Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ພຣະຄຣິສຊົງປະເສີດຕໍ່ຄົນທັງຫຼາຍທີ່ກັບໃຈໃຫມ່ແທ້ເທົ່ານັ້ນ

CHRIST PRECIOUS TO REAL CONVERTS ONLY!
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ, ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 2/2/2014
A sermon preached at the Baptist Tabernacle of Los Angeles
Lord’s Day Morning, February 2, 2014

“ເຫດສັນນັ້ນພຣະອົງຊົງມີຄ່າອັນປະເສີດສໍາຫລັບທ່ານທັງຫຼາຍທີ່ເຊື່ອ” (1 ເປໂຕ 2:7)


ສະເປີໂຈນອາຍຸສິບຫົກປີຕອນທີ່ລາວເທດສະໜາຄັ້ງທໍາອິດ, ລາວໄດ້ສອນໂຮງ ຮຽນວັນອາທິດປະມານປີໜື່ງນັບຕັ້ງແຕ່ລາວຮັບເຊື່ອ, ໂຮງຮຽນວັນອາທິດແມ່ນຖືກສອນ ໃນຕອນບ່າຍຊື່ງຍັງເປັນຄວາມຈິງຢູ່ໃນສ່ວນຂອງສະຫະລາຊະອານາຈັກ, ລາວໄດ້ຮັບຜົນ ສໍາເລັດຫຼາຍທີ່ມີຄູຄົນອື່ນໆມາຊ່ວຍລາວພ້ອມດ້ວຍບົດຮຽນຂອງເຂົາເຈົ້າ, ລາວຍັງໄດ້ເຂົ້າ ຮ່ວມທີ່ສະມາຄົມນັກເທດເລເຊັ່ນກັນ, ມີມື້ໜື່ງຫົວໜ້າສະມາຄົມບອກສະເປີໂຈນໃຫ້ໄປກັບ ຄົນໜຸ່ມຄົນໜື່ງຊື່ງຖືກແຕ່ງຕັ້ງໃຫ້ເທດສະໜາບົດເທດທໍາອິດຂອງຕົນ, ໃນຂະນະທີ່ພວກ ເຂົາກໍາລັງຍ່າງໄປນະມັດສະການຢູ່ບ້ານນັ້ນ, ທັນໃດນັ້ນສະເປີໂຈນກໍເຂົ້າໃຈທັນທີວ່າຕົນ ເອງຄືຜູ້ທີ່ຈະຕ້ອງເທດ, ໝູ່ທີ່ໄປນໍາກັນບອກລາວວ່າຈະບໍ່ມີການເທດສະໜານອກຈາກລາວ ຈະເປັນຄົນເທດ, ໃນຂະນະທີ່ພວກເຂົາຍ່າງໄປນັ້ນສະເປີໂຈນກໍຄິດວ່າ “ຂ້ອຍສາມາດບອກ [ຄົນ]ຈົນບໍ່ຫຼາຍເຖິງເລື່ອງຄວາມອອ່ນຫວານແລະຄວາມຮັກຂອງພຣະເຢຊູ”

ດັ່ງນັ້ນສະເປີໂຈນຜູ້ມີອາຍຸສິບຫົກປີຈື່ງໄດ້ເທດສະໜາບົດເທດທໍາອິດຂອງຕົນ-ໃນຂໍ້ ພຣະຄໍາພີຂອງພວກເຮົາ

“ເຫດສັນນັ້ນພຣະອົງຊົງມີຄ່າອັນປະເສີດສໍາຫລັບທ່ານທັງຫຼາຍທີ່ເຊື່ອ” (1 ເປໂຕ 2:7)

ລາວມີຢ້ານຫຼາຍໃນຕອນທີ່ຢືນຂື້ນເພື່ອເທດສະໜາບົດເທດທໍາອິດໃນຊີວິດຂອງຕົນ ແຕ່ລາວກໍຈັບມັນຂື້ນມາຢູ່ໃນຂໍ້ພຣະຄໍາພີທີ່ຄໍາເວົ້າຕ່າງໆໄຫຼອອກມາຈາກປາກຂອງລາວ, ລາວເວົ້າວ່າ “ພຣະຄຣິສຊົງປະເສີດຫຼາຍຕໍ່ຈິດວິນຍານຂອງຂ້າພະເຈົ້າ…ຂ້າພະເຈົ້າບໍ່ສາ ມາດງຽບໄດ້ເມື່ອພຣະເຢຊູຜູ້ປະເສີດຄືຫົວຂໍ້ຂອງຂ້າພະເຈົ້າ” ລາວຈື່ໄດ້ໃນຄວາມເປັນທາດ ບາບຂອງຕົນ,ການກືນກິນແຫ່ງແປວໄຟຊື່ງໄດ້ເກີດຂື້ນອ້ອມຮອບຈິດສໍານຶກທີ່ທຸກທໍລະມານຂອງລາວ, ລາວມີຄວາມຮູ້ສຶກວ່າລາວພ້ອມທີ່ຈະຖືກຖີ້ມລົງໃນບຶງໄຟເປັນນິດນິລັນ, ໂດຍ ການຄິດໄດ້ເຖິງຄວາມເປັນຕາຢ້ານທີ່ລາວໄດ້ພົບເຈີໃນການກັບໃຈໃຫມ່ຂອງລາວເມື່ອໜື່ງປີ ກ່ອນໜ້ານີ້, ລາວສາມາດເວົ້າແບບງ່າຍໆເຖິງຄວາມປະເສີດຂອງພຣະເຢຊູ, ລາວເວົ້າວ່າ ພຣະຜູ້ຊ່ວຍໃຫ້ລອດ “ໄດ້ດຶງຂ້ອຍຂື້ນໃນຖານະທີ່ຂ້ອຍເປັນງ່າໜື່ງຈາການເຜົາໄໝ້, ແລະ ວາງຂ້ອຍລົງເທິງກ້ອນຫີນແລ້ວເອົາບົດເພງໃຫມ່ໃສ່ໃນປາກຂອງຂ້າພະເຈົ້າ”

ສະເປີໂຈນຍັງສືບຕໍ່ເທດສະໜາອີກຫົກເລື່ອງໃນຂໍ້ນີ້,ເລື່ອງລ້າສຸດໃນປີ 1890 ບໍ່ ພໍເທົ່າໃດເດືອນກ່ອນທີ່ລາວຈະຕາຍ, ຂ້າພະເຈົ້າຄິດເຖິງຊາຍໜຸ່ມສິບຫົກປີຄົນນີ້ທີ່ເທດສະ ໜາເລື່ອງຄວາມປະເສີດຂອງພຣະເຢຊູ, ຂ້າພະເຈົ້າສົງໄສຖ້າຈະມີໄວລຸ້ນຄົນໃດເລືອກຫົວ ຂໍ້ນີ້ໃນສະໄໝຂອງພວກເຮົາ, ສໍາລັບຂ້າພະເຈົ້າໃນປະຈຸບັນເບິ່ງຄືວ່າຈະເປັນຄົນໜຸ່ມທີ່ຫາ ຍາກສຸດໆຊື່ງຈະເລືອກເທດບົດເທດສະໜາທໍາອິດໃນຂໍ້ນີ້:

“ເຫດສັນນັ້ນພຣະອົງຊົງມີຄ່າອັນປະເສີດສໍາຫລັບທ່ານທັງຫຼາຍທີ່ເຊື່ອ” (1 ເປໂຕ 2:7)

ເພື່ອຄວາມແນ່ໃຈຊາດສະເປີໂຈນຄືຄົນໜຸ່ມທີ່ຫາຍາກຄົນໜື່ງ, ແມ່ນຂ້າພະເຈົ້າສົງ ໄສວ່າຄົນໜຸ່ມໃນປະເທດອາເມລິກາຈະກ້າແມ້ແຕ່ຄິດທີ່ຈະເທດໃນຫົວຂໍ້ຄວາມປະເສີດຂອງ ພຣະຄຣິສ,ການເທດສະໜາເລື່ອງຂ່າວປະເສີດເກືອບບໍ່ມີການເທດເລີຍໃນຄຣິສຕະຈັກຫຼາຍ ແຫ່ງຂອງພວກເຮົາໃນຍຸກປະຈຸບັນນີ້, ຂ້າພະເຈົ້າໄດ້ຊີ້ແຈ້ງແລ້ວໃນບົດເທດກສະໜາຂອງ ຂ້າພະເຈົ້າໃນວັນອາທິດແລ້ວນີ້ “ເປັນຫຍັງຈື່ງມີການເທດສະໜາຂ່າວປະເສີດໜ້ອຍໃນປະ ຈຸບັນ?” ດຽວນີ້ຄົນໜຸ່ມຄືຊິບໍ່ມັກແມ່ນແຕ່ຈະຄິດເຖິງການເທດສະໜາເລື່ອງຂ່າວປະເສີດ ແລະດ້ວຍການເນັ້ນໜັກແບບ“ໃຫມ່”ໃນຫົວຂໍ້ທີ່ເອີ້ນວ່າການເທດສະໜາແບບ “ອະທິບາຍ”, ແນ່ນອນເຂົາຈະບໍ່ເລືອກທີ່ຈະເທດທັງເລື່ອງໂດຍມີຂໍ້ພຣະຄໍາພີເຄີ່ງໜື່ງ! ຄົນໜຸ່ມໃນປະຈຸ ບັນນີ້ຈະເລືອກບົດເທດເພື່ອເທດກັບຄຣິສຕຽນໂດຍມີຂໍ້ພຣະຄໍາພີຫ້າຂໍ້ຫຼືຫຼາຍກວ່ານັ້ນຕາມ ວິທີເທດສະໜາແບບ“ອະທິບາຍ”ທີ່ຕາຍໄປແລ້ວຊື່ງຕອນນີ້ຍັງເປັນທີ່ນິຍົມຢູ່, ແລະຄົນໜຸ່ມ ໃນປະຈຸບັນນີ້ໜ້າຈະບໍ່ສາມາດເທດດ້ວຍຄວາມຫລົງໄຫຼໃນຫົວຂໍ້ “ຄວາມປະເສີດຂອງ ພຣະເຢຊູໄດ້, ເປັນຫຍັງ? ເພາະມັນຄືກັບວ່າຄົນໜຸ່ມໃນປະຈຸບັນບໍ່ໄດ້ຜ່ານຄວາມເຈັບປວດ ແລະຄວາມຍິນດີແຫ່ງການກັບໃຫມ່ທີ່ແທ້ຈິງ! ຈົ່ງມາເຮັດຄືກັບສະເປີໂຈນຈາກນັກເທດທີ່ ເທດສະໜາຢູ່ຕາມບ້ານ, ຄົນໜຸ່ມບໍ່ສົງໄສທີ່ຖືກນໍາດ້ວຍສຽງພຶມພໍາແບບທີ່ເອີ້ນວ່າ “ຄໍາ ອະທິຖານຂອງຄົນບາບ” ຕອນທີ່ເຂົາອາຍຸໄດ້ສອງຫຼືສາມປີ, ເຂົາຈະບໍ່ສົງໄສທີ່ຖືກບອກວ່າ ເຂົາລອດແລ້ວຕະຫຼອດຊີວິດເພາະເຂົາໄດ້ອະທິຖານຕາມແລ້ວ, ສັນນັ້ນໄວລຸ້ນສະໄໝ ໃຫມ່ຖືກປຸ້ນໃນການມີຊີວິດທີ່ແທ້ຈິງ,ປະສົບການຊີວິດທີ່ປ່ຽນແປງກັບພຣະເຢຊູ, ນັ້ນແລະຄື ເຫດຜົນທີ່ 90% ຂອງຄົນໜຸ່ມສາວໃນອາເມລິກາທີ່ຖືກລ້ຽງໃຫຍ່ມາໃນຄຣິສຕະຈັກທັງ ຫຼາຍຖີ້ມຄຣິສຕະຈັກໄປກ່ອນທີ່ພວກເຂົາຈະອາຍຸໄດ້ 25 ປີ,“ບໍ່ເຄີຍກັບມາອີກເລີຍ” ອີງ ຕາມຜົນສໍາລວດຂອງຈອດບານາ, ແຕ່ສະເປີໂຈນບໍໄດ້ໃຫຍ່ມາໃນຄຣິສຕະຈັກ “ນັກຕັດສິນ ໃຈນິຍົມ”ທີ່ເຊື່ອວ່າຄວາມລອດໂດຍຜ່ານການ“ອະທິຖານຢ່າງໄວວາ”, ການທໍາລາຍຈິດວິນ ຍານຈົນຕາຍຍັງບໍ່ທັນໄດ້ເຂົ້າມາສູ່ຄຣິສຕະຈັກທັງຫຼາຍເທື່ອ, ດັ່ງນັ້ນ“ນັກເທດໜຸ່ມ” ຈື່ງເອົາ 1 ເປໂຕ 2:7 ເປັນຂໍ້ພຣະຄໍາພີໃນການເທດສະໜາຄັ້ງທໍາອິດຂອງຕົນ - ແລະເທດອອກ ໄປດ້ວຍຄວາມເຂັ້ມແຂງແລະການເຈີມທີ່ຍິ່ງໃຫຍ່.(Information on C. H. Spurgeon’s first sermon based on Thomas J. Nettles, Ph.D., Living By Revealed Truth: The Life and Pastoral Theology of Charles Haddon Spurgeon, Christian Focus Publications, 2013, pp. 58, 59).

“ເຫດສັນນັ້ນພຣະອົງຊົງມີຄ່າອັນປະເສີດສໍາຫລັບທ່ານທັງຫຼາຍທີ່ເຊື່ອ” (1 ເປໂຕ 2:7)

ຂ້າພະເຈົ້າຈະຂໍໃຫ້ຄໍາແນະນໍາສອງຂໍ້ໃນພຣະຄໍາຂໍ້ນີ້

I. ໜື່ງ ຄົນທີ່ເຊື່ອພວກນັ້ນແມ່ນໃຜ?

“ພຣະອົງຊົງມີຄ່າອັນປະເສີດສໍາຫລັບທ່ານທັງຫຼາຍທີ່ເຊື່ອ”(1 ເປໂຕ 2:7)

ຄົນສ່ວນຫຼາຍເປັນຄົນບໍ່ເຊື່ອໃນປະຈຸບັນນີ້, ຄົນທີ່ເຊື່ອແທ້ຫາຍາກຂື້ນເລື່ອຍໆ, ແມ່ນແຕ່ໂຮງຮຽນພຣະຄໍາພີກໍຫາຍາກ, ຈອນເອັສ.ດິກເກີສັນ ໄດ້ຂຽນໜັງສືທີ່ວ່າສິດຍາພິ ບານທຸກຄົນແລະຄຣິສຕຽນທີ່ເຄັ່ງຄັດທຸກຄົນຄວນຈະອ່ານ, ມັນມີຊື່ວ່າ ການຖອຍຫຼັງຂອງ ຂ່າວປະເສີດອັນຍິ່ງໃຫຍ່ (Baker Books, 2013). ຂ້າພະເຈົ້າບໍ່ເຫັນດ້ວຍທີ່ລາວຂຽນໃນສ່ວນ ທີ່ສອງຂອງໜັງສືແຕ່ສ່ວນທໍາອິດຄວນຈະໃສ່ລົງໄປໃນລາຍການ “ຕ້ອງອ່ານ” ຂອງທ່ານ, ນີ້ຄືສິ່ງທີ່ດິກເກີສັນເວົ້າກ່ຽວກັບຂ່າວປະເສີດຂອງພວກເຮົາແລະຄຣິສຕະຈັກທັງຫຼາຍທີ່ເນັ້ນ ຮາກຖານເດີມໄວ້.

ຄຣິສຕະຈັກຄົນອາເມລິກາແມ່ນຢູ່ເທິງໜ້າຜາຂອງການຖອຍຫຼັງຝ່າຍຈິດ ວິນຍານ, ສະມາຊິກທັງໝົດກໍາລັງຈົ່ມລົງ, [ຄົນ] ໜຸ່ມສາວກໍາລັງບິນໜີ [ໄປຈາກຄຣິສຕະຈັກຫຼາຍແຫ່ງ], ການຖະວາຍຂອງພວກເຮົາກໍາລັງເຫືອດ ແຫ້ງ, ຄວາມຮ້ອນຮົນຂອງການເມືອງກໍາລັງແບ່ງແຍກພວກເຮົາ, ຈົນກະ ທັ່ງຈຸດວິກິດເຫຼົ່ານີ້ໄດ້ກືນກິນຂ້າງໃນຄຣິສຕະຈັກ, ຄັ້ງໜື່ງວັດທະນາທໍາເຈົ້າ ບ້ານທີ່ເຄີຍເປັນມິດຂອງສະຫະລັດອາເມລິກາກໍາລັງກາຍບໍ່ເປັນມິດຢ່າງໄວວາ ແລະເປັນປໍລະປັກກັນ…
         ອາຈານຈອນດິກເກີສັນຍົກໃຫ້ເຫັນຫົກປັດໄຈທີ່ກໍາລັງກັດເຊາະຄຣິສ ຕະຈັກຊາວອາເມລິກາຢູ່…(ຫຼັງປົກໜັງສື)

ລາວເວົ້າວ່າຈໍານວນຂອງພວກຂ່າວປະເສີດແລະພວກເນັ້ນຮາກຖານເດີມໄດ້ຟູ່ຂື້ນຢ່າງໃຫຍ່ ຫຼວງ,ລາວວ່າມີພຽງແຕ່ 7% ຂອງຄົນອາເມລິກາເທົ່ານັ້ນທີ່ເປັນພວກຂ່າວປະເສີດແລະ ພວກຮາກຖານເດີມ, ລາວເວົ້າວ່າສ່ວນຄົນທີ່ເຫຼືອໃນປະເທດຂອງພວກເຮົາຊັງພວກເຮົາ, ລາວເວົ້າວ່າພວກເຮົາຢູ່ໃກ້ຈຸດທີ່ຈະລົ້ມສະລາຍແລ້ວ, ລາວເວົ້າວ່າ 80 ຫາ 90% ຂອງ ຄົນໜຸ່ມສາວອອກໄປຈາກຄຣິສຕະຈັກໃນຊ່ວງອາຍຸ 25 ປີແລະບໍ່ເຄີຍກັບມາອີກເລີຍ, ລາວເວົ້າວ່າພວກເຮົາກໍາລັງຖືກແບ່ງແຍກ,ພວກເຮົາຈໍານວນ 70% ບໍ່ສະໜັບສະໜູນສິດທິ ທາງສາສະໜາແລະພັກຣີພັບລິກັນອີກ, ລາວເວົ້າວ່າພວກຂ່າວປະເສີດແລະພວກຮາກຖານ ເດີມບໍ່ຈະເລີນເຕີບໃຫຍ່ພໍທີ່ຈະບໍາລຸງການເຕີບໂຕຂອງປະຊາກອນໄດ້, ລາວວ່າ “ເປີເຊັນ ຂອງພວກຂ່າວປະເສີດຫຼຸດລົງທຸກໆຍຸກສະໄໝໃນຂະນະທີ່ເປີເຊັນຂອງພວກທີ່ບໍ່ເຊື່ອວ່າມີ ພຣະເຈົ້າແລະບໍ່ເຊື່ອພຣະເຈົ້ານັ້ນເພີ່ມໃນພວກຄົນໜຸ່ມສາວ, ຜົນກະທົບເກີນຊ່ວງເວລາຈະ ເປັນຄືກັບທໍາສຶນາມິທີ່ເຄື່ອນຍ້າຍວັດທະນາໃນຕອນທີ່ຜູ້ສູງອາຍຸຕາຍໄປແລ້ວ…45 ເປີເຊັນ ຂອງພວກຂ່າວປະເສີດຈະຕາຍພາຍໃນຊາວເກົ້າປີຕໍ່ມາ - ໝາຍຄວາມວ່າພວກຂ່າວປະ ເສີດ[ຈະ]ຫຼຸດລົງຈາກ 7% ຂອງຈໍານວນຄົນອາເມລິກາເຫຼືອພຽງ 4% ຫຼືໜ້ອຍກວ່າ[ເຫດ ສັນນັ້ນ]ໃນປີ 2030 ຫຼື 2040 ສະຫະລັດອາເມລິກາຈະມີແຕ່ພວກບໍ່ເຂົ້າໂບດແລະຄົນບໍ່ ເຊື່ອຫຼາຍເກີນກວ່າທີ່[ພວກເຮົາ]ທຸກຄົນຈະຈິນຕະນາການໄດ້”(ເຫຼັ້ມດຽວກັນໜ້າ113,116) ລາວຍັງໄດ້ຊີ້ໃຫ້ເຫັນວ່າຄຣິສຕະຈັກໃຫຍ່ທັງຫຼາຍຄືກັບຂອງຣິກວໍເຣນ ແລະຂອງໂຈເອວ ອອສຕີນເຮັດໃຫ້ມີໜ້ອຍຄົນກັບໃຈໃຫມ່ຈາກໂລກ,ພວກເຂົາພຽງແຕ່ຈະເລີນຂື້ນໂດຍການ ປ່ຽນຈາກຄຣິສຕະຈັກທີ່ນ້ອຍກວ່າເທົ່ານັ້ນ-ດັ່ງນັ້ນພວກເຂົາບໍ່ເພີ່ມຄົນເຂົ້າໄປເພື່ອໃຫ້ເປັນ ຈໍານວນພວກຂ່າວປະເສີດໝົດ (ເຫຼັ້ມດຽວກັນໜ້າ 117, 118).

ລາວເວົ້າວ່າຈໍານວນ“ຄົນທີ່ຊື່ອ”ທັງໝົດກໍາລັງຫຼຸດລົງທຸກໆປີຢູ່ໃນປະເທດອາເມລິກາຄືກັບທີ່ພວກເຮົາໄດ້ສະແດງໃຫ້ເຫັນແລ້ວໃນໜັງສືຂອງເຮົາເທດສະໜາຕໍ່ຊົນຊາດທີ່ກໍາລັງ ຕາຍແລະການປະຖີ້ມຄວາມເຊື່ອໃນປະຈຸບັນພວກຂ່າວປະເສີດສ່ວນໃຫຍ່ແລະພວກຮາກຖານເດີມບໍ່ໄດ້ບັງເກີດໃຫມ່,ຍັງບໍ່ໄດ້ກັບໃຈໃຫມ່,ຍັງບໍ່ລອດ! ເຫດຜົນໜື່ງກໍເພາະວ່າມີການ ເທດສະໜາຂ່າວປະເສີດເລື່ອງພຣະຄຣິສໜ້ອຍຫຼາຍ! ບໍ່ຕ້ອງແປກໃຈທີ່ດຣ.ໄມໂຄຮໍຕັນຖືກ ບັງຄັບໃຫ້ຂຽນໜັງສືເລື່ອງຄຣິສຕຽນທີ່ບໍ່ມີພຣະຄຣິສ The Alternative Gospel of the American Church (Baker Books, 2008) ສິດຍາພິບານທຸກຄົນຄວນອ່ານໜັງສືຂອງ ດຣ. ຮໍຕັນແລະໜັງສືຂອງຈອນດິກເກີສັນ, ສ່ວນທີ່ໜື່ງໃນໜັງສືຂອງດິກເກີສັນມີຄວາມສໍາຄັນ ຫຼາຍ, ແຕ່ຈົ່ງຈື່ໄວ້ວ່າໂດຍສ່ວນຕົວແລ້ວຂ້າພະເຈົ້າຄິດວ່າສ່ວນທີ່ສອງໃນໜັງສືຂອງລາວບໍ່ ຄ່ອຍຈະມີຄຸນຄ່າເລີຍ, ມັນຂື້ນກັບ “ເທັກນິກ” ຫຼາຍກວ່າທີ່ຈະເປັນການກັບໃຈໃຫມ່ທີ່ພຣະ ເຈົ້າປະທານໃຫ້ແລະການຟື້ນຟູທີ່ພຣະເຈົ້າປະທານໃຫ້.

ຮູບແບບຂອງ “ການຟື້ນຟູ” ທີ່ດິກເກີສັນເວົ້າເຖິງການສ້າງຂື້ນຕາມລັກສະນະຂອງ ຟີນນີ່ຊື່ງດຣ.ເດວິດແວວໄດ້ວິຈານ, ເອີ້ນມັນວ່າ“ບາງສິ່ງທີ່ສາມາດຈັດການໄດ້ໂດຍຄຣິສຕະ ຈັກແລະຄວາມເໝາະສົມຂອງເທັກນິກ” (David F. Wells, Ph.D., No Place for Truth: or Whatever Happened to Evangelical Theology?, Eerdmans, 1993, p. 296).

ການຈັດການຕົນເອງໂດຍການວາງແຜນປ່ຽນແປງຄຣິສຕະຈັກບໍ່ໄດ້,ແນ່ນອນມັນ ສ້າງການຟື້ນຟູແທ້ແຕ່ດິກເກີສັນຍັງສືບຕໍ່ບອກພວກເຮົາວ່າພວກເຮົາສາມາດມີ“ການຟື້ນຟູ” ໂດຍການໃຊ້ຮູບແບບຂອງລາວຂອງ“ລັດທິຟິນນີ່”, ຂ້າພະເຈົ້າເຫັນດ້ວຍກັບດຣ.ເດວິດແວວ ທຸກປະການວ່າ“ການຟື້ນຟູ”ປະເພດນີ້ບໍ່ສາມາດຊ່ວຍພວກເຮົາໄດ້,ດຣ.ແວວກ່າວວ່າ “ສິ່ງທີ່ ຄຣິສຕະຈັກຕ້ອງການດຽວນີ້ບໍ່ແມ່ນການຟື້ນຟູແຕ່ເປັນການປະຕິຮູບໃຫມ່” (ເຫຼັ້ມດຽວ ກັນ), ນັ້ນຄືສິ່ງທີ່ ດຣ.ໂທເຊີ ໝາຍເຖິງເມື່ອລາວກ່າວວ່າ “ໂລກຂ່າວປະເສີດທັງໝົດແມ່ນ ຂອບເຂດກວ້າງໃຫຍ່ທີ່ບໍ່ເອື້ຍອໍານວຍຕໍ່ຄວາມເຂັ້ມແຂງຂອງຊາວຄຣິສຕຽນ… ຂ້າພະເຈົ້າ ໝາຍເຖິງຝູງຊົນທີ່ເຊື່ອພຣະຄໍາພີ” “ພວກເຮົາຕ້ອງມີປະຕິຮູບໃຫມ່, ມັນຕ້ອງມາທໍາລາຍ ຢ່າງຮຸນແຮງກັບພວກທີ່… ເປັນຄົນນັບຖືສາສະໜາປອມຊື່ງຜ່ານເຂົ້າມາໃນປະຈຸບັນນີ້ເພື່ອ ຄວາມເຊື່ອຂອງພຣະຄຣິສແລະໄດ້ແຜ່ຂະຫຍາຍໄປທົ່ວມຸມໂລກ” (A. W. Tozer, D.D., Of God and Men, pp. 12-13; We Travel an Appointed Way, pp. 110-113).

ຮາກແຫ່ງບັນຫາຂອງພວກເຮົາວາງລົງໃນຄວາມເປັນຈິງທີ່ວ່າມີພວກຂ່າວປະເສີດ ແລະພວກເນັ້ນຮາກຖານເດີມຫຼາຍຄົນຍັງບໍ່ໄດ້ກັບໃຈໃຫມ່, ພວກເຂົາຄື“ຜູ້ທີ່ເຊື່ອ”ໃນຫຼັກຄໍາ ສອນບາງຢ່າງ, ພວກເຂົາຄື“ຜູ້ທີ່ເຊື່ອ”ໃນຂໍ້ພຣະຄໍາພີບາງຂໍ້, ພຣະຄຣິສເອງບໍ່ແມ່ນຜູ້ປະ ເສີດຕໍ່ພວກເຂົາເພາະພວກເຂົາບໍ່ແມ່ນ “ຜູ້ທີ່ເຊື່ອ” ໃນພຣະເຢຊູ.

“ເຫດສັນນັ້ນພຣະອົງຊົງມີຄ່າອັນປະເສີດສໍາຫລັບທ່ານທັງຫຼາຍທີ່ເຊື່ອ” (1 ເປໂຕ 2:7)

ສະເປີໂຈນກ່າວວ່າອັນນີ້ແນ່ໃສ່ການເຊື່ອໃນພຣະເຢຊູພຣະອົງເອງ, ລາວບອກວ່າຄວາມ ເຊື່ອແທ້ຄື “ເມື່ອມະນຸດຄົນໜື່ງເຊື່ອໃນພຣະເຢຊູ, ເຂົາໄດ້ພັກຜ່ອນເທິງພຣະອົງ…[ເຂົາສາ ມາດເວົ້າໄດ້ວ່າ] ‘ຂ້ອຍເຊື່ອວ່າບຸລຸດຜູ້ຊົງສະງ່າລາສີ,ຄວາມເຊື່ອວາງໃຈຂອງຂ້ອຍແມ່ນຢູ່ ໃນພຣະອົງ’[ພຣະຄຣິສຊົງເປັນ]ຄວາມລອດແລະເປັນຄວາມປາດຖະໜາທຸກຢ່າງຂອງເຂົາ …ຖ້າທ່ານຫາກເປັນຜູ້ທີ່ເຊື່ອຄົນໜື່ງໃນແລະເທິງພຣະອົງ, ພຣະອົງກໍຈະເປັນຜູ້ປະເສີດຕໍ່ ທ່ານເກີນການປຽບທຽງໃດທັງໝົດ” (C. H. Spurgeon, The Metropolitan Tabernacle Pulpit, Pilgrim Publications, 1978 reprint, volume 54, pp. 470, 471).

“ເຫດສັນນັ້ນພຣະອົງຊົງມີຄ່າອັນປະເສີດສໍາຫລັບທ່ານທັງຫຼາຍທີ່ເຊື່ອ” (1 ເປໂຕ 2:7)

ຈົນກວ່າທ່ານຈະສໍານຶກເລື່ອງຄວາມບາບທ່ານຈະບໍ່ຮູ້ສຶກຕ້ອງການທີ່ຈະເຊື່ອວາງ ໃຈໃນພຣະເຢຊູ, ຈົນກວ່າທ່ານສໍານຶກເລື່ອງຄວາມບາບທ່ານຈະເຊື້ອງໜ້າຂອງທ່ານຈາກ ພຣະອົງແລະບໍ່ເຄົາລົບນັບຖືກພຣະອົງ (ອິດສະຢາ 53:3) ແຕ່ເມື່ອພຣະວິນຍານບໍລິສຸດ ເຮັດໃຫ້ທ່ານຮູ້ສຶກເຖິງການກະບົດແລະເຖິງອັນຕະລາຍແຫ່ງຄວາມຊົ່ວໃນໃຈຂອງທ່ານ, ທ່ານຈະກຽດຊັງຕົນເອງ, ຫຼັງຈາກນັ້ນທ່ານຈະຮູ້ສຶກວ່າພຣະເຢຊູຊົງປະເສີດ.

ທ່ານອາດຈະຕ້ອງໄປຜ່ານການສໍານຶກຫຼາຍຢ່າງກ່ອນຄວາມດື້ດຶງຂອງທ່ານ, ໃຈ ບາບທີ່ຍອມຕໍ່ພຣະເຢຊູ,ເມື່ອທ່ານຮູ້ສຶກວ່າທ່ານບໍ່ມີຄວາມຫວັງໃນໂລກນີ້ອີກຕໍ່ໄປ,ເມື່ອທ່ານ ຮູ້ສຶກວ່າທ່ານເປັນຄົນເຄາະຮ້າຍດ້ວຍບໍ່ມີຄວາມຫວັງແຫ່ງການປ່ຽນແປງຕົນເອງ, ຈາກນັ້ນ ທ່ານຈະຖືກຊັກຈູງໃຫ້ເຊື່ອວາງໃຈໃນພຣະເຢຊູເອງແລະຖືກຊໍາລະລ້າງຈາກຄວາມຜິດບາບຂອງທ່ານໂດຍພຣະໂລຫິດອັນປະເສີດ, ຫຼັງຈາກນັ້ນແລະທ່ານກໍຈະເປັນຜູ້ທີ່ເຊື່ອໃນພຣະ ເຢຊູ,ໃນປະສາດສໍາພັດແຫ່ງຂໍ້ພຣະຄໍາພີຂອງເຮົາ,

“ເຫດສັນນັ້ນພຣະອົງຊົງມີຄ່າອັນປະເສີດສໍາຫລັບທ່ານທັງຫຼາຍທີ່ເຊື່ອ” (1 ເປໂຕ 2:7)

II. ສອງ ເປັນຫຍັງພຣະຄຣິສຈື່ງປະເສີດຕໍ່ຄົນເຫຼົ່ານັ້ນທີ່ເຊື່ອ?

ພາສາກຣີກແປຄໍາວ່າ “ປະເສີດ” ເປັນ “ທີເມ” ໝາຍເຖິງຊົງຄຸນຄ່າ,ແພງ,ມີລາຄາ (ສະບັບ Strong), ມີພຽງແຕ່ເມື່ອທ່ານຮູ້ສຶກວ່າທ່ານຄືຜູ້ຫຼົງຫາຍໃນບາບທ່ານຈື່ງຈະມາຫາ ພຣະເຢຊູແລະວາງໃຈໃນພຣະອົງ - ນອກຈາກນັ້ນບໍ່ມີອີກແລ້ວ! ແລະເມື່ອທ່ານວາງໃຈໃນ ພຣະອົງທ່ານກໍຈະເຫັນວ່າພຣະອົງແລະພຣະອົງຜູ້ດຽວຊົງມີຄ່າ,ຊົງຄຸນຄ່າແລະຊົງປະເສີດ! ຈາກນັ້ນແລະພຽງເທົ່ານັ້ນທ່ານກໍຈະສາມາດຮ້ອງອອກຈາກໃຈຂອງທ່ານບົດເພງທ້າວກຣິຟຟິດໄດ້ຮ້ອງໄປມື້ກີ້ນີ້:

ຜູ້ຊົງປະເສີດຄືພຣະເຢຊູ,ພຣະຜູ້ຊ່ວຍແລະກະສັດຂອງຂ້າ
ຂ້າຈະຮ້ອງສັນເສີນພຣະອົງຕະຫຼອດວັນດ້ວຍຄວາມຍິນດີ
ຄວາມອ່ອນແອຂອງຂ້າພຣະອົງຊົງເພີ່ມແຮງໃຫ້ຂ້າໄດ້ຍຶດໄວ້
ເພາະພຣະອົງຊົງປະເສີດຕໍ່ຂ້າຫຼາຍ
ເພາະພຣະອົງຊົງປະເສີດຕໍ່ຂ້າຫຼາຍ ເພາະພຣະອົງຊົງປະເສີດຕໍ່ຂ້າຫຼາຍ
ຈົນເຖິງສິ່ງທີ່ຢູ່ໃຕ້ສະຫວັນໃຫ້ພຣະຜູ້ຊ່ວຍຂອງຂ້າໄດ້ຮູ້
ເພາະພຣະອົງຊົງປະເສີດຕໍ່ຂ້າຫຼາຍ
(ເພາະພຣະອົງຊົງປະເສີດຕໍ່ຂ້າຫຼາຍ” ໂດຍ: ຊາດສ໌.ເອັຊ.ກາບຣຽວ 1856-1932).

ຫຼັງຈາກທີ່ໄດ້ວາງໃຈໃນພຣະເຢຊູລູເທີສາມາດຮ້ອງບົດເພງນັ້ນໄດ້! ຫຼັງຈາກທີ່ຮັບ ເຊື່ອພຣະເຢຊູວິດຟີວກໍສາມາດຮ້ອງໄດ້! ນັກເທດທຸກໆຄົນສາມາດຮ້ອງເພງນັ້ນໄດ້ເຊັ່ນ ດຽວກັນ - ຈອນບັນຢັນ,ຈອນເວສລີ,ວິລລ້ຽມໂຣແມນ,ອໍກັສຕັສໂທແພລດດີ,ຈອນນິວຕັນ, ໂຣເບີດຮໍ,ຈໂນາທານເອັດເວີດ,ທິໂມທີດະໄວ,ກິລເບີດເທັນເນັ້ນ, ວິລລ້ຽມວິລລ້ຽມສ໌, ຮໍເວວ ແຮຣິສ,ແດນນຽວໂຣແລນ,ຄຣິສມາສອີແວນ,ຊາດສ໌ໄຊມອນ,ໂຣເບີດເມີເຣແມັກຄີນ,ຊີ.ເອັຊ ສະເປີໂຈນ,ມາຕິນລອຍ-ໂຈນ,ເອ.ດັບໂບຢູ.ໂທເຊີ ແລະຄົນເປັນພັນໆຄົນທີ່ເຊື່ອວາງໃຈໃນ ພຣະເຢຊູໄດ້ພົບສັນຕິສຸກຜ່ານຄວາມເຊື່ອໃນພຣະອົງ,ແລະໄດ້ເທດສະໜາພຣະຄຣິສແລະ ການເສຍສະຫຼະຂອງພຣະອົງໃນມື້ສຸດທ້າຍຂອງພວກເຂົາ! ຜູ້ຂຽນໜັງສືອະທິບາຍຊາວພິວ ຣິທັນຈອນແທຣັບ (1601-1669) ກ່າວໄວ້ວ່າພຣະເຢຊູຄື “ນໍ້າເຜີ້ງໃນປາກ,ສຽງເພງໃນຫູ ແລະຄວາມຍິນດີໃນຫົວໃຈ”

“ເຫດສັນນັ້ນພຣະອົງຊົງມີຄ່າອັນປະເສີດສໍາຫລັບທ່ານທັງຫຼາຍທີ່ເຊື່ອ” (1 ເປໂຕ 2:7)

ສະເປີໂຈນຜູ້ຍິ່ງໃຫຍ່ “ເຈົ້າຊາຍແຫ່ງນັກເທດ” ກ່າວໄວ້ວ່າພຣະເຢຊູຊົງເປັນ

ປະເສີດໃນແກ່ນແທ້ຂອງພຣະອົງ - ໃນສິ່ງທີ່ພຣະອົງຊົງເປັນ
   ປະເສີດເພາະພຣະອົງບໍ່ສາມາດຊື້ໄດ້ - ນັບຕັ້ງແຕ່ພຣະອົງຊົງມີຄ່າ
     ປະເສີດເພາະພຣະອົງບໍ່ສາມາດມີຄູ່ແຂງໄດ້ -ນັບຕັ້ງແຕ່ພຣະອົງຊົງສົມ
       ບູນແບບ! ໜື່ງດຽວ!
         ປະເສີດເພາະພຣະອົງບໍ່ສາມາດຫຼົງຫາຍໄດ້-ນັບຕັ້ງແຕ່ເຮົາວາງໃຈເຊື່ອ ໃນພຣະອົງ, ເຮົາບໍ່ສາມາດສູນເສຍພຣະອົງໄດ້!
           ປະເສີດເພາະພຣະອົງບໍ່ສາມາດຖືກທໍາລາຍໄດ້-ນັບຕັ້ງແຕ່ທີ່ພຣະອົງ ຊົງດໍາລົງຢູ່ເບື້ອງເທິງ
             ປະເສີດເພາະສິ່ງທີ່ພຣະອົງຊົງເຮັດເພື່ອເຮົາ -

ພຣະອົງຊົງເອົາຄວາມຊົ່ວຂອງເຮົາວາງລົງເທິງພຣະອົງເອງ ແລະ ຊົງຕາຍເພື່ອຈ່າຍຄ່າການລົງໂທດເພາະບາບຂອງເຮົາ ໃນຖານະເປັນຜູ້ຮັບແທນຂອງພວກເຮົາ, ພຣະອົງຊົງຟື້ນຄືນ ຈາກຕາຍແລະຊົງຢູ່ທີ່ເບື້ອງຂວາພຣະຫັດຂອງພຣະເຈົ້າ,ຊົງຂໍ ເພື່ອເຮົາ! ອະທິຖານເພື່ອເຮົາ! ພຣະອົງຊົງຍົກໂທດໃຫ້ແກ່ ເຮົາ! ພຣະອົງຊົງປະທານສັນຕິສຸກກັບພຣະເຈົ້າແກ່ເຮົາ! ພຣະອົງຊົງປະທານຊີວິດນິລັນດອນແກ່ເຮົາ! ພຣະອົງຊົງປະ ທານຄວາມຫວັງແກ່ເຮົາ! ພຣະອົງຊົງປະທານກໍາລັງແກ່ເຮົາ! ພຣະອົງຊົງຕອບຄໍາອະທິຖານຂອງພວກເຮົາ!

ພຣະເຢຊູຊົງປະເສີດຢູ່ເໜືອທຸກສິ່ງທຸກຢ່າງໃນໃຈຂອງຄົນທີ່ເຊື່ອ ແລະວາງໃຈໃຈໃນພຣະ ພຣະອົງແທ້ໆ!ຄືກັບທີ່ຈອນແທຣັບໄດ້ກ່າວວ່າ“ນໍ້າເຜີ້ງໃນປາກ,ສຽງເພງໃນຫູແລະຄວາມຍິນດີໃນຫົວໃຈ”ຕໍ່ຄົນເຫຼົ່ານັ້ນທີ່ວາງໃຈໃນພຣະອົງ!ພວກເຂົາສາມາດເວົ້າກັບອັກຄະສາວົກເປົາ ໂລໄດ້ວ່າ:

“ພຣະເຢຊູຄຣິສ ເພາະພຣະເຈົ້າຊົງຕັ້ງພຣະອົງໃຫ້ເປັນປັນຍາ ຄວາມຊອບທຳ, ການແຍກຕັ້ງໄວ້ ແລະການໄຖ່ໂທດສຳລັບເຮົາທັງຫລາຍ ເພື່ອໃຫ້ເປັນໄປຕາມທີ່ຂຽນວ່າ ໃຫ້ຜູ້ໂອ້ອວດ ອວດອົງພຣະຜູ້ເປັນເຈົ້າ” (1 ໂກລິນໂທ 1:30-31)

ເພາະພຣະອົງຊົງປະເສີດຕໍ່ຂ້າຫຼາຍ ເພາະພຣະອົງຊົງປະເສີດຕໍ່ຂ້າຫຼາຍ
ຈົນເຖິງສິ່ງທີ່ຢູ່ໃຕ້ສະຫວັນໃຫ້ພຣະຜູ້ຊ່ວຍຂອງຂ້າໄດ້ຮູ້
ເພາະພຣະອົງຊົງປະເສີດຕໍ່ຂ້າຫຼາຍ

“ເຫດສັນນັ້ນພຣະອົງຊົງມີຄ່າອັນປະເສີດສໍາຫລັບທ່ານທັງຫຼາຍທີ່ເຊື່ອ” (1 ເປໂຕ 2:7)

ພຣະເຢຊູຊົງມີຄຸນຄ່າ, ຄວາມຈິງແລ້ວພຣະອົງຊົງມີຄ່າ,ພຣະອົງຊົງມີຄ່າຫຼາຍກວ່າ ເພັດນິນຈິນດາ,ຫຼາຍກວ່າກຽດ,ຫຼາຍກວ່າສະງ່າລາສີແຫ່ງໂລກທີ່ເກົ່ານີ້, ຈົ່ງມາຫາພຣະເຢຊູ ພຣະອົງຊົງຕາຍເພື່ອບາບຂອງທ່ານ - ເປັນຜູ້ຮັບແທນຂອງທ່ານ - ເທິງໄມ້ກາງແຂນ -ເພື່ອທ່ານຈະບໍ່ຖືກລົງໂທດເພາະບາບຂອງທ່ານຖ້າທ່ານວາງໃຈເຊື່ອໃນພຣະອົງ, ພຣະອົງ ຊົງມີຊີວິດຢູ່ທີ່ເບື້ອງຂວາພຣະຫັດຂອງພຣະເຈົ້າ,ເທິງເມືອງສະຫວັນ - ເພື່ອທ່ານຈະບໍ່ຕາຍ ຈັກເທື່ອຖ້າທ່ານຫາກວາງໃຈເຊື່ອພຣະອົງ, ບາບຂອງທ່ານຈະໄດ້ຮັບການອະໄພແລະທ່ານ ຈະມີຊີວິດຕະຫຼອດໄປເປັນນິດ - ເມື່ອທ່ານວາງໃຈໃນພຣະຜູ້ຊ່ວຍຄືພຣະເຢຊູຄຣິສ! ພຣະ ອົງຊົງຮັກທ່ານ! ພຣະອົງຈະຊົງຊ່ວຍທ່ານ! ຢ່າຢ້ານເລີຍ! ຈົ່ງວາງໃຈໃນພຣະອົງດຽວນີ້ໃນ ເຊົ້າມື້ນີ້! ພຣະອົງຈະຊົງຊ່ວຍທ່ານ, ພຣະອົງຈະຊົງຊ່ວຍທ່ານ, ພຣະອົງຈະຊົງຊ່ວຍທ່ານ ດຽວນີ້

ຖ້າທ່ານຢາກຈະລົມກັບພວກເຮົາກ່ຽວກັບການວາງໃຈໃນພຣະເຢຊູ, ກະລຸນາອອກ ໄປຈາກຕັ່ງຂອງທ່ານແລ້ວຍ່າງໄປທາງຫຼັງຫ້ອງປະຊຸມນີ້, ທ້າວຈອນຊາມູເອວເຄແກນ ຈະ ພາທ່ານໄປອີກຫ້ອງໜື່ງບ່ອນທີ່ພວກເຮົາສາມາດອະທິຖານແລະສົນທະນາກັນໄດ້, ຖ້າທ່ານ ຢາກຈະເປັນຄຣິສຕຽນເຊີນໄປຂ້າງຫຼັງຫ້ອງປະຊຸມນີ້ດຽວນີ້ເລີຍ, ດຣ.ແຊນ ເຊີນມາອະທິ ຖານເພື່ອຄົນທີ່ຈະເຊື່ອວາງໃຈໃນພຣະເຢຊູໃນເຊົ້ານີ້ແດ່ ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ່ານ ອາເບວ ພຣຸດໂຮມ: 1 ເປໂຕ 2:1-8
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ:
“For He is So Precious to Me” (by Charles H. Gabriel, 1856-1932).


ໂຄງຮ່າງບົດເທດສະໜາ

ພຣະຄຣິສຊົງປະເສີດຕໍ່ຄົນທັງຫຼາຍທີ່ກັບໃຈໃຫມ່ແທ້ເທົ່ານັ້ນ

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ເຫດສັນນັ້ນພຣະອົງຊົງມີຄ່າອັນປະເສີດສໍາຫລັບທ່ານທັງຫຼາຍທີ່ເຊື່ອ” (1 ເປໂຕ 2:7)

I. ໜື່ງ ຄົນທີ່ເຊື່ອພວກນັ້ນແມ່ນໃຜ? ອິດສະຢາ 53:3

II. ສອງ ເປັນຫຍັງພຣະຄຣິສຈື່ງປະເສີດຕໍ່ຄົນເຫຼົ່ານັ້ນທີ່ເຊື່ອ? 1 ໂກລິນໂທ 1:30-31