Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ເຮືອໂນອາ

(ບົດເທດສະໜາຕອນທີ່ 81 ໃນໜັງສືປະຖົມມະການ)
NOAH’S ARK
(SERMON #81 ON THE BOOK OF GENESIS)
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 1/6/2014
A sermon preached at the Baptist Tabernacle of Los Angeles
Lord’s Day Morning, June 1, 2014

“ເຈົ້າຈົ່ງສ້າງເຮືອດ້ວຍໄມ້ສົນໂກເຟີ ເຈົ້າຈົ່ງເຮັດເປັນຫ້ອງເປັນຫ້ອງຢູ່ໃນເຮືອ ແລະຢາທັງຂ້າງໃນແລະຂ້າງນອກດ້ວຍນໍ້າມັນສົນ”(ປະຖົມມະການ 6:14)


ຫຼາຍອາທິດທີ່ຜ່ານມາພວກຮໍລີວູດໄດ້ສ້າງໜັງໃຫຍ່ເລື່ອງໜື່ງຂື້ນມາເອີ້ນວ່າ“ໂນອາ ພວກຄົນໜຸ່ມຫຼາຍພັນຄົນໄດ້ເບິ່ງມັນ,ຂ້າພະເຈົ້າໄດ້ຂຽນບົດຄວາມໜື່ງຊື່ວ່າ “ໜັງເລື່ອງໂນ ອາຄືກັບຊາຕານ”(ກົດທີ່ນີ້ເພື່ອອ່ານເບິ່ງ) , ແມ່ນໃນໜັງມີອົງປະກອບທີ່ຊົ່ວຮ້າຍບາງຢ່າງ ແລະຂ້າພະເຈົ້າບໍ່ໄດ້ແນະນໍາມັນໃຫ້ຜູ້ໃດເບິ່ງເລີຍ, ແລະແມ່ນໃນໜັງມີຈຸດເດັ່ນບາງອັນທີ່ ເປັນຄວາມຈິງ,ໜັງບັນຍາຍເຖິງເລື່ອງນໍ້າຖ້ວມໄດ້ສົມຈິງຫຼາຍແລະໄດ້ໃຫ້ພາບຂອງເຮືອທີ່ ເປັນຕາເຊື່ອ, ຈົນຮອດປະຈຸບັນນີ້ມີຄົນໜຸ່ມຫຼາຍຄົນຄິດວ່າເຮືອເປັນພຽງແຕ່ເຮືອນ້ອຍໆທີ່ ປະກອບດ້ວຍສັດຊະນິດຕ່າງທີ່ມີຄວາມສຸກຢູ່ໃນນັ້ນ,ແລະແນມເຫັນໂນອາຍີ້ມຢູ່ໃນປ່ອງຢ້ຽມອັນນັ້ນມັນເປັນຮູບກາຕູນທີ່ພວກເຂົາເຫັນຢູ່ໃນປື້ມໂຮງຮຽນວັນອາທິດຂອງເດັກນ້ອຍ, ສໍາ ຫຼັບຂ້າພະເຈົ້າແລ້ວປື້ມເດັກນ້ອຍພວກນັ້ນກໍເປັນຄືກັບຊາຕານຄືໃນໜັງນັ້ນ! ພວກເຂົາໃຫ້ ມຸມມອງຜິດໆກ່ຽວກັບເລື່ອງເຮືອແລະນໍ້າຖ້ວມ,ຂ້າພະເຈົ້າຄິດວ່ານັກເທດທັງຫຼາຍຄວນຈະ ບອກຄົນໜຸ່ມຂອງພວກເຂົາວ່າໜັງເລື່ອງນັ້ນເປັນຄືກັບຊາຕານ, ແລະຂ້າພະເຈົ້າຄິດວ່າ ພວກນັກເທດຄວນຈະໄປຫ້ອງຮຽນວັນອາທິດຢູ່ຄຣິສຕະຈັກຂອງພວກເຂົາແລ້ວເອົາປື້ມກາ ຕູນເລື່ອງໂນອາແລະເຮືອທຸກເຫຼັ້ມຖີ້ມຊະ! ຖີ້ມມັນໄປຊະ! ພວກມັນປ່ຽນເລື່ອງນໍ້າຖ້ວມທີ່ ແທ້ຈິງໄປເປັນກາຕູນ! ອັນນັ້ນມັນເທົ່າກັບຊາຕານເລີຍ! ເລື່ອງເຮືອແລະເລື່ອງນໍ້າຖ້ວມບໍ່ ແມ່ນເລື່ອງຕະຫຼົກ!

ປະຈຸບັນນີ້ຂ້າພະເຈົ້າໄດ້ເທດສະໜາຫຼາຍບົດແລ້ວເລື່ອງໂນອາແລະເຮືອ,ມື້ແລງນີ້ ຂ້າພະເຈົ້າຈະເທດເລື່ອງ “ແຕ່ໂນອາໄດ້ພົບພຣະຄຸນຂອງພຣະເຈົ້າ”(ກົດທີ່ນີເພື່ອອ່ານເບິ່ງ). ແຕ່ໃນເຊົ້ານີ້ຂ້າພະເຈົ້າຈະຂໍເວົ້າເຖິງເລື່ອງຂອງເຮືອຢ່າງດຽວ, ບໍ່ຄວນຈະມີຄໍາຖາມວ່າ ເລື່ອງລາວຂອງໂນອາຄືແບບໜື່ງຫຼືພາບໜື່ງໃນພຣະຄໍາພີເດີມທີ່ເປັນລາງບອກເຫດບາງສິ່ງບາງຢ່າງໃນພຣະຄໍາພີໃຫມ່, ໃນມັດທາຍ 24:37-39 ພຣະຄຣິສຕັດວ່າ“ສະໄໝ”ຊື່ງໂນ ອາມີຊີວິດຢູ່ນັ້ນຄືເປັນພາບຂອງຍຸກສຸດທ້າຍກ່ອນການສະເດັດມາຄັ້ງທີ່ສອງຂອງພຣະອົງ, ໃນ 2 ເປໂຕ 3:20-21 ເຮືອໄດ້ໃຫ້ເປັນພາບຂອງຄວາມລອດໂດຍພຣະຄຣິສ,ໃນເຮັບເລີ 11:7 ເຮືອໄດ້ໃຫ້ອີກເທື່ອໜື່ງໃນຖານະເປັນພາບໜື່ງຂອງຄວາມລອດ,ຜູ້ຄົນໃນສະໄໝ ຂອງໂນອາຄືພາບໜື່ງ, ການເທດສະໜາຂອງໂນອາໃນສະໄໝປະຖີ້ມຄວາມເຊື່ອຄືພາບ ໜື່ງ,ນັກເທດຫຼາຍຄົນທີ່ສັດຊື່ໃນຍຸກສຸດທ້າຍເປັນຕົວຈິງທີ່ຈໍາລອງມາ, ເຮັດໃຫ້ປະພາບ ນັ້ນສໍາເລັດ,ເຮືອຄືພາບ, ຄວາມລອດໃນພຣະຄຣິສຄືຕົວຈິງທີ່ຈໍາລອງມາເຮັດໃຫ້ປະພາບ ນັ້ນສໍາເລັດ,ຂ້າພະເຈົ້າຮູ້ດີວ່າຄວາມຜິດພາດໃນການພິມຄືການໃຊ້ໃນທາງຜິດທີ່ໃຫຍ່ຫຼວງ ໃນຍຸກຕົ້ນໆຂອງຊາວຄຣິສຕຽນ,ບ່ອນທີ່ພວກນັກເທດເຫັນເກືອບທຸກສິ່ງທີ່ຢູ່ໃນພຣະຄໍາພີ ເດີມຄືປະເພດຫຼືພາບໜື່ງ,ແຕ່ຂ້າພະເຈົ້າກໍຍັງຮູ້ດີວ່າມີຫຼາຍປະເພດແທ້ຢູ່ໃນພຣະຄໍາພີເດີມບ່ອນທີ່ເປັນຕົວຈິງທີ່ຈໍາລອງມາທີ່ຈະແຈ້ງຊື່ງເຮັດໃຫ້ປະເພດຕ່າງໃນພຣະຄໍາພີໃຫມ່ສໍາເລັດລົງ,ຕົວຢ່າງເຊັ່ນໃນໜັງສືເຮັບເລີເຕັມໄປດ້ວຍຕົວຈິງທີ່ຈໍາລອງມາ,ຫຼັງຈາກທີ່ພຣະເຢຊູຊົງ ຟື້ນຂື້ນຈາກຕາຍພຣະອົງຊົງນັ່ງລົງກັບຜູ້ຕິດຕາມສອງຄົນຂອງພຣະອົງ.

“ພຣະອົງຈຶ່ງຊົງເລີ່ມອະທິບາຍພຣະຄຳພີທີ່ເລັງເຖິງພຣະອົງທຸກຂໍ້ໃຫ້ເຂົາຟັງ ເລີ່ມຕົ້ນຕັ້ງແຕ່ໂມເສດແລະພວກຜູ້ທໍານາຍ”(ລູກາ 24:27)

ຂ້າພະເຈົ້າບໍ່ມີຄວາມສົງໄສເລີຍທີ່ພຣະຄຣິສບອກພວກເຂົາວ່າເຮືອຂອງໂນອາຄືປະເພດ ໜື່ງຫຼືເປັນພາບຂອງພຣະອົງເອງໃນຖານະພຣະຜູ້ຊ່ວຍໃຫ້ລອດຂອງໂລກ, ຄືກັບທີ່ເຮືອໄດ້ ຊ່ວຍຄົນຂອງພຣະເຈົ້າໃຫ້ພົ້ນຈາກນໍ້າຖ້ວມ,ດັ່ງນັ້ນພຣະຄຣິສຈື່ງຊົງຊ່ວຍຄົນຂອງພຣະເຈົ້າໃຫ້ພົ້ນຈາການພິພາກສາແລະນາຮົກ, ເຮືອຄືປະເພດໜື່ງ,ພຣະເຢຊູຄຣິສຄືຕົວຈິງທີ່ຈໍາລອງ ມາເຮັດໃຫ້ປະເພດນັ້ນສໍາເລັດ! ມີພຽງແຕ່ນັກເສລີພາບທີ່ປະຕິເສດພຣະຄໍາຄືແບບເຮນຣີ່ ອີເມີສັນຟອສດິກເທົ່ານັ້ນທີ່ປະຕິເສດເລື່ອງນັ້ນ! ມີພຽງແຕ່ພວກສະໄໝໃຫມ່ທີ່ຢູ່ໃນໂຮງຮຽນ ສາສະສາດຟູເລີຫຼືໂຮງຮຽນຊິກາໂກ້ດິວິນິຕີ້ເທົ່ານັ້ນປະຕິເສດເລື່ອງນັ້ນ! ພຣະຄໍາພີໄດ້ທໍາ ນວາຍເຖິງຄົນພວກນັ້ນຕອນທີ່ກ່າວວ່າ “ໃນວັນສຸດທ້າຍຄົນທີ່ມັກເຢາະເຢີ້ຍຈະເກີດຂື້ນ ແລະດໍາເນີນຕາມໃຈປາດຖະໜາຊົ່ວຂອງຕົນ”(2 ເປໂຕ 3:3),ອັກຄະສາວົກຢູດາກ່າວວ່າ:

“ແຕ່ວ່າທ່ານທີ່ຮັກທັງຫຼາຍ ທ່ານຈົ່ງລະນຶກຄໍາທໍານາຍຂອງພວກອັກຄະ ສາວົກຂອງພຣະເຢຊູຄຣິສອົງພຣະຜູ້ເປັນເຈົ້າຂອງເຮົາທີ່ໄດ້ກ່າວໄວ້ ຄືວ່າ ພວກອັກຄະສາວົກນັ້ນໄດ້ບອກທ່ານທັງຫຼາຍວ່າ ໃນສະໄໝສຸດທ້າຍຈະມີ ຄົນເຢາະເຢີ້ຍເກີດຂື້ນ ເຂົາເປັນຄົນທີ່ດໍາເນີນຕາມຕັນຫາອັນຊົ່ວຂອງຕົນ ຄົນເຫຼົ່ານັ້ນຄືຄົນທີ່ແຍກຕົວອອກມາ ແລະປະພຶດຕົວຕາມໂລກີຍະວີໄສ ແລະປາສະຈາກພຣະວິນຍານ” (ຢູດາ 17-19)

ຂ້າພະເຈົ້າໄດ້ຮຽນຮູ້ດົນມາແລ້ວທີ່ຈະປະຕິເສດຄໍາສອນຂອງພວກທີ່ບໍ່ເຊື່ອ.

ດັ່ງນັ້ນໃຫ້ເຮົາເປີດກັບຂໍ້ພຣະຄໍາພີຂອງເຮົາໃນໜັງສືປະຖົມມະການບົດທີ່ 6 ຂໍ້ 14 ເພື່ອອະທິບາຍເຖິງເລື່ອງເຮືອ-ແລະວ່າມັນພາບຂອງພຣະເຢຊູຄຣິສເຈົ້າຂອງເຮົາແນວ ໃດແດ່, ພຣະເຈົ້າຕັດກັບໂນອາວ່າ

“ເຈົ້າຈົ່ງສ້າງເຮືອດ້ວຍໄມ້ສົນໂກເຟີ ເຈົ້າຈົ່ງເຮັດເປັນຫ້ອງເປັນຫ້ອງຢູ່ໃນເຮືອ ແລະຢາທັງຂ້າງໃນແລະຂ້າງນອກດ້ວຍນໍ້າມັນສົນ” (ປະຖົມມະການ 6:14)

ຂໍໃຫ້ເຮົາເປີດພຣະຄໍາພີປະໄວ້ບ່ອນນີ້, ເອແມນ

ອາເທີດັບໂບຢູພິ້ງໄດ້ກ່າວວ່າ “ເຮືອ...ຊື່ງ[ໂນອາ]ແລະຄອບຄົວຂອງລາວ...ພົບ ບ່ອນລີ້ໄພຈາກພາຍຸແຫ່ງຄວາມໂກດຮ້າຍຂອງພຣະເຈົ້າຄືໜື່ງໃນເລື່ອງຈະແຈ້ງທີ່ສຸດແລະ ລະອຽດທີ່ສຸດຂອງປະເພດຄວາມລອດຂອງຜູ້ທີ່ເຊື່ອໃນພຣະຄຣິສຊື່ງພົບໄດ້ໃນພຣະຄໍາພີ ທຸກຂໍ້”(Arthur W. Pink, Gleanings in Genesis, Moody Press, 1981 edition, p. 103).ແລະ ຂ້າພະເຈົ້າສັງເກດວ່າດຣ.ຈອນກິລນັກອະທິບາຍແບັບຕິດຜູ້ຍິ່ງໃຫຍ່ຂອງພວກເຮົາແຫ່ງສະຕະວັດທີ່ສິບແປດໄດ້ເອີ້ນຊໍ້າຄືນວ່າເຮືອຄືປະເພດຂອງພຣະຄຣິສ(John Gill, D.D., An Exposition of the Old Testament, The Baptist Standard Bearer, 1989 reprint, vol. 1, pp. 50-51).

“ເຈົ້າຈົ່ງສ້າງເຮືອດ້ວຍໄມ້ສົນໂກເຟີ ເຈົ້າຈົ່ງເຮັດເປັນຫ້ອງເປັນຫ້ອງຢູ່ໃນ ເຮືອແລະຢາທັງຂ້າງໃນແລະຂ້າງນອກດ້ວຍນໍ້າມັນສົນ” (ປະຖົມມະການ 6:14)

I. ໜື່ງ ເຮືອຖືກວາງແຜນໂດຍພຣະເຈົ້າ.

ໂນອາຖືກເຕືອນວ່າການພິພາກສາກໍາລັງຈະມາ,ແຕ່ໂນອາບໍ່ໄດ້ມີຄວາມຄິດທີ່ຈະ ສ້າງເຮືອຈົນພຣະເຈົ້າໄດ້ເປີດເຜີຍຕໍ່ລາວ.

ແຕ່ພຣະເຈົ້າຊົງຮູ້ດີວ່າພຣະອົງກໍາລັງຈະເຮັດຫຍັງ,ທ່ານເຫັນບໍວ່າໂນອາກັບຄົນທີ່ຢູ່ກັບລາວຖືກເລືອກໂດຍພຣະເຈົ້າແຕ່ດົນແລ້ວກ່ອນທີ່ໂລກຈະຖືກສ້າງມາ,ອັກຄະສາວົກເປົາໂລໄດ້ກ່າວວ່າ “ພຣະອົງໄດ້ຊົງເລືອກເຮົາໄວ້ຕັ້ງແຕ່ກ່ອນທີ່ຈະເລີມຊົງສ້າງໂລກ”(ເອເຟໂຊ 1:4),ພຣະເຈົ້າບໍ່ພຽງແຕ່ເລືອກຄົນທີ່ຈະໄດ້ຮັບຄວາມລອດໃນເຮືອເທົ່ານັ້ນ,ພຣະອົງຍັງຊົງ ວາງແຜນທີ່ຈະສົ່ງພຣະຄຣິສມາເພື່ອໄຖ່ເຮົາກ່ອນທີ່ຈະສ້າງໂລກອີກດ້ວຍ,ເພາະພຣະຄໍາພີ ເອີ້ນພຣະຄຣິສວ່າ“ພຣະເມສານ້ອຍຜູ້ຊົງຖືກປົງພຣະຊົນຕັ້ງແຕ່ແລກຊົງສ້າງໂລກ”(ພະນິມິດ 13:8).

ຄືທີ່ພຣະເຈົ້າຊົງວາງແຜນທີ່ຈະສົ່ງຕົວຈິງທີ່ຈໍາລອງມາຄືພຣະເຢຊູຄຣິສເພື່ອຊ່ວຍ ເຮົາໃຫ້ລອດ,ດັ່ງນັ້ນພຣະອົງຈື່ງຊົງວາງແຜນປະເພດ,ເຮືອ, ພຣະເຈົ້າຊົງວາງແຜນທີ່ຈະ ຊ່ວຍໂນອາໃຫ້ພົ້ນລ່ວງໜ້າ.

ພວກທ່ານທຸກຄົນທີ່ເປັນຄຣິສຕຽນຄວນຈະຊື່ນຊົມຍິນດີທີ່ພຣະເຈົ້າໄດ້ຊົງເລືອກ ເພື່ອທີ່ຈະຊ່ວຍທ່ານໃຫ້ລອດໃນພຣະຄຣິສກ່ອນທີ່ພຣະອົງຊົງສ້າງໂລກ-ຄືກັບທີ່ພຣະອົງຊົງ ວາງແຜນທີ່ຈະຊ່ວຍໂນອາໃຫ້ພົ້ນຢູ່ໃນເຮືອດົນນານມາແລ້ວກ່ອນທີ່ນໍ້າຖ້ວມຈະທໍາລາຍ ໂລກນີ້! ຖ້າທ່ານຫາກຢູ່ໃນພຣະເຢຊູຄຣິສທ່ານກໍປອດໄພຈາກພາຍຸແຫ່ງການພິພາກສາ.

ເຊື່ອງຂ້າໄວ້ໂອພຣະຜູ້ຊ່ວຍຂອງຂ້າເຊື່ອງໄວ້ຈົນພາຍຸແຫ່ງຊີວິດຜ່ານໄປ
ປອດໄພຢູ່ໃນສະຫວັນ,ໂອຂໍຊົງຮັບເອົາຈິດວິນຍານຂ້າດ້ວຍ
(“Jesus, Lover of My Soul” by Charles Wesley, 1707-1788).

II. ສອງ ເຮືອຖືກສ້າງພຽງເພື່ອທີ່ຈະຊ່ວຍຜູ້ອາໄສຂອງມັນໃຫ້ລອດ.

ມັນບໍ່ແມ່ນເຮືອນ້ອຍ,ບໍ່ແມ່ນແນ່ນອນ!ພາສາຮິບຣູແປຄໍາວ່າ“ເຮືອ”ເປັນ“ເຕບໍ”,ໝາຍເຖິງ“ແກັດ”(ສະບັບສະຕຣອງ),ມັນເປັນຄໍາດຽວກັນທີ່ພາສາຮິບຣູໃຊ້ເວົ້າເຖິງແກັດນ້ອຍໆທີ່ ໂມເສດໂຕນ້ອຍຟູ່ຢູ່ໃນແມ່ນໍ້າໄນ, ຄໍາຮິບຣູອັນດຽວກັນທີ່ແປເປັນ“ໂລງສົບ”ໃນປະຖົມມະ ການ 50:26, ມັນບໍ່ມີຫາງເສືອ, ບໍ່ມີໃບເຮືອ,ຂ້າພະເຈົ້າເຊື່ອວ່າທາງພື້ນຮາບພຽງເພື່ອໃສ່ ສິ່ງຂອງ,ມັນຄືກັບແກັດອັນໜື່ງ, ພຣະເຈົ້າຕັດວ່າ “ຈົ່ງເຮັດແກັດອັນໜື່ງໃຫ້ເຮົາຢາມັນດ້ວຍ ນໍ້າມັນສົນທັງຂ້າງໃນແລະຂ້າງນອກ”, ຄໍາວ່າ“ນໍ້າມັນສົນ”ແປມາຈາກ“ໂກເຟີ”-ຮູບແບບຄໍາ ກິລິຍາຂອງ“ກາຟາ”, ມັນເປັນຄໍາດຽວກັນທີ່ແປ“ການໄຖ່”ໃນ 70 ເທື່ອຢູ່ແຫ່ງຕ່າງໆໃນ ພຣະຄໍາພີເດີມ,ນັ້ນແລະເປັນຫົນທາງທີ່ຖືກແປໃນໜັງສືເລວີນິຕິ 17:11 “ເພາະວ່າເລືອດ ເປັນສິ່ງທີ່ເຮັດລຶບມົນທິນບາບແຫ່ງຈິດວິນຍານ”, ຕັ້ງແຕ່ພວກມັນທັງສອງມາຈາກພາສາ ຮິບຣູອັນດຽວກັນ, ພວກເຮົາສາມາດແປຄວາມໝາຍໃຫ້ແຈ່ມແຈ້ງຂຶ້ນໃນປະຖົມມະການ 6:14 ເປັນ“ເຈົ້າຈົ່ງສ້າງເຮືອດ້ວຍໄມ້ສົນໂກເຟີ ເຈົ້າຈົ່ງປົກມັນທັງຂ້າງໃນແລະຂ້າງນອກ ດ້ວຍການໄຖ່” ຊື່ງຄືເລືອດ! ດັ່ງນັ້ນທ່ານກໍມີແກັດໃຫຍ່,ປົກຫຸ້ມດ້ວຍນໍ້າມັນສົນດໍາ, ດຣ.ເຮັນຣີ່ເອັມ.ມໍຣິສກ່າວວ່າ “ກາຟາ...ແປເລືອຍໆວ່າ’ການໄຖ່’ ໃນການຈັດຕຽມການປ້ອງ ກັນນໍ້າຖ້ວມແຫ່ງການພິພາກສາ, ສະນັ້ນມັນຈື່ງກາຍເປັນປະເພດທີ່ສວຍງາມຂອງພຣະ ຄຣິສ” (The New Defender’s Study Bible by Henry M. Morris, Ph.D., World Publishing, 2006, p. 34; note on Genesis 6:14).

ດັ່ງນັ້ນພວກເຮົາຈື່ງມີເຮືອ, ມັນຄືແກັດໃຫຍ່ທີ່ເຮັດຈາກໄມ້ແລະປົກຫຸ່ມຂ້າງໃນແລະ ຂ້າງນອກດ້ວຍນໍ້າມັນສົນດໍາ, ຊື່ງເປັນເຄື່ອງກັນຮົ່ວທີ່ສົມບູນແບບຈາກນໍ້າຖ້ວມໃຫຍ່, ດຣ.ເອັມ.ອາ.ດີຮານ ໄດ້ກ່າວວ່າ:

ເຮືອ...ເບິ່ງຄືກັບໂລງສົບສີດໍາໃຫຍ່, ຄວາມຈິງແລ້ວຄໍາດຽວກັນທີ່ແປຄໍາວ່າ “ເຮືອ” ຍັງໄດ້ແປເປັນຄໍາວ່າ“ໂລງສົບ”ເຊັ່ນກັນໃນປະຖົມມະການ 50:26 ເຮືອຄືສັນຍາລັກແຫ່ງຄວາມຕາຍຂອງພຣະເຢຊູຄຣິສເຈົ້າຂອງເຮົາ. ພວກເຮົາສາມາດຈິນຕະນາການງ່າຍໆກັບແມ່ນຫຍັງຄືການດູຖູກທີ່ຜູ້ຄົນໃນສະໄໝຂອງໂນອາແນມເບິ່ງການເຮັດວຽກຂອງລາວ, ພວກເຂົາຄິດ ວ່າມັນເປັນຕາຫົວແນວໃດແດ່, ການສ້າງແກັດສີດໍາທີ່ເບິ່ງຄືໂລງສົບ, ແລະທໍານາຍເລື່ອງນໍ້າຖ້ວມໃນເມື່ອຍັງບໍ່ເຄີຍມີຝົນຕົກໃສ່ໂລກຈັກເທື່ອ (M. R. DeHaan, M.D., The Days of Noah, Zondervan Publishing House, 1971 edition, p. 173).

ມີຫຼາຍຄົນໃນປະຈຸບັນນີ້ຫົວຂວັນແລະເຢີ້ຍພຣະຄໍາພີ, ຜູ້ຄົນເອີນແມ່ນກະທັ່ງວ່າ ເລື່ອງນໍ້າຖ້ວມວ່າ“ເປັນຕາຫົວ” ແຕ່ພວກເຂົາຈະເຮັດແນວໃດແດ່ເມື່ອການພິພາກສາຂອງ ພຣະເຈົ້າຕົກໃສ່ພວກເຂົາ? ທ່ານຈະເຮັດຫຍັງແດ່ຖ້າຫາກທ່ານຍັງບໍ່ປອດໄພຢູ່ໃນພຣະເຢຊູ ຄຣິສ?

ເຊື່ອງຂ້າໄວ້ໂອພຣະຜູ້ຊ່ວຍຂອງຂ້າເຊື່ອງໄວ້ຈົນພາຍຸແຫ່ງຊີວິດຜ່ານໄປ
ປອດໄພຢູ່ໃນສະຫວັນ,ໂອຂໍຊົງຮັບເອົາຈິດວິນຍານຂ້າດ້ວຍ

III. ສາມ ເຮືອຄືບ່ອນຫຼົບໄພຈາກການພິພາກສາຂອງພຣະເຈົ້າ.

ເຮືອເປັນບ່ອນທີ່ປອດໄພ,ຄວາມຈິງແລ້ວມັນຄືພຽງແຫ່ງດຽວທີ່ປອດໄພ,ມັນຄືພຽງ ແຫ່ງດຽວທີ່ປອດໄພຈາກການພິພາກສາຂອງພຣະເຈົ້າ.

ຜູ້ຄົນຂອງໂລກນີ້ເວົ້າວ່າມີ“ຫຼາຍຫົນທາງ”ທີ່ຈະພົບສັນຕິສຸກກັບພຣະເຈົ້າ,ແຕ່ພວກ ເຂົາເວົ້າຜິດ, ພຣະເຈົ້າຊົງຈັດຕຽມແຕ່ຫົນທາງດຽວເທົ່ານັ້ນທີ່ຈະຫລົບໜີຄວາມໂກດຮ້າຍ ຂອງພຣະອົງໃນສະໄໝຂອງໂນອາ-ແລະທາງດຽວທີ່ຈະຫລົບໜີການພິພາກສາກໍຄືເຂົ້າໄປ ໃນເຮືອ,ປະຈຸບັນນີ້ພຣະເຈົ້າໄດ້ໃຫ້ຫົນທາງດຽວທີ່ຈະຫລົບໜີຄວາມໂກດຮ້າຍຂອງພຣະອົງແລະຫົນທາງນັ້ນກໍຄືພຣະເຢຊູຄຣິສເຈົ້າ, ພຣະຄໍາພີກ່າວວ່າ:

“ໃນຜູ້ອື່ນຄວາມລອດບໍ່ມີເລີຍ ດ້ວຍວ່ານາມອື່ນຊື່ງໃຫ້ເຮົາທັງຫຼາຍລອດ ໄດ້ນັ້ນບໍ່ຊົງໂຜດໃຫ້ມີໃນຖ້າມກາງມະນຸດທົ່ວໃຕ້ຟ້າ (ກິດຈະການ 4:12)

ຜູ້ຄົນເວົ້າວ່າ“ແບບນັ້ນມັນບໍ່ຍຸດຕິທໍາເລີຍ”,ຂ້າພະເຈົ້າບໍ່ເຂົ້າໃຈເລີຍວ່າພວກເຂົາ ເວົ້າແບບນັ້ນໄດ້ແນວໃດ!ມັນເບິ່ງຄືວ່າຍຸດຕິທໍາທີ່ສຸດຕໍ່ຂ້າພະເຈົ້າ! ມະນຸດໄດ້ເຮັດບາບໃນ ສວນ,ມະນຸດໄດ້ເຮັດບາບອີກຢ່າງເລິກເຊີ່ງຢູ່ໃນຊ່ວງກ່ອນນໍ້າຖ້ວມແຫ່ງການປະຖິ້ມຄວາມ ເຊື່ອ,ພຣະເຈົ້າໄດ້ຊົງຈັດຕຽມຫົນທາງສໍາຫຼັບເຂົາເຈົ້າເພື່ອໃຫ້ລອດພົ້ນຈາກການພິພາກສາທີ່ມີຕໍ໋ບາບຂອງພວກເຂົາ, ແຕ່ພວກເຂົາໄດ້ປະຕິເສດທາງທີ່ຈະລອດ,ດັ່ງນັ້ນພວກເຂົາຈື່ງຈົ່ມ ລົງໃນນໍ້າ,ແລ້ວແມ່ນຫຍັງບໍ່ຍຸດຕິທໍາລະ? ຂ້າພະເຈົ້າບໍ່ເຫັນວ່າມັນບໍ່ຍຸດຕິທໍາ,ບໍ່ເຄີຍມີແລະ ຈະບໍ່ຈັກເທື່ອ! ຜູ້ຄົນໃນສະໄໝຂອງໂນອາມີຄໍາເທດສະໜາຂອງເອໂນກ(ຢູດາ 14,15), ພວກເຂົາມີຄໍາເທດສະໜາຂອງໂນອາ(2 ເປໂຕ 2:5), ພວກເຂົາມີພຣະວິນຍານບໍລິສຸດ ເປັນຜູ້ກະຕຸ້ນເຂົາເຈົ້າ(ປະຖົມມະການ 6:3), ດັ່ງນັ້ນພວກເຂົາຈື່ງບໍ່ມີຂໍ້ແກ້ຕົວ,ແລະຂ້າພະ ເຈົ້າຂໍຖາມພວກທ່ານໃນເຊົ້າມື້ນີ້ວ່າ“ແມ່ນຫຍັງຈະເປັນຂໍ້ແກ້ໂຕຂອງທ່ານຖ້າທ່ານຫາກຕາຍໄປໂດຍທີ່ບໍ່ໄດ້ຮັບຄວາມລອດຈາກພຣະເຢຊູ?” ອັນນັ້ນມັນເປັນຄໍາຖາມທີ່, ແມ່ນຫຍັງ ຈະເປັນຂໍ້ແກ້ໂຕຂອງທ່ານຖ້າທ່ານຍັງບໍ່ລອດຢູ່ໃນພຣະຄຣິສຕອນທີ່ພຣະເຈົ້າຊົງພິພາກສາໂລກນີ້?

ເຊື່ອງຂ້າໄວ້ໂອພຣະຜູ້ຊ່ວຍຂອງຂ້າເຊື່ອງໄວ້ຈົນພາຍຸແຫ່ງຊີວິດຜ່ານໄປ
ປອດໄພຢູ່ໃນສະຫວັນ,ໂອຂໍຊົງຮັບເອົາຈິດວິນຍານຂ້າດ້ວຍ

IV. ສີ່ ເຮືອມີຫ້ອງສໍາຫຼັບທຸກຄົນ.

ຊາວຮິບຣູມີສອກສັ້ນປະມານ 17.5 ນິ້ວແລະສອກຍາວແມ່ນ 20.4 ນິ້ວ,ການວັດ ແທກຂອງເຮືອໄດ້ຖືກໃຫ້ຢູ່ໃນພຣະຄໍາພີໃນປະຖົມມະການ 6:15, ຖ້າຫາກສອກທີ່ສັ້ນກວ່າ ຖືກໃຊ້,ເຮືອທີ່ປະກອບດ້ວຍສາມຊັ້ນກໍຈະມີພື້ນກວ້າງ 95,790 ຟຸດມົນທົນຫຼືປະມານ 2,2 ເອເຄີ, ຖ້າຫາກສອກທີ່ຍາວກວ່າຖືກໃຊ້ເຮືອກໍຈະມີພື້ນແຕ່ລະຫ້ອງກວ້າງ 43,350 ຟຸດມົນທົນ,ລວມທັງສາມຫ້ອງກໍຈະມີ 130,050 ຟຸດມົນທົນ,ປະມານສາມເອເຄີ, ເຮືອງສູງ 51 ຟຸດ,ຕໍ່າກວ່າເຮືອນສູງຫ້າຊັ້ນໜ້ອຍໜື່ງ, ໜ້າຈະມີເນື້ອທີ່ປະມານ 2,210,850 ຟຸດ, ເນື້ອທີ່ຫຼາຍກວ່າສອງລ້ານຟຸດ! ມີຫ້ອງພຽງພໍໃຫ້ສັດເທົ່າກັບແກະຢູ່ໄດ້ປະມານ 125,000 ໂຕ,ພວກນັກສັດຕະວິທະຍາຄາດຄະເນວ່າມີສັດສີ່ຕີນຢ່າງໜ້ອຍ 100 ປະເພດແລະມີນົກ ຢ່າງໜ້ອຍ 170 ກວ່າຊະນິດ, ເຮືອທີ່ມີພື້ນ 130,000 ກວ່າຟຸດສາມາດມີບ່ອນພໍສໍາລັບ ສັດດັງເດີມຫຼາຍເທົ່າທີ່ເຂົ້າຢູ່ໃນເຮືອ, ດຣ.ເຮັນຣີ່ເອັມ.ມໍຣິສ ໄດ້ກ່າວວ່າ:

         ຕັ້ງແຕ່ຄືກັບທີ່ພວກເຮົາໄດ້ເຫັນແລ້ວວ່າເຮືອສາມາດບັນຈຸແກະຫຼາຍ ກວ່າໜື່ງແສນສອງໝື່ນຫ້າພັນໂຕ, ແລະຄ່າສະເລ່ຍຂະໜາດຂອງສັດບົກ ໜ້ອຍກວ່າແກະ,ເຫັນໄດ້ຢ່າງຊັດເຈນວ່າໜ້ອຍກວ່າ 60 ເປີເຊັນຂອງ ຄວາມຈຸຖືກນໍາໃຊ້ເພື່ອສັດ...ສະນັ້ນຂະໜາດທີ່ເຈະຈົງຂອງເຮືອເບິ່ງຄືວ່າມີຄວາມເໝາະສົມສໍາຫຼັບບັນຈຸສັດ...ເຊັ່ນດຽວກັບອາຫານສໍາຫຼັບສັດ, ໜື່ງ ສ່ວນສີ່ໃຊ້ສໍາຫຼັບລ້ຽງຊີວິດຂອງໂນອາແລະຄອບຄົວແລະສໍາລັບຈຸດປະສົງທີ່ຈໍາເປັນອື່ນໆອີກ.(Henry M. Morris, Ph.D., The Genesis Record, Baker Book House, 1986 edition, p. 185).

ເຊື່ອງຂ້າໄວ້ໂອພຣະຜູ້ຊ່ວຍຂອງຂ້າເຊື່ອງໄວ້ຈົນພາຍຸແຫ່ງຊີວິດຜ່ານໄປ
ປອດໄພຢູ່ໃນສະຫວັນ,ໂອຂໍຊົງຮັບເອົາຈິດວິນຍານຂ້າດ້ວຍ

ເຖິງແມ່ນວ່າເລື່ອງລາວທັງໝົດໃນໜັງ“ໂນອາ”ຈະເປັນຄືກັບຊົ່ວຮ້າຍ,ແມ່ນຄວາມ ແປກຂອງເຮືອກໍຄ່ອນຂ້າງຈະເປັນຈິງຕໍ່ພຣະຄໍາພີ,ສັດຕ່າງໆແລະພວກນົກໄດ້ເຂົ້າໄປໃນ ເຮືອຫຼາຍຄືກັບທີ່ດຣ.ມໍຣິສໄດ້ພັນລະນາ,ພວກມັນເຂົ້າໄປໂດຍສັນຊາດຕະຍານແລະນອນ ຫຼັບລົງຢ່າງສະບາຍໃນຊ່ວງລະດູໜາວ,ນັ້ນແລະຄືສ່ວນໜື່ງຂອງໜັງທີ່ຄ່ອນຂ້າງຈະສວຍ ງາມແລະເປັນຄວາມຈິງຕໍ່ພຣະຄໍາພີ, ແຕ່ອີກເທື່ອໜື່ງກະລຸນາຢ່າໄປເບິ່ງມັນ,ຂ່າວສານ ແບບພະຍາມານສາມາດນໍາການທໍາຮ້າຍແລະຄວາມສົບສົນມາໄດ້, ແນ່ນອນເຮືອທີ່ຍິ່ງ ໃຫຍ່ນີ້ໄດ້ກະຕຸ້ນໃຈສຸດໆຕໍ່ຈິນຕະນາການ,ມັນເອົາການຫາຍໃຈຂອງຂ້າພະເຈົ້າໄປໃຫ້ຄິດ ເຖິງເຮືອດໍາຍັກໃຫຍ່ນີ້,ສູງສາມຊັ້ນ,ລ່ອງຜ່ານຄື້ນນໍ້າ,ດັ່ງນັ້ນຈື່ງເປັນການປະດິດຄິດແຕ່ງທີ່ ສະຫຼາດໂດຍພຣະເຈົ້າທີ່ີວ່າມັນບໍ່ສາມາດລົ້ມເຖິງແມ່ນວ່າມີຄື້ນສູງກວ່າ 90 ອົງສາປະທະ ກໍຕາມ.

ມີການຄົ້ນຫາທີ່ຕື່ນເຕັ້ນໃນແຕ່ລະລະດູຮ້ອນບໍ່ເທົ່າມື້ເມື່ອມີຄວາມເປັນໄປໄດ້ຢູ່ ເທິງພູສູງອາຣາຣັດໃນປະເທດອາເມເນຍ,ບາງເທື່ອພວກເຂົາຈະພົບຟອສຊິວຂອງເຮືອໃນ ລະດູຮ້ອນໜື່ງ,ຂ້າພະເຈົ້າຄິດວ່າພວກເຂົາຈະຄົ້ນພົບມັນກ່ອນທີ່ການພິພາກສາໃຫຍ່ຈະມາ ເຖິງຕອນຈົບຂອງຍຸກສະໄໝນີ້,ແຕ່ເຖິງແມ່ນນັກບູຮານຄະດີຈະຄົ້ນພົບມັນຫຼືບໍກໍຕາມ,ພວກຜູ້ຊາຍເຖົ້າທີ່ຢູ່ໃນໂຮງຢິມຂອງຂ້າພະເຈົ້າບອກວ່າມັນຢູ່ຫັ້ນ,ຊາຍແກ່ຄົນໜື່ງບອກຂ້າພະ ເຈົ້າວ່າພໍ່ຕູ້ຂອງລາວເຫັນຊິ້ນສ່ວນຂອງມັນໂຜ່ອອກມາຈາກນໍ້າກ້ອນ,ລາວບອກວ່າ“ມັນເປັນສີດໍາ,ລາວບໍ່ໄດ້ຄາດວ່າມັນຈະເປັນສີດໍາ”

ຂ້າພະເຈົ້າກັບຄອບຄົວໄດ້ພາກັນໄປປະເທດອັງກິດຫຼາຍປີກ່ອນ, ເປັນບ່ອນທີ່ພໍ່ຕູ້ ຂອງຂ້າພະເຈົ້າເກີດແລະຂ້າພະເຈົ້າກໍດີໃຈ,ພວກເຮົາລົງໄປທີ່ຫໍປາສາດໂດເວີ,ບາງເທື່ອ ພວກທ່ານອາດຈະໄດ້ຍິນເລື່ອງຂອງ“ໜ້າຜາຂາວແຫ່ງເມືອງໂດເວີ”,ມີເຮືອຫຼາຍລໍາຊົນເຂົ້າກັບກ້ອນຫີນຢູ່ກ້ອງໜ້າຜາເປັນເວລາຫຼາຍສະຕະວັດແລ້ວ,ແຕ່ເມື່ອພວກເຮົາໄປຮອດບ່ອນ ນັ້ນຂ້າພະເຈົ້າບໍ່ໄດ້ຕັ້ງໃຈເບິ່ງຫໍປາສາດໂດເວີເລີຍ,ຖ້າພວກທ່ານຫາກເຫັນຜາສາດຫຼັງໜື່ງພວກທ່ານກໍເຫັນໝົດທຸກຫຼັງ!ຂ້າພະເຈົ້າເຫັນບາງສິ່ງບາງຢ່າງຢູ່ທາງໄກທີ່ບ່ຽງເບນຄວາມ ສົນໃຈຂອງຂ້າພະເຈົ້າໄປ,ມັນໃຫຍ່ຫຼາຍ,ທ່ານສາມາດບອກໄດ້ເລີຍວ່າມັນເປັນຂອງບູຮານ,ຂ້າພະເຈົ້າແລ່ນເຂົ້າໄປເບິ່ງໃກ້ໆໂດຍບໍ່ຄາດສາຍຕາເລີຍ,ມັນຄືຫໍໄຟຍາມຝັ່ງຕັ້ງຂື້ນສູງ ແປດສິບຟຸດ,ພວກເຂົາເວົ້າວ່າມັນຖືກສ້າງໃນສະຕະວັດທີ່ໜື່ງ!ສີດໍາຍາວມີປ່ອງຂວັນໄຟຂື້ນ ໄປໃນອາກາດ,ພໍແນມເຂົ້າໄປຂ້າງໃນກໍເຫັນຮອຍຂວັນໄຟສີດໍາຢູ່ຂ້າງໃນກໍາແພງ,ພວກໂຣ ມັນສ້າງມັນຂື້ນມາໃນຕອນທີ່ອັກຄະສາວົກໂຢຮັນຍັງມີຊີວິດຢູ່ເກາະປັດທະມອສ! ຜິວໜັງ ຂອງຂ້າພະເຈົ້າຮູ້ສຶກມຶນດ້ວຍຄວາມຢໍາເກງທີ່ຢູ່ໃນຫໍຍາມຝັ່ງເກົ່າແກ່ນັ້ນ,ປາກົດເປັນແບບ ນັ້ນ,ຂ້າພະເຈົ້າຄິດວ່າເຮືອຈະຕ້ອງປາກົດເປັນແບບນັ້ນກ່ອນທີ່ພວກເດັກນ້ອຍຊື່ງເຂົ້າໄປໃນບ່ອນມືດເພື່ອເບີ່ງມັນແລະຫົວຂວັນຄ່ອຍໆ, ແກວ່ງກ້ອນຫີນໃສ່ມັນໄດ້ຍິນສຽງກ້ອງແລ້ວ ພາກັນຫົວແລ່ນອອກໄປ-ຄືນກ່ອນນໍ້າຖ້ວມແລະກວາດເອົາພວກເຂົາໄປໝົດ!ຈາກນັ້ນມະ ນຸດກໍພາກັນຮ້ອງແລະໄຫ້,ຫ້ອຍຢູ່ຕາມຕົ້ນໄມ້ທີ່ລອຍນໍ້າ,ເກາະຢູ່ເທິງຍອດຫີນແລະພູ-ແລະ ພຣະເຈົ້າຊົງເປີດນໍ້າພຸເລິກແລະປ່ອງຂອງຟ້າສະຫວັນໄດ້ຖືກເປີດຂື້ນ.

“ສິ່ງທີ່ມີຊີວິດທັງປວງທີ່ຢູ່ເທິງພື້ນແຜ່ນດິນໂລກຖືກທຳລາຍ ທັງມະນຸດ ສັດໃຊ້ງານ ສັດເລື້ອຍຄານ ແລະນົກໃນອາກາດ ແລະທຸກສິ່ງຖືກທຳລາຍຈາກແຜ່ນດິນໂລກ ເຫລືອຢູ່ແຕ່ໂນອາແລະທຸກສິ່ງທີ່ຢູ່ກັບທ່ານໃນນາວາ” (ປະຖົມມະການ 7:23)

ເຊື່ອງຂ້າໄວ້ໂອພຣະຜູ້ຊ່ວຍຂອງຂ້າເຊື່ອງໄວ້ຈົນພາຍຸແຫ່ງຊີວິດຜ່ານໄປ
ປອດໄພຢູ່ໃນສະຫວັນ,ໂອຂໍຊົງຮັບເອົາຈິດວິນຍານຂ້າດ້ວຍ

“ເຫລືອຢູ່ແຕ່ໂນອາແລະທຸກສິ່ງທີ່ຢູ່ກັບທ່ານໃນນາວາ” (ປະຖົມມະການ 7:23) -ແລະເຮືອເປັນພາບຂອງພຣະຄຣິສ! ຖ້າທ່ານຢູ່ໃນພຣະຄຣິສທ່ານກໍປອດໄພຈາກການພິ ພາກສາທີ່ຈະມາເຖິງ,ຖ້າທ່ານບໍ່ຢູ່ໃນພຣະຄຣິສທ່ານກໍຈະຈົ່ມລົງໄປໃນບຶງໄຟນາຮົກ,ແຕ່ບໍ່ ຕາຍ,ບໍ່ຕາຍ-ແຕ່ຖືກລາກແລະຈົ່ມລົງໄປອີກເທື່ອໜື່ງ,ອີກເທື່ອໜື່ງແລະອີກເທື່ອໜື່ງຢູ່ໃນບຶງ ທີ່ບໍ່ມີມື້ຈົບສິ້ນ,ບໍ່ມີມື້ເຢັນ,ມັນໄໝ້ຕະຫຼອດໄປເປັນນິດ,ຕະຫຼອດໄປເປັນນິດໆ.

ທ່ານຈະໜີໄປໄດ້ແນວໃດ? ເຂົ້າມາໃນເຮືອ! ເຮືອເປັນພາບຂອງພຣະຄຣິສ,ນໍ້າມັນ ດໍາເປັນສັນຍາລັກພຣະໂລຫິດຂອງພຣະຄຣິສ! ຈົ່ງເຂົ້າມາ! ເຂົ້າມາໃນເຮືອ! ຈົ່ງເຂົ້າມາຫາ ພຣະຄຣິສກ່ອນທີ່ມັນຈະສວາຍເກີນໄປ.

ພວກເດັກນ້ອຍທີ່ແນມຜ່ານພຸ່ມໄມ້ທີ່ຢູ່ໃນເຮືອແລະຫົວຂວັນກ່ອນຄືນນໍ້າຖ້ວມນັ້ນ! ເດັກນ້ອຍພວກນັ້ນພາກັນທຸບຢູ່ຂ້າງໆເຮືອເມື່ອນໍ້າພັດເຂົາໄປຈາກພື້ນດິນແລະທ້ອງຟ້າ! ພວກເດັກນ້ອຍທີ່ຮ້ອງ “ໂອພຣະເຈົ້າຂໍໃຫ້ເຮົາເຂົ້າໄປແດ່! ຢ່າປ່ອຍໃຫ້ພວກເຮົາຈົ່ມນໍ້າ” ພວກເດັກນ້ອຍທີ່ຮ້ອງສຽງດັງຢູ່ໃນບຶງໄຟຊົ່ວນິດນິລັນ! ເດັກນ້ອຍພວກນີ້ອາດຈະເວົ້າຕໍ່ ທ່ານວ່າຖ້າທ່ານສາມາດ“ຫລົບໜີຈາກຄວາມໂກດຮ້າຍຂອງພຣະເຈົ້າ! ໜີຈາກຄວາມໂມໂຫ ຂອງພຣະເຈົ້າ!,ຢ່າແນມຂ້າງຫຼັງທ່ານ! ຢ່າຄິດວ່າຈະເຂົ້າໄປໄດ້ແນວໃດ! ຈົ່ງມາ! “ພະຈົນ ໄພເທິງພຣະອົງ,ຈົ່ງພະຈົນໄພ”-ຈົ່ງຖີ້ມໂຕຂອງທ່ານລົງເທິງພຣະອົງຢ່າງເຕັມຕົວ “ຢ່າໃຫ້ຜູ້

ໃດວາງໃຈໃນສິ່ງລົບກວນ” ຖີ້ມໂຕຂອງທ່ານເຂົ້າໄປຜ່ານທາງປະຕູເຮືອ-“ພະຈົນໄພເທິງ ພຣະອົງ, ຈົ່ງພະຈົນໄພ” - ເພາະມີພຽງພຣະຄຣິສເທົ່ານັ້ນສາມາດຊ່ວຍທ່ານໃຫ້ພົ້ນຈາກ ຄວາມໂກດຮ້າຍທີ່ຈະມາເຖິງໄດ້ແລະຊໍາລະລ້າງບາບຂອງທ່ານດ້ວຍຄວາມບໍລິສຸດຂອງ ພຣະອົງແລະພຣະໂລຫິດນິລັນດອນ” ເອແມນ.

ໃຫ້ເຮົາຢືນຂື້ນແລະຮ້ອງເພງບົດທີ່ 7 ຢູ່ປື້ມເພງຂອງທ່ານ “ເຊີນຄົນບາບເຂົ້າມາ”

ຄົນບາບເຊີນເຂົ້າມາ,ຍາກຈົນແລະເວດທະນາ,ອ່ອນແອແລະເຈັບ,ປ່ວຍ ແລະເຈັບປວດ
ພຣະເຢຊູພ້ອມທີ່ຈະຊ່ວຍທ່ານ,ຊົງເຕັມດ້ວຍຄວາມອີດູຕົນ,ຮັກແລະຊົງລິດ
ພຣະອົງສາມາດ,ຊົງສາມາດ,ພຣະອົງຊົງເຕັມໃຈຈົ່ງຢ່າໄດ້ສົງໄສ
ພຣະອົງສາມາດ,ຊົງສາມາດ,ພຣະອົງຊົງເຕັມໃຈຈົ່ງຢ່າໄດ້ສົງໄສ
(“Come, Ye Sinners” by Joseph Hart, 1712-1768).

ຖ້າທ່ານຢາກຈະລົມກັບຂ້າພະເຈົ້າແລະທີ່ປຶກສາຄົນອື່ນໆ, ຂໍໃຫ້ຍ່າງໄປຂ້າງຫຼັງ ຫ້ອງນີ້ຕອນນີ້ເລີຍ, ດຣ.ເຄແກນຈະພາທ່ານໄປອີກຫ້ອງໜື່ງບ່ອນທີ່ພວກເຮົາສາມາດສົນ ທະນາກ່ຽວກັບຄວາມລອດຂອງທ່ານໄດ້. ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວ ອາເບວ ພຣຸດໂຮມ:ປະຖົມມະການ 6:12-17.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ:
“Jesus, Lover of My Soul” (by Charles Wesley, 1707-1788).

ໂຄງຮ່າງບົດເທດສະໜາ

ເຮືອໂນອາ

(ບົດເທດສະໜາຕອນທີ່ 81 ໃນໜັງສືປະຖົມມະການ)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ

“ເຈົ້າຈົ່ງສ້າງເຮືອດ້ວຍໄມ້ສົນໂກເຟີ ເຈົ້າຈົ່ງເຮັດເປັນຫ້ອງເປັນຫ້ອງຢູ່ໃນເຮືອ ແລະຢາທັງຂ້າງໃນແລະຂ້າງນອກດ້ວຍນໍ້າມັນສົນ”(ປະຖົມມະການ 6:14)

(ມັດທາຍ 24:37-39; 2 ເປໂຕ 2:5; 1 ເປໂຕ 3:20-21; ເຮັບເລີ 11:7;
ລູກາ 24:27; 2 ເປໂຕ 3:3; ຢູດາ 17-19)

I. ໜື່ງ ເຮືອຖືກວາງແຜນໂດຍພຣະເຈົ້າ. ເອເຟໂຊ 1:4; ພະນິມິດ 13:8

II. ສອງ ເຮືອຖືກສ້າງພຽງເພື່ອທີ່ຈະຊ່ວຍຜູ້ອາໄສຂອງມັນໃຫ້ລອດ. ປະຖົມມະການ 50:26; ລະບຽບພວກເລວີ 17:11

III. ສາມ ເຮືອຄືບ່ອນຫຼົບໄພຈາກການພິພາກສາຂອງພຣະເຈົ້າ. ກິດຈະການ 4:12;
ຢູດາ 14,15; 2 ເປໂຕ 2:5; ປະຖົມມະການ 6:3.

IV. ສີ່ ເຮືອມີຫ້ອງສໍາຫຼັບທຸກຄົນ. ປະຖົມມະການ 7:23.