Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ພຣະວິນຍານບໍລິສຸດໄດ້ຖະວາຍກຽດພຣະເຢຊູໃນການຟື້ນຟູ

(ບົດເທດສະໜາຕອນທີ່ 6 ເລື່ອງການຟື້ນຟູ)
THE HOLY SPIRIT GLORIFYING JESUS IN REVIVAL!
(SERMON NUMBER 6 ON REVIVAL)
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນຂອງພຣະເຈົ້າ 24/8/2014
A sermon preached at the Baptist Tabernacle of Los Angeles
Lord’s Day Evening, August 24, 2014

“ພຣະອົງຈະຊົງໃຫ້ເຮົາໄດ້ຮັບກຽດ ເພາະວ່າພຣະອົງຈະຊົງເອົາສິ່ງທີ່ເປັນຂອງເຮົາມາສະແດງແກ່ທ່ານທັງຫລາຍ”(ໂຢຮັນ 16:14)


ບາງເທື່ອຜູ້ຄົນກໍຖາມຂ້າພະເຈົ້າວ່າເຮົາສາມາດບອກໄດ້ແນວໃດວ່າຄຣິສຕະຈັກໃດໜື່ງຫຼືກຸ່ມສາສະໜາໜື່ງຖືກຜິດຫຼື, ຂ້າພະເຈົ້າກໍາລັງຈະເອົາຫຼັກການໃຫ້ກັບທ່ານຊື່ງຂ້າພະ ເຈົ້າໄດ້ໃຊ້ມາທັງຊີວິດຂອງຕົນ, ວິນຍານໃດກໍຕາມທີ່ບໍ່ໄດ້ຖະວາຍກຽດແກ່ພຣະຄຣິດກໍບໍ່ ແມ່ນພຣະວິນຍານຂອງພຣະເຈົ້າ,ອັນນັ້ນແລະຄືກຸນໃຈ! ນັ້ນແລະຄືຫົນທາງທີ່ທ່ານສາມາດ ບອກເຖິງຄວາມແຕກຕ່າງລະຫວ່າງວິນຍານແຫ່ງຄວາມທຽມເທັດ ແລະພຣະວິນຍານແຫ່ງ ຄວາມຈິງ!

ດ້ວຍເຫດຜົນບາງຢ່າງຂ້າພະເຈົ້າໄດ້ມີໂອກາດບອກເຖິງຄວາມແຕ່ກຕ່າງລະຫວ່າງວິນຍານແຫ່ງຄວາມຫລອກລວງ ແລະພຣະວິນຍານແຫ່ງຄວາມຈິງສະເໝີ,ມັນຈະຕ້ອງມີ ຮາກຂອງມັນເອງໃນການເລືອກທີ່ບໍ່ມີເງື່ອນໄຂ - ເພາະຂ້າພະເຈົ້າຖືກລ້ຽງໃຫຍ່ມາຢູ່ຖ້າມ ກາງຄົນບໍ່ມີສາສະໜາແລະຜູ້ມີສາສະໜາ!ຂ້າພະເຈົ້າຮູ້ຈັກແມ່ນແຕ່ກ່ອນທີ່ຂ້າພະເຈົ້າຈະໄດ້ຮັບຄວາມລອດວ່າການທົດສອບຄືສິ່ງທີ່ພວກເຂົາເວົ້າກ່ຽວກັບພຣະເຢຊູ, ພວກເຂົາໄດ້ຖະ ວາຍກຽດໃຫ້ກັບພຣະເຢຊູຫຼືບໍ?

ພຣະເຢຊູກ່າວແບບນີ້ກ່ຽວກັບພຣະວິນຍານບໍລິສຸດວ່າ-“ພຣະອົງຈະຊົງໃຫ້ເຮົາໄດ້ ຮັບກຽດ” ໜ້າເສຍດາຍທີ່ຄໍາວ່າ “ຖະວາຍກຽດ”ໄດ້ຖືກເອົາອອກໄປຈາກທໍານອງສົນທະນາ ພາສາອັງກິດ,ພາສາກຣີກແປຄໍາວ່າ“ຖະວາຍກຽດ” ໝາຍເຖິງ“ເພື່ອຍົກຊູ,ໃຫ້ກຽດ,ສັນລະ ເສີນ” ພຣະເຢຊູກ່າວເຖິງເລື່ອງພຣະວິນຍານບໍລິສຸດວ່າ “ພຣະອົງຈະຊົງສັນລະເສີນ,ຍົກຊູ ແລະໃຫ້ກຽດແກ່ເຮົາ”

ພວກທ່ານບໍ່ຈໍາເປັນຕ້ອງເປັນນັກສຶກສາຂອງສາສະໜາທີ່ປຽບທຽບກັນເພື່ອຈະເຫັນວ່າກຸ່ມໃດແດ່ບໍ່ເຮັດແບບນັ້ນ, ນິກາຍຕ່າງໆເວົ້າວ່າພຣະເຢຊູຄືຜູ້ຖືກສ້າງຄົນໜື່ງຫຼືເປັນວິນ ຍານໜື່ງທີ່ດ້ອຍກວ່າ,ຄໍາພີໂຄຣັນເຮັດໃຫ້ພຣະອົງເປັນຜູ້ທໍານວາຍຄົນໜື່ງ,ພວກມໍມອນເຮັດໃຫ້ພຣະອົງເປັນຜູ້ຖືກສ້າງຄົນໜື່ງ,ເປັນນ້ອງຊາຍຂອງຊາຕານ,ສາສະໜາສາດລັດທິເສລີນິຍົມເຮັດໃຫ້ພຣະອົງເປັນຄູສອນຄົນໜື່ງບໍ່ມີຫຍັງຫຼາຍໄປກວ່ານັ້ນ,ບໍ່ມີພວກທີ່ຜິດພາດເຫຼົ່ານີ້ຈັກຄົນທີ່ນະມັດສະການພຣະເຢຊູໃນຖານະເປັນພຣະເຈົ້າຜູ້ຊື່ງສ້າງໂລກ,ເປັນບຸກຄົນທີ່ສອງແຫ່ງສາມພຣະພາກຜູ້ບໍລິສຸດ,ພຣະຜູ້ຊ່ວຍໃຫ້ລອດຂອງມະນຸດ! ທຸກໆນິກາຍ, ທຸກໆສາສະ ໜາທຽມເທັດແລະທຸກໆຄຣິສຕຽນນອກລູ່ນອກທາງບັນຍາຍພຣະເຢຊູໃນຖານະດ້ອຍກວ່າທີ່ພຣະອົງຊົງເປັນຢູ່,ຖ້າມກາງ“ວິນຍານ”ທັງໝົດໃນໂລກທີ່ລົ້ມລົງນີ້ມີພຽງແຕ່ພຣະວິນຍານບໍລິສຸດເທົ່ານັ້ນທີ່ຖະວາຍກຽດໃຫ້ກັບພຣະເຢຊູ,ສັນເສີນແລະຍົກຍ້ອງໃນສິ່ງທີ່ພຣະອົງສົມຄວນໄດ້ຮັບ,ດັ່ງນັ້ນຂ້າພະເຈົ້າຕ້ອງຂໍເວົ້າອີກເທື່ອໜື່ງວ່າວິນຍານທຸກດວງທີ່ບໍ່ໄດ້ຖະວາຍກຽດແດ່ພຣະເຢຊູໃນຖານະຊົງເປັນພຣະເຈົ້າແຫ່ງເວລາ ແລະແຫ່ງອໍາມະຕະກໍບໍ່ແມ່ນວິນຍານຂອງ ພຣະເຈົ້າ, ແລະແມ່ນແຕ່ຄົນທີ່ອ້າງວ່າພຣະອົງຊົງເປັນພຣະເຈົ້າ ແຕ່ຍົກຍ້ອງພຣະວິນ ຍານບໍລິສຸດຫຼາຍກວ່າພຣະເຢຊູກໍເຂົ້າໃກ້ອັນຕະລາຍກັບສາສາະໜາສາດທີ່ຜິດພາດ ແລະ ສາສະໜານອກຮີດທີ່ທໍາລາຍວິນຍານ! ເພາະພຣະເຢຊູຄຣິດເອງຊົງບອກພວກເຮົາວ່າ

“ພຣະອົງຈະຊົງໃຫ້ເຮົາໄດ້ຮັບກຽດ ເພາະວ່າພຣະອົງຈະຊົງເອົາສິ່ງທີ່ເປັນຂອງເຮົາມາສະແດງແກ່ທ່ານທັງຫລາຍ” (ໂຢຮັນ 16:14)

ພຣະເຢຊູມາເພື່ອພາພວກເຮົາໄປຫາພຣະບິດາ,ແຕ່ພຣະວິນຍານບໍລິສຸດໄດ້ມາເພື່ອພາເຮົາໄປຫາພຣະເຢຊູ,ນັ້ນແລະຄືເຫດຜົນທີ່ວ່າເປັນຫຍັງທ່ານຕ້ອງມີພຣະວິນຍານບໍລິສຸດພຣະອົງເປັນຜູ້ໜື່ງທີ່ເຊີນຊວນໃຫ້ທ່ານມາຫາພຣະເຢຊູ, ແລະພຣະເຢຊູຄືຜູ້ໜື່ງທີ່ຮ່ວມເຮົາ ເປັນໜື່ງກັບພຣະບິດາ, ທັງສາມບຸກຄົນຂອງພຣະເຈົ້າສາມພຣະພາກມີຄວາມຈໍາເປັນໃນ ຄວາມລອດຂອງຄົນບາບຄົນໜື່ງ, ພຣະບິດາຊົງກໍານົດທ່ານໄວ້ລ່ວງໜ້າເພື່ອໃຫ້ໄດ້ຮັບ ຄວາມລອດ,ພຣະບຸດຊົງໄຖ່ບາບຂອງທ່ານຢູ່ເທິງໄມ້ກາງແຂນ, ແລະພຣະວິນຍານບໍລິສຸດ ຊົງເປີດເຜີຍພຣະບຸດໃຫ້ແກ່ທ່ານ ແລະຊັກຈູງທ່ານມາຫາພຣະອົງເພື່ອລ້າງຊໍາຄວາມຜິດ ບາບຂອງທ່ານໃນພຣະໂລຫິດຂອງພຣະອົງ.

ສັນເສີນພຣະເຈົ້າຜູ້ອໍານວຍພອນ
ສັນເສີນພຣະເຈົ້າເຫຼົ່າປະຊາກອນ
ໝູ່ຊາວສະຫວັນສັນເສີນພຣະອົງສູງສຸດ
ສັນເສີນພຣະບິດາ,ພຣະບຸດແລະພຣະວິນຍານ ເອແມນ
(“The Doxology” by Thomas Ken, 1637-1711).

ຂໍພຣະກຽດຈົ່ງມີແດ່ພຣະບິດາ,ພຣະບຸດແລະພຣະວິນຍານບໍລິສຸດ
ທັງໃນການກກ່ອນ,ດຽວນີ້ແລະຕະຫຼອດໄປເປັນນິດ
ຈົນໂລກສູນສິ້ນມະລາຍ ເອແມນ ເອແມນ
(“Gloria Patri,” source unknown, early 2nd century).

“ພຣະອົງຈະຊົງໃຫ້ເຮົາໄດ້ຮັບກຽດ ເພາະວ່າພຣະອົງຈະຊົງເອົາສິ່ງທີ່ເປັນຂອງເຮົາມາສະແດງແກ່ທ່ານທັງຫລາຍ”(ໂຢຮັນ 16:14)

ເບິ່ງແມ້ຄວາມອັດສະຈັນທີ່ທັງສາມພຣະບຸກຄົນຂອງພຣະເຈົ້າສາມພຣະພາກເຮັດ ວຽກຮ່ວມກັນແນວໃດແດ່!ພຣະບິດາຖະວາຍກຽດແດ່ພຣະບຸດ,ພຣະວິນຍານບໍລິສຸດຊົງຖະ ວາຍກຽດແດ່ພຣະເຢຊູເຈົ້າ, ທັງພຣະວິນຍານບໍລິສຸດແລະພຣະເຢຊູຄຣິດເຈົ້າໄດ້ຖະວາຍ ກຽດແດ່ພຣະບິດາ!ທັງສາມພຣະພາກນີ້ເປັນອົງດຽວກັນ,ເປັນໜື່ງດຽວກັນໃນແກ່ນແທ້,ຮ່ວມກັນເປັນໜື່ງໃນຄວາມລອດຂອງຄົນບາບທີ່ຫຼົງຫາຍ!

ຄືນນີ້ພວກເຮົາຈະມາເບິ່ງວຽກຂອງພຣະວິນຍານບໍລິສຸດ,ພຣະອົງບໍ່ພຽງແຕ່ເປັນຜູ້ມີລິດອໍານາດອົງໜື່ງຫຼືຜູ້ມີອິດທິພົນອົງໜື່ງເທົ່ານັ້ນແຕ່ພຣະອົງຍັງຊົງເປັນພຣະເຈົ້າ,ພວກເຮົາຈະຕ້ອງເວົ້າເຖິງເລື່ອງພຣະອົງໃນຖານະເປັນພຣະເຈົ້າພຣະວິນຍານບໍລິສຸດ,ຖ້າບໍ່ມີພຣະອົງພວກເຮົາກໍຈະບໍ່ມີວັນໄດ້ຮູ້ຈັກພຣະເຢຊູໃນທາງທີ່ແທ້ຈິງເລີຍ,ຂ້າພະເຈົ້າຢາກໃຫ້ພວກທ່ານຄິດເຖິງກ່ຽວກັບສິ່ງທີ່ພຣະວິນຍານບໍລິສຸດຊົງກະທໍາ,ພຣະເຢຊູຊົງກ່າວວ່າ “ພຣະອົງຈະຊົງ ໃຫ້ເຮົາໄດ້ຮັບກຽດເພາະວ່າພຣະອົງຈະຊົງເອົາສິ່ງທີ່ເປັນຂອງເຮົາມາສະແດງແກ່ທ່ານທັງຫລາຍ”, ດຣ.ຈອນອາໄຣສ໌ກ່າວເຖິງຂໍ້ນີ້ວ່າພຣະວິນຍານບໍລິສຸດ“ໄດ້ມາເພື່ອເວົ້າເຖິງກ່ຽວ ກັບພຣະເຢຊູແລະມາເພື່ອເປີດເຜີຍພຣະເຢຊູເຈົ້າ(The Son of God, A Commentary on John, Sword of the Lord Publishers, 1976, p. 321; note on John 16:14).

ພຣະວິນຍານບໍລິສຸດມາເພື່ອເປີດເຜີຍພຣະເຢຊູໃຫ້ກັບພວກເຮົາ, ອັນນັ້ນຄວນຈະ ເປັນຫົວຂໍ້ຫຼັກຂອງເຮົາໃນຖານະເປັນນັກເທດເຊັ່ນດຽວກັນ,ພວກເຮົາຄວນເຮັດວຽກຮ່ວມກັບພຣະວິນຍານບໍລິສຸດເພື່ອຮູ້ຈັກພຣະເຢຊູຄຣິດເຈົ້າ! ພວກເຮົາສາມາດໄປສະຫວັນໄດ້ໂດຍບໍ່ ຮູ້ຈັກຫຼາຍສິ່ງຫຼາຍຢ່າງ, ພວກເຮົາສາມາດລອດໄດ້ໂດຍບໍ່ຮູ້ຈັກຫຼາຍຢ່າງກ່ຽວກັບຄໍາທໍາ ນວາຍຂອງພຣະຄໍາພີຫຼືເລື່ອງພະຍາມານຫຼືເລື່ອງວິທະຍາສາດ, ຫຼືເລື່ອງການເມືອງ, ແຕ່ ພວກເຮົາຈະບໍ່ມີມື້ໄດ້ໄປສະຫວັນໂດຍທີ່ບໍ່ຮູ້ຈັກພຣະເຢຊູ! ຂ້າພະເຈົ້າມັກສິ່ງທີ່ຈອນເວສລີ ກ່າວກັບນັກເທດພວກເມໂຕດິສທໍາອິດຂອງລາວວ່າ “ຈົ່ງປະສິ່ງຕ່າງໆໄວ້, ພວກທ່ານຖືກ ເອີ້ນໃຫ້ນໍາວິນຍານ” ເອແມນ! ພຣະວິນຍານບໍລິສຸດຈະອວຍພຣະພອນຄໍາເທດສະໜາ ຂອງເຮົາຖ້າຄໍາເທດສະໜາຫຼັກຂອງເຮົາມີຈຸດສູນກາງຢູ່ທີ່ພຣະເຢຊູ! ນັ້ນແລະຄືເຫດຜົນ ທີ່ອັກຄະສາວົກເປົາໂລກ່າວວ່າ “ພວກເຮົາປະກາດເລື່ອງພຣະຄຣິດຜູ້ຊົງຖືກຄຶງເທິງກາງ ແຂນ…ພຣະຄຣິດຊົງເປັນລິດທານຸພາບແລະພຣະປັນຍາຂອງພຣະເຈົ້າ”(1 ໂກລິນໂທ 1:23, 24),ໃຫ້ຜູ້ໂອ້ອວດ ອວດອົງພຣະຜູ້ເປັນເຈົ້າ” (1 ໂກລິນໂທ 1:31),ທ້າວກຣິຟຟິດ ຫາກໍຮ້ອງເພງເຢຍລະມັນທີ່ສວຍງາມທີ່ມີຊື່ວ່າ“ເມື່ອຍາມແສງທອງສ່ອງຟ້າ”

ຍາມເມື່ອແສງທອງສ່ອງຟ້າຈິດຂ້າຈະໂມທະນາ
ສາທຸການແດ່ພຣະຄຣິດ
ເມື່ອຫວ່າງວຽກຫຼືທໍາງານຂ້າຈະອະທິຖານຕໍ່ພຣະເຢຊູ
ຖະວາຍສັນເສີນແດ່ພຣະຄຣິດ

ເມື່ອຊີວິດຍັງເປັນຂອງຂ້າຈະຮ້ອງສັນເສີນພຣະເຈົ້າ
ຖະວາຍສັນເສີນແດ່ພຣະຄຣິດ
ບັນເລງເພງສາທຸການຕະຫຼອດຊົ່ວຊີວິດ
ຖະວາຍສັນເສີນແດ່ພຣະຄຣິດ
(“ຍາມເມື່ອແສງທອງສ່ອງຟ້າ” from the German,
      translated by Edward Caswell, 1814-1878;
      altered by the Pastor).

ຈາກນັ້ນເຊັ່ນດຽວກັນ ພຣະວິນຍານບໍລິສຸດຈະເປີດເຜີຍພຣະເຢຊູຕໍ່ຄົນທໍາມະດາ, “ພຣະອົງຈະຊົງເອົາສິ່ງທີ່ເປັນຂອງເຮົາມາສະແດງແກ່ທ່ານທັງຫລາຍ” ແມ່ນແລ້ວ“ແກ່ທ່ານທັງຫລາຍ”! ພຣະອົງຊົງມາຫາຄົນເຫຼົ່ານັ້ນທີ່ບໍ່ມີການອົບຮົມ,ຜູ້ທີ່ບໍ່ເຄີຍຮຽນຢູ່ໂຮງຮຽນພຣະ ຄໍາພີຫຼືໂຮງຮຽນສາສະໜາສາດ! ຂ້າພະເຈົ້າຮູ້ຈັກພວກຜູ້ຊາຍທີ່ໄດ້ຮັບການເຝິກຝົນສູງໆແຕ່ບໍ່ເຄີຍຮູ້ຈັກພຣະເຢຊູເລີຍ.

ໃນການກັບໃຈໃໝ່ແທ້ອັນໜື່ງ, ຄົນຈົນແລະຄົນທີ່ບໍ່ມີການສຶກສາຖືກຊັກນໍາເຂົ້າຫາ ພຣະເຢຊູໂດຍພຣະວິນຍານບໍລິສຸດ, ໃນການກັບໃຈໃຫມ່ຜູ້ຄົນຖືກຊັກນໍາມາຫາພຣະເຢຊູ ເທື່ອລະຄົນໆ, ໃນການຟື້ນຟູຜູ້ຄົນເປັນຈໍານວນຫຼາຍຖືກຊັກນໍາມາຫາພຣະເຢຊູພ້ອມກັນໃນ ເວລາສັ້ນໆ.

ພຣະວິນຍານບໍລິສຸດຊົງພາຊາວປະມົງຍາກຈົນສິບສອງຄົນ ແລະຊົງເປີດເຜີຍພຣະ ເຢຊູໃຫ້ພວກເຂົາເຫັນ,ພວກເຂົາຄືພວກອັກຄະສາວົກ, ແຕ່ໃນວັນເພັນເທດສະເຕພຣະວິນ ຍານບໍລິສຸດຊົງຊັກຈູງ 3,000 ຄົນມາຫາພຣະເຢຊູ,ແລະພຣະເຢຊູຊົງຖືກເປີດເຜີຍແກ່ເຂົາ ເຈົ້າໂດຍທາງພຣະວິນຍານບໍລິສຸດ! ຂໍໃຫ້ພຣະວິນຍານຖະວາຍແດ່ພຣະເຢຊູໂດຍການເອົາ ສິ່ງຕ່າງໆຂອງພຣະຄຣິດມາສະແດງໃຫ້ທ່ານເຫັນ,ຈາກນັ້ນພວກທ່ານກໍຈະສາມາດຮ້ອງວ່າ

ເມື່ອຫວ່າງວຽກຫຼືທໍາງານຂ້າຈະອະທິຖານຕໍ່ພຣະເຢຊູ
ຖະວາຍສັນເສີນແດ່ພຣະຄຣິດ

ເຊັ່ນກັນ,ພຣະວິນຍານບໍລິສຸດຊົງເປີດເຜີຍພຣະເຢຊູໃນຖານະເປັນພຣະຜູ້ຊ່ວຍໃຫ້ລອດ, ນັ້ນຄືບາງສິ່ງທີ່ຂ້າພະເຈົ້າມີບັນຫາໜັກໃນການເຂົ້າໃຈ, ຂ້າພະເຈົ້າບໍ່ຢາກເຊື່ອວ່າ ຕົນເອງບໍ່ເຄີຍໄດ້ຍິນຄໍາເທດສະໜາເລື່ອງຄວາມລອດ,ຄວາມຄິດຂອງຂ້າພະເຈົ້າຖືກຄວາມມືດມົວປົກຄຸມ,ຂ້າພະເຈົ້າຄິດເຖິງເລື່ອງພຣະເຢຊູໃນຖານະເປັນຜູ້ຍອມພີຊີບເພື່ອຄວາມເຊື່ອ ຄົນໜື່ງ,ຂ້າພະເຈົ້າໃຈຮ້າຍໃຫ້ກັບຄົນທີ່ຄຶງພຣະອົງ, ເປັນຫຍັງພວກເຂົາຈື່ງຂ້າບຸລຸດຜູ້ຍິ່ງ ໃຫຍ່ແລະດີຄົນນີ້,ຂ້າພະເຈົ້າຄິດເຖິງເລື່ອງຂອງພຣະເຢຊູຄືກັບພຣະອົງເປັນຕົ້ນແບບທໍາອິດຂອງອັບຣາຮາມລິນຄອນ,ພຣະເຢຊູຄືບຸລຸດຜູ້ຍິ່ງໃຫຍ່ແລະດີຜູ້ຊື່ງຖືກຂ້າຕາຍເພາະພຣະອົງເປັນຄົນດີ,ຜູ້ລອບສັງຫານລິນຄອນໄດ້ຍິງປືນໃສ່ລາວໃນມື້ວັນສຸກທີ່ດີ, ເປັນວັນທີ່ພຣະເຢຊູ ຖືກຄຶງຕາຍ,ນັ້ນຄືສິ່ງທີ່ຂ້າພະເຈົ້າຄິດເຖິງເລື່ອງຂອງພຣະເຢຊູ,ພຣະອົງຊົງເປັນຄູຜູ້ຍິ່ງໃຫຍ່ແລະເປັນຄົນທີ່ບໍ່ມີບາບ,ຂ້າພະເຈົ້າຢາກຈະເອີ້ນວ່າພຣະອົງຊົງເປັນ “ພຣະຜູ້ຊ່ວຍ”ຄົນໜື່ງ, ແຕ່ຂ້າພະເຈົ້າບໍ່ຮູ້ວ່າມັນໝາຍຄວາມວ່າແນວໃດ, ຄືກັບພວກຄົນຢິວທີ່ບໍ່ເຊື່ອທີ່ເປົາໂລເວົ້າ ເຖິງເລື່ອງວ່າມີ“ຜ້າຄຸມ”ຢູ່ໃນໃຈຂອງຂ້າພະເຈົ້າ, ມັນເຊື່ອງພຣະຜູ້ຊ່ວຍໄວ້ຈາກຄວາມຄິດ ຂອງຂ້າພະເຈົ້າ(2 ໂກລິນໂທ 3:15), ຂ້າພະເຈົ້າຍັງພະຍາຍາມເປັນຄຣິສຕຽນໂດຍການ ເປັນຄົນດີ,ແລະໂດຍການອຸທິດຊີວິດຂອງຕົນເພີ້ມຂື້ນເລື່ອຍໆ,ຂ້າພະເຈົ້າຈື່ໄດ້ວ່າກໍາລັງເບິ່ງ ດຣ.ທອມດູລີທີ່ຖືກສໍາພາດໂດຍແຈັກເພຍໃນລາຍການໂຊ“ທູໄນ”,ລາວເປັນຄາທໍລິກທີ່ເປັນໝໍມິດຊັນນາລີໄປປະເທດລາວແລະຫວຽດນາມ,ລາວໄດ້ຂຽນໜັງສືເລື່ອງ“ຄໍ່າຄືນທີ່ເຂົາເຜົາໜ່ວຍພູ”ກ່ຽວກັບພວກຄອມມູນິດແລະພວກຄຣິສຕຽນຢູ່ເທິງພູຂອງປະເທດຫວຽດນາມ, ຂ້າ ພະເຈົ້າຈື່ໄດ້ຢ່າງຊັດເຈນທີ່ຕົນຄິດວ່າ“ອັນນັ້ນແລະຄືສິ່ງທີ່ຂ້ອຍຢາກເຮັດ,ຂ້ອຍຢາກເປັນມິດຊັນນາລີ,ຂ້ອຍຈະຕິດຕາມພຣະເຢຊູດ້ວຍການເປັນມິດຊັນນາລີຄົນໜື່ງ,ຫຼັງຈາກນັ້ນຂ້ອຍຈະເປັນຄຣິສຕຽນຄົນໜື່ງ” ຂ້າພະເຈົ້າບໍ່ສາມາດເອົາສິ່ງນີ້ອອກໄປຈາກຄວາມຄິດຂອງຕົນໄດ້, ຂ້າພະເຈົ້າຈະເປັນຄຣິສຕຽນໂດຍການຕິດຕາມພຣະເຢຊູໃນການເຮັດວຽກທີ່ຍິ່ງໃຫຍ່ດ້ວຍ ການຊ່ວຍເຫຼືອຜູ້ອື່ນ,ເຫັນໄດ້ຊັດເຈນວ່າຂ້າພະເຈົ້າຕາບອດກ່ຽວກັບເລື່ອງພຣະເຢຊູ,ຂ້າພະ ເຈົ້າມີຄວາມແນ່ໃຈວ່າຂ້າພະເຈົ້າສາມາດຊ່ວຍຕົນເອງໃຫ້ລອດພົ້ນໄດ້ໂດຍການຕິດຕາມ ແບບຢ່າງຂອງພຣະເຢຊູ,ອັກຄະສາວົກເປົາໂລໄດ້ອະທິບາຍຢ່າງຊັດເຈນເມື່ອລາວເວົ້າວ່າ

“ແຕ່ຖ້າຂ່າວປະເສີດຂອງເຮົາຖືກບັງໄວ້ຈາກໃຜ ກໍຈາກຄົນເຫຼົ່ານັ້ນທີ່ຫຼົງ ຫາຍ”( 2ໂກລິນໂທ 4:3)

ຈົນປະຈຸບັນນີ້ຂ້າພະເຈົ້າຍັງແປກໃຈເລີຍວ່າຕົນເອງຕາບອດແນວໃດແດ່! ແຕ່ພຣະວິນ ຍານບໍລິສຸດໄດ້ເອົາຜ້າຄຸມອອກໄປ ແລະສ່ອງແສງຂອງພຣະອົງມາແລ້ວຂ້າພະເຈົ້າຈື່ງໄດ້ ເຫັນພຣະເຢຊູໃນຖານະເປັນພຣະຜູ້ຊ່ວຍໃຫ້ລອດ!ຫຼັງຈາກນັ້ນຂ່າວປະເສີດຈື່ງມີເຫດຜົນ.

“ພຣະອົງຈະຊົງໃຫ້ເຮົາໄດ້ຮັບກຽດ ເພາະວ່າພຣະອົງຈະຊົງເອົາສິ່ງທີ່ເປັນຂອງເຮົາມາສະແດງແກ່ທ່ານທັງຫລາຍ”(ໂຢຮັນ 16:14)

ແລະສຸດທ້າຍແລ້ວພຣະວິນຍານບໍລິສຸດຈະສະແດງໃຫ້ເຮົາເຫັນເຖິງຄວາມຮັກແລະຄວາມເມດຕາຂອງພຣະເຢຊູ,ຂ້າພະເຈົ້າຈະບໍ່ມີມື້ຄິດເຖິງຄວາມຮັກແລະຄວາມເມດຕາຂອງພຣະເຢຊູທີ່ມີຕໍ່ຄົນບາບຄືກັບຂ້າພະເຈົ້າ, ຖ້າຫາກພຣະວິນຍານບໍລິສຸດບໍ່ໄດ້ສະແດງຄວາມ ຮັກຂອງພຣະອົງຕໍ່ຂ້າພະເຈົ້າ, ນັ້ນແລະຄືຄັ້ງທໍາອິດທີ່ຂ້າພະເຈົ້າໄດ້ເຫັນເຖິງຄວາມສໍາຄັນ ຂອງພຣະໂລຫິດຂອງພຣະອົງ,ກ່ອນທີ່ມັນຈະເປັນເລືອດຂອງຜູ້ຍອມຕາຍເພື່ອຄວາມເຊື່ອ,ຄືກັບເລືອດຂອງລິນຄອນຫຼືເລືອດຂອງດຣ.ຄິງ,ຫຼືເລືອດຂອງມິດຊັນນາລີຜູ້ຍອມຕາຍ,ແຕ່ເມື່ອຂ້າພະເຈົ້າໄດ້ຮູ້ແຈ້ງເຫັນຈິງໂດຍພຣະວິນຍານບໍລິສຸດ,ຂ້າພະເຈົ້າກໍຮູ້ໃນໃຈຂອງຕົນເລີຍວ່າ

“ເພາະວ່າເລືອດເປັນສິ່ງທີ່ເຮັດການລືບລ້າງບາບສໍາຫຼັບຈິດວິນຍານ” (ລະບຽບພວກເລວີ 17:11)

“ນີ້ຄືໂລຫິດຂອງເຮົາອັນເປັນໂລຫິດແຫ່ງພັນທະສັນຍາໃຫມ່ ຊື່ງຕ້ອງໄຫຼ ອອກເພື່ອຍົກໂທດບາບຂອງຄົນເປັນຈໍານວນຫຼາຍ”(ມັດທາຍ 26:28)

ເມື່ອຂ້າພະເຈົ້າໄດ້ຮັບຄວາມລອດ,ຂ້າພະເຈົ້າກໍເຫັນສະງ່າລາສີແຫ່ງພຣະໂລຫິດຂອງພຣະຄຣິດທັນທີ,ຂ້າພະເຈົ້າລ້າງຊໍາລະໃນພຣະໂລຫິດຂອງພຣະອົງ!ທຸກໆມື້ເບິ່ງຄືວ່າ “ເປັນວັນ ສຸກທີ່ດີ”ເພາະຂ້າພະເຈົ້າໄດ້ຍ່າງ, ໄດ້ດໍາເນີນຊີວິດແລະຮ້ອງເພງກ່ຽວກັບພຣະໂລຫິດຂອງ ພຣະເຢຊູ! ຂ້າພະເຈົ້າໄດ້ຮ້ອງເພງຂ່າວປະເສີດເກົ່ານີ້ຈົນເຈັບຄໍ!

ຜູ້ຊ່ວຍຂອງຂ້າຕາຍເທິງກາງແຂນນັ້ນ
ຂໍພຣະເຢຊູລ້າງໝົດຊື່ງໂທດທັນ
ໂດຍພຣະໂລຫິດຈິດໝົດບາບມະຫັນ
ຈົ່ງສັນເສີນພຣະນາມ
ຈົ່ງສັນເສີນພຣະນາມ ຈົ່ງສັນເສີນພຣະນາມ
ຈິດໃຈສະອາດໂດຍໂລຫິດປະທານ ຈົ່ງສັນເສີນພຣະນາມ

ນໍ້າພຸປະເສີດຊື່ງລ້າງບາບຂອງຂ້າ
ຂ້າຍິນດີທີ່ຖືກຊໍາລະໂທດທັນ
ເມື່ອພຣະເຢຊູຊົງຊໍາລະໃຈຂ້າ
ຈົ່ງສັນເສີນພຣະນາມ
ຈົ່ງສັນເສີນພຣະນາມ ຈົ່ງສັນເສີນພຣະນາມ
ຈິດໃຈສະອາດໂດຍໂລຫິດປະທານ ຈົ່ງສັນເສີນພຣະນາມ
(“ຈົ່ງສັນເສີນພຣະນາມ” ໂດຍ Elisha A. Hoffman, 1839-1929).

“ພຣະອົງຈະຊົງໃຫ້ເຮົາໄດ້ຮັບກຽດ ເພາະວ່າພຣະອົງຈະຊົງເອົາສິ່ງທີ່ເປັນຂອງເຮົາມາສະແດງແກ່ທ່ານທັງຫລາຍ”(ໂຢຮັນ 16:14)

ຂ້າພະເຈົ້າໄດ້ອະທິຖານວ່າພຣະວິນຍານບໍລິສຸດຈະສໍາແດງໃຫ້ທ່ານເຫັນພຣະໂລຫິດຂອງ ພຣະຜູ້ຊ່ວຍໃຫ້ລອດ!ທ່ານຈະບໍ່ມີມື້ຢຸດຄິດເຖິງມັນເມື່ອທ່ານໄດ້ເຫັນມັນແລ້ວ! ທ່ານຈະບໍ່ມີ ມື້ຢຸດຮ້ອງເພງກ່ຽວກັບພຣະໂລຫິດຂອງພຣະເຢຊູເມື່ອພຣະວິນຍານຂອງພຣະເຈົ້າໄດ້ສະ ແດງໃຫ້ທ່ານເຫັນ! ຮາເລລູຢາ ໃນວິນາທີທີ່ທ່ານໄດ້ເຊື່ອວາງໃຈໃນພຣະຜູ້ຊ່ວຍທ່ານກໍຈະ ສາມາດຮ້ອງເພງໄດ້ວ່າ

ລິດອໍານາດມີໃນໂລຫິດພຣະຄຣິດ
ອັດສະຈັນລິດອະນັນ
ລິດອໍານາດມີໃນໂລຫິດພຣະຄຣິດ
ອັດສະຈັນ ມີລິດລ້າງບາບນັ້ນ

ຂ້າພະເຈົ້າຮູ້ດີວ່າທຸກສິ່ງທີ່ເວົ້າເຖິງກ່ຽວກັບພຣະໂລຫິດຂອງພຣະເຢຊູຈະຕ້ອງຟັງ ເບິ່ງຄືວ່າປ່າເຖື່ອນ,ແປກໆ,ແມ່ນກະທັ່ງແປກປະຫຼາດຕໍ່ຄົນເຫຼົ່ານັ້ນທີ່ຍັງບໍ່ເຊື່ອ,ແຕ່ເມື່ອພຣະວິນຍານບໍລິສຸດຊົງຊັກນໍາທ່ານມາຫາພຣະເຢຊູແລະຄວາມບາບຂອງທ່ານໄດ້ຮັບການລ້າງ ອອກໄປໂດຍພຣະໂລຫິດຂອງພຣະອົງແລ້ວ- ທ່ານກໍຈະຮ້ອງເພງກ່ຽວກັບພຣະໂລຫິດຂອງ ພຣະອົງແລະເວົ້າກ່ຽວກັບພຣະໂລຫິດຂອງພຣະອົງຕະຫຼອດຊີວິດຂອງທ່ານ!ຮາເລລູຢາ!

ຂ້າພະເຈົ້າມີແຜນທີ່ຈະເວົ້າຫຼາຍໃນບົດເທດສະໜານີ້, ແຕ່ຂ້າພະເຈົ້າຮູ້ສຶກວ່າຕົນ ເອງຕ້ອງເທດຈົບດຽວນີ້,ພວກເຮົາໄດ້ພາກັນອະທິຖານແລະອົດອາຫານເພື່ອໃຫ້ພຣະເຈົ້າສົ່ງຄື້ນແຫ່ງລິດອໍານາດຂອງພຣະວິນຍານບໍລິສຸດລົງມາໃນການຟື້ນຟູ,ແຕ່ການຟື້ນຟູຄືຫຍັງລະຂ້າພະເຈົ້າຄິດວ່າດຣ.ມາຕິນລອຍ-ໂຈນໄດ້ໃຫ້ຄໍາຕອບທີ່ດີເມື່ອລາວເວົ້າວ່າ “ການຟື້ນຟູ ເໜືອກວ່າສິ່ງອື່ນໃດຄືການຖະວາຍກຽດຂອງພຣະເຢຊູຄຣິດ,ພຣະບຸດຂອງພຣະເຈົ້າ, ມັນຄື ການເຮັດໃຫ້ພຣະອົງກັບຄືນສູ່ຈຸດໃຈກາງຂອງຊີວິດຂອງຄຣິສຕະຈັກອີກຄັ້ງ” (Revival, Crossway Books, 1987, p. 47).

ຂ້າພະເຈົ້າຄິດວ່າລາວເວົ້າຖືກ“ການຟື້ນຟູ… ຄືການຖະວາຍກຽດຂອງພຣະເຢຊູ ຄຣິດເຈົ້າ,ພຣະບຸດຂອງພຣະເຈົ້າ” ຂໍ້ພຣະຄໍາພີຂອງເຮົາເວົ້າຄືກັນວ່າ:

“ພຣະອົງຈະຊົງໃຫ້ເຮົາໄດ້ຮັບກຽດ ເພາະວ່າພຣະອົງຈະຊົງເອົາສິ່ງທີ່ເປັນຂອງເຮົາມາສະແດງແກ່ທ່ານທັງຫລາຍ”(ໂຢຮັນ 16:14)

ໃນການກັບໃຈຂອງບຸກຄົນໜື່ງ, ພຣະວິນຍານບໍລິສຸດເປັນເຫດໃຫ້ບຸກຄົນໜື່ງເຫັນ ພຣະເຢຊູແລະຖະວາຍກຽດແດ່ພຣະອົງ, “ໂອ້ອວດ” ເລື່ອງພຣະອົງແລະຮ້ອງເພງສັນເສີນ ພຣະອົງ! ໃນການຟື້ນຟູພຣະວິນຍານບໍລິສຸດເປັນເຫດໃຫ້ຫຼາຍຄົນເຫັນພຣະເຢຊູແລະຖະ ວາຍກຽດແດ່ພຣະອົງ,ສໍາແດງພຣະອົງແລະ“ໂອ້ອວດ”ເລື່ອງພຣະອົງແລະຮ້ອງເພງສັນເສີນພຣະອົງແລະອາໄສຢູ່ໃນພຣະອົງ - ເວົ້າເຖິງເລື່ອງການເສຍສະຫຼະຂອງພຣະອົງແລະ ພຣະໂລຫິດຂອງພຣະອົງທີ່ຫຼັ່ງໄຫຼເພື່ອໃຫ້ຄວາມຜິດບາບຂອງເຮົາໄດ້ຮັບການອະໄພ ແລະ ຊໍາລະລ້າງໃຫ້ສະອາດ.

ເປັນເລື່ອງຍາກທີ່ຈະມີເພງຊີວິດຄຣິສຕຽນ ຫຼືເພງຂ່າວປະເສີດທີ່ຖືກຂຽນກ່ຽວກັບ ພຣະໂລຫິດຂອງພຣະເຢຊູເປັນເວລາຮ້ອຍກວ່າປີແລ້ວ! ເປັນຫຍັງຮູ້ບໍ? ກໍເພາະວ່າພວກ ເຮົາອອກໄປຈາກມັນດົນມາແລ້ວຢູ່ໃນຊ່ວງເວລາທີ່ມືດມົນໂດຍປາສະຈາກການຟື້ນຟູ, ນັກ ເທດຫຼາຍຄົນໃນປະຈຸບັນນີ້ເບິ່ງຄືຄິດວ່າການຟື້ນຟູຄືຈຸດສູນກາງຂອງພຣະວິນຍານບໍລິສຸດ, ແຕ່ພວກເຂົາຄິດຜິດ,ຂໍ້ພຣະຄໍາພີຂອງເຮົາສະແດງໃຫ້ເຫັນວ່າພວກເຂົາຄິດຜິດ.

“ພຣະອົງຈະຊົງໃຫ້ເຮົາໄດ້ຮັບກຽດ ເພາະວ່າພຣະອົງຈະຊົງເອົາສິ່ງທີ່ເປັນຂອງເຮົາມາສະແດງແກ່ທ່ານທັງຫລາຍ”(ໂຢຮັນ 16:14)

ແນ່ນອນມີຄວາມຕ້ອງການການເທດສະໜາເລື່ອງຂອງພຣະເຢຊູຄຣິດເພີ້ມຂື້ນ! ແນ່ນອນທ່ານຈະຕ້ອງຄິດເຖິງເລື່ອງກ່ຽວກັບພຣະເຢຊູຄຣິດຫຼາຍຂື້ນ! ແນ່ນອນທີ່ຄົນຍັງບໍ່ ເຊື່ອຈະຕ້ອງຖືກນໍາມາໜ້າຕໍ່ໜ້າກັບພຣະເຢຊູເພາະພຣະອົງຜູ້ດຽວທີ່ສາມາດອະໄພຄວາມ ຜິດບາບຂອງທ່ານໄດ້ແລະຊ່ວຍໃຫ້ພົ້ນຈາກຫາຍະນະຂອງຊີວິດແລະບຶງໄຟນາຮົກທີ່ຈະມາເຖິງໄດ້!ແນ່ນອນຄຣິສຕະຈັກທັງຫຼາຍຂອງເຮົາຕ້ອງການບົດເພງແບບທີ່ດຣ.ຈອນອາ.ໄຣສ໌ແຕ່ງເພີ້ມອີກ

ເຮົາມີເລື່ອງລາວແຫ່ງຄວາມຮັກເກີນທີ່ຈະວັດແທກໄດ້
ເຮົາບອກເຖິງເລື່ອງທີ່ຄົນບາບຈະໄດ້ຮັບຍົກໂທດແນວໃດ
ພຣະເຢຊູຊົງທໍລະມານເພື່ອຍົກບາບໂທດຂອງເຮົາ
ແລະຊົງຈັດການຊົງໄຖ່ເທິງໄມ້ກາງແຂນ
ໂອ ນໍ້າພຸແຫ່ງຄວາມເມດຕາທີ່ກໍາລັງພຸ່ງຢູ່
ມາຈາກພຣະຜູ້ຊ່ວຍທີ່ຖືກຄຶງຕາຍເພື່ອມະນຸດ
ໂລຫິດປະເສີດທີ່ໄຫຼລົງມາໄຖ່ບາບເຮົາ
ພຣະຄຸນແລະການໃຫ້ອະໄພສໍາຫຼັບບາບຂອງເຮົາທຸກຄົນ
(“Oh, What a Fountain!” by Dr. John R. Rice, 1895-1980).

ຂໍເຊີນຮ້ອງຂໍ້ຊ້ຳກັບຂ້າພະເຈົ້າ

ໂອ ນໍ້າພຸແຫ່ງຄວາມເມດຕາທີ່ກໍາລັງພຸ່ງຢູ່
ມາຈາກພຣະຜູ້ຊ່ວຍທີ່ຖືກຄຶງຕາຍເພື່ອມະນຸດ
ໂລຫິດປະເສີດທີ່ໄຫຼລົງມາໄຖ່ບາບເຮົາ
ພຣະຄຸນແລະການໃຫ້ອະໄພສໍາຫຼັບບາບຂອງເຮົາທຸກຄົນ

ຖ້າທ່ານຫາກພາດໄປຈາກຄວາມຮັກຂອງພຣະເຢຊູ,ກໍບໍ່ມີອັນໃດທີ່ຈະຊ່ວຍທ່ານໄດ້ຖ້າທ່ານຫາກພາດໄປຈາກກາງແຂນຂອງພຣະເຢຊູ, ກໍບໍ່ມີອັນໃດທີ່ຈະເລົ້າໂລມໃຈທ່ານໄດ້! ຖ້າທ່ານຫາກພາດໄປຈາກພຣະໂລຫິດຂອງພຣະເຢຊູ, ກໍບໍ່ມີອັນໃດທີ່ຈະຊ່ວຍທ່ານໃຫ້ພົ້ນ ໄດ້!ເຊີນມາຫາພຣະເຢຊູ,ວາງໃຈໃນພຣະອົງ,ບໍ່ມີອັນໃດອີກທີ່ຈະຊ່ວຍທ່ານໄດ້ “ຈົ່ງເຊື່ອ ວາງໃຈໃນພຣະເຢຊູຄຣິດເຈົ້າແລະທ່ານຈະລອດໄດ້” (ກິດຈະການ 16:31) ,ຂໍເຊີນ ດຣ.ແຊນ ມານໍາພວກເຮົາອະທິຖານແດ່ ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ: ໂຢຮັນ 16:7-15.
ບັນເລງເພງກ່ອນຄໍາເທດສະໜາໂດຍ ທ້າວ ເບັນຈາມິນຄິນເຄດກຣິຟຟິດ:
           “When Morning Gilds the Skies” (translated from the German by
                 Edward Caswell, 1814-1878; altered by the Pastor).