Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ໂນອາມີຈິງແລະການພິພາກສາກໍມີຈິງ

THE REAL NOAH AND THE REAL JUDGMENT!
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 27/4/2014
A sermon preached at the Baptist Tabernacle of Los Angeles
Lord’s Day Morning, April 27, 2014


ນັບຕັ້ງແຕ່ວິນາທີທີ່ຂ້າພະເຈົ້າໄດ້ກັບໃຈໃຫມ່,ຂ້າພະເຈົ້າກໍຮູ້ເລີຍວ່າເລື່ອງລາວຂອງໂນອາແລະເລື່ອງນໍ້າຖ້ວມເປັນເລື່ອງຈິງ,ຂ້າພະເຈົ້າຖືກສອນແຕ່ຍັງນ້ອຍໆໃຫ້ເຊື່ອໃນເລື່ອງວິວັດທະນາການຂອງດາວິນ,ຂ້າພະເຈົ້າເຈັບປ່ວຍຫຼາຍກ່ອນທີ່ພວກເຮົາຈະຍ້າຍໄປຢູ່ລັດອາຣິໂຊນາໃນປີ 1949, ຂ້າພະເຈົ້ານອນຢູ່ເທິງຕຽງຍ້ອນເຈັບຫູ,ໄອແລະພະຍາດອື່ນໆອີກ,ບໍ່ ຕ້ອງສົງໄສເລີຍວ່າເປັນຍ້ອນອາກາດແລະໝອກຄວັນໃນເມືອງລອສແອງເຈີລິສ,ຂ້າພະ ເຈົ້າຕ້ອງໃຊ້ເວລາຫຼາຍຊົ່ວໂມງນອນຢູ່ເທິງຕຽງໂດຍບໍ່ໄດ້ເຮັດຫຍັງ, ໃນຊ່ວງຕົ້ນປີ 1940 ພວກເຮົາບໍ່ມີໂທລະພາບເບິ່ງ, ດັ່ງນັ້ນແມ່ຂອງຂ້າພະເຈົ້າຈື່ງອ່ານໜັງສືເປັນຊົ່ວໂມງໃຫ້ຟັງ
ຫົວຂໍ້ໜື່ງທີ່ລາວມັກກັບມາອ່ານຄືນແມ່ນເລື່ອງວິວັດທະນາການ, ລາວອ່ານສຽງດັງ ເລື່ອງການເດີນທາງຂອງດາວິນທີ່ໄປເກາະກາລາປາໂກສແລະແມ່ນກະທັ່ງສ່ວນຂອງໜັງສືດາວິນເລື່ອງ “ເຊື້ອສາຍຂອງມະນຸດ”.

ເມື່ອຂ້າພະເຈົ້າດີຂື້ນໜ້ອຍໜື່ງ,ຂ້າພະເຈົ້າກໍໄດ້ຂໍໃຫ້ແມ່ພາໄປເບິ່ງພິພິທະພັນປະ ຫວັດສາດທໍາມະຊາດທີ່ຢູ່ໃນສວນສະແດງທີ່ມະຫາວິທະຍາໄລຊາວເທີ້ນຄາລິຟໍເນຍ(USC)-ຢູ່ໃກ້ໆຕົວເມືອງລອສແອງເຈີລິສ.

ໃນຂະນະທີ່ຂ້າພະເຈົ້າຍ່າງຜ່ານການວາງສະແດງໃນຫໍພິພິທະພັນ,ຂ້າພະເຈົ້າກໍຖືກໂນມນ້າວຫຼາຍຂື້ນໃນເລື່ອງທິດສະດີແຫ່ງວິວັດທະນາການ,ຂ້າພະເຈົ້າເຊື່ອເລື່ອງນີ້ຢ່າງສຸດໃຈເລີຍ, ບໍ່ດົນເມື່ອຂ້າພະເຈົ້າໄດ້ຍິນນັກເທດຄົນໜື່ງເວົ້າວ່າວິວັດທະນາການເປັນເລື່ອງ ຫຼອກຫຼີ້ນ,ຂ້າພະເຈົ້າກໍຄິດວ່າລາວແມ່ນຄົນໂງ່ຄົນໜື່ງ, ຕໍ່ມາໃນວັນທີ່ 28 ເດືອນ 9 ປີ 1961 ຢູ່ທີ່ມະຫາວິທະຍາໄລໄບໂອລາຂ້າພະເຈົ້າກໍໄດ້ຍິນນັກເທດອີກຄົນໜື່ງເທດຈາກໜັງ ສື 2 ເປໂຕ ບົດທີ່ສາມ,ລາວອ້າງອີງຈາກຂໍ້ທີ່ສາມຊື່ງເວົ້າວ່າ “ໃນວັນສຸດທ້າຍຄົນທີ່ມັກ ເຍາະເຍີ້ຍຈະເກີດຂື້ນ ແລະດໍາເນີນຕາມໃຈປາດຖະໜາຊົ່ວຂອງຕົນ”, ລາວເວົ້າວ່າຄົນມັກ ເຍາະເຍີ້ຍພວກນີ້ແມ່ນພວກ “ເຕັມໃຈໂງ່” ໃນເລື່ອງການຊົງສ້າງຂອງມະນຸດແລະເລື່ອງນໍ້າ
ຖ້ວມໃຫຍ່ທີ່ໄດ້ທໍາລາຍເຊື້ອສາຍມະນຸດເກືອບໝົດໃນສະໄໝຂອງໂນອາ.

ໃນທັນໃດນັ້ນຜ້າຄຸມກໍຖືກຍົກຂື້ນແລະຂ້າພະເຈົ້າກໍໄດ້ເຫັນຄວາມຈິງ! ໃນວິນາທີ ນັ້ນເອງທີ່ຂ້າພະເຈົ້າຮູ້ໂດຍບໍ່ສົງໄສເລີຍວ່າຂ້າພະເຈົ້າເຄີຍເຊື່ອໃນເລື່ອງຕົວະ! ພຣະເຈົ້າ ໄດ້ເຮັດໃຫ້ຕາຂອງພວກວິວັດທະນາການຕາບອດ, ຕອນທີ່ແມ່ຂອງຂ້າພະເຈົ້າກັບໃຈໃຫມ່ ເພີ່ນກໍມີປະສົບການອັນດຽວກັນ, ລາວເວົ້າວ່າ“ໂຣເບີດ ແມ່ບໍ່ຮູ້ວ່າເປັນຫຍັງພວກເຮົາຈື່ງ ເຄີຍເຊື່ອເລື່ອງບ້າໆແບບນີ້” ອັກຄະສາວົກເປົາໂລໄດ້ກ່າວເຖິງໃນຂໍ້ພຣະຄໍາພີອື່ນອີກວ່າ “ພຣະເຈົ້າຈື່ງຊົງໃຫ້ຄວາມຫລຸມຫຼົງມາຄອບງໍາເຂົາໃຫ້ເຂົາເຊື່ອເລື່ອງຕົວະ”(2ເທສະໂລນິກາ 2:11),ໃນຊ່ວງວິນາທີທີ່ຂ້າພະເຈົ້າໄດ້ກັບໃຈໃຫມ່ຂ້າພະເຈົ້າກໍເຂົ້າໃຈເລີຍວ່າທິດສະດີວິວັດທະນາການຂອງດາວິນແລະການປະຕິເສດນໍ້າຖ້ວມໃຫຍ່ບໍ່ມີຫຍັງຫຼາຍໄປກວ່າວິທະຍາສາດທີ່ແຕ່ງຂື້ນ, ຈາກນັ້ນຂ້າພະເຈົ້າກໍເຫັນວ່າການຂຽນຂອງດາວິນ,ໄລແອວແລະຮັກຊ໌ລີບໍ່ແມ່ນ ເລື່ອງຈິງຫຼາຍກວ່າເລື່ອງວິທະຍາສາດທີ່ແຕ່ງຂື້ນມາຂອງຈູລສ໌ເວີນ,ເອັຊ.ຈີ.ແວວຫຼືໄອແຊັກ
ອາຊິມອບ, ດາວິນບໍ່ໄດ້ຮັບການຝຶກຝົນເລື່ອງວິທະຍາສາດຍັງເລີຍ, ລາວໄດ້ປະລິນຍາຕີ ໃນສາຂາວິຊາສາສະໜາສາດແຕ່ລາວກໍບໍ່ໄດ້ຮຽນເລື່ອງວິທະຍາສາດ! ແມ່ນພວກເຂົາກົ້ມ ກາບຕໍ່ລາວໃນຖານະເປັນນັກວິທະຍາສາດຜູ້ຍິ່ງໃຫຍ່ຄົນໜື່ງໃນຍຸກປະຈຸບັນນີ້! ນັບຕັ້ງແຕ່ ຂ້າພະເຈົ້າໄດ້ກັບໃຈໃຫມ່ໃນປີ 1961 ຂ້າພະເຈົ້າກໍເຊື່ອເລື່ອງຄວາມຈິງຂອງພຣະຄໍາພີ ແຫ່ງການຊົງສ້າງຂອງມະນຸດແລະປະຫວັດສາດແຫ່ງນໍ້າຖ້ວມໂລກໃນສະໄໝຂອງໂນອາ.

ເມື່ອຂ້າພະເຈົ້າໄດ້ຮຽນຮູ້ວ່າພວກຮໍລີວູດໄດ້ສາຍໜັງເລື່ອງໂນອາແລະນໍ້າຖ້ວມໂລກ
ຂ້າພະເຈົ້າກໍໄປເບິ່ງມັນ, ຂ້າພະເຈົ້າບໍ່ຄ່ອຍມັກເບິ່ງໜັງຮໍລີວູດດອກ, ພວກມັນໂຫດຮ້າຍ
ບິດເບືອນ,ຮຸນແຮງແລະປີ້ນກັບ, ເຮົາບໍ່ຄວນອະນຸຍາດໃຫ້ຈິດໃຈຂອງເຮົາຖືກດຶງໂດຍຂີ້ ເຫຍື່ອທີ່ອອກມາຈາກຮໍລີວູດ, ແຕ່ຂ້າພະເຈົ້າຮູ້ສຶກວ່າຕ້ອງໄປເບິ່ງໜັງເລື່ອງໂນອາເພື່ອທີ່ ຈະສາມາດບອກພວກທ່ານວ່າມັນໄດ້ປ່ຽນແປງພຣະຄໍາພີເລື່ອງໂນອາແລະນໍ້າຖ້ວມໄປເປັນ ເລື່ອງຕົວະຂອງຊາຕານແນວໃດແດ່.

ອີງຕາມແອຣອນໄຄລໃນເຈົ້າຂອງບໍລິສັດເວີເນັດເດລີຜູ້ສ້າງໜັງ“ໂນອາ”ແມ່ນຄົນທີ່ບໍ່ເຊື່ອພຣະເຈົ້າ,ໜັງຈື່ງອະທິບາຍວິວັດທະນາການຂອງດາວິນ, ໜັງຍັງມີທາດແທ້ຂອງເວດ ມົນດໍາແລະເລື່ອງກ່ຽວກັບຜີສາງຫຼືເວດມົນຄາຖາ, ເມທູເສລາສະແດງເປັນພໍ່ໝົດ,ໂນອາສະ
ແດງເປັນຄົນບ້າທີ່ມັກຂ້າຄົນຊື່ງຢາກຈະທໍາລາຍເຊື້ອສາດມະນຸດ, ດຣ.ເຄນແຮມໄດ້ກ່າວ ໄວ້ວ່າບົດຂອງໜັງແມ່ນຂອງ“ພວກອະນຸລັກສິ່ງແວດລ້ອມ”-ທີ່ວ່າສັດມີຄວາມສໍາຄັນທີ່ຕ້ອງ ຊ່ວຍໃຫ້ລອດຫຼາຍກວ່າມະນຸດ”ດຣ.ໂຣເບີດແອວຊໍາເນີກ່າວວ່າ “ຖ້າພວກທ່ານຢາກຈະຮຽນ ຮູ້ເລື່ອງໂນອາ,ພວກທ່ານຈະໄປໃສລະ? ເປັນຫຍັງ ແນ່ນອນຄືພຣະຄໍາຂອງພຣະເຈົ້າບ່ອນ ທີ່ພຣະອົງແລະການຮັບໃຊ້ຂອງພຣະອົງຖືກອະທິບາຍເປັນລາຍລະອຽດ,ປົກຄຸມເກືອບເກົ້າ ບົດໃນພຣະຄໍາພີ, ມັນເປັນເລື່ອງທີ່ອັດສະຈັນແຫ່ງລິດອໍານາດຂອງພຣະເຈົ້າ,ແນ່ນອນໄດ້ ອະທິບາຍເຖິງພຣະເຈົ້າທີ່ຊົງກຽດຊັງຄວາມບາບແລະພ້ອມທີ່ຈະສົ່ງການພິພາກສາມາສູ່ຄົນບາບທີ່ປະຕິເສດພຣະຄຸນຂອງພຣະອົງ” (ດຣ.ໂຣເບີດ ແອວ. ຊໍາເນີ The Biblical Evangelist, May-July 2014, p. 8).

ມື້ກີ້ນີ້ທ້າວພຣຸດໂຮມອ່ານໜັງສືປະຖົມມະການບົດທີ່ຫົກ 14 ຂໍ້,ກ່ຽວຂ້ອງກັບໂນ ອາແລະນໍ້າຖ້ວມ, ຕອນນີ້ໃຫ້ເຮົາເປີດໄປໃນໜັງສືເຮັບເລີບົດທີ່ 11:7 ກະລຸນາຢືນຂື້ນໃນ ເວລາທີ່ຂ້າພະເຈົ້າອ່ານ

“ໂດຍຄວາມເຊື່ອ ເມື່ອພຣະເຈົ້າຊົງເຕືອນໂນອາເຖິງເຫດການທີ່ຍັງບໍ່ປາກົດ ທ່ານມີໃຈຢ້ານຢ້ຳຈັດແຈງຕໍ່ນາວາ ເພື່ອຊ່ວຍຄອບຄົວຂອງທ່ານໃຫ້ລອດ ແລະດ້ວຍເຫດນີ້ເອງ ທ່ານຈຶ່ງໄດ້ປັບໂທດແກ່ໂລກ ແລະໄດ້ເປັນທາຍາດແຫ່ງຄວາມຊອບທຳ ຊຶ່ງບັງເກີດມາຈາກຄວາມເຊື່ອ”(ເຮັບເລີ 11:7)

ເຊີນນັ່ງລົງໄດ້, ຂ້າພະເຈົ້າມີປະເດັ່ນທີ່ສໍາຄັນສາມປະເດັ່ນຈາກຂໍ້ພຣະຄໍາພີຂໍ້ນີ້

II. ໜື່ງ ຄວາມເຊື່ອຂອງໂນອາ.

ຂໍ້ພຣະຄໍາພີບອກວ່າ“ໂດຍຄວາມເຊື່ອ ເມື່ອພຣະເຈົ້າຊົງເຕືອນໂນອາເຖິງເຫດການທີ່ຍັງບໍ່ປາກົດ ທ່ານມີໃຈຢ້ານຢ້ຳຈັດແຈງຕໍ່ນາວາ...” (ເຮັບເລີ 11:7).

ພຣະເຈົ້າຊົງເຕືອນໂນອາເຖິງເລື່ອງນໍ້າຖ້ວມໄດ້ແນວໃດ? ໃນປະຖົມມະການ 6:13 ພວກເຮົາຖືກບອກວ່າ:

“ພຣະເຈົ້າຕັດກັບໂນອາວ່າຕໍ່ໜ້າເຮົາບັນດາເນື້ອໜັງກໍມາເຖິງວາລະສຸດ
ທ້າຍແລ້ວ...”

ຂ້າພະເຈົ້າຄິດວ່າໂນອາມີຄວາມຄິດວ່າການພິພາກສາຈະມາໃນຫຼາຍຫົນທາງ,ອັນທີ່ໜື່ງເອ ໂນກປູຜູ້ຍິ່ງໃຫຍ່ຂອງໂນອາໄດ້ເທດສະໜາກ່ຽວກັບການພິພາກສາທີ່ຈະມາເຖິງ, ເອໂນກ ໄດ້ເທດວ່າພຣະເຈົ້າຈະ“ພິພາກສາປັບໂທດຄົນທັງປວງ”(ຢູດາ 15),ເຮົາແນມກັບໄປແລະ ເຂົ້າໃຈວ່າຄໍາພະຍາກອນຂອງເອໂນກຈະສໍາເລັດລົງໃນການສະເດັດກັບມາຄັ້ງທີ່ສອງຂອງພຣະຄຣິສ, ແຕ່ໂນອາອາດຈະເຂົ້າໃຈວ່າມັນຈະເກີດຂື້ນໃນສະໄໝຂອງລາວ,ເພາະວ່າການ
ພິພາກສາເລື່ອງນໍ້າຖ້ວມຄືໜື່ງໃນຮູບແບບຂອງການພິພາກສາທີ່ຈະມາເຖິງ, ໂນອາຮູ້ຈັກ ຈາກການໄດ້ຍິນເອໂນກເທດສະໜາວ່າພຣະເຈົ້າກໍາລັງຈະພິພາກສາມະນຸດ, ອັນທີ່ສອງປູຜູ້
ຍິ່ງໃຫຍ່ຂອງໂນອາຊື່ເອໂນກໄດ້ຕັ້ງຊື່ໃຫ້ລູກຊາຍຂອງລາວວ່າເມທູເສລາ, ອາເທີດັບໂບຢູ. ພິ້ງໄດ້ກ່າວໄວ້ວ່າຊື່ເມທູເສລາໝາຍເຖິງ “ເມື່ອລາວຕາຍມັນຈະຖືກສົ່ງມາ” (Gleanings in Genesis).ນີ້ຄືການແປຊື່ຂອງເມທູເສລາທີ່ໃຫ້ໂດຍໂທມັສນິວເບີຣີ່(1811-1901)ໃນໜັງສື ຂອງລາວເລື່ອງ Interlinear Englishman’s Bible (1883, Hodder and Stoughton). ນິວເບີຣີ່
ຖືກຊົມເຊີຍຫຼາຍໂດຍນັກສຶກສາພຣະຄໍາພີເອັຟ.ເອັຟ.ບຣູສ, ນິວເບີຣີ່ໄດ້ຕາມການແປຂອງ
ຊາມູເອວໂບຄາທ(1599-1667) ແລະເຮັນຣີ່ອຽນສະເວີທ(1571-1622) ໃນໜັງສືເລື່ອງ Annotations on the Pentateuch ດຣ.ເຈ.ເວີນັນແມັກກີ້(1904-1988)ກ່າວວ່າ:ເມທູເສລາ ໝາຍເຖິງ “ເມື່ອລາວຕາຍ ມັນຈະຖືກສົ່ງມາ” ແມ່ນຫຍັງຈະຖືກສົ່ງ? ນໍ້າຖ້ວມ... ປີທີ່ເມທູເສລາຕາຍຄືປີທີ່ນໍ້າຖ້ວມມາເຖິງ “ເມື່ອລາວຕາຍແລ້ວ ມັນຈະຖືກສົ່ງມາ” ນັ້ນຄືຄວາມໝາຍຊື່ຂອງລາວ” (J. Vernon McGee, Th.D., Thru the Bible, Volume I, Thomas Nelson Publishers, 1981, p. 34).

ດັ່ງນັ້ນໂນອາຈື່ງໄດ້ຍິນຄໍາເທດສະໜາຂອງເອໂນກເລື່ອງການພິພາກສາທີ່ຈະມາ ເຖິງແລະລາວຮູ້ດີວ່າຊື່ຂອງເມທູເສລາໝາຍຄວາມວ່າການພິພາກສາຈະມາໃນໄວໆນີ້ຫຼັງ ຈາກການຕາຍຂອງຫົວໜ້າຄອບຄົວ, ນໍ້າຖ້ວມບໍ່ໄດ້ຖ້ວມໃນປີດຽວກັບທີ່ເມທູເສລາຕາຍ.

ຄວາມເຊື່ອຂອງໂນອາມາຈາກການເທດສະໜາຂອງພວກຜູ້ເຖົ້າພວກນີ້, ການເທດ ສະໜາຄືເປົ້າໝາຍຫຼັກທີ່ພຣະເຈົ້າຕັດກັບພວກເຮົາໃນປະຈຸບັນນີ້, ອັກຄະສາວົກເປົາໂລໄດ້ ກ່າວໄວ້ວ່າ:

“ຄວາມເຊື່ອເກີດຂື້ນເພາະການໄດ້ຍິນ”(ໂລມ 10:17)ແລະ

“ຖ້າບໍ່ມີຜູ້ໃດປະກາດໃຫ້ເຂົາຟັງເຂົາຈະໄດ້ຍິນໄດ້ແນວໃດ” (ໂລມ10:14)

ເຊັ່ນກັນໂນອາໄດ້ເຫັນຄວາມບາບທີ່ເປັນຕາຢ້ານຂອງໂລກໃນສະໄໝຂອງລາວ, ພຣະຄໍາພີກ່າວວ່າ:

“ແລະພຣະເຈົ້າຊົງເຫັນວ່າຄວາມຊົ່ວຂອງມະນຸດມີຫລາຍເທິງແຜ່ນດິນໂລກ ແລະເຈດຕະນາທຸກຢ່າງແຫ່ງຄວາມຄິດທັງຫລາຍໃນໃຈຂອງພວກເຂົາລ້ວນແຕ່ຊົ່ວຮ້າຍຢ່າງດຽວສະເໝີໄປ”(ປະຖົມມະການ 6:5)

“ພຣະເຈົ້າຕັດແກ່ໂນອາວ່າ "ຕໍ່ໜ້າເຮົາບັນດາເນື້ອໜັງກໍມາເຖິງວາລະສຸດທ້າຍແລ້ວ ເພາະວ່າແຜ່ນດິນໂລກເຕັມໄປດ້ວຍຄວາມອຳມະຫິດເພາະພວກ ເຂົາ ແລະເບິ່ງເຖີດ ເຮົາຈະທຳລາຍພວກເຂົາພ້ອມກັບແຜ່ນດິນໂລກ” (ປະຖົມມະການ 6:13)

ມີອີກຫົນທາງໜື່ງທີ່ພຣະເຈົ້າກໍ່ໃຫ້ເກີດເພາະຄວາມເຊື່ອຂອງໂນອາ,ໃນປະຖົມມະ ການ 6:3 ພວກເຮົາຖືກບອກເຖິງພຣະວິນຍານບໍລິສຸດ, ເວົ້າເຖິງພຣະວິນຍານຂອງພຣະ ເຈົ້າທີ່ຕໍ່ສູ້ກັບມະນຸດ, ບໍ່ວ່າມັນຈະໝາຍຄວາມວ່າແນວໃດກໍຕາມ,ມັນກໍຊີ້ໃຫ້ພວກເຮົາເຫັນ ວ່າພຣະວິນຍານບໍລິສຸດກໍໄດ້ເຮັດວຽກໃນສະໄໝນັ້ນ, ພຣະເຈົ້າຊົງໃຊ້ຄໍາເທດສະໜາຂອງ ເອໂນກແລະເມທູເສລາ,ພຣະອົງຊົງໃຊ້ໂນອາໃຫ້ສັງເກດບາບຂອງໂລກ,ແລະພຣະອົງຊົງ ສົ່ງພຣະວິນຍານບໍລິສຸດເພື່ອເວົ້າໃນໃຈຂອງໂນອາແລະໃຫ້ຄວາມສະຫວ່າງແກ່ລາວ.

ຍ້ອນກັບໄປໃນປີ 1965, ຂ້າພະເຈົ້າບັງເອີນໄດ້ຍິນເພງຂອງແບຣີ່ແມັກໄກຣ໌ໃນ ວິທະຍຸທີ່ຢູ່ໃນລົດ,ເວົ້າເຖິງຄວາມເປັນຕາຢ້ານຂອງສົງຄາມຫວຽດນາມແລະຄໍາຂູ່ຂອງສົງ ຄາມນິວເຄຼຍແລະສິ່ງທີ່ເປັນຕາຢ້ານອື່ນໆອີກທີ່ເກີດຂື້ນຫຼັງຈາກນັ້ນ.

ເພື່ອນຂ້ອຍເອີຍແລະເຈົ້າບອກຂ້ອຍແລ້ວບອກແລ້ວບອກອີກ
ເຈົ້າຄົງບໍ່ເຊື່ອວ່າພວກເຮົາຢູ່ໃນຄືນກ່ອນການທໍາລາຍລ້າງ

ຂ້າພະເຈົ້າຮູ້ວ່າມັນເປັນເພງຣັອກແລະພວກເຮົາບໍ່ຄວນຟັງເພງຣັອກແອນໂຣລ,ແຕ່ຂ້າພະ ເຈົ້າເປັນແບັບຕິດໃຕ້ແລະຂ້າພະເຈົ້າບໍ່ຮູ້ໃນຕອນນັ້ນ,ຂ້າພະເຈົ້າຂໍໃຫ້ທ້າວກຣິຟຟິດຮ້ອງມັນ
ເພາະເນື້ອເພງມັນແທງໃຈຂ້າພະເຈົ້າຄືກັບລູກທະນູ, ຂ້າພະເຈົ້າເຄີຍຟັງດຣ.ເອັມ.ອາ.ດີ ຮານເທດຄໍາພະຍາກອນພຣະຄໍາພີຢູ່ໃນວິທະຍຸ, ເວົ້າເລື່ອງການສະເດັດກັບມາຄັ້ງທີ່ສອງ ຂອງພຣະຄຣິສແລະຕອນຈົບຂອງໂລກ,ຫຼັງຈາກນັ້ນກໍໄດ້ຍິນເພງນີ້ມັນພັດພາຂ້າພະເຈົ້າໄປ
ມັນເປັນເພງທີ່ຮ້າຍແຮງ,ທໍລະຫົດອົດທົນແລະມັນພັດພາຂ້າພະເຈົ້າໄປ! ຂ້າພະເຈົ້າຈື່ໄດ້ດີ ວ່າຕົນເອງຢູ່ໃສຕອນທີ່ໄດ້ຍິນມັນ, ຂ້າພະເຈົ້າຈອດລົດຢູ່ຂອບທາງແລະຮ້ອງໄຫ້ຂື້ນ! ມັນຢູ່ນີ້ ກຣິຟຟິດ ຮ້ອງໃຫ້ແດ່

ໂລກຕາເວັນອອກໄດ້ລະເບີດຂື້ນ,ຮຸນແຮງລຸກໄໝ້,ລູກປືນຖືກຖິ້ມລົງ
ເຈົ້າເຖົ້າພໍທີ່ຈະຂ້າແຕ່ບໍ່ມີສິດອອກສຽງ
ເຈົ້າບໍ່ເຊື່ອເລື່ອງສົງຄາມແຕ່ແມ່ນຫຍັງຄືປືນທີ່ເຈົ້າແບກ
ແລະແມ່ນແຕ່ນໍ້າຈໍແດນກໍມີສົບທີ່ລອຍຟູ່
ແຕ່ເພື່ອນຂ້າເອີຍ,ເຈົ້າບອກຂ້ອຍແລ້ວບອກແລ້ວບອກອີກ
ເຈົ້າຄົງບໍ່ເຊື່ອວ່າພວກເຮົາຢູ່ໃນຄືນກ່ອນການທໍາລາຍລ້າງ

ເຈົ້າບໍ່ເຂົ້າໃຈໃນສິ່ງທີ່ຂ້ອຍພະຍາຍາມຈະເວົ້າບໍ?
ເຈົ້າເຫັນຄວາມຢ້ານທີ່ຂ້ອຍກໍາລັງຮູ້ສຶກໃນມື້ນີ້ຫຼືບໍ?
ຖ້າປຸ່ມຖືກຍູ້ອອກໄປກໍບໍ່ມີທາງທີ່ຈະແລ່ນໜີ
ບໍ່ມີໃຜຈັກຄົນລອດກັບໂລກໃນຫຼຸມສົບອັນໜື່ງ
ຈົ່ງແນມເບິ່ງອ້ອມຮອບເຈົ້າ,ມັນຖືກມັດເພື່ອໃຫ້ເຈົ້າຢ້ານ
ແຕ່ເພື່ອນຂ້າເອີຍ,ເຈົ້າບອກຂ້ອຍແລ້ວບອກແລ້ວບອກອີກ
ເຈົ້າຄົງບໍ່ເຊື່ອວ່າພວກເຮົາຢູ່ໃນຄືນກ່ອນການທໍາລາຍລ້າງ

ແມ່ນເລືອດຂ້ອຍໃຈຮ້າຍ,ຮູ້ສຶກຄືກັບແຂງເປັນກ້ອນ
ຂ້ອຍນັ່ງຢູ່ໃນນີ້ເພື່ອຄິດຕຶກຕອງ
ຂ້ອຍປີ້ນຄວາມຈິງບໍ່ໄດ້ຄວບຄຸມບໍ່ໄດ້ແລ້ວ
ກຸ່ມຂອງສະມາຊິກສະພາຢ່າໄດ້ອອກກົດໝາຍ
ການເດີນຂະບວນຢ່າງດຽວບໍ່ຜ່ານການຮວບຕົວກັນໄດ້
ເມື່ອຄວາມເຄົາລົບຂອງມະນຸດໄດ້ແຕກສະລາຍ
ໂລກທີ່ເປັນບ້ານີ້ເປັນຕາທໍ້ຖອຍຫຼາຍແທ້
ແຕ່ເພື່ອນຂ້າເອີຍ,ເຈົ້າບອກຂ້ອຍແລ້ວບອກແລ້ວບອກອີກ
ເຈົ້າຄົງບໍ່ເຊື່ອວ່າພວກເຮົາຢູ່ໃນຄືນກ່ອນການທໍາລາຍລ້າງ
< br /> ຈົ່ງຄິດເຖິງຄວາມກຽດຊັງທີ່ມີຢູ່ໃນຈີນແດງ
ຈາກນັ້ນກໍແນມອ້ອມໄປທີ່ເຊລມາອາລາບາມາ
ເຈົ້າຈະໜີໄປຈາກນີ້ໄປອະວະກາດເປັນເວລາສີ່ມື້
ແຕ່ເມື່ອເຈົ້າກັບມາມັນກໍຈະເປັນສະຖານທີ່ເກົ່າໆ
ການພ່າຍແພ້ຢ່າງໜັກຂອງກອງ,ຄວາມຫຍິ້ງແລະເສຍໜ້າ
ເຈົ້າໄດ້ແຕ່ຝັງຄົນຕາຍຂອງເຈົ້າແຕ່ບໍ່ປະຮ່ອງຮອຍ
ກຽດຊັງເພື່ອນບ້ານຂອງເຈົ້າແຕ່ຢ່າລືມເວົ້າຄວາມກະລຸນາ
ແຕ່ເພື່ອນຂ້າເອີຍ,ເຈົ້າບອກຂ້ອຍແລ້ວບອກແລ້ວບອກອີກ
ເຈົ້າຄົງບໍ່ເຊື່ອວ່າພວກເຮົາຢູ່ໃນຄືນກ່ອນການທໍາລາຍລ້າງ
ບໍ,ບໍເຈົ້າບໍ່ເຊື່ອວ່າພວກເຮົາຢູ່ໃນຄືນກ່ອນການທໍາລາຍລ້າງ
   (“Eve of Destruction” by P. F. Sloan, 1965; sung by Barry McGuire).

“ແຕ່ເພື່ອນຂ້າເອີຍ,ເຈົ້າບອກຂ້ອຍແລ້ວບອກແລ້ວບອກອີກ,ເຈົ້າຄົງບໍ່ເຊື່ອພວກເຮົາຢູ່ໃນ ຄືນກ່ອນການທໍາລາຍລ້າງ,ບໍ,ບໍເຈົ້າບໍ່ເຊື່ອວ່າພວກເຮົາຢູ່ໃນຄືນກ່ອນການທໍາລາຍລ້າງ”

ຂ້າພະເຈົ້າຄິດວ່ານັ້ນແລະເປັນສິ່ງທີ່ໂນອາຮູ້ສຶກ,ລາວຮູ້ວ່າການພິພາກສາແລະການທໍາລາຍລ້າງກໍາລັງມາ-ຄືກັບທີ່ຂ້າພະເຈົ້າຮູ້ຈັກຍ້ອນກັບໄປໃນປີ 1965, “ແຕ່” ພວກທ່ານ ເວົ້າວ່າ “ອັນນັ້ນມັນສີ່ສິບເກົ້າປີແລ້ວ” ແມ່ນແລະພວກເຮົາຢູ່ໃນຄືນກ່ອນການທໍາລາຍ ລ້າງເປັນເວລາ 49 ປີແລ້ວ! ໂລກໃນສະໄໝຂອງໂນອາແມ່ນຢູ່ໃນຄືນກ່ອນການທໍາລາຍ ລ້າງເປັນເວລາ 120 ປີ(ປະຖົມມະການ 6:3), ຂ້າພະເຈົ້າໃນຖານະທີ່ຖືກເຊື່ອໝັ້ນໃນ ເຊົ້ານີ້ແລະກວ່າທີ່ເຄີຍເກີດໃນປີ 1965! ຂ້າພະເຈົ້າອາຍຸ 24 ປີ,ຂ້າພະເຈົ້າລາກລົດຈອດ ຢູ່ແຄມທາງແລະຮ້ອງໄຫ້ຂື້ນ! ພວກເຮົາຢູ່ໃນຄືນກ່ອນການທໍາລາຍລ້າງ,ໂນອາຮູ້ດີ, ແລະ ຂ້າພະເຈົ້າກໍຮູ້, ແລະຕອນນີ້ຂ້າພະເຈົ້າຮູ້ດີກວ່າເມື່ອກ່ອນ! ນໍ້າວົນແຫ່ງການທໍາລາຍລ້າງ ໄດ້ດູດເອົາຄົນໜຸ່ມຂອງພວກເຮົາເປັນພັນໆຄົນສູ່ຄວາມເປັນຕາຢ້ານຂອງປະເທດຫວຽດ ນາມ, ປະທານນາທິບໍດີນິກຊັນຖືກດູດເຂົ້າໃຕ້ກະແສນໍ້າວົນຄືກັບພວກຄົນໜຸ່ມເປັນຫຼາຍສິບ ພັນຄົນຖືກດູດເຂົ້າໃຕ້ຢາເສບຕິດ,ສື່ລາມົກແລະການເອົາລູກອອກຕາມຄວາມຕ້ອງການ, ໂລກຂອງພວກເຮົາຍ່າງໂຊເຊໄປໃນຂອບແຫ່ງການທໍາລາຍລ້າງ, ຂ້າພະເຈົ້າຮູ້ຈັກມັນໃນປີ 1965 ແລະຂ້າພະເຈົ້າຮູ້ຈັກດີມັນຕອນນີ້!

“ໂດຍຄວາມເຊື່ອ ເມື່ອພຣະເຈົ້າຊົງເຕືອນໂນອາເຖິງເຫດການທີ່ຍັງບໍ່ປາກົດ ທ່ານມີໃຈຢ້ານຢ້ຳຈັດແຈງຕໍ່ນາວາ ເພື່ອຊ່ວຍຄອບຄົວຂອງທ່ານໃຫ້ລອດ ແລະດ້ວຍເຫດນີ້ເອງ ທ່ານຈຶ່ງໄດ້ປັບໂທດແກ່ໂລກ ແລະໄດ້ເປັນທາຍາດແຫ່ງຄວາມຊອບທຳ ຊຶ່ງບັງເກີດມາຈາກຄວາມເຊື່ອ”(ເຮັບເລີ 11:7)

II. ສອງ ຄໍາເທດສະໜາຂອງໂນອາ.

“ໂດຍຄວາມເຊື່ອ ເມື່ອພຣະເຈົ້າຊົງເຕືອນໂນອາເຖິງເຫດການທີ່ຍັງບໍ່ປາກົດ ທ່ານມີໃຈຢ້ານຢ້ຳຈັດແຈງຕໍ່ນາວາ ເພື່ອຊ່ວຍຄອບຄົວຂອງທ່ານໃຫ້ລອດ ແລະດ້ວຍເຫດນີ້ເອງ ທ່ານຈຶ່ງໄດ້ປັບໂທດແກ່ໂລກ...”(ເຮັບເລີ 11:7)

“ທ່ານຈຶ່ງໄດ້ປັບໂທດແກ່ໂລກ” ຂ້າພະເຈົ້າໄດ້ຍິນຜູ້ຄົນເວົ້າວ່າ “ຢ່າໃຈແຂງຫຼາຍ! ຢ່າຕັດ ສິນພວກເຮົາ! ຢ່າກ່າວໂທດໃສ່ພວກເຮົາ!” ຂ້າພະເຈົ້າແນ່ໃຈວ່າໂນອາໄດ້ຍິນແບບນີ້ເຊັ່ນ ກັນ! ແຕ່ລາວບໍ່ໄດ້ຟັງພວກເຂົາ! “ທ່ານຈຶ່ງໄດ້ປັບໂທດແກ່ໂລກ”! ທ່ານຈຶ່ງໄດ້ປັບໂທດແກ່ໂລກ!”“ທ່ານຈຶ່ງໄດ້ປັບໂທດແກ່ໂລກ”! ພວກເຮົາຕ້ອງການຄໍາເທດສະໜາແບບນັ້ນໃນປະຈຸ ບັນນີ້-ຄໍາເທດສະໜາທີ່ກ່າວໂທດບາບ! ບິລລີ່ເກຣແຮມເປັນນັກເທດທີ່ຍິ່ງໃຫຍ່ຍ້ອນກັບໄປ ໃນຊຸມປີ 1950 ແລະ 60, ຜູ້ນໍານັກປະກາດຂ່າວປະເສີດຄົນໜື່ງບອກຂ້າພະເຈົ້າວ່າຄໍາ ເທດສະໜາຂອງລາວເປັນສິ່ງ“ທີ່ເຮັດໃຫ້ຕື່ນເຕັ້ນຫຼາຍ”ໃນສະໄໝນັ້ນ, ຂ້າພະເຈົ້າຄິດວ່າ ພວກເຮົາຕ້ອງການຄໍາເທດສະໜາທີ່ເຮັດໃຫ້ຕື່ນເຕັ້ນຫຼາຍໃນປະຈຸບັນນີ້, ພວກເຮົາມີ“ຄູ” ສອນພຣະຄໍາພີຫຼາຍໂພດ,ແລະມີ“ນັກອະທິບາຍ”ຫຼາຍໂພດ, ໂນອາເປັນນັກເທດທີ່ເຮັດໃຫ້
ຕື່ນເຕັ້ນຫຼາຍ! ພຣະຄໍາພີເອີ້ນໂນອາວ່າ“ນັກເທດແຫ່ງຄວາມຊອບທໍາ” (2 ເປໂຕ 2:5), ຟັງຄໍາເທດສະໜາຂອງບິລລີ່ເກຣແຮມໃນລັດນິວຢອກຢູ່ທີ່ເມດິສັນສະແຄວກາເດັນໃນຕົ້ນປີ
1960, ລາວເທດສະໜາເລື່ອງສະໄໝຂອງໂນອາ,ເລື່ອງວ່າຜູ້ຄົນມີຊີວິດຢູ່ກ່ອນນໍ້າຖ້ວມ ໃຫຍ່ແນວໃດແດ່.

ມັນຄືຊ່ວງແຫ່ງການກິນແລະດື່ມຫຼາຍໂພດ, ພຣະເຢຊູກ່າວວ່າພວກເຂົາ ກໍາລັງກິນແລະດື່ມກັນ,ພວກເຂົາສົນໃຈໃນວັດຖຸສິ່ງຂອງ,ພວກເຂົາມີຄວາມຫິວກະຫາຍເລື່ອງຂອງພຣະເຈົ້າແລະຝ່າຍວິນຍານໜ້ອຍຫຼາຍ,ຄວາມຫິວ ກະຫາຍຂອງພວກເຂົາກໍຄືເພື່ອຕື່ມເຕັມທ້ອງຂອງເຂົາ,ຄວາມພໍໃຈຕໍ່ຄວາມ ຢາກເລື່ອງເພດສໍາພັນຂອງເຂົາ...ພວກເຮົາຢູ່ໃນອາເມລິກາແລະຢູໂຣບ...ກາຍເປັນຄົນກິນຫຼາຍຄືຍັກ, ໝາຂອງພວກເຮົາຖືກລ້ຽງດີກວ່າຄົນເປັນ ລ້ານໆຄົນຢູ່ທົ່ວມຸມໂລກ...ມັນຄືສິ່ງທີ່ເກີດຂື້ນໃນສະໄໝຂອງໂນອາ...
      ເຊັ່ນກັນມີການເນັ້ນເລື່ອງເພດສໍາພັນແບບຜິດປົກກະຕິ,ພຣະເຢຊູຕັດວ່າພວກເຂົາແຕ່ງງານແລະຍົກໃຫ້ເປັນຜົວເມຍກັນ, ພວກເຂົາກາຍເປັນ ຄົນຊົ່ວຊ້າ,ຄວາມເສື່ອມຊາມແລະເສື່ອມຊາມຂຶ້ນເລື່ອງຮ່ວມເພດ...ພຣະເຢ ຊູຕັດວ່າມັນເກີດຄັ້ງໜື່ງໃນປະຫວັດສາດກ່ອນນໍ້າຖ້ວມຈະມາ, ມັນກໍາລັງ ເກີດຂື້ນອີກເທື່ອໜື່ງໃນປະຫວັດສາດແລະການພິພາກສາຈະມາ.
      ໂນອາເຊື່ອໃນພຣະເຈົ້າໃນຖ້າມກາງຍຸກທີ່ຄົດໂກງແລະເສື່ອມຊາມ, ແລະລາວມີຄວາມກ້າທີ່ຈະຢືນຢັດພຽງຜູ້ດຽວ...ໂນອາຢືນຢັດຢູ່ຜູ້ດຽວແລະພຣະເຈົ້າໄດ້ລົງມາຫາລາວໃນມື້ໜື່ງແລ້ວຕັດວ່າ“ໂນອາ ເຮົາກໍາລັງຈະທໍາ ລາຍມະນຸດດ້ວຍນໍ້າຖ້ວມ”...ແລະພຣະຄໍາພີກ່າວວ່າໂນອາເຊື່ອໃນພຣະ ເຈົ້າ...ພຣະຄໍາພີກ່າວວ່າໂດຍຄວາມເຊື່ອ ເມື່ອພຣະເຈົ້າຊົງເຕືອນໂນອາເຖິງເຫດການທີ່ຍັງບໍ່ປາກົດ ທ່ານມີໃຈຢ້ານຢ້ຳ(ສັງເກດແມ່ນຫຍັງເຮັດໃຫ້ ລາວມີຄວາມຢ້ານຢໍ້າ)ຈັດແຈງນາວາ,ຖ້າຫາກຊົ່ວອາຍຸໜື່ງມີສິດທິຖືກຂັບເຄື່ອນດ້ວຍຄວາມຢ້ານຢໍ້າແລະເຮັດດີກັບພຣະເຈົ້າ,ກໍຄືຊົ່ວອາຍຸຂອງພວກເຮົາ,ຫົວຂໍ້ຂ່າວຂອງ[ໜັງສືພິມ]ແມ່ນສຽງຮ້ອງຕໍ່ພວກເຮົາ,ພວກມັນເທດສະ
ໜາຕໍ່ພວກເຮົາທຸກໆມື້...ໂນອາກໍໄດ້ເທດສະໜາເຕືອນຜູ້ຄົນວ່າ“ຈົ່ງກັບໃຈ,ເພາະການພິພາກສາກໍາລັງມາແລ້ວ,ຈົ່ງເຊື່ອເຖີດ” ແຕ່ພວກເຂົາຫົວຂວັນໃສ່,ເຍາະເຍີ້ຍແລະບໍ່ເຊື່ອມັນ(Billy Graham, The Challenge: Sermons from Madison Square Garden, Doubleday and Company, Inc., 1969, pp. 162-168).

ໂນອາ“ໄດ້ປັບໂທດແກ່ໂລກ”ໂດຍຄໍາເທດສະໜາຕໍ່ຕ້ານຄວາມບາບ,ຂ້າພະເຈົ້າຫວັງວ່າພວກເຮົາມີນັກເທດແບບນັ້ນຫຼາຍຂື້ນໃນປະຈຸບັນນີ້! ມີມື້ໜື່ງດຣ.ເຄແກນ ບອກຂ້າພະເຈົ້າວ່າ,ຖ້າເຮົາບໍ່ຮູ້ວ່າບິລລີ່ເກຣແຮມເປັນຄົນແບບໃດລາວຈະບໍ່ໄດ້ຮັບອະນຸຍາດໃຫ້ເທດສະໜາແບບນັ້ນໃນຄຣິສຕະຈັກຂ່າວປະເສີດທັງຫຼາຍຂອງພວກເຮົາທີ່ຢູ່ໃນປະເທດອາເມລິກາໃນປະຈຸບັນນີ້,ພວກເຮົາກິ້ງເຂົ້າໄປໃນປ່າກັນດານ,ຄຣິສຕະຈັກຫຼາຍແຫ່ງຂອງພວກເຮົາເຕັມໄປດ້ວຍສະມາຊິກທີ່ບໍ່ລອດ, ດຣ.ເຄແກນເວົ້າວ່າພວກເຂົາຈະບໍ່ຍອມໃຫ້ຊາຍ
ໜຸ່ມບິລລີ່ເກຣແຮມເທດໃນປະຈຸບັນນີ້,ຂ້າພະເຈົ້າບໍ່ຄິດແມ່ນກະທັ່ງວ່າລາວສາມາດເທດແບບນັ້ນໄດ້ອີກຢູ່ໃນຄຣິສຕະຈັກທີ່ເນັ້ນຮາກຖານເດີມຫຼາຍແຫ່ງ, ນັ້ນແລະຄືສິ່ງທີ່ເກີດຂື້ນໃນສະໄໝຂອງໂນອາ, ລາວເປັນ“ນັກເທດແຫ່ງຄວາມຊອບທໍາ”(2 ເປໂຕ 2:5)-ແຕ່ບໍ່ມີຜູ້ໃດກັບໃຈ,ບໍ່ມີຜູ້ໃດຫັນຫຼັງໃຫ້ຄວາມບາບແລະເຂົ້າໄປໃນເຮືອແຫ່ງຄວາມລອດ, ມີພຽງລູກຊາຍຂອງລາວກັບເມຍຂອງເຂົາເຈົ້າເທົ່ານັ້ນແລະເມຍຂອງລາວເອງທີ່ຟັງຄໍາເທດສະໜາ ຂອງລາວແລະຮັບຄວາມລອດ,ລາວຈັດແຈງຕໍ່ນາວາ “ເພື່ອຊ່ວຍຄອບຄົວຂອງທ່ານໃຫ້ລອດ ແລະດ້ວຍເຫດນີ້ເອງ ທ່ານຈຶ່ງໄດ້ປັບໂທດແກ່ໂລກ”(ເຮັບເລີ 11:7) ພວກທ່ານຈະຟັງຄໍາເທດສະໜາຂອງຂ້າພະເຈົ້າບໍ? ພວກທ່ານຈະຈະຫັນຫຼັງໃຫ້ຄວາມຊົ່ວແລະຄວາມບາບຂອງເມືອງນີ້ບໍ? ທ່ານຈະກັບໃຈມາຫາພຣະຄຣິສແລະເຂົ້າຮ່ວມຄຣິສຕະຈັກທຸກວັນອາ ທິດບໍ? ຫຼືວ່າທ່ານຈະຈິບຫາຍໄປກັບນໍ້າຖ້ວມແຫ່ງການພິພາກສາຂອງພຣະເຈົ້າທີ່ກໍາລັງມາ? ມີສິ່ງໜື່ງທີ່ເປັນເລື່ອງດີໃນໜັງເລື່ອງນີ້, ຢ່າໄປເບິ່ງມັນເພາະສ່ວນຫຼາຍແລ້ວບໍ່ມີປະ ໂຫຍດ, ມີມີສິ່ງໜື່ງທີ່ດີ, ໜັງໄດ້ຊີ້ແຈ້ງວ່າເລື່ອງຂອງໂນອາບໍ່ແມ່ນເລື່ອງລາວຂອງເດັກ ນ້ອຍ, ບໍ່ແມ່ນ ມັນເວົ້າເຖິງການພິພາກສາຂອງພຣະເຈົ້າຕໍ່ໂລກທີ່ບາບໜາ.

III. ສາມ ຊົ່ວອາຍຸຂອງໂນອາ,“ໂລກ”ຂອງລາວ

“ໂດຍຄວາມເຊື່ອ ເມື່ອພຣະເຈົ້າຊົງເຕືອນໂນອາເຖິງເຫດການທີ່ຍັງບໍ່ປາກົດ ທ່ານມີໃຈຢ້ານຢ້ຳຈັດແຈງຕໍ່ນາວາ ເພື່ອຊ່ວຍຄອບຄົວຂອງທ່ານໃຫ້ລອດ ແລະດ້ວຍເຫດນີ້ເອງ ທ່ານຈຶ່ງໄດ້ປັບໂທດແກ່ໂລກ...”(ເຮັບເລີ 11:7)

ຄໍາວ່າ“ໂລກ”ອີງໃສ່ຄົນທີ່ມີຊີວິດກ່ອນນໍ້າຖ້ວມໂລກ,ຄໍາວ່າ“ໂລກ”ໃນສະໄໝຂອງໂນອາໂດຍອີງໃສ່ຄໍາອະທິບາຍຂອງພຣະຄຣິສ,ມັນເປັນພາບຂອງການທີ່ຜູ້ຄົນຈະເປັນແນວໃດແດ່ກ່ອນທີ່ໂລກຈະຈົບສິ້ນ,ກ່ອນການພິພາກສາຄັ້ງສຸດທ້າຍ ພຣະຄຣິສຕັດວ່າ:

“ດ້ວຍສະໄໝຂອງໂນອາເປັນຢ່າງໃດ ເມື່ອບຸດມະນຸດສະເດັດມາກໍຈະເປັນຢ່າງນັ້ນດ້ວຍ ເພາະວ່າເມື່ອກ່ອນວັນນ້ຳຖ້ວມນັ້ນ ຄົນທັງຫລາຍໄດ້ກິນແລະດື່ມກັນ ເຮັດການສົມລົດແລະຍົກໃຫ້ເປັນຜົວເມຍກັນ ຈົນເຖິງວັນທີ່ໂນອາເຂົ້າໃນນາວາ ແລະນ້ຳຖ້ວມໄດ້ມາກວາດເອົາພວກເຂົາໄປສິ້ນ ໂດຍບໍ່ທັນຮູ້ຕົວສັນໃດ ເມື່ອບຸດມະນຸດສະເດັດມາກໍຈະເປັນສັນນັ້ນດ້ວຍ” (ມັດທາຍ 24:37-39)

ແມ່ນແລ້ວຂ້າພະເຈົ້າຮູ້ດີວ່າຜູ້ຄົນໃນສະໄໝຂອງໂນມີຄວາມຮຸນແຮງ,ແມ່ນຂ້າພະ ເຈົ້າຮູ້ດີວ່າພວກເຂົາປະຕິເສດວຽກຂອງພຣະວິນຍານບໍລິສຸດໃຈຂອງເຂົາເຕັມໄປດ້ວຍຈິນ ຕະນາການເລື່ອງຄວາມບາບ,ແຕ່ຄວາມບາບທີ່ຊົ່ວຮ້າຍສຸດໆຂອງຜູ້ຄົນຄືສົນໃຈວັດຖຸສິ່ງຂອງ, ນັ້ນແລະຄືສິ່ງທີ່ພຣະຄຣິສເລັ່ງໃສ່,ວັດຖຸສິ່ງຂອງຂອງເຂົາ, ພວກເຂົາທຸກຄົນຄິດແຕ່ເລື່ອງການກິນການດື່ມ,ການແຕ່ງງານກັນແລະຍົກໃຫ້ເປັນຜົວເມຍກັນ,ຄວາມຄິດຂອງເຂົາ ເຈົ້າມີຈຸດສູນກາງຢູ່ແຕ່ໃນສິ່ງຂອງຂອງໂລກແລະຊີວິດນີ້ເທົ່ານັ້ນ, ພວກເຂົາບໍ່ມີຄວາມຄິດຈິງຈັງເລື່ອງຊີວິດນິລັນດອນ, ບໍ່ເຂົາບໍ່ໄດ້ຄິດຈິງຈັງເລື່ອງພຣະເຈົ້າ,ພວກເຂົາບໍ່ໄດ້ສົນໃຈວ່າຈິດວິນຍານຂອງຕົນຈະໄປໃສແດ່ຫຼັງຈາກຕາຍ,ພວກເຂົາເປັນຄືກັບຄົນໜຸ່ມທຸກມື້ນີ້ທີ່ຄິດພຽງແຕ່ເລື່ອງວິດີໂອເກມແລະງານລ້ຽງ,ຜູ້ທີ່ຄິດແຕ່ເລື່ອງວຽກຂອງໂຮງຮຽນແລະຄວາມມ່ວນຊື່ນ,ພວກເຂົາບໍ່ເຫັນເຫດຜົນທີ່ຕ້ອງຄິດຈິງຈັງເລື່ອງບາບຂອງຕົນ, ພວກເຂົາບໍ່ເຫັນເຫດຜົນທີ່ຕ້ອງຄິດຈິງຈັງເລື່ອງວ່າແມ່ນຫຍັງຈະເກີດຂື້ນກັບຈິດວິນຍານຂອງເຂົາເມື່ອເຂົາຕາຍໄປແລ້ວ.

ພຣະຄໍາພີສອນວ່າມີສະຫວັນແລະນາຮົກຢູ່ແທ້,ທ່ານຈະໄປບ່ອນໃດຫຼັງຈາກທີ່ທ່ານ
ຕາຍໄປແລ້ວ? ທຸກໆຄົນຈະຕ້ອງໄປນາຮົກຫຼືໄປສະຫວັນ, ພວກທ່ານຈະໄປໃສ? ມີພຽງທາງດຽວທີ່ຈະໄປສະຫວັນ-ແລະມັນຄືໂດຍທາງຄວາມເຊື່ອໃນພຣະເຢຊູຄຣິສ,ເປັນຫຍັງມັນຈື່ງເປັນຄວາມຈິງ? ເພາະວ່າພຣະເຢຊູໄດ້ຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າບາບຂອງທ່ານ,ມີພຽງພຣະໂລຫິດຂອງພຣະເຢຊູເທົ່ານັ້ນສາມາດຊໍາລະລ້າງທ່ານຈາກຄວາມບາບໃນສາຍພຣະເນດຂອງພຣະເຈົ້າໄດ້,ມີພຽງພຣະເຢຊູເທົ່ານັ້ນສາມາດຊ່ວຍທ່ານໃຫ້ລອດໄດ້.

ພຣະເຈົ້າເປັນພຣະເຈົ້າແຫ່ງການພິພາກສາ,ພຣະອົງຊົງກຽດຊັງຄວາມບາບ,ພຣະອົງບໍ່ສາມາດແນມເບິ່ງບາບໄດ້, ຖ້າຄວາມບາບຂອງທ່ານບໍ່ຖືກຈ່າຍໂດຍຄວາມຕາຍຂອງພຣະຄຣິສເທິງໄມ້ກາງແຂນແລະຊໍາລະລ້າງໂດຍພຣະໂລຫິດຂອງພຣະຄຣິສ,ທ່ານກໍບໍ່ສາມາດໄປສະຫວັນໄດ້,ພຣະຄຣິສຕັດວ່າ “ບໍ່ມີຜູ້ໃດໄປເຖິງພຣະບິດາໄດ້ ນອກຈາກທາງເຮົາ (ໂຢຮັນ 14:6)

ຂ້າພະເຈົ້!ຂໍໃຫ້ທ່ານກັບໃຈໃຫມ່,ກັບໃຈຈາກຊີວິດບາບຂອງທ່ານແລ້ວມາຫາພຣະເຢຊູຄຣິສໂດຍຄວາມເຊື່ອ, ຈົ່ງວາງໃຈແລະໄດ້ຮັບການຊໍາລະລ້າງໂດຍພຣະໂລຫິດຂອງ ພຣະອົງ,ແລະໄປຮ່ວມຄຣິສຕະຈັກແລະຢູ່ໃນຄຣິສຕະຈັກທຸກໆວັນອາທິດ! ເພງເກົ່າທີ່ທ້າວກຣິຟຟິດຮ້ອງກ່ອນທີ່ຂ້າພະເຈົ້າເທດ,ຂ້າພະເທດແບບນີ້ເຊັ່ນກັນດຽວກັນ:

ຈົ່ງມາຄົນບາບ,ທີ່ຫຼົງຫາຍແລະສິ້ນຫວັງ
ພຣະໂລຫິດພຣະເຢຊູສາມາດເຮັດໃຫ້ເຮົາພົ້ນໄດ້
ເພາະພຣະອົງຊົງຊ່ວຍໃຫ້ຄົນຊົ່ວຖ້າມກາງເຮົາໃຫ້ລອດ
ເມື່ອພຣະອົງຊ່ວຍຄົນຊົ່ວຄືກັບຂ້ອຍ
ແລະຂ້ອຍຮູ້, ແມ່ນຂ້ອຍຮູ້
ພຣະໂລຫິດຂອງພຣະເຢຊູສາມາດເຮັດໃຫ້ຄົນຊົ່ວສະອາດໄດ້
ແລະຂ້ອຍຮູ້,ແມ່ນຂ້ອຍຮູ້
      (“Yes, I Know!” by Anna W. Waterman, 1920).

ພວກທ່ານສົນໃຈໃນການເປັນຄຣິສຕຽນແທ້ບໍ? ພວກທ່ານຢາກໃຫ້ພຣະເຢຊູລ້າງບາບຂອງທ່ານອອກໄປໂດຍພຣະໂລຫິດອັນປະເສີດຂອງພຣະອົງບໍ? ພວກທ່ານຢາກຈະລົມກັບພວກເຮົາກ່ຽວກັບການເປັນຄຣິສຕຽນແທ້ແລະຖືກຊໍາລະລ້າງຈາກຄວາມບາບໂດຍພຣະເຢຊູບໍ? ຖ້າພວກທ່ານຢາກຈະສົນທະນາກັບພວກເຮົາ,ກະລຸນາອອກຈາກບ່ອນນັ່ງຂອງທ່ານດຽວນີ້ເລີຍແລ້ວຍ່າງໄປຂ້າງຫຼັງຫ້ອງປະຊຸມນີ້, ດຣ.ເຄແກນຈະພາທ່ານໄປອີກຫ້ອງໜື່ງບ່ອນທີ່ພວກເຮົາສາມາດອະທິຖານແລະສົນທະນາກັນໄດ້, ໄປຂ້າງຫຼັງຫ້ອງປະຊຸມນີ້ດຽວນີ້ເລີຍ, ຖ້າທ່ານມາທີ່ນີ້ຄັ້ງທໍາອິດ,ຂ້າພະເຈົ້າຈະຂໍລົມໂດຍສ່ວນຕົວກັບທ່ານເອງແລະຕອບຄໍາຖາມຂອງທ່ານ, ກັບໄປທາງຫຼັງດຽວນີ້ເລີຍ, ຂໍເຊີນດຣ.ແຊນມາອະທິຖານເພື່ອຄົນທີ່ຈະເຊື່ອວາງໃຈໃນພຣະເຢຊູໃນເຊົ້ານີ້ແດ່ ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ້າວ ອາເບວ ພຣຸດໂຮມ: ປະຖົມມະການ 6:1-14
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ:
“Yes, I Know!” (by Anna W. Waterman, 1920).


ໂຄງຮ່າງບົດເທດສະໜາ

ໂນອາມີຈິງແລະການພິພາກສາກໍມີຈິງ

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ໂດຍຄວາມເຊື່ອ ເມື່ອພຣະເຈົ້າຊົງເຕືອນໂນອາເຖິງເຫດການທີ່ຍັງບໍ່ປາກົດ ທ່ານມີໃຈຢ້ານຢ້ຳຈັດແຈງຕໍ່ນາວາ ເພື່ອຊ່ວຍຄອບຄົວຂອງທ່ານໃຫ້ລອດ ແລະດ້ວຍເຫດນີ້ເອງ ທ່ານຈຶ່ງໄດ້ປັບໂທດແກ່ໂລກ ແລະໄດ້ເປັນທາຍາດແຫ່ງຄວາມຊອບທຳ ຊຶ່ງບັງເກີດມາຈາກຄວາມເຊື່ອ”(ເຮັບເລີ 11:7)

(2 ເປໂຕ 3:3; 2 ເທສະໂລນິກາ 2:11)

I.   ໜື່ງ ຄວາມເຊື່ອຂອງໂນອາ. ເຮັບເລີ 11:7ກ; ປະຖົມມະການ 6:13; ຢູດາ 15;
ໂລມ 10:17, 14; ປະຖົມມະການ 6:5, 13, 3.

II.  ສອງ ຄໍາເທດສະໜາຂອງໂນອາ. ເຮັບເລີ 11:7ຂ; 2 ເປໂຕ 2:5.

III. ສາມ ຊົ່ວອາຍຸຂອງໂນອາ,“ໂລກ”ຂອງລາວ, ເຮັບເລີ 11:7ຄ; ມັດທາຍ 24:37- 39; ໂຢຮັນ 14:6.