Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຂໍ້ພຣະຄໍາພີຂອງດຣ.ເຄແກນ

DR. CAGAN’S VERSE
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 29/6/2014
A sermon preached at the Baptist Tabernacle of Los Angeles
Lord's Day Morning, June 29, 2014

“ແລະໂລກກັບສິ່ງຍົວະເຍົ້າຂອງໂລກກຳລັງຜ່ານພົ້ນໄປ ແຕ່ຜູ້ທີ່ປະພຶດຕາມພຣະໄທຂອງພຣະເຈົ້າກໍດຳລົງຢູ່ເປັນນິດ” (1 ໂຢຮັນ 2:17)


ນີ້ຄືຂໍ້ພຣະຄໍາພີທີ່ພຣະເຈົ້າຊົງໃຊ້ເພື່ອນໍາຜູ້ຊາຍຄົນໜື່ງໃຫ້ມາຫາພຣະເຢຊູໃນໂບດຂອງພວກເຮົາ,ລາວຍັງໜຸ່ມຫຼາຍຊ່ວງອາຍຸຊາວປີ, ລາວກໍາລັງຮຽນຈົບມະຫາວິທະຍາໄລຢູ່ ທີ່ຢູຊີແອວເອ, ລາວກໍາລັງວາງແຜນທີ່ຈະຫາເງີນເປັນລ້ານໆໂດລາກ່ອນທີ່ລາວຈະມີອາຍຸ ສາມສິບປີ,ລາວເຮັດວຽກສາມຢ່າງແລະສຶກສາຮໍ່າຮຽນເກືອບໝົດຄືນ, ບໍ່ ລາວບໍ່ແມ່ນຄຣິສ ຕຽນເລີຍ,ລາວຄິດວ່າພວກຄຣິສຕຽນເປັນພວກຄົນທີ່ມີຄວາມຄິດທີ່ອ່ອນແອ,ໂຕລາວບໍ່ແມ່ນ!
ລາວກໍາລັງຈະໄປເປັນເສດຖີແລະມີຊື່ສຽງ,ຫຼັງຈາກນັ້ນຄືນໜື່ງລາວກໍຄິດວ່າ“ຂ້ອຍໄດ້ອ່ານໜັງສືທີ່ດີຫຼາຍເຫຼັ້ມຂອງພວກຕາເວັນຕົກແຕ່ຂ້ອຍບໍ່ຍັງບໍ່ເຄີຍອ່ານພຣະຄໍາພີເລີຍ” ລາວຈື່ງ ນັ່ງລົງແລ້ວເລີ່ມອ່ານພຣະຄໍາພີ,ລາວອ່ານໄປເລື່ອຍໆໃນເວລາສັ້ນໆ,ຂໍ້ພຣະຄໍາພີເບີ່ງຄືວ່າ ເປີດຂ້າມໜ້າໄປໃຫ້ລາວ,ລາວບໍ່ສາມາດຈື່ຈໍາໃນສະໝອງຂອງລາວໄດ້,ຄໍາເວົ້າໃນພຣະຄໍາພີສືບຕໍ່ໂຈມຕີໃນສະໝອງຂອງລາວວ່າ“ແລະໂລກກັບສິ່ງຍົວະເຍົ້າຂອງໂລກກຳລັງຜ່ານພົ້ນໄປ ແຕ່ຜູ້ທີ່ປະພຶດຕາມພຣະໄທຂອງພຣະເຈົ້າກໍດຳລົງຢູ່ເປັນນິດ”, ຂໍ້ພຣະຄໍາພີສິງຢູ່ໃນ ລາວຄືກັບຜີສິງຢູ່ໃນສະໝອງຂອງລາວປະມານສອງປີ-ຈົນຮອດຄືນໜື່ງລາວຈື່ງໄດ້ມາຫາ ພຣະເຢຊູ,ລາວເວົ້າວ່າ “ໃນພຽງແຕ່ສ້ຽວວິນາທີທີ່ຂ້ອຍໄດ້ມາຫາພຣະເຢຊູ, ຂ້ອຍເຊື່ອໃນ ພຣະອົງ,ມັນກໍເປັນເລື່ອງງ່າຍໆແທ້” ພວກທ່ານຮູ້ຈັກລາວ,ຊື່ຂອງລາວຄືດຣ.ເຄແກນ-ແລະ ລາວກໍເປັນຜູ້ຊ່ວຍສິດຍາພິບານຂອງຄຣິສຕະຈັກນີ້! ພວກທ່ານຫາກໍໄດ້ຍິນລູກຊາຍຂອງ ລາວຊື່ຊາມູເອວຮ້ອງເພງກ່ອນທີ່ຂ້າພະເຈົ້າຈະມາເທດສະໜາແລະນີ້ຄືຂໍ້ພຣະຄໍາພີທີ່ໂນ້ມ ນ້າວ ດຣ.ເຄແກນ ໃນການມາເປັນຄຣິສຕຽນ.

“ແລະໂລກກັບສິ່ງຍົວະເຍົ້າຂອງໂລກກຳລັງຜ່ານພົ້ນໄປ ແຕ່ຜູ້ທີ່ປະພຶດຕາມພຣະໄທຂອງພຣະເຈົ້າກໍດຳລົງຢູ່ເປັນນິດ” (1 ໂຢຮັນ 2:17)

ຂໍ້ນີ້ປະກອບດ້ວຍຄວາມຈິງທີ່ສໍາຄັນສໍາຫຼັບຄົນໜຸ່ມທຸກໆຄົນທີ່ຢູ່ໃນຫ້ອງນີ້ໃນເຊົ້ານີ້,ມີຫຼາຍຄົນບໍ່ຄິດເຖິງເລື່ອງນີ້ແຕ່“ໂລກກໍາລັງຜ່ານພົ້ນໄປ” ດຣ.ເອ.ທີ.ໂຣເບີດສັນໄດ້ຊີ້ແຈ້ງ ວ່າຄໍາພາສາກຣີກໝາຍເຖິງ“ກໍາລັງຜ່ານພົ້ນໄປ” (Word Pictures in the New Testament, Broadman, 1933, p. 214)ໂລກ“ກໍາລັງຜ່ານພົ້ນໄປ”, ຄໍາວ່າ“ໂລກ”ມາຈາກພາສາກຣີກ “ຄອສໂມສ”, ມັນແນ່ໃສ່ລະບົບຂອງໂລກທີ່ຢູ່ພາຍໃຕ້ການຄວບຄຸມຂອງຊາຕານ,ສິ່ງຂອງ ຂອງໂລກແລະຄວາມຄິດແບບໂລກ,ມັນກໍາລັງຜ່ານພົ້ນໄປ! ມີພຽງຄົນເຫຼົ່ານັ້ນທີ່ເຮັດຕາມ ນໍ້າພຣະໄທຂອງພຣະເຈົ້າຈະຍັງຢູ່ແລະດໍາລົງຢູ່ເປັນນິດ!

ໂດຍທົ່ວໄປແລ້ວຂໍ້ພຣະຄໍາພີໄດ້ແບ່ງອອກເປັນສ່ອງຈຸດ, ແລະຂ້າພະເຈົ້າຢາກໃຫ້ ພວກຄົນໜຸ່ມທຸກຄົນທີ່ຢູ່ທີ່ນີ້ໃນເຊົ້ານີ້ຄິດເຖິງເລື່ອງນີ້,ຂໍ້ພຣະຄໍາພີຂໍ້ນີ້ໄດ້ສ້າງຄວາມປະທັບ ໃຈອັນຍິ່ງໃຫຍ່ໃຫ້ແກ່ດຣ.ເຄແກນຜູ້ຊ່ວຍສິດຍາພິບານຂອງເຮົາຕອນທີ່ລາວຍັງເປັນຄົນທີ່ບໍ່ເຊື່ອພຣະເຈົ້າ,ຂໍ້ພຣະຄໍາພີຂໍ້ນີ້ເປັນຊີວິດຂອງລາວໃນປະຈຸບັນນີ້,ຂ້າພະເຈົ້າຂໍອະທິຖານວ່າ
ມັນຈະສ້າງຄວາມປະທັບໃຈອັນໃຫຍ່ຫຼວງໃຫ້ແກ່ພວກທ່ານເຊັ່ນດຽວກັນ.

I. ໜື່ງ ໂລກກໍາລັງຜ່ານພົ້ນໄປ.

“ໂລກກັບສິ່ງຍົວະເຍົ້າຂອງໂລກກຳລັງຜ່ານພົ້ນໄປ” (1ໂຢຮັນ 2:17ກ)

ດຣ.ຣີເນັກເກີກ່າວວ່າ “ມັນຢູ່ໃນຂະບວນການແຫ່ງການຜ່ານພົ້ນໄປ” (Linguistic Key to the Greek New Testament, Zondervan, 1980, p. 788).

ພວກທ່ານບາງຄົນກໍໄດ້ເຫັນແບບນີ້ແລ້ວ,ຕອນທີ່ໝູ່ຮຽນຈົບມັດທະຍົມ,ພວກທ່ານກໍ ເວົ້າວ່າຈະໄປຮຽນພ້ອມກັນແຕ່ດ້ວຍເຫດຜົນໃດໜື່ງທ່ານກໍບໍ່ໄດ້ຮຽນ, ໝູ່ຄູ່ທີ່ຄົບນໍາບໍ່ດົນກໍ ອອກໄປ,ມັນຈະເກີດຂື້ນອີກເທື່ອໜື່ງຕອນທີ່ທ່ານຈົບຈາກວິທະຍາໄລ, ມັນສາມາດເກີດຂື້ນ ໄດ້ແມ່ນແຕ່ຕອນທີ່ທ່ານຍັງຮຽນຢູ່ໃນໂຮງຮຽນ, ມີບາງຢ່າງເກີດຂື້ນແລະໝູ່ຂອງເຮົາກໍປ່ຽນ ໄປຈາກເຮົາ,ມີຄົນໜຸ່ມຄົນໜື່ງເວົ້າວ່າ “ມັນເບິ່ງຄືວ່າທຸກຄົນຕໍ່ສູ້ຂ້ອຍໝົດໃນຕອນນີ້” ນາງບໍ່ ເຄີຍຄິດວ່າມັນຈະເກີດແບບນີ້ຂື້ນແຕ່ດ້ວຍເຫດຜົນບາງຢ່າງມັນກໍເກີດ, ລາວເວົ້າເຖິງໂຮງ ຮຽນຂອງຕົນ,ຊື່ງລາວເວົ້າວ່າ “ຂ້ອຍຈະດີໃຈທີ່ໄດ້ອອກໄປຈາກບ່ອນນັ້ນ”

ມີຄົນໜຸ່ມຫຼາຍຄົນຮູ້ສຶກຢາກເລີກຄົບກັບໝູ່ຢູ່ໃນໂຮງຮຽນຂອງເຂົາແມ່ນແຕ່ກ່ອນທີ່ພວກເຂົາຈະຮຽນຈົບແລະຕອນຈົບມັນແຮງຮ້າຍກວ່າອີກ,ພວກທ່ານເວົ້າວ່າ “ຂ້ອຍຈະ “ຍັງ ຕິດຕໍ່ກັນຢູ່”ແຕ່ວ່າມັນຈະບໍ່ເກີດຂື້ນ, ມັນຈະບໍ່ມີມື້ເກີດຂື້ນໄດ້ທ່ານກໍຮູ້

ຈອສແມັກດໍແວວໄດ້ຊີ້ແຈ້ງວ່າ“ນັກຮຽນທຸກຄົນປະສົບບັນຫາການສູນເສຍຄວາມສໍາພັນຫຼືການແຍກຈາກກັນຊື່ງໄດ້ນໍາເອົາຄວາມເຈັບປວດພາຍໃນອອກມາ” (The Disconnected Generation, Word, 2000, p. 154), ລາວບອກວ່າເລື່ອງນີ້ເກີດຂື້ນຍ້ອນຫ້າສາເຫດ.


1.  ເມື່ອພວກເຂົາຍ້າຍຫຼືໝູ່ຂອງພວກເຂົາຍ້າຍອອກໄປ

2.  ເມື່ອໝູ່ຂອງພວກເຂົາປະຕິເສດເຂົາ

3.  ເມື່ອຄອບຄົວແຕກແຍກ

4.  ເມື່ອຄວາມຮັກໃຄ່ຈົບສິ້ນ

5.  ເມື່ອໝູ່ຫຼືຄົນໃນຄອບຄົວຕາຍຈາກໄປ(ເຫຼັ້ມດຽວກັນໜ້າ 155-160)


ລາວສາມາດໃຫ້ຫົນທາງທີ່ຫົກທີ່ການແຍກອອກຈາກກັນມາເຖິງຄົນໜຸ່ມສາວ.


6.  ເມື່ອພວກເຂົາຮຽນຈົບ.


ແມ່ນ,ລາວເວົ້າຖືກຕອນທີ່ລາວເວົ້າວ່າ“ນັກຮຽນທຸກຄົນປະສົບບັນຫາການສູນເສຍ ຄວາມສໍາພັນຫຼືການແຍກຈາກກັນຊື່ງໄດ້ນໍາເອົາຄວາມເຈັບປວດພາຍໃນອອກມາ”ນັ້ນແລະຄືສິ່ງທີ່ກໍາລັງຈະເກີດຂື້ນກັບທ່ານ-ໃນຫົນທາງໜື່ງຫຼືຫົນທາງອື່ນໆ ເປັນຫຍັງ?ກໍເພາະວ່າ ໂລກແມ່ນໄດ້“ຢູ່ໃນຂະບວນການແຫ່ງການຜ່ານພົ້ນໄປ”ແລ້ວ(Rienecker, op. cit.).

ຂ້າພະເຈົ້າກັບໄອລີນາເມຍຂອງຂ້າພະເຈົ້າໄດ້ພາກັນໄປປະເທດອີຢິບໃນຫຼາຍປີ ກ່ອນ,ພວກເຮົາໄດ້ປີ້ນຂື້ນໄປເຖິງຍອດຂອງປີຣາມິດໃຫຍ່ຢູ່ພາຍໃນທາງຜ່ານທີ່ໄປຈາກ ກ້ອງສຸດຊື່ຂື້ນໄປເຖິງສະຖານທີ່ຝັງສົບຂອງຟາໂຣ,ຂ້າພະເຈົ້າຂໍບອກທ່ານວ່າທ່ານບໍ່ສາມາດເຮັດແບບນັ້ນໄດ້ອີກຕໍ່ໄປແຕ່ພວກເຮົາເຮັດໄດ້ຍ້ອນຫຼັງກັບໄປ,ທ່ານສາມາດແນມຈາກປິຣາ ມິດນັ້ນອອກໄປ,ມັນຍັງຄົງເປັນສິ່ງວິເສດສຸດ,ເຖິງແມ່ນວ່າມັນຈະຖືກທໍາລາຍໄປດ້ວຍການ ເວລາກໍຕາມ,ຄວາມສິວີໄລອັນຍິ່ງໃຫຍ່ທີ່ຟາໂຣຄົນນີ້ໄດ້ຄວບຄຸມຢູ່ເໜືອນັ້ນໄດ້ຫາຍໄປແລ້ວ
ຜູ້ຄົນທີ່ຢູ່ທີ່ນັ້ນຕອນນີ້ມີຄວາມຍາກຈົນແລະລ້າຫຼັງ,ປະເທດອີຢິບຄັ້ງໜື່ງເຄີຍເປັນຊົນຊາດທີ່ຍິ່ງໃຫຍ່ທີ່ສຸດໃນໂລກ, ທຸກສິ່ງທຸກຢ່າງໄດ້ຜ່ານພົ້ນໄປແລ້ວບໍ່ມີຫຍັງເຫຼືອນອກຈາກແຕ່ປິຣາ ມິດທີ່ແຕກມຸ່ນ,ແມ່ນແຕ່ບ່ອນຝັງສົບກໍວາງເປົ່າ,ພວກຄົນປ່າເຖື່ອນໄດ້ທໍາລາຍມໍາມີ່ຂອງຟາ ໂຣແລະລັກທີ່ຖືກຝັງໄວ້ຂອງລາວໄປເມື່ອຫຼາຍປີກ່ອນ, ໃນຂະນະທີ່ພວກເຮົາແນມເບິ່ງຊາກ ປະລັກຫົກພັງຂອງປີຣາມິດທີ່ເຫຼືອເຄິ່ງໜື່ງນັ້ນ, ຂ້າພະເຈົ້າກໍຄິດວ່າ:

“ໂລກກັບສິ່ງຍົວະເຍົ້າຂອງໂລກກຳລັງຜ່ານພົ້ນໄປ”(1ໂຢຮັນ 2:17)

ຕອນທີ່ຄອບຄົວຂ້າພະເຈົ້າທັງເມຍແລະລູກຊາຍຢູ່ໃນປະເທດອັງກິດ,ພວກເຮົາໄດ້ ໄປຜ່ານທາງວິຫານເວສມິນສະເຕີ,ມີພວກບຸລຸດຊາວອັງກິດຜູ້ຍິ່ງໃຫຍ່ທຸກຍຸກສະໄໝຫຼາຍ ຄົນຖືກຝັງໄວ້ທີ່ນັ້ນ,ພວກນັກກະວີ,ພວກລັດຖະບຸລຸດແລະພວກທະຫານ,ພວກເຂົາໄດ້ຕໍ່ສູ້ ກັບບັນຮົບທີ່ໂດ່ງດັງ,ຂຽນໜັງສືຫຼາຍເຫຼັ້ມແລະກະວີນິພົນທີ່ມີຊື່ສຽງໃນໂລກ,ຕອນນີ້ກະດູກ ຂອງພວກເຂົາຖືກຝັງໄວ້ໃຕ້ຫີນ,ຢູ່ກ້ອງພື້ນແລະຢູ່ໃນຝາພະນັງຂອງຕຶກອໍກັສນັ້ນ,ແສງໄຟ ມືດມົວແລະມີສຽງງຽບອັນຍິ່ງໃຫຍ່ໃນຂະນະທີ່ພວກເຮົາຍ່າງຜ່ານວິຫານເວສມິນສະເຕີໃນ ບ່າຍວັນນັ້ນ,ຂໍ້ພຣະຄໍາຂໍ້ນີ້ໄດ້ແລ່ນຂື້ນມາຢູ່ໃນໃຈຂອງຂ້າພະເຈົ້າ.

“ໂລກກັບສິ່ງຍົວະເຍົ້າຂອງໂລກກຳລັງຜ່ານພົ້ນໄປ” (1ໂຢຮັນ 2:17)

ດຣ.ເຈ.ເວີນັນແມັກກີໄດ້ກ່າວວ່າ:

ມີສະຫງ່າລາສີທີ່ເປັນຂອງສິ່ງເຫຼົ່ານັ້ນແຕ່ມັນໄດ້ຜ່ານພົ້ນໄປແລ້ວ,ປະເທດອັງກິດມີອໍານາດພຽງແຕ່ຊັ້ນສາມໃນໂລກນີ້... ສິ່ງເຫຼົ່ານັ້ນໄດ້ຜ່ານພົ້ນໄປ ແລະຕັນຫາຂອງມັນ,ຕັນຫາຂອງກະສັດເຮັນຣີ່ທີ່ 8 ປະຈຸບັນນີ້ຢູ່ໃສ? ມັນ ຢູ່ໃນອຸບໂມງໜື່ງໃນນັ້ນທີ່ຢູ່ຫັ້ນ, ພຽງແຕ່ຄິດເຖິງກຽດທັງໝົດຊື່ງຖືກຝັງໄວ້ ໃນວິຫານເວສເມິນສະເຕີ - ສິ່ງເຫຼົ່ານັ້ນໄດ້ຜ່ານພົ້ນໄປແລ້ວ (Dr. J. Vernon McGee, Th.D., Thru the Bible, Thomas Nelson, 1983, volume V, p. 776).

ເຊີດຊິວພະຍາຍາມທີ່ຈະຊ່ວຍຈັກກະພັດອັງກິດໃຫ້ລອດໄດ້, ແຕ່ເມື່ອເຖິງເວລາທີ່ພວກເຂົາ ຟັງຄໍາເຕືອນຂອງລາວມັນກໍຊ້າເກີນໄປທີ່ຈະຊ່ວຍຈັກກະວັດໃຫ້ພົ້ນໄດ້,ມີພຽງການດີ້ນລົນຕໍ່ສູ້ອັນຍິ່ງໃຫຍ່ທີ່ໄດ້ຊ່ວຍປະເທດອັງກິດໃຫ້ພົ້ນຈາກຮິດເລີແລະພວກນາຊີ.

ແລະສິ່ງນັ້ນມັນຈະເກີດຂື້ນກັບອາເມລິກາເຊັ່ນກັນ,ຍຸກສະໄໝຂອງເຮົາຈະຜ່ານພົ້ນ ໄປ,ຄວາມສິວີໄລຂອງພວກເຮົາຈະຈົບສິ້ນ,ນັກສຶກສາພຣະຄໍາພີຫຼາຍຄົນເວົ້າວ່າພວກເຮົາ ກໍາລັງເລີ່ມຕົ້ນເປັນພະຍານເຖິງການລົ້ມຈົ່ມຂອງປະເທດອາເມລິກາໃນຕອນນີ້.

“ໂລກກັບສິ່ງຍົວະເຍົ້າຂອງໂລກກຳລັງຜ່ານພົ້ນໄປ” (1ໂຢຮັນ 2:17)

ມັດທະຍົມຕອນປາຍຈະສິ້ນສຸດ,ພວກທ່ານຈະບໍ່ເຫັນໝູ່ຄູ່ພວກນີ້ອີກເທື່ອໜື່ງ,ວິທະຍາໄລຈະສິ້ນສຸດ,ພວກໝູ່ຢູ່ຫັ້ນກໍຈະຫາຍໄປເຊັ່ນກັນ, ຄອບຄົວຂອງທ່ານຈະຕາຍເທື່ອລະ ຄົນ-ແມ່ຂອງທ່ານ,ພໍ່ຂອງທ່ານ,ພີ່ນ້ອງຄົນອື່ນໆ,ຈະຫາຍໂຕໄປ,ສຸດທ້າຍທ່ານກໍຈະໄປເຊັ່ນ ດຽວກັນ.

ມັນເກີດຂື້ນກັບຂ້າພະເຈົ້າແບບນັ້ນ,ໝູ່ຄູ່ທຸກຄົນຂອງຂ້າພະເຈົ້າຢູ່ໂຮງຮຽນມັດທະ ຍົມແລະວິທະຍາໄລໄດ້ຈາກໄປ,ຄອບຄົວຂອງຂ້າພະເຈົ້າກໍຕາຍໄປເທື່ອລະຄົນໆ - ພໍ່ຂອງ ຂ້າພະເຈົ້າ,ແມ່ແລະຍາດຕິພີ່ນ້ອງຄົນອື່ນຂອງຂ້າພະເຈົ້າຕາຍໝົດ,ສຸດທ້າຍແລ້ວຂ້າພະເຈົ້າກໍຈະຕາຍເຊັ່ນດຽວກັນ.

“ໂລກກັບສິ່ງຍົວະເຍົ້າຂອງໂລກກຳລັງຜ່ານພົ້ນໄປ” (1ໂຢຮັນ 2:17)

ຈາກນັ້ນມັນຈະບໍ່ສໍາຄັນວ່າທ່ານຮຽນຢູ່ວິທະຍາໄລຫຍັງ,ຈາກນັ້ນມັນຈະບໍ່ສໍາຄັນວ່າທ່ານໄດ້ ເງີນຫຍັງມາ,ຈາກນັ້ນມັນຈະບໍ່ສໍາຄັນວ່າທ່ານມີຄວາມສໍາເລັດຫຍັງແດ່, ທຸກສິ່ງທຸກຢ່າງຈະ ສູນສິ້ນໄປ,ສິ່ງເຫຼົ່ານັ້ນຈະບໍ່ສໍາຄັນ“ເພາະຄວາມນິຍົມຂອງໂລກນີ້ກໍາລັງຜ່ານພົ້ນໄປ” (1 ໂກລິນໂທ 7:31)

“ຊີວິດຂອງທ່ານເປັນຫຍັງລະ ກໍເປັນເໝືອນໝອກທີ່ປາກົດຢູ່ແຕ່ບຶດດຽວໜຶ່ງແລ້ວກໍຫາຍໄປ” (ຢາໂກໂບ 4:14)

ຂ້າພະເຈົ້າກັບສິດຍາພິບານຄົນໜື່ງກໍາລັງເບິ່ງໜັງສັ້ນເລື່ອງສົງຄາມໂລກຄັ້ງທີ່ສອງຢູ່ໃນໂທລະພາບ, ບາງຕອນຂອງໜັງເລື່ອງສົງຄາມໄດ້ຮັບການບັນຍາຍໂດຍມາທາເກວ ຮອນນັກຂ່າວທີ່ມີຊື່ສຽງແຫ່ງຍຸກຊຸມປີ 1940, ຂ້າພະເຈົ້າຖາມອາຈານຜູ້ນັ້ນວ່າ“ເຈົ້າຮູ້ບໍວ່າ ນາງເປັນໃຜ?” ລາວຕອບວ່າ “ບໍ”, “ນາງແມ່ນໃຜລະ?” “ນາງເປັນເມຍຄົນທີ່ສາມຂອງເອີ ເນັສເຮມມິງເວ” ຜົວຂອງລາວເປັນນັກແຕ່ງໜັງສືເລື່ອງທີ່ໂດ່ງດັງທີ່ສຸດໃນໂລກ,ໜັງສືເລື່ອງ ຂອງລາວຫຼາຍເຫຼັ້ມໄດ້ເອົາມາສ້າງເປັນໜັງໃຫຍ່,ປະທານາທິບໍດີເຄນເນດີໄດ້ຂໍໃຫ້ລາວໃຫ້ ລາວໄປກ່າວໃນພິທີສາບານຕົນເຂົ້າຮັບຕໍາແໜ່ງຂອງເພີ່ນ,ແຕ່ລາວບໍ່ສາມາດໄປໄດ້,ມາທາ
ແກວຮອນເມຍຂອງລາວເປັນນັກຂ່າວທີ່ໂດ່ງດັງ,ຕອນນີ້ຜູ້ຄົນບໍ່ຮູ້ແມ່ນແຕ່ວ່າລາວເປັນໃຜ! ແລະເປັນເລື່ອງຍາກທີ່ຜູ້ຄົນຈະຈື່ເອີເນັສເຊັ່ນດຽວກັນ.

“ໂລກກັບສິ່ງຍົວະເຍົ້າຂອງໂລກກຳລັງຜ່ານພົ້ນໄປ”(1ໂຢຮັນ 2:17)

ທ່ານສາມາດຊະນະລາງວັນພັລລິດເຊີສໍາຫຼັບວັນນະຄະດີຄືກັບເຮມມິງເວໄດ້,ແລ້ວມັນຈະແຕກຕ່າງຫຍັງກັນລະ? ທ່ານສາມາດຂຽນໃຫ້ກັບວາລະສານໄທມ໌ ຄືກັບມາທາແກວ ຮອນເຮັດໄດ້,ແມ່ນໃຜແດ່ຈະຈື່ມັນລະ? ທ່ານສາມາດເປັນເຈົ້າຂອງທີມຄລິບເປີຄືກັບດໍນໍ ສະເຕລິງໄດ້,ບໍ່ພໍເທົ່າໃດປີຕໍ່ຈາກນີ້ແມ່ນໃຜຊິຮູ້ຈັກທ່ານລະ? ແມ່ນໃຜແດ່ຊິຈື່? ທ່ານສາ ມາດເປັນນັກຮ້ອງທີ່ມີຊື່ສຽງໂດ່ງດັງຄືກັບບີຢ່ອນເຊຫຼືມິເລໄຊຣັສໄດ້,ແຕ່ບໍ່ພໍເທົ່າໃດປີຕໍ່ຈາກ ນີ້ແມ່ນໃຜຊິຮູ້ຈັກທ່ານລະ? ແມ່ນແດ່ຊິສົນໃຈ? ມັນຈະສໍາຄັນແນວໃດແດ່?

ໃນນາຮົກທ່ານອາດຈະມື່ນຕາເບິ່ງແລະເວົ້າວ່າ“ມັນເປັນຄວາມຈິງ! ແມ່ນຫຍັງຂ້ອຍ ຄືໂງ່ແທ້ທີ່ບໍ່ຟັງ”

“ໂລກກັບສິ່ງຍົວະເຍົ້າຂອງໂລກກຳລັງຜ່ານພົ້ນໄປ”(1ໂຢຮັນ 2:17ກ)

II. ສອງ ແຕ່ຄົນທີ່ເຮັດຕາມນໍ້າພຣະໄທຂອງພຣະເຈົ້າຈະດໍາລົງຢູ່ເປັນນິດ.

ຂໍ້ພຣະຄໍາພີກ່າວວ່າ:

“ແລະໂລກກັບສິ່ງຍົວະເຍົ້າຂອງໂລກກຳລັງຜ່ານພົ້ນໄປ ແຕ່ຜູ້ທີ່ປະພຶດຕາມພຣະໄທຂອງພຣະເຈົ້າກໍດຳລົງຢູ່ເປັນນິດ” (1 ໂຢຮັນ 2:17)

ເຄິ່ງໜື່ງຂອງຂໍ້ພຣະຄໍາພີບອກພວກເຮົາວ່າບຸກຄົນທີ່ເຮັດໃນສິ່ງທີ່ພຣະເຈົ້າຕ້ອງການ,ຄົນທີ່ ເຮັດຕາມນໍ້າພຣະໄທຂອງພຣະເຈົ້າ“ດໍາລົງຢູ່ເປັນນິດ” ພາສາກຣີກແປຄໍາວ່າ “ດໍາລົງຢູ່” ໝາຍເຖິງ“ຢູ່ນໍາ,ສືບຕໍ່,ຍັງຄົງຢູ່”ເຊັ່ນກັນ(ສະບັບສະຕຣອງ), ພວກເຮົາສາມາດແປມັນໄດ້ວ່າ
“ຜູ້ທີ່ເຮັດຕາມພຣະໄທຂອງພຣະຂອງພຣະເຈົ້າຍັງຄົງຢູ່ເປັນນິດ”

ສິ່ງອື່ນໆທຸກຢ່າງທີ່ເຮົາຮູ້ໂດຍທາງສໍາພັດຝ່າຍຮ່າງກາຍຂອງເຮົາໃນໂລກນີ້ຈະຜ່ານພົ້ນໄປ,ທຸກຢ່າງຈະສູນສິ້ນໄປ, ແຕ່ບຸກຄົນທີ່ເຮັດໃນສິ່ງທີ່ພຣະເຈົ້າຢາກໃຫ້ເຮັດຈະຍັງຄົງຢູ່ ສືບໄປເປັນນິດ” ເປັນຄໍາສັນຍາທີ່ີໜ້າອັດສະຈັນແທ້ທີ່ຢູ່ໃນພຣະຄໍາຂອງພຣະເຈົ້າ!

“ແຕ່ຜູ້ທີ່ປະພຶດຕາມພຣະໄທຂອງພຣະເຈົ້າກໍດຳລົງຢູ່ເປັນນິດ” (1 ໂຢຮັນ 2:17ຂ)

ເພງຂ່າວປະເສີດເກົ່າທີ່ພິເສດທີ່ພວກເຮົາພາກັນຮ້ອງໃນຕອນຕົ້ນຂອງການນະມັດສະການ ເປັນຄວາມຈິງ! ມັນບອກພວກເຮົາເຖິງເລື່ອງສະຫວັນ!

ເພື່ອນທີ່ຂ້າຮັກດົນມາແລ້ວຈະຢູ່ບ່ອນນັ້ນ,ຄວາມຍິນດີດັງຫ້ວຍນໍ້າທີ່ຢູ່ອ້ອມຮອບຂ້າ
ພຽງເຫັນຮອຍຍິ້ມພຣະຜູ້ຊ່ວຍຂອງຂ້າ,ກໍຮູ້ຜ່ານຊ່ວງຫຼາຍປີຊົງເປັນລາສີແກ່ຂ້າ
ໂອມັນຈະເປັນສະຫງ່າລາສີແກ່ຂ້າ, ເປັນລາສີແກ່ຂ້າ, ເປັນລາສີແກ່ຂ້າ
ໂດຍພຣະຄຸນພຣະອົງຂ້າຈະເບິ່ງພຣະພັກພຣະອົງເພື່ອເປັນລາສີ,ລາສີແກ່ຂ້າ
   (“O That Will Be Glory” by Charles H. Gabriel, 1856-1932).

ແຕ່ພຣະສັນຍາທີ່ຍິ່ງໃຫຍ່ທີ່ຢູ່ໃນເພງນັ້ນແມ່ນສໍາຫຼັບຄົນທີ່ເຮັດຕາມພຣະໄທຂອງ ພຣະເຈົ້າເທົ່ານັ້ນ

“ແລະໂລກກັບສິ່ງຍົວະເຍົ້າຂອງໂລກກຳລັງຜ່ານພົ້ນໄປ ແຕ່ຜູ້ທີ່ປະພຶດຕາມພຣະໄທຂອງພຣະເຈົ້າກໍດຳລົງຢູ່ເປັນນິດ” (1 ໂຢຮັນ 2:17)

ແມ່ນຫຍັງຄື “ນໍ້າພຣະໄທຂອງພຣະເຈົ້າ” ທີ່ທ່ານຕ້ອງເຮັດເພື່ອທີ່ຈະມີຊີວິດອັນຕະຫຼອດໄປ ເປັນນິດ? ພຣະເຢຊູຕັດວ່າ:

“ເພາະນີ້ແລະເປັນພຣະປະສົງຂອງຜູ້ທີ່ຊົງໃຊ້ເຮົາມານັ້ນ ທີ່ຈະໃຫ້ທຸກຄົົນທີ່ເຫັນພຣະບຸດ ແລະເຊື່ອໃນພຣະບຸດໄດ້ມີຊີວິດນິລັນດອນ ແລະເຮົາຈະໃຫ້ຜູ້ນັ້ນຟື້ນຂຶ້ນມາໃນວັນສຸດທ້າຍ”(ໂຢຮັນ 6:40)

“ຜູ້ທີ່ເຮັດຕາມພຣະໄທຂອງພຣະເຈົ້າກໍດໍາລົງ[ຍັງຄົງຢູ່]ເປັນນິດ” “ເພາະນີ້ແລະເປັນພຣະ ປະສົງຂອງຜູ້ທີ່ຊົງໃຊ້ເຮົາມານັ້ນ ທີ່ຈະໃຫ້ທຸກຄົົນທີ່ເຫັນພຣະບຸດ ແລະເຊື່ອໃນພຣະບຸດໄດ້ມີຊີວິດນິລັນດອນ ແລະເຮົາຈະໃຫ້ຜູ້ນັ້ນຟື້ນຂຶ້ນມາໃນວັນສຸດທ້າຍ” ທຸກຄົນທີ່ແນມເບິ່ງທີ່ ພຣະເຢຊູຄຣິດໂດຍຄວາມເຊື່ອແລະເຊື່ອວາງໃຈໃນພຣະອົງຢ່າງເຕັມລົ້ນຈະມີຊີວິດອັນຕະຫຼອດໄປເປັນນິດ,ນັ້ນແລະຄືພຣະສັນຍາຂອງພຣະເຢຊູຄຣິດ-ພຣະອົງບໍ່ເຄີຍຕົວະຈັກເທື່ອ!

ມັນຄືນໍ້າພຣະໄທຂອງພຣະເຈົ້າສໍາຫຼັບທ່ານທີ່ຈະເຊື່ອໃນພຣະເຢຊູ, ເມື່ອທ່ານຫັນ ກັບມາຫາພຣະອົງດ້ວຍສຸດໃຈທ່ານກໍລອດທັນທີ, ທ່ານບໍ່ໄດ້ຮັບຊີວິດນິລັນດອນຫຼັງຈາກທີ່ ຕາຍໄປ,ບໍ່ເລີຍ! ທ່ານໄດ້ຮັບຊີວິດນິລັນດອນດຽວນີ້ເລີຍ - ເມື່ອທ່ານເຊື່ອສຸດໃຈແລະເຕັມ ໃຈໃນພຣະເຢຊູຄຣິດພຣະບຸດຂອງພຣະເຈົ້າ, ພຣະເຢຊູຕັດວ່າ:

“ເຮົາໃຫ້ຊີວິດນິລັນດອນ[ດຽວນີ້]ແກ່ແກະແລະແກະນັ້ນຈະບໍ່ຈິບຫາຍເລີຍ” (ໂຢຮັນ 10:28)

ນໍ້າພຣະໄທຂອງພຣະເຈົ້າຄືໃຫ້ທ່ານຫັນໜີຈາກບາບແລ້ວເຊື່ອໃນພຣະເຢຊູດ້ວຍ ສຸດໃຈຂອງທ່ານ,ພຣະຄຣິດຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍໜີບາບຂອງຂອງທ່ານ,ພຣະອົງຊົງຟື້ນຈາກຕາຍພ້ອມດ້ວຍຮ່າງກາຍແລ້ວ,ຕອນນີ້ພຣະອົງຊົງມີຊີວິດຢູ່ທີ່ເບື້ອງຂວາພຣະຫັດຂອງພຣະເຈົ້າໃນສະຫວັນ, ເມື່ອທ່ານມາຫາພຣະເຢຊູ,ພຣະອົງຈະຊົງຊໍາລະລ້າງບາບ ຂອງທ່ານອອກໄປໂດຍພຣະໂລຫິດທີ່ຊ່ວຍໃຫ້ພົ້ນຂອງພຣະອົງ, ຫຼັງຈາກນັ້ນທ່ານກໍຈະມີຊີ ວິດຢູ່ຕະຫຼອດເປັນນິດກັບພຣະອົງໃນສະຫງ່າລາສີເປັນນິດນິລັນ.

ສະຫຼຸບ:

“ແລະໂລກກັບສິ່ງຍົວະເຍົ້າຂອງໂລກກຳລັງຜ່ານພົ້ນໄປ” ໂລກໄດ້ຜ່ານພົ້ນໄປແລ້ວ ພວກທ່ານໄດ້ສູນເສຍໝູ່ຄູ່ທີ່ມີໃນໂລກນີ້ໄປແລ້ວ, ພວກທ່ານເສຍໝູ່ໄປຕອນທີ່ຮຽນຈົບມັດ ທະຍົມປາຍ,ພວກທ່ານເສຍໝູ່ໄປຕອນທີ່ຮຽນຈົບວິທະຍາໄລ, ພວກທ່ານສູນເສຍພວກເຂົາ ໃນຄວວາມວຸ້ນວາຍຂອງຊີວິດ,ທ່ານເສຍພວກເຂົາໄປໃນຕອນທີ່ທ່ານຕາຍ, ໃນບໍ່ຊ້າເພື່ອນ ຂອງທ່ານທຸກຄົນກໍຈະຫາຍໄປໃນຫົນທາງໜື່ງຫຼືທາງໃດໜື່ງ, ນອກຈາກວ່າພວກເຂົາເປັນ ຄຣິສຕຽນແທ້ ແຕ່ຖ້າທ່ານມີໝູ່ທີ່ລອດແທ້ແລ້ວ ທ່ານກໍຈະຊື່ນຊົມຍິນດີກັບພວກເຂົາຕະ ຫຼອດໄປໃນອານາຈັກຂອງພຣະເຈົ້າ! ນັ້ນແລະເປັນເຫດຜົນທີ່ພວກເຮົາເວົ້າວ່າ“ເປັນຫຍັງ ຈື່ງຢູ່ໂດ່ດດຽວ? ຈົ່ງມາບ້ານທີ່ໂບດ! ຈົ່ງມາບ້ານຫາພຣະຄຣິດ!” ທ່ານແລະໝູ່ຂອງທ່ານທີ່ ເຊື່ອໃນໂບດຈະມີຊີວິດອັນຕະຫຼອດໄປເປັນນິດ, ພວກທ່ານຈະຮູ້ຈັກຊື່ງກັນແລະກັນເມື່ອ ທ່ານໄປຮອດເມືອງສະຫວັນ,ພວກທ່ານຈະຊື່ນຊົມຍິນດີກັບມິດຕະພາບຕະຫຼອດໄປເປັນນິດ
ຊ່າງເປັນພຣະສັນຍາທີ່ໜ້າອັດສະຈັນແທ້

ແຕ່ທ່ານຈະຕ້ອງເຮັດຕາມນໍ້າພຣະໄທຂອງພຣະເຈົ້າ, ທ່ານຈະຕ້ອງຫັນຫຼັງໃຫ້ກັບ ບາບແລະມາຫາພຣະເຢຊູຄຣິດ “ລູກແກະຂອງພຣະເຈົ້າຜູ້ຊົງຮັບເອົາຄວາມຜິດບາບຂອງ ໂລກໄປເສຍ” (ໂຢຮັນ 1:29)

“ແລະໂລກກັບສິ່ງຍົວະເຍົ້າຂອງໂລກກຳລັງຜ່ານພົ້ນໄປ ແຕ່ຜູ້ທີ່ປະພຶດຕາມພຣະໄທຂອງພຣະເຈົ້າກໍດຳລົງຢູ່ເປັນນິດ” (1 ໂຢຮັນ 2:17)

ທ່ານຈະຍອມອອກໄປຈາກໂລກແລະຄວາມບາບແລ້ວມາຫາພຣະເຢຊູບໍ? ພຣະເຢຊູຊົງ ເອີ້ນທ່ານໃຫ້ມາຫາພຣະອົງ, ພຣະອົງຕັດວ່າ:

“ບັນດາຜູ້ເຮັດວຽກອິດເມື່ອຍແລະແບກພາລະໜັກ ຈົ່ງມາຫາເຮົາ ແລະເຮົາຈະໃຫ້ທ່ານທັງຫລາຍຫາຍເມື່ອຍເປັນສຸກ”(ມັດທາຍ 11:28)

ຈົ່ງຟັງຄໍາພະຍານຂອງຍິງສາວຊື່ລາຣາ, ລາວຢູ່ໃນຫ້ອງປະຊຸມນີ້, ລາຣາຂໍເຊີນຢືນ ຂື້ນແດ່, ເຊີນນັ່ງລົງໄດ້, ລາຣາເວົ້າວ່າ:

      ຂ້ອຍມາທີ່ຄຣິສຕະຈັກໃນວັນທີ່ 28/4/2011,ໃນຄຣິສຕະຈັກຂ້ອຍຮູ້ ສຶກອົບອຸ່ນຫຼາຍ, ແຕ່ເລື່ອງນີ້ບໍ່ໄດ້ເອົາພາລະແຫ່ງຄວາມບາບຂອງຂ້ອຍ ອອກໄປເລີຍ,ເມື່ອຂ້ອຍໄດ້ຍິນດຣ.ໄຮເມີເທດຂ້ອຍຮູ້ສຶກສໍານຶກເລື່ອງບາບຂອງຂ້ອຍຕັ້ງແຕ່ບົດເທດທໍາອິດທີ່ໄດ້ຍິນ,ຂ້ອຍຮູ້ສຶກວ່າທຸກຄໍາເທດສະໜາແມ່ນຕໍາຂ້ອຍໝົດຄືກັບວ່າຂ້ອຍຖືກໄຟສະປອດໄລແຍ່ງໃສ່ແລະດຣ.ໄຮເມີ ກໍຄືກັບເທດໃສ່ຂ້ອຍ, ປະມານສອງອາທິດຂ້ອຍກັບບ້ານດ້ວຍໃຈທີ່ໜັກ ໜ່ວງ, ຈາກນັ້ນຂ້ອຍກໍເລີ່ມໄປຫ້ອງນໍາວິນຍານ,ຜ່ານທາງຄໍາເທດສະໜາ ແລະຫ້ອງນໍາວິນຍານ, ຂ້ອຍກໍຮູ້ສຶກຊົ່ວຮ້າຍຫຼາຍກ່ຽວກັບບາບຂອງຕົນ, ຂ້ອຍຊັງບາບຂອງຂ້ອຍ,ຂ້ອຍຮູ້ສຶກສົກກະປົກ,ຊົ່ວ, ບໍ່ມີຄ່າແລະບໍ່ມີຄວາມ ສະຫງົບ,ແລະມັນກໍບໍ່ມີຫຍັງດີໃນໂຕຂ້ອຍ, ຂ້ອຍຮູ້ດີວ່າຂ້ອຍສົມຄວນຕົກ ນາຮົກເພາະຄວາມບາບຂອງຂ້ອຍ,ເປັນເວລາຫຼາຍມື້ຂ້ອຍບໍ່ສາມາດນອນ ຫຼັບໄດ້ເລີຍແລະ ຂ້ອຍກໍຮູ້ສຶກຢ້ານເລື່ອງຕາຍໃນຄວາມບາບຂອງຂ້ອຍ, ທຸກໆຄືນຂ້ອຍໄດ້ອະທິຖານຕໍ່ພຣະເຈົ້າຢ່າງຊື່ຕົງຂໍໃຫ້ມີເມດຕາຕໍ່ຂ້ອຍ ແດ່.
      ແຕ່ຂ້ອຍຍັງສືບຕໍ່ອະທິຖານເພື່ອໃຫ້ພຣະເຈົ້າມີເມດຕາຕໍ່ຂ້ອຍ, ຂ້ອຍ ເປັນຄົນບາບທີ່ໜ້າສົມເພດ, ເຊັ່ນດຽວກັນຂ້ອຍໄດ້ອະທິຖານເພື່ອໃຫ້ພຣະ ເຢຊູໃຫ້ອະໄພຂ້ອຍແລະຊໍາລະລ້າງບາບຂອງຂ້ອຍອອກໄປດ້ວຍພຣະໂລຫິດຂອງພຣະອົງ.
      ໃນວັນທີ່ 18/6/2011 ວັນເສົາຕອນແລງດຣ.ໄຮເມີໄດ້ເວົ້າຢູ່ບົດເທດ ຂອງລາວວ່າ“ພຣະເຢຊູຊົງຮັກທ່ານ” ຄວາມຮັກຂອງພຣະເຈົ້າໄດ້ກາຍມາ ເປັນຈິງຕໍ່ຂ້ອຍເປັນເທື່ອທໍາອິດ, ທຸກຢ່າງກ່ຽວກັບຄວາມທຸກລໍາບາກຂອງ ພຣະເຢຊູຢູ່ເທິງໄມ້ກາງແຂນກໍເພື່ອຊ່ວຍຂ້ອຍໃຫ້ພົ້ນ, ຄົນບາບທີ່ບໍ່ຄູ່ຄວນ ເປັນຄັ້ງທໍາອິດທີ່ກາຍມາເປັນຈິງ, ຕອນທີ່ເຂົາເອີ້ນຂ້ອຍຢູ່ໃນຫ້ອງນໍາວິນ ຍານ, ຂ້ອຍຮູ້ເປັນເທື່ອທໍາອິດວ່າພຣະເຢຊູຊົງຮັກຂ້ອຍແທ້, ດັ່ງນັ້ນເມື່ອ ດຣ.ເຄແກນ ຂໍໃຫ້ຂ້ອຍມາຫາພຣະເຢຊູຂ້ອຍກໍມາໂດຍຄວາມເຊື່ອແລະ ພຣະເຢຊູຊົງຊ່ວຍຂ້ອຍໃຫ້ພົ້ນ! ພຣະໂລຫິດຂອງພຣະອົງໄດ້ຊໍາລະລ້າງ ຄວາມບາບຂອງຂ້ອຍອອກໄປແລ້ວ! ຄວາມເຈັບປວດແລະຄວາມທຸກທໍລະ ມານຂອງພຣະອົງເທິງໄມ້ກາງແຂນມາຈາກຄວາມຮັກຂອງພຣະອົງທີ່ມີຕໍ່ ຂ້ອຍ, ແລະເປັນເທື່ອທໍາອິດທີ່ບໍ່ມີນໍ້າຕາແຫ່ງອາລົມຄວາມຮູ້ສຶກຢູ່ໃນຕາ ຂອງຂ້ອຍ,ຂ້ອຍໄດ້ມາຫາພຣະຄຣິດໂດຍຄວາມເຊື່ອງ່າຍໆແລະພຣະອົງ ຊົງຊ່ວຍຂ້ອຍໃຫ້ລອດພົ້ນ.

ຖ້າທ່ານຢາກຈະລົມກັບພວກເຮົາກ່ຽວກັບການຖືກລ້າງຈາກຄວາມບາບໂດຍພຣະ ເຢຊູ,ກະລຸນາຍ່າງໄປຂ້າງຫຼັງຫ້ອງປະຊຸມນີ້ຕອນນີ້ເລີຍ, ດຣ.ເຄແກນ ຈະພາທ່ານໄປອີກ ຫ້ອງໜື່ງບ່ອນທີ່ພວກເຮົາສາມາດສົນທະນາກັບທ່ານກ່ຽວກັບຄວາມລອດໄດ້,ໄປດຽວນີ້ເລີຍ ຂໍເຊີນດຣ.ແຊນມາອະທິຖານເພື່ອຄົນທີ່ຈະເຊື່ອວາງໃຈໃນພຣະເຢຊູໃນເຊົ້ານີ້ແດ່.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ: 1 ໂຢຮັນ 2:15-17.
ບັນເລງເພງກ່ອນຄໍາເທດສະໜາໂດຍ ທ້າວຈອນຊາມູເອວເຄແກນ:
“ໃນພຣະເຢຊູ” (by James Procter, 1913).

ໂຄງຮ່າງບົດເທດສະໜາ

ຂໍ້ພຣະຄໍາພີຂອງດຣ.ເຄແກນ

DR. CAGAN’S VERSE

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ແລະໂລກກັບສິ່ງຍົວະເຍົ້າຂອງໂລກກຳລັງຜ່ານພົ້ນໄປ ແຕ່ຜູ້ທີ່ປະພຶດຕາມພຣະໄທຂອງພຣະເຈົ້າກໍດຳລົງຢູ່ເປັນນິດ” (1 ໂຢຮັນ 2:17).

I.   ໜື່ງ ໂລກກໍາລັງຜ່ານພົ້ນໄປ. 1 ໂຢຮັນ 2:17.; 1 ໂກລິນໂທ 7:31;
ຢາໂກໂບ 4:14.

II.  ສອງ ແຕ່ຄົນທີ່ເຮັດຕາມນໍ້າພຣະໄທຂອງພຣະເຈົ້າຈະດໍາລົງຢູ່ເປັນນິດ.
1 ໂຢຮັນ 2:17ຂ; ໂຢຮັນ 6:40; 10:28; 1:29; ມັດທາຍ 11:28.