Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ສິ່ງທີ່ຂ້ອຍຕ້ອງການທັງໝົດຄືພຣະເຢຊູ

ALL I NEED IS JESUS
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນເສົາຕອນແລງ 3/5/2014
A sermon preached at the Baptist Tabernacle of Los Angeles
Saturday Evening, May 3, 2014

“ໂດຍພຣະອົງທ່ານຈຶ່ງຢູ່ໃນພຣະເຢຊູຄຣິສ ເພາະພຣະເຈົ້າຊົງຕັ້ງພຣະອົງໃຫ້ເປັນປັນຍາ, ຄວາມຊອບທຳ, ການແຍກຕັ້ງໄວ້ ແລະການໄຖ່ໂທດ ສຳລັບເຮົາທັງຫລາຍ ເພື່ອໃຫ້ເປັນໄປຕາມທີ່ຂຽນວ່າ `ໃຫ້ຜູ້ໂອ້ອວດ ອວດອົງພຣະຜູ້ເປັນເຈົ້າ” (1 ໂກລິນໂທ 1:30-31)


ຂໍ້ພຣະຄໍາພີຂອງເຮົາມາຈາກໜື່ງໂກລິນໂທບົດທີ່ໜື່ງ,ເປັນຂໍ້ພຣະຄໍາພີທີ່ທ້າວພຣຸດໂຮມໄດ້ອ່ານໄປມື້ກີ່ນີ້,ອັກຄະສາວົກບອກພວກເຂົາວ່າ:ມີໜ້ອຍຄົນທີ່ມີປັນຍາແບບໂລກຫຼືມີໜ້ອຍຄົນທີ່ມີອໍານາດ(ແຮງຊັກຈູງ)ຫຼືມີໜ້ອຍຄົນທີ່ເປັນຜູ້ຍິ່ງໃຫຍ່ທີ່ໄດ້ຮັບຄວາມລອດ,ພວກເຂົາບໍ່ຄິດວ່າຕົນເອງຕ້ອງການພຣະເຈົ້າ,ພວກເຂົາເປັນຫ່ວງແຕ່ເລື່ອງຊັບສິ່ງຂອງໃນໂລກນີ້ເທົ່ານັ້ນ,ພວກເຂົາບໍ່ເຕັມໃຈທີ່ຈະທົນທຸກໃນການສູນເສຍສິ່ງໃດໜື່ງ,ບໍ່ເຕັມໃຈທີ່ຈະປະຕິເສດຕົນເອງແລະຮັບແບກກາງແຂນຕິດຕາມພຣະຄຣິສໄປ.

ອັກຄະສາວົກໄດ້ເຕືອນສະຕິຊາວໂກລິນໂທວ່າໃນຄຣິສຕະຈັກຂອງພວກເຂົາບໍ່ມີ ຫຼາຍຄົນທີ່ເປັນຄົນລໍ່າລວຍຫຼືມີຊື່ສຽງ,ແຕ່ຄຣິສຕະຈັກຂອງພວກເຂົາປະກອບໄປດ້ວຍຜູ້ຄົນທີ່ພຣະເຈົ້າຊົງເລືອກໄວ້,ຜູ້ຄົນທີ່ບໍ່ເຊື່ອໃນໂລກນີ້ຈະເອີ້ນເຂົາວ່າເປັນຄົນໂງ່,ອ່ອນແອ,ດູຖູກ,ບໍ່ສົມຄວນແມ່ນແຕ່ຈະສັງເກດເບິ່ງ,ພຣະເຈົ້າຊົງເລືອກຄົນແບບນີ້ເພື່ອ“ຈະທໍາລາຍ”ສິ່ງທີ່ຍິ່ງໃຫຍ່ແລະສະຫຼາດແບບໂລກ,ນັ້ນແລະຄືສິ່ງທີ່ເກີດຂື້ນ, ໂລກປະຕິບັດຕໍ່ຄຣິສຕຽນເຫຼົ່ານີ້ໃນ ຖານະເປັນຄົນບໍ່ສໍາຄັນ, ແຕ່ພວກເຂົາເຮັດຜິດ,ຄຣິສຕຽນທີ່ສໍາຄັນໜ້ອຍເຫຼົ່ານັ້ນໄດ້ແຜ່ຂະ ຫຍາຍໄປທົ່ວຈັກກະພັດໂຣມັນແລະຫຼັງຈາກນັ້ນກໍໄປທົ່ວທຸກມຸມໂລກ, ພຣະເຈົ້າຊົງເລືອກ ຄຣິສຕຽນທີ່ຕໍ່າຕ້ອຍເພື່ອນໍາມາສູ່ຄົນນອກສາສະໜາໃນຈັກກະວັດໂຣມັນອັນຍິ່ງໃຫຍ່, ມັນ ເບິ່ງຄືວ່າພຣະເຈົ້າຊົງເຮັດແບບນັ້ນອີກເທື່ອໜື່ງໃນປະເທດຈີນທີ່ເປັນຄອມມູນິດ,ຄືກັບທີ່ບົດ ເພງຂອງເຮົາກ່າວວ່າ:“ຄວາມເຊື່ອຄືຄວາມມີໄຊຄືໄຊຊະນະໂລກາ” ເມື່ອປະເທດອາເມລິກາ ທີ່ເຮົາຮູ້ຈັກຫາຍໄປແລ້ວກໍຍັງຈະມີຄຣິສຕຽນຢູ່ທີ່ນີ້.

ຄວາມເຊື່ອຄືຄວາມມີໄຊ ຄວາມເຊື່ອຄືຄວາມມີໄຊ
ເປັນຄວາມມີໄຊຢ່າງສະຫງ່າຄືໄຊຊະນະໂລກາ
   (“ຄວາມເຊື່ອຄືຄວາມມີໄຊ”ໂດຍ: John H. Yates, 1837-1900).

ພຣະເຈົ້າຊົງເລືອກຄົນທີ່ອ່ອນແອແລະຕໍ່າຕ້ອຍຄືກັບພວກເຮົາເພື່ອທີ່ວ່າຈະບໍ່ມີມະ ນຸດຄົນໃດອວດໄດ້ “ເພື່ອບໍ່ໃຫ້ເນື້ອໜັງໃດໆອວດຕໍ່ພຣະພັກພຣະອງໄດ້” (1 ໂກລິນໂທ 1:29), ດຣ.ເຈ.ເວີນັນແມັກກີກ່າວໄວ້ວ່ານັກປະກາດຂ່າວປະເສີດຫຼາຍຄົນ“ໃຫ້ການເນັ້ນ ໜັກຕໍ່ການມີຊື່ສຽງແບບຊາວບ້ານທີ່ເປັນພວກນັກບັນເທີງ,ພວກຜູ້ນໍາໃນອຸດສາຫະກໍາແລະຊື່ສຽງໃນຄະນະລັດຖະບານ,ແຕ່ພຣະເຈົ້າຊົງໃຫ້ຄວາມສໍາຄັນກັບຄົນທົ່ວໆໄປ, ພຣະອົງຊົງ ເອີ້ນຄົນທໍາມະດາແບບພວກທ່ານແລະຂ້າພະເຈົ້າ” (J. Vernon McGee, Th.D., Thru the Bible, Thomas Nelson Publishers, 1983, volume V, p. 12).

ພວກທ່ານເຄີຍສັງເກດບໍວ່າພວກເຮົາບໍ່ໄດ້ເນັ້ນປະກາດຂ່າວປະເສີດກັບຄົນລວຍຫຼືມີຊື່ສຽງ?ພວກທ່ານເຄີຍແປກໃຈບໍວ່າເປັນຫຍັງ? ຂໍ້ພຣະຄໍາພີຕໍ່ໄປນີ້ບອກເຮົາວ່າເປັນຫຍັງ

“ພີ່ນ້ອງທັງຫລາຍ ຈົ່ງພິຈາລະນາເບິ່ງວ່າ ພວກທ່ານທີ່ພຣະເຈົ້າໄດ້ຊົງເອີ້ນມານັ້ນເປັນຄົນພວກໃດ ມີໜ້ອຍຄົົນທີ່ໂລກນິຍົມວ່າມີປັນຍາ ມີໜ້ອຍຄົົນທີ່ມີອຳນາດ, ມີນ້ອຍຄົົນທີ່ມີຕະກູນສູງ ແຕ່ພຣະເຈົ້າໄດ້ຊົງເລືອກສິ່ງທີ່ໂລກຖືວ່າໂງ່ ເພື່ອຈະເຮັດໃຫ້ຄົນມີປັນຍາອັບອາຍ ແລະພຣະເຈົ້າໄດ້ຊົງເລືອກສິ່ງທີ່ໂລກຖືວ່າອ່ອນແອ ເພື່ອເຮັດໃຫ້ຄົົນທີ່ແຂງແຮງອັບອາຍ ພຣະເຈົ້າໄດ້ຊົງເລືອກສິ່ງທີ່ໂລກຖືວ່າຕ່ຳຕ້ອຍ ແລະສິ່ງທີ່ຖືກດູໜິ່ນ ທັງຊົງເລືອກສິ່ງເຫລົ່ານັ້ນຊຶ່ງຍັງບໍ່ໄດ້ເກີດເປັນຕົວຈິງດ້ວຍ ເພື່ອຈະໄດ້ທຳລາຍສິ່ງຊຶ່ງເປັນຕົວຈິງຢູ່ແລ້ວ ເພື່ອບໍ່ໃຫ້ເນື້ອໜັງໃດໆອວດຕໍ່ພຣະພັກພຣະອງໄດ້”
(1 ໂກລິນໂທ 1:26-29)

ພວກທ່ານເຫັນບໍພວກເຮົາໄດ້ຮຽນຮູ້ຈາກປະສົບການຫຼາຍປີແລ້ວວ່າພວກເຮົາບໍ່ສາມາດນໍາຄົນລວຍແລະຄົນມີຊື່ສຽງເຂົ້າມາໃນໂບດແລະຟັງຂ່າວປະເສີດແລະຮັບຄວາມລອດໄດ້ເລີຍ,

ຄຣິສຕະຈັກຂອງພວກເຮົາເຕີບໃຫຍ່ເພາະພວກເຮົາປະກາດຂ່າວປະເສີດກັບຄົນໜຸ່ມທີ່ຢູ່ໃນວິທະຍາໄລຫຼືໃນມັດທະຍົມຕອນປາຍ,ໂລກຄິດວ່າຄົນໜຸ່ມສາວອ່ອນແອແລະໂງ່, ແຕ່ພຣະ ເຈົ້າຊົງເອີ້ນພວກທ່ານບາງຄົນເປັນບ່ອນທີ່ພຣະອົງຊົງໃຫ້ສິດທິຄວາມລໍ່າລວຍຫຼືຄົນມີຊື່ສຽງ! ພຣະອົງຊົງຮູ້ວ່າມີພວກເຂົາໜ້ອຍຄົນທີ່ຈະຟັງແລະມາເປັນສາວົກຂອງພຣະຄຣິສ!, ພວກ ເຂົາມີຄວາມພໍໃຈໃນຕົນເອງຫຼາຍເກີນໄປ ແລະຖືເອົາເງີນເປັນໃຫຍ່ທີ່ຈະມາເປັນຄຣິສຕຽນ ແທ້,ດັ່ງນັ້ນພຣະອົງຈື່ງຊົງຍື່ນສິດທິເໜືອພວກເຂົາ,ພຣະອົງບໍ່ໄດ້ເອີ້ນພວກເຂົາດ້ວຍການຊົງເອີ້ນທີ່ມີຜົນ,ພຣະອົງເກືອບຈະໃຫ້ສິດທິພິເສດໃນການເອີ້ນຄົນໜຸ່ມ,ແລະພວກທ່ານບາງຄົນທີ່ຊັກນໍາໄປສູ່ພຣະຄຣິສແລະລອດພົ້ນໂດຍພຣະອົງ,ຫົວຂໍ້ພຣະຄໍາພີຂອງເຮົາໄດອະທິບາຍວ່າແມ່ນຫຍັງຄືສິດທິພິເສດທີ່ຖືກເອີ້ນໂດຍພຣະເຈົ້າແລະລອດໂດຍຜ່ານພຣະບຸດຂອງພຣະອົງຄືພຣະເຢຊູ.

“ໂດຍພຣະອົງທ່ານຈຶ່ງຢູ່ໃນພຣະເຢຊູຄຣິສ ເພາະພຣະເຈົ້າຊົງຕັ້ງພຣະອົງໃຫ້ເປັນປັນຍາ, ຄວາມຊອບທຳ, ການແຍກຕັ້ງໄວ້ ແລະການໄຖ່ໂທດ ສຳລັບເຮົາທັງຫລາຍ ເພື່ອໃຫ້ເປັນໄປຕາມທີ່ຂຽນວ່າ `ໃຫ້ຜູ້ໂອ້ອວດ ອວດອົງພຣະຜູ້ເປັນເຈົ້າ” (1 ໂກລິນໂທ 1:30-31)

ພວກເຮົາສາມາດຖອດທອນບົດຮຽນຢ່າງໜ້ອຍສາມຢ່າງໄດ້ຈາກພຣະຄໍາພີຂໍ້ນີ້

I. ໜື່ງ ສິດທິພິເສດຂອງການຖືກຊັກນໍາໄປຫາພຣະເຢຊູຄຣິສ.

ຂໍ້ພຣະຄໍາພີກ່າວວ່າ“ໂດຍພຣະອົງທ່ານຈຶ່ງຢູ່ໃນພຣະເຢຊູຄຣິສ...” (1 ໂກລິນໂທ 1:31) “ພຣະອົງ”-ນັ້ນຄື“ພຣະເຈົ້າ” ມັນຄວນຈະຖືກແປວ່າ“ແຕ່ໂດຍການຊົງກະທໍາຂອງ ພຣະອົງທ່ານຈື່ງຢູ່ໃນພຣະຄຣິສ”,ເລື່ອງນີ້ຊັດເຈນຊື່ງຊີ້ໃຫ້ເຫັນວ່າພຣະເຈົ້າເປັນຜູ້ດຽວທີ່ຊັກນໍາຈິດວິນຍານຄົນບາບເຂົ້າເປັນອັນໜື່ງດຽວກັບພຣະຄຣິສ,ພຣະເຈົ້າໄດ້ຕັດຜ່ານທາງຜູ້ທໍານວາຍໂຮເຊຢາວ່າ“ເຮົາຈູງເຂົາດ້ວຍເຊືອກແຫ່ງມະນຸດແລະດ້ວຍປອກແຫ່ງຄວາມຮັກ”(ໂຮ ເຊຢາ 11:4), ແລະພຣະເຢຊູຕັດວ່າ“ບໍ່ມີຜູ້ໃດມາຫາເຮົາໄດ້ນອກຈາກພຣະບິດາຂອງເຮົາຜູ້
ຊົງໃຊ້ເຮົາມາຈະຊົງຊັກນໍາເຂົາມາ (ໂຢຮັນ 6:44),“ນັກຕັດສິນໃຈ”ສະໄໝໃຫມ່ສອນວ່າຜູ້ ຄົນສາມາດມາຫາພຣະຄຣິສໄດ້ທຸກເວລາທີ່ພວກເຂົາຮູ້ສຶກມັນ! ແຕ່ພຣະຄໍາພີສອນວ່າມີ ພຽງແຕ່ພຣະເຈົ້າເທົ່ານັ້ນສາມາດຊັກຈູງຄົນບາບເຂົ້າເປັນໜື່ງດຽວກັບພຣະຄຣິສໄດ້ “ແຕ່ ໂດຍພຣະອົງທ່ານຈື່ງຢູ່ໃນພຣະຄຣິສ” “ແຕ່ໂດຍການກະທໍາຂອງພຣະອົງທ່ານຈື່ງຢູ່ໃນ ພຣະເຢຊູຄຣິສ” ສະເປີໂຈນໄດ້ອະທິບາຍໂດຍກ່າວວ່າ “ໂດຍພຣະເຈົ້າພວກເຮົາຈື່ງຢູ່ໃນ ພຣະເຢຊູຄຣິສ”

ເລື່ອງນີ້ສະແດງໃຫ້ເຫັນເຖິງຄວາມໂງ່ສຸດໆໃນການຄິດວ່າທ່ານສາມາດຮຽນເພື່ອທີ່ຈະມາຫາພຣະຄຣິສໄດ້,ພຣະເຈົ້າຈະຕ້ອງນໍາພາທ່ານມາຫາພຣະຄຣິສ, ພຣະເຈົ້າເທົ່ານັ້ນ “ຊົງໃຫ້ເຮົາເປັນຂື້ນມາກັບພຣະອົງແລະຊົງໂຜດໃຫ້ເຮົານັ່ງໃນສະຫວັນສະຖານໃນພຣະເຢຊູຄຣິສ”(ເອເຟໂຊ 2:6), ມັນຈະເຮັດໃຫ້ທ່ານດີທີ່ຈະຄິດເຖິງຄວາມຈິງທີ່ຍິ່ງໃຫຍ່ນີ້ຖ້າ ທ່ານຫາກໄດ້ຮັບຄວາມລອດແລ້ວ,ທ່ານບໍ່ໄດ້ກັບໃຈດ້ວຍຕົນເອງ,ພຣະເຈົ້າຕ່າງຫາກທີ່ເຮັດໃຫ້ທ່ານກັບໃຈເຊື່ອ,ທ່ານບໍ່ໄດ້ຄໍານວນວ່າຈະມາຫາພຣະຄຣິສແລະ“ຢູ່ໃນພຣະອົງ”ໄດ້ແນວໃດ, ບໍ່! ບໍ່! “ໂດຍພຣະອົງທ່ານຈື່ງຢູ່ໃນພຣະຄຣິສ” ຜ່ານທາງການຊັກນໍາທີ່ມີລິດອໍານາດ ຂອງພຣະເຈົ້າທ່ານຈື່ງໄດ້ເປັນອະໄວຍະວະແຫ່ງຮ່າງກາຍຂອງພຣະຄຣິສແລະເປັນໜື່ງດຽວກັນກັບພຣະເຢຊູ, ມັນຈະເຮັດໃຫ້ທ່ານດີທີ່ຈະຈື່ໄວ້ວ່າການເປັນຜູ້ຫຼົງຫາຍມັນເປັນແນວໃດ, ມັນຈະເຮັດໃຫ້ທ່ານດີທີ່ຈະຈື່ໄວ້ວ່າທ່ານມີບັນຫາແລະບໍ່ສາມາດມາຫາພຣະເຢຊູໄດ້ແນວໃດແດ່,ມັນຈະເຮັດໃຫ້ຄຣິສຕຽນແທ້ທຸກຄົນດີທີ່ຈະລະນຶກວ່າພວກທ່ານລົ້ມເຫຼວແນວໃດ ແລະ ລົ້ມເຫຼວແລະລົ້ມເຫຼວອີກເທື່ອໜື່ງຈົນສຸດທ້າຍໂດຍພຣະເຈົ້າທ່ານໄດ້ຖືກຊັກນໍາມາຫາພຣະ ເຢຊູຄຣິສ! ນັ້ນແລະເປັນຫຍັງຄຣິສຕຽນແທ້ຈື່ງຮ້ອງເພງດ້ວຍຄວາມປະຫຼາດໃຈ.

ພຣະຄຸນພຣະເຈົ້ານັ້ນແສນຊື່ນໃຈ
ຊ່ວຍໄດ້ຄົນຊົ່ວຢ່າງຂ້າ
ເມື່ອນັ້ນຂ້າຫຼົງພຣະອົງຕາມຫາ
ຕາບອດແຕ່ຂ້າເຫັນແລ້ວ
   (“ພຣະຄຸນພຣະເຈົ້າ”ໂດຍ:ຈອນນິວຕັນ 1725-1807)

ໂອມັນເປັນສິ່ງທີ່ໜ້າອັດສະຈັນທີ່ພຣະເຈົ້າໃນພຣະຄຸນຂອງພຣະອົງໄດ້ນໍາພວກທ່ານມາ ເປັນໜື່ງດຽວກັນກັບພຣະເຢຊູຄຣິສ.

ແຕ່ຂ້າພະເຈົ້າຕ້ອງຂໍຖາມພວກທ່ານບາງຄົນວ່າ“ພວກທ່ານຢູ່ໃນພຣະເຢຊູຄຣິສບໍ?” ອັກຄະສາວົກເປົາໂລສາມາດເວົ້າກັບທ່ານໄດ້ບໍວ່າ“ໂດຍພຣະອົງທ່ານຈຶ່ງຢູ່ໃນພຣະເຢຊູຄຣິສ”

ພຣະເຢຊູຄຣິສຊົງພ້ອມແລ້ວທີ່ຈະຮັບເອົາທ່ານຖ້າຫາກທ່ານມີຄວາມປາດຖະໜາ ແທ້ທີ່ຈະມາຫາພຣະອົງ,ແຕ່ທ່ານບໍ່ສາມາດເວົ້າໄດ້ວ່າປະຕູຈະເປີດໄວ້ດົນປານໃດ, ຫົວໜ້າ ຄອບຄົວໂນອາເຂົ້າໄປໃນເຮືອແລະລອດ,ເຮືອເປັນປະເພດຂອງພຣະຄຣິສ, ພວກທ່ານເຄີຍ ແປກໃຈບໍ່ວ່າເປັນຫຍັງຈື່ງບໍ່ມີໃຜເຂົ້າໄປໃນເຮືອນອກຈາກຄອບຄົວຂອງໂນອາ? ໃນຂະນະ
ທີ່ຂ້າພະເຈົ້າກໍາລັງແຕ່ງບົດເທດນີ້ຂ້າພະເຈົ້າກໍພະຍາຍາມຄິດເຖິງເຫດຜົນຕ່າງໆ,ບາງເທື່ອ
ພວກທ່ານອາດຈະຄິດເຖິງເຫດຜົນອື່ນໆອີກແຕ່ຂ້າພະເຈົ້າຄິດໄດ້ແຕ່ສາມປະການ:

1.  ພວກເຂົາບໍ່ຄິດວ່າການພິພາກສາຈະຕົກໃສ່ພວກເຂົາ-ພວກເຂົາບໍ່ ໄດ້ສໍານຶກໃນເລື່ອງບາບຂອງເຂົາເລີຍ.

2.  ພວກເຂົາບໍ່ເຊື່ອໃນສິ່ງທີ່ໂນອາເທດ,ລາວເປັນ“ນັກເທດແຫ່ງຄວາມ
ຊອບທໍາ”(2 ເປໂຕ 2:5),ແຕ່ພວກເຂົາບໍ່ເຊື່ອຄໍາເທດສະໜາຂອງ
ລາວ.

3.  ພວກເຂົາຫຍີ່ງເກີນໄປທີ່ຈະຖ່ອມໃຈແລະເຊື່ອຖືເຮືອທີ່ຈະຊ່ວຍ ເຂົາໃຫ້ລອດໄດ້.

ຂ້າພະເຈົ້າຄິດວ່າມີໜື່ງຫຼືຫຼາຍກວ່າສາມສິ່ງເຫຼົ່ານັ້ນທີ່ເຮັດໃຫ້ພວກທ່ານບາງຄົນບໍ່ມາຫາ ພຣະເຢຊູ,ຂ້າພະເຈົ້າຈະທວນຄືນທັງສາມຢ່າງອີກ, ຈົ່ງພະຍາຍາມຄິດວ່າອັນໃດແດ່ທີ່ເຮັດ ໃຫ້ພວກທ່ານບໍ່ມາຫາພຣະເຢຊູ.

1.  ພວກທ່ານບໍ່ຄິດວ່າການພິພາກສາຈະຕົກໃສ່ທ່ານ-ພວກທ່ານບໍ່ ໄດ້ສໍານຶກໃນເລື່ອງບາບຂອງຕົນເລີຍ.

2.  ພວກທ່ານບໍ່ເຊື່ອຄໍາເທດສະໜາ.

3.  ພວກທ່ານຫຍີ່ງເກີນໄປທີ່ຈະຖ່ອມໃຈແລະເຊື່ອຖືເຮືອທີ່ຈະຊ່ວຍ ຕົນໃຫ້ລອດ.

ອັນນັ້ນເປັນສະພາບຂອງທ່ານໃນຄືນນີ້ບໍ? ພວກເຮົາຕ້ອງເວົ້າກັບນັກປະກາດຂ່າວປະເສີດ ຜູ້ຍິ່ງໃຫຍ່ຈອຊວິດຟິວວ່າ(1714-1770) “ຜູ້ຄົນຈະບໍ່ມີວັນຍອມຮັບ[ພຣະຄຣິສ]ແລະພວກ ເຮົາບໍ່ສາມາດປອບໃຈເຂົາໄດ້ຈົນກວ່າພວກເຂົາຈະເຈັບເພາະບາບແລະເຮັດໃຫ້ພ້ອມທີ່ຈະ ຮັບເອົາພຣະເຢຊູ” (George Whitefield, “The Duty of a Gospel Minister”).

ເລື່ອງນີ້ມັນເບິ່ງຄືວ່າຂັດແຍ້ງກັບທ່ານບໍ? ພວກທ່ານບໍ່ສາມາດມາຫາພຣະເຢຊູ ດ້ວຍຕົນເອງໄດ້-ແລະແມ່ນພວກທ່ານຈະຕ້ອງມາຫາພຣະອົງຫຼືພິນາດໄປ, ນັກເທດສະໄໝ ເກົ່າເອີ້ນເລື່ອງນີ້ວ່າ “ຂ່າວປະເສີດໜີບ” ພວກທ່ານຖືກໜີບໃນຖານະຢູ່ໃນເຄື່ອງໜີບ, ຂ້າງໜື່ງຂອງເຄື່ອງໜີບບອກວ່າທ່ານຕ້ອງມາຫາພຣະເຢຊູ, ສ່ວນອີກຂ້າງໜື່ງຂອງເຄື່ອງ ໜີບບອກວ່າທ່ານບໍ່ສາມາດມາຫາພຣະອົງດ້ວຍໂຕຂອງທ່ານເອົງໄດ້,ຫຼັງຈາກນັ້ນພວກທ່ານ ສາມາດເຮັດຫຍັງໄດ້ແດ່?ແນ່ນອນພວກທ່ານສາມາດອອກຈາກຄຣິສຕະຈັກນີ້ໄປຕາມທາງຂອງຕົນເອງໂດຍເວົ້າວ່າມັນຍາກໂພດຫຼືທ່ານສາມາດເຮັດໃນສິ່ງທີ່ຄົນໃນສະໄໝຂອງໂນ ອາບໍ່ເຄີຍເຮັດ:

“ຈົ່ງເປັນທຸກໂສກເສົ້າແລະຄ່ຳຄວນ ຈົ່ງໃຫ້ການຫົວຂອງຕົນກັບກາຍເປັນການຄ່ຳຄວນ ແລະຄວາມປີຕິຍິນດີຂອງຕົນກັບກາຍເປັນຄວາມເສົ້າສະຫລົດ ທ່ານທັງຫລາຍຈົ່ງຖ່ອມຕົວໃນສາຍພຣະເນດຂອງອົງພຣະຜູ້ເປັນເຈົ້າ ແລະພຣະອົງຈະຊົງຍົກຊູທ່ານຂຶ້ນ” ( ຢາໂກໂບ 4:9-10)

ດຣ.ມາຕິນລອຍ-ໂຈນກ່າວວ່າ:

      ພວກເຮົາຮ້ອນໃຈຫຼາຍໂພດໃນການໃຫ້ຜູ້ຄົນຮີບ“ຕັດສິນໃຈ”ແບບໃດໜື່ງ,ມັນຄືຕອນທີ່ເຮົາປະເຊີນຄວາມທຸກທໍລະມານແຫ່ງຄວາມເຈັບປວດອັນ
ຍິ່ງໃຫຍ່ທີ່ເຮົາມີຄວາມຍິນດີກັບຄວາມບັນເທົາ, ມັນຄືຄົນທີ່ໄດ້ຮັບການປິ່ນ ປົວຢູ່ທີ່ປະຕູແຫ່ງຄວາມຕາຍຜູ້ຊື່ງຂອບພຣະຄຸນສຸດໆສໍາຫຼັບການປິ່ນປົວ ຂອງຕົນ,ມັນຄືຄົນບາບຜູ້ທີ່ເຫັນນາຮົກແວບໜື່ງ, ຜູ້ທີ່ຊື່ນຊົມຍິນດີຫຼາຍ
ກັບສະຫງ່າລາສີແຫ່ງເມືອງສະຫວັນ (Martyn Lloyd-Jones, M.D., The Assurance of Our Salvation, Crossway Books, 2000, p. 305).

ມີພຽງພຣະຄຣິສເທົ່ານັ້ນສາມາດຊ່ວຍທ່ານໃຫ້ພົ້ນໄດ້,ພວກທ່ານໄດ້ຍິນຂ້າພະເຈົ້າເວົ້າແບບນັ້ນຫຼາຍເທື່ອແລ້ວ,ແຕ່ພວກທ່ານຈະບໍ່ເຊື່ອມັນຈົນກວ່າທ່ານຈະຮູ້ສຶກເອງ,ພຣະເຈົ້າຊົງຮູ້ວ່າ:

ຄວາມເຊື່ອໝັ້ນຂອງຄົນຜູ້ໜື່ງຕໍ່ສູ້ຄວາມຢາກຂອງເຂົາເອງ
ຄືມັນຍັງຄົງເປັນຄວາມຄິດເຫັນອັນດຽວກັນ

ດັ່ງນັ້ນເພື່ອໂນ້ມນ້າວທ່ານ,ພຣະເຈົ້າຕ້ອງນໍາທ່ານໄປສູ່ຈຸດແຫ່ງຄວາມໝົດຫວັງ, ທ່ານຈະ ຕ້ອງຖືກເຮັດໃຫ້ຮູ້ສຶກໝົດຫວັງແລະຕ້ອງການພຣະຄຣິສ,ທ່ານຈະຕ້ອງຖືກເຮັດໃຫ້ຮູ້ສຶກວ່າທ່ານບໍ່ມີຄວາມຫວັງໃດໃນຕົນເອງເລີຍ,ທ່ານຈະຕ້ອງຖືກນໍາໃຫ້ຄິດວ່າ “ຂ້ອຍບໍ່ສາມາດ ຢືນຢູ່ແບບນີ້ໄດ້! ຂ້ອຍຈະຕ້ອງໄດ້ຮັບການອະໄພໂທດບາບໂດຍພຣະເຢຊູ!” ດຣ.ລອຍ-ໂຈນໄດ້ກ່າວໄວ້ວ່າ “ບໍ່ມີໃຜມາເຖິງພຣະຄຣິສໄດ້ຈົນກວ່າຄວາມຫມົດຫວັງຈະມາເຖິງ” (Martyn Lloyd-Jones, M.D., God’s Way Not Ours, The Banner of Truth Trust, 2003, p. 71).ພຣະເຈົ້າຕ້ອງປຸກໃຫ້ທ່ານຕື່ນຕໍ່ຄວາມຕ້ອງການຂອງທ່ານແລະພຣະເຈົ້າຕ້ອງຊັກນໍາ ທ່ານມາຫາພຣະຄຣິສເພື່ອຄວາມຊ່ວຍເຫຼືອ,ພວກທ່ານບໍ່ສາມາດເຮັດສິ່ງເຫຼົ່ານີ້ດ້ວຍຕົນເອງໄດ້,ມີຫຼາຍຄົນບໍ່ເຄີຍມີປະສົບການກັບສິ່ງເຫຼົ່ານີ້, ພວກເຂົາບໍ່ເຄີຍຮູ້ຕົວແຫ່ງສະພາບຄວາມ ໝົດຫວັງຂອງຕົນແລະບໍ່ເຄີຍຖືກຊັກນໍາມາຫາພຣະຄຣິສເລີຍ,ນັ້ນແລະເປັນຫຍັງຂ້າພະເຈົ້າ
ຈື່ງເວົ້າວ່າມັນຈື່ງເປັນສິດທິພິເສດໃນການຖືກຊັກນໍາມາຫາພຣະຄຣິສແລະເປັນຄົນ “ຢູ່ໃນ ພຣະເຢຊູຄຣິສ” ພຣະຄໍາພີກ່າວວ່າ “ຜູ້ທີ່ໄດ້ຮັບເຊີນກໍມີຫຼາຍ ແຕ່ຜູ້ທີ່ຊົງເລືອກມີໜ້ອຍ” (ມັດທາຍ 24:14).

II. ສອງ ການຈັດຕຽມເຮັດໃຫ້ເປັນໄປໄດ້ສໍາຫຼັບຄົນທີ່ຢູ່ໃນພຣະເຢຊູຄຣິສ.

ບາງທີຂ້າພະເຈົ້າໃຊ້ເວລາໃນການເວົ້າເຖິງສິດທິພິເສດຂອງການຖືກຊັກນໍາມາຫາ ພຣະຄຣິສຫຼາຍໂພດ, ແຕ່ມັນເປັນສິ່ງທີ່ສໍາຄັນຫຼາຍ, ພວກທ່ານບໍ່ສາມາດໄດ້ຮັບການຈັດ ຕຽມຂອງພຣະຄຣິສໄດ້ນອກຈາກວ່າທ່ານຈະຖືກຊັກນໍາໃຫ້ມາຫາພຣະຄຣິສ,ການຈັດຕຽມ ເຫຼົ່ານີ້ຕອບສະໜອງໄດ້ສະເພາະຄົນທີ່ເປັນຂອງພຣະຄຣິສເທົ່ານັ້ນ,ຄົນທີ່ “ຢູ່ໃນພຣະເຢຊູ ຄຣິສ” ພຣະຄໍາພີກ່າວວ່າ:

“ພຣະເຢຊູຄຣິສ ເພາະພຣະເຈົ້າຊົງຕັ້ງພຣະອົງໃຫ້ເປັນປັນຍາ ຄວາມຊອບທຳ ການແຍກຕັ້ງໄວ້ ແລະການໄຖ່ໂທດ ສຳລັບເຮົາທັງຫລາຍ” (1 ໂກລິນໂທ 1:30)

ປັນຍາ, ຄວາມຊອບທຳ, ການແຍກຕັ້ງໄວ້ ແລະການໄຖ່ໂທດ-ສິ່ງເຫຼົ່ານີ້ຄືສີ່ສິ່ງທີ່ ພຣະຄໍາພີຂໍ້ນີ້ໄດ້ສັນຍາຕໍ່ຄົນທີ່“ຢູ່ໃນພຣະເຢຊູຄຣິສ” ອັນທີ່ໜື່ງພວກເຮົາຖືກສັນຍາເລື່ອງ “ປັນຍາ” ຫຼັງຈາກທີ່ຂ້າພະເຈົ້າໄດ້ຮັບຄວາມລອດແລ້ວຂ້າພະເຈົ້າຈື່ໄດ້ວ່າຕົນເອງຄິດວ່າບໍ່ມີ
ໃຜໜຸນຫຼັງຫຼືຊ່ວຍເຫຼືອຕົນ,ພໍ່ແມ່ຂອງຂ້າພະເຈົ້າຢ່າຮ້າງກັນແລະຂ້າພະເຈົ້າບໍ່ມີແຫຼ່ງລາຍ ໄດ້,ຂ້າພະເຈົ້າຈື່ວ່າຕົນເອງຄິດວ່າຕ້ອງບໍ່ເຮັດຜິດຈັກຢ່າງ, ແມ່ນກະທັ່ງຄວາມຜິດດຽວສາ ມາດຢຸດຕົນເອງຈາການເປັນມິດຊັນນາຣີໄດ້, ດັ່ງນັ້ນຂ້າພະເຈົ້າຈື່ງອະທິຖານຂໍສະຕິປັນຍາ ຈາກພຣະເຈົ້າແບບເຈາະຈົງເລີຍ,ແລະພຣະອົງຊົງປະທານສະຕິປັນຍາໃຫ້!ຂ້າພະເຈົ້າຢ້ານ
ວ່າຕີນຂອງຕົນຈະລົ້ມຕະລາດຖ້າຫາກພຣະຄຣິສເອງບໍ່ຊູຂ້າພະເຈົ້າຂື້ນ, ແລະພຣະອົງຊົງ ຊູຂ້າພະເຈົ້າຂື້ນ! ແລະພຣະອົງຊົງປະທານສະຕິປັນຍາໃຫ້! ມີແມ່ຕູ້ຄົນໜື່ງທີ່ຮູ້ຈັກຂ້າພະ ເຈົ້າຕອນທີ່ຂ້າພະເຈົ້າຢູ່ໃນວິທະຍາໄລໄດ້ເວົ້າກັບຂ້າພະເຈົ້າເມື່ອບໍ່ດົນມານີ້ວ່າ“ເຈົ້າເປັນຄົນ
ໜຸ່ມທີ່ຈິງຈັງຫຼາຍ” ຄືພຣະເຢຊູທີ່ເຮັດໃຫ້ຂ້າພະເຈົ້າເປັນຄົນຈິງຈັງ, ຄືພຣະເຢຊູທີ່ໄດ້ປະ ທານສະຕິປັນຍາໃຫ້ຂ້າພະເຈົ້າ, ພຣະຄໍາພີກ່າວວ່າ“ຄວາມຢໍາເກງພຣະເຢໂຮວາເປັນຈຸດ ເລີ່ມຕົ້ນຂອງປັນຍາ” (ສຸພາສິດ 1:7)

ອັນທີ່ສອງພວກເຮົາຖືກສັນຍາວ່າ“ຄວາມຊອບທໍາ”, ພຣະຄຣິສເອງຊົງ“ຕັ້ງພຣະອົງໃຫ້ເປັນ... ຄວາມຊອບທຳໃຫ້ແກ່ເຮົາ”, ພວກເຮົາສວມເສື້ອແຫ່ງຄວາມຊອບທໍາຂອງພຣະ ເຢຊູ,ຄືກັບທີ່ບົດເພງເກົ່າໆກ່າວວ່າ “ຈົ່ງສວມໃນຄວາມຊອບທໍາຂອງພຣະອົງຢ່າງດຽວ, ຄົນທີ່ບໍ່ມີຜິດຈະໄດ້ຢືນຢູ່ຕໍ່ໜ້າບັນລັງ”(ພຣະເຢຊູປຽບດັ່ງສີລາ), ມີຫຼາຍເທື່ອທີ່ພະຍາມານ ມາຫາຂ້າພະເຈົ້າເວົ້າວ່າ “ເຈົ້າຈະເທດສະໜາແບບນີ້ຫຼືແບບນັ້ນໄດ້ແນວໃດແດ່? ເຈົ້າຈະ ສາມາດຢືນຢັດແບບນີ້ຫຼືແບບນັ້ນໄດ້ແນວໃດ?” ເອເຟໂຊບົດທີ່ໜື່ງຊ່າງຫວານຫຼາຍແທ້ໃນ ສະໄໝນັ້ນ,ຊື່ງເວົ້າວ່າ “ຊົງເຮັດໃຫ້ເຮົາເປັນທີ່ພໍພຣະໄທ ໃນຜູ້ຊົງເປັນທີ່ຮັກຂອງພຣະອົງ ໃນພຣະເຢຊູນັ້ນເຮົາໄດ້ຮັບການໄຖ່ໂດຍພຣະໂລຫິດຂອງພຣະອົງ”(ເອເຟໂຊ 1:6,7)“ຜູ້ຊົງ ເປັນທີ່ຮັກ”ຄືພຣະເຢຊູ, ຂ້າພະເຈົ້າເປັນທີ່ພໍພຣະໄທໃນພຣະເຢຊູ,ຄວາມຊອບທໍາຂອງຂ້າ ພະເຈົ້າມາຈາກພຣະອົງ “ຈົ່ງສວມໃນຄວາມຊອບທໍາຂອງພຣະອົງຢ່າງດຽວ, ຄົນທີ່ບໍ່ມີຜິດ ຈະໄດ້ຢືນຢູ່ຕໍ່ໜ້າບັນລັງ”, ຕອນທີ່ພະຍາມານບອກຂ້າພະເຈົ້າວ່າບໍດີພໍທີ່ຈະເທດໃນຖານະ ເປັນຄົນໜຸ່ມຜູ້ໜື່ງຂ້າພະເຈົ້າສາມາດເວົ້າຄໍາເຫຼົ່ານັ້ນໄດ້ “ພຣະອົງຊົງເຮັດໃຫ້[ຂ້າພະເຈົ້າ] ເປັນທີ່ພໍພຣະໄທໃນຜູ້ຊົງເປັນທີ່ຮັກຂອງພຣະອົງ”(ເອເຟໂຊ 1:6), ມັນຊ່າງເປັນພຣະພອນ ແທ້,ມັນເປັນສິ່ງທີ່ເລົ້າໂລມໃຈເມື່ອພະຍາມານໃຈຮ້າຍ, ນີ້ແມ່ນການສະແດງວ່າສິດທິຊົນໃນ ຍຸກແຫ່ງຄວາມທຸກລໍາບາກໃຫຍ່ຈະເອົາຊະນະຊາຕານແນວໃດແດ່! “ແລະເຂົາເຫຼົ່ານັ້ນໄດ້ ຊະນະພະຍາມານໂດຍພຣະໂລຫິດຂອງລູກແກະຂອງພຣະເຈົ້າ” (ພະນິມິດ 12:11), ມິດຊັນນາຣີຜູ້ຍິ່ງໃຫຍ່ຄາວທ໌ນິໂຄລັສຊິນເຊນດອບ ໄດ້ກ່າວໄວ້ວ່າ:

ຂ້າຈະຢືນຢູ່ໃນວັນໃຫຍ່ນັ້ນດ້ວຍຄວາມກ້າຫານ
ແມ່ນໃຜທີ່ຄວາມໄວ້ໃຈຂອງຂ້າຄວນຕັ້ງຢູ່
ໂດຍພຣະໂລຫິດພຣະອົງຂ້າຈື່ງຮັບການອະໄພ
ຈາກການສາບແຊ່ງແລະຄວາມອາຍຂອງບາບອັນໃຫຍ່
   (“Jesus, Thy Blood and Righteousness” by Count Nicolaus Zinzendorf,
      1700-1760; translated by John Wesley, 1703-1791).

ຫຼັງຈາກນັ້ນເຊັ່ນກັນພຣະເຢຊູຄຣິສຊົງເຮັດໃຫ້ເຮົາຖືກແຍກຕັ້ງໄວ້,ພຣະວິນຍານບໍລິສຸດຊົງແຍກຕັ້ງເຮົາໄວ້ເພາະວ່າເຮົາເປັນໜື່ງດຽວກັນກັບພຣະຄຣິສ,ຖ້າຜູ້ໃດຢູ່ໃນພຣະຄຣິສ
ຜູ້ນັ້ນກໍບໍ່ແມ່ນສິ່ງຊົງສ້າງເກົ່າພ້ອມກັບການເສີມສວຍທີ່ປ່ຽນແປງໜ້ອຍໜື່ງ, ບໍ່! ,ບໍ່ແມ່ນ! “ຖ້າຜູ້ໃດຢູ່ໃນພຣະຄຣິສຜູ້ນັ້ນກໍເປັນຄົນທີ່ຖືກສ້າງໃຫມ່ແລ້ວ,ສິ່ງເກົ່າໆກໍລ່ວງພົ້ນໄປ ເບິ່ງ ແມ້ສິ່ງສາລະພັດກາຍເປັນສິ່ງໃຫມ່ທັງນັ້ນ”(2 ໂກລິນໂທ 5:17),ທໍາມະຊາດເກົ່າບໍ່ໄດ້ຖືກ ສົ່ງໄປໃຫ້ຮັບການປິ່ນປົວຮັກສາ, ມັນຖືກສົ່ງໄປທີ່ໄມ້ກາງແຂນເພື່ອໃຫ້ຖືກຄຶງ, ມັນບໍ່ແມ່ນ ການປ່ຽນແປງແລະປັງປຸງໃຫ້ດີຂື້ນ,ແຕ່ຊີ້ຊາຕາກໍາໃຫ້ຕາຍແລະຖືກຝັງ, ຄົນແປກໜ້າຄິດ ວ່າພວກເຂົາສາມາດມາເຖິງພຣະຄຣິສເພື່ອຮັບການຍົກໂທດແລະຊອບທໍາໄດ້, ແລະມາຫາ ໂມເສດເມື່ອພວກເຂົາຢາກເປັນຄົນບໍລິສຸດ! ມັນເປັນໄປບໍ່ໄດ້! ທ່ານກາຍເປັນຄົນບໍລິສຸດ ຫຼາຍກວ່າເກົ່າໃນເວລາດຽວກັນທີ່ທ່ານໄດ້ຮັບຄວາມລອດພົ້ນ - ທ່ານກາຍເປັນຄົນບໍລິສຸດ ຫຼາຍກວ່າເກົ່າໂດຍການເຊື່ອວາງໃຈໃນພຣະເຢຊູ, ພຣະຄຣິສຜູ້ຊົງຢູ່ເທິງໄມ້ກາງແຂນເປັນ ແຫຼ່ງແຫ່ງຄວາມລອດຂອງທ່ານ, ຕອນນີ້ພຣະຄຣິສຜູ້ຊົງຢູ່ເທິງໄມ້ກາງແຂນເປັນແຫຼ່ງແຫ່ງ
ການເຕີບໃຫຍ່ໃນພຣະຄຸນຂອງທ່ານ! ພຣະເຢຊູຊົງຊ່ວຍເຮົາໃຫ້ພົ້ ນຈາກຄວາມບາບຂອງ ເຮົາແລະພຣະເຈົ້າຊົງ “ແຍກຕັ້ງເຮົາໄວ້” ຈົ່ງຈື່ຄໍາທີ່ຍິ່ງໃຫຍ່ເຫຼົ່ານີ້ໄວ້

ເມື່ອຜ່ານນໍ້າເລິກຂ້າຂໍໃຫ້ພຣະອົງຊົງໄປ
ແມ່ນໍ້າແຫ່ງຄວາມໂສກເສົ້າຈະບໍ່ໄຫຼລົ້ນ
ເພາະເຮົາຈະຢູ່ກັບເຈົ້າການທົດສອບເພື່ອອວຍພອນ
ແລະແຍກຕັ້ງໄວ້ຈາກຄວາມຍາກລໍາບາກ
   (“How Firm a Foundation” by George Keith, 1638-1716).

ຕອນນີ້ລາຍການການຈັດຕຽມອັນສຸດທ້າຍເພື່ອເຮົາໃນພຣະຄຣິສຄື “ການຊົງໄຖ່”
ແຕ່ພວກທ່ານບາງຄົນເວົ້າວ່າ“ມັນບໍ່ຄວນເປັນການຈັດຕຽມອັນທໍາອິດສໍາຫຼັບເຮົາບໍ? ແມ່ນ, ແຕ່ມັນກໍເປັນອັນສຸດທ້າຍເຊັ່ນກັນ, ຖ້າທ່ານເປັນຄຣິສຕຽນພວກທ່ານກໍເປັນອິດສະຫຼະຈາກ ບາບແຕ່ພວກທ່ານຍັງບໍ່ໄດ້ຮັບການໄຖ່ສົມບູນແບບໂດຍລິດອໍານາດຂອງພຣະອົງ,ແມ່ນກະທັ່ງຕອນທີ່ທ່ານຕາຍທ່ານກໍຈະບໍ່ໄດ້ຮັບການຊົງໄຖ່ທີ່ເຕັມລົ້ນ, ທ່ານກໍາລັງ“ລໍຖ້າທີ່ເປັນຄື ກັບລູກ ຄືທີ່ຈະຊົງໄຖ່ກາຍຂອງເຮົາທັງຫຼາຍໄວ້”(ໂລມ 8:23), ການຊົງໄຖ່ຂອງເຮົາໃນ ພຣະຄຣິສຈະເຂົ້າໃຈຢ່າງຖ່ອງແທ້ເມື່ອພຣະເຢຊູສະເດັດມາຮັບເຮົາຢູ່ເທິງເມກເທົ່ານັ້ນ.

“ດ້ວຍວ່າອົງພຣະຜູ້ເປັນເຈົ້າເອງຈະສະເດັດມາຈາກສະຫວັນ ດ້ວຍສຽງກູ່ກ້ອງ ດ້ວຍສຳນຽງຂອງທູດສະຫວັນໃຫຍ່ ແລະດ້ວຍສຽງແກຂອງພຣະເຈົ້າ ແລະຄົນທັງປວງທີ່ຕາຍແລ້ວໃນພຣະຄຣິສຈະເປັນຂຶ້ນມາກ່ອນ ຫລັງຈາກນັ້ນເຮົາທັງຫລາຍຊຶ່ງຍັງເປັນຢູ່ແລະເຫລືອຢູ່ ຈະຖືກຮັບຂຶ້ນໄປໃນເມກພ້ອມກັບຄົນເຫລົ່ານັ້ນ ເພື່ອຈະໄດ້ພົບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ ຢ່າງນັ້ນແຫລະເຮົາກໍຈະຢູ່ກັບອົງພຣະຜູ້ເປັນເຈົ້າເປັນນິດ” (1 ເທສະໂລນິກ4:16-17)

ແມ່ນແຕ່ຮ່າງກາຍທີ່ອ່ອນເພຍຂອງຂ້າພະເຈົ້າກໍຈະຖືກເຮັດໃຫ້ເປັນຄືກັບພຣະຜູ້ຊ່ວຍໃຫ້ ລອດທີ່ຟື້ນຈາກຕາຍແລ້ວ,ພວກເຮົາຈະຟື້ນຂື້ນຈາກຕາຍໃນການຊົງໄຖ່ຊົ່ວນິລັນດອນ-ແລະ
ມີຊີວິດທີ່ຊື່ນຊົມຍິນດີຕະຫຼອດໄປເປັນນິດ,ເພາະວ່າພວກເຮົາຢູ່ໃນພຣະເຢຊູຄຣິສ,ຜູ້ຊົງເລີ່ມ
ຕົ້ນແລະສິ້ນສຸດແຫ່ງຄວາມລອດຂອງເຮົາ,ຂ້າພະເຈົ້າຕ້ອງໄປຫາຈຸດສຸດທ້າຍໄວໆເລີຍ.

III. ສາມ ຄໍາສັນລະເສີນພວກເຮົາຄວນຈະໃຫ້ພຣະເຢຊູຄຣິສເພາະຊົງຊ່ວຍເຮົາໃຫ້ ລອດແລະຊົງຈັດຕຽມເພື່ອເຮົາ

ຂ້າພະເຈົ້າສາມາດຈັບຕ້ອງຈຸດນີ້ໄດ້ເທົ່ານັ້ນ

“ໂດຍພຣະອົງທ່ານຈຶ່ງຢູ່ໃນພຣະເຢຊູຄຣິສ ເພາະພຣະເຈົ້າຊົງຕັ້ງພຣະອົງໃຫ້ເປັນປັນຍາ, ຄວາມຊອບທຳ, ການແຍກຕັ້ງໄວ້ ແລະການໄຖ່ໂທດ ສຳລັບເຮົາທັງຫລາຍ ເພື່ອໃຫ້ເປັນໄປຕາມທີ່ຂຽນວ່າ `ໃຫ້ຜູ້ໂອ້ອວດ ອວດອົງພຣະຜູ້ເປັນເຈົ້າ” (1 ໂກລິນໂທ 1:30-31)

ພີ່ນ້ອງທັງຊາຍແລະຍິງທ່ານເຫັນບໍ,ຄວາມເປັນຕົວຕົນຄຣິສຕຽນເຮົານີ້ຂື້ນກັບພຣະເຢຊູ,ຄົນທີ່ຮູ້ຈັກພຣະເຢຊູແທ້ໆຈະຢາກຖະວາຍກຽດພຣະອົງ-ຈະຢາກອວດອ້າງພຣະຄຣິສແລະສິ່ງ ທີ່ພຣະອົງຊົງເຮັດເພື່ອເຂົາເຈົ້າ.

ຂ້າພະເຈົ້າຊັງທີ່ຈະໄດ້ຍິນທີ່ເອີ້ນວ່າ“ຄໍາພະຍານ”ບ່ອນທີ່ຜູ້ຄົນເວົ້າແລ້ວເວົ້າອີກເຖິງຕົນເອງ,ພວກຄົນບາບເຂົາເປັນແນວໃດແດ່, ເວົ້າເຖິງລາຍລະອຽດກ່ຽວກັບສິ່ງສົກກະປົກ ຂອງເຂົາ,ການກະບົດແລະຄວາມເສື່ອມຊາມຂອງເຂົາ, ພວກເຂົາມັກຈົບຄໍາເວົ້າດ້ວຍການ ເວົ້າວ່າ “ແລ້ວຂ້ອຍກໍໄດ້ເຊື່ອວາງໃຈໃນພຣະເຢຊູ” ພວກເຂົາເພີ່ມພຣະເຢຊູເຂົ້າໄປເປັນ ຄວາມຄິດທີ່ເກີດພາຍຫຼັງ,ພວກເຂົາໃຫ້ກຽດຕົນເອງປະມານຫ້ານາທີຂີ້ໂມ້ເຖິງຊີວິດເກົ່າຂອງຕົນເອງ-ພວກເຂົາຖະວາຍກຽດໃຫ້ກັບພຣະຄຣິສພຽງແຕ່ວິນາທີດຽວຫຼືສອງວິນາທີເທົ່ານັ້ນ!
ຄໍາພະຍານພວກນີ້ເຮັດໃຫ້ຂ້າພະເຈົ້າເບື່ອໜ່າຍ, ແລະຂ້າພະເຈົ້າຄິດວ່າພວກເຂົາກໍເຮັດໃຫ້ ພຣະເຈົ້າເບື່ອໜ່າຍ.

“ໃຫ້ຜູ້ໂອ້ອວດ ອວດອົງພຣະຜູ້ເປັນເຈົ້າ”(1 ໂກລິນໂທ 1:31)

ພວກທ່ານຄວນມີຄໍາເວົ້າຫຼາຍພໍທີ່ຈະຖະວາຍກຽດແດ່ພຣະຜູ້ຊ່ວຍເມື່ອທ່ານກ່າວຄໍາພະຍານຂອງທ່ານ! ທ່ານຄວນຈະເວົ້າເຖິງສະຕິປັນຍາ, ຄວາມຊອບທໍາ, ການແຍກຕັ້ງໄວ້ ແລະການຊົງໄຖ່ທີ່ທ່ານມີໃນພຣະເຢຊູຄຣິສ! ທ່ານຄວນຈະເວົ້າແລ້ວເວົ້າອີກເຖິງສະຫງ່າ ລາສີຂອງພຣະຜູ້ຊ່ວຍໃຫ້ລອດຂອງທ່ານ.

ຕອນນີ້ເປັນຄໍາເວົ້າໜ້ອຍໜື່ງສໍາຫຼັບທ່ານທີ່ຍັງບໍ່ລອດ,ທ່ານຈະຍອມມາຫາພຣະເຢຊູແລະຮັບເອົາພຣະພອນເຫຼົ່ານີ້ບໍ? ພຣະເຢຊູຈະຊົງຊ່ວຍທ່ານໃຫ້ພົ້ນໃນວິນາທີທີ່ທ່ານວາງ ໃຈໃນພຣະອົງ,ພຣະໂລຫິດຂອງພຣະອົງຈະຊໍາລະລ້າງທ່ານຈາກຄວາມບາບທຸກຢ່າງຂອງທ່ານ,ທ່ານຈະມາຫາພຣະອົງບໍ? ຫຼືທ່ານຈະຍັງສືບຕໍ່ປະຕິເສດພຣະອົງແລະດໍາເນີນໄປໃນ
ຄວາມຍາກຈົນຝ່າຍວິນຍານຈົນທ່ານຈະຕົກໃຈໂດຍການຕົກລົງໃສ່ໃນເຫວນາຮົກທີ່ເປີດຢູ່?
ແມ່ນຫຍັງຄືຄໍາຕອບຂອງທ່ານ?

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ສິດຍາພິບານ: 1 ໂກລິນໂທ 1:26-31
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ:
“All I Need” (author unknown).


ໂຄງຮ່າງບົດເທດສະໜາ

ສິ່ງທີ່ຂ້ອຍຕ້ອງການທັງໝົດຄືພຣະເຢຊູ

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ໂດຍພຣະອົງທ່ານຈຶ່ງຢູ່ໃນພຣະເຢຊູຄຣິສ ເພາະພຣະເຈົ້າຊົງຕັ້ງພຣະອົງໃຫ້ເປັນປັນຍາ, ຄວາມຊອບທຳ, ການແຍກຕັ້ງໄວ້ ແລະການໄຖ່ໂທດ ສຳລັບເຮົາທັງຫລາຍ ເພື່ອໃຫ້ເປັນໄປຕາມທີ່ຂຽນວ່າ `ໃຫ້ຜູ້ໂອ້ອວດ ອວດອົງພຣະຜູ້ເປັນເຈົ້າ” (1 ໂກລິນໂທ 1:30-31)

(1 ໂກລິນໂທ 1:26-29)

I.   ໜື່ງ ສິດທິພິເສດຂອງການຖືກຊັກນໍາໄປຫາພຣະເຢຊູຄຣິສ. ໂຮເຊຢາ 11:4;
ໂຢຮັນ 6:44; ເອເຟໂຊ 2:6; 2 ເປໂຕ 2:5; ຢາໂກໂບ 4:9-10;
ມັດທາຍ 22:14.

II.  ສອງ ການຈັດຕຽມເຮັດໃຫ້ເປັນໄປໄດ້ສໍາຫຼັບຄົນທີ່ຢູ່ໃນພຣະເຢຊູຄຣິສ.
ສຸພາສິດ 1:7; ເອເຟໂຊ 1:6,7; ພະນິມິດ 12:11; 2 ໂກລິນໂທ 5:17
ໂລມ 8:23; 1 ເທສະໂລນິກາ 4:16-17.

III. ສາມ ຄໍາສັນລະເສີນພວກເຮົາຄວນຈະໃຫ້ພຣະເຢຊູຄຣິສເພາະຊົງຊ່ວຍເຮົາໃຫ້
ລອດແລະຊົງຈັດຕຽມເພື່ອເຮົາ. 1 ໂກລິນໂທ 1:31.