Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄໍາອະທິຖານເພື່ອການຟື້ນຟູ

(ຄໍາເທດສະໜາຕອນທີ່ 13 ເລື່ອງການຟື້ນຟູ)
A PRAYER FOR REVIVAL
(SERMON NUMBER 13 ON REVIVAL)
(Laotian)

Dr. R. L. Hymers, Jr.
by ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 2/11/2014
A sermon preached at the Baptist Tabernacle of Los Angeles
Lord's Day Morning, November 2, 2014

“ໂອ ຖ້າຫາກວ່າພຣະອົງຈະຊົງແຫວກຟ້າສະຫວັນສະເດັດລົງມາໄດ້ໜໍ ເພື່ອພູເຂົາຈະໄດ້ໄຫຼລົງມາຕໍ່ພຣະພັກພຣະອົງ ຄືກັບໄຟທີ່ເຮັດໃຫ້ລະລາຍ ໄໝ້ຢູ່ ແລະໄຟເຮັດໃຫ້ນໍ້າຟົດ ເພື່ອໃຫ້ພຣະນາມຂອງພຣະອົງເປັນທີ່ຮູ້ຈັກ ແກ່ປໍລະປັກຂອງພຣະອົງ ເພື່ອບັນດາປະຊາຊາດຈະສະເທືອນຕໍ່ພຣະພັກ ພຣະອົງ”(ອິດສະຢາ 64:1-2)


ດຣ.ຈອນເອັຊ.ອາມສະຕຣອງເປັນປະທານຂອງງານຮັບໃຊ້ແຫ່ງການປະຕິຮູບແລະການຟື້ນຟູ, ລາວເປັນນັກຂຽນເລື່ອງ “ການມາຂອງວິກິດການຂ່າວປະເສີດ” ດຣ.ອາມສະຕຣອງໄດ້ກ່າວໄວ້ວ່າ:

ພາວະຕົກຕໍ່າຂອງສັງຄົມໃນໂລກຕາເວັນຕົກເປັນຄໍາຖາມທີ່ຢູ່ເໜືອຄໍາຕອບທຸກມື້ນີ້ພວກເຮົາກໍາລັງປະເຊີນກັບຄວາມສີວິໄລທີ່ລົ້ມສະລາຍເທົ່າທີ່ເຮົາເຄີຍຮູ້ຈັກມາ, ພວກເຮົາ...ຄິດວ່າຫົນທາງຂອງສິ່ງຕ່າງໆຄືຫົນທາງທີ່ພວກມັນມັກຈະເປັນສະເໝີ,ພວກເຮົາ...ລືມວ່າໃນບັນຫາພຽງແຕ່ບໍ່ເທົ່າໃດມື້ທີ່ຄັ້ງໜື່ງແຂງແຮງແໜ້ນໜາຄື“ຜ້າກັ້ງເຫຼັກ”ໄດ້ເສື່ອມລົງແລ້ວ (John H. Armstrong, Ph.D., True Revival, Harvest House Publishers, 2001, pp. 125, 126).

ລາວໝາຍຄວາມວ່າຄວາມສິວິໄລຂອງພວກເຮົາສາມາດຈົບສິ້ນຢ່າງໄວວາຄືທີ່ກັບລັດທິ ຄອມມູນິດເຄີຍພົບພໍໃນອະດີດສະຫະພາບໂຊວວຽດ-ໃນບໍ່ພໍເທົ່າໃດມື້! ຂ້າພະເຈົ້າຄິດວ່າ ຈະເປັນແບບນັ້ນ, ດຣ.ອາມສະຕຣອງໄດ້ຂຽນເລື່ອງນັ້ນສິບສາມປີກ່ອນໃນປີ 2001.

ມີຢູ່ຄືນໜື່ງຂ້າພະເຈົ້າໄດ້ອ່ານບົດຄວາມໜື່ງຢູ່ໃນວາລະສານໂລກ ກ່ອນທີ່ຈະເຂົ້າ ໄປນອນ, ໃນຂະນະທີ່ຂ້າພະເຈົ້າເຂົ້າໄປນອນຂ້າພະເຈົ້າຄິດວ່າ “ພວກເຮົາກໍາລັງຢູ່ໃນຊ່ວງ ນັ້ນໃນຕອນນີ້, ຄວາມສິວິໄລຂອງພວກເຮົາກໍາລັງໜີໄປໃນຕອນນີ້, ມັນເກີດຂື້ນຢ່າງໄວວາ ຄືກັບທີ່ສະຫະພາບໂຊວຽດເຄີຍເປັນມາກ່ອນ”

ໂລກທີ່ຫຼົງຫາຍບໍ່ຮູ້ຈັກມັນ,ແຕ່ຄຣິສຕຽນເປັນ“ກາວ”ທີ່ຢຶດຄວາມສິວິໄລຂອງເຮົາໄປນໍາກັນ, ແຕ່ຄຣິສຕະຈັກຫຼາຍແຫ່ງຂອງພວກເຮົາອ່ອນແອຫຼາຍຈົນບໍ່ສາມາດເຮັດຫຍັງໄດ້ ຫຼາຍກວ່ານີ້, ຫົນທາງຊີວິດຂອງເຮົາກໍາລັງຈົບສິ້ນກ່ອນທີ່ຕາທຸກດວງຈະເຫັນມັນ.

ຕອນນີ້ພວກເຮົາຄືໜື່ງໃນບໍ່ເທົ່າໃດຄຣິສຕະຈັກທີ່ຍັງຄົງມີການນະມັດສະການວັນ ອາທິດຕອນແລງຢູ່ເຂດເມືອງລອສແອງເຈີລິສ, ຄຣິສຕະຈັກສ່ວນຫຼາຍບໍ່ມີການປະຊຸມອະທິ ຖານໃນຄືນວັນພຸດເຊັ່ນກັນ! ຂໍພຣະເຈົ້າໂຜດຊ່ວຍເຮົາແດ່! ພວກເຮົາຢູ່ໂດດດ່ຽວແລະມີ ຄວາມຮູ້ສຶກແບບນັ້ນ,ພວກເຮົາໂດດດ່ຽວແລະອ່ອນແອ, ສັດຕູຂອງເຮົາແຂງແຮງແລະສົ່ງ ສຽງດັງຫຼາຍ, ພວກເຮົາໄດ້ຍິນສຽງຮ້ອງຫຼຽມດັງທຸກໆມື້, ນີ້ແມ່ນການເລີ່ມຕົ້ນຂອງຈຸດຈົບ ຂອງຊາວຄຣິສຕຽນທີ່ຢູ່ໃນຍຸກຂອງພວກເຮົາບໍ? ຄວາມຄິດມືດມົນແບບນັ້ນໄດ້ເຂົ້າສູ່ຄວາມ ຄິດຂອງພວກຄຣິສຕຽນທຸກຄົນໃນປະຈຸບັນນີ້, ແລະພວກເຮົາກໍສົງໄສວ່າພວກເຮົາສາມາດ ເຮັດຫຍັງໄດ້ແດ່,ພວກເຮົາເຫັນຄຣິສຕະຈັກຫຼາຍແຫ່ງທີ່ການເປັນພະຍານຂອງເຂົາກໍາລັງ ລົ້ມລະລາຍ,ພວກເຮົາເຫັນຄວາມອ່ອນແອແລະການເປັນແບບໂລກຂອງພວກນັກປະກາດ ຂ່າວປະເສີດຊື່ງໄດ້ລົບກວນພວກເຮົາຫຼາຍກວ່າສິ່ງອື່ນໃດໝົດ.

ພວກຄຣິສຕຽນເຖົ້າແຫ່ງຍຸກປີ 1950 ໄດ້ພາກັນຕາຍໄປ, ປະທານາທິບໍດີເຣແກນ ກໍຕາຍແລ້ວ, ຟຣານຊິສສະຄີຟເຟີກໍຕາຍໄປແລ້ວ, ຈອນອາໄຣສ໌ກໍຕາຍແລ້ວ, ແຮໂຣລິນ ເຊວ,ບິລໄບຣ໌, ດັບໂບຢູ.ເອ.ຄຣິສແວວ,ເຈີຣີ່ຟັລແວວແລະດຣ.ລອຍ-ໂຈນກໍຕາຍໝົດແລ້ວ, ບິລລີ່ເກຣແຮມກໍອາຍຸໄດ້ 96 ປີແລ້ວນັ່ງຢູ່ໃນລໍ້ຍູ້ຜູ້ດຽວຢູ່ເທິງພູໃນລັດນອດແຄຣໍໄລນາ, ພວກເຮົາໂດດດ່ຽວ-ແລະບໍ່ມີຜູ້ຊາຍທີ່ເຂັ້ມແຂງໃດໆທີ່ສາມາດປ້ອງກັນເຮົາໄດ້ໃນຍາມກາງ ຄືນໃນໂລກສີວິໄລຕາເວັນຕົກ.

ຜູ້ທໍານາຍອິດສະຢາຮູ້ສຶກແບບນັ້ນ,ລາວຖືກບັງຄັບໃຫ້ສະແຫວງຫາພຣະເຈົ້າ,ລາວ ໄດ້ກ່າວວ່າ:

“ແນ່ນອນພຣະອົງຊົງເປັນພຣະບິດາຂອງຂ້າພະອົງທັງຫຼາຍ ເຖິງແມ່ນວ່າ ອັບຣາຮາມບໍ່ຮູ້ຈັກຂ້າພະອົງ ແລະອິດສະຣາເອວຈື່ຂ້າພະອົງບໍ່ໄດ້ ໂອ ຂ້າແດ່ພຣະເຢໂຮວາ ພຣະອົງຊົງເປັນພຣະບິດາແລະພຣະຜູ້ໄຖ່ຂອງ ຂ້າພະອົງທັງຫຼາຍ ພຣະນາມຂອງພຣະອົງດໍາລົງຢູ່ຕັ້ງແຕ່ນິລັນການ”
(ອິດສະຢາ 63:16)

ດຣ.ລອຍໂຈນໄດ້ກ່າວໄວ້ວ່າ:

ຂ້າພະເຈົ້າກັບພວກທ່ານຈະຕ້ອງບໍ່ເຂົ້າໄປຕໍ່ໜ້າພຣະພັກຂອງພຣະເຈົ້າ ພຽງໃນນາມຂອງປະເພນີເທົ່ານັ້ນ...ພຽງແຕ່ໃນນາມຂອງຄົນເຫຼົ່ານັ້ນທີ່ໄດ້ ໄປກ່ອນໜ້າພວກເຮົາແລ້ວ, ຂ້າພະເຈົ້າບໍ່ສົນໃຈດອກວ່າພວກເຂົາເປັນໃຜ ບໍ່ວ່າເຂົາຈະເປັນພວກບັນພະບຸລຸດເມໂຕດິສຫຼືພວກພິວຣິທັນຫຼືພວກນັກປະຕິຮູບ,ບໍເລີຍ,ພວກເຮົາບໍ່ຄວນອ້າງຊື່ຂອງອັບຣາຮາມ,ຢາໂຄບ-ຢ່າອ້າງອີກ ວ່າ“ທ່ານຄືບັນພະບຸລຸດຂອງພວກເຮົາ” ພວກນັກປະຕິຮູບບໍ່ສາມາດຊ່ວຍ ພວກເຮົາໃຫ້ພົ້ນໄດ້, ພວກບັນພະບຸລຸດເມໂຕດິສບໍ່ສາມາດຊ່ວຍພວກເຮົາ ໃຫ້ພົ້ນໄດ້, ມັນອັນຕະລາຍຫຼາຍ[ໃນປະຈຸບັນນີ້]ທີ່ພວກເຮົາມັກອ້າງເຖິງ ພວກບັນພະບຸລຸດ, ບໍ່ໄດ້, ຄືພຣະເຈົ້າ“ພຣະອົງຊົງເປັນພຣະບິດາຂອງ ເຮົາ” ແລະບໍ່ມີໃຜອື່ນອີກ...ພຣະເຈົ້າ “ພຣະນາມຂອງພຣະອົງຈາກນິລັນ ການ”ແລະຈົນເຖິງນິລັນການ, ພຣະເຈົ້າບໍ່ໄດ້ເປັນພຣະເຈົ້າຂອງຄົນຕາຍ ແຕ່ຊົງເປັນພຣະເຈົ້າຂອງຄົນເປັນແລະພຣະອົງຊົງເປັນພຣະເຈົ້າທີ່ຊົງພຣະຊົນຢູ່(Martyn Lloyd-Jones, M.D., Revival, Crossway Books, 1987, pp. 301, 302).

ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ເຫັນແບັບຕິດຫຼາຍຄົນກັບໄປຫາພວກປະຕິຮູບ, ແຕ່ຍິ່ງ ຂ້າພະເຈົ້າຮັກພວກປະຕິຮູບຫຼາຍຂ້າພະເຈົ້າກໍຮູ້ຄືກັບອິດສະຢາວ່າພວກປະຕິຮູບແລະພວກພິວຣິທັນບໍ່ສາມາດຊ່ວຍພວກເຮົາໃຫ້ພົ້ນໄດ້! ພວກເຂົາບໍ່ສາມາດແມ່ນແຕ່ຊ່ວຍເຫຼືອພວກ ເຮົາໄດ້ເລີຍ! ຄວາມສິວິໄລຂອງພວກເຮົາໄປໄກເກີນໄປ,ບາບຫຼາຍໂພດ,ຄົນຊົ່ວຫຼາຍໂພດ, ການທີ່ຈະໄດ້ຮັບຄວາມລອດພົ້ນໂດຍທິດສະດີຂອງຄົນເຫຼົ່ານັ້ນ ພວກເຮົາຕ້ອງກັບໄປຫາ ພຣະເຈົ້າ! ພວກເຮົາບໍ່ສາມາດອີງຕາມພວກນັກປະຕິຮູບໄດ້ບໍ່ວ່າຈະໃຫຍ່ຢ່າງເຊັ່ນອໍກັສກໍ ຕາມ, ພວກເຮົາຈະຕ້ອງກັບໄປຫາພຣະເຈົ້າ! ພຣະເຈົ້າຜູ້ດຽວເທົ່ານັ້ນທີ່ສາມາດຊ່ວຍພວກ ເຮົາໄດ້!

ແຕ່ພວກເຮົາຈະຕ້ອງບໍ່ໄປຫາພຣະເຈົ້າແລະຂໍໃຫ້ພຣະອົງຊ່ວຍຊົນຊາດຂອງພວກ ເຮົາໃຫ້ລອດເທົ່ານັ້ນ,ບໍ່ ຫຼັກໆແລ້ວຜູ້ຄົນໃນຊົນຊາດຂອງພວກເຮົາບໍ່ແມ່ນຄົນຂອງພຣະເຈົ້າ ພວກເຂົາບໍ່ຢາກຈະຫຍຸ້ງກ່ຽວອັນໃດກັບພຣະເຈົ້າຜູ້ຊົງມີຊີວິດຢູ່! ອິດສະຢາກ່າວວ່າ:

“ຂ້າພະອົງທັງຫຼາຍເປັນຂອງພຣະອົງ ພຣະອົງບໍ່ເຄີຍປົກຄອງພວກເຂົາ ເລີຍ ເຂົາບໍ່ໄດ້ເອີ້ນພວກເຂົາໂດຍພຣະນາມຂອງພຣະອົງ” (ອິດສະຢາ 63:19)

ສັນເສີນພຣະນາມຂອງພຣະເຈົ້າ! ພວກເຮົາບໍ່ຕ້ອງການແລະກໍຈະບໍ່ສະແຫວງຫາ“ສິນລະ ທໍາສ່ວນຫຼາຍ” “ອາເມລິກາກ່ອນ” ພັກຣິພັບລິກັນຫຼືແຂນຂອງໂລກອື່ນອີກເພື່ອເພີ່ງພາອາ ໄສ! ພວກເຮົາຈະຕ້ອງບໍ່ເສຍຄໍາອະທິຖານຂອງເຮົາໃນເລື່ອງທີ່ບໍ່ສໍາຄັນແລະຜ່ານທາງ ຄວາມນຶກຝັນ! ພວກເຮົາຈະຕ້ອງເຂົ້າມາເພີ່ງພາອາໄສໃນແຂນຂອງພຣະເຈົ້າພຽງອົງດຽວ!
“ພຣະອົງຊົງເປັນພຣະບິດາແລະພຣະຜູ້ໄຖ່ຂອງ ຂ້າພະອົງທັງຫຼາຍ ພຣະນາມຂອງພຣະ ອົງດໍາລົງຢູ່ຕັ້ງແຕ່ນິລັນການ”(ອິດສະຢາ 63:16)

ກ່ອນທີ່ຮ່ອມພູຈະຢືນເປັນລະບຽບ
ຫຼືແຜ່ນດິນໂລກໄດ້ຮັບລາສີຂອງຕົນ
ຈາກນິລັນການພຣະອົງຊົງເປັນພຣະເຈົ້າ
ຈົນສຸດນິລັນການກໍຊົງເປັນເໝືອນເດີມ

ໜື່ງພັນຊົ່ວອາຍຸໃນສາຍພຣະເນດພຣະອົງ
ກໍເປັນເໝືອນກາງຄືນທີ່ລ່ວງຫລັບໄປ
ສັ້ນເໝືອນຢ່າງແນມເບິ່ງຈຸດຈົບຂອງຍາມຄໍ່າຄືນ
ກ່ອນທີ່ດວງຕາເວັນຈະຂື້ນ
   (“O God, Our Help in Ages Past” by Isaac Watts, D.D., 1674-1748).

ຕອນນີ້ໃຫ້ເຮົາມາເບິ່ງຫົວຂໍ້ພຣະຄໍາພີຂອງເຮົາ,ຕໍ່ພຣະເຈົ້າຊື່ງຜູ້ທໍານາຍໄດ້ຫັນໜ້າຂອງເຂົາມາຫາ,ຄືພຣະເຈົ້າເອງທີ່ອິດສະຢາໄດ້ຮ້ອງຂໍດ້ວຍຄວາມໂສກເສົ້າໃນເວລາທີ່ອະທິ ຖານວ່າ

“ໂອ ຖ້າຫາກວ່າພຣະອົງຈະຊົງແຫວກຟ້າສະຫວັນສະເດັດລົງມາໄດ້ໜໍ...” (ອິດສະຢາ 64:1)

ຄົນຂອງພຣະເຈົ້າຢູ່ໃນສະຖານະການທີ່ບໍ່ດີເລີຍຕອນທີ່ຄໍາອະທິຖານນີ້ອະທິຖານ ອອກໄປ, ພວກເຂົາຖືກນໍາເຂົ້າສູ່ສະຖານທີ່ຕໍ່າທີ່ສຸດແຫ່ງຄວາມຢ້ານແລະຄວາມໂສກເສົ້າ, ຜູ້ທໍານາຍບໍ່ໄດ້ອະທິຖານຂໍໃຫ້ພວກເຂົາຮັ່ງມີທາງດ້ານການເງີນ, ລາວບໍ່ໄດ້ອະທິຖານເພື່ອ ໃຫ້ເຂົາມີສັນຕິສຸກໃນຈິດໃຈ, ລາວບໍ່ໄດ້ອະທິຖານແມ່ນແຕ່ໃຫ້ເຂົາປະສົບຜົນສໍາເລັດ! ລາວ ບໍ່ຄືກັບໂຈເອວອອສທີນ! ລາວຮູ້ດີວ່າບໍ່ແມ່ນສິ່ງທີ່ຈໍາເປັນທີ່ພວກເຂົາຕ້ອງການ, ອິດສະຢາ ຮູ້ດີວ່າຄວາມຕ້ອງການຫຼັກໆ,ສໍາຄັນຫຼາຍທີ່ສຸດຄືຂໍໃຫ້ພຣະພັກຂອງພຣະເຈົ້າມາຢູ່ຖ້າມກາງ ພວກເຂົາ,ດັ່ງນັ້ນລາວຈື່ງອະທິຖານຊື່ງຄືໜື່ງໃນຄໍາອະທິຖານທີ່ສໍາຄັນທີ່ສຸດທີ່ໄດ້ບັນທຶກໄວ້ໃນພຣະຄໍາພີ

“ໂອ ຖ້າຫາກວ່າພຣະອົງຈະຊົງແຫວກຟ້າສະຫວັນສະເດັດລົງມາໄດ້ໜໍ...” (ອິດສະຢາ 64:1)

ຂ້າພະເຈົ້າບໍ່ຄ່ອຍຈະບໍ່ເຫັນດ້ວຍກັບດຣ.ເຈ.ເວີນັນແມັກກີ້, ແຕ່ຂ້າພະເຈົ້າບໍ່ເຫັນ ດ້ວຍກັບການຕີຄວາມໝາຍຂອງຂໍ້ພຣະຄໍາພີນີ້ຂອງລາວ, ລາວກ່າວວ່າ“ອິດສະຢາກໍາລັງ ທໍານາຍເຖິງຄໍາອະທິຖານຂອງອິດສະຣາເອນໃນຊ່ວງຂອງຍຸກຄວາມທຸກລໍາບາກອັນຍິ່ງ ໃຫຍ່” (Thru the Bible, volume III, p. 342; note on Isaiah 64:1). ບໍ່ແມ່ນ ອັນນີ້ບໍ່ແມ່ນ ການທໍານາຍເລື່ອງຄໍາອະທິຖານຂອງອິສຣາເອນສໍາຫຼັບການສະເດັດກັບມາຄັ້ງທີ່ສອງຂອງພຣະເຢຊູໃນຍຸກເຈັດປີ, ພວກເຂົາໜ້າຈະອະທິຖານເພື່ອເລື່ອງນັ້ນ,ແຕ່ມັນບໍ່ແມ່ນຄໍາອະທິ ຖານຫຼັກໆຂອງຂໍ້ພຣະຄໍາພີນັ້ນ, ຜູ້ທໍານາຍກໍາລັງອະທິຖານຂໍໃຫ້ພຣະເຈົ້າສະເດັດລົງມາ ຕອນນີ້! ສະເປີໂຈນແລະດຣ.ລອຍ-ໂຈນທັງສອງຄົນໄດ້ກ່າວວ່ານີ້ແມ່ນຄໍາອະທິຖານຂໍໃຫ້ ພຣະວິນຍານບໍລິສຸດສະເດັດລົງມາ.

“ໂອ ຖ້າຫາກວ່າພຣະອົງຈະຊົງແຫວກຟ້າສະຫວັນສະເດັດລົງມາໄດ້ໜໍ...” (ອິດສະຢາ 64:1)

ດຣ.ລອຍ-ໂຈນກ່າວວ່າ “ຂ້າພະເຈົ້າບໍ່ໄດ້ລັງເລໃຈທີ່ຈະ[ເວົ້າ]ວ່ານີ້ແມ່ນຄໍາອະທິຖານສຸດ ທ້າຍໃນການເສື່ອມຕໍ່ກັບການຟື້ນຟູ...ພິເສດ, ສະເພາະເຈາະຈົງ, ຄໍາອະທິຖານດ່ວນເພື່ອ ການຢ້ຽມຢາມຂອງພຣະວິນຍານຂອງພຣະເຈົ້າຢູ່ໃນການຟື້ນຟູ, ບໍ່ມີຮູບແບບທີ່ດີໄປກວ່າ ນີ້ແລ້ວທີ່ຈະສະແດງເຖິງຄໍາຮ້ອງຂໍອັນສຸດທ້າຍຫຼາຍກວ່າທີ່ຢູ່ໃນວັກເພງຂອງຄາວເປີ

ໂອຂໍຊົງແຫວກຟ້າສະຫວັນ,ສະເດັດລົງມາໂດຍໄວ
ແລ້ວເຮັດໃຫ້ໃຈຂອງຄົນເປັນພັນໆເປັນຂອງພຣະອົງ

...ນັ້ນຄືສິ່ງທີ່ເກີດຂື້ນຢູ່ໃນການຟື້ນຟູ” (Martyn Lloyd-Jones, M.D., Revival, ibid., p. 305).

ມັນໝາຍຄວາມວ່າແນວໃດທີ່ວ່າ“ພຣະເຈົ້າສະເດັດລົງມາ”? ຂ້າພະເຈົ້າຈະຂໍບອກ ທ່ານຢ່າງແນ່ນອນວ່າມັນໝາຍເຖິງຫຍັງ, ຂ້າພະເຈົ້າໄດ້ກັບມາລອສແອງເຈີລິສພາຍຫຼັງທີ່ ໄດ້ເລີ່ມຄຣິສຕະຈັກບ່ອນໜື່ງຢູ່ໃນຮ່ອມພູມິລທາງເໜືອຂອງນະຄອນຊານຟຣານຊິສໂກ, ພວກເຂົາໄດ້ໂທຫາແລະຂໍໃຫ້ຂ້າພະເຈົ້າໄປເທດສະໜາຢູ່ໃນງານປະຊຸມທີ່ເອີ້ນວ່າ”ເທດສະການຂອງພຣະບຸດ” ຂ້າພະເຈົ້າຈື່ໄດ້ວ່າບິນໄປຊານຟຣານຊິສໂກແລະຂັບລົດໄປອີກສອງ ສາມຊົ່ວໂມງໄປທາງເໜືອ, ງານປະຊຸມໄດ້ຈັດຢູ່ໃນເດີນຫຍ້າແຫ່ງໜື່ງ,ໃນຂະນະທີ່ພວກ ເຮົາເຂົ້າໄປໃກ້ຂ້າພະເຈົ້າກໍຮູ້ສຶກເຖິງພຣະພັກຂອງພຣະເຈົ້າ,ເມື່ອຂ້າພະເຈົ້າລົງຈາກລົດຂ້າພະເຈົ້າກໍຕົກໃຈທີ່ໄດ້ເຫັນຄົນໜຸ່ມສາວຫຼາຍຮ້ອຍຄົນ, ຫຼັງຈາກຮ້ອງເພງສອງສາມເພງຂ້າ ພະເຈົ້າກໍຖືກແນະນໍາຕົວ, ຂ້າພະເຈົ້າຢືນຢູ່ຕໍ່ໜ້າຝູງຊົນໃຫຍ່ແລະປະກາດຂໍ້ພຣະຄໍາພີຂອງ ຕົນທາງໄມ, ຕອນນີ້ເປັນຊ່ວງຄໍ່າ,ບໍ່ແມ່ນແບບມີແສງເດືອນແຕ່ມັນມືດຫຼາຍ, ໄມກັບດອກ ໄຟໄດ້ໄຟມາຈາກໝໍ້ປັ້ນໄຟ, ຫຼັງຈາກທີ່ຂ້າພະເຈົ້າໄດ້ອ່ານຂໍ້ພຣະຄໍາພີແລ້ວໄຟກໍດັບ,ໄມ ໃຊ້ການບໍ່ໄດ້, ດອກໄຟທຸກດອກດັບໝົດ, ມັນມືດຫຼາຍຈົນຂ້າພະເຈົ້າບໍ່ສາມາດເຫັນມືຂອງ ຕົນເອງໄດ້, ຂ້າພະເຈົ້າຄິດວ່າ “ແລ້ວຂ້ອຍຊິເຮັດແນວໃດ?” ຢູ່ນີ້ມີພວກຄົນໜຸ່ມຫຼາຍຮ້ອຍ ຄົນກໍາລັງນັ່ງຢູ່ເທິງພື້ນ, ພວກເຂົາຫຼາຍຄົນບໍ່ເຄີຍຢູ່ຂ້າງໃນຕຶກຂອງຄຣິສຕະຈັກເລີຍຂ້ອຍຊິ ເວົ້າແນວໃດແດ່? ຂ້ອຍຈະເຮັດແນວໃດຢູ່ໃນບ່ອນມືດມິດແບບນີ້? ຫຼັງຈາກນັ້ນພຣະເຈົ້າກໍ ໄດ້ສະເດັດລົງມາ.

“ໂອ ຖ້າຫາກວ່າພຣະອົງຈະຊົງແຫວກຟ້າສະຫວັນສະເດັດລົງມາໄດ້ໜໍ...”

ຂ້າພະເຈົ້າສາມາດເວົ້າໄດ້ແຕ່ພຽງວ່າພຣະເຈົ້າໄດ້ສະເດັດລົງມາພ້ອມດ້ວຍລິດເດດຊື່ງທ່ານສາມາດຮູ້ສຶກເຖິງພຣະພັກຂອງພຣະອົງໄດ້,ຂ້າພະເຈົ້າຈື່ງເລີ່ມເທດສະໜາດ້ວຍສຸດ ປອດຂອງຕົນ, ບໍ່ມີໄຟຈັກດອກ, ບໍ່ມີໄມ, ບໍ່ຕ້ອງການອັນໃດເລີຍ, ພຣະເຈົ້າຊົງຢູ່ທີ່ນັ້ນຊົງ ເຮັດວຽກຂອງພຣະອົງຢູ່ໃນຄວາມມືດມິດນັ້ນ, ໃນຂະນະທີ່ຂ້າພະເຈົ້າເທດຂ້າພະເຈົ້າບໍ່ໄດ້ ແມ່ນແຕ່ຕ້ອງການຄິດຫຍັງເລີຍ, ຖ້ອຍຄໍາໄຫຼອອກຈາກປາກຂອງຂ້າພະເຈົ້າຄືກັບຫ່າຝົນ ໃຫຍ່! ພວກຄົນໜຸ່ມພາກັນມິດງຽບ, ບໍ່ມີສຽງອັນໃດເລີຍນອກຈາກສຽງຂອງຂ້າພະເຈົ້າ, ພໍຂ້າພະເຈົ້າເທດສະໜາແລ້ວໆປະມານສອງນາທີຂ້າພະເຈົ້າກໍສົງໄສວ່າຈະເຮັດຫຍັງຕໍ່ໄປ ທັນໃດນັ້ນຂ້າພະເຈົ້າກໍໄດ້ຍິນສຽງອັນໜື່ງ, ເຄື່ອງປັ້ນໄຟກັບມາເຮັດວຽກອີກ, ດອກໄຟທຸກ ດອກທີ່ຢູ່ໃນທົ່ງນັ້ນກັບມາຮຸ່ງອີກ-ໄມກໍໃຊ້ການໄດ້ທັນທີ, ຂ້າພະເຈົ້າຈື່ງອະທິຖານເຊີນຊວນ ແບບງ່າຍໆ, ໃນທັນໃດນັ້ນກໍຕົກໃຈທີ່ເຫັນພວກຮິບປີ້ເປັນຮ້ອຍໆຄົນກ້າວອອກມາຂ້າງໜ້າ ຫາຕົນ,ຫຼາຍຄົນພາກັນຮ້ອງໄຫ້, ບໍ່ມີເພງໃດບັນເລງ,ບໍ່ມີສຽງອັນໃດເລີຍນອກຈາກສຽງຄົນ ຍ່າງມາແລ້ວຄຸເຂົ່າລົງ,ຫຼັງຈາກນັ້ນພວກເຮົາກໍໃຊ້ເວລາຢູ່ກັບພວກເຂົາດົນພໍສົມຄວນເພື່ອ ສົນທະນາກັບພວກເຂົາ, ໝູ່ຂອງຂ້າພະເຈົ້າອາຈານມາກບັກລີຈື່ຄໍ່າຄືນນັ້ນແບບບໍ່ມີວັນລືມ-ຄໍ່າຄືນເມື່ອໄຟດັບແລະພຣະເຈົ້າໄດ້ສະເດັດລົງມາ - ພວກຮິບປີ້ຫຼາຍຄົນແລະພວກຕິດຢາ ເສບຕິດໄດ້ພົບສັນຕິສຸກກັບພຣະເຈົ້າຜ່ານທາງພຣະໂລຫິດຂອງພຣະຄຣິດ! ຈາກການຟື້ນຟູ ແບບນັ້ນກໍມີຄຣິສຕະຈັກຫຼາຍກວ່າສິ່ສິບແຫ່ງເກີດຂື້ນ - ຢູ່ທົ່ວປະເທດອາເມລິກາ, ຢູໂຣບ, ເອເຊຍແລະອັບຟຣິກາ! ພຣະເຈົ້າຊົງເຮັດແບບນັ້ນແລະພຣະອົງກໍຊົງສາມາດເຮັດໄດ້ອີກ ເທື່ອໜື່ງ! ຄືກັບທີ່ສະເປີໂຈນເວົ້າວ່າ “ມີພຽງພຣະເຈົ້າເທົ່ານັ້ນທີ່ສາມາດເຮັດວຽກຂອງ ພຣະເຈົ້າໄດ້”.

“ໂອ ຖ້າຫາກວ່າພຣະອົງຈະຊົງແຫວກຟ້າສະຫວັນສະເດັດລົງມາໄດ້ໜໍ...”

ຢູ່ທີ່ຄຣິສຕະຈັກແບັບຕິດເຟິສໄຊນາໃນປີ 1969 ທ່ານກໍສາມາດຮູ້ສຶກເຖິງພຣະພັກ ຂອງພຣະເຈົ້າໄດ້ແມ່ນແຕ່ກ່ອນທີ່ທ່ານຈະເຂົ້າໄປຂ້າງໃນຕຶກຄຣິສຕະຈັກ, ບໍ່ມີຄວາມຕື່ນ ເຕັ້ນອັນໃດກ່ຽວກັບເລື່ອງນີ້ແຕ່ພຣະເຈົ້າຊົງຢູ່ບ່ອນນັ້ນ,ຂ້າພະເຈົ້າສາມາດອະທິບາຍໄດ້ພຽງແຕ່ວ່າມັນເປັນຄືກັບໄຟຟ້າທີ່ຢູ່ໃນອາກາດ! ພຣະຄໍາພີເອີ້ນມັນວ່າ “ສະງ່າລາສີ”ຂອງພຣະ ເຈົ້າ, ມັນແປມາຈາກພາສາຮິບຣູຊື່ງໝາຍຄວາມວ່າ“ນໍ້າໜັກ” ທ່ານສາມາດຮູ້ສຶກເຖິງສະງ່າ ລາສີຂອງພຣະເຈົ້າ - ນໍ້າໜັກຂອງພຣະເຈົ້າຢູ່ໃນອາກາດໄດ້!.

ຂ້າພະເຈົ້າຮູ້ຢ່າງແນ່ນອນເຖິງສິ່ງທີ່ໄຣເບແວນໂຈນໝາຍເຖິງຕອນທີ່ລາວໄດ້ອະທິບາຍເຖິງການຟື້ນຟູອັນໜື່ງຢູ່ໃນປະເທດເວວສ໌ວ່າ

ໃນວິນາທີນັ້ນທັງສະຖານທີ່ຖືກຕື່ມເຕັມດ້ວຍສະຫງ່າລາສີຂອງພຣະເຈົ້າ -ຄົນໜື່ງໃຊ້ຄໍາວ່າ“ເປັນຕາຢ້ານ”ຢ່າງຮອບຄອບ ພຣະພັກທີ່ບໍລິສຸດຂອງ ພຣະເຈົ້າໄດ້ປາກົດຢ່າງຊັດເຈນຊື່ງໂຄສົກເອງກໍຖືກປາບລົງ,ທໍາມາດບ່ອນທີ່ລາວຢືນຢູ່ຖືກຕື່ມເຕັມດ້ວຍຄວາມສະຫວ່າງຂອງພຣະເຈົ້າຊື່ງລາວຕ້ອງ ຖອຍອອກມາ! ຂໍໃຫ້ເຮົາອອກໄປຈາກບ່ອນນັ້ນ, ຄໍາເວົ້າບໍ່ສາມາດເວົ້າໄດ້ ມີແຕ່ຫົວຂັວນກັບປະສົບການທີ່ເກີດຂື້ນ(Brian H. Edwards, Revival! A People Saturated with God, Evangelical Press, 1991 edition, p. 134).

ໃນເດືອນໜື່ງປີ 1970 ເມື່ອພຣະເຈົ້າໄດ້ສະເດັດລົງມາຖ້າມກາງຄົນຂອງພຣະອົງ ຢູ່ໃນປະເທດເກົາຫລີເໜືອ, ມິດຊັນນາລີຄົນໜື່ງກ່າວວ່າ “ແຕ່ລະຄົນມີຄວາມຮູ້ສຶກໃນເວລາ ທີ່ຍ່າງເຂົ້າມາໃນໂບດ,ທີ່ວ່າຫ້ອງປະຊຸມຖືກຕື່ມເຕັມໄປດ້ວຍພຣະພັກຂອງພຣະເຈົ້າ...ໃນ ຄືນວັນນັ້ນຢູ່ທີ່ພຽງຢາງ,ການສໍາພັດແຫ່ງຄວາມໃກ້ຊິດທີ່ເປັນໄປບໍ່ໄດ້ເລີຍທີ່ຈະພັນລະນາ ເຖິງ”(ເອັດເວີດເຫຼັ້ມດຽວກັນໜ້າ 135,136) ໄບຣ໌ອັນເອັດເວີດໄດ້ກ່າວວ່າ“ຕະຫຼອດເວລາ ມັນຄືພຣະພັກຂອງພຣະເຈົ້າທີ່ເປັນຕາຢ້ານຊື່ງໄດ້ຊັກນໍາການສໍານຶກຜິດຢ່າງເລິກເຊີ່ງມາສູ່ ຝູງຊົນເມື່ອພຣະພັກຂອງພຣະເຈົ້າຄືຄວາມຈິງທີ່ຫຼີກລ່ຽງບໍ່ໄດ້ແລ້ວ,ຫຼັງຈາກນັ້ນພວກເຮົາກໍຢູ່ໃນການຟື້ນຟູ”(ເອັດເວີດເຫຼັ້ມດຽວກັນ)ດຣ.ອາມສະຕຣອງໄດ້ກ່າວໄວ້ວ່າ“ທັງຄົນທີ່ເຊື່ອແລະ ບໍ່ເຊື່ອກາຍເປັນຄົນທີ່ມີສະຕິຮູ້ສຶກຕົວວ່າພຣະເຈົ້າຊົງສະຖິດຢູ່ໃນຫົນທາງທີ່ຊົງລິດອໍານາດ” ເມື່ອການຟື້ນຟູມາເຖິງ(ອາມສະຕຣອງ ເຫຼັ້ມດຽວກັນໜ້າ 53)

“ໂອ ຖ້າຫາກວ່າພຣະອົງຈະຊົງແຫວກຟ້າສະຫວັນສະເດັດລົງມາໄດ້ໜໍ...”

ຂ້າພະເຈົ້າຫວັງວ່າຄົນບາງຄົນຂອງພວກເຮົາຈະຢູ່ພ້ອມກັນແລະອະທິຖານຕາມທຸກໆຄໍາຈາກໜັງສືອິດສະຢາ 64:1, ຂ້າພະເຈົ້າຫວັງວ່າພວກທ່ານບາງຄົນຈະເປີດພຣະຄໍາພີ ຂອງທ່ານໄປທີ່ຂໍ້ພຣະຄໍາພີຂໍ້ນັ້ນຕອນທີ່ທ່ານຢູ່ຜູ້ດຽວແລະເຮັດໃຫ້ຄໍາເວົ້າຂອງຜູ້ທໍານາຍນັ້ນເປັນຄໍາເວົ້າຂອງທ່ານເອງໃນຂະນະທີ່ທ່ານອະທິຖານ, ອະທິຖານຂໍໃຫ້ພຣະເຈົ້າສະເດັດລົງ ມາໃນຄຣິສຕະຈັກຂອງເຮົາພ້ອມດ້ວຍການຟື້ນຟູທີ່ມີລິດອໍານາດ! ຂໍພຣະເຈົ້າອວຍພອນ

ແມ່ນໃຜທີ່ຈະທ່ານຈະອະຖານເພື່ອ? ສ່ວນຫຼາຍແລ້ວພວກທ່ານທີ່ຍັງບໍ່ລອດເທື່ອ, ພວກເຮົາຂໍອະທິຖານຂໍໃຫ້ພຣະເຈົ້າຊົງໂນມນ້າວທ່ານເລື່ອງບາບຂອງທ່ານ, ທ່ານຈະບໍ່ ມີວັນຮູ້ສຶກວ່າທ່ານຕ້ອງການພຣະເຢຊູຈົນກວ່າທ່ານຈະຖືກໂນມນ້າວເລື່ອງຄວາມບາບອັນ ເລິກເຊີ່ງຂອງທ່ານ, ຄວາມບາບທີ່ມືດມິດຂອງຫົວໃຈແລະຄວາມຄິດຂອງທ່ານເອງ, ພວກ ເຮົາຈະອະທິຖານຂໍໃຫ້ພຣະວິນຍານບໍລິສຸດສະເດັດລົງມາແລະເຮັດໃຫ້ທ່ານຮູ້ສຶກວ່າທ່ານ ບາບແລະຫຼົງຫາຍຢູ່,ຫຼັງຈາກນັ້ນພວກເຮົາຈະອະທິຖານເພື່ອໃຫ້ທ່ານເຊື່ອວາງໃຈໃນພຣະ ເຢຊູເພື່ອທີ່ພຣະໂລຫິດອັນປະເສີດຂອງພຣະອົງຈະສາມາດລ້າງທ່ານອອກຈາກຄວາມບາບ ທຸກຢ່າງໄດ້, ມີສິ່ງຕ່າງໆທີ່ພວກເຮົາຈະອະທິຖານຂໍໃຫ້ພຣະເຈົ້າຊົງເຮັດໃນຊີວິດຂອງທ່ານ ຂໍເຊີຍ ດຣ.ແຊນ ມານໍາພວກເຮົາອະທິຖານແດ່ ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ: ອິດສະຢາ 64:1-4
ບັນເລງເພງກ່ອນຄໍາເທດສະໜາໂດຍ ທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“Jesus, Where’er Thy People Meet” (by William Cowper, 1731-1800;
to the tune of “The Doxology”).