Print Sermon

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 215 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 36 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄວາມບ້າໆບໍໆຂອງວັນພັກຄຣິສມາດ

CHRISTMAS HOLIDAY MADNESS!
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 30/11/2014
A sermon preached at the Baptist Tabernacle of Los Angeles
Lord's Day Morning, November 30, 2014

“ຈິດໃຈຂອງບຸດທັງຫຼາຍຂອງມະນຸດກໍເຕັມໄປດ້ວຍຄວາມຊົ່ວ ຮ້າຍແລະຄວາມບ້າໆບໍໆຢູ່ໃນໃຈຂອງເຂົາເມື່ອເຂົາມີຊີວິດຢູ່ ແລະຫຼັງຈາກນັ້ນເຂົາກໍໄປຢູ່ກັບຄົນຕາຍ” (ປັນຍາຈານ 9:3)


ກະສັດຊາໂລມອນໄດ້ຂຽນໜັງສືປັນຍາຈານ, ມັນໄດ້ບັນທຶກປະສົບການຕ່າງໆທີ່ ລາວມີໃນຊີວິດ, ລາວໄດ້ລອງທຸກສິ່ງທຸກຢ່າງເພື່ອໃຫ້ເຫັນວ່າອັນໃດແດ່ຈະນໍາຄວາມພໍໃຈ ມາສູ່ຈິດໃຈຂອງລາວ,ລາວໄດ້ລອງສະແຫວງຫາຄວາມຮູ້, ລາວໄດ້ລອງຄວາມສະໜຸກສະ ໜານ,ລາວໄດ້ລອງສະແຫວງຫາຄວາມລໍ່າລວຍ, ລາວໄດ້ລອງນັບຖືສາສະໜາ, ລອງເບິ່ງ ການມີຊື່ສຽງ, ລອງທາງດ້ານສິນລະທໍາ,ສຸດທ້າຍລາວກໍມາສະຫຼຸບໄດ້ວ່າ“ສາລະພັດກໍເປັນ ຄວາມຫວ່າງເປົ່າແລະວຸ່ນວາຍໃຈ”(ປັນຍາຈານ 1:14; 2:11,17),ລາວໄດ້ເຫັນທຸກສິ່ງທຸກ ຢ່າງແລະໄດ້ລອງທຸກສິ່ງທຸກຢ່າງແລະເບິ່ງຄືວ່າມັນບໍ່ມີຄວາມໝາຍແລະວ່າງເປົ່າ, ເລື່ອງນີ້ ໄດ້ນໍາລາວໄປສະຫຼຸບພ້ອມກັບອັກຄະສາວົກໂຢຮັນທີ່ວ່າ“ໂລກກັບຕັນຫາຂອງໂລກໄດ້ຜ່ານພົ້ນໄປ”( 1 ໂຢຮັນ 2:17).

ປັນຍາຈານ 9:3 ເປັນຂໍ້ທີ່ບໍ່ມີຄວາມຫວັງວ່າຈະດີຂື້ນ,ມັນໄດ້ນໍາສະເໜີມຸມມອງ ດ້ານລົບຂອງມະນຸດ, ຂ້າພະເຈົ້າເຊື່ອວ່າກະສັດຊາໂລມອນເວົ້າຖືກແນ່ນອນ, ລາວໄດ້ເວົ້າ ເຖິງສາມປະໂຫຍກໃນຂໍ້ພຣະຄໍາພີຂໍ້ນີ້ທີ່ເປັນຄວາມຈິງແລະມັນກໍສອດຄ່ອງກັບພຣະຄໍາພີທີ່ເຫຼືອທັງໝົດ.

“ຈິດໃຈຂອງບຸດທັງຫຼາຍຂອງມະນຸດກໍເຕັມໄປດ້ວຍຄວາມຊົ່ວຮ້າຍ ແລະ ຄວາມບ້າໆບໍໆຢູ່ໃນໃຈຂອງເຂົາເມື່ອເຂົາມີຊີວິດຢູ່ ແລະຫຼັງຈາກນັ້ນເຂົາ ກໍໄປຢູ່ກັບຄົນຕາຍ” (ປັນຍາຈານ 9:3)

I. ໜື່ງ ກະສັດຊາໂລມອນກ່າວວ່າ “ຈິດໃຈຂອງບຸດທັງຫຼາຍຂອງມະນຸດກໍເຕັມໄປດ້ວຍ ຄວາມຊົ່ວຮ້າຍ”

ລາວໄດ້ເຮັດໃຫ້ເລື່ອງນີ້ຊັດເຈນໃນຂໍ້ພຣະຄໍາພີຂໍ້ອື່ນເມື່ອລາວເວົ້າວ່າ:

“ບໍ່ມີຄົນຊອບທໍາຈັກຄົນດຽວເທິງແຜ່ນດິນໂລກທີ່ໄດ້ປະພຶດລ້ວນແຕ່ຄວາມດີແລະບໍ່ເຮັດບາບເລີຍ” (ປັນຍາຈານ 7:20)

“ຈິດໃຈຂອງບຸດທັງຫຼາຍຂອງມະນຸດກໍເຕັມໄປດ້ວຍຄວາມຊົ່ວຮ້າຍ” ອັນນັ້ນບໍ່ແມ່ນສິ່ງທີ່ຄົນ ສ່ວນຫຼາຍເຊື່ອໃນປະຈຸບັນນີ້, ພວກເຮົາໄດ້ຍິນຜູ້ຄົນເວົ້າແລ້ວເວົ້າອີກວ່າ“ຂ້ອຍເຊື່ອວ່າມະ ນຸດເຮົາໂດຍພື້ນຖານແລ້ວແມ່ນດີ” ແຕ່ຄວາມຄິດນັ້ນບໍ່ໄດ້ຮັບສະໜັບສະໜູນໂດຍເຫດຜົນ ຫຼືພຣະຄໍາພີ! ເຫດຜົນຕ່າງໆຊີ້ໃຫ້ເຫັນວ່າມະນຸດແມ່ນ“ເຕັມໄປດ້ວຍຄວາມຊົ່ວຮ້າຍ”! ອ່ານ ໜັງສືພິມ, ເບິ່ງຂ່າວໃນໂທລະພາບ, ພວກເຮົາກໍເຫັນບັນຫາໃຫຍ່ແຫ່ງຄວາມຊົ່ວຮ້າຍແລະ ຄວາມດີມີແຕ່ໜ້ອຍດຽວ,ແມ່ນແຕ່ສິ່ງທີ່ເບິ່ງຄືວ່າ“ດີ”ໃນທີ່ສຸດກໍມາຈາກຄວາມເຫັນແກ່ຕົວຫຼື ຄວາມເຢີຫຍີ່ງ,ເພາະສະນັ້ນແລ້ວມັນຄືຄວາມຊົ່ວທາງສິນລະທໍາ! ອີກຄັ້ງແລະອີກຄັ້ງທີ່ເຫດ ຜົນໄດ້ຊີ້ໃຫ້ເຫັນເຖິງຄວາມຈິງຂອງຄໍາເວົ້າຂອງຊາໂລມອນທີ່ວ່າ “ຈິດໃຈຂອງບຸດທັງຫຼາຍ ຂອງມະນຸດກໍເຕັມໄປດ້ວຍຄວາມຊົ່ວຮ້າຍ”

ຫຼັງຈາກນັ້ນອ່ານພຣະຄໍາພີຈາກຕົ້ນຈົນຈົບພວກເຮົາກໍຖືກບອກເຖິງສັນດານບາບ ຂອງມະນຸດ,ຄວາມຊົ່ວຮ້າຍຂອງພວກເຂົາກ່ອນທີ່ນໍ້າຈະຖ້ວມໂລກ

“ພຣະເຈົ້າຊົງເຫັນວ່າຄວາມຊົ່ວຂອງມະນຸດມີຫລາຍເທິງແຜ່ນດິນໂລກ ແລະເຈດຕະນາທຸກຢ່າງແຫ່ງຄວາມຄິດທັງຫລາຍໃນໃຈຂອງພວກເຂົາລ້ວນແຕ່ຊົ່ວຮ້າຍຢ່າງດຽວສະເໝີໄປ” (ປະຖົມມະການ 6:5)

ໃນຄໍາເທດສະໜາທີ່ໂດ່ງດັງເລື່ອງ“ຄວາມບາບດັ່ງເດີມ” ຂອງຈອນເວສລີນັກປະກາດຂ່າວ ປະເສີດຜູ້ຍິ່ງໃຫຍ່(1703-1791) ກ່າວວ່າມະນຸດໃນຕອນນີ້ເປັນແບບດຽວກັນທີ່ເຂົາເປັນ ກ່ອນທີ່ນໍ້າຈະຖ້ວມໂລກ, ຈອນເວສລີໄດ້ກ່າວໄວ້ວ່າ:

ມັນເປັນເວລາກວ່າໜື່ງພັນປີພາຍຫຼັງ(ນໍ້າຖ້ວມ)ທີ່ພຣະເຈົ້າໄດ້ປະກາດໂດຍດາວິດ“(ເຂົາທັງຫຼາຍກໍຊົ່ວຊ້າລົງເໝືອນກັນໝົດ ບໍ່ມີຈັກຄົນດຽວທີ່ເຮັດດີ ບໍ່ມີເລີຍ” ເພງສັນລະເສີນ 14:3; ໂລມ 3:10)ແລະເລື່ອງນີ້ຜູ້ທໍານວາຍ ທຸກຄົນກໍໄດ້ເປັນພະຍານເຖິງ...ດັ່ງນັ້ນອິດສະຢາ(ກ່າວວ່າ)“ຫົວກໍເຈັບໝົດ ຈິດໃຈກໍອ່ອນເພຍໄປໝົດ ຕັ້ງແຕ່ຝາຕີນຈົນເຖິງຫົວບໍ່ມີຄວາມປົກກະຕິໃນ ນັ້ນເລີຍມີແຕ່ບາດແຜແລະຮອຍຊໍ້າແລະເປັນແຜເລືອດໄຫຼ” (ອິດສະຢາ 1:5-6) ເລື່ອງລາວດຽວກັນຖືກໃຫ້ໂດຍພວກອັກຄະສາວົກທຸກຄົນ, ຈາກ ເລື່ອງລາວທັງໝົດນີ້ເຮົາໄດ້ຮຽນຮູ້ກ່ຽວກັບມະນຸດໃນສະພາບສັນດານຂອງ ເຂົາ...ທີ່ວ່າ“ເຈດຕະນາທຸກຢ່າງແຫ່ງຄວາມຄິດທັງຫລາຍໃນໃຈຂອງພວກ ເຂົາລ້ວນແຕ່ຊົ່ວຮ້າຍຢ່າງດຽວສະເໝີໄປ” (John Wesley, M.A., “Original Sin,” The Works of John Wesley, Baker Book House, 1979 reprint, volume VI, pp. 57, 58).

ຜູ້ທໍານວາຍເຢເຣມີໄດ້ກ່າວວ່າ:

“ຈິດໃຈກໍເປັນໂຕລໍ້ລວງເໜືອກວ່າສິ່ງອື່ນໃດທັງໝົດ ມັນເສື່ອມຊາມຢ່າງ ຊົ່ວຮ້າຍ ຜູ້ໃດຈະຮູ້ຈັກໃຈນັ້ນລະ” (ເຢເລມີ 17:9)

ສະນັ້ນພວກເຮົາເຫັນວ່າພຣະຄໍາພີຕັ້ງແຕ່ຕົ້ນຈົນຈົບສະໜັບສະໜູນຄໍາເວົ້າຂອງຊາໂລມອນ“ຈິດໃຈຂອງບຸດທັງຫຼາຍຂອງມະນຸດກໍເຕັມໄປດ້ວຍຄວາມຊົ່ວຮ້າຍ” ແລະເຮົາເຫັນວ່າມັນ ໄດ້ຢືນຢັນຢູ່ໃນໜັງສືພິມແລະໃນໂທລະພາບທຸກໆມື້“ຈິດໃຈຂອງບຸດທັງຫຼາຍຂອງມະນຸດກໍ ເຕັມໄປດ້ວຍຄວາມຊົ່ວຮ້າຍ”

II. ສອງ ກະສັດຊາໂລມອນກ່າວວ່າ ແລະ “ຄວາມບ້າໆບໍໆຢູ່ໃນໃຈຂອງ ເຂົາ ເມື່ອເຂົາມີຊີວິດຢູ່”

“ຈິດໃຈຂອງບຸດທັງຫຼາຍຂອງມະນຸດກໍເຕັມໄປດ້ວຍຄວາມຊົ່ວຮ້າຍ ແລະ ຄວາມບ້າໆບໍໆຢູ່ໃນໃຈຂອງເຂົາເມື່ອເຂົາມີຊີວິດຢູ່ ແລະຫຼັງຈາກນັ້ນເຂົາ ກໍໄປຢູ່ກັບຄົນຕາຍ” (ປັນຍາຈານ 9:3)

ພາສາຮິບຣູແປຄໍາວ່າ“ບ້າໆບໍໆ”ມາຈາກຮາກຄໍາທີ່ໝາຍເຖິງ“ຄວາມໂງ່”(ສະບັບສະຕຣອງປີ 1984),ຄໍາທີ່ແທ້ຈິງແມ່ນ “ຮາວເລລາ” ຊື່ງໝາຍເຖິງ“ບ້າໆບໍໆ”(ສະບັບສະ ຕຣອງປີ 1947), ຄວາມບ້າ,ອາການເພີ້,ເລື່ອງທີ່ກວນໃຈ,ໂວຍວາຍ,ປ່າເຖື່ອນ - ນັ້ນຄື ພາບ“ຄວາມບ້າໆບໍໆຢູ່ໃນໃຈຂອງເຂົາເມື່ອເຂົາມີຊີວິດຢູ່” ດັດຊະນີຄໍາສັບທີ່ສໍາຄັນຂອງສະ ບັບສະຕຣອງບອກພວກເຮົາເຖິງຮາກຄໍາຂອງພາສາຮິບຣູໝາຍເຖິງ“ເພື່ອສະແດງອອກມາ, ເພື່ອເປັນຄົນໂງ່,ເພື່ອສະເຫຼີມສະຫຼອງ,ເພື່ອໂມໂຫ” ມັດທິວເຮັນຣີ່ກ່າວວ່າຜູ້ຄົນ…ປະຈຸບັນ ນີ້ເປັນຄົນບ້າໆບໍໆແລະຄວາມຍິນດີທຸກຢ່າງພວກເຂົາເບິ່ງຄືວ່າໄດ້ຮັບພອນກັບມັນແຕ່ເປັນຄືກັບ…ຄວາມຝັນແລະຄິດຝັນຂອງຄົນທີ່ສັບສົນ(ຄົນບ້າ) (Matthew Henry’s Commentary on the Whole Bible, Hendrickson Publishers, 1996 reprint, volume 3, p. 849; note on Ecclesiastes 9:3).

ຄວາມບ້າໆບໍໆຂອງຈິດໃຈມະນຸດຂະຫຍາຍໄປສູ່ຮູບແບບຕ່າງໆຂອງການໄຫວ້ຮູບເຄົາລົບ,ຜູ້ທໍານວາຍເຢເຣມີໄດ້ກ່າວວ່າ“ພວກເຂົາກໍບ້າຮູບເຄົາລົບນັ້ນ”(ເຢເຣມີ 50:38) - “ແລະຄວາມບ້າໆບໍໆຢູ່ໃນໃຈຂອງເຂົາເມື່ອເຂົາມີຊີວິດຢູ່”(ປັນຍາຈານ 9:3) ຜູ້ຄົນໃນສະ ໄໝຂອງພວກເຮົາ“ກໍບ້າຮູບເຄົາລົບນັ້ນ”ເຊັ່ນກັນ - ຮູບເຄົາລົບຂອງຮູບໂປ້,ວັດຖຸນິຍົມ, ຄວາມສະໜຸກສະໜານທີ່ບາບແລະຮູບເຄົາລົບໃຫຍ່ແຫ່ງ“ຄວາມມ່ວນຊື່ນ”

“ວັນພັກວຽກ”ຄືຊ່ວງເວລາໜື່ງຂອງປີເມື່ອຄວາມບ້າຂອງຈິດໃຈມະນຸດໄດ້ເປີດເຜີຍ ອອກມາ, ຄວາມບ້າໆບໍໆຂອງຈິດໃຈຂອງມະນຸດໃນວັນຄຣິສມາດແລະປີໃຫມ່ລະເບີດອອກ ມາຄືກັບການລະເບີດຂອງພູເຂົາໄຟ! ດຣ.ເອ.ດັບໂບຢູ,ໂທເຊີ(1897-1963)ໄດ້ກ່າວວ່າ:

ປະເພດຂອງຄວາມບ້າບໍໄດ້ດຶງດູດຄວາມສົນໃຈປະຊາຊົນທໍາມະດາແລະ ຫຼັງຈາກນັ້ນກໍເລີ່ມຕົ້ນ… ຄວາມຕື່ນເຕັ້ນໄດ້ພະຍາຍາມໃນທຸກພາກສ່ວນ ຂອງທຸກຄົນເພື່ອທີ່ຈະໄດ້ຢູ່ບ່ອນໃດບ່ອນໜື່ງບ່ອນທີ່ເຂົາຢູ່ນັ້ນ, ບໍ່ມີໃຜຢຸດ ຖາມວ່າມັນກ່ຽວຂ້ອງກັບຫຍັງແດ່ແຕ່ໃນທາງປະຕິບັດແລ້ວທຸກຄົນທີ່ບໍ່ໄດ້ຢູ່ໃນໂຮງໝໍຫຼືໃນຄຸກເຂົ້າຮ່ວມການຫຼັ່ງໄຫຼຂອງຝູງຊົນທົ່ວໄປຈາກທຸກຫົນທຸກແຫ່ງໄປສູ່ແຫ່ງໃດໜື່ງແລະກັບຄືນມາ, ແຮງກະຕຸ້ນທີ່ຕ້ານທານບໍ່ໄຫວໄດ້ ຈັບໃຈພວກເຮົາຫຼາຍຄົນຄືກັບຝຸ່ນຂີ້ແກບທີ່ພັດໄປໃນອາກາດ, ແລ້ວປີ່ນ ແລະປັ່ນເຮົາໃຫ້ວິນຫົວແລະອັນຕະລາຍ…(A. W. Tozer, D.D., “Midsummer Madness,” in God Tells the Man Who Cares, Christian Publications, 1970 edition, p. 127), ເພື່ອອ່ານກ່ຽວກັບດຣ.ໂທເຊີ ກົດທີ່ນີ້

ສິ່ງທີ່ດຣ.ໂທເຊີເວົ້າເຖິງກ່ຽວກັບ“ຄວາມບ້າບໍກາງລະດູຮ້ອນ”ຫ້າສິບປີທີ່ຜ່ານມາ,ຕອນນີ້ປະຍຸກໃຊ້ໄດ້ເທົ່າກັນ, ການເພີ່ມຂື້ນຂອງຄວາມບ້າໆບໍໆ “ວັນພັກ” ລະດູໃບໄມ້ລົ່ນກັບລະດູ ໜາວ! ຜູ້ຄົນພາກັນໄປປ່າ“ໃນຄວາມພະຍາຍາມ”ທີ່ຈະ“ສະໜຸກສະໜານ”

“ວັນພັກບ້າໆບໍໆ”ນີ້ເລີ່ມຕົ້ນຈາກວັນຮາໂລວີນ, ມີຜູ້ສາວຄົນໜື່ງທີ່ໄດ້ມາຄຣິສຕະ ຈັກນີ້ສອງສາມເທື່ອແລ້ວເວົ້າວ່າລາວຕ້ອງຂາດໂບດເພື່ອເລີ່ມຕົ້ນ “ແຕ່ງຕົວ” ໃນຊຸດຮາໂລ ວີນ, ນາງຕ້ອງຂາດໂບດໃນວັນອາທິດ 10:30 ໂມງເພື່ອເລີ່ມແຕ່ງຕົວໃນຊຸດປະເພນີຮາ ໂລວີນ! ຢ່າງໃດກໍ່ຕາມງານຮາໂລວີນເລີ່ມຕອນບ່າຍ 2:00, ແລະນາງຕ້ອງໃຊ້ເວລາຫຼາຍ ຊົ່ວໂມງໃນການແຕ່ງຕົວຄືກັບແມ່ມົດຫຼືນາງຟ້າ - ຫຼືແວມພາຍຫຼື-ອັນໃດກໍຕາມ!ນີ້ບໍ່ແມ່ນ ຫຍັງເລີຍນອກຈາກຄວາມບ້າບໍ - ວັນພັກບ້າໆບໍໆ? “ພວກເຂົາກໍບ້າຮູບເຄົາລົບນັ້ນ”(ເຢເລ ມີ 50:38)“ຄວາມບ້າໆບໍໆຢູ່ໃນໃຈຂອງເຂົາເມື່ອເຂົາມີຊີວິດຢູ່”(ປັນຍາຈານ 9:3)

ແລະມັນຈະຂີ້ຮ້າຍລົງ! ໃນຄວາມຕື່ນເຕັ້ນບ້າໆບໍໆຂອງ“ວັນພັກ” ຜູ້ຄົນຈະແລ່ນ ຕາມຄືກັບທີ່ດຣ.ໂທເຊີກ່າວໄວ້ ໃນ“ການຫຼັ່ງໄຫຼຂອງຝູງຊົນທົ່ວໄປ”...“ເພື່ອໄປບ່ອນໃດໜື່ງ ຫຼາຍກວ່າບ່ອນທີ່ເປັນ[ໂຕຕົນຂອງເຂົາ]” ຜູ້ຄົນສ່ວນຫຼາຍຈະບໍ່ແມ່ນແຕ່ພິຈາລະນາທີ່ຈະຢູ່ ບ້ານແລະມາໂບດໃນວັນຄຣິສມາດແລະວັນປີໃໝ່! “ແຮງກະຕຸ້ນອັນແຂງກ້າໄດ້ຍົກເຂົາ ຂື້ນຄືກັບຂີ້ແກບທີ່ປິວຂື້ນໄປໃນລົມ” -ແລ້ວໂຍນເຂົາລົງບ່ອນໃດໜື່ງທີ່ເຮັດໃຫ້ໂຕເຂົາຫົວ ປັກລົງໃນຄວາມບ້າບໍຂອງຮູບເຄົາລົບຄົນອາເມລິກາ - ທີ່ມີຊື່ວ່າ“ຄວາມມ່ວນຊື່ນ”

ຕອນທີ່ຂ້າພະເຈົ້າເປັນເດັກນ້ອຍໃນປີ 1940 ຜູ້ຄົນຈະພາກັນຢູ່ບ້ານແລ້ວໄປໂບດ ໃນຊ່ວງ“ວັນພັກການ” ແຕ່ປະຈຸບັນນີ້ພວກເຂົາເບິ່ງຄືວ່າພາກັນໄປ“ບ້າບໍ”ໃນວັນຂອບຄຸນ ພຣະເຈົ້າ,ວັນຄຣິສມາດແລະປີໃໝ່, “ຄວາມບ້າໆບໍໆ...ໃນໃຈຂອງເຂົາ”ບັງຄັບເຂົາໃຫ້ອອກ ໄປຈາກບ້ານ ແລະໂບດຂອງເຂົາໄປຫາຄວາມຕື່ນເຕັ້ນເພື່ອກົ້ມກາບກ່ອນຮູບເຄົາລົບໃຫຍ່ ແຫ່ງ“ຄວາມມ່ວນຊື່ນ” ພວກທ່ານບໍ່ສາມາດຄາດຫວັງຄົນບ້າບໍໃຫ້ຢູ່ໃນຄຣິສຕະຈັກໃນວັນ ຄຣິສມາດແລະວັນປີໃໝ່ໄດ້,ພວກທ່ານເຮັດໄດ້ບໍ? ຄວາມຄິດທີ່ແຜ່ຫຼາຍກໍຄືການປຸກໂຈມຕີ ໃສ່ຄວາມຄິດທີ່ມ່ວນຊື່ນບ້າໆຂອງມະນຸດສະໄໝໃໝ່.

ຂ້າພະເຈົ້າຖືກຕໍ່ສູ້ໃນຖານະເປັນຜະເດັດການ“ທີ່ເຮັດຖືກດ້ານກົດໝາຍ” -ແລະຊົ່ວ ຮ້າຍ-ເພາະການບອກພວກຄົນໜຸ່ມສາວໃຫ້ຢູ່ໃນຄຣິສຕະຈັກໃນຊ່ວງ“ວັນພັກການຕ່າງໆ” ແຕ່ຂ້າພະເຈົ້າຈະບໍ່ລົ້ມເລີກ! ພຣະຄຣິດຊົງກ່າວວ່າ:

“ທ່ານທັງຫລາຍຈະເປັນສຸກເມື່ອຄົນທັງຫລາຍຈະກຽດຊັງທ່ານ ແລະຈະໄລ່ທ່ານອອກຈາກພວກເຂົາ ແລະຈະປະໜາມທ່ານ ແລະຈະຢຽດຊື່ຂອງທ່ານວ່າເປັນຄົນຊົ່ວຊ້າ ເພາະທ່ານເຫັນແກ່ບຸດມະນຸດ ໃນວັນນັ້ນທ່ານທັງຫລາຍຈົ່ງຊື່ນຊົມ ແລະເຕັ້ນໂລດດ້ວຍຄວາມຍິນດີ ເພາະ ເບິ່ງເຖີດ ບຳເໜັດຂອງທ່ານມີບໍລິບູນໃນສະຫວັນ ເພາະວ່າບັນພະບຸລຸດຂອງເຂົາໄດ້ກະທຳຢ່າງນັ້ນແກ່ພວກສາສະດາພະຍາກອນຄືກັນ” (ລູກາ 6:22-23)

ຂ້າພະເຈົ້າຢາກໃຫ້ນັກເທດທຸກຄົນມີຄວາມກ້າທີ່ຈະເທດສະໜາຕໍ່ສູ້“ຄວາມບ້າໆບໍໆຂອງວັນພັກ”ຄືກັບດຣ.ເອ.ດັບໂບຢູ.ໂທເຊີເຮັດ! ມັນບໍ່ແມ່ນເວລາບໍທີ່ພວກນັກເທດຈະເທດ ສະໜາຕໍ່ຕ້ານພວກວັດຖຸນິຍົມ,ພວກຂີ້ເມົາແລະພວກມົວເມົານໍາການຫຼິ້ນແມ່ຈ້າງຂອງ“ວັນ ພັກຜ່ອນ”ເຫຼົ່ານີ້? ມັນບໍ່ແມ່ນເວລາບໍສໍາພວກນັກເທດທີ່ຈະເທດອອກໄປຄືກັບດຣ.ໂທເຊີ ເຮັດ? ພວກເຮົາຕ້ອງການສຽງທີ່ໜັກແໜ້ນຄືກັບດຣ.ໂທເຊີເພື່ອທີ່ຈະຊ່ວຍຄົນຂອງພວກ ເຮົາໃຫ້ພົ້ນຈາກການຕື່ນເຕັ້ນ“ການເຕັ້ນຂອງຄົນຕາຍ”ນີ້ - ໃນຂະນະທີ່ເສດຖະກິດຂອງ ພວກເຮົາຕົກຕໍ່າແລະວັດທະນາທໍາຂອງເຮົາແຕກສະລາຍ - ແລະຜູ້ຄົນຂອງເຮົາຮ້ອງຫາ ເຄື່ອງເອ້ເລັກໆນ້ອຍໆທີ່ຖືກໆ,ການເດີນທາງແລະຄວາມສະໜຸກສະໜານເພີ່ມຂື້ນພ້ອມກິລາຕ່າງໆ,ຢາເສບຕິດ - ໃນຂະນະທີ່ປະເທດອາເມລິກາກໍາລັງລົ້ມສະລາຍຄືກັບອານາຈັກໂລ ມັນບູຮານ!

ກໍາຈັດການເດີນທາງໄປລາສເວກັສ! ກໍາຈັດການເດີນທາງໄປຊານຟຣານຊິສໂກ -ແລະຊານດິເອໂກ! ເມືອງໂສໂດມແລະເມືອງໂກໂມຣາ“ແລະເມືອງທີ່ຢູ່ອ້ອມຮອບນັ້ນ(ຢູດາ 7) ບໍ່ແມ່ນສະຖານທີ່ທີ່ຄວນຈະໄປໃນວັນຄຣິສມາດແລະປີໃໝ່! ຈົ່ງຫຼີກລ້ຽງ“ວັນພັກ”ບ້າບໍ ນັ້ນ! ຈົ່ງຢູ່ໃນຄຣິສຕະຈັກກັບຄົນຂອງພຣະເຈົ້າ,ນະມັດສະການພຣະຄຣິດຫຼາຍກວ່າຮູບເຄົາ ລົບແຫ່ງຄວາມ“ມ່ວນຊື່ນ” ພຣະຄໍາພີກ່າວວ່າ:

“ອົງພຣະຜູ້ເປັນເຈົ້າກ່າວວ່າ ຈົ່ງອອກໄປຈາກຖ້າມກາງພວກເຂົາແລະແຍກ ໂຕທ່ານທັງຫຼາຍອອກມາ” (2 ໂກລິນໂທ 6:17)

ຈົ່ງໜີອອກໄປຈາກຄວາມບ້າໆບໍໆຂອງ“ມື້ພັກ”ທີ່ຈະມາເຖິງ! ຈົ່ງໜີອອກມາ! ຈົ່ງໜີອອກ ມາ! ແລະຢູ່ກັບພວກເຮົາໃນຄຣິສຕະຈັກໃນວັນຄຣິສມາດແລະປີໃໝ່ສາກົນ! ແຕ່ຍັງມີຕອນ ສຸດທ້າຍໃນຂໍ້ພຣະຄໍາພີຂອງເຮົາ.

III. ສາມ ກະສັດຊາໂລມອນກ່າວວ່າ“ແລະຫຼັງຈາກນັ້ນເຂົາກໍໄປຢູ່ກັບຄົນຕາຍ”

ຂໍເຊີນຢືນຂື້ນແລ້ວອ່ານປັນຍາຈານ 9:3 ດັງໆ

“ຈິດໃຈຂອງບຸດທັງຫຼາຍຂອງມະນຸດກໍເຕັມໄປດ້ວຍຄວາມຊົ່ວຮ້າຍ ແລະ ຄວາມບ້າໆບໍໆຢູ່ໃນໃຈຂອງເຂົາເມື່ອເຂົາມີຊີວິດຢູ່ ແລະຫຼັງຈາກນັ້ນເຂົາ ກໍໄປກັບຄົນຕາຍ” (ປັນຍາຈານ 9:3)

ຂໍເຊີນນັ່ງລົງ, “ແລະຫຼັງຈາກນັ້ນເຂົາ ກໍໄປສູ່ຄວາມຕາຍ”

ຄວາມຕາຍ! ອັນນັ້ນເປັນສິ່ງທີ່ມາຫຼັງຈາກຄວາມບ້າບໍຂອງຊີວິດ, ຄວາມຕາຍ! ລ້ອນຈ້ອນ,ຄວາມເຢັນຊ່າ, ຄວາມເປັນຈິງຂອງຄວາມຕາຍບໍ່ສາມາດໜີໄປໂດຍການແລ່ນ ແບບບ້າໆຫຼັງຈາກຄວາມ“ມ່ວນຊື່ນ”ຂອງຮູບເຄົາລົບຊາຕານໄດ້, ບໍ່ ບໍ່ມີຄວາມ“ມ່ວນຊື່ນ” ໃນຫຼຸມຝັງສົບ! ບໍ່ມີຄວາມມ່ວນຊື່ນ”ໃນນາຮົກ! ພຣະຄໍາພີກ່າວວ່າ:

“ເສດຖີ…ຕາຍ ແລະເຂົາກໍຝັງໄວ້ ແລ້ວເມື່ອຢູ່ໃນນາຮົກເປັນທຸກທໍລະມານຍິ່ງຫຼາຍ ເສດຖີນັ້ນຈຶ່ງແຫງນເບິ່ງ” (ລູກາ 16:22-23)

ພຣະເຢຊູຕັດວ່າ “ຄົນເຫຼົ່ານີ້ຈະອອກໄປຮັບການລົງໂທດເປັນນິດ”(ມັດທາຍ 25:46)

“ຈິດໃຈຂອງບຸດທັງຫຼາຍຂອງມະນຸດກໍເຕັມໄປດ້ວຍຄວາມຊົ່ວຮ້າຍ ແລະ ຄວາມບ້າໆບໍໆຢູ່ໃນໃຈຂອງເຂົາເມື່ອເຂົາມີຊີວິດຢູ່ ແລະຫຼັງຈາກນັ້ນເຂົາ ກໍໄປຢູ່ກັບຄົນຕາຍ” (ປັນຍາຈານ 9:3)

ດຣ.ຈອນກິລໄດ້ເວົ້າເຖິງຂໍ້ນີ້ເມື່ອລາວເວົ້າວ່າ:

ພາຍຫຼັງຄວາມບ້າໆບໍໆທຸກຢ່າງຂອງຊີວິດຂອງເຂົາແລ້ວ,ເຂົາກໍຕາຍແລະ ໄປສູ່ສະພາບຂອງຄົນຕາຍ…ພວກເຂົາກໍຕົກລົງໄປໃນນາຮົກ(John Gill, D.D., An Exposition of the Old Testament, The Baptist Standard Bearer, 1989 reprint, volume IV, p. 607; comment on Ecclesiastes 9:3).

ສິ່ງທີ່ສໍາຄັນທີ່ສຸດໃນຊີວິດບໍ່ແມ່ນການສະແຫວງຫາຄວາມສະໜຸກສະໜານ,“ມີການ ມ່ວນຊື່ນ”ໃນປະຈຸບັນຈະບໍ່ມີຄວາມໝາຍຫຍັງເລີຍໃນຊີວິດນິລັນດອນ,ຖ້າທ່ານຫາກຕາຍໄປໂດຍທີ່ບໍ່ໄດ້ຕຽມຕົວທີ່ຈະພົບພຣະຄຣິດໃນການພິພາກສາຄັ້ງສຸດທ້າຍ, ທ່ານຈະຕ້ອງຮູ້ສຶກ ສໍານຶກໃນເລື່ອງບາບຂອງຕົນ, ທ່ານຈະຕ້ອງຫັນຫຼັງຈາກຄວາມບາບໄປຫາພຣະຄຣິດ, ທ່ານຈະຕ້ອງຖືກພາໄປຫາພຣະຄຣິດໂດຍພຣະຄຸນ ແລະຖືກລ້າງບາບໂດຍພຣະໂລຫິດນິ ລັນດອນຂອງພຣະອົງ! ພຣະເຢຊູກ່າວວ່າ“ທ່ານຈະຕ້ອງບັງເກີດໃໝ່”(ຢອນ 3:7)

ຊາໂລມອນເຖົ້າແລ້ວຕອນທີ່ລາວຂຽນໜັງສືປັນຍາຈານ,ລາວເວົ້າຄືກັບພໍ່ເວົ້າກັບລູກຂອງຕົນຢູ່, ຂ້າພະເຈົ້າເອງມີຊີວິດຢູ່ໃນໂລກນີ້ເກືອບ 74 ປີແລ້ວ,ຂ້າພະເຈົ້າກໍາລັງເວົ້າ ກັບທ່ານຄືກັບລຸງທີ່ເຖົ້າແລ້ວໃນເຊົ້ານີ້, ຂ້າພະເຈົ້າຢາກໃຫ້ພວກທ່ານປະສົບຜົນສໍາເລັດໃນ ຊີວິດຄຣິສຕຽນແລະຫວັງວ່າພວກທ່ານຈະຟັງຂ້າພະເຈົ້າ, ໃນຕອນສຸດທ້າຍຂອງໜັງສືປັນ ຍາຈານຊາໂລມອນກ່າວວ່າ“ໃນປີເດືອນແຫ່ງຄວາມໜຸ່ມຂອງເຈົ້າ ເຈົ້າຈົ່ງລະນຶກເຖິງພຣະ ຜູ້ສ້າງຂອງເຈົ້າ”(ປັນຍາຈານ 12:1) ຄວາມໜຸ່ມຄືຊ່ວງເວລາທີ່ຈະຄິດຈິງຈັງກ່ຽວກັບສິ່ງທີ່ ຖາວອນ, ຂ້າພະເຈົ້າຫວັງວ່າພວກທ່ານທີ່ເປັນຄົນໜຸ່ມຈະຟັງຂ້າພະເຈົ້າເພາະຄືກັບຊາໂລ ມອນ,ຂ້າພະເຈົ້າເຫັນມາເກືອບ 74 ປີໃນຊີວິດຂອງຕົນມາແລ້ວ, ຂ້າພະເຈົ້າຮູ້ດີວ່າມັນສໍາ ຄັນແນວໃດແດ່ສໍາຫຼັບພວກທ່ານທີ່ຈະສະແຫວງຫາພຣະຄຣິດແລະຄິດເຖິງສິ່ງນິລັນດອນ ໃນຕອນນີ້ໃນເວລາທີ່ທ່ານຍັງໜຸ່ມຢູ່, ຈົ່ງຟັງບົດເພງທີ່ທ້າວກຣິຟຟິດຮ້ອງກ່ອນຄໍາເທດສະ ໜານີ້

ທ່ານຈະຢູ່ເປັນນິດບ່ອນໃດ? ຄໍາຖາມນີ້ໄດ້ຖາມທ່ານແລະຂ້າ
ຄໍາຕອບສຸດທ້າຍຈະເປັນແນວໃດ? ທ່ານຈະຢູ່ເປັນນິດບ່ອນໃດ?
ເປັນນິດ! ເປັນນິດ! ທ່ານຈະຢູ່ເປັນນິດບ່ອນໃດ?
(“Where Will You Spend Eternity?” by Elisha A. Hoffman, 1839-1929).

ຈົ່ງຄິດຈິງຈັງກ່ຽວກັບສິ່ງທີ່ຖາວອນທີ່ສາມາດຊ່ວຍທ່ານໃຫ້ພົ້ນຈາກຄວາມສັບສົນທີ່ ກ່າວໂທດຈິດໃຈຂອງ “ວັນພັກຜ່ອນທີ່ບ້າໆບໍໆ”ໄດ້, ຈົ່ງຄິດຈິງຈັງກ່ຽວກັບພຣະເຢຊູ ຄຣິດພຣະຜູ້ຊ່ວຍໃຫ້ລອດທີ່ສາມາດປຸກທ່ານໃຫ້ຕື່ນຂື້ນຈາກບາບ ແລະນໍາພາທ່ານໄປສູ່ ຄວາມລອດໃນພຣະອົງໄດ້, ພຣະອົງຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າບາບຂອງທ່ານ ພຣະອົງຊົງຟື້ນຂື້ນຈາກຕາຍເພື່ອປະທານຊີວິດອັນຕະຫຼອດເປັນນິດໃຫ້ແກ່ທ່ານ, ຈົ່ງຄິດໃຫ້ ດີກ່ຽວກັບພຣະຄຣິດ!ຈົ່ງວາງແຜນຕອນນີ້ວ່າຈະຢູ່ໃນຄຣິສຕະຈັກໃນງານລ້ຽງວັນຄຣິສມາດ ,ວັນຄຣິສມາດແລະປີໃໝ່ສາກົນເຊັ່ນດຽວກັນ! ຂໍພຣະເຈົ້າອວຍພອນ! ເອແມນ. ຂໍເຊີນ ດຣ.ແຊນມານໍາພວກເຮົາອະທິຖານແດ່.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ: ລູກາ 16:19-26
ບັນເລງເພງກ່ອນຄໍາເທດສະໜາໂດຍ ທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“Where Will You Spend Eternity?” (by Elisha A. Hoffman, 1839-1929).

ໂຄງຮ່າງບົດເທດສະໜາ

ຄວາມບ້າໆບໍໆຂອງວັນພັກຄຣິສມາດ

CHRISTMAS HOLIDAY MADNESS!

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ

“ຈິດໃຈຂອງບຸດທັງຫຼາຍຂອງມະນຸດກໍເຕັມໄປດ້ວຍຄວາມຊົ່ວ ຮ້າຍແລະຄວາມບ້າໆບໍໆຢູ່ໃນໃຈຂອງເຂົາເມື່ອເຂົາມີຊີວິດຢູ່ ແລະຫຼັງຈາກນັ້ນເຂົາກໍໄປສູ່ຄວາມຕາຍ”(ປັນຍາຈານ 9:3)

(ປັນຍາຈານ 1:14; 2:11,17; 1 ໂຢຮັນ 2:17)

I. ໜື່ງກະສັດຊາໂລມອນກ່າວວ່າ “ຈິດໃຈຂອງບຸດທັງຫຼາຍຂອງມະນຸດກໍເຕັມໄປ ດ້ວຍຄວາມຊົ່ວຮ້າຍ” ປັນຍາຈານ 7:20; ປະຖົມມະການ 6:5; ເພງສັນລະເສີນ 14:3; ໂລມ 3:10; ອິດສະຢາ 1:5-6; ເຢເລມີ 17:9

II. ສອງ ກະສັດຊາໂລມອນກ່າວວ່າ ແລະ “ຄວາມບ້າໆບໍໆຢູ່ໃນໃຈຂອງເຂົາ ເມື່ອເຂົາມີຊີວິດຢູ່” ເຢເລມີ 50:38; ລູກາ 6:22-23; ຢູດາ 7; 2 ໂກລິນໂທ 6:17

III. ສາມ ກະສັດຊາໂລມອນກ່າວວ່າ“ແລະຫຼັງຈາກນັ້ນເຂົາກໍໄປຢູ່ກັບຄົນຕາຍ” ລູກາ 16:22-23; ມັດທາຍ 25:46; ໂຢຮັນ 3:7; ປັນຍາຈານ 12:1