Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ພວກເພຣສໄບທິຣຽນແລະພວກແບ໊ບຕິດຕໍ່
ສູ້ກັນເລື່ອງເພງທີ່ໄດ້ຮັບຄວາມນິຍົມ

(ບົດເທດສະໜາໃນຫົວຂໍ້ການປະຕິຮູບວັນອາທິດ)
PRESBYTERIANS AND BAPTISTS
FIGHT OVER POPULAR HYMN
(A SERMON PREACHED ON REFORMATION SUNDAY)
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບ໊ບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນຂອງພຣະເຈົ້າ 27/10/2013
A sermon preached at the Baptist Tabernacle of Los Angeles
Lord’s Day Evening, October 27, 2013

“ເຫດວ່າທຸກຄົນເຮັດບາບ ແລະເສື່ອມຈາກສະຫງ່າລາສີຂອງພຣະເຈົ້າ ແຕ່ພຣະເຈົ້າຊົງພະກະລຸນາໃຫ້ເຮົາເປັນຜູ້ຊອບທຳ ໂດຍບໍ່ຄິດມູນຄ່າ ໂດຍທີ່ພຣະເຢຊູຄຣິດຊົງໄຖ່ເຮົາໃຫ້ພົ້ນບາບແລ້ວ ພຣະເຈົ້າໄດ້ຊົງຕັ້ງພຣະເຢຊູໄວ້ໃຫ້ເປັນທີ່ລົບລ້າງພຣະອາຍາ ໂດຍຄວາມເຊື່ອໃນພຣະໂລຫິດຂອງພຣະອົງ... ວ່າພຣະອົງຊົງເປັນຜູ້ຊອບທຳ ແລະຊົງໂຜດໃຫ້ຜູ້ທີ່ເຊື່ອໃນພຣະເຢຊູເປັນຜູ້ຊອບທຳດ້ວຍ” (ໂລມ 3:23-26)


ນີ້ຄືໜື່ງໃນຂໍ້ຄວາມທີ່ຍິ່ງໃຫຍ່ທີ່ສຸດໃນພາກພັນທະສັນຍາໃຫມ່, ມະນຸດທຸກຄົນ ໄດ້ເຮັດບາບ, ພວກເຮົາສາມາດເຮັດໃຫ້ເປັນຄົນຊອບທໍາໄດ້ໂດຍພຣະຄຸນຂອງພຣະເຈົ້າ ເທົ່ານັ້ນ, ເຮົາສາມາດລອດໂດຍພຣະຄຣິດເທົ່ານັ້ນ, ພຣະເຈົ້າໄດ້ສົ່ງພຣະອົງໄປທີ່ໄມ້ກາງ ແຂນເພື່ອໃຫ້ເປັນທີ່ພໍພຣະໄທຄວາມຍຸດຕິທໍາຂອງພຣະອົງ,ແລະພວກເຮົາໂດຍຄວາມເຊື່ອ
ໃນພຣະໂລຫິດຂອງພຣະອົງ, ພຣະເຈົ້າໄດ້ສົ່ງພຣະເຢຊູໃຫ້ຫຼັງເລືອດແລະຕາຍໃນບ່ອນ ຂອງເຮົາດັ່ງນັ້ນພຣະອົງຈື່ງເປັນຜູ້ຊອບທໍາແລະໃນເວລາດຽວກັນກໍເຮັດໃຫ້ຄົນບາບເປັນ
ຄົນຊອບທໍາ, ນັ້ນແລະຄືຫົວໃຈຂອງຂ່າວປະເສີດ! ແຕ່ມັນຄືຂ່າວປະເສີດທີ່ນັກສາສະໜາ ສາດເສລີພາບຄຣິສຕຽນປະຕິເສດ, ໃນໜັງສືຂອງດຣ.ເອັດ.ຣິຊາດໄນເບີເລື່ອງ ອານາຈັກ<br /> ຂອງພຣະເຈົ້າໃນອາເມລິກາ ໃນປີ 1934 ໄດ້ອະທິບາຍເຖິງສາສະໜາສາດເສລີພາບນິ ກາຍໂປແຕສແຕນກັບປະໂຫຍກທີ່ໂດ່ງດັງ “ພຣະເຈົ້າປາສະຈາກພຣະພິໂລດໄດ້ນໍາມະ ນຸດທີ່ບໍ່ມີບາບເຂົ້າສູ່ອານາຈັກໂດຍບໍ່ມີການພິພາກສາຜ່ານທາງການຮັບໃຊ້ຂອງພຣະຄຣິດ
ທີ່ປາສະຈາກໄມ້ກາງແຂນ” ໄນເບີເປັນຄົນຄ່ອນຂ້າງຈະມີເສລີພາບກັບຕົວເອງແຕ່ລາວ ເຫັນຄວາມບໍ່ສອດຄ້ອງກັນແລະຊ່ອງວ່າງຂອງເສລີພາບນິຍົມສູງທີ່ໄດ້ກືນກິນຫົວໃຈຂອງ
ນິກາຍໂປແຕສແຕນສາຍຫຼັກໃນຊ່ວງຊຸມປີຄ.ສ.1930, ແລະໄດເອັດທຣິກບອນຮ໋ອບເຟີ
ໄດ້ເຮັດໃນຈຸດດຽວກັນເມື່ອລາວໄດ້ເວົ້າວ່າໃນປະເທດອາເມລິກາມີ “ມີນິກາຍໂປແຕສແຕນ
ທີ່ບໍ່ມີການປະຕິຮູບ”!.

ພວກເສລີພາບໂປແຕສແຕນຕ້ອງການຫຼຸດຄ່າຫຼັກຄໍາສອນລົງເພື່ອທີ່ຄົນສະໄໝ ໃຫມ່ຈະຍອມຮັບມັນ, ພວກເຂົາບໍ່ມັກຄໍາວ່າ “ບາບ” “ການພິພາກສາ”, “ໄມ້ກາງແຂນ”
ແລະໂດຍສະເພາະພວກເຂົາບໍ່ມັກສຸດເລີຍກັບຄໍາວ່າ “ພຣະພິໂລດຂອງພຣະເຈົ້າ”,ພວກ
ເຂົາຄິດວ່າຄໍາເວົ້າແບບນັ້ນໄດ້ຫັນຄົນບໍ່ເຊື່ອອອກຈາກຄຣິສຕະຈັກທັງຫຼາຍ, ໂຣເບີດ.ເອັດ
ສະກູເລີ ສິດຍາພິບານເສລີພາບທາງໂທລະພາບ ໄດ້ໃຫ້ຄໍາເວົ້າແບບນີ້:

ພວກເຮົາບໍ່ສາມາດເວົ້າອອກມາກັບວິທີການວ່າ“ພຣະເຢໂຮວາຕັດດັ່ງນີ້”
ເມື່ອພວກເຮົາກໍາລັງສົນທະນາກັບຜູ້ຄົນຊື່ງບໍ່ສົນໃຈເລື່ອງພຣະເຈົ້າເລີຍ!
ພວກເຮົາບໍ່ສາມາດເລີ່ມດ້ວຍຄໍາວ່າ “ຂໍ້ພຣະຄໍາພີວ່າຈັ່ງໃດແດ່?” ຖ້າເຮົາ
ກໍາລັງເວົ້າກັບບຸກຄົນຊື່ງບໍ່ໃຫ້ຄວາມເຄົາລົບຕໍ່…“ຂໍ້ພຣະຄໍາພີ” (Robert H. Schuller, D.D., Self-Esteem: The New Reformation, Word Books, 1982, p. 13).

ອັນນັ້ນເປັນຄໍາເວົ້າທີ່ເຫຼວໄຫຼຫຼາຍ,ຫຍຸ້ງຍາກ,ຄໍາເວົ້າບໍ່ມີຫຼັກແຫຼ່ງ! ຂ້າພະເຈົ້າຮັບ ໃຊ້ມາ 55 ປີແລ້ວ, ທຸກໆເທື່ອຂ້າພະເຈົ້າໄດ້ສົນທະນາຕໍ່ຄົນທີ່ບໍ່ແມ່ນຄຣິສຕຽນແລະນໍາ
ພວກເຂົາມາເຖິງພຣະຄຣິດ, ຄືນວັນຈັນແລ້ວນີ້ຂ້າພະເຈົ້າກັບພັນລະຍາກໍາລັງກິນເຂົ້າແລງ
ຢູ່ຮ້ານອາຫານ, ມີຜູ້ຊາຍຄົນຈີນຍ່າງມາຫາພວກເຮົາແລ້ວບອກຂ້າພະເຈົ້າວ່າຂ້າພະເຈົ້າໄດ້
ນໍາລາວມາເຖິງພຣະຄຣິດ 48 ປີກ່ອນ, ລາວເປັນເດັກໂຕນ້ອຍໆທີ່ແລ່ນໄປມາອ້ອມໄຊນາ
ທາວ, ພວກເຂົາພາລາວມາທີ່ຄຣີສຕະຈັກແບ໊ບຕິດຈີນ, ລາວກາຍມາເປັນຄຣິສຕຽນຕອນທີ່
ໄດ້ຍິນຂ້າພະເຈົ້າເທດສະໜາຢູ່ໃນຄ້າຍພັກແລງຂອງພວກເຮົາໃນປີ 1965, ຕອນນີ້ລາວ
ອາຍຸໄດ້ 58 ປີແລ້ວເປັນໝໍຢາ,ແລ້ວເລົ່າຄືນວ່າຂ້າພະເຈົ້າໄດ້ເທດສະໜາແລະລາວໂຕສັ່ນ
ທີ່ຈະວາງໃຈໃນພຣະຄຣິດ.

ຢ່າງໃດກໍດີຂ້າພະເຈົ້າໄດ້ຕັ້ງຄຣິສຕະຈັກຂື້ນສອງບ່ອນໂດຍບໍ່ມີຫຍັງເລີຍໃນມາຣິນ
ຄາວຕີ້ທາງເໜືອຂອງຊານຟຣານຊິສໂກແລະໃນໃຈກາງເມືອງລອສແອງເຈີລິສ, ຂ້າພະ ເຈົ້າໄດ້ເທດສະໜາສະເໝີວ່າ “ພຣະເຈົ້າຕັດດັ່ງນີ້” ຂ້າພະເຈົ້າມັກເລີ່ມຕົ້ນຄໍາເທດສະໜາ
ຈາກຂໍ້ພຣະຄໍາໃນພຣະຄໍາພີ,ແລະບໍ່ເຄີຍ “ຕັດແຕ່ງ” ປະໂຫຍກຂອງຄໍາເທດສະໜາເພື່ອ
ເຮັດໃຫ້ໂລກຄົນບາບມີຄວາມສຸກ, ຂ້າພະເຈົ້າອາດບໍ່ມີຄຣິສຕະຈັກໃຫຍ່ຄືກັບຂອງສະກູລາ
ແຕ່ອີກເທື່ອໜື່ງລາວບໍ່ມີຄຣິສຕະຈັກອີກຕໍ່ໄປ! “ຄຣິສຕະຈັກຄຣິສຕໍແຄັດເທັດຣໍ”ຂອງລາວ
ຕອນນີ້ຄືຄຣິສຕະຈັກໂຣມັນຄາທໍລິກ! ອະດີດຄົນທີ່ເຂົ້າຮ່ວມປະຊຸມຂອງລາວໄດ້ກະຈັດ ກະຈາຍອອກໄປຕາມລົມທັງສີ່ທິດ! ຄຣິສຕະຈັກທັງສອງແຫ່ງທີ່ຂ້າພະເຈົ້າກໍ່ຕັ້ງຂື້ນຍັງຄົງ ເຂັ້ມແຂງ, ດັ່ງນັ້ນຂ້າພະເຈົ້າຈື່ງຄິດວ່າວິທີຂອງຂ້າພະເຈົ້າທີ່ເວົ້າຕົງໆຕໍ່ຄົນບາບດີກວ່າ
ເສລີພາບທີ່ລື່ນໄຫຼຂອງລາວ.

ມັນຍາກຫຼາຍທີ່ຈະໃຫ້ພວກເສລີພາບເຫັນແບບນັ້ນເຖິງແມ່ນວ່າຄະນະກໍາມະການ
ໄດ້ວາງມັນລົງພ້ອມກັນໃນເພງຂອງຄຣິສຕະຈັກເພຣສໄບທິຣຽນໃຫມ່ (U.S.A.) ໃຫ້ເອົາ ອອກຈາກເພງດັງຢ່າງ “ໃນພຣະຄຣິດເທົ່ານັ້ນ” ເພາະຜູ້ຂຽນເພງປະຕິເສດທີ່ຈະປ່ຽນວັກ
ເພງກ່ຽວກັບຄວາມຊອບທໍາແຫ່ງພຣະພິໂລດຂອງພຣະເຈົ້າ, ຄືເພງທີ່ກຣິຟຟິດຮ້ອງມື້ກີ້ນີ້
ວັກທີ່ເຂົາບໍ່ຕ້ອງການຄື

ຈົນເຖິງໄມ້ກາງແຂນທີ່ພຣະເຢຊູຕາຍ
ພຣະພິໂລດຂອງພຣະເຈົ້າຊົງຊອບທໍາ

ບໍ່ພໍເທົ່າໃດເດືອນສະຫະພັນຄຣິສຕະຈັກແບ໊ບຕິດໃຕ້ໄດ້ພິມໜັງສືເພງໃຫມ່ພ້ອມ ດ້ວຍເພງນີ້ອອກມາ, ແຕ່ພວກແບ໊ບຕິດໃຕ້ປ່ຽນແຖວຂອງເພງທີ່ວ່າ “ພຣະພິໂລດຂອງ ພຣະເຈົ້າຊົງຊອບທໍາ” ເປັນ “ຄວາມຮັກຂອງພຣະເຈົ້າໄດ້ຊົງເປີດເຜີຍ” ພວກແບ໊ບຕິດໃຕ້
ໄດ້ປ່ຽນແປງປະໂຫຍກຂອງເພງໂດຍທີ່ບໍ່ໄດ້ຮັບອະນຸຍາດຈາກຜູ້ແຕ່ງຊື່ງຖືກປະຕິເສດຕອນ
ທີ່ພວກເພຣສໄບທິຣຽນຂໍຮ້ອງ.

“ພຣະພິໂລດຂອງພຣະເຈົ້າຊົງຊອບທໍາ”ໄດ້ຖືກປ່ຽເປັນ “ຄວາມຮັກຂອງພຣະເຈົ້າ ໄດ້ຊົງເປີດເຜີຍ”, ເມື່ອຂ້າພະເຈົ້າໄດ້ອ່ານຂ້າພະເຈົ້າກໍເດົາໄດ້ວ່າພວກຜູ້ສະໜັບສະໜູນ
ຈາກຂະບວນການເພື່ອຄວາມສະເໝີພາບຂອງສະຕີໄດ້ມີສ່ວນຮ່ວມ, ແນ່ນອນຊື່ຂອງນາງ
ຄືແມຣີ່ລຸຍສ໌ບຣິງເກີສາສະໜາຈານຊື່ງເປັນປະທານຂອງຄະນະກໍາມະການເພງ, ນາງໄດ້ ປ່ຽນຕອນຂອງເພງຈາກຄວາມເຂັ້ມແຂງແບບຜູ້ຊາຍ “ພຣະພິໂລດຂອງພຣະເຈົ້າຊົງຊອບ ທໍາ” ເປັນຄໍານຸ່ມນວນກວ່າ “ຄວາມຮັກຂອງພຣະເຈົ້າໄດ້ຊົງເປີດເຜີຍ” ໂລນເຈພັອດເລສ ໄດ້ຂຽນກ່ຽວກັບຄວາມສະເໝີພາບຂອງສິດທິສະຕີຂອງຄຣິສຕຽນຜ່ານທາງໜັງສືຂອງລາວ
The Church Impotent (Spence Publishing Company, 1999). ແລະເດວິດເມີເຣີໄດ້ຍົກ ເຫດຜົນວ່າຄວາມສະເໝີພາບຂອງສິດທິສະຕີເປັນເຫດຜົນທີ່ສໍາຄັນວ່າເປັນຫຍັງຜູ້ຊາຍ ແລະຄົນໜຸ່ມໄດ້ໜີອອກໄປຈາກຄຣິສຕະຈັກທັງຫຼາຍ-ໃນການສະເລີ່ມສະຫຼອງໜັງສືຂອງ ລາວ Why Men Hate Going to Church (Thomas Nelson Publishers, 2004).

ປະທານຄະນະກໍາມະການຜູ້ຍິງຊື່ງໄດ້ຕັດເອົາເພງອອກຄືນາງແມຣີ່ລຸຍສ໌ບຣິງເກີ
ລາວບອກວ່າ “ມຸມມອງທີ່ວ່າໄມ້ກາງແຂນເປັນພື້ນຖານກ່ຽວກັບພຣະເຈົ້າຈໍາເປັນຕ້ອງ
ຜ່ອນຄາຍຄວາມຢາກຮ້າຍຂອງພຣະເຈົ້າຊື່ງຈະມີຜົນກະທົບດ້ານລົບຕໍ່ຜູ້ນະມັດສະການ
ທີ່ມີການສຶກສາ” ແມ່ນຫຍັງຄືຄໍາເວົ້າທີ່ເຫຼວໄຫຼ! ຄໍາເວົ້າທີ່ມີພຶດຕິກໍາສົມບູນກັບຄວາມເຂົ້າ
ໃຈຢ່າງຖ່ອງແທ້ໃນວຽກແຫ່ງໄມ້ກາງແຂນຂອງພຣະຄຣິດ! ບົດເພງທີ່ຖືກຕ້ອງວ່າດັ່ງນີ້

ຈົນເຖິງໄມ້ກາງແຂນທີ່ພຣະເຢຊູຕາຍ
ພຣະພິໂລດຂອງພຣະເຈົ້າຊົງຊອບທໍາ
ຄວາມບາບທຸກຢ່າງວາງລົງເທິງພຣະອົງ
ໃນຄວາມຕາຍຂອງພຣະຄຣິດຂ້າຈື່ງມີຊີວິດຢູ່

ນາງບຣິງເກີ້ແລະພວກເສລີພາບທີ່ຢູ່ໃນຄະນະກໍາມະການຂອງລາວໄດ້ເວົ້າວ່າ“
ທິດສະດີຄວາມຊອບທໍາ”ຂອງການໄຖ່ບາບພຣະຄຣິດເທິງໄມ້ກາງແຂນຖືກສ້າງຂື້ນມາໂດຍ
ນັກສາສະໜາສາດແອນເຊວໃນສະຕະວັດທີ່ 11, ແຕ່ພວກເຂົາເຮັດຜິດ, ໃນພຣະຄໍາພີພັນ ທະສັນຍາເດີມຫຼາຍກວ່າ 700 ປີກ່ອນທີ່ພຣະຄຣິດຈະມາຜູ້ພະຍາກອນອິດສະຢາໄດ້ກ່າວ ວ່າ

“ທ່ານ[ພຣະບິດາ]ຈະເຫັນຄວາມທຸກລໍາບາກແຫ່ງຈິດວິນຍານຂອງທ່ານ
ແລະພໍໃຈ ໂດຍຄວາມຮູ້ຂອງທ່ານຜູ້ຮັບໃຊ້ອັນຊອບທໍາ[ພຣະຄຣິດ]ຂອງ ເຮົາຈະເຮັດໃຫ້ຄົນເປັນອັນຫຼາຍຖືໄດ້ວ່າເປັນຄົນຊອບທໍາ ເພາະທ່ານຈະ
ແບກບັນດາຄວາມຊົ່ວຊ້າຂອງເຂົາທັງຫຼາຍ” (ອິດສະຢາ 53:11)

ດັ່ງນັ້ນ “ການເປັນຄົນຊອບທໍາ” ຖືກສອນໃນພຣະຄໍາພີຢ່າງໜ້ອຍ 1,800 ປີກ່ອນທີ່ ແອນເຊວສອນອີກ,ແລະການລົບລ້າງພຣະອາຊະຍາແບບທີ່ຕາມມາສໍາຫຼັບຄວາມຊອບທໍາ
ຖືກສອນໃນພັນທະສັນຍາໃຫມ່ຢ່າງເຊັ່ນໃນຂໍ້ພຣະຄໍາພີ ໂລມ 3:25; 1 ໂຢຮັນ 4:10, ໃນສະຕະວັດທີ່ 5, ອໍກັສຕິນໄດ້ປະກາດວ່າຄວາມຈິງແລ້ວພຣະຄຣິດຊົງພໍໃຈຄວາມຍຸດຕິ ທໍາຂອງພຣະເຈົ້າເທິງໄມ້ກາງແຂນ, ແລະແອນເຊວໂຕລາວເອງກໍບໍ່ໄດ້ປະຕິເສດ, ໜັງສື
ເລື່ອງ ຄຣິສຕຽນປະຈຸບັນ ກ່າວວ່າ “ແອນເຊວຄືບຸກຄົນທີ່ຮ່ວມສະໄໝໃຫມ່ທີ່ເຄີຍເປັນມາ-
ແລະເປັນພຣະພອນຕໍ່ນັກປະກາດຂ່າວປະເສີດທັງຫຼາຍ” ໃນບົດທີ່ມີຊື່ວ່າ “ຜູ້ເຮັດໃຫ້ ເປັນຄົນຊອບທໍາແລະຜູ້ແທນ’ ນັກສາສະໜາສາດຊາວພຽວຣິທັນຜູ້ຍິ່ງໃຫຍ່ ຈອນໂອເວັນ
(1616-1683) ອ້າງອີງຂໍ້ພຣະຄໍາພີດັ່ງຕໍ່ໄປນີ້

“ເພາະວ່າພຣະເຈົ້າໄດ້ຊົງກະທຳພຣະອົງຜູ້ຊົງບໍ່ມີບາບ ໃຫ້ເປັນຄວາມບາບເພາະເຫັນແກ່ເຮົາ ເພື່ອເຮົາຈະໄດ້ເປັນຄົນຊອບທຳຂອງພຣະເຈົ້າທາງພຣະອົງ” ( 2 ໂກລິນໂທ 5:21)

“ພຣະຄຣິດຊົງໄຖ່ເຮົາໃຫ້ພົ້ນຄວາມສາບແຊ່ງແຫ່ງພຣະລາຊະບັນຍັັດ ໂດຍການທີ່ພຣະອົງຊົງຍອມຖືກສາບແຊ່ງເພື່ອເຮົາ” (ກາລາເຕຍ 3:13)

“ດ້ວຍວ່າ ພຣະຄຣິດເຊັ່ນກັນກໍໄດ້ທົນທຸກເທື່ອດຽວເທົ່ານັ້ນ ເພາະຄວາມຜິດບາບ ຄືພຣະອົງຜູ້ຊອບທຳເພື່ອຜູ້ບໍ່ຊອບທຳ ເພື່ອພຣະອົງຈະໄດ້ຊົງນຳເຮົາທັງຫລາຍໄປເຖິງພຣະເຈົ້າ” (1 ເປໂຕ 3:18)

ຈາກນັ້ນໂອເວັນກ່າວວ່າ: “ການສະແດງອອກທັງໝົດນີ້ບໍ່ໄດ້ປະຕິເສດການສະແດງໃຫ້ເຫັນ
[ພາບຄວາມຊັດເຈນ]ຕົວແທນຂອງພຣະຄຣິດທີ່ທົນທຸກທໍລະມານແທນທີ່ຂອງເຂົາພຣະອົງ
ມາເພື່ອຊ່ວຍ,ໂດຍທົ່ວໄປແລ້ວນີ້ຄືຄວາມມຸ່ງໝາຍທັງໝົດທີ່ພວກເຮົາໄດ້ໂດຍຄວາມຊອບ ທໍາຂອງພຣະອົງ,ໂດຍຊື່ແລ້ວພຣະອົງຊົງເຮັດໃຫ້ເປັນ’ຄວາມບາບເພາະເຮົາ’ເພື່ອເຮົາຈະໄດ້
ພົ້ນຈາກພຣະພິໂລດທີ່ຈະມາເຖິງ…ໃນສ່ວນຂອງພຣະເຈົ້າຊົງຢືນຢັນວ່າ “ພຣະອົງຜູ້ບໍ່ໄດ້ຊົງຫວງພຣະບຸດຂອງພຣະອົງເອງ ແຕ່ໄດ້ຊົງໂຜດປະທານພຣະບຸດນັ້ນເພື່ອເຮົາທັງຫລາຍ”
(ໂລມ 8:32)…[ພຣະຄຣິດ]ຊົງແບກຄວາມບາບຂອງເຂົາ ຫຼືລົງໂທດຕໍ່ບາບຂອງເຂົາ…
ທີ່ຄວາມຍຸດຕິທໍາຂອງພຣະເຈົ້າໄດ້ເຮັດໃຫ້ສະຫງົບລົງແລະພຣະບັນຍັດໄດ້ເຮັດໃຫ້ສໍາເລັດ
ພວກເຂົາຈະໄດ້ເປັນອິດສະຫຼະ ຫຼືຖືກຊ່ວຍໃຫ້ພົ້ນຈາກພຣະພິໂລດທີ່ຈະມາເຖິງ, ແລະຖ້າ ແມ່ນວ່າພຣະອົງໄດ້ຊົງຈ່າຍຊົດເຊີຍແທ້ຈິງເຊັ່ນກັນກັບລາຄ່າເພື່ອການໄຖ່ພວກເຂົາ, ຫຼັງ
ຈາກນັ້ນພຣະອົງຊົງເຮັດໃຫ້ເປັນຜູ້ຊອບທໍາຕໍ່ພຣະເຈົ້າເພາະບາບ, ສິ່ງເຫຼົ່ານີ້ຄືສິ່ງທີ່ພວກ
ເຮົາປາດຖະໜາດ້ວຍການສະແດງຂອງຄວາມຊອບທໍາ” (John Owen, D.D., “Satisfaction and Substitution Outlined,” The Works of John Owen, vol. 2, The Banner of Truth Trust, 2004 reprint, p. 419).

ຂ້າພະເຈົ້າຮູ້ດີວ່າມັນເປັນຕອນທີ່ຍາກຈະຕາມແລະຍາກທີ່ຈະເຂົ້າໃຈ, ດຣ.ໂອເວັນ
ຄືນັກສາສະໜາສາດ,ບໍ່ແມ່ນັກເທດ, ເຫດສັນນັ້ນຂ້າພະເຈົ້າຈະຂໍໃຫ້ຄໍາອະທິບາຍງ່າຍໆ
ເຖິງເລື່ອງການລົບລ້າງພຣະອາຊະຍາ,ຊື່ງໄດ້ແສງສະຫວ່າງມາຈາກຄໍາໃນບົດເພງ.

ຈົນເຖິງໄມ້ກາງແຂນທີ່ພຣະເຢຊູຕາຍ
ພຣະພິໂລດຂອງພຣະເຈົ້າຊົງຊອບທໍາ

ດຣ.ໂທມັສເຮວກ່າວວ່າ:

ເພາະວ່າພຣະເຈົ້າຊົງຍຸດຕິທໍາແລະຊອບທໍາ,ພຣະອົງຕ້ອງລົງໂທດຄວາມ ບາບ, ມັນໄດ້ສະແດງຄວາມຍຸດຕິທໍາຂອງພຣະອົງວ່າພຣະເຈົ້າຊົງລົງໂທດ
ພຣະຄຣິດເພາະຄວາມບາບຂອງເຮົາ, ແຕ່ເຊັ່ນກັນມັນເປັນເພາະຄວາມຮັກ ຂອງພຣະອົງຕໍ່ເຮົາທີ່ພຣະອົງຊົງລົງໂທດພຣະຄຣິດໃນບ່ອນຂອງເຮົາ, ໃນ
ການລົງໂທດພຣະຄຣິດ,ຄວາມຈິງແລ້ວພຣະເຈົ້າຊົງລົງໂທດພຣະອົງເອງ
ເພາະວ່າພຣະເຈົ້າຊົງຮັກໂລກຈົນໄດ້ຊົງປະທານພຣະບຸດອົງດຽວຂອງພຣະອົງ (Thomas Hale, D.D., The Applied New Testament Commentary, Kingsway Publications, 1997, p. 538; note on Romans 3:25).

ນາງບຣິງເກີ້ເວົ້າວ່ານາງແລະຄະນະກໍາມະການຂອງນາງຕ້ອງການເອົາຄໍາວ່າ
“ພຣະພິໂລດຂອງພຣະເຈົ້າຊົງຊອບທໍາ” ອອກເພາະມັນອີງໃສ່ຄວາມຄິດຂອງນັກສາສະ
ໜາສາດທີ່ພວກເຂົາປະຕິເສດ, ອັນນັ້ນອາດຈະຖືກຕ້ອງແຕ່ຂ້າພະເຈົ້າບໍ່ຄິດວ່າມັນເປັນ
ຄວາມຈິງທັງໝົດ, ຂ້າພະເຈົ້າຄິດວ່ານາງບໍ່ມັກຄໍາເວົ້າທີ່ເປັນຊາຍ “ພຣະພິໂລດຂອງພຣະ ເຈົ້າ” ດັ່ງນັ້ນນາງຈື່ງຢາກຈະປ່ຽນໃຫ້ເປັນແບບຜູ້ຍິງຫຼາຍກວ່າ “ຄວາມຮັກຂອງພຣະເຈົ້າ
ຊົງສະແດງອອກ”

ເດວິດເມີເຣີຄືຜູ້ອາວຸໂສໃນຄຣິສຕະຈັກເພຣສໄບທິຣຽນ(U.S.A.),ຊື່ງຄືນິກາຍດຽວ
ກັນກັບຂອງນາງບຣິງເກີ້, ນາງແລະຄະນະກໍາມະການຂອງນາງຄວນຈະອ່ານໜັງສືຂອງ
ເມີເຣີ ເປັນຫຍັງຜູ້ຊາຍຈື່ງຊັງໄປໂບດ (Nelson, 2004).ເມີເຣີກ່າວວ່າ “…ຄວາມເປັນຜູ້ນໍາ ໃນຄຣິສຕະຈັກຮຽກຮ້ອງຄວາມສົມດຸນລະຫວ່າງຈິດວິນຍານຜູ້ຊາຍແລະຈິດວິນຍານຜູ້ຍິງ”
(ໜ້າ 152), ແຕ່ບົດວິທະຍານິພົນໃນໜັງສືຂອງລາວຄືທີ່ວ່າຄຣິສຕະຈັກທັງຫຼາຍຂອງເຮົາ
ຖືກຄອບງໍາໂດຍຄ່າແລະລາຍການຂອງພວກຜູ້ຍິງ, ໂດຍສ່ວນຕົວແລ້ວຂ້າພະເຈົ້າຄິດ
ວ່າລາວເວົ້າຖືກຢ່າງແນ່ນອນ, ຟັງຄໍາທີ່ເມີເຣີເວົ້າ

      ຜູ້ຊາຍຈິນຕະນາການກ່ຽວກັບການຊ່ວຍໂລກຕໍ່ສູ້ຄວາມບໍ່ເປັນໄປໄດ້
ທີ່ໄດ້ປຽບ, ຜູ້ຍິງຈິນຕະນາການກ່ຽວກັບການມີຄວາມສໍາພັນກັບຊາຍທີ່ພິ
ເສດ…
      ແຕ່ຄຣິສຕະຈັກສ່ວນໜ້ອຍມີຮູບແບບຄຸນຄ່າຂອງຜູ້ຊາຍ:ສ່ຽງແລະ
ໃຫ້ລາງວັນແກ່ຄວາມສໍາເລັດ,ການເສຍສະຫຼະຂອງວິລະບຸລຸດ,ແອັກຊັ່ນ
ແລະປະຈົນໄພ, ຊາຍໃດກໍຕາມທີ່ພະຍາຍາມມີຊີວິດນອກຈາກຄຸນຄ່ານີ້
ຈະພົບບັນຫາໃຫ້ກັບຕົວເອງໃນທີ່ປະຊຸມຂອງຄຣິສະຈັກໃນທຸກເວລາ,ນັ້ນ
ຄືເປັນຫຍັງ[ຜູ້ຊາຍທັງຫຼາຍ]ຈື່ງຊັງທີ່ຈະໄປໂບດ(ເຫຼັ້ມດຽວກັນ ໜ້າ 15)

ຂ້າພະເຈົ້າກໍາລັງອອກໄປໄກຈາກການຖົກຖຽງແຖວໃນບົດເພງ “ໃນພຣະຄຣິດເທົ່າ
ເທົ່ານັ້ນ”ບໍ?, ຂ້າພະເຈົ້າຄິດວ່າບໍ, ຂ້າພະເຈົ້າຄິດວ່າການປ່ຽນແປງຂອງຄໍາເຫຼົ່ານັ້ນຄືສິ່ງ
ເລັກນ້ອຍໆທີ່ເປີດເຜີຍສິ່ງໃຫຍ່ໆ - ລາຍລະອຽດໜ້ອຍໜື່ງທີ່ສະແດງເຖິງບັນຫາໃຫຍ່
ກວ່າຜູ້ຍິງໃນຄຣິສຕະຈັກທັງຫຼາຍຂອງເຮົາ, ຈົ່ງຟັງເນື້ອເພງແຖວຕົ້ນເດີມຂອງມັນ

ຈົນເຖິງໄມ້ກາງແຂນທີ່ພຣະເຢຊູຕາຍ
ພຣະພິໂລດຂອງພຣະເຈົ້າຊົງຊອບທໍາ

ນັ້ນແລະຄືເນື້ອຕົ້ນເດີມຂຽນໂດຍບຸລຸດສອງທ່ານ, ຕອນນີ້ນີ້ຄືສະບັບປັບປຸງໃຫມ່ຮຽບຮຽງ
ໂດຍນາງບຣິງເກີ້ແລະຄະນະກໍາມະການຂອງນາງ.

ຈົນເຖິງໄມ້ກາງແຂນທີ່ພຣະເຢຊູຕາຍ
ຄວາມຮັກຂອງພຣະເຈົ້າໄດ້ສະແດງອອກ

ອັນໃດຄືຄວາມເປັນຜູ້ຊາຍ? ອັນໃດທີ່ຈະຮຽກຮ້ອງເຖິງຜູ້ຊາຍ? ແນ່ນອນຄືໜື່ງໃນຊາຍ ສອງຄົນທີ່ຂຽນບົດເພງຕົ້ນເດີມຂອງມັນຂື້ນມາ! “ພຣະພິໂລດຂອງພຣະເຈົ້າຊົງຊອບທໍາ”
ນັ້ນແລະຄືປະເພດຂອງພຣະເຈົ້າທີ່ຜູ້ຊາຍເຄົາລົບ - ພຣະເຈົ້າຜູ້ຊື່ງໃຫ້ນໍ້າມາຖ້ວມມະນຸດ ທັງໂລກທີ່ບໍ່ເຊື່ອຟັງພຣະອົງໃນການເຮັດບາບ, ພຣະເຈົ້າຜູ້ຊື່ງເປີດແຜ່ນດິນຂື້ນມາເພື່ອ
ກຸ່ມຄົນທີ່ກະບົດຈະຖືກຖີ້ມລົງໄປສູ່ນາຮົກ, ຄືພຣະເຈົ້າຜູ້ຊື່ງທໍາລາຍຟາໂຣຜູ້ຊົ່ວຊ້າກັບທະ
ຫານຂອງເຂົາລົງໃນນໍ້າທີ່ທະເລແດງ, ຄືພຣະເຈົ້າຜູ້ຢູ່ຄຽງຂ້າງກິເດໂອນກັບທະຫານໜ້ອຍ
ໜື່ງເພື່ອຕໍ່ສູ້ຄົນມີດຽນ, ຄືພຣະເຈົ້າຜູ້ຊື່ງຊ່ວຍບຸລຸດສາມຄົນອອກຈາກເປວໄຟເພື່ອສະແດງ ເຖິງລິດອໍານາດຂອງພຣະອົງຕໍ່ກະສັດຜູ້ຊົ່ວຮ້າຍ, ຄືພຣະເຈົ້າຜູ້ຊື່ງເຂົ້າໄປໃນພຣະວິຫານ ບໍ່ແມ່ນເທື່ອດຽວແຕ່ສອງເທື່ອເພື່ອຄວໍ່າໂຕະຂອງຄົນແລກເງີນລົງໄປຕາມທາງ, ຄືພຣະເຈົ້າ
ຜູ້ຊື່ງເປີດປະຕູຄຸກແລ້ວປ່ອຍໃຫ້ເປໂຕຫລົບໜີແລ້ວນໍາລາວໃຫ້ເວົ້າກັບຜູ້ຄອບຄອງສາສະ
ໜາວ່າ“ພວກເຮົາຈໍາເປັນຕ້ອງເຊື່ອຟັງພຣະເຈົ້າຫຼາຍກວ່າມະນຸດ” ຄືພຣະເຈົ້າຜູ້ຊື່ງໃຫ້ຊາຍ
ຄົນໜື່ງແລະເມຍຂອງລາວຕາຍເພາະຕົວະເປໂຕ, ຄືພຣະເຈົ້າຜູ້ທີ່“ຖືກມອບໄວ້ຕາມທີ່[ພຣະອົງ]ໄດ້ຊົງດຳລິແນ່ນອນລ່ວງໜ້າໄວ້” ພຣະເຢຊູ“ໄວ້ໃນມືຄົນຊົ່ວ”ໄປຄຶງທີ່ກາງແຂນ
(ກິດຈະການ 2:23); ຄືພຣະເຈົ້າຜູ້ຊື່ງ“ພໍພຣະໄທທີ່ຈະໃຫ້ທ່ານຟົກຊໍ້າ[ແລະ] ດ້ວຍຄວາມ ທຸກ[ແລະ]ເຮັດໃຫ້ວິນຍານຂອງທ່ານເປັນເຄື່ອງບູຊາໄຖ່ບາບ…ແລະຈະພໍໃຈ” (ອິດສະຢາ
53:10, 11)-ນັ້ນຄືພຣະເຈົ້າທີ່ບົດເພງກ່າວວ່າ:

ຈົນເຖິງໄມ້ກາງແຂນທີ່ພຣະເຢຊູຕາຍ
ພຣະພິໂລດຂອງພຣະເຈົ້າຊົງຊອບທໍາ!!!

ວ່າພຣະເຈົ້າແລະທີ່ພຣະເຈົ້າຜູ້ດຽວຄືປະເພດຂອງພຣະເຈົ້າທີ່ຜູ້ຊາຍໃຫ້ຄວາມເຄົາ
ລົບແລະທີ່ຜູ້ຊາຍຈະຕິດຕາມ - ບໍ່ແມ່ນອ່ອນແອເປັນພຣະເຈົ້າໃນແບບຜູ້ຍິງຂອງນາງບຣິງ
ເກີ້ ແຕ່ເປັນພຣະເຈົ້າແຫ່ງພູຊີນາຍແລະພຣະເຈົ້າແຫ່ງໄມ້ກາງແຂນ - “ພຣະເຈົ້າຜູ້ຊົງ ຍິ່ງໃຫຍ່ແລະໜ້າເກງຂາມ” ຂອງເນຫະມີ (ເນຫະມີ 1:5)– “ພຣະເຈົ້າຜູ້ຍິ່ງໃຫຍ່ແລະເປັນ
ຕາຢ້ານ”ຂອງດານຽນ (ດານຽນ 9:4) - ພຣະເຈົ້າຊື່ງເສຍສະຫຼະພຣະບຸດອົງດຽວຂອງ ພຣະອົງທີ່ບັງເກີດມາ,ຊື່ງໂດຍພຣະຫັດຂອງພຣະເຈົ້າ “ຊົງຍອມຖືກສາບແຊ່ງເພື່ອເຮົາ”
(ກາລາເຕຍ 3:13) - ນັ້ນແລະຄືພຣະເຈົ້າຂອງພຣະຄໍາພີ! ນັ້ນແລະຄືພຣະເຈົ້າພຣະບິດາ
ຂອງພຣະຄຣິດ! ນັ້ນແລະຄືອົງພຣະຜູ້ເປັນເຈົ້ານັ້ນແລະຄືພຣະເຈົ້າຂອງຂ້າພະເຈົ້າ! ຂ້າ
ພະເຈົ້າບໍ່ຮູ້ຈັກພຣະເຈົ້າຂອງນາງບຣິງເກີ້ - ແລະຂ້າພະເຈົ້າບໍ່ຕ້ອງການຈະຮູ້ຈັກທ່ານ-
ແລະຜູ້ຊາຍສ່ວນຫຼາຍກໍບໍ່ຕ້ອງການຮູ້ຈັກເຊັ່ນກັນ, ນັ້ນແລະເປັນຫຍັງຄຣິສຕະຈັກເອພິສໂຄ
ພັລຈື່ງສູນເສຍຜູ້ຊາຍເກືອບໝົດໄປ, ນັ້ນຄືເຫດຜົນວ່າເປັນຫຍັງຄຣິສຕຈັກເມໂຕດິສຈື່ງ
ສູນເສຍຜູ້ຊາຍເກືອບໝົດໄປ, ແລະແມ່ນແລ້ວຄຣິສຕະຈັກເພຣສໄບທິຣຽນຂອງນາງບຣິງ ເກີ້(U.S.A.)ຈື່ງສູນເສຍຜູ້ຊາຍເກືອບທັງໝົດໄປເຊັ່ນກັນ(ເຫຼັ້ມດຽວກັນຂອງເມີເຣີ ໜ້າ 55)

ໃນໜັງສືຂອງທ່ານເມີເຣີເລື່ອງ ເປັນຫຍັງຜູ້ຊາຍຈື່ງຊັງທີ່ຈະໄປໂບດ ມີບົດໜື່ງຊື່ ວ່າ “ພວກຜູ້ຊາຍບໍ່ແມ່ນພຽງພວກດຽວທີ່ຫາຍໄປຈາກຄຣິສຕະຈັກ” ທ່ານກ່າວວ່າຜູ້ຍິງຕ້ອງ
ການຄວາມໝັ້ນຄົງແຕ່ຜູ້ຊາຍອາວຸໂສແລະໜຸ່ມຕ້ອງການຄວາມທ້າທາຍ, ໃຫ້ເດົາເອົາວ່າ ແມ່ນຫຍັງ? ພວກຜູ້ຍິງສ່ວນຫຼາຍມັກຢູ່ໃນຄຣິສຕະຈັກ - ສ່ວນຜູ້ຊາຍອາວຸໂສແລະໜຸ່ມໆ
ສ່ວນໜ້ອຍຢາກຢູ່ໃນຄຣິສຕະຈັກ! (ເຫຼັ້ມດຽວກັນໜ້າ 18), ອັນນີ້ສາມາດເປັນສ່ວນໜື່ງ ຂອງເຫດຜົນທີ່ຄຣິສຕະຈັກທັງຫຼາຍຂອງເຮົາສູນເສຍ 88% ຂອງຄົນໜຸ່ມຊ່ວງອາຍຸ 25
ປີບໍ?, ເມີເຣີເວົ້າວ່າພວກຜູ້ຊາຍໆັງໜຸ່ມແລະແກ່ເຫັນຄຣິສຕະຈັກເປັນຄືສະຖານທີ່ຂອງ ຜູ້ຍິງກັບເດັກນ້ອຍໂດຍທີ່ບໍ່ມີຫຍັງທ້າທາຍພວກເຂົາເລີຍ,ດັ່ງນັ້ນພວກເຂົາຈື່ງອອກໄປ.

ຖ້າເຮົາໃຫ້ແບ່ງຄົນໜຸ່ມທີ່ມີອາຍຸລະຫວ່າງ18-25 ປີແລະຜູ້ຊາຍທີ່ສູງອາຍຸເລືອກ
ວ່າແຖວໃດທີ່ເຂົາມັກທີ່ສຸດ - ທ່ານຄິດວ່າພວກເຂົາຈະເລືອກເອົາອັນໃດ?ລະຫວ່າງ

ຈົນເຖິງໄມ້ກາງແຂນທີ່ພຣະເຢຊູຕາຍ
ພຣະພິໂລດຂອງພຣະເຈົ້າຊົງຊອບທໍາ!!!

ຫຼື

ຈົນເຖິງໄມ້ກາງແຂນທີ່ພຣະເຢຊູຕາຍ
ຄວາມຮັກຂອງພຣະເຈົ້າໄດ້ສະແດງອອກ

ເຖິງແມ່ນວ່າທັງສອງຢ່າງເປັນຄວາມຈິງ, ຂ້າພະເຈົ້າຄິດວ່າທ່ານຮູ້ດີວ່າຜູ້ຊາຍສ່ວນຫຼາຍ
ຈະເລືອກປະໂຫຍກຕົ້ນເດີມທີ່ຂຽນໂດຍຜູ້ຊາຍສອງຄົນຫຼາຍກວ່າສະບັບປັບປຸງຂອງນາງ ບຣິງເກີ້.

ຜູ້ຊາຍແລະຄົນໜຸ່ມຖືກຊັກນໍາສູ່ຄວາມຍິ່ງໃຫຍ່,ມີອໍານາດແລະຢໍາເກງພຣະເຈົ້າ-
ພຣະເຈົ້າຂອງພຣະຄໍາພີ! ຜູ້ຍິງໄວກາງຄົນຊື່ງບໍ່ເຄີຍກັບໃຫມ່ທີ່ແທ້ຈິງມັກຄວາມນຸ່ມນວນ
ຫຼາຍກວ່າພຣະເຈົ້າທີ່ໝັ້ນຄົງຜູ້ຊື່ງບໍ່ເຄີຍທ້າທາຍແລະບໍ່ເຄີຍທໍາຮ້າຍຜູ້ໃດເລີຍ, ດັ່ງນັ້ນ
ຄຣິສຕະຈັກທັງຫຼາຍຂອງເຮົາເຕັມໄປດ້ວຍແຕ່ຜູ້ຍິງທີ່ອາວຸໂສໃນຂະນະທີ່ເຮົາສູນເສຍພວກ
ຜູ້ຊາຍເກືອບໝົດແລະໃນຈໍານວນ 88% ເປັນຄົນໜຸ່ມ.

ຄຣິສຕະຈັກຂອງເຮົາເອງຖືກປົກຄອງໂດຍບຸລຸດ, ເປັນຫຍັງ? ຂ້າພະເຈົ້າຄິດວ່າ
ມີເຫດຜົນບາງຢ່າງ, ໜື່ງ ຂ້າພະເຈົ້າແນ່ໃຈວ່າບົດເທດສະໜາຂອງຂ້າພະເຈົ້າແມ່ນເລັ່ງ
ໄປທີ່ພຣະເຈົ້າຜູ້ຍິ່ງໃຫຍ່ແລະໜ້າຢ້ານຂອງພຣະຄໍາພີແລະເຖິງຂໍ້ບັງຄັບອື່ນ,ພຣະຄຣິດຜູ້
ຊົງໃຫ້ບຸລຸດຂອງພຣະອົງຄອບຄອງໂລກ, ຂ້າພະເຈົ້າໄດ້ໃຫ້ຕົວຢ່າງທີ່ຊັດເຈນຂອງບຸລຸດ
ຜູ້ກ້າຫານແລະສະຕີທີ່ຍອມປ່ອຍວາງຊີວິດຂອງພວກເຂົາເພື່ອສະຫງ່າລາສີຂອງພຣະເຈົ້າ
ພວກເຮົາຕິດຮູບແລະແຕ້ມຮູບຢູ່ເທິງຟາຂອງຄຣິສຕະຈັກເພື່ອອະທິບາຍວິລະບຸລຸດຜູ້ຍິ່ງ
ໃຫຍ່ແຫ່ງຄວາມເຊື່ອ - ບຸລຸດຢ່າງເຊັ່ນສະເປີໂຈນ,ເອັດເວີດ,ບັນຢັນ,ນອກຊ໌,ວິດຟິວ,ເວສ
ລີ,ວິລລ່ຽມເຈນນິງໄບຣ້ອັນແລະອີກຫຼາຍໆຄົນ, ຄືນນີ້ຄືວັນອາທິດແຫ່ງການປະຕິຮູບ, ແນ່ ນອນພວກເຮົາຈະເບິ່ງຮູບເງົາຂາວດໍາທີ່ຍິ່ງໃຫຍ່ໃນເລື່ອງຂອງລູເທີ,ໃນຂະນະທີ່ພວກເຮົາ ຮັບປະທານຍອາຫານແລງຫຼັງຈາກແລ້ວນະມັດສະການ, ລູເທີຄືໜື່ງໃນວິລະບຸລຸດ,ໃນຕອນ
ຕົ້ນຂອງການນະມັດສະການພວກເຮົາຮ້ອງເພງການເຄື່ອນໄຫວແລະລິດອໍານາດຂອງລູ
ເທີ “ປ້ອມປາການທີ່ຊົງລິດຄືພຣະເຈົ້າຂອງເຮົາ”

ພວກເຮົາບໍ່ມີ “ອາຫານເຊົ້າຂອງຜູ້ຊາຍ”ສໍາຫຼັບພວກຜູ້ຊາຍຂອງເຮົາ ແລະບໍ່ມີ“ສັງ
ຄົມກະແລັມ” ສໍາຫຼັບຄົນໜຸ່ມສາວຂອງເຮົາ! ບໍ່! ພວກເຮົາສົ່ງພວກເຂົາອອກໄປ-ສູ່ຖະໜົນ
ຂອງຜູ້ຊາຍແຫ່ງລອສແອງເຈີລິສຕອນກາງຄືນ - ເພື່ອນໍາວິນຍານສອງຕໍ່ສອງ, ມັນເປັນ ຕາຢ້ານບໍ? ມັນອາດຈະເປັນແບບນັ້ນຕໍ່ນາງບຣິງເກີ້! ມັດອາດຈະເຮັດໃຫ້ນາງຮູ້ສຶກສຽວ! ແຕ່ມັນຄືຄວາມທ້າທາຍຕໍ່ຊາຍອາວຸໂສແລະໜຸ່ມຂອງເຮົາ - ແນ່ນອນມັນຄືປະເພດຂອງ ຄວາມທ້າທາຍທີ່ເຂົາຕ້ອງການ - ເພື່ອເປັນທະຫານທີ່ແທ້ຈິງແຫ່ງໄມ້ກາງແຂນ.

ພຣະຄໍາພີກ່າວວ່າ:

“ສະນັ້ນທ່ານຈົ່ງທົນການຍາກລຳບາກດັງທະຫານທີ່ດີຂອງພຣະເຢຊູຄຣິດ” (2 ຕີໂມທຽວ 2:3)

“ຖ້າເຮົາທົນຄວາມທຸກທໍລະມານ ເຮົາກໍຈະໄດ້ຄອງຮ່ວມກັບພຣະອົງດ້ວຍ” (2 ຕີໂມທຽວ 2:12)

“ຖ້າຜູ້ໃດຢາກຈະຕາມເຮົາມາ ໃຫ້ຜູ້ນັ້ນເອົາຊະນະຕົວເອງ ແລະຮັບກາງແຂນຂອງຕົນແບກທຸກວັນ ແລະຕາມເຮົາມາ” (ລູກາ 9:23)

“ຈົ່ງອອກໄປຕາມທາງໃຫຍ່ແລະຮົ້ວຕົ້ນໄມ້ທັງຫລາຍ ແລະເລັ່ງລັດເຂົາໃຫ້ເຂົ້າມາ” (ລູກາ 14:23)

ຄົນເຫຼົ່ານັ້ນຖືກເຮັດໃຫ້ຕື່ນເຕັ້ນເລົ້າໃຈແລະປະເພດການທ້າທາຍຂອງພຣະຄໍາພີທີ່ດົນໃຈ
ພວກຜູ້ຊາຍຂອງເຮົາ,ຄົນໜຸ່ມຂອງພວກເຮົາ - ຜູ້ຍິງຂອງພວກເຮົາ - ເພື່ອມີຊີວິດອຸທິດ
ແດ່ພຣະຄຣິດແລະຄຣິສຕະຈັກຂອງພຣະອົງ!

ແລະກ່ຽວກັບການກັບໃຈໃຫມ່ເດເປັນແນວໃດ? ຕໍ່ພວກເຮົາແລ້ວການກັບໃຈໃຫມ່ ບໍ່ໄດ້ເຮັດໃຫ້ທ່ານເປັນຄົນຂີ້ຢ້ານຫຼືເປັນຄົນເສຍໄຊ, ການກັບໃຈໃຫມ່ຄືກ້າວໃຫຍ່ໄປຂ້າງ
ໜ້າເປັນແບບລູກຜູ້ຊາຍ,ປະເພດຂອງບຸລຸດທີ່ພຣະເຈົ້າຕ້ອງການໃຫ້ເຮົາເປັນ! ຂ້າພະເຈົ້າ
ສາມາດເວົ້າໄດ້ຢ່າງໝັ້ນໃຈວ່າຖ້າຂ້າພະເຈົ້າບໍ່ໄດ້ກັບໃຈໃຫມ່ຂ້າພະເຈົ້າກໍຈະເປັນຄົນທີ່ຜິດ
ພາກລົ້ມເຫຼວໃນຊີວິດ, ເມື່ອຂ້າພະເຈົ້າໄດ້ມາຫາພຣະຄຣິດ, ພຣະອົງຊົງປະທານກໍາລັງ
ເພື່ອຈະເປັນໃນສິ່ງທີ່ຂ້າພະເຈົ້າຄວນຈະເປັນແລະເຮັດໃນສິ່ງທີ່ຂ້າພະເຈົ້າຄວນຈະເຮັດ!
ຊີວິດຂອງຂ້າພະເຈົ້າຄືຂໍ້ພຣະຄໍາພີຂໍ້ນີ້:

“ຂ້າພະເຈົ້າກະທຳທຸກສິ່ງໄດ້ໂດຍພຣະຄຣິດຜູ້ຊົງເສີມກຳລັງຂ້າພະເຈົ້າ” ( 2 ຕີໂມທຽວ 4:13)

“ຜູ້ຊົງເສີມກຳລັງຂ້າພະເຈົ້າ”

ຈົ່ງແນມເບິ່ງລູເທີ, ລາວເປັນຄົນອ່ອນແອ,ຂີ້ຢ້ານແລະຄົນຂີ້ແພ້, ໝອບຄານຢູ່ໃນ
ໂບດຂອງພວກນັກບວດ, ຫຼັງຈາກນັ້ນລາວກໍເຊື່ອວາງໃຈພຣະຄຣິດ! ຫຼັງຈາກນັ້ນລາວກໍ
ກາຍເປັນທະຫານຜູ້ມີອໍານາດແຫ່ງໄມ້ກາງແຂນ! ສະເປີໂຈນກ່າວວ່າລູເທີ “ສາມາດ ສັ່ງທະຫານໄດ້”

ເມື່ອທ່ານສາລະພາບຄວາມບາບຂອງທ່ານແລ້ວລົ້ມລົງທີ່ຕີນແຫ່ງໄມ້ກາງແຂນ, ທ່ານຈະຟື້ນຂື້ນຄືກັບດຣ.ຈອນຊວງເພື່ອເປັນຄຣິສຕຽນທີ່ມີລິດອໍານາດທີ່ພຣະເຈົ້າຢາກໃຫ້ ເຮົາເປັນ! ຈົ່ງແນມເບິ່ງທີ່ເປໂຕ! ຈົ່ງແນມເບິ່ງອໍກັສຕິນ! ຈົ່ງແນມເບິ່ງບັນຢັນ! ພວກເຂົາ ທຸກຄົນມາຫາພຣະຄຣິດໃນຄວາມຢ້ານແລະອ່ອນແອແຕ່ເມື່ອພວກເຂົາເຊື່ອວາງໃຈໃນພຣະ
ຄຣິດແລ້ວພວກເຂົາໄດ້ລຸກຂື້ນໃນຖານະວິລະບຸລຸດຂອງພຣະເຈົ້າ! ຈົ່ງແນມເບິ່ງເວສລີ-
ແລ່ນໜີຈາກການຮັບໃຊ້ໃນປະເທດຈໍເຈຍ,ລົ້ມລົງໃນຄວາມອ່ອນແອຕໍ່ໜ້າພຣະຄຣິດ-ແລະ
ລຸກຂື້ນໃນຖານະບຸລຸດຜູ້ຍິ່ງໃຫຍ່ສັ່ງປະເທດອັງກິດເພື່ອພຣະເຈົ້າ! ຈົ່ງແນມເບິ່ງວິດຟິວຊື່ງ
ນອນລົງເທິງຕຽງຂອງຕົນ “ຂ້ອຍຫິວນໍ້າ! ຂ້ອຍຫິວນໍ້າ! ແລະລຸກຂື້ນຈາກຄວາມອ່ອນແອ
ແຫ່ງບາບເພື່ອປະກາດຂ່າວປະເສີດໃນສອງທະວີບ! ບໍ່ມີຄໍາບອກວ່າພຣະເຈົ້າອາດຈະ ເຮັດແນວໃດກັບຊີວິດຂອງທ່ານຖ້າທ່ານຍອມຈໍານົນຕໍ່ພຣະຄຣິດຜູ້ຊື່ງໄປທີ່ໄມ້ກາງແຂນ
ແລະທຸກທໍລະມານພຣະພິໂລດຂອງພຣະເຈົ້າຜູ້ຊົງລິດເພື່ອເຮັດໃຫ້ເປັນໄປໄດ້ສໍາຫຼັບທ່ານ ທີ່ຈະເປັນບຸລຸດຫຼືສະຕີ - ທີ່ທ່ານຄວນຈະເປັນ! - ໃຫ້ຮ້ອງກັບລູເທີ.

ປ້ອມປາການທີ່ຊົງລິດຄືພຣະເຈົ້າຂອງເຮົາ
ປ້ອມປາການຈະບໍ່ມີວັນລົ້ມລົງ
ຜູ້ຊ່ວຍຂອງເຮົາຊົງຢູ່ຖ້າມກາງນໍ້າຖ້ວມ
ຂອງຄວາມ ເຈັບປວ່ຍແຫ່ງໂລກຊົງມີໄຊ…
ຂໍໃຫ້ຄວາມດີແລະພີ່ນ້ອງອອກໄປ
ຊີວິດໃນໂລກນີ້ເຊັ່ນກັນ
ຮ່າງກາຍອາດຖືກຂ້າຕາຍ
ແຕ່ຄວາມຈິງຂອງພຣະເຈົ້າຍັງຄົງຢູ່
ອານາຈັກຂອງພຣະອົງດໍາລົງສືບໆໄປ
(“ປ້ອມປາການທີ່ຊົງລິດຄືພຣະເຈົ້າຂອງເຮົາ”ໂດ
    ຍ:ມາຕິນລູເທີ 1483-1546)

ທ່ານສາມາດແນ່ໃຈໄດ້ວ່າລູເທີໄດ້ເລືອກແຖວທີ່ບົດເພງກ່າວວ່າ

ຈົນເຖິງໄມ້ກາງແຂນທີ່ພຣະເຢຊູຕາຍ
ພຣະພິໂລດຂອງພຣະເຈົ້າຊົງຊອບທໍາ

ເຊີນມາຫາພຣະຄຣິດແລະເຮັດຕອນແລງນີ້ເລີຍ, ພຣະອົງຈະໃຫ້ອະໄພບາບຂອງທ່ານແລະ ໃຫ້ລິດອໍານາດແກ່ທ່ານທີ່ຈະມີຊີວິດຢູເພື່ອພຣະເຈົ້າ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ່ານ ອາເບວ ພຣຸດໂຮມ ໂລມ 3:20-26
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
“ໃນພຣະຄຣິດເທົ່ານັ້ນ” (by Keith Getty and Stewart Townend, 2001).