Print Sermon

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 215 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 36 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ເປັນຫຍັງການເທດສະໜາຂ່າວປະເສີດຈື່ງມີໜ້ອຍໃນປະຈຸບັນນີ້?

WHY SO LITTLE GOSPEL PREACHING TODAY?
(Laotian)

ໂດຍ ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 26/1/2014
A sermon preached at the Baptist Tabernacle of Los Angeles
Lord’s Day Morning, January 26, 2014

“ຖ້າຂ້າພະເຈົ້າບໍ່ປະກາດຂ່າວປະເສີດ ວິບັດຈະເກີດແກ່ຂ້າພະເຈົ້າ” (1 ໂກລິນໂທ 9:16)


ຄໍາເວົ້າພວກນີ້ເປັນຄໍາເວົ້າຂອງອັກຄະສາວົກເປົາໂລ, ລາວຮູ້ສຶກວ່າຖືກບັງຄັບໃຫ້ ປະກາດຂ່າວປະເສີດຂອງພຣະຄຣິສ, ແລະລາວກໍໄດ້ປະກາດຂ່າວປະເສີດທັນທີຜ່ານ ທາງການຮັບໃຊ້ຂອງຕົນ, ມັດທິວເຮັ່ນຣີ່ກ່າວວ່າ: “ຄົນເຫຼົ່ານັ້ນທີ່ຖືກແຍ່ງຕັ້ງໄວ້ເພື່ອງານ ຮັບໃຊ້ມີຄໍາສັ່ງນີ້ໃນການປະກາດຂ່າວປະເສີດຂອງພວກເຂົາ, ວິບັດຈະເກີດມີແກ່ພວກເຂົາ ຖ້າຫາກວ່າພວກເຂົາບໍ່ເຮັດ” ບໍ່ມີການອະທິບາຍຕໍ່ໄປ,ຂ້າພະເຈົ້າຈະເຂົ້າເລື່ອງເທດສະໜາ ເລີຍ.

ມີຄົນຈໍານວນໜື່ງຈົ່ມໃສ່ຂ້າພະເຈົ້າກ່ຽວກັບການຂາດແຄນໃນເລື່ອງການປະກາດ ຂ່າວປະເສີດໃນປະຈຸບັນນີ້, ພວກເຂົາບອກຂ້າພະເຈົ້າວ່າພວກເຂົາບໍ່ເຄີຍໄດ້ຍິນຄໍາເທດ ສະໜາໝົດເລື່ອງໃນຫົວຂໍ້ຂ່າວປະເສີດຂອງພຣະຄຣິສໃນຄຣິສຕະຈັກຂອງພວກເຂົາ,ພວກ ເຂົາຖາມຂ້າພະເຈົ້າວ່າເປັນຫຍັງນັກເທດຫຼາຍຄົນບໍ່ໄດ້ເທດສະໜາກ່ຽວກັບວຽກງານການ ຊ່ວຍໃຫ້ລອດຂອງພຣະຄຣິສເທິງໄມ້ກາງແຂນ,ແລະຂ້າພະເຈົ້າກໍໄດ້ແກ້ໄຂບັນຫາໃຫຍ່ນີ້ ດ້ວຍການຕອບບັນດາຄໍາຖາມນັ້ນ- ເປັນຫຍັງຈື່ງມີສິດຍາພິບານໜ້ອຍຄົນເທດສະໜາຂ່າວ ປະເສີດ? ສ່ວນຂ້າພະເຈົ້າເອງບໍ່ໄດ້ຍິນສິດຍາພິບານຄຣິສຕະຈັກທ້ອງຖີ່ນເທດສະໜາ ເລື່ອງຂ່າວປະເສີດເປັນເວລາຫຼາຍປີແລ້ວ, ຂ້າພະເຈົ້າຄິດວ່າມີເຫດຜົນຫຼາຍຢ່າງ - ແລະ ຂ້າພະເຈົ້າກໍຈະໃຫ້ເຫດຜົນສອງຢ່າງໃນຄໍາເທດສະໜານີ້.

I. ໜື່ງ ພຣະຄໍາພີໄດ້ທໍານວາຍວ່າພຣະຄຣິສຈະຖືກປິດປະຕູບໍ່ໃຫ້ເຂົ້າມາໃນ ຄຣິສຕະຈັກສ່ວນຫຼາຍໃນຍຸກສຸດທ້າຍ.

ພະນິມິດ 3:14-22 ອະທິບາຍເຖິງຄຣິສຕະຈັກເລົາດິເຊຍ, ມັນເປັນພາບຄຣິສຕະ ຈັກທີ່ສົມບູນແບບຢູ່ໂລກຕາເວັນຕົກໃນຍຸກສຸດທ້າຍ,ເຈ.ເອ.ຊິສກ່າວວ່າ“ມະນຸດສາມາດພິຈາ ລະນາຍອມຮັບໃນວົງແຄບໆເຖິງຄຣິສຕະຈັກໃນຍຸກຂອງເຮົາແລະເວົ້າວ່າພວກເຮົາບໍ່ໄດ້ ມາເຖິງຍຸກຄຣິສຕະຈັກເລົາດິເຊຍ” (J. A. Seiss, The Apocalypse, Zondervan Publishing House, n.d., p. 85).

ດຣ.ຈອນເອັຟ.ວັລວູດກ່າວວ່າ “ຄຣິສຕະຈັກປະຈຸບັນ…ໃນຫຼາຍລັກສະນະທີ່ໜ້າ ເສົ້າຝ່າຍວິນຍານທີ່ຄ້າຍຄືຄຣິສຕະຈັກທີ່ເມືອງເລົາດິເຊຍ” (John F. Walvoord, Th.D., The Revelation of Jesus Christ, Moody Press, 1966, p. 95).

ດຣ.ເລມັນສະເຕຣົາໄດ້ກ່າວວ່າ “ຄຣິສຕະຈັກເລົາດິເຊຍສ່ວນຫຼາຍໃນຍຸກສຸດທ້າຍ ບໍ່ໄດ້ອ້າງເລື່ອງພຣະຄຣິສເລີຍ…ການພິພາກສາຂອງໂລກສາສະໜາຄຣິສຖືກຈໍາກາໄວ້, ຄຣິສຕະຈັກຂອງມະນຸດໃນຍຸກສຸດທ້າຍເປັນຄຣິສຕະຈັກທີ່ຖືກຮາກອອກມາ” (Lehman Strauss, D.D., The Book of Revelation, Loizeaux Brothers, 1982 edition, pp. 104, 105).

ດຣ.ເຈ.ເວີນັນແມັກກີ້ໄດ້ກ່າວວ່າ “ພວກເຮົາອາໄສຢູ່ໃນຍຸກແຫ່ງຄຣິສຕະຈັກ ເມືອງເລົາດິເຊຍ…ນີ້ຄືສະຖານະການອັນຍິ່ງໃຫຍ່ຂອງພວກທີ່ເອີ້ນຕົນເອງວ່າຄຣິສຕະຈັກ ທັງຫຼາຍທີ່ຮັກສາຮາກຖານເດີມໄວ້…ຂ້າພະເຈົ້າຂໍອອກຄວາມເຫັນວ່າຖ້າ[ພຣະຄຣິສ]ຫາກກ່າວເຖິງຄຣິສຕະຈັກທັງຫຼາຍໃນຍຸກປະຈຸບັນນີ້,ພຣະອົງຈະຕັດວ່າ ‘ເຈົ້າເຮັດໃຫ້ເຮົາປວດ ທ້ອງ…ເຈົ້າບອກວ່າເຈົ້າຮັກເຮົາ, ເຈົ້າເວົ້າແຕ່ບໍ່ມີຄວາມໝາຍອັນໃດເລີຍ’…ເພື່ອນຂອງຂ້າ ພະເຈົ້າ ພວກເຮົາອາໄສຢູ່ໃນຍຸກຂອງຄຣິສຕະຈັກເລົາດິເຊຍທຸກມື້ນີ້…ນີ້ແມ່ນຄຣິສຕະຈັກ ທີ່ສະແຕນລີໄຮເວົ້າເຖິງເມື່ອລາວເວົ້າວ່າ:

     ຄຣິສຕະຈັກລົ້ມເລວໃນການບອກຂ້ອຍວ່າຂ້ອຍເປັນຄົນບາບ, ຄຣິສຕະຈັກລົ້ມເລວທີ່ຈະຍື່ນຄວາມລອດໃຫ້ຂ້ອຍໃນພຣະເຢຊູຄຣິສ ພຽງອົງດຽວເທົ່ານັ້ນ,ຄຣິສຕະຈັກລົ້ມເລວໃນການບອກຂ້ອຍເຖິງຜົນ ທີ່ເປັນຕາຢ້ານຂອງຄວາມບາບ,ການມີຢູ່ແທ້ຂອງນາຮົກແລະຄວາມຈິງທີ່ວ່າ ມີພຽງພຣະເຢຊູຄຣິສເທົ່ານັ້ນທີ່ສາມາດຊ່ວຍຂ້ອຍໃຫ້ພົ້ນບາບໄດ້” (J. Vernon McGee, Th.D., Thru the Bible, 1983, Thomas Nelson Publishers, volume V, pp. 922, 923, 925, 924; notes on Revelation 3:14-19; Stanley H. High was a senior editor of The Reader’s Digest and a Christian author. The above statement by Mr. High appeared in August, 1947 in Time Magazine).

ພຣະຄຣິສຢູ່ໃສໃນຄຣິສຕະຈັກເລົາດິເຊຍແຫ່ງຍຸກຂອງພວກເຮົາ? ມັນຖືກອະທິ ບາຍໃນພະນິມິດ 3:20

“ເບິ່ງແມ້ ເຮົາຢືນເຄາະຢູ່ທີ່ປະຕູ ຖ້າຜູ້ໃດໄດ້ຍິນສຽງຂອງເຮົາ ແລະເປີດປະຕູ ເຮົາຈະເຂົ້າໄປຫາຜູ້ນັ້ນ ແລະຈະຮັບປະທານອາຫານຮ່ວມກັບເຂົາ ແລະເຂົາຈະຮັບປະທານອາຫານຮ່ວມກັບເຮົາ” (ພະນິມິດ 3:20)

ພຣະຄຣິສຖືກປິດປະຕູບໍ່ໃຫ້ເຂົ້າໃນຄຣິສຕະຈັກທັງຫຼາຍຂອງພຣະອົງໃນຍຸກຂອງຄຣິສຕະ ຈັກເລົາດິເຊຍນີ້,ພຣະອົງຊົງຢືນຢູ່ຂ້າງນອກ,ກໍາລັງເຄາະປະຕູຄຣິສຕະຈັກຢູ່ເພາະພຣະອົງ ຖືກປິດປະຕູບໍ່ໃຫ້ເຂົ້າມາ! ດຣ.ຊາດສ໌ຊີ.ໄຣຣີໄດ້ກ່າວໄວ້ວ່າ “ມັນໜ້າເຫຼືອເຊື່ອທີ່ພຣະຄຣິສ ຖືກໃຫ້ຢູ່ຂ້າງນອກຄຣິສຕະຈັກຂອງພຣະອົງເອງ” (Charles C. Ryrie, Th.D., Ph.D., The Ryrie Study Bible, Moody Press, 1978 edition, p. 1900; note on Revelation 3:20).

ໃຫ້ສັງເກດວ່າພະນິມິດ 3:20 ບໍ່ໄດ້ເວົ້າເຖິງການທີ່ພຣະຄຣິສເຂົ້າສູ່ໃຈຂອງມະ ນຸດ, ຄືກັບທີ່ດຣ.ໄຣຣີ່ກ່າວເຖິງ, ພຣະອົງຖືກປິດບໍ່ໃຫ້ເຂົ້າມາໃນຄຣິສຕະຈັກຂອງພຣະອົງ ບໍ່ແມ່ນບໍ່ໃຫ້ເຂົ້າໃນໃຈຂອງມະນຸດ, ນີ້ຄືສິ່ງທີ່ ພະນິມິດ 3:20 ກໍາລັງເວົ້າເຖິງ, ມັນຊັດ ເຈນໃນເນື້ອໃນຂອງເລື່ອງນີ້ຊື່ງລົງເອີຍດ້ວຍປະໂຫຍກ “ຜູ້ໃດມີຫູກໍໃຫ້ຜູ້ນັ້ນຟັງຂໍ້ຄວາມ ທີ່ພຣະວິນຍານຕັດໄວ້ແກ່ຄຣິສຕະຈັກທັງຫຼາຍເຖີດ”

ເຫດສະນັ້ນພວກເຮົາບໍ່ຄວນແປກໃຈທີ່ມີການເທດສະໜາຂ່າວປະເສີດຂອງພຣະ ຄຣິສໜ້ອຍໃນຍຸກສຸດທ້າຍ,ໃນຍຸກຄຣິສຕະຈັກເລົາດິເຊຍນີ້! ດຣ.ໄມໂຄຮໍຕັນໄດ້ຂຽນໜັງ ສືທີ່ແທງທະລຸຊື່ວ່າ ຄຣິສຕຽນທີ່ບໍ່ມີພຣະຄຣິສ ລາວກ່າວວ່າຄຣິສຕະຈັກສ່ວນຫຼາຍເທດສະ ໜາເລື່ອງ “ການຊ່ວຍຕົນເອງ” ຫຼາຍກວ່າທີ່ຈະເປັນຂ່າວປະເສີດຂອງພຣະຄຣິສ, ລາວ ອ້າງເຖິງຫົວຂໍ້ຄໍາເທດສະໜາຂອງຄຣິສຕະຈັກແບັບຕິດເພື່ອພິສູດຈຸດທີ່ລາວເວົ້າເຖິງ

“ຈະຮູ້ສຶກດີກ່ຽວກັບຕົນເອງໄດ້ແນວໃດ”
“ຈະເອົາຊະນະຄວາມຕົກຕໍ່າໄດ້ແນວໃດ”
“ຈະປະສົບກັບຜົນສໍາເລັດໃນຊີວິດໄດ້ແນວໃດ”
“ຮຽນຮູ້ທີ່ຈະໃຊ້ເງີນໂດຍບໍ່ໃຫ້ເງີນໃຊ້ເຮົາ”
“ຄວາມລັບແຫ່ງຄວາມສໍາເລັດໃນຊີວິດຄອບຄົວ”
“ຈະເອົາຊະນະຄວາມກົດດັນໄດ້ແນວໃດ”
(Michael Horton, Ph.D., Christless Christianity: The Alternative
Gospel of the American Church,
Baker Books, 2008, p. 49).

ຂ້າພະເຈົ້າຂໍສະຫຼຸບວ່າເຫດຜົນທີ່ໜື່ງທີ່ມີການເທດສະໜາວຽກງານຂອງພຣະຄຣິສ ໜ້ອຍ -ການຕາຍຂອງພຣະອົງເທິງໄມ້ກາງແຂນ,ການໄຖ່ບາບໂດຍພຣະໂລຫິດຂອງພຣະ ອົງ,ການຟື້ນຄືນຈາກຕາຍຂອງພຣະອົງ,ການສະເດັດກັບມາຄັ້ງທີ່ສອງຂອງພຣະອົງ, ແລະ ອື່ນໆ - ຄືທີ່ພວກເຮົາອາໄສຢູ່ໃນຍຸກສຸດທ້າຍຂອງຄຣິສຕະຈັກເລົາດິເຊຍແຫ່ງການປະຖີ້ມ ຄວາມເຊື່ອ,ເວົ້າເຖິງຄໍາທໍານວາຍໃນພຣະຄໍາພີ, ດຣ.ແມັກກີ້ກ່າວໄວ້ວ່າ:

     ຕໍ່ຄຣິສຕະຈັກໃນເມືອງເລົາດິເຊຍພຣະເຢຊູເຈົ້າຕັດວ່າ “ດັ່ງນັ້ນ ເພາະເຫດທີ່ເຈົ້າເປັນແຕ່ອຸ່ນໆບໍ່ເຢັນແລະບໍ່ຮ້ອນ ເຮົາຈະຄາຍເຈົ້າອອກຈາກປາກຂອງເຮົາ”( ຂໍ້ 16), ນີ້ຄືຄຣິສຕະຈັກທີ່ປະຖີ້ມຄວາມເຊື່ອຊື່ງຍອມຮັບວ່າ ເປັນຄຣິສຕຽນແຕ່ຂາດຕົວຕົນທີ່ແທ້ຈິງ (ແມັກກີ້ເຫຼັ້ມດຽວກັນໜ້າ 926)

ໃນຄໍາທໍານວາຍອັນຍິ່ງໃຫຍ່ຂອງອັກຄະສາວົກເປົາໂລຊື່ງໄດ້ກ່າວໄວ້ໃນ 2 ຕີໂມທຽວບົດ ທີ່ສີ່ມີດັ່ງນີ້ວ່າ:

“ເພາະຈະເຖິງເວລາທີ່ຄົນຈະທົນຕໍ່ຄຳສອນອັນຖືກຕ້ອງບໍ່ໄດ້ ແຕ່ເຂົາຈະຮວບຮວມຄູໄວ້ໃຫ້ສອນໃນສິ່ງທີ່ເຂົາມັກຟັງ ຕາມຄວາມປາດຖະຫນາຂອງຕົນເອງ ແລະເຂົາຈະຫັນຫູໄປຈາກຄວາມຈິງ ຫັນໄປຟັງເລື່ອງນິຍາຍ ຕ່າງໆ ຝ່າຍທ່ານຈົ່ງລະວັງລະໄວຢູ່ໃນສິ່ງທັງປວງ ຈົ່ງອົດທົນຕໍ່ຄວາມທຸກຍາກລຳບາກ ຈົ່ງເຮັດຫນ້າທີ່ຂອງຜູ້ປະກາດຂ່າວປະເສີດ ແລະຈົ່ງເຮັດ ການຮັບໃຊ້ຂອງທ່ານໃຫ້ສຳເລັດ”( 2 ຕີໂມທຽວ 4:3-5)

ຫຼັງຈາກເວົ້າວ່າ “ເຂົາຈະຫັນຫູໄປຈາກຄວາມຈິງ” ທ່ານກ່າວວ່າ “ຈົ່ງເຮັດຫນ້າທີ່ຂອງຜູ້ປະກາດຂ່າວປະເສີດ” ບໍ່ມີອັນໃດທີ່ຈໍາເປັນຫຼາຍກວ່ານີ້ນອກຈາກຄວາມເຂັ້ມແຂງການເທດສະ ໜາຂ່າວປະເສີດຄືກັບບົດເທດເປັນພັນໆທີ່ສະເປີໂຈນໄດ້ເທດໄປແລ້ວໃນສະຕະວັດທີ່ 19! ໂອຍຸກສະໄໝນີ້ຕ້ອງການຄໍາເທດສະໜາປະເພດນັ້ນໃນຊົ່ວໂມງທີ່ອັນຕະລາຍນີ້! ຂ້າພະ ເຈົ້າບໍ່ສົນໃຈວ່າຖ້າຫາກນັກເທດທຸກຄົນທີ່ຢູ່ໃນອາເມລິກາໃຫ້ບົດຮຽນຂໍ້ພຣະຄໍາພີເປັນຂໍ້ແກ່ ພວກຄຣິສຕຽນ! ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ,ຂ້າພະເຈົ້າຈະສືບຕໍ່ເທດສະໜາເລື່ອງ ຂ່າວປະເສີດຂອງພຣະເຢຊູຄຣິສເຈົ້າຂອງຂ້າພະເຈົ້າຕໍ່ໄປ!

“ຖ້າຂ້າພະເຈົ້າບໍ່ປະກາດຂ່າວປະເສີດ ວິບັດຈະເກີດແກ່ຂ້າພະເຈົ້າ” (1 ໂກລິນໂທ 9:16)

ຂ້າມັກກ່າວເຖິງເລື່ອງຂ່າວປະເສີດຄືສິ່ງທີ່ຟ້າສະຫວັນ
     ເຖິງພຣະເຢຊູແລະສະງ່າລາສີແລະຄວາມຮັກຂອງພຣະອົງ
ຂ້າມັກກ່າວເລື່ອງລາວຄວາມຮັກນັ້ນເພາະວ່າເປັນເລື່ອງແທ້ຈິງ
     ເຮັດໃຫ້ໃຈຂ້າມີຄວາມສຸກຫຼາຍກວ່າເລື່ອງອື່ນທຸກສິ່ງ
ຂ້າມັກກ່າວເຖິງຂ່າວປະເສີດນັ້ນ
     ເຖິງພຣະເຢຊູຜູ້ຊົງລາສີ
ມັກເລົ່າເຖິງເລື່ອງລາວບູຮານ
     ເຖິງຄວາມຮັກຂອງພຣະຄຣິສ
(“I Love to Tell the Story” by A. Catherine Hankey, 1834-1911).

“ຖ້າຂ້າພະເຈົ້າບໍ່ປະກາດຂ່າວປະເສີດ ວິບັດຈະເກີດແກ່ຂ້າພະເຈົ້າ” (1 ໂກລິນໂທ 9:16)

II. ສອງ “ຄໍາອະທິຖານຂອງຄົນບາບ” ໄດ້ເຮັດໃຫ້ການປະກາດຂ່າວປະເສີດຂອງພຣະ ຄຣິສລ້າສະໄໝ, ບູຮານແລະບໍ່ຈໍາເປັນອີກ - ຄໍາເວົ້າຂອງ“ນັກເທດສະໄໝໃຫມ່”

ຖ້າສິ່ງທີ່ທ່ານຕ້ອງການເຮັດຄືການມີຜູ້ຄົນເວົ້າຕາມ “ຄໍາອະທິຖານຂອງຄົນບາບ” ຈາກນັ້ນກໍບໍ່ຈໍາເປັນຕ້ອງເທດສະໜາຂ່າວປະເສີດ, ການໄວ້ໃຈວິທີໃນ “ຍຸກສະໄໝໃຫມ່” ແຫ່ງ “ຄໍາອະທິຖານຂອງຄົນບາບ” ນີ້, ດຽວນີ້ໄດ້ເຂົ້າມາແທນທີ່ການປະກາດຂ່າວປະເສີດ ຂອງພຣະຄຣິສ! ຖ້າພວກທ່ານຄິດວ່າເວົ້າເກີນຄວາມເປັນຈິງ ຈົ່ງຟັງສິ່ງທີ່ແຈັກຮາຍຂຽນ ໃນປີ 1993:

         ຄຣິສຕະຈັກພັນທະສັນຍາໃຫມ່ທີ່ຢູ່ໃນໜັງສືກິດຈະການເປັນຄຣິສຕະ ຈັກທີ່ນໍາວິນຍານ, ຜ່ານຊ່ວງເວລາຫຼາຍປີພວກເຮົາໄດ້ໂອນການຊະນະວິນ ຍານໄປຫານັກປະກາດຂ່າວປະເສີດແລະເປັນເວລາຫຼາຍສະຕະວັດເຫຼົ່ານີ້ ໄດ້ມີການເນັ້ນໜັກເທິງຄຣິສຕະຈັກຂ່າວປະເສີດ.
         ດຽວນີ້ແມ່ນຫຍັງຄືຄວາມແຕກຕ່າງລະຫວ່າງຄຣິສຕະຈັກທີ່ຊະນະວິນ ຍານແລະຄຣິສຕະຈັກຂ່າວປະເສີດ? ໃນຄຣິສຕະຈັກຂ່າວປະເສີດສິດຍາ ພິບານຢືນຢູ່ຂ້າງຫຼັງທໍາມາດແລ້ວເທດສະໜາຂ່າວປະເສີດຕໍ່ຄົນທີ່ຍັງບໍ່ ລອດຊື່ງສະມາຊິກໄດ້ພາເຂົາມາໂບດ, ໃນຄຣິສຕະຈັກທີ່ຊະນະວິນຍານ ຜູ້ຄົນອອກຈາກຄຣິສຕະຈັກໄປທາງດ່ວນແລະຕາມຮົ້ວເຮືອນຕ່າງໆແລ້ວ ນໍາພາພວກເຂົາໄປເຖິງພຣະຄຣິສ,ພາພວກເຂົາໄປນັ່ງໃນໂບດແລະເຮັດໃຫ້ ຄວາມລອດເປັນການຍອມຮັບຕໍ່ໜ້າສາທາລະນະ, ໃນຍຸກສະໄໝຂອງເຮົາ ພວກເຮົາໄດ້ເຫັນຄຣິສຕະຈັກທັງຫຼາຍດີຂື້ນປ່ຽນຈາກຄຣິສຕະຈັກຂ່າວປະ ເສີດມາເປັນຄຣິສຕະຈັກຊະນະວິນຍານ…ມັນເປັນໄປໄດ້ທີ່ຄົນຂອງພຣະ ເຈົ້າຈະເທດສະໜາຕໍ່ຄົນຄຣິສຕຽນໃນວັນຂອງພຣະເຈົ້າ,ເຂົ້າໃຈວ່າພວກ ເຂົາຈະອອກໄປ…ແລະນໍາຄົນເປັນຈໍານວນມາສູ່ພຣະຄຣິສ (Jack Hyles, D.D. Enemies of Soul Winning, Hyles-Anderson Publishers, 1993, pp. 140, 141).

ສິ່ງທີ່ລາວໄດ້ໝາຍເຖິງມັນຄ່ອນຂ້າງຈະຊັດເຈນແມ່ນບໍ?ລາວບອກວ່າ“ຄຣິສຕະຈັກ ທີ່ດີກວ່າທັງຫຼາຍ”ບໍ່ມີການເທດສະໜາຂ່າວປະເສີດອີກ, ຜູ້ຄົນພາກັນອອກໄປແລ້ວໃຫ້ ຄົນຫຼົງຫາຍເວົ້າ “ຄໍາອະທິຖານຂອງຄົນບາບ” ແລະພາພວກເຂົາໄປໂບດໃຫ້“ຍ່າງໄປນັ່ງ ຕາມແຖວ”, ລາວຍັງໄດ້ກ່າວອີກວ່າຄຣິສຕະຈັກທັງຫຼາຍໃນພັນທະສັນຍາໃຫມ່ພາກັນເຮັດ ແບບນີ້(ເຫຼັ້ມດຽວກັນໜ້າ 140), ຂ້າພະເຈົ້າຢາກຈະເຫັນທຸກຄົນພິສູດເລື່ອງນັ້ນຈາກໜັງສື ກິດຈະການ! ທຸກຄໍາເທດສະໜາແຕ່ມີອັນໜື່ງໃນໜັງສືກິດຈະການເປັນຄໍາເທດສະໜາຂ່າວ ປະເສີດ! ແມ່ນບໍ ທຸກຄໍາເທດສະໜາແຕ່ມີອັນໜື່ງບັນທຶກໄວ້ໃນໜັງສືກິດຈະການຄືການ ເທດສະໜາຂ່າວປະເສີດ! ກິດຈະການ 20:18-35 ຖືກຍອມຮັບພຽງບ່ອນດຽວ! ອັນນັ້ນຄື ບົດເທດດຽວທີ່ຖືກໃຫ້ໂດຍເປົາໂລຕໍ່“ພວກຜູ້ປົກຄອງ”ຄຣິສຕະຈັກທີ່ເມືອງເອເຟໂຊ, ແລະ ແມ່ນວ່າໃນໜື່ງບົດເທດນັ້ນ,ທ່ານກ່າວເຖິງຄໍາເທດສະໜາຂ່າວປະເສີດທີ່ທ່ານໄດ້ປະກາດ ແກ່ຄົນຫຼົງຫາຍ “ທັງເປັນພະຍານແກ່ພວກຢິວແລະພວກກຣີກ ເຖິງເລື່ອງການກັບໃຈໃໝ່ສະເພາະພຣະເຈົ້າ ແລະຄວາມເຊື່ອໃນພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາ”(ກິດຈະ ການ 20:21) ແລະທຸກຄໍາເທດສະໜາໃນໜັງສືກິດຈະການຄືຄໍາເທດສະໜາຂ່າວປະເສີດ - ລວມທັງຄໍາເທດສະໜາຂອງເປໂຕໃນມື້ເພັນເທດສະເຕ(ກິດຈະການ 2:14-40);ຄໍາເທດ ສະໜາຂອງເປໂຕຢູ່ຕໍ່ໜ້າສານຊານເຮດຣິນ(ກິດຈະການ 4:5-12); ຄໍາເທດສະໜາຂອງ ສະເຕເຟນ (ກິດຈະການ 7:1-53), ຄໍາເທດສະໜາຂອງຟີລິບຢູ່ສະມາເຣຍ (ກິດຈະການ 8:5), ຄໍາເທດສະໜາຂອງເປົາໂລຫຼັງຈາກການກັບໃຈໃຫມ່ຂອງລາວ (ກິດຈະການ 9:20-22); ຄໍາເທດສະໜາຂອງເປໂຕຕໍ່ຄົນຕ່າງຊາດ (ກິດຈະການ 10:34-43);ຄໍາເທດສະໜາ ຂອງເປົາໂລຢູ່ເມືອງອັນທິໂອກແຂວງປິສິເດຍ (ກິດຈະການ 13:14-41);ຄໍາເທດສະໜາ ຂອງເປົາໂລຢູ່ທີ່ເອເທນ (ກິດຈະການ 17:22-31);ແລະອື່ນໆ,ພວກເຮົາຍັງໄດ້ອ່ານວ່າໄດ້ ເທດສະໜາຕໍ່ສາທາລະນະແລະຈາກເຮືອນຫຼັງນີ້ສູ່ເຮືອນຫຼັງນັ້ນ (ກິດຈະການ 20:20-21), ໜັງສືກິດຈະການບອກພວກເຮົາວ່າພວກອັກຄະສາວົກຢູ່ຕາມພຣະວິຫານແລະຕາມບ້ານ ຕ່າງໆເທດສະໜາຂ່າວປະເສີດ, ພວກເຮົາຖືກບອກວ່າພວກເຂົາ“ປະກາດຂ່າວປະເສີດຂອງພຣະເຢຊູຄຣິດ ທຸກໆວັນບໍ່ຂາດ” (ກິດຈະການ 5:42), ດັ່ງນັ້ນດຣ.ແຈັກຮາຍທີ່ຕາຍໄປ ແລ້ວເວົ້າຜິດເມື່ອລາວຂຽນໄວ້ວ່າ “ຄຣິສຕະຈັກພັນທະສັນຍາໃຫມ່ໃນໜັງສືກິດຈະການ” ບໍ່ ໄດ້ຖືກສ້າງໂດຍການເທດສະໜາຂ່າວປະເສີດ(ຮາຍເຫຼັ້ມດຽວກັນໜ້າ 140), ແຈັກຮາຍທີ່ ຕາຍໄປແລ້ວເວົ້າຜິດເມື່ອລາວເວົ້າວ່າພວກສິດຍາພິບານໃນ “ຄຣິສຕະຈັກທີ່ດີກວ່າ” ປ່ຽນ ຈາກການເທດສະໜາຂ່າວປະເສີດເພື່ອເວົ້າ“ຕໍ່ຄົນຄຣິສຕຽນໃນວັນຂອງພຣະເຈົ້າ” (ຮາຍ ເຫຼັ້ມດຽວກັນໜ້າ 141)

ແຕ່ມີສິ່ງໜື່ງທີ່ໜ້າສົນໃຈຫຼາຍໃນຄໍາເວົ້າຂອງແຈັກຮາຍຄືວ່າມັນຊີ້ໃຫ້ເຫັນຢ່າງຊັດ ເຈນວ່າ“ຄໍາອະທິຖານຂອງຄົນບາບ”ໄດ້ເຂົ້າມາແທນທີ່ການເທດສະໜາຂ່າວປະເສີດ!ຄວາມ ຄິດຂອງການແລ່ນອ້ອມໄປມາແລ້ວພາຜູ້ຄົນມາອະທິຖານ“ຄໍາອະທິຖານຂອງຄົນບາບ” ໄດ້ ເຮັດໃຫ້ການເທດສະໜາຂ່າວປະເສີດລ້າສະໄໝ,ບໍ່ຈໍາເປັນອີກຕໍ່ໄປ,ເປັນສິ່ງຂອງໃນອະດີດ, ຄືກັບທີ່ແຈັກຮາຍໄດ້ເວົ້າວ່າ “ຜ່ານເວລາຫຼາຍປີພວກເຮົາໄດ້ໂອນການຊະນະວິນຍານ[ພາ ຜູ້ຄົນມາເພື່ອອະທິຖານ ‘ຄໍາອະທິຖານຂອງຄົນບາບ’]ໄປຫາຜູ້ປະກາດຂ່າວປະເສີດ”(ຮາຍ ເຫຼັ້ມດຽວກັນໜ້າ 140) - ແລະຮາຍໄດ້ກ່າວໄວ້ອັນນີ້ຜິດບໍ່ຖືກຕ້ອງ!

ຮາຍບໍ່ແມ່ນຄົນດຽວທີ່ຄິດແບບນັ້ນ,ມັນເປັນເລື່ອງງ່າຍທີ່ຈະເຮັດໃຫ້ຄົນ “ຍົກມື້ຂອງ ເຂົາຂື້ນ” -ຫຼືເວົ້າຕາມ “ຄໍາອະທິຖານຂອງຄົນບາບ”! ເປັນຫຍັງຈື່ງເວົ້າເຖິງທຸກບັນຫາຂອງ ຄໍາເທດສະໜາທັງເລື່ອງກ່ຽວກັບພຣະຄຣິດລະ? ເປັນຫຍັງຄືບໍ່ສອນ “ພວກຄຣິສຕຽນໃນ ວັນຂອງພຣະເຈົ້າ” - ຄືກັບແຈັກຮາຍໄດ້ເອີຍເຖິງ? ສະນັ້ນປະຈຸບັນນີ້ທຸກຄົນຈາກຈອນ ແມັກອາເທີຈົນເຖິງໂຈເອວອອສຕີນສອນ “ພວກຄຣິສຕຽນໃນວັນຂອງພຣະເຈົ້າ” ສັນນັ້ນ ການເອີ້ນ“ຄໍາອະທິຖານຂອງຄົນບາບ”ໄດ້ທໍາລາຍການເທດສະໜາຂ່າວປະເສີດໃນຄຣິສຕະຈັກທັງຫຼາຍຂອງເຮົາ, ສ່ວນຂ້າພະເຈົ້າຈະຕ້ອງເວົ້າກັບອັກຄະສາວົກເປົາໂລວ່າ:

“ຖ້າຂ້າພະເຈົ້າບໍ່ປະກາດຂ່າວປະເສີດ ວິບັດຈະເກີດແກ່ຂ້າພະເຈົ້າ” (1 ໂກລິນໂທ 9:16)

ຂ້າພະເຈົ້າຫາກໍອ່ານບົດຄວາມໜື່ງທີ່ຍົວະຍວນຫຼາຍໂດຍຜູ້ຊາຍຄົນໜື່ງຊື່ວ່າໂທມັສ ວິລລ່ຽມສັນ, ລາວເວົ້າວ່າ:

         ບາງເທື່ອຂ້ອຍອາດຈະລືມບາງສິ່ງບາງຢ່າງແຕ່ຂ້ອຍບໍ່ສາມາດຄິດເຖິງຕົວຢ່າງໃນພຣະຄໍາພີພັນທະສັນຍາໃຫມ່ບ່ອນທີ່ມີຄຣິສຕຽນຄົນໃດໜື່ງ ບອກກັບຄົນຍັງບໍ່ເຊື່ອວ່າ “ພຽງແຕ່ເວົ້າຕາມຫຼັງຂ້ອຍຕາມຄໍາອະທິຖານນີ້ຫຼື ຖ້າເຈົ້າຫາກເຂີນທີ່ຈະອະທິຖານສຽງດັງ,ເຈົ້າພຽງແຕ່ກົ້ມຫົວເວົ້າໃນໃຈຕາມ ຂ້ອຍໃນເວລາທີ່ຂ້ອຍອະທິຖານກໍໄດ້ແລ້ວເຈົ້າກໍຈະລອດ” (Thomas Williamson, “Northern Landmark Missionary Baptist,” December, 2013, page 2).

ຂ້າພະເຈົ້າບໍ່ຮູ້ຈັກວິລລ່ຽມສັນ ຫຼືວ່າລາວເຊື່ອຫຍັງແດ່, ແຕ່ສິ່ງທີ່ລາວເວົ້າມີຄ່າໃນການຄິດ ໃຫ້ໜັກໆດົນໆ, ບໍ່ມີບ່ອນໃດໃນພຣະຄໍາພີໃຫມ່ທີ່ມີຄົນໃດໜື່ງນໍາພາຄົນບາບໃຫ້ອະທິຖານ “ຄໍາອະທິຖານຂອງຄົນບາບ”! ມັນເປັນວິທີໃຫມ່ - ບໍ່ມີໃນພຣະຄໍາພີ! ແລະມັນເປັນວິທີທີ່ ອັນຕະລາຍເພາະມັນເຮັດໃຫ້ການເທດສະໜາຂ່າວປະເສີດເປັນເລື່ອງບໍ່ຈໍາເປັນ - ຄືກັບທີ່ ພວກເຮົາເຫັນໃນຫຼາຍຄຣິສຕະຈັກໃນປະຈຸບັນນີ້!

ຂ້າພະເຈົ້າແລະຜູ້ຊ່ວຍຂ້າພະເຈົ້າດຣ.ຄຣິສໂຕເຟີເຄແກນໄດ້ພາກັນເບິ່ງໂຈເອວອອສຕີນເທດຢູ່ໃນຄອມພິວເຕີໃນຄືນໜື່ງ, ລາວໄດ້ໃຫ້ຄໍາແນະນໍາຫຍໍ້ໆເຖິງການຊ່ວຍເຫຼືອຕົນ ເອງວ່າຈະມີຄວາມສຸກໄດ້ແນວໃດ, ລາວອ້າງຂໍ້ພຣະຄໍາພີສອງສາມຂໍ້ຈາກພຣະຄໍາພີແຕ່ ລາວບໍ່ເຄີຍເວົ້າເຖິງຂ່າວປະເສີດຂອງພຣະຄຣິສເລີຍ- ບໍ່ມີແມ່ນແຕ່ຄໍາດຽວທີ່ເອີຍເຖິງການ ຕາຍແທນຂອງພຣະຄຣິສເຖິງໄມ້ກາງແຂນ-ບໍ່ມີຈັກຄໍາດຽວເລື່ອງການລ້າງບາບດ້ວຍເລືອດ ຂອງພຣະຄຣິສ - ບໍ່ມີຈັກຄໍາກ່ຽວກັບການຟື້ນຄືນຈາກຕາຍຂອງພຣະຄຣິສ - ບໍ່ມີການເວົ້າ ເຖິງຂ່າວປະເສີດເລີຍ, ແຕ່ຫຼັງຈາກນັ້ນຕອນຈົບລາຍການຂອງລາວ - ຂ້າພະເຈົ້າໄດ້ຂຽນ ໃນສິ່ງທີ່ລາວເວົ້າຄໍາຕໍ່ຄໍາ - ໂຈເອວອອສຕີນເວົ້າວ່າ:

ພວກເຮົາບໍ່ຢາກຈະປິດລາຍການໂດຍປາສະຈາກການໃຫ້ໂອກາດແກ່ພວກ ທ່ານທີ່ຈະໃຫ້ພຣະເຢຊູເປັນພຣະເຈົ້າໃນຊີວິດຂອງທ່ານ, ພວກທ່ານຢາກ ຈະອະທິຖານກັບຂ້າພະເຈົ້າບໍ? ພຽງແຕ່ເວົ້າວ່າ “ຂ້າແດ່ພຣະເຢຊູເຈົ້າ ຂ້າ ນ້ອຍກັບໃຈຈາກຄວາມບາບຂອງຂ້ານ້ອຍ,ຂໍຊົງເຂົ້າມາໃນໃຈຂອງຂ້ານ້ອຍ ,ຂ້ານ້ອຍຂໍໃຫ້ພຣະອົງເປັນພຣະເຈົ້າແລະພຣະຜູ້ຊ່ວຍໃຫ້ລອດພົ້ນຂອງຂ້າ ນ້ອຍດ້ວຍ” ເພື່ອນທັງຫຼາຍຖ້າທ່ານໄດ້ອະທິຖານຕາມຄໍາອະທິຖານງ່າຍໆ ນັ້ນແລ້ວ, ພວກເຮົາເຊື່ອວ່າທ່ານໄດ້ບັງເກີດໃຫມ່ແລ້ວ.

ລາວອາດຈະເຊື່ອວ່າພວກເຂົາ“ໄດ້ເກີດໃຫມ່” ສ່ວນຂ້າພະເຈົ້າບໍ່ເຊື່ອ! ບໍ່ມີໃຜ “ບັງເກີດ ໃຫມ່” ອີກເທື່ອໜື່ງໂດຍການອະທິຖານ - ບໍ່ມີໃຜ! ພວກເຂົາຈະເກີດໃຫມ່ໄດ້ແນວໃດ? ບໍ່ ມີຂ່າວປະເສີດໃນຄໍາອະທິຖານນັ້ນ - ບໍ່ມີ! ນັບຕັ້ງແຕ່ບໍ່ມີຂ່າວປະເສີດຢູ່ໃນຄໍາເທດສະໜາ ຂອງລາວ,ອອສຕີນກໍໃຫ້ຄໍາເທດສະໜາໂດຍບໍ່ມີພຣະຄຣິສແລະໃຫ້ “ຄໍາອະທິຖານຂອງຄົນ ບາບ”ໂດຍບໍ່ມີການເວົ້າເຖິງຂ່າວປະເສີດໃນນັ້ນ! ບໍ່ມີການເວົ້າເຖິງການຕາຍຂອງພຣະເຢຊູ ເທິງໄມ້ກາງແຂນເພື່ອຈ່າຍໜີ້ບາບ - ຊື່ງເປັນຈຸດສູນກາງຂອງຂ່າວປະເສີດ, ບໍ່ມີການເວົ້າ ເຖິງການລ້າງບາບດ້ວຍພຣະໂລຫິດຂອງພຣະຄຣິສ, ບໍ່ມີການເວົ້າເຖິງການຟື້ນຂື້ນມາຈາກ ຄວາມຕາຍຝ່າຍຮ່າງກາຍຂອງພຣະອົງ, ເວົ້າອີກຢ່າງໜື່ງ ບໍ່ມີການເອີຍເຖິງຂ່າວປະເສີດ ເລີຍ ( 1 ໂກລິນໂທ 15:1-4), ນີ້ຄືຂ່າວປະເສີດທຽມເທັດແຫ່ງການອະທິຖານຢ່າງໄວວາ ບໍ່ແມ່ນຂ່າວປະເສີດຂອງພຣະຄຣິສ! ເຫດສະນັ້ນອອສຕີນເທດໃນສິ່ງທີ່ອັກຄະສາວົກເປົາ ໂລເອີ້ນວ່າ “ຂ່າວປະເສີດອື່ນ” ບໍ່ແມ່ນຂ່າວປະເສີດຂອງພຣະຄຣິສ (ກາລາເຕຍ 1:6,7), ສ່ວນຂ້າພະເຈົ້າຍັງຈະເວົ້າວ່າ:

“ຖ້າຂ້າພະເຈົ້າບໍ່ປະກາດຂ່າວປະເສີດ ວິບັດຈະເກີດແກ່ຂ້າພະເຈົ້າ” (1 ໂກລິນໂທ 9:16)

ຂ້າມັກກ່າວເຖິງເລື່ອງລາວເປັນເລື່ອງລາວໜ້າເຊື່ອຟັງ
     ຍິ່ງເວົ້າໃຫ້ໃຈຊື່ນບານຫຼາຍເພາະເປັນການອັດສະຈັນ
ຂ້າມັກກ່າວເຖິງເລື່ອງລາວນັ້ນເພາະມີຫຼາຍຄົນບໍ່ຮູ້
     ຄືຂ່າວເລື່ອງຄວາມພົ້ນບາບຈາກພຣະຄໍາບໍລິສຸດຂອງພຣະເຈົ້າ
ຂ້າມັກກ່າວເຖິງຂ່າວປະເສີດນັ້ນ ເຖິງພຣະເຢຊູຜູ້ຊົງລາສີ
     ມັກເລົ່າເຖິງເລື່ອງລາວບູຮານ ເຖິງຄວາມຮັກຂອງພຣະຄຣິສ

ມະນຸດຊາດຖືກໂຊ້ແຫ່ງຄວາມບາບລ້າມໄວ້ພາຍໃຕ້ການຄວບຄຸມຂອງຊາຕານ “ເຈົ້າຊາຍແຫ່ງອໍານາດໃນອາກາດ” (ເອເຟໂຊ 2:2), ທຸກໆຄົນຢູ່ໃຕ້ອໍານາດຂອງຄວາມ ບາບ “ບໍ່ມີຄວາມຫວັງແລະຢູ່ໃນໂລກປາສະຈາກພຣະເຈົ້າ” (ເອເຟໂຊ 2:12).

ແຕ່“ພຣະເຢຊູຄຣິສໄດ້ສະເດັດເຂົ້າມາໃນໂລກເພື່ອຊ່ວຍຄົນບາບໃຫ້ລອດ”( 1ຕີໂມ ທຽວ 1:15), ພຣະເຢຊູສະເດັດລົງມາຈາກສະຫວັນແລະຢູ່ຖ້າມກາງພວກເຮົາໂດຍບໍ່ມີບາບ ພຣະບຸດຂອງພຣະເຈົ້າທີ່ສົມບູນແບບ - ພຣະບຸດອົງດຽວຂອງພຣະເຈົ້າ, ແຕ່ໃນຄືນກ່ອນທີ່ ພຣະອົງຈະຖືກຄຶງເທິງໄມ້ກາງແຂນ, ຢູ່ໃນສວນເກັດເສມານີທີ່ມືດມິດ, ພຣະເຈົ້າໄດ້ເອົາ ຄວາມບາບຄົນຂອງພຣະອົງໃສ່ລົງໄປ “ເທິງຮ່າງກາຍພຣະອົງເອງ” (1 ເປໂຕ 2:24), ພຣະເຢຊູຊົງແບກບາບຂອງພວກທ່ານຈົນ “ເຫື່ອຍໄຫຼເປັນຄືກັບເລືອດຕົກລົງດິນເປັນເມັດ ໃຫຍ່” (ລູກາ 22:44), ພວກທະຫານຮັກສາວິຫານໄດ້ມາຈັບພຣະອົງໃນຂໍ້ກ່າວຫາທີ່ບໍ່ຖືກ ຕ້ອງ, ພວກເຂົາລາກພຣະອົງໄປຫາປະໂລຫິດໃຫຍ່, ພວກເຂົາເອົາຜ້າມັດຕາແລ້ວຕີໃບ ໜ້າພຣະອົງໃນຂະນະທີ່ຄົນອື່ນດຶງໜວດຂອງພຣະອົງອອກ, ພວກເຂົາພາພຣະອົງໄປຫາ ປີລາດເຈົ້າເມືອງຊາວໂລມ, ລາວໄດ້ສັ່ງພວກທະຫານຂອງຕົນໃຫ້ຂ້ຽນຕີຫຼັງຂອງພຣະເຢຊູ ຈົນພຣະອົງເກືອບຕາຍ,ເລືອດຂອງພຣະອົງໄຫຼລົງດິນ, ພວກເຂົາຕົບໜ້າພຣະອົງແລະຕີ ຫົວພຣະອົງດ້ວຍຕະບອງ, ພວກເຂົາບັງຄັບພຣະອົງໃຫ້ແບກໄມ້ກາງແຂນຍ່າງຕາມທາງໃນ ຂະນະທີ່ຜູ້ຄົນພາກັນຮ້ອງໃສ່ພຣະອົງ, ເມື່ອພວກເຂົາໄປຮອດສະຖານທີ່ປະຫານພວກເຂົາ ກໍຕອກຕະປູຄຶງພຣະອົງທັງມືທັງຕີນເທິງໄມ້ກາງແຂນ, ພຣະອົງຖືກຫ້ອຍຕິດໄມ້ກາງແຂນ, ໃນຂະນະທີ່ຝູງຊົນກໍາລັງພາກັນຫົວຂວັນແລະເຫຍີ້ຍພຣະອົງ, ພາຍຫຼັງທີ່ທຸກທໍລະມານໄດ້ ຫົກຊົ່ວໂມງແລ້ວ ພຣະອົງຊົງຮ້ອງສຽງດັງວ່າ “ສໍາເລັດແລ້ວ”( ໂຢຮັນ 19:30), ແລ້ວກົ້ມ ຫົວປ່ອຍວິນຍານຈິດອອກໄປ - ແລ້ວຕາຍ “ແຕ່ມີທະຫານຄົນໜື່ງເອົາຫອກແທງສີ່ຂ້າງ ຂອງພຣະອົງແລະເລືອດກັບນໍ້າກໍໄຫຼອອກມາທັນທີ” ( ໂຢຮັນ 19:34), ມີຜູ້ຊາຍຄົນໜື່ງ ຊາວບ້ານອາຣິມາເທຍໄດ້ເອົາສົບຂອງພຣະເຢຊູຜັນຜ້າປ່ານແລ້ວວາງໄວ້ໃນອຸບໂມງ,ພວກ ເຂົາພາກັນເອົາກ້ອນຫີນໃຫຍ່ປິດປາກອຸບໂມງໄວ້ແລະຈໍາກາໄວ້ແລ້ວໃຫ້ທະຫານໂລມັນມາ ເຝົ້າ, ແຕ່ໃນຕອນເຊົ້າໆວັນອາທິດອິສເຕີພຣະເຢຊູຄຣິສເຈົ້າຊົງຟື້ນຂື້ນຈາກຕາຍພ້ອມດ້ວຍ ຮ່າງກາຍ,ເນື້ອໜັງແລະກະດູກ!

ເພື່ອນຂອງຂ້າພະເຈົ້າ, ພຣະເຢຊູຊົງເຮັດທຸກສິ່ງເພື່ອທ່ານ, ພຣະອົງຊົງຕາຍເທິງ ໄມ້ກາງແຂນນັ້ນເພື່ອຈ່າຍໜີ້ບາບຂອງທ່ານ, ພວກທ່ານຄວນຖືກລົງໂທດເພາະບາບຂອງ ທ່ານ - ແຕ່ພຣະເຢຊູຊົງທຸກທໍລະມານແລະຕາຍໃນຖານະເປັນຜູ້ຮັບແທນຂອງທ່ານ, ພຣະ ຄໍາພີສອນວ່າພວກທ່ານສາມາດລອດຈາກຄວາມບາບໄດ້ໂດຍການຕາຍແທນຂອງພຣະເຢຊູໃນບ່ອນຂອງທ່ານເທົ່ານັ້ນ, ແລະພຣະອົງຊົງຫຼັງເລືອດເພື່ອລ້າງທ່ານອອກຈາກຄວາມ ບາບທຸກຢ່າງ, ແລະພຣະອົງຊົງຟື້ນຄືນຈາກຕາຍຝ່າຍຮ່າງກາຍເພື່ອມອບຊີວິດອັນຕະຫຼອດ ໄປເປັນນິດແກ່ທ່ານ! ພຣະເຢຊູຊົງຜ່ານຄວາມເຈັບປວດແລະຄວາມທຸກທໍລະມານທຸກຢ່າງ ເພາະພຣະອົງຊົງຮັກພວກທ່ານ! ຈົ່ງມາຫາພຣະເຢຊູ, ພຣະອົງຊົງຮັກພວກທ່ານຫຼາຍແລະ ພຣະອົງຈະຊົງຊ່ວຍທ່ານໃຫ້ລອດ - ດຽວນີ້ເລີຍ!

ມັນເຫຼືອອັນໃດແດ່ທີ່ເຮົາຕ້ອງເຮັດ? ສິ່ງທີ່ພຣະເຈົ້າຂໍຄືໃຫ້ທ່ານກັບໃຈໃຫມ່ແລ້ວ ເຊື່ອວາງໃຈໃນພຣະເຢຊູພຣະບຸດຂອງພຣະອົງ, ເມື່ອທ່ານກັບໃຈແລະເຊື່ອໃນພຣະເຢຊູ ທ່ານກໍລອດຈາກຄວາມບາບ,ຈາກຫລຸມຝັງສົບແລະຈາກນາຮົກບຶງໄຟ! ຈົ່ງເຊື່ອພຣະເຢຊູ ດຽວນີ້ແລ້ວພຣະອົງຈະຊໍາລະລ້າງທ່ານອອກຈາກຄວາມບາບທຸກຢ່າງດ້ວຍພຣະໂລຫິດອັນ ປະເສີດຂອງພຣະອົງ.

ຂ້າມັກກ່າວເລື່ອງຂ່າວເລີດນັ້ນກັບຄົນທີ່ພໍໃຈຟັງ
     ເພາະເຂົາຢາກແລະກະຫາຍທີ່ຈະຟັງຄືຜູ້ບໍ່ເຄີຍຟັງ
ເມື່ອຂ້າເຫັນສະງ່າລາສີຂ້າຍິນດີຈະຮ້ອງເພງໃຫມ່
     ແຕ່ຍັງເປັນເລື່ອງບູຮານນັ້ນທີ່ຂ້າໄດ້ຮັກແຕ່ໃດ
ຂ້າມັກກ່າວເຖິງຂ່າວປະເສີດນັ້ນ ເຖິງພຣະເຢຊູຜູ້ຊົງລາສີ
     ມັກເລົ່າເຖິງເລື່ອງລາວບູຮານ ເຖິງຄວາມຮັກຂອງພຣະຄຣິສ

“ຖ້າຂ້າພະເຈົ້າບໍ່ປະກາດຂ່າວປະເສີດ ວິບັດຈະເກີດແກ່ຂ້າພະເຈົ້າ” (1 ໂກລິນໂທ 9:16)

ຖ້າທ່ານຢາກຈະລົມກັບພວກເຮົາກ່ຽວກັບການລອດຈາກບາບໂດຍພຣະເຢຊູ, ກະລຸ ນາລຸກຈາກຕັ່ງຂອງທ່ານແລ້ວຍ່າງໄປຂ້າງຫຼັງຫ້ອງປະຊຸມນີ້,ທ້າວ ຈອນຊາມູເອວ ເຄແກນ ຈະພາທ່ານໄປອີກຫ້ອງໜື່ງບ່ອນທີ່ພວກເຮົາສາມາດສັນທະນາແລະອະທິຖານໄດ້, ຖ້າທ່ານ ສົນໃຈໃນການເປັນຄຣິສຕຽນ, ເຊີນຍ່າງໄປທາງຫຼັງຫ້ອງນີ້ຕອນນີ້ເລີຍ, ຂໍໃຫ້ດຣ.ແຊນ ມາ ອະທິຖານເພື່ອຄົນທີ່ຈະເຊື່ອໃນພຣະເຢຊູແດ່ ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ່ານ ອາເບວ ພຣຸດໂຮມ: ພະນິມິດ 3:14-22.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ:
“I Love to Tell the Story” (by A. Catherine Hankey, 1834-1911).


ໂຄງຮ່າງບົດເທດສະໜາ

ເປັນຫຍັງການເທດສະໜາຂ່າວປະເສີດຈື່ງມີໜ້ອຍໃນປະຈຸບັນນີ້?

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ຖ້າຂ້າພະເຈົ້າບໍ່ປະກາດຂ່າວປະເສີດ ວິບັດຈະເກີດແກ່ຂ້າພະເຈົ້າ” (1 ໂກລິນໂທ 9:16)

I. ໜື່ງ ພຣະຄໍາພີໄດ້ທໍານວາຍວ່າພຣະຄຣິສຈະຖືກປິດປະຕູບໍ່ໃຫ້ເຂົ້າມາໃນ ຄຣິສຕະຈັກສ່ວນຫຼາຍໃນຍຸກສຸດທ້າຍ ພະນິມິດ 3:20; 2ຕີໂມທຽວ 4:3-5

II. ສອງ “ຄໍາອະທິຖານຂອງຄົນບາບ” ໄດ້ເຮັດໃຫ້ການປະກາດຂ່າວປະເສີດຂອງ ພຣະຄຣິສລ້າສະໄໝ, ບູຮານແລະບໍ່ຈໍາເປັນອີກ - ຄໍາເວົ້າຂອງ “ນັກເທດສະ ໄໝໃຫມ່” ກິດຈະການ 20:21; 2:14-40; 4:5-12; 7:1-53; 8:5; 9:20- 22; 10:34-43; 13:14-41; 17:22-31; 20:20-21; 5:42; 1 ໂກລິນໂທ 15:1-4; ກາລາເຕຍ 1:6, 7; ເອເຟໂຊ 2:2, 12; 1 ຕີໂມທຽວ 1:15; 1 ເປໂຕ 2:24; ລູກາ 22:44; ໂຢຮັນ 19:30, 34.