Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການເຫັນແວບໜື່ງຂອງເມືອງສະຫວັນ

A GLIMPSE OF HEAVEN
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນຂອງພຣະເຈົ້າ 23/2/2014
A sermon preached at the Baptist Tabernacle of Los Angeles
Lord’s Day Evening, February 23, 2014

“ແລະເຂົາທັງຫລາຍກໍຮ້ອງເພງໃໝ່ ວ່າດັ່ງນີ້ "ພຣະອົງຊົງເປັນຜູ້ທີ່ສົມຄວນຈະຊົງຮັບມ້ວນຫນັງສື ແລະແກະກາມ້ວນຫນັງສືນັ້ນອອກ ເພາະວ່າພຣະອົງຊົງຖືກປົງພຣະຊົນແລ້ວ ແລະດ້ວຍພຣະໂລຫິດຂອງພຣະອົງນັ້ນ ພຣະອົງໄດ້ຊົງໄຖ່ເຮົາທັງຫລາຍຊຶ່ງມາຈາກທຸກຕະກູນ ທຸກພາສາທຸກຊາດແລະທຸກປະເທດ ໃຫ້ໄປເຖິງພຣະເຈົ້າ” (ພະນິມິດ 5:9)


ຈິດໃຈຂອງຂ້າພະເຈົ້າມັກທີ່ຈະໄປລັດອາຣິໂຊນາຕອນທີ່ຍັງເປັນເດັກນ້ອຍຢູ່! ແມ່ ເພີ່ນມີລົດຟອດລຸ້ນເກົ່າຢູ່ຄັນໜື່ງ,ລາວເກັບສິ່ງຂອງທຸກຢ່າງຂື້ນລົດແລ້ວພວກເຮົາກໍພາກັນ ໄປ,ມີແມ່,ຂ້າພະເຈົ້າແລະໝູ່ຊື່ຊັກ, ພວກເຮົາພາກັນຈອດຢູ່ຮ້ານ Redlandsແລ້ວພາກັນຊື້ ແປັບຊີ, ມັນຊ່ວງເວລາທີ່ຍິ່ງໃຫຍ່ທີ່ສຸດຍ້ອນກັບໄປໃນຕົ້ນປີ 1940, ພວກເຂົາປ່ຽນລົດ ຊາດຂອງມັນໃນປີຊຸມປີ 50, ແຕ່ຫຼັງຈາກນັ້ນແປັບຊີອອກໄປຈາກໂລກນີ້ແລະພວກເຮົາ ກໍອອກໄປຈາກລອສແອງເຈີລິສ! ພວກເຮົາມັກຈະອອກເດີນທາງຊ່ວງແລງໆ - ແລະຕອນ ທີ່ພວກເຮົາອອກຈາກຮ້າຍເຣດແລນຕາເວັນກໍກໍາລັງຕົກແລະພວກເຮົາກໍເລີ່ມຮ້ອງເພງ, ຈື່ໄດ້ວ່າມັນຍ້ອນກັບໄປ 60 ປີແລ້ວ,ມັນເບິ່ງຄືວ່າພວກເຮົາຮ້ອງເພງຈົນຮອດເມືອງຟີນິກ ແມ່ຂັບລົດຕອນກາງຄືນເພາະບໍ່ມີແອຢູ່ໃນລົດເກົ່າຂອງເພີ່ນ, ຂ້າພະເຈົ້າມັກການເດີນທາງ ຄືນວັນນັ້ນໄປລັດອາຣິໂຊນາ! ມັນຄືສິ່ງໜື່ງທີ່ມີຄວາມສຸກນ້ອຍໆໃນຄວາມງຽບສະຫງົບ ແລະເພື່ອນບ້ານທີ່ຫົດຫູ່! ຂ້າພະເຈົ້າຍັງສາມາດໄດ້ຍິນສຽງແມ່ຂອງຂ້າພະເຈົ້າຈົນຮອດ ຕອນນີ້ - “ຣໍເບີດເອີຍມານີ້! ຄືນນີ້ພວກເຮົາຊິພາກັນໄປເມືອງຟີນິກ” ວາວ! ດີຫຼາຍ! ພວກເຮົາອອກໄປດ້ວຍຄວາມເປື້ອນ,ມີທັງຄວັນ,ຄວາມເສົ້າແລະຄວາມອາໄລເຖິງເມືອງ ລອສແອງເຈີລິສເກົ່າທີ່ຢູ່ຂ້າງຫຼັງ,ພວກເຮົາອອກໄປສູ່ລັດອາຣິໂຊນາທີ່ຮາບພຽງບ່ອນທີ່ີມີຕົ້ນກະບອງເພັດແລະຕົ້ນໂຢຊູວາ,ມີກະຕ່າຍໃຫຍ່,ນົກກະທາ,ນົກຫົວຈຸກແລະໝາປ່າພັນອາເມລິກາ!ພວກເຮົາອອກໄປເບິ່ງຟາມນົກຂອງເບີນາດໂຣເອີ,ກິນນໍ້າໂສດາອະງຸ່ນແລະອ່ານເລື່ອງຕະລົກຂອງໂດນໍດັກ!ພວກເຮົາເກືອບຮູ້ສຶກວ່າຢູ່ໃນເຫດການເຮັດໃນໜັງເກົ່າເລື່ອງ-“ພວກ ເຮົາອອກມາເພື່ອເບິ່ງພໍ່ມົດ!ພໍ່ມົດແຫ່ງອອສຜູ້ໜ້າຫຼົງໄຫຼ”ມັນໜ້າຕື່ນເຕັ້ນ,ຂົນລຸກແລະອັດ ສະຈັນໃຈຂອງຂ້າພະເຈົ້າເຕັ້ນດ້ວຍຄວາມດີໃຈເມື່ອແມ່ເວົ້າວ່າ “ຣໍເບີດມາເດີ ພວກເຮົາ ຊິພາກັນໄປອາຣິໂຊນາຄືນນີ້”

ແຕ່ເມື່ອຂ້າພະເຈົ້າກັບໄປອາຣິໂຊນາໃນເວລາຕໍ່ມາມັນກໍບໍຄືເກົ່າ, ສະເໜ່ຂອງມັນ ຫາຍໄປແລ້ວ, ຂ້າພະເຈົ້າຢູ່ອາຣິໂຊນາດົນເຕີບ-ແຕ່ເມື່ອຂ້າພະເຈົ້າກັບໄປມັນເບິ່ງຄືວ່າ ເປັນສະຖານທີ່ີແຫ່ງໃດໜື່ງໃນໂລກທີ່ເກົ່າແກ່ນີ້,ຕອນນັ້ນແລະເປັນຕອນທີ່ຂ້າພະເຈົ້າເຂົ້າໃຈ ວ່າບໍ່ມີຫຍັງທີ່ຢູ່ໃນໂລກນີ້ພໍໃຈໄດ້, ທ່ານເຫັນບໍວ່າຂ້າພະເຈົ້າບໍ່ປາດຖະໜາອາຣິຊານາອີກ - ຂ້າພະເຈົ້າປາດຖະໜາເມືອງສະຫວັນ! ສະໄຄວ໌ແພສັນໄດ້ຈັບຄວາມຮູ້ສຶກໄດ້ໃນບົດເພງ ທີ່ທ້າວກຣິຟຟິດຫາກໍຮ້ອງວ່າ:

ຂ້າເປັນໂລກຄິດເຖິງບ້ານ ເປັນປະເທດ
     ທີ່ຂ້າທີ່ບໍ່ເຄີຍໄປມາກ່ອນ
ບໍ່ເສົ້າຂໍລາກ່ອນຮອດທີ່ນັ້ນຈະໄດ້ເວົ້າ
     ໃນເວລາທີ່ບໍ່ມີບັນຫາອີກຕໍ່ໄປ
     ແຜ່ນດິນບູລາ ຂ້າປາດຖະນາເຈົ້າ
     ແລະມື້ໜື່ງຂ້າຈະຢືນຢູ່ຂ້າງເຈົ້າ
ທີ່ນັ້ນຈະເປັນບ້ານນິລັນຂອງຂ້າ
     ແຜ່ນດິນບູລາ ແຜ່ນດິນບູລາທີ່ອອ່ນຫວານ
(“Sweet Beulah Land” by Squire Parsons, 1948-).

ມັນຈະມີຄວາມຕື່ນເຕັ້ນຫຼາຍ,ໜ້າຂົນລຸກ,ອັດສະຈັນຫຼາຍ - ເມື່ອພຣະເຢຊູຕັດວ່າ “ຣໍເບີດ ເຊີນມາ ພວກເຮົາກໍາລັງຈະໄປເມືອງສະຫວັນໃນຄືນນີ້”

ດຽວນີ້ຂ້າແນມຫາຂ້າມແມ່ນໍ້າ
     ບ່ອນຄວາມເຊື່ອຂອງຂ້າຈະຈົບລົງ
ຍັງອີກບໍ່ດົນທີ່ຈະເຮັດວຽກ
     ຈາກນັ້ນຂ້າຈະບິນໄປເມືອງສະຫວັນ
ແຜ່ນດິນບູລາ ຂ້າປາດຖະໜາເຈົ້າ
     ແລະມື້ໜື່ງຂ້າຈະຢືນຢູ່ຂ້າງເຈົ້າ
     ທີ່ນັ້ນຈະເປັນບ້ານນິລັນຂອງຂ້າ
ແຜ່ນດິນບູລາ ແຜ່ນດິນບູລາທີ່ອອ່ນຫວານ

“ໃນເມືອງທີ່ສະຫວ່າງນັ້ນ” - ຮ້ອງພ້ອມກັນ

ໃນເມືອງທີ່ສະຫວ່າງນັ້ນ ເມືອງໄຂ່ມຸກຂາວ
     ຂ້າມີຄະລຶຫາດ, ສວມເສື້ອແລະສວມມົງກຸດ
     ຕອນນີ້ຂ້າກໍາລັງເບິ່ງ,ລໍຄອຍແລະປາດຖະໜາ
     ເມືອງຂາວງາມທີ່ຢອນເຫັນກໍາລັງລອຍລົງມາ
(“ເມືອງໄຂ່ມຸກຂາວ” ໂດຍ Arthur F. Ingler, 1902)

I. ໜື່ງ ໃຫ້ເຮົາເບິ່ງວ່າມີຫຍັງແດ່ຢູ່ໃນສະຫວັນ.

ທ້າວພຣຸດໂຮມຫາກໍອ່ານເຮັບເລີ 12:22-24 ມື້ກີ້ນີ້,ຂໍ້ພຣະຄໍາພີຕອນນັ້ນບອກເຖິງ ບາງສິ່ງບາງຢ່າງທີ່ພວກເຮົາຈະເຫັນໃນເມືອງສະຫວັນ, ຂ້າພະເຈົ້າຈະອ່ານອີກເທື່ອໜື່ງ

“ແຕ່ທ່ານທັງຫລາຍໄດ້ມາເຖິງພູເຂົາສິໂຢນ ແລະມາເຖິງເມືອງຂອງພຣະເຈົ້າຜູ້ຊົງດຳລົງພຣະຊົນຢູ່ ຄືກຸງເຢລູຊາເລັມແຫ່ງສະຫວັນ ແລະມາເຖິງທີ່ຊຸມນຸມທູດສະຫວັນຫລວງຫລາຍເຫລືອທີ່ຈະນັບໄດ້ ແລະມາເຖິງທີ່ຊຸມນຸມອັນໃຫຍ່ແລະມາເຖິງຄຣິສຕະຈັກຂອງລູກຫົວປີ ຊຶ່ງມີຊື່ຈາລຶກໄວ້ໃນສະຫວັນແລ້ວ ແລະມາເຖິງພຣະເຈົ້າຜູ້ຊົງພິພາກສາຄົນທັງປວງ ແລະມາເຖິງຈິດວິນຍານຂອງຄົນຊອບທຳຊຶ່ງເຖິງຄວາມສົມບູນແລ້ວ ແລະມາເຖິງພຣະເຢຊູຜູ້ກາງແຫ່ງພັນທະສັນຍາໃໝ່ ແລະມາເຖິງພຣະໂລຫິດປະພົມທີ່ມີສຽງຮ້ອງອັນປະເສີດກວ່າສຽງເລືອດຂອງອາແບວ”(ເຮັບເລີ 12:22-24)

ໃນຂໍ້ທີ່ 22 ພວກເຮົາຖືກບອກວ່ານີ້ຄືພາບທີ່ແນ່ນອນຂອງເມືອງສະຫວັນ, ເຂົາ ເອີ້ນໂດຍໃຊ້ສາມຊື່,ມັນຖືກເອີ້ນວ່າ “ພູຊີໂຢນ” ມັນຖືກເອີ້ນວ່າ “ເມືອງຂອງພຣະເຈົ້າຜູ້ຊົງ ດໍາລົງພຣະຊົນຢູ່” ຫຼັງຈາກນັ້ນເພື່ອໃຫ້ແນ່ໃຈວ່າພວກເຮົາເຂົ້າໃຈ ເຂົາເອີ້ນມັນວ່າ “ເຢຣູ ຊາເລັມແຫ່ງສະຫວັນ”

ຈາກນັ້ນລາວກໍບອກເຮົາເຖິງລາຍລະອຽດຂອງສິ່ງທີ່ຈະມີຢູ່ບ່ອນນັ້ນ, ທໍາອິດຈະມີ “ທີ່ຊຸມນຸມທູດສະຫວັນຫລວງຫລາຍເຫລືອທີ່ຈະນັບໄດ້” ຢູ່ບ່ອນນັ້ນ, ຂ້າພະເຈົ້າເຊື່ອວ່າມີ ທູດສະຫວັນອ້ອມຮອບພວກເຮົາທຸກເວລາ, ກໍາລັງເຝົ້າແລະປ້ອງກັນເຮົາຢູ່, ແຕ່ພວກເຂົາ ຖືກເຊື່ອງຈາກສາຍຕາຂອງພວກເຮົາຕະຫຼອດເວລາ, ຂ້າພະເຈົ້າເຊື່ອວ່າເຄີຍເຫັນທູດສະ ຫວັນເທື່ອໜື່ງ, ແຕ່ເປັນພຽງທູດສະຫວັນອົງດຽວແລະຂ້າພະເຈົ້າພຽງແຕ່ເຫັນເທື່ອດຽວ,ແຕ່ ຢູ່ເມືອງສະຫວັນພວກເຮົາຈະເຫັນ“ນັບບໍ່ໄດ້”ຈໍານວນຂອງທູດສະຫວັນ, ຫຼາຍພັນຫຼາຍແສນ ຕົນ, ໃນພະນິມິດ 5:11 ພວກເຮົາຖືກບອກວ່າມີ“ທູດສະຫວັນເປັນຈຳນວນຫລາຍນັບເປັນໂກດໆເປັນແສນໆ” ມັນສຸດຍອດທີ່ມີທູດສະຫວັນຫຼາຍຕົນ! ພວກທ່ານຈະໄດ້ເຫັນພວກເຂົາ ພວກທ່ານຈະມີໂອກາດສົນທະນາກັບເຂົາບາງຄົນ, ມື້ນັ້ນຈະເປັນແນວໃດ! ເຮົາຈະໄດ້ເຫັນ ອັນໃດແດ່! ຂ້າພະເຈົ້າລໍຄອຍທີ່ຈະເຖິງມື້ນັ້ນ.

ຫຼັງຈາກນັ້ນພວກເຮົາກໍຖືກບອກວ່າ“ຊຸມນຸມອັນໃຫຍ່ແລະມາເຖິງຄຣິສຕະຈັກຂອງລູກຫົວປີ ຊຶ່ງມີຊື່ຈາລຶກໄວ້ໃນສະຫວັນແລ້ວ”ຈະຢູ່ບ່ອນນັ້ນ (ເຮັບເລີ 12:23), ໃນພຣະຄໍາ ພີເກືອບທຸກຂໍ້ທີ່ອ້າງອີງເຖິງ“ຄຣິສຕະຈັກ”ເວົ້າເຖິງຄຣິສຕະຈັກທ້ອງຖີ່ນ,ການຮ່ວມຊຸມນຸມ ທ້ອງຖີ່ນຄືກັບພວກເຮົາ, ແຕ່ຂ້າພະເຈົ້າເຊື່ອວ່າສິ່ງນີ້ແນ່ໃສ່ຄຣິສຕະຈັກທ້ອງຖີ່ນ, ຄຣິສ ຕຽນທຸກຄົນທຸກອາຍຸຈະຢູ່ທີ່ນັ້ນ, ຊື່ຂອງພວກເຂົາ “ຖືກຈົດໄວ້ໃນສະຫວັນແລ້ວ” - ໃນໜັງສືແຫ່ງຊີວິດຂອງພຣະເມສໂປດົກ! ທຸກຄົນຈະຢູ່ບ່ອນນັ້ນ - ອັກຄະສາວົກທຸກຄົນ, ທຸກຄົນທີ່ຍອມຕາຍເພື່ອຄວາມເຊື່ອທີ່ຖືກໂຕສິງກັດຈີກໃນໂຮງລະຄອນຂອງຊາວໂຣມັນ, ສິດທິຊົນທີ່ສັດຊື່ທຸກຄົນຫຼາຍຄົນທີ່ຖືກທໍລະມານໃນຊ່ວງຍຸກກາງ,ທຸກຈິດວິນຍານທີ່ກັບໃຈ ໃຫມ່ຈາກຍຸກການຟື້ນຕື່ນຂື້ນອັນຍິ່ງໃຫຍ່ທັງສາມເທື່ອ,ມິດຊັນນາຣີທຸກຄົນ,ທຸກຄົນທີ່ກັບໃຈ ໃຫມ່ຈາກທົ່ວທຸກມຸມໂລກ,ນັກເທດຜູ້ຍິ່ງໃຫຍ່ທຸກສະໄໝ,ທຸກຄົນທີ່ຖືກຂ້າຕາຍໂດຍພວກ ຄອມມູນິດແລະພວກມູສະລິມໃນສະຕະວັດທີ່ 20, ທຸກຄົນຈະຢູ່ທີ່ນັ້ນ! ເຮນຣີ່ອັລຟອດ (1810-1871) ໄດ້ເວົ້າເຊັ່ນກັນວ່າ:

ເປັນໝື່ນຄັ້ງເຄື່ອງນຸ່ງຫົ່ມເຫຼືອມຫຍິບຫຍັບເປັນໝື່ນຄັ້ງ
     ພວກທະຫານແຫ່ງສິດທິຊົນທີ່ຖືກໄຖ່ຝູງຊົນແຫ່ງຄວາມສະຫວ່າງສູງຊັນ
ຈົນສໍາເລັດ,ທຸກຢ່າງສໍາເລັດແລ້ວ,ການຕໍ່ສູ້ກັບຄວາມບາບແລະຄວາມຕາຍ
     ປະຕູທອງຄໍາເປີດກວາງອອກແລະຈົ່ງໃຫ້ຄົນມີໄຊເຂົ້າມາ
(“Ten Thousand Times Ten Thousand” by Henry Alford, 1810-1871).

“ພຣະເຈົ້າຜູ້ຊົງພິພາກສາຄົນທັງປວງ”ຈະຢູ່ທີ່ນັ້ນເຊັ່ນດຽວກັນ(ເຮັບເລີ 12:23), ມັນຈະບໍ່ມີສະຫວັນຖ້າພຣະເຈົ້າບໍ່ຢູ່ບ່ອນນັ້ນ! ຂ້າພະເຈົ້າບໍ່ເຊື່ອວ່າພວກເຮົາຈະເຫັນພຣະ ເຈົ້າໂດຍກົງ, ເພງສັນລະເສີນ 104:2 ບອກເຮົາວ່າພຣະເຈົ້າຊົງປິດບັງພຣະອົງເອງດ້ວຍ ຄວາມສະຫວ່າງ “ດັງເສື້ອພຣະອົງ” ພຣະຄໍາພີກ່າວວ່າ “ບໍ່ມີຜູ້ໃດເຄີຍເຫັນພຣະເຈົ້າໃນ ເວລາໃດນື່ງເລີຍ” ( ໂຢຮັນ 1:18), ຂ້າພະເຈົ້າເຊື່ອວ່າຈະເປັນເຊັ່ນດຽວກັນໃນເມືອງສະ ຫວັນ, ພວກເຮົາຈະເຫັນຄວາມສະຫວ່າງອ້ອມຮອບພຣະອົງ,ແຕ່ພວກເຮົາຈະບໍ່ເຫັນພຣະ ບິດາ, ແມ່ນພວກເຮົາຖືກບອກວ່າພຣະອົງຈະຢູ່ກັບເຮົາໃນເມືອງສະຫວັນ.

“ຈິດວິນຍານຂອງຄົນຊອບທຳຊຶ່ງເຖິງຄວາມສົມບູນແລ້ວ” ຈະຢູ່ທີ່ນັ້ນເຊັ່ນກັນ, ດຣ.ແມັກກີ້ເວົ້າວ່າຄົນພວກນີ້ຄືພວກ“ສິດທິຊົນໃນພຣະຄໍາພີເດີມຜູ້ທີ່ຄວາມລອດໄດ້ເຮັດໃຫ້ສົມບູນທີ່ຕອນນີ້ພຣະຄຣິສໄດ້ຕາຍໃນຖານະເປັນລູກແກະຂອງພຣະເຈົ້າຜູ້ຊົງແບກເອົາ ຄວາມຜິດບາບຂອງໂລກໄປ” (J. Vernon McGee, Th.D., Thru the Bible, Thomas Nelson Publishers, volume 5, 1983, p. 608; note on Hebrews 12:23), ທຸກຄົນທີ່ຢູ່ໃນສະໄໝພຣະ ຄໍາພີເດີມຈະໄດ້ຢູ່ໃນເມືອງສະຫວັນ! ອາດໍາກັບເອວາຈະຢູ່ທີ່ນັ້ນຖືກລ້າງໂດຍພຣະໂລຫິດ ຂອງພຣະເມສໂປດົກ, ເອແບວຈະຢູ່ທີ່ນັ້ນ, ດັ່ງນັ້ນຈະມີເອໂນກ,ໂນອາ,ອັບຮາຮາມ,ຊາຣາ ອິສອັກ,ຢາໂຄບ,ໂຢເຊບ,ໂມເສດ,ໂຢຊູວາ,ກິເດໂອນ,ບາຣາກ,ແຊມສັນ,ເຢບທາ,ດາວິດ ແລະຊາມູເອວແລະຜູ້ທໍານວາຍທຸກຄົນ! ວັນນັ້ນຈະເປັນແນວໃດເມື່ອພວກເຮົາເຫັນພວກ ເຂົາທຸກກຄົນໃນເມືອງສະຫວັນ!

ແລະພວກເຮົາຍັງຖືກບອກວ່າ“ພຣະເຢຊູຜູ້ກາງແຫ່ງພັນທະສັນຍາໃໝ່” ກໍຈະຢູ່ທີ່ ນັ້ນ(ເຮັບເລີ 12:24), ມັນຈະບໍ່ມີສະຫວັນເດັດຂາດຖ້າຫາກພຣະເຢຊູບໍຢູ່ບ່ອນນັ້ນ,ພວກ ເຮົາກໍາລັງຈະໄປເຫັນພຣະເຢຊູ!

ແຟນນີ່ຄຣອສບີຖືກໝໍສາດຢາຜິດໃສ່ຕາຂອງລາວຕອນທີ່ລາວຫາກໍເກີດມາໄດ້ບໍພໍ່ ເທົ່າໃດມື້, ລາວຈື່ງຕາບອດຕະຫຼອດທັງຊີວິດຂອງຕົນ,ແຕ່ຟີນນີ່ຄຮອສບີໜື່ງໃນບົດເພງທີ່ ຈັບໃຈຂອງນາງກ່າວດັ່ງນີ້ວ່າ:

…ຂ້າຈະຮູ້ຈັກພຣະຜູ້ຊ່ວຍຂອງຂ້າເມື່ອຂ້າມາເຖິງຟັງນັ້ນ
     ແລະຮອຍຍິ້ມຂອງພຣະອົງຈະເປັນການຕ້ອນຮັບແລກຕໍ່ຂ້າ
     ຂ້າຈະຮູ້ຈັກພຣະອົງ ຂ້າຈະຮູ້ຈັກພຣະອົງ
ຊົງໄຖ່ແລ້ວໂດຍຂ້າງພຣະອົງຂ້າຈະຢືນຢູ່
     ຂ້າຈະຮູ້ຈັກພຣະອົງ ຂ້າຈະຮູ້ຈັກພຣະອົງ
ໂດຍຮອຍຕະປູຢູ່ໃນພຣະຫັດຂອງພຣະອົງ
      (“My Saviour First of All” by Fanny J. Crosby, 1820-1915).

ແລະພວກເຮົາຍັງຖືກບອກວ່າຍັງຈະມີອີກສີ່ງໜື່ງໃນເມືອງສະຫວັນ - “ແລະມາເຖິງພຣະໂລຫິດປະພົມທີ່ມີສຽງຮ້ອງອັນປະເສີດກວ່າສຽງເລືອດຂອງອາແບວ” (ເຮັບເລີ 12:24) ດຣ.ແມັກກີກ່າວວ່າ “ເລືອດຂອງອາແບວຮ້ອງເພື່ອຂໍການແກ້ແຄ້ນ,ແຕ່ພຣະໂລ ຫິດຂອງພຣະຄຣິສເວົ້າເຖິງຄວາມລອດ” (ແມັກກີ້ເຫຼັ້ມດຽວກັນ), ແນ່ນອນພຣະໂລຫິດຈະຢູ່ ທີ່ນັ້ນ! ມັນຈະບໍ່ມີສະຫວັນໂດຍປາສະຈາກພຣະໂລຫິດອັນປະເສີດຂອງພຣະຄຣິສ.

ດຣ.ດັບໂບຢູ.ເອ.ຄຣິສແວວໄດ້ຮັບປະລິນຍາເອກໃນວິຊາພຣະຄໍາພີໃຫມ່ພາສາ ກຣີກ, ລາວຄືໜື່ງໃນນັກເທດຊາວອາເມລິກັນທີ່ຍິ່ງໃຫຍ່ທີ່ສຸດເກືອບ 60 ປີຢູ່ໃນຄຣິສຕະ ຈັກເຟີສແບັບຕິດແຫ່ງເມືອງດາລັສ,ລັດເທັກຊັສ, ບິລລີ່ເກແຮມຄືສະມາຊິກຄົນໜື່ງຂອງ ຄຣິສຕະຈັກຂອງລາວ, ດຣ.ຄຣິສແວວເວົ້າເຖິງກ່ຽວກັບພຣະໂລຫິດຂອງພຣະເຢຊູໃນເມືອງ ສະຫວັນວ່າດັ່ງນີ້:

ພຣະເຈົ້າຂອງເຮົາຜ່ານຜ້າກັ້ງເຂົ້າສູ່ສະຖານບໍລິສຸດທີ່ສຸດດ້ວຍການນໍາ ເອົາເລືອດໂດຍທີ່ບໍ່ແມ່ນເລືອກລູກງົວແລະເລືອດແບ້ແຕ່ໄດ້ຖອກພຣະໂລ ຫິດຂອງພຣະອົງເອງເພື່ອລ້າງມົນທິນແລະໄຖ່ບາບຂອງເຮົາ…ໃນສະຫວັນ ແຫ່ງສະຫວັນທັງຫຼາຍ,ໃນສະຖານທີ່ແຫ່ງສະຖານທີ່ທັງຫຼາຍບ່ອນທີ່ພຣະ ເຈົ້າຊົງສະຖິດຢູ່,ພຣະຄຣິສຂອງເຮົາໄດ້ເຂົ້າໄປດ້ວຍພຣະໂລຫິດແຫ່ງການ ເປັນຜູ້ລຶບລ້າງພຣະອາຊະຍາເພື່ອໄຖ່ບາບແລະໃຫ້ອະໄພ,ແລະພຣະອົງຊົງ ຊໍາລະລ້າງບ່ອນທີ່ບໍລິສຸດແມ່ນກະທັ່ງພວກເຮົາຢູ່ຫັ້ນ---ນັ້ນແລະຄືສິ່ງທີ່ ພຣະຄຣິສຊົງເຮັດເພື່ອເຮົາເມື່ອພຣະອົງເຂົ້າທາງຜ້າກັ້ງ, ພວກເຮົາຄົນບາບ ທັງຊາຍແລະຍິງຈະເຂົ້າສູ່ສະຖານທີ່ບໍລິສຸດບ່ອນທີ່ພຣະເຈົ້າສະຖິດຢູ່ໄດ້ ແນວໃດ? ພວກເຮົາເຂົ້າພາຍໃຕ້ພຣະໂລຫິດແຫ່ງການໄຖ່ບາບຂອງພຣະ ອົງ(W. A. Criswell, Ph.D., Great Doctrines of the Bible, Volume 2, edited by Paige Patterson, Zondervan Publishing House, 1982, pp. 194-196).

ຂ້າພະເຈົ້າບໍ່ຮູ້ວ່າມີຈັກຄົນທີ່ເຊື່ອໃນເລື່ອງການດົນໃຈດ້ານຖ້ອຍຄໍາຂອງພຣະຄໍາພີພາສາກຣີກແລະຮິບຣູ, ພຣະວັດຈະນະຂອງພຣະເຈົ້າທີ່ບໍ່ມີຜິດພາດ, ບໍ່ສາມາດຕັດຄໍາເຫຼົ່າ ນັ້ນອອກຈາກພຣະຄໍາຂອງພຣະອົງໄດ້ “ແລະມາເຖິງພຣະໂລຫິດປະພົມ” ກະສັດເຢໂຮ ຢາຄິມສັ່ງຜູ້ຮັບໃຊ້ຂອງຕົນໃຫ້ເອົາມີດມາແລ້ວຕັດພຣະວັດຈະນະຂອງພຣະເຈົ້າແລ້ວໂຍນ ເຂົ້າໄປໃນໄຟ, “ກະສັດຊົງເອົາມີດອາລັກຕັດອອກແລະໂຍນເຂົ້າໄປໃນໄຟທີ່ຢູ່ໃນໂຖໄຟ” (ເຢເຣມີ 36:23), ໂອພີ່ນ້ອງທີ່ຮັກ,ນັກເທດ,ຢ່າຍອມໃຫ້ນາຍພັນ ອາ.ບີ.ທີມຫຼືຈອນແມັກ ອາເທີຕັດພຣະວັດຈະນະຂອງພຣະເຈົ້າເຫຼົ່ານີ້ອອກຈາກບົດທີ່ພຣະອົງຊົງດົນໃຈ! “ແລະມາເຖິງພຣະໂລຫິດປະພົມ” ທຸກເວລາແລະຕະຫຼອດໄປ, ມັນຢູ່ໃນໃນທີ່ບໍລິສຸດທີ່ສຸດ,ໃນພູຊີ ໂຢນ,ໃນເມືອງແຫ່ງພຣະເຈົ້າຜູ້ຊົງພຣະຊົນຢູ່,ເຢຣູຸຊາເລັມແຫ່ງສະຫວັນ!

ມີບາງຄົນເວົ້າກັບຂ້າພະເຈົ້າວ່າ “ເປັນຫຍັງເຈົ້າຈື່ງສືບຕໍ່ເວົ້າເຖິງນາຍພັນທີມແລະ ຈອນແມັກອາເທີເລື່ອງພຣະໂລຫິດ? ຢ່າມັນ ປ່ອຍມັນໄປຊະ” ແຕ່ພວກທ່ານກໍເຫັນແລ້ວ ວ່າຂ້າພະເຈົ້າບໍ່ສາມາດປ່ອຍມັນໄປໄດ້, ຊາຍສອງຄົນນີ້ມີອິດທິພົນຕໍ່ນັກເທດເປັນພັນໆ ຄົນ, ພວກເຂົາມີອິດທິພົນ! ເຂົາມີອິດທິພົນ! ເມື່ອໃດຄືຄັ້ງລ້າສຸດທີ່ທ່ານໄດ້ຍິນຄໍາເທດ ສະໜາທັງເລື່ອງເວົ້າເຖິງພຣະໂລຫິດຂອງພຣະຄຣິສ? ເມື່ອໃດຄືຄັ້ງລ້າສຸດທີ່ຄຣິສຕະຈັກ ຂອງທ່ານຮ້ອງເພງເລື່ອງ“ພຣະໂລຫິດ”ທີ່ຍິ່ງໃຫຍ່? ເມື່ອໃດຄືຄັ້ງລ້າສຸດທີ່ຄຣິສຕະຈັກ ຂອງທ່ານຮ້ອງເພງ “ມີແຕ່ພຣະໂລຫິດພຣະເຢຊູ” ຫຼື “ລອດໂດຍພຣະໂລຫິດທີ່ຖືກຄຶງ ຕາຍ” ຫຼື “ເຊື່ອລິດໃນໂລຫິດພຣະເຢຊູ” ຫຼືເພງ “ເມື່ອຂ້າເຫັນພຣະໂລຫິດ” ຫຼື “ມີທານ ນໍ້າພຸເຕັມດ້ວຍໂລຫິດ”?

ຂ້າພະເຈົ້າໝັ້ນໃຈວ່າດຣ.ແມັກອາເທີຮຽນຮູ້ເພື່ອຫຼຸດຄ່າຂອງພຣະໂລຫິດອັນປະເສີດ ຂອງພຣະຄຣິສຈາກນາຍພັນ ອາ.ບີ.ທີມ, ຂ້າພະເຈົ້າຢູ່ບ່ອນນັ້ນໃນກອງປະຊຸມໃນປີ 1961 ທີມຖືກສະກັດກັ້ນຈາກການປາໄສໃນມະຫາວິທະຍາໄລໄບໂອລາເພາະຄວາມເຫຼວໄຫຼຂອງລາວໃນເລື່ອງພຣະໂລຫິດ,ດັ່ງນັ້ນລາວໄດ້ສອນຢູ່ໃນຫ້ອງໂຖງຂອງໂຮງຮຽນມັດທະຍົມປາຍພວກເຮົາທຸກຄົນຈາກໄບໂອລາພາກັນອອກໄປຈາກການຢາກຮູ້ຢາກເຫັນ, ຂ້າພະເຈົ້າເຫັນ ດຣ.ແມັກອາເທີຈົດເປັນທຶກຫຼາຍເທື່ອໃນຂະທີ່ທີມຫຼຸດຄ່າພຣະໂລຫິດ, ເມື່ອຂ້າພະເຈົ້າອ່ານ ຫຼັກຂໍ້ເຊື່ອຂອງດຣ.ແມັກອາເທີ ຂ້າພະເຈົ້າກໍເຫັນວ່າມັນມາໂດຍກົງຈາກການບັນລະຍາຍ ເທື່ອນັ້ນທີ່ຖືກໃຫ້ໂດຍຄົນແປກປະຫຼາດ ນາຍພັນທີມ.

ແຕ່ຂ້າພະເຈົ້າຮູ້ດີວ່າພວກເຮົາຈະບໍ່ມີການຟື້ນຟູທີ່ຍິ່ງໃຫຍ່ນອກຈາກພຣະໂລຫິດ ຂອງພຣະຜູ້ຊ່ວຍໃຫ້ລອດໄດ້ຮັບການເຄົາລົບນັບຖືເທົ່າທີ່ຄວນ, ດຣ.ມາຕິນລອຍ-ໂຈນສ໌ ຄືຄົນໜື່ງທີ່ມີສິດທິອໍານາດໃນເລື່ອງການຟື້ນຟູ ແລະລາວໄດ້ເວົ້າວ່າ:

     ທ່ານຈະພົບວ່າຢູ່ໃນທຸກຊ່ວງແຫ່ງການຟື້ນຟູ,ປາສະຈາກການຍົກເວັ້ນ ມີການເນັ້ນໜັກທີ່ໜ້າເກງຂາມເຖິງເລື່ອງພຣະໂລຫິດຂອງພຣະຄຣິສ…ແນ່ ນອນຂ້າພະເຈົ້າຮູ້ດີຢ່າງສົມບູນເມື່ອຂ້າພະເຈົ້າເວົ້າເຖິງສິ່ງຢ່າງເຊັ່ນທີ່ຂ້າ ພະເຈົ້າກໍາລັງເວົ້າເຖິງບາງສິ່ງບາງຢ່າງທີ່ບໍ່ປົກກະຕິແລະເປັນສິ່ງທີ່ບໍ່ໄດ້ຮັບ ຄວາມນິຍົມໃນປະຈຸບັນນີ້, ມີນັກເທດຄຣິສຕຽນຫຼາຍຄົນທີ່ຄິດວ່າພວກເຂົາ ສະຫຼາດໃນການເວົ້າຈາເຢາະເຢີ້ຍໃນເລື່ອງສາສະໜາສາດກ່ຽວກັບເລືອດ ພວກເຂົາໄລ່ອອກດ້ວຍຄວາມລັງກຽດ[ແຕ່]ຂ້າພະເຈົ້າເຫັນວ່າບໍ່ມີຄວາມ ຫວັງໃດສໍາຫຼັບການຟື້ນຟູໃນຂະນະທີ່ທັງຜູ້ຊາຍແລະຜູ້ຍິງກໍາລັງປະຕິເສດພຣະໂລຫິດແຫ່ງໄມ້ກາງແຂນແລະກໍາລັງຖອກເທຄວາມລັງກຽດເຖິງເລື່ອງນັ້ນຊື່ງພວກເຮົາຄວນເຮັດໃຫ້ເປັນຄໍາອວດຂອງເຮົາ (Martyn Lloyd-Jones, M.D., Revival, Crossway Books, 1987, pp. 48, 49).

ມີທານນໍ້າພຸເຕັມດ້ວຍໂລຫິດ
     ຊື່ງມາຈາກພຣະເຢຊູ
ແລະໃຫ້ຄົນບາບດໍາລົງໃຫ້ມິດ
     ຈະຫາຍບາບທີ່ເຂົາມີຢູ່
(“ມີທານນໍ້າພຸ” ໂດຍ ວິລຽມຄາວເປີ 1731-1800)

ເພື່ອນຄຣິສຕຽນທີ່ຮັກຂອງຂ້າພະເຈົ້າພວກທ່ານຈະເຫັນສິ່ງອັດສະຈັນທັງໝົດແລະ ສິ່ງທີ່ບໍລິສຸດເມື່ອທ່ານມາເຖິງພູຊີໂຢນ,ເມືອງຂອງພຣະເຈົ້າຜູ້ຊົງພຣະຊົນ,ໃນເຢລູຊາເລັມ ແຫ່ງສະຫວັນ! ແລະຈະບໍ່ມີຫຍັງສໍາຄັນຫຼາຍກວ່າພຣະໂລຫິດຂອງພຣະເຢຊູ!.

ໂລຫິດປະເສີດແຫ່ງຜູ້ໄຖ່ບາບ
     ຈະບໍ່ມີວັນເສຍລິດອໍານາດ
ຈົນທຸກຄົນທີ່ພຣະອົງໄຖ່ນັ້ນ
     ຈະລອດບໍ່ມີບາບອີກຕໍ່ໄປ
(“ມີທານນໍ້າພຸ” ໂດຍ ວິລຽມຄາວເປີ 1731-1800)

II. ສອງ ຂ້າພະເຈົ້າຢາກໃຫ້ທ່ານເຫັນສິ່ງໜື່ງທີ່ພວກເຮົາຈະພາກັນເຮັດໃນສະຫວັນ

ຕອນນີ້ພວກເຮົາມາເຖິງຈຸດທີ່ສອງຂອງເຮົາ,ຂໍ້ພະຄໍາພີຂໍ້ທີ່ສອງໃຫ້ເຮົາເປີດໄປໃນ ພະນິມິດ 5:9 ໃນຂະນະທີ່ຂ້າພະເຈົ້າອ່ານ

“ແລະເຂົາທັງຫຼາຍກໍຮ້ອງບົດເພງໃຫມ່ວ່າດັ່ງນີ້ ພຣະອົງຊົງເປັນຜູ້ທີ່ສົມ ຄວນທີ່ຈະຮັບມ້ວນໜັງສື ເພາະວ່າພຣະອົງຊົງຖືກປົງພຣະຊົນແລ້ວ ແລະ ດ້ວຍພຣະໂລຫິດຂອງພຣະອົງນັ້ນ ພຣະອົງຊົງໄຖ່ເຮົາທັງຫຼາຍມາຈາກທຸກ ຕະກູນ,ທຸກພາສາທຸກຊາດແລະທຸກປະເທດໃຫ້ໄປເຖິງພຣະເຈົ້າ” (ພະນິມິດ 5:9)

ໃນນີ້ພວກເຮົາເຫັນຜູ້ອາວຸໂສ 24 ຄົນຊື່ງເປັນຕົວແທນຂອງຄຣິສຕຽນທຸກຄົນໃນເມືອງສະ ຫວັນ, ແລະເຂົາທັງຫຼາຍກໍຮ້ອງບົດເພງໃຫມ່” ຂ້າພະເຈົ້າບໍ່ໄດ້ກໍາລັງຈະອອກຂໍ້ຄິດເຫັນ ຕອນເປີດຫົວເລື່ອງຂອງໜັງສືໃນຂໍ້ທີ່ 8, ຂ້າພະເຈົ້າກໍາລັງຈະສຸມໃສ່ເທິງຈຸດຫຼັກໆທີ່ເຮົາ ຈະພາກັນຮ້ອງໃນເມືອງສະຫວັນ, ນີ້ຄືສິ່ງທີ່ພວກເຮົາຈະພາກັນຮ້ອງເຖິງເລື່ອງ:

“…ເພາະວ່າພຣະອົງຊົງຖືກປົງພຣະຊົນແລ້ວ ແລະດ້ວຍພຣະໂລຫິດຂອງ ພຣະອົງນັ້ນ ພຣະອົງຊົງໄຖ່ເຮົາທັງຫຼາຍມາຈາກທຸກຕະກູນ,ທຸກພາສາທຸກ ຊາດແລະທຸກປະເທດໃຫ້ໄປເຖິງພຣະເຈົ້າ” (ພະນິມິດ5:9)

ໃນເມືອງສະຫວັນມີຄຣິສຕຽນຈໍານວນນັບບໍ່ຖ້ວນເປັນຫຼາຍຕື້ຄົນຈະຮ້ອງສັນລະເສີນ ແດ່ພຣະຄຣິສ “ຮ້ອງບົດເພງໃຫມ່” ຄືບົດເພງແຫ່ງພັນທະສັນຍາໃຫມ່,ບົດເພງແຫ່ງການ ຊົງໄຖ່ໂດຍພຣະໂລຫິດໄຖ່ບາບຂອງພຣະຄຣິສ,ອັນທີ່ຈິງເພງນີ້ຈະເປັນເພງກ່ຽວກັບຄວາມ ຕາຍຂອງພຣະເຢຊູເທິງໄມ້ກາງແຂນແລະກ່ຽວກັບພຣະໂລຫິດອັນປະເສີດຂອງພຣະອົງ! ອີກແງ່ໜື່ງພວກເຮົາຈະຮ້ອງເພງກ່ຽວກັບທາດແທ້ສອງຢ່າງທີ່ພິທີສິນມະຫາສະໜິດປຽບ ທຽບ“ພຣະອົງຊົງຖືກປົງພຣະຊົນແລ້ວ” - ຮ່າງກາຍທີ່ຖືກຄຶງຂອງພຣະອົງປຽບທຽບກັບເຂົ້າ ຈີ່ໃນພິທີສິນມະຫາສະໜິດ “ແລະດ້ວຍພຣະໂລຫິດຂອງພຣະອົງນັ້ນ ພຣະອົງຊົງໄຖ່ ເຮົາທັງຫຼາຍໃຫ້ໄປເຖິງພຣະເຈົ້າ” - ພຣະໂລຫິດອັນປະເສີດຂອງພຣະອົງປຽບໄດ້ກັບຈອກ ໃນພິທີສິນມະຫາສະໜິດ,ສະນັ້ນຄວາມຕາຍແລະພຣະໂລຫິດຂອງພຣະຄຣິສເປັນໂຕແທນ ຂອງທາດແທ້ສອງຢ່າງໃນພິທີສິນມະຫາສະໜິດ,ເຫດສັນນັ້ນດຣ.ແມັກອາເທີຈື່ງຜິດພາດ ເມື່ອລາວເວົ້ຊໍ້າວ່າ“ພຣະໂລຫິດ”ຂອງພຣະເຢຊູເປັນພຽງຄໍາເວົ້າອີກຄໍາໜື່ງຂອງ “ຄວາມ ຕາຍ”ຂອງພຣະອົງ“ຄໍາທີ່ໃຊ້ໃນການປຽບທຽບ”ສໍາຫຼັບຄວາມຕາຍຂອງພຣະອົງ, ລາວຜິດ ພາດເລື່ອງຄວາມຕາຍ,ທາດແທ້ສອງຢ່າງໃນພິທີສິນມະຫາສະໜິດໄດ້ສະແດງວ່າລາວຜິດ ພາດປະໂຫຍກເຫຼົ່ານີ້ບໍ່ແມ່ນສອງຄໍາຕໍ່ເລື່ອງດຽວກັນ!ພວກມັນເປັນສອງສິ່ງທີ່ແຍກຈາກກັນ! ແລະສອງສ່ວນຂອງບົດເພງທີ່ພວກເຮົາຈະຮ້ອງໃນເມືອງສະຫວັນສະແດງວ່າລາວເວົ້າຜິດ

(1) “ເພາະວ່າພຣະອົງຊົງຖືກປົງພຣະຊົນແລ້ວ”
(2)“ແລະດ້ວຍພຣະໂລຫິດຂອງພຣະອົງນັ້ນ ພຣະອົງຊົງໄຖ່ເຮົາທັງຫຼາຍ”

ສັນລະເສີນພຣະເຈົ້າ! ຮາເລລູຢາ! ພວກເຮົາຈະຮ້ອງສັນລະເສີນພຣະຄຣິສສໍາຫຼັບການ ຕາຍເທິງໄມ້ກາງແຂນເພື່ອໄຖ່ບາບຂອງພວກເຮົາ! ແລະພວກເຮົາຈະຮ້ອງສັນລະເສີນພຣະ ຄຣິສສໍາຫຼັບພຣະໂລຫິດຂອງພຣະອົງທີ່ໄຖ່ເຮົາອອກຈາກຄວາມບາບ! ສັນລະເສີນພຣະ ນາມຂອງພຣະເຢຊູ! ດຣ.ແມັກກີ້ໄດ້ກ່າວໄວ້ວ່າ:

“ແລະດ້ວຍພຣະໂລຫິດຂອງພຣະອົງນັ້ນ ພຣະອົງຊົງໄຖ່ເຮົາທັງຫຼາຍ” [ພວກເຮົາຈະ]ຮ້ອງເພງແຫ່ງການຫຼັ່ງພຣະໂລຫິດຂອງພຣະອົງໃນເມືອງ ສະຫວັນ, ຈາກຈຸດນີ້ມີຄຣິສຕະຈັກຫຼາຍນິກາຍຫຼາຍແຫ່ງກໍາລັງຕັດອອກ ຈາກໜັງສືເພງຂອງເຂົາທຸກຢ່າງທີ່ສື່ເຖິງພຣະໂລຫິດແຕ່ໃນເມືອງສະຫວັນພວກມັນຈະຖືກບັນຈຸກັບຄືນໃນໜັງສືເພງອີກ,ຂ້າພະເຈົ້າຂໍເດົາວ່າບາງເທື່ອເຫດຜົນທີ່ພຣະເຈົ້າບໍ່ຂັດຂວາງຄົນກຸ່ມນັ້ນໂດຍການພາເຂົາໄປສະຫວັນ ເພາະພວກເຂົາຕ້ອງຮ້ອງເພງກ່ຽວກັບພຣະໂລຫິດໃນສະຫວັນ (McGee, ibid., p. 937; comment on Revelation 5:9-10).

ຂ້າພະເຈົ້າຂໍໃຫ້ທ່ານສັງເກດວ່າພວກເຮົາທຸກຄົນທີ່ຈະຮ້ອງເພງປະສານສຽງທີ່ຍິ່ງ ໃຫຍ່ພວກເຮົາເປັນຕື້ໆຄົນຈະຖືກໄຖ່ໂດຍພຣະໂລຫິດອັນປະເສີດຂອງພຣະຄຣິສ“ຈາກທຸກ ຕະກູນ,ທຸກພາສາທຸກຊາດແລະທຸກປະເທດ” ຂ້າພະເຈົ້າດີໃຈທີ່ມີຄໍາວ່າ “ຈາກທຸກຕະ ກູນ,ທຸກພາສາທຸກຊາດແລະທຸກປະເທດ” ຖ້າຫາກບໍ່ມີຄໍານັ້ນກໍຈະບໍ່ມີຫຼາຍຄົນໃນສະຫວັນ ເພາະມີຄຣິສຕະຈັກຊາວອາເມລິກາພຽງແຕ່ໜ້ອຍດຽວເທົ່ານັ້ນທີ່ໄດ້ຮັບຄວາມລອດ! ຂ້າພະ ເຈົ້າຄິດວ່າພວກເຮົາຈະຕົກໃຈທີ່ມີຄົນອາເມລິກາໜ້ອຍໜື່ງໂດຍສະເພາະຈາກສະຕະວັດທີ່ 20 ແລະ 21 ຈະໄດ້ຢູ່ບ່ອນນັ້ນໃນການຮ້ອງເພງປະສານສຽງໃນເມືອງສະຫວັນ!

ຄຣິສຕະຈັກຂອງຊາວອາເມລິກາຫຼາຍແຫ່ງມາພ້ອມດ້ວຍການຫລອກລວງທີ່ບ້າ ຫຼາຍເພື່ອເອົາສະຖານທີ່ຂອງຂ່າວປະເສີດຮາບພຽງ “ເພາະວ່າພຣະອົງຊົງຖືກປົງພຣະ ຊົນແລ້ວ ແລະດ້ວຍພຣະໂລຫິດຂອງພຣະອົງນັ້ນ ພຣະອົງຊົງໄຖ່ເຮົາທັງຫຼາຍໃຫ້ໄປເຖິງ ພຣະເຈົ້າ” ຖ້າບໍ່ມີໄມ້ກາງແຂນແລະພຣະໂລຫິດບໍ່ມີຈັກຄົນທີ່ຈະໄດ້ໄປສະຫວັນ!

ບາງຄົນອາດຈະເວົ້າວ່າ “ດຣ.ໄຮເມີ ເປັນຫຍັງເຈົ້າຈື່ງເທດສະໜາຫຼາຍເລື່ອງກ່ຽວ ກັບພຣະໂລຫິດຂອງພຣະຄຣິສ?” ຂ້າພະເຈົ້າຈະຂໍໃຫ້ສະເປີໂຈນຕອບ

     ຄໍາເວົ້າຂອງຜູ້ຮັບໃຊ້ຄົນໜື່ງຊື່ງຂ້າພະເຈົ້າໄດ້ຍິນໃນມື້ໜື່ງເວົ້າວ່າ “ໂອ ພວກເຮົາຕ້ອງການຜູ້ຮັບໃຊ້ຄົນອື່ນໆ,ພວກເຮົາເມື່ອຍກັບຜູ້ຊາຍຄົນນີ້ ລາວມັກເວົ້າແຕ່ເລື່ອງພຣະໂລຫິດຫຼາຍ” ໃນມື້ສຸດທ້າຍທີ່ຍິ່ງໃຫຍ່ພຣະເຈົ້າ ຈະເມື່ອຍກັບຄົນທີ່ເວົ້າແບບນັ້ນ,ພຣະເຈົ້າບໍ່ເຄີຍເມື່ອຍກັບພຣະໂລຫິດທີ່ ປະເສີດຫຼືກັບຄົນຂອງພຣະອົງທີ່ຮູ້ວ່າຄວາມລອດຂອງພວກເຂົາວາງລົງ ເທິງໃສ, ພວກເຂົາຈະບໍ່ແມ່ນແຕ່ໃນສະຫວັນທີ່ຈະເວົ້າວ່າ[ພຣະໂລຫິດ ຂອງພຣະອົງ]ຄືເລື່ອງໜ້າຢ້ານທີ່ຈະເວົ້າເຖິງ “ໂອ ແຕ່ຂ້ອຍບໍ່ມັກຄໍາວ່າ [ພຣະໂລຫິດ]”ຄໍາເວົ້າຂອງສຸພາບບຸລຸດທີ່ເປັນຕົວແທນບາງຄົນ, ການເຊື່ອ ໃນພຣະເຈົ້າຂອງທ່ານຈະບໍ່ຖືກລົບກວນເພາະທ່ານຈະບໍ່ໄດ້ໄປສະຫວັນ ຢ່າໄປ[ກັງວົນ]ທ່ານຈະບໍ່ໄດ້ໄປບ່ອນທີ່ພວກເຮົາຮ້ອງເພງກ່ຽວກັບພຣະໂລຫິດແຕ່ຖ້າເຈົ້າໄດ້ໄປບ່ອນນັ້ນເຈົ້າຈະໄດ້ຍິນອີກໄດ້ຍິນມັນອີກເທື່ອໜື່ງ! “ດ້ວຍພຣະໂລຫິດຂອງພຣະອົງນັ້ນພຣະອົງຊົງໄຖ່ເຮົາທັງຫຼາຍໃຫ້ໄປເຖິງ ພຣະເຈົ້າ” ພວກເຂົາຈະ[ຮ້ອງ]ມັນອອກມາ “ພຣະອົງ ພຣະອົງໄດ້ຊົງໄຖ່ ເຮົາທັງຫຼາຍໂດຍພຣະໂລຫິດຂອງພຣະອົງ” ພວກເຂົາຈະເນັ້ນໜັກຄໍາ ແທນນາມ “ພຣະອົງ” ຮ້ອງສັນລະເສີນແດ່ພຣະເຢຊູ…”ພຣະອົງໄດ້ຊົງໄຖ່ ເຮົາທັງຫຼາຍໂດຍພຣະໂລຫິດຂອງພຣະອົງ ພວກເຂົາຈະບໍ່ອາຍເຖິງເລື່ອງ ພຣະໂລຫິດຂອງພຣະເຢຊູຢູ່ເທິງນັ້ນ (C. H. Spurgeon, “The Heavenly Singers and their Song,” The Metropolitan Tabernacle Pulpit, Pilgrim Publications, 1975 reprint, volume XXXIX, p. 391).

ຂ້າພະເຈົ້າຢາກຈະໃຫ້ທ່ານຖາມຕົນເອງຖ້າຫາກວ່າທ່ານຈະເປັນໜື່ງໃນພວກປະ ສານສຽງໃນເມືອງສະຫວັນ, ພວກທ່ານຈະໄປສະຫວັນເພື່ອຮ້ອງເພງກັບພວກເຂົາຖ້າຫາກ ທ່ານຕາຍຈາກອຸບັດຕິເຫດໃນຄືນນີ້? ທ່ານຈະໄດ້ໄປບໍ? ທ່ານຈະໄດ້ໄປບໍ? ທ່ານຈະໄດ້ ໄປບໍ? ທ່ານຈະບໍ່ໄດ້ໄປສະຫວັນຖ້າຄວາມບາບຂອງທ່ານຍັງບໍ່ຖືກລ້າງແລະຍົກອອກໄປ ມີພຽງພຣະໂລຫິດຂອງພຣະຄຣິສເທົ່ານັ້ນທີ່ສາມາດເຮັດໄດ້! ”ທ່ານເຄີຍຖືກລິດອໍານາດ ຂອງພຣະເຢຊູລ້າງແລ້ວບໍ? ທ່ານໄດ້ລ້າງດ້ວຍໂລຫິດພຣະເຢຊູແລ້ວບໍ!” ທ່ານເຄີຍບໍ? ທ່ານເຄີຍບໍ? ທ່ານເຄີຍບໍ? ທ່ານຈະບໍ່ໄດ້ຢູ່ໃນເມືອງສະຫວັນຖ້າຄວາມບາບຂອງທ່ານຍັງ ບໍ່ຖືກລ້າງອອກໄປໂດຍພຣະໂລຫິດຂອງພຣະເຢຊູ, ຄືນນີ້ທ່ານຈະມາຫາພຣະເຢຊູບໍ? ທ່ານຢາກຖືກລ້າງຈາກບາບຂອງທ່ານໂດຍພຣະໂລຫິດບໍໃນຄືນນີ້?

ຖ້າທ່ານຢາກຈະລົມກັບພວກເຮົາກ່ຽວກັບຄວາມບາບຖືກລ້າງໂດຍເລືອດຂອງພຣະເຢຊູ,ກະລຸນາຍ່າງໄປຂ້າງຫຼັງຫ້ອງປະຊຸມນີ້ຕອນນີ້ເລີຍ, ພວກເຮົາຈະພາທ່ານໄປອີກຫ້ອງ ໜື່ງບ່ອນທີ່ພວກເຮົາສາມາດສົນທະນາແລະອະທິຖານເພື່ອກັນໄດ້ ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ່ານ ອາເບວ ພຣຸດໂຮມ ເຮັບເລີ 12:22-24
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
“Sweet Beulah Land” (by Squire Parsons, 1948-)
“The Pearly White City” (by Arthur F. Ingler, 1902).


ໂຄງຮ່າງບົດເທດສະໜາ

ເຫັນແວບໜື່ງຂອງເມືອງສະຫວັນ

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ແລະເຂົາທັງຫລາຍກໍຮ້ອງເພງໃໝ່ ວ່າດັ່ງນີ້ "ພຣະອົງຊົງເປັນຜູ້ທີ່ສົມຄວນຈະຊົງຮັບມ້ວນຫນັງສື ແລະແກະກາມ້ວນຫນັງສືນັ້ນອອກ ເພາະວ່າພຣະອົງຊົງຖືກປົງພຣະຊົນແລ້ວ ແລະດ້ວຍພຣະໂລຫິດຂອງພຣະອົງນັ້ນ ພຣະອົງໄດ້ຊົງໄຖ່ເຮົາທັງຫລາຍຊຶ່ງມາຈາກທຸກຕະກູນ ທຸກພາສາທຸກຊາດແລະທຸກປະເທດ ໃຫ້ໄປເຖິງພຣະເຈົ້າ”(ພະນິມິດ 5:9)

I. ໜື່ງ ໃຫ້ເຮົາເບິ່ງວ່າມີຫຍັງແດ່ຢູ່ໃນສະຫວັນ. ເຮັບເລີ 12:22-24; ພະນິມິດ 5:11; ເພງສັນລະເສີນ 104:2; ໂຢຮັນ 1:18; ເຢເລມີ 36:23

II. ສອງ ຂ້າພະເຈົ້າຢາກໃຫ້ທ່ານເຫັນສິ່ງໜື່ງທີ່ພວກເຮົາຈະພາກັນເຮັດໃນສະຫວັນ ພະນິມິດ 5:9