Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການພິພາກສາຂອງພຣະເຈົ້າ-ສິ່ງທີ່ເປັນຕາຢ້ານ

GOD’S JUDGMENT – A FEARFUL THING
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນຂອງພຣະເຈົ້າ 17/11/2013
A sermon preached at the Baptist Tabernacle of Los Angeles
Lord’s Day Evening, November 17, 2013


ເພງທີ່ທ້າວກຣິຟຟິດຫາກໍຮ້ອງໄປມື້ກີ້ນີ້ແຕ່ງໂດຍ ດຣ.ຈອນ.ອາ.ໄຣສ໌, ມັນເປັນ ເພງທີ່ຄຣິສຕະຈັກຂອງເຮົາທັງຫຼາຍຕ້ອງການ, ປະຈຸບັນເປັນເລື່ອງຍາກທີ່ຈະຫາເພງກ່ຽວ ກັບການພິພາກສາໄດ້ແລະເທົ່າທີ່ຮູ້ກໍຄືບໍ່ມີເພງໃດທີ່ເວົ້າເຖິງນາຮົກ, ພວກພິວຣິທັນຮ້ອງ ເພງກ່ຽວກັບນາຮົກ,ແຕ່ນັກຂ່າວປະເສີດທຸກມືນີ້ຄິດວ່າພວກເຂົາສະຫຼາດຫຼາຍແລະເປັນຄົນ ສະໄໝໃຫມ່ທີ່ຈະເຮັດແບບນັ້ນ,ຕົວລະຄອນຊື່ພັກຂອງເຊັກສະເປຍເວົ້າວ່າ“ພວກມະນຸດເຫຼົ່ານີ້ໂງ່ປານໃດ”, ລາວຄວນເວົ້າວ່າມີຫຼາຍຢ່າງເພີ່ມຂື້ນແລະມີນັກປະກາດໃຫມ່ໆຫຼາຍຄົນ ໃນປະຈຸບັນນີ້, ມັນເກີດຂື້ນປະມານ 40 ປີກ່ອນທີ່ຈະມີການມັກຈົນເປັນບ້າໃນໂລກທີ່ຫຼົງ ຫາຍ, ຄືໜວດເຄົາຂອງແວນໄດຜູ້ຫຼົງຫາຍໃນສີ່ສິບປີກ່ອນ, ປະຈຸບັນນີ້ມີນັກເທດຂ່າວປະ ເສີດ “ເພີ່ມຂື້ນ” ຈົງໜວດເຄົາແບບນັ້ນ - ພຽງແຕ່ເຂົາບໍ່ສະຫຼາດພໍທີ່ຈະເອີ້ນຕົວເອງວ່າ “ແວນໄດ”,ໃນການອ້າງເຫດຜົນທີ່ເທ່ໆຂອງເຂົາເຂົາເອີ້ນໜວດເຄົາຂອງເຂົາວ່າ “ເຄົາແບ້”.

ປະມານສີ່ສິບປີທີ່ຜ່ານມາໂລກເລີ່ມໂຄສະນາຕໍ່ຕ້ານການສູບຢາ, ຄົນທີ່ສະຫຼາດ ໃນໂລກນີ້ພາກັນເຊົາສູບຢາ, ແນ່ນອນພໍແລ້ວ ນັກປະກາດຂ່າວປະເສີດ“ເພີ່ມຂື້ນ”ທີ່ຕອນ ນີ້ຫາກໍເລີ່ມສູບຢາ,ທີ່ວ່າການສູບຢາເປັນເຄື່ອງໝາຍຂອງຄວາມສະຫຼຽວສະຫຼາດໂດຍອ້າງ ເປັນເຫດຜົນ,ວິທະຍາໄລຫວີດຕັນບ່ອນທີ່ບິລລີ່ເກຣແຮມຮຽນຈົບແລະເປັນບ່ອນທີ່ລູກສາວ ທັງຫົກຄົນຂອງດຣ.ຈອນ.ອາ.ໄຣສ໌ຮຽນຈົບຕອນນີ້ເຂົາອະນຸຍາດໃຫ້ນັກສຶກສາສູບຢາໄດ້. ພວກທ່ານຮູ້ບໍວ່າເດືອນແລ້ວນີ້ທີ່ສະຖາບັນພຣະຄໍາພີມູດີ້ໃນເມືອງຊິຄາໂກເຮັດຕາມສູດນີ້ ແລະຢຸດຫ້າມບໍ່ໃຫ້ມີການສູບຢາ? ວາລະສານ Christianity Today ບອກວ່າມັນເປັນບັນຫາ ໃຫຍ່, ຂອບຂອງກອກຢາສູບ - ມີເຄື່ອງໝາຍວ່າການສູບຢາເຮັດໃຫ້ໃຈເຢັນແລະສະຫຼາດ - ຄືກັບຊີ.ເອສ.ລູອິສ ຊື່ງໃຊ້ກອກຢາສູບ, ໃນຊື່ຂອງພວກທີ່ອ້າງເຫດຜົນແລະພວກນັກປະ ກາດຂ່າວປະເສີດໃຫມ່ກໍາລັງຍອມຮັບເອົາການສູບຢາ - ສີ່ສິບປີຫຼັງຈາກທີ່ໂລກເຊົາສູບຢາ!

ມັນລ້າສະໄໝທີ່ຈະຮ້ອງເພງນະມັດສະການໃນຄຣິສຕະຈັກປະຈຸບັນນີ້, ພວກເຂົາ ຮ້ອງຂໍ້ຊໍ້າກັບໄປກັບມາ - ຈົນເກືອບທຸກຄົນເກີດອາການມຶນງົງຄືຖືກຢານອນຫລັບ,ມັນ ເປັນການຄິດເອົາວ່າເປັນການ “ກະກຽມ” ເຂົາເພື່ອຟັງເທດສະໜາ, ມັນເບິ່ງຄືວ່າຕຽມເຂົາ ເພື່ອໃຫ້ນອນຫລັບຊື່ງສ່ວນຫຼາຍແລ້ວພວກເຂົາຫລັບໃນຊ່ວງ“ການສຶກສາພຣະຄໍາພີ” ຢ່າງ ນຸ່ມນວນ, ແລະບໍ່ມີໃຜຮ້ອງເພງກ່ຽວກັບນາຮົກໃນຄຣິສນຕະຈັກທັງຫຼາຍໃນປະຈຸບັນນີ້, ຄໍາ ເຕືອນເລື່ອງນາຮົກມີຢູ່ໃນພຣະຄໍາພີທັງເຫຼັ້ມ - ແຕ່ນັກປະກາດແບບຊາວໂລກບໍ່ຕ້ອງການ ທີ່ຈະຮ້ອງເພງເລື່ອງຄໍາເຕືອນເຫຼົ່ານັ້ນ - ແລະແນ່ນອນພວກເຂົາບໍ່ຕ້ອງການທີ່ຈະເທດສະ ໜາເຖິງເລື່ອງນີ້! ດັ່ງນັ້ນດຣ.ໄຣສ໌ ໄດ້ຮັບໃຊ້ທີ່ຍິ່ງໃຫຍ່ໂດຍການແຕ່ງເພງເລື່ອງການພິ ພາກສາໃນວັນສຸດທ້າຍ.

ທ່ານຈະເວົ້າຫຍັງແດ່ກັບພຣະເຢຊູ
ຕອນທີ່ທ່ານປະເຊີນກັບທຸກສີ່ງທີ່ເຄີຍເຮັດ
ແລະປະຕິເສດພຣະຜູ້ໄຖ່ເປັນເວລາຫຼາຍປີ?
ທ່ານຈະຕອບພຣະອົງແນວໃດແດ່ໃນຊົ່ວໂມງນັ້ນ
ຕອນທີ່ພຣະອົງພິພາກສາດ້ວຍລິດອໍານາດ
ທ່ານປະເຊີນກັບການບັນທຶກແລະຕ້ອງຕອບດ້ວຍນໍ້າຕາ
ທ່ານຈະເວົ້າຫຍັງແດ່? ທ່ານຈະເວົ້າຫຍັງແດ່?
ຖ້າທ່ານບໍ່ໄດ້ຮັບການອະໄພຈາກພຣະເຈົ້າໃນມື້ນັ້ນ
ທ່ານຈະເວົ້າຫຍັງແດ່? ທ່ານຈະເວົ້າຫຍັງແດ່?
ປະເຊີນໜ້າກັບພຣະເຈົ້າຜູ້ຊື່ງທ່ານປະຕິເສດໃນມື້ນັ້ນ?
(“What Will You Say Then?” by Dr. John R. Rice, 1895-1980).

ຂໍທ່ານເປີດພຣະຄໍາພີໄປໃນເຮັບເລີ 10:31 - ແລ້ວຢືນຂື້ນເພື່ອອ່ານພຣະຄໍາຂອງພຣະ ເຈົ້າ

“ການຕົກຢູ່ໃນອຸ້ງພຣະຫັດຂອງພຣະເຈົ້າຜູ້ຊົງພຣະຊົນນັ້ນເປັນສິ່ງໜ້າຢ້ານ” (ເຮັບເລີ 10:31)

ຂໍເຊີນນັ່ງລົງ

ມັນເປັນຂໍ້ທີ່ສໍາຄັນຫຼາຍໂດຍສະເພາະໃນຍຸກສະໄໝຂອງເຮົາ, ພຣະຄໍາພີກ່າວ່າ “ໃນແວວຕາຂອງເຂົາບໍ່ມີຄວາມຢໍາເກງພຣະເຈົ້າ” (ໂລມ 3:18), ພວກເຮົາບໍ່ເຄີຍເຈີໃຜ ຈັກເທື່ອທີ່ຢ້ານພຣະເຈົ້າ! ບໍ່ເຄີຍເລີຍ! ບໍ່ເຄີຍ“ໃນແວວຕາຂອງເຂົາບໍ່ມີຄວາມຢໍາເກງພຣະ ເຈົ້າ” ແຕ່ຂໍ້ພຣະຄໍາພີຂອງເຮົາກ່າວວ່າ “ການຕົກຢູ່ໃນອຸ້ງພຣະຫັດຂອງພຣະເຈົ້າຜູ້ຊົງພຣະຊົນນັ້ນເປັນສິ່ງທີ່ໜ້າຢ້ານ” (ເຮັບເລີ 10:31), ສະນັ້ນພຣະຄໍາພີເວົ້າກົງກັນຂ້າມກັບຄົນ ສະໄໝໃຫມ່ແລະພວກອ້າງເຫດຜົນແບບເທ່ໆຂອງມັນປະຕິເສດມຸມມອງຂອງພຣະເຈົ້າ, ພຣະຄໍາພີຊົງເວົ້າຢ່າງຊັດເຈນດັງໆແລະວ່າ:

“ການຕົກຢູ່ໃນອຸ້ງພຣະຫັດຂອງພຣະເຈົ້າຜູ້ຊົງພຣະຊົນນັ້ນເປັນສິ່ງໜ້າຢ້ານ” (ເຮັບເລີ 10:31)

ເຖິງແມ່ນວ່າຄົນສະໄໝໃຫມ່“ແວວຕາ[ຂອງເຂົາ]ບໍ່ຢໍາເກງພຣະເຈົ້າ”ເຂົາກໍຜິດພາດ-ຜິດ ພາດຢ່າງຕາຍ,ແລະຄືນນີ້ຂ້າພະເຈົ້າຂໍໃຊ້ເວລາໜ້ອຍໜື່ງເພື່ອພິສູດເຖິງທຸກຄົນທີ່ມີຄວາມ ຄິດແບບນີ້ທີ່ “ການຕົກຢູ່ໃນອຸ້ງພຣະຫັດຂອງພຣະເຈົ້າຜູ້ຊົງພຣະຊົນນັ້ນເປັນສິ່ງທີ່ໜ້າຢ້ານ” ຂ້າພະເຈົ້າບໍ່ໄດ້ກໍາລັງຂໍຮ້ອງຕໍ່ອາລົມຄວາມຮູ້ສຶກຂອງທ່ານ, ຄໍາເທດສະໜານີ້ຈະໃຫ້ເປັນ ຕາມລໍາດັບ, ເຫດຜົນຖົກຖຽງກັນກັບຄວາມຈິງທີ່ວ່າ “ການຕົກຢູ່ໃນອຸ້ງພຣະຫັດຂອງພຣະເຈົ້າຜູ້ຊົງພຣະຊົນນັ້ນເປັນສິ່ງທີ່ໜ້າຢ້ານ”

I. ໜື່ງ ເລື່ອງນີ້ໄດ້ພິສູດແລ້ວໂດຍສິ່ງທີ່ພຣະເຈົ້າຊົງເປັນ

ສັງເກດວ່າຂໍ້ພຣະຄໍາພີເວົ້າວ່າ “ໜ້າຢ້ານ” ໃນການຕົກຢູ່ໃນພຣະຫັດຂອງ“ພຣະ ເຈົ້າຜູ້ຊົງພຣະຊົນຢູ່”,ພວກເຮົາທຸກຄົນຕ່າງກໍຮູ້ດີວ່າມີພະເຈົ້າຫຼາຍອົງທີ່“ຕາຍແລ້ວ”,ຂ້າພະ ເຈົ້າກັບພັນລະຍາໄດ້ຍ່າງຜ່ານວິຫານແຫ່ງຄານັກໃນປະເທດອີຢິບ,ເປັນຕຶກທີ່ງົດງາມໃນປະຈຸບັນນີ້, ແຕ່ທຸກຄົນຮູ້ດີວ່າຮູບຂອງພະເຈົ້າທີ່ຢູ່ເທິງຝາຂອງວິຫານເກົ່າແກ່ນັ້ນເປັນພະເຈົ້າ ທີ່ຕາຍແລ້ວ, “ພະເຈົ້າ”ຂອງນິກາຍໂປແຕສແຕນສາຍເສລີກໍເປັນພະເຈົ້າທີ່ຕາຍແລ້ວເຊັ່ນ ກັນ, ດຣ.ເອັດເວີດຈອນຄາແນວ ຄືຄົນທີ່ມີຊື່ສຽງໃນໂຮງຮຽນສອນສາສະໜາສາດຟູເລີ, ທ່ານເປັນປະທານຂອງໂຮງຮຽນຟູເລີແລ້ວຫຼັງຈາກນັ້ນກໍກາຍມາເປັນຜູ້ຊ່ຽວຊານຢູ່ບ່ອນນັ້ນ ໃນປີ 1959 ດຣ.ຄາແນວໄດ້ຂຽນໜັງສືຊື່ວ່າ “ເຫດຜົນສໍາຫຼັບສາສະໜາສາດອໍທໍດອກຊ໌” ໜັງສືຂອງທ່ານສະແດງວ່າໂຮງຮຽນສອນສາສະໜາຟູເລີໄດ້ປະສົບກັບຫາຍະນະແລ້ວໃນປີ 1959, ໜັງສືຂອງທ່ານໄດ້ສອນເຖິງວິວັດທະນາການຈາກອັນນີ້ໄປຫາອັນນັ້ນ, ມັນສອນວ່າ ທຸກສ່ວນຂອງພຣະຄໍາພີໄດ້ຮັບການດົນໃຈບໍ່ເທົ່າທຽມກັນ, ມັນໄດ້ໂຈມຕີການກັບມາຄັ້ງທີ່ ສອງຂອງພຣະຄຣິດ,ມັນສົງເສີມໃຫ້ເກີດການພິການ,ການແປທີ່ຜິດພ້້ຽນຂອງພຣະຄໍາພີສະບັບ RSV, ໜື່ງປີເຄິ່ງຕໍ່ມາຂ້າພະເຈົ້າໄດ້ຍິນດຣ.ຊາວູດບຣິດເທດ, ດຣ.ວູດບຣິດຫາກໍລາ ອອກຈາກການເປັນຄູຢູ່ໂຮງຮຽນຟູເລີເນື່ອງຈາກການໂຈມຕີຂອງຄາແນວເລື່ອງພຣະຄໍາພີ, ດຣ.ວູດບຣິດເທດສະໜາຕໍ່ຕ້ານແນວຄິດເສລີຂອງຄາແນວ, ຂ້າພະເຈົ້າໄດ້ຮັບຄວາມລອດ ຕອນທີ່ດຣ.ວູດບຣິດເທດສະໜາເລື່ອງນັ້ນ ຂ້າພະເຈົ້າຮູ້ພາຍຫຼັງວ່າ“ພະເຈົ້າ”ຂອງເອັດເວີດ ຈອນຄາແນວບໍ່ແມ່ນພຣະເຈົ້າຂອງຂ້າພະເຈົ້າ, ດຣ.ຄາແນວຕັດສິນໃຈຂ້າຕົວຕາຍໃນບໍເທົ່າ ໃດປີຕໍ່ມາໃນຫ້ອງພັກຢູ່ໂຮງແຮມທີ່ໂອກແລນລັດຄາລິຟໍເນຍ, ພຣະເຈົ້າຂອງລາວບໍ່ແມ່ນ ພຣະເຈົ້າຂອງຂ້າພະເຈົ້າ! ພຣະເຈົ້າຂອງຂ້າພະເຈົ້າເປັນ “ພຣະເຈົ້າຜູ້ຊົງພຣະຊົນຢູ່”.

“ການຕົກຢູ່ໃນອຸ້ງພຣະຫັດຂອງພຣະເຈົ້າຜູ້ຊົງພຣະຊົນນັ້ນເປັນສິ່ງທີ່ໜ້າຢ້ານ” (ເຮັບເລີ 10:31)

ມັນບໍ່ເປັນສິ່ງທີ່ເປັນຕາຢ້ານໃນການຕົກຢູ່ໃນມືຂອງພະເຈົ້າທີ່ຕາຍແລ້ວຂອງໂຮງຮຽນສາສະ ໜາສາດຟູເລີ! ບໍ່ເລີຍ! ຣອບເບວຈົບຈາກໂຮງຮຽນຟູເລີ - ແລະລາວຄືຄົນທີ່ຂຽນ Love Wins (HarperOne, 2011). ໃນໜັງສືເຫຼັ້ມນັ້ນຣອບເບວກ່າວວ່າຫຼັກຄໍາສອນພຣະຄໍາພີຂອງ “ການລົງໂທດເປັນນິດນິລັນໃນນາຮົກ” ຄື “ການແນະນໍາຜິດແລະເປັນຜິດ” (ໜ້າ 8), ລາວໄດ້ຮຽນຮູ້ເລື່ອງນັ້ນທີ່ໂຮງຮຽນຟູເລີ ພະເຈົ້າຂອງລາວບໍ່ແມ່ນພຣະເຈົ້າຂອງຂ້າພະເຈົ້າ! ພະເຈົ້າຂອງລາວບໍ່ແມ່ນ “ພຣະເຈົ້າຜູ້ຊົງພຣະຊົນຢູ່”

“ການຕົກຢູ່ໃນອຸ້ງພຣະຫັດຂອງພຣະເຈົ້າຜູ້ຊົງພຣະຊົນນັ້ນເປັນສິ່ງທີ່ໜ້າຢ້ານ” (ເຮັບເລີ 10:31)

II. ສອງ ເລື່ອງນີ້ໄດ້ພິສູດແລ້ວໂດຍສິ່ງທີ່ພຣະເຈົ້າຊົງເຮັດໃນອະດີດ

ພຣະບຸກຄົນຂອງພຣະເຈົ້າຜູ້ຊົງມີຊີວິດໄດ້ຖືກເປີດເຜີຍໂດຍການພິພາກສາຂອງ ພຣະອົງໃນອະດີດແລ້ວ, ສະເປີໂຈນກ່າວວ່າ “ພຣະເຈົ້າຂອງອັບຣາຮາມທີ່ໄດ້ເປີດເຜີຍໃນ ພຣະຄໍາພີເດີມແມ່ນມີຄວາມແຕກຕ່າງຈາກພໍ່ຂອງຈັກກະວານແຫ່ງຄວາມໄຝ່ຝັນຍຸກໃຫມ່ [ໂດຍພວກນັກເສລີພາບ] ທີ່ມາຈາກອະປໍໂລຫຼືແບັກຄັສ”(ຊີ.ເອັຈ.ສະເປີໂຈນ “ການພິພາກ ສາໃນອະນາຄົດເປັນສິ່ງທີ່ໜ້າຢ້ານ”).

“ພຣະເຈົ້າຜູ້ຊົງພຣະຊົນຢູ່”ຂອງພຣະຄໍາພີໄດ້ທໍາລາຍເຊື້ອສາຍມະນຸດຄົນບາບທັງໝົດໃນນໍ້າຖ້ວມອັນຍິ່ງໃຫຍ່ນັ້ນ. ພຣະຄໍາພີກ່າວວ່າ:

“ພຣະເຈົ້າຊົງເຫັນວ່າຄວາມຊົ່ວຂອງມະນຸດມີຫລາຍເທິງແຜ່ນດິນໂລກ ແລະເຈດຕະນາທຸກຢ່າງແຫ່ງຄວາມຄິດທັງຫລາຍໃນໃຈຂອງພວກເຂົາລ້ວນແຕ່ຊົ່ວຮ້າຍຢ່າງດຽວສະເໝີໄປ…ພຣະເຢໂຮວາຕັດວ່າ "ເຮົາຈະທຳລາຍມະນຸດທີ່ເຮົາໄດ້ສ້າງມາຈາກພື້ນແຜ່ນດິນໂລກ” (ປະຖົມມະການ 6:5, 7)

ອີກເທື່ອໜື່ງອັກຄະສາວົກເປໂຕບອກພວກເຮົາວ່າພຣະເຈົ້າຊົງທໍາລາຍເມືອງໂຊໂດມແລະ ເມືອງໂກໂມຣາ,ອີກເທື່ອໜື່ງທີ່ພຣະເຈົ້າຊົງປະຫານລູກກົກທຸກໆຄົນໃນປະເທດອີຢິບໃນຄືນດຽວ,ອີກເທື່ອໜື່ງທີ່ພຣະເຈົ້າໄດ້ຊົງທໍາລາຍຟາໂຣແລະທະຫານທຸກຄົນຂອງລາວຢູ່ກາງທະ ເລແດງ,ອີກເທື່ອໜື່ງທີ່ຊົງທໍາລາຍຄົນຮີໄວ,ຄົນເຢບຸດແລະຊົນຊາດອື່ນໆໄດ້ລົ້ມລົງດ້ວຍຄົມ ດາບໂດຍຄໍາບັນຊາຂອງພຣະເຈົ້າ, ແລະໂມເສດໄດ້ເວົ້າວ່າ:

“[ພຣະອົງ]ຊົງຕອບແທນຜູ້ທີ່ກຽດຊັງພຣະອົງຕໍ່ໜ້າເຂົາເອງດ້ວຍຊົງທໍາລາຍເຂົາ ພຣະອົງຈະບໍ່ຫຼຸດໂທດຜູ້ທີ່ກຽດຊັງພຣະອົງ ພຣະອົງຈະຊົງຕອບແທນ ຕໍ່ໜ້າເຂົາເອງ” (ພຣະລາຊະບັນຍັດ 7:10)

ອີກເທື່ອໜື່ງແລະອີກເທື່ອໜື່ງພຣະຄໍາພີສອນວ່າ:

“ການຕົກຢູ່ໃນອຸ້ງພຣະຫັດຂອງພຣະເຈົ້າຜູ້ຊົງພຣະຊົນນັ້ນເປັນສິ່ງທີ່ໜ້າຢ້ານ” (ເຮັບເລີ 10:31)

III. ສາມ ເລື່ອງນີ້ໄດ້ພິສູດແລ້ວໂດຍຄໍາຕັດຂອງພຣະເຢຊູເອງ.

ພຣະຄໍາພີສອນວ່າພຣະເຢຊູຄຣິດຄືພຣະເຈົ້າທີ່ມາເກີດໃນສະພາບຂອງເນື້ອໜັງ, ມັນຄືຄວາມຈິງທີ່ວ່າບໍ່ມີບຸກຄົນໃດໃນພຣະຄໍາພີເຄີຍທີ່ເວົ້າໃນສິ່ງທີ່ພິລຶກກ່ຽວກັບນາຮົກຄື ກັບພຣະເຢຊູຄຣິດເຈົ້າ, ນີ້ຄືບາງສິ່ງບາງຢ່າງທີ່ພຣະເຢຊູກ່າວເຖິງກ່ຽວກັບການລົງໂທດ ຕະຫຼອດໄປເປັນນິດ,

“ແຕ່ຈົ່ງຢ້ານພຣະອົງຜູ້ຊົງລິດທີ່ຈະໃຫ້ທັງຈິດວິນຍານທັງກາຍຈິບຫາຍໃນນາຮົກໄດ້” (ມັດທາຍ 10:28)

ອີກເທື່ອໜື່ງທີ່ພຣະເຢຊູຊົງກ່າວວ່າ:

“ໃນການສີ້ນສຸດຂອງໂລກກໍຈະເປັນຢ່າງນັ້ນແລະ ພວກທູດສະຫວັນຈະອອກມາແຍກຄົນຊົ່ວອອກຈາກຄົນຊອບທຳ ແລ້ວຈະຖິ້ມລົງໃນເຕົາໄຟອັນລຸກໄໝ້ ບ່ອນນັ້ນຈະມີການຮ້ອງໄຫ້ຂົບແຂ້ວຫຍ້ຳແຂ້ວ”(ມັດທາຍ 13:49-50)

ອີກຄັ້ງໜື່ງໃນມັດທາຍບົດທີ່ຊາວສອງພຣະເຢຊູບອກເຮົາວ່າພຣະເຈົ້າ[ກະສັດ]ຈະກ່າວວ່າ

“ຈົ່ງມັດມືມັດຕີນຄົນນີ້ເອົາໄປຖິ້ມເສຍທີ່ມືດພາຍນອກ ບ່ອນນັ້ນຈະມີການຮ້ອງໄຫ້ແລະຂົບແຂ້ວຫຍ້ຳແຂ້ວ” (ມັດທາຍ 22:13)

ຈາກນັ້ນໃນມາລະໂກບົດທີ່ 9 ພຣະເຢຊູຊົງກ່າວເຖິງສາມເທື່ອວ່ານາຮົກເປັນສະຖານທີ່

“ໃນທີ່ນັ້ນໂຕໜອນກໍບໍ່ຕາຍ ແລະໄຟກໍບໍ່ດັບເລີຍ”(ມາລະໂກ 9:44)

ອີກເທື່ອໜື່ງ

“ໃນທີ່ນັ້ນໂຕໜອນກໍບໍ່ຕາຍ ແລະໄຟກໍບໍ່ດັບເລີຍ”(ມາລະໂກ 9:46)

ແລະອີກເທື່ອໜື່ງ

“ໃນທີ່ນັ້ນໂຕໜອນກໍບໍ່ຕາຍ ແລະໄຟກໍບໍ່ດັບເລີຍ”(ມາລະໂກ 9:48)

ຂ້າພະເຈົ້າຫາກໍໃຫ້ຂໍ້ພຣະຄໍາພີທີ່ພຣະເຢຊູເວົ້າເຖິງນາຮົກ,ເພື່ອຢືນຢັນຄວາມຈິງທີ່ວ່າ:

“ການຕົກຢູ່ໃນອຸ້ງພຣະຫັດຂອງພຣະເຈົ້າຜູ້ຊົງພຣະຊົນນັ້ນເປັນສິ່ງທີ່ໜ້າຢ້ານ” (ເຮັບເລີ 10:31)

ພຣະເຢຊູໄດ້ເຮັດໃຫ້ມັນຊັດເຈນຫຼາຍເມື່ອພຣະອົງຊົງກ່າວເຖິງເລື່ອງຂອງເສດຖີແລະລາຊາຣັສໃນລູກາບົດທີ່ສິບຫົກ, ເສດຖີຕາຍໄປແລ້ວ

“ແລ້ວເມື່ອຢູ່ໃນນາຮົກເປັນທຸກທໍລະມານຍິ່ງຫຼາຍເສດຖີນັ້ນຈຶ່ງແຫງນເບິ່ງ” (ລູກາ 16:23)

ແລະອີກເທື່ອໜື່ງ ພຣະເຢຊູກ່າວວ່າເສດຖີຮ້ອງອອກມາວ່າ:

“ຂ້າພະເຈົ້າທຸກທໍລະມານຢູ່ໃນແປວໄຟນີ້” (ລູກາ 16:24)

ຂ້າພະເຈົ້າຫວັງວ່າທ່ານຈະເຂົ້າໃຈທີ່ພຣະເຢຊູຊົງດີ, ສຸພາບ ແລະຊົງຮັກ,ນັ້ນແລະ ຄືເຫດຜົນທີ່ພຣະອົງໄດ້ໃຫ້ຄໍາເຕືອນທີ່ໜັກແໜ້ນເຖິງເລື່ອງນາຮົກ, ມັນຄືຄໍາເຕືອນທີ່ ອອກມາຈາກຄວາມເມດຕາແລະຄວາມຮັກຂອງພຣະເຢຊູເຖິງເລື່ອງການພິພາກສາທີ່ຈະມາເຖິງ, ເພາະວ່າ

“ການຕົກຢູ່ໃນອຸ້ງພຣະຫັດຂອງພຣະເຈົ້າຜູ້ຊົງພຣະຊົນນັ້ນເປັນສິ່ງທີ່ໜ້າຢ້ານ” (ເຮັບເລີ 10:31)

IV. ສີ່ ເລື່ອງນີ້ໄດ້ພິສູດແລ້ວໃນການຕື່ນຕົວຂອງຈິດສໍານຶກຂອງຄົນບາບ

ເພື່ອຄວາມແນ່ໃຈ, ກຸ່ມຄົນສ່ວນຫຼາຍປະຕິເສດສິ່ງທີ່ພຣະຄໍາພີກ່າວເຖິງກ່ຽວກັບ ການພິພາກສາຂອງພຣະເຈົ້າ, ພ້ອມກັນນັ້ນພວກເຂົາຍັງໄດ້ປະຕິເສດການບັນທຶກຂອງ ພຣະຄໍາພີເຖິງການພິພາກສາຂອງພຣະເຈົ້າໃນອະດີດ, ແລະພວກເຂົາປະຕິເສດສິ່ງທີ່ພຣະ ເຢຊູຄຣິສເຈົ້າກ່າວເຖິງກ່ຽວກັບການພິພາກສາຂອງພຣະເຈົ້າ,

ມັນເປັນຄວາມຈິງທີ່ຜູ້ຄົນໃນສະພາບທໍາມະຊາດຂອງເຂົາປະຕິເສດທຸກຄໍາເຕືອນ ແລະຂໍ້ພິສູດຕ່າງໆ, ພວກເຂົາຈະບໍ່ປ່ຽນແປງຈົນກວ່າພຣະວິນຍານຂອງພຣະເຈົ້າມາແລະ ເລີ່ມຕົ້ນປຸກຈິດສໍານຶກຂອງເຂົາໃຫ້ຕື່ນຂື້ນ! ຈົນເຖິງເວລາທີ່ຈິດສໍານຶກຂອງຄົນບາບບໍ່ເຮັດ ວຽກໄດ້ຢ່າງເໝາະສົມ, ພຣະຄໍາພີກ່າວວ່າ:

“ເອົາເຫລັກແດງນາບລົງໄປເທິງຈິດສຳນຶກຜິດຊອບຂອງເຂົາ” ( 1 ຕີໂມທຽວ 4:2)

ຄວາມບາບໄດ້ເຜົາຜານຈິດສໍານຶກຂອງເຂົາຊໍ້າໄປຊໍ້າມາ, ຕອນນີ້ມັນແຫ້ວແລ້ວເພາະຖືກ ປົກຄຸມເປັນເວລາຫຼາຍຄັ້ງ, ເວົ້າລວມແລ້ວມັນເປັນຮອຍແຜເປັນແລະບໍ່ເປັນລະບຽບອີກເລີຍ

ສັນນັ້ນພວກເຂົາຈື່ງສ້າງຂໍ້ອ້າງສໍາຫຼັບບາບຂອງເຂົາ, ພວກເຂົາເຊື່ອງໄວ້ເບື້ອງຫຼັງ ຈິດຕະສາດແລະສັງຄົມວິທະຍາເປັນຂໍ້ອ້າງສໍາຫຼັບຄວາມບາບຂອງເຂົາ, ພວກເຂົາກ່າວ ໂທດໃສ່ພໍ່ແມ່ທີ່ເປັນຕົ້ນເຫດແຫ່ງຄວາມບາບຂອງເຂົາເຈົ້າ, ພວກເຂົາກ່າວໂທດສະພາບ ແວດລ້ອມຕໍ່ການເຮັດບາບຂອງເຂົາ, ພວກເຂົາຄວ້າເອົາທຸກໆຂໍ້ອ້າງທີ່ເຂົາສາມາດຄິດໄດ້ ເພື່ອເປັນຂໍ້ອ້າງໃນການເຮັດບາບທີ່ຖືກບັນທຶກໄວ້ໃນໜັງສືແຫ່ງການພິພາກສາຂອງພຣະ ເຈົ້າ.

ແຕ່ຖ້າພຣະເຈົ້າເລືອກພວກເຂົາ, ພຣະອົງຈະສົ່ງພຣະວິນຍານຂອງພຣະອົງເພື່ອ ເຮັດໃຫ້ເຂົາສໍານຶກເຖິງເລື່ອງຄວາມຜິດບາບຂອງເຂົາ,ຫຼັງຈາກນັ້ນພຣະວິນຍານຂອງພຣະ ເຈົ້າ “ຈະຕັກເຕືອນ[ພວກເຂົາ]ເລື່ອງຄວາມບາບ” (ໂຢຮັນ 16:8), ຈາກນັ້ນພວກເຂົາຈະ ເລີ່ມຮູ້ສຶກຄືກັບຍິງສາວທີ່ຂ້າພະເຈົ້າໄດ້ອ້າງເຖິງໄປແລ້ວໃນຕອນເຊົ້ານີ້, ຈື່ໄດ້ບໍວ່າຕອນທີ່ ລາວເວົ້າວ່າຄວາມບາບຂອງລາວ

ສິງຢູ່ກັບຂ້ອຍແລະຂ້ອຍບໍ່ສາມາດອອກໄປຈາກມັນໄດ້,ຂ້ອຍເລີ່ມແປກໃຈ ວ່າ “ຂ້ອຍເຮັດບາບພວກນັ້ນໄດ້ແນວໃດ?”…ບາບພວກນັ້ນອອກມາຈາກ ຄວາມຊົ່ວຮ້າຍຂອງຂ້ອຍ, ໃຈທີ່ຄົດໂກງ…ຂ້ອຍຮູ້ສຶກເປັນຄືກັບສິ່ງຊົງສ້າງ ທີ່ຊົ່ວຊ້າທີ່ຢູ່ຕໍ່ໜ້າທຸກສິ່ງທີ່ພຣະເຈົ້າຊົງເບິ່ງເຫັນ, ພຣະເຈົ້າຜູ້ທີ່ຮູ້ຈັກເຖິງ ທຸກສິ່ງທີ່ຂ້ອຍເຮັດແມ່ນກະທັ່ງເຮັດວຽກໃນໂບດກໍມີຮາກບາບແຫ່ງຄວາມ ເຫັນແກ່ຕົວ, ທຸກໆເທື່ອທີ່ຂ້ອຍໄປໂບດ, ຂ້ອຍຮູ້ສຶກເປັນຄືກັບຄົນຂີ້ທູດ… ຂ້ອຍມີໃຈເຢັນຊ່າ[ບໍ່ມັກເລື່ອງ]ພຣະຄຣິດເລີຍ.

ຂ້າພະເຈົ້າຮູ້ດີວ່າຄົນທີ່ຫລົງຫາຍໃນໂລກຄິດວ່າຄວາມຄິດມືດມົນຄືສິ່ງທີ່ຜິດປົກກະຕິແລະບໍ່ເປັນທໍາມະຊາດ, ໃນປະສາດສໍາພັດພວກເຂົາຖືກ, ໃນສະພາບທາງ“ທໍາມະຊາດ” ແລະ ທາງ “ປົກກະຕິ” ຂອງຄວາມຄິດຜູ້ຄົນບໍ່ເຄີຍຮູ້ສຶກແບບນັ້ນ, ພຣະຄໍາພີກ່າວວ່າ “ມະນຸດທໍາມະດາ” ແມ່ນບໍ່ລະວັງໃນເລື່ອງຄວາມບາບຂອງຕົນ, ມັນຕ້ອງອາໄສການເຮັດ ວຽກທີ່ເໜືອທໍາມະຊາດຂອງພຣະເຈົ້າເພື່ອປຸກຄົນແບບນັ້ນໃຫ້ຕື່ນ! ການເຮັດໃຫ້ສໍານຶກມາ ເມື່ອພຣະຄຸນຂອງພຣະເຈົ້າເປີດໃຈຂອງທ່ານເພື່ອໃຫ້ເຫັນວ່າທ່ານເປັນຄົນບາບແນວໃດແທ້ ເທົ່ານັ້ນ, ໃນບົດເພງຂອງຈອນນິວຕັນ “ພຣະຄຸນພຣະເຈົ້າ” ກ່າວວ່າ“ພຣະຄຸນສອນໃຫ້ໃຈ ຂ້າຢໍາເກງ” ຄຣິສຕຽນທັງຫຼາຍໃນຊ່ວງແຫ່ງການຟື້ນຟູເອີ້ນເລື່ອງນີ້ວ່າ “ການຟື້ນຕື່ນຂື້ນ” ເມື່ອທ່ານຕື່ນແລ້ວຈາກຄວາມບາບຂອງໃຈທ່ານ,ຈິດສໍານຶກຂອງທ່ານຈະເຫັນດ້ວຍໃນເລື່ອງ ນັ້ນ .

“ການຕົກຢູ່ໃນອຸ້ງພຣະຫັດຂອງພຣະເຈົ້າຜູ້ຊົງພຣະຊົນນັ້ນເປັນສິ່ງທີ່ໜ້າຢ້ານ” (ເຮັບເລີ 10:31)

V. ຫ້າ ເລື່ອງນີ້ໄດ້ພິສູດແລ້ວໂດຍຄວາມທຸກທໍລະມານຂອງພຣະຄຣິດ ເພື່ອຊ່ວຍເຮົາຈາກການລົງໂທດຂອງບາບ

ສະເປີໂຈນຜູ້ຍິ່ງໃຫຍ່ກ່າວວ່າ “ຄືກັບທີ່ຄວາມທຸກທໍລະມານຂອງພຣະຜູ້ຊ່ວຍໄດ້ຖືກ ຄິດຂື້ນຢ່າງແຮງກ້າ[ບາບ]ຈະຕ້ອງຖືກຢ່າງໜັກໜ່ວງ…ຄວາມຊົ່ວຮ້າຍຊື່ງບໍ່ມີຫົນທາງອື່ນ ສໍາຫຼັບເຮົາທີ່ຈະຫລົບໜີນອກຈາກໂດຍການຫລັ່ງ ແລະການຕາຍຂອງພຣະບຸດທີ່ຮັກຂອງ ພຣະເຈົ້າ, ຖ້າທ່ານຄິດເຖິງເລື່ອງນາຮົກຢ່າງຈະແຈ້ງທ່ານກໍຈະຄິດເຖິງເລື່ອງສະຫວັນຢ່າງ ແຈ່ມແຈ້ງ, ຖ້າທ່ານຄິດເຖິງເລື່ອງຄວາມທຸກທໍລະມານຂອງຈິດວິນຍານທີ່ຫລົງຫາຍໜ້ອຍ ໜື່ງທ່ານກໍຈະຄິດເຖິງເລື່ອງພຣະຜູ້ຊ່ວຍຊື່ງຊ່ວຍທ່ານໃຫ້ພົ້ນຈາກມັນໜ້ອຍໜື່ງເຊັ່ນກັນ. (C. H. Spurgeon, “Future Punishment a Fearful Thing,” Metropolitan Tabernacle Pulpit, number 682).

“ການຕົກຢູ່ໃນອຸ້ງພຣະຫັດຂອງພຣະເຈົ້າຜູ້ຊົງພຣະຊົນນັ້ນເປັນສິ່ງທີ່ໜ້າຢ້ານ” (ເຮັບເລີ 10:31)

ມັນເປັນສິ່ງທີ່ພຣະເຢຊູຊົງເຮັດເພື່ອຊ່ວຍເຮົາໃຫ້ພົ້ນຈາກການລົງໂທດເປັນນິດນິລັນ ບໍ? ພຣະເຢຊູບໍ່ໄດ້ຕົກຢູ່ໃນພຣະຫັດຂອງພຣະເຈົ້າຜູ້ຊົງພຣະຊົນຢູ່ບໍ? ພຣະເຢຊູບໍ່ໄດ້ແບກ ການພິພາກສາທີ່ໜ້າຢ້ານເທິງໄມ້ກາງແຂນເພື່ອເປັນຕົວແທນຂອງທ່ານບໍ? ພຣະເຈົ້າບໍ່ໄດ້ ລົງໂທດພຣະເຢຊູໃນບ່ອນຂອງທ່ານ,ເພື່ອບາບຂອງທ່ານບໍ? ຈົ່ງຄິດເຖິງຂໍ້ພຣະຄໍາພີທີ່ຍິ່ງ ໃຫຍ່ນີ້ເລື່ອງຂອງພຣະຄຣິດໃນຖານະເປັນຜູ້ຮັບແທນຂອງຄົນບາບ.

“ແຕ່ກໍຍັງເປັນນໍ້າພຣະໄທຂອງພຣະເຈົ້າທີ່ຈະໃຫ້ທ່ານຟົກຊໍ້າດ້ວຍຄວາມ ລະທົມທຸກ ເມື່ອພຣະອົງຊົງເຮັດໃຫ້ວິນຍານຂອງທ່ານເປັນເຄື່ອງບູຊາໄຖ່ ບາບ” (ອິດສະຢາ 53:10)

ມັນເປັນນໍ້າພຣະໄທຂອງພຣະເຈົ້າທີ່ຈະ“ບີບຄັ້ນ”ພຣະເຢຊູ “ແລະເຮັດໃຫ້ພຣະອົງທຸກທໍລະ ມານ” (ການແປສະໄໝໃຫມ່) ທີ່ຈະເຮັດໃຫ້ພຣະອົງເປັນເຄື່ອງບູຊາເພື່ອຈ່າຍຄ່າບາບຂອງ ເຮົາ

ນັ້ນຄືຫຼັກຄໍາສອນເລື່ອງ “ຜູ້ລຶບລ້າງພຣະອາຊະຍາ” ພຣະຄໍາພີສະບັບ The Reformation Study ກ່າວວ່າ “ໄມ້ກາງແຂນລະງັບຄວາມຢາກຮ້າຍຂອງພຣະເຈົ້າ” ເວົ້າໄດ້ ວ່າ ມັນລະງັບພຣະພິໂລດຂອງພຣະອົງ…ໃນຄວາມທຸກທໍລະມານຂອງພຣະຄຣິດໄດ້ປະ ຈໍາທີ່ເປັນຕົວຕົນຂອງເຮົາແລະຊົງທົນເອົາການພິພາກສາທີ່ຕົກເທິງເຮົາ” (ໜ້າ 1617)ຈອນ ໄປເປີກ່າວວ່າ:ພຣະຄຣິດ “ຊົງຮັບເອົາພຣະພິໂລດຂອງພຣະເຈົ້າ”ທີ່ຕໍ່ສູ້ກັບບາບຂອງເຮົາ, ອັນນີ້ສະແດງເຖິງຄວາມເຂັ້ມແຂງກວ່າທຸກໆສິ່ງອື່ນໃດທີ່

“ການຕົກຢູ່ໃນອຸ້ງພຣະຫັດຂອງພຣະເຈົ້າຜູ້ຊົງພຣະຊົນນັ້ນເປັນສິ່ງທີ່ໜ້າຢ້ານ” (ເຮັບເລີ 10:31)

ພຣະເຢຊູເລີ່ມຕົກສູ່ພຣະຫັດຂອງພຣະເຈົ້າໃນສວນເກັດເສມານີ, ພຣະເຈົ້າຊົງບີບ ຄັ້ນພຣະເຢຊູດ້ວຍໃຫ້ແບກບາບຂອງເຮົາ - ແລະຄວາມບາບຂອງຄົນຂອງພຣະອົງທຸກຄົນ ພຣະເຢຊູຊົງຖືກບີບຄັ້ນຢ່າງໜ້າເສົ້າຈົນເຫື່ອພຣະອົງໄຫຼ“ເປັນຄືກັບ”ເລືອດເມັດໃຫຍ່ຕົກລົງ ພື້ນ, ພຣະເຈົ້າລົງໂທດພຣະເຢຊູຢ່າງໜັກຈົນພຣະອົງເກືອບຕາຍໃນສວນເກັດເສມານີ, ຕາມທີ່ “ພຣະເຈົ້າຊົງດໍາລິແນ່ນອນລ່ວງໜ້າໄວ້ກ່ອນແລ້ວ” (ກິດຈະການ 2:23),ພຣະເຢຊູ ຊົງຖືກຕີດ້ວຍແສ້ເກືອບຕາຍແລະຖືກຕອກດ້ວຍຕະປູຢູ່ໃນມືແລະຕີນ - ຖືກທໍລະມານໂດຍ ພຣະເຈົ້າ - ເພື່ອລະງັບພຣະພິໂລດຂອງພຣະອົງແລະຊ່ວຍທ່ານໃຫ້ພົ້ນຈາກການຕົກຢູ່ໃນ ພຣະຫັດຂອງພຣະເຈົ້າຜູ້ຊົງເປັນຕາຢ້ານ! ພຣະເຈົ້າ “ໄດ້ໃຫ້” ພຣະເຢຊູເພື່ອຕາຍໃນບ່ອນ ຂອງທ່ານ, ພຣະຄໍາພີກ່າວວ່າ:

“ເພາະວ່າພຣະເຈົ້າຊົງຮັກໂລກ ຈົນໄດ້ຊົງປະທານພຣະບຸດອົງດຽວຂອງພຣະອົງທີ່ບັງເກີດມາ ເພື່ອຜູ້ໃດທີ່ເຊື່ອໃນພຣະບຸດນັ້ນຈະບໍ່ພິນາດ ແຕ່ມີຊີວິດນິລັນດອນ” (ໂຢຮັນ 3:16)

ພຣະເຈົ້າຈໍາເປັນຕ້ອງເຮັດແບບນັ້ນເພາະບໍ່ມີຫົນທາງອື່ນໃດອີກທີ່ຈະຈ່າຍຄ່າແຫ່ງຄວາມ ບາບໄດ້.

ຄວາມເຈັບປວດທຸກຢ່າງທີ່ພຣະເຢຊູພົບ-ເມື່ອພວກເຂົາຕົບໃບໜ້າພຣະອົງ,ເມື່ອ ພວກເຂົາດຶງໜວດເຄົາຂອງພຣະອົງອອກ,ເມື່ອພວກເຂົາຕີຫຼັງຂອງພຣະອົງເລິກຈົນເຫັນ ເລືອດ,ເມື່ອພວກເຂົາຕອກຕະປູໃສ່ມືແລະຕີນຂອງພຣະອົງ-ຄວາມເຈັບປວດແຕ່ລະອັນທີ່ ພຣະຄຣິດຖືກຄືພຣະພິໂລດຂອງພຣະເຈົ້າໄດ້ຖອກໃສ່ພຣະອົງ, ແທນທີ່ຈະຖືກຖອກໃສ່ ທ່ານ! ນັ້ນແລະຄືການລຶບລ້າງພຣະອາຊະຍາ! ຄືກັບເນື້ອບົດເພງໃຫມ່

ເທິງໄມ້ກາງແຂນທີ່ພຣະເຢຊູຕາຍ
ພຣະພິໂລດຂອງພຣະເຈົ້າຊົງພໍພຣະໄທ
ທຸກຄວາມບາບໄດ້ວາງລົງເທິງພຣະອົງ-
ໃນຄວາມຕາຍຂອງພຣະຄຣິດຂ້າຈື່ງມີຊີວິດຢູ່
(“In Christ Alone” by Keith Getty and Stewart Townend, 2001).

ຫຼັງຈາກທີ່ຍິງສາວຄົນໜື່ງເບິ່ງໜັງ “The Passion of the Christ” ຂ້າພະເຈົ້າໄດ້ຍິນ ລາວເວົ້າວ່າ “ໂອ ມັນໂຫດແທ້ໃນສິ່ງທີ່ພວກເຂົາເຮັດກັບພຣະເຢຊູ!” ແຕ່ມັນບໍ່ຄ່ອຍຈະຖືກ ປານໃດ,ມັນໂຫດຮ້າຍໃນສິ່ງທີ່ພຣະເຈົ້າເຮັດກັບພຣະເຢຊູ! ພຣະເຈົ້າຊົງລົງໂທດພຣະເຢຊູ ຢ່າງໂຫດຫ້ຽມ - ເພາະບໍ່ມີຫົນທາງອື່ນອີກສໍາຫຼັບພຣະພິໂລດຂອງພຣະອົງທີ່ຈະ “ລະງັບ” - ລະງັບ-ປ່ຽນໄປໃສ່ພຣະເຢຊູແທນທີ່ຈະເປັນເຮົາ, ແມ່ນ

“ການຕົກຢູ່ໃນອຸ້ງພຣະຫັດຂອງພຣະເຈົ້າຜູ້ຊົງພຣະຊົນນັ້ນເປັນສິ່ງທີ່ໜ້າຢ້ານ” (ເຮັບເລີ 10:31)

ນັ້ນແລະຄືຂໍ້ພິສູດໂດຍການພິພາກສາທີ່ພຣະເຈົ້າຖອກໃສ່ພຣະເຢຊູເພື່ອໄຖ່ຄວາມບາບຂອງ ພວກເຮົາ, ຍິງສາວທີ່ຂ້າພະເຈົ້າໄດ້ເອີຍເຖິງໄປແລ້ວບອກແບບນີ້ວ່າ:

[ແທນທີ່ຈະ]ສະແຫວງຫາດ້ວຍໂຕຂອງຂ້ອຍເອງ, ກວດເບິ່ງຄວາມຮູ້ສຶກ ຂອງຂ້ອຍ…ຄືກັບທີ່ຂ້ອຍເຄີຍເຮັດທີ່ຜ່ານມາ,ຂ້ອຍແນມເບິ່ງພຣະເຢຊູໂດຍ ຄວາມເຊື່ອ, ພຣະອົງຊົງຢູ່ບ່ອນຫັ້ນ! ພຣະຄຣິດຜູ້ຊົງພຣະຊົນຢູ່! ພຣະອົງ ຊົງຊ່ວຍຂ້ອຍໃຫ້ພົ້ນ, ພຣະອົງຊົງປຽກບາບຂອງຂ້ອຍໃນພຣະໂລຫິດອັນ ປະເສີດຂອງພຣະອົງ, ພຣະອົງຊົງເອົາພາລະໜັກແຫ່ງຄວາມບາບຂອງ ຂ້ອຍອອກໄປ, ພຣະອົງຊົງຮັບເອົາພຣະພິໂລດຂອງພຣະເຈົ້າທີ່ຄວນຕົກ ເຖິງຂ້ອຍ,ໃນຊີວິດ,ໃນຄວາມຕາຍ,ໃນການພິພາກສາຄັ້ງສຸດທ້າຍແລະໃນ ນາຮົກ…ບັນທຶກຂອງຂ້ອຍຖືກຈໍາກາແລ້ວວ່າ “ບໍ່ຊົ່ວ” ດ້ວຍພຣະໂລຫິດ ຂອງພຣະອົງເອງ! ພຣະອົງຊົງເປັນທະນາຍຂອງຂ້ອຍ, ຄົນກາງຂອງ ຂ້ອຍ,ວິລະບຸລຸດຂອງຂ້ອຍ, ແລະພຣະເຈົ້າຂອງຂ້ອຍ!... ຂ້ອຍຫວັງວ່າ ທຸກຄົນທີ່ມີບັນຫາຄືກັບຂ້ອຍຈະສາມາດມີປະສົບການການໃຫ້ອະໄພບາບ ຈາກພຣະເຢຊູໄດ້! ພຣະອົງຊົງຍອມຮັບເອົາຄໍາດູໝີ່ນເພາະບາບຂອງຂ້ອຍ ພຣະອົງຊົງຈ່າຍໝົດແລ້ວ!

ແມ່ນ! ເອແມນ! ຄືກັບບົດເພງເກົ່າກ່າວວ່າ

ຄຸນຄວາມດີຂ້າບໍ່ເຄີຍມີ ຈົ່ງຂອບຄຸນດ້ວຍໃຈຍິນດີ
ພຣະອົງຊໍາລະໃຫ້ໃຈເສາະໃສ ດ້ວຍໂລຫິດຂອງພຣະຜູ້ໄຖ່
ອົງພຣະເຢຊູເຈົ້າ ຊົງໃຊ້ໜີ້ຂອງຂ້າ
ໃຈເຕັມດ້ວຍບາບມົນທິນມືດມົວ ພຣະອົງລ້າງໃຫ້ສະອາດ

ຄັນເມື່ອເຖິງສະຫວັນທາງເທິງ ເຝົ້າຕໍ່ພຣະພັກພຣະອົງ
ຜູ້ຊົງຕາຍແທນບາບຂອງຂ້າ ຂ້າຂອບຄຸນຕໍ່ໄປບໍ່ລາ
ອົງພຣະເຢຊູເຈົ້າ ຊົງໃຊ້ໜີ້ຂອງຂ້າ
ໃຈເຕັມດ້ວຍບາບມົນທິນມືດມົວ ພຣະອົງລ້າງໃຫ້ສະອາດ
(“Jesus Paid It All” by Elvina M. Hall, 1820-1899).

ທ່ານສົນໃຈໃນການເປັນຄຣິສຕຽນແທ້ບໍ? ຖ້າທ່ານຢາກຈະລົມກັບພວກເຮົາແລະ ອະທິຖານກັບພວກເຮົາຕອນນີ້, ກະລຸນາອອກຈາກຕັ່ງບ່ອນນັ່ງຂອງທ່ານດຽວນີ້ເລີຍແລ້ວ ຍ່າງໄປຂ້າງຫຼັງຫ້ອງນີ້, ດຣ.ເຄແກນ ຈະພາທ່ານໄປອີກຫ້ອງໜື່ງເພື່ອໃຫ້ຄໍາແນະນໍາແລະ ອະທິຖານ, ໄປຕອນນີ້ເລີຍ, ດຣ.ແຊນ ເຊີນມາອະທິຖານເພື່ອທີ່ຈະເຊື່ອພຣະເຢຊູແດ່, ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ່ານ ອາເບວ ພຣຸດໂຮມ: ເຮັບເລີ 10:28-31
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີ
“What Will You Say Then?” (by Dr. John R. Rice, 1895-1980).


ໂຄງຮ່າງບົດເທດສະໜາ

ການພິພາກສາຂອງພຣະເຈົ້າ-ສິ່ງທີ່ເປັນຕາຢ້ານ

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ການຕົກຢູ່ໃນອຸ້ງພຣະຫັດຂອງພຣະເຈົ້າຜູ້ຊົງພຣະຊົນນັ້ນເປັນທີ່ໜ້າຢ້ານ” (ເຮັບເລີ 10:31)

(ໂລມ 3:18)

I. ໜື່ງ ເລື່ອງນີ້ໄດ້ພິສູດແລ້ວໂດຍສິ່ງທີ່ພຣະເຈົ້າຊົງເປັນ ເຮັບເລີ 10:31; 1 ໂຢຮັນ 1:7

II. ສອງ ເລື່ອງນີ້ໄດ້ພິສູດແລ້ວໂດຍສິ່ງທີ່ພຣະເຈົ້າຊົງເຮັດໃນອະດີດ
ປະຖົມມະການ 6:5, 7; ພຣະລາຊະບັນຍັດ 7:10

III. ສາມ ເລື່ອງນີ້ໄດ້ພິສູດແລ້ວໂດຍຄໍາຕັດຂອງພຣະເຢຊູເອງ.
ມັດທາຍ 10:28; 13:49-50; 20:13; ມາລະໂກ 9:44, 46, 48; ລູກາ 16:23, 24.

IV. ສີ່ ເລື່ອງນີ້ໄດ້ພິສູດແລ້ວໃນການຕື່ນຕົວຂອງຈິດສໍານຶກຂອງຄົນບາບ
1 ຕີໂມທຽວ 4:2; ໂຢຮັນ 16:8.

V. ຫ້າ ເລື່ອງນີ້ໄດ້ພິສູດແລ້ວໂດຍຄວາມທຸກທໍລະມານຂອງພຣະຄຣິດເພື່ອຊ່ວຍ
ເຮົາຈາກການລົງໂທດຂອງບາບ ອິດສະຢາ 53:10;ກິດຈະການ 2:23 ໂຢຮັນ 3:16.