Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ສະມາຊິກຄຣິສຕະຈັກທີ່ຫລົງຫາຍແລະນັກເທດທີ່ລັກລູກແກະ

(ຄຣິສຕະຈັກແຫ່ງຍຸກສຸດທ້າຍ - ພາກ II)
LOST CHURCH MEMBERS AND SHEEP STEALING PREACHERS
(THE CHURCHES OF THE LAST DAYS – PART II)
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນເສົາ 19/10/2013
A sermon preached at the Baptist Tabernacle of Los Angeles
Saturday Evening, October 19, 2013

“ຝ່າຍພຣະເຢຊູຊົງອອກຈາກພຣະວິຫານ ແລ້ວພວກສາວົກຂອງພຣະອົງມາຊີ້ຕຶກທັງຫລາຍຂອງພຣະວິຫານໃຫ້ພຣະອົງທອດພຣະເນດ ພຣະເຢຊູຈຶ່ງຕັດກັບເຂົາວ່າ ສິ່ງສາລະພັດເຫລົ່ານີ້ພວກທ່ານເຫັນແລ້ວບໍ່ແມ່ນຫລື ເຮົາບອກຄວາມຈິງແກ່ທ່ານວ່າ ຫີນທີ່ຊ້ອນທັບກັນຢູ່ບ່ອນນີ້ ຊຶ່ງຈະບໍ່ຖືກທຳລາຍລົງກໍຫາບໍ່ໄດ້ ເມື່ອພຣະອົງປະທັບເທິງພູໝາກກອກເທດ ພວກສາວົກມາເຝົ້າພຣະອົງສ່ວນຕົວກາບທູນວ່າ ຂໍຊົງໂຜດໃຫ້ຂ້າພຣະອົງທັງຫລາຍຮູ້ວ່າ ເຫດການເຫລົ່ານີ້ຈະບັງເກີດຂຶ້ນເມື່ອໃດ ອັນໃດຈະເປັນໝາຍສຳຄັນວ່າພຣະອົງຈະສະເດັດມາ ແລະວາລະສຸດທ້າຍຂອງໂລກນີ້” (ມັດທາຍ 24:1-3)


ພຣະເຢຊູຍ່າງອອກໄປຈາກວິຫານໃນເຢຣູຊາເລັມ, ມັນເປັນຕຶກທີ່ມີຄວາມສໍາຄັນ ທີ່ສຸດໃນສ່ວນນັ້ນຂອງໂລກ, ບັນດາພວກສາວົກໄດ້ມາຫາພຣະອົງ, ພວກເຂົາຕ້ອງການ ຊີ້ໃຫ້ພຣະອົງເບິ່ງອ້ອມຮອບຕຶກຊື່ງຢູ່ຕິດກັບວິຫານນັ້ນ, ໃນເວລາທີ່ພຣະເຢຊູຊົງຍ່າງອອກ ໄປຈາກຂອບເຂດວິຫານນັ້ນພຣະອົງກໍຕັດກັບພວກສາວົກວ່າ “ສິ່ງສາລະພັດເຫລົ່ານີ້ພວກທ່ານເຫັນແລ້ວບໍ່ແມ່ນຫລື?ເຮົາບອກຄວາມຈິງແກ່ທ່ານວ່າ ຫີນທີ່ຊ້ອນທັບກັນຢູ່ບ່ອນນີ້ ທຸກ ໆອັນຈະຕ້ອງພັງລົງມາ” (ສະບັບເອັນໄອວີ)

ຕອນທີ່ຂ້າພະເຈົ້າກັບເມຍຢູ່ໃນເຢຣູຊາເລັມພວກເຮົາພາກັນໄປບ່ອນທີ່ວິຫານເຄີຍ ຕັ້ງຢູ່,ມັນບໍ່ມີແລ້ວ ນາຍພົນທີຕັດຊາວໂລມັນໄດ້ມາທໍາລາຍເມືອງເຢຣູຊາເລັມໃນປີຄ.ສ.70 ພຣະວິຫານທັງຫຼັງຖືກພັງລົງມາແລະກ້ອນຫີນທີ່ເອົາມາສ້າງວິຫານນັ້ນກໍຖືກຊາວໂລມັນ ເອົາໄປຖີ້ມກະຈັດກະຈາຍໄປໝົດ, ມີພຽງແຕ່ກໍາແພງນອກພຣະວິຫານທີ່ຫລົງເຫຼືອຢູ່,ມັນ ຖືກເອີ້ນວ່າ “ກໍາແພງຮ້ອງໄຫ້” ຄົນຢິວພາກັນມາທີ່ກໍາແພງນີ້ຈາກທົ່ວມຸມໂລກເພື່ອອະທິ ຖານຕໍ່ພຣະເມຊີອາເພື່ອໃຫ້ມາແລ້ວສ້າງວິຫານຂອງເຂົາຂື້ນມາໃຫມ່, ຕອນທີ່ລູກຊາຍຂອງ ຂ້າພະເຈົ້າເລສລີຢູ່ບ່ອນນັ້ນລາວໃສ່ໝວກຂອງຜູ້ຊາຍຄົນຢິວ, ລາວເອົາມືວາງເທິງກໍາ ແພງຮ້ອງໄຫ້ເພື່ອຈະອະທິຖານ, ອາຈານຄິດວ່າລາວເປັນຄົນຢິວ, ລາວຍ່າງມາທາງຫຼັງ ເລສລີແລ້ວເຈີມລາວດ້ວຍນໍ້າມັນ!

ການທໍາລາຍວິຫານໂດຍພວກໂລມັນຄືປະຫວັດສາດບູຮານຕໍ່ເຮົາ,ແຕ່ຂ້າພະເຈົ້າ ແນ່ໃຈວ່າພວກສາວົກຄົງຈະປະຫຼາດໃຈເມື່ອພຣະເຢຊູບອກພວກເຂົາເຖິງສິ່ງທີ່ຈະເກີດຂື້ນ ພຣະອົງຕັດວ່າ “ຫີນທີ່ຊ້ອນທັບກັນຢູ່ບ່ອນນີ້ ຊຶ່ງຈະບໍ່ຖືກທຳລາຍລົງກໍຫາບໍ່ໄດ້” ຄໍາທໍາ ນາຍນັ້ນຖືກເຮັດໃຫ້ສໍາເລັດເກືອບສີ່ສິບປີຕໍ່ມາໂດຍທີຕັດແລະທະຫານຂອງລາວ.

ຫຼັງຈາກນັ້ນພຣະເຢຊູຊົງອອກໄປບໍ່ໄກປານໃດຈາກພຣະວິຫານເຖິງພູໝາກກອກ ແລ້ວຊົງນັ່ງລົງເທິງພູນັ້ນພວກສາວົກຈື່ງພາກັນມາຫາພຣະອົງແລ້ວຖາມພຣະອົງສອງຄໍາ ຖາມວ່າ:

1. ເມື່ອໃດສິ່ງເຫຼົ່ານີ້ຈະເກີດຂື້ນ? [ເມື່ອໃດວິຫານຈະຖືກທໍາລາຍ?]

2. ແມ່ນຫຍັງຄືເຄື່ອງໝາຍແຫ່ງການສະເດັດມາຂອງພຣະອົງແລະວາລະສຸດ ທ້າຍຂອງໂລກ-[ຂອງຍຸກນີ້ແລະຈຸດຈົບຂອງໂລກທີ່ເຮົາຮູ້ຈັກ?]


ຄໍາຕອບຕໍ່ຄໍາຖາມທີ່ໜື່ງບໍ່ໄດ້ບັນທຶກໄວ້ໃນຂ່າວປະເສີດຂອງມັດທາຍ,ແຕ່ຖືກບັນທຶກໄວ້ ໃນລູກາ 21:20-24, ໃນຂໍ້ພຣະຄໍາພີເຫຼົ່ານັ້ນພຣະອົງຊົງກ່າວວ່າເຢຣູຊາເລັມຈະຖືກອ້ອມ ຮອບໂດຍພວກທະຫານ.

“ເຂົາຈະລົ້ມລົງດ້ວຍຄົມດາບ ແລະຕ້ອງຖືກກວາດເອົາໄປເປັນຊະເລີຍເສິກທົ່ວທຸກປະຊາຊາດ ແລະຄົນຕ່າງຊາດຈະຢຽບຢໍ່າກຸງເຢຣູຊາເລັມ ຈົນກວ່າເວລາກຳນົດຂອງຄົນຕ່າງຊາດນັ້ນຈະຄົບຖ້ວນ” (ລູກາ 21:24)

ຂ່າວປະເສີດຂອງມັດທາຍເຈາະຈົງພຣະເຢຊູໃນຖານະເປັນກະສັດຂອງອິດສະຣາເອວ,ຂໍ້ ມູນນີ້ບໍ່ໄດ້ເອົາໃສ່ລົງໄປໃນນັ້ນ, ມັນຖືກບັນທຶກໄວ້ໃນໜັງສືລູກາຊື່ງເວົ້າເຖິງລາຍລະອຽດ ຂອງຄົນຕ່າງຊາດຫຼາຍກວ່າ.

ສ່ວນຄໍາຕອບຄໍາຖາມທີ່ສອງຂອງພວກສາວົກໄດ້ໃຫ້ລາຍລະອຽດໃນມັດທາຍບົດ ນີ້, ພວກເຂົາຖາມວ່າ “ອັນໃດເປັນໝາຍສຳຄັນວ່າພຣະອົງຈະສະເດັດມາ ແລະວາລະສຸດທ້າຍຂອງໂລກນີ້” ພຣະອົງບໍ່ໄດ້ຕໍານິພວກເຂົາທີ່ຖາມຄໍາຖາມນີ້,ພຣະອົງບໍ່ໄດ້ບອກວ່າ: “ຈະບໍ່ມີເຄື່ອງໝາຍໃດໆ” ນີ້ຄືໂອກາດທີ່ສົມບູນແບບຂອງພຣະອົງທີ່ຈະເຮັດແບບນັ້ນ,ແຕ່ ພຣະອົງຊົງບອກລາຍການຂອງເຄື່ອງໝາຍໃຫ້ແທນ, ສິ່ງເຫຼົ່ານີ້ຄືເຄື່ອງໝາຍແຫ່ງການສະ ເດັດມາຄັ້ງທີ່ສອງຂອງພຣະອົງແລະຈຸດຈົບຂອງໂລກ,ຈຸດຈົບຂອງຍຸກນີ້, ແມ່ນແລ້ວພຣະ ຄໍາພີສອນວ່າຍຸກນີ້ຈະສິ້ນສຸດແລະໂລກນີ້ຈະຈົບສິ້ນໄປ, ສາສະໜາພຸດສອນວ່າປະຫວັດ ສາດໝູນວຽນໄປມາເປັນວົງວຽນທີ່ບໍ່ມີມື້ຈົບສິ້ນ, ເມື່ອໜັງຂອງດິສນີຊື່ໄລອອນຄິງເວົ້າເຖິງ ວົງວຽນຂອງຊີວິດ,ມັນກໍກໍາລັງໃຫ້ມຸມມອງປະຫວັດສາດຂອງສາສະໜາພຸດ,ແຕ່ພຣະຄໍາ ພີສອນວ່າປະຫວັດສາດຄືການສືບສາຍເລືອດ,ນັ້ນຄືມັນໄປຕາມເສັ້ນທາງຊື່ຫຼາຍກວ່າເປັນ ວົງວຽນ, ມັນມີການເລີ່ມຕົ້ນ,ຕອນກາງແລະຈຸດຈົບ, ພຣະເຈົ້າຊົງສ້າງໂລກອອກມາຈາກ ຄວາມວ່າງເປົ່າໃນຕອນທໍາອິດ, ພຣະເຢຊູຄຣິດເຂົ້າມາໃນໂລກໃນຊ່ວງຍຸກກາງ, ໃນຕອນ ຈົບໂລກຈະຖືກເຜົາດ້ວຍໄຟ, ດັ່ງນັ້ນພວກເຂົາຈື່ງຖາມພຣະອົງເຖິງເຄື່ອງໝາຍແຫ່ງການ ສະເດັດມາຄັ້ງທີ່ສອງຂອງພຣະອົງແລະຈຸດຈົບຂອງຍຸກນີ້-ຈຸດຈົບຂອງໂລກທີ່ເຮົາຮູ້ຈັກ, ພຣະອົງຊົງໃຫ້ເຄື່ອງໝາຍຫຼາຍຢ່າງ.

ດຣ.ຈອນ.ເອັຟ.ວັລວູດຄືປະທານຂອງໂຮງຮຽນສາສະໜາສາດດາລັສເປັນເວລາ ຫຼາຍປີ, ລາວຍັງເປັນຄົນແປຄໍາພະຍາກອນຂອງພຣະຄໍາພີທີ່ໄດ້ຮັບຄວາມເຄົາລົບຢ່າງ ສູງເຊັ່ນກັນ, ລາວໄດ້ເທດສະໜາໃນຄຣິສຕະຈັກຂອງເຮົາຍ້ອນກັບໄປໃນຊຸມປີ 1980, ດຣ.ວັລວູດເອີ້ນ“ເຄື່ອງໝາຍ”ທີ່ໃຫ້ໂດຍພຣະເຢຊູໃນມັດທາຍ 24:4-14 ວ່າ“ເຄື່ອງໝາຍ ທົ່ວໄປ,ສັງເກດເບິ່ງໄດ້ຕອນນີ້ແຕ່ຈະສໍາເລັດເປັນຮູບປະຖໍາໃນຍຸກແຫ່ງຄວາມທຸກລໍາຍິ່ງ ໃຫຍ່”(John F. Walvoord, Th.D., Major Bible Prophecies, Zondervan Publishing House, 1991, p. 254).

ຂ້າພະເຈົ້າເຫັນດ້ວຍກັບຄໍາເວົ້າຂອງດຣ.ວັລວູດ, ພວກເຮົາເຫັນ“ເຄື່ອງໝາຍທົ່ວ ໄປ”ອ້ອມຮອບພວກເຮົາໃນໂລກປະຈຸບັນນີ້, ເຄື່ອງໝາຍທີ່ພຣະເຢຊູໃຫ້ໃນມັດທາຍ 24: 4-14 ມີດັ່ງນີ້:

1. ພຣະຄຣິດປອມ 24:5 ຂ້າພະເຈົ້າເຊື່ອວ່າຂໍ້ນີ້ເລັ່ງເຖິງພະຍາມານທີ່ປາກົດຕົວ ໃນຖານະເປັນພຣະຄຣິດ, ໃນຂໍ້ທີ່ 24 ພຣະເຢຊູຕັດວ່າ “ຈະມີພຣະຄຣິດປອມ ແລະຜູ້ທໍານາຍປອມເກີດຂຶ້ນຫລາຍຄົນ” ຂ້າພະເຈົ້າເຊື່ອວ່າຄົນພວກນີ້ຄືພະ ຍາມານທີ່ປອມຕົວເປັນພຣະຄຣິດ ຢ່າງເຊັ່ນພຣະຄຣິດຂອງພວກມໍມອນ, ວິນຍານພຣະຄຣິດຂອງພວກພະຍານພະເຢໂຮວາ,ພຣະຄຣິດຂອງພວກຄຣິສ ຕຽນວິທະຍາສາດ,ພຣະຄຣິດຫຼືໄອສາຂອງຄໍາພີໂຄຣັນຂອງສາສະໜາອິດສະ ລາມ, ພຣະຄຣິດຂອງນິກາຍໂປແຕດສະແຕນສາຍເສລີແລະຄຣິສໂຕຂອງ ນິກາຍໂຣມັນຄາທໍລິກ, ຜູ້ທໍານາຍປອມຄືຄູທີ່ສົ່ງເສີມພຣະຄຣິດປອມ! ພວກນີ້ ຄືພວກທຽມເທັດ!ເປັນການປອມຕົວເປັນພຣະເຢຊູຂອງພະຍາມານ,ການປາກົດ ຂື້ນຂອງພຣະຄຣິດປອມເຫຼົ່ານີ້ຄືເຄື່ອງໝາຍທີ່ວ່າພວກເຮົາຢູ່ໃນຍຸກສຸດທ້າຍ.

2. ສົງຄາມແລະຂ່າວລືເລື່ອງສົງຄາມ, ສະຕະວັດທີ່ຊາວມີສົງຄາມໂລກສອງເທື່ອ ເປັນຄັ້ງທໍາອິດໃນປະຫວັດສາດ,ຍັງມີສົງຄາມເກີດຂື້ນໃນຫຼາຍສ່ວນຂອງໂລກ

3. ການອຶດຢາກຂາດແຄນ, ໃນໂລກປະຈຸບັນນີ້ຄວາມອຶດຢາກກໍາລັງທໍາລາຍ ຄົນເປັນລ້ານໆຄົນທຸກໆປີ, ມີຫຼາຍຄົນຕາຍຫຼາຍຂື້ນຈາກຄວາມຫິວຫຼາຍກວ່າ ເຫດຜົນອື່ນໃດໃນຊ່ວງ 100 ປີທີ່ຜ່ານມາ, ພວກເຮົາຍັງມີອາຫານຫຼາຍຢູ່ໃນ ອາເມລິກາ,ແຕ່ “ມ້າດໍາ” ທີ່ຢູ່ໃນໜັງສືພະນິມິດ 6 ໄດ້ນໍາເອົາຄວາມອຶດຢາກ ຂາດແຄນມາສູ່ໂລກທີ່ກໍາລັງພັດທະນາໃນຍຸກຂອງພວກເຮົາ.

4. ໂລກລະບາດ, ຂໍ້ພຣະຄໍາພີພາສາກຣີກທີ່ຖືກຕ້ອງໄດ້ໃຫ້ເຄື່ອງໝາຍທີ່ສໍາຄັນ ຂອງຍຸກສຸດທ້າຍ, ໂລກລະບາດແບບໃຫມ່ຢ່າງເຊັ່ນໂລກເອດເປັນເຫດໃຫ້ ຄົນນັບບໍ່ຖ້ວນຕາຍຢູ່ໃນໂລກທີ່ກໍາລັງພັດທະນາ, ສະຖານທີ່ຫຼາຍແຫ່ງບໍ່ມີ ຢາທີ່ຈະປົວ, ໄຂ້ຫວັດນົກແລະໂລກລະບາດອັນອື່ນອີກທີ່ລະບາດໃນປະຈຸ ບັນນີ້.

5. ແຜ່ນດິນໄຫວ, ດ້ວຍການເພີ່ມຂື້ນຢ່າງໄວວາໃນປະຊາກອນໂລກ,ແຜ່ນດິນ ໄຫວໄດ້ເຮັດໃຫ້ຄົນຕາຍນັບມື້ນັບເພີ່ມມີຜົນກະທົບຕໍ່ຜູ້ຄົນເພີ່ມຂື້ນເລື່ອຍໆ, ພຣະຄໍາພີທໍານາຍເຖິງແຜ່ນດິນໄຫວທີ່ແປກປະຫຼາດກ່ອນການສະເດັດມາຄັ້ງທີ່ ສອງຂອງພຣະຄຣິດ,ມັນຈະທໍາລາຍເມືອງໃຫຍ່ໆຂອງໂລກນີ້ (ພະນິມິດ 16:18-20)

6. ຄວາມທຸກທໍລະມານແລະການຂົ່ມເຫງ, ການຂົ່ມເຫງຂອງພວກຄຣິສຕຽນ,ແມ່ນ ກະທັ່ງສະລະຊີວິດຂອງຕົນຄືຕົວຕົນໃນຍຸກຂອງພວກເຮົາ, ມີຄົນເປັນລ້ານໆ ໄດ້ຕາຍໄປເພາະຄວາມເຊື່ອຂອງເຂົາ, ພຣະເຢຊູທໍານາຍເລື່ອງນີ້ໃນມັດທາຍ 24:9-10

7. ຜູ້ທໍານາຍປອມ, ຄູສອນປອມແລະສາສະໜາປອມໄດ້ເກີດຂື້ນເປັນຈໍານວນ ຫຼາຍໃນ 100 ປີທີ່ຜ່ານມາຫຼາຍກວ່າເທື່ອໃດໃນປະຫວັດສາດ,ລວມເຖິງສາສະ ໜາສາດເສລີນິຍົມຊື່ງໄດ້ປະຕິເສດພຣະຄໍາພີແລະຖືກສອນຢູ່ໃນໂຮງຮຽນສອນ ສາສະໜາໃຫຍ່ໆສ່ວນຫຼາຍຢ່າງເຊັ່ນໂຮງຮຽນຟູເລີທີ່ປາຊາດີນາລັດຄາລິຟໍເນຍ

8. ການຜິດສິນທໍາເພີ່ມຂື້ນແລະການສູນເສຍຄວາມຮັກຂອງຄຣິສຕຽນ “ຄວາມຮັກ (ອາກາເປ)ຂອງຄົນເປັນຈຳນວນຫລາຍຈະເຢັນຊ່າ[ຂື້ນ] ເພາະຄວາມຊົ່ວຊ້າຈະ ແຜ່ຂະຫຍາຍອອກໄປ”(ມັດທາຍ24:12)
(see John F. Walvoord, ibid., pp. 354-356).


ພາສາກຣີກແປຄໍາວ່າ “ຄວາມຊົ່ວຊ້າ” ໃນມັດທາຍ 24:12 ໝາຍເຖິງ“ການຂາດ ສິນລະທໍາ”, ພາສາກຣີກເອີ້ນວ່າ “ອະໂນເມຍ”, ມັນສື່ເຖິງການເອີ້ນ“ຄຣິສຕຽນ”ຊື່ງມີຊີວິດ ທີ່ບໍ່ມີສິນລະທໍາ, ພາສາອັງກິດຄືແອນໄທນໍມຽນ, ສັນນັ້ນພຣະເຢຊູຈື່ງທໍານາຍວ່າຄຣິສຕະ ຈັກຫຼາຍບ່ອນໃນຍຸກສຸດທ້າຍຈະເຕັມໄປດ້ວຍຝ່າຍເນື້ອໜັງແລະການຂາດສິນທໍາຂອງພວກແອນໄທນໍມຽນ, ຄົນທີ່ມັກສະໜຸກສະໜານສ່ວນຫຼາຍທີ່ຂ້າພະເຈົ້າເຄີຍຮູ້ຈັກມາກ່ອນເປັນ ພວກແອນໄທນໍມຽນຊື່ງອ້າງວ່າຕົນເອງເປັນຄຣິສຕຽນ, ປະຈຸບັນນີ້ຄຣິສຕະຈັກຫຼາຍແຫ່ງ ເຕັມໄປດ້ວຍພວກນີ້, ຂ້າພະເຈົ້າສາມາດຂຽນເປັນໜັງສືໄດ້ເລີຍກ່ຽວກັບຫົນທາງທີ່ພວກ ເຂົາໂຈມຕີເປັນການສ່ວນຕົວຕ່າງໆນາໆ, ບາງເທື່ອຂ້າພະເຈົ້າຈະຂຽນໃນມື້ໜື່ງ,ບາງເທື່ອ ຂ້າພະເຈົ້າກໍຮູ້ສຶກທໍ້ແທ້ໂດຍຄວາມສົກກະປົກຂອງພວກເຂົາຈົນຄິດຈະເລີກຮັບໃຊ້ເລີຍ, ບາງເທື່ອພວກບໍ່ມີສິນທໍາພວກນີ້ເຮັດຊົ່ວຫຼາຍຊື່ງມັນໄດ້ທົດສອບຂ້າພະເຈົ້າເພື່ອໃຫ້ອອກ ໄປຈາກຄຣິສຕະຈັກ, ແລະມັນມີຜົນກະທົບຕໍ່ຄຣິສຕຽນແທ້ຢ່າງແນ່ນອນ, ພວກຄົນສົກກະ ປົກບາງຄົນທີ່ຂ້າພະເຈົ້າເຄີຍຮູ້ຈັກເວົ້າວ່າເຂົາເປັນຄຣິສຕຽນທີ່ບັງເກີດໃຫມ່ແລ້ວ! ເພາະ ການເພີ່ມຂື້ນຂອງພວກບໍ່ມີສິນທໍາທີ່ເອີ້ນຕົນເອງວ່າຄຣິສຕຽນ,ແມ່ນກະທັ່ງ“ອາກາເປ”ຄວາມ ຮັກຂອງຄຣິສຕຽແທ້ກໍຈະເຢັນຊ່າໄປ! ນັ້ນແລະຄືຄວາມໝາຍຂອງພຣະເຢຊູໃນມັດທາຍ 24:12, ດຣ.ແມັກກີ້ກ່າວວ່າ: “ເມື່ອຄວາມຊົ່ວເພີ່ມຂື້ນ,ຄວາມຮັກຂອງຫຼາຍຄົນເຢັນຊ່າລົງ ແລະອັນນີ້ແຮງຈະເປັນຄວາມຈິງຂື້ນເລື່ອຍໆໃນຍຸກສຸດທ້າຍ” (J. Vernon McGee, Th.D., Thru the Bible, Thomas Nelson Publishers, 1983, volume IV, p. 127; note on Matthew 24:12).

ດຣ.ທິໂມທີລິນຄືສິດຍາພິບານຂອງຂ້າພະເຈົ້າທີ່ຄຣິສຕະຈັກແບັບຕິດຄົນຈີນເປັນເວລາ 23 ປີ, ໄດ້ເທດສະໜາເລື່ອງຄຣິສຕະຈັກໃນຍຸກສຸດທ້າຍ, ດຣ.ລິນກ່າວວ່າ “ປະຈຸບັນ ‘ຄວາມຮັກຊື່ງກັນແລະກັນ’ເປັນພຽງຄໍາຂວັນຂອງບົດເພງທີ່ຮ້ອງໃນໂບດແຕ່ມີຄວາມຫ່ວງ ໃຍກັນໜ້ອຍ…ເມື່ອຄຣິສຕະຈັກບໍ່ເຂົ້າໃຈຄວາມສໍາຄັນແລະແກ່ນແທ້ຂອງຄວາມຮັກ..ມັນ ເປັນໄປບໍ່ໄດ້ເລີຍທີ່ພຣະເຈົ້າຈະສະຖິດຢູ່ນໍາ” (Timothy Lin, Ph.D., The Secret of Church Growth, FCBC, 1992, p. 33).

“ແຕ່ຜູ້ທີ່ທົນໄດ້ຈົນເຖິງທີ່ສຸດ ຜູ້ນັ້ນຈະລອດ” (ມັດທາຍ 24:13)

ບຸກຄົນທີ່ກັບໃຫມ່ຢ່າງແທ້ຈິງຈະສາມາດຢືນຢັດຕໍ່ຄວາມໂຫດຮ້າຍແລະວິນຍານທີ່ເປັນປໍລະປັກຂອງ “ພີ່ນ້ອງຈອມປອມທີ່ລັກລອບເຂົ້າມາ” (ກາລາເຕຍ 2:4), ສະມາຊິກທີ່ຢູ່ຝ່າຍ ເນື້ອໜັງຂອງຄຣິສຕະຈັກນໍາຄວາມເຈັບປວດແລະຄວາມໂສກເສົ້າຫຼາຍຢ່າງເຂົ້າມາໃນຄຣິສຕະຈັກທັງຫຼາຍໃນຍຸກສຸດທ້າຍ, ພຣະຄໍາພີໄດ້ໃຫ້ຄໍາອະທິບາຍເຖິງເຂົາເຈົ້າ.

I. ໜື່ງ ສະມາຊິກຫຼາຍຄົນໃນຄຣິສຕະຈັກຍຸກສຸດທ້າຍຍັງບໍ່ໄດ້ບັງເກີດໃຫມ່

2 ຕີໂມທຽວ 3:1-7 ໄດ້ບັນລະຍາຍເຖິງສະມາຊິກຂອງຄຣິສຕະຈັກທີ່ບໍ່ລອດໃນ ຍຸກສຸດທ້າຍ,ໃຫ້ເຮົາເປີດໄປເບິ່ງເລີຍ, ດຣ.ແມັກອາເທີຜິດພາດໃນເລື່ອງພຣະໂລຫິດຂອງ ພຣະຄຣິດແຕ່ລາວຖືກເມື່ອລາວເວົ້າເຖິງຂໍ້ພຣະຄໍາພີນີ້ວ່າ “ບໍ່ໄດ້ເລັງເຖິງມະນຸດທົ່ວໄປຫຼື ຊາວໂລກທີ່ຍັງບໍ່ລອດແຕ່ເລັງເຖິງສະມາຊິກ…ໃນຄຣິສຕະຈັກຂອງພຣະຄຣິດ” (John MacArthur, D.D., The MacArthur New Testament Commentary, 2 Timothy, Moody Press, 1995, p. 108). ດຣ.ແມັກກີ້ກ່າວວ່າຂໍ້ພຣະຄໍາພີຂໍ້ນີ້ເລັງເຖິງ“ຄຣິສຕະຈັກ ຍຸກສຸດທ້າຍ” (McGee, ibid., vol. V, p. 469). ລາວເວົ້າວ່າ “ພວກເຮົາມີຄໍາອະທິບາຍສິບ ເກົ້າຢ່າງທີ່ຕ່າງກັນໃນຂໍ້ພຣະຄໍາພີບໍ່ພໍເທົ່າໃດຂໍ້, ມັນຄືຄອບຄົວທີ່ຂີ້ລາຍແຕ່ເຮົາຕ້ອງການ ເບິ່ງເຂົາເພາະພວກເຂົານໍາສະເໜີພາບທີ່ດີທີ່ສຸດຂອງ…ຄຣິສຕະຈັກຍຸກສຸດທ້າຍ…ຂ້າພະ ເຈົ້າເຊື່ອວ່າຕອນນີ້ພວກເຮົາຢູ່ໃນວັນ “ອັນຕະລາຍ” ເຫຼົ່ານີ້ຊື່ງໄດ້ອະທິບາຍໃນຕອນນີ້” (ແມັກກີ້ເຫຼັ້ມດຽວກັນໜ້າ 469-470), ສະມາຊິກເປັນຈໍານວນຫຼາຍຂອງຄຣິສຕະຈັກທີ່ຍັງ ບໍ່ໄດ້ກັບໃຈໃຫມ່ປະຈຸບັນນີ້ຜົນກໍຄືບໍ່ເປັນຫ່ວງໃນເລື່ອງການຝຶກຝົນການປະກາດຂ່າວປະ ເສີດຊື່ງມີສາເຫດມາຈາກການຮັບໃຊ້ຂອງຊາລສ໌ຈີ.ຟິນນີ (1792-1875), ຜູ້ຄົນຖືກຍອມ ຮັບໃນຖານະເປັນສະມາຊິກຫຼາຍແຫ່ງໂດຍປາສະຈາກການລະມັດລະວັງທີ່ຈະກວດສອບ ຄໍາພະຍານຂອງຄວາມລອດພວກເຂົາ, ສະມາຊິກທີ່ບໍ່ເຊື່ອພວກນີ້ຖືກບັນລະຍາຍເຖິງໃນ 2 ຕີໂມທຽວ 3:2-4 -

1. “ເປັນຄົນຮັກຕົນເອງ” ດຣ.ແມັກກີ້ກ່າວວ່າ “ເຮົາສາມາດພົບຄົນແບບນີ້ໃນຄຣິສ ຕະຈັກທັງຫຼາຍ (ເຫຼັ້ມດຽວກັນ)

2. “ຄົນໂລບ” ໝາຍເຖິງຮັກເງີນ, ດຣ.ແມັກກີ້ກ່າວວ່າ: “ອັນນີ້ຕາມມາຈາກການ ຮັກຕົນເອງເພາະຄົນທີ່ຮັກຕົນເອງກາຍເປັນຄົນຮັກເງີນ, ທໍາມະຊາດເກົ່ານີ້ມັກ ທີ່ຈະຢາກມີເງີນໃຊ້ຈ່າຍເປັນຈໍານວນຫຼາຍ” (ເຫຼັ້ມດຽວກັນ).

3. “ຄົນອວດຕົວ”

4. “ຄົນຈອງຫອງ”

5. “ຄົນໝີ່ນປະໝາດ” ພາສາກຣີກໝາຍຄວາມວ່າ “ດ່າໃສ່” ພວກນີ້ຄືຄົນຂອງ ຄຣິສຕະຈັກຊື່ງມັກ “ເອົາດັງໄປຫຍຸ້ງກ່ຽວກັບວຽກຂອງຄົນອື່ນ” (ແມັກກີ້ເຫຼັ້ມ ດຽວກັນ). ພວກເຂົາເປັນຄົນໝີ່ນປະໝາດ, ເຂົາຈະພະຍາຍາມທີ່ຈະທໍາລາຍ ຊື່ສຽງຂອງຄົນອື່ນທີ່ຢູ່ໃນໂບດ, ນັ້ນແລະຄືຄວາມຄິດທີ່ເປັນພື້ນຖານ.

6. “ຄົນບໍ່ເຊື່ອຟັງຄໍາພໍ່ແມ່”, ຄົນໜຸ່ມສາວທີ່ກະບົດຕໍ່ສູ້ພໍ່ແມ່ຂອງຕົນເວົ້າວ່າ ດຣ.ແມັກອາເທີ “ຈະບໍ່ມີຄວາມເສຍໃຈກ່ຽວກັບການກະບົດຕໍ່ສູ້ຜູ້ອື່ນໃດ” (ເຫຼັ້ມດຽວກັນໜ້າ 114).ພວກເຂົາເປັນເຫດໃຫ້ເກີດການປ່ຽນແປງອັນໃຫຍ່ ແລະເຮັດໃຫ້ຄຣິສຕະຈັກໃດໜື່ງເກີດຄວາມສັບສົນ.

7. “ຄົນບໍ່ຮູ້ບຸນຄຸນ” ມີຊາຍຄົນໜື່ງໄດ້ຮັບທຶນການສຶກສາຟຣີແລະເມຍຂອງລາວ ກໍໄດ້ຮັບໃບປະລິນຍາລ້າໆຈາກຄຣິສຕະຈັກແຫ່ງໜື່ງ, ບໍດົນປານໃດທີ່ເຂົາໄດ້ ຮັບໃບປະກາດຟຣີ,ຊາຍຄົນນັ້ນກໍປ່ຽນແປງຄຣິສຕະຈັກແລະພະຍາຍາມທໍາ ລາຍມັນ! ມັນເປັນເລື່ອງຈິງ, ດຣ.ແມັກກີ້ກ່າວວ່າ: “ມີຫຼາຍຄົນໄດ້ຮັບຄວາມ ຊອບຄວາມດີຈາກຜູ້ອື່ນໂດຍປາສະຈາກແມ່ນກະທັ່ງຄິດທີ່ຈະຂອບໃຈເຂົາ”

8. “ຄົນບໍ່ບໍລິສຸດ”

9. “ຄົນບໍ່ຮັກຊື່ງກັນແລະກັນ” ນີ້ໝາຍຄວາມວ່າບໍ່ມີຄວາມຮັກຕໍ່ຄອບຄົວຫຼືຄຣິສ ຕະຈັກ, ເຂົາພຽງແຕ່ສົນໃຈໃນສິ່ງທີ່ຄົນອື່ນສາມາດເຮັດເພື່ອເຂົາເພາະວ່າເຂົາ ເປັນຈຸດສູນກາງຂອງຕົນເອງ.

10. ຄົນບໍ່ເຮັດຕາມສັນຍາ” ພວກນີ້ຄືຄົນທີ່ບໍ່ເຄີຍໃຫ້ອະໄພແລະບໍ່ຕ້ອງການເປັນ ຄົນໄດ້ຮັບການອະໄພ, ທ່ານບໍ່ສາມາດຄືນດີກັບເຂົາໄດ້, ພວກເຂົາຈະບໍ່ຮັກ ສາຄໍາເວົ້າຂອງຕົນ, ບໍ່ມີອັນເປັນບັນຫາສໍາຫຼັບເຂົານອກຈາກຄວາມພໍໃຈຕົນ ເອງ.

11. “ຄົນກ່າວຫາຄົນອື່ນ” “ພວກເຂົາພໍໃຈຄວາມບ້າຄັ່ງໃນການທໍາລາຍຊື່ສຽງ ແລະທໍາລາຍຊີວິດຂອງຜູ້ອື່ນ” (ແມັກອາເທີເຫຼັ້ມດຽວກັນໜ້າ 115), ມີຄົນ ແບບນີ້ເປັນຈໍານວນຫຼາຍທີ່ເອີ້ນຕົນເອງວ່າ “ຄຣິສຕຽນ”

12. “ຄົນບໍ່ອົດກັ້ນໃຈ” ພວກນີ້ຄືຄົນທີ່ບໍ່ມີການຄວບຄຸມຕົນເອງ

13. “ຄົນຮຸນແຮງ” ໝາຍເຖິງໂຫດຮ້າຍ, ສ່ວນຫຼາຍຄົນໂຫດຮ້າຍທີ່ເຮົາທີ່ເຮົາເຄີຍ ພົບເຈີຄືສະມາຊິກຄຣິສຕະຈັກ.

14. “ຄົນກຽດຊັງຄົນທີ່ເຮັດຄວາມດີ”, ອັນທີ່ຈິງແລ້ວ “ຊັງຄົນດີ” ພວກເຂົາຮູ້ດີ ວ່າອັນໃດີອັນໃດຊົ່ວແຕ່ເຂົາຊັງສິ່ງທີ່ດີ - ແລະເຂົາຊັງຄົນທີ່ເຮັດດີຄືກັບຄາອິນ ຊັງອາແບວ - ແລ້ວຂ້າລາວຖີ້ມ, ມີສະມາຊິກຫຼາຍຄົນໃນຄຣິສຕະຈັກປະຈຸ ບັນນີ້ເປັນຄືກັບຄາອິນ.

15. “ຄົນທໍລະຍົດ” ພວກເຂົາຄືຄົນທີ່ບໍ່ສາມາດເຊື່ອຖືໄດ້, ພວກເຂົາຕໍ່ສູ້ ແມ່ນກະທັ່ງຄອບຄົວຂອງເຂົາເອງຫຼືໝູ່ເພື່ອນໃນຄຣິສຕະຈັກ.

16. “ຄົນຫົວແຂງ” ໝາຍເຖິງຄົນບໍ່ຢ້ານອັນຕະລາຍ

17. “ຄົນໃຝ່ສູງ” ໝາຍເຖິງຕາບອດເພາະຄວາມຫຍີ່ງ

18. “ຮັກຄວາມສະໜຸກສະໜານຫຼາຍກວ່າພຣະເຈົ້າ” ເວົ້າລວມແລ້ວພວກ ນີ້ລວມ ເຖິງຄົນໃນຄຣິສຕະຈັກທີ່ຂາດວັນອາທິດຕອນແລງຫຼືການປະຊຸມອະທິຖານ ກາງອາທິດ,ເພາະເຂົາ“ຮັກຄວາມສະໜຸກສະໜານຫຼາຍກວ່າພຣະເຈົ້າ”


ຂ້າພະເຈົ້າເວົ້າແບບນັ້ນເພາະບຸກຄົນເຫຼົ່ານີ້ທີ່ເປັນສະມາຊິກຂອງຄຣິສຕະຈັກໃນຍຸກ ສຸດທ້າຍຜູ້ຊື່ງບໍ່ເຊື່ອ, ບໍ່ກັບໃຈໃຫມ່, ຍັງບໍ່ລອດ, ຊື່ງຂໍ້ພຣະຄໍາພີຕໍ່ມາໄດ້ບອກຊັດເຈນ (2 ຕີໂມທຽວ 3:5) ຊື່ງຄືອັນດັບທີ່ 19:

19. “ເຂົາມີສະພາບທາງຂອງພຣະເຈົ້າພາຍນອກ ແຕ່ລິດຂອງທາງນັ້ນເຂົາ ປະຕິເສດເສຍ” (2 ຕີໂມທຽວ 3:5)

ຄົນພວກນີ້ຄືສະມາຊິກຄຣິສຕະຈັກທີ່ພາຍນອກມີສະພາບຂອງຄຣິສຕຽນ - ແຕ່ເຂົາບໍ່ເຄີຍ ພໍ້ກັບລິດອໍານາດແຫ່ງການຊ່ວຍໃຫ້ພົ້ນຂອງພຣະຄຣິດໃນຊີວິດຂອງເຂົາ, ພວກເຂົາບໍ່ ເຄີຍບັງເກີດໃຫມ່, ພວກເຂົາບໍ່ແມ່ນຄຣິສຕຽນແທ້, ບໍ່ວ່າເຂົາຈະອ້າງອີງພຣະຄໍາພີຫຼາຍ ປານໃດກໍຕາມມີພຽງຫົນທາງດຽວທີ່ຈະປະຕິບັດຕໍ່ພວກເຂົາ “ຈົ່ງຫັນໜ້າໜີ” ປະໂຫຍກ ແປຄໍາວ່າ “ຫັນໜີ” ເປັນສຽງລະດັບກາງ, ໝາຍຄວາມວ່າ “ໃຫ້ທ່ານເອງ” ຫັນໜ້າໜີ ບໍ່ສໍາຄັນວ່າເຂົາຈະຮຽບຮ້ອຍປານໃດກໍຕາມ,ຫຼືເວົ້າຫວານປານໃດກໍຕາມ “ໃຫ້ທ່ານເອງ” ຫັນໜ້າໜີໄປຈາກເຂົາແລະຢູ່ຫ່າງໆຈາກເຂົາໃຫ້ໄກເທົ່າທີ່ຈະເປັນໄປໄດ້! ອັກຄະສາວົກ ເປົາໂລກ່າວວ່າ:

“ພີ່ນ້ອງທັງຫລາຍ ຂ້າພະເຈົ້າຈຶ່ງຂໍອ້ອນວອນທ່ານ ໃຫ້ສັງເກດເບິ່ງຄົນເຫລົ່ານັ້ນທີ່ກໍ່ເຫດຜິດຖຽງກັນແລະເຮັດໃຫ້ຄົນອື່ນຫລົງຜິດໄປ ຊຶ່ງເປັນການຜິດຄຳສອນທີ່ທ່ານທັງຫລາຍໄດ້ຮຽນມາ ຈົ່ງເມີນໜ້າຈາກຄົນເຫລົ່ານັ້ນເພາະວ່າຄົນເຫລົ່ານັ້ນບໍ່ໄດ້ຮັບໃຊ້ພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາ ແຕ່ໄດ້ຮັບໃຊ້ທ້ອງຂອງຕົນເອງ ແລະໄດ້ລໍ້ລວງຄົນຊື່ໃຫ້ຫລົງດ້ວຍຄຳດີຄຳອ່ອນຫວານ” (ໂລມ 16:17-18)

ຄໍາອະທິບາຍຂອງມັດທິວເຮັນຣີ່ກ່າວວ່າ “ຢ່າສະມາຄົມກັບເຂົາ, ຢ່າໃຫ້ເຮົາຕິດເຊື້ອໂລກ ເຂົາ” ນີ້ຄືຢາທີ່ຮຸນແຮງແຕ່ຖືກໃຫ້ເພື່ອປ້ອງກັນຄຣິສຕຽນແທ້ຈາກຄວາມສັບສົນແລະ ການທໍາລາຍ.

II. ສອງ ມີນັກເທດໃນຍຸກສຸດທ້າຍທີ່ “ໄປລັກແກະ”ແທນທີ່ຈະນໍາວິນຍານ

ອັກຄະສາວົກເປົາໂລກ່າວໃນ 2 ຕີໂມທຽວ 3:6-7 ວ່າ:

“ເພາະໃນບັນດາຄົນເຫລົ່ານັ້ນ ມີຄົົນທີ່ແອບໄປຕາມບ້ານ ແລ້ວນຳຍິງທີ່ເບົາປັນຍາໜາດ້ວຍບາບໄປເປັນຊະເລີຍ ແລ້ວພາກັນຫລົງໃຫລໄປດ້ວຍຕັນຫາຕ່າງໆ ເຖິງຈະຮຽນກັນຢູ່ສະເໝີ ແຕ່ກໍບໍ່ອາດຮຽນຮູ້ເຖິງຄວາມຈິງເລີຍ” (2 ຕີໂມທຽວ 3:6-7)

ນີ້ເລັງເຖິງສິດຍາພິບານແລະຄູສອນໃນຄຣິສຕະຈັກທັງຫຼາຍທີ່ໃຊ້ເລ່ຫຼຽມຂອງເຂົາເປັນທາງ ເຂົ້າສູ່ຫົວໃຈທີ່ອ່ອນແອຂອງຜູ້ຍິງແລ້ວພາພວກເຂົາໄປຫາຄຣິສຕະຈັກຫຼືການສຶກສາພຣະ ຄໍາພີ,ພວກເຂົາມັກລໍ້ລວງຜູ້ຍິງແລະພວກເຂົາກໍຍັງສາມາດໃຊ້ວິທີນີ້ກັບຜູ້ຊາຍທີ່ອ່ອນແອໄດ້ ເຊັ່ນກັນໂດຍສະເພາະຜູ້ຊາຍອ່ອນແອທີ່ເມຍຂອງພວກເຂົາຖືກລໍ້ລວງໂດຍພວກ“ລັກແກະ” ດຣ.ແມັກກີ້ກ່າວວ່າ “ຄວາມໂງ່ຂອງຜູ້ຍິງໝາຍເຖິງຜູ້ຍິງໂງ່ໃນເລື່ອງເພດ”(ເຫຼັ້ມດຽວກັນ ໜ້າ 471)

ຄົນລັກແກະ,ແນ່ນອນຈະບໍ່ມີມື້ບອກທ່ານວ່າ “ຂ້ອຍຄືຄົນລັກແກະເດີ້,ຂ້ອຍມານີ້ ເພື່ອພາເຈົ້າອອກໄປຈາກໂບດຂອງເຈົ້າແລ້ວໄປຮ່ວມຂອງຂ້ອຍ” ຜູ້ຊາຍຄົນໜື່ງຊື່ງມີຊື່ ສຽງດັງໃນເລື່ອງລັກແກະເວົ້າກັບຂ້າພະເຈົ້າເມື່ອບໍ່ດົນມານີ້ວ່າ “ຂ້ອຍບໍ່ແມ່ນຄົນຂີ້ລັກແກະ” ຄວາມຈິງແລ້ວຊາຍຄົນນີ້ຄືຜູ້ຊ່ຽວຊານໃນດ້ານລັກລູກແກະແລະລາວເວົ້າແບບນັ້ນກັບຂ້າ ພະເຈົ້າໃນໂທລະສັບ, ຂ້າພະເຈົ້າຄິດວ່າຄົນພວກນີ້ມັກຫລອກຕົວເອງເພື່ອເກັບຮັກສາຕົນ ຈາກການປະເຊີນໜ້າກັບຄວາມບາບຂອງເຂົາເອງ, ພວກເຂົາຄືຄົນ“ລໍ້ລວງຄົນອື່ນ ແລະກໍຖືກຄົນອື່ນລໍ້ລວງດ້ວຍ” (2 ຕີໂມທຽວ 3:13).

ສິ່ງທີ່ພວກເຂົາເຮັດກໍຄືເພື່ອຫວັງໃຫ້ແກະສົນທະນາກ່ຽວກັບຄຣິສຕະຈັກຂອງເຂົາ ຖ້າເຂົາເຫັນວ່າແກະບໍ່ມີການຈົ່ມໃດໆຄົນຂີ້ລັກແກະຈະປ່ອຍແກະໃຫ້ຢູ່ຜູ້ດຽວ,ແຕ່ຖ້າແກະ ຈົ່ມຫຼືຟ້ອງຕໍ່ລາວລາວກໍຈະຫຍັບເຂົ້າໃກ້ໂດຍຖາມຄໍາຖາມທີ່ນຸ້ມນວນແລະສຽງທີ່ສຸພາບ ຮຽບຮ້ອຍ, ຖ້າເຂົາສາມາດໃຫ້ແກະເວົ້າບາງສິ່ງບາງຢ່າງຕໍ່ຕ້ານສິດຍາພິບານຂອງຕົນໄດ້ ຄົນລັກແກະກໍຈະຈັດການໃນຈຸດນັ້ນ,ສ່ວນຫຼາຍຈະປາກົດເປັນຄົນດີແລະເປັນໝູ່ທີ່ເຂົ້າໃຈ ສຸດທ້າຍແລ້ວຄົນລັກແກະຈະຊວນແກະໃຫ້ອອກໄປຈາກຄຣິສຕະຈັກຂອງຕົນແລ້ວມາກັບ ເຂົາ, ເຊື່ອຫຼືບໍວ່າມີນັກເທດທີ່ວຽກຂອງເຂົາຄືການເຮັດແບບນີ້, ມີຄົນເປັນຈໍານວນຫຼາຍໃນ ໂບດຂອງເຂົາທີ່ພວກເຂົາຊັກຊວນໃຫ້ມາກັບເຂົາ, ນັກເທດຄົນໜື່ງບອກຂ້າພະເຈົ້າກ່ຽວ ກັບເມືອງນ້ອຍໃນລັດອາລາບາມາວ່າມີຄຣິສຕະຈັກແບັບຕິດ 66 ແຫ່ງບ່ອນນັ້ນ, ລາວ ບອກວ່າຜູ້ຄົນລ່ອງລອຍກັບໄປກັບມາຈາກຄົນລັກແກະຄົນນີ້ໄປຫາບ່ອນນັ້ນ, ບໍ່ຈໍາເປັນ ຕ້ອງເວົ້າວ່າລະດັບຈິດວິນຍານໃນເມືອງນັ້ນຈະຕ້ອງຕົກຕໍ່າຫຼາຍ,ຍາກທີ່ຄົນໃດໜື່ງຈະລອດແທ້ໆ ເປັນຫຍັງລະ? ກໍເພາະຜູ້ຄົນເປັນຄົນ

“ເຖິງຈະຮຽນກັນຢູ່ສະເໝີ ແຕ່ກໍບໍ່ອາດຮຽນຮູ້ເຖິງຄວາມຈິງເລີຍ” (2 ຕີໂມທຽວ 3:7)

ມີຫົນທາງດຽວທີ່ຈະຫລີກລ້ຽງການລັກແກະກໍຄືສໍາຫຼັບສິດຍາພິບານບໍ່ຄວນຮັບເອົາສະມາ ຊິກຈາກຄຣິສຕະຈັກອື່ນໆໂດຍທີ່ບໍ່ມີ“ຈົດໝາຍ”ນໍາສົ່ງຈາກຄຣິສຕະຈັກເກົ່າຂອງເຂົາ,ການ ຮັບເອົາສະມາຊິກບໍ່ຄວນຮັບເອົາເຂົາພຽງເພາະ“ຄໍາເວົ້າ”ຂອງເຂົາເອງເທົ່ານັ້ນ, ນີ້ເປັນວິທີ ປະຕິບັດໃນປະຫວັດແບັບຕິດຊື່ງໃນປະຈຸບັນນີ້ຖືກຝ່າຝືນລ່ວງລະເມີດໂດຍພວກລັກແກະ.

ຂ້າພະເຈົ້າບໍ່ປາດຖະໜາທີ່ຈະເທດຄໍາເທດສະໜານີ້ແຕ່ ດຣ.ເຄແກນ ບອກວ່າ ຂ້າພະເຈົ້າຈໍາເປັນຕ້ອງເທດແລະຂ້າພະເຈົ້າຄິດວ່າລາວເວົ້າຖືກຕ້ອງ, ນີ້ຄືບັນຫາທີ່ຍັງ ຄົງສືບຕໍ່ດໍາເນີນຕໍ່ໄປເພາະມີສິດຍາພິບານໜ້ອຍຄົນຫຼາຍໃນຍຸກສຸດທ້າຍຮູ້ຈັກທີ່ຈະຊະ ນະແລະສ້າງສາວົກທີ່ປ່ຽນແປງຈາກໂລກ,ຄືກັບຜົນທີ່ເກີດຂື້ນພວກເຂົາພະຍາຍາມທີ່ຈະເຮັດ ໃຫ້ຄຣິສຕະຈັກຫຼາຍແຫ່ງຕາບອດໂດຍການຊັກຊວນຄຣິສຕຽນທີ່ດີໃຫ້ປະຄຣິສຕະຈັກຂອງ ເຂົາໄປແລ້ວມາຮ່ວມກັບເຂົາເຈົ້າ, ຂ້າພະເຈົ້າຂໍເວົ້າກັບທ່ານໃຫ້ໜັກເທົ່າທີ່ຈະເປັນໄປໄດ້ ວ່າ-ຂ້າພະເຈົ້າຂີ້ດຽດການຮັບໃຊ້ແບບນັ້ນ! ນັກເທດທີ່ລັກແກະທັງຫຼາຍກໍເປັນຄືກັບໂຈນລັກ ສົບຄົນຕາຍໃນສະຕະວັດທີ່ 19, ພວກເຂົາຂຸດເອົາສົບທີ່ຖືກຝັງໄວ້ແລ້ວຂາຍໃຫ້ໂຮງຮຽນ ການແພດເພື່ອເອົາໄປຜ່າວິເຄາະສຶກສາ, ນັກເທດທີ່ລັກລູກແກະໃນມຸມມອງຂອງຂ້າພະ ເຈົ້າແລ້ວກໍບໍ່ໄດ້ດີໄປກວ່າພວກລັກເອົາສົບຄົນຕາຍ.

ໃນຂະນະທີ່ຂ້າພະເຈົ້າຈົບຄໍາເທດສະໜານີ້,ຂ້າພະເຈົ້າຂໍເວົ້າກັບທ່ານວ່າບໍ່ວ່າຄຣິສຕະຈັກຫຼາຍແຫ່ງໃນຍຸກສຸດທ້າຍຈະບໍ່ດີປານໃດກໍຕາມ, ພຣະເຢຊູຄຣິດພຣະອົງຊົງພ້ອມ ແລ້ວທີ່ຈະໃຫ້ອະໄພບາບຂອງທ່ານ, ພຣະອົງຊົງຕາຍແລະຫຼັງເລືອດເທິງໄມ້ກາງແຂນເພື່ອ ຊ່ວຍຈິດວິນຍານຂອງທ່ານໃຫ້ລອດ, ຕອນນີ້ພຣະອົງຊົງສະຖິດເບື້ອງຂວາພຣະຫັດຂອງ ພຣະເຈົ້າຊົງອະທິຖານເພື່ອທ່ານ, ມັນເປັນຄໍາອະທິຖານຂອງຂ້າພະເຈົ້າທີ່ຈະໃຫ້ທ່ານສະ ແຫວງຫາພຣະອົງແລ້ວພົບພຣະອົງ, ພຣະອົງຕັດວ່າ:

“ເຈົ້າຈະສະແຫວງຫາເຮົາແລະພົບເຮົາເມື່ອເຈົ້າສະແຫວງຫາດ້ວຍສິ້ນສຸດໃຈຂອງເຈົ້າ” (ເຢເຣມີ 29:13)

ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.


ໂຄງຮ່າງບົດເທດສະໜາ

ສະມາຊິກຄຣິສຕະຈັກທີ່ຫລົງຫາຍແລະນັກເທດທີ່ລັກລູກແກະ

(ຄຣິສຕະຈັກແຫ່ງຍຸກສຸດທ້າຍ - ພາກ II)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ຝ່າຍພຣະເຢຊູຊົງອອກຈາກພຣະວິຫານ ແລ້ວພວກສາວົກຂອງພຣະອົງມາຊີ້ຕຶກທັງຫລາຍຂອງພຣະວິຫານໃຫ້ພຣະອົງທອດພຣະເນດ ພຣະເຢຊູຈຶ່ງຕັດກັບເຂົາວ່າ ສິ່ງສາລະພັດເຫລົ່ານີ້ພວກທ່ານເຫັນແລ້ວບໍ່ແມ່ນຫລື ເຮົາບອກຄວາມຈິງແກ່ທ່ານວ່າ ຫີນທີ່ຊ້ອນທັບກັນຢູ່ບ່ອນນີ້ ຊຶ່ງຈະບໍ່ຖືກທຳລາຍລົງກໍຫາບໍ່ໄດ້ ເມື່ອພຣະອົງປະທັບເທິງພູໝາກກອກເທດ ພວກສາວົກມາເຝົ້າພຣະອົງສ່ວນຕົວກາບທູນວ່າ ຂໍຊົງໂຜດໃຫ້ຂ້າພຣະອົງທັງຫລາຍຮູ້ວ່າ ເຫດການເຫລົ່ານີ້ຈະບັງເກີດຂຶ້ນເມື່ອໃດ ອັນໃດຈະເປັນໝາຍສຳຄັນວ່າພຣະອົງຈະສະເດັດມາ ແລະວາລະສຸດທ້າຍຂອງໂລກນີ້” (ມັດທາຍ 24:1-3)

(ລູກາ 21:24; ມັດທາຍ 24:24, 12, 13; ກາລາເຕຍ 2:4)

I. ໜື່ງ ສະມາຊິກຫຼາຍຄົນໃນຄຣິສຕະຈັກຍຸກສຸດທ້າຍບໍ່ໄດ້ບັງເກີດໃຫມ່ 2 ຕີໂມທຽວ 3:1-5; ໂລມ 16:17-18.

II. ສອງ ມີນັກເທດໃນຍຸກສຸດທ້າຍທີ່ “ໄປລັກແກະ”ແທນທີ່ຈະນໍາວິນຍານ 2 ຕີໂມທຽວ 3:6-7, 13; ເຢເລມີ 29:13.