Print Sermon

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 215 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 36 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ໃນວັນນັ້ນເຂົາຈະອົດອາຫານ

(ບົດເທດສະໜາຕອນທີ່ 4 ເລື່ອງການຟື້ນຟູ)
THEN SHALL THEY FAST
(SERMON NUMBER 4 ON REVIVAL)
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 10/8/2014
A sermon preached at the Baptist Tabernacle of Los Angeles
Lord’s Day Evening, August 10, 2014

“ແຕ່ວັນນັ້ນຈະມາເຖິງເມື່ອເຈົ້າບ່າວຈະໄປຈາກສະຫາຍ ໃນວັນນັ້ນສະຫາຍ ຈະອົດອາຫານ” (ລູກາ 5:35)


ພຣະເຢຊູຊົງເອີ້ນມັດທາຍໃຫ້ເປັນສາວົກຂອງພຣະອົງ, ຫຼັງຈາກນັ້ນມັດທາຍກໍຈັດ ງານລ້ຽງໃຫຍ່ຢູ່ໃນບ້ານຂອງລາວ, “ມີພວກເກັບພາສີແລະພວກຄົນບາບຈໍານວນຫຼາຍພາ ກັນມາ”ແລະນັ່ງລົງໃນງານລ້ຽງນັ້ນກັບພຣະເຢຊູ(ມັດທາຍ 9:10), ພວກຟາລິສີເຫັນຈື່ງ ຖາມວ່າເປັນຫຍັງພຣະເຢຊູຈື່ງກິນເຂົ້າຮ່ວມກັບຄົນຊົ່ວ,ພຣະເຢຊູຊົງຕອບວ່າ “ເຮົາບໍ່ໄດ້ມາ ເພື່ອເອີ້ນຄົນຊອບທໍາແຕ່ມາເອີ້ນຄົນບາບໃຫ້ກັບໃຈໃຫມ່”(ມັດທາຍ 9:13), ພຣະອົງໝາຍ ເຖິງວ່າພຣະອົງບໍ່ໄດ້ມາເອີ້ນຄົນເຫຼົ່ານັ້ນທີ່ຄິດວ່າພວກເຂົາເປັນຄົນຊອບທໍາ,ພຣະອົງມາເພື່ອເອີ້ນຄົນເຫຼົ່ານັ້ນທີ່ຮູ້ວ່າຕົນເອງເປັນຄົນບາບ.

ພວກສາວົກຂອງໂຢຮັນຜູ້ໃຫ້ບັບຕິດສະມາກໍມາໃນງານລ້ຽງນັ້ນເພື່ອຖາມພຣະເຢຊູ,ພວກເຂົາຖາມພຣະອົງວ່າເປັນຫຍັງພວກເຂົາແລະພວກຟາລິສີຖືສິນອົດອາຫານຕະຫຼອດ - ແຕ່ພວກສາວົກຂອງພຣະອົງເອງບໍ່ໄດ້ຖືສິນອົດອາຫານ, ພຣະເຢຊູຊົງຕອບວ່າ:

“ຝ່າຍພຣະອົງຕັດແກ່ເຂົາວ່າ"ທ່ານຈະໃຫ້ສະຫາຍຂອງເຈົ້າບ່າວອົດອາຫານເມື່ອເຈົ້າບ່າວຍັງຢູ່ກັບເຂົາແບບນັ້ນບໍ ແຕ່ວັນນັ້ນຈະມາເຖິງເມື່ອເຈົ້າບ່າວຈະຕ້ອງໄປຈາກສະຫາຍ ໃນວັນນັ້ນສະຫາຍຈະອົດອາຫານ”(ລູກາ 5:34-35)

ພຣະເຢຊູຊົງໝາຍຄວາມວ່າມັນບໍ່ເໝາະສົມທີ່ພວກສາວົກຂອງພຣະອົງຈະອົດອາຫານ - ເພາະພຣະອົງຍັງຊົງຢູ່ກັບພວກເຂົາ,ພຣະອົງເອີ້ນຕົນເອງວ່າ“ເຈົ້າບ່າວ” ແລະປຽບທຽບງານ ລ້ຽງການແຕ່ງງານພວກຢິວງານໜື່ງ,ພຣະເຢຊູຊົງກ່າວວ່າພຣະອົງໃນບໍ່ຊ້າ “ຈະຕ້ອງໄປ ຈາກສະຫາຍ”(ລູກາ 5:35), ພຣະອົງໝາຍຄວາມວ່າພຣະອົງຈະສະເດັດກັບໄປເມືອງສະ ຫວັນ - ແລະຫຼັງຈາກນັ້ນພວກເຂົາກໍຈະອົດອາຫານ.

“ແຕ່ວັນນັ້ນຈະມາເຖິງເມື່ອເຈົ້າບ່າວຈະໄປຈາກສະຫາຍ ໃນວັນນັ້ນສະຫາຍ ຈະອົດອາຫານ” (ລູກາ 5:35)

ຕອນນີ້ຂ້າພະເຈົ້າຢາກໃຫ້ພວກທ່ານສຸມໃສ່ຄໍາເວົ້າຂອງພຣະຄຣິດພວກນັ້ນ.

“ໃນວັນນັ້ນສະຫາຍ ຈະອົດອາຫານ” (ລູກາ 5:35)

ດຣ.ຈອນອາ.ໄຣສ໌ກ່າວວ່າ:

ເວລາແຫ່ງຄວາມທຸກລໍາບາກຂອງພວກເຂົາ,ຂອງການລໍຖ້າລິດອໍານາດ ຝ່າຍວິນຍານແລະການຂົ່ມເຫງຂອງເຂົາກໍຈະມາເຖິງຫຼັງຈາກທີ່[ພຣະເຢຊູ] ຈາກໄປແລ້ວ,ຫຼັງຈາກນັ້ນພວກເຂົາຈະອົດອາຫານ,[ຄໍາວ່າ“ໃນວັນນັ້ນສະ ຫາຍ ຈະອົດອາຫານ”]ສະແດງວ່າພວກສາວົກຈະຕ້ອງອົດອາຫານໃນຊ່ວງ ເວລາແຫ່ງການລໍຖ້າກ່ອນເທດສະການວັນເພັນເທດສະເຕຫຼັງຈາກທີ່ພຣະ ເຢຊູຖືກຮັບໄປຈາກພວກເຂົາ (ກິດຈະການ 1:12-14),ເປົາໂລກໍອົດອາ ຫານເຊັ່ນດຽວກັນ,ອະທິຖານຂໍລິດອໍານາດຂອງພຣະວິນຍານບໍລິສຸດ (ກິດ ຈະການ 9:9, 11, 17). ຕໍ່ມາບາຣະນາບັສ, ເປົາໂລແລະນັກເທດຄົນ ອື່ນໆລວມທັງພວກຄູໄດ້ກາກັນອົດອາຫານໃນເວລາທີ່ພວກເຂົາອະທິຖານແລະລໍຖ້າພຣະເຈົ້າ, ກິດຈະການ 13:1-3(John R. Rice, D.D., King of the Jews, Sword of the Lord Publishers, 1980 edition, p. 144).

ພຣະຄໍາພີຕໍານິການອົດອາຫານທີ່ໜ້າຊື່ໃຈຄົດ, ແຕ່ບໍ່ເຄີຍຕໍານິການອົດອາຫານທີ່ ຈິງໃຈ, ພຣະຄໍາພີບອກພວກເຮົາຢ່າງຈະແຈ້ງວ່າພຣະຄຣິດເອງຊົງອົດອາຫານກ່ອນເລີ່ມ ການຮັບໃຊ້ຂອງພຣະອົງ(ມັດທາຍ 4:1,2),ຂ່າວປະເສີດທີ່ຄ້າຍກັນທັງສາມເຫຼັ້ມ(ມັດທາຍ, ມາລະໂກ ແລະລູກາ)ໄດ້ບັນທຶກຄໍາເວົ້າຂອງພຣະເຢຊູໃຫ້ເຮົາ, “ໃນວັນນັ້ນສະຫາຍ ຈະ ອົດອາຫານ”,ພວກເຮົາຍັງມີຊີວິດຢູ່ “ໃນວັນນັ້ນ” - ເພາະມັນເປັນຄໍາແນະນໍາຂອງພຣະ ຄຣິດເພື່ອເຮົາໃນສະໄໝປະຈຸບັນນີ້ - “ໃນວັນນັ້ນ”ຊື່ງພວກເຮົາຍັງມີຊີວິດຢູ່, ດຣ.ເຈ.ເວີ ນັນແມັກກີ້ກ່າວວ່າ “ປະຈຸບັນນີ້ການອົດອາຫານມີຄຸນຄ່າທີ່ແທ້ຈິງ…ການອົດອາຫານຄວນ ຈະເກີດຂື້ນພ້ອມກັບຄວາມຄິດທີ່ວ່າພວກເຮົາກໍາລັງໝອບລົງຕໍ່ໜ້າພຣະເຈົ້າເພາະພວກເຮົາຕ້ອງການຄວາມເມດຕາແລະຄວາມຊ່ວຍເຫຼືອຂອງພຣະອົງ” ” (J. Vernon McGee, Th.D., Thru the Bible, Thomas Nelson Publishers, 1983, volume IV, p. 53; note on Matthew 9:15).

ສະເປີໂຈນກ່າວວ່າ “ຄໍາອະທິຖານແລະອົດອາຫານມີພະລັງທີ່ຍິ່ງໃຫຍ່”(ຄວາມລັບ ແຫ່ງຄວາມລົ້ມເຫຼວ),ຂ້າພະເຈົ້າຮູ້ດີວ່າມັນຄືຄວາມຈິງ, ໃນການຟື້ນຟູຄັ້ງທໍາອິດຂ້າພະເຈົ້າ ເຫັນຜູ້ຄົນລືມກິນເຂົ້າ,ພວກເຂົາຈົດຈໍ່ຢູ່ແຕ່ໃນການອະທິຖານ, ມີຄົນຫຼາຍຮ້ອຍຄົນໄດ້ກັບໃຈ ໃຫມ່ໃນຊ່ວງເວລາກວ່າສາມປີ,ໃນການຟື້ນຟູເທື່ອທີ່ສາມຂ້າພະເຈົ້າໄດ້ເຫັນນັກເທດຖືກບັງຄັບໃຫ້ອົດອາຫານແລະອົດອາຫານໝົດມື້ກ່ອນທີ່ພຣະເຈົ້າສົ່ງການຟື້ນຟູມາໃນການນະມັດ ສະການໃນຕອນແລງວັນອາທິດ, ປະມານ 500 ຄົນໄດ້ກັບໃຈໃຫມ່,ເລີ່ມຈາກຄືນນັ້ນ ແລະສືບຕໍ່ເກີດຂື້ນປະມານສາມເດືອນ,ຂ້າພະເຈົ້າຮູ້ຈັກໂດຍຜ່ານທາງປະສົບການສ່ວນຕົວວ່າສະເປີໂຈນເວົ້າຖືກເມື່ອລາວເວົ້າວ່າ “ການອະທິຖານແລະອົດອາຫານມີພະລັງອໍານາດ ຍິ່ງໃຫຍ່” ແຕ່ດຣ.ມາຕິນລອຍ-ໂຈນກ່າວວ່າ “ເລື່ອງທັງໝົດນີ້[ຂອງການອົດອາຫານ]ເບິ່ງ ຄືວ່າຖືກເອົາອອກໄປຈາກຊີວິດຂອງເຮົາ ແລະອອກໄປຈາກຄວາມຄິດຂອງຄຣິສຕຽນເຮົາ” (Studies in the Sermon on the Mount, Eerdmans, 1987, p. 39).ດຣ.ຈອນອາ.ໄຣສ໌ກ່າວວ່າ “ການອົດອາຫານຄືສິນລະປະທີ່ສູນຫາຍໄປ, ມີການເຝິກຝົນໜ້ອຍເກີນໄປ, ມີການສອນ ໜ້ອຍເກີນໄປທີ່ພວກເຮົາຕ້ອງຈະພິຈາລະນາ… ແມ່ນຫຍັງຄືຄວາມໝາຍຂອງການອົດອາ ຫານ” (John R. Rice, D.D., Prayer – Asking and Receiving, Sword of the Lord Publishers, 1970 edition, p. 216)ນີ້ຄືບາງສິ່ງບາງຢ່າງທີ່ດຣ.ໄຣສ໌ກ່າວເຖິງກ່ຽວກັບການ ອົດອາຫານ.

1. ການອົດອາຫານໝາຍເຖິງການໃຫ້ພຣະເຈົ້າເປັນທີ່ໜື່ງ,ຈະມີຊ່ວງເວລາທີ່ພວກ ເຮົາຄວນຫັນຫຼັງໃຫ້ກັບທຸກສິ່ງທີ່ຢູ່ໃນໂລກແລ້ວສະແຫວງຫາພຣະເຈົ້າ,ຊ່ວງເວ ລານັ້ນຄວນຈະເປັນເວລາແຫ່ງການອົດອາຫານແລະອະທິຖານ.

2. ການອົດອາຫານໝາຍເຖິງການມອບທັງຫົວໃຈໃຫ້ແກ່ການອະທິຖານ ແລະລໍ ຄອຍພຣະອົງ,ດັ່ງນັ້ນການອົດອາຫານຄືການໃຫ້ພຣະເຈົ້າເປັນທີ່ໜື່ງແທ້ໆເມື່ອ ອະທິຖານ,ຕ້ອງການພຣະເຈົ້າຫຼາຍກວ່າຕ້ອງການອາຫານ.

3. ການອົດອາຫານໝາຍເຖິງການບໍ່ຍອມຖອຍໃນການອະທິຖານ, ບໍ່ມີຈຸດໃດໃນ ການອົດອາຫານທີ່ເປັນບັນຫາຂອງລົງໂທດຕົນເອງ, ຖ້າພວກເຮົາບໍ່ອະທິຖານ, ການອົດອາຫານຄວນຈະເປັນການຕິດຕາມໂດຍບໍ່ຍອມທໍ້ຖອຍ,ອະທິຖານຢ່າງ ແຮງກ້າ.

4. ການອົດອາຫານສະແດງໃຫ້ເຫັນເຖິງຄວາມຈິງໃຈຂອງບຸກຄົນໜື່ງແລະໝັ້ນໃຈ ວ່າພຣະເຈົ້າຈະຕອບ,ການອະທິຖານມັກເປັນສິ່ງຕື້ນໆແລະບໍ່ຈິງໃຈ, ນັ້ນຄືໜື່ງ ເຫດຜົນທີ່ຄໍາອະທິຖານບໍ່ໄດ້ຮັບຄໍາຕອບ, ການອົດອາຫານສະແດງໃຫ້ພຣະ ເຈົ້າເຫັນວ່າພວກເຮົາມີຄວາມຈິງຈັງຫຼາຍກ່ຽວກັບຢາກໃຫ້ພຣະອົງຕອບຄໍາອະ ທິຖານເຮົາ (ເຫຼັ້ມດຽວກັນ ໜ້າ 208-220).


ຫຼັງຈາກນັ້ນດຣ.ໄຣສ໌ໄດ້ໃຫ້ລາຍລະອຽດສິ່ງຕ່າງໆທີ່ພວກເຮົາສາມາດເອົາມາຈາກພຣະເຈົ້າໄດ້ໂດຍການອະທິຖານແລະອົດອາຫານ (ເຫຼັ້ມດຽວກັນໜ້າ 220-227).

1. ຄວາມຊ່ວຍເຫຼືອໃນເວລາມີບັນຫາມັກມາຈາກການອົດອາຫານແລະອະທິຖານ, ເວລາທີ່ມີບັນຫາຄືຊ່ວງເວລາທີ່ດີທີ່ຈະອະທິຖານ, ແລະຖ້າບັນຫານັ້ນເປັນເລື່ອງ ທີ່ບໍ່ດີແທ້ໆ,ຈາກນັ້ນກໍເປັນເວລາທີ່ດີທີ່ຈະອົດອາຫານແລະອະທິຖານ.

2. ບາງເທື່ອພວກເຮົາກໍຄວນອົດອາຫານແລະອະທິຖານເພື່ອຄົ້ນຫາວ່າແມ່ນຫຍັງ ຜິດພາດ,ແມ່ນຫຍັງຄືສິ່ງທີ່ເຮັດໃຫ້ພຣະເຈົ້າບໍພໍພຣະໄທ.

3. ການອົດອາຫານແລະອະທິຖານນໍາໄປສູ່ໄຊຊະນະເໜືອຄວາມບາບສະເໝີ, ໃນ ການຟື້ນຟູຄັ້ງທີ່ໜື່ງຂ້າພະເຈົ້າໄດ້ເຫັນຄົນໜຸ່ມສາວຜູ້ທີ່ກໍາລັງສະແຫວງຫາເພື່ອ ຈະເຮັດໃຫ້ພຣະເຈົ້າພໍພຣະໄທ, ແມ່ນແຕ່ສາລະພາບຄວາມບາບຕໍ່ກັນແລະກັນ ແບບເປີດເຜີຍ, ນັ້ນຄືສິ່ງທີ່ີເກີດຂື້ນໃນການຟື້ນຟູ, ໄຊຊະນະອັນຍິ່ງໃຫຍ່ເໜືອ ຄວາມບາບມາສູ່ພວກເຂົາໃນເວລາທີ່ພວກເຮົາອົດອາຫານແລະອະທິຖານ.

4. ການອົດອາຫານແລະອະທິຖານຊ່ວຍພວກເຮົາໃຫ້ຂໍຄວາມກະລຸນາເພື່ອຜູ້ອື່ນ, ຖ້າທ່ານກໍາລັງອະທິຖານເພື່ອຄົນອື່ນເພື່ອໃຫ້ລອດ,ຈົ່ງອະທິຖານເຈາະຈົງເພື່ອ ຄົນໜື່ງໃນເວລານັ້ນ, ບໍ່ແມ່ນເປັນພຽງແຕ່ຄໍາອະທິຖານທົ່ວໄປເຊັ່ນ “ໂອພຣະ ເຈົ້າ ຂ້າຂໍຊ່ວຍຄົນໃດໜື່ງແດ່ເທີນ” ຈົ່ງອົດອາຫານແລະອະທິຖານເພື່ອຄົນທີ່ ບໍ່ເຊື່ອໂດຍລະບຸຊື່ພວກທ່ານຢາກຈະອະທິຖານໃຫບາງຄົນບໍ? ຈາກນັ້ນຈົ່ງອົດ ອາຫານແລະອະທິຖານເພື່ອຄົນນັ້ນຈົນກວ່າຈະໄດ້ຮັບຄໍາ ຕອບຈາກພຣະເຈົ້າ! ເພງເກົ່າໆກໍເວົ້າແບບນັ້ນເຊັ່ນກັນວ່າ:


ເຈົ້າຫຍັງສືບຕໍ່ອະທິຖານຈົນຄໍາຕອບມາບໍ?
ມີຄໍາສັນຍາແທ້ ເພື່ອໃຫ້ອ້າງເຖິງຄວາມເຊື່ອຂອງເຈົ້າ
ໃນບ່ອນແຫ່ງການອະທິຖານພຣະເຈົ້າຊົງຄອຍທ່ານຢູ່
ທ່ານໄດ້ພົບພຣະອົງທີ່ນັ້ນບໍ,ທ່ານອະທິຖານເຖິງບໍ?
ທ່ານອະທິຖານຈົນໄດ້ຮັບຄໍາຕອບບໍ?
ທ່ານຮ້ອງຂໍໃນພຣະນາມພຣະຜູ້ຊ່ວຍບໍ?
ທ່ານອະທິຖານຈົນພຣະເຈົ້າຊົງຕອບທ່ານບໍ?
ທ່ານອະທິຖານຈົນເຖິງໄດ້ຮັບຄໍາຕອບບໍ?
   (“Have You Prayed It Through?” by Rev. William C. Poole, 1875-1949;
      altered by the Pastor).

ເມື່ອຂ້າພະເຈົ້າໄດ້ຮັບຄວາມລອດຄັ້ງທໍາອິດໃນຕົ້ນປີ 1960,ຂ້າພະເຈົ້າໄດ້ອ່ານບັນ ທຶກຂອງຈອນເວສລີທຸກໆມື້,ມັນຄືກັບການອ່ານໜັງສືກິດຈະການ, ມັນບົງບອກເຖິງເລື່ອງ ການຟື້ນຟູໃຫຍ່ທີ່ເອີ້ນວ່າ “ການຟື້ນຕື່ນຂື້ນໃຫຍ່ຄັ້ງທີ່ໜື່ງ” ຂ້າພະເຈົ້າເປັນພຽງແຕ່ຄົນໜຸ່ມ ອາຍຸປະມານ 22 ປີ,ຂ້າພະເຈົ້າບໍ່ຮູ້ວ່າບໍ່ມີການຟື້ນຟູແບບນັ້ນເກີດຂື້ນເປັນເວລາຮ້ອຍປີ ແລ້ວ, ຂ້າພະເຈົ້າຄິດວ່າ “ຖ້າມັນເກີດຂື້ນໃນສະໄໝຂອງເວສລີພຣະເຈົ້າກໍສາມາດເຮັດໃຫ້ ມັນເກີດຂື້ນດຽວນີ້ໄດ້” ຄວາມເມີນເສີຍຂອງຂ້າພະເຈົ້າຮັກສາຂ້າພະເຈົ້າຈາກການສົງໄສວ່າ ພຣະເຈົ້າສາມາດສົ່ງການຟື້ນຟູມາໃນຄຣິສຕະຈັກຊາວຈີນທີ່ຂ້າພະເຈົ້າເປັນສະມາຊິກຢູ່ນັ້ນ,ຂ້າພະເຈົ້າອົດອາຫານແລະອະທິຖານເພື່ອໃຫ້ພຣະເຈົ້າສົ່ງການຟື້ນຟູມາ,ຂ້າພະເຈົ້າອະທິ ຖານຂໍການຟື້ນຟູທຸກແລງວັນພຸດໃນການປະຊຸມອະທິຖານຕໍ່ໜ້າທີ່ປະຊຸມທັງໝົດ,ມີເທື່ອໜື່ງ ຂ້າພະເຈົ້າຖືກເມີຟີລໍາຂໍໃຫ້ອະທິຖານສໍາຫຼັບອາຫານ,ຂ້າພະເຈົ້າກໍຢືນຂື້ນອະທິຖານປະມານສິບນາທີເພື່ອການຟື້ນຟູ! ຂ້າພະເຈົ້າຈື່ງນັ່ງໂດຍທີ່ລືມອະທິຖານສໍາຫຼັບອາຫານ! ຂ້າພະເຈົ້າ ຕ້ອງເຮັດໃຫ້ເຂົາເກີດລໍາຄານໃນຕົນເອງຂື້ນມາ,ອະທິຖານເພື່ອການຟື້ນຟູຕະຫຼອດເວລາ! ມີບາງຄົນເວົ້າວ່າ “ເອີ ລາວຍັງໜຸ່ມຢູ່,ລາວຫາກຊິໃຫຍ່ດອກ” ແຕ່ມີເຊົ້າມື້ໜື່ງຢູ່ທີ່ງານຄ້າຍ ໃນຂະນະທີ່ຂ້າພະເຈົ້າຍັງນອນຢູ່ພຣະເຈົ້າກໍຕອບຂ້າພະເຈົ້າ! ຂ້າພະເຈົ້າຈະບໍ່ມີມື້ລືມການ ຟື້ນຟູທີ່ຊົງລິດທີ່ເກີດຂື້ນໃນຄຣິສຕະຈັກນັ້ນຢ່າງແນ່ນອນ, ໂດຍທີ່ມີຄົນໜຸ່ມສາວຊາວຈີນ ຫຼາຍຮ້ອຍຄົນເຂົ້າມາໃນໂບດແລະຮັບຄວາມລອດ.

ເປັນເວລາຫຼາຍປີແລ້ວທີ່ຂ້າລືມວ່າຕົນເອງອະທິຖານແນວໃດແດ່, ແຕ່ຢູ່ມາມື້ໜື່ງ ດຣ.ລໍາບອກກັບຂ້າພະເຈົ້າວ່າ“ບັອບ ເຈົ້າຈື່ໄດ້ບໍ່ວ່າເຈົ້າໄດ້ອະທິຖານເພື່ອການຟື້ນຟູທຸກ ເທື່ອຍ້ອນກັບໄປໃນປີ 1960?” ຫຼັງຈາກນັ້ນຂ້າພະເຈົ້າກໍຈື່ໄດ້, ດຣ.ລໍາບອກວ່າ “ບັອບ ເຈົ້າໄດ້ໃນສິ່ງທີ່ເຈົ້າຂໍແລ້ວ” ນໍ້າຕາໄຫຼລົງແກ້ມຂອງຂ້າພະເຈົ້າເມື່ອຂ້າພະເຈົ້າເຂົ້າໃຈ,ເປັນ ເທື່ອທໍາອິດທີ່ຂ້າພະເຈົ້າໄດ້“ອະທິຖານເຖິງ” ເພື່ອທີ່ພຣະວິນຍານຂອງພຣະເຈົ້າຈະຫຼັ່ງໄຫຼ ອອກມາ.

ອີກເທື່ອໜືງ,ມີຄົນໜຸ່ມຫຼາຍຄົນທີ່ໂຮງຮຽນພຣະຄໍາພີໃນຫ້ອງຂອງຂ້າພະເຈົ້າອະທິຖານຂໍຄວາມລອດເພື່ອພວກສາສະດາຈານທີ່ບໍ່ເຊື່ອຫຼືບໍກໍເອົາພວກເຂົາອອກໄປ,ພວກເຮົາ ຫຼາຍຄົນພາກັນອົດອາຫານແລະອະທິຖານເພື່ອໃຫ້ມັນເກີດຂື້ນ, ຄັ້ງລ້າສຸດທີ່ການອະທິຖານ ໄດ້ຖືກຈັດຂື້ນມີນັກຮຽນກວ່າ 100 ຄົນແໜ້ນອັດຍັດໃນຫ້ອງຂອງຂ້າພະເຈົ້າພ້ອມດ້ວຍ ຫຼາຍຄົນທີ່ຢູ່ໃນຫໍພັກແລະຢູ່ຂ້າງນອກທາງປ່ອງຢ້ຽມ, ປະມານ 35 ປີຜ່ານໄປແລະຂ້າພະ ເຈົ້າກໍລືມເລີຍວ່າຕົນໄດ້ອົດອາຫານແລະອະທິຖານແນວໃດແດ່, ຫຼັງຈາກນັ້ນວັນໜື່ງຂ້າພະ ເຈົ້າກໍຄົ້ນພົບວ່າພວກສາສະດາຈານສາຍເສລີພວກສຸດທ້າຍໄດ້ອອກໄປແລ້ວ - ແລະພວກ ສາສະດາຈານຄົນໃຫມ່ທຸກຄົນເຊື່ອພຣະຄໍາພີ ແລະພວກເຂົາຫຼາຍຄົນກໍເປັນນັກປະຕິຮູບ! ພວກຄົນໜຸ່ມທີ່ມາໃນຫ້ອງຂອງຂ້າພະເຈົ້າເພື່ອອະທິຖານທຸກອາທິດໄດ້ອະທິຖານເຖິງແລ້ວ! ແລະພຣະເຈົ້າຊົງຕອບຄໍາອະທິຖານຂອງພວກເຮົາເໜືອແລະເກີນກວ່າທີ່ພວກເຮົາເຄີຍຄາດຫວັງໄວ້!.

ທ່ານອະທິຖານຈົນໄດ້ຮັບຄໍາຕອບບໍ?
ທ່ານຮ້ອງຂໍໃນພຣະນາມພຣະຜູ້ຊ່ວຍບໍ?
ທ່ານອະທິຖານຈົນພຣະເຈົ້າຊົງຕອບທ່ານບໍ?
ທ່ານອະທິຖານຈົນເຖິງໄດ້ຮັບຄໍາຕອບບໍ?

ຂ້າພະເຈົ້າລໍຖ້າເປັນເວລາຫຼາຍປີເພື່ອເມຍ, ຕອນນີ້ຂ້າພະເຈົ້າມີອາຍຸກວ່າສີ່ສິບປີ ແລ້ວ,ບໍ່ມີໃຜຈັກຄົນທີ່ຂ້າພະເຈົ້າຮູ້ຈັກສາມາດເປັນເມຍຂອງສິດຍາພິບານໄດ້,ດັ່ງນັ້ນຂ້າພະ ເຈົ້າຈື່ງອະທິຖານເພື່ອເມຍ,ແລະແນ່ນອນຂ້າພະເຈົ້າໄດ້ອົດອາຫານແລະອະທິຖານ! ຈາກ ນັ້ນມີຄືນໜື່ງຂ້າພະເຈົ້າໄດ້ແນມຜ່ານຫ້ອງແລະເຫັນອີເລນາ, ເບິ່ງຄືວ່າພຣະເຈົ້າບອກວ່າ “ອັນນັ້ນແລະຄືຄົນທີ່ເຈົ້າອະທິຖານເພື່ອ” ມີບາງຄົນເວົ້າວ່າ“ເຈົ້າຈະບໍ່ແຕ່ງງານກັບຜູ້ຍິງຄົນ ນັ້ນແມ່ນບໍ?” ແຕ່ຂ້າພະເຈົ້າກໍແຕ່ງ, ແລະລາວກໍແມ່ນເມຍສິດຍາພິບານທີ່ສົມບູນແບບ -ແນ່ນອນສົມບູນແບບທີ່ຂ້າພະເຈົ້າໄດ້ອະທິຖານເຖິງ - ແລະພຣະເຈົ້າກໍຕອບຄໍາອະທິຖານ.

ຂ້າພະເຈົ້າຈະຂໍບອກພວກທ່ານອີກສາມຢ່າງ,ບໍ່ມີຜູ້ໃດທີ່ຄິດວ່າແມ່ຂອງຂ້າພະເຈົ້າ ຈະໄດ້ຮັບຄວາມລອດ,ແມ່ນແຕ່ຂ້າພະເຈົ້າກໍບໍ່ຄິດວ່າເພີ່ນຈະຮັບເຊື່ອ,ຂ້າພະເຈົ້າສືບຕໍ່ອະທິຖານເພື່ອເພີ່ນແຕ່ເບິ່ງຄືວ່າສິ້ນຫວັງ, ແມ່ນຂ້າພະເຈົ້າໄດ້ອະທິຖານແລ້ວອະທິຖານອີກ,ຂ້າ ພະເຈົ້າມັກຈະອົດອາຫານແລະອະທິຖານເພື່ອໃຫ້ແມ່ຮັບເຊື່ອພຣະເຈົ້າ, ຕອນນີ້ເພີ່ນກໍາລັງ ຈະອາຍຸຄົບ 80 ປີແລະເບິ່ງຄືວ່າບໍ່ໃກ້ຄຽງເລີຍທີ່ເພີ່ນຈະຮັບເຊື່ອ,ຂ້າພະເຈົ້າກັບເມຍຢູ່ໃນ ນິວຢອກເປັນບ່ອນທີ່ຂ້າພະເຈົ້າກໍາລັງເທດສະໜາຢູ່ໃນການປະຊຸມພິເສດ,ຂ້າພະເຈົ້າຈື່ໄດ້ດີວ່າຕົນເອງຢູ່ໃສຕອນນັ້ນ, ຂ້າພະເຈົ້າກໍາລັງອົດອາຫານແລະອະທິຖານເພື່ອການນະມັດສະ ການໃນຄືນນັ້ນ, ມີຈຸດໜື່ງທີ່ຂ້າພະເຈົ້າເລີ່ມອະທິຖານເພື່ອໃຫ້ແມ່ຮັບເຊື່ອ, ໃນທັນໃດນັ້ນ ພຣະເຈົ້າກໍບອກກັບຂ້າພະເຈົ້າ,ມັນບໍ່ແມ່ນສຽງທີ່ໄດ້ຍິນໄດ້ແຕ່ເບິ່ງຄືວ່າເປັນສຽງໜື່ງ, ພຣະ ເຈົ້າຕັດກັບຂ້າພະເຈົ້າວ່າ “ແມ່ຂອງເຈົ້າຈະຮັບເຊື່ອຕອນນີ້ແລະ” ນໍ້າຕາເລີ່ມໄຫຼລົງມາໃສ່ ໜ້າຂອງຂ້າພະເຈົ້າ,ຂ້າພະເຈົ້າຈື່ງໂທຫາດຣ.ເຄແກນທີ່ຢູ່ໃນລອສແອງເຈີລິສທີ່ນີ້, ຂ້າພະ ເຈົ້າບອກວ່າ“ດຣ.ເຄແກນຂໍໃຫ້ອາຈານໄປພາແມ່ຂອງຂ້າພະເຈົ້າຮັບເຊື່ອໄດ້ບໍ? ລາວຕອບ ວ່າ “ໂອ ຂ້ອຍເຮັດແບບນັ້ນບໍ່ໄດ້ດອກ” - ຄໍາເວົ້າແບບນັ້ນ-ເພາະແມ່ເຄີຍໃຈຮ້າຍໃຫ້ເພີ່ນ ຕອນທີ່ເພີ່ນເຄີຍນໍາວິນຍານລາວເມື່ອກ່ອນນັ້ນ, ຂ້າພະເຈົ້າບອກວ່າ “ອາຈານໄປສາ,ພຣະ ເຈົ້າຫາກໍບອກຂ້ອຍວ່າເພີ່ນຈະຮັບເຊື່ອດຽວນີ້ແລະ” ເພື່ອເຮັດໃຫ້ເລື່ອງຍາວເປັນເລື່ອງສັ້ນ ດຣ.ເຄແກນໄດ້ຂັບລົດໄປຫາແມ່ຂອງຂ້າພະເຈົ້າແລ້ວພາເພີ່ນຮັບເຊື່ອພຣະເຢຊູແບບງ່າຍໆ ລູກຊາຍຂອງຂ້າພະເຈົ້າສາມາດບອກພວກທ່ານໄດ້ເລີຍວ່າມັນໄດ້ປ່ຽນແປງຊີວິດຂອງເພີ່ນ ຢ່າງສິ້ນເຊີງ! ແມ່ເພີ່ນມາໂບດນີ້ກັບຂ້າພະເຈົ້າທຸກໆຕອນແລງຈົນສິ້ນສຸດຂອງຊີວິດເພີ່ນ, ຂ້າພະເຈົ້າໄດ້ອະທິຖານເພື່ອແມ່ຂອງຂ້າພະເຈົ້າ,ໂດຍພຣະຄຸນຂອງພຣະເຈົ້າຂ້າພະເຈົ້າໄດ້ອະທິຖານຈົນຄໍາຕອບມາເຖິງ.

ມີອີກອັນໜື່ງ, ເລື່ອງທີ່ເກີດຂື້ນທັງໝົດນີ້ຄືຊ່ວງເວລາແຫ່ງການອົດອາຫານແລະ ອະທິຖານ,ແມ່ນແລ້ວການອົດອາຫານເປັນເລື່ອງທີ່ສໍາຄັນຫຼາຍໃນເລື່ອງທີ່ເກີດຂື້ນນີ້, ຕອນ ທີ່ເມຍຂອງຂ້າພະເຈົ້າມານລູກ,ພວກເຮົາໄປໝໍທີ່ສົກກະປົກແລະບໍ່ດີຄົນໜື່ງ,ຕໍ່ມາໝໍຄົນນັ້ນກໍຖືກຢຶດໃບອະນຸຍາດໃຫ້ເຮັດວຽກກ່ຽວກັບຢາ,ພວກເຮົາໄປຫາໝໍເພື່ອໃຫ້ຊ່ອງອຸນຕຣາຊາວເບິ່ງເດັກທີ່ຢູ່ໃນທ້ອງ,ເມື່ອກັບມາຈາກອຸນຕຣາຊາວໝໍກໍໃຫ້ພວກເຮົານັ່ງລົງແລະບອກພວກ ເຮົາວ່າເດັກພິການ,ສ່ວນລາວຈະເອົາຮູບອື່ນແລະໃຫ້ຄໍາຕອບໃນມື້ວັນຈັນ,ພວກເຮົາກໍເລີຍ ກັບໄປບ້ານໃນບ່າຍວັນສຸກນັ້ນ,ຂ້າພະເຈົ້າຮູ້ສຶກເກືອບເປັນບ້າເມື່ອຄິດເຖິງເດັກນ້ອຍພິການ, ແຕ່ເນື່ອງຈາກຄວາມລື້ງເຄີຍຂ້າພະເຈົ້າໄດ້ອົດອາຫານແລະອະທິຖານຂໍໃຫ້ເລື່ອງນັ້ນບໍ່ເປັນ ເລື່ອງຈິງ,ໃນຄືນວັນນັ້ນພຣະເຈົ້າໄດ້ສະເດັດລົງມາຫາຂ້າພະເຈົ້າທາງຄວາມຝັນ, ນີ້ແມ່ນ ເລື່ອງແທ້ແນ່ນອນຖາມເມຍຂອງຂ້າພະເຈົ້າກໍໄດ້! ພຣະເຈົ້າໄດ້ສະເດັດລົງມາຫາຂ້າພະເຈົ້າ ທາງຄວາມຝັນແລະກ່າວວ່າ “ໂຣເບີດ ເມຍຂອງເຈົ້າກໍາລັງຈະມີລູກຝາແຝດ - ເລື່ອງນັ້ນ ເຮັດໃຫ້ໝໍສັບສົນ” ເມື່ອພວກເຮົາຕື່ນຂື້ນມາໃນຕອນເຊົ້າຂ້າພະເຈົ້າກໍບອກກັບເມຍວ່າ “ຢ່າ ໄປກັງວົນໃຈເລີຍ ເຈົ້າກໍາລັງຈະມີລູກຝາແຝດ” ມື້ວັນຈັນພວກເຮົາຈື່ງກັບໄປຫາໝໍແລະໝໍ ບອກໃຫ້ພວກເຮົານັ່ງລົງອີກ,ຂ້າພະເຈົ້າຈື່ງຕອບວ່າ “ຂ້ອຍບໍ່ຈໍາເປັນຕ້ອງນັ່ງ,ເມຍຂ້ອຍກໍາ ລັງຈະມີລູກຝາແຝດ” ໝໍຖາມວ່າ “ເຈົ້າຮູ້ໄດ້ແນວໃດ?” ຂ້າພະເຈົ້າຕອບວ່າ “ພຣະເຈົ້າ ບອກຂ້ອຍທາງຄວາມຝັນໃນມື້ວັນສຸກທີ່ຜ່ານມາ” ດັ່ງນັ້ນລູກຊາຍໃຫຍ່ທັງສອງຄົນນີຈື່ງຖືກ ປະທານໃຫ້ກັບພວກເຮົາເປັນການຕອບຄໍາອະທິຖານ,ທັງສອງຄົນແຂງແຮງດີ.

ນີ້ຄືອັນສຸດທ້າຍ,ຂ້າພະເຈົ້າສາມາດໃຫ້ຫຼາຍກວ່ານີ້ໄດ້ແຕ່ພວກເຮົາມີເວລາພໍສໍາຫຼັບເລື່ອງນີ້ເທັ່ານັ້ນ,ມັນຄືຄືນກ່ອນຂອງການປະຊຸມພຣະຄໍາພີຄັ້ງໃຫຍ່ຍ້ອນກັບໃນພາກຕາເວັນ ອອກ, ຄຣິສຕະຈັກເຕັມອັດຍັດແລະມີນັກເທດບາງຄົນທີ່ມີຊື່ສຽງໃນໂລກກໍເຂົ້າຮ່ວມທີ່ນັ້ນ, ສິດຍາພິບານຄົນໜື່ງໄດ້ຂໍໃຫ້ຂ້າພະເຈົ້າເທດສະໜາເລື່ອງສຸດທ້າຍໃນຕອນແລງວັນອາທິດ ສິ່ງທີ່ຂ້າພະເຈົ້າມີກໍຄືບົດເທດສະໜາເລື່ອງຂ່າວປະເສີດທີ່ທໍາມະດາໆ,ໃນຕອນເຊົ້າມື້ນັ້ນຂ້າພະເຈົ້າຖາມຊາຍໜຸ່ມຄົນໜື່ງທີ່ເປັນສະມາຊິກຂອງຄຣິສຕະຈັກນັ້ນວ່າລາວຄິດວ່າຂ້າພະເຈົ້າຄວນເທດສະໜາຫຍັງໃນຄືນນັ້ນ, ລາວເວົ້າວ່າ “ບໍ່ວ່າອາຈານຈະເຮັດຫຍັງກໍຕາມ ຢ່າເທດ ບົດເທດເລື່ອງຂ່າວປະເສີດ, ສິດຍາພິບານເພີ່ນເທດເລື່ອງຂ່າວປະເສີດທຸກວັນອາທິດແລ້ວ ແລະທຸກຄົນທີ່ຈະມາໃນຄືນນີ້ຮັບເຊື່ອໝົດແລ້ວ, ດັ່ງນັ້ນສິ່ງທີ່ເຈົ້າຄວນເຮັດກໍຄືຢ່າເທດກ່ຽວ ກັບຄວາມລອດ”.

ຂ້າພະເຈົ້າຈື່ງກັບໄປໂຮງແຮມແລ້ວບອກເມຍໃຫ້ພາລູກອອກໄປຂ້າງນອກເພື່ອໃຫ້ຕົນເອງໃຊ້ເວລາສ່ວນຕົວໄດ້,ສິ່ງທີ່ຂ້າພະເຈົ້າມີກໍຄືບົດເທດເລື່ອງຂ່າວປະເສີດທີ່ທໍາມະດາໆຫຼາຍ,ຂ້າພະເຈົ້າຈື່ງຍ່າງໄປມາເຫື່ອແຕກ,ພະຍາມານມັນບອກຂ້າພະເຈົ້າວ່າຂ້າພະເຈົ້າຈະ ເຮັດໃຫ້ຕົນເອງເປັນຄົນໂງ່ຢູ່ຕໍ່ໜ້ານັກເທດທີ່ມີຊື່ສຽງທຸກຄົນ,ຂ້າພະເຈົ້າຍ່າງໄປຍ່າງມາ, ບໍ່ ຈໍາເປັນຕ້ອງເວົ້າວ່າຂ້າພະເຈົ້າກໍາລັງອະທິຖານ, ຂ້າພະເຈົ້າພະຍາຍາມກຽມບົດເທດສະໜາ ເລື່ອງອື່ນແຕ່ບໍ່ສາມາດເຮັດໄດ້,ມັນເບິ່ງຄືຊັດເຈນແລ້ວວ່າຂ້າພະເຈົ້າຕ້ອງເທດສະໜາເລື່ອງຂ່າວປະເສີດທີ່ງ່າຍໆນັ້ນ,ດັ່ງນັ້ນຂ້າພະເຈົ້າຈື່ງອະທິຖານຕໍ່ພຣະເຈົ້າໃຫ້ຊັກນໍາສອງຫຼືສາມ ຄົນອອກມາ“ຂ້າງໜ້າ” ຂ້າພະເຈົ້າເວົ້າວ່າ “ຂ້າແດ່ພຣະເຈົ້າຂໍຊົງໂຜດຢ່າໃຫ້ຂ້າພະອົງປະ ມ່າຕໍ່ໜ້ານັກເທດໃຫຍ່ພວກນີ້ເລີຍ” ຈາກນັ້ນເບິ່ງຄືກັບພຣະເຈົ້າເວົ້າວ່າ “ເຈົ້າກໍາລັງຈະເທດ ສະໜາເພື່ອເຂົາບໍຫຼືເພື່ອເຮົາ?” ດັ່ງນັ້ນຂ້າພະເຈົ້າຈື່ງຕອບວ່າ “ພຣະເຈົ້າຂ້າ ຂ້າພະອົງ ຈະເທດສະໜາເພື່ອພຣະອົງບໍ່ແມ່ນເພື່ອເຂົາ, ຂ້າພະອົງບໍ່ສົນໃຈຖ້າຫາກຂ້າພະອົງເຮັດໃຫ້ ຕົນເອງເປັນຄົນໂງ່ຂ້າພະອົງຈະເທດເພື່ອພຣະອົງພຽງຜູ້ດຽວ”

ໃນເວລານັ້ນເອງເມຍຂອງຂ້າພະເຈົ້າກັບພວກລູກຊາຍກໍກັບມາ, ຂ້າພະເຈົ້າຍັງໂຕ ສັ່ນດ້ວຍຄວາມກະວົນກະວາຍໃຈໃນຂະນະທີ່ພວກເຮົາໄປຮອດໂບດ, ຂ້າພະເຈົ້າໂຕສັ່ນ ແລະເຫື່ອແຕກໃນຂະນະທີ່ເພງຖືກຮ້ອງຂື້ນ,ຈາກນັ້ນສິດຍາພິບານກໍແນະນໍາຕົວຂ້າພະເຈົ້າແລະ ໃນທັນໃດນັ້ນຂ້າພະເຈົ້າກໍເກີດຄວາມສະຫງົບໃຈໃນແບບທີ່ຂ້າພະເຈົ້າຢູ່ໃນຄຣິສຕະ ຈັກຂອງຕົນເອງ! ຂ້າພະເຈົ້າຈື່ງເທດສະໜາບົດນັ້ນດ້ວຍກໍາລັງທັງໝົດທີ່ຂ້າພະເຈົ້າມີຢູ່.

ເພື່ອຫຍໍ້ເລື່ອງລົງ,ປະມານ 75 ຄົນຍ່າງອອກມາຮັບຄວາມລອດໃນຄືນນັ້ນ,ລວມ ທັງລູກຊາຍຂອງສິດຍາພິບານເອງ - ຜູ້ທີ່ເປັນຄົນຫຼົງຫາຍທີ່ພະຍາຍາມຈະເປັນນັກເທດ -ແລະລວມທັງຜູ້ເຖົ້າທັງໝົດຊື່ງຄຸເຂົ່າຄານອອກມາຂ້າງໜ້າໂບດຮ້ອງວ່າ “ຂ້ອຍເປັນຄົນຫຼົງ ຫາຍ! ຂ້ອຍເປັນຄົນຫຼົງຫາຍ! ຂ້ອຍເປັນຄົນຫຼົງຫາຍ” ມີຜູ້ສາວໄວລຸ້ນສາມຄົນລຸກຂື້ນຮ້ອງ ເພງໃນຖານະຄະນະສາມຄົນ,ພວກເຂົາພາກັນຮ້ອງໄຫ້ແລະສາລະພາບວ່າພວກເຂົາກໍເປັນຄົນທີ່ຫຼົງຫາຍເຊັ່ນກັນ, ການນະມັດສະການໃນແລງມື້ນັ້ນສືບຕໍ່ຈົນຮອດເກືອບ 11 ໂມງ,ບໍ່ ມີຜູ້ໃດໄປໃສ,ພວກເຂົາຮູ້ສຶກວ່າເລື່ອງນີ້ເປັນເລື່ອງທີ່ບໍ່ປົກກະຕິ, ລູກຊາຍຂອງດຣ.ໄອແອນ ເພສລີບອກເມຍແລະລູກຊາຍຂອງຂ້າພະເຈົ້າວ່າ “ຂ້ອຍບໍ່ເຄີຍເຫັນແບບນີ້ມາກ່ອນ” ລາວ ເປັນລູກຊາຍຂອງນັກເທດທີ່ມີຊື່ສຽງໂດ່ງດັງຄົນໜື່ງ, ການຟື້ນຟູໄດ້ເກີດຂື້ນໃນຄຣິສຕະຈັກ ນັ້ນ,ມີຄົນຫຼາຍກວ່າ 500 ຄົນໄດ້ຮັບຄວາມລອດແລະເຂົ້າມາໃນຄຣິສຕະຈັກນັ້ນໃນບໍເທົ່າ ໃດອາທິດຕໍ່ມາ.

ພະຍາມານໄດ້ເວົ້າຜ່ານທາງຊາຍໜຸ່ມຄົນນັ້ນຜູ້ທີ່ເວົ້າວ່າ “ບໍ່ວ່າອາຈານຈະເຮັດ ຫຍັງຫໍຕາມຢ່າເທດບົດເທດເລື່ອງຂ່າວປະເສີດ” ແຕ່ພຣະເຈົ້າຊົງຢັບຢັ້ງຄໍາສັ່ງຂອງພະຍາ ມານແລະໄດ້ສົ່ງການຟື້ນຟູມາຕອບຄໍາອະທິຖານຂອງຂ້າພະເຈົ້າໃນບ່າຍວັນນັ້ນໃນຂະນະທີ່ຂ້າພະເຈົ້າໄດ້ອົດອາຫານແລະສະແຫວງບົດເທດສະໜາຈາກພຣະເຈົ້າ.

ເພື່ອນທີ່ຮັກ,ພວກເຮົາສາມາດມີການຟື້ນຟູໄດ້,ມັນເປັນໄປໄດ້,ພຣະເຈົ້າສາມາດເຮັດໄດ້ໃນພຽງບໍ່ຈັກນາທີໃນສິ່ງທີ່ພວກເຮົາບໍ່ສາມາດເຮັດໄດ້ເປັນເວລາຫຼາຍປີແລ້ວ, ຈົ່ງຈົດ ເອົາບົດເທດນີ້ກັບໄປບ້ານ! ອ່ານຫຼາຍໆຮອບໃນອາທິດໜ້ານີ້, ມັນຈະເຮັດໃຫ້ຄວາມເຊື່ອ ຂອງທ່ານເພີ້ມຂື້ນ! ເຊີນເຂົ້າຮ່ວມກັບພວກເຮົາອີກໃນການອົດອາຫານແລະອະທິຖານໃນ ວັນເສົາໜ້ານີ້,ອະທິຖານແລະອົດອາຫານເພື່ອໃຫ້ພຣະເຈົ້າລົງມາຢູ່ຖ້າມກາງພວກເຮົາແລະຍົກຍ້ອງພຣະນາມອັນບໍລິສຸດຂອງພຣະອົງ!.

ພຣະເຢຊູຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍໜີ້ບາບໃຫ້ກັບທ່ານ! ພຣະອົງຊົງຫຼັງ ເລືອດເທິງໄມ້ກາງແຂນເພື່ອຊໍາລະລ້າງທ່ານຈາກຄວາມບາບທຸກຢ່າງ! ພຣະອົງຊົງຟື້ນຂື້ນ ຈາກຄວາມຕາຍເພື່ອມອບຊີວິດໃຫ້ແກ່ທ່ານ! ຈົ່ງເຊື່ອວາງໃຈໃນພຣະເຢຊູໂດຍຄວາມເຊື່ອ ແລະພຣະອົງຈະຊົງຊ່ວຍທ່ານໃຫ້ພົ້ນ - ຕະຫຼອດເວລາແລະຕະຫຼອດໄປເປັນນິດ.

ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ: ມັດທາຍ 9:10-15.
ບັນເລງເພງກ່ອນຄໍາເທດສະໜາໂດຍ ທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“Have You Prayed It Through?” (by Rev. William C. Poole, 1875-1949; altered by the Pastor).