Print Sermon

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 215 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 36 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄວາມລັບແຫ່ງການຟື້ນຟູໃນປະເທດຈີນ

(ບົດເທດສະໜາໃນກາງເທດສະການລະດູໃບໄມ້ລົ່ນຂອງຄົນຈີນ)
THE SECRET OF REVIVAL IN CHINA
(A SERMON GIVEN AT THE CHINESE MID-AUTUMN FESTIVAL)
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ, ຈູເນຍ
by Dr. R. L. Hymers, Jr.

ບົດເທດສະນາທີ່ຄຣິສຕະຈັກແບ໊ບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 22/9/2013
A sermon preached at the Baptist Tabernacle of Los Angeles
Lord’s Day Morning, September 22, 2013

“ແຕ່ວ່າສິ່ງໃດທີ່ເຄີຍເປັນເຈົ້າປະໂຫຍດແກ່ຂ້າພະເຈົ້າ ຂ້າພະເຈົ້າຖືວ່າສິ່ງນັ້ນບໍ່ມີປະໂຫຍດແລ້ວເພື່ອເຫັນແກ່ພຣະຄຣິດ ທີ່ຈິງຂ້າພະເຈົ້າຖືວ່າສິ່ງສາລະພັດບໍ່ມີປະໂຫຍດເພາະເຫັນແກ່ຄວາມປະເສີດແຫ່ງຄວາມຮູ້ເຖິງພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າ ເພາະເຫດພຣະອົງ ຂ້າພະເຈົ້າຈຶ່ງໄດ້ຍອມສະລະສິ່ງສາລະພັດ ແລະຖືວ່າສິ່ງເຫລົ່ານັ້ນເປັນເໝືອນຂີ້ເຫຍື່ອ ເພື່ອຂ້າພະເຈົ້າຈະໄດ້ພຣະຄຣິດ” (ຟີລິບປອຍ 3:7-8)


ຂໍ້ທີ່ເຈັດບອກເຮົາກ່ຽວກັບເປົາໂລວ່າລາວລອດໄດ້ແນວໃດ

“ແຕ່ວ່າສິ່ງໃດທີ່ເຄີຍເປັນເຈົ້າປະໂຫຍດແກ່ຂ້າພະເຈົ້າ ຂ້າພະເຈົ້າຖືວ່າສິ່ງນັ້ນບໍ່ມີປະໂຫຍດແລ້ວເພື່ອເຫັນແກ່ພຣະຄຣິດ” (ຟີລິບປອຍ 3:7)

ຊີວິດຂອງລາວໄດ້ປີ້ນກັບໜ້າມືເປັນຫຼັງມືຕອນທີ່ລາວໄດ້ຮັບຄວາມລອດ, ສິ່ງທີ່ລາວຄິດວ່າ ດີນັ້ນ ລາວຖືວ່າບໍ່ດີ, ກ່ອນທີ່ລາວຈະກັບໃຈໃຫມ່ນັ້ນລາວໄດ້ຂົ່ມເຫງພວກຄຣິສຕຽນແລະ ປະຕິເສດພຣະຄຣິດ.ແຕ່ເມື່ອລາວກັບໃຈໃຫມ່ແລ້ວລາວໄດ້ປະຕິເສດຄວາມບໍ່ເຊື່ອຂອງລາວ ແລ້ວວາງຄວາມເຊື່ອທັງໝົດລົງທີ່ພຣະເຢຊູຄຣິດ.

ມີຊ່ວງໄລຍະເວລາທີ່ຜ່ານໄປແລ້ວລະຫວ່າງຂໍ້ທີ່ 7ແລະ 8, ມັນຄືຈຸດລະຫວ່າງ ການກັບໃຈຂອງເປົາໂລແລະຊ່ວງເວລາທີ່ລາວຂຽນຈົດໝາຍນີ້ເຖິງຊາວຟີລິບປອຍ, ລະ ຫວ່າງຈຸດນີ້ເອງທີ່ລາວໄດ້ເດີນທາງໃນຖານະເປັນມິດຊັນນາຣີ, ແຕ່ຕອນນີ້ລາວຕິດຄຸກຢູ່ ເມືອງໂຣມແລ້ວລາວໄດ້ເວົ້າວ່າ:

“ທີ່ຈິງຂ້າພະເຈົ້າຖືວ່າສິ່ງສາລະພັດບໍ່ມີປະໂຫຍດເພາະເຫັນແກ່ຄວາມປະເສີດແຫ່ງຄວາມຮູ້ເຖິງພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າ ເພາະເຫດພຣະອົງ ຂ້າພະເຈົ້າຈຶ່ງໄດ້ຍອມສະລະສິ່ງສາລະພັດ ແລະຖືວ່າສິ່ງເຫລົ່ານັ້ນເປັນເໝືອນຂີ້ເຫຍື່ອ ເພື່ອຂ້າພະເຈົ້າຈະໄດ້ພຣະຄຣິດ” (ຟີລິບປອຍ 3:7-8)

ເປົາໂລກ່າວວ່າລາວໄດ້ຢູ່ເພື່ອພຣະຄຣິດນັບຕັ້ງແຕ່ວັນທີ່ລາວໄດ້ກັບໃຈໃຫມ່ແລ້ວ, ລາວໄດ້ສູນເສຍທຸກສິ່ງທຸກຢ່າງ,ແຕ່ສິ່ງທີ່ລາວສູນເສຍລາວຖືວ່າບໍ່ມັນມີຄ່າຫຍັງເລີຍ,ບໍ່ມີ ຫຍັງເລີຍຄືກັບຂີ້ເຫຍື່ອ, ມັນເປັນຄໍາແຮງຫຼາຍ! ລາວໄດ້ຖີ້ມທຸກສິ່ງທີ່ລາວເຄີຍຮັກລົງໃນ ຫ້ອງນໍ້າ, ລາວສະແຫວງຫາພຣະຄຣິດພຽງຜູ້ດຽວ! ສິ່ງທີ່ລາວຄິດວ່າມັນສໍາຄັນທີ່ສຸດໃນຊີ ວິດຕອນນີ້ລາວໄດ້ຖີ້ມມັນລົງຖັງຂີ້ເຫຍື່ອແລ້ວ! ພຣະຄຣິດຜູ້ດຽວຄືເປົ້າໝາຍແລະຈຸດປະ ສົງໃນຊີວິດຂອງລາວ!.

ຕອນທີ່ຂ້າພະເຈົ້າເປັນໄວລຸ້ນຂ້າພະເຈົ້າໄດ້ໄປບ້ານຂອງພີ່ນ້ອງ, ພວກເຂົາມີເງີນ ຫຼາຍ, ແຕ່ເບິ່ງຄືວ່າເຂົາວາງເປົ່າແລະຜິດຕໍ່ຂ້າພະເຈົ້າ, ຂ້າພະເຈົ້າຄິດວ່າພຣະເຈົ້າຊົງສະ ແດງໃຫ້ຂ້າພະເຈົ້າເຫັນແບບນັ້ນ, ພວກເຂົາມີທຸກສິ່ງທຸກຢ່າງແຕ່ບໍ່ພວກເຂົາບໍພໍໃຈກັບມັນ, ຂ້າພະເຈົ້າຄິດວ່າ “ຄົນພວກນີ້ບໍ່ມີໃນສິ່ງທີ່ຂ້າພະເຈົ້າຕ້ອງການ”

ບໍ່ພໍເທົ່າໃດປີຕໍ່ມາຂ້າພະເຈົ້າໄດ້ໄປບ້ານມິດຊັນນາຣີທີ່ພວກຜູ້ອາວຸໂສຈໍານວນໜື່ງ ອາໄສຢູ່, ຂ້າພະເຈົ້າຍັງເຫັນໃບໜ້າຂອງເຂົາໃນຄວາມຄິດຂອງຂ້າພະເຈົ້າຈົນຮອດຕອນນີ້ ເຂົາເປັນຄົນທີ່ມີສັນຕິສຸກຫຼາຍແລະຄວາມຍິນດີຫຼາຍ!, ພວກເຂົາບໍ່ໄດ້ເປັນເຈົ້າຂອງສິ່ງ ໃດໃນໂລກນີ້, ພວກເຂົາຕ້ອງອາໄສຢູ່ໃນບ້ານຂອງພວກມິດຊັນນາຣີເພາະວ່າເຂົາບໍ່ມີ ເຮືອນເປັນຂອງຕົນເອງ, ແຕ່ເຂົາມີບາງສີ່ງທີ່ພີ່ນ້ອງຜູ້ລໍ່າລວຍຂອງຂ້າພະເຈົ້າບໍ່ມີ- ພວກ ເຂົາມີຄວາມພໍໃຈໃນຊີວິດຫຼາຍ, ພວກເຂົາມີສັນຕິສຸກໃນຫົວໃຈ,ຂ້າພະເຈົ້າຈື່ໄດ້ວ່າມີຜູ້ຊາຍ ເຖົ້າຄົນໜື່ງທີ່ມີຜົມຂາວງາມບໍລິສຸດຫວີໄປຂ້າງຫຼັງ, ລາວຊື່ວ່າຟັອກຊ໌, ມີຕາສີຟ້າເລິກແລະ ສໍານຽງອ່ອນນຸ້ມ, ລາວເຄີຍເປັນມິດຊັນນາຣີຢູ່ປະເທດຈີນກ່ອນທີ່ພວກຄອມມູນິດຈະມາຍຶດ ຄອງ, ຈື່ໄດ້ວ່າຂ້າພະເຈົ້າກໍາລັງຄິດວ່າ “ຂ້າພະເຈົ້າຢາກຈະເປັນຄືກັບລາວຕອນທີ່ເຖົ້າຫຼາຍ ແລ້ວ ບໍ່ແມ່ນຄືກັບພີ່ນ້ອງທີ່ລວຍພວກນັ້ນ.

ຂ້າພະເຈົ້າຈື່ໄດ້ວ່າເຄີຍໄປບ້ານຢູ່ແຖວລອງບີສໃນປີ 1962 ມັນມີຄົນເຕັມໄປ ໝົດ-ຍັດກັນຢູ່ໃນຫ້ອງແຄບໆ, ຫຼັງຈາກນັ້ນແກລດດີອຽວເວີດກໍຍ່າງມາເວົ້ານໍາ, ລາວເປັນ ມິດຊັນນາລີທີ່ມີຊື່ຫຼາຍທີ່ໄປປະເທດຈີນ, ຕອນນີ້ລາວອາຍຸໄດ້ເຈັດສິບຫ້າປີແລ້ວ, ລາວມີ ດວງຕາທີ່ມີຄວາມສຸກທີ່ສຸດເທົ່າທີ່ຂ້າພະເຈົ້າເຄີຍເຫັນມາ, ລາວບໍ່ໄດ້ເປັນເຈົ້າຂອງອັນໃດ ລາວເປັນຄົນບໍ່ມີເງີນແຕ່ລາວມີຄວາມສຸກທີ່ພີ່ນ້ອງທີ່ເປັນເສດຖີຂອງຂ້າພະເຈົ້າບໍ່ເຄີຍຮູ້ຈັກ, ຂ້າພະເຈົ້າກໍາລັງຄິດວ່າ “ຂ້າພະເຈົ້າບໍ່ຢາກເປັນຄືກັບເຂົາເຈົ້າ, ຂ້າພະເຈົ້!ຢາກເປັນຄື ກັບອຽວເວີດ” ລາວໄດ້ໄປເປັນມິດຊັນນາລີຢູ່ປະເທດຈີນໃນຖານະຍິງສາວຄົນໜື່ງລາວຢູ່ ຈົນເຖິງປີຄ.ສ.1952, ຕອນທີ່ລາວອອກຈາກປະເທດຈີນລາວໄດ້ພາເດັກນ້ອຍຄົນຈີນກຸ່ມ ໃຫຍ່ກຸ່ມໜື່ງອອກມາກັບລາວ, ສ່ຽງຊີວິດຂອງຕົນເອງດ້ວຍການພາພວກເຂົາຂ້າມພູທີ່ອັນ ຕະຫຼາຍເພື່ອອິດສະຫຼະພາບ,ພວກຮໍລີວູດໄດ້ເອົາເລື່ອງລາວເຫຼົ່ານີ້ໄປສ້າງເປັນໜັງ“ “The Inn of the Sixth Happiness.” ພວກເຂົາໄດ້ປ່ຽນແປງບາງອັນແຕ່ພື້ນຖານຂອງເລື່ອງກໍຢູ່ ໃນໜັງ, ລາວໄດ້ຮຽນຮູ້ເຖິງຄວາມລັບແຫ່ງການເສຍສະຫຼະຕົນເອງທີ່ອາຈານເປົາໂລໄດ້ ເວົ້າເຖິງ:

“ແຕ່ວ່າສິ່ງໃດທີ່ເຄີຍເປັນເຈົ້າປະໂຫຍດແກ່ຂ້າພະເຈົ້າ ຂ້າພະເຈົ້າຖືວ່າສິ່ງນັ້ນບໍ່ມີປະໂຫຍດແລ້ວເພື່ອເຫັນແກ່ພຣະຄຣິດ ທີ່ຈິງຂ້າພະເຈົ້າຖືວ່າສິ່ງສາລະພັດບໍ່ມີປະໂຫຍດເພາະເຫັນແກ່ຄວາມປະເສີດແຫ່ງຄວາມຮູ້ເຖິງພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າ ເພາະເຫດພຣະອົງ ຂ້າພະເຈົ້າຈຶ່ງໄດ້ຍອມສະລະສິ່ງສາລະພັດ ແລະຖືວ່າສິ່ງເຫລົ່ານັ້ນເປັນເໝືອນຂີ້ເຫຍື່ອ ເພື່ອຂ້າພະເຈົ້າຈະໄດ້ພຣະຄຣິດ” (ຟີລິບປອຍ 3:7-8)

ນາງອຽວເວີດມີຊີວິດຄືກັບທີ່ບົດເພງຂອງດຣ.ຈອນ.ອາ.ໄຣສ໌
ທຸກສິ່ງທີ່ໃຈຂ້າຮັກ,ທຸກສິ່ງທີ່ຂ້າຝັນເຖິງ
     ພຣະເຢຊູເຈົ້າຂ້າຂໍຊົງເຮັດໃຫ້ເປັນຂອງພຣະອົງຜູ້ດຽວ ທຸກສິ່ງທີ່ຂ້າເປັນ, ທຸກສິ່ງທີ່ຂ້າເປັນໄດ້
     ພຣະເຢຊູເຈົ້າຂ້າຂໍຊົງຂໍໃຫ້ເປັນຂອງພຣະອົງ
(“ທຸກສິ່ງທີ່ໃຈຂ້າຮັກ” ໂດຍ:ດຣ.ຈອນ.ອາ.ໄຣສ໌ 1895-1980)

ສິດຍາພິບານຂອງຂ້າພະເຈົ້າ ດຣ.ທິໂມທີລິນມາຈາກປະເທດຈີນເຂົ້າສູ່ອາເມລິກາ ໃນປີ 1940 ເພື່ອມາຮຽນເອົາໃບປະກາດປະລິນຍາໂທຂະແໜງສາສະໜາສາດແລະປະ ລິນຍາເອກໃນພາສາຮິບຣູແລະພາສາຕ່າງໆທີ່ກ່ຽວຂ້ອງ, ລາວມາຈາກການສອນໃນໂຮງ ຮຽນມະຫາວິທະຍາໄລບ໋ອບໂຈນເພື່ອເປັນສິດຍາພິບານທີ່ຄຣິສຕະຈັກແຫ່ງທໍາອິດຂອງຄົນ ຈີນໃນປີ 1961, ບໍ່ເທົ່າໃດເດືອນຕໍ່ມາຫຼັງຈາກທີ່ຂ້າພະເຈົ້າເຂົ້າຮ່ວມຄຣິສຕະຈັກແຫ່ງນັ້ນ ຕອນອາຍຸສິບເກົ້າປີ, ດຣ.ລິນໄດ້ໃຫ້ບັບຕິດສະມາແກ່ຂ້າພະເຈົ້າຫຼັງຈາກທີ່ີຂ້າພະເຈົ້າໄດ້ ກັບໃຈໃນວິທະຍາໄລໄບໂອລາ, ລາວໄດ້ເປັນປະທານຄະນະກໍາມະການທີ່ໄດ້ເຈີມຕັ້ງຂ້າ ພະເຈົ້າໃຫ້ເປັນຜູ້ຮັບໃຊ້ເຊັ່ນດຽວກັນ, ທີ່ຄຣິສຕະຈັກຊາວຈີນນັ້ນໃນປີ 1972 ມັນຄືຊ່ວງ ເວລາພິເສດທີ່ຍິ່ງໃຫຍ່ສໍາຫຼັບຂ້າພະເຈົ້າທີ່ໄດ້ຢູ່ໃນຄຣິສຕະຈັກຂອງລາວໃນຊ່ວງເວລາທີ່ ພຣະເຈົ້າໄດ້ສົ່ງການຟື້ນຟູມາທີ່ເລີ່ມຂື້ນໃນທ້າຍປີ 1960 ແລະ ສືບຕໍ່ສົ່ງຄື້ນນີ້ຈົນເຖິງປີ 1970, ຂ້າພະເຈົ້າໄດ້ເຂົ້າຮ່ວມການປະຊຸມອະທິຖານທີ່ຕື່ມເຕັມດ້ວຍພຣະວິນຍານໃນຫຼາຍ ໆເທື່ອແລະເຂົ້າຮ່ວມການປະຊຸມເປີດແຫ່ງການສາລະພາບແລະກ່າວຄໍາພະຍານ,ມັກເກີດ ຕອນທ້າຍໆເປັນເວລາຫຼາຍຊົ່ວໂມງຈົນເດິກ, ຂ້າພະເຈົ້າໄດ້ມີໂອກາດໄດ້ເທດສະໜາຫຼາຍ ເທື່ອຢູ່ໃນການປະຊຸມຊ່ວງການຟື້ນຟູເຫຼົ່ານັ້ນ, ມີການປະຊຸມຄັ້ງໜື່ງເມື່ອຂ້າພະເຈົ້າໄດ້ເທດ ສະໜາມີຄົນໜຸ່ມສາວ 46 ຮັບເຊື່ອໃນພຣະຄຣິດ, ພວກເຂົາສ່ວນຫຼາຍແລ້ວຍັງເຂົ້າຮ່ວມ ນະມັດສະການທີ່ຄຣິສຕະຈັກຫຼາຍກວ່າ 40 ປີມາແລ້ວ, ດຣ.ລິນສອນພວກເຮົາວ່າ:ການ ຟື້ນຟູທີ່ແທ້ຈິງຈະເກີດຂື້ນໃນຄຣິສຕະຈັກຖ້າຫາກສະມາຊິກມີຊີວິດທີ່ບໍລິສຸດແລະອະທິຖານ ຢ່າງສະໝໍ່າສະເໝີເພື່ອໃຫ້ພຣະພັກຂອງພຣະເຈົ້າຢູ່ໃນຖ້າມກາງພວກເຂົາ.

ດຣ.ລິນບໍ່ເຄີຍເປັນແບບຊາວອາເມລິກາແທ້, ລາວເຮັດໂຕຄືກັບອາຈານທີ່ຢູ່ໃນປະ ເທດຈີນສະເໝີ, ລາວໄດ້ອຸທິດຊີວິດເຕັມໆໃຫ້ກັບພຣະເຢຊູຄຣິດ, ລາວໃຊ້ເວລາສ່ວນຫຼາຍ ໃນການອະທິຖານແລະອົດອາຫານ, ຂ້າພະເຈົ້າເຊື່ອວ່ານີ້ແລະຄືເຫດຜົນທີ່ວ່າເປັນຫຍັງ ພຣະເຈົ້າຈື່ງສາມາດສົ່ງການຟື້ນຟູ່ມາໃຫ້ໄດ້, ຄຣິສຕະຈັກໄດ້ຈະເລີນເຕີບໂຕຂື້ນຈາກ 80 ຄົນຕອນທີ່ຂ້າພະເຈົ້າເຂົ້າຮ່ວມໃນປີ 1961 ເປັນຫຼາຍພັນຄົນຕອນທີ່ການຟື້ນຟູ່ສິ້ນສຸດລົງ, ຫຼັງຈາກນັ້ນ ດຣ.ລິນກໍໄດ້ໄປເປັນປະທານການສໍາມະນາຂ່າວປະເສີດຂອງຄົນຈີນໃນໃຕ້ ຫວັນ, ເຫດສັນນັ້ນຂ້າພະເຈົ້າຈື່ງໄດ້ມີໂອກາດໃນຖານະຄົນໜຸ່ມຖືກນໍາສະເໜີໃນການ ເຄື່ອນໄຫວຂອງພຣະເຈົ້ານັ້ນຄືໃນຫຼາຍໆທາງທີ່ຄ່ອນຂ້າງຄ້າຍຄືກັນທີ່ການຟື້ນຟູໄດ້ມາເຖິງ “ຄຣິສຕະ ຈັກບ້ານທັງຫຼາຍ” ໃນປະເທດສາທາລະນະລັດປະຊາຊົນຈີນ, ຂ້າພະເຈົ້າເປັນ ພະຍານດ້ວຍສາຍຕາເຖິງການຟື້ນຟູແບບທີ່ຂ້າພະເຈົ້າບໍ່ເຄີຍເຫັນມາກ່ອນຍົກເວັ້ນຄັ້ງໜື່ງ ຂອງອັດຕາສ່ວນທີ່ໜ້ອຍຫຼາຍໃນຄຣິສຕະຈັກເຄົາເຄຊຽນ, ການຟື້ນຟູບໍ່ໄດ້ມາເຖິງຄຣິສຕະ ຈັກຂອງດຣ.ລິນຜ່ານການໃຊ້ລໍາໂພງຢູ່ນອກຫຼືເຕັກນິກພິເສດຕ່າງໆ, ມັນມາໃນຊ່ວງຂອງ ການສາລະພາບບາບຢ່າງເອົາຈິງເອົາຈັງ, ການອະທິຖານຍືດຍາວແລະການເທດສະໜາ ຢ່າງຮ້ອນຮົນເຖິງເລື່ອງບາບ,ການພິພາກສາ,ການປະຕິເສດຕົວເອງແລະກາງແຂນຂອງ ພຣະຄຣິດ! ໜື່ງໃນບົດເພງທີ່ພວກເຮົາຮ້ອງຊໍ້າໃນການຟື້ນຟູຄື “ຂາວກວ່າຫິມະ”

ພຣະເຢຊູເຈົ້າ ຂ້າຢາກສົມບູນແບບທັງໝົດ
   ຂ້າຢາກໃຫ້ພຣະອົງຢູ່ໃນໃຈຂ້າສະເໝີໄປ
ຂໍຊົງທໍາລາຍຮູບເຄົາລົບ, ໂຍນສັດຕູອອກໄປ
   ຂໍຊົງຊໍາລະຂ້າດຽວນີ້ເພື່ອຂ້າຈະຂາວກວ່າຫິມະ

ພຣະເຢຊູເຈົ້າຂໍຊົງແນມລົງມາຈາກບັນລັງຂອງພຣະອົງ
   ຂໍຊົງຊ່ວຍຂ້າໃຫ້ສໍາເລັດການຖະວາຍຕົວດ້ວຍ
ຂ້າມອບຖະວາຍຊີວິດແລະທຸກສິ່ງທີ່ຂ້າຮູ້
   ຂໍຊົງຊໍາລະຂ້າດຽວນີ້ເພື່ອຂ້າຈະຂາວກວ່າຫິມະ
ຂາວກວ່າຫິມະ ຖືກຕ້ອງ ຂາວກວ່າຫິມະ
   ຂໍຊົງຊໍາລະຂ້າດຽວນີ້ເພື່ອຂ້າຈະຂາວກວ່າຫິມະ
(“ຂາວກວ່າຫິມະ” ໂດຍ:ເຈມນິໂຄສັນ 1828-1896)

ເພື່ອໄດ້ປະສົບການການກັບໃຈໃຫມ່ທີ່ແທ້ຈິງແລະການຟື້ນຟູທີ່ແທ້ຈິງ, ພວກເຮົາ ຈະຕ້ອງເຮັດຕາມຕົວຢ່າງຂອງອາຈານເປົາໂລ ຊື່ງເວົ້າວ່າ:

“ແຕ່ວ່າສິ່ງໃດທີ່ເຄີຍເປັນເຈົ້າປະໂຫຍດແກ່ຂ້າພະເຈົ້າ ຂ້າພະເຈົ້າຖືວ່າສິ່ງນັ້ນບໍ່ມີປະໂຫຍດແລ້ວເພື່ອເຫັນແກ່ພຣະຄຣິດ ທີ່ຈິງຂ້າພະເຈົ້າຖືວ່າສິ່ງສາລະພັດບໍ່ມີປະໂຫຍດເພາະເຫັນແກ່ຄວາມປະເສີດແຫ່ງຄວາມຮູ້ເຖິງພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງຂ້າພະເຈົ້າ ເພາະເຫດພຣະອົງ ຂ້າພະເຈົ້າຈຶ່ງໄດ້ຍອມສະລະສິ່ງສາລະພັດ ແລະຖືວ່າສິ່ງເຫລົ່ານັ້ນເປັນເໝືອນຂີ້ເຫຍື່ອ ເພື່ອຂ້າພະເຈົ້າຈະໄດ້ພຣະຄຣິດ” (ຟີລິບປອຍ 3:7-8)

ທຸກສິ່ງທີ່ໃຈຂ້າຮັກ, ທຸກສິ່ງທີ່ຂ້າຝັນເຖິງ
   ພຣະເຢຊູເຈົ້າຂ້າຂໍຊົງເຮັດໃຫ້ເປັນຂອງພຣະອົງຜູ້ດຽວ
ທຸກສິ່ງທີ່ຂ້າເປັນ, ທຸກສິ່ງທີ່ຂ້າເປັນໄດ້
   ພຣະເຢຊູເຈົ້າຂ້າຂໍຊົງຂໍໃຫ້ເປັນຂອງພຣະອົງ

ໃຫ້ເຮົາລຸກຂື້ນແລ້ວຮ້ອງກັບຂ້າພະເຈົ້າ

ທຸກສິ່ງທີ່ໃຈຂ້າຮັກ, ທຸກສິ່ງທີ່ຂ້າຝັນເຖິງ
   ພຣະເຢຊູເຈົ້າຂ້າຂໍຊົງເຮັດໃຫ້ເປັນຂອງພຣະອົງຜູ້ດຽວ
ທຸກສິ່ງທີ່ຂ້າເປັນ, ທຸກສິ່ງທີ່ຂ້າເປັນໄດ້
   ພຣະເຢຊູເຈົ້າຂ້າຂໍຊົງຂໍໃຫ້ເປັນຂອງພຣະອົງ

ເຊີນນັ່ງລົງໄດ້.

ວາລະສານໂລກ World Magazine(5/8/2013) ລາຍງານວ່າອາຈານຊາມູເອວແລມ (1924-2013)ທີ່ຕາຍເດືອນແລ້ວນີ້ໃນວັນທີ 3/8/2013 ອາຍຸໄດ້ 88 ປີ,ທ່ານຄືໜື່ງໃນ ສິດຍາພິບານທີ່ມີຊື່ສຽງໂດ່ງດັງໃນເລື່ອງ “ຄຣິສຕະຈັກບ້ານ” ຢູ່ປະເທດຈີນ, ອາຈານແລມ (ພາສາຈີນເອີ້ນວ່າຊິນຊຽງເກົາ)ເປັນລູກຊາຍຂອງຜູ້ຮັບໃຊ້ແບ໊ບຕິດຄົນໜື່ງ, ທ່ານໄດ້ເທດ ສະໜາຄັ້ງທໍາອິດຕອນທີ່ມີອາຍຸພຽງ 19 ປີ, ຕອນທີ່ປະເທດຈີນຢູ່ໃຕ້ການຄວບຄຸມຂອງ ພວກຄອມມູນິດພາຍໃຕ້ການນໍາຂອງເໝົາເຈີຕຸງ,ພວກເຈົ້າໜ້າທີ່ໄດ້ຈັບໂຕອາຈານແລມໃນ ປີ 1955, ທ່ານຖືກຕັ້ງຂໍ້ຫາວ່າ “ຕໍ່ຕ້ານລະບົບປະຕິວັດ” ດ້ວຍການປະຕິເສດບໍ່ເຂົ້າຮ່ວມ “ຄຣິສຕະຈັກຕຣີເຊວ”ທີ່ພວກຄອມມູນິດສະໜັບສະໜູນຢູ່, ທ່ານປະຕິເສດທີ່ຈະເຂົ້າຮ່ວມ ເພາະຄຣິສຕະຈັກທີ່ດໍາເນີນການໂດຍພວກຄອມມູນິດໄດ້ສັ່ງຫ້າມສອນຄົນທີ່ມີອາຍຸຕໍ່າກວ່າ 18 ປີ,ແລະຫ້າມບໍ່ໃຫ້ສິດຍາພິບານຄົນໃດເທດສະໜາເລື່ອງການຟື້ນຂື້ນມາຈາກຕາຍແລະ ການສະເດັດມາຄັ້ງທີ່ສອງຂອງພຣະເຢຊູ, ຫຼັງຈາກເກືອບສອງປີທີ່ຢູ່ໃນຄຸກທ່ານກໍຖືກປ່ອຍ ໂຕໃນປີ 1957, ອີກຫ້າເດືອນຕໍ່ມາທ່ານກໍຖືກຈັບອີກແລ້ວຖືກສົ່ງໄປແຄມຄົນງານເປັນເວ ລາ 19 ປີ, ພັນລະຍາຂອງທ່ານຕ້ອງເຮັດວຽກຢູ່ບໍ່ແຮ່ຖ່ານຫີນບ່ອນທີ່ນາງໄດ້ຕາຍຈາກ ໃນຂະນະທີ່ອາຈານແລມຍັງຕິດຄຸກຢູ່,

ພາຍຫຼັງກວ່າ 20 ປີທີ່ຖືກກີດກັ້ນທ່ານກໍຖືກປ່ອຍໂຕອອກມາ, ທ່ານກໍຟ້າວເປີດ “ຄຣິສຕະຈັກບ້ານ”ຂອງທ່ານຄືນອີກຢູ່ໃນກວາງໂຈ, ທ່ານກໍຍັງຄົງປະຕິເສດການເຂົ້າຮ່ວມ “ຄຣິສຕະຈັກຕຣີເຊວ”ທີ່ພວກຄອມມູນິດດໍາເນີນການ, ທ່ານຢືນຢັນວ່າຄຣິສຕຽນເຊື່ອຟັງ ລັດຖະບານຍົກເວັ້ນມັນຂັດແຍ້ງກັບພຣະຄໍາພີ, ແຕ່ທ່ານກ່າວອີດວ່າ “ກົດໝາຍຂອງພຣະ ເຈົ້າ ສໍາຄັນກວ່າກົດໝາຍຂອງມະນຸດ”

ພາຍໃຕ້ການນໍາຂອງທ່ານຄຣິສຕະຈັກບ້ານໄດ້ເຕີບໃຫຍ່ຂື້ນຈາກສະມາຊິກ 400 ຄົນໃນປີ 1997 ຈົນເຖິງ 4,000 ຄົນໃນປະຈຸບັນນີ້, ວິດີໂອທີ່ຖ່າຍໃນຄຣິສຕະຈັກໃນປີ 2011 ສະແດງໃຫ້ເຫັນການເທດສະໜາຂອງອາຈານແລມຕໍ່ຜູ້ຄົນໃນຫ້ອງ, ວິດີໂອທີ່ຖ່າຍ ທອດສົດຄໍາເທດສະໜາໃສ່ຫ້ອງອື່ນໆເປັນຈໍານວນຫຼາຍທີ່ຢູ່ໃນຕຶກ, ແຕ່ລະຫ້ອງຖືກອັດ ແໜ້ນເຕັມຝາດ້ວຍຜູ້ເຂົ້າຮ່ວມຮັບຝັງ, ເມື່ອການນະມັດສິ້ນສຸດລົງກຸ່ມຄົນໃຫຍ່ໄດ້ຫຼັງໄຫຼ ອອກມາທີ່ປະຕູຈົນເຕັມຖະໜົນອ້ອມຮອບຕຶກ.

ພວກເຈົ້າໜ້າທີ່ພວກຄອມມູນິດຮູ້ດີກ່ຽວກັບຄຣິສຕະຈັກທີ່ບໍ່ໄດ້ຈົດທະບຽນນີ້ແຕ່ກໍບໍ່ພະຍາຍາມປິດມັນອີກ,ໃນປີ1997 ອາຈານແລມໄດ້ບອກກັບນັກຂຽນຄໍລໍາຊາວອາເມລິກາຊື່ ຄັນໂທມັສວ່ານີ້ເປັນເພາະວ່າພວກເຂົາໄດ້ຮຽນຮູ້ບົດຮຽນຂອງເຂົາ, ທ່ານກ່າວວ່າ“ທຸກເທື່ອ ທີ່ພວກເຂົາຈັບຂ້າພະເຈົ້າແລ້ວສົ່ງຂ້າພະເຈົ້າເຂົ້າໄປຄຸກຄຣິສຕະຈັກກໍຈະເລີນຂື້ນ, ການ ຂົ່ມເຫງເປັນເລື່ອງດີຕໍ່ພວກເຮົາ, ພວກເຂົາຂົ່ມເຫງພວກເຮົາຫຼາຍເທົ່າໃດຄຣິສຕະຈັກກໍຈະ ເລີນເຕີບໃຫຍ່ຂື້ນເທົ່ານັ້ນ, ນັ້ນແລະຄືປະຫວັດຄວາມເປັນມາຂອງຄຣິສຕະຈັກ”

ການປະພຶດຂອງລັດຖະບານຈີນທີ່ມີຕໍ່ຄຣິສຕະຈັກບ້ານທັງຫຼາຍແຕກຕ່າງກັນຈາກ ຂົງເຂດຕໍ່ຂົງເຂດນັ້ນ, ຂະນະທີ່ບາງແຫ່ງຄືກັບຄຣິສຕະຈັກຂອງອາຈານແລມ,ມີຄວາມຍິນ ດີຕໍ່ອິດສະຫຼະພາບ,ແຕ່ບາງແຫ່ງຍັງປະເຊີນກັບການກໍ່ກວນຢູ່, ໃນເດືອນ 7 ປີ 2013 ຕໍາ ຫລວດຄອມມູນິດໄດ້ເຂົ້າກວດຄົ້ນຄຣິສະຕຈັກບ້ານສອງແຫ່ງໃນແຂວງຊິນຈຽງ, ພວກເຂົາ ຈັບຜູ້ນໍາສອງຄົນແລະປັບໄໝພວກເຂົາຂໍ້ຫາທີ່ “ຊຸມນຸມກັນຜິດກົດໝາຍ”

ອາຈານແລມບອກມັກຈະບອກກັບບັນດາຜູ້ນໍາຄຣິສຕະຈັກບ້ານໃນປະເທດຈີນວ່າ ຄວາມທຸກລໍາບາກຄືສ່ວນໜື່ງຂອງຊີວິດຄຣິສຕຽນ, ທ່ານກ່າວວ່າ“ພວກເຮົາຕ້ອງກຽມພ້ອມ ທີ່ຈະທຸກທໍລະມານ,ພວກເຮົາຕ້ອງກຽມພ້ອມກັບຄວາມຈິງທີ່ວ່າເຮົາອາດຈະຖືກຈັບ, ກ່ອນທີ່ ຂ້າພະເຈົ້າຈະຖືກສົ່ງໄປຢູ່ຄຸກ,ຂ້າພະເຈົ້າໄດ້ກຽມກະເປົາເຄື່ອງພ້ອມດ້ວຍເກີບ,ແປງຖູແຂ້ວ ແລ້ວ, ປະຈຸບັນນີ້ພວກເຈົ້າໜ້າທີ່ບໍ່ໄດ້ມາລົບກວນພວກເຮົາແລ້ວແຕ່ມື້ອື່ນທຸກສິ່ງອາດຈະ ແຕກຕ່າງ, ຂ້າພະເຈົ້າອະທິຖານວ່າພວກເຮົາຈະໄດ້ຮັບກໍາລັງເພື່ອທີ່ຈະຢືນຢັດ” ອາຈານ ແລມຖືກຮູ້ຈັກດີດ້ວຍຄໍາເວົ້າທີ່ວ່າ “ແຮງຂົ່ມເຫງຫຼາຍເທົ່າໃດແຮງຈະເລີນຂື້ນຫຼາຍເທົ່ານັ້ນ”

ປະຈຸບັນນີ້ມີການນັບຈໍານວນວ່າມີຄຣິສຕຽນຫຼາຍກວ່າ 100 ລ້ານຄົນເປັນສະມາ ຊິກຂອງຄຣິສຕະຈັກບ້ານໃນປະເທດຈີນ, ຄຣິສຕະຈັກເຫຼົ່ານີ້ຕັ້ງຢູ່ໃນທຸກບ່ອນຂອງປະເທດ ຈີນຊື່ງລວມເຖິງເມືອງໃຫຍ່ແລະມະຫາວິທະຍາໄລຕ່າງໆ, ມັນຖືກນັບວ່ານັກສຶກສາ 1 ໃນ 10 ຄົນທີ່ຢູ່ໃນມະຫາໄລໃຫຍ່ຕອນນີ້ເປັນຄຣິສຕຽນ, ມີຄົນໃຫມ່ກັບໃຈໃຫມ່ເປັນໝື່ນໆຄົນ ທຸກໆປີ, ຄົນກຸ່ມນີ້ລວມທຸກວິຊາອາຊີບ,ທ່ານໝໍ,ທະນາຍຄວາມ,ນັກຊ່ຽວຊານແລະແມ່ນກະ ທັ່ງຄົນໃນຫ້ອງການພວກຄອມມູນິດ (see David Aikman, Ph.D., Jesus in Beijing: How Christianity is Transforming China and Changing the Global Balance of Power, Regnery Publishing, Inc., 2003; paperback edition published in 2006).

ໜັງສືຂອງດຣ.ໄອແມນມີໜ້າທີ່ພິເສດຄື “ເພື່ອເປັນທີ່ລະນຶກຂອງຄຣິສຕຽນທຸກຄົນ ທັງຄົນຈີນແລະຊາວຕ່າງປະເທດຜູ້ຊື່ງຕາຍໃນປະເທດຈີນໃນຖານະຜູ້ພີຊີບເພື່ອຄວາມເຊື່ອ ຂອງເຂົາຕັ້ງແຕ່ ຄ.ສ. 635 ເຖິງສະໄໝປະຈຸບັນນີ້” “ທຸກສິ່ງທີ່ໃຈຂ້າຮັກ” - ຮ້ອງນໍາກັນ

ທຸກສິ່ງທີ່ໃຈຂ້າຮັກ, ທຸກສິ່ງທີ່ຂ້າຝັນເຖິງ
   ພຣະເຢຊູເຈົ້າຂ້າຂໍຊົງເຮັດໃຫ້ເປັນຂອງພຣະອົງຜູ້ດຽວ
ທຸກສິ່ງທີ່ຂ້າເປັນ, ທຸກສິ່ງທີ່ຂ້າເປັນໄດ້
   ພຣະເຢຊູເຈົ້າຂ້າຂໍຊົງຂໍໃຫ້ເປັນຂອງພຣະອົງ

ໄຟຟື້ນຟູກໍາລັງໄໝ້ແຈ້ງແລະຄົນເປັນລ້ານໆຄົນກໍາລັງກັບມາຫາພຣະເຢຊູໃນປະ ເທດຈີນ, ແຕ່ເຮົາບໍ່ຄວນລືມເລືອດ,ນໍ້າເຫື່ອແລະນໍ້າຕາທີ່ໄຫຼເພື່ອປູທາງເພື່ອໃຫ້ພຣະພອນ ຂອງພຣະເຈົ້າມາສູ່ພວກເຂົາ, ທີ່ນີ້ຄືເລື່ອງລາວຂອງສິດຍາພິບານຄົນຈີນສາມຄົນ, ຄວາມ ຈິງແລ້ວພວກເຂົາໄດ້ເຮັດຕາມຕົວຢ່າງຂອງອາຈານເປົາໂລໂດຍການຖືວ່າ “ທຸກສິ່ງເປັນຄື ກັບຂີ້ເຫຍື່ອ” ເພື່ອທີ່ເຂົາຈະ“ໄດ້ພຣະຄຣິດ”

ຜູ້ທໍາອິດຄືສິດຍາພິບານທີ່ບໍ່ເອີຍຊື່ຈາກຊ່ວງປີ 1960 ຊ່ວງປີແຫ່ງການຂ້າກັນຢ່າງ ໂຫດຫ້ຽມຂອງ“ການປະຕິວັດວັດທະນາທໍາ” ອາຈານຜູ້ນີ້ໃສ່ປອກຄໍອ້ອມຄໍແລະຖືກບັງຄັບ ໂດຍພວກຄອມມູນິດໃຫ້ຢືນຢູ່ເທິງປາຍໂຕະສາມຊັ້ນທີ່ວາງຕັ້ງກັນຂື້ນ, ພັນລະຍາຂອງອາ ຈານ, ລູກໆແລະຄອບຄົວອ້ອມຂ້າງໄດ້ຖືກພວກຕໍາຫຼວດເອີ້ນໃຫ້ເຂົ້າມາຂ້າງໃນເພື່ອເປັນ ພະຍານຂອງສາກນີ້, ເຈົ້າໜ້າທີ່ຕໍາຫຼວດບອກກັບລາວວ່າ “ເຈົ້າມີສອງທາງເລືອກ!ຄືເລືອກ ສືບຕໍ່ເຊື່ອໃນພຣະເຢຊູຫຼືເລືອກທີ່ຈະປະຕິເສດພຣະເຢຊູ, ຈົ່ງເລືອກເອົາດຽວນີ້”

ສິດຍາພິບານອາວຸໂສແນມເບິ່ງໜ້າຕາຄົນໃນຄອບຄົວຂອງຕົນແລະພວກໝູ່ເພື່ອນ ແຕ່ລາວຮູ້ດີວ່າລາວຕ້ອງເຮັດຫຍັງ, ລາວຕອບວ່າ“ເຖິງແມ່ນທ່ານຕັດຫົວຂອງຂ້າພະເຈົ້າ ແລ້ວເລືອດໄຫຼຈົນເຕັມພື້ນຂ້າພະເຈົ້າຈະບໍ່ມີມື້ປະຕິເສດພຣະເຢຊູ” ໃນທັນໃດນັ້ນເຈົ້າໜ້າ ທີ່ກໍແຕະໂຕະທີ່ຢູ່ກ້ອງສຸດເພື່ອໃຫ້ໂຄ່ງໂຕະລົ້ມລົງ, ໃນຂະນະທີ່ບ່ວງຄໍຄອຍໆຮັດຄໍຂອງ ລາວແລ້ວສິດຍາພິບານຄົນນັ້ນກໍໄປຢູ່ກັບພຣະເຢຊູຊົ່ວນິລັນດອນ (Living Water, Zondervan, 2008, p. 17).

ຜູ້ທີ່ສອງ,ຂ້າພະເຈົ້າຈະຂໍກ່າວເຖິງເລື່ອງລາວຂອງອາຈານຊາມູເອວແລມຕື່ມອີກ ໜ້ອຍໜື່ງ, ລາວຖືກປ່ອຍໂຕຫຼັງຈາກຖືກຄັງຄຸກປີໜື່ງໃນປີ 1958 ຕອນທີ່ເພີ່ນອາຍຸ 33 ປີ, ເພີ່ນຖືກບອກບໍ່ໃຫ້ເທດສະໜາອີກຕໍ່ໄປ, ແຕ່ລາວກໍໄດ້ເທດສະໜາບໍ່ພໍເທົ່າໃດເດືອນ, ລາວກໍຈັບອີກແລ້ວຖືກຂັງເປັນເວລາ 20 ປີ, ພວກເຂົາໄດ້ສົ່ງເພີ່ນໄປບໍ່ແຮ່ຖ່ານຫີນ,ເປັນ ເວລາຊາວປີຂອງການເຮັດວຽກໜັກໃນບ່ອນທີ່ອຸ່ນນະພູມເຢັນຫຼາຍ, ນັກໂທດສ່ວນຫຼາຍໄດ້ ຕາຍໄປແຕ່ເຖິງຢ່າງໃດລາວກໍມີຊີວິດຜ່ານສິ່ງເຫຼົ່ານີ້ໂດຍພຣະຄຸນຂອງພຣະເຈົ້າ, ເມື່ອລາວ ຖືກປ່ອຍໂຕອອກມາກໍໄດ້ຮັບຂ່າວວ່າເມຍແລະພໍ່ຂອງລາວໄດ້ຕາຍແລ້ວ, ແມ່ຂອງລາວກໍ ປ່ວຍໜັກແລ້ວຈາກໄປໃນເວລາສັ້ນໆຫຼັງຈາກນັ້ນ, ແທນທີ່ຈະພະຍາຍາມໜີຈາກປະເທດ ຈີນໄປຮົງກົງຫຼືບ່ອນອື່ນທີ່ອາດຈະງ່າຍກວ່າ, ອາຈານແລມໄດ້ກັບໄປກວາງໂຈເຕົ້າໂຮມ ອະດີດສະມາຊິກຄຣິສຕະຈັກບາງຄົນຂອງທ່ານແລ້ວເປີດຄຣິສຕະຈັກເກົ່າຂອງທ່ານຂື້ນອີກ. ໃນຄວາມຄຽດແຄ້ນຕໍ່ສິ່ງໂຫດຮ້າຍເປັນເວລາຫຼາຍປີໃນຄຸກແລະການສູນເສຍຄອບຄົວໄປ ລາວກໍມີໃບໜ້າທີ່ມີຄວາມສຸກຕອນທີ່ຂ້າພະເຈົ້າເຫັນລາວເທດສະໜາໃນວິດີໂອເມື່ອບໍ່ດົນ ມານີ້ (Crimson Cross, published by Back to Jerusalem, 2012, pp. 65, 66).

ຄົນທີ່ສາມຄືສິດຍາພິບານເກົ່າຂອງຂ້າພະເຈົ້າ ດຣ.ທິໂມທີລິນ(1911-2009), ພັນ ລະຍາຄົນທໍາອິດຂອງດຣ.ລິນແລະລູກສາວຖືກທະຫານຍີ່ປຸ່ນຍິງຕາຍຕໍ່ໜ້າຕໍ່ຕາຂອງທ່ານ ບໍ່ດົນກ່ອນທີ່ສົງຄາມໂລກທີ່ສອງ, ພັນລະຍາຄົນທີ່ສອງ ເກຣຊີເປັນເພື່ອນຂອງຂ້າພະເຈົ້າ ນາງຢູ່ກັບ ດຣ.ລິນ ຕອນທີ່ທ່ານເທດສະໜາຢູ່ຄຣິສຕະຈັກເພຣສໄບທີຣຽນຈີນໃນຊານ ຟຣານຊິສໂກ, ຕອນບ່າຍກ່ອນການນະມັດສະການເອື້ອຍເກຣຊີໄດ້ມີອາການຫົວໃຈຢຸດ ເຕັ້ນກະທັນຫັນ, ທ່ານໄດ້ໄປກັບນາງກັບລົດສຸກເສີນເພື່ອໄປໂຮງໝໍ, ນາງໄດ້ສິ້ນໃຈຕາຍ ບໍ່ພໍເທົ່າໃດຊົ່ວໂມງຕໍ່ມາ, ທັນໃດນັ້ນດຣ.ລິນກໍຂື້ນລົດແທັກຊີ່ກັບໄປໂບດແລ້ວເທດສະໜາ ດັງທີ່ວາງແຜນໄວ້, ຫຼັງຈາກເທດແລ້ວທຸກຄົນໃນຄຣິສຕະຈັກກໍຕົກໃຈທີ່ໄດ້ຮູ້ວ່າພັນລະຍາ ຂອງທ່ານໄດ້ຕາຍໄປບໍ່ເທົ່ານາທີກ່ອນທີ່ຈະເລີ່ມນະມັດສະການ, ຂ້າພະເຈົ້າຮູ້ດີວ່າດຣ.ລິນ ຮັກເມຍຂອງຕົນເລິກຊື້ງປານໃດ, ເມື່ອຂ້າພະເຈົ້າໄດ້ຍິນເລື່ອງນັ້ນມັນໄດ້ເຮັດໃຫ້ຂ້າພະເຈົ້າ ປະທັບໃຈຈົນລືມບໍ່ໄດ້ເລີຍ, ຂ້າພະເຈົ້າບໍ່ສາມາດແນມຄືນຫຼັງເຖິງການຮັບໃຊ້ວ່າເປັນພຽງ ແຕ່ “ອາຊີບ” ເທົ່ານັ້ນ, ຂ້າພະເຈົ້າຮູ້ຈາກຕົວຢ່າງຂອງດຣ.ລິນວ່າການເປັນສິດຍາພິບານ ຄືຊີວິດ ຫຼືການອຸທິດຊີວິດຈົນຕາຍ!

ນີ້ຄືເລື່ອງລາວເກົ່າໆຂອງສິດຍາພິບານຊາວຈີນຊື່ງຖືວ່າທຸກສິ່ງ“ເປັນເໝືອນຂີ້ເຫຍື່ອ”ເພື່ອທີ່ເຂົາຈະໄດ້ “ພຣະຄຣິດ”,ຄົນໜຸ່ມສາວໃນອາເມລິກາມັກມີຕົວຢ່າງຂອງສິດຍາພິບານ ທີ່ຂີ້ຄ້ານແລະເປັນຄືໂລກໃນຄວາມຄິດຂອງເຂົາ, ນັ້ນຄືໜື່ງເຫດຜົນຫຼັກໆທີ່ບໍ່ມີການຟື້ນຟູ ໃນປະເທດອາເມລິກາ, ແຕ່ຄົນໜຸ່ມສາວໃນປະເທດຈີນມີແບບຢ່າງຂອງການເສຍສະຫຼະ ຕົນເອງເຊັ່ນສິດຍາພິບານທັງສາມຄົນນັ້ນໃນໃຈຂອງເຂົາ, ບໍ່ແປກໃຈເລີຍທີ່ເຂົາພ້ອມທີ່ຈະ ເສຍສະຫຼະທຸກສິ່ງເພື່ອພຣະຄຣິດ! ບໍ່ແປກໃຈເລີຍທີ່ຄຣິສຕຽນໜຸ່ມສາວໃນປະເທດຈີນສາ ມາດເວົ້າກັບເປົາໂລວ່າ “ຂ້າພະເຈົ້າຈຶ່ງໄດ້ຍອມສະລະສິ່ງສາລະພັດ ແລະຖືວ່າສິ່ງເຫລົ່ານັ້ນເປັນເໝືອນຂີ້ເຫຍື່ອ ເພື່ອຂ້າພະເຈົ້າຈະໄດ້ພຣະຄຣິດ” (ຟີລິບປອຍ 3:7-8),ບໍ່ແປກໃຈ ເລີຍທີ່ຕອນນີ້ປະເທດຈີນກໍາລັງມີປະສົບການການຟື້ນຟູອັນຍິ່ງໃຫຍ່ທີ່ສຸດໃນປະຫວັດສາດ ຂອງຊາວຄຣິສຕຽນ.

ທ່ານຢາກຈະເປັນຄືກັບເຂົາບໍ? ທ່ານຈະຖືວ່າທຸກສິ່ງເປັນຄືກັບ“ຂີ້ເຫຍື່ອ”ເພື່ອທ່ານ “ຈະໄດ້ພຣະຄຣິດບໍ”? ແມ່ນຫຍັງດຶງທ່ານໄວ້ຈາກພຣະເຢຊູ? ຖືວ່າມັນເປັນຂີ້ເຫຍື່ອ! ຖືວ່າ ມັນເປັນຂີ້ເຫຍື່ອ! ພຣະຄຣິດຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າແຫ່ງບາບຂອງທ່ານ ແລ້ວຊົງຟື້ນຂື້ນຈາກຕາຍພ້ອມຮ່າງກາຍໃນວັນທີ່ສາມເພື່ອປະທານຊີວິດໃຫ້ທ່ານ, ທ່ານຈະ ອຸທິດຊີວິດຂອງທ່ານໃຫ້ກັບພຣະຄຣິດຕອນນີ້ເລີຍບໍ? ຮ້ອງເພງອີກເທື່ອໜື່ງ

ທຸກສິ່ງທີ່ໃຈຂ້າຮັກ, ທຸກສິ່ງທີ່ຂ້າຝັນເຖິງ
   ພຣະເຢຊູເຈົ້າຂ້າຂໍຊົງເຮັດໃຫ້ເປັນຂອງພຣະອົງຜູ້ດຽວ
ທຸກສິ່ງທີ່ຂ້າເປັນ, ທຸກສິ່ງທີ່ຂ້າເປັນໄດ້
   ພຣະເຢຊູເຈົ້າຂ້າຂໍຊົງຂໍໃຫ້ເປັນຂອງພຣະອົງ

ຖ້າຫາກທ່ານຢາກຈະລົມກັບພວກເຮົາກ່ຽວກັບການເປັນຄຣິສຕຽນທີ່ເສຍສະຫຼະຕົນເອງທີ່ແທ້ຈິງ,ກະລຸນາຍ່າງໄປຂ້າງຫຼັງຫ້ອງປະຊຸມຕອນນີ້ເລີຍ, ດຣ.ເຄແກນ ຈະພາທ່ານ ໄປຫ້ອງງຽບໆເພື່ອອະທິຖານແລະໃຫ້ຄໍາປຶກສາ, ຖ້າທ່ານສົນໃຈໃນການເປັນຄຣິສຕຽນແທ້ ເຊີນຍ່າງໄປຂ້າງຫຼັງຫ້ອງປະຊຸມດຽວນີ້ເລີຍ, ດຣ.ແຊນ ເຊີນມາອະທິຖານເພື່ອຄົນທີ່ຈະ ເຊື່ອໄວ້ວາງໃຈໃນພຣະຄຣິດໃນເຊົ້າມື້ນີ້ແດ່. ເອແມນ

X9q[.odkogmlok?
mjkolk,kfvjko[qfgmlok0vCmkjo fiD Iu,g,ul ( Dr. Hymers)
m5dvkmyf.ovyog8ucoa8 (Internet) muj at www.realconversion.com. "Sermon Manuscripts."

You may email Dr. Hymers at rlhymersjr@sbcglobal.net, (Click Here) – or you may
write to him at P.O. Box 15308, Los Angeles, CA 90015. Or phone him at (818)352-0452.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ່ານ ອາເບວ ພຣຸດໂຮມ ຟີລິບປອຍ 3:7-11.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
(“ທຸກສິ່ງທີ່ໃຈຂ້າຮັກ” ໂດຍ:ດຣ.ຈອນ.ອາ.ໄຣສ໌ 1895-1980)