Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ອິມມານູເອນ - ພຣະເຈົ້າຊົງຢູ່ກັບພວກເຮົາ

EMMANUEL – GOD WITH US!
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 22/12/2013
A sermon preached at the Baptist Tabernacle of Los Angeles
Lord's Day Morning, December 22, 2013

“ເຂົາຈະເອີ້ນນາມຂອງທ່ານວ່າ ອິມມານູເອນ ຊຶ່ງແປວ່າ ພຣະເຈົ້າຊົງຢູ່ກັບເຮົາ” (ມັດທາຍ 1:23)


ບາງເທື່ອມີຄົນວິຈານຂ້າພະເຈົ້າທີ່ເທດສະໜາໂດຍມີຄົນແປສອງຄົນ, ຊາຍຄົນໜື່ງ ເວົ້າວ່າ “ມັນຍາກສໍາຫຼັບຂ້ອຍທີ່ຈະຈັບໃຈຄວາມບົດເທດສະໜາຂອງເຈົ້າໄດ້ເພາະປະ ໂຫຍກພາສາອັງກິດແຕ່ລະອັນຕ້ອງແປເປັນພາສາຈີນແລະພາສາສະເປນ”, ຂ້າພະເຈົ້າ ຕອບລາວໂດຍເວົ້າວ່າຂ້ອຍບໍ່ພຽງແຕ່ເທດສະໜາໃຫ້ກັບຄົນອາເມລິກາທີ່ຮູ້ພາສາອັງກິດ ເທົ່ານັ້ນ, ໃນເວັບໄຊແລະໃນຢູທູບຂອງພວກເຮົາ, ຂ້ອຍກໍາລັງເທດສະໜາໃຫ້ກັບຄົນເປັນ ພັນໆຄົນທີ່ຮູ້ຈັກແຕ່ພາສາຈີນແລະພາສາສະເປນຢ່າງດຽວ, ການໃຫ້ຄໍາເທດສະໜາທັງ ສາມພາສາເຮັດເປັນວິດີໂອຈະຊ່ວຍໃຫ້ຜູ້ຄົນຫຼາຍກວ່າເຄິ່ງໂລກເຂົ້າໃຈຄໍາເທດສະໜາຂອງຂ້າພະເຈົ້າ, ພວກເຮົາມີຄໍາເທດສະໜາທີ່ພ້ອມແລ້ວ 28 ພາສາ, ດັ່ງນັ້ນຜູ້ຄົນຈໍານວນຫຼາຍ ສາມາດເຂົ້າໃຈຄໍາເທດສະໜາ, ມັນບໍ່ແມ່ນເປົ້າໝາຍຂອງຂ້າພະເຈົ້າທີ່ຈະເທດກັບຄົນ ຄົນອາເມລິກາທີ່ໃຊ້ພາສາດຽວກັນເທົ່ານັ້ນ, ຂ້າພະເຈົ້າຢາກຈະປະກາດຂ່າວປະເສີດໃຫ້ ກັບຄົນທົ່ວທັງໂລກ.

ອາທິດແລ້ວນີ້ມີຜູ້ຊາຍຄົນໜື່ງຢູ່ໃນປະເທດຮອນດູຣັສໂທມາທີ່ບ້ານຂອງຂ້າພະເຈົ້າ, ຕອນນັ້ນຂ້າພະເຈົ້າບໍ່ຢູ່ບ້ານ, ເມຍຂອງຂ້າພະເຈົ້າມີໂອກາດສົນທະນາກັບລາວເປັນພາສາ ສະເປນປະມານເຄິ່ງຊົ່ວໂມງ, ລາວບອກນາງວ່າລາວໄດ້ເອົາບົດເທດສະໜາພາສາສະເປນ ຂອງຂ້າພະເຈົ້າແລ້ວອ່ານໃຫ້ຄົນ 20 ຄົນທີ່ມາບ້ານຂອງລາວແຕ່ລະອາທິດເພື່ອຟັງຂ່າວ ປະເສີດ, ລາວບອກນາງວ່າສິດຍາພິບານຢູ່ບ້ານຂອງລາວກໍາລັງສອນທຸກຄົນເຖິງແມ່ນ ພວກເຂົາເປັນຄຣິສຕຽນແລ້ວ, ລາວບອກວ່າລາວກັບໝູ່ຂອງລາວຕ້ອງຟັງຄໍາເທດສະໜາ ຂອງຂ້າພະເຈົ້າເພື່ອເຂົາຈະສາມາດລອດໄດ້! ນັ້ນແລະຄືສິ່ງທີ່ເກີດຂື້ນໃນບ້ານຂອງຜູ້ຊາຍ ຄົນນັ້ນໃນປະເທດຮອນດູຣັສຢູ່ພາກກາງຂອງທະວີບອາເມລິກາ! ຜູ້ຊາຍຄົນນັ້ນຍັງເວົ້າອີກ ວ່າລາວໄດ້ເບິ່ງວິດີໂອນໍາ, ລາວມັກຟັງອາຈານເມນເຊຍເທດສະໜາພາສາສະເປນແລະມັກ ຟັງທ້າວກຣິຟຟິດຮ້ອງເພງ! ມັນຈະບໍ່ມີທາງເກີດຂື້ນຖ້າຫາກຄໍາເທດສະໜາຂອງຂ້າພະເຈົ້າ ບໍ່ຖືກແປເປັນພາສາສະເປນຢູ່ໃນວິດີໂອພວກນີ້, ແລະຖືກແປເປັນ 28 ພາສາ! ຊື່ງມັນພາ ເຮົາກັບມາໃນຂໍ້ພຣະຄໍາພີຂອງເຮົາ.

“ເຂົາຈະເອີ້ນນາມຂອງທ່ານວ່າ ອິມມານູເອນ ຊຶ່ງແປວ່າ ພຣະເຈົ້າຊົງຢູ່ກັບເຮົາ” (ມັດທາຍ 1:23)

ສະເປີໂຈນຜູ້ຍິ່ງໃຫຍ່ກ່າວວ່າ: “ປະໂຫຍກ ‘ຊື່ງແປວ່າ’ ຕໍາຫູຂ້າພະເຈົ້າດ້ວຍສຽງ ອ່ອນຫວານ, ເປັນຫຍັງຄໍາວ່າ ‘ອິມານູເອນ’ ໃນພາສາເຮັບເລີຈື່ງຄວນຖືກແປ? ມັນບໍ່ແມ່ນ ເພື່ອສະແດງວ່າມັນເລັ່ງເຖິງພວກເຮົາທີ່ເປັນຄົນຕ່າງຊາດບໍ, ເຫດສະນັ້ນມັນຈໍາເປັນຕ້ອງ ຖືກແປເປັນໜື່ງໃນພາສາຫຼັກຂອງຄົນຕ່າງຊາດໃນໂລກນີ້, ຊື່ພາສາກຣີກ… ‘ຊື່ງແປວ່າ’ ຕ້ອງໝາຍເຖິງຊົນຊາດຕ່າງກັນຄືກິລິຍາເວົ້າຈາ, ຂໍ້ພຣະຄໍາພີຂອງເຮົາໃສ່ຄໍາທໍາອິດໃນ ພາສາເຮັບເລີ ‘ອິມານູເອນ’ ຫຼັງຈາກນັ້ນມັນກໍຖືກແປເປັນພາສາຕ່າງຊາດ ‘ພຣະເຈົ້າຊົງຢູ່ກັບເຮົາ’, ‘ຊື່ງແປວ່າ’ ທີ່ພວກເຮົາອາດຮູ້ຈັກວ່າພວກເຮົາ[ທຸກຄົນ]ຖືກເຊີນ, ພວກເຮົາ [ທຸກຄົນ]ຖືກຕ້ອນຮັບ,ຊື່ງພຣະເຈົ້າຊົງເຫັນ[ຄວາມຕ້ອງການ]ຂອງເຮົາແລ້ວຊົງຈັດຕຽມໄວ້ ສໍາຫຼັບເຮົາ, ແລະດຽວນີ້ພວກເຮົາກໍມີອິດສະຫຼະທີ່ຈະມາໄດ້ເຖິງແມ່ນວ່າພວກເຮົາຈະເປັນ ຄົນຕ່າງຊາດທີ່ບາບແລະຢູ່ຫ່າງໄກຈາກພຣະເຈົ້າກໍຕາມ, ຂໍໃຫ້ພວກເຮົາຍັງຄົງຮັກສາ ຄວາມເຄົາລົບຢໍາເກງຄວາມຮັກທັງສອງແບບຂອງພຣະນາມອັນປະເສີດແລະລໍຖ້າວັນຍິນດີເມື່ອພີ່ນ້ອງຊາວເຮັບເລີຂອງເຮົາລວມກັນກັບ‘ອິມານູເອນ’ຂອງພວກເຂົາເຂົ້າກັບ‘ພຣະເຈົ້າຊົງຢູ່ກັບເຮົາ’ ຂອງພວກເຮົາ” (C. H. Spurgeon, “God With Us,” The Metropolitan Tabernacle Pulpit, Pilgrim Publications, 1971 reprint, volume XXI, p. 709).

“ເຂົາຈະເອີ້ນນາມຂອງທ່ານວ່າ ອິມມານູເອນ ຊຶ່ງແປວ່າ ພຣະເຈົ້າຊົງຢູ່ກັບເຮົາ” (ມັດທາຍ 1:23)

ພວກເຮົາບໍ່ໄດ້ເອີ້ນຊື່ລູກຂອງພວກເຮົາທີ່ມີຄວາມໝາຍພິເສດໃນປະຈຸບັນນີ້, ຊື່ ຂອງຂ້າພະເຈົ້າຄື ໂຣເບີດ” ໝາຍເຖິງ “ໜວດສີແດງ” ຂ້າພະເຈົ້າບໍ່ມີໜວດສີແດງ, ໜວດ ຂອງຂ້າພະເຈົ້າເຄີຍເປັນສີນໍ້າຕານເຂັ້ມ, ແຕ່ຖ້າຫາກຂ້າພະເຈົ້າປ່ອຍໃຫ້ມັນຂື້ນຈົນຮອດ ດຽວນີ້ມັນອາດຈະເປັນສີເທົາ, ຜົມເທິງຫົວຂ້າພະເຈົ້າຍັງເປັນສີນໍ້າຕານ,ແຕ່ໜວດຂອງ ຂ້າພະເຈົ້າເປັນສີເທົາ, ຂ້າພະເຈົ້າບໍ່ເຄີຍມີໜວດສີແດງດັ່ງນັ້ນຊື່ຂອງຂ້າພະເຈົ້າຈື່ງບໍ່ມີ ຄວາມໝາຍພິເສດ, ຂ້າພະເຈົ້າຄາດວ່າຫຼາຍສະຕະວັດທີ່ຜ່ານມາຄົງມີຜູ້ຊາຍຄົນໜື່ງທີ່ມີ ໜວດສີແດງຊື່ວ່າ ໂຣເບີດແຕ່ລາວບໍ່ໄດ້ກ່ຽວຂ້ອງຍັງກັບຂ້າພະເຈົ້າ, ຂ້າພະເຈົ້າຖືກຕັ້ງຊື່ ວ່າໂຣເບີດຕາມຊື່ພໍ່ຂອງຂ້າພະເຈົ້າ, ແຕ່ໃນສະໄໝພຣະຄໍາພີຊື່ມີຄວາມໝາຍ, ຊື່ “ເຢຊູ” ໝາຍເຖິງ “ພຣະເຢໂຮວາໂຜດໃຫ້ພົ້ນ”ຫຼື ຕາມໂຕອັກສອນຫຼາຍຂື້ນ “ພຣະເຢໂຮວາຊົງ ປົດປ່ອຍ” ຊື່ “ອິມມານູເອນ” ໝາຍເຖິງ “ພຣະເຈົ້າຊົງຢູ່ກັບເຮົາ”, ໃນພຣະຄໍາພີໃຫມ່ພຣະ ເຢຊູບໍ່ເຄີຍຖືກເອີ້ນວ່າ“ອິມມານູເອນ” ແຕ່ອັກຄະສາວົກເປົາໂລອະທິບາຍເຖິງພຣະອົງໃນ ຖານະ “ພຣະເຈົ້າຊົງປາກົດໃນເນື້ອໜັງ” (1 ຕີໂມທຽວ 3:16), ຊື່ “ອິມມານູເອນ” ຖືກ ອະທິບາຍເປັນຊື່ຫຼາຍກວ່າເປັນຊື່ທີ່ຖືກຕັ້ງໃຫ້, ຕັ້ງແຕ່ພຣະຄຣິດຊົງບັງເກີດໃນໂລກພຣະ ເຈົ້າຊົງຢູ່ກັບພວກເຮົາ, ສັນນັ້ນຊື່ “ອິມມານູເອນ” ຈື່ງບອກເຮົາເຖິງສອງສິ່ງຫຼັກໆກ່ຽວກັບ ພຣະເຢຊູຄຣິດເຈົ້າ.

I. ໜື່ງ ອິມມານູເອນສະແດງວ່າພຣະອົງຊົງລົງມາຈາກສະຫວັນໃນເນື້ອໜັງມະນຸດ.

ຊາລສ໌ເວສລີ (1707-1788), ບົດເພງຊີວິດຄຣິສຕຽນເພງໜື່ງຂອງລາວກ່າວວ່າ

ພຣະຜູ້ເປັນເຈົ້າຍິ່ງໃຫຍ່ສູງສຸດ
     ຊົງຮັບກາຍາຮ່ວມຊາດມະນຸດ
ຈົ່ງສາທຸຜູ້ຊົງເກີດເປັນ
     ພຣະເຢຊູອິມມານູເອນ
ຈົ່ງຟັງເພງຂອງເທວະດາ
     ວ່າສາທຸກະສັດເກີດມາ
(“ຈົ່ງຟັງເພງຂອງຝູງເທວະດາ” ໂດຍຊາລສ໌ເວສລີ (1707-1788),

ນັ້ນຄືຄວາມຈິງທີ່ໜ້າອັດສະຈັນ, ພຣະເຈົ້າຂອງອິດສະຣາເອນຄັ້ງໜື່ງເຄີຍອາໄສຢູ່ໃນຮ່າງ ກາຍນ້ອຍໆຂອງເດັກນ້ອຍຄົນໜື່ງ, ຄັ້ງໜື່ງທີ່ພຣະເຈົ້າຊົງຢູ່ໃນຮ່າງກາຍຊາຍຄົນໜື່ງຊື່ງ ທຸກທໍລະມານແລະຕາຍເທິງໄມ້ກາງແຂນເພື່ອໄຖ່ເຮົາອອກຈາກຄວາມຜິດບາບທັງຫຼາຍ.

ການອັດສະຈັນແຫ່ງການປະສູດຖືກຕົວະໃນຄວາມຈິງທີ່ວ່າພຣະເຈົ້າແຫ່ງຈັກກະ ວານຊົງຖ່ອມພຣະໄທລົງມາສູ່ຮ່າງກາຍຂອງມະນຸດ, ພຣະອົງຊົງຫິວໂຫຍ, ຊົງທຸກທໍລະ ມານ, ຊົງຕາຍໃນເນື້ອໜັງແລະເລືອດຂອງຄວາມເປັນມະນຸດ, ຂ້າພະເຈົ້າບໍ່ຄິດວ່າພວກ ເຮົາທຸກຄົນເຂົ້າໃຈໝົດເຖິງຄວາມອັດສະຈັນທີ່ພຣະເຈົ້າຊົງລົງມາອາໄສຢູ່ໃນເນື້ອໜັງຂອງ ມະນຸດ - ແລະຊົງເປັນ “ພຣະເຈົ້າຊົງຢູ່ກັບເຮົາ” - ພຣະເຢຊູອິມມານູເອນຂອງພວກເຮົາ ພຣະຄໍາພີກ່າວວ່າພຣະອົງ:

“…ຊົງກະທຳພຣະອົງເອງໃຫ້ບໍ່ມີຊື່ສຽງໃດໆ ແລະຊົງຮັບສະພາບຢ່າງຜູ້ຮັບໃຊ້ ຊົງຖືກຳເນີດໃນລັກສະນະຂອງມະນຸດ” (ຟີລິບປອຍ 2:7)

ແຕ່ສິ່ງທີ່ໜ້າສັງເກດຫຼາຍກວ່ານັ້ນອີກຄືຄວາມຈິງທີ່ວ່າພຣະຄຣິດຊົງສະເດັດລົງມາ ໃນສະພາບເນື້ອໜັງຂອງຄົນບາບ, ເຖິງແມ່ນພຣະອົງຈະບໍ່ເຄີຍເຮັດບາບກໍຕາມ,ພຣະອົງ ກໍຍັງຮ່ວມກັບເຊື້ອສາຍທີ່ກະບົດຕໍ່ສູ້ພຣະເຈົ້າ, ພຣະອົງຊົງຮ່ວມຢູ່ກັບເຮົາເພື່ອພຣະອົງຈະ ສາມາດຍົກພວກເຮົາຂື້ນຈາກຄວາມບາບແລະຄວາມໜ້າສົມເພດໄດ້! ພຣະຄໍາພີກ່າວວ່າ:

“ພຣະເຈົ້າຊົງໃຊ້ພຣະບຸດຂອງພຣະອົງມາໃນສະພາບເຫມືອນເນື້ອໜັງທີ່ບາບແລະເພື່ອໄຖ່ບາບ ພຣະອົງຈຶ່ງໄດ້ຊົງປັບໂທດບາບທີ່ຢູ່ໃນເນື້ອໜັງ” (ໂລມ 8:3)

ພວກເຮົາປະຫຼາດໃຈເມື່ອເຮົາຄິດເຖິງຄວາມຮັກຂອງພຣະເຈົ້າທີ່ໄດ້ສະແດງໃຫ້ເຫັນໂດຍ ການສະເດັດລົງມາເພື່ອຊ່ວຍຄົນບາບຢ່າງພວກເຮົາ, ພວກເປັນເຊື້ອສາຍທີ່ລົ້ມລົງ, ພວກ ເຮົາເປັນຄົນທີ່ເປັນທາດຂອງບາບ, ພວກເຮົາຢູ່ພາຍໃຕ້ອໍານາດຂອງຊາຕານ, ແຕ່ພຣະເຈົ້າ ຊົງລົງມາຫາເຮົາໃນຖານະເປັນພຣະຄຣິດເພື່ອປົດປ່ອຍພວກເຮົາ, ພວກເຮົາມີຄວາມ ຫວັງເພາະວ່າ “ພຣະເຈົ້າຊົງຢູ່ກັບເຮົາ” - ເພາະພຣະເຢຊູອິມມານູເອນຂອງເຮົາ!

ມີຊ່ວງເວລາໜື່ງເມື່ອພຣະເຈົ້າຊົງຕໍ່ສູ້ກັບເຮົາ, ພຣະຄໍາພີກ່າວວ່າພຣະເຈົ້າ “ຊົງພຣະພິໂລດກັບຄົນຊົ່ວທຸກວັນ” (ເພງສັນລະເສີນ 7:11), ແຕ່ດຽວນີ້ພຣະເຈົ້າຊົງ ສາມາດໃຫ້ອະໄພເຮົາແລະເອີ້ນເຮົາວ່າລູກຂອງພຣະອົງໄດ້, ຕອນນີ້ “ເຮົາຈື່ງມີສັນຕິສຸກ ກັບພຣະເຈົ້າທາງພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາ ໂດຍທາງພຣະອົງເຮົາຈື່ງໄດ້ ເຂົ້າໃນຮົ່ມພຣະຄຸນທີ່ເຮົາຢືນຢູ່ໂດຍຄວາມເຊື່ອແລະເຮົາຊື່ນຊົມຍິນດີໃນຄວາມຫວັງໃຈວ່າ ຈະໄດ້ມີສ່ວນໃນສະຫງ່າລາສີຂອງພຣະເຈົ້າ” (ໂລມ 5:1,2), ຕອນນີ້ພຣະເຢໂຮວາບໍ່ແມ່ນ ພຣະເຈົ້າທີ່ຕໍ່ສູ້ເຮົາອີກຕໍ່ໄປແຕ່“ພຣະເຈົ້າຊົງຢູ່ກັບເຮົາ”! ພຣະອົງຊົງ“ຄືນດີກັບເຮົາໂດຍທີ່ ພຣະບຸດຂອງພຣະອົງສິ້ນພຣະຊົນ” (ໂລມ 5:10).

ຕອນທີ່ຂ້າພະເຈົ້າເປັນເດັກໂຕນ້ອຍໆຢູ່ຂ້າພະເຈົ້າບໍ່ຮູ້ຈັກສິ່ງເຫຼົ່ານີ້, ຂ້າພະເຈົ້າບໍ່ ໄດ້ຖືກລ້ຽງໃຫຍ່ຂື້ນມາໃນຄອບຄົວຂອງຄຣິສຕຽນ, ຂ້າພະເຈົ້າບໍ່ເຄີຍເຂົ້າຮ່ວມໂບດທີ່ເທດ ສະໜາຂ່າວປະເສີດຈົນເຖິງເປັນໄວລຸ້ນ, ເຖິງແມ່ນຕອນນັ້ນຂ້າພະເຈົ້າກໍບໍ່ໄດ້ຕັ້ງໃຈຟັງ, ເຖິງແມ່ນຂະນະນັ້ນຂ້າພະເຈົ້າບໍ່ຮູ້ຈັກວ່າຈະມີສັນຕິສຸກກັບພຣະເຈົ້າໄດ້ແນວໃດ-ຈົນຂ້າພະ ເຈົ້າອາຍຸໄດ້ຊາວປີ, ໃນທັນໃດນັ້ນພຣະວິນຍານບໍລິສຸດໄດ້ສະແດງໃຫ້ຂ້າພະເຈົ້າເຫັນວ່າ ພຣະເຢຊູຊົງສະເດັດມາແລະຕາຍເທິງໄມ້ກາງແຂນເພື່ອມອບສັນຕິສຸກຂອງພຣະເຈົ້າໃຫ້ຂ້າ ພະເຈົ້າ, ຫຼັງຈາກນັ້ນຂ້າພະເຈົ້າກໍຮູ້ວ່າພຣະເຢຊູຊົງສະເດັດລົງມາຈາກສະຫວັນເພື່ອຊ່ວຍ ຂ້າພະເຈົ້າ! ຫຼັງຈາກນັ້ນພຣະອົງຊົງເປັນພຣະເຈົ້າຢູ່ກັບຂ້າພະເຈົ້າ - ພຣະເຢຊູ,ອິມມານູ ເອນຂອງຂ້າພະເຈົ້າ! ຂ້າພະເຈົ້າໄດ້ຮັບຄວາມລອດພົ້ນໃນວິນາທີທີ່ໄດ້ຕ້ອນຮັບເອົາພຣະ ເຢຊູ!.

“ເຂົາຈະເອີ້ນນາມຂອງທ່ານວ່າ ອິມມານູເອນ ຊຶ່ງແປວ່າ ພຣະເຈົ້າຊົງຢູ່ກັບເຮົາ” (ມັດທາຍ 1:23)

II. ສອງ ອິມມານູເອນໝາຍຄວາມວ່າພຣະອົງຊົງພ້ອມແລ້ວເພື່ອທ່ານ.

ໃນຂະນະທີ່ຂ້າພະເຈົ້າກໍາລັງແຕ່ງບົດເທດນີ້,ຜູ້ຊາຍຈາກປະເທດຮອນດູຣັສໂທມາ ອີກເທື່ອໜື່ງ, ຂ້າພະເຈົ້າເວົ້າພາສາອັງກິດກັບລາວ, ເມຍຂອງຂ້າພະເຈົ້າແປເປັນພາສາສະ ເປນໂດຍໃຊ້ໂທລະສັບອີກໜ່ວຍໜື່ງ, ລາວບອກວ່າລາວເລີ່ມເທດສະໜາບົດເທດຂອງຂ້າ ພະເຈົ້າຢູ່ບ້ານຂອງລາວ,ແຕ່ສິດຍາພິບານຫຼາຍຄົນໃຈຮ້າຍໃຫ້ລາວ, ລາວກໍາລັງເທດສະ ໜາບົດເທດຂອງຂ້າພະເຈົ້າຢູ່ໃນລາຍການວິທະຍຸແລ້ວສິດຍາພິບານຄົນອື່ນໄດ້ປິດລາຍ ການວິທະຍຸຂອງລາວ, ຂ້າພະເຈົ້າຖາມລາວວ່າຄຣິສຕະຈັກຫຼາຍແຫ່ງເທດສະໜາເລື່ອງ ຫຍັງ, ລາວບອກວ່າພວກເຂົາເທດແຕ່ເລື່ອງຄວາມຮັ່ງມີ - ເຮັດແນວໃດຈື່ງຈະໄດ້ເງີນຈາກ ພຣະເຈົ້າໃຫ້ຫຼາຍຂື້ນ, ຂ້າພະເຈົ້າຖາມລາວກ່ຽວກັບຄຣິສຕະຈັກແບັບຕິດລາວຕອບວ່າ “ພວກແບັບຕິດຂີ້ຮ້າຍກວ່າໝູ່ໝົດ”

ລາວມີຄົນຊາວຄົນມາຢູ່ເຮືອນຂອງລາວເພື່ອຟັງລາວອ່ານຄໍາເທດສະໜາຂອງຂ້າ ພະເຈົ້າ, ຂ້າພະເຈົ້າບອກໃຫ້ລາວເລີ່ມຄຣິສຕະຈັກຂອງລາວເອງ - ແລ້ວເທດສະໜາບົດ ເທດຂອງຂ້າພະເຈົ້າໃຫ້ຄົນຂອງລາວຟັງ, ຂ້າພະເຈົ້າຢາກໃຫ້ພວກທ່ານອະທິຖານເພື່ອ ລາວ, ລາວຊື່ວ່າເນສຕໍ.

ເຫດການນີ້ສະແດງໃຫ້ເຫັນວ່າມີຄວາມຕ້ອງການອັນໃຫຍ່ຫຼວງສໍາຫຼັບການປະກາດຂ່າວປະເສີດແທ້ໃນອິນເຕີເນັດແລະໃນຢູທູບ,ມີມື້ໜື່ງຂ້າພະເຈົ້າໄດ້ຍິນຈິມມີ່ສະແວັກກາດ ເວົ້າວ່າພວກເພັນຕາຄອດບໍ່ໄດ້ປະກາດຂ່າວປະເສີດອີກຕໍ່ໄປ, ຂ້າພະເຈົ້າຮູ້ດີວ່າຄວາມຈິງ ແລ້ວມີຄຣິສຕະຈັກແບັບຕິດຂອງເຮົາຫຼາຍແຫ່ງໃຫ້ຂໍ້ພຣະຄໍາພີເປັນຂໍ້ກັບຄົນທີ່ບໍ່ເຊື່ອຮຽນ ແທນທີ່ຈະປະກາດຂ່າວປະເສີດ, ເບິ່ງຄືວ່າດຽວນີ້ມີສິດຍາພິບານຫຼາຍຄົນຢ້ານວ່າຄົນທີ່ບໍ່ ເຊື່ອໃນໂບດຂອງເຂົາເຈົ້າຈະໜີຈາກໂບດຖ້າພວກເຂົາຫາກປະກາດຂ່າວປະເສີດໃຫ້ເຂົາ! ແມ່ນຫຍັງຄືອາຍ! ຂ້າພະເຈົ້າຄິດວ່ານີ້ຄືການພິພາກສາຈາກພຣະເຈົ້າ, ພຣະຄໍາພີກ່າວວ່າ: “ພຣະເຈົ້າຈື່ງຊົງໃຫ້ຄວາມຫລຸມຫລົງມາຄອບງໍາເຂົາໃຫ້ເຂົາເຊື່ອໃນສິ່ງທີ່ຕົວະ”(2 ເທສະ ໂລນິກາ 2:11), ຂ້າພະເຈົ້າເຊື່ອວ່າການຂາດແຄນການປະກາດຂ່າວປະເສີດໃນປະຈຸບັນຄື ຈຸດເລີ່ມຕົ້ນຂອງຈຸດຈົບຂອງການພິພາກສາຂອງພຣະເຈົ້າຕໍ່ຄຣິສຕຽນປອມ.

ດຽວນີ້ຫຼາຍກວ່າທຸກຄັ້ງທີ່ຜ່ານມາ,ມັນມີຄວາມສໍາຄັນຫຼາຍສໍາຫຼັບພວກເຮົາທີ່ຈະປະ ກາດຂ່າວປະເສີດເທິງອິນເຕີເນັດແລະໃນຢູທູບ, ໃນບໍ່ເທົ່າໃດອາທິດທີ່ຜ່ານມາຕອນນີ້ພວກ ເຮົາໄດ້ຍິນຈາກຜູ້ຊາຍສອງຄົນທີ່ກໍາລັງເທດສະໜາບົດເທດສະໜາຂອງຂ້າພະເຈົ້າໃຫ້ຄົນ ຂອງເຂົາຟັງ - ຜູ້ທີ່ໜື່ງຢູ່ໃນປະເທດຄິວບາ,ສ່ວນອີກຜູ້ໜື່ງຢູ່ປະເທດຮອນດູຣັສ, ມີໝໍຄົນ ໜື່ງຢູ່ປະເທດອິນເດຍໄດ້ສົ່ງອີເມວຫາດຣ.ເຄແກນໃນອາທິດແລ້ວນີ້, ລາວບອກວ່າ “ພວກ ເຮົາເປັນພະຍານເຖິງຄວາມກົງໄປກົງມາ,ຄວາມໜັກແໜ້ນແລະຄວາມກ້າຫານໃນການເທດສະໜາຂອງດຣ.ໄຮເມີ, ເປັນພຣະພອນໃຫ້ກັບ[ຜູ້ຄົນ]ທົ່ວໂລກ, ຂ້ອຍໄດ້ບອກໃຫ້ [ຄົນ] ຮິນດີຫຼາຍຄົນໃຫ້ເຂົ້າໄປເບິ່ງເວັບໄຊຂອງອາຈານແລ້ວຮັບພຣະພອນໂດຍຄໍາເທດສະໜາ ຂອງລາວ”ຂໍໃຫ້ເຮົາອະທິຖານຢ່າງໜັກເພື່ອຂ່າວປະເສີດຈະໄດ້ໄປເຖິງ 177 ຊົນຊາດໃນ ຈໍານວນ 28 ພາສາ, ນີ້ຄືໜື່ງໃນສິ່ງທີ່ສໍາຄັນທີ່ສຸດທີ່ຄຣິສຕະຈັກຂອງເຮົາກໍາລັງຢູ່!

ແມ່ນກະທັ່ງຢູ່ໃນຍຸກສຸດທ້າຍແລ້ວພຣະເຢຊູກໍຍັງແມ່ນອິມມານູເອນຂອງພວກເຮົາ! ພຣະອົງກ່າວວ່າ “ເບິ່ງແມ້ເຮົາຈະຢູ່ກັບທ່ານທັງຫຼາຍຕະຫຼອດໄປຈົນກວ່າຈະສິ້ນໂລກ” (ມັດ ທາຍ 28:20). ພຣະເຢຊູຊົງພ້ອມແລ້ວເພື່ອທ່ານໃນເຊົ້າມື້ນີ້, ພຣະອົງບໍ່ໄດ້ໃຈຮ້າຍໃຫ້ ທ່ານ - ບໍ່ໃຈຮ້າຍອີກຕໍ່ໄປ! ພຣະຄໍາພີກ່າວວ່າ:

“ພຣະເຍຊູຄຣິດໄດ້ສະເດັດມາໃນໂລກເພື່ອຈະໄດ້ຊົງຊ່ວຍຄົນບາບໃຫ້ລອດ” (1 ຕິໂມທຽວ 1:15)

ພຣະອົງຊົງສະເດັດລົງມາຈາກສະຫວັນເຂົ້າມາຢູ່ໃນທ້ອງຂອງນາງມາລີສາວພົມມະ ຈາລີ, ພຣະອົງໄດ້ສະເດັດໄປທີ່ໄມ້ກາງແຂນເປັນບ່ອນທີ່ພຣະອົງຊົງຕາຍເພື່ອຈ່າຍຄ່າ ຄວາມຜິດບາບຂອງທ່ານ, ພຣະອົງຊົງຟື້ນຄືນຈາກຕາຍພ້ອມດ້ວຍຮ່າງກາຍເພື່ອປະທານຊີ ວິດນິລັນດອນແກ່ທ່ານ, ຈົ່ງໜີຈາກຊີວິດບາບຂອງທ່ານແລ້ວວາງໃຈເຊື່ອໃນພຣະອົງ, ພຣະອົງຊົງຢູ່ກັບພວກເຮົາ, ຊົງເປັນອິມານູເອນຂອງເຮົາ, ພຣະອົງຈະຊົງໃຫ້ອະໄພບາບ ຂອງທ່ານແລະຊໍາລະລ້າງທ່ານດ້ວຍພຣະໂລຫິດອັນປະເສີດຂອງພຣະອົງ, ນັ້ນຄືສິ່ງທີ່ດີທີ່ ສຸດທີ່ພວກເຮົາສາມາດບອກພວກທ່ານໄດ້ໃນວັນຄຣິສມາດແລະຈົນໝົດປີ.

ຂ້າຍິນສຽງພຣະອົງຊົງຕັດວ່າຈົ່ງມາຫາເຮົາ
ເພື່ອຊໍາລະລ້າງໃນພຣະໂລຫິດອັນປະເສີດທີ່ຫລັ່ງລົງຈາກກາງແຂນ
ຂ້າມາແລ້ວພຣະເຈົ້າຂ້າ ຂ້າມາຫາພຣະອົງດຽວນີ້
ໂຜດລ້າງຂ້າ ຊໍາລະຂ້າໃນພຣະໂລຫິດ
ທີ່ຫລັ່ງລົງຈາກກາງແຂນ

ເຖິງແມ່ນອ່ອນແອແລະຊົ່ວຊ້າກໍຕາມພຣະອົງເສີມກໍາລັງໃຫ້ເຂັ້ມແຂງ
ພຣະອົງຊົງລ້າງຄວາມຊົ່ວທຸກຢ່າງຈົນສະອາດແລະບໍລິສຸດໝົດຈົດ
ຂ້າມາແລ້ວພຣະເຈົ້າຂ້າ ຂ້າມາຫາພຣະອົງດຽວນີ້
ໂຜດລ້າງຂ້າ ຊໍາລະຂ້າໃນພຣະໂລຫິດ
ທີ່ຫລັ່ງລົງຈາກກາງແຂນ
(“I Am Coming, Lord” by Lewis Hartsough, 1828-1919).

ຖ້າທ່ານຢາກຈະລົມກັບພວກເຮົາກ່ຽວກັບຄວາມລອດ - ການເປັນຄຣິສຕນແທ້- ກະລຸນາລຸກຂື້ນຈາກຕັ່ງຂອງທ່ານຍ່າງໄປຂ້າງຫຼັງຫ້ອງປະຊຸມນີ້ດຽວນີ້ເລີຍ, ດຣ.ເຄແກນ ຈະພາທ່ານໄປອີກ ຫ້ອງໜື່ງບ່ອນທີ່ພວກເຮົາສາມາດສົນທະນາແລະອະທິຖານໄດ້, ຂໍໃຫ້ ດຣ.ແຊນ ມາອະທິຖານເພື່ອຜູ້ທີ່ຈະຮັບເຊື່ອພຣະເຢຊູໃນເຊົ້ານີ້ແດ່. ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍທ້າວ ອາເບວພຣຸດໂຮມ ມັດທາຍ 1:18-23.
ບັນເລງເພງກ່ອນເທດສະໜາໂດຍທ້າວເບັນຈາມິນຄິນເຄດກຣິຟຟິນ:
“O Come, O Come, Emmanuel” (author unknown; translated from Latin by John M. Neale, 1818-1866).


ໂຄງຮ່າງບົດເທດສະໜາ

ອິມມານູເອນ - ພຣະເຈົ້າຊົງຢູ່ກັບພວກເຮົາ

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ເຂົາຈະເອີ້ນນາມຂອງທ່ານວ່າ ອິມມານູເອນ ຊຶ່ງແປວ່າ ພຣະເຈົ້າຊົງຢູ່ກັບເຮົາ” (ມັດທາຍ 1:23)

(1 ຕິໂມທຽວ 3:6)

I. ໜື່ງ ອິມມານູເອນສະແດງວ່າພຣະອົງຊົງລົງມາຈາກສະຫວັນໃນເນື້ອໜັງມະນຸດ.
ຟີລິບປອຍ 2:7; ໂລມ 8:3; ເພງສັນລະເສີນ 7:11; ໂລມ 5:1, 2, 10.

II. ສອງ ອິມມານູເອນໝາຍຄວາມວ່າພຣະອົງຊົງພ້ອມແລ້ວເພື່ອທ່ານ.
2 ເທສະໂລນິກາ 2:11; ມັດທາຍ 28:20; 1 ຕີໂມທຽວ 1:15.