Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຈົ່ງເບິ່ງລູກແກະຂອງພຣະເຈົ້າ

BEHOLD THE LAMB OF GOD
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 5/10/2014
A sermon preached at the Baptist Tabernacle of Los Angeles
Lord's Day Morning, October 5, 2014

“ມື້ຕໍ່ມາໂຢຮັນເຫັນພຣະເຢຊູກຳລັງສະເດັດມາທາງທ່ານ ທ່ານຈຶ່ງກ່າວວ່າ "ຈົ່ງເບິ່ງພຣະເມສານ້ອຍຂອງພຣະເຈົ້າ ຜູ້ຊົງຮັບຄວາມຜິດບາບຂອງໂລກໄປເສຍ” (ໂຢຮັນ 1:29)


ໜື່ງໃນເປົ້າໝາຍຂອງໂຢຮັນຜູ້ໃຫ້ບັບຕິດສະມາຄືການເວົ້າເຖິງເລື່ອງພຣະເຢຊູ, ຂໍ ໃຫ້ພວກເຮົາເປັນຄືກັບໂຢຮັນ, ຂໍໃຫ້ພວກເຮົາມີຂ່າວສານອັນດຽວຄື “ພຣະເຢຊູຄຣິດແລະ ການຕາຍຂອງພຣະອົງ” (1 ໂກລິນໂທ 2:2), ພວກເຮົາເກີດມາເພື່ອເປົ້າໝາຍນັ້ນ,ຄືການ ເວົ້າເຖິງກ່ຽວກັບພຣະເຢຊູ ແລະ ບອກເຖິງລິດອໍານາດຂອງພຣະອົງທີ່ຈະຊ່ວຍຄົນບາບທັງ ຊາຍແລະຍິງໃຫ້ລອດພົ້ນ.

ນັ້ນແລະຄືເປົ້າໝາຍຂອງໂຢຮັນຜູ້ໃຫ້ບັບຕິດສະມາ - ທີ່ຈະບອກຜູ້ຄົນວ່າພຣະເຢຊູ ໄດ້ມາເພື່ອຈະຮັບເອົາຄວາມຜິດບາບຂອງເຂົາໄປ,ລາວບໍ່ໄດ້ບອກວ່າ “ເບິ່ງແມ້ຜູ້ເປັນແບບ ຢ່າງທີ່ຍິ່ງໃຫຍ່” ລາວບໍ່ໄດ້ບອກວ່າ “ເບິ່ງແມ້ຄູສອນຜູ້ຍິ່ງໃຫຍ່” ເຖິງແມ່ນວ່າລາວສາມາດ ເວົ້າເຖິງສິ່ງເຫຼົ່ານັ້ນກ່ຽວກັບພຣະເຢຊູໄດ້, ແຕ່ສິ່ງເຫຼົ່ານັ້ນບໍ່ແມ່ນປະເດັ່ນຫຼັກທີ່ລາວເວົ້າເຖິງ ກ່ຽວກັບພຣະເຢຊູ, ສິ່ງທໍາອິດຄືໂຢຮັນເວົ້າເຖິງ “ເບິ່ງແມ້ລູກແກະຂອງພຣະເຈົ້າຜູ້ຊົງຮັບຄວາມຜິດບາບຂອງໂລກໄປເສຍ” ເປົ້າໝາຍຫຼັກຂອງລາວກໍຄື ການເວົ້າເຖິງພຣະເຢຊູໃນ ຖານະເປັນພຣະຜູ້ຊ່ວຍໃຫ້ລອດຂອງມະນຸດຈາກຄວາມບາບ.

ສະເປີໂຈນໄດ້ເທດສະໜາຢ່າງໜັກໜ່ວງໃນຂໍ້ພຣະຄໍາພີຂໍ້ນີ້ໃນເດືອນ 10 ປີ 1887 ນີ້ແມ່ນຄໍາຕອບຂອງສະເປີໂຈນຕໍ່ຄົນທີ່ວິຈານລາວຢູ່ໃນ“ການໂຕ້ຖຽງທີ່ຫຼຸດຄວາມສໍາຄັນລົງ” ມັນຄືສະໜາມຮົບສຸດທ້າຍໃນຊີວິດຂອງສະເປີໂຈນ, ພວກນັກເທດຄົນອື່ນໆເວົ້າເຖິງພຣະຄຣິດໃນຖານະເປັນແບບຢ່າງຂອງພວກເຮົາ,ພວກເຂົາວິຈານຄໍາເທດສະໜາຂອງສະເປີໂຈນທີ່ເວົ້າເຖິງພຣະຄຣິດ - ໃນຖານະເປັນຜູ້ແທນຂອງຄົນບາບຢູ່ເທິງໄມ້ກາງແຂນ, ພວກເຂົາເວົ້າວ່າບົດເທດຂອງສະເປີໂຈນລ້າສະໄໝ, ສາສະໜາແຫ່ງພຣະໂລຫິດ, ພວກເຂົາບໍ່ຢາກໄດ້ຍິນວ່າພຣະຄຣິດຊົງເປັນຕົວແທນຂອງພວກເຮົາເພື່ອໄຖ່ບາບເທິງໄມ້ກາງແຂນ, ພວກເຂົາເອີ້ນມັນວ່າ“ສາສະໜາໂຮງຂ້າສັດ” ຂ້າພະເຈົ້າຕ້ອງຂໍບອກພວກທ່ານຕອນນີ້ວ່າບົດເທດນີ້ດັດແປງມາຈາກສະເປີໂຈນ, ມັນເປັນຄໍາຕອບທີ່ເປີດເຜີຍຂອງລາວຕໍ່ພວກນັກສາສະໜາເສລີໃນ“ການໂຕ້ຖຽງທີ່ຫຼຸດຄວາມສໍາຄັນລົງ”

ປະຈຸບັນນີ້ຂ້າພະເຈົ້າບໍ່ຮູ້ວ່າມີນັກເທດຄົນໃດແດ່ທີ່ຕໍ່ສູ້ພຣະໂລຫິດແຫ່ງການເສຍ ສະຫຼະຂອງພຣະເຢຊູ,ຈອນແມັກອາເທີໄດ້ຫຼຸດຄວາມສໍາຄັນຂອງພຣະໂລຫິດລົງແຕ່ລາວກໍບໍ່ໄດ້ຕໍ່ສູ້ມັນ, ມີການຕໍ່ສູ້ຢ່າງມີເລ່ລ່ຽມ ແລະ ລັບໆໃນເລື່ອງໄມ້ກາງແຂນຂອງພຣະຄຣິດ, ພວກເຂົາຕໍ່ສູ້ການຕາຍແທນຂອງພຣະຄຣິດໂດຍທີ່ພວກເຂົາບໍ່ເວົ້າເຖິງມັນໃນຄໍາເທດສະ ໜາຂອງເຂົາ, ມັນເກີດຂື້ນໄດ້ແນວໃດ? ມັນເກີດຂື້ນເພາະພວກນັກເທດພາກັນເຮັດບາບເປັນຄືກັບສິ່ງເລັກນ້ອຍຊື່ງພວກເຂົາບໍ່ຈໍາເປັນຕ້ອງເອີຍເຖິງມັນ, ຍົກຕົວຢ່າງເຊັ່ນ:ໃຫ້ຟັງຄໍາເວົ້າຂອງໂຈເອວອອສທີນ ຕອນທີ່ລໍຣີ່ຄິງສໍາພາດລາວຢູ່ໃນໂທລະພາບ,ຄິງຖາມ ອອສທີນວ່າລາວໃຊ້ຄໍາວ່າ“ຄົນບາບ”ບໍ ທ້າວອອສທີນຕອບວ່າ“ຂ້ອຍບໍ່ໃຊ້” ຂ້ອຍບໍ່ເຄີຍຄິດເຖິງມັນຈັກເທື່ອ...ຕອນທີ່ຂ້ອຍພາເຂົາມາໂບດຂ້ອຍຢາກຈະບອກເຂົາວ່າທ່ານສາມາດປ່ຽນໄດ້” (Michael Horton, Ph.D., Christless Christianity, Baker Books, 2008, pp. 75, 76).

ສິ່ງທີ່ໜ້າສັງເກດກໍຄືວ່າທ້າວອອສທີນບໍ່ເຄີຍໃຊ້ຄໍາວ່າ “ຄົນບາບ” ສິ່ງທີ່ໂດດເດັ່ນກວ່າໝູ່ກໍຄືວ່າລາວບໍ່ເຄີຍແມ່ນແຕ່“ຄິດເຖິງ”ມັນ! ບໍ່ສົງໄສເລີຍທີ່ລາວບໍ່ເທດສະໜາກ່ຽວກັບ ພຣະເຢຊູໃນຖານະເປັນ“ລູກແກະຂອງພຣະເຈົ້າທີ່ຊົງຮັບເອົາຄວາມຜິດບາບຂອງໂລກໄປເສຍ” ນັກເທດທຸກຄົນເວົ້າວ່າ“ທ່ານສາມາດປ່ຽນແປງໄດ້” ຄິດວ່າທ່ານສາມາດ“ປ່ຽນ”ໄດ້ ສິ່ງນັ້ນມັນຈະລຶບຄວາມບາບຂອງທ່ານອອກໄປຈາກທະບຽນຂອງພຣະເຈົ້າໄດ້ແນວໃດ? “ການປ່ຽນແປງ“ຈະລຶບຄວາມບາບທີ່ຢູ່ໃນທະບຽນຂອງພຣະເຈົ້າແລ້ວໄດ້ແນວໃດ?

ມັນຄືການເສແສ້ງຊື່ງທຸກຄົນທີ່ຕັດສິນໃຈເປັນຄຣິສຕຽນແລ້ວ, ນັກເທດຄົນໜື່ງກໍບອກຜູ້ຄົນແບບດຽວກັນທີ່ອອສທີນເຮັດຄືການ“ເວົ້າຕາມຄໍາອະທິຖານນີ້ກັບຂ້ອຍ” ຫຼືຂໍໃຫ້ເຂົາຍົກມືຂື້ນຖ້າຫາກພວກເຂົາຢາກຈະເປັນຄຣິສຕຽນ, ຫຼັງຈາກນັ້ນພວກເຂົາກໍທໍາທ່າວ່າໄດ້ເກີດໃໝ່ມາເປັນຄຣິສຕຽນແລ້ວ! ບໍ່ຈໍາເປັນຕ້ອງມີການເທດສະໜາກ່ຽວກັບ“ລູກແກະຂອງ ພຣະເຈົ້າຜູ້ຊົງຮັບເອົາຄວາມຜິດບາບຂອງໂລກໄປເສຍ” ສິ່ງທີ່ພວກທ່ານຕ້ອງເຮັດໃນຕອນນີ້ກໍຄືການ “ບອກພວກເຂົາວ່າພວກເຂົາສາມາດປ່ຽນໄດ້”(ເຫຼັ້ມດຽວກັນ), ແລະສອນເຂົາວ່າຈະຕ້ອງເຮັດແນວໃດແດ່!

ດັ່ງນັ້ນພວກເຮົາຈື່ງມີຄຣິສຕະຈັກຫຼາຍແຫ່ງບ່ອນທີ່ພວກສິດຍາພິບານສອນພວກຄົນບາບວ່າຈະມີຊີວິດທີ່ດີຂື້ນໄດ້ແນວໃດແດ່! ບໍ່ຕ້ອງການບົດເທດສະໜາເລື່ອງຂ່າວປະ ເສີດການອີກແລ້ວ, ທຸກຄົນເປັນ“ຄຣິສຕຽນ”ແລ້ວ, ສິ່ງທີ່ທ່ານຕ້ອງເຮັດກໍຄືສອນເຂົາໃຫ້ດໍາເນີນຊີວິດຄຣິສຕຽນ,ເລື່ອງນີ້ເຮັດໃຫ້ຄໍາເທດສະໜາຂອງເຂົາເປັນທີ່ຍອມຮັບຂອງຄົນບາບ,ສິ່ງທີ່ທ່ານຕ້ອງເຮັດກໍຄືຍົກມືຂອງທ່ານຂື້ນຫຼືເວົ້າຕາມຄໍາອະທິຖານຄົນບາບ, ບໍ່ຈໍາເປັນທີ່ຈະຕ້ອງເທດສະໜາເລື່ອງບາບຂອງທ່ານອີກ, ແລະບໍ່ຈໍາເປັນຕ້ອງມີການເທດສະໜາກ່ຽວກັບ“ລູກແກະຂອງພຣະເຈົ້າທີ່ຊົງຮັບເອົາຄວາມຜິດບາບຂອງໂລກໄປເສຍ” ບໍ່ຈໍາເປັນຕ້ອງບອກຜູ້ຄົນວ່າພວກເຂົາເປັນຄົນ“ບາບ”ບໍ່ຈໍາເປັນແມ່ນແຕ່ຄິດເຖິງເລື່ອງບາບຄືກັບທີ່ໂຈເອວອອສທີນບອກລໍຣີ່ຄິງຕອນທີ່ສໍາພາດຢູ່ໃນລາຍການໂທລະພາບນັ້ນ, ດຣ.ມາຕິນລອຍ -ໂຈນໄດ້ກ່າວເຖິງເມື່ອນັກເທດຄົນໜື່ງນໍາສະເໜີຂ່າວປະເສີດ “ໃນທາງທີ່ງ່າຍໆສໍາຫຼັບຄົນໃນສະໄໝທີ່ຈະເຊື່ອ ວ່າຄືການປະຕິເສດເລື່ອງຂ່າວປະເສີດ “ກາງແຂນເປັນສິ່ງທີ່ເຮັດໃຫ້ສະດຸດ”(ກາລາເຕຍ 5:11)ໄດ້ຫາຍໄປແລ້ວ...ມັນຜິດນໍາກັນ” (Martyn Lloyd-Jones, M.D., Knowing the Times, The Banner of Truth Trust, 1989, pp. 212, 214).

ພວກປະກາດຂ່າວປະເສີດຕັ້ງໃຈທີ່ຈະເອົາສິ່ງຕ່າງໆອອກໄປຈາກຄໍາເທດສະໜາ ຂອງເຂົາເພື່ອເຮັດໃຫ້ຄໍາເທດສະໜາຂອງເຂົາເຈົ້າເປັນທີ່ຍອມຮັບແກ່ພວກຄົນບາບຫຼາຍຂື້ນພວກເຂົາພາກັນເຮັດແບບນັ້ນເປັນເວລາຫຼາຍປີ, ດຣ.ລອຍ-ໂຈນໄດ້ກ່າວວ່າ“ມັນຜິດນໍາກັນ” ຍົກຕົວຢ່າງໜັງຂ່າວປະເສີດເລື່ອງໃໝ່ຊື່ເລື່ອງ“ເລັຟບີຮາຍ”ອີງຕາມເລື່ອງແຕ່ງຂອງທິມລາຮາຍທີ່ເວົ້າເຖິງ“ການຮັບຂື້ນຂອງຄົນທີ່ເຊື່ອ” ຂ້າພະເຈົ້າຂໍໃຫ້ໝູ່ທີ່ຊື່ດາວິດເບິ່ງໜັງເລື່ອງນີ້ແລ້ວລາຍງານໃຫ້ຂ້າພະເຈົ້າຮູ້ແດ່, ດາວິດບອກຂ້າພະເຈົ້າວ່າໃນໜັງບໍ່ໄດ້ເວົ້າເຖິງເລື່ອງ ພຣະເຢຊູເລີຍ, ໜັງ“ເລັຟບິຮາຍ”ດາວິດໄດ້ອະທິບາຍໃນສິ່ງທີ່ຟຣານຊິສສຄີຟເຟີເອີ້ນວ່າ “ຫາຍະນະອັນຍິ່ງໃຫຍ່ຂອງຂ່າວປະເສີດ” ຄືກັບຄໍາເທດສະໜາຂອງພວກເຮົາໃນປະຈຸບັນນີ້ມັນໄດ້ຫຼຸດຄ່າຂ່າວປະເສີດ,ຕັດຄວາມຄິດເລື່ອງຄວາມບາບອອກໄປ, ເອົາຄວາມຕາຍຂອງ ພຣະເຢຊູເພື່ອໄຖ່ບາບຂອງເຮົາອອກໄປແລະຂ້າພະເຈົ້າບໍ່ຄິດວ່າມັນຈະເປັນເຫດໃຫ້ຄົນໃດໜື່ງລອດໄດ້ເລີຍ! “ມັນຜິດນໍາກັນ” ມັນເສື່ອມປະສິດທິພາບໃນຄວາມພະຍາຍາມທີ່ຈະ“ສອນ”ຄົນຫຼົງຫາຍ.

ແຕ່ໂຢຮັນຜູ້ໃຫ້ບັບຕິດສະມາບໍ່ໄດ້ພະຍາຍາມທີ່ຈະ “ສອນ” ຄົນຫຼົງຫາຍໃຫ້ເປັນ ຄຣິສຕຽນ,ລາວປະກາດຂ່າວປະເສີດຕໍ່ຜູ້ຝັງທີ່ຍັງບໍ່ລອດຂອງລາວດ້ວຍຄວາມກ້າຫານ.

“ມື້ຕໍ່ມາໂຢຮັນເຫັນພຣະເຢຊູກຳລັງສະເດັດມາທາງທ່ານ ທ່ານຈຶ່ງກ່າວວ່າ ຈົ່ງເບິ່ງພຣະເມສານ້ອຍຂອງພຣະເຈົ້າ ຜູ້ຊົງຮັບຄວາມຜິດບາບຂອງໂລກໄປເສຍ” (ໂຢຮັນ 1:29)

ໂອຂ້າແດ່ພຣະເຈົ້າຂ້າພະອົງຂໍອະທິຖານຂໍພຣະອົງຊົງໂຜດໃຫ້ຂ້າພະອົງເທດສະ ໜາຄືກັບໂຢຮັນຕະຫຼອດຊີວິດ! ແລະຂໍຢ່າໃຫ້ຂ້າພະອົງເປັນຄົນທີ່ເຮັດໃຫ້ຂ່າວປະເສີດເປັນ “ເລື່ອງງ່າຍກວ່າສໍາຫຼັບຄົນສະໄໝໃຫມ່ທີ່ຈະເຊື່ອ” ຂໍໃຫ້ຄົນທີ່ເທດສະນາເທິງທໍາມາດນີ້ ເທດເຖິງເລື່ອງພຣະຄຣິດໃນຖານະເປັນເຄື່ອງບູຊາເພື່ອຄວາມຜິດບາບຕະຫຼອດໄປ! ຂໍໃຫ້ ເຂົາເປັນຄືກັບໂຢຮັນຜູ້ໃຫ້ບັບຕິດສະມາຕະຫຼອດໄປ, ຂໍໃຫ້ພວກເຂົາມີຄວາມຄິດທີ່ເຈາະຈົງ ໄປທີ່ພຣະໂລຫິດຂອງພຣະເຢຊູຕະຫຼອດໄປ ແລະ ຄວາມຕາຍເພື່ອໄຖ່ບາບຂອງພຣະອົງ ເທິງໄມ້ກາງແຂນຕະຫຼອດໄປ.

ໃນຊ່ວງເວລາທີ່ຂ້າພະເຈົ້າອາດຈະຕ້ອງອອກຈາກໂລກນີ້ໄປ, ຂ້າພະເຈົ້າຢາກຈະ ເລັ່ງໃສ່ໃນເລື່ອງລູກແກະຂອງພຣະເຈົ້າຄືພຣະເຢຊູຄຣິດພຣະຜູ້ຊ່ວຍໃຫ້ພົ້ນ, ຂ້າພະເຈົ້າ ຈະຂໍເທດວ່າບໍ່ມີການໄຖ່ບາບໄດ້ນອກຈາກໂດຍການເປັນຜູ້ແທນ- ແລະບໍ່ມີຜູ້ແທນໃດນອກ ຈາກພຣະເຢຊູຄຣິດ, “ແນ່ນອນທີ່ພຣະອົງໄດ້ແບກຄວາມທຸກຂອງເຮົາທັງຫຼາຍແລະຫອບ ເອົາຄວາມໂສກເສົ້າຂອງເຮົາໄປ”(ອິດສະຢາ 53:4) ແນ່ນອນທີ່ພຣະອົງຊົງ “ແບກບາບ ຂອງເຮົາໄວ້ໃນພຣະກາຍຂອງພຣະອົງເທິງຕົ້ນໄມ້ນັ້ນ” (1 ເປໂຕ 2:24) ແນ່ນອນພວກ ເຮົາສະອາດພົ້ນຈາກຄວາມຜິດບາບຂອງເຮົາ“ດ້ວຍພຣະໂລຫິດອັນປະເສີດຂອງພຣະຄຣິດຄືກັບເລືອດລູກແກະທີ່ປາສະຈາກຕໍານິແລະຮອຍດ່າງ”(1 ເປໂຕ 1:19),ແນ່ນອນພຣະອົງ ຊົງເປັນ “ລູກແກະຂອງພຣະເຈົ້າຜູ້ຊົງຮັບເອົາຄວາມຜິດບາບຂອງໂລກໄປເສຍ” (ໂຢຮັນ 1:29),ຂ້າພະເຈົ້າໄດ້ອຸທິດຊີວິດຂອງຕົນເພື່ອເທດຄວາມຈິງເຫຼົ່ານັ້ນໄປຈົນຮອດມື້ຕາຍ!

“ມື້ຕໍ່ມາໂຢຮັນເຫັນພຣະເຢຊູກຳລັງສະເດັດມາທາງທ່ານ ທ່ານຈຶ່ງກ່າວວ່າ "ຈົ່ງເບິ່ງພຣະເມສານ້ອຍຂອງພຣະເຈົ້າ ຜູ້ຊົງຮັບຄວາມຜິດບາບຂອງໂລກໄປເສຍ” (ໂຢຮັນ 1:29)

ກະລຸນາສັງເກດເບິ່ງສິ່ງຕ່າງໆຈາກຂໍ້ພຣະຄໍາພີທີ່ຍິ່ງໃຫຍ່ນີ້.

I. ໜື່ງ ໂຢຮັນເຫັນພຣະເຢຊູໂດຍສ່ວນຕົວໃນຖານະເປັນເຄື່ອງບູຊາໄຖ່ບາບຂອງຕົນ.

ໂຢຮັນກ່າວວ່າ“ຈົ່ງເບິ່ງລູກແກະຂອງພຣະເຈົ້າ...”ພາສາກຣີກແປຄໍາວ່າ “ຈົ່ງເບິ່ງ” ໝາຍເຖິງ“ແນມ” ຫຼື“ເບິ່ງ” ຂໍ້ພຣະຄໍາພີສາມາດແປໄດ້ວ່າ - ຈົ່ງແນມເບິ່ງລູກແກະຂອງ ພຣະເຈົ້າ” ຫຼື“ເບິ່ງລູກແກະຂອງພຣະເຈົ້າ....” ມັນສະແດງເຖິງຄວາມປະຫຼາດໃຈ! ຈົ່ງສັງ ເກດເບິ່ງທີ່ໂຢຮັນເວົ້າສອງເທື່ອໃນບົດນີ້ວ່າ“ຂ້າພະເຈົ້າເອງບໍ່ຮູ້ຈັກພຣະອົງ”(ຂໍ້ 31) “ຂ້າ ພະເຈົ້າເອງບໍ່ຮູ້ຈັກພຣະອົງ”(ຂໍ້ 33) ພວກນັກອະທິບາຍພຣະຄໍາພີບາງຄົນເວົ້າວ່າໂຢຮັນ ກັບພຣະເຢຊູບໍ່ເຄີຍພົບກັນມາກ່ອນ, ແຕ່ຂ້າພະເຈົ້າພັດຍາກທີ່ຈະເຊື່ອ, ຂ້າພະເຈົ້າເຫັນ ຄວາມໝາຍທີ່ແຕກກັນຢູ່ໃນນີ້, ໃນຕອນເປັນເດັກນ້ອຍໂຢຮັນໄດ້ດີ້ນຢູ່ໃນທ້ອງແມ່ຕອນທີ່ ແມ່ເຂົ້າໄປໃກ້ພຣະເຢຊູຕອນທີ່ພຣະອົງຍັງຢູ່ໃນທ້ອງນາງມາລີ, ໂຢຮັນຮູ້ຈັກພຣະເຢຊູແຕ່ ລາວບໍ່ຮູ້ຈັກພຣະອົງໃນຖານະເປັນຜູ້ແບກບາບ, ໂຢຮັນຮູ້ຈັກພຣະເຢຊູໃນຖານະເປັນບຸກຄົນ ໜື່ງ, ໃນຖານະເປັນມະນຸດຄົນໜື່ງ, ແຕ່ລາວບໍ່ໄດ້ຮູ້ຈັກພຣະເຢຊູຊື່ງເປັນຜູ້ທີ່ຈະຍົກເອົາ “ຄວາມຜິດບາບຂອງໂລກໄປເສຍ”ຕອນທີ່ໂຢຮັນບັບຕິດສະມາພຣະເຢຊູຢູ່ໃນນໍ້າຈໍແດນ,ຫຼັງ ຈາກນັ້ນລາວໄດ້ຍິນພຣະເຈົ້າຕັດວ່າ“ນີ້ຄືບຸດທີ່ຮັກຂອງເຮົາ” ນັ້ນແລະຄືຕອນທີ່ໂຢຮັນໄດ້ຮູ້ ຈັກພຣະອົງແທ້! ຫຼັງຈາກນັ້ນລາວບໍ່ເຄີຍເວົ້າອີກເລີຍວ່າ “ຂ້ອຍຄິດວ່ານີ້ແມ່ນລູກແກະຂອງ ພຣະເຈົ້າ” ຫຼື “ຜູ້ນີ້ອາດຈະເປັນພຣະບຸດຂອງພຣະເຈົ້າ” ບໍ່ເລີຍ! ຫຼັງຈາກການພົບກັນທີ່ນໍ້າ ຈໍແດນແລ້ວໂຢຮັນຈື່ງມີຄວາມແນ່ໃຈ ລາວກ່າວວ່າ

“ຈົ່ງເບິ່ງພຣະເມສານ້ອຍຂອງພຣະເຈົ້າ ຜູ້ຊົງຮັບຄວາມຜິດບາບຂອງໂລກໄປເສຍ”(ໂຢຮັນ 1:29)

ຄືກັບໂຢຮັນ, ຂ້າພະເຈົ້າຂໍອະທິຖານວ່າພວກທ່ານທຸກຄົນຈະຮູ້ຈັກກັບພຣະເຢຊູ -ແລະວ່າທ່ານຈະຮູ້ຈັກພຣະອົງໃນຖານະເປັນຜູ້ທີ່ຍົກເອົາຄວາມຜິດບາບຂອງທ່ານໄປເສຍ! ບໍ່ມີການໃຊ້ເພື່ອອ່ານໜັງສືໂຮງຮຽນວັນອາທິດກ່ຽວກັບພຣະເຢຊູ, ມັນຈະບໍ່ຊ່ວຍໃຫ້ທ່ານ ເຫັນແມ່ນແຕ່ໃນໜັງ“ເດິະພາສຊັນອອຟໄຄຣ໌”ບໍ່! ບໍ່! ທ່ານຈະຕ້ອງແນມເບິ່ງພຣະເຢຊູເອງ ໂດຍຄວາມເຊື່ອ, ຂ້າພະເຈົ້າບໍ່ໄດ້ເທດສະໜາຫຼັກຄໍາສອນການໄຖ່ບາບຂອງພຣະຄຣິດໃນ ແບບທິດສະດີຕ່າງໆ, ບໍ່ເລີຍ - ຂ້າພະເຈົ້າເທດສະໜາມັນຈາກປະສົບການຂອງຕົນເອງ,! ເມື່ອຂ້າພະເຈົ້າແນມເບິ່ງພຣະເຢຊູໃນຖານະເປັນຄົນໜຸ່ມອາຍຸຊາວປີ, ພຣະອົງຊົງຮັບເອົາ ຄວາມຜິດບາບຂອງຕົນໄປເສຍ! ຄວາມບາບຂອງຂ້າພະເຈົ້າສະອາດແລ້ວໂດຍພຣະໂລຫິດ ຂອງພຣະເຢຊູໃນວິນາທີທີ່ຂ້າພະເຈົ້າໄດ້ຍຶດພຣະອົງໄວ້ໂດຍຄວາມເຊື່ອ! ເມື່ອຂ້າພະເຈົ້າ ແນມເບິ່ງພຣະເຢຊູຂ້າພະເຈົ້າກໍໄດ້ຮັບຄວາມລອດຈາກນັ້ນເປັນຕົ້ນໄປ! “ຈົ່ງເບິ່ງພຣະເມສາ ນ້ອຍຂອງພຣະເຈົ້າ ຜູ້ຊົງຮັບຄວາມຜິດບາບຂອງໂລກໄປເສຍ”

II. ສອງ ໂຢຮັນເຫັນພຣະເຢຊູໃນຖານະເຄື່ອງບູຊາພຽງຢ່າງດຽວເພື່ອຄວາມບາບ.

“ຈົ່ງເບິ່ງພຣະເມສານ້ອຍຂອງພຣະເຈົ້າ...”ພາສາກຣີກຄໍາວ່ານ້ອຍຄື“ໂຮ”ໝາຍເຖິງ “ເດິະ” ຂໍ້ພຣະຄໍາພີບໍ່ໄດ້ເວົ້າວ່າ “ຈົ່ງເບິ່ງໜື່ງໃນລູກແກະຂອງພຣະເຈົ້າ ຜູ້ຊົງຮັບຄວາມຜິດບາບຂອງໂລກໄປເສຍ” ບໍ! ບໍ! ອັນນັ້ນແມ່ນຄໍາເວົ້າຂອງພວກນັກປັດຊະຍາຕາບອດໃນ ໂລກນີ້ເວົ້າ! ແຕ່ພວກເຂົາເວົ້າຜິດ, ພຸດທະເຈົ້າບໍ່ສາມາດເຮັດໄດ້! ພວກມໍມອນບໍ່ສາມາດ ເຮັດໄດ້! ພວກພະຍານພຣະເຢໂຮວາກໍເຮັດບໍ່ໄດ້! ພວກບາດຫຼວງບໍ່ສາມາດເຮັດໄດ້! ບໍ! ບໍໄດ້!ບໍ່ມີຈັກຄົນໃນພວກເຂົາທີ່ສາມາດຮັບເອົາຄວາມຜິດບາບຂອງເຮົາໄປເສຍ!ມີພຽງພຣະ ເຢຊູເທົ່ານັ້ນສາມາດເຮັດໄດ້! “ຈົ່ງເບິ່ງພຣະເມສານ້ອຍຂອງພຣະເຈົ້າ” - ລູກແກະພຽງຜູ້ ດຽວຊື່ງຄວາມຜິດບາບຂອງເຮົາສາມາດຍົກອອກໄປໄດ້! ໂຮເຣທຽສບໍເນີໄດ້ກ່າວວ່າ

ຂ້າວາງຄວາມບາບຂອງຂ້າເທິງພຣະເຢຊູ
ລູກແກະຂອງພຣະເຈົ້າທີ່ໄຮ້ມົນທິນ
ພຣະອົງຊົງແບກບາບໝົດແລະໃຫ້ເຮົາມີອິດສະຫຼະ
ຈາກການຖືກສາບແຊ່ງຂອງບາບ
ຂ້ານໍາຄວາມຊົ່ວຂອງຂ້າມາມອບໃຫ້ພຣະເຢຊູ
ເພື່ອລ້າງຮອຍເປື້ອນແດງຂອງຂ້າ
ໃຫ້ຂາວໂດຍໂລຫິດອັນປະເສີດພຣະອົງ
ຈົນກວ່າຮອຍດ່າງຈະໝົດສິ້ນໄປ
(“The Burden-Bearer” by Horatius Bonar, 1808-1889;
      to the tune of “The Church’s One Foundation”).

III. ສາມ ໂຢຮັນເຫັນພຣະເຢຊູໃນຖານະເປັນເຄື່ອງບູຊາ ຂອງພຣະເຈົ້າ .

ລາວກ່າວວ່າ “ຈົ່ງເບິ່ງພຣະເມສານ້ອຍຂອງພຣະເຈົ້າ...” ພຣະເຈົ້າມີພຣະບຸດ ອົງດຽວເທົ່ານັ້ນ,ພຣະບຸດອົງດຽວທີ່ບັງເກີດມາຂອງພຣະອົງ, ພຣະຄໍາພີຕັດວ່າ “ເພາະວ່າ ພຣະເຈົ້າຊົງຮັກໂລກຈົນໄດ້ຊົງປະທານພຣະບຸດອົງດຽວຂອວພຣະອົງທີ່ບັງເກີດມາ”(ໂຢຮັນ 3:16), ພຣະເຈົ້າໄດ້ປະທານພຣະບຸດອົງດຽວຂອງພຣະອົງໃຫ້ເປັນເຄື່ອງບູຊາເທິງໄມ້ກາງ ແຂນ, ຖ້າພວກທ່ານຫາກຄິດເຖິງເລື່ອງນີ້ແມ່ນໃຜແດ່ທີ່ສາມາດຈັດຕຽມເຄື່ອງບູຊາສໍາຫຼັບ ຄວາມຜິດບາບຂອງໂລກໄດ້?ພຣະເຈົ້າເອງຕ້ອງເປັນຜູ້ຈັດຕຽມເຄື່ອງເຜົາບູຊາ, ແລະເຄື່ອງ ບູຊານັ້ນກໍຕ້ອງເປັນພຣະບຸດອົງດຽວທີ່ບັງເກີດມາຂອງພຣະເຈົ້າ,ບໍ່ມີໃຜອື່ນໃດທີ່ຢູ່ໃນຈັກກະ ວານນນີ້ນອກຈາກອົງພຣະເຢຊູພຣະບຸດຂອງພຣະເຈົ້າເອງ ທີ່ສາມາດຈ່າຍຄ່າບາບຂອງ ພວກເຮົາໄດ້, ພຣະບຸດຂອງພຣະເຈົ້າກາຍເປັນຕົວແທນເພື່ອຄົນບາບທັງຫຼາຍ,ຊົງຈ່າຍໜີ້ ບາບຂອງພວກເຮົາຢູ່ເທິງໄມ້ຫາງແຂນ!.

IV. ສີ່ ໂຢຮັນເຫັນພຣະເຢຊູໃນຖານະເປັນຜູ້ທີ່ ຮັບເອົາ ຄວາມຜິດບາບຂອງເຮົາໄປ.

ລາວເວົ້າວ່າ“ຈົ່ງເບິ່ງພຣະເມສານ້ອຍຂອງພຣະເຈົ້າ ຜູ້ຊົງຮັບຄວາມຜິດບາບຂອງໂລກໄປເສຍ” ພຣະຄໍາພີຕັດວ່າ “ພຣະເຈົ້າຊົງວາງລົງເທິງທ່ານຊື່ງຄວາມຊົ່ວຊ້າຂອງເຮົາ ທັງຫຼາຍ”(ອິດສະຢາ 53:6)ຄວາມບາບຂອງພວກເຮົາຖືກວາງລົງເທິງພຣະເຢຊູ“ພຣະອົງເອງໄດ້ຊົງຮັບແບກບາບຂອງເຮົາໄວ້ໃນພຣະກາຍຂອງພຣະອົງທີ່ຕົ້ນໄມ້ນັ້ນ”- ເທິງໄມ້ກາງ ແຂນ(1 ເປໂຕ 2:24) ແລະເມື່ອຄວາມບາບຂອງເຮົາວາງລົງເທິງພຣະເຢຊູແລ້ວ,ພຣະອົງ “ເຫື່ອຍໄຫຼ...ຄືກັບເມັດເລືອດໃຫຍ່ຢອດລົງເທິງພື້ນດິນ”(ລູກາ 22:44) ດຣ.ຈອນອາໄຣສ໌ ໄດ້ກ່າວໄວ້ວ່າ

ບາບຂອງຂ້າທຸກຢ່າງໄດ້ວາງລົງເທິງພຣະເຢຊູ
ເທິງກາງແຂນໜີ້ຂ້າພຣະອົງຊົງຈ່າຍ
ຈາກນັ້ນພຣະອົງຮ້ອງວ່າ“ສໍາເລັດແລ້ວ”
ພຣະອົງຊົງຖືກວາງລົງໃນອຸບໂມງ
(“Resting in His Promise” by Dr. John R. Rice, 1895-1980).

ບົດເພງຂອງເດັກນ້ອຍເກົ່າໆກໍເວົ້າແບບນີ້ວ່າ

ພຣະອົງຊົງຮູ້ວ່າເຮົາຊົ່ວປານໃດ
ແລະຮູ້ວ່າພຣະເຈົ້າຕ້ອງລົງໂທດບາບ
ຈາກຄວາມອີຕົນພຣະເຢຊູຕັດວ່າ
ພຣະອົງຈະຮັບແບກການລົງໂທດແທນ

ສ່ວນທີ່ດີທີ່ສຸດກໍຄື ພຣະເຢຊູບໍ່ພຽງແຕ່ແບກບາບຂອງເຮົາເທົ່ານັ້ນ,ແຕ່ພຣະອົງຍັງ ຊົງເອົາມັນອອກໄປ! ພຣະອົງຄື“ລູກແກະຂອງພຣະເຈົ້າຊື່ງຍົກເອົາຄວາມຜິດບາບຂອງ ໂລກນີ້ໄປເສຍ” ຖ້າທ່ານຫາກເຊື່ອວາງໃຈໃນພຣະເຢຊູທ່ານບໍ່ຈໍາເປັນຕ້ອງຖາມວ່າ“ບາບ ຂອງຂ້ອຍຢູ່ໃສ?” ພຣະເຢຊູຊົງເອົາມັນໄປແລ້ວ! ຄວາມບາບຂອງທ່ານສາມາດເອົາອອກ ໄດ້ເພາະພຣະເຢຊູຊົງເປັນ “ລູກແກະຂອງພຣະເຈົ້າຊື່ງຍົກເອົາຄວາມຜິດບາບຂອງໂລກໄປ ເສຍ” ຍັງເຫຼືອອີກປະການໜື່ງ.

V. ຫ້າ ໂຢຮັນເຫັນພຣະເຢຊູໃນຖານະເປັນຜູ້ສືບຕໍ່ເອົາຄວາມຜິດບາບອອກໄປ.

ສັນລະເສີນພຣະເຈົ້າ! ໂຢຮັນກ່າວວ່າ“ຈົ່ງເບິ່ງລູກແກະຂອງພຣະເຈົ້າຜູ້ຊື່ງຍົກເອົາ ຄວາມຜິດບາບຂອງໂລກໄປເສຍ” ໂຮຮັນບໍ່ໄດ້ໃຊ້ຄໍາເວົ້າທີ່ເປັນອະດີດຫຼືອະນາຄົດ, ລາວ ເວົ້າເຖິງປະໂຫຍກປະຈຸບັນ - ພຣະອົງຊົງຍົກເອົາຄວາມຜິດບາບຂອງໂລກໄປເສຍ” ສະເປີໂຈນກ່າວວ່າ:

ຂ້ອຍມີພຣະຜູ້ຊ່ວຍໃນມື້ນີ້ໃນແບບທີ່ຊົດຊື່ນແລະເຕັມໄປດ້ວຍລິດອໍານາດຄືກັບພຣະອົງຖືກຄຶງຕາຍໃນເຊົ້ານີ້ເພື່ອບາບຂອງຂ້າ,ຕອນນີ້ພຣະອົງຊົງສາ ມາດທີ່ຈະຊ່ວຍຂ້າພະເຈົ້າຄືກັບວ່າພຣະອົງຊົງຢູເທິງໄມ້ກາງແຂນ(ຕອນນີ້) (ພຣະໂລຫິດພຣະອົງ)ຊົງຫຼັ່ງໄຫຼສະເໝີເພື່ອຍົກເອົາຄວາມຊົ່ວຊ້າຂອງຂ້າ ພະເຈົ້າໄປ,ມີປະສິດທິພາບຕະຫຼອດໄປ,ການຊໍາລະລ້າງບາບທີ່ບໍ່ສິ້ນສຸດ...ນີ້ແມ່ນຄວາມຈິງທີ່ຕ້ອງແນມເບິ່ງເໜືອກວ່າສິ່ງອື່ນໃດ - ຈົ່ງເບິ່ງລູກແກະ ຂອງພຣະເຈົ້າຜູ້ຊື່ງຍົກເອົາຄວາມຜິດບາບຂອງໂລກໄປເສຍ” (C. H. Spurgeon, “Behold the Lamb of God,” The Metropolitan Tabernacle Pulpit, volume 33, Pilgrim Publications, 1974, p. 573).

ແຕ່ທ່ານຈະຕ້ອງເຊື່ອວາງໃຈໃນລູກແກະຂອງພຣະເຈົ້າດ້ວຍໂຕທ່ານເອງ, ທ່ານ ຕ້ອງຮູ້ຈັກພຣະເຢຊູດ້ວຍຕົນເອງ,ທ່ານຈະຕ້ອງເຊື່ອພຣະອົງດ້ວຍຕົນເອງ, ແນ່ນອນພຣະອົງ ຈະຍົກເອົາຄວາມຜິດບາບຂອງທ່ານໃນວິນາທີທີ່ທ່ານວາງໃຈໃນພຣະອົງດ້ວຍຕົນເອງ,ພຣະອົງຈະປ່ອຍທ່ານໃຫ້ເປັນອິດສະຫຼະຈາກຄວາມຊົ່ວຊ້າຕະຫຼອດໄປ! ພຣະເຢຊູຊົງຍົກເອົາ ຄວາມຜິດບາບໄປເພື່ອທີ່ມັນຈະບໍ່ໄດ້ທໍລະມານທ່ານອີກຕໍ່ໄປ, ແຕ່ພຣະເຢຊູຈະບໍ່ຍົກເອົາ ຄວາມຜຜິດບາບຂອງທ່ານໄປຈົນກວ່າທ່ານຈະເຊື່ອວາງໃຈໃນພຣະອົງ,ຈົ່ງຖີ້ມວິນຍານຂອງທ່ານລົງເທິງລູກແກະຂອງພຣະເຈົ້າຕອນນີ້ໃນເຊົ້ານີ້ເລີຍ! ພຣະອົງຈະຊົງຊ່ວຍທ່ານໃຫ້ພົ້ນ ພຣະອົງຈະຊົງຊ່ວຍທ່ານໃຫ້ພົ້ນ! ພຣະອົງຈະຊ່ວຍທ່ານໃຫ້ພົ້ນດຽວນີ້! ຂໍເຊີນຢືນຂື້ນແລ້ວ ຮ້ອງເພງບົດທີ່ 7 ຢູ່ປື້ມເພງຊື່ວ່າ“ໂອພຣະເຈົ້າ ຂ້າພຣະອົງມາແລ້ວ”

ໄດ້ຍິນສຽງຂອງພຣະເຈົ້າເອີ້ນຂ້າໃຫ້ມາເຂົ້າເຝົ້າ
ພຣະອົງຊໍາລະລ້າງບາບໝົດເວນດ້ວຍໂລຫິດໄຫຼຈາກກາງແຂນ
ຂ້າມາແລ້ວພຣະເຈົ້າ ມາຫາພຣະອົງອົງດຽວນີ້
ລ້າງຂ້າໃຫ້ສະອາດໂດຍໂລຫິດທີ່ໄຫຼອອກເທິງກາງງແຂນ
(“I Am Coming, Lord” by Lewis Hartsough, 1828-1919).

ຂໍເຊີນ ດຣ.ແຊນ ມານໍາພວກເຮົາອະທິຖານແດ່ ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ: ໂຢຮັນ 1:22-29.
ບັນເລງເພງກ່ອນຄໍາເທດສະໜາໂດຍ ທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“Nor Silver Nor Gold” (by James M. Gray, 1851-1935).

ໂຄງຮ່າງບົດເທດສະໜາ

ຈົ່ງເບິ່ງລູກແກະຂອງພຣະເຈົ້າ

BEHOLD THE LAMB OF GOD

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ

“ມື້ຕໍ່ມາໂຢຮັນເຫັນພຣະເຢຊູກຳລັງສະເດັດມາທາງທ່ານ ທ່ານຈຶ່ງກ່າວວ່າ "ຈົ່ງເບິ່ງພຣະເມສານ້ອຍຂອງພຣະເຈົ້າ ຜູ້ຊົງຮັບຄວາມຜິດບາບຂອງໂລກໄປເສຍ” (ໂຢຮັນ 1:29)

(1 ໂກລິນໂທ 2:2; ກາລາເຕຍ 5:11; ອິດສະຢາ 53:4;
1 ເປໂຕ 2:24;1:19)

I. ໜື່ງ ໂຢຮັນເຫັນພຣະເຢຊູໂດຍສ່ວນຕົວໃນຖານະເປັນເຄື່ອງບູຊາໄຖ່ບາບຂອງຕົນ. ໂຢຮັນ 1:31, 33.

II. ສອງ ໂຢຮັນເຫັນພຣະເຢຊູໃນຖານະເຄື່ອງບູຊາຢ່າງດຽວເພື່ອຄວາມຜິດບາບ.
ໂຢຮັນ 1:29.

III. ສາມ ໂຢຮັນເຫັນພຣະເຢຊູໃນຖານະເປັນເຄື່ອງບູຊາຂອງພຣະເຈົ້າ. ໂຢຮັນ 3:16.

IV.ສີ່ ໂຢຮັນເຫັນພຣະເຢຊູໃນຖານະເປັນຜູ້ທີ່ຮັບເອົາຄວາມຜິດບາບຂອງເຮົາໄປ. ອິດສະຢາ 53:6; 1 ເປໂຕ 2:24; ລູກາ 22:44.

V. ຫ້າ ໂຢຮັນເຫັນພຣະເຢຊູໃນຖານະເປັນຜູ້ສືບຕໍ່ເອົາຄວາມຜິດບາບອອກໄປ.
ໂຢຮັນ 1:29