Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ອະທິຖານແລະອົດອາຫານເພື່ອການຊົງໄຖ່
ໃນສະໄໝຂອງພວກເຮົາ

(ບົດເທດສະໜາຕອນທີ່ 3 ເລື່ອງການຟື້ນຟູ)
PRAYER AND FASTING FOR
DELIVERANCE IN OUR TIME
(SERMON NUMBER 3 ON REVIVAL)
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 3/8/2014
A sermon preached at the Baptist Tabernacle of Los Angeles
Lord’s Day Evening, August 3, 2014

“ເມື່ອພຣະອົງສະເດັດເຂົ້າໃນເຮືອນແລ້ວ ພວກສາວົກຂອງພຣະອົງມາທູນຖາມພຣະອົງເປັນສ່ວນຕົວວ່າ "ເປັນຫຍັງພວກຂ້າພະອົງໄລ່ຜີນັ້ນອອກບໍ່ໄດ້" ພຣະອົງຕັດຕອບເຂົາວ່າ "ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກຈາກໂດຍການອະທິຖານແລະການອົດອາຫານ” (ມາລະໂກ 9:28-29)


ຖ້າພວກທ່ານກໍາລັງອ່ານບົດເທດນີ້ຫຼືກໍາລັງເບິ່ງຢູ່ໃນເວັບໄຊຂອງພວກເຮົາຫຼືຢູ່ເທິງຢູທູບ, ຂ້າພະເຈົ້າຂໍອະທິຖານວ່າທ່ານຈະບໍ່ປິດມັນໃນຕອນທີ່ຂ້າພະເຈົ້າໃຫ້ທັດສະນະຄະຕິ ແຫ່ງຄວາມໜ້າເຊື່ອຖືຂອງສອງຄໍາສຸດທ້າຍຂອງຂໍ້ພຣະຄໍາພີ “ແລະອົດອາຫານ”,ເຖິງແມ່ນ ວ່າຂ້າພະເຈົ້າຈະຢູ່ຫ່າງໄກຈາກຂໍ້ຜິດພາດກໍຕາມ, ຂ້າພະເຈົ້າກໍຮູ້ສຶກໝັ້ນໃຈວ່າສອງຂໍ້ນັ້ນ ຄວນຈະຍັງຄົງມີຢູ່, ເຫດຜົນໜື່ງກໍເພາະວ່າຂໍ້ພຣະຄໍາພີຈະບໍ່ມີຄວາມໝາຍຖ້າປາສະຈາກ ພວກມັນ, ແນ່ນອນພວກສາວົກໄດ້ອະທິຖານຕອນທີ່ພວກເຂົາໄລ່ຜີອອກໃນໂອກາດຕ່າງໆ ເມື່ອກ່ອນນັ້ນ, ດັ່ງນັ້ນມີບາງສິ່ງບາງຢ່າງທີ່ຕ້ອງໄດ້ຕື່ມເຂົ້າໄປຫຼັງຈາກການອະທິຖານ-ແລະ“ແລະການອົດອາຫານ”ມັນກໍຢູ່ໃນການບັນທຶກພຣະຄໍາພີທີ່ເກົ່າແກ່ສ່ວນຫຼາຍ, ພວກ ເຂົາໄດ້ອະທິຖານກ່ອນທີ່ພວກເຂົາຈະໄລ່ຜີທີ່ອ່ອນແອອອກ,ແຕ່ຕອນນີ້ພວກເຂົາໄດ້ປະເຊີນໜ້າກັບຜີທີ່ແຂງແຮງກວ່າຊື່ງບໍ່ໄດ້ຍອມຕໍ່ຄໍາອະທິຖານພຽງຢ່າງດຽວ, ດັ່ງນັ້ນພຣະເຢຊູຈື່ງ ຕັດວ່າ “ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກຈາກໂດຍການອະທິຖານແລະການອົດອາຫານ” (ມາລະໂກ 9:29),ແລະຕອນນີ້ຂ້າພະເຈົ້າຈະຂໍໃຫ້ເຫດຜົນທີ່ສອງວ່າເປັນ ຫຍັງຂໍ້ພຣະຄໍາພີສອງຂໍ້ນັ້ນຄວນຈະຍັງຄົງຢູ່,ນີ້ຄືຄືສິ່ງທີ່ຂ້າພະເຈົ້າເຊື່ອດ້ວຍສຸດຈິດສຸດໃຈ ແລະສຸດຄວາມຄິດຂອງຂ້າພະເຈົ້າ! ກະລຸນາຢ່າປິດມັນເທື່ອ!

ຫຼາຍປີກ່ອນຂ້າພະເຈົ້າກັບເມຍໄດ້ປີ້ນຂື້ນເທິງພູຊີນາຍ, ຕອນທີ່ພວກເຮົາລົງມາ ຈາກພູ,ພວກເຮົາກໍຖືກພາເລາະຊົມວິຫານຂອງນັກບຸນເຄັດເທີຣິນ, ມັນຕັ້ງຢູ່ໃກ້ໆກັບຕີນພູຊີ ນາຍ,ມີໂບດຫຼັງໜື່ງຂອງພວກອໍໂທດ໋ອກຕາເວັນອອກທີ່ມືດແລະເປັນຕາຢ້ານຕັ້ງຢູ່, ຖືກ ສ້າງຂື້ນໃນສະຕະວັດທີ່ 6,ມີເສົາຂອງກະໂຫຼກຫົວມະນຸດຕົ້ນໜື່ງສູງຫຼາຍກວ່າຫົກຟຸດຕັ້ງຢູ່ ໃນມຸມໜື່ງ- ກະໂຫຼກຫົວຂອງນັກບວດຫຼາຍຄົນຊື່ງເຄີຍອາໄສຢູ່ໃນຫັ້ນເປັນເວລາຫຼາຍສະ ຕະວັດຮ່າງກະດູກຂອງນັກບວດຄົນໜື່ງແມ່ນຖືກລ່າມໂຊ້ມັດຢູ່ທາງປະຕູໜ້າ, ຢູ່ບ່ອນມືດ ຂອງສະຖານທີ່ສັກສິດມີທຽນມີແສງ,ແສງທຽນທີ່ແມບມາບແລະມີໄຂ່ນົກກະຈອກເທດຫ້ອຍລົງມາຈາກເພດານ, ມັນເບີ່ງຄືສະຖານທີ່ຂອງຊາຕານທີ່ທ່ານອາດຈະເຄີຍເຫັນຢູ່ໃນໂທລະ ພາບໃນໜັງເລື່ອງ“ຜູ້ບຸກໂຈມຕີຂອງເຮືອທີ່ສາບສູນ”,ຢູ່ໃນມຸມໜື່ງຂອງບ່ອນມືດນີ້ແລະຕຶກທີ່ເປັນຕາຢ້ານມີຖ້ານວາງໜັງສືພ້ອມດ້ວຍມີໜັງສືຢູ່ວາງຢູ່,ຂຽນໃນຫຼາຍພາສາ, ສະບັບພາ ສາອັງກິດ ຂຽນວ່ານີ້ແມ່ນບ່ອນເກັບພຣະຄໍາພີຕົ້ນສະບັບຂອງສະບັບຊີນາຍທີຄັສ “ຈົນເຖິງທິສເຊັນດອບລັກເອົາໄປແລ້ວຂາຍໃຫ້ກັບຄົນອັງກິດ”ຢູ່ໃນພື້ນຖານຂອງພຣະຄໍາພີສະບັບຄັດລອກທີ່ຢູ່ໃນມືນີ້ທີ່ຖືກລັກຈາກບ່ອນມືດແລະຈາກສະຖານທີ່ຂອງຊາຕານ, ຄໍາວ່າ “ແລະອົດອາຫານ”ບໍ່ໄດ້ປາກົດຢູ່ໃນນັ້ນ,ຫຼັງຈາກນັ້ນຄໍາພີຕົ້ນສະບັບກໍຖືກຊື້ໂດຍຄົນອັງກິດ, ຂ້າພະເຈົ້າກັບເມຍໄດ້ເຫັນມັນໃນການເດີນທາງໄປຢ້ຽມຊົມພິພິທະພັນອັງກິດໃນເມືອງລອນດອນ,ເປັນບ່ອນທີ່ມີຄຣິສຕະຈັກແຫ່ງປະເທດອັງກິດສອງແຫ່ງຕັ້ງຢູ່ຄືບຣູກເວສຄອດ(1825-1901) ແລະເຟນຕັນຮອທ (1828-1892) ຊື່ງໄດ້ເອົາສະບັບທິສເຊັນດອບ ໄຊນາຍທີຄັສ ແລະໃຊ້ມັນໃນຖານະທີ່ເປັນສິດທິອໍານາດສໍາຫຼັບພຣະຄໍາພີໃຫມ່ພາສາກຣີກ ຂອງເວສຄອດແລະຮອທ(1881), ໂດຍຄວາມຈິງແລ້ວການປ່ຽນແປງທັງໝົດທີ່ຢູ່ໃນນັ້ນ ແມ່ນອີງຕາມຕົ້ນສະບັບທີ່ມາຈາກວິຫານຂອງນັກບຸນເຄັດເທີຣີນ,ການແປສະໄໝໃຫມ່ແມ່ນມາຈາກພາສາກຣີກສະບັບເວສຄອດແລະຮອທ, ດັ່ງນັ້ນເມື່ອທ່ານໄດ້ອ່ານການແປສະໄໝ ໃຫມ່,ທ່ານກໍກໍາລັງອ່ານສະບັບທີ່ກັອບປີ້ດ້ວຍມືຊື່ງທິສເຊັນດອບໄດ້ເອົາມາຈາກວິຫານຂອງນັກບຸນເຄັດເທີຣີນທີ່ມືດແລະເປັນຄືພະຍາມານ, ຂ້າພະເຈົ້າສໍານຶກຕົນວ່ານັກບວດຊາວບູ ຮານໄດ້ຮັບອິດທິພົນໂດຍລັດທິນອສຕິກທີ່ໄດ້ຕັດຄໍາວ່າ“ແລະອົດອາຫານ”ອອກຕອນທີ່ເຂົາຄັດລອກຕົ້ນສະບັບໄຊນາຍທີຄັສ, ນອກຈາກນີ້ຂ້າພະເຈົ້າຍັງເຊື່ອວ່າຊາຕານໄດ້ປ້ອງກັນ ພຣະຄໍາພີຕົ້ນສະບັບນີ້ຈົນເຖິງຍຸກສະໄໝໃຫມ່-ຈາກນັ້ນກໍປ່ອຍຢາຜິດໃສ່ທຸກໆການແປສະ ໄໝໃຫມ່ຂອງພວກເຮົາໃນຍຸກສຸດທ້າຍຂອງການປະຖີ້ມຄວາມເຊື່ອ,ຂ້າພະເຈົ້າເຊື່ອວ່າສິ່ງທີ່ພວກນັກປະກາດຂ່າວປະເສີດອ່ານໃນການແປສະໄໝໃຫມ່ໃນປະຈຸບັນນີ້ຄວາມຈິງແລ້ວມາຈາກ “ຄໍາພີຂອງຊາຕານ”.

ຢ່າເຂົ້າໃຈຜິດກ່ຽວກັບເລື່ອງນີ້!ຊາຕານມັນຢາກເອົາຄໍາວ່າ“ແລະອົດອາຫານ”ອອກ ໄປ,ເປັນຫຍັງຮູ້ບໍ? ງ່າຍໆເລີຍ! ຊາຕານຕ້ອງການເອົາຄໍາເຫຼົ່ານີ້ອອກໄປກໍເພາະວ່າ“ຜີຊະ ນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກຈາກໂດຍການອະທິຖານແລະການອົດອາຫານ”! ງ່າຍໆ! ດຣ.ມາຕິນລອຍ-ໂຈນ ກ່າວວ່າ“ພະຍາມານມັນກໍາລັງລໍຖ້າທີ່ຈະເຮັດໃຫ້ພວກເຮົາ ສັບສົນ,ມັນຕ້ອງການທີ່ຈະທໍາລາຍວຽກຂອງພຣະເຈົ້າ” (Spiritual Blessing, Kingsway Publications, 1999, p. 158).

ພວກທ່ານເຄີຍສົງໄສບໍວ່າເປັນຫຍັງຈື່ງບໍ່ມີການຟື້ນຟູລະດັບຊາດເກີດຂື້ນໃນປະ ເທດອາເມລິການັບຕັ້ງແຕ່ປີ 1859? ຢຸດສົງໄສສາ! ພວກຄຣິສຕຽນໄດ້ພາກັນຢຸດອົດອາ ຫານພາຍຫຼັງທີ່ພຣະຄໍາພີສະບັບເວສຄອທແລະຮອທໄດ້ຮັບຄວາມນິຍົມ, ນັ້ນຄືໜື່ງໃນເຫດ ຜົນທີ່ບໍ່ມີການຟື້ນຟູເກີດຂື້ນໃນປະເທດຂອງເຮົາເປັນເວລາ 154 ປີມາແລ້ວ! ກ່ອນໜ້ານັ້ນ ພຣະເຈົ້າໄດ້ສົ່ງການຟື້ນຟູມາທຸກໆສິບປີ! ຈົ່ງຄິດເຖິງເລື່ອງນີ້, ນັກເທດທຸກຄົນໃນສະຕະ ວັດທີ່ 18 ໃນຊ່ວງການຟື້ນຕື່ນຂື້ນອັນຍິ່ງໃຫຍ່ໄດ້ພາກັນອະທິຖານແລະອົດອາຫານຊື່ງອີງ ຕາມຂໍ້ພຣະຄໍາພີທີ່ວ່າ “ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກຈາກໂດຍການອະທິຖານແລະການອົດອາຫານ”ການອະທິບາຍໃນເລື່ອງຄວາມຄ້າຍຄືກັນໃນໜັງສືມັດທາຍນັກຂ່າວ ປະເສີດຜູ້ຍິ່ງໃຫຍ່ຈອນເວສລີໄດ້ກ່າວດັ່ງນີ້ວ່າ - “ມັນຄືຄໍາພະຍານທີ່ມີຜົນຫຼາຍຂອງການ ອົດອາຫານເມື່ອເພີ່ມເຕີມເຂົ້າໄປໃນຄໍາອະທິຖານທີ່ຮ້ອນຮົນ” !” (John Wesley, M.A., Explanatory Notes on the New Testament, Baker Book House, 1983 edition, volume I, note on Matthew 17:21)ຈອຊວິດຟິວ,ຮາວເວວແຮຣິສ,ໂຈນາທານເອັດເວີດແລະນັກເທດ ທຸກຄົນແຫ່ງຍຸກການຟື້ນຟູອັນຍິ່ງໃຫຍ່ເຫັນດ້ວຍຢ່າງເຕັມທີ່ກັບຈອນເວສລີທີ່ວ່າການອົດອາ ຫານເພີ້ມເຂົ້າກັບການອະທິຖານເປັນສິ່ງທີ່ສໍາຄັນທີ່ສຸດ!ແຕ່ຕອນນັ້ນພວກເຂົາຍັງບໍ່ມີພຣະ ຄໍາພີສະບັບເວສຄອທແລະຮອທເທື່ອ!

ຫຼັງຈາກນັ້ນໃຫ້ຄິດເຖິງການຟື້ນຕື່ນຂື້ນອັນຍິ່ງໃຫຍ່ເທື່ອທີ່ສອງ,ແລ້ວເກີດຫຍັງຂື້ນ ກັບພວກນັກເທດຜູ້ຍິ່ງໃຫຍ່ທັງຫຼາຍ?ທິໂມທີດະໄວໄດ້ອົດອາຫານ,ອາສາເຮວເນັດເລັດຕັນ ໄດ້ອົດອາຫານ,ໂຣເບີດເມີເຣແມັກຄີນໄດ້ອົດອາຫານ,ຈອນແອັງເກວເຈມສ໌ໄດ້ອົດອາຫານ,ພວກເຂົາມີການຟື້ນຟູທີ່ຍິ່ງໃຫຍ່ແລະພວກເຂົາໄດ້ພາກັນອະທິຖານແລະອົດອາຫານເພື່ອ ເລື່ອງນີ້,ແຕ່ຕອນນັ້ນພວກເຂົາຍັງບໍ່ມີພຣະຄໍາພີ ສະບັບເວສຄອທແລະຮອທເທື່ອ.

ຄືກັບທີ່ຂ້າພະເຈົ້າໄດ້ເວົ້າວ່າການຟື້ນຕື່ນຂື້ນອັນຍິ່ງໃຫຍ່ເທື່ອທີ່ສາມໃນປີ 1857-59 ມາກ່ອນທີ່ພວກເຂົາຈະມີຄໍາພີຂອງພະຍາມານ,ການອົດອາຫານເປັນເລື່ອງປົກກະຕິ ຍ້ອນກັບໄປໃນຕອນທີ່ປະທານາທິບໍດີອັບຣາຮາມລິນຄອນຮຽກຮ້ອງໃຫ້ມີວັນແຫ່ງການອົດ ອາຫານແລະອະທິຖານແຫ່ງຊາດຊ່ວງສົງຄາມກາງເມືອງ,ແລະການຟື້ນຟູໃນປີ 1859 ເກີດຂື້ນໃນການປະຊຸມອະທິຖານບ່ອນທີ່ພວກຜູ້ຊາຍຊື່ງພາກັນອົດອາຫານມາອະທິຖານນໍາກັນ,ສະເປີໂຈນຄືນັກເທດທີ່ຍິ່ງໃຫຍ່ທີ່ສຸດໃນຊ່ວງການຟື້ນຕື່ນຂື້ນໃຫຍ່ເທື່ອທີ່ສາມ, ສະເປີ ໂຈນອົດອາຫານຕະຫຼອດ ແລະໄດ້ເທດສະໜາເລື່ອງກ່ຽວກັບການອະທິຖານແລະອົດອາ ຫານ! ແມ່ນແຕ່ການຟື້ນຟູຄົນເວວໃນປີ 1905 ກໍເກີດຂື້ນກ່ອນທີ່ພວກນັກເທດໃນປະ ເທດເວວສ໌ພາກັນຢຸດໃຊ້ພຣະຄໍາພີຄິງເຈມເກົ່າທີ່ດີໆ,ຜູ້ຄົນແຫ່ງປະເທດເວວສ໌ໄດ້ພາກັນອະທິຖານແລະອົດອາຫານ,ອັນນັ້ນຄືຄວາມຈິງເຊັ່ນກັນແຫ່ງການຟື້ນຟູຢູ່ໃນເກາະລູອິສຊາຍຝັ່ງຂອງປະເທດສະກັອດແລນໃນປີ 1949 ບ່ອນທີ່ຜູ້ຍິງຕາບອດເຖົ້າສອງຄົນໄດ້ອະທິຖານ ແລະອົດອາຫານຈົນພຣະເຈົ້າຊົງສົ່ງການຟື້ນຟູມາ!

ແລ້ວປະເທດຈີນເດເປັນແນວໃດແດ່? ພວກບັນພະບຸລຸດຄຣິສຕຽນທີ່ເກົ່າແກ່ແຫ່ງ ປະເທດຈີນໄດ້ພາກັນອະທິຖານແລະອົດອາຫານ,ພວກເຂົາຖືກສອນໃຫ້ເຮັດແບບນັ້ນໂດຍ ມິດຊັນນາຣີຜູ້ບຸກເບີກທີ່ຍິ່ງໃຫຍ່ຄືເຈມສ໌ຮັດສັນເທເລີ(1832-1905),ນັກປະກາດຂ່າວປະ ເສີດທີ່ມີອໍານາດຈອນຊັງ(1901-1944)ໄດ້ເຫັນການຟື້ນຟູທີ່ຍິ່ງໃຫຍ່ໃນປະເທດຈີນຊ່ວງ ສັ້ນໆກ່ອນທີ່ພວກຄອມມູນິດຈະຍຶດຄອງປະເທດຈີນ, ດຣ.ຊັງໄດ້ອະທິຖານແລະອົດອາ ຫານຢ່າງສະໝໍ່າສະເໝີ,ບຸລຸດຊາວຈີນຊື່ວັງມິງດາວ(1900-1991)ໃຊ້ເວລາຊາວສອງປີຢູ່ ໃນຄຸກເພາະການປະກາດຂ່າວປະເສີດ,ເຊັ່ນກັນລາວໄດ້ອະທິຖານແລະອົດອາຫານ, ດຣ. ເຈມສ໌ຮັດສັນເທເລີ III ຫຼານຂອງຮັດສັນເທເລີໄດ້ກ່າວເຖິງວັງມິງດາວວ່າ “ບໍ່ມີຜູ້ນໍາຄຣິສ ຕຽນຊາວຈີນຄົນໃດແຫ່ງສະຕະວັດທີ່ຊາວສາມາດເວົ້າໄດ້ແຈ່ມແຈ້ງເຖິງລິດອໍານາດແຫ່ງ ຂ່າວປະເສີດຂອງພຣະເຢຊູຄຣິດໄດ້” (David Aikman, Jesus in Beijing, Regnery Publishing Company, 2006 edition, p. 56),ອາເລັນຢວນ(1914-2005)ກໍໄດ້ໃຊ້ເວລາ 20 ກວ່າປີຢູ່ໃນຄຸກເພາະການປະກາດຂ່າວປະເສີດເຊັ່ນດຽວກັນ,ແລະລາວກໍໄດ້ອະທິຖານແລະອົດອາຫານ,ຊາມູເອວແລມ(1924-2013),ໂມເສດຊີ(1918-2011)ແລະຄົນອື່ນຍໆອີກທີ່ ຮັບໃຊ້ພຣະເຈົ້າໃນຄຸກໂດຍການອົດອາຫານແລະອະທິຖານ,ພຣະເຈົ້າຊົງຟັງພວກເຂົາແລະໂຜດໃຫ້ຄຣິສຕຽນມີຊີວິດຢູ່ໃນຊ່ວງທີ່ຮ້າຍກາດຂອງ “ການປະຕິວັດວັດທະນາທໍາ” ໃນປະ ເທດຈີນ,ຈາກນັ້ນໃນຕົ້ນປີ 1980 ພຣະເຈົ້າໄດ້ຊົງຖອກເທສຶນາມິແຫ່ງການຟື້ນຟູຊື່ງຍັງຄົງ ສືບຕໍ່ຮອດທຸກມື້ນີ້, ພວກອາເມລິກັນໄບໂບໂຊໄຊຕີ້ຄາດຄະເນວ່າມີຄົນຈີນກັບໃຈໃຫມ່ປະ ມານ 700 ຄົນໃນທຸກໆຊົ່ວໂມງ, 24 ຊົ່ວໂມງຕໍ່ມື້ປະມານ 17,000 ຄົນຕໍ່ມື້, ພວກສິດຍາພິບານຄົນຈີນບໍ່ເຄີຍເຫັນພຣະຄໍາພີສະບັບເວສຄອທແລະຮອທ ,ພວກເຂົາຍັງ ສືບຕໍ່ອະທິຖານແລະອົດອາຫານຕາມແບບພື້ນຖານປົກກະຕິແລະພຣະເຈົ້າກໍຊົງຕອບຄໍາອະທິຖານຂອງເຂົາໃຫ້ເບິ່ງໜັງສືເລື່ອງ “ໄມ້ກາງແຂນ” (ກົດທີ່ນີ້ເພື່ອສັ່ງຊື້ໃນເວັບໄຊ Amazon.com),ຄົນຈີນໄດ້ສ້າງໜັງເລື່ອງການຟື້ນຟູແລະພວກທ່ານກໍຈະຮູ້ສຶກຄືກັບວ່າທ່ານໄດ້ເຫັນໜັງສືກິດຈະການກາຍມາມີຊີວິດ! ສິດຍາພິບານຄົນຈີນທີ່ເກົ່າແກ່ຂອງຂ້າພະເຈົ້າ ເປັນເວລາ 23 ປີຄື ດຣ.ທິໂມທີລິນ,ເພີ່ນມັກຖືພຣະຄໍາພີພາສາຈີນເຫຼັ້ມເກົ່າທີ່ເພີ່ນມີຫຼາຍ ກວ່າຫົກສິບປີໄປນໍາຕະຫຼອດ,ມັນບໍ່ໄດ້ຮັບອິດທິພົນມາຈາກເວສຄອດແລະຮອທ,ປະໂຫຍກຕ່າງໆກໍບໍ່ໄດ້ຕັດອອກໄປ,ດຣ.ລິນໄດ້ອະທິຖານແລະອົດອາຫານຜ່ານການຮັບໃຊ້ຂອງເພີ່ນຕະຫຼອດ,ຂ້າພະເຈົ້າເຫັນຄຣິສຕະຈັກຂອງເພີ່ນເກີດການຟື້ນຟູຂື້ນດ້ວຍການມີຄົນໜຸ່ມສາວນັບເປັນຫຼາຍຮ້ອຍຄົນເຂົ້າມາໃນຄຣິສຕະຈັກໃນຊ່ວງເວລາບໍ່ເທົ່າໃດເດືອນ,ດຣ.ລິນເຊື່ອໃນເລື່ອງການອະທິຖານແລະອົດອາຫານວ່າຈະໄດ້ຮັບພຣະພອນ,ຂ້າພະເຈົ້າເສຍໃຈທີ່ຈະເວົ້າວ່າຄົນທີ່ຕາມເພີ່ນໄດ້ຮັບຜົນກະທົບໂດຍ“ຄວາມຄິດຂອງຕາເວັ້ນຕົກ”ແລະພຣະຄໍາພີສະບັບເວສຄອດແລະຮອດ.

ຂ້າພະເຈົ້າຮູ້ດີວ່າບາງຄົນອາດຈະຄິດວ່າຂ້າພະເຈົ້າໄປໄກເກີນໃນການເສຍກຽດໃຫ້ກັບການແປສະໄໝໃຫມ່, ແຕ່ຄໍາຖາມຂອງຂ້າພະເຈົ້າທີ່ມີຕໍ່ເຂົາກໍເປັນຄໍາຖາມດຽວກັນທີ່ ພວກສາວົກຖາມພຣະເຢຊູວ່າ “ເປັນຫຍັງພວກເຮົາຈື່ງໄລ່ມັນອອກໄປບໍ່ໄດ້” (ມາລະໂກ 9:28),ສະເປີໂຈນຮູ້ດີເຖິງການລຶບຄໍາວ່າ“ອົດອາຫານ”ອອກໄປໃນຂໍ້ນີ້ໃນສະບັບຣີໄວເວີຊັນຕອນທີ່ລາວໄດ້ເທດສະໜາໃນຫົວຂໍ້“ຄວາມລັບແຫ່ງຄວາມລົ້ມເຫຼວ” ໃນປີ 1886 (The Metropolitan Tabernacle Pulpit, volume XLII, Pilgrim Publications, 1976 edition, pp. 97-106),ລາວໄດ້ກ່າວຂ້າມວ່າ“ການອະທິຖານແລະອົດອາຫານມີພະລັງທີ່ຍິ່ງໃຫຍ່…ມີພະ ຍາມານ(ຜີ)ປະເພດໜື່ງທີ່ຈະບໍ່ຍອມອອກໂດຍຄໍາອະທິຖານທົ່ວໄປ,ຈະຕ້ອງເພີ້ມເຕີມບາງ ສິ່ງບາງຢ່າງເຂົ້າໄປໃນຄໍາອ້ອນວອນໂດຍຄວາມກະຕືລືລົ້ນຂອງເຮົາຈະຕ້ອງເພີ່ມຂື້ນເລື່ອຍໆ,ຈະຕ້ອງມີ“ການອະທິຖານແລະອົດອາຫານ” (ເຫຼັ້ມດຽວກັນໜ້າ 105)

ສະເປີໂຈນຍັງໄດ້ນໍາໃຊ້ຄໍາຖາມຂອງພວກສາວົກທີ່ວ່າ“ເປັນຫຍັງພວກເຮົາຈື່ງໄລ່ ມັນອອກໄປບໍ່ໄດ້?” ຕໍ່ສະພາບທີ່ອ່ອນແອຂອງຄຣິສຕະຈັກທັງຫຼາຍສະເປີໂຈນໄດ້ກ່າວວ່າ:

“ເປັນຫຍັງພວກເຮົາຈື່ງໄລ່ ມັນອອກໄປບໍ່ໄດ້?”ຈົ່ງໃຫ້ຄຣິສຕະຈັກຂອງ ພຣະເຈົ້າ…ເວົ້າວ່າ ‘ເປັນຫຍັງຜູ້ຄົນເປັນພັນໆຄົນພວກນີ້ຈື່ງບໍ່ມາຟັງຂ່າວ ປະເສີດເມື່ອເຮົາເທດສະໜາລະ?’ມີພວກໂສເພນີພວກນີ້ຢູ່ໃນຖະໜົນຂອງ ເຮົາທຸກບ່ອນເປັນຫຍັງຄຣິສຕະຈັກຂອງພຣະເຈົ້າຈື່ງບໍ່ຫ້ອງໄຫ້ໃນທາງນັ້ນ ຄວາມບາບທີ່ຊົ່ວຊ້າກໍາລັງແຜ່ຫຼາຍ-ຄວາມບາບແຫ່ງຄວາມບໍ່ກ້າເວົ້າມັນກໍ ເປັນຄວາມຊົ່ວເຊັ່ນກັນ ,ເຮົາບໍ່ສາມາດໄລ່ມັນອອກໄປໄດ້ແນວໃດແດ່?.... ເປັນຫຍັງພວກເຮົາຈື່ງບໍ່ສາມາດຂັບໄລ່ຄວາມຊົ່ວອອກໄປໄດ້?...ແລະມີ ຫຼາຍຄົນທີ່ເທດສະໜາເປັນເວລາຫຼາຍປີກໍຍັງເປັນຢູ່ແບບທີ່ເຄີຍເປັນມາ ກ່ອນ,ພະຍາມານທີ່ເຂົ້າສິງເຂົາແມ່ນປະເພດໃດ?ເປັນຫຍັງພວກເຮົາຈື່ງໄລ່ມັນອອກໄປບໍ່ໄດ້(ເຫຼັ້ມດຽວກັນໜ້າ 101).

ຄໍາຕອບຂອງສະເປີໂຈນເປັນຄໍາຕອບດຽວກັນກັບພຣະຄຣິດ “ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກຈາກໂດຍການອະທິຖານແລະການອົດອາຫານ”(ມາລະໂກ 9:29).

ດຣ.ລອຍ-ໂຈນໄດ້ເທດສະໜາເລື່ອງນີ້ເຊັ່ນກັນວ່າ “ເປັນຫຍັງພວກເຮົາຈື່ງໄລ່ຜີ ອອກໄປບໍ່ໄດ້” ແລະຄໍາຕອບຂອງພຣະຄຣິດຄື “ຜີຊະນິດນີ້ຈະໄລ່ໃຫ້ອອກບໍ່ໄດ້ເລີຍ ນອກຈາກໂດຍການອະທິຖານແລະການອົດອາຫານ”“ເດິະດອກເຕີ”ໄດ້ກ່າວວ່າພວກເຮົາມີ ພະຍາດ“ຜີຊະນິດນີ້”ໃນປະຈຸບັນນີ້, ລາວໄດ້ກ່າວວ່າ:

“ຜີຊະນິດນີ້”ແມ່ນຫຍັງ? ແມ່ນຫຍັງຄືບັນຫາທີ່ພວກເຮົາກໍາລັງປະເຊີນໜ້າ ໃນປະຈຸບັນນີ້? ຂ້າພະເຈົ້າຮູ້ສຶກວ່າມັນເພີ້ມຂື້ນໃນຂະນະທີ່ເຮົາພິຈາລະນາ ຄວາມຈິງນີ້,ພວກເຮົາກໍຈະເຫັນວ່າປະເພດຂອງບັນຫາທີ່ພວກເຮົາປະເຊີນຢູ່ເລິກເຊີງກວ່າ ແລະໝົດຫວັງຫຼາຍກວ່າຊື່ງໄດ້ປະເຊີນໜ້າໂບດຄຣິສ ຕຽນເປັນເວລາຫຼາຍສະຕະວັດດົນມາແລ້ວ (Martyn Lloyd-Jones, M.D., Revival, Crossway Books, 1997, p. 15).

ລາວບອກວ່າວິທີຕ່າງໆໃນອະດີດເບິ່ງຄືວ່າບໍ່ມີຜົນຫຍັງເລີຍຕໍ່ “ຜີຊະນິດນີ້” ໃນປະຈຸບັນນີ້, ຫຼັງຈາກນັ້ນລາວກໍເວົ້າວ່າມີ“ວິທີໃຫມ່ໆ”ຢູ່ຫຼາຍວິທີທີ່ບໍ່ໄດ້ຜົນ,ລາວກ່າວວ່າການແປສະໄໝ ໃຫມ່ບໍ່ໄດ້ແກ້ບັນຫາ,ລາວກ່າວວ່າໃບປິວແລະກຸ່ມນັກປະກາດຂ່າວປະເສີດບໍ່ໄດ້ນໍາພາຄົນ ບໍ່ເຊື່ອມາທີ່ຄຣິສຕະຈັກທັງຫຼາຍຂອງເຮົາ,ລາວເວົ້າວ່າ“ທ່ານຈະຕ້ອງເຂົ້າໃຈວ່າທ່ານໄດ້ປະ ເຊີນໜ້າໂດຍບາງສິ່ງບາງຢ່າງທີ່ເລິກຫຼາຍກວ່າວິທີຕ່າງໆຂອງທ່ານນໍາອີກ” (ເຫຼັ້ມດຽວກັນ ໜ້າ 19).

ຂ້າພະເຈົ້າເຊື່ອວ່າລາວເວົ້າຖືກກ່ຽວກັບເລື່ອງນີ້ທັງໝົດ,ຄົນທີ່ບໍ່ເຊື່ອບໍ່ເຫັນຄວາມ ຕ້ອງການຂອງເຂົາໃນການໄປໂບດໃນປະຈຸບັນນີ້,ພວກເຂົາບໍ່ໄດ້ຮູ້ສຶກວ່າພວກເຂົາເປັນຄົນບາບແລະຕ້ອງການການຍົກໂທດບາບ, ແມ່ນຫຍັງຄືສິ່ງທີ່ຄຣິສຕະຈັກສາມາດຕອບສະ ໜອງທີ່ເຮັດໃຫ້ເກີດປະໂຫຍດ “ຄວາມຮູ້ສຶກຕ້ອງການ”ໃນສະຖານະການສະໄໝໃຫມ່ຂອງ ເຮົາ? ພາຍຫຼັງເປັນເວລາຫຼາຍປີທີ່ຄິດເຖິງເລື່ອງນີ້ຂ້າພະເຈົ້າກກສໍານຶກຕົນວ່າຄວາມໂດດ ດ່ຽວຄືພື້ນຖານ “ຄວາມຮູ້ສຶກຕ້ອງການ”ທີ່ຄຣິສຕະຈັກຫຼາຍແຫ່ງຂອງພວກເຮົາຕອບສະ ໜອງບໍ່ໄດ້,ດຣ.ວິວລ່ຽມກລາສເຊີນັກຈິດຕະວິທະຍາທີ່ມີຊື່ສຽງໄດ້ເຮັດໃຫ້ເຮົາປະຫຼາດໃຈ ໃນໜັງສືຂອງລາວ ເລື່ອງ The Identity Society,

ອາການທຸກຢ່າງບໍ່ວ່າຈະເປັນກ່ຽວກັບຈິດຫຼືກ່ຽວກັບຈິດແລະກາຍແລະໂລກທີ່ຮຸກຮານທຸກຢ່າງ, ພຶດຕິກໍາທີ່ບໍ່ມີເຫດຜົນຄືຜົນຜະລິດຂອງຄວາມໂດດ ດ່ຽວແລະເປັນເພື່ອນຄວາມໂດດດ່ຽວ,ເຮັດໃຫ້ຜູ້ຄົນທຸກທໍລະມານຜູ້ທີ່ມີບັນຫາ ສໍາລັບຄວາມຄ້າຍຄືກັນແຕ່ແກ້ບັນຫາບໍ່ໄດ້(ອ້າງອີງໃນ J. Oswald Sanders, D.D., Facing Loneliness, Discovery House Publications, 1990 edition, p. 46)

ຄວາມເສົ້າໃຈ,ການຕິດເຫຼົ້າຫຼືຢາຕ່າງໆ,ຄວາມສິ້ນຫວັງ - “ທຸກອາການ…ແລະໂລກທີ່ຮຸກ ຮານທຸກຢ່າງ,ພຶດຕິກໍາທີ່ບໍ່ມີເຫດຜົນຄືຜົນຜະລິດຂອງຄວາມໂດດດ່ຽວ” ຂ້າພະເຈົ້າຄິດວ່າ ດຣ.ກລາສເຊີເວົ້າຖືກຢ່າງແນ່ນອນ! “ຄວາມບາບໃຫຍ່”ໃນສັງຄົມຂອງພວກເຮົາ “ທັງໝົດ” ມີຮາກເງົ້າມາຈາກຄວາມໂດດດ່ຽວ! “ຜີຊະນິດນີ້” ຄື “ຄວາມໂດດດ່ຽວ” ໃນວັດທະນາທໍາ ໃນປະຈຸບັນຂອງເຮົາ, ຖ້າພວກເຮົາບໍ່ຫາຢາແກ້ຈາກຄວາມໂດດດ່ຽວແລ້ວ,ພວກເຮົາກໍຈະບໍ່ ສາມາດຄາດຫວັງວ່າຄົນທີ່ຍັງບໍ່ເຊື່ອຫຼາຍຄົນຈະສົນໃຈໃນການມາທີ່ໂບດທັງຫຼາຍຂອງເຮົາ!

ດຣ.ທິໂມທີລິນ ສິດຍາພິບານທີ່ຍາວນານຂອງຂ້າພະເຈົ້າທີ່ຄຣິສຕະຈັກແບັບຕິດ ຊາວຈີນຮູ້ຈັກເລື່ອງນີ້, ເພີ່ນຄືຜູ້ເຖົ້າທີ່ມາຈາກຈີນແຜ່ນດິນໃຫຍ່ແຕ່ເພີ່ນເພີ່ນເປັນຄົນໜື່ງທີ່ ໃຊ້ເວລາຫຼາຍຊົ່ວໂມງໃນການອະທິຖານແລະອົດອາຫານ, ແລະພຣະເຈົ້າໄດ້ສະແດງໃຫ້ ເພີ່ນເຫັນເຖິງຄວາມສໍາຄັນຂອງການປີ່ນປົວຄວາມໂດດດ່ຽວທີ່ໄດ້ເຂົ້າມາຢູ່ໃນຄົນໜຸ່ມສາວທີ່ບໍ່ເຊື່ອ,ເພີ່ນມັກເວົ້າວ່າ“ພວກເຮົາຕ້ອງປີ່ນປົວຄວາມໂດດດ່ຽວຂອງພວກຄົນໜຸ່ມ, ພວກ ເຮົາຈະຕ້ອງເຮັດໃຫ້ຄຣິສຕະຈັກເປັນເໝືອນບ້ານຫຼັງທີ່ສອງຂອງເຂົາ”ຂ້າພະເຈົ້າເຫັນດ້ວຍກັບເພີ່ນຢ່າງເຕັມທີ່! ໃນຊຸມປີ 1960 ຄຣິສຕະຈັກນັ້ນໄດ້ເຮັດໃນສິ່ງທີ່ດຣ.ລິນເວົ້າເວົ້າເຖິງ ແລະມີຄົນໜຸ່ມສາວຫຼາຍຮ້ອຍຄົນອອກຈາກໂລກເຂົ້າມາໃນຄຣິສຕະຈັກ,ແລະຄຣິສຕະຈັກກໍໄດ້ປະສົບກັບການຟື້ນຟູທີ່ພຣະເຈົ້າສົ່ງມາໃຫ້, ຕໍ່ມາຫຼັງຈາກນັ້ນກໍມີບາງຄົນຕັ້ງໃຈທີ່ຈະລືມ ສິ່ງທີ່ເກີດຂື້ນພາຍໃຕ້ການຮັບໃຊ້ຂອງ ດຣ.ທິໂມທີລິນ.

ສ່ວນຂ້າພະເຈົ້າຕ້ອງຂໍຢຸດບ່ອນນີ້ແລະຂໍໃຫ້ຄໍາເຕືອນວ່າພວກເຮົາບໍ່ຄວນຄິດວ່າ ການອະທິຖານແລະອົດອາຫານຈະເກີດການຟື້ນຟູໂດຍອັດຕະໂນມັດ- ຫຼືມີຄົນກັບໃຈເປັນ ຈໍານວນຫຼາຍ,ພວກເຮົາຈະຕ້ອງລະມັດລະວັງທີ່ຈະບໍ່ຄິດເຖິງພຣະເຈົ້າໃນຖານະເປັນ“ລິດອໍານາດ”ໜື່ງທີ່ເຮົາສາມາດຄວບຄຸມໄດ້ຢ່າງຄ່ອງແຄ້ວ, ອັນນັ້ນຄືສິ່ງທີ່ຊີໂມນນັກມາຍາກົນຄິດ ເມື່ອລາວເວົ້າວ່າ ຂໍໃຫ້ຂ້າພະເຈົ້າມີລິດແບບນີ້ແດ່” (ກິດຈະການ 8:19), ຖ້າພວກເຮົາ ຫາກຄິດເຖິງພຣະເຈົ້າໃນຖານະເປັນ“ລິດອໍານາດ”ໜື່ງທີ່ພວກເຮົາສາມາດຄວບຄຸມໄດ້ຢ່າງຄ່ອງແຄ້ວແລະສາມາດໃຊ້ຜ່ານທາງຄໍາອະທິຖານແລະການອົດອາຫານໄດ້,ພວກເຮົາກໍຈະ

ເຂົ້າໃກ້ອັນຕະລາຍກັບ“ເວດມົນຂາວ”, ໃນ“ເວດມົນດໍາ” ນັກມາຍາກົນຈະໃຊ້ຄໍາປົກກະຕິ ເພື່ອຄວບຄຸມແລະໃຊ້ວິນຍານຊົ່ວໄດ້ຢ່າງຄ່ອງແຄ້ວ, ໃນ“ເວດມົນຂາວ” ນັກມາຍາກົນຈະ ໃຊ້ຄາຖາຫຼືບົດສວດຕ່າງໆເພື່ອຄວບຄຸມແລະໃຊ້ຢ່າງຄ່ອງແຄ້ວຕໍ່ພວກທີ່ເອີ້ນວ່ າ“ວິນຍານ ດີ” - ແມ່ນແຕ່ພະຂອງເຂົາຜູ້ທີ່ເຂົາອາດຈະເອີ້ນວ່າ“ພະວິນຍານບໍລິສຸດ”, ໃນຄວາມສ່ຽງ ຂອງຄວາມບໍ່ເຂົ້າໃຈ,ຂ້າພະເຈົ້າສໍານຶກຕົນວ່າເບັນນີ້ຮິນແລະຜູ້ນໍາຄົນອື່ນຂອງ“ພວກຄາຣິສເມຕິກ”ເຮັດແບບຫຼີ້ນໆໃນ“ເວດມົນຂາວ”.

ພຣະວິນຍານໂຕຈິງຂອງພຣະເຈົ້າເປັນບຸກຄົນໜື່ງ,ພຣະອົງບໍ່ສາມາດ“ເອົາລົງມາ”ແລະໃຊ້ໂດຍການເວົ້າຄໍາເວົ້າໃດໜື່ງໄດ້ - ບໍ່ແມ່ນແມ່ນແຕ່ໂດຍຄໍາອະທິຖານແລະອົດອາ ຫານ,ພຣະອົງເປັນບຸກຄົນໜື່ງ,ບໍ່ແມ່ນ“ລິດອໍານາດ”ໜື່ງ,ສິ່ງທີ່ເອີ້ນວ່າ“ການຟື້ນຟູ”ຫຼາຍຢ່າງໃນປະຈຸບັນນີ້ຄວາມຈິງແລ້ວແມ່ນມາຈາກພະຍາມານ,ຜົນຜະລິດຂອງ“ເວດມົນຂາວ”

ດັ່ງນັ້ນເມື່ອພວກເຮົາອະທິຖານແລະອົດອາຫານເພື່ອໃຫ້ພຣະເຈົ້າຊັກຈູງຄົນໜຸ່ມ ສາວເຂົ້າມາໃນຄຣິສຕະຈັກຂອງເຮົາ,ພວກເຮົາຈະຕ້ອງລະວັງທີ່ຈະເຂົ້າໃຈວ່າພຣະອົງຊົງ ເປັນພຣະເຈົ້າທີ່ບໍລິສຸດອົງໜື່ງ, ພຣະອົງເປັນບຸກຄົນຜູ້ໜື່ງຜູ້ຊື່ງຄວນຈະຖືກປະຕິບັດດ້ວຍ ຄວາມເຄົາລົບແລະຢໍາເກງ, ໃນບົດເທດສະໜາອັນອື່ນສະເປີໂຈນໄດ້ກ່າວວ່າ:

ຂ້າພະເຈົ້າບໍ່ແນ່ໃຈວ່າພວກເຮົາບໍ່ໄດ້ສູນເສຍພຣະພອນໃນໂບດຄຣິສຕຽນໂດຍການຢຸດອົດອາຫານຫຼືບໍ…ມີບົດຄວາມໜື່ງທີ່ຂຽນໂດຍຊາວພິວຣິທັນທີ່ເກົ່າແກ່ຄົນໜື່ງເອີ້ນວ່າ “ສະຖານບັນອົດອາຫານເຮັດໃຫ້ຈິດວິນຍານ ຕຸ້ຍ”ແລະລາວໄດ້ເວົ້າເຖິງປະສົບການຂອງຕົນເອງໃນຊ່ວງທີ່ີອົດອາຫານ ວ່າຕົນມີຄວາມຮູ້ສຶກມີຄວາມກະຕືລືລົ້ນອັນແຮງກ້າຫຼາຍຂື້ນຂອງຈິດວິນ ຍານໃນເວລາອະທິຖານຫຼາຍກວ່າທີ່ເຄີຍເຮັດຜ່ານມາ (time (The Metropolitan Tabernacle Pulpit, volume X, Pilgrim Publications, 1991 edition, p. 35)

ວັນເສົາໜ້ານີ້ພວກເຮົາຈະມີການອົດອາຫານອີກມື້ໜື່ງຈົນຮອດເວລາ 5 ໂມງແລງ ຕອນທີ່ພວກເຮົາມາໂບດເພື່ອກິນເຂົ້າແລະອະທິຖານເພີ້ມອີກ,ພວກເຮົາຈະອະທິຖານຂໍເພື່ອໃຫ້ພຣະເຈົ້າຊັກຈູງຜູ້ຄົນເຂົ້າມາໃນໂບດຜ່ານທາງ“ຄວາມຮູ້ສຶກຕ້ອງການ”ແຫ່ງຄວາມໂດດດ່ຽວຂອງເຂົາ, ແຕ່ມັນຈະບໍ່ຊ່ວຍໃຫ້ເຂົາຢູ່ນີ້ດົນໄດ້ນອກຈາກວ່າພວກເຂົາຈະສໍານຶກເລື່ອງ ບາບຂອງຕົນແລະກັບໃຈມາຫາພຣະຄຣິດ,ດັ່ງນັ້ນໃຫ້ອະທິຖານຂໍການຊັກນໍາແລະການກັບໃຈໃຫມ່ແທ້ໆເຊັ່ນດຽວກັນ.

ຖ້າທ່ານຫາກຍັງບໍ່ທັນກັບໃຈໃຫມ່ເທື່ອຂ້າພະເຈົ້າຂໍບອກທ່ານວ່າພຣະເຢຊູຊົງຮັກ ທ່ານ,ພຣະອົງຊົງຕາຍເພື່ອທ່ານເທິງໄມ້ກາງແຂນເພື່ອຈ່າຍໜີບາບໃຫ້ກັບທ່ານ, ພຣະໂລ ຫິດຂອງພຣະອົງຊົງຫຼັ່ງໄຫຼເທິງໂມ້ກາງແຂນເພື່ອຊໍາລະລ້າງຄວາມບາບຂອງເຮົາທຸກຢ່າງ,ພຣະອົງຊົງຟື້ນຄືນມາຈາກຕາຍເພື່ອປະທານຊີວິດໃຫ້ແກ່ທ່ານ “ຈົ່ງເຊື່ອວາງໃຈໃນພຣະເຢ ຊູຄຣິດເຈົ້າແລະທ່ານຈະລອດ”(ກິດຈະການ 16:31),ຈົ່ງຝັງໃຈແລະຄວາມຄິດຂອງທ່ານ ໄວ້ໃນພຣະເຢຊູພຽງຜູ້ດຽວ - ຊື່ງຊົງພຣະໂລຫິດຫຼັ່ງໄຫຼແລະຊົງຕາຍເທິງໄມ້ກາງແຂນ ເພື່ອຊ່ວຍທ່ານໃຫ້ລອດ! ຈົ່ງເຊື່ອວາງໃຈໃນພຣະອົງດ້ວຍໝົດທັງໃຈ,ພຣະອົງຈະຊົງຊ່ວຍ ທ່ານໃຫ້ພົ້ນຈາກຄວາມບາບ,ຄວາມຕາຍແລະນາຮົກ! ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ: ມາລະໂກ 9:23-29.
ບັນເລງເພງກ່ອນຄໍາເທດສະໜາໂດຍ ທ້າວ ເບັນຈາມິນຄິນເຄດກຣິຟຟິດ
“Old-Time Power” (by Paul Rader, 1878-1938).