Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄວາມທຸກທໍລະມານແລະການຄອບຄອງ

SUFFERING AND REIGNING
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ, ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບ໊ບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 29/9/2013
A sermon preached at the Baptist Tabernacle of Los Angeles
Lord’s Day Morning, September 29, 2013

“ຖ້າເຮົາທົນຄວາມທຸກທໍລະມານ ເຮົາກໍຈະໄດ້ຄອບຄອງຮ່ວມກັບພຣະອົງດ້ວຍ ຖ້າເຮົາປະຕິເສດພຣະອົງ ພຣະອົງກໍຈະປະຕິເສດເຮົາເຊັ່ນດຽວກັນ” (2 ຕີໂມທຽວ 2:12)


ທີ່ນີ້ເຮົາໄປອີກ! ຂ້າພະເຈົ້ານັ່ງລົງຂຽນບົດເທດນີ້ແລະຂ້າພະເຈົ້າໄດ້ຄົ້ນພົບວ່າຄໍາ ວ່າ “ທຸກທໍລະມານ” ໃນທີ່ນີ້ແປເປັນ “ອົດທົນ” ໃນທຸກໆການແປສະໄໝໃຫມ່, ແມ່ນພຣະ ຄໍາພີສະບັບເຈນີວາຂອງປີ 1599 ແລະສະບັບຄິງເຈມສ໌ປີ 1611 ແປເປັນ“ທຸກທໍລະມານ”
ເມື່ອຂ້າພະເຈົ້າໄດ້ສຶກສາເພີ່ມອີກກໍຄົ້ນພົບວ່າຄໍາໃນພາສາກຣີກກໍແປເປັນເຊັ່ນກັບ“ທຸກທໍລະ
ມານ” ຫຼື “ອົດທົນ” ດັ່ງນັ້ນມັນສາມາດໄປທາງໃດທາງໜື່ງກໍໄດ້.

ເຫດສັນນັ້ນສ່ວນປະກອບຂອງມັນຈະຕ້ອງໄດ້ຮັບການພິຈາລະນາ,ໃນຂໍ້ 11 ແລະ 12 ອັກຄະສາວົກກໍາລັງເວົ້າເຖິງຄວາມເປັນໜື່ງດຽວກັນກັບພຣະຄຣິດ, ໃນຂໍ້ 11 ທ່ານ ກ່າວວ່າ “ຖ້າເຮົາຕາຍກັບພຣະອົງ ເຮົາກໍຈະມີຊີວິດຢູ່ກັບພຣະອົງເຊັ່ນກັນ” ນີ້ແມ່ນອີງໃສ່
ຄຣິສຕຽນທີ່ປະຖີ້ມໂລກແລ້ວຕາຍຕໍ່ບາບແລະຕໍ່ຕົນເອງ, ດັ່ງນັ້ນຂໍ້ 11 ເວົ້າເຖິງການຮ່ວມ
ກັນເປັນໜື່ງດຽວຂອງຄຣິສຕຽນແທ້ກັບພຣະຄຣິດເຂົ້າໃນຄວາມຕາຍຂອງພຣະອົງ (ໂລມ
6:1-3), ຈາກນັ້ນຂໍ້ 12 ເວົ້າເຖິງການຮ່ວມເປັນໜື່ງດຽວກັນຂອງຄຣິສຕຽນກັບພຣະຄຣິດ
ໃນ“ຄວາມທຸກທໍລະມານ”ຂອງພຣະອົງ, ສັນນັ້ນ “ຄວາມທຸກທໍລະມານ” ຄືຄໍາທີ່ຖືກໃຊ້ ຫຼາຍກວ່າໂດຍຜູ້ແປພຣະຄໍາພີສະບັບເຈນີວາແລະສະບັບຄິງເຈມສ໌, ຜູ້ແປເຫຼົ່ານັ້ນບໍ່ໄດ້ໂງ່,
ພວກເຂົາຄືນັກຮຽນຮູ້ພາສາກຣີກທີ່ຍິ່ງໃຫຍ່ທີ່ສຸດໃນປະເທດອັງກິດ, ພວກເຂົາຮູ້ວ່າສ່ວນ ປະກອບຂອງບົດທີ່ສອງນໍາໄປເຖິງ “ຄວາມທຸກທໍລະມານ” ບໍ່ແມ່ນ “ອົດທົນ” ຢ່າງແນ່ ນອນ, ບົດທີ່ເປັນພາບຂອງຄຣິສຕຽນແທ້ທີ່ປຽບໄດ້ກັບທະຫານ, ສະຫຼຸບໃນປະໂຫຍກທີ່ີທ້າ ທາຍວ່າ:

“ຄຳນີ້ເປັນຄຳສັດຈິງ ຄືຖ້າເຮົາຕາຍກັບພຣະອົງ ເຮົາກໍຈະມີຊີວິດຢູ່ກັບພຣະອົງເຊັ່ນກັນ ຖ້າເຮົາທົນຄວາມທຸກທໍລະມານ ເຮົາກໍຈະໄດ້ຄອງຮ່ວມກັບພຣະອົງດ້ວຍ…”

ຖ້າເຮົາຕາມພຣະເຢຊູເຂົ້າໃນຂອງພຣະອົງ,ເຮົາກໍຈະໄດ້ຢູ່ກັບພຣະອົງ, ຖ້າເຮົາ ຕາມພຣະເຢຊູເຂົ້າໃນຄວາມທຸກທໍລະມານຂອງພຣະອົງ ເຮົາກໍຈະໄດ້ຄອບຄອງກັບພຣະ ອົງ! ງ່າຍໆ! ເປັນຫຍັງຈື່ງເຮັດໃຫ້ມັນຫຍຸ້ງຍາກໂດຍການປ່ຽນ“ທຸກທໍລະມານ” ເປັນ “ອົດ ທົນ” ຄືກັບທີ່ນັກແປສະໄໝໃຫມ່ພາກັນເຮັດ? ທ່ານບໍ່ຈໍາເປັນຕ້ອງນັກຮຽນຮູ້ພາສາກຣີກ ເພື່ອທີ່ຈະສະຫຼຸບຄໍາໜື່ງອອກມາ! ແຕ່ສະມາຊິກຂອງຄຣິສຕະຈັກສະໄໝໃໝ່ບໍ່ຕ້ອງການ ທຸກທໍລະມານ! ດັ່ງນັ້ນນັກແປສະໄໝໃໝ່ເຮັດໃຫ້ຂໍ້ພຣະຄໍາພີອ່ອນແອຫຼາຍເທົ່າທີ່ຈະເປັນ ໄປໄດ້ເພື່ອໃຫ້ພໍໃຈຜູ້ອ່ານຂ່າວປະເສີດແບບນຸ້ມນວນຂອງເຂົາເຈົ້າ, ມັນງ່າຍໆແບບນັ້ນ.

ເຊັ່ນດຽວກັນ, ນັກແປສະໄໝເກົ່າມີຄວາມຄິດສູງສົງຂອງເລື່ອງພຣະຄໍາພີຫຼາຍກວ່າ
ແມ່ນກະທັ່ງນັກສຶກສາພຣະຄໍາພີສາຍອະນຸລັກໃນປະຈຸບັນນີ້, ດັ່ງນັ້ນພວກເຂົາຈື່ງແປຂໍ້ ພຣະຄໍາພີຂອງເຮົາ ເມື່ອພິຈາລະນາເຖິງໜັງສືໂລມ 8:17 ຊື່ງກ່າວວ່າ:

“…ເມື່ອເຮົາທັງຫລາຍທົນທຸກທໍລະມານດ້ວຍກັນກັບພຣະອົງນັ້ນ ກໍເພື່ອເຮົາທັງຫລາຍຈະໄດ້ສະຫງ່າລາສີດ້ວຍກັນກັບພຣະອົງດ້ວຍ” (ສະບັບຄິງເຈມ)

ແລະຂ້າພະເຈົ້າຈະໃຫ້ຂໍ້ຈາກສະບັບເອັນໄອວີ

“…ອັນທີ່ຈິງຖ້າເຮົາມີສ່ວນໃນຄວາມທຸກທໍລະມານຂອງພຣະອົງຕາມລໍາດັບ
ເພື່ອເຮົາຈະໄດ້ແບ່ງປັນໃນສະຫງ່າລາສີຂອງພຣະອົງ” (ເອັນໄອວີ)

ຄໍາວ່າ“ທຸກທໍລະມານ”ໃນໂລມ 8:17 ແປຢ່າງຈະແຈ້ງໝາຍເຖິງ“ປະສົບພົບພໍ້ກັບຄວາມ ເຈັບປວດ” “ທຸກທໍລະມານກັບມັນ”, ນັບຕັ້ງແຕ່ຂໍ້ພຣະຄໍາພີຂອງເຮົາມີຄວາມຄິດຂອງ ຄວາມທຸກທໍລະມານແລະຄວາມອົດທົນ, ພວກບຸລຸດຍຸກຕົ້ນໆໄດ້ແປເມື່ອພິຈາລະນາເຖິງ ໂລມ 8:17, ນີ້ຄືສິ່ງທີ່ລູເທີເອີ້ນວ່າ “ຄວາມຄ້າຍຄືກັນຂອງພຣະຄໍາພີ”

ເຫດຜົນທີ່ແທ້ຈິງສໍາຫຼັບການປ່ຽນແປງໂດຍຜູ້ແປສະໄໝໃໝ່ທີ່ວາງໄວ້ບ່ອນອື່ນ, ພວກເຂົາຮູ້ດີວ່າຜູ້ອ່ານສະໄໝໃໝ່ບໍ່ຕ້ອງການທີ່ຈະທຸກທໍລະມານ, ດັ່ງນັ້ນພວກເຂົາຈື່ງໃຊ້ ຄໍານຸ້ມນວນກວ່າເພື່ອປັບໃຫ້ເໝາະສົມກັບນັກປະກາດຂ່າວປະເສີດທີ່ອ່ອນແອຂອງຍຸກປະຈຸບັນ.

“ຖ້າເຮົາທົນຄວາມທຸກທໍລະມານ ເຮົາກໍຈະໄດ້ຄອບຄອງຮ່ວມກັບພຣະອົງດ້ວຍ ຖ້າເຮົາປະຕິເສດພຣະອົງ ພຣະອົງກໍຈະປະຕິເສດເຮົາເຊັ່ນດຽວກັນ” (2 ຕີໂມທຽວ 2:12)

ບົດພິສູດຂໍ້ພຣະຄໍາພີໃນໂລມ 8:17 ໄດ້ເຮັດໃຫ້ມັນຈະແຈ້ງຫຼາຍທີ່ວ່າຄຣິສຕຽນແທ້ເປັນ“ທາຍາດຮ່ວມກັບພຣະຄຣິດ ເມື່ອເຮົາທັງຫລາຍທົນທຸກທໍລະມານດ້ວຍກັນກັບພຣະອົງນັ້ນ ກໍເພື່ອເຮົາທັງຫລາຍຈະໄດ້ສະຫງ່າລາສີດ້ວຍກັນກັບພຣະອົງດ້ວຍ” (ໂລມ 8:17)

I. ໜື່ງ “ຖ້າເຮົມທຸກທໍລະມານກັບພຣະອົງເຮົາກໍຈະໄດ້ຄອບຄອງກັບພຣະອົງ”

ດຣ.ເຈ.ເວີນັນແມັກກີ້ໄດ້ໃຫ້ຄໍາອະທິບາຍທີ່ດີເລີດໃນເລື່ອງນັ້ນ,ທ່ານກ່າວວ່າ:

“ຖ້າເຮົາທຸກທໍລະມານກັບພຣະອົງເຮົາກໍຈະໄດ້ຄອບຄອງກັບພຣະອົງ”…ຂ້າ ພະເຈົ້າເຊື່ອວ່າຂໍ້ພຣະຄໍານີ້ຈໍາກັດຕໍ່ຄົນເຫຼົ່ານັ້ນທີ່ທຸກທໍລະມານເພື່ອພຣະອົງ …ໃນໂລກໂລມັນສະໄໝເປົາໂລມີຄຣິສຕຽນຈໍານວນຫຼາຍຊື່ງຕາຍຍ້ອນບໍ່ປະ ຕິເສດຄວາມເຊື່ອຂອງຕົນ - ຫ້າລ້ານຄົນອີງຕາມວາລະສານຟັອກ , ເພາະ ພວກເຂົາບໍ່ຍອມປະຕິເສດພຣະຄຣິດ.
      “ຖ້າເຮົາປະຕິເສດພຣະອົງ ພຣະອົງກໍຈະປະຕິເສດເຮົາເຊັ່ນດຽວກັນ” ມັນເປັນສັບພາສາທີ່ແຂງຫຼາຍ, ເຖິງຢ່າງໃດກໍຕາມມັນໄດ້ເປີດເຜີຍວ່າເປົາ ໂລເຊື່ອວ່າຄວາມເຊື່ອທີ່ປາສະຈາກການກະທໍາກໍຕາຍແລ້ວ(ຢາກອບ2:17) ທ່ານເຫັນບໍວ່າເປົາໂລແລະຢາກອບບໍ່ເຄີຍຂັດແຍ້ງກັນ, ຢາກອບກໍາລັງເວົ້າ ເຖິງການກະທໍາແຫ່ງຄວາມເຊື່ອ, ສ່ວນເປົາໂລກໍາລັງເວົ້າວ່າຄວາມເຊື່ອທີ່ີ ແທ້ຈິງຈະອອກຜົນເປັນການກະທໍາ (J. Vernon McGee, Th.D., Thru the Bible, Thomas Nelson Publishers, 1983, volume V, p. 466; note on II Timothy 2:12).

“ຖ້າເຮົາທົນຄວາມທຸກທໍລະມານ ເຮົາກໍຈະໄດ້ຄອບຄອງຮ່ວມກັບພຣະອົງດ້ວຍ ຖ້າເຮົາປະຕິເສດພຣະອົງ ພຣະອົງກໍຈະປະຕິເສດເຮົາເຊັ່ນດຽວກັນ” (2 ຕີໂມທຽວ 2:12)

ໃນສະໄໝຄຣິສຕະຈັກແລກໆຄຣິສຕຽນທຸກຄົນຖືກສອນວ່າພວກເຂົາຕ້ອງປະສົບ ພົບຜ່ານກັບການທົດສອບແລະຄວາມທຸກທໍລະມານ, ພວກເຮົາເຫັນໄດ້ຢ່າງຊັດເຈນໃນ
ກິດຈະການ 14:22 ຕອນທີ່ເປົາໂລແລະບາຣະນາບັສຢູ່ໃນເມືອງລິສຕຣາ,ອິໂຄນິຢູມແລະ
ອັນທິໂອກ

“ເຮັດໃຫ້ໃຈຂອງສາວົກທັງຫລາຍຍຶດໝັ້ນຂຶ້ນ ເຕືອນເຂົາໃຫ້ດຳລົງຢູ່ໃນຄວາມເຊື່ອ ແລະສອນວ່າ ເຮົາທັງຫລາຍຈຳຕ້ອງທົນຄວາມຍາກລຳບາກຫຼາຍຈົນກວ່າຈະໄດ້ເຂົ້າໃນອານາຈັກຂອງພຣະເຈົ້າ”(ກິດຈະການ 14:22)

“ເຮົາທັງຫລາຍຈຳຕ້ອງທົນຄວາມຍາກລຳບາກຫຼາຍຈົນກວ່າຈະໄດ້ເຂົ້າໃນອານາຈັກຂອງພຣະເຈົ້າ” ພາສາກຣີກແປ “ຄວາມຍາກລໍາບາກ”ເປັນ “ທລິບຊິສ” ໝາຍເຖິງ “ຄວາມກົດ ດັນ, ຄວາມຍາກລໍາບາກ, ບັນຫາຕ່າງໆ, ທຸກທໍລະມານ”(ສະບັບສະຕຣອງ)

ພວກຄຣິສຕຽນຍຸກຕົ້ນໆມີຄວາມທົນທານພໍທີ່ຈະ “ຄວ່ຳແຜ່ນດິນ” (ກິດຈະການ 17:6) ເພາະພວກເຂົາຖືກສອນວ່າມັນເປັນເລື່ອງປົກກະຕິທີ່ຈະປະຕິເສດຕົນເອງແລ້ວຮັບ ເອົາກາງແຂນຂອງເຂົາແບກທຸກວັນ ຄືກັບທີ່ພຣະຄຣິດ “ຕັດແກ່ເຂົາທັງຫລາຍວ່າ”

“ຖ້າຜູ້ໃດຢາກຈະຕາມເຮົາມາ ໃຫ້ຜູ້ນັ້ນເອົາຊະນະຕົວເອງ ແລະຮັບກາງແຂນຂອງຕົນແບກທຸກວັນ ແລະຕາມເຮົາມາ” (ລູກາ 9:23)

“ເຮົາທັງຫລາຍຈຳຕ້ອງທົນຄວາມຍາກລຳບາກຫຼາຍ [ຄວາມກົດດັນ, ຄວາມຍາກລໍາບາກ, ບັນຫາຕ່າງໆ, ທຸກທໍລະມານ] ຈົນກວ່າຈະໄດ້ເຂົ້າໃນອານາຈັກຂອງພຣະເຈົ້າ” (ກິດຈະການ 14:22)

“ຖ້າເຮົາທົນຄວາມທຸກທໍລະມານ ເຮົາກໍຈະໄດ້ຄອບຄອງຮ່ວມກັບພຣະອົງດ້ວຍ ຖ້າເຮົາປະຕິເສດພຣະອົງ ພຣະອົງກໍຈະປະຕິເສດເຮົາເຊັ່ນດຽວກັນ” (2 ຕີໂມທຽວ 2:12)

ໃນບົດເທດເລື່ອງ “ຄວາມທຸກທໍລະມານແລະການຄອບຄອງກັບພຣະເຢຊູ” ຂອງ ສະເປີໂຈນຜູ້ຍິ່ງໃຫຍ່ “ເຈົ້າຊາຍແຫ່ງຂອງນັກເທດທັງຫຼາຍ” ກ່າວວ່າ:

      ເມື່ອມາຄັສອາເຣທັສຊັສ (ຄ.ສ.362) ຖືກສັ່ງການໂດຍຈູລຽນຜູ້ທີ່ ປະຖີ້ມສາສະໜາຂອງຕົນໄດ້ [ເອົາເງີນໃຫ້] ສ້າງວິຫານຂື້ນມາໃຫມ່, ຊື່ງ ຖືກຄົນຂອງລາວລາກລົງເທິງການປ່ຽນແປງສາສະໜາຂອງພວກເຂົາເປັນ ຄຣິສຕຽນ, ລາວກໍປະຕິເສດທີ່ຈະເຊື່ອຟັງ,ແລະເຖິງແມ່ນວ່າລາວເປັນຄົນ ທີ່ອາຍຸຫຼາຍ,ລາວກໍຖືກຕີດ້ວຍການແກ້ຜ້າແລະຖືກແທງອ້ອມໂຕດ້ວຍຫອກ ແລະມີດ, ຊາຍຜູ້ອາວຸໂສກໍຍັງຍຶດໝັ້ນ, ຖ້າລາວຫາກເອົາ[ເງີນຫຼຽນໜ້ອຍ] ໃຫ້ເພື່ອສ້າງວິຫານ [ພວກນອກສາສະໜາ]ຂື້ນໃຫມ່ຊາຍແກ່ກໍຈະມີອິດສະ ຫຼະ...[ແຕ່]ລາວບໍ່ເຮັດ, ລາວຖືກທາດ້ວຍນໍ້າເຜີ້ງ, ຂະນະທີ່ບາດແຜຂອງ ລາວ[ຍັງ]ມີເລືອດໄຫຼ, ຝູງເຜີ້ງແລະຝູງໂຕຕໍ່ກໍບິນມາຈັບໂຕລາວແລ້ວຕອດ ລາວຈົນຕາຍ, ລາວສາມາດຕາຍໄດ້ແຕ່ລາວບໍ່ສາມາດປະຕິເສດພຣະເຈົ້າ ຂອງລາວໄດ້, ອາເຣທັສຊັສເຂົ້າໄປຊື່ນຊົມຍິນດີກັບພຣະເຈົ້າຂອງລາວ, ເພາະລາວໄດ້ທຸກທໍລະມານກັບພຣະອົງແລ້ວ (C. H. Spurgeon, “Suffering and Reigning with Jesus,” The Metropolitan Tabernacle Pulpit, 1991 reprint, volume X, p. 11).

ພວກເຮົາຂໍຍົກຍ້ອງແດ່ວິລະບຸລຸດເຊັ່ນຣິຊາດວູມແບຣນ(1909-2001) ຜູ້ຊື່ງໃຊ້ເວ ລາ 14 ປີແຫ່ງຄວາມເຈັບປວດໃນຄຸກຂອງພວກຄອມມູນິດໂຣມາເນຍ, ເຮົາຂໍຍົກຍ້ອງ
ຊາມູເອວແລມ(1924-2013) ຜູ້ຊື່ງໃຊ້ເວລາກວ່າ 20 ປີຂອງການເຮັດວຽກໜັກໃນຄ້າຍ
ຄຸມຂັງຂອງພວກຄອມມູນິດຈີນ,ພວກເຮົາຂໍຍົກຍ້ອງໄດເອັດທຣິກບອນຮອຟເຟີ (1906-1945) ຜູ້ຊື່ງຖືກຫ້ອຍຄໍກັບສາຍເປຍໂນໂດຍພວກນາຊີໃນສົງຄາມໂລກຄັ້ງທີ່ສອງເພາະ ເທດສະໜາຕໍ່ຕ້ານຮິດເລີ,ພວກເຮົາຂໍຍົກຍ້ອງຄົນເປັນຮ້ອຍໆຄົນຊື່ງທົນທຸກທໍລະມານເພາະ
ຄວາມເຊື່ອຂອງເຂົາເຈົ້າໃນພຣະຄຣິດໃນປະເທດມູສະລິມໃນເຊົ້ານີ້, ແຕ່ສໍາພວກທ່ານເດ?
ທ່ານຈະເສຍສະຫຼະເວລາບໍພໍເທົ່າໃດນາທີເພື່ອມາຄຣິສຕະຈັກທຸກໆວັນອາທິດບໍ? ທ່ານຈະ
ເສຍສະຫຼະເວລາໜ້ອຍໜື່ງເພື່ອມາອະທິຖານ ແລະອອກໄປປະກາດຂ່າວປະເສີດທຸກໆອາ ທິດບໍ?

ຂ້າພະເຈົ້າມີເພງຊີວິດຄຣິສຕຽນຂອງແບ໊ບຕິດທີ່ກັອບປີຢູ່ໃນບົດຮຽນຂອງຂ້າພະ ເຈົ້າຊື່ງຕີພິມໂດຍສະຫະພັນແບ໊ບຕິດໃຕ້ໃນປີ 1956, ເຖິງແມ່ນວ່າຍ້ອນກັບໄປປານນັ້ນຍັງ ມີຄວາມອ່ອນແອຂອງຄວາມຈໍາເປັນສໍາຫຼັບການທົນທຸກທໍລະມານ, ຂ້າພະເຈົ້າແນມເບິ່ງ ທີ່ນັກແຕ່ງເພງຜູ້ຍິ່ງໃຫຍ່ເຣຈິນໍເຮເບີ (1783-1826)ທີ່ເພງຂອງລາວຊື່ວ່າ “ພຣະບຸດຂອງ ພຣະເຈົ້າຕ້ອງເຮັດສົງຄາມ” ຫົວໃຈຂອງຂ້າພະເຈົ້າຈົ່ມລົງເມື່ອໄດ້ເຫັນວ່າພວກແບ໊ບຕິດໃຕ້ ເອົາວັກທີ່ເຂັ້ມແຂງທີ່ສຸດອອກຈາກເພງທີ່ໄດ້ຮັບການດົນໃຈ, ນີ້ຄືວັກທີ່ພວກເຂົາເອົາອອກ.

ພຣະອົງຊົງເລືອກສິດແຕ່ສິບສອງຄົນ
ດົນໃຈຮັບພຣະວິນຍານ
ບັນດາສາວົກໄວ້ໃຈເຊື່ອໝັ້ນ
ບໍ່ຫວັ່ນແມ້ເອົາໄຟຜານ
ທົນການຂ້າຕີສັດຕູຮ້າຍຮາວີ
ອາຊະຍາໄຮ້ທໍາທົນໄດ້
ເຂົາຍອມຕາຍບໍ່ເສຍດາຍຊີວີ
ເຊັ່ນນີ້ຫາໄດ້ທີ່ໃດ
(“ພຣະບຸດຂອງພຣະເຈົ້າຕ້ອງເຮັດສົງຄາມ”
ໂດຍ:ເຣຈິນໍເຮເບີ1783-1826).

ວັກນັ້ນແລະທີ່ຈັບໃຈທ່ານ! ວັກນັ້ນແລະທີ່ໃຊ້ເພື່ອດົນໃຈຄົນໜຸ່ມສາວໃຫ້ຖີ້ມຊີວິດລຽບງ່າຍ
ແລ້ວໄປເປັນມິດຊັນຫຼືກາຍເປັນຄຣິສຕຽນທີ່ອຸທິດຊີວິດຂອງຕົນເອງຢູ່ໃນບ້ານ! ເປັນຫຍັງ
ພວກເຂົາຈື່ງເອົາວັກນັ້ນອອກໃນປີ 1956? ຂ້າພະເຈົ້າຈະບອກທ່ານວ່າເປັນຫຍັງ! ພວກຜູ້
ຍິງອາວຸໂສບາງຄົນໄດ້ເຮັດຜິດ! ພວກເຂົາບໍ່ຕ້ອງການທີ່ຈະຄິດເຖິງ“ໄມ້ກາງແຂນແລະ ຄວາມເຈີດຈາຂອງມັນ” ພວກເຂົາບໍ່ຕ້ອງການທີ່ຈະປະເຊີນໜ້າກັບພາບແຫ່ງ“ການແກວ່ງ
ອາວຸດຂອງສັດຕູຜູ້ໂຫດຮ້າຍ”, ມັນຈະເຮັດໃຫ້ເຂົາເສຍໃຈທີ່ຖືກເຕືອນສະຕິຂອງ “ແຜງຄໍ
ຂອງໂຕສິງທີ່ເຕັມດ້ວຍເລືອດ” ຫຼືຄວາມຈິງທີ່ຄົນຜູ້ຍອມພີຊີບ“ຍອມຕາຍໂດຍບໍ່ເສຍດາຍ ຊີວີດ” ມັນເກີນໄປສໍາຫຼັບເຂົາ, ດັ່ງນັ້ນເຂົາຈື່ງເອົາມັນອອກ, ຄວາມໜ້າອາຍຂອງເຂົາ ເພາະຄວາມຂີ້ຢ້ານຂອງເຂົາ! ຄວາມໜ້າອາຍຂອງຂະແໜງເພງຂອງຄຣິສຕະຈັກແບ໊ບຕິດ ໃຕ້ສໍາຫຼັບການທໍາລາຍ ຄວາມສັກສິດທີ່ເປັນພະຍານທີ່ມີອໍານາດຕໍ່ຄວາມເຊື່ອທີ່ຍອມ ພີຊີບຂອງເຂົາ!ຂໍຢ່າໃຫ້ເຮົາອາຍທີ່ຈະຮ້ອງມັນ, ຢ່າໃຫ້ເຮົາອາຍຈັກເທື່ອທີ່ຈະຮັກສາມັນໃນ ທຸກທາງເທົ່າທີ່ເຮົາເຮັດໄດ້,ມັນຢູ່ໃນເພງສຸດທ້າຍຂອງເຈ້ຍເພງ, ໃຫ້ເຮົາຮ້ອງມັນ.

ພຣະອົງຊົງເລືອກສິດແຕ່ສິບສອງຄົນ
ດົນໃຈຮັບພຣະວິນຍານ
ບັນດາສາວົກໄວ້ໃຈເຊື່ອໝັ້ນ
ບໍ່ຫວັ່ນແມ້ເອົາໄຟຜານ
ທົນການຂ້າຕີສັດຕູຮ້າຍຮາວີ
ອາຊະຍາໄຮ້ທໍາທົນໄດ້
ເຂົາຍອມຕາຍບໍ່ເສຍດາຍຊີວີ
ເຊັ່ນນີ້ຫາໄດ້ທີ່ໃດ

ທັງເດັກຜູ້ໃຫຍ່ທັງຍິງແລະຊາຍ
ຄົນໃຊ້ແລະຜູ້ເປັນນາຍ
ລ້ອມແທ່ນສັນເສີນພຣະອົງຍິ່ງໃຫຍ່
ແຕ່ງກາຍດ້ວຍເຄື່ອງອໍາໄພ
ແລະມີສິດເຂົ້າໄປໃນສະຫວັນ
ແລ້ວຢູ່ທີ່ນັ້ນນິລັນຜ່າພົ້ນຄວາມເຈັບປວດ
ທູນຂໍພຣະເຈົ້າປະທານພຣະຄຸນ
ເພື່ອຕາມເຂົ້າໄປໃນລົດໄຟຂອງເຂົາ
(“ພຣະບຸດຂອງພຣະເຈົ້າຕ້ອງເຮັດສົງຄາມ”
ໂດຍ:ເຣຈິນໍເຮເບີ1783-1826).

ເຊີນນັ່ງລົງໄດ້

“ແລະມີສິດເຂົ້າໄປໃນສະຫວັນ ແລ້ວຢູ່ທີ່ນັ້ນນິລັນຜ່ານພົ້ນຄວາມເຈັບປວດ” ແມ່ນແລ້ວ! ນັ້ນແລະທີ່ທ່ານອັກຄະສາວົກໝາຍເຖິງຕອນທີ່ທ່ານກ່າວວ່າ:

“ຖ້າເຮົາທົນຄວາມທຸກທໍລະມານ ເຮົາກໍຈະໄດ້ຄອບຄອງຮ່ວມກັບພຣະອົງດ້ວຍ ຖ້າເຮົາປະຕິເສດພຣະອົງ ພຣະອົງກໍຈະປະຕິເສດເຮົາເຊັ່ນດຽວກັນ” (2 ຕີໂມທຽວ 2:12)

II. ສອງ “ຖ້າເຮົາປະຕິເສດພຣະອົງ ພຣະອົງກໍຈະປະຕິເສດເຮົາເຊັ່ນດຽວກັນ”

“ຖ້າເຮົາທົນຄວາມທຸກທໍລະມານ ເຮົາກໍຈະໄດ້ຄອບຄອງຮ່ວມກັບພຣະອົງດ້ວຍ ຖ້າເຮົາປະຕິເສດພຣະອົງ ພຣະອົງກໍຈະປະຕິເສດເຮົາເຊັ່ນດຽວກັນ” (2 ຕີໂມທຽວ 2:12)

ພຣະເຢຊູໄດ້ໃຫ້ຄໍາເຕືອນທີ່ຈິງຈັງຕອນທີ່ພຣະອົງກ່າວວ່າ:

“ແຕ່ຜູ້ໃດຈະປະຕິເສດເຮົາຕໍ່ໜ້າມະນຸດ ເຮົາຈະປະຕິເສດຜູ້ນັ້ນຕໍ່ພຣະພັກພຣະບິດາຂອງເຮົາຜູ້ຊົງສະຖິດໃນສະຫວັນດ້ວຍ” (ມັດທາຍ 10:33)

ອັກຄະສາວົກເປົາໂລໄດ້ກ່າວໄວ້ໃນຂໍ້ພຣະຄໍາພີຂອງເຮົາວ່າ “ຖ້າເຮົາປະຕິເສດພຣະອົງ ພຣະອົງກໍຈະປະຕິເສດເຮົາເຊັ່ນດຽວກັນ”, ນີ້ຄືການປະຕິເສດພຣະຄຣິດທີ່ເກີດຂື້ນເມື່ອຄຣິສ
ຕຽນປອມໄດ້ປະເຊີນກັບຄວາມທຸກທໍລະມານທີ່ຖືກຮຽກຮ້ອງໃນການເປັນສາວົກແທ້, ນັ້ນ ແລະຄືສິ່ງທີ່ເກີດຂື້ນແກ່ “ດິນທີ່ມີພື້ນຫີນ” ຜູ້ຄົນທີ່ຖືກເອີຍເຖິງໃນຄໍາອຸປະມາຂອງຜູ້ຫວ່ານ.

“ຊຶ່ງຕົກທີ່ຫິນນັ້ນໄດ້ແກ່ຄົນເຫລົ່ານັ້ນທີ່ໄດ້ຍິນແລ້ວກໍຮັບພຣະວັດຈະນະນັ້ນດ້ວຍຄວາມຍິນດີ ແຕ່ບໍ່ມີຮາກ ເຊື່ອໄດ້ແຕ່ຊົ່ວຄາວ ເມື່ອຖືກທົດລອງເຂົາກໍຫລົງເສຍໄປ” (ລູກາ 8:13)

ດຣ.ຣີເນັກເກີກ່າວວ່າ“ຫລົງເສຍໄປ” ໝາຍເຖິງ“ໄປໄກໆ” “ຖອນຕົວ” (Fritz Rienecker, Ph.D., A Linguistic Key to the Greek New Testament, Zondervan, 1980, p. 161; note on Luke 8:13).

ເມື່ອ“ການທົດລອງ”ມາເຖິງພວກເຂົາມັກຈະໄປຈາກຄຣິສຕະຈັກທ້ອງຖີ່ນຂອງເຂົາ
“ແຕ່ບໍ່ມີຮາກ” ໝາຍຄວາມວ່າພວກເຂົາບໍ່ເຄີຍມີ“ຮາກ”ໃນພຣະຄຣິດເລີຍ, ມັນສະແດງວ່າ
ພວກເຂົາບໍ່ເຄີຍກັບໃຈໃຫມ່ແທ້, ມາລະໂກ 4:17 ຂະຫຍາຍຄວາມອອກເປັນ “ເວລາແຫ່ງ
ການທົດລອງ”ທີ່ໝາຍເຖິງໃນຄໍາອຸປະມາ

“ເມື່ອເກີດການຍາກລຳບາກແລະການຂົ່ມເຫງຕ່າງໆເພາະພຣະວັດຈະນະນັ້ນ ກໍເລີກເສຍ[“ຫລົງເສຍໄປໃນທັນທີທັນໃດ” ສະບັບເອັນເອເອັສວີ]

ຈະມີຄົນທີ່ຖືກພຣະເຢຊູປະຕິເສດໃນວັນພິພາກສາ, ພຣະອົງຈະກ່າວກັບເຂົາວ່າ“ເຮົາບໍ່ເຄີຍ
ຮູ້ຈັກເຈົ້າເລີຍ ເຈົ້າຜູ້ເຮັດຄວາມຊົ່ວຊ້າ ຈົ່ງໄປໃຫ້ພົ້ນຈາກເຮົາ”(ມັດທາຍ 7:23)

ມີຄົນອື່ນອີກຊື່ງປະຕິເສດພຣະຄຣິດຍັງຄົງເຂົ້າຮ່ວມກັບຄຣິສຕະຈັກບາງບ່ອນ, ພວກເຂົາຄິດວ່າເຂົາບໍ່ເປັນຫຍັງ, ແຕ່ພວກເຂົາປະຕິເສດພຣະຄຣິດດ້ວຍການດໍາເນີນຊີວິດ
ໃນຄວາມບາບ, ຄົນເຫຼົ່ານີ້ເປັນພວກແອນໄທນໍມຽນ, ຂ້າພະເຈົ້າໄດ້ກ່າວເຖິງຄົນກຸ່ມນີ້ໃນ ບົດເທດສະໜາຂອງຂ້າພະເຈົ້າໃນເລື່ອງ “ລັດທິແອນໄທນໍມຽນໃນປະເທດອີຕາລີ”,ອາຈານ
ເປົາໂລໄດ້ອະທິບາຍເຖິງພວກເຂົາໃນຕີໂຕ 1:16

“ເຂົາອອກປາກຍອມຮັບວ່າເຂົາຮູ້ຈັກພຣະເຈົ້າ ແຕ່ວ່າໃນການກະທຳຂອງເຂົາ ເຂົາກໍປະຕິເສດພຣະອົງ ໂດຍການປະພຶດຕົວໜ້າລັງກຽດ ແລະບໍ່ເຊື່ອຟັງ ແລະບໍ່ເໝາະທີ່ຈະເຮັດການດີໃດໆເລີຍ” (ຕີໂຕ 1:16)

ພວກແອນໄທນໍມຽນເຫຼົ່ານີ້ອາດຈະໄດ້ຮຽນຫຼັກຄໍາສອນທີ່ຖືກຕ້ອງບາງອັນແຕ່ພວກເຂົາປະຕິ
ເສດພຣະເຈົ້າໂດຍຫົນທາງທີ່ເຂົາດໍາເນີນຊີວິດຢູ່ນັ້ນ, ເດິະຣິໂຟເມຊັນສະຕາດີໄບໂບ ກ່າວ
ວ່າ “ພັນທະສັນຍາໃໝ່ສອນວ່າການຂາດການກະທໍາທີ່ປະກອບດ້ວຍການປ່ຽນແປງຊີວິດ ເຮັດໃຫ້ຄວາມເຊື່ອຂອງຄົນໜື່ງໃນພຣະຄຣິດເປັນເລື່ອງສົງໄສ…ທັງຫຼັກຄໍາສອນແລະການກະທໍາສອດຄ້ອງກັນກັບການປ່ຽນແປງຂອງຊີວິດຄືສິ່ງທີ່ຈໍາເປັນສໍາຫຼັບຄຣິສຕຽນ”(ສັງເກດ
ຕີໂຕ 1:16) “ແຕ່ວ່າໃນການກະທຳຂອງເຂົາ ເຂົາກໍປະຕິເສດພຣະອົງ”

ເມື່ອຜູ້ແປຂອງເຮົາຢູ່ປະເທດລາວອ່ານບົດເທດຂອງຂ້າພະເຈົ້າໃນຫົວຂໍ້ “ລັດທິ ແອນໄທນໍມຽນໃນປະເທດອີຕາລີ” ລາວໄດ້ຂຽນຈົດໝາຍຫາຂ້າພະເຈົ້າແລ້ວເວົ້າວ່າ:

ມັນເປັນຄວາມຈິງທີ່ຫຼາຍຄົນອ້າງວ່າພວກເຂົາລອດແລ້ວແຕ່ບໍ່ມີຫຍັງປ່ຽນ
ແປງໃນຊີວິດຂອງເຂົາເລີຍ,ໃນປະເທດລາວຂອງພວກເຮົາແລະແມ່ນກະ ທັ່ງໃນປະເທດໄທເອງກໍດີຜູ້ຄົນທີ່ອ້າງຕົວເອງວ່າພວກເຂົາເປັນຄຣິສຕຽນ ກໍາລັງທໍາລາຍພຣະນາມຂອງພຣະເຢຊູ, ພວກເຂົາມັກດື່ມ,ມັກເຕັ້ນ,ຂີ້ລັກ
ແລະເປັນພະຍານທີ່ບໍດີຕໍ່ເພື່ອນບ້ານຂອງພວກເຂົາ.

ລາວບອກວ່ານີ້ເປັນເຫດຜົນທີ່ຄົນບໍ່ເຊື່ອໃນປະເທດລາວບໍ່ຢາກມາເປັນຄຣິສຕຽນ“ແຕ່ສິ່ງທີ່
ຂີ້ຮ້າຍສຸດໆຄືເຂົາບອກແມ່ນກະທັ່ງວ່າບໍ່ຢາກເປັນໝູ່ກັບຄຣິສຕຽນ[ເຫຼົ່ານີ້]”

ດັ່ງນັ້ນພວກເຮົາເຫັນຜົນອັນຊົ່ວຮ້າຍຂອງລັດທິແອນໄທນໍມຽນໃນປະເທດອີຕາລີ, ໃນລາວແລະ“ແມ່ນກະທັ່ງໃນປະເທດໄທ”, ພວກເຮົາຫ້ອຍຫົວຂອງເຮົາໃນຄວາມອາຍ ເພາະພວກເຮົາຮູ້ດີວ່າຄວາມຄິດຜິດໆຂອງຄຣິສຕຽນນີ້ມາຈາກອາເມລິກາແລະເປັນຢາພິດ
ການເປັນພະຍານຂອງພຣະຄຣິດຜ່ານໄປທົ່ວໂລກໃນວັນສຸດທ້າຍເຫຼົ່ານີ້, ພະເຢຊູໄດ້ໃຫ້ຄໍາ ພະກອນໃນເລື່ອງນີ້ໄວ້

“ເພາະຄວາມຊົ່ວຊ້າ[ພາສາກຣີກ:ອາໂນເມຍ-ບໍ່ມີກົດໝາຍ;ຮາກຂອງ“ລັດທິ ແອນໄທນໍມຽນ”] ຈະແຜ່ຂະຫຍາຍອອກໄປ ຄວາມຮັກຂອງຄົນເປັນຈຳ ນວນຫລາຍຈະເຢັນຊ່າລົງ” (ມັດທາຍ 24:12)

ນີ້ຄືໜື່ງໃນເຄື່ອງໝາຍຂອງການສະເດັດກັບມາຄັ້ງທີ່ສອງຂອງພຣະຄຣິດ! ແມ່ນກະທັ່ງ ຄຣິສຕຽນແທ້ກໍຈະທໍ້ແທ້ ແລະສູນເສຍຄວາມຮັກຂອງຄຣິສຕຽນເພາະວ່າມີພວກແອນໄທນໍ ມຽນເປັນຈໍານວນຫຼາຍໃນວັນສຸດທ້າຍ! ແຕ່ຢ່າເຂົ້າໃຈຜິດໃນບ່ອນນີ້ - ພວກແອນໄທນໍ ມຽນເຫຼົ່ານີ້ອັນທີ່ຈິງແລ້ວຄືຜູ້ຄົນທີ່ຫລົງຫາຍຜູ້ຊື່ງ “ປະຕິເສດພຣະອົງ” ໂດຍການດໍາເນີນຊີ
ວິດຢູ່ໃນຄວາມບາບຂອງເຂົາ (ຕີໂຕ 1:16)

ຄຣິສຕຽນແທ້ຈະບໍ່ມີທາງປະຕິເສດພຣະເຢຊູ, ນັ້ນແລະຄືສິ່ງທີ່ພຣະເຢຊູຊົງໝາຍ ເຖິງເມື່ອພຣະອົງຊົງກ່າວໃນຂໍ້ຕໍ່ໄປໃນມັດທາຍ 24 ວ່າ:

“ແຕ່ຜູ້ທີ່ທົນໄດ້ຈົນເຖິງທີ່ສຸດ ຜູ້ນັ້ນຈະລອດ” (ມັດທາຍ 24:13)

ແມ່ນວ່າຖືກກຽດຊັງ,ແມ່ນວ່າຜູ້ພະຍາກອນປອມ,ແມ່ນວ່າ“ຄວາມຊົ່ວຊ້າ”,ການບໍ່ມີພຣະບັນຍັດຂອງພວກແອນໄທນໍມຽນຊື່ງເວົ້າວ່າເປັນຄຣິສຕຽນແຕ່ເຂົາບໍ່ແມ່ນ, ຄົນທີ່ການກັບໃຈ ໃຫມ່ແທ້ຈະ “ອົດທົນຈົນເຖິງທີ່ສຸດ” (ມັດທາຍ 24:9-13) ຄືກັບໃນເນື້ອໃນບົດເພງເກົ່າໆ

ຄວາມບາບລົບກວນ ສະໄໝໂລກມືດມົວ
ຄວາມຊົ່ວທະວີ ຄົນດີຕ້ອງໜັກໃຈ
ດຽວນີ້ເບີ່ງເຫັນ ເຄື່ອງໝາຍແຫ່ງລາສີ
ພຣະເຢຊູຈະກັບມາ ໃຈຂ້າຊື່ນໃຈຍິນດີ!
ຈະສະເດັດມາອີກເທື່ອ ຄືພຣະເຢຊູອົງນີ້
ພຣະອົງຈະສະເດັດມາ ແມ້ວ່າໂລກຫັນໜ້າໜີ
ຈະສະເດັດມາອີກເທື່ອ ຈະສະເດັດມາອີກເທື່ອ
ດ້ວຍລິດສະຫງ່າລາສີ ຈະສະເດັດມາອີກເທື່ອ
(“ພຣະອົງຈະສະເດັດມາອີກ”ໂດຍ:ເມໂບຈອນສ໌ຕັນແຄມ 1871-1937)

“ຖ້າເຮົາທົນຄວາມທຸກທໍລະມານ ເຮົາກໍຈະໄດ້ຄອບຄອງຮ່ວມກັບພຣະອົງດ້ວຍ ຖ້າເຮົາປະຕິເສດພຣະອົງ ພຣະອົງກໍຈະປະຕິເສດເຮົາເຊັ່ນດຽວກັນ” (2 ຕີໂມທຽວ 2:12)

ພຣະຄຣິດຊົງພ້ອມແລ້ວທີ່ຈະຊ່ວຍທ່ານໃຫ້ພົ້ນຈາກບາບຂອງທ່ານ, ພຣະອົງຊົງ ສິ້ນພຣະຊົນເທິງໄມ້ກາງແຂນເພື່ອຈ່າຍຄ່າໄຖ່ບາບໃຫ້ກັບທ່ານ, ພຣະອົງຊົງຫຼັງພຣະໂລ ຫິດຂອງພຣະອົງເພື່ອລ້າງຊໍາລະທ່ານຈາກຄວາມບາບທຸກຢ່າງ, ພຣະອົງຊົງຟື້ນຂື້ນຈາກ ຕາຍພ້ອມພຣະກາຍເພື່ອປະທານຊີວິດໃຫ້ແກ່ທ່ານ, ຂ້າພະເຈົ້າຂໍທ້າທາຍໃຫ້ທ່ານຫັນຫຼັງ
ຈາກບາບຂອງທ່ານ! ຈົ່ງກັບໃຈໃຫມ່ແລ້ວເຊື່ອວາງໃຈໃນພຣະເຢຊູ, ພຣະອົງຈະຊົງຊ່ວຍ
ທ່ານ! ພຣະອົງຈະຊົງຊ່ວຍທ່ານ! ພຣະອົງຈະຊົງຊ່ວຍທ່ານດຽວນີ້!

ຖ້າທ່ານຢາກຈະລົມກັບພວກເຮົາກ່ຽວກັບການຖືກໄຖ່ໂດຍພຣະເຢຊູ,ກະລຸນາອອກ ຈາກຕັ່ງຂອງທ່ານແລ້ວຍ່າງໄປຂ້າງຫຼັງຫ້ອງນີ້ຕອນນີ້ເລີຍ, ດຣ.ເຄແກນ ຈະພາທ່ານໄປ ບ່ອນງຽບໆເພື່ອອະທິຖານແລະໃຫ້ຄໍາປຶກສາ, ຍ່າງໄປຂ້າງຫຼັງຫ້ອງດຽວນີ້ເລີຍ ດຣ.ແຊນ ເຊີນມາອະທິຖານເພື່ອຄົນຈະເຊື່ອວາງໃຈໃນພຣະເຢຊູໃນເຊົ້ານີ້ແດ່. ເອແມນ!

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ່ານ ອາເບວ ພຣຸດໂຮມ 2 ຕີໂມທຽວ 2:3-12
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
“ພຣະບຸດຂອງພຣະເຈົ້າຕ້ອງເຮັດສົງຄາມ” (ໂດຍ:ເຣິຈິນໍເຮເບີ 1783-1826)


ໂຄງຮ່າງບົດເທດສະໜາ

ຄວາມທຸກທໍລະມານແລະການຄອບຄອງ

ໂດຍ: ດຣ ອາ.ແອວ.ໄຮເມີ ຈູເນຍ

“ຖ້າເຮົາທົນຄວາມທຸກທໍລະມານ ເຮົາກໍຈະໄດ້ຄອບຄອງຮ່ວມກັບພຣະອົງດ້ວຍ ຖ້າເຮົາປະຕິເສດພຣະອົງ ພຣະອົງກໍຈະປະຕິເສດເຮົາເຊັ່ນດຽວກັນ” (2 ຕີໂມທຽວ 2:12)

( 2 ຕີໂມທຽວ 2:11; ໂລມ 8:17)

I.  ໜື່ງ “ຖ້າເຮົາທຸກທໍລະມານກັບພຣະອົງເຮົາກໍຈະໄດ້ຄອບຄອງກັບພຣະອົງ”
ຢາໂກໂບ 2:17; ກິດຈະການ 14:22; 17:6; ລູກາ 9:23

II. ສອງ “ຖ້າເຮົາປະຕິເສດພຣະອົງ ພຣະອົງກໍຈະປະຕິເສດເຮົາເຊັ່ນດຽວກັນ”
ລູກາ 8:13; ມາລະໂກ 4:17; ມັດທາຍ 7:23; ຕີໂຕ 1:16;
ມັດທາຍ 24:12, 13