Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຂ່າວປະເສີດໃນປະໂຫຍກໜື່ງ

THE GOSPEL IN ONE SENTENCE
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 14/9/2014
A sermon preached at the Baptist Tabernacle of Los Angeles
Lord's Day Morning, September 14, 2014

“ຄຳນີ້ເປັນຄຳສັດຈິງແລະສົມຄວນທີ່ຄົນທັງປວງຈະຮັບໄວ້ ຄືວ່າພຣະເຢຊູຄຣິດໄດ້ສະເດັດມາໃນໂລກເພື່ອຈະໄດ້ຊົງຊ່ວຍຄົນບາບໃຫ້ລອດ ແລະໃນພວກຄົນບາບນັ້ນຂ້າພະເຈົ້າເປັນທີ່ໜື່ງ” (1 ຕີໂມທຽວ 1:15)


ເລີ່ມແຕ່ວັນທີ່ 13 ເດືອນ 7 ທີ່ຂ້າພະເຈົ້າໄດ້ເທດສະໜາໃນຫົວຂໍ້ຄວາມໂດດ ດ່ຽວ,ຂ້າພະເຈົ້າໄດ້ເທດເລື່ອງນັ້ນໃນວັນອາທິດຕອນເຊົ້າເປັນເວລາເຈັດອາທິດແລ້ວ,ຂ້າພະເຈົ້າໄດ້ເທດສະໜາເຖິງບັນຫາຂອງຄວາມໂດດດ່ຽວທີ່ຄົນໜຸ່ມສ່ວນຫຼາຍປະສົບພົບພໍ້ໃນປະຈຸບັນນີ້,ຂ້າພະເຈົ້າເວົ້າແລ້ວເວົ້າອີກວ່າ“ເປັນຫຍັງຈື່ງຢູ່ໂດດດ່ຽວ?ຈົ່ງກັບບ້ານ-ມາຫາຄຣິສ ຕະຈັກ” ແລະຂ້າພະເຈົ້າໄດ້ສະເໜີໃຫ້ຄຣິສຕະຈັກຂອງເຮົາຖານະປີ່ນປົວຄວາມໂດດດ່ຽວ, ຄໍາເທດສະໜາເຫຼົ່ານັ້ນເປັນເລື່ອງຄຣິສຕະຈັກ - ເລື່ອງທີ່ນັກສາສະໜາສາດເອີ້ນວ່າ “ການສຶກສາກ່ຽວກັບຄຣິສຕະຈັກ” ຂ້າພະເຈົ້າໄດ້ສະແດງໃຫ້ເຫັນແລ້ວເຫັນອີກວ່າຄຣິສ ຕະຈັກທີ່ມີຄວາມຮັກສາມາດຊ່ວຍນັກຮຽນມັດທະຍົມແລະວິທະຍາໄລໄດ້ຫຼາຍຢ່າງ,ຄຣິສຕະຈັກທີ່ດີ,ມີຊີວິດຊີວາສາມາດຊ່ວຍໃຫ້ທ່ານເອົາຊະນະຄວາມຮູ້ສຶກແປກປະຫຼາດແລະຄວາມ ໂດດດ່ຽວໄດ້, ພວກທ່ານຫຼາຍຄົນເລີ່ມມາຄຣິສຕະຈັກຂອງພວກເຮົາໃນຊ່ວງທີ່ຂ້າພະເຈົ້າ ເທດສະໜາເລື່ອງນັ້ນ,ແນ່ນອນມັນເຖິງເວລາແລ້ວທີ່ຂ້າພະເຈົ້າຕ້ອງເທດເລື່ອງອື່ນໆນໍາ,ຫົວຂໍ້ຕໍ່ໄປຈະເປັນການແນ່ໃສ່ໃນເລື່ອງທີ່ສອງທີ່ຂ້າພະເຈົ້າໄດ້ເວົ້າແລ້ວເວົ້າອີກເປັນເວລາເຈັດອາທິດວ່າ “ເປັນຫຍັງຈື່ງຫຼົງຫາຍຢູ່? ຈົ່ງກັບບ້ານມາຫາພຣະເຢຊູ - ພຣະບຸດຂອງພຣະ ເຈົ້າ” ແລະມັນກໍໄດ້ນໍາເຮົາໄປສູ່ຂໍ້ພຣະຄໍາພີຂອງເຮົາໃນເຊົ້ານີ້,ຂໍໃຫ້ເຮົາຢືນແລ້ວອ່ານ 1 ຕີໂມທຽວ 1:15 ດັງໆ,ພຣະຄໍາພີສະບັບສະກໍຟິວສຶກສາ ຢູ່ໜ້າ 1274

“ຄຳນີ້ເປັນຄຳສັດຈິງແລະສົມຄວນທີ່ຄົນທັງປວງຈະຮັບໄວ້ ຄືວ່າພຣະເຢຊູຄຣິດໄດ້ສະເດັດມາໃນໂລກເພື່ອຈະໄດ້ຊົງຊ່ວຍຄົນບາບໃຫ້ລອດ ແລະໃນພວກຄົນບາບນັ້ນຂ້າພະເຈົ້າເປັນທີ່ໜື່ງ”(1 ຕີໂມທຽວ 1:15)

ຂໍເຊີນນັ່ງລົງ.

ການອົບຮົມຕອນທໍາອິດຂອງຂ້າພະເຈົ້າສ່ວນຫຼາຍມາຈາກສິດຍາພິບານຂອງຂ້າພະເຈົ້າດຣ.ທິໂມທີລິນຢູ່ຄຣິສຕະຈັກແບັບຕິດຈີນແລະມາຈາກດຣ.ເຈ.ເວີນັນແມັກກີຄູສອນພຣະຄໍາພີທາງວິທະຍຸຜູ້ຍິ່ງໃຫຍ່,ຊື່ງຂ້າພະເຈົ້າໄດ້ຟັງທຸກມື້ເປັນເວລາຫຼາຍປີ,ກ່ຽວກັບຂໍ້ພຣະຄໍາພີຂອງເຮົາ ດຣ.ແມັກກີໄດ້ກ່າວວ່າ:

ຂໍ້ນີ້ເປັນຂໍ້ພຣະຄໍາພີທີ່ສໍາຄັນຫຼາຍເພາະມັນຢືນຢັນວ່າ“ພຣະເຢຊູຄຣິດໄດ້ສະເດັດມາໃນໂລກເພື່ອຈະໄດ້ຊົງຊ່ວຍຄົນບາບໃຫ້ລອດ” ພຣະອົງບໍ່ໄດ້ມາ ເພື່ອເປັນຄູຜູ້ຍິ່ງໃຫຍ່ທີ່ໂລກເຄີຍຮູ້ຈັກມາກ່ອນ, ເຖິງແມ່ນວ່າພຣະອົງຈະ ເປັນແບບນັ້ນກໍຕາມ,ພຣະອົງບໍ່ໄດ້ມາ[ພຽງ]ເພື່ອເປັນແບບຢ່າງທາງສິນລະທໍາເທົ່ານັ້ນ,ແຕ່ພຣະອົງກໍຊົງເປັນແບບຢ່າງນັ້ນ,ພຣະອົງໄດ້ສະເດັດມາໃນໂລກເພື່ອຈະໄດ້ຊົງຊ່ວຍຄົນບາບໃຫ້ລອດ“ແລະໃນພວກຄົນບາບນັ້ນຂ້າພະເຈົ້າເປັນທີ່ໜື່ງ” (J. Vernon McGee, Th.D., Thru the Bible, Volume V, Thomas Nelson Publishers, 1983, p. 434; note on I Timothy 1:15).

“ຄຳນີ້ເປັນຄຳສັດຈິງ” ທ່ານອັກຄະສາວົກໝາຍຄວາມວ່າມັນຄືຄໍາເວົ້າໜື່ງທີ່ເຊື່ອຖື ໄດ້,ຄໍາເວົ້າທີ່ທ່ານເຊື່ອຖືໄດ້ແລະໄວ້ໃຈໄດ້,ມັນຄືຄໍາເວົ້າໜື່ງທີ່“ສົມຄວນທີ່ຄົນທັງປວງຈະຮັບໄວ້” ມັນຄວນຈະຖືກຍອມຮັບເພາະມັນຄືຄໍາເວົ້າທີ່ເປັນຄວາມຈິງຈິງ, ແມ່ນຫຍັງຄືຄໍາເວົ້າທີ່ ທ່ານສາມາດໄວ້ໃຈແລະຍອມຮັບໄດ້? ມັນຄື - “ພຣະເຢຊູຄຣິດໄດ້ສະເດັດມາໃນໂລກເພື່ອຈະໄດ້ຊົງຊ່ວຍຄົນບາບໃຫ້ລອດ ແລະໃນພວກຄົນບາບນັ້ນຂ້າພະເຈົ້າເປັນທີ່ໜື່ງ” ທ່ານສາມາດເຊື່ອຖືໄດ້,ທ່ານສາມາດໄວ້ໃຈໄດ້, ແລະທ່ານຄວນຈະຍອມຮັບມັນໃນຖານະ ເປັນຄວາມຈິງ!“ພຣະເຢຊູຄຣິດໄດ້ສະເດັດມາໃນໂລກເພື່ອຈະໄດ້ຊົງຊ່ວຍຄົນບາບໃຫ້ລອດ ແລະໃນພວກຄົນບາບນັ້ນຂ້າພະເຈົ້າເປັນທີ່ໜື່ງ”ທ່ານຄວນຈະຍອມຮັບຄໍາເວົ້ານັ້ນເພາະມັນ ຄືຄວາມຈິງ - ຄວາມຈິງທີ່ສົມບູນ - ພຣະເຢຊູຄຣິດໄດ້ສະເດັດມາໃນໂລກເພື່ອຈະໄດ້ຊົງຊ່ວຍຄົນບາບໃຫ້ລອດ”! ພວກເຮົາຮຽນຮູ້ຄວາມຈິງສາມຢ່າງຈາກພຣະຄໍາພີຂໍ້ນີ້.

I. ໜື່ງ ພວກເຮົາຮຽນຮູ້ກ່ຽວກັບພຣະບຸກຄົນຂອງພຣະຄຣິດ.

“ພຣະເຢຊູຄຣິດໄດ້ສະເດັດມາໃນໂລກ” ພຣະອົງ“ໄດ້ສະເດັດມາ”, ພຣະອົງບໍ່ໄດ້ ຖືກສ້າງຄືກັບພວກເຮົາ,ພວກເຮົາບໍ່ໄດ້ເຂົ້າມາໃນໂລກ,ພວກເຮົາຖືກສ້າງຢູ່ນີ້ໃນໂລກນີ້,ສ່ວນພຣະຄຣິດ“ໄດ້ສະເດັດມາໃນໂລກ”, ພຣະອົງມາຈາກໃສລະ? ພຣະອົງໄດ້ສະເດັດລົງມາ ຈາກສະຫວັນເພື່ອຢູ່ຖ້າມກາງເຮົາ, ໜັງສືຂ່າວປະເສີດຂອງໂຢຮັນກ່າວວ່າ

“ໃນເລີ່ມຕົ້ນນັ້ນພຣະທໍາຊົງເປັນຢູ່ແລ້ວ” ແລະພຣະທໍາຊົງຢູ່ກັບພຣະເຈົ້າ ແລະພຣະທໍາຊົງເປັນພຣະເຈົ້າ...ພຣະທໍາໄດ້ຊົງສະພາບຂອງເນື້ອໜັງແລະຊົງຢູ່ຖ້າມກາງພວກເຮົາ...”(ໂຢຮັນ 1:1, 14)

ພຣະຄຣິດຊົງຢູ່ເທິງໃນສະຫວັນກັບພຣະບິດາເຈົ້າ,ຈາກນັ້ນພຣະອົງກໍໄດ້ສະເດັດລົງມາເກີດເປັນເນື້ອໜັງແລະຢູ່ຖ້າມກາງເຮົາ! ອັນນັ້ນເອີ້ນວ່າ“ບັງເກີດເປັນມະມະນຸດ”ໝາຍ ຄວາມວ່າພຣະອົງຊົງເປັນພຣະເຈົ້າ “ໃນສະພາບເນື້ອໜັງ” ນັ້ນແລະຄືສິ່ງທີ່ຊາລສ໌ເວສລີ (1707-1788)ເວົ້າເຖິງໃນເພງຄຣິສຕຽນທີ່ສວຍງາມຂອງລາວວ່າ“ພຣະຜູ້ເປັນເຈົ້າຍິ່ງໃຫຍ່ ສູງສຸດຊົງຮັບກາຍາຮ່ວມຊາດມະນຸດ ຈົ່ງສັນເສີນຜູ້ຊົງເກີດເປັນພຣະເຢຊູເອັມມານູເອນ ຈົ່ງ ຟັງເພງຂອງເທວະດາວາສາທຸກະສັດເກີດມາ”(ຈົ່ງຟັງເພງຂອງເທວະດາ”ໂດຍຊາລສ໌ເວສລີ 1707-1788) ຫຼືຄືກັບເພງຂອງເອມີລີເອລລຽດທີ່ວ່າ“ພຣະອົງຊົງສະຫຼະບັນລັງແລະມົງກຸດ ຕອນທີ່ສະເດັດລົງມາໃນໂລກເພື່ອຂ້າ” (“Thou Didst Leave Thy Throne” by Emily E. S. Elliott, 1836-1897).

ແຕ່ເປັນຫຍັງພຣະອົງຈື່ງຊົງອອກຈາກສະຫວັນແລ້ວລົງມາໃນໂລກນີ້? ເປັນຫຍັງ ພຣະອົງຈື່ງສະເດັດເຂົ້າມາໃນທ້ອງມາລີຍິງພົມມະຈາລີ? ເປັນຫຍັງພຣະອົງຈື່ງຢູ່ຖ້າມກາງ ພວກເຮົາ?, ເປັນຫຍັງພຣະອົງຈື່ງທົນທຸກທໍລະມານເຈັບປວດຫຼາຍຢ່າງແທ້? ເປັນຫຍັງ ພຣະອົງຈື່ງໄປທີ່ໄມ້ກາງແຂນແລະຍອມໃຫ້ເຂົາຕອກມືແລະຕີນຂອງພຣະອົງໃສ່ໄມ້ລະ? ເປັນຫຍັງພຣະເຈົ້າຈື່ງມາເກີດເປັນມະນຸດ,ພຣະເຈົ້າໃນສະພາບມະນຸດ,ທຸກທໍລະມານຢູ່ເທິງໄມ້ກາງແຂນເພື່ອພວກເຮົາ? ຂໍ້ພຣະຄໍາພີຂອງເຮົາເວົ້າວ່າ“ພຣະເຢຊູຄຣິດໄດ້ສະເດັດມາໃນໂລກ” ແຕ່ເປັນຫຍັງພຣະອົງຈື່ງສະເດັດເຂົ້າມາໃນໂລກລະ? ຊື່ງໄດ້ນໍາພາພວກເຮົາໄປ ຫາປະການຕໍ່ໄປ.

II. ສອງ ພວກເຮົາຮຽນຮູ້ກ່ຽວກັບພຣະປະສົງຂອງພຣະຄຣິດ.

ໃນຂໍ້ທໍາອິດຂ້າພະເຈົ້າໄດ້ບອກພວກທ່ານວ່າຄືໃຜທີ່ໄດ້ສະເດັດເຂົ້າມາໃນໂລກ - ຄືພຣະເຈົ້າໃນສະພາບເນື້ອໜັງ - ພຣະບຸກຄົນທີ່ສອງແຫ່ງພຣະເຈົ້າສາມພຣະພາກ,ຕອນນີ້ ພວກເຮົາຈະເຫັນວ່າເປັນຫຍັງພຣະອົງຈື່ງໄດ້ສະເດັດມາໃນໂລກນີ້.

“ພຣະເຢຊູຄຣິດໄດ້ສະເດັດມາໃນໂລກເພື່ອຈະໄດ້ຊົງຊ່ວຍຄົນບາບໃຫ້ລອດ” (1 ຕີໂມທຽວ 1:15)

ຈຸດປະສົງຂອງພຣະອົງທີ່ເຂົ້າມາໃນໂລກກໍເພື່ອຊ່ວຍຄົນບາບໃຫ້ລອດພົ້ນ, ພວກເຮົາຖືກ ບອກຢ່າງຊັດເຈນແລ້ວວ່າພຣະຄຣິດ “ກໍໄດ້ທົນທຸກຄັ້ງດຽວເທົ່ານັ້ນເພາະຄວາມຜິດບາບຄື ພຣະອົງຜູ້ຊອບທໍາເພື່ອຜູ້ບໍ່ຊອບທໍາ ເພື່ອພຣະອົງຈະໄດ້ຊົງນໍາເຮົາທັງຫຼາຍໄປເຖິງພຣະ ເຈົ້າ”(1 ເປໂຕ 3:18), ອີກເທື່ອໜື່ງອັກຄະສາວົກເປໂຕກ່າວວ່າພຣະຄຣິດ“ໄດ້ຊົງແບກ ບາບຂອງເຮົາໄວ້ໃນພຣະກາຍຂອງພຣະອົງທີ່ຕົ້ນໄມ້ນັ້ນ”(1 ເປໂຕ 2:24), ແລະອັກຄະ ສາວົກເປົາໂລກ່າວວ່າ“ພຣະຄຣິດຊົງສິ້ນພຣະຊົນເພາະຄວາມບາບຂອງເຮົາ”(1 ໂກລິນໂທ 15:3), ພຣະຄຣິດຊົງໄປທີ່ໄມ້ກາງແຂນດ້ວຍຄວາມເຕັມໃຈເພື່ອທຸກທໍລະມານໃນບ່ອນ ຂອງທ່ານ,ເພື່ອຈ່າຍໜີ້ບາບຂອງທ່ານ, ເພື່ອຊໍາລະລ້າງທ່ານຈາກຄວາມບາບດ້ວຍພຣະໂລ ຫິດຂອງພຣະອົງ, ເພື່ອເຮັດໃຫ້ເປັນໄປໄດ້ສໍາຫຼັບພຣະເຈົ້າທີ່ຈະຮັບທ່ານເຂົ້າໄປສະຫວັນ, ພຣະຄຣິດໄດ້ສະເດັດເຂົ້າມາໃນໂລກເພື່ອຊ່ວຍຄົນບາບໃຫ້ພົ້ນຈາກຄວາມຊົ່ວຮ້າຍຂອງ ບາບ,ເພື່ອເອົາຄວາມຜິດບາບຂອງທ່ານອອກໄປ,ເພື່ອ“ຊໍາລະທ່ານທັງຫຼາຍໃຫ້ພົ້ນຈາກບາບທັງສິ້ນ”(1 ໂຢຮັນ 1:7),ພຣະຄຣິດຊົງຕັດວ່າ “ເຮົາບໍ່ໄດ້ມາເພື່ອພິພາກສາໂລກແຕ່ເພື່ອ ຊ່ວຍໂລກໃຫ້ລອດ”(ໂຢຮັນ 12:47), ຜູ້ທໍານວາຍອິດຊາຢາໄດ້ເຮັດໃຫ້ຈະແຈ້ງຫຼາຍເມື່ອ ທ່ານກ່າວວ່າ:

“ແຕ່ທ່ານຖືກບາດເຈັບເພາະຄວາມລະເມີດຂອງເຮົາທັງຫຼາຍ ທ່ານຟົກຊໍ້າ ເພາະຄວາມຊົ່ວຊ້າຂອງເຮົາ....ທີ່ຕ້ອງຟົກຊໍ້ານັ້ນກໍໃຫ້ເຮົາຫາຍດີ” (ອິດຊາຢາ 53:5)

ພຣະໂລຫິດຂອງພຣະຄຣິດຊົງສາມາດທີ່ຈະຊ່ວຍຄົນບາບທີ່ຊົ່ວຊ້າໃຫ້ພົ້ນຈາກບາບຂອງ ເຂົາເຈົ້າ,ພຣະໂລຫິດຂອງພຣະຄຣິດມີລິດອໍານາດແບບນີ້ກໍເພາະວ່າພຣະອົງຊົງເປັນຜູ້ຍິ່ງ ໃຫຍ່ອົງໜື່ງ!ພຣະຄຣິດຊົງເປັນພຣະບຸດອົງດຽວທີ່ໄດ້ບັງເກີດມາຂອງພຣະເຈົ້າ.

ສະເປີໂຈນກ່າວວ່າພຣະຄຣິດຕ້ອງສະເດັດລົງມາຈາກສະຫວັນເພື່ອຊ່ວຍເຮົາຄົນ ບາບ,ສະເປີໂຈນກ່າວວ່າ:

         ພຣະເຢຊູຄຣິດບໍ່ສາມາດຊ່ວຍມະນຸດໃຫ້ພົ້ນໄດ້ຖ້າຫາກພຣະອົງຍັງ ຊົງຢູ່ໃນສະຫວັນ,ພຣະອົງ“ໄດ້ສະເດັດມາໃນໂລກ”ເພື່ອຊ່ວຍຄົນບາບໃຫ້ ລອດ,ຄວາມຕົກຕໍ່າເປັນເລື່ອງທີ່ໜ້າເສົ້າຫຼາຍທີ່ພຣະອົງຕ້ອງສະເດັດລົງມາບ່ອນຫາຍະນະຂອງເຮົາ...ພຣະອົງບໍ່ສາມາດນັ່ງໃນສະຫວັນແລະຊ່ວຍຄົນບາບໃຫ້ພົ້ນໄດ້, ພຣະອົງ[ຕ້ອງ]ໄດ້ສະເດັດມາໃນໂລກເພື່ອເຮັດຊ່ວຍມະ ນຸດ,ພຣະອົງຜູ້ສ້າງນິລັນການຕ້ອງສະເດັດລົງມາໃນສິ່ງຊົງສ້າງທີ່ເປິເປື້ອນນີ້...ພຣະອົງບໍ່ສາມາດຊ່ວຍຄົນບາບໃຫ້ພົ້ນໄດ້,ຄວາມບາບຂອງພວກເຂົາ ໃຫຍ່ເກີນໄປນອກຈາກວ່າພຣະອົງຈະມາເປັນມະນຸດ,ແລະຮັບເອົາສະພາບຂອງພວກເຮົາ...ແລະຢູ່ທີ່ນີ້...ພຣະອົງບໍ່ສາມາດກັບ[ໄປສະຫວັນ]ແລ້ວເວົ້າວ່າ“ສໍາເລັດແລ້ວ”ໄດ້ນອກຈາກວ່າພຣະອົງຕ້ອງຕາຍກ່ອນ,ຫົວ[ຂອງພຣະອົງ]ຕ້ອງສວມມົງກຸດໜາມ,ຕາ[ຂອງພຣະອົງ]ຕ້ອງຖືກປິດຢູ່ໃນຄວາມມືດ ໃນອຸບໂມງ...[ກ່ອນ]ທີ່ມະນຸດຈະຖືກໄຖ່...ໂອຄົນບາບເອີຍ,ພວກທ່ານເປັນຄົນຫຼົງຫາຍທີ່ໜ້າສົງສານ,ທ່ານຄືຄົນຫຼົງຫາຍທີ່ບໍ່ມີມື້ສິ້ນສຸດ, ຕັ້ງແຕ່ມັນ [ຕ້ອງ]ໃຫ້ພຣະຄຣິດຜູ້ຊົງອະນັນນໍາສະເໜີການຊົງໄຖ່ດ້ວຍຮ່າງກາຍຂອງ ພຣະອົງເພື່ອຊ່ວຍຄົນບາບໃຫ້ພົ້ນຈາກຄວາມຜິດບາບຂອງເຂົາ (C. H. Spurgeon, “The Faithful Saying,” The Metropolitan Tabernacle Pulpit, volume 24, Pilgrim Publications, 1972 edition, p. 304).

III. ສາມ ພວກເຮົາຮຽນກ່ຽວກັບລິດອໍານາດຂອງພຣະຄຣິດ.

“ຄຳນີ້ເປັນຄຳສັດຈິງແລະສົມຄວນທີ່ຄົນທັງປວງຈະຮັບໄວ້ ຄືວ່າພຣະເຢຊູຄຣິດໄດ້ສະເດັດມາໃນໂລກເພື່ອຈະໄດ້ຊົງຊ່ວຍຄົນບາບໃຫ້ລອດ ແລະໃນພວກຄົນບາບນັ້ນຂ້າພະເຈົ້າເປັນທີ່ໜື່ງ”(1 ຕີໂມທຽວ 1:15)

ອັກຄະສາວົກເປົາໂລກ່າວວ່າທ່ານເປັນຄົນບາບ“ທີ່ໜືງ” -ຄົນບາບທີ່ຊົ່ວຊ້າທີ່ສຸດ ເປົາໂລໄດ້ເວົ້າຄັດຄ້ານແລະຕໍ່ຕ້ານພຣະຄຣິດຢ່າງໜັກແໜ້ນຫຼາຍ, ເປົາໂລໄດ້ຍອມຮັບສໍາ ຫຼັບການຂ້າຄຣິສຕຽນຫຼາຍຄົນ,ເປົາໂລເປັນແບບຢ່າງຂອງຄົນບາບ,ຄົນບາບທຸກຄົນສາມາດເຫັນໄດ້ຈາກຕົວຢ່າງຂອງເປົາໂລທີ່ວ່າຄົນບາບຜູ້ຍິ່ງໃຫຍ່ກໍສາມາດເປັນຄຣິສຕຽນທີ່ຍິ່ງໃຫຍ່ ໄດ້,ສັດຕູຜູ້ຍິ່ງໃຫຍ່ຂອງພຣະຄຣິດກໍສາມາດມາເປັນຜູ້ຮັບໃຊ້ທີ່ດີທີ່ສຸດຂອງພຣະອົງໄດ້,ນັ້ນ ແລະຄືສິ່ງທີ່ເກີດຂື້ນກັບເປົາໂລ - ແລະມັນກໍສາມາດເກີດຂື້ນກັບທ່ານເຊັ່ນກັນ,ລິດອໍານາດ ຂອງພຣະຄຣິດສາມາດປ່ຽນແປງທ່ານຈາກຄົນບາບຄົນໜື່ງມາເປັນສິດທິຊົນຄົນໜື່ງໄດ້,! ພຣະເຢຊູຄຣິດໄດ້ສະເດັດມາໃນໂລກເພື່ອຈະໄດ້ຊົງຊ່ວຍຄົນບາບໃຫ້ລອດ ແລະໃນພວກຄົນບາບນັ້ນຂ້າພະເຈົ້າເປັນທີ່ໜື່ງ”

ຂ້າພະເຈົ້າຖືກພາໄປຄຣິສຕະຈັກແບັບຕິດເປັນເທື່ອທໍາອິດຕອນທີ່ເປັນໄວລຸ້ນແລ້ວ,ຕອນທີ່ຂ້າພະເຈົ້າອາຍຸໄດ້ສິບສາມປີ,ຄົນທີ່ຢູ່ຂ້າງບ້ານຂອງຂ້າພະເຈົ້າໄດ້ພາຂ້າພະເຈົ້າໄປ ໂບດແບັບຕິດ, ຂ້າພະເຈົ້າບໍ່ຮູ້ວ່າພຣະຄຣິດໄດ້ສະເດັດເຂົ້າມາໃນໂລກເພື່ອຊ່ວຍຄົນບາບຄື ຕົນເອງໃຫ້ລອດ,ຂ້າພະເຈົ້າໄດ້ຮັບບັບຕິດສະມາໂດຍທີ່ບໍ່ເຂົ້າໃຈມັນ, ຂ້າພະເຈົ້າຄິດເຖິງ ເລື່ອງພຣະເຢຊູໃນຖານະເປັນບຸກຄົນທີ່ໂສກເສົ້າຄົນໜື່ງຊື່ງຖືກຄຶງເທິງໄມ້ກາງແຂນໂດຍບັງເອີນ, ຂ້າພະເຈົ້າແນ່ໃຈວ່າຕົນເອງຕ້ອງເຄີຍໄດ້ຍິນບົດເທດສະໜາເລື່ອງຄວາມລອດໂດຍ ຄວາມເຊື່ອໃນພຣະຄຣິດ,ແຕ່ຂ້າພະເຈົ້າບໍ່ເຂົ້າໃຈບົດເທດພວກນັ້ນເລີຍ,ອັກຄະສາວົກເປົາ ໂລໄດ້ກ່າວວ່າ,

“ຂ່າວປະເສີດນັ້ນຖືກບັງໄວ້ຈາກໃຜ ກໍຈາກຄົນເຫຼົ່ານັ້ນທີ່ຫຼົງຫາຍ” (2 ໂກລິນໂທ 4:3)

ຂ້າພະເຈົ້າເປັນຜູ້ຫຼົງຫາຍຢ່າງແນ່ນອນ! ແລະຂ່າວປະເສີດກໍຖືກບັງໄວ້ຈາກຂ້າພະເຈົ້າຢ່າງ ແນ່ນອນ.

ຂ້າພະເຈົ້າໄດ້ຫຼີ້ນລະຄອນເລື່ອງຂອງຢູດາສຢູ່ໃນໂບດໃນວັນອິດສະເຕີ,ຢູດາສຄືສາ ວົກຜູ້ທີ່ທໍລະຍົດພຣະຄຣິດ, ຄວາມຈິງແລ້ວຂ້າພະເຈົ້າໄດ້ສະແດງເປັນຢູດາສເປັນເວລາ ສາມປີທີ່ແຕກຕ່າງກັນ,ແຕ່ຂ້າພະເຈົ້າກໍຍັງຕາບອດຢູ່, ຂ້າພະເຈົ້າຍັງບໍ່ເຂົ້າໃຈວ່າພຣະເຢຊູ ຊົງທຸກທໍລະມານແລະຕາຍເພື່ອຊ່ວຍຂ້າພະເຈົ້າໃຫພົ້ນຈາກຄວາມບາບຂອງຕົນເອງ, ມີຢູ່ ເທື່ອໜື່ງໃນວັນອິດສະເຕີຂ້າພະເຈົ້າໄດ້ເວົ້າຄໍາເວົ້າຂອງຢູດາສດ້ວຍສຽງດັງວ່າ

“ຂ້າພະເຈົ້າໄດ້ເຮັດບາບທີ່ໄດ້ທໍລະຍົດໂລຫິດອັນບໍລິສຸດນັ້ນ” (ມັດທາຍ 27:4)

ອັນນັ້ນແລະທີ່ເຮັດໃຫ້ຂ້າພະເຈົ້າຄິດເຖິງເລື່ອງຄວາມບາບຂອງຕົນເອງ, ຄວາມບາບກາຍ ເປັນສິ່ງທີ່ເປັນຕາຢ້ານຫຼາຍສໍາຫຼັບຂ້າພະເຈົ້າ,ຂ້າພະເຈົ້າຮູ້ສຶກວ່າຕົນເອງໄດ້ທໍລະຍົດພຣະ ຄຣິດແລ້ວຊື່ງແນ່ນອນມັນເປັນຄວາມຈິງ,ຄົນບາບທຸກຄົນໄດ້ທໍລະຍົດພຣະເຢຊູ.

ແຕ່ຂ້າພະເຈົ້າຮູ້ສຶກວ່າທາງດຽວທີ່ຕົນເອງສາມາດເປັນຄຣິສຕຽນແທ້ໄດ້ຄືການເຮັດ “ຄວາມດີ”ໃຫ້ຫຼາຍຂື້ນ,ຂ້າພະເຈົ້າຮູ້ສຶກວ່າຕົນເອງຕ້ອງເປັນຄົນດີແທ້ໆຫຼື ບໍ່ດັ່ງນັ້ນກໍບໍ່ສາ ມາດເປັນຄຣິສຕຽນໄດ້,ປະມານປີ 1958-1959 ຂ້າພະເຈົ້າໄດ້ອ່ານວາລະສານໄລຟ໌ເຊີ່ງ ເປັນເລື່ອງລາວຂອງດຣ.ອັລເບີດສະວິດເຊີ, ສະວິດເຊີຄືມິດຊັນນາຣີທີ່ເປັນແພດໃນອັບຟຣິ ກາ,ລາວຖືກຍົກຍ້ອງໂດຍວາລະສານໄລຟ໌ໃນຖານະເປັນບຸກຄົນທີ່ມີໃຈບຸນຄົນໜື່ງ,ມີນິໄສດີ ແລະເປັນໝໍມິດຊັນນາຣີທີ່ດີໃນອັບຟຣິກາ, ຂ້າພະເຈົ້າກໍເລີ່ມຄິດທີ່ຈະເປັນມິດຊັນນາຣີ, ຂ້າ ພະເຈົ້າຄິດວ່າອັນນັ້ນມັນຈະເຮັດໃຫ້ຂ້າພະເຈົ້າເປັນຄຣິສຕຽນແທ້ຄົນໜື່ງ,ຂ້າພະເຈົ້າໄດ້ຍິນ ເລື່ອງກ່ຽວກັບດຣ.ທອມດູລີທີ່ເປັນມິດຊັນນາຣີຢູ່ໃນປະເທດຫວຽດນາມແລະກໍາປູເຈຍ,ຈາກນັ້ນກໍໄດ້ອ່ານເລື່ອງກ່ຽວກັບດຣ.ເຈມສ໌ຮັດສັນເທເລີ ມິດຊັນນາຣີທີ່ເປັນໝໍຢູ່ປະເທດຈີນໃນ ສະຕະວັດທີ່ 19, ຂ້າພະເຈົ້າຄິດວ່າ“ນັ້ນແລະເປັນສິ່ງທີ່ຂ້ອຍຈະເຮັດ,ຂ້ອຍຈະເປັນມິດຊັນ ນາຣີໄປຫາຄົນຈີນ,ຈາກນັ້ນຂ້ອຍກໍຈະເປັນຄຣິສຕຽນແທ້ແລະຈະບໍ່ເປັນຄົນບາບຄືກັບຢູດາສອີກ” ດັ່ງນັ້ນຂ້າພະເຈົ້າຈື່ງເຂົ້າຮວ່ມກັບໂບບແບັບຕິດຄົນຈີນ,ຂ້າພະເຈົ້າອາຍຸໄດ້ 19 ປີ, ນັ້ນແລະເຮັດໃຫ້ຂ້າພະເຈົ້າໄປຮຽນຢູູ່ວິທະຍາໄລໄບໂອລາເພື່ອຮຽນຮູ້ສໍາຫຼັບການຮັບໃຊ້, ເພື່ອທີ່ຂ້າພະເຈົ້າຈະສາມາດເປັນມິດຊັນນາຣີໄດ້,ຂ້າພະເຈົ້າຄິດວ່າມັນຈະຊ່ວຍຕົນໃຫ້ລອດໄດ້.

ໃນລະຫວ່າງການປະຊຸມທີ່ວິທະຍາໄລໄບໂອລາ,ພວກເຮົາພາກັນຮ້ອງເພງຂອງຊາລສ໌ເວສລີ(1707-1788)ໃນຕອນເລີ່ມຕົ້ນທຸກເທື່ອ,ຂ້າພະເຈົ້າບໍ່ເຄີຍໄດ້ຍິນເພງນັ້ນມາກ່ອນ ມັນໄດ້ເຮັດໃຫ້ຂ້າພະເຈົ້າປະທັບໃຈຫຼາຍ,ມື້ທີ່ສອງເພງນັ້ນເຮັດໃຫ້ຜົມຢູ່ຫົວຂອງຂ້າພະເຈົ້າລຸກຕັ້ງ! ມັນຮູ້ສຶກຄືກັບວ່າຖືກໄຟຊອດຜ່ານຕາມຕົນໂຕໃນເວລາທີ່ຮ້ອງເພງແຕ່ລະເຊົ້າ.

ເປັນໄປໄດ້ບໍທີ່ຂ້າຄວນໄດ້ຮັບ
ຄວາມສົນໃຈໃນພຣະໂລຫິດພຣະຜູ້ຊ່ວຍ?
ພຣະອົງຕາຍເພື່ອຂ້າ,ຊົງເຈັບເພື່ອຂ້າບໍ?
ເພື່ອຂ້າພຣະອົງຊົງຍອມຕາຍແທນ
ຄວາມຮັກອັດສະຈັນ!ເປັນໄປໄດ້ບໍ
ທີ່ພຣະອົງຄວນຕາຍເພື່ອຂ້າ?
ຄວາມຮັກອັດສະຈັນ!ເປັນໄປໄດ້ບໍ
ທີ່ພຣະອົງຄວນຕາຍເພື່ອຂ້າ?

ພຣະອົງຊົງສະຫຼະບັນລັງເບື້ອງເທິງ
ພຣະຄຸນອະນັນພຣະອົງເປັນຂອງຟຣີ
ຕື່ມເຕັມຄວາມຫວ່າງເປົ່າທັງໝົດດ້ວຍຄວາມຮັກ
ຫຼັ່ງເລືອດເພື່ອເຊື່ອສາຍຂອງອາດໍາຜູ້ສິ້ນຫວັງ
ຄວາມເມດຕາພຣະອົງຍິ່ງໃຫຍ່ແລະຟຣີ
ພຣະເຈົ້າຂ້າ ພຣະອົງຊົງພົບຂ້າແລ້ວ
ຄວາມຮັກອັດສະຈັນ! ເປັນໄປໄດ້ບໍ
ທີ່ພຣະອົງຄວນຕາຍເພື່ອຂ້າ?
(“And Can It Be That I Should Gain?” by Charles Wesley, 1707-1788).

ຂ້າພະເຈົ້າຮ້ອງແລ້ວຮ້ອງອີກ,ຂ້າພະເຈົ້າໄດ້ຂຽນເນື້ອເພງໃສ່ໃນເຈັ້ຍແລະຮ້ອງມັນ ໄປໆມາໆ,“ຄວາມຮັກອັດສະຈັນ!ເປັນໄປໄດ້ບໍທີ່ພຣະອົງຄວນຕາຍເພື່ອຂ້າ” ດຣ.ຊາລສ໌ເຈ. ວູດບຣິດ(1902-1995) ເປັນຄົນເທດສະໜາທຸກມື້, ລາວໄດ້ເທດສະໜາໃນໜັງສື 2 ເປໂຕ, ຊ່ວງທ້າຍອາທິດສຸດທ້າຍຂ້າພະເຈົ້າກໍໄດ້ຮັບຄວາມລອດ! ຂ້າພະເຈົ້າຮ້ອງເພງນັ້ນ ຍ່າງກັບບ້ານ “ຄວາມຮັກອັດສະຈັນ!ເປັນໄປໄດ້ບໍທີ່ພຣະອົງຄວນຕາຍເພື່ອຂ້າ”.

“ຄຳນີ້ເປັນຄຳສັດຈິງແລະສົມຄວນທີ່ຄົນທັງປວງຈະຮັບໄວ້ ຄືວ່າພຣະເຢຊູຄຣິດໄດ້ສະເດັດມາໃນໂລກເພື່ອຈະໄດ້ຊົງຊ່ວຍຄົນບາບໃຫ້ລອດ ແລະໃນພວກຄົນບາບນັ້ນຂ້າພະເຈົ້າເປັນທີ່ໜື່ງ”(1 ຕີໂມທຽວ 1:15)

ຂ້າພະເຈົ້າກໍາລັງອະທິຖານເພື່ອພວກທ່ານ! ຂ້າພະເຈົ້າຂໍອະທິຖານວ່າທ່ານຈະເຊື່ອ ວາງໃຈໃນພຣະເຢຊູຄຣິດ-ແລະລອດຈາກຄວາມບາບໂດຍພຣະອົງ, ຂ້າພະເຈົ້າກໍາລັງອະ ທິຖານວ່າທ່ານຈະລອດຈາກບາບໂດຍພຣະຄຣິດ - ແລະທີ່ທ່ານຈະສາມາດຮ້ອງອອກມາ ຈາກໃຈຂອງທ່ານວ່າ “ຄວາມຮັກອັດສະຈັນ! ເປັນໄປໄດ້ບໍທີ່ພຣະອົງຄວນຕາຍເພື່ອຂ້າ”, ແລະຖ້າທ່ານບໍ່ເຂົ້າໃຈທັງໝົດ,ຢ່າໄປກັງວົນເລີຍ,ຂ້າພະເຈົ້າຈະເທດສະໜາໃນເລື່ອງນີ້ອີກ ເທື່ອໜື່ງ,ໃຫ້ແນ່ໃຈວ່າທ່ານຈະກັບມາຟັງເພີ່ມອີກ! ເອແມນ, ຂໍເຊີນດຣ.ແຊນ ມານໍາເຮົາ ອະທິຖານແດ່.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ: 1 ຕີໂມທຽວ 1:12-16.
ບັນເລງເພງກ່ອນຄໍາເທດສະໜາໂດຍ ທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“Now I Belong to Jesus” (by Norman J. Clayton, 1903-1992)

.

ໂຄງຮ່າງບົດເທດສະໜາ

ຂ່າວປະເສີດໃນປະໂຫຍກໜື່ງ

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ.

“ຄຳນີ້ເປັນຄຳສັດຈິງແລະສົມຄວນທີ່ຄົນທັງປວງຈະຮັບໄວ້ ຄືວ່າພຣະເຢຊູຄຣິດໄດ້ສະເດັດມາໃນໂລກເພື່ອຈະໄດ້ຊົງຊ່ວຍຄົນບາບໃຫ້ລອດ ແລະໃນພວກຄົນບາບນັ້ນຂ້າພະເຈົ້າເປັນທີ່ໜື່ງ”(1 ຕີໂມທຽວ 1:15)

I. ໜື່ງ ພວກເຮົາຮຽນຮູ້ກ່ຽວກັບພຣະບຸກຄົນຂອງພຣະຄຣິດ. ໂຢຮັນ 1:1,14.

II. ສອງ ພວກເຮົາຮຽນກ່ຽວກັບພຣະປະສົງຂອງພຣະຄຣິດ. 1 ເປໂຕ 3:18;
2:24; 1 ໂກລິນໂທ 15:3; 1 ໂຢຮັນ 1:7; ໂຢຮັນ 12:47;
ອິດຊະຢາ 53:3.

III. ສາມ ພວກເຮົາຮຽນກ່ຽວກັບລິດອໍານາດຂອງພຣະຄຣິດ.
2 ໂກລິນໂທ 4:3; ມັດທາຍ 27:4.