Print Sermon

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 215 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 36 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຢ່າຫລັບຄືກັບຄົນອື່ນ

DON’T SLEEP – AS OTHERS DO!
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 22/6/2014
A sermon preached at the Baptist Tabernacle of Los Angeles
Lord’s Day Morning, June 22, 2014

“ຢ່າໃຫ້ເຮົາຫລັບຄືກັບຄົນອື່ນ” (1 ເທສະໂລນິກາ 5:6)


ອັກຄະສາວົກເປົາໂລກໍາລັງເວົ້າເຖິງ“ວັນຂອງອົງພຣະຜູ້ເປັນເຈົ້າ”, ນີ້ຄືຊ່ວງເວລາ ແຫ່ງຈຸດເລີ່ມຕົ້ນຂອງຄວາມທຸກລໍາບາກຍິ່ງໃຫຍ່ແລະມັນກໍາລັງຈະກ້າວໄປເຖິງໃນຖານະ “ການທໍາລາຍລ້າງທັນທີ”ແລະໃນແບບ“ຄວາມເຈັບປວດຕ່າງໆ”-ໃນແບບ“ຄວາມເຈັບປວດ ທາງການເກີດ”ມາເຖິງຜູ້ຍິງທັນທີທີ່ກໍາລັງຈະມີລູກ,ເມື່ອວັນຂອງອົງພຣະຜູ້ເປັນເຈົ້າມາເຖິງ,ຈະມີຄົນຫຼາຍລ້ານຄົນທີ່ບໍ່ກຽມພ້ອມ,ຄົນຂອງຄຣິສຕະຈັກຂອງເຮົາສ່ວນຫຼາຍຈະລົ້ມລົງໃນ ທັນທີທີ່ບັນຫາແລະຄວາມເຈັບປວດແຫ່ງຊ່ວງເວລານັ້ນເລີ່ມຕົ້ນເກີດຂື້ນ.

ຈາກນັ້ນອັກຄະສາວົກບອກພວກເຂົາວ່າພວກເຂົາ“ບໍ່ໄດ້ຢູ່ໃນຄວາມມືດ”,ພວກເຂົາຮູ້ຈັກກ່ຽວກັບຄໍາທໍານວາຍໃນພຣະຄໍາພີ, ພວກເຂົາບໍ່ໄດ້ຢູ່ໃນຄວາມມືດກ່ຽວກັບຄວາມທຸກ ລໍາບາກຍິ່ງໃຫຍ່ແລະການຮັບຂື້ນທີ່ຈະມາເຖິງ,ແຕ່ຫຼັງຈາກນັ້ນທ່ານກ່າວວ່າ“ເຫດສັນນັ້ນຢ່າໃຫ້ເຮົາຫລັບຄືກັບຄົນອື່ນ ແຕ່ໃຫ້ເຮົາເຝົ້າລະວັງແລະບໍ່ເມົາເຫຼົ້າ” ເພາະທ່ານໄດ້ໜຸນໃຈ ພວກເຮົາບໍ່ໃຫ້ຫລັບ,ພວກເຮົາສາມາດເວົ້າໄດ້ວ່າມັນເປັນໄປໄດ້ທີ່ຄົນທີ່ລອດແທ້ໆແລ້ວຈະ“ຫລັບ”,ມັນເປັນເຊັ່ນນັ້ນແນ່ນອນທີ່ຄົນທີ່ຍັງບໍ່ລອດກໍາລັງນອນຫລັບຢູ່,ຂ້າພະເຈົ້າກໍາລັງຈະ ເວົ້າເຖິງຄົນສອງກຸ່ມນີ້ໃນເຊົ້ານີ້.

I. ໜື່ງ ຂໍໃຫ້ຄົນທີ່ລອດແລ້ວເວົ້າວ່າ “ຢ່າໃຫ້ເຮົາຫລັບຄືກັບຄົນອື່ນ”

ບໍ່ມີຄໍາຖາມກ່ຽວກັບເລື່ອງນີ້,ຄຣິສຕຽນແທ້ສາມາດໄປນອນໄດ້,ຄໍາອຸປະມາເລື່ອງຜູ້ ຍິງພົມມາຈັນສິບຄົນໄດ້ເຮັດໃຫ້ຊັດເຈນຫຼາຍ, ພຣະເຢຊູຕັດວ່າ:

“ໃນຂະນະທີ່ເຈົ້າບ່າວຍັງຊ້າຢູ່ ພວກນາງທຸກຄົນກໍພາກັນເງົານອນ ແລະຫລັບ”(ມັດທາຍ 25:5)

ຂ້າພະເຈົ້າຄິດວ່າມັນເປັນພາບຂອງຄຣິສຕຽນແທ້ຫຼາຍຄົນໃນປະຈຸບັນນີ້, ພວກເຂົາກໍາລັງ ຫລັບແລະກໍາລັງນອນຢູ່,ອັນນັ້ນແລະເປັນສະພາບຂອງຄຣິສຕຽນບາງຄົນ, ແມ່ນແຕ່ຢູ່ໃນ ຄຣິສຕະຈັກຂອງເຮົາໃນເຊົ້ານີ້.

ຄຣິສຕຽນຄົນໜື່ງອາດຈະໄປນອນໂດຍທີ່ບໍ່ຮູ້ໂຕ,ຖ້າພວກທ່ານເວົ້າວ່າ“ຂ້ອຍກໍາລັງນອນຫລັບ”ມັນເປັນເຄື່ອງໝາຍທີ່ວ່າທ່ານບໍ່ໄດ້ນອນຫລັບ,ຄົນທີ່ນອນຫລັບແທ້ໆບໍ່ຮູ້ຈັກມັນດອກ,ທ່ານອາດຈະເປັນຄົນທີ່ຄ່ອຍໆຫລັບແລະບໍ່ຕື່ນຂື້ນເພາະໝູ່ຂອງທ່ານທີ່ຢູ່ໃນຄຣິສຕະ ຈັກນີ້ກໍາລັງນອນຫຼັບ,ຖ້າມີຄົນໃດພະຍາຍາມປຸກທ່ານໃຫ້ຕື່ນ,ທ່ານອາດຈະປະຕິເສດໃນສິ່ງທີ່ເຂົາເວົ້າຫຼືກ່າວໂທດໃສ່ເຂົາແລະຄິດວ່າເຂົາເປັນຄົນມັກວິຈານຫຼາຍໂພດ.

ການນອນຫລັບໃນການເປັນຄຣິສຕຽນແມ່ນອັນຕະລາຍຫຼາຍເພາະທ່ານສາມາດ ເຮັດໄດ້ຫຼາຍຢ່າງໃນຂະນະທີ່ກໍາລັງນອນທີ່ເຮັດໃຫ້ທ່ານເບິ່ງຄືວ່າຕື່ນຢູ່,ມີບາງຄົນລົມກັນໃນ ການນອນຫຼັບຂອງເຂົາ, ມີຄຣິສຕຽນທີ່ກໍາລັງນອນບາງຄົນລົມກັນຄືກັບພວກເຂົາບໍ່ຢູ່ລ້າໆ ແລະມີຫົວໃຈອຸ່ນ,ເລື່ອງນີ້ຈະແຈ້ງຫຼາຍໂດຍສະເພາະຕອນທີ່ເຂົາອະທິຖານ,ພວກເຂົານອນຫຼັບຝ່າຍວິນຍານເມື່ອເຂົາອະທິຖານ,ນໍ້າສຽງຂອງເຂົາຕອນທີ່ເຂົາອະທິຖານດັງຊື່ງສະແດງ ໃຫ້ເຫັນວ່າພວກເຂົາກໍາລັງອະທິຖານໃນການນອນຫຼັບຂອງເຂົາ, ພວກເຂົາໃຊ້ຄໍາດຽວກັນ ໄປໆມາໆ,ພວກເຂົາບໍ່ມີຄວາມກະຕືລືລົ້ນ,ບໍ່ແມ່ນພຽງເພາະເຂົານອນຫຼັບເທົ່ານັ້ນແຕ່ພວກ ເຂົາພັດເຮັດໃຫ້ທຸກຄົນນອນຕອນທີ່ເຂົາອະທິຖານສຽງດັງຢູ່ໃນການປະຊຸມນະມັດສະການ,ຂ້າພະເຈົ້າໄດ້ຍິນຜູ້ຄົນພະຍາຍາມອະທິຖານແຕ່ນໍ້າສຽງຂອງເຂົາໄດ້ສະແດງໃຫ້ເຫັນວ່າເຂົາບໍ່ມີຄວາມກະຕືລືລົ້ນເລີຍ,ພວກເຂົາບໍ່ໄດ້ອະທິຖານແທ້ພຽງແຕ່ເວົ້າຄໍາຕ່າງໆຂອງຄໍາອະທິ ຖານຄືກັບບາງຄົນທີ່ກໍາລັງເວົ້າໃນການນອນຫຼັບຂອງເຂົາ, ຄົນອື່ນໆເຮັດໃຫ້ໃຈຂອງເຂົາ ສົງໄສເມື່ອມີຄົນໃດໜື່ງກໍາລັງນໍາໃນການອະທິຖານ, ພວກເຂົາບໍ່ໄດ້ຕາມຄົນທີ່ກໍາລັງອະທິ ຖານດ້ວຍຄໍາວ່າ“ເອແມນ”ຂອງເຂົາຕໍ່ຄໍາອະທິຖານທີ່ໄດ້ອະທິຖານໄປແລ້ວ,ຈາກນັ້ນເມື່ອມີ ບາງຄົນທີ່ຕື່ນຢູ່ແທ້ໆອະທິຖານຊື່ງມີຄວາມເຂັ້ມແຂງແລະມີຊີວິດພວກເຂົາກໍສະດຸ້ງທັນທີ -ສໍ່າກັບວ່າພວກເຂົາສະດຸ້ງຕົກໃຈ.

ມີຫຼາຍຄົນຮ້ອງເພງຢູ່ໃນການນອນຫຼັບຂອງເຂົາເຊັ່ນກັນ,ໃນຂະນະທີ່ຄົນອື່ນກໍາລັງຮ້ອງເພງຈາກຫົວໃຈຂອງເຂົາ,ຄົນທີ່ນອນຫຼັບກໍເວົ້າພຶມພໍາເທົ່ານັ້ນ,ຮິມສົບຂອງເຂົາເຮັດສຽງແຕ່ໃຈຂອງເຂົາບໍ່ໄດ້ຢູ່ໃນນັ້ນ,ຜູ້ນໍາເພງຕ້ອງເຕືອນສະຕິເຂົາຕະຫຼອດໃຫ້ “ຮ້ອງມັນ”, ມັນ ເປັນເລື່ອງຍາກສໍາຫຼັບຜູ້ຄົນຈະຮູ້ຈັກວ່າເຂົາກໍາລັງນອນຫຼັບຢູ່ເພາະພວກເຂົາຍັງສາມາດເວົ້າ
ຄໍາອະທິຖານຫຼືເນື້ອເພງໄດ້, ແຕ່ມັນບໍ່ມີຊີວິດຫຼືຄວາມກະຕືລືລົ້ນໃນນັ້ນເລີຍເພາະວ່າພວກ ເຂົາໄດ້ນອນຫຼັບຝ່າຍວິນຍານ.

ມີແມ່ນແຕ່ຄົນທີ່ຍ່າງໃນການຫຼັບຂອງເຂົາ, ຂ້າພະເຈົ້າແນ່ໃຈວ່າທ່ານເຄີຍໄດ້ຍິນ ເລື່ອງຍ່າງທັງ ຫຼັບຫຼື “ໂລກຍ່າງທັງຫຼັບ” ພວກທ່ານເຄີຍແປກໃຈບໍວ່າເປັນຫຍັງບາງຄົນ ອອກໄປນໍາວິນຍານແລະນໍາກັບມາຫຼາຍຊື່ - ໃນຂະນະທີ່ຄົນອື່ນສາມາດອອກໄປແລ້ວນໍາ ມາໄດ້ພຽງແຕ່ຊື່ດຽວແລະບາງເທື່ອບໍ່ໄດ້ແມ່ນແຕ່ຄົນດຽວ? ພວກເຂົາຫຼັບຝ່າຍວິນຍານ! ແລະເມື່ອພວກເຮົາພາຄົນໃຫມ່ເຂົ້າມາໃນໂບດກໍມີບາງຄົນມີຄວາມຮ້ອນຮົນທີ່ເຮັດໃຫ້ເຂົາ ເຈົ້າຮູ້ສຶກຢູ່ໃນບ້ານແລະເອົາໃຈໃສ່ເບິ່ງແຍງພວກເຂົາ - ໃນຂະນະທີ່ຄົນອື່ນໆທີ່ນອນຫຼັບຢູ່ ລືມໄປໝົດກ່ຽວກັບເລື່ອງນີ້ - ເພາະພວກເຂົາເງົານອນໃນສິ່ງຕ່າງໆຂອງພຣະເຈົ້າ.

ຂ້າພະເຈົ້າຢ້ານວ່າມີນັກເທດຫຼາຍຄົນໂພດຊື່ງໂຕເຂົາເອງນອນຫຼັບຢູ່ໃນປະຈຸບັນນີ້,
ພວກເຂົາສຽງດັງວື່ໆກັບການຮຽນຂໍ້ພຣະຄໍາພີເປັນຂໍ້ເປັນຂໍ້ໄປ,ພວກເຂົາບໍ່ລະວັງກັບຄວາມຈິງທີ່ວ່າມີຫຼາຍຄົນບໍ່ຟັງມັນ -ແລະມີຄົນຂອງເຂົາເພີ່ມຂື້ນ,ເຖິງແມ່ນວ່າພວກເຂົາມາທຸກອາ ທິດອັນທີ່ຈິງແລ້ວຍັງບໍ່ລອດຢູ່! ເຊັ່ນສິດຍາພິບານຫຼາຍຄົນຄວາມຈິງແລ້ວຢ້ານນັກເທດທີ່ ເຮັດໃຫ້ຜູ້ຄົນຕື່ນ! ພວກເຂົາບໍ່ຢາກໃຫ້ຄົນຂອງເຂົາຕື່ນຂື້ນ! ພວກເຂົາມີຄວາມສຸກທີ່ມີແກະ ໜ້ອຍໜື່ງຫຼັບຢູ່ມາໂບດວັນອາທິດເພື່ອນັ່ງຜ່ານທາງຄົນອື່ນເປັນເຄິ່ງທີ່ຕາຍແລ້ວກັບ “ການ ສຶກສາພຣະຄໍາພີ” ຂໍພຣະເຈົ້າຊ່ວຍເຮົາແດ່! ບໍ່ແປກໃຈເລີຍທີ່ຄຣິສຕະຈັກຫຼາຍແຫ່ງໄດ້ ຕາຍໄປແລ້ວ! ບໍ່ແປກໃຈເລີຍທີ່ມີເນື້ອໜັງແລະບາບຢ່າງເປີດເຜີຍຫຼາຍ! ບໍ່ແປກໃຈເລີຍທີ່ມີ ບາງຄຣິສຕະຈັກຟັງແລ້ວຫຼັບຢູ່ຊື່ງພວກເຂົາໄດ້ເລີກການປະຊຸມອະທິຖານຫຼືປ່ຽນມັນເປັນ “ການຮຽນພຣະຄໍາພີກາງອາທິດ ຂ້າພະເຈົ້າໄດ້ຍິນຜູ້ຄົນ“ອະທິຖານ”ຢູ່ໃນຄຣິສຕະຈັກບາງ ບ່ອນທີ່ສຽງເປັນຄືກັບສຽງຄົນຕາຍ! ຄົນເຫຼົ່ານີ້ບໍ່ແມ່ນນັກອະທິຖານອີກຕໍ່ໄປ! ມີນັກອະທິ ຖານທີ່ແທ້ຈິງໜ້ອຍຫຼາຍໃນຄຣິສຕະຈັກຫຼາຍແຫ່ງປະຈຸບັນນີ້,ມີຜູ້ຊາຍຂອງເຮົາຄົນໜື່ງເຂົ້າຮ່ວມການປະຊຸມອະທິຖານຂອງຄຣິສຕະຈັກອື່ນ,ລາວຢືນຂື້ນອະທິຖານຄືກັບຜູ້ຊາຍແຕ່ສິດຍາພິບານຄົນອື່ນບອກໃຫ້ລາວມິດ,ລາວຢາກໃຫ້ຜູ້ຊາຍຂອງເຮົາອະທິຖານຄືກັບຄົນຕາຍ, ຄໍາອະທິຖານເງົານອນຄືກັບຄົນຂອງລາວເຮັດ! ບໍ່ແປກໃຈເລີຍທີ່ຊາດຂອງເຮົາກໍາລັງລົ້ມ ລະລາຍ! ບໍ່ແປກໃຈເລີຍຄືກັບທີ່ຈອດບານາບອກເຮົາວ່າ 88%ຂອງຄົນໜຸ່ມຂອງຄຣິສຕະ ຈັກເຫຼົ່ານັ້ນອອກໄປກ່ອນທີ່ພວກເຂົາມີອາຍຸ 25 ປີ“ບໍ່ເຄີຍກັບມາອີກເລີຍ” ຂໍພຣະເຈົ້າຊ່ວຍ ເຮົາແດ່ທ້ອນ! ພວກເຂົານອນຫຼັບຢູ່ແລະແມ່ນກະທັ່ງບໍ່ຮູ້ໂຕ! ຂໍໃຫ້ອົງພຣະເຈົ້າຮັກສາພວກ ເຮົາໃຫ້ຕື່ນຢູ່ພຽງພໍໃນຄຣິສຕະຈັກຂອງເຮົາເພື່ອສິ່ງເຫຼົ່ານີ້ຈະບໍເກີດຂື້ນໃນນີ້ເຊັ່ນກັນ! “ຢ່າໃຫ້ເຮົາຫຼັບຄືກັບຄົນອື່ນ” (1 ເທສະໂລນິກາ 5:6).

ດຣ.ເຄແກນ ບອກຂ້າພະເຈົ້າວ່າສິດຍາພິບານຫຼາຍຄົນຮັກທີ່ຈະມາທີ່ນີ້ແລະເທດ “ເພາະຄົນຂອງພວກເຮົາເພິ່ງພາໄປຂ້າງໜ້າໃນບ່ອນນັ່ງຂອງເຂົາ, ຕັ້ງອົກຕັ້ງໃຈຟັງແລະ ບາງເທື່ອແມ່ນກະທັ່ງຕົບມືໃຫ້” ຂໍໃຫ້ເປັນແບບນີ້ຕໍ່ໄປ! “ຢ່າໃຫ້ເຮົາຫຼັບຄືກັບຄົນອື່ນ” ນັກ ເທດຄົນໜື່ງບອກຂ້າພະເຈົ້າວ່າພວກຜູ້ຍິງເຖົ້າຢູ່ຄຣິສຕະຈັກຂອງລາວຈະອອກໄປຖ້າມີການຕົບມື, ຂ້າພະເຈົ້າຄິດວ່າ “ພວກເຂົາຄວນຈະໄປໂບດເມໂຕດິສ, ພວກເຂົາເໝາທີ່ຈະຢູ່ ບ່ອນນັ້ນ! ໄປໂບດເອພິສໂຄພັລຖ້າຢາກໄດ້ການນະມັດສະການທີ່ຕາຍແລ້ວ”.

II. ສອງ ພວກເຮົາຂໍອະທິຖານເພື່ອຄົນທີ່ຍັງບໍ່ລອດທີ່ຈະເວົ້າວ່າ “ຢ່າໃຫ້ເຮົາຫຼັບຄືກັບຄົນອື່ນ”

ຂ້າພະເຈົ້າມັກທີ່ຈະເຫັນເດັກນ້ອຍເຫຼົ່ານີ້ນັ່ງຢູ່ແຖວທໍາອິດ,ຂ້າພະເຈົ້າອະທິຖານວ່າພວກເຂົາຈະມາເພື່ອຢໍາເກງພຣະເຈົ້າແລະຮັກພຣະຄຣິສໃນເວລາທີ່ພວກເຂົາຍັງໜຸ່ມຢູ່,ແຕ່ຂ້າພະເຈົ້າກໍາລັງແນມເບິ່ງພວກເຂົາຕອນນີ້,ຂ້າພະເຈົ້າກໍາລັງເວົ້າກັບຄົນໜຸ່ມທີ່ມາຄຣິສຕະຈັກຂອງເຮົາເປັນບາງຄັ້ງຄາວແຕ່ຍັງບໍ່ລອດເທື່ອ, ພຣະຄໍາພີເວົ້າກັບພວກທ່ານວ່າ:

“ຄົົນທີ່ຫລັບຢູ່ຈົ່ງຕື່ນຂຶ້ນແລະຈົ່ງຟື້ນຂຶ້ນມາຈາກຄວາມຕາຍ ແລະພຣະຄຣິສຈະຊົງສ່ອງສະຫວ່າງແກ່ທ່ານ” (ເອເຟຊັດ 5:14)

ນີ້ຄືຄໍາສັ່ງອັນໜື່ງແຕ່ມັນເປັນຄໍາສັ່ງໜື່ງທີ່ບໍ່ສາມາດເຊື່ອຟັງໄດ້ຈົນກວ່າພຣະເຈົ້າຈະປຸກທ່ານໃຫ້ຕື່ນ, ມະນຸດເປັນຄົນບາບໂດຍກໍາເນີດ,ຊື່ງວິທີຂອງທ່ານບໍ່ສາມາດຮູ້ຫຼືເຂົ້າໃຈ ວ່າຈະລອດແນວໃດແດ່ໄດ້, ພວກເຮົາສາມາດອະທິບາຍມັນໃນລາຍລະອຽດໄດ້ແລະພວກ ທ່ານຫໍຍັງບໍ່ເຂົ້າໃຈມັນຢູ່ດີ,ທ່ານສາມາດຟັງຂ່າວປະເສີດທີ່ງ່າຍໆເປັນພັນໆເທື່ອແລະຍັງຕາບອດມິດຢູ່, ອັກຄະສາວົກກ່າວວ່າ:

“ແຕ່ມະນຸດທຳມະດາ[ຍັງບໍ່ລອດ]ຈະຮັບສິ່ງເຫລົ່ານັ້ນຊຶ່ງເປັນຂອງພຣະວິນຍານແຫ່ງພຣະເຈົ້າບໍ່ໄດ້ ເພາະເຂົາເຫັນວ່າເປັນສິ່ງໂງ່ ແລະເຂົາບໍ່ສາມາດເຂົ້າໃຈໄດ້ ເພາະວ່າຈະເຂົ້າໃຈສິ່ງເຫລົ່ານັ້ນໄດ້ກໍຕ້ອງສັງເກດດ້ວຍຈິດວິນຍານ” (1 ໂກລິນໂທ 2:14)

ນັ້ນແລະວ່າເປັນຫຍັງພວກທ່ານບາງຄົນມາພົບເຮົາກ່ຽວກັບຄວາມລອດຫຼາຍເທື່ອແຕ່ກໍຍັງບໍ່ໄດ້ເຮັດດີກັບທ່ານຍັງເລີຍ, ພວກເຮົາເວົ້າກັບທ່ານວ່າ “ເຊີນມາຫາພຣະເຢຊູ” ແລະທ່ານ ຕອບວ່າ“ແຕ່ຂ້ອຍຈະມາຫາພຣະອົງໄດ້ແນວໃດ?” ພວກເຮົາເວົ້າວ່າ “ເຈົ້າບໍ່ຈໍາເປັນຕ້ອງຮູ້ ວ່າແນວໃດແດ່ - ພຽງແຕ່ເຊື່ອວາງໃຈພຣະອົງ” ທ່ານເວົ້າວ່າ “ແຕ່ຂ້ອຍຈະເຊື່ອວາງໃຈ ພຣະອົງໄດ້ແນວໃດ?”

ຂ້າພະເຈົ້າຂໍໂທດແຕ່ຂ້າພະເຈົ້າໄດ້ບອກພວກທ່ານຫຼາຍເທື່ອແລ້ວວ່າພວກເຮົາບໍ່ສາມາດອະທິບາຍສິ່ງເຫຼົ່ານັ້ນໃຫ້ພວກທ່ານໃນຫົນທາງທີ່ຈະຊ່ວຍທ່ານໄດ້,ທ່ານຈະຕ້ອງຕື່ນຂື້ນໂດຍພຣະວິນຍານຂອງພຣະເຈົ້າຫຼືຄໍາເວົ້າຂອງພວກເຮົາຈະບໍ່ຊ່ວຍທ່ານໄດ້ເລີຍ! ທ່ານຈະ ຕ້ອງຖືກຊັກນໍາໃຫ້ມາຫາພຣະຄຣິສໂດຍພຣະວິນຍານບໍລິສຸດ,ທ່ານບໍ່ສາມາດຮຽນຮູ້ທີ່ຈະມາຫາພຣະອົງໄດ້! ນັກແຕ່ງເພງຊື່ແອນດຣູຣີດໄດ້ກ່າວວໄວ້ວ່າ:

ພຣະວິນຍານບໍລິສຸດພ້ອມດ້ວຍຄວາມສະຫວ່າງ
ສ່ອງແສງເທິງໃຈຂອງຂ້ານີ້
ຂັບໄລ່ເງົາແຫ່ງຄວາມມືດອອກໄປ
ປ່ຽນຄວາມມືດມົນຂອງຂ້າໃຫ້ເປັນກາງເວັນ
   (“Holy Ghost, With Light Divine” by Andrew Reed, 1787-1862).

ໃນຊ່ວງການຟື້ນຕື່ນຂື້ນຄັ້ງທີ່ສອງໂທມັສຊາລສ໌(1755-1814)ໄດ້ກ່າວວ່າ“ການບໍ່ ລະນຶກເຖິງຄົນອື່ນຂອງຜູ້ຄົນສ່ວນຫຼາຍໄດ້ຮັບການຟື້ນຕື່ນຂື້ນ...ພ້ອມກັບສາເຫດຂອງການສໍານຶກທີ່ເຂັ້ມແຂງທີ່ໃກ້ຈະໄລ່ຄວາມຢາກຮ້າຍຂອງຜູ້ຄົນອອກໄປ...ການຮ້ອງໄຫ້ໃນຄວາມທຸກໃຈທີ່ຍິ່ງໃຫຍ່ທີ່ສຸດ,ພາຍໃຕ້ຈິດສໍານຶກຂອງບາບແລະຄວາມອັນຕະລາຍ,ຮ້ອງອອກໄປ ເພື່ອພຣະເມດຕາ...ພາຍໃຕ້ການເປັນຫ່ວງກ່ຽວກັບຈິດໃຈວິນຍານຂອງພວກເຂົາ” (Paul E. G. Cook, Fire From Heaven, EP Books, 2009, p. 34),ນັ້ນແລະຄືສິ່ງທີ່ເກີດຂື້ນກັບຫຼາຍຄົນ ທີ່ຄັ້ງໜື່ງພຣະເຈົ້າໄດ້ສົ່ງການຟື້ນຟູມາ,ແຕ່ນັ້ນຄືສິ່ງທີ່ເກີດຂື້ນເຊັ່ນກັນກັບຄົນຜູ້ໜື່ງໃນການກັບໃຈໃຫມ່, ເມື່ອຄົນບາບຫຼົງຫາຍຄົນໜື່ງມີຄວາມເຈັບປວດ“ພາຍໃຕ້ຈິດສໍານຶກຂອງບາບ ແລະຄວາມອັນຕະລາຍ,ຮ້ອງອອກໄປເພື່ອພຣະເມດຕາ” ປົກກະຕິແລ້ວມັນເປັນພຽງເວລາ ສັ້ນໆກ່ອນທີ່ຜູ້ຄົນແບບນັ້ນຈະມາຫາພຣະຄຣິສແລະຮັບຄວາມລອດ.

ເລື່ອງນີ້ເກີດຂື້ນໄດ້ແນວໃດ? ນີ້ຄືຫົນທາງໂນ້ມນ້າວທີ່ມັກເກີດຂື້ນຕໍ່ບຸກຄົນໜື່ງຜູ້ ຊື່ງມາທີ່ຄຣິສຕະຈັກຈາກຄອບຄົວທີ່ບໍ່ແມ່ນຄຣິສຕຽນ,ຂ້າພະເຈົ້າຈະຂໍເອົາການກັບໃຈໃຫມ່ ໂດຍຫຍໍ້ຂອງສິດຍາພິບານທີ່ຂ້າພະເຈົ້າໄດ້ອ່ານໜັງສືຂອງລາວໃຫ້ຟັງ.

ລາວບໍ່ໄດ້ສົນໃຈໃນເລື່ອງຄຣິສຕະຈັກແຕ່ລາວສົນໃຈໃນກິລາບານສົ່ງ,ລາວຖືກເຊີນໂດຍສິດຍາພິບານໃຫ້ເຂົ້າຮ່ວມກັບທີມຂອງໂບດ,ລາວຈື່ງເຕັມໃຈທີ່ຈະໄປໂບດເພື່ອທີ່ຈະສາມາດຫຼີ້ນບານສົ່ງກັບທີມໄດ້,ຄໍາເທດສະໜາທີ່ລາວໄດ້ຍິນໃນໂບດບໍ່ໄດ້ເຮັດໃຫ້ລາວສໍານຶກ ແຕ່ກໍຍັງສືບຕໍ່ມາ,ເທື່ອລະເລັກເທື່ອລະໜ້ອຍໂບດກາຍມາເປັນສິ່ງສໍາຄັນຕໍ່ລາວຫຼາຍກວ່າກິລາບານສົ່ງ,ຜ່ານມາໄລຍະໜື່ງຄໍາວ່າ“ລອດ”ຄາຢູ່ໃນໃຈຂອງລາວ,ບໍ່ວ່າມັນຈະໝາຍຄວາມວ່າແນວໃດກໍຕາມລາວກໍຮູ້ວ່າມັນຄືບາງສິ່ງບາງຢ່າງທີ່ລາວຍັງບໍ່ມີ,ລາວບໍ່ຢາກໃຫ້ທຸກຄົນຮູ້ ໃນສິ່ງທີ່ລາວກໍາລັງຄິດ,ດັ່ງນັ້ນລາວຈື່ງບໍ່ໄດ້ໄປລົມກັບສິດຍາພິບານຕອນທີ່ມີການເຊື້ອເຊີນ,ລາວຕັດສິນໃຈທີ່ຈະເປັນຄົນ“ທີ່ດີກວ່າ”,ດັ່ງນັ້ນລາວຈື່ງຢຸດໃຊ້ພາສາຫຍາບຄາຍ,ແຕ່ຄວາມພະຍາຍາມທຸກຢ່າງຂອງລາວທີ່ຈະເປັນຄົນທີ່ດີກວ່ານັ້ນລົ້ມເລວ,ລາວຕົກໃຈທີ່ພົບວ່າຕົນບໍ່ມີລິດອໍານາດໃນການປ່ຽນແປງຕົນເອງເລີຍ,ລາວເວົ້າວ່າ“ຄວາມພະຍາຍາມທໍາອິດຂອງລາວທີ່ຈະເປັນຄົນທີ່ດີກວ່າຈົບລົງໃນຄວາມລົ້ມເລວ”ໃນເວລາດຽວກັນລາວເລີ່ມທີ່ຈະມີຄວາມຄິດ ກ່ຽວກັບເລື່ອງພຣະເຈົ້າແລະພຣະເຢຊູທີ່ລາວບໍ່ເຄີຍຄິດມາກ່ອນ,ຍົກຕົວຢ່າງເປັນຫຍັງພຣະເຢຊູຈື່ງຕາຍເທິງໄມ້ກາງແຂນ?ລາວບໍ່ເຄີຍຄິດເລື່ອງນີ້ມາກ່ອນເລີຍແຕ່ຕອນນີ້ມັນເບິ່ງຄືວ່າມີຄວາມສໍາຄັນຕໍ່ລາວຫຼາຍ,ລາວເວົ້າວ່າ“ຂ້ອຍຄົ້ນພົບຕົນເອງວ່າເປັນຄົນໜຸ່ມທີ່ສັບສົນຫຼາຍ ໃນຂະນະທີ່ໂລກໃຫມ່ນີ້ເລີ່ມຕົ້ນທີ່ຈະເປີດໃຫ້ກັບຂ້ອຍ”

ໃນທີ່ສຸດພາຍໃຕ້ການໂນ້ມນ້າວຂອງຄວາມບາບ,ລາວໄດ້ຕອບສະໜອງໃນຕອນ ຈົບຂອງຄໍາເທດສະໜາແລະຍ່າງໄປຫາທີ່ປຶກສາ,ລາວເວົ້າວ່າ “ມັນເປັນປະສົບການທີ່ ສະເທືອນອາລົມຫຼາຍ”, ລາວເຊື່ອວາງໃຈພຣະເຢຊູໃນຄືນນັ້ນ,ຈາກນັ້ນສິດຍາພິບານກໍເວົ້າ ວ່າເລື່ອງນີ້ໄດ້ເກີດຂື້ນກັບລາວເມື່ອຫ້າສິບປີກ່ອນແຕ່ລາວກໍຍັງຈື່ຄໍ່າຄືນນັ້ນ “ທີ່ໄດ້ປ່ຽນແປງ ທາງເດີນຊີວິດຂອງຂ້ອຍໃນໂລກເຊັ່ນກຽວກັບປາຍທາງຕະຫຼອດໄປເປັນນິດຂອງຂ້ອຍ” ຕອນນີ້ລາວໄດ້ເປັນສິດຍາພິບານນັກປະຕິຮູບໄດ້ຫຼາຍປີແລ້ວ,ຂ້າພະເຈົ້າມີການຖອດຄວາມໝາຍໃຫ້ຈະແຈ້ງຂື້ນໃນສິ່ງທີ່ລາວຂຽນ,ຂໍໃຫ້ທ່ານຕື່ນຂື້ນແລະລອດຄືກັບລາວ (Stephen Smallman, What is True Conversion?, P & R Publishing, 2005, pp. 8-10).

“ຢ່າໃຫ້ເຮົາຫລັບຄືກັບຄົນອື່ນ”(1 ເທສະໂລນິກາ 5:6)

ໃນຂະນະທີ່ຂ້າພະເຈົ້າອ່ານຄໍາພະຍານຂ້າພະເຈົ້າກໍເຂົ້າໃຈວ່າມັນມີຄວາມໃກ້ຊິດ ກັນກັບຮູບແບບການກັບໃຈໃຫມ່ຂອງຂ້າພະເຈົ້າ,ເພື່ອນບ້ານຂ້າງເຮືອນຂອງຂ້າພະເຈົ້າໄດ້ພາໄປຄຣິສຕະຈັກແບັບຕິດພ້ອມກັບລູກໆຂອງເຂົາ,ຂ້າພະເຈົ້າສືບຕໍ່ໄປໂບດເພາະພວກເຂົາດີຕໍ່ຂ້າພະເຈົ້າຫຼາຍ,ຂ້າພະເຈົ້າບໍ່ເຂົ້າໃຈຄໍາເທດສະໜາແຕ່ຂ້າພະເຈົ້າໄດ້ຮຽນຮູ້ຄໍາວ່າ“ລອດ”,ຂ້າພະເຈົ້າພະຍາຍາມປ່ຽນແປງຊີວິດຕົນເອງ,ແມ່ນກະທັ່ງໄດ້ຕັດສິນໃຈທີ່ຈະເຂົ້າໄປຮ່ວມຮັບໃຊ້ຄິດວ່າສິ່ງນີ້ຈະຊ່ວຍຕົນເອງໃຫ້ລອດພົ້ນໄດ້,ເມື່ອມັນບໍ່ໄດ້ຊ່ວຍຫຍັງເລີຍຂ້າພະເຈົ້າກໍຕັດສິນໃຈທີ່ຈະໄປເປັນມິດຊັນນາຣີແລະເຂົ້າຮ່ວມກັບໂບດແບັບຕິດຄົນຈີນ, ເມື່ອມັນບໍ່ໄດ້ ຊ່ວຍຫຍັງເລີຍກໍຮູ້ສຶກໂສກເສົ້າແລະມີບາບ,ຂ້າພະເຈົ້າຈື່ງໄປຮຽນຢູ່ວິທະຍາໄລໄບໂອລາ,ທີ່ນັ້ນເອງທີ່ຂ້າພະເຈົ້າໄດ້ຍິນຄໍາເທດສະໜາຂອງດຣ.ຊາລເຈ.ວູດບຣິຈແລະພຣະຄຣິສກໍໄດ້ ລົງມາໃນການນະມັດສະການຄັ້ງນັ້ນແລະຂ້າພະເຈົ້າກໍໄດ້ເຊື່ອວາງໃຈໃນພຣະອົງແລະລອດໂດຍພຣະໂລຫິດແລະຄວາມຊອບທໍາຂອງພຣະອົງ.

ຂ້າພະເຈົ້າໄປ“ທາງໜ້າ”ຫຼາຍເທື່ອແຕ່ຂ້າພະເຈົ້າກໍຍັງບໍ່ລອດ,ຂ້າພະເຈົ້າໄດ້ມອບຊີວິດໃຫ້ກັບພຣະຄຣິດອີກຫຼາຍໆເທື່ອແຕ່ຂ້າພະເຈົ້າກໍຍັງບໍ່ລອດ,ເມື່ອພຣະເຢຊູຄຣິດໄດ້ລົງ ມາຫາຂ້າພະເຈົ້າ,ພຣະອົງຊົງຊ່ວຍຂ້າພະເຈົ້າໃຫ້ລອດໂດຍພຣະຄຸນແລະພຣະເມດຕາ,ຊົງຊໍາລະລ້າງຂ້າພະເຈົ້າອອກຈາກຄວາມຜິດບາບດ້ວຍພຣະໂລຫິດຂອງພຣະອົງເອງ.

ແມ່ນຫຍັງຄືຄວາມຄ້າຍຄືກັນທີ່ຢູ່ໃນຄໍາພະຍານຂອງຂ້າພະເຈົ້າກັບຂອງສິດຍາພິ ບານນັກປະຕິຮູບຜູ້ນັ້ນ? ພວກເຮົາທັງສອງໄປໂບດເພາະພວກເຮົາຖືກເຊີນ,ພວກເຮົາບໍ່ມີ ໃຜມີພື້ນຖານຂອງຄຣິສຕຽນເລີຍ,ພວກເຮົາທັງສອງສືບຕໍ່ໄປໂບດເພາະຜູ້ຄົນດີຕໍ່ພວກເຮົາ,ບໍ່ມີໃຜຈັກຄົນທີ່ສາມາດເຫັນວ່າບົດເທດສະໜາສາມາດນໍາມາປະຍຸກໃຊ້ກັບພວກເຮົາແນວ ໃດແດ່,ແຕ່ພວກເຮົາທັງສອງຮູ້ດີວ່າພວກເຮົາຍັງບໍ່“ລອດ”ເທື່ອ, ພວກເຮົາທັງສອງພະຍາ ຍາມເປັນຄຣິສຕຽນໂດຍການເປັນບຸກຄົນທີ່ດີຂື້ນ,ພວກເຮົາທັງສອງຕ່າງກໍລົ້ມເຫຼວ,ພາຍໃຕ້ການໂນ້ມນ້າວຂອງບາບພວກເຮົາທັງສອງໄດ້ພົບຄວາມສະຫງົບສຸກແລະຄວາມລອດໂດຍຄວາມເຊື່ອງ່າຍໆໃນພຣະເຢຊູ.

ພວກເຮົາໄປໂບດໂດຍທີ່ບໍ່ມີຄວາມເຊື່ອເລີຍ,ສຸດທ້າຍພວກເຮົາກໍຕື່ນຂື້ນສູ່ຄວາມຈິງທີ່ວ່າພວກເຮົາເປັນຄົນບາບທີ່ຫຼົງຫາຍ, ຫຼັງຈາກນັ້ນພຣະວິນຍານບໍລິສຸດກໍໄດ້ຊັກນໍາພວກ ເຮົາໃຫ້ເຂົ້າໃກ້ພຣະເຢຊູ,ພວກເຮົາບໍ່ມີໃຜ“ຮູ້ວ່າ”ຈະມາຫາພຣະເຢຊູໄດ້ແນວໃດ,ເມື່ອພວກ ເຮົາຕື່ນຂື້ນແລະສໍານຶກເລື່ອງບາບ,ຈາກນັ້ນພຣະວິນຍານບໍລິສຸດໄດ້ຊັກນໍາເຮົາເຂົ້າໃກ້ພຣະອົງ,ມັນເປັນເລື່ອງງ່າຍຫຼາຍທີ່ເຮົາຮູ້ຈັກວ່າທຸກສິ່ງແມ່ນໂດຍພຣະຄຸນ, ທຸກສິ່ງເກີດມາຈາກ ການຊັກນໍາຂອງພຣະວິນຍານບໍລິສຸດ,ທຸກສິ່ງໂດຍພຣະໂລຫິດຂອງພຣະຄຣິສທີ່ໄດ້ຊໍາລ້າງຄວາມບາບຂອງພວກເຮົາອອກໄປ.

“ຢ່າໃຫ້ເຮົາຫລັບຄືກັບຄົນອື່ນ”(1 ເທສະໂລນິກາ 5:6)

ແຕ່ສໍາຫຼັບຄົນທີ່ເກີດແລະໃຫຍ່ມາໃນຄຣິສຕະຈັກເດຈະເປັນແນວໃດ?ພວກເຂົາກັບໃຈໃຫມ່ແນວໃດແດ່? ນີ້ຄືໜື່ງໃນຄໍາພະຍານຂອງພວກເຂົາ,ນີ້ຄືເລື່ອງທີ່ມາຈາກຄົນໜຸ່ມຜູ້ທີ່ ໄດ້ຢູ່ໃນຄຣິສຕະຈັກທັງຊີວິດຂອງລາວ,ຄວາມຈິງແລ້ວລາວຖືກນໍາມາໂບດນີ້ໃນຖານະເດັກນ້ອຍເກີດໃຫມ່,ຂ້າພະເຈົ້າຈະຂໍເອົາຄໍາພະຍານຂອງລາວມາໃຫ້ຟັງ.

      ຍິ່ງຂ້ອຍພະຍາຍາມທີ່ຈະໄດ້ຄວາມສະຫງົບສຸກ,ການນອນຫຼັບບໍ່ໄດ້ ມາໃນຕອນທີ່ພຣະເຈົ້າເລີ່ມທີ່ຈະເຮັດໃຫ້ຄວາມຢາກຂອງຂ້ອຍຕໍ່າລົງ,ເມື່ອວັນອາທິດຕອນເຊົ້າມາເຖິງ,ຂ້ອຍກໍຮູ້ສຶກເມື່ອຍທາງດ້ານຝ່າຍວິນຍານແລະຈິດໃຈ, ແມ່ນສົງຄາມການຕໍ່ສູ້ພຣະເຈົ້າຂອງຂ້ອຍເບິ່ງຄືວ່າຮຸນແຮງຂື້ນ ເລື່ອຍໆ,ເມື່ອຄໍາເທດສະໜາຖືກເທດອອກໄປຝ່າຍຮ່າງກາຍຂ້ອຍກໍພະຍາຍາມຕໍ່ສູ້ກັບຄວາມຮູ້ສຶກແຫ່ງຄວາມຊົ່ວແລະຄວາມເຈັບປວດທີ່ປິດລ້ອມ ຂ້ອຍໂດຍການກັດກັນຂອງຄາງກະໄຕແລະການປິດຕາຂອງຂ້ອຍ...ຂ້ອຍ ເຈົ້າຮູ້ດີວ່າຕົນເປັນຄົນບາບທີ່ຊົ່ວຊ້າທີ່ສຸດແຕ່ວ່າຂ້ອຍຈະບໍ່ຍອມມອບຊີວິດໃຫ້ກັບພຣະຄຣິດໃນການຊົງເອີ້ນໃຫ້ມາຫາຂອງພຣະອົງ...ຄໍາເທດສະໜາ ເບິ່ງຄືວ່າຈົບສີ້ນ...ຂ້ອຍຮູ້ສຶກຕໍ່າຊ້າແລະບໍ່ບໍລິສຸດໃນສາຍພຣະເນດຂອງ ພຣະເຈົ້າ, ບາບຂອງຂ້ອຍກາຍເປັນໜ້ອຍລົງເລື້ອຍໆໃນສິ່ງທີ່ຂ້ອຍໄດ້ ເຮັດລົງໄປແຕ່ມັນພັດເພີ່ມຂື້ນໃນສິ່ງທີ່ຂ້ອຍເປັນ,ສິດຍາພິບານໄດ້ມີການ ເຊື້ອເຊີນ...ດຣ.ໄຮເມີ [ຕໍ່ມາ] ໄດ້ໃຫ້ກໍາລັງໃຈຂ້ອຍໃຫ້ເຊື່ອວາງໃຈພຣະ ຄຣິດແລະມາຫາພຣະອົງ,ຂ້ອຍເບິ່ງຄືວ່າເຕັມໃຈແຕ່ຂ້ອຍກໍຍັງບໍ່ຍອມໃຫ້ ຕົນເອງໄປ,ໃນຊ່ວງວິນາທີນັ້ນໃນຂະນະທີ່ຂ້ອຍຮູ້ວ່າກໍາລັງພະຍາຍາມທີ່ ຈະຄໍານວນວ່າຈະເຊື່ອວາງໃຈພຣະເຢຊູແນວໃດແດ່,ຂ້ອຍກໍເຫັນຄວາມຊົ່ວຮ້າຍຂອງບາບທີ່ຕົນເອງໄດ້ເຮັດຄືການປະຕິເສດພຣະເຢຊູຂອງຕົນເອງ, ເຖິງແມ່ນວ່າຂ້ອຍຈະພະຍາຍາມ... ບັງຄັບທາງຂອງຕົນໄປຫາພຣະອົງ ໂດຍກໍາລັງຂອງຕົນເອງ,ແຕ່ເຖິງແມ່ນເຮັດແບບນີ້ຂ້ອຍກໍຍັງປະຕິເສດພຣະອົງ,ແຮງຂ້ອຍພະຍາຍາມທີ່ເຊື່ອວາງໃຈໃນພຣະອົງຂ້ອຍກໍເຮັດບໍ່ໄດ້,ຂ້ອຍຮູ້ສຶກສິ້ນຫວັງແລະຍອມແພ້...ພຣະເຢຊູກໍາລັງເອີ້ນຂ້ອຍໃຫ້ມາຫາພຣະອົງ...ແຕ່ຂ້ອຍກໍຍັງດື້ພະຍາຍາມທີ່ຈະເຮັດຕາມທາງຂອງຕົນເອງ, ໃນທັນໃດ ນັ້ນຄໍາເວົ້າໃນຄໍາເທດສະໜາດັງເຂົ້າມາຢ່າງນິ່ມນວນໃນຫູຂອງ“ຈົ່ງຍອມຕໍ່ພຣະເຢຊູ! ຈົ່ງຍອມຕໍ່ພຣະເຢຊູ!” ໃນວິນາທີນັ້ນເອງຄວາມຄິດຂອງການທີ່ ຂ້ອຍໄດ້ປະຕິເສດພຣະຄຣິດຜູ້ຊື່ງຖືກຫ້ອຍຢູ່ເທິງໄມ້ກາງແຂນເພື່ອຂ້ອຍ ໄດ້ຈັບຈິດຈັບໃຈຂອງຂ້ອຍ,ພຣະບຸດຂອງພຣະເຈົ້າໄດ້ລົງມາຈາກສະຫວັນ ເພື່ອຕາຍສໍາຫຼັບຂ້ອຍ, ເຖິງແມ່ນວ່າຂ້ອຍເປັນສັດຕູຂອງພຣະອົງກໍຕາມ, ຄວາມຄິດນີ້ໄດ້ທຸບຂ້ອຍລົງສູ່ພື້ນຖານຂອງຕົວເອງ,ໃນວິນານີນັ້ນຂ້ອຍາກໍ ໄດ້ຍອມຈໍານົນຕໍ່ພຣະຄຣິດແລ້ວເຊື່ອວາງໃຈໃນພຣະອົງ,ຂ້ອຍໄດ້ປ່ອຍທຸກສິ່ງທີ່ຂ້ອຍເປັນອອກໄປແລະມີຄວາມສະຫງົບໃນພຣະເຢຊູ...ພຣະເຢຊູຊົງຮັບວ່າຂ້ອຍເປັນຂອງພຣະອົງ,ພຣະອົງຊົງຍອມຮັບຂ້ອຍໂດຍບໍ່ໄດ້ປະຕິ ເສດຂ້ອຍຄືກັບທີ່ຂ້ອຍໄດ້ປະຕິເສດພຣະອົງ,ຄວາມດິ້ນລົນທີ່ຍິ່ງໃຫຍ່ຂອງຂ້ອຍມີບໍ່ໄດ້ມາຈາກວ່າມັນຍາກສໍ່າໃດທີ່ພຣະຄຣິດຈະຊ່ວຍຂ້ອຍໃຫ້ລອດ ແລະໃຫ້ອະໄພຄວາມບາບທຸກຢ່າງຂອງຂ້ອຍແຕ່ມາຈາກການທີ່ຂ້ອຍບໍ່ຢຸດທີ່ຈະຕໍ່ສູ້ພຣະເຈົ້າ,ມັນເກືອບຄືກັບວ່າໃນບໍ່ຊ້າທີ່ຂ້ອຍ“ຍອມໃຫ້”ພຣະເຢຊູ ຊ່ວຍຕົນໃຫ້ລອດ,ທັນທີພຣະອົງຊົງແລ່ນມາຫາຂ້ອຍແລະຊໍາລະລ້າງຂ້ອຍດ້ວຍພຣະໂລຫິດຂອງພຣະອົງ!ການເຊື່ອວາງໃຈໃນພຣະເຢຊູບໍ່ແມ່ນການກະທໍາຂອງໃຈຂ້ອຍອີກຕໍ່ໄປ ແຕ່ແມ່ນການທີ່ຂ້ອຍຍອມຕໍ່ພຣະເຢຊູຕ່າງ ຫາກ!ວິນາທີແຫ່ງການກັບໃຈໃຫມ່ຂອງຂ້ອຍເປັນເລື່ອງງ່າຍໆຫຼາຍ,ແລະມີພຽງໜ້ອຍດຽວທີ່ຈະເຮັດກັບການກະທໍາຂອງຂ້ອຍ, ມັນເບິ່ງຄືວ່າຂ້ອຍບໍ່ ມີຫຍັງຕ້ອງເຮັດ,ທຸກສິ່ງແມ່ນຂອງພຣະຄຸນ...ຂ້ອຍຮັກພຣະເຢຊູດ້ວຍສິ່ງທີ່ຕົນເປັນແລະສະຫງົບສຸກໃນພຣະອົງແຕ່ຜູ້ດຽວ.

ຂໍໃຫ້ມີບາງຄົນກາຍມາເປັນຄົນລະວັງເລື່ອງຄວາມບາບຂອງເຂົາແລະຕ້ອງການ ພຣະເຢຊູເພື່ອຊໍາລະລ້າງເຂົາດ້ວຍພຣະໂລຫິດຂອງພຣະອົງ! ໃນເຊົ້າຂໍໃຫ້ທ່ານເວົ້າວ່າ

ຂ້າຍິນສຽງຂອງພຣະເຈົ້າເອີ້ນຂ້າໃຫ້ມາເຂົ້າເຝົ້າ
ພຣະອົງຊົງຊໍາລະບາບກໍາດ້ວຍໂລຫິດຈາກໄມ້ກາງແຂນ
ຂ້າມາເຂົ້າເຝົ້າພຣະອົງເຈົ້າ ມາດຽວນີ້
ຂໍພຣະໂລຫິດຈາກໄມ້ກາງແຂນລ້າງຂ້າໃຫ້ໝົດບາບເວນ
   (“I Am Coming, Lord” by Lewis Hartsough, 1828-1919).

“ຢ່າໃຫ້ເຮົາຫລັບຄືກັບຄົນອື່ນ”(1 ເທສະໂລນິກາ 5:6)

ຂໍເຊີນໄປຫ້ອງນໍາວິນຍານດຽວນີ້ເລີຍ, ເຊີນກັບໄປຂ້າງຫຼັງຫ້ອງປະຊຸມນີ້, ດຣ.ເຄ ແກນຈະພາທ່ານໄປບ່ອນນັ້ນບ່ອນທີ່ພວກເຮົາສາມາດອະທິຖານ ແລະສົນທະນາກັນໄດ້, ດຣ.ແຊນຂໍເຊີນມາອະທິຖານເພື່ອຄົນທີ່ຈະເຊື່ອວາງໃຈໃນພຣະເຢຊູໃນເຊົ້ານີ້ແດ່, ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ: 1 ເທສະໂລນິກາ 5:1-6.

ໂຄງຮ່າງບົດເທດສະໜາ

ຢ່າຫລັບຄືກັບຄົນອື່ນ

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ຢ່າໃຫ້ເຮົາຫລັບຄືກັບຄົນອື່ນ”(1 ເທສະໂລນິກາ 5:6)

I.   ໜື່ງ ຂໍໃຫ້ຄົນທີ່ລອດແລ້ວເວົ້າວ່າ“ຢ່າໃຫ້ເຮົາຫລັບຄືກັບຄົນອື່ນ” ມັດທາຍ 25:5.

II.  ສອງ ພວກເຮົາຂໍອະທິຖານເພື່ອຄົນທີ່ຍັງບໍ່ລອດທີ່ຈະເວົ້າວ່າ
“ຢ່າໃຫ້ເຮົາຫຼັບຄືກັບຄົນອື່ນ” ເອເຟໂຊ 5:14; 1 ໂກລິນໂທ 2:14.