Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ເທດສະໜາເຖິງຄວາມບໍລິບູນຂອງພຣະຄຣິສອັນຫາທີ່ປຽບບໍ່ໄດ້

PREACHING THE UNSEARCHABLE RICHES OF CHRIST
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 4/5/2014
A sermon preached at the Baptist Tabernacle of Los Angeles
Lord’s Day Morning, May 4, 2014

“ຊົງໂຜດປະທານພຣະຄຸນນີ້ແກ່ຂ້າພະເຈົ້າ ຜູ້ເປັນຄົນເລັກນ້ອຍກວ່າຄົນເລັກນ້ອຍທີ່ສຸດໃນພວກສິດທິຊົນທັງໝົດ ຊົງໃຫ້ຂ້າພະເຈົ້າປະກາດແກ່ຄົນຕ່າງຊາດເຖິງຄວາມບໍລິບູນຂອງພຣະຄຣິສ ອັນຫາທີ່ປຽບບໍ່ໄດ້” (ເອເຟໂຊ 3:8)


ພໍຂ້າພະເຈົ້າມີອາຍຸຫຼາຍຂື້ນຂ້າພະເຈົ້າກໍຮັກອັກຄະສາວົກເປົາໂລຫຼາຍຂື້ນ, ລາວ ເປັນຄົນທີ່ຖ່ອມໃຈແລະລາວໄດ້ເປີດຂຸມຊັບຂອງພຣະຄຣິສໃຫ້ກັບພວກເຮົາ,ໃນຂໍ້ພຣະຄໍາພີ

ຂ້າງເທິງລາວບອກວ່າລາວເປັນ“ຄົນເລັກນ້ອຍກວ່າຄົນເລັກນ້ອຍທີ່ສຸດໃນພວກສິດທິຊົນທັງໝົດ” ເປົາໂລມັກມີຄວາມຄິດຖ່ອມໃຈຫຼາຍກ່ຽວກັບການເປັນອັກຄະສາວົກຂອງລາວ,ໃນ 1 ໂກລິນໂທ 15:9 ລາວເວົ້າວ່າລາວເປັນອັກຄະສາວົກທີ່ໜ້ອຍທີ່ສຸດເພາະລາວ“ໄດ້ຂົ່ມເຫງ ຄຣິສຕະຈັກຂອງພຣະເຈົ້າ”ກ່ອນທີ່ລາວຈະກັບໃຈເຊື່ອ, ລາວເວົ້າຄືນອີກໃນ 1 ຕີໂມທຽວ 1:12,13.

ແຕ່ຫຼັງຈາກນັ້ນເປົາໂລກໍບອກພວກເຮົາວ່າພຣະຄຸນໄດ້ໃຫ້ລາວເທດ “ຄວາມບໍລິບູນ ຂອງພຣະຄຣິສອັນຫາທີ່ປຽບບໍ່ໄດ້” ເຄນເນັດວູເອັດໄດ້ກ່າວວ່າຄໍາວ່າ“ອັນຫາທີ່ປຽບບໍ່ໄດ້” ແປມາຈາກພາສາກຣີກຊື່ງໝາຍເຖິງ“ທີ່ຊື່ງບໍ່ສາມາດສືບຄົ້ນຫາໄດ້” ຄວາມຮັ່ງມີຂອງພຣະ ຄຣິສແມ່ນເປັນສິ່ງທີ່ຢັ່ງບໍ່ເຖິງ “ຄືກັບບໍ່ສາມາດເຂົ້າໃຈຢ່າງຖ່ອງແທ້ໂດຍມະນຸດໄດ້” (Kenneth S. Wuest, Ph.D., Wuest’s Word Studies, Eerdmans, 1975, volume I, p. 84).

ເປັນເວລາຫຼາຍປີທີ່ຂ້າພະເຈົ້າຖືກບອກໂດຍສິດຍາພິບານທີ່ຫວັງດີ ແລະບັນດາຄູ ຫຼາຍຄົນວ່າຂ້າພະເຈົ້າບໍ່ສາມາດປະກາດຂ່າວປະເສີດໄດ້ຫຼືຄົນຂອງຂ້າພະເຈົ້າອາດຈະເປັນຄຣິສຕຽນທີ່ຕື່ນໆ,ຂ້າພະເຈົ້າເຊື່ອແບບນັ້ນເປັນເວລາຫຼາຍປີ-ຄວາມຈິງແລ້ວຈົນກວ່າຂ້າພະ ເຈົ້າໄດ້ເລີ່ມການເດີນທາງໄປກັບບົດເທດສະນາຂອງສະເປີໂຈນ,ຫຼັງຈາກທີ່ອ່ານບົດເທດສະເປີໂຈນໄລຍະໜື່ງແລ້ວຂ້າພະເຈົ້າກໍເລີ່ມອັດສະຈັນໃນຄໍາເທດສະໜາເລື່ອງພຣະຄຣິສຂອງລາວຢ່າງເລິກເຊີ່ງ, ດັ່ງນັ້ນຂ້າພະເຈົ້າຈື່ງຄິດວ່າຈະພະຍາຍາມເທດສະໜາຂ່າວປະເສີດໃນ ຫຼາຍຫົນທາງທີ່ແຕກຕ່າງກັນ,ຈາກຫຼາຍໆແງ່ມຸມທີ່ຕ່າງກັນຄືກັບສະເປີໂຈນເຮັດ “ຂ້າພະ ເຈົ້າຈື່ໄດ້ວ່າຕົນເອງຄິດວ່າ“ຂ້ອຍຈະບໍ່ສາມາດເຮັດແບບນີ້ໄດ້ດົນດອກ ຂ້າພະເຈົ້າຈະບໍ່ມີ ເຄື່ອງມືແລະຄົນຂອງພວກເຮົາຈະເກີດຄວາມເບື່ອໜ່າຍ”.

ຂ້າພະເຈົ້າຜິດຫຼາຍປານໃດ!ຂ້າພະເຈົ້າໄດ້ເທດສະໜາຂ່າວປະເສີດໃນວັນອາທິດ ຕອນເຊົ້າແລະຕອນແລງເປັນເວລາຫຼາຍປີແລ້ວຕອນນີ້,ແລະມັນຮູ້ສຶກວ່າມີພຽງຂ້າພະເຈົ້າ ຄົນດຽວທີ່ເກົາພື້ນຜິວດ້ານນອກ!ດຽວນີ້ຂ້າພະເຈົ້າບໍ່ຄິດວ່າຕົນເອງຈະບໍ່ມີເຄື່ອງມືຄໍາເທດສະໜາເພາະຕອນນີ້ຂ້າພະເຈົ້າກໍາລັງເທດສະໜາເລື່ອງອັນຫາທີ່ປຽບບໍ່ໄດ້,ຢັ່ງບໍ່ເຖິງ“ພວກທ່ານຈະບໍ່ມີມື້ສືບຫາຕົ້ນເຫດໄດ້”ເຖິງຄວາມບໍລິບູນຂອງພຣະຄຣິສ! ມີຫຼາຍຢ່າງທີ່ຈະເວົ້າເຖິງ ຄວາມບໍລິບູນຂອງພຣະຄຣິສຊື່ງຂ້າພະເຈົ້າຈະບໍ່ມີມື້ເທດມັນໝົດ- ໜື່ງຮ້ອຍປີກໍບໍ່ໝົດ.

ການໄດ້ຍິນຂ່າວປະເສີດຂອງພຣະຄຣິສຈະເຮັດໃຫ້ຄົນຂອງພວກເຮົາຕື້ນໆ-ຄືກັບທີ່ ຂ້າພະເຈົ້າຖືກບອກບໍ? ແນ່ນອນບໍ່ແມ່ນ! ພວກເຮົາມີຄຣິສຕຽນບາງຄົນທີ່ມີຄຸນນະພາບດີ ເລີດຊື່ງທ່ານຈະພົບໄດ້ໃນທົ່ວທຸກບ່ອນໃນໂລກນີ້! ບໍ່ໄດ້ຂີ້ໂມ້ ມັນເປັນຄວາມຈິງ! ພວກ ເຮົາມີຄຣິສຕຽນບາງຄົນທີ່ເຂັ້ມແຂງທີ່ສຸດໃນໂລກປະຈຸບັນນີ້, ແລະພວກເຂົາໄດ້ກັບໃຈໃຫມ່

ເພາະການເທດສະໜາຂ່າວປະເສີດ,ພວກເຂົາຖືກລ້ຽງໃນເລື່ອງການເທດເທດສະໜາຂ່າວ ປະເສີດ,ແລະພວກເຂົາເຕີບໃຫຍ່ຢ່າງເຂັ້ມແຂງໃນເລື່ອງຄໍາເທດສະໜາຂ່າວປະເສີດ! ຕອນ ນີ້ຂ້າພະເຈົ້າເລີ່ມເຂົ້າໃຈວ່າເປົາໂລໝາຍເຖິງຫຍັງເມື່ອລາວເວົ້າວ່າ:

“ເພາະຂ້າພະເຈົ້າຕັ້ງໃຈວ່າຈະບໍ່ສະແດງຄວາມຮູ້ເລື່ອງໃດໆເລີຍຖ້າມກາງ ພວກທ່ານ ນອກຈາກເລື່ອງຂອງພຣະຄຣິສແລະການທີ່ພຣະອົງຖືກຄຶງເທິງ ໄມ້ກາງແຂນ”(1 ໂກລິນໂທ 2:2)

ພວກເຮົາລອດໂດຍຄວາມເຊື່ອໃນພຣະຄຣິສແລະການທີ່ພຣະອົງຖືກຄຶງເທິງໄມ້ກາງແຂນ,ພວກເຮົາເຕີບໂຕຂື້ນໃນພຣະຄຸນໂດຍຄວາມເຊື່ອໃນການຕາຍຂອງພຣະຄຣິສ, ພວກເຮົາ ເປັນຄົນຊອບທໍາໂດຍຄວາມເຊື່ອໃນການຖືກຄຶງຂອງພຣະຄຣິສ, ພຣະຄຣິສຊົງເປັນອັນຟາ ແລະໂອເມກາ,ເປັນຈຸດເລີ່ມຕົ້ນແລະອາວະສານ”(ພະນິມິດ 1:8),ພຣະຄຣິສຊົງເປັນ“ຜູ້ເລີ່ມ ຕົ້ນແລະເປັນເຮັດໃຫ້ຄວາມເຊື່ອຂອງເຮົາສໍາເລັດ”(ເຮັບເລີ 12:2),ຄືກັບທີ່ຂ້າພະເຈົ້າເທດມື້ ຄືນວານນີ້ວ່າພຣະຄຣິສ“...ຊົງເຮັດໃຫ້ເປັນປັນຍາ,ຄວາມຊອບທໍາ,ການແຍກຕັ້ງໄວ້ ແລະ ການຊົງໄຖ່ສໍາຫຼັບເຮົາ”(1 ໂກລິນໂທ 1:30), ນັບຕັ້ງແຕ່ຂອບເຂດແຫ່ງການໄຖ່ຂອງເຮົາ, ການແຍກຕັ້ງໄວ້ແລະສະຫງ່າລາສີທີ່ວາງລົງເທິງພຣະຄຣິສ-ມັນກໍບໍ່ມີອັນໃດຫຼາຍກວ່ານັ້ນ ອີກເຮົາຈະຕ້ອງເທດກ່ຽວກັບມັນ! ທ້າວກຣິຟຟິດຫາກໍຮ້ອງເພງເຢຍລະມັນເພງເກົ່າທີ່ຖືກແປ ເປັນພາສາອັງກິດວ່າ

ເມື່ອທ້ອງຟ້າໂອບຄໍາຍາມເຊົ້າໃຈຂອງຂ້າຕື່ນຂື້ນຮ້ອງວ່າ
ຂໍພຣະເຢຊູຄຣິສຈົ່ງເປັນທີ່ສັນລະເສີນ
ເໝືອນຢູ່ບ່ອນເຮັດວຽກແລະອະທິຖານຕໍ່ພຣະເຢຊູຂ້າຂໍແກ້ໄຂ
ຂໍພຣະເຢຊູຄຣິສຈົ່ງເປັນທີ່ສັນລະເສີນ

ເມື່ອນອນລົງຢ່າແກ້ຖືກປະຕິເສດ,ວິນຍານຂອງຂ້າງຽບເງົາ
ຂໍພຣະເຢຊູຄຣິສຈົ່ງເປັນທີ່ສັນລະເສີນ
ເມື່ອຄວາມຄິດຮ້າຍມາບຽດບຽນຂ້າປ້ອງກັນເອິກດ້ວຍໂລ່
ຂໍພຣະເຢຊູຄຣິສຈົ່ງເປັນທີ່ສັນລະເສີນ

ຄວາມໂສກເສົ້າເຕີມໃຈຂ້າບໍ? ຂ້າໄດ້ພົບຄວາມປອບໃຈ
ຂໍພຣະເຢຊູຄຣິສຈົ່ງເປັນທີ່ສັນລະເສີນ
ຫຼືຄວາມສຸກຕົກໃສ່ໂລກຂ້າບໍ? ຜູ້ເລົ້າໂລມຂ້າຢູ່ນີ້
ຂໍພຣະເຢຊູຄຣິສຈົ່ງເປັນທີ່ສັນລະເສີນ

ຈົ່ງເປັນແບບນີ້ຕາບໃດຊີວິດເປັນຂອງຂ້າ,ຈະຮ້ອງເພງແຫ່ງຄວາມຍິນດີ
ຂໍພຣະເຢຊູຄຣິສຈົ່ງເປັນທີ່ສັນລະເສີນ
ຈົ່ງຮ້ອງເພງນີ້ນິດນິລັນຕະຫຼອດທຸກຊົ່ວອາຍຸ
ຂໍພຣະເຢຊູຄຣິສຈົ່ງເປັນທີ່ສັນລະເສີນ
(“May Jesus Christ Be Praised,” author unknown; translated from the
      German by Edward Caswall, 1814-1878).

ຫຼື ຄືກັບທ້າວກຣິຟຟິດຮ້ອງເມື່ອຄືນວານນີ້

ພຣະເຢຊູຄຣິສຊົງສ້າງເພື່ອຂ້າຄືສິ່ງທີ່ຂ້າຕ້ອງການໆ
ພຣະອົງຜູ້ດຽວຄືຄໍາຮ້ອງຂໍຂອງຂ້າ,ພຣະອົງເປັນທຸກສິ່ງທີ່ຕ້ອງການ
ປັນຍາ,ຄວາມຊອບທໍາແລະລິດອໍານາດ,ຊົງບໍລິສຸດທຸກຊົ່ວໂມງ
ການຊົງໄຖ່ຂອງຂ້າເຕັມລົ້ນແລະຟຣີ,ພຣະອົງເປັນທຸກສິ່ງທີ່ຕ້ອງການ
(“All I Need,” author unknown; copyright 1965 by Dr. John R. Rice in
      “Revival Specials No. 2”).

ໃນຂະນະທີ່ຂ້າພະເຈົ້າເລືອກຫົວຂໍ້ນີ້ເພື່ອພະຍາຍາມເທດສະໜາຂ່າວປະເສີດຈາກ ຫຼາຍແງ່ມຸມ,ຂ້າພະເຈົ້າກໍຢ້ານວ່າບົດເທດຂອງຕົນຈະປາກົດໃນອິນເຕີເນັດໜ້ອຍໜື່ງ,ແຕ່ຂ້າພະເຈົ້າໄດ້ຮັບຄໍາໜຸນໃຈຈາກຫຼາຍຄົນທີ່ອ່ານບົດເທດຂອງຂ້າພະເຈົ້າ, ຕົວຢ່າງເຊັ່ນ:ເດືອນ ແລ້ວມີຄົນເຂົ້າເບິ່ງເວັບໄຊຂອງເຮົາເຖິງ 100,989 ເທື່ອແລະພວກເຮົາໄດ້ຮັບອີເມວໜຸນ ໃຈຫຼາຍສະບັບ,ມີມິດຊັນນາຣີຢູ່ປະເທດອິນໂດເນເຊຍໄດ້ສົ່ງອີເມລໄປໃຫ້ຂ້າພະເຈົ້າເດືອນ ແລ້ວນີ້ໃນໂອກາດຄົບຮອບວັນເກີດເຈັດສິບສາມປີຂອງຂ້າພະເຈົ້າ,ຂ້າພະເຈົ້າລັງເລໃຈທີ່ຈະອ່ານໃຫ້ພວກທ່ານຟັງເພາະມັນອາດຈະເບິ່ງຄືວ່າຂ້າພະເຈົ້າກໍາລັງອວດຕົວ,ແຕ່ມັນຊ່າງງົດ ງາມຫຼາຍຊື່ງຂ້າພະຮູ້ສຶກວ່າຕ້ອງແບ່ງປັນມັນໃຫ້ທ່ານ,ພາສາອັງກິດບໍ່ແມ່ນພາສາທີ່ໜື່ງຂອງລາວ,ລາວເວົ້າພາສາອິນໂດເນເຊຍ, ດັ່ງນັ້ນຂ້າພະເຈົ້າຈື່ງຮູ້ສຶກວ່າລາວຕ້ອງໃຊ້ເວລາຫຼາຍ ໃນການຂຽນສິ່ງທີ່ມີສະເໜ່ນີ້.

ຄໍາເທດສະໜາຂອງອາຈານມີຫົວຂໍ້ຄືກັບເພງປະສານສຽງສະເໝີຄືກັບເພງປະສານບົດທີ່ຫ້າຂອງບີໂທເວັນ,ຫົວຂໍ້ປາກົດຂື້ນແລ້ວປາກົດອີກເທື່ອໜື່ງ, ຄວາມສໍາຄັນຂອງການເທດສະໜາເລື່ອງພຣະໂລຫິດແລະການໄຖ່ ຂອງພຣະຄຣິສແລະເລື່ອງການກັບໃຈໃໝ່, ປາກົດຂື້ນໃນບົດເທດຂອງອາ ຈານອີກເທື່ອໜື່ງໆ,ອາຈານຍັງໄດ້ເທດຕໍ່ຕ້ານ“ການຕັດສິນໃຈນິຍົມ” ແລະ ການປະຖີ້ມຄວາມເຊື່ອໃນປະຈຸບັນນີ້ອີກເທື່ອໜື່ງແລະອີກເທື່ອໜື່ງ, ຫົວຂໍ້ ເຫຼົ່ານີ້ແມ່ນຊໍ້າແລ້ວຊໍ້າອີກຄືກັບເພງປະສານສຽງບົດທີ່ຫ້າຂອງບີໂທເວນ, ພວກມັນປາກົດອີກເທື່ອໜື່ງແລະອີກເທື່ອໜື່ງ.
     ບົດເທດສະໜາຂອງອາຈານສົ່ງສຽງກ້ອງໃນຫູຂອງພວກເຮົາ ແລະ ເຕືອນສະຕິຂອງພວກເຮົາອີກເທື່ອໜື່ງໆຊື່ງຊີວິດແລະໂອກາດຂະຜ່ານພົ້ນໄປໃນບໍ່ຊ້າ,ເຫດສັນນັ້ນພວກເຮົາຕ້ອງສືບຕໍ່ເທດເຖິງພຣະຄຣິສໃນຂະນະທີ່ຍັງມີໂອກາດ, ຊີວິດແລະໂອກາດຂອງເຮົາເປັນຄືກັບໃບໄມ້ແຫ້ງທີ່ແຍກ ອອກຈາກລໍາຕົ້ນຂອງມັນ,ເປັນອິດສະຫຼະຈາກໂສ້ຂອງມັນແລະປິວໄປເພື່ອຍິນດີກັບອິດສະຫຼະຂອງມັນ,ເຕັ້ນເຄື່ອນທີ່ຄືງູຕາມຈັ່ງຫວະຂອງລົມ, ຈາກ ນັ້ນກໍລົ້ນເນົ່າເປືອຍຕະຫຼອດໄປ,ທໍາອິດພວກເຮົາເຫັນແລະຍິນດີກັບອິດສະຫຼະພາບແຕ່ໃນບໍ່ຊ້າເວລາກໍຈະລ່ວງໄປ ແລະອິດສະຫຼະກໍຈະຫາຍໄປຈົນ ກວ່າພວກເຮົາເຂົ້າໃຈວ່າຊີວິດຂອງເຮົາບໍ່ໃຫ້ຜົນດີອີກຕໍ່ໄປແລະພວກເຮົາກໍ ສູນເສຍໂອກາດທີ່ຈະເຮັດວຽກເພື່ອພຣະເຈົ້າ.
     ບົດເທດສະໜາຂອງອາຈານສົ່ງສຽງກ້ອງໃນຫູຂອງພວກເຮົາ ແລະ ເຕືອນສະຕິຂອງພວກເຮົາອີກເທື່ອໜື່ງໆບໍ່ພຽງແຕ່ເປັນຜູ້ຊົມແລະຜູ້ຟັງເທົ່ານັ້ນແຕ່ເປັນຜູ້ເຮັດຕາມພຣະຄໍາ, ຜູ້ເຮັດໃນການເທດສະໜາຂ່າວປະເສີດ ຂອງພຣະຄຣິສ, ຊີວິດແລະໂອກາດຂອງພວກເຮົາເປັນຄືກັບສາຍຮຸ້ງທີ່ງົດ ງາມສີຕ່າງໆທີ່ສາຍຕາຂອງເຮົາຈ້ອງເບິ່ງດ້ວຍຄວາມງົງແຕ່ພາຍຸໄດ້ພັດພາຄວາມງາມແລະຕົວຕົນຂອງມັນໄປ,ພວກເຮົາມັກເຫັນໂອກາດທີ່ອັດສະຈັນທີ່ຈະປະກາດຂ່າວປະເສີດແຕ່ພວກເຮົາພໍໃຈໃນຕົນເອງ ແລະພຽງແຕ່ຈ້ອງ ເບິ່ງຄວາມງາມຂອງມັນຈົນກວ່າຄວາມຮູ້ສຶກຕົວມາເຖິງເຮົາ,ແຕ່ໂອກາດທີ່ ສວຍງາມໄດ້ຜ່ານໄປແລ້ວໂດຍບໍ່ມີຍັງເຫຼືອນອກຈາກຄວາມວາງເປົ່າ, ເວ ລາຂອງເຮົາຖືກປະທານໃຫ້ເພື່ອນໍາຈິດວິນຍານທີ່ຫຼົງຫາຍ, ເຖິງແມ່ນວ່າມີ ອຸປະສັກຫຼາຍຢ່າງກໍຍັງມີຫຼາຍບ່ອນເປີດກວ້າງຢູ່, ຈາກຄົນເຫຼົ່ານັ້ນທີ່ປະຕິ ເສດຄໍາເທດສະໜາຂອງເຮົາ, ແນ່ນອນຈະມີບາງຄົນຕ້ອນຮັບພຣະຄຣິສ ສະເໝີ.
     ບົດເທດສະໜາຂອງອາຈານສົ່ງສຽງກ້ອງໃນຫູຂອງພວກເຮົາ ແລະ ເຕືອນສະຕິຂອງພວກເຮົາອີກເທື່ອໜື່ງໆ ເພື່ອທີ່ຈະເຂົ້າໃຈວ່າກໍາລັງຂອງ ພວກເຮົາທີ່ຈະເຮັດວຽກອ່ອນແອ, ຊີວິດແລະວາລະໂອກາດຂອງພວກເຮົາ ເປັນຄືຄື້ນທີ່ດັງກຶກກ້ອງ,ເພື່ອທ້າທາຍພວກເຮົາແຕ່ວ່າກໍາລັງຂອງເຮົາໃນບໍ່ຊ້າກໍຫາຍໄປແລະປ່ຽນເປັນລົມອ່ອນໆຂອງຄື້ນນ້ອຍເມື່ອພວກມັນໄປແຕະແຄມຝັ່ງ-ຄືກັບການກໍານົດການເຮັດວຽກຂອງເຮົາຊື່ງບໍ່ໝັ່ນຄົງຕະຫຼອດເວ ລາ,ບາງເທື່ອພວກເຮົາກໍຕື່ນເຕັ້ນຫຼາຍແຕ່ພວກເຮົາກໍຮູ້ສຶກໝົດຫວັງ ແລະ ປະຖີ້ມອາຊີບໄປ, ໃນເວລາທີ່ພຣະວິນຍານເຜົາໄໝ້ໃນຈິດວິນຍານຂອງ ເຮົາຈົ່ງໃຫ້ໄຟສືບຕໍ່ລຸກເປັນໄຟໃນຄໍາເທດສະໜາຂອງເຮົາແລະການຮັບໃຊ້ຂອງເຮົາ,ຄໍາເທດສະໜາຂອງອາຈານສົ່ງສຽງກ້ອງໃນຫູຂອງພວກເຮົາເພື່ອດົນໃຈພວກເຮົາຄືກັບທີ່ອັກຄະສາວົກໄດ້ກ່າວໄວ້ວ່າ “ຢ່າກຽດຄ້ານໃນວຽກ ງານ ຈົ່ງມີຈິດໃຈກະຕືລື້ລົ້ນ ຈົ່ງຮັບໃຊ້ພຣະເຈົ້າ”(ໂລມ 12:11).
     ຄໍາເທດສະໜາຂອງອາຈານໄດ້ເຕືອນສະຕິພວກເຮົາສະເໝີວ່າພຣະ ຄໍາຂອງພຣະເຈົ້າໄດ້ກ່າວວ່າ “ມະນຸດນັ້ນວັນເວລາຂອງເຂົາເໝືອນຫຍ້າ ເຂົາຈະເລີນຂື້ນເໝືອນດອກໄມ້ໃນທົ່ງນາ ເພາະລົມພັດຜ່ານມັນໄປ ມັນກໍ ສູນເສຍແລະສະຖານທີ່ຂອງມັນບໍ່ຮູ້ຈັກມັນອີກ”(ເພງສັນລະເສີນ 103:15-16)
     ຂອບໃຈສໍາຫຼັບຄໍາເທດສະໜາຂອງອາຈານ,ຂອບໃຈສໍາຫຼັບຄວາມຮັກທີ່ອາຈານເອົາໃສ່ຕື່ມ,ບອກພວກເຮົາໃຫ້ສືບຕໍ່ປະກາດຂ່າວປະເສີດ, ຂອບ ໃຈສໍາຫຼັບທຸກສິ່ງທຸກຢ່າງທີ່ອາຈານເຮັດເພື່ອພຣະເຈົ້າແລະພຣະເຢຊູຄຣິສພຣະຜູ້ຊ່ວຍໃຫ້ລອດຂອງເຮົາ.
     ສຸກສັນວັນເກີດອາຈານ,ຂໍພຣະເຈົ້າອວຍພອນອາຈານແລະຄອບຄົວ ແລະຄົນຂອງອາຈານ.
     ລູກຊາຍໃນການຮັບໃຊ້ຂອງອາຈານ
     ເອດີ

ຂໍ້ຄວາມທີ່ຈິງໃຈນັ້ນໄດ້ສົ່ງມາໃຫ້ຂ້າພະເຈົ້າໂດຍມິດຊັນນາຣີທີ່ສັດຊື່ຄົນໜື່ງທີ່ຢູ່ໃນປະເທດອິນໂດເນເຊຍ,ມັນຕໍາໃຈຫຼາຍແລະຂ້າພະເຈົ້າຢາກຈະແບ່ງປັນໃຫ້ທ່ານ,ແມ່ນພວກ ເຮົາຕ້ອງສືບຕໍ່ເທດສະໜາຂ່າວປະເສີດ,ແລະພວກເຮົາຕ້ອງເຮັດວຽກດ້ວຍຄວາມກະຕືລື້ລົ້ນເພື່ອປະກາດເຖິງ“ຄວາມບໍລິບູນຂອງພຣະຄຣິສອັນຫາທີ່ປຽບບໍ່ໄດ້” ຂ້າພະເຈົ້າເຊື່ອວ່າຄຣິສຕຽນທຸກຄົນຈໍາເປັນຕ້ອງໄດ້ຍິນຂ່າວປະເສີດເລື້ອຍໆ “ຄວາມບໍລິບູນຂອງພຣະຄຣິສອັນຫາທີ່ປຽບບໍ່ໄດ້” ບໍ່ພຽງແຕ່ໃຫ້ກັບຄົນທີ່ບໍ່ເຊື່ອເທົ່ານັ້ນ, ຄວາມຈິງແລ້ວຈົດໝາຍເຖິງຊາວເອເຟໂຊຖືກຂຽນຂື້ນເຖິງ“ສິດທິຊົນຊື່ງຢູ່ໃນເມືອງເອເຟໂຊ ແລະເປັນຜູ້ສັດຊື່ໃນພຣະເຢຊູຄຣິສ”(ເອເຟໂຊ 1:1), ອັກຄະສາວົກເປົາໂລໄດ້ໃຫ້ຫຼາຍຈຸດ ຂອງຂ່າວປະເສີດໃນຈົດໝາຍທີ່ຍິ່ງໃຫຍ່ສະບັບນີ້, ມັນຄືໜື່ງໃນບັນດາໜັງສືເຫຼັ້ມທີ່ຂ້າພະ ເຈົ້າມັກຫຼາຍທີ່ສຸດເພາະມັນໄດ້ຖະວາຍກຽດແດ່ພຣະເຢຊູ ແລະປະກາດເຖິງຂ່າວປະເສີດ ຊັດເຈນຫຼາຍ,ແລະອັກຄະສາວົກໄດ້ໜຸນໃຈຄຣິສຕຽນເຫຼົ່ານີ້ໂດຍການເຕືອນສະຕິເຂົາໃນສິ່ງທີ່ພຣະເຢຊູຊົງເຮັດເພື່ອຊ່ວຍເຂົາໃຫ້ລອດ, ນີ້ຄືສອງຂໍ້ທີ່ຂ້າພະເຈົ້າມັກຫຼາຍ .

“ຈົ່ງລະລຶກວ່າ ເທື່ອນັ້ນທ່ານທັງຫລາຍເປັນຄົນຢູ່ນອກພຣະຄຣິສ ຂາດຈາກການເປັນພົນລະເມືອງອິສຣາເອນແລະບໍ່ມີສ່ວນໃນບັນດາພັນທະສັນຍາຊຶ່ງຊົງສັນຍາໄວ້ນັ້ນ ບໍ່ມີຄວາມຫວັງ ແລະຢູ່ໃນໂລກປາດສະຈາກພຣະເຈົ້າ ແຕ່ບັດນີ້ໃນພຣະເຢຊູຄຣິສ ທ່ານທັງຫລາຍຊຶ່ງເມື່ອກ່ອນຢູ່ໄກໄດ້ເຂົ້າມາໃກ້ໂດຍພຣະໂລຫິດຂອງພຣະຄຣິສ”(ເອເຟໂຊ 2:12-13).

ຄຣິສຕຽນທຸກຄົນຈໍາເປັນຕ້ອງໄດ້ຍິນຂ່າວປະເສີດຊໍ້າອີກ, ພວກເຮົາຕ້ອງໄດ້ຮັບການເຕືອນ ສະຕິວ່າພວກເຮົາບໍ່ມີຄວາມຫວັງແລະຢູ່ໃນໂລກທີ່ປາສະຈາກພຣະເຈົ້າ, ພວກເຮົາຕ້ອງໄດ້ ຮັບການເຕືອນສະຕິວ່າພວກເຮົາ“ໄດ້ເຂົ້າມາໃກ້ໂດຍພຣະໂລຫິດຂອງພຣະຄຣິສ”.

ຂ້າພະເຈົ້າໄດ້ອ່ານຄໍາເທດສະໜາທີ່ອັດສະຈັນໂດຍອາຈານວໍເຣນພີລ, ສິດຍາພິ ບານຂອງຄຣິສຕະຈັກເພຣສໄບທິຣຽນທຣີນິຕີຢູ່ເມືອງນິວທາວແອບບີປະເທດໄອແລນເໜືອ,

ຄໍາເທດສະໜາຖືກຕີພິມລົງວາລະສານແບນເນີອັອຟທຣູດ,ອາຈານພີລກ່າວວ່າຄຣິສຕຽນທຸກຄົນລວມທັງສິດຍາພິບານທັງຫຼາຍຕ້ອງການໄດ້ຍິນຂ່າວປະເສີດຕະຫຼອດ, ລາວບອກວ່າ “ພວກເຮົາຕ້ອງຟັງຂ່າວປະເສີດແລະເຊື່ອມັນທຸກໆມື້ໃນຊີວິດຂອງເຮົາ”(ວາລະສານແບນເນີອັອຟທຣູດສະບັບເດືອນສິງຫາ/ກັນຍາ 2013 ໜ້າ 4),ວາວ! ລາວເວົ້າແບບນັ້ນກັບນັກ ເທດຫຼາຍຄົນທີ່ມາປະຊຸມກັນ! “ພວກເຮົາຕ້ອງຟັງຂ່າວປະເສີດແລະເຊື່ອມັນທຸກໆມື້ໃນຊີວິດ ຂອງເຮົາ” ອັນນັ້ນເປັນເລື່ອງທີ່ດີຫຼາຍ! ຂອບໃຈທີ່ເວົ້າແບບນັ້ນ! ເມື່ອຂ້າພະເຈົ້າໄດ້ອ່ານ ຄໍາເທດສະໜາຂອງລາວ,ຂ້າພະເຈົ້າກໍໄດ້ຂຽນລົງໄປແປດເຫດຜົນທີ່ວ່າເປັນຫຍັງຄຣິສຕຽນທີ່ບັງເກີດໃຫມ່ແລ້ວຈໍາເປັນຕ້ອງຟັງຂ່າວປະເສີດຕະຫຼອດແລະຄິດເຖິງເລື່ອງນີ້ທຸກໆມື້!ພວກມັນບໍ່ໄດ້ຖືກໃຫ້ເປັນລະບຽບທີ່ພິເສດ, ມັນພຽງແຕ່ຖືກຂຽນລົງໄປໃນເວລາທີ່ຂ້າພະເຈົ້າຄິດ ເຖິງມັນ,ບາງເທື່ອພວກທ່ານອາດຈະຄິດໄດ້ຫຼາຍກວ່ານີ້ອີກ,ນີ້ຄືລາຍການເຫດຜົນທີ່ວ່າເປັນຫຍັງຄຣິສຕຽນຈື່ງຈໍາເປັນຕ້ອງຟັງການເທດສະໜາຂ່າວປະເສີດ.

1. ຂ່າວປະເສີດເຮັດໃຫ້ເຮົາເປັນອິດສະຫຼະຈາກຄວາມລະອາຍ (ອາຈານພີລມີຂໍ້ນີ້ ໃນຄໍາເທດສະໜາຂອງລາວ)

2. ຂ່າວປະເສີດໄດ້ໃຫ້ຄວາມຫວັງໃນອະນາຄົດແກ່ເຮົາ-ເພາະພຣະຄຣິສຊົງຟື້ນ ຂື້ນມາຈາກຕາຍແລະຈະສະເດັດມາອີກເທື່ອໜື່ງ!

3. ຂ່າວປະເສີດໃຫ້ການຢຸດຜັກແກ່ເຮົາ(ພຣະເຢຊູຕັດວ່າ“ເຮົາຈະໃຫ້ຫາຍເມື່ອເປັນ ສຸກ” ມັດທາຍ 11:28)

4. ຂ່າວປະເສີດໃຫ້ເຮົາມີອໍານາດເໜືອຊາຕານ(“ເຂົາເຫຼົ່ານັ້ນໄດ້ຊະນະພະຍາມານ ໂດຍພຣະໂລຫິດຂອງເມສານ້ອຍ”(ພະນິມິດ 12:11).

5. ຂ່າວປະເສີດໃຫ້ເຮົາມີຄວາມໝັ້ນໃຈໃນການອະທິຖານ (“ເຫດສະນັ້ນພີ່ນ້ອງທັງ ຫຼາຍເມື່ອເຮົາມີໃຈກ້າທີ່ຈະເຂົ້າໄປໃນທີ່ບໍລິສຸດທີ່ສຸດໂດຍພຣະໂລຫິດຂອງພຣະ ເຢຊູ”(ເຮັບເລີ 10:19)

6. ຂ່າວປະເສີດໄດ້ໃຫ້ຫໍາລັງແກ່ເຮົາໃນຍາມທຸກລໍາບາກ (“ແຕ່ພຣະເຈົ້າແຫ່ງບັນ ດາພຣະຄຸນທັງປວງ ຜູ້ໄດ້ຊົງເອີ້ນໃຫ້ເຮົາທັງຫຼາຍເຂົ້າໃນສະຫງ່າລາສີນິລັນ ຂອງພຣະອົງໂດຍພຣະເຢຊູຄຣິສ ຄັ້ນທ່ານທັງຫຼາຍທົນທຸກຢູ່ໜ້ອຍໜື່ງແລ້ວ ພຣະອົງເອງຈະຊົງໂຜດໃຫ້ທ່ານທັງຫຼາຍເຖິງທີ່ສໍາເລັດ ໃຫ້ຕັ້ງໝັ້ນຄົງໃຫ້ທ່ານ ມີກໍາລັງຫຼາຍຂື້ນແລະຊົງໃຫ້ທ່ານມີພື້ນຖານໝັ້ນຄົງ” 1 ເປໂຕ 5:10)

7. ຂ່າວປະເສີດໄດ້ໃຫ້ກໍາລັງແກ່ເຮົາທີ່ຈະເຮັດສໍາເລັດໃນສິ່ງທີ່ເຮົາບໍ່ເຄີຍຄິດວ່າ ເປັນໄປໄດ້ (“ຂ້າພະເຈົ້າກະທໍາທຸກສິ່ງໄດ້ໂດຍພຣະຄຣິສຜູ້ຊົງເສີມກໍາລັງແກ່ ຂ້າພະເຈົ້າ” ຟີລິບປອຍ 4:13)

8. ຂ່າວປະເສີດໄດ້ໃຫ້ເຮົາມີຄວາມໝັ້ນໃຈວ່າເຮົາຈະຈະເລີນເຕີບໃຫຍ່ໃນພຣະຄຸນ (“ແຕ່ຂ້າພະເຈົ້າແນ່ໃຈໃນສິ່ງນີ້ວ່າ ພຣະອົງຜູ້ຊົງຕັ້ງຕົ້ນການດີໄວ້ໃນພວກທ່ານ ແລ້ວຈະຊົງກະທໍາໃຫ້ສໍາເລັດຈົນເຖິງວັນແຫ່ງພຣະເຢຊູຄຣິສ”ຟີລິບປອຍ 1:6)


ເມື່ອບໍ່ເທົ່າໃດອາທິດທີ່ຜ່ານມາຂ້າພະເຈົ້າໄດ້ເທດສະໜາເລື່ອງ“ຊີວິດຊ່ວງຕົ້ນຂອງຂ້າພະເຈົ້າ”,ຂ້າພະເຈົ້າເວົ້າເຖິງກ່ຽວກັບຄວາມຍາກລໍາບາກທີ່ຂ້າພະເຈົ້າໄດ້ພົບພໍ້ຕອນຍັງໜຸ່ມ,ພະຍາມານປິ້ນຄໍາເທດສະໜານັ້ນໃນຄວາມຄິດຂອງຊາຍໜຸ່ມຄົນໜື່ງ, ຄົນໜຸ່ມຜູ້ນັ້ນ ບອກຂ້າພະເຈົ້າວ່າລາວຢ້ານທີ່ຈະຮັບເຊື່ອພຣະເຢຊູ,ເພາະຄວາມຢ້ານຈື່ງເຮັດໃຫ້ລາວຕ້ອງຜ່ານກັບຊ່ວງເວລາຍາກລໍາບາກ,ເຮົາເຫັນບໍທີ່ພະຍາມານບິດເບືອນສິ່ງຕ່າວໆ, ຈຸດຫຼັກຂອງ ບົດເທດຂອງຂ້າພະເຈົ້າຄືທີ່ພຣະເຢຊູຄຣິສເຈົ້າຊົງປະທານໃຫ້ຂ້າພະເຈົ້າມີກໍາລັງທີ່ຈະປະ ເຊີນກັບສິ່ງເຫຼົ່ານັ້ນ ແລະພຣະຄຣິສຈະຊົງປະທານກໍາລັງແກ່ທ່ານທີ່ຈະປະເຊີນກັບຄວາມ ທ້າທາຍໃນຊີວິດເຊັ່ນດຽວກັນ, ຈົ່ງກັບໃຈຈາກຄວາມບາບຂອງທ່ານແລ້ວເຊື່ອວາງໃຈພຣະ ເຢຊູ! ພຣະອົງຈະຊໍາລະລ້າງຄວາມບາບຂອງທ່ານດ້ວຍພຣະໂລຫິດຂອງພຣະອົງແລະຈະ ຊົງປະທານຊີວິດໃຫມ່ທີ່ດີກວ່າໃຫ້ແກ່ທ່ານຫຼາຍກວ່າທີ່ທ່ານຢາກຈະມີໂດຍປາສະຈາກພຣະອົງ! ນີ້ຄືເພງທີ່ຂ້າພະເຈົ້າຮຽນຮ້ອງໃນຕອນຍັງເປັນເດັກນ້ອຍຢູ່

ຂ້າຕັດສິນໃຈແລ້ວຈະໄປຫາພຣະເຢຊູ
ປະຖີ້ມຄວາມບາບແລະການຕໍ່ສູ້ກັນຂອງຂ້າ
ພຣະອົງຊົງເປັນຜູ້ດຽວທ່ຽງແທ້,ຜູ້ຊົງຊອບທໍາ
ຂ້າຈະເລັ່ງໄປຫາພຣະອົງ,ເລັ່ງໄປດ້ວຍຄວາມຍິນດີ
ພຣະເຢຊູຜູ້ຍິ່ງໃຫຍ່ສູງສຸດ,ຂ້າຈະໄປຫາພຣະອົງ
(“I Am Resolved” by Palmer Hartsough, 1844-1932).

ຈົ່ງຫັນຫຼັງຈາກບາບແລ້ວເຊື່ອວາງໃຈໃນພຣະເຢຊູ! ທ່ານຈະບໍ່ເສຍໃຈເລີຍ! ແລະຈາກນັ້ນ ຈົ່ງຄິດເຖິງຂ່າວປະເສີດທຸກໆມື້ຕະຫຼອດຊີວິດຂອງທ່ານ,ພຣະເຢຊູຊົງຕາຍເທິງໄມ້ກາງແຂນ ເພື່ອຈ່າຍໜີບາບຂອງທ່ານ, ພຣະໂລຫິດຂອງພຣະເຢຊູໄດ້ຫຼັ່ງໄຫຼເພື່ອຊໍາລະລ້າງເຮົາອອກ ຈາກຄວາມບາບທຸກຢ່າງ,ພຣະເຢຊູຊົງຟື້ນຈາກຕາຍພ້ອມດ້ວຍຮ່າງກາຍເພື່ອປະທານຊີວິດໃຫ້ແກ່ເຮົາ!ຈົ່ງຫັນຫຼັງຈາກບາບແລ້ວເຊື່ອວາງໃຈໃນພຣະເຢຊູ! ແລ້ວທ່ານຈະບໍ່ເສຍໃຈເລີຍ

ຖ້າທ່ານຢາກຈະລົມກັບພວກເຮົາກ່ຽວກັບການເຊື່ອວາງໃຈໃນພຣະເຢຊູ ແລະມາ ເປັນຄຣິສຕຽນແທ້, ກະລຸນາອອກຈາກບ່ອນນັ່ງຂອງທ່ານຕອນນີ້ເລີຍແລ້ວຍ່າງໄປທາງຫຼັງ ຫ້ອງປະຊຸມນີ້, ດຣ.ເຄແກນຈະພາທ່ານໄປອີກຫ້ອງໜື່ງບ່ອນທີ່ພວກເຮົາສາມາດສົນທະນາ ແລະອະທິຖານໄດ້, ຂໍເຊີນດຣ.ແຊນມາອະທິຖານເພື່ອຄົນທີ່ຈະເຊື່ອວາງໃຈໃນພຣະເຢຊູໃນ ເຊົ້ານີ້ແດ່ ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວ ອາເບວ ພຣຸດໂຮມ: ເອເຟໂຊ 3:1-8
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ:
     “May Jesus Christ Be Praised” (author unknown; translated by Edward Caswall, 1814-1878).