Print Sermon

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 215 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 36 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ເປັນຫຍັງຈື່ງບໍ່ມີການຟື້ນຟູ?ຄໍາຕອບທີ່ແທ້ຈິງ!

(ບົດເທດສະໜາຕອນທີ່ 10 ເລື່ອງການຟື້ນຟູ)
WHY NO REVIVAL? THE TRUE ANSWER!
(SERMON NUMBER 10 ON REVIVAL)
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນຂອງພຣະເຈົ້າ 5/10/2014
A sermon preached at the Baptist Tabernacle of Los Angeles
Lord's Day Evening, October 5, 2014

“ພຣະອົງຊົງໄປຈາກພວກເຂົາແລ້ວ”(ໂຮເຊຢາ 5:6) “ເຮົາຈະໄປແລະກັບມາຍັງສະຖານທີ່ຂອງເຮົາອີກ ຈົນກວ່າເຂົາ ຈະ ຍອມຮັບຄວາມຜິດຂອງເຂົາແລະສະແຫວງໜ້າຂອງເຮົາ...” (ໂຮເຊຢາ 5:15)


ເບື້ອງຫຼັງຂອງໂຮເຊຢາບົດທີ່ຫ້າການທີ່ພຣະພັກຂອງພຣະເຈົ້າຊົງຈາກໄປ- ຄືກັບທີ່ ໄດ້ອະທິບາຍໄວ້ໃນພຣະຄໍາພີສະກໍຟິວຢູ່ໃນຕອນຕົ້ນຂອງບົດ,ພຣະເຈົ້າຊົງໄປຈາກປະເທດອິດສະຣາເອນເພາະຄວາມຫຍີ່ງແລະເພາະຄວາມບາບຂອງພວກເຂົາ.

ຂ້າພະເຈົ້າຮູ້ດີວ່າພຣະເຈົ້າບໍ່ມີພັນທະສັນຍາກັບປະເທດອາເມລິກາ, ພຣະອົງຊົງມີ ພັນທະສັນຍາໃນໂລກກັບປະເທດອິສຣາເອນ,ແຕ່ບໍ່ມີກັບຊົນຊາດອື່ນໃດອີກ,ແຕ່ໃຫ້ສັງເກດ ໃນຂໍ້ພຣະຄໍາພີຂອງເຮົາທີ່ພຣະເຈົ້າຕັດວ່າພຣະອົງຈະຊົງຫັນຫຼັງຈາກຄົນແຫ່ງພັນທະສັນຍາຂອງພຣະອົງເພາະຄວາມຫຍີ່ງແລະຄວາມບາບຂອງເຂົາ, ຖ້າຫາກພຣະອົງປະຖີ້ມປະເທດ ອິສຣາເອນຊື່ງເປັນຄົນແຫ່ງພັນທະສັນຍາຂອງພຣະອົງ, ຫຼາຍກວ່ານັ້ນເທົ່າໃດທີ່ພຣະອົງ ຈະປະຖີ້ມປະເທດອາເມລິກາແລະໂລກຕາເວັນຕົກ! ດຣ.ເຈ.ເວີນັນແມັກກີ້ໄດ້ກ່າວວ່າ:

ມັນຄືການສໍານຶກຂອງຂ້າພະເຈົ້າທີ່ວ່າປະຈຸບັນນີ້ປະເທດສະຫະລັດກໍາລັງຮູ້ສຶກເຖິງຜົນກະທົບແຫ່ງການພິພາກສາຂອງພຣະເຈົ້າທີ່ຕົກໃສ່ພວກເຮົາ... ພວກເຮົາກໍາລັງຮູ້ສຶກເຖິງຜົນແຫ່ງການພິພາກສາຂອງພຣະອົງທີ່ຕົກໃສ່ ພວກເຮົາ,ຄືກັບທີ່ຕົກໃສ່ປະເທດອິສຣາເອນ did (J. Vernon McGee, Th.D., Thru the Bible, volume III, Thomas Nelson Publishers, 1982, p. 633; note on Hosea 5:2).

ຕອນນີ້ເຮົາສາມາດມາເບິ່ງຂໍ້ພຣະຄໍາພີຂອງເຮົາໄດ້

“ເຮົາຈະໄປແລະກັບມາຍັງສະຖານທີ່ຂອງເຮົາ ຈົນກວ່າເຂົາຈະຍອມຮັບ ຄວາມຜິດຂອງເຂົາແລະສະແຫວງໜ້າຂອງເຮົາ...”(ໂຮເຊຢາ 5:15)

ຢູ່ໃນນີ້ພຣະເຈົ້າຊົງບອກກັບຊົນຊາດທີ່ບາບວ່າພຣະອົງຈະລົງໂທດພວກເຂົາໂດຍ ການໄປຈາກເຂົາ, “ເຮົາຈະໄປ [ຈາກຖ້າມກາງເຈົ້າທັງຫຼາຍ]ແລະກັບມາຍັງສະຖານທີ່ ຂອງເຮົາ...” ນັກອະທິບາຍຊາວພິວຣິທັນຜູ້ຍິ່ງໃຫຍ່ຊື່ ເຢເຣມີເບີຣອຊ(1600-1646)ໄດ້ ສະແດງຄວາມຄິດເຫັນໃນຂໍ້ພຣະຄໍາພີນີ້ວ່າ:

“ເຮົາຈະໄປແລະກັບມາຍັງສະຖານທີ່ຂອງເຮົາອີກ” ນັ້ນຄືເຮົາຈະກັບໄປສະ ຫວັນອີກເທື່ອໜື່ງ... ເມື່ອເຮົາເຮັດໃຫ້ເຂົາເປັນທຸກແລ້ວເຮົາຈະກັບໄປສະ ຫວັນແລະເຮົາຈະນັ່ງຢູ່ຫັນ... ແລະຈະບໍ່ຫຼຽວແລເຂົາເລີຍ (Jeremiah Burroughs, An Exposition of the Prophecy of Hosea, Reformation Heritage Books, 2006, p. 305; note on Hosea 5:15).

ຂ້າພະເຈົ້າແນ່ໃຈວ່ານັ້ນແລະຄືເຫດຜົນທີ່ພວກເຮົາບໍ່ມີການຟື້ຶ້ນຟູໃຫຍ່ຢູ່ໃນໂລກຕາເວັນຕົກເປັນເວລາ 100 ກວ່າປີແລ້ວ, ພຣະເຈົ້າຊົງໄປຈາກພວກເຮົາ, ພຣະເຈົ້າໄດ້ ຕັດວ່າ“ເຮົາຈະໄປແລະກັບມາຍັງສະຖານທີ່ຂອງເຮົາອີກ ຈົນກວ່າເຂົາຈະຍອມຮັບຄວາມ ຜິດຂອງເຂົາ...” ພວກທ່ານອາດຈະບໍ່ເຫັນດ້ວຍແລະເວົ້າວ່າຂ້າພະເຈົ້າເປັນພຽງແຕ່ມິດຊັນ ນາຣີຄົນໜື່ງໂດຍບໍ່ໄດ້ໃສ່ໃຈຫຍັງເລີຍ,ດັ່ງນັ້ນ ພວກທ່ານຢາກຈະຟັງຄໍາເວົ້າ ດຣ.ມາຕິນ ລອຍ-ໂຈນນັກເທດຜູ້ຍິ່ງໃຫຍ່ບໍ? ນີ້ແມ່ນສິ່ງທີ່ເພີ່ນເວົ້າ:

ພຣະເຈົ້າຊົງຮູ້ຈັກຄຣິສຕະຈັກຄຣິສຕຽນດີວ່າໄດ້ຢູ່ໃນຖີ່ນທຸລະກັນດານເປັນເວລາຫຼາຍປີແລ້ວ, ຖ້າທ່ານຫາກອ່ານປະຫວັດຂອງຄຣິສຕະຈັກກ່ອນປີ 1830 ຫຼື 1840 ທ່ານກໍຈະພົບວ່າມີຫຼາຍປະເທດເຄີຍມີການຟື້ນຟູປົກກະ ຕິເກືອບທຸກໆສິບປີຫຼືຫຼາຍກວ່ານັ້ນ,ມັນບໍ່ເປັນແບບນັ້ນອີກ, ມີພຽງການຟື້ນ ຟູໃຫຍ່ຄັ້ງດຽວເທົ່ານັ້ນນັບຕັ້ງແຕ່ປີ 1859, ໂອພວກເຮົາຊ່າງມາຢູ່ໃນຊ່ວງ ເປັນໝັນແທ້...ຜູ້ຄົນພາກັນສູນເສຍຄວາມເຊື່ອໃນພຣະເຈົ້າຜູ້ຊົງພຣະຊົນຢູ່, ໃນການຊົງໄຖ່ ແລະໃນການກັບຄືນດີກັນແລະໄດ້ປ່ຽນເປັນສະຕິປັນຍາ, ປັດຊະຍາແລະການຮຽນຮູ້ໄປຊະແລ້ວ, ພວກເຮົາໄດ້ຜ່ານເຂົ້າສູ່ໜື່ງໃນ ຊ່ວງເວລາແຫ່ງການເປັນໝັນຂອງປະຫວັດສາດຄຣິສຕະຈັກອັນແສນຍາວນານ...ພວກເຮົາຍັງຄົງຢູ່ໃນຖີ່ນທຸລະກັນດານ, ຢ່າໄປເຊື່ອຄໍາແນະນໍາທຸກ ຢ່າງທີ່ວ່າພວກເຮົາຜ່ານມັນໄປແລ້ວ,ພວກເຮົາຍັງບໍ່ທັນຜ່ານໄປເທື່ອ (D. Martyn Lloyd-Jones, M.D., Revival, 1987, Crossway Books, p. 129)

ພວກທ່ານມີມັນແຕ່ບໍ່ແມ່ນຈາກມິດຊັນນາຣີນ້ອຍຄືກັບຂ້າພະເຈົ້າແຕ່ຈາກນັກສຶກສາພຣະຄໍາພີຜູ້ໂດ່ງດັງຄືໜື່ງໃນສອງຫຼືໃນສາມຂອງນັກເທດທີ່ຍິ່ງໃຫຍ່ທີ່ສຸດແຫ່ງສະຕະວັດທີ່ ຊາວ! ພຣະເຈົ້າຊົງຈາກໄປແລ້ວ, ສະນັ້ນ “ຈື່ງມີການຟື້ນຟູໃຫຍ່ພຽງອັນດຽວນັບຕັ້ງແຕ່ປີ 1859”ເຖິງແມ່ນວ່າກ່ອນປີ 1830 ຫຼື 1840...ເຄີຍມີການຟື້ນຟູປົກກະຕິເກືອບທຸກໆສິບປີ ຫຼື ຫຼາຍກວ່ານັ້ນເກີດຂື້ນ”(ເຫຼັ້ມດຽວກັນ)

ຖ້າພວກເຮົາຫາກສົນໃຈໃນການຟື້ນຟູພວກເຮົາກໍຄວນກັບໄປແລະສັງລວມດ້ວຍ ຄວາມລະມັດລະວັງວ່າແມ່ນຫຍັງເກີດຂື້ນລະຫວ່າງປີ 1830 ຫາ 1840, ກ່ອນທີ່ຄຣິສຕະ ຈັກຫຼາຍແຫ່ງຂອງເຮົາມີການຟື້ນຟູປະມານທຸກໆສິບປີ,ແຕ່ຫຼັງຈາກນັ້ນ - ມີພຽງການຟື້ນຟູ ໃຫຍ່ຄັ້ງດຽວເທົ່ານັ້ນທີ່ເກີດຂື້ນນັບຕັ້ງແຕ່ປີ 1859! ດັ່ງນັ້ນຕ້ອງມີບາງສິ່ງບາງຢ່າງເກີດຂື້ນ ລະຫວ່າງຜີ 1830 ແລະ 1840 ທີ່ເປັນສາເຫດໃຫ້ພຣະເຈົ້າ “ຈາກໄປ”(ໂຮເຊຢາ 5:6)ແລະ“ກັບມາຍັງສະຖານທີ່[ຂອງພຣະອົງເອງ]”(ໂຮໂຊຢາ 5:15).

ຖ້າທ່ານຮູ້ຈັກປະຫວັດສາດຂອງຂ່າວປະເສີດຄຣິສຕຽນ,ມັນຄວນຈະຊັດເຈນວ່າມີ ຫຍັງເກີດຂື້ນ!ຊາລຊ໌ຈີ.ຟີ່ນນີ່! ລາວຄືສິ່ງທີ່ເກີດຂື້ນ! ນັກປະຫວັດສາດດຣ.ວິວລ່ຽມຈີ.ແມັກ ລອຊລິນຈູເນຍ ໄດ້ກ່າວວ່າ:

ລາວໄດ້ເລີ່ມຍຸກສະໄໝໃຫມ່ໃນການຟື້ນຟູຢູ່ປະເທດອາເມລິກາ...ລາວໄດ້ ປ່ຽນແປງປັດຊະຍາທັງໝົດແລະຂະບວນການຂອງຂ່າວປະເສີດ (William G. McLoughlin, Jr., Ph.D., Modern Revivalism: Charles G. Finney to Billy Graham, The Ronald Press, 1959, p. 11).

ກ່ອນຟີນນີ່ມາ, ນັກເທດຫຼາຍຄົນເຊື່ອວ່າການຟື້ນຟູມາຈາກພຣະເຈົ້າແລະແຕ່ລະ ການກັບໃຈໃຫມ່ຄືເລື່ອງອັດສະຈັນອັນໜື່ງທີ່ມາຈາກພຣະເຈົ້າເຊັ່ນກັນ, ໃນປີ 1735 ໂຈນາທານເອັດເວີດໄດ້ເອີ້ນການຟື້ນຟູວ່າ“ວຽກທີ່ປະຫຼາດໃຈຂອງພຣະເຈົ້າ” ແຕ່ປີ 1835 ຟີນນີ່ໄດ້ເວົ້າວ່າການຟື້ນຟູ“ບໍ່ແມ່ນການອັດສະຈັນໃນປະສາດສໍາພັດໃດໆ”ມັນຄືຜົນທາງປັດ ຊະຍາທີ່ບໍລິສຸດຂອງການໃຊ້ຢ່າງຖືກຕ້ອງຂອງວິທີທີ່ກໍ່ຕັ້ງຂື້ນ” ນັ້ນຄື “ການຟື້ນຟູບໍ່ແມ່ນ ອັດສະຈັນຢ່າງໜື່ງ, ມັນເປັນພຽງຜົນທາງທໍາມະຊາດຂອງການໃຊ້ວິທີທີ່ຖືກຕ້ອງ” ນັ້ນ ແລະ ຄືສິ່ງທີ່ລາວເວົ້າຢູ່ໃນພາສາອັງກິດສະໄໝໃຫມ່.

ຄວາມແຕກຕ່າງລະຫວ່າງໂຈນາທານເອັດເວີດແລະຟີ່ນີ່ຄື ເອັດເວີດເປັນໂປແຕສ ແຕນໃນຂະນະທີ່ຟີນນີ່ເປັນຄົນນອກສາສະໜາ ,ລັດທິເພລາກຽນຊື່ງເປັນຜູ້ທີ່ເຊື່ອວ່າມະນຸດ ສາມາດລອດໄດ້ໂດຍຄວາມພະຍາຍາມຂອງຕົນເອງ ຫຼາຍກວ່າໂດຍພຣະຄຸນແລະລິດອໍາ ນາດຂອງພຣະເຈົ້າພຽງຢ່າງດຽວ,ມັນບໍ່ຖືກທີ່ຈະເວົ້າວ່າຟີນນີ່ເປັນຄົນອາເມເນຍຄືກັບພວກ ເມໂຕດິສ,ຄວາມເຊື່ອຂອງຟີນນີ່ມີຄວາມແຕກຕ່າງຈາກພວກອາເມເນຍທີ່ເປັນພວກເມໂຕ ດິສ,ໜື່ງໃນບົດເທດທີ່ມີຊື່ສຽງຂອງຟີນນີ່ຄື“ພວກຄົນບາບຖືກຜູກມັດໃຫ້ປ່ຽນແປງໃຈຂອງ ເຂົາເອງ”(1831),ພຣະເຈົ້າຖືກຍູ້ຖີ້ມແລະ ມະນຸດ ໂດຍຄວາມພະຍາມຍາມຂອງເຂົາສາ ມາດນໍາການກັບໃຈໃໝ່ມາໃຫ້ໄດ້ໂດຍການຕັດສິນໃຈຂອງມະນຸດ, ພວກເມໂຕດິສກ່ອນທີ່ ຟີ່ນນີ່ມາບໍ່ໄດ້ເຊື່ອແບບນັ້ນ, ອຽນເອັຊ.ເມີເຣໄດ້ສະແດງໃຫ້ເຫັນຢ່າງບໍ່ຕ້ອງສົງໄສເຖິງພວກ ເມໂຕດິສແລກໆ(Iain H. Murray, Revival and Revivalism, Banner of Truth, 2009 edition, pp. 259-261). ພວກເມໂຕດິສຈະບໍ່ມີມື້ເວົ້າວ່າ “ພວກຄົນບາບຖືກຜູກມັດເພື່ອປ່ຽນແປງໃຈ ຂອງເຂົາເອງ” ໃນໜັງສືຂອງລາວເລື່ອງ History of Wesleyan Methodism ຈອຊສະມິດໄດ້ໃຫ້ນິຍາມຂອງການຟື້ນຟູວ່າ

ສະນັ້ນການຟື້ນຟູຄືວຽກງານໜື່ງແຫ່ງພຣະຄຸນທີ່ໄດ້ຮັບຜົນໂດຍພຣະວິນ ຍານຂອງພຣະເຈົ້າໃນເລື່ອງຈິດວິນຍານຂອງມະນຸດແລະໃນທາດແທ້ຂອງມັນ,ແຕກຕ່າງຈາກການຮ່ວມມືປົກກະຕິຂອງພຣະວິນຍານບໍລິສຸດໃນການຮູ້ແຈ້ງແລະການກັບໃຈໃຫມ່ຂອງມະນຸດໂດຍການແຜ່ຫຼາຍທີ່ກວ້າງກວ່າແລະໂດຍຄວາມແຮງກ້າທີ່ໃຫຍ່ກວ່າ(George Smith, Revival, volume 2, 1858, p. 617).

ນີ້ຄືນິຍາມແລກໆຂອງພວກເມໂຕດິສເຖິງເລື່ອງການຟື້ນຟູແລະການກັບໃຈໃໝ່, ນິຍາມນີ້ ພວກໂປແຕສແຕນກັບພວກແບັບຕິດກໍສາມາດໃຫ້ໄດ້ກ່ອນນິຍາມທີ່ຜິດໆຂອງຟີນນີ່ຈະກາຍມາມີຊື່ສຽງແລະບີບຄັ້ນພຣະເຈົ້າໃຫ້ອອກໄປຈາກພາບອັນງາມນັ້ນ, ຫຼັງຈາກຟີນນີ່ພວກເຂົາ ບໍ່ຮູ້ວ່າພວກເຂົາເປັນ“ຄົນທີ່ເປັນຕາເວດທະນາ,ທຸກທໍລະມານ,ຍາກຈົນຕາບອດແລະເປືອຍ ກາຍ”(ພະນິມິດ 3:17), ຫຼັງຈາກທິດສະດີຟີນນີ່ພວກເຂົາບໍ່ຮູ້ແມ່ນກະທັ່ງວ່າພຣະເຈົ້າໄດ້ “ໄປຈາກເຂົາ”ແລະໄດ້ກັບໄປ“ສະຖານທີ່ຂອງພຣະອົງ”ແລ້ວ.

ການອ້າງອີງຈາກຈອຊສະມິດສະແດງໃຫ້ເຫັນວ່າພວກເມໂຕດິສຕົ້ນໆເຊື່ອວ່າການກັບໃຈຂອງຄົນຜູ້ໜື່ງແລະການຟື້ນຟູທັງສອງຢ່າງນີ້ຂື້ນກັບພຣະຄຸນຂອງພຣະເຈົ້າຜ່ານທາງວຽກຂອງພຣະວິນຍານບໍລິສຸດ, ນັ້ນຄືສິ່ງທີ່ພວກໂປແຕສແຕນແລະພວກແບັບຕິດທຸກ ຄົນເຊື່ອກ່ອນທິດສະດີຂອງຟີນນີ່ຈະທໍາລາຍການປະກ່າວຂ່າວປະເສີດ, ຄວາມຄິດເກົ່າແກ່ ຂອງພວກນິກາຍໃຫຍ່ແຕກຕ່າງຫຼາຍຈາກມຸມມອງລັດທິເພເລກຽນຂອງຟີນນີ່ທີ່ໄດ້ສະແດງອອກຢູ່ໃນຄໍາເທດສະໜາອັນມີຊື່ສຽງຂອງລາວທີ່ມີຊື່ວ່າ“ພວກຄົນບາບຖືກຜູກມັດໃຫ້ປ່ຽນ ແປງໃຈຂອງເຂົາເອງ”ພວກທ່ານຈະເຮັດແນວໃດກັບເລື່ອງນັ້ນ? ຂ້າພະເຈົ້າໄດ້ພະຍາຍາມ ເປັນເວລາເຈັດປີ! ແຕ່ມັນບໍ່ສໍາເລັດ,ຂ້າພະເຈົ້າຮູ້ຈັກໂດຍອາໄສປະສົບການ.

ຟີນນີ່ຄືຄົນທີ່ແນະນໍາໂຕະແທ່ນບູຊາ,ບອກຄົນບາບວ່າພວກເຂົາສາມາດຕັດສິນໃຈແລະລອດໄດ້“ທັນທີ”ໂດຍການກະທໍາຕາມໃຈຂອງເຂົາເອງ, ຄືກັບທີ່ດຣ.ແມັກລອຊລິນໄດ້ ກ່າວວ່າຟີນນີ່ໄດ້“ປ່ຽນແປງປັດຊະຍາທັງໝົດແລະດໍາເນີນຂະບວນການຂອງຂ່າວປະເສີດ” (ເຫຼັ້ມດຽວກັນ) ປະຈຸບັນນີ້ສາຂາຂອງພວກຂ່າວປະເສີດສ່ວນຫຼາຍສອນວ່າພວກຄົນບາບ ສາມາດລອດພົ້ນໄດ້ໂດຍການກະທໍາຂອງມະນຸດດ້ວຍການຍົກມືຂອງເຂົາຂື້ນແລ້ວເວົ້າຕາມ“ຄໍາອະທິຖານຂອງບາບ” ຫຼື ຍ່າງອອກໄປໜ້າທໍາມາດຕອນທີ່ເຂົາເອີ້ນວ່າ “ຊ່ວງເວລາຕັດ ສິນໃຈ” ສະນັ້ນ“ລັດທິນັກຕັດສິນໃຈ” ເປັນຜະລິດຕະພັນໂດຍກົງຂອງຄໍາສອນຂອງພວກ ເພເລກຽນນອກສາສະໜາຂອງຊາລສ໌ຈີ.ຟີນນີ່!

ລັດທິຕັດສິນໃຈນິຍົມໄດ້ຮັບຄວາມນິຍົມຢ່າງໄວວາເພາະມັນ“ໄວກວ່າແລະງ່າຍກວ່າຫຼາຍ” ທ່ານບໍ່ຈໍາເປັນຕ້ອງລໍຖ້າໃຫ້ພຣະວິນຍານບໍລິສຸດໂນ້ມນ້າວຄົນບາບໃນເລື່ອງຄວາມ ບາບຂອງເຂົາແລ້ວ,ຫຼັງຈາກນັ້ນກໍຊັກນໍາເຂົາມາຫາພຣະຄຣິດ,ຟີນນີ່ໄດ້ປີ້ນຂ່າວປະເສີດມາ ເປັນຄໍາເວົ້າທີ່ປະກອບກັນເປັນການຜະລິດ“ພວກຄຣິສຕຽນ”ໃໝ່ເປັນຈໍານວນຫຼາຍ,ແຕ່ການ “ຜະລິດ”ເປັນຈໍານວນຫຼາຍສ່ວນຫຼາຍແລ້ວບໍ່ແມ່ນຄຣິສຕຽນເລີຍ! ອັນນັ້ນແລະໄດ້ທໍາລາຍ ນິກາຍທີ່ຍິ່ງໃຫຍ່ຂອງພວກໂປແຕສແຕນແລະພວກແບັບຕິດ! ພວກ“ສາຍເສລີ”ທຸກຄົນ ໄດ້ຕັດສິນໃຈໂດຍບໍ່ໄດ້ຮັບຄວາມລອດ! ອັນນັ້ນແລະຄືຫົນທາງທີ່ພວກໂປແຕສແຕນສາຍ ເສລີນິຍົມມາຈາກ!

ອຽນເອັຊ.ເມີເຣໄດ້ກ່າວວ່າ “ຄວາມຄິດທີ່ວ່າການກັບໃຈໃໝ່ຄືການກະທໍາຂອງມະ ນຸດໄດ້ກາຍເປັນຈຸດຈົບຂອງການປະກາດຂ່າວປະເສີດແລະເປັນຄືກັບການທີ່ມະນຸດລືມໄປ ວ່າການບັງເກີດໃໝ່ຄືວຽກງານຂອງພຣະເຈົ້າ,ດັ່ງນັ້ນຄວາມເຊື່ອເລື່ອງການຟື້ນຟູໃນຖານະ ເປັນວຽກຂອງພຣະວິນຍານຂອງພຣະເຈົ້າຈື່ງຫາຍຕົວໄປ,[ນີ້]ແມ່ນຜະລິດຕະພັນໂດຍກົງ ຂອງທິດສະດີຂອງຟີນນີ່” (Revival and Revivalism, Banner of Truth, 1994, pp. 412-13).

ຫົນທາງ“ໄວກວ່າແລະງ່າຍກວ່າ”ບໍ່ແມ່ນພຣະພອນຈາກພຣະເຈົ້າ, ມັນໄດ້ເຮັດໃຫ້ ຄຣິສຕະຈັກຂອງໂປແຕສແຕນແລະແບັບຕິດຂອງເຮົາເຕັມໄປດ້ວຍຄົນຫຼົງຫາຍເຂົ້າມາແທນທີ່, ຕອນນີ້ຄຣິສຕະຈັກແບັບຕິດຫຼາຍແຫ່ງຂອງພວກເຮົາເຕັມໄປດ້ວຍຄົນທີ່ຍັງບໍ່ລອດຊື່ງ ເຮັດໃຫ້ນັກເທດຫຼາຍຄົນຮູ້ສຶກວ່າພວກເຂົາຕ້ອງປິດການນະມັດສະການໃນວັນອາທິດຕອນແລງລົງ.

ຂ້າພະເຈົ້າໄດ້ຖາມເມຍຂອງສິດຍາພິບານຄົນໜື່ງວ່າເປັນຫຍັງຜົວຂອງລາວຈື່ງປິດການນະມັດສະການຕອນແລງລົງ,ນາງຕອບວ່າ“ພວກເຂົາບອກລາວວ່າຈະບໍ່ມາ”ນີ້ແມ່ນໜື່ງ ໃນຜົນທີ່ໂສກເສົ້າຢ່າງໜື່ງຂອງການເຮັດໃຫ້ຄົນທີ່ຍັງບໍ່ລອດເປັນສະມາຊິກຂອງຄຣິສຕະຈັກ ແຫ່ງຕ່າງໆຂອງພວກເຮົາແບບງ່າຍໆເພາະພວກເຂົາໄດ້“ຕັດສິນໃຈ”ແບບມະນຸດ, ຂໍພຣະ ເຈົ້າໂຜດໃຫ້ອະໄພເຮົາແດ່ເທີນ! ຖ້າປາສະຈາກຮູບແບບເກົ່າໆຂອງການກັບໃຈໃຫມ່ພວກ ເຮົາກໍພົບຫາຍະນະແລ້ວ!ພວກເຮົາບໍ່ສາມາດຊ່ວຍຕົນເອງໃຫ້ລອດໄດ້ ມີພຽງພຣະເຈົ້າເທົ່າ ນັ້ນສາມາດສົ່ງການຟື້ນຟູມາໄດ້, ລັດທິຕັດສິນໃຈນິຍົມໄດ້ປະຕິເສດພຣະເຈົ້າແລະໄດ້ວາງ ມະນຸດລົງເທິງບັນລັງ, ແລະພຣະເຈົ້າໄດ້ຕັດວ່າ:

“ເຮົາຈະໄປແລະກັບມາຍັງສະຖານທີ່ຂອງເຮົາອີກ ຈົນກວ່າເຂົາຈະຍອມຮັບ ຄວາມຜິດຂອງເຂົາແລະສະແຫວງໜ້າຂອງເຮົາ...”(ໂຮເຊຢາ 5:15)

ນັ້ນແລະຄືເຫດຜົນແທ້ຈິງທີ່ພວກເຮົາບໍ່ມີການຟື້ນຟູໃຫຍ່ໃນປະເທດອາເມລິກາຫຼືໃນສາຫະ ລາຊະອານາຈັກເປັນເວລາຮ້ອຍກວ່າປີມາແລ້ວ.

ພວກຄົນບາບຕ້ອງຖ່ອມໃຈລົງຕໍ່ໜ້າພຣະເຈົ້າ,ພວກນັກຕັດສິນໃຈນິຍົມບໍ່ມີຈັກຄົນທີ່ ຖ່ອມໃຈ, ຄົນບາບ“ກ້າວອອກ”ມາດ້ວຍສະຫງ່າງາມແລະຄວາມກ້າຫານ,ພວກເຮົາບໍ່ເຫັນ ນໍ້າຕາຈັກຢອດ,ບໍ່ມີຄວາມໂສກເສົ້າ,ບໍ່ຄວາມສໍານຶກຜິດ,ບໍ່ມີການໂນ້ມນ້າວເລື່ອງຄວາມບາບ ເລີຍ,ຂ້າພະເຈົ້າກັບເມຍເຫັນຝູງຊົນພາກັນຫົວແລະລົມກັນຢ່າງມີຄວາມສຸກໃນເວລາທີ່ເຂົາ ໄປ“ຂ້າງໜ້າ”ຢູ່ການປະຊຸມຂອງບິລລີ່ເກຣແຮມຄັ້ງສຸດທ້າຍໃນເມືອງເປຊາເດນາລັດຄໍລິຟໍ ເນຍໃນເດືອນ 11 ປີ 2004, ເລື່ອງນີ້ມັນແຕກຕ່າງຈາກການຟື້ນຟູໃນສະໄໝກ່ອນກ່ອນ ທິດສະດີຟີນນີ່, ໃຫ້ເຮົາຟັງການອະທິບາຍຢູ່ໃນການປະຊຸມຂອງພວກເມໂຕດິສປີ 1814

ຄືນຕໍ່ມາຢູ່ໃນການປະຊຸມອະທິຖານອີກແຫ່ງໜື່ງມີຫຼາຍຄົນຖືກຄອບງໍາ ດ້ວຍການສໍານຶກເລື່ອງຄວາມບາບແລະຈິດໃຈເປັນທຸກຫຼາຍແລະອະທິຖານ[ຍືດຍາວ]ພວກເຂົາໄດ້ສະແຫວງຫາແລະພົບທີ່ເພີ່ງໃນພຣະຄຣິດ...ພວກຜູ້ຊາຍ, ຜູ້ຍິງແລະພວກໜຸ່ມສາວຊື່ງມີຊີວິດທີ່ບໍ່ຕາມພຣະເຈົ້າຖືກນໍາມາຢູ່ໃຕ້ ຈິດໃຈທີ່ໂສກເສົ້າເສຍໃຈ ແລະຫຼັງຈາກນັ້ນກໍເລີ່ມພິສູດໃຫ້ເຫັນເຖິງຄວາມ ໝັ້ນໃຈທີ່ພຣະເຈົ້າໄດ້ຊົງຢ້ຽມຢ້າມເຂົາແລະໃຫ້ອະໄພຄວາມຜິດບາບຂອງເ ຂົາຜ່ານທາງຄຸນຄວາມດີຂອງພຣະເຢຊູ (Paul G. Cook, Fire From Heaven, EP Books, 2009, p. 79)

ທ່ານເຄີຍ“ຖືກຄອບງໍາດ້ວຍການສໍານຶກເລື່ອງຄວາມຜິດບາບ”ບໍ? ທ່ານເຄີຍຢູ່ໃນ ອາການ “ຈິດໃຈທຸກທໍລະມານຫຼາຍ” ແລະຈາກນັ້ນກໍ “ພົບບ່ອນເພີ່ງຢູ່ໃນພຣະຄຣິດ” ບໍ? ອາຈານໄບຣອັນເອັຊ.ເອັດເວີດ ໄດ້ກ່າວໄວ້ວ່າ:

ມັນເລີ່ມຕົ້ນດ້ວຍການສໍານຶກເລື່ອງຄວາມຜິດບາບທີ່ຮ້າຍຫຼາຍ...ຜູ້ຄົນພາ ກັນຮ້ອງໄຫ້ຈົນຄວບຄຸມບໍ່ໄດ້..ແຕ່ບໍ່ມີການຟື້ນຟູໃດທີ່ບໍ່ມີນໍ້າຕາແຫ່ງການ ສໍານຶກບາບແລະໂສກເສົ້າເສຍໃຈ...ບໍ່ມີການຟື້ນຟູໃດປາສະຈາກການສໍາ ນຶກບາບຢ່າງເລິກຊື້ງ,ຄວາມອຶດອັດໃຈແລະການຖ່ອມໃຈລົງ...ຄົນໜື່ງທີ່ ເປັນພະຍານ[ເຖິງການຟື້ນຟູໃນປີ 1906 ຢູ່ປະເທດຈີນ]ໄດ້ລາຍງານວ່າ “ພື້ນອ້ອມຮອບຕົວຂ້າພະເຈົ້າເປັນຄືກັບສະໜາມຮົບທີ່ປະກອບດ້ວຍຈິດວິນຍານຫຼາຍດວງທີ່ຮ້ອງຂໍຄວາມເມດຕາ” (Brian H. Edwards, Revival: A People Saturated With God, Evangelical Press, 1991 edition, pp. 115, 116).

ພວກທ່ານບາງຄົນໄດ້ພະຍາຍາມ“ຮຽນຮູ້”ວ່າຈະລອດແນວໃດແດ່, ຄວາມລອດພົ້ນ ບໍ່ສາມາດຮຽນຮູ້ໄດ້! ມັນຕ້ອງເປັນປະສົບການແລະຈະຕ້ອງເປັນຄວາມຮູ້ສຶກ,ມັນຈະຕ້ອງ ເກີດຂື້ນຕໍ່ພວກທ່ານເພື່ອທ່ານຈະຮູ້ຈັກມັນ, ຕອນນີ້ທ່ານຮູ້ຈັກມັນແລ້ວແຕ່ທ່ານຈະຕ້ອງຮູ້

ສຶກເຖິງຄວາມລອດດ້ວຍໂຕຂອງທ່ານເອງ,ແລະຄວາມຮູ້ສຶກອັນທໍາອິດທີ່ທ່ານຕ້ອງມີຄືການ ສໍານຶກຢ່າງເລິກເຊີ່ງວ່າທ່ານເປັນຄົນບາບຄົນໜື່ງ,ທ່ານຈະຕ້ອງຖືກເຮັດໃຫ້ຮ້ອງອອກມາວ່າ

“ໂອ ຂ້າພະເຈົ້າເປັນຄົນເປັນຕາສົມເພດແທ້ ໃຜຈະຊ່ວຍຂ້າພະເຈົ້າໃຫ້ພົ້ນ ຈາກຮ່າງກາຍແຫ່ງຄວາມຕາຍນີ້ໄດ້” (ໂລມ 7:24)

ດຣ.ລອຍ-ໂຈນໄດ້ກ່າວວ່ານີ້ຄືສຽງຮ້ອງຂອງຄົນບາບທີ່ສໍານຶກຜິດ - ຂ້າພະເຈົ້າເຫັນດ້ວຍ ກັບລາວ! ຂ້າພະເຈົ້າເຫັນເລື່ອງແບບນີ້ເກີດຂື້ນດ້ວຍຕາຂອງຕົນເອງເມື່ອພຣະເຈົ້າໄດ້ສົ່ງ ພຣະວິນຍານຂອງພຣະອົງລົງມາໃນການຟື້ນຟູ.

ໃນການຟື້ນຟູທີ່ຄຣິສຕະຈັກເຟີສໄຊນາແບັບຕິດຊ່ວງທ້າຍປີ 1960, ດຣ.ທິໂມທີ ລິນ ໄດ້ໃຫ້ພວກເຮົາຮ້ອງເພງຊໍ້າໄປໆມາໆ.

“ໂອ ຂ້າແດ່ພຣະເຈົ້າ ຂໍຊົງຄົ້ນເບິ່ງຂ້າພະອົງ
ແລະຊົງຊາບຈິດໃຈຂອງຂ້າພະອົງ
ຂໍຊົງລອງຂ້າພະອົງແລະຊົງຊາບຄວາມຄິດຂອງຂ້າພະອົງ
ແລະຊົງຊາບຈິດໃຈຂອງຂ້າພະອົງ
ຂໍຊົງລອງຂ້າພະອົງແລະຊົງຊາບຄວາມຄິດຂອງຂ້າພະອົງ
ແລະທອດພຣະເນດວ່າມີທາງຊົ່ວໃດໆໃນຂ້າພະອົງຫຼືບໍ
ແລະຂໍຊົງນໍາຂ້າພະອົງໄປໃນຫົນທາງຊົ່ວນິລັນດອນ
   (ເພງສັນລະເສີນ 139:23, 24 ຂະຫຍາຍຄວາມ)

ຂໍໃຫ້ເຮົາຢືນຂື້ນແລ້ວຮ້ອງເພງບົດທີ່ 8 ຢູ່ໃນປື້ມເພງຂອງທ່ານ, ມີພຽງແຕ່ເມື່ອທ່ານສໍານຶກ ຜິດເລື່ອງຄວາມບາບຢ່າງເລິກເຊີ່ງແຫ່ງຄວາມຄິດແລະຈິດໃຈຂອງທ່ານເທົ່ານັ້ນຈື່ງຈະເຮັດ ໃຫ້ທ່ານຮູ້ສຶກວ່າການລ້າງຊໍາລະດ້ວຍພຣະໂລຫິດຂອງພຣະຄຣິດສໍາຄັນຕໍ່ໂຕທ່ານ, ຂໍເຊີນ ດຣ.ແຊນ ມານໍາພວກເຮົາອະທິຖານແດ່. ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ: ໂຊເຊຢາ 5:6-15.
ບັນເລງເພງກ່ອນຄໍາເທດສະໜາໂດຍ ທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“O For a Closer Walk With God” (by William Cowper, 1731-1800).