Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ເປັນຫຍັງຄຣິສຕະຈັກທັງຫຼາຍກໍາລັງນອນຫຼັບແລະເຢັນຊ່າ

(ຄຣິສຕະຈັກທັງຫຼາຍຂອງຍຸກສຸດທ້າຍ-ພາກ 1)
WHY CHURCHES ARE SLUMBERING AND COLD
(THE CHURCHES OF THE LAST DAYS – PART I)
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ, ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບ໊ບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນຂອງພຣະເຈົ້າ 13/10/2013
A sermon preached at the Baptist Tabernacle of Los Angeles
Lord’s Day Evening, October 13, 2013

“ບໍ່ມີຄົນຊົ່ວຈັກຄົນຈະເຂົ້າໃຈ ແຕ່ບັນດາຄົນທີ່ສະຫຼາດຈະເຂົ້າໃຈ” (ດານຽນ 12:10)


ບົດທີ່ສິບສອງຂອງໜັງສືດານຽນປະກອບໄປດ້ວຍຄໍາພະຍາກອນຫຼາຍຢ່າງກ່ຽວກັບ ການເວລາສຸດທ້າຍຂອງໂລກ, ໃນຂໍ້ທີ່ໜື່ງເຮົາໄດ້ອ່ານກ່ຽວກັບຄວາມທຸກອັນຍິ່ງໃຫຍ່, ໃນຂໍ້ທີ່ສອງພວກເຮົາຖືກບອກເຖິງການຖືກຮັບຂື້ນຂອງຄຣິສຕຽນແທ້ແລະການຟື້ນຂື້ນຂອງພວກທີ່ຖືກສາບແຊ່ງ, ໃນຂໍ້ທີ່ສີ່ການເດີນທາງທົ່ວໂລກຄືຄໍາທໍານາຍເຖິງ “ວາລະສຸດທ້າຍ” ໃນຂໍ້ທີ່ຫ້າເຖິງເຈັດພວກເຮົາຖືກບອກກ່ຽວກັບສາມປີເຄິ່ງສຸດທ້າຍແຫ່ງຄວາມທຸກລໍາບາກ ຍິ່ງໃຫຍ່,ແຕ່ໃນຂໍ້ທີ່ແປດແລະເກົ້າຄ່ອນຂ້າງຈະໜ້າສົນໃຈ,ຂໍໃຫ້ເຮົາເບິ່ງຄໍາທໍານາຍເວົ້າວ່າ

“ຂ້າພະເຈົ້າໄດ້ຍິນແຕ່ບໍ່ເຂົ້າໃຈ ແລ້ວຂ້າພະເຈົ້າຈື່ງເວົ້າວ່າ ໂອເຈົ້ານາຍ ຂອງຂ້າສິ່ງເຫຼົ່ານີ້ຈະລົງເອີຍແນວໃດ [ຜົນທຸກຢ່າງທີ່ຈະອອກມານີ້ຈະເປັນ ແນວໃດ]ແລະພຣະອົງກ່າວວ່າ ດານຽນເອີຍໄປເຖີດ ເພາະວ່າຖ້ອຍຄໍາ ເຫຼົ່ານັ້ນກໍຖືກປິດໄວ້ແລ້ວແລະຖືກຈໍາກາໄວ້ຈົນເຖິງວາລະສຸດທ້າຍ” (ດານຽນ 12:8,9)

ກະລຸນາເບິ່ງພີ້

ເຖິງແມ່ນວ່າດານຽນເປັນພະຍານຕໍ່ເຫດການທີ່ກໍາລັງຈະມາເຖິງເຫຼົ່ານີ້ກໍຕາມ,ລາວ ກໍບໍ່ເຂົ້າໃຈວ່າມັນໝາຍຄວາມວ່າແນວໃດແດ່, ພຣະເຈົ້າໄດ້ເຕືອນສະຕິລາວວ່າສິ່ງເຫຼົ່ານີ້ຈະ ເກີດຂື້ນໃນວາລະສຸດທ້າຍ,ແຕ່ຈະຖືກປົກປິດໄວ້ຈົນເຖິງວັນນັ້ນ, ຈາກນັ້ນໃນ“ວາລະສຸດ ທ້າຍ” - ຄວາມຮູ້ຈະທະວີຫຼາຍຂື້ນ(ດານຽນ 12:4). ດຣ.ເຈ.ເວີນອນແມັກກີ້ກ່າວວ່າ: “ຂ້າ ພະເຈົ້າເຊື່ອວ່າມັນສື່ເຖິງຄວາມຮູ້ແຫ່ງຄໍາທໍານວາຍ” (Thru the Bible, Thomas Nelson, 1982, volume III, p. 605; note on Daniel 12:4).

ຂ້າພະເຈົ້າຄິດວ່າໂດຍພື້ນຖານແລ້ວດຣ.ແມັກກີ້ເວົ້າຖືກ, ຄວາມຮູ້ແຫ່ງຄໍາພະຍາ ກອນຂອງພຣະຄໍາພີບໍ່ໄດ້ເຮັດໃຫ້ຈະແຈ້ງໂດຍພຣະວິນຍານບໍລິສຸດຫຼາຍປານໃດຈົນເຖິງເວ ລາທີ່ສອງຂອງສະຕະວັດທີ່ສິບເກົ້າ, ຄືກັບທີ່ພຣະເຈົ້າກ່າວກັບດານຽນ “ຖ້ອຍຄໍາເຫຼົ່າ ນັ້ນກໍຖືກປິດໄວ້ແລະຖືກຈໍາກາໄວ້ຈົນເຖິງວາລະສຸດທ້າຍ”(ດານຽນ 12:9), ການເທດສະ ໜາເຖິງເລື່ອງຄໍາພະຍາກອນຄືເລື່ອງທີ່ໄດ້ຮັບຄວາມນິຍົມສູງສຸດໃນບັນດາຄຣິສຕຽນທີ່ຮັກ ນວນສະຫງວນຕົວໂດຍສະເພາະໃນສະຕະວັດທີ່ຊາວຊື່ງພວກເຮົາຫຍັບເຂົ້າໃກ້ຍຸກສຸດທ້າຍ ແລ້ວ, ແຕ່ເລື່ອງທີ່ໜ້າສົນໃຈຫຼາຍອີກເລື່ອງໜື່ງ ການສຶກສາເຖິງຄໍາພະຍາກອນຂອງພຣະ ຄໍາພີເລີ່ມຕົ້ນຂື້ນຈົນກາຍເປັນແຟຊັນໃນໃນຊຸມປີ 1980, ປະຈຸບັນນີ້ຄືເລື່ອງທີ່ຫາຍາກທີ່ ຈະໄດ້ຍິນຄໍາເທດສະໜາເລື່ອງຄໍາພະຍາກອນໃນຄຣິສຕະຈັກຂອງເຮົາທັງຫຼາຍ,ຂ້າພະເຈົ້າ ເຊື່ອວ່າເຫດການທັງສອງຢ່າງໄດ້ຖືກໃຫ້ໄວ້ໃນດານຽນບົດທີ່ສິບສອງ, ດານຽນຖືກບອກວ່າ ຄວາມຮູ້ແຫ່ງຄໍາພະຍາກອນໃນພຣະຄໍາພີຈະເພີ່ມຂື້ນໃນ“ຍຸກສຸດທ້າຍ”, ແຕ່ຫຼັງຈາກນັ້ນ ລາວຖືກບອກວ່າ

“…ຄົນຊົ່ວຈະຍັງເຮັດຊົ່ວ ບໍ່ມີຄົນຊົ່ວຈັກຄົນຈະເຂົ້າໃຈ ແຕ່ບັນດາຄົນທີ່ສະ ຫຼາດຈະເຂົ້າໃຈ” (ດານຽນ 12:10)

ດຣ.ແມັກກີ້ໄດ້ໃຫ້ຄໍາເຫັນໃນເລື່ອງນີ້ວ່າ

          “ບໍ່ມີຄົນຊົ່ວຈັກຄົນຈະເຂົ້າໃຈ” ບົງບອກເຖິງມະນຸດທໍາມະດາ “ແຕ່ມະ ນຸດທຳມະດາຈະຮັບສິ່ງເຫລົ່ານັ້ນຊຶ່ງເປັນຂອງພຣະວິນຍານແຫ່ງພຣະເຈົ້າບໍ່ໄດ້ ເພາະເຂົາເຫັນວ່າເປັນສິ່ງໂງ່ ແລະເຂົາບໍ່ສາມາດເຂົ້າໃຈໄດ້ ເພາະວ່າຈະເຂົ້າໃຈສິ່ງເຫລົ່ານັ້ນໄດ້ກໍຕ້ອງສັງເກດດ້ວຍຈິດວິນຍານ” (1 ໂກລິນໂທ 2:14)
          “ແຕ່ບັນດາຄົນທີ່ສະຫຼາດຈະເຂົ້າໃຈ”, “ເມື່ອພຣະອົງ ພຣະວິນຍານແຫ່ງຄວາມຈິງຈະສະເດັດມາແລ້ວ ພຣະອົງຈະນຳທ່ານທັງຫລາຍໄປສູ່ຄວາມຈິງທັງມວນ ເພາະພຣະອົງຈະບໍ່ຕັດໂດຍພຣະອົງເອງ ແຕ່ພຣະອົງຈະຕັດສິ່ງທີ່ພຣະອົງຊົງໄດ້ຍິນ ແລະພຣະອົງຈະຊົງແຈ້ງໃຫ້ທ່ານທັງຫລາຍຮູ້ເຖິງສິ່ງເຫລົ່ານັ້ນທີ່ຈະເກີດຂຶ້ນ” (ໂຢຮັນ 16:13) (ດຣ.ເຈ.ເວີນອນແມັກກີ້ ເຫຼັ້ມດຽວກັນ)

ນັ້ນຄືການໃຫ້ເຫດຜົນໜື່ງແກ່ເຮົາວ່າມີການເທດສະໜາໜ້ອຍເຖິງເລື່ອງຄໍາພະຍາ ກອນໃນຄຣິສຕະຈັກຂອງເຮົາທັງຫຼາຍໃນປະຈຸບັນນີ້,ເປັນເພາະນັກເທດສ່ວນຫຼາຍຍັງບໍ່ເຄີຍ ກັບໃຈໃຫມ່ເລີຍ,ດັ່ງນັ້ນຕາຂອງພວກເຂົາຈື່ງຖືກປິດໃນເລື່ອງທີ່ສໍາຄັນອັນສູງສຸດນີ້, ພວກຜູ້ ອາວຸໂສຢູ່ຝ່າຍວິນຍານຫຼາຍຂື້ນແຕ່ເບິ່ງຄືວ່ານັກເທດໜຸ່ມເປັນຈໍານວນຫຼາຍຢູ່ຝ່າຍເນື້ອໜັງ ຫຼາຍ, ມີຫຼາຍຄົນຍັງບໍ່ເຄີຍບັງເກີດໃຫມ່, ເຫດສັນນັ້ນພວກເຮົາຈື່ງໄດ້ຍິນຄໍາເທດສະໜາ ເລື່ອງຄໍາພະຍາກອນໃນພຣະຄໍາພີໜ້ອຍຫຼາຍຜ່ານມາຊາວຫ້າປີຫຼືຫຼາຍກວ່ານັ້ນ, ມັນໜ້າ ອາຍແທ້ໆ,ດັ່ງທີ່ຜູ້ຊ່ວຍຂອງຂ້າພະເຈົ້າດຣ.ເຄແກນເວົ້າວ່າ “ໃນເວລາທີ່ຄໍາພະຍາກອນເຫຼົ່າ ນີ້ສໍາເລັດລົງ,ນັກເທດໜຸ່ມທັງຫຼາຍໄດ້ຢຸດທີ່ຈະເວົ້າເຖິງຄໍາພະຍາກອນເກືອບໝົດສິ້ນ” ເມື່ອ ໃດຄືຄັ້ງສຸດທ້າຍທີ່ທ່ານໄດ້ຍິນຄໍາເທດສະໜາໝົດເລື່ອງໃນຫົວຂໍ້ຄໍາພະຍາກອນໃນພຣະຄໍາ ພີ? ດຣ.ຄຣິສແວວຕາຍໄປແລ້ວ! ດຣ.ແມັກກີ້ຕາຍໄປແລ້ວ! ດຣ.ເອັມ.ອາ.ດິຮານຕາຍໄປ ແລ້ວ! ທຸກຄໍາເທດທີ່ເຮົາໄດ້ຍິນມີແຕ່ເລື່ອງອາຫານທາງໃຈ, ໃຊ້ບ່ວງຕັກອອກມາໂດຍ ຄໍາເວົ້າທີ່ອ່ອນນຸ້ມຂອງມະນຸດຊື່ງເບິ່ງຄືວ່າຢ້ານຫຼາຍທີ່ຈະໂຕ້ຖຽງກັນເພື່ອບອກຜູ້ຄົນເຖິງສິ່ງທີ່ພວກເຂົາຕ້ອງການທີ່ຈະຟັງ! ບິລລີ່ເກຣແຮມຕອນນີ້ອາຍຸໄດ້ 95 ປີແລ້ວ, ທ່ານຈະບໍ່ໄດ້ ຍິນລາວເທດສະນາໃນຫົວຂໍ້ເລື່ອງຄໍາພະຍາກອນອີກ, ຂ້າພະເຈົ້າບໍ່ເຫັນດ້ວຍກັບບິລລີ່ເກຣ ແຮມເຖິງເລື່ອງ “ລັດທິນັກຕັດສິນໃຈ” ແຕ່ບໍ່ແມ່ນເລື່ອງຄໍາພະຍາກອນໃນພຣະຄໍາພີ,ໃນປີ 1965 ລາວໄດ້ຂຽນໜັງສືທີ່ຕໍາໃຈຢ່າງໜັກຫຼາຍໃນເລື່ອງຄໍາພະຍາກອນຕາມພຣະຄໍາພີຊື່ ວ່າ ໂລກລຸກເປັນໄຟ (Doubleday and Company) ,ໃນໜັງສືນັ້ນບິລລີ່ເກຣແຮມໄດ້ອະທິ ບາຍເຖິງຍຸກສຸດທ້າຍ

         ພຣະເຢຊູກ່າວວ່າຈະມີຄົນໃນອະນາຄົດທີ່ມີລັກສະນະທີ່ບົງບອກວ່າ ຍຸກສຸດທ້າຍໃກ້ເຂົ້າມາແລ້ວ,ອີກຄໍາໜື່ງອີນເອີ້ນວ່າ “ຄົນຮຸ່ນ X”ໃນບາງຈຸດ …ໝາຍສໍາຄັນທັງໝົດຈະມາເຈີກັນ [ແລ້ວມາພ້ອມກັນ]…ຄົນເຫຼົ່ານັ້ນຊື່ງ ຫົວໃຈຖືກປ່ຽນໃຫມ່ໂດຍພຣະເຢຊູ,ຜູ້ທີ່ຄວາມຄິດຖືກເຮັດໃຫ້ແຈ່ມແຈ້ງຂື້ນໂດຍພຣະວິນຍານບໍລິສຸດຈະສາມາດອ່ານເຄື່ອງໝາຍ (ໝາຍສໍາຄັນ)ຂອງ ວັນນັ້ນແລະຈະເຕືອນຜູ້ຄົນແບບທີ່ໂນອາເຮັດ, ປະຈຸບັນນີ້ເບິ່ງຄືວ່າເຄື່ອງ ໝາຍເຫຼົ່ານັ້ນກໍາລັງມາຕໍ່ໃສ່ກັນ [ມາພ້ອມກັນ] ເປັນຄັ້ງທໍາອິດນັບຕັ້ງແຕ່ທີ່ ພຣະເຢຊູສະເດັດຂື້ນສະຫວັນ (Billy Graham, D.D., World Aflame, Doubleday and Company, 1965, p. 216).

ຕອນນີ້ພວກເຮົາເຫັນເຄື່ອງໝາຍເຫຼົ່ານັ້ນຢູ່ຂ້າງໆພວກເຮົາທຸກໆມື້, ແນ່ນອນຄົນ ຮຸ່ X. ນີ້, ແນ່ນອນນີ້ຄື “ຍຸກສຸດທ້າຍແລ້ວ”, ແຕ່ພວກເຮົາບໍ່ຄ່ອຍໄດ້ຍິນຫຼາຍປານໃດໃນ ຄຣິສຕະຈັກຂອງເຮົາທັງຫຼາຍ! ຂ້າພະເຈົ້າເຊື່ອໝັ້ນວ່າມີຜູ້ຮັບໃຊ້ຈໍານວນຫຼາຍໃນປະຈຸບັນນີ້ ທີ່ຢູ່ຝ່າຍເນື້ອໜັງ

“ບໍ່ມີຄົນຊົ່ວຈັກຄົນຈະເຂົ້າໃຈ ແຕ່ບັນດາຄົນທີ່ສະ ຫຼາດຈະເຂົ້າໃຈ” (ດານຽນ 12:10)

ນີ້ຄືເຄື່ອງໝາຍບາງຢ່າງທີ່ພຣະຄໍາພີໄດ້ໃຫ້ໄວ້ກ່ຽວກັບຄຣິສຕະຈັກທັງຫຼາຍໃນຍຸກສຸດທ້າຍ

I. ໜື່ງ ພຣະຄໍາພີພະຍາກອນເຖິງການຫຼັບໄຫຼຂອງຄຣິສຕະຈັກຍຸກສຸດທ້າຍທັງຫຼາຍ

ທ່ານຈະຕ້ອງເຂົ້າໃຈວ່າພຣະຄໍາພັນທະສັນຍາໃຫມ່ໄດ້ໃຫ້ພາບທີ່ເກີດຂື້ນພ້ອມກັນ ຂອງຄຣິສຕະຈັກທັງຫຼາຍໃນຍຸກສຸດທ້າຍ, ຢ່າງເຊັ່ນ ພວກເຮົາຖືກບອກວ່າ “ຄວາມຊົ່ວຊ້າ ຈະແຜ່ຂະຫຍາຍ” ໃນມັດທາຍ 24:12, ແລະສະຖານະການນີ້ຈະປາກົດຂື້ນໃນເວລາດຽວ ກັນທີ່ຂ່າວປະເສີດຖືກ “ປະກາດໄປທົ່ວໂລກໃຫ້ເປັນຄຳພະຍານແກ່ບັນດາປະຊາຊາດ ແລ້ວທີ່ສຸດປາຍຈະມາເຖິງ”(ມັດທາຍ 24:14),ໃນໜັງສືພະນິມິດເຮົາເຫັນ “ການຄ້າປະເວນີອັນ ໃຫຍ່”ຂອງຄຣິສຕະຈັກຈອມປອມທີ່ປະຖີ້ມຄວາມເຊື່ອປາກົດຂື້ນໃນເວລາດຽວກັນທີ່ການຟື້ນ ຟູອັນຍິ່ງໃຫຍ່ໃນຍຸກແຫ່ງຄວາມທຸກລໍາບາກໃນພະນິມິດ 7:4-17.

ໃນຄືນທີ່ຜ່ານມາຂ້າພະເຈົ້າໄດ້ນັ່ງເບິ່ງວິດີໂອເລື່ອງການຈະເລີນເຕີບໂຕຂອງຄຣິສຕຽນໃນອັບຟຣິກາໃຕ້ (“ການລຸກຂື້ນຂອງຄຣິສຕຽນຊາວອັບຟຣິກັນ,ການຈະເລີນເຕີບໂຕ ຂອງຄຣິສຕຽນໃນອັບຟຣິກາ” ອໍານວຍການສ້າງແລະຜະລິດໂດຍດຣ.ເຈມສ໌ອອທ), ໃນວິດີ ໂອ ມີນັກສາສະໜາສາດຜິວດໍາຄົນໜື່ງໄດ້ສະແດງໃຫ້ເຫັນເຖິງວ່າຄຣິສຕຽນໃນຊີກໂລກ ເໜືອຂອງໂລກໄດ້ເສື່ອມຊາມລົງໃນຂະນະທີ່ໃນຊີກໂລກໃຕ້ແລະໃນປະເທດຈີນໄດ້ມີການ ຟື້ນຟູລະເບີດຂື້ນ,ອີກທາງໜື່ງຂອງການອະທິບາຍກໍຄືນີ້ຄືຄຣິສຕຽນທີ່ມີຄວາມເຢັນຊ່າແລະ ຕາຍໃນໂລກທີ່ພັດທະນາແລ້ວ (ທະວີບຢູໂລບ,ໃນອາເມລິກາແລະອື່ນໆ) ໃນຂະນະທີ່ຊົນ ຊາດໃນໂລກທີ່ສາມໄດ້ປາກົດຂື້ນການມີຊີວິດແລະການຈະເລີນເຕີບໂຕ,ແນ່ໃຈເລີຍວ່າໄດ້ມີ ຄໍາສອນປອມໃນຄຣິສຕະຈັກບາງແຫ່ງແຕ່ນັ້ນຄືຄວາມຈິງສະເໝີໃນເວລາແຫ່ງການຟື້ນຟູ.

ແຕ່ໃນຄໍາເທດສະໜານີ້ພວກເຮົາກໍາລັງເລັ່ງໃສ່ໃນທະວີບຢູໂລບແລະອາເມລິກາ, ແລະນັ້ນຄືສິ່ງທີ່ສໍາຄັນເພາະວ່າໂລກສ່ວນຫຼາຍແລ້ວຍັງແນມເບິ່ງທີ່ພວກເຮົາຢູ່ ແລະຄາດ ຫວັງໃຫ້ເຮົາເປັນແບບຢ່າງຂອງຄຣິສຕຽນ-ໃນຄວາມເປັນຈິງແລ້ວເຖິງແມ່ນວ່າຄຣິສຕະຈັກ ຫຼາຍແຫ່ງທີ່ດີທີ່ສຸດຂອງເຮົາກໍາລັງຈົ່ມລົງຢູ່ໃນຈຸດຕໍ່າສຸດກໍຕາມຄືກັບເມືອງເລົາດີເຊຍ, ຂ້າ ພະເຈົ້າເຂົ້າໃຈດີວ່າບາງຄົນຈະບໍ່ມີຄວາມສາມາດເຂົ້າໃຈໃນເລື່ອງນີ້ເພາະຂໍ້ພຣະຄໍາພີຂອງ ເຮົາກ່າວວ່າ:

“ບໍ່ມີຄົນຊົ່ວຈັກຄົນຈະເຂົ້າໃຈ ແຕ່ບັນດາຄົນທີ່ສະຫຼາດຈະເຂົ້າໃຈ” (ດານຽນ 12:10)

ຄໍາເທດສະໜາຂອງພຣະຄຣິດເທິງພູໝາກກອກ(ພູໝາກກອກເທດ) ໄດ້ໃຫ້ເພື່ອ ຕອບຄໍາຖາມຂອງພວກສາວົກທີ່ວ່າ “ແມ່ນຫຍັງເປັນໝາຍສຳຄັນວ່າພຣະອົງຈະສະເດັດມາ ແລະວາລະສຸດທ້າຍຂອງໂລກນີ້” (ມັດທາຍ 24:3) ຂໍ້ອື່ນຂອງມັດທາຍ 24 ແລະ 25 ທັງໝົດບົດຖືກໃຫ້ໂດຍພຣະເຢຊູເພື່ອຕອບຄໍາຖາມເຫຼົ່ານັ້ນ “ແມ່ນຫຍັງເປັນໝາຍສຳຄັນວ່າພຣະອົງຈະສະເດັດມາ ແລະວາລະສຸດທ້າຍຂອງໂລກນີ້” ຫຼັງຈາກນັ້ນໃນ ມັດທາຍ 25:1-13 ພຣະອົງຊົງໃຫ້ “ຄໍາອຸປະມາຂອງຍິງພົມມະຈາລີທີ່ສະຫຼາດແລະໂງ່”

ຂ້າພະເຈົ້າເຊື່ອໝັ້ນວ່າຄໍາອຸປະມານີ້ພະຍາກອນເຖິງສະຖານະການຂອງຄຣິສຕະ ຈັກທັງຫຼາຍຂອງເຮົາໃນເຄີ່ງໜື່ງຂອງໂລກ, ຍິງພົມມະຈາລີສິບຄົນເປັນຕົວແທນຂອງຄຣິສ ຕະຈັກທັງຫຼາຍ, “ໃນພວກເຂົາຫ້າຄົນເປັນຄົນສະຫຼາດແລະອີກຫ້າຄົນເປັນຄົນໂງ່”(ມັດທາຍ 25:2), ຈອນເນວສັນດາບີ້ (1800-18822)ໄດ້ເວົ້າວ່າຍິງພົມມະຈາລີສິບຄົນບໍ່ແນ່ໃສ່ຄຣິສ ຕະຈັກແຕ່ແນ່ໃສ່ຊົນຊາດອິດສະຣາເອວ, ແຕ່ລາວເວົ້າຜິດ. ຄໍາອຸປະມານີ້ຖືກເຫັນໃນຖານະ ເປັນຫຼັກຖານຕໍ່ຄຣິສຕະຈັກທັງຫຼາຍຜ່ານທາງປະຫວັດສາດຂອງຄຣິສຕຽນ, ໂດຍພວກນັກ ອະທິບາຍພຣະຄໍາພີຜູ້ຍິ່ງໃຫຍ່ທຸກຄົນ ແລະໂດຍພວກບິດາແຫ່ງຄຣິສຕະຈັກໃນຍຸກຕົ້ນໆ ຂອງຊາວຄຣິສຕຽນ

ຕອນນີ້ຄໍາອຸປະມາບອກເຮົາແນວໃດແດ່ກ່ຽວກັບຄຣິສຕະຈັກຂອງເຮົາທັງຫຼາຍ

“ເມື່ອເຈົ້າບ່າວຍັງຊ້າຢູ່ ພວກນາງທຸກຄົນກໍພາກັນງ່ວງເຫງົາແລະຫລັບໄປ” (ມັດທາຍ 25:5)

ດຣ.ແມກກີ້ເວົ້າວ່າ “ໃຫ້ສັງເກດວ່າທັງຍິງພົມມະຈາລີທີ່ສະຫຼາດແລະໂງ່ພາກັນນອນຫຼັບ, ສິ່ງທີ່ແຕກຕ່າງກັນກໍຄືວ່າບາງຄົນມີພຣະວິນຍານບໍລິສຸດ(ຕົວແທນຄືນໍ້າມັນ)ແລະບາງຄົນບໍ່ມີ-ເພາະພວກເຂົາບໍ່ແມ່ນຜູ້ທີ່ເຊື່ອແທ້” (J. Vernon McGee, Th.D., Thru the Bible, Thomas Nelson Publishers, 1983, volume IV, p. 135; note on Matthew 25:5).

ດັ່ງນັ້ນດຣ.ແມັກກີ້ເວົ້າວ່າເຄິ່ງໜື່ງໄດ້ຮັບຄວາມລອດແລະອີກເຄິ່ງໜື່ງຄືຜູ້ຍັງບໍ່ລອດ ນີ້ຄືພາບທົ່ວໄປຂອງຄຣິສຕະຈັກຂອງເຮົາທັງຫຼາຍໃນໂລກຕາເວັນຕົກໃນປະຈຸບັນນີ້, ພວກ ເຂົາປະສົມປະສານກັນລະຫວ່າງຄົນທີ່ລອດແລ້ວແລະຄົນທີ່ບໍ່ລອດ, ແຕ່ຢ່າຟ້າວກ່ອນ, ພຣະເຢຊູກ່າວວ່າ:

“ພວກນາງທຸກຄົນກໍພາກັນງ່ວງເຫງົາແລະຫລັບໄປ” (ມັດທາຍ 25:5)

ພວກເຂົາທຸກຄົນກໍາລັງນອນຫຼັບ-ທັງຄົນທີ່ລອດແລະບໍ່ລອດ! ນັ້ນຄືສິ່ງທີ່ພຣະຄໍາພີເວົ້າເຖິງ

ແມ່ນຫຍັງຄືຄໍາອະທິບາບເຖິງຄຣິສຕະຈັກຂອງເຮົາທັງຫຼາຍໃນວັນຊົ່ວຮ້າຍນີ້! ສັງ ເກດວ່າມັນເປັນຕອນກາງຄືນຕອນທີ່ຄຣິສຕະຈັກນອນຫຼັບ “ທ່ຽງຄືນ”(ມັດທາຍ 25:6), ຂ້າ ພະເຈົ້າໄດ້ເປັນພະຍານເຖິງການຟື້ນຟູທີ່ເກີດຂື້ນຕອນເດິກ, ດຣ.ໂທເຊີ ໄດ້ຂຽນບົດຄວາມ ທີ່ເອີ້ນວ່າ “ເກີດຫຼັງທ່ຽງຄືນ” ເປັນຫຍັງຈື່ງບໍ່ມີການຟື້ນຟູໃນຄຣິສຕະຈັກຂອງເຮົາທັງຫຼາຍ ໃນປະຈຸບັນນີ້? ອາດຈະເຊື່ອມຕໍ່ຄຣິສຕະຈັກທັງຫຼາຍທີ່ປິດການນະມັດສະການໃນຕອນ ແລງວັນອາທິດຫຼືບໍ? ການຟື້ນຟູຢ່າງກວ້າງຂວາງຄັ້ງສຸດທ້າຍທີ່ເກີດຂື້ນໃນໂລກຕາເວັນຕົກ ເລີ່ມຕົ້ນໃນຕອນກາງຄືນທີ່ເກາະລູອິສນອກຊາຍຝັ່ງຂອງປະເທດສະກັອດແລນໃນປີ 1949 ໃນປະເທດຈີນ“ຄຣິສຕະຈັກບ້ານທັງຫຼາຍ”ມັກຈະມີການປະຊຸມໃນຕອນກາງຄືນ, ນັ້ນຄືເຫດ ຜົນໜື່ງທີ່ພວກເຂົາມີຊີວິດກັບການຟື້ນຟູ! ແຕ່ຄຣິສຕະຈັກຂອງເຮົາທັງຫຼາຍໃນໂລກຕາເວັນ ຕົກທີ່ນີ້ມັກປິດຕະຫຼອດທັງໃນຕອນແລງວັນພຸດແລະແລງວັນອາທິດ,ຣິໂອນາດເຮບເວັນຮິວກ່າວວ່າ “ສຽງຄໍາສອນໄດ້ເຮັດໃຫ້ຄົນທີ່ເຊື່ອສ່ວນຫຼາຍນອນຫຼັບ…ສຽງຄໍາເທດສະ ໜາໃນພາສາອັງກິດທີ່ບໍ່ຜິດພາດແລະການແປທີ່ບໍ່ມີຕໍານິອາດຈະເປັນລົດຊາດຈືດຄືກັບປາກ ຊາຍ…ພວກເຮົາຕ້ອງການຄຣິສຕະຈັກແບັບຕິດທີ່ມີໄຟ…ຄຣິສຕະຈັກທີ່ບໍ່ມີຕໍານິຈະດຶງດູດໂລກ, ເພື່ອທີ່ພວກເຂົາຈະໄດ້ຍິນສຽງຂອງພຣະເຈົ້າຜູ້ຊົງພຣະຊົນຢູ່” (Leonard Ravenhill, Why Revival Tarries, Bethany Fellowship, 1979, p. 106).

ແຕ່ນັ້ນບໍ່ແມ່ນເລື່ອງຈິງໃນຄຣິສຕະຈັກຂອງເຮົາທັງຫຼາຍປະຈຸບັນນີ້

“ເມື່ອເຈົ້າບ່າວຍັງຊ້າຢູ່ ພວກນາງທຸກຄົນກໍພາກັນງ່ວງເຫງົາແລະຫລັບໄປ” (ມັດທາຍ 25:5)

ຂໍພຣະເຈົ້າຊ່ວຍເຮົາແດ່ທ້ອນ! ພຣະຄຣິດຊົງຕັດກັບເຮົາໃນໂລກຕາເວັນຕົກນີ້ວ່າ

“ເຮົາຮູ້ຈັກແນວການກະທຳຂອງເຈົ້າວ່າ ເຈົ້າບໍ່ເຢັນບໍ່ຮ້ອນ ເຮົາຢາກໃຫ້ເຈົ້າເຢັນຫລືຮ້ອນ ດັ່ງນັ້ນ ເພາະເຫດທີ່ເຈົ້າເປັນແຕ່ອຸ່ນໆບໍ່ເຢັນແລະບໍ່ຮ້ອນ ເຮົາຈະຄາຍເຈົ້າອອກຈາກປາກຂອງເຮົາ ເພາະເຈົ້າເວົ້າວ່າ "ເຮົາເປັນຄົນຮັ່ງມີ ໄດ້ຊັບສົມບັດທະວີຫລາຍຂຶ້ນ ແລະເຮົາບໍ່ຕ້ອງການສິ່ງໃດເລີຍ" ເຈົ້າບໍ່ຮູ້ວ່າເຈົ້າເປັນຄົນຂາດແຄນເຂັນໃຈ ເປັນຄົນໜ້າສັງເວດ ເປັນຄົນຂັດສົນ ເປັນຄົນຕາບອດ ແລະເປືອຍກາຍຢູ່ ເຮົາເຕືອນສະຕິເຈົ້າໃຫ້ຊື້ຄຳທີ່ຫລອມໃຫ້ບໍລິສຸດໃນໄຟແລ້ວຈາກເຮົາ ເພື່ອເຈົ້າຈະໄດ້ເປັນຄົນຮັ່ງມີ ແລະເສື້ອຜ້າຂາວເພື່ອຈະນຸ່ງຫົ່ມໄດ້ ແລະເພື່ອຄວາມອາຍແຫ່ງກາຍເປືອຍເປົ່າຂອງເຈົ້າຈະບໍ່ໄດ້ປາກົດ ແລະເອົາຢາທາຕາຂອງເຈົ້າເພື່ອເຈົ້າຈະແນມເຫັນໄດ້” (ພະນິມິດ 3:15-18)

“ບໍ່ມີຄົນຊົ່ວຈັກຄົນຈະເຂົ້າໃຈ ແຕ່ບັນດາຄົນທີ່ສະຫຼາດຈະເຂົ້າໃຈ” (ດານຽນ 12:10)

II. ສອງ ພຣະຄໍາພີພະຍາກອນວ່າຄວາມຮັກຂອງຄຣິສຕຽນຈະຂາດແຄນໃນ ຄຣິສຕະຈັກຍຸກສຸດທ້າຍທັງຫຼາຍ

ພຣະຄຣິດຕັດວ່າ “ເພາະຄວາມຊົ່ວຊ້າຈະແຜ່ຂະຫຍາຍອອກໄປ, ຄວາມຮັກ [ອາ ກາເປ - ຄວາມຮັກຂອງຄຣິສຕຽນ] ຂອງຄົນເປັນຈໍານວນຫຼາຍຈະເຢັນຊ່າລົງ” (ມັດທາຍ 24:12), ນັ້ນຄືເຄື່ອງໝາຍໜື່ງທີ່ພຣະຄຣິດໃຫ້ຕໍ່ຄຣິສຕະຈັກໃນຍຸກສຸດທ້າຍ.

ດຣ.ທິໂມທີລິນຄືສິດຍາພິບານທີ່ດົນນານຂອງຂ້າພະເຈົ້າໃນຄຣິສຕະຈັກພີ່ນ້ອງຄົນຈີນ, ດຣ.ລິນເວົ້າວ່າ “ຄຣິສຕຽນຕ້ອງຮັກຊື່ງກັນແລະກັນ…ການເຊື່ອໃນພຣະເຈົ້າຄືລ້ວນ ແຕ່ຕ້ອງແລະຄວາມຮັກຊື່ງກັນແລະກັນກໍລ້ວນແຕ່ຕ້ອງ… ຂໍໃຫ້ຄຣິສຕະຈັກທີ່ຢູ່ໃນຍຸກສຸດ ທ້າຍຄິດເຖິງເລື່ອງນີ້ສາມເທົ່າ …ຄຣິສຕະຈັກໃນຍຸກຕົ້ນໆບໍ່ພຽງແຕ່ມີພຣະເຈົ້າຢູ່ນໍາເພາະມີ ພວກອັກຄະສາວົກທີ່ຖືກເອີ້ນແລະຖືກໃຊ້ໂດຍພຣະເຈົ້າເທົ່ານັ້ນແຕ່ຍັງເປັນເພາະພີ່ນ້ອງຮັກ ຊື່ງກັນແລະກັນ” (Timothy Lin, Ph.D., The Secret of Church Growth, FCBC, 1992, pp. 28, 29). ພຣະຄໍາພີກ່າວວ່າ:

“ເຮົາທັງຫລາຍຮູ້ວ່າ ເຮົາໄດ້ພົ້ນຈາກຄວາມຕາຍໄປສູ່ຊີວິດແລ້ວ ກໍເພາະເຮົາຮັກພີ່ນ້ອງ ຜູ້ໃດທີ່ບໍ່ຮັກພີ່ນ້ອງຂອງຕົນ ຜູ້ນັ້ນກໍຍັງຢູ່ໃນຄວາມຕາຍ” (1 ໂຢຮັນ 3:14)

“ຄວາມຮັກຂອງຄົນເປັນຈຳນວນຫລາຍຈະເຢັນຊ່າລົງ ເພາະຄວາມຊົ່ວຊ້າຈະແຜ່ຂະຫຍາຍອອກໄປ” (ມັດທາຍ 24:12)

ໜື່ງໃນເຫດຜົນທີ່ເຢັນຊ່າ, ການຂາດແຄນຄວາມຮັກໃນຄຣິສຕະຈັກຂອງເຮົາທັງ ຫຼາຍເປັນເພາະສະມາຊິກຂອງຄຣິສຕະຈັກຫຼາຍຄົນຍັງບໍ່ເຄີຍໄດ້ຮັບຄວາມລອດ, “ຜູ້ໃດທີ່ບໍ່ຮັກພີ່ນ້ອງຂອງຕົນ ຜູ້ນັ້ນກໍຍັງຢູ່ໃນຄວາມຕາຍ” (1 ໂຢຮັນ 3:14), ດຣ.ແມັກກີ້ ເວົ້າເຖິງ ມັດທາຍ 24:12 ວ່າ “ເມື່ອຄວາມຊ້າແຜ່ຂະຫຍາຍຄວາມຮັກຂອງຄົນເປັນອັນຫຼາຍໄດ້ເຢັນ ຊ່າລົງແລະເລື່ອງນີ້ຈະເປັນຄວາມຈິງຫຼາຍຂື້ນໃນຍຸກສຸດທ້າຍນີ້”(ເຫຼັ້ມດຽວກັນໜ້າ 127 ບັນທຶກໃນມັດທາຍ 24:12), ດຣ.ລິນໄດ້ເວົ້າວ່າ “ຂໍໃຫ້ຄຣິສຕະຈັກທີ່ຢູ່ໃນຍຸກສຸດ ທ້າຍຄິດເຖິງເລື່ອງນີ້ສາມເທົ່າ” (ເຫຼັ້ມດຽວກັນ)

ປະຕູຂອງຄຣິສຕະຈັກທັງຫຼາຍໄດ້ປິດໄປຢ່າງໄວວາຫຼັງຈາກການນະມັດສະການ ເກືອບທຸກເທື່ອ,ຜູ້ຄົນໃຊ້ໂອກາດຮູ້ຈັກກັນໜ້ອຍລົງ,ຮັກກັນໜ້ອຍລົງ! ດັ່ງນັ້ນຫຼາຍຄົນທີ່ຢູ່ ໃນຄຣິສຕະຈັກຈື່ງບໍ່ເຄີຍກັບໃຈເສຍໃໝ່ - ດັ່ງນັ້ນຄວາມຊົ່ວຊ້າ(ໄຮ້ສິນລະທໍາ)ຈື່ງເພີ້ມຂື້ນ ແລະແມ່ນກະທັ່ງຄຣິສຕຽນແທ້ກໍເກີດຄວາມທໍ້ແທ້ແລະສູນເສຍຄວາມຮັກຕໍ່ກັນແລະກັນ, ແລ້ວດຣ.ລິນເວົ້າວ່າ “ຂໍໃຫ້ຄຣິສຕະຈັກທີ່ຢູ່ໃນຍຸກສຸດ ທ້າຍຄິດເຖິງເລື່ອງນີ້ສາມເທົ່າ” (ເຫຼັ້ມດຽວກັນ)

“ບໍ່ມີຄົນຊົ່ວຈັກຄົນຈະເຂົ້າໃຈ ແຕ່ບັນດາຄົນທີ່ສະຫຼາດຈະເຂົ້າໃຈ” (ດານຽນ 12:10)

ດຣ.ຈອນ.ເອັບ.ວັລວູດ ນັກອະທິບາຍຄໍາພະຍາກອນທີ່ໄດ້ຮັບການນັບຖືຢ່າງສູງສົງເວົ້າເຖິງ ໜື່ງໃນ“ເຄື່ອງໝາຍຂອງຍຸກສຸດທ້າຍ” ວ່າ:

ຄວາມຊົ່ວຊ້າທີ່ເພີ້ມຂື້ນແລະຄວາມຮັກທີ່ເຢັນຊ່າລົງ,ພຣະເຢຊູໄດ້ຕັດວ່າ “ຄວາມຮັກຂອງຄົນເປັນຈຳນວນຫລາຍຈະເຢັນຊ່າລົງ ເພາະຄວາມຊົ່ວຊ້າຈະແຜ່ຂະຫຍາຍອອກໄປ” (ມັດທາຍ 24:12), ເລື່ອງນີ້ຈະປາກົດຂື້ນຫຼັງ ຈາກການປະສົມກັນຂອງຄໍາສອນຜິດ [ລວມເຖິງ “ລັດທິນັກຕັດສິນໃຈ” ຊື່ງໄດ້ເຂົ້າມາຕື່ມເຂົ້າໃນຄຣິສຕະຈັກທັງຫຼາຍດ້ວຍຄົນທີ່ບໍ່ເຊື່ອ], ມັນຄືຫຼັກ ຖານທີ່ວ່າຄົນຈໍານວນຫຼາຍທີ່ຍອມຮັບພຣະນາມຂອງພຣະເຢຊູເປັນຂອງ ໂລກແລະມີຄວາມກະຕືລືລົ້ນໜ້ອຍເພື່ອພຣະເຈົ້າ, ຄືກັບຄຣິສຕະຈັກໃນ ເມືອງເລົາດິເຊຍໃນພະນິມິດບົດທີ່ 3…

ຕໍ່ຄົນທີ່ພຣະເຢຊູຕັດວ່າ “ເຮົາຈະຄາຍອອກຈາກປາກຂອງເຮົາ” ພະນິມິດ 3:16 (John F. Walvoord, Th.D., Major Bible Prophecies, Zondervan Publishing House, 1991, p. 256).

“ບໍ່ມີຄົນຊົ່ວຈັກຄົນຈະເຂົ້າໃຈ ແຕ່ບັນດາຄົນທີ່ສະຫຼາດຈະເຂົ້າໃຈ” (ດານຽນ 12:10)

ແມ່ນແລ້ວມີຫຼາຍຄົນໃນຄຣິສຕະຈັກຂອງເຮົາທັງຫຼາຍໃນຍຸກສຸດທ້າຍນີ້ກໍາລັງຫຼັບ ໄຫຼແລະນອນຫຼັບຢູ່ແທນທີ່ຈະມາທີ່ຄຣິສຕະຈັກໃນຕອນແລງວັນອາທິດ, ໃນຕອນແລງຂອງ ການນະມັດສະການທຸກເທື່ອ, ມີຫຼາຍຄົນໃນພວກເຂົາມີການສາມັກຄີທໍາໜ້ອຍດຽວແລະ ຄວາມຮັກໜ້ອຍຕໍ່ສະມາຊິກຄົນອື່ນໆເພາະມີຫຼາຍຄົນທີ່ບໍ່ເຄີຍໄດ້ຮັບຄວາມລອດເລີຍ,ແລະ ຂ້າພະເຈົ້າຂໍອ້າງເຖິງ ດຣ.ລິນ ອີກເທື່ອໜື່ງ,ທ່ານຄົງຈະເຫັນດ້ວຍໝົດທຸກຢ່າງໃນຄໍາເທດ ສະໜານີ້, ແລະທ່ານບໍ່ພຽງແຕ່ເປັນສິດຍາພິບານຂອງຄົນຈີນເທົ່ານັ້ນ,ທ່ານຍັງເປັນນັກສຶກ ສາພຣະຄໍາພີທີ່ແທ້ຈິງອີກດ້ວຍ, ທ່ານສອນພາສາຮິບຣູໃນມະຫາວິທະຍາໄລບັອບໂຈນ ກ່ອນທີ່ຈະມາໃນຄຣິສຕະຈັກຂອງເຮົາ, ຫຼັງຈາກນັ້ນທ່ານກໍສອນທີ່ສະຖາບັນສາສະໜາສາດ ທັລບອດ ແລະສອນທີ່ໂຮງຮຽນສອນສາສະໜາຂ່າວປະເສີດທຣິນິຕີທີ່ໄທເປປະເທດໄຕ້ ຫວັນ, ຮັບໜ້າທີ່ເປັນປະທານແທນ ດຣ.ເຈມສ໌ຮັດສັນເທເລີທີ່ III , ກ່ຽວຂ້ອງກັບສິ່ງທີ່ຂ້າ ພະເຈົ້າໄດ້ເວົ້າໃນຄໍາເທດສະໜານີ້ ດຣ.ລິນ ເວົ້າວ່າ “ຂໍໃຫ້ຄຣິສຕະຈັກທີ່ຢູ່ໃນຍຸກສຸດ ທ້າຍຄິດເຖິງເລື່ອງນີ້ສາມເທົ່າ”

“ບໍ່ມີຄົນຊົ່ວຈັກຄົນຈະເຂົ້າໃຈ ແຕ່ບັນດາຄົນທີ່ສະຫຼາດຈະເຂົ້າໃຈ” (ດານຽນ 12:10)

ສິ່ງເຫຼົ່ານີ້ຄືຍຸກສຸດທ້າຍ, ໃນບໍ່ຊ້າມັນຈະສາຍເກີນໄປສໍາຫຼັບທ່ານທີ່ຈະໄດ້ຮັບ ຄວາມລອດ, ພຣະຄໍາພີໄດ້ໃຫ້ເຕືອນຊໍ້າແລ້ວຊໍ້າອີກ, ເວລາທີ່ແນ່ນອນສໍາຫຼັບທ່ານທີ່ຈະ ລອດກໍຄືຕອນນີ້ເທົ່ານັ້ນ, ຂ້າພະເຈົ້າຂໍຮ້ອງທ່ານໃຫ້ມາຫາພຣະເຢຊູຕອນທີ່ຍັງມີເວລາ, ຂ້າ ພະເຈົ້າຂໍຮ້ອງທ່ານໃຫ້ແນມເບິ່ງທີ່ພຣະອົງຊື່ງຖືກແຂວນເທິງຕົ້ນໄມ້ດ້ວຍຄວາມທຸກທໍລະ ມານອັນໃຫຍ່ຫຼວງແລ້ວຫຼັງພຣະໂລຫິດລົງມາເພື່ອລ້າງຊໍາລະທ່ານຈາກບາບ, ຢ່າໄດ້ລໍຊ້າ, ເຊີນມາຫາພຣະອົງແລ້ວເຊື່ອວາງໃຈໃນພຣະອົງໃນແລງນີ້ເລີຍ!

ຖ້າທ່ານຢາກຈະລົມກັບພວກເຮົາກ່ຽວກັບການເຊື່ອວາງໃຈໃນພຣະເຢຊູ, ກະລຸນາ ອອກຈາກຕັ່ງຂອງທ່ານແລ້ວ ຍ່າງໄປຂ້າງຫຼັງຫ້ອງນີ້ຕອນນີ້ເລີຍ, ດຣ.ເຄແກນ ຈະພາ ທ່ານໄປບ່ອນງຽບໆເພື່ອອະທິຖານ,ຖ້າທ່ານຢາກຈະເປັນຄຣິສຕຽນກະລຸນາຍ່າງໄປຂ້າງຫຼັງ ຫ້ອງນີ້ຕອນນີ້ເລີຍ, ຂໍເຊີນ ດຣ.ແຊນ ມາອະທິຖານເພື່ອບາງຄົນທີ່ຈະເຊື່ອວາງໃຈໃນ ພຣະເຢຊູແລະຮັບຄວາມລອດໃນຕອນແລງນີ້ແດ່. ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ່ານ ອາເບວ ພຣຸດໂຮມ ມັດທາຍ 25:1-13
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
“ຂ້າປາດຖະໜາໃຫ້ເຮົາທຸກຄົນພ້ອມ” (ໂດຍ ລໍຣີ່ນໍແມນ 1947-2008)


ໂຄງຮ່າງບົດເທດສະໜາ

ເປັນຫຍັງຄຣິສຕະຈັກທັງຫຼາຍກໍາລັງນອນຫຼັບແລະເຢັນຊ່າ

(ຄຣິສຕະຈັກທັງຫຼາຍຂອງຍຸກສຸດທ້າຍ-ພາກ 1)

ໂດຍ: ດຣ.ອາ.ແອວ.ໄຮເມີ, ຈູເນຍ

“ບໍ່ມີຄົນຊົ່ວຈັກຄົນຈະເຂົ້າໃຈ ແຕ່ບັນດາຄົນທີ່ສະຫຼາດຈະເຂົ້າໃຈ” (ດານຽນ 12:10)

(ດານຽນ 12:8, 9, 4; 1 ໂກລິນໂທ 2:14; ໂຢຮັນ 16:13)

I.      ໜື່ງ ພຣະຄໍາພີພະຍາກອນເຖິງການຫຼັບໄຫຼຂອງຄຣິສຕະຈັກຍຸກສຸດທ້າຍ
ທັງຫຼາຍ ມັດທາຍ 24:12, 14, 3; 25:2, 5, 6; ພະນິມິດ 3:15-18

II.     ສອງ ພຣະຄໍາພີພະຍາກອນວ່າຄວາມຮັກຂອງຄຣິສຕຽນຈະຂາດແຄນໃນ
ຄຣິສຕະຈັກຍຸກສຸດທ້າຍທັງຫຼາຍ ມັດທາຍ 24:12; 1 ໂຢຮັນ 3:14