະຈັກແບັບຕິດໃຕ້ຈັກເທື່ອ,ແຕ່ຂ້າພະເຈົ້າບໍ່ຈໍາເປັນຕ້ອງ“ໄດ້”ຄຣິສຕະຈັກແຫ່ງໜື່ງ,ຂ້າພະເຈົ້າໄດ້ເລີ່ມຄຣິສ ຕະຈັກໃຫມ່ແຫ່ງໜື່ງຫ່າງຈາກໂຮງຮຽນປະມານສອງໄມລ໌,ມັນຍັງຢູ່ຈົນຮອດທຸກມື້ນີ້, ມັນ ເປັນຄຣິສຕະຈັກແບັບຕິດໃຕ້ອັນໜື່ງ, ແລະມີຄຣິສຕະຈັກສີ່ສິບແຫ່ງທົ່ວໂລກທີ່ອອກມາຈາກ ຄຣິສຕະຈັກນັ້ນ, ແປກທີ່ຂ້າພະເຈົ້າໄດ້ເທດສະໜາໃນຫ້ອງປະຊຸມຂອງໂຮງຮຽນສາສະໜາ ສາດໂກເດັ້ນເກດເມື່ອສອງປີທີ່ຜ່ານມາໃນວັນຄົບຮອບສີ່ສິບປີຂອງຄຣິສຕະຈັກທີ່ຂ້າພະເຈົ້າໄດ້ເລີ່ມຂື້ນໃນມິລວັລເລລັດຄາລິຟໍເນຍ! ທຸກໆຄົນທີ່ເປັນພວກສາສະດາຈານສາຍເສລີທີ່ ປະຕິເສດພຣະຄໍາພີໄດ້ໜີໄປໝົດແລ້ວ - ແລະຂ້າພະເຈົ້າໄດ້ໄປເທດສະໜາບ່ອນນັ້ນ! ສັນລະເສີນພຣະນາມຂອງພຣະເຢຊູ! ແລະຂ້າພະເຈົ້າຍັງສາມາດເວົ້າດ້ວຍຄວາມຖ່ອມໃຈ ວ່າເພາະໂດຍພຣະຄຸນຂອງພຣະເຈົ້າເທົ່ານັ້ນ:

“ຂ້າພະອົງມີຄວາມເຂົ້າໃຈຫຼາຍກວ່າບັນດາຄູຂອງຂ້າພະອົງເພາະບັນດາ ພຣະໂອວາດຂອງພຣະອົງເປັນຄໍາຕຶກຕອງຂອງຂ້າພະອົງ…ພຣະດໍາລັດ ຂອງພຣະອົງຂ້າພະອົງຊີມແລ້ວຫວານແທ້, ຫວານກວ່ານໍ້າເຜີ້ງເມື່ອເຖິງ ປາກຂ້າພະອົງ ຂ້າພະອົງໄດ້ຄວາມເຂົ້າໃຈໂດຍຂໍ້ບັງຄັບຂອງພຣະອົງ ເພາະສະນັ້ນຂ້າພະອົງກຽດຊັງວິທີຈອມປອມທຸກຢ່າງ” (ເພງສັນລະເສີນ 119:99,103-104)

ຂ້າພະເຈົ້າຫວັງວ່າພວກທ່ານຈະບໍ່ມີມື້ອາຍທີ່ຈະວາງໃຈ.oພຣະຄໍາພີ,ພຣະເຢຊູກ່າວວ່າ:

“ເພາະຖ້າຜູ້ໃດມີຄວາມອາຍເພາະເຮົາແລະຖ້ອຍຄຳຂອງເຮົາ ບຸດມະນຸດກໍຈະມີຄວາມອາຍເພາະຜູ້ນັ້ນ ເມື່ອທ່ານມາດ້ວຍສະຫງ່າລາສີຂອງທ່ານເອງແລະຂອງພຣະບິດາແລະຂອງພວກທູດສະຫວັນບໍລິສຸດ”(ລູກາ 9:26)

ຈົ່ງມາຫາພຣະເຢຊູໂດຍຄວາມເຊື່ອ,ວາງໃຈໃນພຣະອົງແລະຖືກຊໍາລະລ້າງຈາກ ຄວາມຜິດບາບໂດຍພຣະໂລຫິດຂອງພຣະອົງ! ພຣະອົງຊົງຟື້ນຂື້ນຈາກຕາຍແລ້ວ! ຈົ່ງ ແນມຂື້ນໄປເທິງເມືອງສະຫວັນແລ້ວວາງໃຈໃນພຣະອົງເຖີດ!

ຈົ່ງເປີດຕາຂອງທ່ານໄປຫາພຣະເຢຊູ
ແນມເບິ່ງໃບໜ້າອັນອັດສະຈັນຂອງພຣະອົງ
ສິ່ງຕ່າງຂອງໂລກຈະເຕີບໃຫຍ່ຢ່າງມືດມົວປະຫຼາດ
ໃນຄວາມສະຫວ່າງແຫ່ງກຽດແລະພຣະຄຸນພຣະອົງ
(“Turn Your Eyes Upon Jesus” by Helen H. Lemmel, 1863-1961)

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ:ເພງສັນລະເສີນ 119:97-104
ບັນເລງເພງກ່ອນຄໍາເທດສະໜາໂດຍ ທ້າວ ເບັນຈາມິນຄິນເຄດກຣິຟຟິດ: ເພງສັນລະເສີນ 19:7-10

ໂຄງຮ່າງບົດເທດສະໜາ

ມີຄວາມເຂົ້າໃຈຫຼາຍກວ່າພວກຄູຂອງຂ້າພະອົງ

MORE UNDERSTANDING THAN MY TEACHERS!

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ

“ຂ້າພະອົງມີຄວາມເຂົ້າໃຈຫຼາຍກວ່າບັນດາຄູຂອງຂ້າພະອົງເພາະບັນດາພຣະໂອວາດຂອງພຣະອົງເປັນຄໍາຕຶກຕອງຂອງຂ້າພະອົງ… ພຣະດໍາລັດຂອງພຣະອົງຂ້າພະ ອົງຊີມແລ້ວຫວານແທ້, ຫວານກວ່ານໍ້າເຜີ້ງເມື່ອເຖິງປາກຂ້າພະອົງຂ້າພະອົງໄດ້ ຄວາມເຂົ້າໃຈໂດຍຂໍ້ບັງຄັບຂອງພຣະອົງ ເພາະສະນັ້ນຂ້າພະອົງກຽດຊັງວິທີຈອມ ປອມທຸກຢ່າງ” (ເພງສັນລະເສີນ 119:99,103-104)

(ເພງສັນລະເສີນ 119:145-146)

I. ໜື່ງ ພຣະຄໍາພີເວົ້າເຖິງເລືອດມະນຸດວ່າເປັນສິ່ງທີ່ບໍ່ຮູ້ຈັກເມື່ອພຣະຄໍາພີຖືກຂຽນຂື້ນ. ເລວີນີຕິ 17:11

II. ສອງ ພຣະຄໍາພີເວົ້າກ່ຽວກັບໂລກວ່າເປັນສິ່ງທີ່ບໍ່ຮູ້ຈັກເມື່ອພຣະຄໍາຖືກຂຽນຂື້ນ. ໂຢບ 26:7; ອິດສະຢາ 40:22.

III ສາມ ສິ່ງທີ່ພຣະເຢຊູຮູ້ຈັກກ່ຽວກັບວົງກົມແລະການໝຸນອ້ອມຮອບຂອງໂລກ ແມ່ນບໍ່ຮູ້ຈັກໂດຍໂລກເມື່ອພຣະຄໍາພີຖືກຂຽນຂື້ນ. ລູກາ 17:34-36; 1 ໂກລິນໂທ 15:52; ລູກາ 9:26