Print Sermon

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 215 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 36 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ພຣະອົງຈະຊົງໃຫ້ເຮົາໄດ້ຮັບກຽດ

(ບົດເທດສະໜາຕອນທີ່ 5 ເລື່ອງການຟື້ນຟູ)
HE SHALL GLORIFY ME
(SERMON NUMBER 5 ON REVIVAL)
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນຂອງພຣະເຈົ້າ 17/8/2014
A sermon preached at the Baptist Tabernacle of Los Angeles
Lord’s Day Evening, August 17, 2014


ດຣ.ມາຕິນລອຍ-ໂຈນຄືນັກສຶກສາທີ່ມີຄວາມລະມັດລະວັງຄົນໜື່ງເລື່ອງການຟື້ນຟູ, ລາວໄດ້ສຶກສາປະຫວັດສາດແຫ່ງການຟື້ນຟູ ແລະປະສົບກັບການຟື້ນຟູຢູ່ໃນຄຣິສຕະຈັກ ຂອງລາວເອງຢູ່ປະເທດເວວສ໌ໃນປີ 1931, ໃນບົດບັນຍາຍໜື່ງທີ່ລາວເວົ້າເຖິງເລື່ອງນັກ ປະກາດຂ່າວຜູ້ຍິ່ງໃຫຍ່ຮາວເວວແຮຣິສ(1714-1773) ເດິະ“ດອກເຕີກ່າວວ່າ: “ອີກເທື່ອ ໜື່ງທີ່ພວກເຮົາຢູ່ໃນສະພາບແຫ່ງຄວາມມືດມົນແລະຄວາມຕາຍກໍຄ້າຍກັບທີ່ເກີດຂື້ນໃນຕົ້ນປີແຫ່ງສະຕະວັດທີ່ 18” (D. M. Lloyd-Jones, The Puritans: Their Origins and Successors, The Banner of Truth Trust, 1996 edition, p. 302),ໃນໜັງສືເຫຼັ້ມອື່ນດຣ.ລອຍ-ໂຈນເວົ້າເຖິງເລື່ອງ “ການປະຖີ້ມຄວາມເຊື່ອຮ້າຍແຮງທີ່ໄດ້ເພີ້ມຂື້ນໃນຄຣິສຕະຈັກເປັນເວ ລາ [ຕອນນີ້ 150 ປີແລ້ວ]ຮ້ອຍປີທີ່ຜ່ານມາ” (Revival, Crossway Books, 1987, page. 55).

ໃນປະສົບການຂອງຂ້າພະເຈົ້າເອງໃນການຮັບໃຊ້ມາ 55 ປີ,ຂ້າພະເຈົ້າໄດ້ເຫັນ ການຕົກຕໍາລົງໃນຊີວິດໜື່ງ ແລະລິດອໍານາດຂອງຄຣິສຕະຈັກຫຼາຍແຫ່ງຂອງພວກເຮົາ, ຄຣິສຕະຈັກຫຼາຍແຫ່ງໃນປະຈຸບັນນີ້ເກືອບທຸກສ່ວນຍາກທີ່ຈະຄ້າຍຄືກັນກັບຄຣິສຕະຈັກ ຫຼາຍແຫ່ງໃນຍຸກໄວ້ໜຸ່ມຂອງຂ້າພະເຈົ້າ - ແລະການປ່ຽນແປງກໍບໍ່ອັນໃດດີເລີຍ,ແນ່ນອນ “ອີກເທື່ອໜື່ງທີ່ພວກເຮົາຢູ່ໃນສະພາບການຂອງຄວາມມືດມົນແລະຄວາມຕາຍ” ແນ່ນອນ ພວກເຮົາຢູ່ໃນຍຸກແຫ່ງ“ການປະຖີ້ມຄວາມເຊື່ອທີ່ຮ້າຍແຮງ”

ຂ້າພະເຈົ້າໝັ້ນໃຈວ່າສະພາບທີ່ຮ້າຍແຮງນີ້ໄດ້ກາຍເປັນເລື່ອງໃຫຍ່ເພາະສິດຍາພິ ບານຫຼາຍຄົນລືມສິ່ງທີ່ເຮັດໃຫ້ຄົນໜື່ງເປັນຄຣິສຕຽນ, ໃນປະສົບການຂອງຂ້າພະເຈົ້າມີ ນັກເທດໜ້ອຍຄົນທີ່ຮູ້ຈັກການເຝິກຝົນທຸກສິ່ງກ່ຽວກັບການກັບໃຈໃຫມ່ແລະການບັງເກີດໃໝ່ແຕ່ຂ້າພະເຈົ້າຈະບໍ່ເວົ້າເຖິງເລື່ອງນັ້ນໃນຄືນນີ້.

ຫຼາຍຄົນຊື່ງເທດສະໜາເລື່ອງການຟື້ນຟູຮູ້ວ່າພວກເຮົາຕ້ອງການພຣະວິນຍານບໍລິ ສຸດທີ່ຈະເຮັດບາງສິ່ງບາງຢ່າງເພື່ອຟື້ນຟູຄຣິສຕະຈັກທັງຫຼາຍຂອງເຮົາ! ແຕ່ມີໜ້ອຍຄົນທີ່ຮູ້ວ່າແມ່ນຫຍັງຄືສິ່ງທີ່ພວກເຮົາຕ້ອງການທີ່ຈະໃຫ້ພຣະວິນຍານບໍລິສຸດເຮັດ,ພວກເຂົາບໍ່ຮູ້ວ່າແມ່ນຫຍັງຄືສິ່ງທີ່ພວກເຂົາຕ້ອງການໃຫ້ພຣະວິນຍານບໍລິສຸດເຮັດເພາະວ່າພວກເຂົາບໍ່ເຂົ້າ ໃຈບັນຫາຮ້າຍແຮງທີ່ກໍາລັງປະເຊີນໜ້າເຂົາຢູ່,ພວກເຂົາຄິດວ່າຄົນຂອງພວກເຂົາທັງໝົດ ລອດແລ້ວແລະພວກເຂົາຄິດວ່າເຂົາຮູ້ຈັກທີ່ຈະນໍາຄົນໃຫມ່ໃຫ້ເຂົ້າສູ່ປະສົບການຄວາມລອດ ຂ້າພະເຈົ້າຍັງບໍ່ເຄີຍຮູ້ຈັກນັກເທດລະດັບໃຫຍ່ໆຈັກຄົນທີ່ມີທັດສະນະທີ່ພຽງພໍໃນເລື່ອງນີ້,ຄືກັບຜົນທີ່ອອກມາສະມາຊິກເປັນຈໍານວນຫຼາຍຂອງຄຣິສຕະຈັກທັງຫຼາຍຂອງເຮົາເຕັມໄປ ດ້ວຍຜູ້ຄົນທີ່ຍັງບໍ່ລອດ!ພວກເຮົາໄດ້ມີການຂຽນເຖິງບັນນີ້ໃນໜັງສືຂອງພວກເຮົາທີ່ຊື່ວ່າ ການປະຖີ້ມຄວາມເຊື່ອໃນຜະຈຸບັນ (ກົດທີ່ນີ້ເພື່ອອ່ານເບິ່ງ)

ຂ້າພະເຈົ້າບໍ່ໄດ້ກໍາລັງຈະເຂົ້າສູ່ບັນຫາແຫ່ງການຟື້ນຟູໃນຄວາມໝາຍທົ່ວໄປໃນຄືນນີ້, ຈຸດສຸມຂອງຂ້າພະເຈົ້າຈະເປັນການເວົ້າໃນເລື່ອງທີ່ພວກເຮົາຄວນຈະອະທິຖານເພື່ອຖ້າ ພວກເຮົາຫາກຕ້ອງການໃຫ້ພຣະເຈົ້າສົ່ງການຟື້ນຟູມາໃນຄຣິສຕະຈັກທ້ອງຖີ່ນຂອງເຮົາ,ໜື່ງ ໃນກັບດັກທີ່ພວກເຮົາສາມາດຕົກລົງໄປໄດ້ເມື່ອພວກເຮົາອ່ານໜັງສືຕ່າງໆເລື່ອງການຟື້ນຟູຄືການຄາດຫວັງການປ່ຽນແປງຢ່າງໃຫຍ່ຫຼວງໃນຄຣິສຕະຈັກທຸກແຫ່ງຂອງເຮົາ-ຢ່າງໜ້ອຍ ກໍຂໍໃຫ້ເປັນສະມາຊິກຈໍານວນຫຼາຍຂອງເຮົາ,ແລະເມື່ອພວກເຮົາບໍ່ເຫັນວ່າມັນເກີດຂື້ນພວກ ເຮົາກໍຮູ້ສຶກໝົດຫວັງ.

ພວກເຮົາຈະຕ້ອງເຂົ້າໃຈວ່າຄົນທີ່ກັບໃຈໃໝ່ແທ້ທຸກຄົນເປັນການອັດສະຈັນຢ່າງໜື່ງຂ້າພະເຈົ້າກັບດຣ.ເຄແກນພາກັນເບິ່ງລາຍຊື່ຂອງຄົນທີ່ຫວັງວ່າກັບໃຈໃຫມ່ແລ້ວ,ພວກເຮົາກໍຄົ້ນພົບວ່າມີຄົນທີ່ມີຄວາມຫວັງວ່າກັບໃຈໃຫມ່ທຸກໆເດືອນ, ນັ້ນຄືອັດສະຈັນແຫ່ງການກັບ ໃຈໃໝ່ທີ່ປາກົດຂື້ນທຸກໆເດືອນຢູ່ໃນຄຣິສຕະຈັກຂອງເຮົາເປັນເວລາເປັນປີແລ້ວ,ຂ້າພະເຈົ້າບໍ່ໄດ້ເວົ້າເຖິງ“ການຕັດສິນໃຈຕ່າງໆ”ແນ່ນອນຂ້າພະເຈົ້າກໍາລັງເວົ້າເຖິງການກັບໃຈໃໝ່ແທ້,ສິ່ງທີ່ພວກເຮົາກໍາລັງອະທິຖານເພື່ອການຟື້ນຟູຄືເພື່ອໃຫ້ມີອັດສະຈັນແຫ່ງການກັບໃໝ່ເພີ້ມຂື້ນ, ເພື່ອໃຫ້ພຣະເຈົ້າລົງມາແລະເຮັດໃຫ້ຄົນກັບໃຈມາຫາພຣະຄຣິດເພີ້ມຂື້ນ.

ຕອນນີ້ແມ່ນຫຍັງຄືສິ່ງທີ່ພວກເຮົາຄວນອະທິຖານເພື່ອ? ຂ້າພະເຈົ້າເຊື່ອວ່າຄວາມ ຫ່ວງໃຍຫຼັກໆຂອງເຮົາຄວນເປັນການອະທິຖານເພື່ອໃຫ້ພຣະວິນຍານບໍລິສຸດສະເດັດລົງມາໃນລິດອໍານາດຍິ່ງໃຫຍ່,ຂ້າພະເຈົ້າເຂົ້າໃຈວ່າມີຫຼາຍຄົນຈະປະຕິເສດໃນສິ່ງທີ່ຂ້າພະເຈົ້າເວົ້າເຖິງເລື່ອງນັ້ນ,ມີຄໍາສອນຜິດຫຼາຍຢ່າງເລື່ອງພຣະວິນຍານບໍລິສຸດໃນສະຕະວັດທີ່ຊາວຊື່ງຂ້າ ພະເຈົ້າບໍ່ສາມາດຕິເຂົາໄດ້, ແລະແນ່ນອນພຣະວິນຍານບໍລິສຸດເປັນແຫຼ່ງແຫ່ງການກັບໃຈ ໃໝ່ທີ່ສະເພາະເຈາະຈົງເຊັ່ນດຽວກັນກັບການຟື້ນຟູ, ປະຈຸບັນນີ້ສະມາຊິກຂອງຄຣິສຕະຈັກ ຫຼາຍຄົນຄິດເຖິງເລື່ອງພຣະວິນຍານບໍລິສຸດວ່າເປັນເຫດໃຫ້ຜູ້ຄົນ“ເວົ້າພາສາແປກໆ” ຫຼືສາ ມາດຫາເງີນໄດ້ເປັນຈໍານວນຫຼາຍ,ຫຼືສາມາດປີ່ນປົວຮ່າງກາຍໄດ້, ແຕ່ບໍ່ມີຈັກຢ່າງທີ່ເຮັດ ວຽກກັບຈຸດສູນກາງ,ວຽກຫຼັກຂອງພຣະວິນຍານບໍລິສຸດ,ກະລຸນາເປີດພຣະຄໍາພີໄປໃນໜັງສືໂຢຮັນ 16:14, ໃນນີ້ພວກເຮົາເຫັນວຽກຫຼັກຂອງພຣະວິນຍານບໍລິສຸດ,ພຣະເຢຊູກ່າວວ່າ:

“ພຣະອົງຈະຊົງໃຫ້ເຮົາໄດ້ຮັບກຽດ”(ໂຢຮັນ 16:14)

ພາສາກຣີກແປຄໍາວ່າ“ກຽດຕິຍົດ”ໝາຍເຖິງ“ໃຫ້ກຽດ”,ເຄົາລົບ,ອວດອ້າງ,ສັນລະເສີນ (ສະ ບັບສະຕຣອງໜ້າ 1392),ວຽກຂອງພຣະວິນຍານບໍລິສຸດຄືການຖະວາຍກຽດແດ່ພຣະຄຣິດ, ເປັນເຫດໃຫ້ເຮົາເຄົາລົບພຣະຄຣິດ,ອວດອ້າງພຣະຄຣິດແລະເປັນເຫດໃຫ້ເຮົາຍົກຊູພຣະອົງ

ເມື່ອຜູ້ຄົນມີການກັບໃໝ່ທີ່ຜິດ,ມັນເປັນເພາະພວກເຂົາປະຕິເສດພຣະເຢຊູສະເໝີ,ຄືກັບທີ່ດຣ.ເຄແກນໄດ້ສະແດງໃຫ້ເຫັນແລ້ວໃນໜັງສືຂອງພວກເລື່ອງ Today’s Apostasy

ຜູ້ຄົນທີ່ມີພື້ນຖານຂອງຄາທໍລິກໂດຍທົ່ວໄປແລ້ວຈະຄິດເຖິງເລື່ອງຄວາມລອດໃນ ແບບຂອງການກະທໍາເຊັ່ນ:ການເຊົາເຮັດບາບບາງຢ່າງ,ການໄປໂບດ,ຕິດຕາມພຣະເຢຊູ,ການຮັກພຣະເຢຊູ,ການສາລະພາບບາບແລະ“ການເປັນຄົນດີ”ແບບທົ່ວໆໄປ.

ຜູ້ຄົນທີ່ມີພື້ນຖານຂອງແບັບຕິດ,ພວກຂ່າວປະເສີດຫຼືພວກປະຕິຮູບມັກຈະເຊື່ອວາງ ໃຈເລື່ອງບັບຕິດສະມາ,ການເວົ້າຕາມ“ຄໍາອະທິຖານຂອງຄົນບາບ” ຫຼືໃນໃຈເຊື່ອ ຫຼັກຄໍາສອນຂອງຄຣິສຕຽນຢ່າງເຊັ່ນສາມາດທີ່ຈະທ່ອງ“ແຜນການແຫ່ງຄວາມລອດ” ຫຼື “ຄໍາ ຖາມຄໍາຕອບຂອງເວສມິນສະເຕີ”ໄດ້

ຜູ້ຄົນທີ່ມີພື້ນຖານຂອງຄາຣິສເມຕິກ ຫຼືເພັນຕາຄອສປົກກະຕິແລ້ວຄິດໃນຮູບແບບ ຂອງຄວາມຮູ້ສຶກຫຼືປະສົບການ, ຖ້າບຸກຄົນໜື່ງຫາກມີປະສົບການກັບສິ່ງທີ່ເຂົາຄິດ ວ່າຄື“ພຣະວິນຍານບໍລິສຸດ”,ຮູ້ສຶກເຖິງພຣະພອນຂອງພຣະເຈົ້າໃນຊີວິດຂອງເຂົາຫຼືຮູ້ສຶກເຖິງສັນຕິສຸກຫຼືຄວາມຍິນດີໃນຈິດໃຈຂອງເຂົາ, ເຂົາກໍພິຈາລະນາວ່າຕົນເອງ ລອດແລ້ວ


ມີຫຼາຍເທື່ອທີ່ມີຄົນແບບນັ້ນມາຫາພວກເຮົາເພື່ອຂໍຄໍາປຶກສາ, ສະແຫວງຫາຄວາມໝັ້ນຄົງຫຼື ຄວາມຮູ້ສຶກອື່ນໆ ໃນເມື່ອຄວາມຈິງແລ້ວພວກເຂົາຍັງບໍ່ເຄີຍໄດ້ຮັບຄວາມລອດໂດຍການ ເຊື່ອວາງໃຈໃນພຣະຄຣິດເລີຍ(Christ (Today’s Apostasy, Hearthstone Publishing, 2001 edition, p. 141)

ນີ້ຄືຫົນທາງທີ່ມັກອອກມາຈາກຄຣິສຕະຈັກຂອງເຮົາ, ເມື່ອສິດຍາພິບານຂໍໃຫ້ພວກ ເຂົາບອກກ່ຽວກັບມື້ທີ່ພວກເຂົາໄດ້ຮັບຄວາມລອດ,ພວກເຂົາກໍຈະເລີ່ມເວົ້າເລື່ອງຍາວ, ມັກ ເວົ້າເຖິງຄວາມຄິດຂອງເຂົາກ່ຽວກັບບົດເທດສະໜາໜື່ງທີ່ພວກເຂົາຫາກໍໄດ້ຍິນ, ແລະລາຍ ລະອຽດອື່ນໆອີກຫຼາຍຢ່າງຊື່ງອາດຈະລວມເຖິງຄວາມຮູ້ສຶກທີ່ວ່າເຂົາເປັນຄົນບາບ, ພວກ ເຂົາມັກຈະເວົ້າເລື່ອງໜື່ງສະເໝີ,ໂດຍປົກະຕິແລ້ວມັກເຂົ້າໄປລາຍລະອຽດຫຼາຍ, ທີ່ນໍາເຂົາ ໄປສູ່ສິ່ງທີ່ເຂົາເອີ້ນວ່າການກັບໃຈໃໝ່,ຈາກນັ້ນພວກເຂົາກໍຢຸດຢ່າງກະທັນຫັນ, ພວກເຂົາ ເກືອບຈົບລົງໂດຍການເວົ້າວ່າ “ແລະຫຼັງຈາກນັ້ນຂ້ອຍກໍເຊື່ອວາງໃຈພຣະເຢຊູ” ຫຼື “ແລະຫຼັງຈາກນັ້ນຂ້ອຍກໍມາຫາພຣະເຢຊູ”

ຈາກນັ້ນພວກເຮົາກໍໍຂໍໃຫ້ເຂົາເວົ້າເຖິງເລື່ອງພຣະເຢຊູໜ້ອຍໜື່ງ,ແລະແມ່ນຫຍັງແດ່ເກີດຂື້ນເມື່ອພວກເຂົາໄດ້ມາຫາພຣະອົງ(ຫຼືເຊື່ອວາງໃຈໃນພຣະອົງ),ນັ້ນແລະຄືເມື່ອທຸກສິ່ງທຸກຢ່າງຖືກເປີດເຜີຍ, ພວກເຂົາບໍ່ສາມາດເວົ້າຫຍັງຫຼາຍໄດ້ກັບທຸກສິ່ງທີ່ກ່ຽວກັບພຣະເຢຊູ, ໃນໜັງສືຂອງສະເປີໂຈນເລື່ອງ Around the Wicket Gate, ສະເປີໂຈນໄດ້ກ່າວວ່າ: “ມີແນວໂນ້ມທີ່ຊົ່ວຮ້າຍຢູຖ້າມກາງມະນຸດທີ່ຈະຖີ້ມພຣະເຢຊູອອກໄປຈາກຂ່າວປະເສີດ” (Pilgrim Publications, 1992 edition, p. 24),ຂ້າພະເຈົ້າບອກເຂົາເຈົ້າວ່າໃຫ້ສືບຕໍ່ຟັງຂ່າວປະ ເສີດ,ຂ້າພະເຈົ້າຢາກຈະເຮັດໃຫ້ແນ່ໃຈວ່າພຣະເຢຊູຊົງຢູ່ໃຈກາງຄໍາພະຍານຂອງພວກເຂົາ,ມັນບໍ່ສໍາຄັນວ່າຄໍາພະຍານຂອງຄົນໃດໜື່ງຈະໜ້າສົນໃຈພຽງໃດ,ຖ້າພຣະເຢຊູຫາກບໍ່ໄດ້ຢູ່ ໃນໃຈກາງແລ້ວພວກເຂົາກໍຍັງບໍ່ລອດຢູ່ດີ.

ພຣະວິນຍານບໍລິສຸດເຮັດສອງສິ່ງຫຼັກໆໃນທຸກໆການກັບໃຫມ່ທີ່ແທ້ຈິງ,ສິ່ງທໍາອິດກໍຄືຢູ່ໃນໜັງສືໂຢຮັນ 16:8-9

“ເມື່ອພຣະອົງນັ້ນສະເດັດມາແລ້ວ ພຣະອົງຈະຊົງກະທຳໃຫ້ໂລກຮູ້ສຶກເຖິງຄວາມຜິດບາບ ແລະເຖິງຄວາມຊອບທຳ ແລະເຖິງການພິພາກສາ ເຖິງຄວາມຜິດບາບນັ້ນ ຄືເພາະເຂົາບໍ່ເຊື່ອໃນເຮົາ”(ໂຢຮັນ 16:8-9)

ການສໍານຶກເລື່ອງຄວາມບາບຄືວຽກທໍາອິດຂອງພຣະວິນຍານຂອງພຣະເຈົ້າ, ພວກເຮົາມັກ ຈະເຮັດໃຫ້ການກັບໃຈໃຫມ່ເປັນສິ່ງທີ່ບໍ່ສໍາຄັນ, ສິ່ງນ້ອຍໆທີ່ບຸກຄົນໜື່ງສາມາດມີໂດຍເວົ້າ ພຶມພໍາໜ້ອຍໜື່ງຫຼືຮຽນເວົ້າສິ່ງທີ່ແນ່ນອນອັນໜື່ງ, ຂໍພຣະເຈົ້າຊ່ວຍເຮົາແດ່! ພວກເຮົາໄດ້ ປ່ອຍໃຫ້ພຣະວິນຍານບໍລິສຸດອອກໄປ! ພວກເຮົາລືມວ່າພຣະອົງຕ້ອງເປັນຜູ້ທີ່ໂນ້ມນ້າວ ເຮົາເລື່ອງຄວາມບາບທີ່ເລິກເຊີງແລະການກະບົດຕໍ່ສູ້ພຣະເຈົ້າ! ດຣ.ລອຍ-ໂຈນໄດ້ອະທິ ບາຍການສໍານຶກຜິດໃນຖານະການເຫັນໄພພິບັດແຫ່ງໃຈຂອງເຮົາເອງ ແລະຄວາມໂງ່ຈາກ ສັນດານທີ່ເຮົາສືບມາຈາກອາດາມ, ການສໍານຶກຜິດຄືການເຫັນຄວາມສິ້ນຫວັງຂອງທ່ານ ແລະຄວາມໝົດຫວັງທັງໝົດຂອງທ່ານ, ຕໍ່ໜ້າພຣະເຈົ້າຜູ້ບໍລິສຸດ, ຜູ້ຊອບທໍາ ຜູ້ຊື່ງກຽດຊັງ ຄວາມບາບເປັນຕົວຕົນຂອງພຣະອົງເອງ(paraphrased from Revival, Crossway Books, 1987, p. 42),ນັ້ນເກີດຂື້ນໃນໂຕຄົນທີ່ກັບໃຈໃຫມ່ແທ້ບໍ່ຫຼາຍກໍໜ້ອຍ,ດຣ.ລອຍ-ໂຈນກ່າວວ່າ “ຜູ້ໃດກໍຕາມທີ່ຕື່ນຂື້ນຫຼືສໍານຶກເລື່ອງບາບຈະຕ້ອງເປັນຄົນທີ່ມີບັນຫາກ່ຽວກັບເລື່ອງນີ້, ເຂົາ ຈະຕາຍແລະປະເຊີນໜ້າກັບພຣະເຈົ້າໄດ້ແນວໃດ?” (Assurance, Romans 5, The Banner of Truth Trust, 1971, p. 18).

ນັ້ນແລະຄືສິ່ງທໍາອິດທີ່ພຣະວິນຍານບໍລິສຸດເຮັດໃນການກັບໃຈແທ້ຂອງຄົນໆໜື່ງ, ພຣະອົງຊົງເຮັດໃຫ້ຈິດໃຈຜູ້ຄົນບໍ່ສະຫງົບ,ຖ້າທ່ານຫາກຍັງບໍ່ຖືກລົບກວນຈິດໃຈກ່ຽວກັບທໍາມະຊາດບາບຂອງທ່ານພວກທ່ານກໍຈະບໍ່ຄິດຫຼາຍເຖິງເລື່ອງກ່ຽວກັບພຣະເຢຊູ, ທ່ານໄດ້ຍິນ ຄໍາກ່ຽວກັບການຕາຍຂອງພຣະອົງຢູ່ເທິງໄມ້ກາງແຂນແຕ່ມັນມີຄວາມໝາຍໜ້ອຍເກີນໄປ ສໍາຫຼັບທ່ານ,ເປັນຫຍັງຮູ້ບໍ?ກໍເພາະວ່າທ່ານຍັງບໍ່ເຄີຍສໍານຶກ “ເລື່ອງບາບ, ຄວາມຊອບທໍາ ແລະການພິພາກສາ”(ໂຢຮັນ 16:8)ແມ່ນແລ້ວຄົນບາບຜູ້ຫຼົງຫາຍຈະຕ້ອງບໍ່ອາໄສການສໍາ ນຶກຜິດຢ່າງດຽວ! ການສໍານຶກຜີດຢ່າງດຽວຈະຊ່ວຍທ່ານໃຫ້ພົ້ນບໍ່ໄດ້!

ເມື່ອບໍ່ດົນມານີ້ຂ້າພະເຈົ້າໄດ້ເວົ້າກັບຜູ້ຊາຍໄວ້ລຸ້ນຄົນໜື່ງ ຜູ້ຊື່ງຢູ່ໃຕ້ການສໍານຶກ ເລື່ອງບາບເປັນເວລາຫຼາຍປີ,ຂ້າພະເຈົ້າໄດ້ບອກລາວໃຫ້ໄປຫາພຣະເຢຊູເພື່ອຮັບເອົາຄວາມລອດຜ່ານພຣະໂລຫິດຂອງພຣະອົງ, ເບິ່ງຄືວ່າລາວເຮັດແບບນັ້ນ,ເບິ່ງຄືວ່າລາວໄດ້ໄປຫາ ພຣະເຢຊູ, ຂ້າພະເຈົ້າຖ້າປະມານສອງສາມອາທິດແລ້ວຈາກນັ້ນຈື່ງຂໍໃຫ້ລາວບອກຂ້າພະ ເຈົ້າວ່າລາວລອດໄດ້ແນວໃດແດ່,ລາວກໍເວົ້າແລ້ວເວົ້າອີກເຖິງເລື່ອງບາບຂອງລາວ,ບໍ່ມີຄໍາ ຖາມທີ່ວ່າລາວເຄີຍຢູ່ໃຕ້ການສໍານຶກຜິດທີ່ເລິກເຊີງ,ແຕ່ລາວກໍຈົບຄໍາເວົ້າດ້ວຍການເວົ້າວ່າ: “ແລະຫຼັງຈາກນັ້ນຂ້ອຍກໍໄດ້ມາຫາພຣະເຢຊູ”ຂ້າພະເຈົ້າຂໍໃຫ້ລາວເວົ້າເຖິງເລື່ອງຂອງພຣະ ເຢຊູຕື່ມອີກ, ລາວກໍສະດຸດໃຈ, ແຕ່ມັນຊັດເຈນຫຼາຍທີ່ວ່າເຖິງແມ່ນວ່າລາວຖືກເຮັດໃຫ້ສໍາ ນຶກ ລາວກໍບໍ່ໄດ້ພົບສັນຕິສຸກຜ່ານທາງພຣະຜູ້ຊ່ວຍໃຫ້ພົ້ນແລະພຣະໂລຫິດຂອງພຣະອົງ!

ຜູ້ຄົນມັກຖາມຂ້າພະເຈົ້າວ່າ “ເຈົ້າມາເຊື່ອພຣະເຢຊູໄດ້ແນວໃດ?” ເພື່ອຕອບຄໍາ ຖາມນັ້ນພວກເຮົາຈະຕ້ອງເບິ່ງ ໂຢຮັນ 6:44

“ບໍ່ມີຜູ້ໃດມາເຖິງເຮົາໄດ້ນອກຈາກພຣະບິດາຜູ້ຊົງໃຊ້ເຮົາມາຈະຊົງຊັກນຳໃຫ້ເຂົາມາ”(ໂຢຮັນ 6:44ກ)

ທ່ານຈະຕ້ອງຖືກຊັກນໍາໄປຫາພຣະເຢຊູໂດຍພຣະເຈົ້າພຣະບິດາຜ່ານທາງພຣະວິນຍານບໍລິສຸດ,ເວົ້າໂດຍທົ່ວໄປແລ້ວພຣະວິນຍານຂອງພຣະເຈົ້າຈະຊັກນໍາຄົນບາບຄົນໜື່ງໃຫ້ມາຫາພຣະເຢຊູກໍຕໍ່ເມື່ອເຂົາຢູ່ໃຕ້ຈິດສໍານຶກເລື່ອງບາບແລະຮ້ອງຂໍຄວາມເມດຕາເທົ່ານັ້ນ, ເມື່ອພຣະວິນຍານບໍລິສຸດຊັກນໍາຄົນໃດໜື່ງມາຫາພຣະເຢຊູ,ມັນມັກຈະເບິ່ງຄືກັບວ່າເຂົາເຄີຍຕາບອດມາກ່ອນແລະຕອນນີ້ຕາຂອງເຂົາໄດ້ເປີດອອກແລ້ວ - ແລະພວກເຂົາກໍເຫັນຄວາມ ສວຍງາມຂອງພຣະຜູ້ຊ່ວຍທີ່ຍື່ນມືຂອງພຣະອົງອອກກອດເຂົາໄວ້!ພວກເຂົາສາມາດຮ້ອງ ເພງກັບ ຈອນນິວຕັນ (1725-1807)ໄດ້,

ຄັ້ງໜື່ງຂ້າຫຼົງພຣະອົງຕາມຫາ
ຕາບອດແຕ່ຂ້າເຫັນແລ້ວ
(ເພງ ພຣະຄຸນພຣະເຈົ້າ)

ດັ່ງນັ້ນເມື່ອພວກເຮົາເວົ້າເຖິງການຟື້ນຟູ,ພວກເຮົາຈະຕ້ອງຄິດໃນແບບຂອງຂ່າວປະເສີດ, ການຟື້ນຟູບໍ່ມີຫຍັງຫຼາຍຫຼືໜ້ອຍກວ່າການທີ່ພຣະວິນຍານຂອງພຣະເຈົ້າເຮັດໃຫ້ຜູ້ຄົນ ຮູ້ສຶກເຖິງຄວາມບາບຂອງເຂົາ ແລະຈາກນັ້ນກໍຊັກນໍາພວກເຂົາໃຫ້ເຂົ້າມາຫາພຣະເຢຊູເພື່ອ ຮັບເອົາຄວາມລອດຜ່ານທາງພຣະໂລຫິດຂອງພຣະອົງ, ເມື່ອສິ່ງນັ້ນໄດ້ເກີດຂື້ນກັບບຸກຄົນ ໜື່ງ!ຈອນດັບໂບຢູປີເຕີສັນໄດ້ເຮັດໃຫ້ຊັດເຈນຢູ່ໃນບົດເພງຂອງລາວວ່າ:

ຕ້ອງເພີ່ງການອັດສະຈັນທີ່ຈະເອົາດວງດາວວາງຕັ້ງໄວ້
ຕ້ອງເພີ່ງການອັດສະຈັນທີ່ຈະຫ້ອຍໂລກໃນອາວະກາດ
ແຕ່ເມື່ອພຣະອົງຊົງຊ່ວຍວິນຍານຂ້າໃຫ້ພົ້ນ
ຊໍາລະລ້າງຂ້າໃຫ້ສະອາດໝົດ
ຕ້ອງເພີ່ງການອັດສະຈັນແຫ່ງຄວາມຮັກແລະພຣະຄຸນ
(“ຕ້ອງເພີ່ງການອັດສະຈັນ” ໂດຍ John W. Peterson, 1921-2006).

ແລະເມື່ອການອັດສະຈັນນັ້ນເກີດຂື້ນເທື່ອໜື່ງຕໍ່ຈໍານວນຄົນ 10 ຫຼື 12 ຄົນຄັ້ງໜື່ງ ຢູ່ໃນຄຣິສຕະຈັກທ້ອງຖີ່ນ,ນັ້ນແລະຄືການຟື້ນຟູ, ມັນເປັນເລື່ອງງ່າຍໆແບບນັ້ນແລະ! ສິ່ງທີ່ ເກີດຂື້ນໃນການກັບໃຈໃຫມ່ໜື່ງຄົນກໍເກີດຂື້ນກັບຫຼາຍໆຄົນໃນຊ່ວງເວລາສັ້ນໆໃນການຟື້ນຟູ,ເມື່ອພຣະວິນຍານບໍລິສຸດລົງມາຢູ່ໃນການຟື້ນຟູທີ່ມີລິດອໍານາດພຣະອົງຈະຖະວາຍພຣະກຽດແດ່ພຣະເຢຊູໃນຊີວິດຂອງຄົນທີ່ກັບໃຈໃໝ່ຫຼາຍຄົນສະເໝີ.

“ພຣະອົງຈະຊົງໃຫ້ເຮົາໄດ້ຮັບກຽດ”(ໂຢຮັນ 16:14)

ຈົ່ງຟັງດຣ.ລອຍ-ໂຈນອີກເທື່ອໜື່ງ

         ການຟື້ນຟູເໜືອກວ່າສິ່ງອື່ນໃດຄືການຖະວາຍກຽດຂອງພຣະເຢຊູ ຄຣິສເຈົ້າ,ພຣະບຸດຂອງພຣະເຈົ້າ,ມັນຄືການຮື້ຟື້ນພຣະອົງໃຫ້ກັບມາຢູ່ໃຈ ກາງຊີວິດຂອງຄຣິສຕະຈັກ…ບໍ່ມີຄຸນຄ່າໃນສິ່ງທີ່ເອີ້ນວ່າຊາວຄຣິສຕຽນຊື່ງບໍ່ໄດ້ຍົກຍ້ອງພຣະອົງ,ມີຊີວິດຢູ່ເພື່ອພຣະອົງແລະມີຊີວິດຢູ່ເພື່ອສະແດງໃຫ້ເຫັນເລື່ອງພຣະອົງ…ໂດຍສະເພາະແມ່ນການຊົງໄຖ່ຂອງພຣະອົງ,ຄວາມຕາຍຂອງພຣະອົງເທິງໄມ້ກາງແຂນ,ຮ່າງກາຍທີ່ຊຸດໂຊມແລະພຣະໂລຫິດທີ່ຫຼັງອອກມາຂອງພຣະອົງ,ອີກເທື່ອໜື່ງຂ້າພະເຈົ້າກໍາລັງອ້າງອີງຄວາມຈິງທີ່ບໍລິສຸດໃຫ້ແກ່ທ່ານຊື່ງທ່ານສາມາດກວດສອບເພື່ອໂຕທ່ານເອງໄດ້,ທ່ານຈະຄົ້ນພົບວ່າຢູ່ໃນທຸກຊ່ວງເວລາແຫ່ງການຟື້ນຟູທີ່ປາສະຈາກການຍົກເວັ້ນ ກໍໄດ້ມີການເນັ້ນໜັກເທິງເລື່ອງພຣະໂລຫິດຂອງພຣະຄຣິດ,ບົດເພງນະມັສການທີ່ຖືກຮ້ອງຕະຫຼອດໃນຊ່ວງແຫ່ງການຟື້ນຟູກໍຄືກ່ຽວກັບພຣະໂລຫິດ… ຈຸດໃຈກາງແຫ່ງຂ່າວປະເສີດຂອງຄຣິສຕຽນຄື“ພຣະເຈົ້າໄດ້ຊົງຕັ້ງພຣະເຢຊູໄວ້ໃຫ້ເປັນຜູ້ລຶບລ້າງພຣະອາຍາ ໂດຍຄວາມເຊື່ອໃນພຣະໂລຫິດຂອງ ພຣະອົງ”(ໂລມ 3:25)…ຂ້າພະເຈົ້າບໍ່ເຫັນວ່າມີຄວາມຫວັງສໍາຫຼັບການຟື້ນ ຟູໃນຂະນະທີ່ທັງຜູ້ຊາຍ ແລະຜູ້ຍິງກໍາລັງປະຕິເສດພຣະໂລຫິດແຫ່ງກາງ ແຂນ…(ການຟື້ນຟູເຫຼັ້ມດຽວກັນໜ້າ 47,48,49)

ມີທານນໍ້າພຸເຕັມດ້ວຍໂລຫິດ
ຊື່ງມາຈາກພຣະເຢຊູ
ຖ້າໃຜເຮັດບາບດໍາລົງໃຫ້ມິດ
ຈະຫາຍບາບທີ່ມີຢູ່
ຈະຫາຍບາບທີ່ມີຢູ່
(ມີທານນໍ້າພຸ ໂດຍວິວລ່ຽມຄູເປີ 1731-1800 to the tune of
          “Ortonville,” “Majestic Sweetness Sits Enthroned”).

ເມື່ອຂ້າແນມເບິ່ງກາງແຂນປະຫຼາດ
ບ່ອນທີ່ພຣະເຢຊູຊົງສະລະພຣະຊົນ
ຊັບສິນໃນໂລກຂ້າບໍ່ເສຍດາຍ
ເມື່ອທຽບກາງແຂນອັນປະເສີດເຫຼືອລົ້ນ

ເບິ່ງຈາກພຣະສຽນພຣະຫັດແລະພຣະບາດ
ຄວາມທຸກຄວາມຮັກຈື່ງໄດ້ໄຫຼລົງມາ
ໃຜແດ່ທົນທຸກຫຼືສະແດງເຖິງຄວາມຮັກ
ແລະສວມໜາມແທນມົງກຸດອັນໂສພາ
(ເມື່ອຂ້າແນມເບິ່ງການແຂນປະຫຼາດ Dr. Isaac Watts, 1674-1748).

ໃນຄວາມສ່ຽງຂອງການຖືກເຂົ້າໃຈຜິດ,ຂ້າພະເຈົ້າຮູ້ສຶກວ່າຂ້າພະເຈົ້າຕ້ອງເວົ້າວ່ານີ້ຄືບ່ອນທີ່ພວກຄາຣິສເມຕິກແລະພວກເພັນຕາຄອສຜິດພາດ, ພວກເຂົາຕັ້ງໃຈທີ່ຈະເນັ້ນໜັກ ເລື່ອງພຣະວິນຍານບໍລິສຸດ, ຄວາມຕາຍຂອງພຣະເຢຊູເທິງໄມ້ກາງແຂນບໍ່ແມ່ນຫົວໃຈຫຼັກ, ພວກເຂົາຕື່ນເຕັ້ນໄປກັບການປີ່ນປົວ,ເຄື່ອງໝາຍແລະອັດສະຈັນຕ່າງໆ, ບໍ່ສໍາຄັນດອກວ່າ ເຂົາຈະປະທ້ວງຂ້າພະເຈົ້າໃນສິ່ງທີ່ຂ້າພະເຈົ້າເວົ້າແນວໃດແດ່,ພວກເຂົາກໍບໍ່ໄດ້ເຮັດໃຫ້ການຕາຍແທນຂອງພຣະເຢຊູເທິງໄມ້ກາງແຂນເປັນເລື່ອງຫຼັກໆ, ການສໍານຶກບາບແລະການໃຫ້ ອະໄພຜ່ານທາງພຣະໂລຫິດຂອງພຣະຄຣິດບໍ່ໄດ້ຢູ່ໃຈກາງ, ແຕ່ຂ້າພະເຈົ້າຕ້ອງຂໍເວົ້າເຊັ່ນ ກັນວ່າພວກເຮົາຜູ້ຊື່ງເປັນພວກຂ່າວປະເສີດ ແລະພວກເນັ້ນຮາກຖານເດີມກໍບໍ່ໄດ້ດີກວ່າ! ພວກເຮົາກໍາລັງຍຸ້ງຢູ່ກັບການສອນພຣະຄໍາພີເປັນຂໍ້ເປັນຂໍ້ໃຫ້ກັບຄົນທີ່ບໍ່ເຊື່ອຊື່ງອ້າງວ່າ ເປັນຄຣິສຕຽນຢູ່ໃນໂບດຫຼາຍແຫ່ງຂອງເຮົາ, ນີ້ຄືບ່ອນທີ່ພວກເຮົາກ້າວໄປໃນທາງທີ່ຜິດ, ຈຸດໃຈກາງແຫ່ງຂ່າວປະເສີດຂອງຄຣິສຕຽນຄືພຣະເຢຊູຄຣິດແລະການຕາຍຂອງພຣະ ອົງ, ນັກເທດຄຣິສຕຽນທີ່ຍິ່ງໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາກ່າວວ່າ:

“ເພາະຂ້າພະເຈົ້າຕັ້ງໃຈວ່າຈະບໍ່ສະແດງຄວາມຮູ້ເລື່ອງໃດໆໃນຖ້າມກາງພວກທ່ານເລີຍເວັ້ນແຕ່ເລື່ອງພຣະເຢຊູຄຣິດແລະການທີ່ພຣະອົງຊົງຖືກ ຄຶງທີ່ກາງແຂນ”(1 ໂກລິນໂທ 2:2)

ພວກເຮົາຈະບໍ່ມີການຟື້ນຟູຈັກເທື່ອເມື່ອທັງຜູ້ຍິງແລະຜູ້ຊາຍເວົ້າແຕ່ພຽງວ່າ “ແລະ ຈາກນັ້ນຂ້ອຍຈື່ງມາຫາພຣະເຢຊູ” ພຣະເຈົ້າຊ່ວຍເຮົາແດ່! ຖ້າຫາກພວກທ່ານເວົ້າໄດ້ ແຕ່ພຽງເທົ່ານີ້ກ່ຽວກັບລູກແກະຂອງພຣະເຈົ້າຜູ້ຊື່ງທົນທຸກທໍລະມານ ແລະຖືກຄຶງຕາຍເພື່ອ ຊ່ວຍທ່ານໃຫ້ລອດພົ້ນ,ຈາກນັ້ນຂ້າພະເຈົ້າກໍຄິດວ່າພວກທ່ານກໍເປັນຄົນຕາບອດຄືກັບພວກພະຍານພຣະເຢໂຮວາຫຼືພວກມູສະລິມ!ພວກເຂົາກໍເວົ້າເຖິງເລື່ອງພຣະເຢຊູເຊັ່ນກັນ! ພຣະ ໂລຫິດຢູ່ໃສລະ? ຢູ່ໃສລະຄວາມຮັກທີ່ບໍ່ມີສິ່ງໃດເທົ່າທຽມທີ່ກະຕຸ້ນພຣະອົງຈາກສະຖານທີ່ ສູງຊົງແຫ່ງສະຫວັນເພື່ອໃຫ້ຖືກຂ້ຽນຕີ,ຖືກຖົ່ມນໍ້າລາຍໃສ່ແລະຖືກຄຶງເທິງໄມ້ກາງແຂນ?

ບາງເທື່ອຂ້າພະເຈົ້າກໍຄິດວ່າຕົນເອງເຮັດໃຫ້ທ່ານລົ້ມເຫຼວ, ດ້ວຍເຫດຜົນຢ່າງໃດ ຢ່າງໜຶ່ງທີ່ຂ້າພະເຈົ້າບໍ່ໄດ້ສອນທ່ານໃຫ້ຮັກພຣະເຢຊູ, ຂ້າພະເຈົ້າບໍ່ສາມາດເຮັດໃຫ້ທ່ານຮູ້ ສຶກແລະສາມາດເວົ້າໄດ້ວ່າ:

ຂ້າຮັກພຣະອົງເພາະຊົງຮັກຂ້າກອ່ນ
ແລະຊົງຊື້ການຍົກໂທດບາບຂ້າເທິງໄມ້ກາງແຂນ
ຂ້າຮັກພຣະອົງທີ່ຊົງສວມມົງກຸດເທິງໜ້າຜາກພຣະອົງ
ຂ້າຮັກພຣະອົງພຣະເຢຊູຂອງຂ້າຈົນເຖິງດຽວນີ້
(“My Jesus, I Love Thee” by William Featherstone, 1842-1878).

ເພື່ອນທີ່ຮັກທັງຫຼາຍ, ຂໍໃຫ້ເຮົາອົດອາຫານແລະອະທິຖານອີກເທື່ອໜື່ງໃນວັນເສົາ ໜ້ານີ້ຈົນຮອດ 5 ໂມງແລງ, ຂໍໃຫ້ເຮົາອົດອາຫານແລະອະທິຖານເພື່ອໃຫ້ພຣະວິນຍານ ເຮັດສອງສິ່ງ - ການສໍານຶກເລື່ອງບາບແລະໃຫ້ກຽດພຣະເຢຊູໂດຍການຊັກນໍາຄົນບາບໃຫ້ ມາຫາພຣະອົງ,ເພື່ອຊໍາລະລ້າງຄວາມບາບໃນພຣະໂລຫິດຂອງພຣະອົງ ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ: ໂຢຮັນ 16:7-14.
ບັນເລງເພງກ່ອນຄໍາເທດສະໜາໂດຍ ທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“There Is a Fountain” (by William Cowper, 1731-1800; to the tune of “Ortonville,” “Majestic Sweetness Sits Enthroned”).