Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄົນທີ່ພຣະເຈົ້າໃຊ້ຢູ່ໃນການຟື້ນຟູ

(ບົດເທດສະໜາຕອນທີ່ 12 ເລື່ອງການຟື້ນຟູ)
THE PEOPLE GOD USES IN REVIVAL
(SERMON NUMBER 12 ON REVIVAL)
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນຂອງພຣະເຈົ້າ 19/10/2014
A sermon preached at the Baptist Tabernacle of Los Angeles
Lord's Day Evening, October 19, 2014

“ແຕ່ພຣະເຈົ້າໄດ້ຊົງເລືອກສິ່ງທີ່ໂລກຖືວ່າໂງ່ ເພື່ອຈະເຮັດໃຫ້ຄົນມີປັນຍາອັບອາຍ ແລະພຣະເຈົ້າໄດ້ຊົງເລືອກສິ່ງທີ່ໂລກຖືວ່າອ່ອນແອ ເພື່ອເຮັດໃຫ້ຄົົນທີ່ແຂງແຮງອັບອາຍ” (1 ໂກລິນໂທ 1:27)


ໜື່ງໃນສິ່ງທີ່ໂດດເດັ່ນທີ່ສຸດກ່ຽວກັບການຟື້ນຟູແມ່ນໄດ້ໃຫ້ໄວ້ໃນຂໍ້ພຣະຄໍາພີຂໍ້ນີ້ ແລ້ວ,ພຣະເຈົ້າຊົງເລືອກຄົນໂງ່ແລະຄົນອ່ອນແອຂອງໂລກເພື່ອເຮັດໃຫ້ຄົນສະຫຼາດ ແລະ ຄົນທີ່ແຂງແຂງຕົກຕະລຶງ,ອັນນີ້ຄວນຈະເປັນຫຼັກຖານຕໍ່ທຸກຄົນທີ່ອ່ານພຣະຄໍາພີ, ຕອນທີ່ ພຣະຄຣິດຈະມາເກີດພຣະເຈົ້າໄດ້ຊົງເລືອກຍິງສາວຄົນໜື່ງຈາກຄອບຄົວທີ່ທຸກຍາກເພື່ອມາເປັນແມ່ຂອງພຣະອົງ, ຕອນທີ່ພຣະອົງເກີດມາ,ພຣະເຈົ້າໄດ້ສົ່ງພວກລ້ຽງແກະທີ່ຍາກຈົນມາ ນະມັດສະການພຣະອົງ, ພຣະເຈົ້າບໍ່ໄດ້ສົ່ງກະສັດເຮໂຣດຫຼືພວກຜູ້ປົກຄອງອາວຸໂສຂອງ ອິດສະຣາເອນເພື່ອມາທັກທາຍພຣະກຸມມານນັ້ນ, ພຣະອົງໄດ້ສົ່ງນັກດາລາສາດສາມຄົນທີ່ ມາຈາກປະເທດນອກສາສະໜາທີ່ຢູ່ຫ່າງໄກມາແທນ, ເມື່ອພຣະເຢຊູຈະເລີ່ມຮັບໃຊ້, ພຣະ ເຈົ້າບໍ່ໄດ້ສົ່ງປະໂລຫິດໃຫຍ່ໃຫ້ມາປ່າວປະກາດ, ພຣະອົງພັດສົ່ງຜູ້ທໍານາຍຈົນໆຄົນໜື່ງຊື່ ໂຢຮັນຜູ້ໃຫ້ບັບຕິດສະມາມາແທນ, ເມື່ອພຣະເຢຊູພ້ອມແລ້ວທີ່ຈະເອີ້ນພວກອັກຄະສາວົກ ສິບສອງຄົນ,ພຣະອົງບໍ່ໄດ້ເລືອກສິບສອງຄົນມາຈາກພວກຊານເຮດຣິນສານສູງສຸດຂອງຄົນຢິວ, ພຣະອົງພັດເລືອກຊາວປະມົງສິບສອງຄົນທີ່ບໍ່ມີຄ່າຫຍັງມາແທນ,ແລະເມື່ອພຣະເຢຊູ ຊົງເລືອກຜູ້ມາແທນຕໍາແໜ່ງຂອງຢູດາສພຣະອົງກໍຊົງເລືອກຂ້າຕະກອນຊື່ວ່າເຊົາໂລແຫ່ງ ເມືອງທາຊັສຜູ້ຊື່ງເອີ້ນຕົນເອງວ່າຄົນບາບ“ໂຕເອກ” ,ຄົນບາບທີ່ຊົ່ວຊ້າທີ່ສຸດເທົ່າທີ່ຈະເປັນ ໄປໄດ້, ໃນຊີວິດຂອງພຣະຄຣິດມັນຊັດເຈນແລ້ວວ່າ:

“ແຕ່ພຣະເຈົ້າໄດ້ຊົງເລືອກສິ່ງທີ່ໂລກຖືວ່າໂງ່ ເພື່ອຈະເຮັດໃຫ້ຄົນມີປັນຍາອັບອາຍ ແລະພຣະເຈົ້າໄດ້ຊົງເລືອກສິ່ງທີ່ໂລກຖືວ່າອ່ອນແອ ເພື່ອເຮັດໃຫ້ຄົົນທີ່ແຂງແຮງອັບອາຍ”(1 ໂກລິນໂທ 1:27)

ແມ່ນແຕ່ໃນພຣະຄໍາພີເດີມເລື່ອງນີ້ກໍປາກົດແລ້ວປາກົດອີກ,ພຣະເຈົ້າຊົງເລືອກອາ ເບວເໜືອຄາອິນເຖິງແມ່ນວ່າຄາອິນຈະເປັນລູກກົກກໍຕາມ, ເຫດສະນັ້ນສິ່ງທີ່ສໍາຄັນທີ່ສຸດ, ພຣະເຈົ້າຊົງເລືອກຢາໂຄບເໜືອເອຊາວເຖິງແມ່ນວ່າເອຊາວເປັນລູກຊາຍກົກ ແລະເປັນຜູ້ ສືບທອດມໍລະດົກກໍຕາມ, ພຣະເຈົ້າຊົງເລືອກໂຢເຊບເໜືອພວກອ້າຍນ້ອງສິບເອັດຄົນເຖິງ ແມ່ນວ່າລາວເປັນລູກຊາຍທີ່ນ້ອຍສຸດແລະອ່ອນແອສຸດກໍຕາມ, ພຣະເຈົ້າຊົງເລືອກໂມເສດ ຢູ່ເໜືອຟາໂຣ, ພຣະອົງຊົງເລືອກຄົນລ້ຽງແກະຢູ່ເໜືອຄົນທີ່ມີອໍານາດໃນໂລກນີ້ໃນສະໄໝ ນັ້ນ,ພຣະເຈົ້າຊົງເລືອກກິເດໂອນເພື່ອຊ່ວຍອິດສະຣາເອນໃຫ້ພົ້ນຈາກຄົນມີດຽນ- ເຖິງແມ່ນ ວ່າກິເດໂອນຈະເວົ້າວ່າ“ຄອບຄົວຂອງຂ້າພະອົງຍາກຈົນ...ແລະຂ້າພະອົງກໍເປັນຄົນດ້ອຍ ກວ່າໝູ່ໃນບ້ານພໍ່ຂອງຂ້າພະອົງ”(ຜູ້ປົກຄອງ6:15), ພຣະເຈົ້າຊົງເລືອກເດັກນ້ອຍຊາມູເອນ ຊື່ງໂດຍຄວາມເປັນຈິງແລ້ວລາວເປັນລູກກໍາພ້າແທນທີ່ຈະເລືອກລູກຊາຍສອງຄົນຂອງປະ ໂລຫິດໃຫຍ່, ພຣະເຈົ້າຊົງເລືອກດາວິດເດັກລ້ຽງແກະເໜືອກະສັດຊາອູນ.

ອີກເທື່ອໜື່ງໆຜ່ານທາງປະຫວັດສາດຂອງຊາວຄຣິສຕຽນ, ຄໍາໆນີ້ກໍຍັງຄົງເປັນ ຄວາມຈິງ.

“ແຕ່ພຣະເຈົ້າໄດ້ຊົງເລືອກສິ່ງທີ່ໂລກຖືວ່າໂງ່ ເພື່ອຈະເຮັດໃຫ້ຄົນມີປັນຍາອັບອາຍ ແລະພຣະເຈົ້າໄດ້ຊົງເລືອກສິ່ງທີ່ໂລກຖືວ່າອ່ອນແອ ເພື່ອເຮັດໃຫ້ຄົົນທີ່ແຂງແຮງອັບອາຍ”(1 ໂກລິນໂທ 1:27)

ຄຣິສຕຽນຍຸກຕົ້ນໆເປັນຄົນທຸກຍາກແລະເປົ່າປ່ຽວ, ສ່ວນຫຼາຍແລ້ວພວກເຂົາເປັນ ຂ້າທາດ,ພວກເຂົາຖືກຂົ່ມເຫງຈົນຕາຍໂດຍພວກຈັກກະພັດຊາວໂຣມັນ, ບໍ່ມີຈັກກະພັດໃດ ທີ່ຈື່ໄດ້(ຫຼາຍກວ່າຄົນອື່ນບາງທີ່ອາດຈະເປັນເນໂຣ),ເຖິງແມ່ນວ່າພວກເຂົາຈະເປັນຄົນທີ່ມີ ອໍານາດຫຼາຍໃນໂລກນີ້ທີ່ຢູ່ໃນສະໄໝນັ້ນກໍຕາມ, ຜູ້ຄົນທົ່ວໂລກຈື່ໄດ້ເຖິງຫ້ອງຝັງສົບໃຕ້ ດິນຂອງພວກຜູ້ຍອມຕາຍເພື່ອຄວາມເຊື່ອຕອນທີ່ສັນຕະປະປາສະເຫຼີມສະຫຼອງພິທີມິດຊາຢູ່ໃນໂຮງລະຄອນທຸກໆປີໃນມື້ວັນສຸກທີ່ດີ! ພວກຂ້າທາດທີ່ຍອມຕາຍເພື່ອຄວາມເຊື່ອເຫຼົ່າ ນັ້ນໄດ້ເອົາຊະນະຜູ້ທີ່ມີອໍານາດແລະຍິ່ງໃຫຍ່ຂອງໂລມສະໄໝບູຮານມາແລ້ວ.

ຈົ່ງຄິດເຖິງລູເທີ,ຂ້າພະເຈົ້າຢາກໃຫ້ພວກທ່ານຟັງສິ່ງທີ່ດຣ.ມາຕິນລອຍ-ໂຈນກ່າວ ເຖິງລາວວ່າ

ແມ່ນຫຍັງຄືຄວາມຫວັງທີ່ຊາຍຄົນໜື່ງມີ,ມາຕິນລູເທີເປັນພຽງນັກບວດທີ່ບໍ່ມີໃຜຮູ້ຈັກ?ແມ່ນໃຜທີ່ເປັນຄົນທີ່ຢືນຢັດຕໍ່ສູ້ທຸກຄຣິສຕະຈັກແລະ...ສະຕະວັດທີ່ສິບສອງແລະສິບສາມຂອງປະເພນີຢູ່ໃນທາງເດີນທີ່ກົງກັນຂ້າມ? ເບິ່ງຄື ວ່າບໍ່ກ່ຽວເນື່ອງກັນສໍາຫຼັບຜູ້ຊາຍຄົນນີ້ທີ່ຈະລຸກຂື້ນແລ້ວເວົ້າວ່າ“ຂ້ອຍຜູ້ດຽວທີ່ຖືກແລະພວກເຈົ້າທຸກຄົນຜິດ” ນັ້ນແລະຄືສິ່ງທີ່ຈະເວົ້າເຖິງລາວໃນປະຈຸ ບັນນີ້,ແລະແນ່ນອນທ່ານເຫັນວ່າລາວເປັນຄົນທີ່ພຣະວິນຍານຂອງພຣະ ເຈົ້າຕິດຕໍ່ນໍາ, ແລະເຖິງແມ່ນລາວພຽງຄົນດຽວ,ລາວກໍຢືນຢັດແລະຢືນຢັດຢູ່ ຜູ້ດຽວແລະພຣະວິນຍານບໍລິສຸດໄດ້ຍົກຍ້ອງລາວ, ການປະຕິຮູບໂປແຕສ ແຕນຈື່ງໄດ້ເຂົ້າມາແລະສືບຕໍ່ເປັນຄືເກົ່າຕະຫຼອດ...ສິ່ງທີ່ຂ້າພະເຈົ້າເວົ້າກໍຄືວ່າເມື່ອພຣະເຈົ້າເລີ່ມທີ່ຈະຂັບເຄື່ອນຄຣິສຕະຈັກຂອງພຣະອົງ, ເມື່ອພຣະ ອົງກໍາລັງກຽມຫົນທາງສໍາຫຼັບການຟື້ນຟູ,ນີ້ຄືສິ່ງທີ່ເບິ່ງຄືວ່າພຣະອົງຈະເຮັດ ພຣະອົງຊົງວາງພາລະນີ້ເທິງຄົນທີ່ພຣະອົງຊົງເອີ້ນໃຫ້ມີສ່ວນຮ່ວມແລະຜູ້ ຊື່ງມາພົບກັນງຽບໆ,ບໍ່ມີໃຜຮູ້ຈັກ,ແລະບໍ່ມີຄົນເຂົ້າໄປຫຍຸ້ງກ່ຽວເພາະພວກ ເຂົາຮູ້ສຶກຕົວເຖິງເລື່ອງພາລະໃຈນີ້(Martyn Lloyd-Jones, M.D., Revival, Crossway Books, 1987, pp. 203, 167).

ແລະແນ່ນອນໃນຫົນທາງດຽວກັນ ທ່ານກໍພົບເລື່ອງນີ້ຢູ່ໃນປະຫວັດສາດ ແຫ່ງການຟື້ນຟູ່ເຫຼົ່ານີ້, ຊາຍຄົນໜື່ງຊື່ເຈມສ໌ແມັກຄລິລເກັນເລີ່ມຕົ້ນ ເວົ້າກັບສອງຄົນແລະພວກເຂົາກໍເຫັນສະຖານະການທັງໝົດ, ແລະຊາຍ ສາມຄົນນີ້ໄດ້ມາລວມຕົວກັນຢູ່ໃນຫ້ອງຮຽນນ້ອຍໆແຄບໆ, ຂ້າພະເຈົ້າໄດ້ ມີໂອກາດໄປຢາມຕອນທີ່ຂ້າພະເຈົ້າຢູ່ປະເທດໄອແລນເໜືອ, ຂ້າພະເຈົ້າກໍ ເລີຍໄປເຮັດແບບນັ້ນເພາະຂ້າພະເຈົ້າມັກເບິ່ງສະຖານທີ່ແບບນັ້ນ... ພວກ ເຂົາຮູ້ສຶກວ່າການຊົງເອີ້ນນີ້ແມ່ນເພື່ອການອະທິຖານ(ລອຍ-ໂຈນເຫຼັ້ມດຽວ ກັນໜ້າ 165)

ແລະແນ່ນອນການຟື້ນຟູປີ 1859 ໄດ້ມາເຖິງປະເທດໄອແລນເໜືອເມື່ອຜູ້ຊາຍສາມຄົນນີ້ ພາກັນອະທິຖານຕໍ່ພຣະເຈົ້າສໍາຫຼັບການເທລົງມາຂອງພຣະວິນຍານບໍລິສຸດ, ຫຼັງຈາກນັ້ນ ດຣ.ລອຍ-ໂຈນກໍກ່າວວ່າ “ເພື່ອນທັງຫຼາຍເຊື່ອຂ້າພະເຈົ້າເທີນ ເມື່ອການຟື້ນຟູຄັ້ງຕໍ່ໄປມາ ເຖິງ ກໍຈະມາໃນແບບທີ່ເຮັດໃຫ້ທຸກຄົນປະຫຼາດໃຈແລະໂດຍສະເພາະແມ່ນແກ່ຄົນທີ່ພະຍາ ຍາມຈະຈັດຕັ້ງມັນຂື້ນ, ມັນຈະເກີດຂື້ນຢູ່ໃນ(ບໍ່ໂອ້ອວດ,ອວດດີ)ກິລິຍາທ່າທາງທີ່ບໍ່ໂອອ້ວດ ພວກຜູ້ຊາຍແລະຍິງພຽງແຕ່ພາກັນນອນແບບງຽບໆເພື່ອອະທິຖານເພາະພວກເຂົາມີພາລະໃຈ,ເພາະວ່າພວກເຂົາບໍ່ສາມາດຊ່ວຍຕົນເອງໄດ້,ເພາະວ່າພວກເຂົາບໍ່ສາມາດດໍາເນີນຊີວິດຕໍ່ໄປໂດຍປາສະຈາກມັນໄດ້, ແລະພວກເຂົາຢາກຈະຮ່ວມມືກັບຄົນອື່ນຊື່ງມີຄວາມຮູ້ສຶກ ແບບດຽວກັນແລະກໍາລັງຮ້ອງຫາພຣະເຈົ້າຢູ່(ລອຍ-ໂຈນເຫຼັ້ມດຽວກັນໜ້າ 165-166).

ດຣ.ລອຍ-ໂຈນສືບຕໍ່ເວົ້າວ່າ“ຫຼັງຈາກນັ້ນພວກທ່ານທຸກຄົນກໍໜ້າຈະຄຸ້ນໆກັບນິກາຍ ເມໂຕດິສຢູ່ໃນແຫ່ງຕ່າງໆ, ມັນເລີ່ມຕົ້ນຂື້ນໄດ້ແນວໃດ...? ມັນເລີ່ມຕົ້ນເກີດຂື້ນແບບດຽວ ກັນກັບສອງອ້າຍນ້ອງເວສລີ, ວິດຟິວ ແລະຄົນອື່ນໆຜູ້ຊື່ງເປັນສະມາຊິກຂອງຄຣິສຕະຈັກ ແຫ່ງປະເທດອັງກິດ...ມັນເປັນຊ່ວງເວລາໜື່ງທີ່ບໍ່ມີໃຜຮູ້ຈັກວ່າມັນກໍາລັງເກີດຂື້ນ, ພວກເຂົາ ພຽງແຕ່ມາລວມກັນພ້ອມກັນເພາະພວກເຂົາຖືກຊັກນໍາໂດຍສິ່ງດຽວກັນ”(ເຫຼັ້ມດຽວກັນ166)

ພວກເຮົາທຸກຄົນຕ່າງກໍຮູ້ຈັກຈອຊວິດຟິວ,ຈອນກັບຊາລ໌ເວສລີ, ແຕ່ບໍ່ມີໃຜຮູ້ຈັກເຂົາ ຍ້ອນກັບໄປໃນອະດີດ,ພວກເຂົາເປັນພຽງຄົນໜຸ່ມທົ່ວໆໄປຜູ້ຊື່ງເຫັນຄວາມຕາຍຂອງຄຣິສ ຕະຈັກແອງລີກັນແລະຢາກຈະເຫັນສະງ່າລາສີຂອງພຣະເຈົ້າໂດຍການມີປະສົບການຊີວິດ ກັບພຣະຄຣິດ.

ມີບາງຄົນຊື່ງຂ້າພະເຈົ້າຄິດວ່າເປັນເຈົ້າອະທິການໄຣໄດ້ກ່າວວ່າຈອນເວສລີຄວນ ໄດ້ຮັບການແຕ່ງຕັ້ງໃຫ້ເປັນເຈົ້າຄະນະໃຫຍ່ແຫ່ງແຄນທິເບີຣີ່ຜູ້ນໍາຂອງຄຣິສຕະຈັກແຫ່ງປະ ເທດອັງກິດ,ແຕ່ແນ່ນອນລາວບໍ່ເຄີຍແມ່ນແຕ່ຄິດເຖິງຕໍາແໜ່ງສູງໆ, ລາວພັດດູຖູກແລະ ເຍາະເຍີ້ຍມັນແທນ, ລາວຖືກບອກວ່າລາວບໍ່ສາມາດໄປເທດສະໜາຢູ່ທີ່ມະຫາໄລອັອກ ຟອດອີກຊື່ງເປັນບ່ອນທີ່ລາວຮຽນຈົບມາເພາະລາວບອກພວກນັກສຶກສາກັບຄະນະໃນມະ ຫາວິທະຍາໄລວ່າພວກເຂົາຕ້ອງບັງເກີດໃໝ່ອີກເທື່ອໜື່ງ, ແມ່ແທ້ໆຂອງລາວຊື່ຊູຊັນນາ ເວສລີເສຍໃຈກັບລູກຊາຍທີ່ເປັນຄືກັບ“ຜູ້ທີ່ມັກຫຼືຕື່ນເຕັ້ນໃນເລື່ອງໃດເລື່ອງໜຶ່ງຫຼາຍໆແທ້” - ຄົນທີ່ບ້ານໍາສິ່ງໃດສິ່ງໜຶ່ງ - ກ່ອນທີ່ນາງຈະກັບໃຈເສຍໃໝ່, ເປັນເວລາຫ້າສິບສາມປີທີ່ ຈອນເວສລີໄດ້ເທດສະໜາມື້ລະສາມຄັ້ງຕໍ່ຝູງຊົນເປັນຈໍານວນຫຼາຍທີ່ມາລວມຕົວກັນເພື່ອຟັງລາວເທດຢູ່ກາງເດີນຫຍ້າທົ່ວປະເທດອັງກິດ, ແຕ່ນິກາຍຂອງລາວເອງພັດສືບຕໍ່ເຍາະເຍີ້ຍ ແລະເວົ້າດູຖູກຊາຍຜູ້ຍິ່ງໃຫຍ່ຄົນນີ້, ລາວບໍ່ເຄີຍໄດ້ຮັບກຽດເລີຍຈົນເຖົ້າຫຼາຍແລ້ວຊ່ວງ ອາຍຸແປດສິບປີ, ໃນລະຫວ່າງນັ້ນ ໃນຊ່ວງການຮັບໃຊ້ຂອງຈອນເວສລີກໍມີຜູ້ຊາຍອື່ນຫົກ ຄົນທີ່ວຸ້ນນໍາຕໍາແໜ່ງເຈົ້າຄະນະໃຫຍ່ແຫ່ງເຄັນທິເບີຣີ່, ນີ້ຄືຊື່ຂອງພວກເຂົາຕາມລໍາດັບ

ຈອນພອດເຕີ (1737-1747)
ໂທມັສ ແຮຣິ່ງ (1747-1757)
ມັດທິວຮັດຕັນ (1757-1758)
ໂທມັສແຊັກເກີ (1758-1768)
ເຟັດເດຣິກຄອນວໍລິສ(1768-1783)
ຈອນມໍ (1783-1805).

ຂ້າພະເຈົ້າສົງໄສວ່າມີໃຜແດ່ໃນປະຫວັດສາດພວກແອງລີກັນທີ່ສາມາດລະບຸຊື່ໜື່ງໃນຫົກ ຄົນທີ່ເຂົາເອີ້ນວ່າບຸລຸດ“ຜູ້ຍິ່ງໃຫຍ່”ໄດ້, ແມ່ນເກືອບຄຣິສຕຽນທຸກໆຄົນຮູ້ຈັກຊື່ຂອງຈອນ ເວສລີ, ແລະຄົນສ່ວນຫຼາຍກໍຮູ້ຈັກຊື່ນ້ອງຊາຍຂອງລາວ ຊາລສ໌ຊື່ງເພງຂອງລາວຖືກຮ້ອງ ຢູ່ໃນຄຣິສຕະຈັກຕ່າງໆຂອງທຸກນິກາຍໃນໂລກນີ້, ແຕ່ວິດຟິວກັບສອງອ້າຍນ້ອງເວສລີເປັນ ຄົນນ້ອຍໆ,ເປັນຄົນໜຸ່ມທີ່ບໍ່ມີໃຜຮູ້ຈັກຕອນທີ່ພວກເຂົາມາລວມຕົວກັນກັບຄົນອື່ນໆບໍເທົ່າໃດຄົນເພື່ອອະທິຖານຂໍການຖອກເທລົງມາຂອງພຣະວິນຍານບໍລິສຸດໃນວັນປີໃໝ່ສາກົນປີ 1738 ກ່ອນທີ່ການຟື້ນຕື່ນຂື້ນອັນຍິ່ງໃຫຍ່ຄັ້ງທີ່ໜື່ງຈະເກີດຂື້ນໃນໂລກທີ່ເວົ້າພາສາອັງກິດ.

“ແຕ່ພຣະເຈົ້າໄດ້ຊົງເລືອກສິ່ງທີ່ໂລກຖືວ່າໂງ່ ເພື່ອຈະເຮັດໃຫ້ຄົນມີປັນຍາອັບອາຍ ແລະພຣະເຈົ້າໄດ້ຊົງເລືອກສິ່ງທີ່ໂລກຖືວ່າອ່ອນແອ ເພື່ອເຮັດໃຫ້ຄົົນທີ່ແຂງແຮງອັບອາຍ”(1 ໂກລິນໂທ 1:27)

ຂໍ້ນີ້ຍັງໄດ້ອະທິບາຍເຊັ່ນກັນວ່າເປັນຫຍັງພວກຄົນໜຸ່ມຈື່ງເປັນຜູ້ນໍາໃນການຟື້ນຟູ ຕະຫຼອດ,ຄືພວກຄົນໜຸ່ມທີ່ຢູ່ໃນຄຣິສຕະຈັກໜື່ງຊື່ງທໍາອິດໄດ້ສໍາພັດກັບການຂັບເຄື່ອນຂອງພຣະວິນຍານຂອງພຣະເຈົ້າທີ່ຢູ່ຖ້າມກາງເຂົາ ແລະເປັນພວກຄົນໜຸ່ມຜູ້ຊື່ງຫິວກະຫາຍ ຄວາມຊອບທໍາແລະປາດຖະໜາການຟື້ນຟູແລະຄວາມຈິງຂອງພຣະເຈົ້າສະເໝີ.

ການຟື້ນຟູຄັ້ງທໍາອິດທີ່ຂ້າພະເຈົ້າເຫັນຢູ່ຄຣິສຕະຈັກເຟີສແບັບຕິດຈີນເລີ່ມຂື້ນຖ້າມກາງຄົນໜຸ່ມສາວຢູ່ໃນຊ່ວງລະດູຮ້ອນໃນຄ້າຍຢູ່ເທິງພູ, ໃນຂະນະທີ່ພວກເຂົາໄດ້ມາລວມ ຕົວກັນເພື່ອອະທິຖານຕອນເຊົ້າຢູ່ໃນຄ້າຍນັ້ນພຣະວິນຍານຂອງພຣະເຈົ້າກໍລົງມາຖ້າມກາງ ເຂົາເປັນຄືກັບລິດອໍານາດຊື່ງການຟື້ນຟູສືບຕໍ່ເກີດຂື້ນໃນມື້ວັນອາທິດຢູ່ໃນຄຣິສຕະຈັກພາຍຫຼັງທີ່ພວກເຂົາກັບມາຈາກງານຄ້າຍແລ້ວ,ການຟື້ນຟູສືບຕໍ່ເກີດຂື້ນໝົດມື້ວັນອາທິດຈົນຮອດ ຕອນກາງຄືນ, ຂ້າພະເຈົ້າຍັງສາມາດຈື່ຄໍາອະທິຖານທີ່ພວກຄົນໜຸ່ມພວກນັ້ນໄດ້ອະທິຖານ, ຂ້າພະເຈົ້າຍັງສາມາດຈື່ໄດ້ເຖິງການສໍາພັດແຫ່ງຄວາມເຄົາລົບຢໍາເກງແລະການອັດສະຈັນ,ນໍ້າຕາແຫ່ງການກັບໃຈໃໝ່,ການສາລະພາບແລະການອະທິຖານ, ແລະການສະຖິດຢູ່ທີ່ໃກ້ ຊິດຂອງພຣະເຈົ້າໃນການປະຊຸມເຫຼົ່ານັ້ນ.

ການຟື້ນຟູທີ່ຂ້າພະເຈົ້າເຫັນຢູ່ໃນຄຣິສຕະຈັກແບັບຕິດແຫ່ງໜື່ງໃນລັດເວີຈີເນຍ,ຜູ້ ສາວສາມຄົນຢືນຂື້ນຮ້ອງເພງໃນຖານະເປັນຄະນະນັກຮ້ອງຫຼືນັກດົນຕີສາມຄົນ, ພວກເຂົາ ຮ້ອງໄຫ້ດ້ວຍນໍ້າຕາແຫ່ງການສໍານຶກແລະທຸກຄົນໃນຄຣິສຕະຈັກກໍໄດ້ຮັບເອົາຄວາມຮູ້ສຶກທີ່ພິເສດໃນການຟື້ນຟູ - “ພຣະເຈົ້າໄດ້ສະເດັດລົງມາຖ້າມກາງພວກເຮົາແລ້ວ”

“ທີ່ເຮີນັດໃນເມືອງຊາໂຊນີການຟື້ນຟູໄດ້ເກີດຂື້ນຖ້າມກາງພວກຄົນໜຸ່ມໃນວັນທີ່ 13 ເດືອນ 8, ໃນເດືອນ8 ວັນທີ່ 29 “ຈາກເວລາ 10 ໂມງແລງຈົນຮອດໜື່ງໂມງເຊົ້າ ຂອງມື້ຕໍ່ມາ,ເຫດການຈິງທີ່ມີຜົນກະທົບໄດ້ຮັບການເປັນພະຍານ, ເພາະຍິງສາວສາມຄົນ ຈາກເມືອງເຮີນັດໄດ້ໃຊ້ເວລາ[ສາມ]ຊົ່ວໂມງໃນການອະທິຖານ, ຮ້ອງເພງ ແລະຮ້ອງໄຫ້, ພວກເດັກນ້ອຍຜູ້ຊາຍໃນເວລາດຽວກັນກໍໄດ້ໃນການອະທິຖານດ້ວຍເອົາຈິງເອົາຈັງຢູ່ໃນສະຖານທີ່ອື່ນໆ,ຈິດວິນຍານແຫ່ງການອະທິຖານແລະການອ້ອນວອນໃນເວລານັ້ນຖືກຖອກເທລົງມາເໜືອພວກລູກໆເປັນສິ່ງທີ່ມີອໍານາດແລະມີຜົນກະທົບຫຼາຍຊື່ງມັນເປັນໄປບໍ່ໄດ້ເລີຍທີ່ຈະດີພໍຕໍ່ການອະທິບາຍເປັນຄໍາເວົ້າ” (John Greenfield, Power From On High, World Wide Revival Prayer Movement, 1950, p. 31).

ໃນເດືອນສິບປີ 1973 ການຟື້ນຟູໄດ້ເກີດຂື້ນຖ້າມກາງພວກນັກຮຽນມັດທະຍົມຕົ້ນ ຢູ່ທີ່ແບຣິໂອໃນເມືອງບໍແນວ, ນັກຮຽນຜູ້ຊາຍສອງຄົນເລີ່ມອະທິຖານພ້ອມກັນແລະເທື່ອລະ ໜ້ອຍໝົດທັງໂຮງຮຽນຖືກຊັກນໍາເຂົ້າມາຈົນອາຈານໃຫຍ່(ຜູ້ຊາຍ) ເອງທີ່ຕໍ່ຕ້ານວຽກຂອງ ພຣະວິນຍານໃນຕອນທໍາອິດກໍຖືກນໍາເຂົ້າສູ່ການກັບໃຈເສຍໃໝ່ (Shirley Lees, Drunk Before Dawn, Overseas Missionary Fellowship, 1979, pp. 185-189)

ໄບຣອັນເອັຊ.ເອັດເວີດກ່າວໄວ້ວ່າ“ແມ່ນຫຍັງຄືຄວາມສໍາຄັນທີ່ຢູ່ໃນເວລາແຫ່ງການຟື້ນຟູມັນຄື...ພວກຄົນໜຸ່ມຜູ້ຊື່ງຖືກທ້າທາຍແລະປ່ຽນແປງເປັນພິເສດແລະຢູ່ໃນຫຼາຍກໍລະນີ ພວກເຂົາເປັນຄົນທີ່ສ່ວນຫຼາຍແລ້ວມີຄວາມປາດຖະໜາທີ່ຈິງໃຈ ແລະອະທິຖານເພື່ອການ ຟື້ນຟູແລະຖ້າມກາງເຂົາການຟື້ນຟູໄດ້ເລີ່ມຂື້ນ...ນີ້ແມ່ນລັກສະນະແຫ່ງການຟື້ນຟູຊື່ງເຖິງ ແມ່ນວ່າຈະຖືກລາຍງານເປັນຢ່າງດີກໍໄດ້ຮັບການເອົາໃຈໃສ່ໜ້ອຍເກີນໄປຈາກຄົນເຫຼົ່ານັ້ນທີ່ກວດສອບອົງປະກອບທົ່ວໄປຂອງການຟື້ນຟູ” (Brian H. Edwards, Revival! A People Saturated With God, Evangelical Press, 1991 edition, p. 165).

“ແຕ່ພຣະເຈົ້າໄດ້ຊົງເລືອກສິ່ງທີ່ໂລກຖືວ່າໂງ່ ເພື່ອຈະເຮັດໃຫ້ຄົນມີປັນຍາອັບອາຍ ແລະພຣະເຈົ້າໄດ້ຊົງເລືອກສິ່ງທີ່ໂລກຖືວ່າອ່ອນແອ ເພື່ອເຮັດໃຫ້ຄົົນທີ່ແຂງແຮງອັບອາຍ”(1 ໂກລິນໂທ 1:27)

ເອມີຄາໄມໂຄໄດ້ອະທິບາຍເຖິງການຖອກເທລົງມາຂອງພຣະວິນຍານບໍລິສຸດຢູ່ໃນປະເທດອິນເດຍແບບນີ້ວ່າ:

ມັນເກີດຂື້ນຢູ່ໃນຊ່ວງທ້າຍຂອງການປິດການນະມັດສະການຕອນເຊົ້າ,ຄົນທີ່ກໍາລັງເທດສະໜາຈໍາເປັນຕ້ອງຢຸດເພາະຄວາມຕື່ນຕັນໃຈໂດຍຄວາມເຂົ້າໃຈທັນທີເຖິງການບີບບັງຄັບຂອງສິ່ງຕ່າງໆທີ່ຢູ່ພາຍໃນ, ມັນເປັນໄປບໍ່ໄດ້ ເລີຍທີ່ຈະອະທິຖານ, ໜື່ງໃນເດັກໜຸ່ມທີ່ຢູ່ໃນໂຮງຮຽນເດັກເລີ່ມພະຍາຍາມ ທີ່ຈະອະທິຖານ,ແຕ່ລາວກໍຕ້ອງຫຼັ່ງນໍ້າຕາອອກມາ, ຫຼັງຈາກນັ້ນກໍມີຄົນອື່ນ, ຫຼັງຈາກນັ້ນກໍໝົດທຸກຄົນ,ເດັກໜຸ່ມສ່ວນໃຫຍ່ເລີ່ມຂື້ນກ່ອນ, ໃນບໍ່ຊ້າກໍມີ ຄົນໜຸ່ມຫຼາຍຄົນກໍເລີ່ມຮ້ອງອອກມາດ້ວຍຄວາມຂື່ນຂົມ ແລະອະທິຖານຂໍ ການອະໄພບາບ, ມັນໄດ້ຂະຫຍາຍໄປຫາພວກຜູ້ຍິງ,ມັນເປັນສິ່ງເປັນຕາ ຕື່ນຕົກໃຈຫຼາຍແທ້ໆແລະພິລຶກຫຼາຍ - ຂ້າພະເຈົ້າບໍ່ສາມາດໃຊ້ຄໍາອື່ນໆ ໄດ້ເລີຍ - ຂໍ້ມູນຕ່າງໆໜີໄປຈາກຂ້າພະເຈົ້າແລ້ວ, ໃນບໍ່ຊ້າທຸກຄົນກໍໝອບ ລົງພື້ນຮ້ອງຫາພຣະເຈົ້າ,ທັງໄວລຸ້ນຊາຍແລະຍິງ,ທັງຜູ້ຍິງແລະຜູ້ຊາຍ,ທຸກຄົນຕ່າງກໍ[ລືມໄປໝົດ]ບໍ່ຮູ້ເມື່ອ, ສຽງເປັນຄືກັບສຽງຂອງຄື້ນນໍ້າແລະຄືກັບ ສຽງລົມພັດແຮງໃສ່ຕົ້ນໄມ້... ໃນການເຄື່ອນໄຫວຄັ້ງແລກເປັນການເຄື່ອນ ໄຫວຂອງເກືອບໝົດທຸກຄົນທີ່ຢູ່ຖ້າມກາງໄວ້ລຸ້ນທີ່ໄດ້ຮັບຄວາມລອດແລ້ວ, ພວກເດັກນ້ອຍນັກຮຽນ,ລູກໆຂອງພວກເຮົາເອງ... ແລະສະມາຊິກໜຸ່ມໆ ບາງຄົນຂອງທີ່ປະຊຸມຂອງເຮົາ,ເຈັດເດືອນຕໍ່ມານາງໄດ້ລາຍງານວ່າ“[ຄົນໜຸ່ມ]ຂອງພວກເຮົາເກືອບທຸກຄົນໄດ້ອອກໄປແລ້ວອອກໄປອີກເພື່ອກັບໃຈ ໃໝ່” (J. Edwin Orr, Ph.D., The Flaming Tongue, Moody Press, 1973, pp. 18, 19).

ສັງເກດຄໍາວ່າ “ໃນການເຄື່ອນໄຫວຄັ້ງແລກເປັນການເຄື່ອນໄຫວຂອງເກືອບໝົດທຸກຄົນ ຖ້າມກາງໄວ້ລຸ້ນທີ່ໄດ້ຮັບຄວາມແລ້ວ, ພວກເດັກນ້ອຍນັກຮຽນ...ແລະສະມາຊິກໜຸ່ມໆບາງ ຄົນຂອງທີ່ປະຊຸມຂອງເຮົາ” ນັ້ນຄືຫົນທາງທີ່ການຟື້ນຟູມາເຖິງຄຣິສຕະຈັກແຫ່ງໜື່ງສະເໝີ-ໃນຂະນະທີ່ພວກຄົນໜຸ່ມມີຄວາມປາດຖະໜາການຖອກເທລົງມາຂອງພຣະວິນຍານບໍລິສຸດໃນການຟື້ນຟູ, ຂ້າພະເຈົ້າເຄີຍເຫັນດ້ວຍຕາຂອງຕົນເອງຢູ່ໃນການຟື້ນຟູສາມເທື່ອ,ຕອນທີ່ ພຣະເຈົ້າຊົງຖອກເທພຣະວິນຍານທີ່ຊົງລິດອໍານາດທີ່ຍິ່ງໃຫຍ່ຂອງພຣະອົງລົງມາເທິງພວກຄົນໜຸ່ມໃນເມືອງລອສແອງເຈີລິສ, ຢູ່ໃນເຂດເມືອງຊານຟຣານຊິສໂກແລະຢູ່ໃນເຂດຫາດ ຊາຍເວີຈີເນຍລັດເວີຈີເນຍ.

ຕອນນີ້ຂ້າພະເຈົ້າຂໍເວົ້າກັບພວກຄົນໜຸ່ມໃນຄຣິສຕະຈັກຂອງເຮົາທີ່ຢູ່ນີ້ໃນຄືນນີ້ວ່າ, ພວກເຮົາຈະພິມຄໍາເທດສະໜານີ້ໃຫ້ພວກທ່ານເອົາກັບໄປບ້ານ, ຂ້າພະເຈົ້າຫວັງວ່າພວກ ທ່ານຈະອ່ານມັນແລະອ່ານອີກທຸກໆມື້ໃນອາທິດໜ້ານີ້, ແລະຂ້າພະເຈົ້າຫວັງວ່າພວກທ່ານ ຈະອະທິຖານເພື່ອສິ່ງຕ່າງໆທີ່ຢູ່ໃນຄໍາເທດສະໜານີ້ທີ່ຈະເກີດຂື້ນໃນຊີວິດຂອງທ່ານ,ແລະ ເກີດຂື້ນຢູ່ໃນຄຣິສຕະຈັກຂອງເຮົາ.

ພວກທ່ານອາດຈະຄິດວ່າ“ດຣ.ໄຮເມີສຈະບໍ່ມີມື້ຍອມໃຫ້ສິ່ງພວກນີ້ເກີດຂື້ນໃນຄຣິສຕະຈັກຂອງເຮົາໄດ້” ແຕ່ພວກທ່ານຄິດຜິດ, ຂ້າພະເຈົ້າເຊື່ອແລະຂ້າພະເຈົ້າຮູ້ຈັກດີພໍກ່ຽວ ກັບການຟື້ນຟູວ່າຂ້າພະເຈົ້າຈະບໍ່ດັບພຣະວິນຍານຫຼືຢຸດຢັ້ງການສະແດງອອກຂອງພຣະອົງຖ້າພຣະເຈົ້າຫາກມີເມດຕາແລະລົງມາຫາພວກເຮົາໃນລິດອໍານາດສູງສຸດແຫ່ງການຟື້ນຟູ! ພວກທ່ານກໍຄວນຈະເອົາຄໍາເວົ້າຂອງຜູ້ທໍານາຍອິດສະຢາມາລວມຢູ່ໃນຄໍາອະທິຖານຂອງ ທ່ານນໍາວ່າ

“ໂອ ຖ້າຫາກວ່າພຣະອົງຈະຊົງແຫວກຟ້າສະຫວັນສະເດັດລົງມາໄດ້ໜໍ ເພື່ອພູເຂົາຈະໄຫຼລົງມາຕໍ່ພຣະພັກພຣະອົງ”(ອິດສະຢາ 64:1)

ຂໍເຊີນ ດຣ.ແຊນ ມານໍາພວກເຮົາອະທິຖານແດ່ ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍ/າເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ: 1 ໂກລິນໂທ 1:26-31.
ບັນເລງເພງກ່ອນຄໍາເທດສະໜາໂດຍ ທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“Teach Me to Pray” (by Albert S. Reitz, 1879-1966).