Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ບ່ອນທີ່ພຣະເຈົ້າຊົງຊັກນໍາຄົນບາບທັງຫຼາຍ

WHERE GOD DRAWS SINNERS
(Laotian)

ໂດຍ ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 12/1/2014
A sermon preached at the Baptist Tabernacle of Los Angeles
Lord’s Day Morning, January 12, 2014


ໃນອາທິດແລ້ວນີ້ຂ້າພະເຈົ້າໄດ້ຮັບອີເມລຈາກສາສະດາຈານທີ່ໄດ້ຮັບຄວາມເຄົາລົບ ຢ່າງສູງໃນເລື່ອງປະຫວັດສາດຄຣິສຕະຈັກຈາກມະຫາວິທະຍາໄລຄຣິສຕຽນທີ່ມີຊື່ສຽງແຫ່ງໜື່ງ, ລາວບອກວ່າ “ຂ້ອຍມີຄວາມສຸກກັບການຟັງຄໍາເທດສະໜາຂອງເຈົ້າໃນເລື່ອງ ‘ຄຣິສມາດໃນໂລກໄຊເບີ’ ເມື່ອບໍ່ດົນທີ່ຜ່ານມາຂ້ອຍໄດ້ຊື້ອຸປະກອນໃຫມ່ແລະໃຊ້ກັອບປີ້ [ຈາກເວັບໄຊອາເມຊອນ]ຂອງ [ໜັງສືຂອງທ່ານ]ເລື່ອງ ພວກພິວຣິທັນເວົ້າເຖິງຊົນຊາດທີ່ ຕາຍແລ້ວຂອງເຮົາ ຂ້າພະເຈົ້າໄດ້ເອົາໃຫ້ພວກສິດຍາພິບານແລະຂໍໃຫ້ເຂົາອ່ານມັນ”

ນັ້ນເປັນຄໍາສະແດງຄວາມນັບຖືຢ່າງສູງຈາກຜູ້ຊາຍຄົນໜື່ງຊື່ງໄດ້ສອນປະຫວັດ ສາດຂອງຄຣິສຕຽນໃຫ້ກັບນັກສຶກສາຫຼາຍກວ່າສີ່ສິບປີມາແລ້ວ!

ເພື່ອນທັງຫຼາຍນີ້ຄືເວັບໄຊດຽວເທົ່ານັ້ນ, ທີ່ຄໍາເທດສະໜາໄປຮອດຫຼາຍກວ່າ 28 ພາສາໃນ 170 ກວ່າຊົນຊາດທົ່ວໂລກ, ພວກທ່ານຮູ້ຫຼືບໍວ່າຈໍານວນໜື່ງສ່ວນສາມຂອງ ໂລກໜ່ວຍນີ້ບໍ່ມີມິດຊັນນາລີຈາກປະເທດສະຫະລັດອາເມລິກາຢູ່ເລີຍ? ພວກເຂົາບໍ່ສາມາດ ເຂົ້າເຖິງ 1/3 ຂອງໂລກ! ແຕ່ອິນເຕີເນັດໄປໄດ້ທຸກທີ່ທຸກບ່ອນ - ແມ່ນກະທັ່ງປະເທດ ຄອມມູນິດເຊັ່ນຈີນ, ຄິວບາ,ອັບການິສຖານແລະອີຣານກໍໄປເຖິງ! ຄໍາເທດສະໜາເຫຼົ່ານີ້ໄປ ທຸກໆບ່ອນ, ແລະນັກເທດຄົນພື້ນທີ່ທີ່ຢູ່ໃນປະເທດປິດພວກນີ້ໄດ້ພິມຄໍາເທດສະໜາຂອງ ຂ້າພະເຈົ້າອອກມາເປັນພາສາຂອງເຂົາເອງແລ້ວເທດໃຫ້ຄົນຂອງເຂົາຟັງ, ພວກເຂົາມີ ເຄື່ອງມືໜ້ອຍດຽວໃນການຕຽມຄໍາເທດສະໜາ, ພວກເຂົາໃຊ້ຄໍາເທດສະໜາຂອງຂ້າພະ ເຈົ້າແລະໄດ້ພຣະພອນອັນຍິ່ງໃຫຍ່ໃນການເຮັດແບບນັ້ນ, ດັ່ງນັ້ນຂໍໃຫ້ພວກທ່ານເລີ່ມຕົ້ນ ສົ່ງເງີນມາໃຫ້ພວກເຮົາ 25 ຫຼື 50 ໂດລາຕໍ່ເດືອນເພື່ອພວກເຮົາຈະສາມາດເພີ່ມຫຼາຍພາ ສາເຂົ້າໄປອີກ? ຂໍໃຫ້ຟັງຕອນຈົບຂອງບົດເທດສະໜານີ້,ເມື່ອຂ້າພະເຈົ້າກັບມາແລະທ່ານ ຈະໄດ້ຍິນເຖິງວິທີທີ່ຈະສົ່ງເງີນບໍລິຈາກແຕ່ລະເດືອນໄປໄດ້ແນວໃດເພື່ອພວກເຮົາຈະສາ ມາດເພີ່ມພາສາໃຫ້ຫຼາຍຂື້ນກວ່າເກົ່າອີກ.

ຕອນນີ້ຂໍໃຫ້ເຮົາເປີດໄປໃນໜັງສື ເຢເຣມີ 31:3

“ເຮົາໄດ້ຮັກເຈົ້າດ້ວຍຄວາມຮັກນິລັນດອນ ເພາະສະນັ້ນເຮົາຈື່ງຊວນ ເຈົ້າມາດ້ວຍຄວາມເມດຕາ” (ເຢເຣມີ 31:3)

ມາຕິນລູເທີເຫັນດ້ວຍກັບພຣະຄໍາພີສະບັບຄິງເຈມຊື່ງພາສາຮິບຣູຄໍາວ່າ “ມາຊັກ” ໝາຍເຖິງ “ຊັກຊວນ” ຫຼື “ດຶງ” ຜູ້ແປສະບັບ ເອັນເອແອສວີ NASV ແປຄໍາພາສາຮິບຣູນີ້ ເປັນ“ດຶງ” ໃນເຢເຣມີ 38:13, ພວກເຮົາອາດຈະແປຂໍ້ພຣະຄໍາພີແບບນີ້ກໍໄດ້:

“ເຮົາໄດ້ຮັກເຈົ້າດ້ວຍຄວາມຮັກນິລັນດອນ ເພາະສະນັ້ນເຮົາຈື່ງດຶງ ເຈົ້າມາດ້ວຍຄວາມເມດຕາ” (ເຢເຣມີ 31:3)

ພຣະເຈົ້າຊົງຮັກພວກທ່ານ ສະນັ້ນພຣະອົງຊົງດຶທ່ານອອກມາ!

“ເຮົາຈູງ(ເຮົາດຶງ)ເຂົາດ້ວຍສາຍຂອງມະນຸດແລະດ້ວຍປອກ[ເຊືອກ]ແຫ່ງ ຄວາມຮັກ” (ໂຮເຊຢາ 11:4)

ຂໍ້ພຣະຄໍາພວກນີ້ແນ່ໃສ່ພຣະເຈົ້າຊົງ “ຊັກນໍາ” ອິດສະຣາເອນບູຮານອອກຈາກປະເທດອີ ຢິບເຂົ້າສູ່ດິນແດນແຫ່ງພຣະສັນຍາ, ພວກເຂົາສະແດງໃຫ້ເຮົາເຫັນວ່າພຣະເຈົ້າຊົງຊັກນໍາ ຄົນບາບອອກຈາກຊີວິດແຫ່ງຄວາມບາບແນວໃດ - ສູ່ຄວາມລອດໃນພຣະເຢຊູຄຣິສ!

ມັນຄ່ອນຂ້າງຈະຊັດເຈນຈາກຂໍ້ພຣະຄໍາພີພວກນີ້ໃນໂຮເຊຢາ 11:4 ແລະເຢເຣມີ 31:3 ທີ່ວ່າພຣະເຈົ້າຊົງ“ດຶງ”ຄົນບາບໃນຫົນທາງໃດໜື່ງເພື່ອຊ່ວຍເຂົາໃຫ້ລອດ, ແຕ່ຂໍ້ ພຣະຄໍາພີເຫຼົ່ານີ້ໃນ ເຢເຣມີ ແລະໂຮເຊຢາພຽງແຕ່ສະແດງບ່ອນທີ່ພຣະອົງຊົງດຶງພວກ ທ່ານອອກມາ, ບ່ອນອື່ນອີກໃນພຣະຄໍາພີທີ່ພວກເຮົາຖືກບອກຢ່າງຊັດເຈນວ່າເປັນບ່ອນ ທີ່ ພຣະເຈົ້າຊົງຊັກນໍາເຮົາເມື່ອພຣະອົງຊົງຊ່ວຍໃຫ້ລອດໂດຍພຣະຄຸນຂອງພຣະອົງ.

I. ໜື່ງ ພຣະເຈົ້າຊົງຊັກນໍາທ່ານສູ່ຄຣິສຕະຈັກທ້ອງຖີ່ນ.

ຂ້າພະເຈົ້າໄດ້ມາໂບດຕອນທີ່ຂ້າພະເຈົ້າເປັນໄວລຸ້ນເພາະມີບາງຄົນພາໄປ,ຂ້າພະ ເຈົ້າໄດ້ອ່ານບົດຄວາມບົດໜື່ງຊື່ງຊີ້ໃຫ້ເຫັນວ່າ 82% ຂອງທຸກຄົນທີ່ມາຈາກໂລກທີ່ຫຼົງຫາຍ ເພື່ອໄປໂບດເປັນຄືກັບຂ້າພະເຈົ້າເພາະພວກເຂົາຖືກພາມາໂດຍໝູ່ເພື່ອນ, ມີພຽງບໍ່ເທົ່າໃດ ເປີເຊັນທີ່ເຫຼືອທີ່ມາໂບດເພາະພວກເຂົາໄດ້ອ່ານໃບປິວຫຼືໂຄສະໜາ, ນັ້ນແລະເປັນຫົນທາງ ທີ່ຂ້າພະເຈົ້າໄປໂບດ, ມີບາງຄົນພາຂ້າພະເຈົ້າໄປໂບດແລະຍັງສືບຕໍ່ ພາຂ້າພະເຈົ້າໄປ, ຜູ້ຊ່ວຍໃນໂບດນັ້ນທີ່ມີຊື່ວ່າ ບີນໄດ້ມາຢ້ຽມຂ້າພະເຈົ້າຕອນທີ່ຂ້າພະເຈົ້າຂາດໂບດແລະ ໜຸນໃຈຂ້າພະເຈົ້າໃຫ້ໄປໂບດອີກ, ຂ້າພະເຈົ້າສາມາດແນມເຫັນຜົວເມຍທັງສອງຢືນຢູ່ໜ້າ ປະຕູເຮືອນປ້າເມີເທີຕອນນີ້ໃນຄວາມຊົງຈໍາໄດ້ເລີຍ, ຂອບຄຸນພຣະເຈົ້າສໍາຫຼັບທັງຊາຍແລະ ຍິງຊະລາຄູ່ນີ້, ລາວແຕ່ງຕົວດ້ວຍສູດສີດໍາແລະໃສ່ກາລະວັດສະເໝີແລະເມຍຂອງເພີ່ນໃສ່ ໝວກແຕ່ງຕົວງາມສະເໝີແບບທີ່ຜູ້ຍິງແຕ່ງຕົວເພື່ອໄປໂບດເມື່ອພວກເຂົາທັນສະໄໝຫຼາຍ ຂື້ນ, ແລະພວກເຂົາໄດ້ມາເພື່ອຢ້ຽມຊາຍໜຸ່ມອາຍຸສິບຫ້າປີເພື່ອໃຫ້ແນ່ໃຈວ່າຂ້າພະເຈົ້າຈະ ກັບໄປໂບດ, ຂ້າພະເຈົ້າຈະບໍ່ມີມື້ລືມຕາບໃດທີ່ຂ້າພະເຈົ້າຍັງມີຊີວິດຢູ່. ຂອບຄຸນພຣະ ເຈົ້າສໍາຫຼັບຜູ້ຊ່ວຍອາວຸໂສຄົນນັ້ນລວມທັງເມຍຂອງເພີ່ນນໍາ.

ພຣະເຈົ້າຊົງໃຊ້ຄົນແບບທ້າວບີນແລະເມຍຂອງລາວເພື່ອຊັກຈູງທ່ານມາໂບດ, ດຣ.ແມັກໂກແວນແລະເມຍຂອງເພີ່ນໄດ້ພາຂ້າພະເຈົ້າໄປໂບດກັບລູກໆຂອງພວກເຂົາຕອນທີ່ຂ້າພະເຈົ້າຍັງເປັນເດັກນ້ອຍຢູ່,ຂ້າພະເຈົ້າບໍ່ໄດ້ເປັນຄຣິສຕຽນຈົນອາຍຸຂອງຂ້າພະເຈົ້າໄດ້ຊາວປີແຕ່ຂ້າພະເຈົ້າຖືກຊັກຈູງເຂົ້າໄປໂບດຜ່ານທາງການເຮັດວຽກຂອງດຣ.ແມັກໂກແວນກັບເມຍຂອງເພີ່ນ, ຂ້າພະເຈົ້າຖືກຊັກຈູງກັບໄປໂບດຜ່ານທາງການຢ້ຽມຢາມຂອງທ້າວບີນ ກັບເມຍຂອງລາວ, ພຣະຄໍາພີກ່າວວ່າ:

“ແລະພຣະເຈົ້າໄດ້ຊົງໂຜດໃຫ້ຜູ້ກໍາລັງຈະລອດເຂົ້າສົມທົບກັບຄຣິສຕະຈັກທະວີຂື້ນທຸກໆວັນ” (ກິດຈະການ 2:47)

ອີກເທື່ອໜື່ງພຣະຄໍາພີກ່າວວ່າ:

“ຄຣິສຕະຈັກທັງຫຼາຍຈື່ງເຂັ້ມແຂງໃນຄວາມເຊື່ອແລະຈໍານວນຄົນໄດ້ທະວີຂື້ນທຸກໆວັນ” (ກິດຈະການ 16:5)

ມັນຄືໃນຄຣິສຕະຈັກທີ່ພວກທ່ານໄດ້ຍິນຂ່າວປະເສີດຂອງພຣະຄຣິສແລ້ວຮັບຄວາມ ລອດ, ແລະ 82%ຂອງທຸກຄົນທີ່ມາໂບດແບບນີ້ບ່ອນທີ່ຂ່າວປະເສີດຖືກປະກາດອອກໄປ ໄດ້ນໍາພາໄປບ່ອນນັ້ນໂດຍຄົນໃດໜື່ງ, ດັ່ງນັ້ນມັນຈື່ງຊັດເຈນຈາກແບບສອບຖາມນີ້ແລະ ຈາກພຣະຄໍາພີທີ່ວ່າພຣະເຈົ້າມັກໃຊ້ຜູ້ຄົນໃຫ້ຊັກຈູງພວກທ່ານມາໂບດ.

ໃນຄຣິສຕະຈັກທີ່ຂ່າວປະເສີດຖືກປະກາດໄປ,ເປົາໂລບອກຜູ້ຄົນໃນຄຣິສຕະຈັກ ຊື່ງອາໄສຢູ່ໃນເມືອງໂກລິນໂທວ່າ:

“ຍິ່ງກວ່ານີ້ ພີ່ນ້ອງທັງຫລາຍ ຂ້າພະເຈົ້າຂໍໃຫ້ທ່ານຄຳນຶງເຖິງຂ່າວປະເສີດທີ່ຂ້າພະເຈົ້າເຄີຍປະກາດແກ່ທ່ານທັງຫລາຍ... ເລື່ອງຊຶ່ງຂ້າພະເຈົ້າຮັບໄວ້ນັ້ນ ຂ້າພະເຈົ້າໄດ້ປະກາດແກ່ທ່ານທັງຫລາຍກ່ອນ ຄືວ່າພຣະຄຣິສໄດ້ຊົງວາຍພຣະຊົນເພາະບາບຂອງເຮົາທັງຫລາຍ ຕາມທີ່ຂຽນໄວ້ໃນພຣະຄຳພີແລະຊົງຖືກຝັງໄວ້ ແລ້ວວັນທີ່ສາມພຣະອົງຊົງເປັນຂຶ້ນມາໃໝ່ຕາມທີ່ມີຂຽນໄວ້ໃນພຣະຄຳພີນັ້ນ” (1 ໂກລິນໂທ 15:1-4)

ເປົາໂລໄດ້ເຕືອນສະຕິຄຣິສຕະຈັກທີ່ລາວໄດ້“ປະກາດແກ່”ເຂົາເຈົ້າຂ່າວປະເສີດແຫ່ງການ ຕາຍແລະການຟື້ນຄືນຂອງພຣະຄຣິສເພາະບາບຂອງເຂົາເຈົ້າ.

ມີນັກເສລີພາບພຣະຄໍາພີຫຼາຍຄົນກໍາລັງປະຕິເສດຢູ່ໃນຄຣິສຕະຈັກທັງຫຼາຍປະຈຸ ບັນ - ມີລັດທິທຽມເທັດຫຼາຍລັດທິ, ສາສະໜາປອມຫຼາຍອັນ,ພວກທ່ານສາມາດບອກໃດ ບໍວ່າອັນຖືກຕ້ອງ? ຄໍາຕອບງ່າຍ: ພວກເຂົາບອກພວກທ່ານບໍວ່າຈະລອດຈາກຄວາມຜິດ ບາບໂດຍການຕາຍຂອງພຣະຄຣິສເທິງໄມ້ກາງແຂນໄດ້ແນວໃດ! ພວກເຂົາທົບທວນເລື່ອງ ນັ້ນໃນບົດເທດສະໜາຂອງເຂົາເຈົ້າທຸກເລື່ອງບໍ?ໃນການນະມັດສະການທຸກເທື່ອຂອງພວກ ເຮົາໃນຄຣິສຕະຈັກນີ້ຈະບອກພວກທ່ານວ່າຈະລອດໄດ້ແນວໃດ,ນີ້ຄືຄຣິສຕະຈັກທີ່ປະກາດຂ່າວປະເສີດຄືກັບຄຣິສຕະຈັກທັງຫຼາຍທີ່ພຣະຄໍາພີໃຫມ່ເວົ້າເຖິງໃນສະໄໝພຣະຄໍາພີ.

ພຣະເຈົ້າໄດ້ໃສ່ລົງໃນນີ້ເພື່ອໃຫ້ປະກາດແກ່ພວກທ່ານວ່າຈະລອດໄດ້ໂດຍພຣະເຢ ຊູຄຣິສໄດ້ແນວໃດ! ພຣະເຈົ້າຊົງໃສ່ອາຈານເປົາໂລໃນຄຣິສຕະຈັກທີ່ເມືອງໂກລິນໂທເພື່ອ “ໃຫ້ປະກາດຂ່າວປະເສີດຊື່ງຂ້າພະເຈົ້າໄດ້ປະກາດໄປນັ້ນ”( 1ໂກລິນໂທ 15:1), ແລະ ພຣະເຈົ້າຊົງໃສ່ຂ້າພະເຈົ້າໃນຄຣິສຕະຈັກນີ້ເພື່ອເຮັດສິ່ງດຽວກັນ - ເພື່ອປະກາດໃຫ້ແກ່ ພວກທ່ານວ່າທ່ານສາມາດລອດຈາກຄວາມຜິດບາບໂດຍການເຊື່ອໃນພຣະເຢຊູແນວໃດ.

ອີກເຫດຜົນໜື່ງທີ່ພຣະເຈົ້າດຶງທ່ານເຂົ້າສູ່ຄຣິສຕະຈັກທ້ອງຖີ່ນຄືເພື່ອໃຫ້ທ່ານສາ ມາດເຕືອນສະຕິແລະໜຸນໃຈ:

“ຊື່ງເຮົາເຄີຍປະຊຸມກັນນັ້ນຢ່າໃຫ້ຢຸດເໝືອນຢ່າງບາງຄົນເຄີຍເຮັດນັ້ນ ແຕ່ຈົ່ງເຕືອນສະຕິກັນ” (ເຮັບເລີ 10:25)

ມີບາງຄົນເວົ້າວ່າທ່ານສາມາດເປັນຄຣິສຕຽນໄດ້ໂດຍບໍ່ຕ້ອງໄປໂບດ,ແຕ່ພວກເຂົາເວົ້າຜິດ ພວກທ່ານຈະບໍ່ໄດ້ຍິນການເທດສະໜາຂ່າວປະເສີດເລື່ອງການກັບໃຈໃຫມ່ນອກຈາກທ່ານ ຢູ່ໃນຄຣິສຕະຈັກ, ທ່ານຈະບໍ່ໄດ້ຮັບການເຕືອນສະຕິແລະໜຸນໃຈໃນຊີວິດຄຣິສຕຽນຖ້າທ່ານ ບໍ່ໄດ້ຢູ່ໃນຄຣິສຕະຈັກ, ພຣະຄໍາພີເວົ້າເຖິງ“ຄຣິສຕະຈັກຂອງພຣະເຈົ້າຜູ້ຊົງພຣະຊົນຢູ່ ເປັນ ຫຼັກແລະຮາກແຫ່ງຄວາມຈິງ” (1 ຕິໂມທຽວ 3:15), ພຣະເຈົ້າຊົງເອົາຄວາມຈິງໃສ່ລົງໄປ ໃນຄຣິສຕະຈັກແຫ່ງພັນທະສັນຍາໃຫມ່ - ດັ່ງນັ້ນທ່ານຕ້ອງຢູ່ໃນຄຣິສຕະຈັກທຸກໆອາທິດ ເພື່ອຈະພົບຄວາມຈິງ,ເພື່ອເປັນຄຣິສຕຽນແທ້ແລະຮຽນຮູ້ທີ່ຈະດໍາເນີນຊີວິດຄຣິສຕຽນ.

ຂ້າພະເຈົ້າບໍ່ໄດ້ຮຽນຮູ້ທີ່ຈະດໍາເນີນຊີວິດຄຣິສຕຽນຢູ່ໃນໂຮງຮຽນ, ຂ້າພະເຈົ້າຈົບວິ ທະຍາໄລສອງແຫ່ງແລະຈົບໂຮງຮຽນພຣະຄໍາພີສາມແຫ່ງ, ແຕ່ຂ້າພະເຈົ້າບໍ່ໄດ້ຮຽນຮູ້ໃນ ການທີ່ຈະດໍາເນີນຊີວິດຄຣິສຕຽນແນວໃດແດ່ໃນໂຮງຮຽນເຫຼົ່ານີ້, ອັນທີ່ຈິງທຸກສິ່ງທີ່ຂ້າພະ ເຈົ້າຮູ້ຈັກເລື່ອງການອະທິຖານ, ການເທດສະໜາ, ແລະການດໍາເນີນຊີວິດຄຣິສຕຽນລ້ວນ ແລ້ວແຕ່ໄດ້ຮຽນຢູ່ໃນຄຣິສຕະຈັກທ້ອງຖີ່ນຂອງຂ້າພະເຈົ້າ,ຈາກສິດຍາພິບານຂອງຂ້າພະ ເຈົ້າແລະຜູ້ນໍາຄຣິສຕຽນຄົນອື່ນໆໃນຄຣິສຕະຈັກນັ້ນ, ຂ້າພະເຈົ້າຂອບຄຸນພຣະເຈົ້າທີ່ຂ້າພະ ເຈົ້າມີສິດຍາພິບານຄົນຈີນທີ່ສັດຊື່ຜູ້ໄດ້ສອນຂ້າພະເຈົ້າວ່າຈະດໍາເນີນຊີວິດຄຣິສຕຽນໄດ້ ແນວໃດ! ຊື່ຂອງເພີ່ນແມ່ນ ດຣ.ທິໂມທີລິນ, ຂ້າພະເຈົ້າໄດ້ໄປຮ່ວມງານວັນເກີດຂອງເພີ່ນ ຄົບຮອບເກົ້າສິບປີ, ຂ້າພະເຈົ້າໄດ້ເທດສະໜາໃນງານສົບຂອງເພີ່ນ! ສິດຍາພິບານຂອງຂ້າ ພະເຈົ້າສອນຂ້າພະເຈົ້າຫຼາຍຢ່າງທີ່ຂ້າພະເຈົ້າໄດ້ຮູ້ຈັກແລະຂ້າພະເຈົ້າຂອບຄຸນພຣະເຈົ້າສໍາ ຫຼັບເພີ່ນ, ພຣະເຈົ້າກ່າວວ່າ:

“ເຮົາໄດ້ຮັກເຈົ້າດ້ວຍຄວາມຮັກນິລັນດອນ ເພາະສະນັ້ນເຮົາຈື່ງຊວນ ເຈົ້າມາດ້ວຍຄວາມເມດຕາ” (ເຢເຣມີ 31:3)

ພຣະເຈົ້າຊົງຊັກນໍາທ່ານມາຄຣິສຕະຈັກນີ້ໃນເຊົ້ານີ້, ຂ້າພະເຈົ້າຫວັງວ່າທ່ານຈະມີ ເຫດຜົນພຽງພໍທີ່ຈະຢູ່,ຄືກັບທີ່ຂ້າພະເຈົ້າເຮັດຕອນທີ່ຍັງໜຸ່ມ, ຈົ່ງຢູ່ນີ້ແລ້ວຮັບຄວາມລອດ! ຈົ່ງຢູ່ບ່ອນນີ້ແລະຮຽນພຣະຄໍາພີ! ຈົ່ງຢູ່ບ່ອນນີ້ແລະຮຽນຮູ້ທີ່ຈະດໍາເນີນຊີວິດຄຣິສຕຽນໄດ້ ແນວໃດແດ່!

ຊາຍໜຸ່ມຄົນໜື່ງເດີນທາງໄກມາທີ່ຄຣິສຕະຈັກຂອງເຮົາທຸກໆວັນອາທິດ,ລາວນັ່ງ ຟັງຂ້າພະເຈົ້າເທດສະໜາແລະລາວຖືກກະຕຸ້ນໃຫ້ຕື່ນຂື້ນ, ຫຼັງຈາກນັ້ນແຟນສາວຂອງລາວ ບອກລາວດ້ວຍຄໍາເວົ້າທີ່ມີຜົນກະທົບວ່າ “ຄຣິສຕະຈັກໜື່ງກໍດີຄືກັບຄຣິສຕະຈັກອື່ນ, ມາ ໂບດຂອງຂ້ອຍກັບຂ້ອຍວັນອາທິດໜ້ານີ້” ລາວກໍຟັງນາງໃນອາທິດນັ້ນ, ລາວຂາດໂບດນີ້ ບ່ອນທີ່ລາວຄວນຈະຢູ່ອີກເທື່ອໜື່ງ! ລາວໄປໂບດທີ່ບໍ່ໄດ້ເທດສະໜາຂ່າວປະເສີດກັບນາງ ແທນ, ຈາກນັ້ນຂ້າພະເຈົ້າກໍເຫັນລາວໃນບໍ່ພໍເທົ່ານຄືນຕໍ່ມາ, ພວກທ່ານຮູ້ບໍ່ວ່າແມ່ນຫຍັງ? ລາວສູນເສຍການຕື່ນຢູ່ຂອງລາວທຸກຢ່າງທີ່ລາວມີ, ລາວນອນຫລັບໃນຄວາມບາບຄືກັບທີ່ ລາວເຄີຍເຮັດກ່ອນທີ່ລາວຈະມາທີ່ນີ້,ພວກທ່ານຮູ້ບໍວ່າເປັນຫຍັງ? ເພາະຄຣິສຕະຈັກຜູ້ສາວ ຂອງລາວບໍ່ເທດສະໜາສິ່ງທີ່ຈະເຮັດໃຫ້ທ່ານກັບໃຈໃຫມ່ - ນັ້ນແລະເປັນເຫດຜົນ ຊາຕານ ເວົ້າຜ່ານທາງປາກຜູ້ຍິງຄົນນັ້ນຕອນທີ່ນາງເວົ້າວ່າ“ຄຣິສຕະຈັກໜື່ງກໍດີຄືກັບຄຣິສຕະຈັກອື່ນມາໂບດຂອງຂ້ອຍກັບຂ້ອຍ”

ພຣະເຈົ້າຊົງຊັກນໍາຊາຍໜຸ່ມຄົນນັ້ນມາໃນຄຣິສຕະຈັກຂອງພວກເຮົາ,ແຕ່ຊາຕານ ໄດ້ດຶງລາວທາງອື່ນ - ອອກໄປຈາກຄຣິສຕະຈັກ - ເພື່ອຟັງຂ່າວປະເສີດປອມແຫ່ງຄວາມ ລອດໂດຍການກະທໍາຂອງມະນຸດ - ແທນທີ່ຄວາມບໍລິສຸດຂອງພວກໂປແຕດສະແຕນ, ຂໍ້ ຄວາມພຣະຄໍາພີແຫ່ງການກັບໃຈໃຫມ່ຜ່ານທາງຄວາມເຊື່ອໃນພຣະຄຣິສພຽງຢ່າງດຽວ, ພຣະເຈົ້າຕັດວ່າ:

“ເຮົາໄດ້ຮັກເຈົ້າດ້ວຍຄວາມຮັກນິລັນດອນ ເພາະສະນັ້ນເຮົາຈື່ງຊວນ (ຫຼືດຶງ)ເຈົ້າມາດ້ວຍຄວາມເມດຕາ” (ເຢເຣມີ 31:3)

ຢ່າຕໍ່ຕ້ານພຣະເຈົ້າໃນຂະນະທີ່ພຣະອົງຊົງຊັກນໍາທ່ານມາຄຣິສຕະຈັກນີ້,ຈົ່ງຮັກສາ ການກັບມາກັບພວກເຮົາເພື່ອຟັງຂ່າວປະເສີດທີ່ແທ້ຈິງແລະຮັບຄວາມລອດ, ຢ່າຕໍ່ຕ້ານ ຫຼືກະບົດຕໍ່ພຣະເຈົ້າໃນຂະນະທີ່ພຣະອົງຊົງສະແຫວງຫາທີ່ຈະຊັກນໍາທ່ານກັບມາທີ່ນີ້, ຢ່າ ຍອມໃຫ້ຊາຕານໃຊ້ຄົນໃດໜື່ງບໍ່ວ່າຈະເປັນໝູ່ຄູ່ຫຼືພີ່ນ້ອງເພື່ອດຶງທ່ານອອກໄປຈາກຄຣິສ ຕະຈັກນີ້, ຊື່ງຄື “ຫຼັກແລະຮາກແຫ່ງຄວາມຈິງ” (1 ຕິໂມທຽວ 3:15).

ພຣະຄໍາພີກ່າວວ່າ “ຄົນເຫຼົ່ານັ້ນກໍຕໍ່ຕ້ານຄວາມຈິງສັນນັ້ນ” (2 ຕິໂມທຽວ 3:8). ຖ້າຄົນພວກນັ້ນສາມາດຕໍ່ຕ້ານຄວາມຈິງພວກທ່ານກໍສາມາດເຮັດໄດ້, ສະເຕເຟັນເວົ້າວ່າ: “ທ່ານທັງຫຼາຍຂັດຂວາງພຣະວິນຍານບໍລິສຸດຢູ່ສະເໝີ” (ກິດຈະການ 7:51), ຖ້າຄົນພວກ ນັ້ນທີ່ທ່ານເວົ້າເຖິງສາມາດຂັດຂວາງການຊັກນໍາຂອງພຣະເຈົ້າໄດ້ທ່ານກໍສາມາດເຮັດໄດ້ ຫົວຂໍ້ເລື່ອງນັ້ນທີ່ຂ້າພະເຈົ້າບໍ່ເຂົ້າໃຈແທ້, ດັ່ງນັ້ນຂ້າພະເຈົ້າຈື່ງພຽງແຕ່ເອົາຄຸນຄ່າໜ້າປົກ ພຣະຄໍາພີເທົ່ານັ້ນ,ລູເທີກ່າວວ່າພວກເຮົາມີພະລັງທີ່ຈະເວົ້າວ່າ“ບໍ” ແຕ່ບໍ່ພະລັງທີ່ຈະເວົ້າວ່າ “ແມ່ນ”, ມີຄົນໜຸ່ມສາມຫຼືສີ່ຄົນທີ່ຖືກເຕີບໃຫຍ່ຂື້ນຢູ່ໃນຄຣິສຕະຈັກຂອງພວກເຮົາຊື່ງໄດ້ ຕໍ່ຕ້ານການຊັກນໍາຂອງພຣະເຈົ້າອາທິດນີ້ອາທິດນັ້ນ, ພວກເຂົາມາທີ່ຄຣິສຕະຈັກນີ້ແຕ່ ຍັງຄົງຕໍ່ຕ້ານພຣະເຈົ້າຢູ່.

ແລະພວກທ່ານກໍເຊັ່ນດຽວກັນ, ອາດຈະຕໍ່ຕ້ານພຣະເຈົ້າໃນຂະນະທີ່ພຣະອົງຊົງ ຊັກນໍາທ່ານມາທີ່ຄຣິສຕະຈັກນີ້, ເມື່ອມີຜູ້ຊ່ວຍຄົນໜື່ງຫຼືຜູ້ນໍາຄົນອື່ນຂອງຄຣິສຕະຈັກໂທຫາ ພວກທ່ານ, ທ່ານກໍເວົ້າໄດ້ວ່າ “ຂ້ອຍບໍ່ກັບໄປແລ້ວ” ຫຼື ຮ້າຍກວ່ານັ້ນທ່ານກໍໃຫ້ແມ່ຫຼືສະ ມາຊິກຄອບຄົວຄົນອື່ນໆມາຮັບໂທລະສັບແທນແລ້ວຕົວະໃຫ້ທ່ານວ່າທ່ານບໍ່ຢູ່ບ້ານ,ໃນທາງນີ້ທ່ານສາມາດຂັດຂວາງແລະປະຕິເສດທີ່ຈະກັບມາຄຣິສຕະຈັກນີ້ແລະຟັງເພື່ອຈະລອດໄດ້ ແນວໃດ, ພຣະເຈົ້າຕັດວ່າ:

“ເຮົາໄດ້ຮັກເຈົ້າດ້ວຍຄວາມຮັກນິລັນດອນ ເພາະສະນັ້ນເຮົາຈື່ງຊວນ (ຫຼືດຶງ)ເຈົ້າມາດ້ວຍຄວາມເມດຕາ” (ເຢເຣມີ 31:3)

ຖ້າທ່ານຫາກຕໍ່ຕ້ານແລະກະບົດຕໍ່ສູ້ການຊັກນໍາຂອງພຣະເຈົ້າ,ແລະບໍ່ກັບມາອີກ,ທ່ານອາດ ຈະບໍ່ລອດຈັກເທື່ອເລີຍ, ທ່ານອາດຈະບໍ່ໄດ້ເປັນຄຣິສຕຽນແທ້ຈັກເທື່ອ.

II. ສອງ ພຣະເຈົ້າຊົງຊັກນໍາທ່ານມາຫາພຣະເຢຊູ.

ພຣະອົງຊົງຊັກນໍາທ່ານທຸກຫົນທາງ ສູ່ພຣະຄຣິສແລະຊ່ວຍທ່ານໃຫ້ລອດ

“ເຮົາຈູງ(ເຮົາດຶງ)ເຂົາດ້ວຍສາຍຂອງມະນຸດແລະດ້ວຍປອກ[ຫຼືເຊືອກ] ແຫ່ງ ຄວາມຮັກ” (ໂຮເຊຢາ 11:4)

ການກະທໍາແຫ່ງການເຊື່ອໃນພຣະເຢຊູງ່າຍໆຫຼາຍ,ແມ່ນມັນຕ້ອງມີການອັດສະ ຈັນອັນຍິ່ງໃຫຍ່ແຫ່ງພຣະຄຸນເພື່ອທີ່ຈະໃຫ້ມັນເກີດຂື້ນກັບທ່ານ, ທ່ານຈະຕ້ອງຖືກ “ດຶງ” ມາຫາພຣະຄຣິສຫຼືທ່ານຈະບໍ່ເຊື່ອໃນພຣະອົງເຖິງແມ່ນວ່າມັນເບິ່ງຄືເລື່ອງເປັນຕາຫົວທີ່ຈະ ເຮັດກໍຕາມ.

ພຣະເຢຊູຕັດວ່າ: “ທ່ານເຊື່ອໃນພຣະເຈົ້າ ຈົ່ງເຊື່ອໃນເຮົາດ້ວຍ” (ໂຢຮັນ 14:1), ນັ້ນແລະຄືຄວາມໝາຍຂອງການເຊື່ອໃນພຣະເຢຊູ, ທ່ານພຽງແຕ່ເຊື່ອໃນພຣະອົງແບບດຽວ ກັບທີ່ທ່ານເຊື່ອໃນພຣະເຈົ້າ, ແລະຄວາມເຊື່ອແບບງ່າຍໆອັນດຽວກັນທີ່ທ່ານມີໃນພຣະເຈົ້າ ເມື່ອທ່ານເຊື່ອແບບດຽວກັນໃນພຣະເຢຊູພຣະບຸດຂອງພຣະເຈົ້າ ມັນຄືທັງໝົດທີ່ທ່ານ ຕ້ອງການເພື່ອທີ່ຈະຮັບຄວາມລອດ, ພຣະຄໍາພີຕັດວ່າ “ຈົ່ງເຊື່ອວາງໃຈໃນພຣະເຢຊູຄຣິສ ເຈົ້າແລ້ວທ່ານຈະລອດ” (ກິດຈະການ 16:31) ຂ້າພະເຈົ້າຢາກໃຫ້ພວກທ່ານເຊື່ອໃນພຣະ ເຢຊູແບບດຽວກັນທີ່ທ່ານເຊື່ອໃນພຣະເຈົ້າ, “ທ່ານເຊື່ອໃນພຣະເຈົ້າ ຈົ່ງເຊື່ອໃນເຮົາດ້ວຍ” (ໂຢຮັນ 14:1).

ມັນເບິ່ງຄືວ່າງ່າຍເປັນຕາຫົວ, ເກືອບເປັນຕາຫົວແມ່ນບໍ? ແມ່ນແລ້ວຄົນຫຼົງ ຫາຍເກືອບທຸກຄົນບໍ່ສາມາດຖືກຊັກຈູງໃຫ້ເຮັດໄດ້, ພວກເຂົາຈະສະດຸດ 100%ທຸກເທື່ອ, ນັກເທດທີ່ມັກຖາມຄໍາຖາມງ່າຍໆກັບຜູ້ຄົນທີ່ມາເພື່ອຄວາມລອດ,ນັກເທດຜູ້ທີ່ຖາມຄໍາຖາມ ພວກສາມັນຊົນດ້ວຍຄໍາຖາມທໍາມະດາໆແລະຈາກນັ້ນຟັງຄໍາຕອບ - ນັກເທດເຫຼົ່ານັ້ນຈະ ຄົ້ນພົບວ່າຂ້າພະເຈົ້າເວົ້າຖືກ, ປະທານໂຮງຮຽນພຣະຄໍາພີທີ່ມີຊື່ສຽງແຫ່ງໜື່ງບອກຂ້າພະ ເຈົ້າວ່າລາວຄິດວ່າມີພຽງໜື່ງໃນ 100 ທີ່ຍອມຮັບດ້ວຍປາກໄດ້ຮັບຄວາມລອດ!.

ບາງຄົນເວົ້າວ່າ “ເຈົ້າເຮັດໃຫ້ມັນຫຍຸ້ງຍາກຫຼາຍແທ້” ສິ່ງທີ່ຄົນນີ້ໝາຍເຖິງຄືຄົນ ເຫຼົ່ານັ້ນ “ນັກຕັດສິນໃຈນິຍົມ” ຈະຍອມຮັບທຸກສິ່ງທີ່ເປັນປະສົບການຄວາມລອດ, ທີ່ເອີ້ນວ່າ “ກັບໃຈໃຫມ່” ສາມາດເຊື່ອທຸກສິ່ງທຸກຢ່າງທີ່ເຂົາຕ້ອງການແລະນັກເທດກໍຈະ ຍອມຮັບລາວແລະເອີ້ນລາວວ່າ “ລອດແລ້ວ”ແຕ່ພຣະເຈົ້າຈະບໍ່ຍອມຮັບສິ່ງເກົ່າໆໃດໆ, ພຣະເຈົ້າຊົງຢືນຢັນວ່າທ່ານຕ້ອງເຮັດສິ່ງໜື່ງ: ທ່ານຕ້ອງເຊື່ອໃນພຣະເຢຊູ (ກິດຈະການ 16:31), ຖ້າທ່ານຫາກເຮັດສິ່ງອື່ນ ທ່ານຈະບໍ່ລອດ, ດັ່ງນັ້ນນັກເທດສະຫຼາດຈະຟັງເພື່ອ ເບິ່ງວ່າຖ້າຜູ້ຄົນຫາກເຮັດສິ່ງໜື່ງທີ່ຈໍາເປັນ,ແລະນັກເທດຜູ້ທີ່ບໍ່ມີປະສາດສໍາພັດຈະປະທ້ວງ ເມື່ອພວກເຮົາຢືນຢັນວ່າ “ຈົ່ງເຊື່ອວາງໃຈໃນພຣະເຢຊູຄຣິສເຈົ້າ ແລ້ວທ່ານຈະລອດ” (ກິດຈະການ 16:31), ສ່ວນຫຼາຍນັກເທດທີ່ໂງ່ປະທ້ວງເພາະວ່າພວກເຂົາເຮັດບາງສິ່ງບາງ ຢ່າງທີ່ບໍ່ຈໍາເປັນຫຍັງເລີຍ - ດັ່ງນັ້ນພວກເຂົາເອງກໍຍັງບໍ່ລອດ.

ມັນເບີ່ງຄືງ່າຍທີ່ຈະເຊື່ອພຣະເຢຊູ! ພຣະເຢຊູຕັດວ່າ: “ທ່ານເຊື່ອໃນພຣະເຈົ້າ ຈົ່ງເຊື່ອໃນເຮົາດ້ວຍ” (ໂຢຮັນ 14:1), ແລະຜູ້ຄົນເປັນລ້ານໆຄົນທີ່ຄິດວ່າພວກເຂົາລອດ ແລ້ວບໍ່ເຄີຍເຮັດແບບນີ້, ພວກເຂົາບໍ່ໄດ້ເຊື່ອ “ໃນພຣະເຢຊູຄຣິສເຈົ້າ” ພວກເຂົາເຮັດສິ່ງ ອື່ນ ແລະຍັງຫລົງຫາຍຢູ່ (ຕົວຢ່າງ ມັດທາຍ 7:21-23).

ຕ້ອງອາໄສພຣະຄຸນຂອງພຣະເຈົ້າເພື່ອຊັກນໍາຄົນຜູ້ໜື່ງມາຫາພຣະເຢຊູດ້ວຍຄວາມເຊື່ອງ່າຍໆ, ພຣະເຈົ້າຊົງຊັກນໍາຜູ້ຄົນມາຫາພຣະເຢຊູຜ່ານທາງຂ່າວປະເສີດ, ພຣະຄໍາພີ ກ່າວວ່າ:

“ແຕ່ຄົນຊອບທໍາຈະດໍາລົງຊີວິດຢູ່ໂດຍຄວາມເຊື່ອ ແຕ່ຖ້າຜູ້ໃດເສື່ອມຖອຍ ໃຈຂອງເຮົາຈະບໍ່ມີຄວາມພໍໃຈໃນຄົນນັ້ນເລີຍ” (ເຮັບເລີ 10:38)

ຖ້າທ່ານຫາກດຶງກັບຫຼືຫົດກັບເມື່ອພຣະເຈົ້າກໍາລັງຊັກນໍາທ່ານມາຫາພຣະເຢຊູ,ພຣະເຈົ້າຈະປ່ອຍທ່ານໄປໃນບໍ່ຊ້າບໍ່ດົນແລະມັນຈະສາຍເກີນໄປສໍາຫຼັບທ່ານທີ່ຈະຮັບຄວາມລອດ ນັ້ນແລະຄືບາບທີ່ໃຫ້ອະໄພບໍ່ໄດ້, ພຣະເຢຊູຕັດວ່າ:

“ບໍ່ມີຜູ້ໃດມາເຖິງເຮົາໄດ້ນອກຈາກພຣະບິດາຜູ້ຊົງໃຊ້ເຮົາມາຈະຊົງຊັກນຳໃຫ້ເຂົາມາ” (ໂຢຮັນ 6:44)

ມັນໝາຍຄວາມວ່າແນວໃດທີ່ວ່າ “ຈົ່ງມາ”ຫາພຣະອົງ? ໝາຍຄວາມວ່າ “ຈົ່ງເຊື່ອ”ໃນພຣະ ອົງ, ອີກສາມຂໍ້ຕໍ່ມາພຣະເຢຊູຕັດວ່າ:

“ຜູ້ທີ່ເຊື່ອໃນເຮົາກໍມີຊີວິດນິລັນດອນ” (ໂຢຮັນ 6:47)

ແຕ່ທ່ານບໍ່ສາມາດເຊື່ອໃນພຣະເຢຊູໄດ້ນອກຈາກພຣະເຈົ້າຈະຊົງຊັກນໍາທ່ານ (ເຊັ່ນ:ໂຢຮັນ 6:44).

ຄວາມເຊື່ອງ່າຍໆໃນພຣະເຢຊູຄືສິ່ງທີ່ເປັນໄປບໍ່ໄດ້ຖ້າບໍ່ມີການຊັກນໍາຂອງພຣະເຈົ້າ

“ເຮົາໄດ້ຮັກເຈົ້າດ້ວຍຄວາມຮັກນິລັນດອນ ເພາະສະນັ້ນເຮົາຈື່ງຊວນ ເຈົ້າມາດ້ວຍຄວາມເມດຕາ” (ເຢເຣມີ 31:3)

ພຣະເຈົ້າຊົງຮັກພວກທ່ານຫຼາຍຊື່ງພຣະອົງໄດ້ຊັກນໍາທ່ານມາໃນຄຣິສຕະຈັກ, ພວກທ່ານ ຖືກຊັກນໍາມາທີ່ນີ້ໂດຍແຜນການຂອງພຣະເຈົ້າເພື່ອທ່ານຈະໄດ້ເກີດໃນບ່ອນນີ້, ດັ່ງນັ້ນແມ່ ຂອງທ່ານໄດ້ພາທ່ານມານີ້ໃນທ້ອງຂອງເພີ່ນ, ຫຼືໝູ່ບາງຄົນໄດ້ພາທ່ານມາທີ່ຄຣິສຕະຈັກນີ້, ພຣະເຈົ້າຊົງໃຊ້ຄວາມເປັນມະນຸດເພື່ອຊັກນໍາທ່ານມາຄຣິສຕະຈັກ, ພຣະອົງຊົງຊັກນໍາທ່ານ ມາທີ່ນີ້ໃນທ້ອງແມ່ຂອງທ່ານ, ຫຼືພຣະອົງຊົງຊັກນໍາທ່ານມານີ້ຜ່ານທາງຄົນຜູ້ໜື່ງຊື່ງໄດ້ໂທ ຫາທ່ານແລະໄປຮັບທ່ານມາ, ແມ່ນແລ້ວພວກເຮົາທຸກໆຄົນລວມທັງຂ້າພະເຈົ້າຖືກຊັກນໍາ ໃຫ້ມາໂບດໂດຍພຣະເຈົ້າ.

ແຕ່ຕອນນີ້ພຣະເຈົ້າກໍາລັງຊັກນໍາທ່ານມາຫາພຣະເຢຊູ,ເພື່ອຮັບຄວາມລອດໂດຍ ຄວາມເຊື່ອໃນພຣະອົງ, ແຕ່ຖ້າຜູ້ໃດເສື່ອມຖອຍ [ພຣະເຈົ້າຕັດວ່າ] ໃຈຂອງເຮົາຈະບໍ່ມີ ຄວາມພໍໃຈໃນຄົນນັ້ນ ເລີຍ”(ເຮັບເລີ 10:38). ທ່ານຈະຕ້ອງເຊື່ອພຣະເຢຊູດຽວນີ້, ໃນຂະ ນະທີ່ພຣະເຈົ້າກໍາລັງຊັກນໍາທ່ານ, ໃນບໍ່ຊ້າມັນຈະສາຍເກີນໄປ! ຈົ່ງເຊື່ອວາງໃຈໃນພຣະ ເຢຊູດຽວນີ້ - ໃນຂະນະທີ່ພຣະເຈົ້າກໍາລັງຊັກນໍາທ່ານຢູ່!

“ເຮົາໄດ້ຮັກເຈົ້າດ້ວຍຄວາມຮັກນິລັນດອນ ເພາະສະນັ້ນເຮົາຈື່ງຊວນ ເຈົ້າມາດ້ວຍຄວາມເມດຕາ” (ເຢເຣມີ 31:3)

III. ສາມ ພຣະເຈົ້າຊົງຊັກນໍາທ່ານສູ່ເມືອງສະຫວັນ.

ທໍາອິດພຣະເຈົ້າຊົງຊັກນໍາທ່ານມາທີ່ຄຣິສຕະຈັກທ້ອງຖີ່ນ, ປະການທີ່ສອງ ພຣະ ເຈົ້າຊົງຊັກນໍາທ່ານໃຫ້ມາຫາພຣະເຢຊູພຣະບຸດຂອງພຣະອົງ, ແຕ່ປະການທີ່ສາມພຣະເຈົ້າ ຊົງຊັກນໍາທ່ານຂື້ນສູ່ເມືອງສະຫວັນ, ຖ້າທ່ານເປັນຄຣິສຕຽນແທ້ ພຣະເຈົ້າຈະຊົງຊັກນໍາ ທ່ານຂື້ນສູ່ສະຫວັນ, ພຣະເຢຊູຕັດວ່າ:

“ບໍ່ມີຜູ້ໃດມາເຖິງເຮົາໄດ້ນອກຈາກພຣະບິດາຜູ້ຊົງໃຊ້ເຮົາມາຈະຊົງຊັກນຳໃຫ້ເຂົາມາ ແລະເຮົາຈະໃຫ້ຜູ້ນັ້ນຟື້ນຂຶ້ນມາໃນວັນສຸດທ້າຍ” (ໂຢຮັນ 6:44)

ການຊັກນໍາຂອງພຣະເຈົ້າໄດ້ພາທ່ານມາຫາພຣະເຢຊູ, ການຊັກນໍາອັນດຽວກັນນີ້ຂອງພຣະ ເຈົ້າຈະກະຕຸກທ່ານອອກຈາກຫລຸມສົບ ແລະດຶງທ່ານຂື້ນມາສູ່ສະຫວັນໃນການຮັບຂື້ນເທິງ ເມກ! ພຣະເຈົ້າຊົງຊັກນໍາທ່ານມາທີ່ຄຣິສຕະຈັກ, ພຣະເຈົ້າຊົງຊັກນໍາທ່ານມາຫາພຣະເຢຊູ, ພຣະເຈົ້າຊົງຊັກນໍາທ່ານອອກຈາກຫລຸມຝັງສົບແລະເຂົ້າສູ່ເມືອງສະຫວັນ.

“ບໍ່ມີຜູ້ໃດມາເຖິງເຮົາໄດ້ນອກຈາກພຣະບິດາຜູ້ຊົງໃຊ້ເຮົາມາຈະຊົງຊັກນຳໃຫ້ເຂົາມາ ແລະເຮົາຈະໃຫ້ຜູ້ນັ້ນຟື້ນຂຶ້ນມາໃນວັນສຸດທ້າຍ” (ໂຢຮັນ 6:44)

ໂອມັນຊ່າງເປັນຄວາມຫວັງອັນຍິ່ງໃຫຍ່! ພວກເຮົາເຊື່ອວ່າພຣະເຈົ້າຜູ້ຊົງຊັກນໍາເຮົາມາ ແຕ່ໄກຈະຊົງຊັກນໍາພວກເຮົາຈາກທຸກຫົນທາງສູ່ບ້ານ - ສະຫວັນ! ພຣະເຈົ້າຈະຊັກນໍາ ພວກເຮົາເຂົ້າສູ່ເມືອງສະຫວັນເອງ!

“ເຮົາໄດ້ຮັກເຈົ້າດ້ວຍຄວາມຮັກນິລັນດອນ ເພາະສະນັ້ນເຮົາຈື່ງຊວນ ເຈົ້າມາດ້ວຍຄວາມເມດຕາ” (ເຢເຣມີ 31:3)

“ດ້ວຍວ່າອົງພຣະຜູ້ເປັນເຈົ້າເອງຈະສະເດັດມາຈາກສະຫວັນ ດ້ວຍສຽງກູ່ກ້ອງ ດ້ວຍສຳນຽງຂອງທູດສະຫວັນ ແລະດ້ວຍສຽງແກຂອງພຣະເຈົ້າ ແລະຄົນທັງປວງທີ່ຕາຍແລ້ວໃນພຣະຄຣິສຈະເປັນຂຶ້ນມາກ່ອນ ຫລັງຈາກນັ້ນເຮົາທັງຫລາຍຊຶ່ງຍັງເປັນຢູ່ແລະເຫລືອຢູ່ ຈະຖືກຮັບຂຶ້ນໄປໃນເມກພ້ອມກັບຄົນເຫລົ່ານັ້ນ ເພື່ອຈະໄດ້ພົບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ ຢ່າງນັ້ນແຫລະເຮົາກໍຈະຢູ່ກັບອົງພຣະຜູ້ເປັນເຈົ້າເປັນນິດ” (1 ເທສະໂລນິກາ 4:16-17)

“ຖືກຮັບຂື້ນ…ໃນເມກເພື່ອຈະໄດ້ພົບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ”(1 ເທສະໂລນິກາ 4:17) ຮັບຂື້ນໄປໃນຟ້າອາກາດ!

“ເພາະສະນັ້ນເຮົາຈື່ງຊວນ ເຈົ້າມາດ້ວຍຄວາມເມດຕາ” (ເຢເຣມີ 31:3)

ຊັກນໍາຂື້ນໃນອາກາດ! ຊັກນໍາມາຫາພຣະເຢຊູ! ຊັກນໍາເຂົ້າສູ່ສະຫວັນຕະຫຼອດໄປເປັນນິດ

“ເພາະສະນັ້ນເຮົາຈື່ງຊວນ ເຈົ້າມາດ້ວຍຄວາມເມດຕາ” (ເຢເຣມີ 31:3)

ພຣະເຈົ້າຊົງຊັກນໍາທ່ານມາທີ່ຄຣິສຕະຈັກນີ້, ຢ່າຕໍ່ຕ້ານພຣະອົງ, ຈົ່ງກັບມາທຸກໆ ວັນອາທິດ, ພຣະເຈົ້າກໍາລັງຊັກນໍາທ່ານມາຫາພຣະເຢຊູ, ຢ່າຕໍ່ສູ້ພຣະອົງ, ຈົ່ງເຊື່ອໃນພຣະ ເຢຊູ “ທ່ານເຊື່ອໃນພຣະເຈົ້າ ຈົ່ງເຊື່ອໃນເຮົາດ້ວຍ”, ແລະພຣະເຈົ້າຈະຊັກນໍາທ່ານຂື້ນສູ່ ສະຫວັນໃນມື້ໜື່ງໝໍ່ໆນີ້.

ໂອຄວາມສຸກ,ຄວາມຍິນດີທີ່ເຮົາໄປໂດຍບໍ່ຕາຍ
ບໍ່ມີເຈັບ,ບໍ່ມີເສົ້າ,ບໍ່ມີຢ້ານແລະບໍ່ມີຮ້ອງໄຫ້
ຖືກຮັບຂື້ນໄປໃນເມກກັບພຣະເຈົ້າສູ່ສະຫງ່າລາສີ
ເມື່ອພຣະເຢຊູຊົງຮັບ “ຂອງພຣະອົງເອງ”
ໂອພຣະເຢຊູເຈົ້າ ດົນປານໃດ ດົນປານໃດ
ພວກເຮົາຮ້ອງເພງດ້ວຍຄວາມຍິນດີ
ພຣະຄຣິສສະເດັດມາ! ຮາເລລູຢາ!
ຮາເລລູຢາ! ເອແມນ ຮາເລລູຢາ! ເອແມນ
(“ພຣະຄຣິສສະເດັດມາ” ໂດຍ H. L. Turner, 1878).

ຖ້າທ່ານຢາກຈະລົມກັບພວກເຮົາເລື່ອງຄວາມລອດ, ກະລຸນາອອກຈາກຕັ່ງຂອງ ທ່ານແລ້ວໄປຫ້ອງນໍາວິນຍານຕອນນີ້ເລີຍ, ຂໍເຊີນ ດຣ.ແຊນ ມາອະທິຖານເພື່ອບາງຄົນ ຈະກັບໃຈໃຫມ່ໃນເຊົ້ານີ້ ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ່ານ ອາເບວ ພຣຸດໂຮມ: ໂຢຮັນ 6:37-44.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ:
“The Master Hath Come” (Sarah Doudney, 1841-1926).


ໂຄງຮ່າງບົດເທດສະໜາ

ບ່ອນທີ່ພຣະເຈົ້າຊົງຊັກນໍາຄົນບາບທັງຫຼາຍ

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ເຮົາໄດ້ຮັກເຈົ້າດ້ວຍຄວາມຮັກນິລັນດອນ ເພາະສະນັ້ນເຮົາຈື່ງຊວນ ເຈົ້າມາດ້ວຍຄວາມເມດຕາ” (ເຢເຣມີ 31:3)

I.   ໜື່ງ ພຣະເຈົ້າຊົງຊັກນໍາທ່ານສູ່ຄຣິສຕະຈັກທ້ອງຖີ່ນ. ກິດຈະການ 2:47; 16:5; 1 ໂກລິນໂທ 15:1-4; ເຮັບເລີ 10:25; 1 ຕີໂມທຽວ 3:15; 2 ຕີໂມທຽວ 3:8; ກິດຈະການ 7:51.

II.  ສອງ ພຣະເຈົ້າຊົງຊັກນໍາທ່ານມາຫາພຣະເຢຊູ. ໂຮເຊຢາ 11:4; ໂຢຮັນ 14:1; ກິດຈະການ 16:31; ມັດທາຍ 7:21-23; ໂຢຮັນ 12:32; ເຮັບເລີ 10:38; ໂຢຮັນ 6:44, 47.

III. ສາມ ພຣະເຈົ້າຊົງຊັກນໍາທ່ານສູ່ເມືອງສະຫວັນ. ໂຢຮັນ 6:44; 1ເທສະໂລນິກາ 4:16-17.